ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ຫງວຽນ​ຊວັນ​ຝຸດ ນາ​ຍົກລັດ​ຖະມົນຕີ​ແຫ່ງ ສາທາລະນະ​ລັດ ​ສັງຄົມ​ນິຍົມ​ ຫວຽດນາມ, ທ່ານ​ນາງ ອອງຊານ​ຊູ​ຈີ ທີ່​ປຶກສາ​ຂອງ​ລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ, ລັດຖະມົນຕີ ຫ້ອງການປະທານາທິບໍດີ ປະເທດ ສາທາລະນະລັດ ແຫ່ງສະຫະພາບ ມຽນມາ ໄດ້ດຳເນີນການຢ້ຽມຢາມປະເທດຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-20 ເມສາ 2018.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ຕ້ອນຮັບທ່ານນາງ ອອງຊານຊູຈີ ທີ່ປຶກສາຂອງລັດ, ລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີຫ້ອງການປະທານາທິບໍດີມຽນມາ.(ພາບ: TTXVN)

ໃນ​ຂອບ​ຂອງ​ການ​ຢ້ຽມຢາມ, ທ່ານ​ນາງ ອອງຊານ​ຊູ​ຈີ ທີ່​ປຶກສາ​ຂອງ​ລັດ​ມຽນມາ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ, ພົບ​ປະ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ, ວາງ​ພວງມາລາ​ທີ່​ອະນຸສາວະ​ລີ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຢ້ຽມ​ຊົມ​ເຮືອນ​ຂອງ​ລຸງ​ໂຮ່. ທ່ານ​ນາງທີ່​ປຶກສາ​ຂອງ​ລັດ​ມຽນມາ ​ໄດ້​​ໃຫ້ການຕ້ອນຮັບ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ-ມຽນມາ ​ແລະ ຜູ້​ຕາງໜ້າ​ວິ​ສາ​ຫະກິດ​ຂອງ​ຫວຽດນາມທີ່​ກຳລັງ​ເຄື່ອນ​ໄຫວ​ຢູ່​ມຽນມາ. 

​ໃນ​ທີ່​ການ​ພົບ​ປະ​ເຫຼົ່ານັ້ນ, ສອງ​ຝ່າຍ​ໄດ້​ທົບ​ທວນຄືນ​ບັນດາ​ບາດກ້າວ​ພັດທະນາ​ໃນ​ການ​ພົວພັນ ​ແລະ​ການ​ຮ່ວມ​ມື​ສອງ​ຝ່າຍ ນັບ​ແຕ່​ການ​ຢ້ຽມຢາມ​ປະ​ເທດມຽນມາ​ຂອງ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຝູຈ້ອງ (ເດືອນ​ສິງຫາ 2017). ຝ່າຍ​ຫວຽດນາມ​ເນັ້ນ​ໜັກ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ພົວພັນ​ກັບ​ມຽນມາ ກໍ່ຄືການພົວພັນ​ກັບ​ລັດຖະບານ​ໂດຍ​ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາ​ທີ​ປະ​ໄຕ ​​(NLD) ເປັນ​ຜູ້ນຳ​ໜ້າ; ຢືນຢັນ​ສືບ​ຕໍ່​ສະໜັບສະໜູນ​ຄວາມ​ພະຍາຍາມ​ເພື່ອ​ສັນຕິພາບ, ປອງ​ດອງ​ຊາດ​ຢູ່​ມຽນມາ. ຫວຽດນາມ​ເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມ​ປາງ​ລອງ ສະຕະວັດ​ທີ XXI ​ແມ່ນ​ບາດກ້າວ​ໃຫຍ່, ​ແລະ​ຜ່ານ​ການ​ສົນທະນາ​ແລະ​ເຈລະຈາ ລັດຖະບານ​ມຽນມາຈະ​ສືບ​ຕໍ່​ໄດ້​ຮັບ​ຜົນສຳ​ເລັດ​ ໃນ​ຂະ​ບວນການກໍ່ສ້າງ​ປະ​ເທດສາທາລະນະ​ລັດ​ສະຫະພາບ ທີ່​​ປະຊາທິປະ​ໄຕ ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ. ຝ່າຍ​ມຽນມາສະ​ແດງ​ຄວາ​ຂອບ​ໃຈ​ຫວຽດນາມທີ່​ໄດ້ສະໜັບສະໜູນ​ຢ່າງ​ຕໍ່​ເນື່ອງ ​ແລະ ​ແບ່ງປັນ​ບົດຮຽນ​ກັບ​ມຽນມາ ​ໃນ​ການ​ໄກ່​ເກ່ຍສາມັກຄີ​ປອງ​ດອງ​ຊາດ ​ແລະ​ພັດທະນາ​ປະ​ເທດ​ຊາດ. 

ສອງ​ຝ່າຍ​ກໍ່​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ເດືອນ ສິງຫາ 2017; ຢືນຢັນ​ຄວາມ​ພະຍາຍາມ​ຊຸກຍູ້​ປະສິດທິ​ຜົນ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ປະກອບ​ມີ​ການ​ຄ້າ​ແລະ​ການ​ລົງທຶນ, ວັດທະນະທຳ, ສັງຄົມ ​ແລະ​ການ​ສຶກສາ. ຄວາມ​ພະຍາຍາມ​ຕ່າງໆ​ເທິງ​ນີ້​ຈະ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ ​ແລະ ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງຕື່ມ​ອີ​ກ, ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ແທດ​ຈິງ​ມາ​ໃຫ້​ປະຊາຊົນ. 

​ເພື່ອ​ຜັນ​ຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຮອບດ້ານ, ສອງ​ຝ່າຍ​ເນັ້ນ​ຢ້ຳ​ເຖິງ​ການ​ສືບ​ຕໍ່ການ​ແລກປ່ຽນ​ຄະນະ​ຜູ້​ແທນຂັ້ນ​ຕ່າງໆ ​ຕາມ​ທຸກ​ຊ່ອງ​ສາຍ, ປະກອບ​ດ້ວຍຊ່ອງ​ທາງ​ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ການ​ຕິດ​ຕໍ່​ແລກປ່ຽນ​ລະຫວ່າງ​ປະຊາຊົນ ​ເຊິ່ງຈະ​ປະກອບສ່ວນ​ເພີ່ມ​ທະວີ​ໄມຕີ​ຈິດ​ມິດຕະພາບ ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ຕາມ​ນັ້ນ, ສອງ​ຝ່າຍ​ເປັນ​ເອກະ​ສັນ​ວ່າ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຕາມ​ສາຍ​ທາງ​ພັກ​ແມ່​ນເສົາ​ຄ້ຳ​ທີ່​ສຳຄັນ​ໜຶ່ງ​ ໃນ​ການ​ພົວພັນ​ສອງ​ຝ່າຍ ​ແລະ ຫວັງ​ວ່າ​ຈະ​ລົງ​ນາມ​ໂດຍ​ໄວ​ໃນ​ໂຄງການ​ປະຕິບັດ​ງານ​ໄລຍະ 2018 - 2023. 

ສອງ​ຝ່າຍ​ກໍ່​ໄດ້​ຮັບ​ຮູ້​ບາດກ້າວ​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ: ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ປີ 2017 ບັນລຸ​ເກືອບ 830 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມຂຶ້ນ 51% ທຽບ​ກັບ​ປີ 2016. ຫວຽດນາມ​ໄດ້​ກາຍ​ເປັນ​ນັກ​ລົງ​ທຶນ​ໃຫຍ່​ທີ 7 ຂອງ​ມຽນມາ ​ເຊິ່ງມີໂຄງການລົງທຶນ 17 ​ໂຄງການ ​ດ້ວຍ​ທຶນ​ຈົດ​ທະບຽນ​ທັງ​ໝົດ 2,1 ຕື້​ໂດ​ລາ​ສະຫະລັດ. ພື້ນຖານ​ເສດຖະກິດ​ຂອງ​ສອງ​ປະ​ເທດມີ​ລັກສະນະຊ່ວຍ​ເສີມ​ໃຫ້​ແກ່​ກັນ​ສູງ ​ແລະ ນຳ​ຜົນ​ປະ​ໂຫຍ​ດມາ​ໃຫ້​ທັງ​ສອງ​ຝ່າຍ ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ກະສິກຳ, ການ​ລົງທຶນ, ປຸງແຕ່ງອາຫານ​ທະ​ເລ, ການທ່ອງທ່ຽວ​ແລະ​ບໍລິການ, ​ໂດຍ​ສະ​ເພາະ​ແມ່ນ​ ໃນ​ສະພາບ​ການ​ທີ່​ລັດຖະບານ​ມຽນມາ​ກຳລັງ​ດຳ​ເນີນ​ການ​ປະຕິ​ຮູບ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ. ສອງ​ຝ່າຍ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ບັນດາ​ນະ​ໂຍບາຍ​ການ​ຄ້າ, ການ​ລົງທຶນ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ເອື້ອ​ອຳນວຍ​ໃຫ້​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ, ລວມທັງ​ນັກ​ລົງທຶນ​ມຽນມາ​ແລະ​ຫວຽດນາມ; ຮັບ​ຮູ້​ວ່າ​ ຕ້ອງ​ຄົ້ນຄວ້າ​ສ້າງ​ຕັ້ງ​ກົນ​ໄກ​ການ​ຮ່ວມ​ມື​ໃໝ່ ກໍ່​ຄື​ເຊັນ​ຂໍ້​ຕົກລົງ ​ແນ​ໃສ່​ສ້າງ​ຄວາມ​ສະດວກ ​ແລະ​ຊຸກຍູ້​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຢືນຢັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະຊອກ​ຫາ​ແບບ​ວິທີ​​ໃໝ່​ ​ເພື່ອແນ​ໃສ່​ບັນລຸ​ເປົ້າ​ໝາຍ​ການ​ຄ້າ​ສອງ​ຝ່າຍ 1 ຕື້​ໂດ​ລາ​ສະຫະລັດ​ ໂດຍ​ໄວ. 

​ໂດຍຕີ​ລາຄາ​ສູງບາດກ້າວ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ເວລາ​ຜ່ານ​ມາ​ມໍ່​ນີ້, ສອງ​ຝ່າຍ​ຢືນຢັນ​ຈະສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ເຊັນ​ກັນ​ໃນ​ຂອບ​ສອງ​ຝ່າຍ ​ແລະ​ຫຼາຍ​ຝ່າຍ; ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ຂົງ​ເຂດ​ການ​ຮ່ວມ​ມື​ນີ້, ​ໃນ​ນັ້ນ​ມີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ຕ່າງໆ, ຈັດ​ຕັ້ງ​ການ​ສົມ​ທະນາ​ນະ​ໂຍບາຍ​ການ​ປ້ອງ​ກັນ​ປະ​ເທດລະດັບ​ຮອງ​ລັດຖະມົນຕີ​ໃນ​ປີ 2018; ພ້ອມ​ນັ້ນ​ກໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ອອກ​ສູ່​ຂົງ​ເຂດ​ອື່ນ​ຄື ຝຶກ​ອົບຮົມ, ​ເສນາ​ຮັກ, ຊອກ​ຫາ​ກູ້​ໄພ, ການ​ແລກປ່ຽນ​ກິລາ. 

ສອງ​ຝ່າຍ​ຊົມ​ເຊີຍ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຜັນ​ຂະຫຍາຍຢ່າງ​ຄົບ​ຖ້ວນບັນດາ​ບົດ​ບັນ​ທຶກ​ຄວາມ​ຈຳ​ທີ່​ຫາ​ກໍ່​ໄດ້​ລົງ​ນາມ, ລວມມີ ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ໄປ​ຊະນີ, ​ໂທລະ​ຄົມມະນາຄົມ​ແລະ​ເຕັກ​ໂນ​ໂລ​ຊີສື່ສານ ​ແລະ ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ຂໍ້​ມູນ​ຂ່າວສານ. ຊຸກຍູ້​ການ​ເຈລະຈາ​ເພື່ອ​ລົງ​ນາມ​ໂດຍ​ໄວ​ໃນ​ຂໍ້​ຕົກ​ລົງກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ອາດຊະຍາ​ກຳ ​ແລະ​ບັນດາ​ຂໍ້​ຕົກລົງ​ ສັນຍາ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບປອດ​ໄພ; ຢືນຢັນ​ອີກ​ຄັ້ງ​ຈະ​ບໍ່​ອະນຸຍາດ​ໃຫ້​ບຸກຄົນຫຼື​ອົງການ​ຈັດ​ຕັ້ງ​ໃດ ​ໃຊ້​ດິນ​ແດນ​ຂອງ​ປະ​ເທດ​ນີ້​ ເພື່ອ​ດຳ​ເນີນ​ການ​​ເຄື່ອນ​ໄຫວ​ມ້າງ​ເພ​ທຳລາຍ​ປະ​ເທດ​ອື່ນ. ​ເຫັນ​ດີ​ເປັນ​ເອກະສັນ​ ຈະ​ຊຸກຍູ້​ການ​ຮ່ວມ​ມື​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຕິດດ້ານ​ການ​ເງິນ​ກວ່າ​ອີກ, ພ້ອມ​ນັ້ນ​ກໍ່​ບູລະນະ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ອື່ນ​ຄື ບໍລິການ​ການ​ເງິນ; ​ເນັ້ນ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ​ ໃນ​ບັນດາ​ຂະ​ແໜງ​ການ​ ໂທລະ​ຄົມມະນາຄົມ, ພະລັງງານ, ພິ​ເສດ​ແມ່ນ​ໃນ​ຂະ​ແໜງ​ການ​ນ້ຳມັນ​ອາຍ​ແກ​ສ, ​ແບ່ງ​ປັນ​ໂຄງ​ສ້າງ​ພື້ນຖານ. 

ສອງ​ຝ່າຍ​ຢືນຢັນ​ອີກ​ຄັ້ງ​ວ່າ ກະສິກຳ-ການ​ປ່າ​ໄມ້-ການ​ປະມົງ ​ແມ່ນ​ຂົງ​ເຂດການ​ຮ່ວມ​ມື​ທີ່​ສຳຄັນ ​ເຊິ່ງສອງ​ປະ​ເທດ​ມີ​ທ່າ​ແຮງ​ແລະ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ທີ່​ອາດ​ຈະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ເພື່ອ​ພ້ອມ​ກັນ​ພັດທະນາ. ບົນ​ຈິດ​ໃຈ​ດັ່ງກ່າວ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ ຈະ​ລົງ​ນາມ​ໂດຍ​ໄວ​ໃນ​ບັນດາ​ສັນຍາ​ກ່ຽວ​ກັບ​ກະສິກຳ, ການ​ປ່າ​ໄມ້, ການ​ປະມົງ, ການ​ລ້ຽງສັດ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ ​ແນ​ໃສ່​ປົວ​ແປງ​ຄຸນ​ນະພາ​ບ​ ​ແລະ​ຍົດ​ສູງ​ຄຸນຄ່າ​ຂອງ​ຜະລິດ​ຕະພັນ​ກະສິກຳ.

ນອກຈາກ​ນັ້ນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ມາດ​ຕະການ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ການ​ຍຸຕິ​ທຳ, ການ​ສຶກສາ ​ແລະ​ພົວພັນ​ແລກປ່ຽນ​ປະຊາຊົນ; ສົ່ງ​ເສີມ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ ບັນດາ​ໂຄງການ​ແລກປ່ຽນ​ນັກຮຽນ​ນັກ​ສຶກສາ​ຂັ້ນ​ຕ່າງໆ; ຢືນຢັນ​ອີກ​ຄັ້ງ​ຄວາມ​ສະໜັບສະໜູນ​ບົດບາດ​ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ-ມຽນມາ ​ແລະ ສະມາຄົມ​ມິດຕະພາບມຽນມາ-ຫວຽດນາມ ​ແນ​ໃສ່​ເພີ່ມ​ທະວີ​ການ​ຕິດ​ຕໍ່​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ປະກອບ​ສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ລວມ​ເລິກ. 

​ໂດຍ​ຕີ​ລາຄາ​ສູງການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສອງ​ປະ​ເທດ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ​ສາກົນ​ເຊັ່ນ ອາ​ຊຽນ, ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ, ສະຫະ​ປະຊາ​ຊາດ, ​ແນ​ໃສ່​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ດີ​ງານຫວຽດນາມ-ມຽນມາ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສື​ບຕໍ່ສະໜັບສະໜູນການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ໃນ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ປະກົດ​ເປັນ​ຈິງ ຜ່ານ​ການ​ຮ່ວມ​ມືພາກ​ພື້ນ​ໃນ​ຂອບ ACMECS, CLMV, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຄວາມ​ປອດ​ໄພທາງ​ດ້ານ​ແຫຼ່ງນ້ຳ, ​ເຊື່ອມ​ຕໍ່ ​ແລະ​ພັດທະນາ​ຊັບພະຍາກອນ​ມະນຸດ. 

ຄຽງ​ຂ້າງ​ນັ້ນ, ສອງ​ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນຢູ່​ທີ່​ບັນດາ​ກົນ​ໄກຮ່ວມ​ມື​ພາກ​ພື້ນ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ລວມທັງ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-ຍີ່ປຸ່ນ, ​ແມ່​ນ້ຳຂອງ-ສ.​ເກົາຫຼີ, ​ແມ່​ນ້ຳຂອງ-​ແມ່​ນ້ຳ​ຄົງ​ຄາ, ​ໂຄງການ​ລຸ່ມ​ແມ່​ນ້ຳຂອງ, ກໍ່​ຄື​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນແມ່​ນ້ຳຂອງ​ເປີດ​ກວ້າງ. ຫວຽດນາມສະໜັບສະໜູນ​ໃຫ້ມຽນມາ​ເປັນ​ສະມາຊິກ​ຢ່າງ​ເປັນ​ທາງ​ການ​ຂອງ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ (MRC) ​ໃນ​ໄວໆ​ນີ້. 

​ໂດຍ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ແລະ​ການບິນຢູ່​ໃນ​ພາກ​ພື້ນ, ​ເນັ້ນ​ໜັກ​ຄວາມສຳຄັນ​ຂອງ​ການ​ແກ້​ໄຂຂໍ້​ພິພາດ​ຂັດ​ແຍ່ງ​ຕ່າງໆ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS 1982), ບໍ່​ນາບ​ຂູ່​ຫຼື​ໃຊ້​ກຳລັງ​ອາວຸດ, ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສະໜັບສະໜູນ​ການ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ, ​ແລະ ບັນລຸ​ໄດ້ COC ທີ່ມີຜົນ​ບັງຄັບ​ໃຊ້​ຢູ່​ທະ​ເລ​ຕາ​ເວັນ​ອອກ​​ໃນ​ໄວໆ​ນີ້./. 

​ໂດຍ ນຂ.