ວກ.ອອນ​ໄລ - ​ໃນ​ວັນ​ທີ 4 ​ແລະ 5 ​ເມສາ 2018, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງ​ລັດຖະບານ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ (MRC) ຄັ້ງ​ທີ​ສາມ ພາຍ​ໃຕ້​ຫົວ​ຂໍ້ “ເພີ່ມທະວີຄວາມມານະພະຍາຍາມລວມ ແລະ ເປີດກວ້າງ ການພົວພັນຄູ່ຮ່ວມມື ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ລົ່ງແມ່ນ້ຳຂອງ” ຢູ່​ທີ່​ຊຽມຣຽບ, ກຳປູ​ເຈຍ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ ສົມ​ເດັດ ​ເຕ​ໂຈ ຮຸນ​ແຊນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ໄດ້​ປຶກສາ​ສົນທະນາ, ວາງ​ບັນດາ​ທິດ​ທາງ​ໃຫຍ່, ບັນດາ​ຂົງ​ເຂດ​ບຸລິມະສິດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຢູ່​ໃນ ​ແລະ​ນອກຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ ​ແນ​ໃສ່​ນຳ​ໃຊ້ຊັບພະຍາກອນ​ນ້ຳ ​ແລະ​ບັນດາ​ຊັບພະຍາກອນ​ທີ່​ກ່ຽວຂ້ອງ​ຢູ່​ລົ່ງ​ແມ່​ນ້ຳຂອງ​ຢ່າງ​ສະ​ເໝີ​ພາບ, ສົມ​ເຫດ​ສົມ​ຜົນ ​ແລະຍືນ​ຍົງ, ປະກອບສ່ວນ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ 2030 ຂອງ​ສະຫະ​ປະຊາ​ຊາດ​ ຢ່າງ​ສຳ​ເລັດ​ຜົນ ຢູ່​ແຕ່ລະ​ປະ​ເທດ ​ແລະໃນທົ່ວ​ພາກ​ພື້ນ.

ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ຍົກ​ໃຫ້​ເຫັນ​ຜົນສຳ​ເລັດ​ໃຫຍ່​ບາງ​ຢ່າງ​ທີ່​ບັນລຸ​ໄດ້​ໃນ​ເວລາ​ທີ່​ຜ່ານ​ມາ ນັບ​ແຕ່ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 2 ຂອງຄະນະ​ກຳມາ​ທິການ ປີ 2014 ຢູ່​ນະຄອນ ​ໂຮ່ຈີ​ມິນ, ຜ່ານ​ນັ້ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ເຖິງ​ປະສິດທິ​ຜົນ​ຕົວ​ຈິງ​ຂອງ​ສັນ​ຍາ​ແມ່​ນ້ຳຂອງ 1995, ຊຸກຍູ້​ການ​ເຊື່ອມ​ຕໍ່, ການປະສານ​ງານ​ໃນ​ພາກ​ພື້ນ ​ແລະ ຍູ້​ແຮງ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື, ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ໃນ​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ​ໃຫ້​ທັດສະນະ​ວ່າ, ປະຈຸ​ບັນ, ລົ່ງ​ແມ່ນ້ຳຂອງຕ້ອງປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫຍ່​ຫຼາຍ​ຢ່າງ: ​ແຫຼ່ງຊັບພະຍາກອນ​ນ້ຳ​ໃນ​ແມ່ນ້ຳຂອງພວມ​ຫຼຸດ​ລົງທາງ​ກ້ານ​ປະລິມານ​ແລະ​ຄຸນ​ນະພາ​ບ, ປະລິມານ​ດິນ​ຄູນ​ແລະ​ທາດ​ຫຼໍ່ລ້ຽງ​ຖືກ​ເສື່ອ​ມ​ເສຍ; ລະບົບ​ນິ​ເວດ​ແລະ​ສິ່ງ​ແວດ​ລ້ອມ​ເສື່ອ​ມ​ໂຊມ​ຢ່າງ​ໜັກ. ສະພາບ​ດັ່ງ​ກ່າວ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ແລະ​ໜັກໜ່ວງ​ໃນບັນດາ​ປະ​ເທດຢູ່​​ເຂດ​ປາຍ​ນ້ຳ​ແມ່​ນ້ຳຂອງ, ​ໂດຍ​ສະ​ເພາະ​​ແມ່ນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ​ຫວຽດນາມ, ​ເຊິ່ງ​ເປັນ​ບ່ອນ​ທີ່​ຕ້ອງ​ປະ​ເຊີນ​ໜ້າ​ຢ່າງ​ເປັນ​ປະຈຳກັບ​ໄພ​ແຫ້ງ​ແລ້ງ, ​ໄພນ້ຳ​ເຄັມ​ຊຶມ​ເຂົ້າດິນ​ນາ, ຝັ່ງ​ແມ່​ນ້ຳ ຝັ່ງ​ທະ​ເລ​ຖືກ​ເຊາະ​ເຈື່ອນ…​ເປັນ​ໄພ​ຄຸກຄາມ​ຕໍ່​ວິ​ຖີຊີວິດຂອງ​ປະຊາຊົນ​ກວ່າ 20 ລ້ານ​ຄົນ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ເນັ້ນ​ໜັກ​ວ່າ: “ຕ້ອງ​ມີ​ການ​ກະທຳ​ທີ່​ແທດ​ຈິງ, ທັນ​ການ​ເພື່ອ​ໃຫ້​ທົ່ງພຽງ​ແມ່​ນ້ຳຂອງທີ່​ເປັນ​ອູ່​ເຂົ້າ, ອູ່​ປ່າ​ຂອງ​ພາກ​ພື້ນ​ໃນ​ຫຼາຍ​ຮ້ອຍ​ປີ​ທີ່​ຜ່ານ​ມານີ້ ສືບ​ຕໍ່​ພັດທະນາ ​ແລະ​ເປັນ​ແຫຼ່ງສະໜອງ​ເຂົ້າ​ທີ່​ໃຫຍ່​ທີ່​ສຸດ​ໃຫ້​ແກ່​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​​ດ້ານ​ສະບຽງ​ອາຫານ​ຂອງ​ພາກ​ພື້ນ”, ​ແລະ ສະ​ເໜີ​ໃຫ້ຄະນະ​ກຳມາ​ທິການ ຈົ່ງ​ສຸມ​ໃສ່​ການ​ນຳ​ໃຊ້ຊັບພະຍາກອນ​ນ້ຳ​ແມ່​ນ້ຳຂອງ ​ແລະ​ບັນດາ​ຊັບພະຍາກອນ​ທີ່​ກ່ຽວຂ້ອງ​ ​ຢ່າງ​ສະ​ເໝີ​ພາບ, ສົມ​ເຫດ​ສົມ​ຜົນ ​ແລະຍືນ​ຍົງ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ປະຕິບັດສັນຍາ​ແມ່​ນ້ຳຂອງ 1995 ຢ່າງ​ຄົບ​ຖ້ວນ ມີ​ເນື້ອ​ແທ້​ແລະ​ມີ​ປະສິດທິ​ຜົນ ລວມທັງຊຸດ​ລະບຽບ​ຂັ້ນ​ຕອນ, ຂໍ້​ກຳນົດ​ຂອງຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ; ຍົກ​ສູງ​ປະສິດທິ​ຜົນ ​ແລະ​ບົດບາດ​ຕິດ​ຕາມກວດກາ​ແລະ​ປະສານ​ງານຂອງຄະນະ​ກຳມາ​ທິການ ​ໃນ​ການ​ປະຕິບັດຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ກໍ່ສ້າງ​ຂອບ​ແຜນ​ແມ່​ບົດ​ການ​ພັດທະນາລົ່ງ​ແມ່​ນ້ຳຂອງ​ທີ່​ກົມກຽວ​ເໝາະ​ສົມ​ກັບ​ແຜນ​ແມ່​ບົດ​ຊັບພະຍາກອນ​ນ້ຳຂອງ​ບັນດາ​ປະ​ເທດ​ສະມາຊິກ; ສະ​ເໜີ​ແນະ​ບັນດາ​ໂຄງການຮ່ວມ​ກັນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບພະຍາກອນ​ແຫຼ່ງນ້ຳ​ແມ່​ນ້ຳຂອງຢ່າງ​ຍືນ​ຍົງ. ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ໃນ​ລົ່ງ​ແມ່​ນ້ຳຂອງ ​ແລະ ​ແມ່​ນ້ຳ​ລ້ານ​ຊ້າງ ລວມທັງ​ເຄືອ​ຂ່າຍ​ຕິດຕາມ​ກວດກາ​ຊັບພະຍາກອນ​ນ້ຳ ​ແລະ​ບັນດາ​ຊັບພະຍາກອນ​ທີ່​ກ່ຽວຂ້ອງ​ໃນ​ລົ່ງ​ແມ່​ນ້ຳ, ບັນດາລະບົບ​ພະຍາກອນ​ແລະ​ເຕືອນ​ໄພພິບັດ​ທາງ​ທຳ​ມະ​ຊາດ; ສ້າງ​ພື້ນຖານ​ຂໍ້ມູນ, ຄວາມ​ຮູ້​ທົ່ວ​ໄປ ​ແລະການ​ຄົ້ນຄວ້າ​ຮ່ວມ​ກັນ​ຂອງຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ປະສານ​ງານ, ຮ່ວມ​ມືກັບ​ບັນດາ​ຄູ່​ຮ່ວມ​ສົນທະນາ, ຄູ່​ຮ່ວມ​ມື​ທີ່​ພັດທະນາ ​ໃນ​ການ​ລະດົມ​ແຫຼ່ງພະລັງ, ຮັບ​ເອົາ​ບົດຮຽນ​ການ​ຄຸ້ມ​ຄອງ ​ແລະ​ເຕັດ​ໂນ​ໂລຊີ ​ເຕັກນິກທັນ​ສະ​ໄໝ, ສົມທົບ​ໃນ​ຂໍ້​ຄິດລິ​ເລີ່​ມອະນຸ​ພາກ​ພື້ນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຮ່ວມ​ມື​ແບ່ງປັນ​ເຕັກນິກ… ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ທາງ​ດ້ານການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ. ທ່ານ​ນາຍົກລັດຖະມົນຕີກ່າວວ່າ “ຈົ່ງ​ສາມັກຄີ​ກັນ​, ພ້ອມ​ກັນຮ່ວມ​ມື, ລົງມື​ກະທຳ ​ເພື່ອ​​ໃຫ້​​ແມ່ນ້ຳຂອງ​ເປັນ​ສາຍ​ນ້ຳ​ແຫ່ງ​ສັນຕິພາບ, ​ເປັນ​ການ​ເຊື່ອມ​ຕໍ່​ຊີວິດ​ທີ່​ຍືນຍົງ, ຈະ​ເລີ​ນຮຸ່ງ​ເຮືອງຕະຫຼອດ​ການ ຂອງ​ບັນດາ​ປະ​ເທດ, ປະຊາຊົນ​ຢູ່​ໃນ​ພາກ​ພື້ນ”.

ການ​ເຂົ້າ​ຮ່ວມຢ່າ​ງ​ເປັນ​ເຈົ້າ​ການ ​ແລະປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ​ໃນ​ກອງ​ປະຊຸມ​ໄດ້​ຮັບ​ຄວາມ​ຮັບ​ຮູ້​ແລະ​ຕີ​ລາຄາ​ສູງ​ຈາກ​ບັນດາ​ປະ​ເທດ​ແລະ​ຄູ່​ຮ່ວມ​ມື. ກອງ​ປະຊຸມ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ລົງ​ດ້ວຍ​ການ​ຮັບຮອງ​ເອົາ ຖະ​ແຫຼ​ງການ​ຊຽມຣຽບ.

ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ​ຄັ້ງ​ທີ 3, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບທ່ານ​ນາ​ຍົກ​ລັດຖະມົນຕີ​ກຳປູ​ເຈຍ ສົມ​ເດັດ ​ເຕ​ໂຈ ຮຸນ​ແຊນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ, ​ແລະ​ໄດ້​ແລກປ່ຽນ​ສັ້ນ​ກັບ​ທ່ານ​ລັດຖະມົນຕີ​ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ, ​ເຊິ່ງການ​ພົບ​ປະ​ເຫຼົ່າ​ນີ້​ໄດ້​ແລກປ່ຽນ​ກ່ຽວ​ກັບ​ທິດ​ທາງ, ມາດ​ຕະການ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ຍິ່ງ​ກວ່າ​ອີກ ກໍ່​ຄື​ແກ້​ໄຂ​ບັນດາ​ບັນຫາ​ລະອຽດ.

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ ຄັ້ງ​ທີ 3 ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່​ແລະ​ຄຳ​ໝັ້ນ​ສັນຍາ​ທີ່​ແຂງ​ແຮງ​ຂອງ​ຫວຽດນາມສຳລັບ​ການ​ຮ່ວມ​ມື​ໃນ​ຂອບຄະນະ​ກຳມາ​ທິການບົນ​ພື້ນຖານ​ຈິດ​ໃຈ​ສັນຍາ​ແມ່​ນ້ຳຂອງ 1995, ປະກອບສ່ວນ​ເພີ່ມ​ທະວີ​ບົດບາດ​ຂອງຄະນະ​ກຳມາ​ທິການ ກໍ່​ຄື​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ./.

​ໂດຍ ຫງວຽນ​ດຶກ