ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 8 - 10 ມິຖຸນາ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ດຳ​ເນີນປະຕິບັດ​ໂຄງການ​ເຮັດ​ວຽກ​ຢ່າງ​ຮີ​ບດ່ວນ ດ້ວຍບັນດາ​ການ​ເຄື່ອນ​ໄຫວ​​ພະຫຸ​ພາຄີ ​ແລະ​ທະວິ​ພາຄີ ​ໃນ​ຂອບ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ຈີ 7 ​ເປີດ​ກວ້າງ ​ແລະ​ຢ້ຽມຢາມ​ປະ​ເທດ​ກາ​ນາ​ດາ ຕາມ​ຄຳ​ເຊີນ​ຂອງ​ນາຍົກລັດ​ຖະມົນຕີກາ​ນາ​ດາ ຈັດ​ສະຕີ​ນ ທຣູ​ໂດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 7 ເປີດກວ້າງ.

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຈີ 7 ​ເປີດ​ກວ້າງ

ກອງ​ປະຊຸມ​ສຸດ​ຍອດ ຈີ 7 ​ເປີດ​ກວ້າງມີ​ບັນດາ​ຫົວ​ຂໍ້​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ​ແລະ​ບົດບາດ​ຂອງ​ແມ່ຍິງ, ພິ​ເສດ​ແມ່ນ ​ບັນຫາ​ທະ​ເລ​ແລະ​ມະຫາ​ສະໝຸດ. ກອງ​ປະຊຸມ​ໄດ້​ຕີ​ລາຄາ​ວ່າ ບັນຫາ​ມົນ​ລະ​ພິດ ​ແລະການ​ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ​ໃນ​ທະ​ເລ​ແລະ​ມະຫາ​ສະໝຸດ​ແບບ​ບໍ່​ຍືນ​ຍົງ ​ແມ່ນ​ສິ່ງ​ທ້າ​ທາຍ​ລວມຂອງ​ທົ່ວ​ໂລກ, ຄຸກ​ຄາມ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງໜ່ວຍ​ພິພົບ​ທັງ​ໝົດ ຊຶ່ງ​ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ປະ​ເທດ​ຊາຍ​ຝັ່ງ​ທະ​ເລ; ຮຽກຮ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທົ່ວ​ໂລກ ​ແລະ​ພາກ​ພື້ນ​ ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ ລະ​ບົບນິ​ເວດທະ​ເລ​ແລະ​ມະຫາ​ສະໝຸດ ມຸ່ງ​ໄປ​ສູ່​​ເປົ້າໝາຍ​ມະຫາ​ສະໝຸດສີ​ຂຽວ ​ແລະ​ໜ່ວຍ​ພິພົບ​ສີຂຽວ. ຜູ້ນຳ​ສ່ວນ​ຫຼາຍ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ປະຕິບັດຂໍ້​ຕົກລົງ​ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າອາກາດ (COP 21), ​ແບ່ງປັນ​ຄວາມ​ຄິດ, ວິ​ໄສ​ທັດ ​ແລະ​ມາດ​ຕະການ​ເພີ່ມ​ທະວີຄວາມ​ສາມາດ​ຄ່ອງ​ຕົວ ​ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ຊຸກຍູ້​ບັນດາ​ກົນ​ໄກ​ແກ້​ໄຂ​ບັນຫາ​ທະ​ເລ​ບົນ​ພື້ນຖານ​ກົດໝາຍ​ສາກົນ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ສຸດ​ຍອດ ຈີ 7 ​ເປີດ​ກວ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ສະ​ເໜີ​ຂໍ້ຄວາມ​ແຂງ​ແຮງ ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ ​ໃນ​ການ​ຮັບມືກັບ​ການ​ປ່ຽນ​ແປງດິນ​ຟ້າ​ອາກາດ; ສະ​ເໜີ​ຄວາມ​ຄິດ​ລິ​ເລີ່​ມກ່ຽວ​ກັບ​ການ​ຈັດ​ຕັ້ງ “​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເປີດ​ກວ້າງ​ລະຫວ່າງ​ບັນດາ​ປະ​ເທດ ຈີ 7 ກັບ​ບັນດາ​ປະ​ເທດ​ຊາຍ​ຝັ່ງ​ທະ​ເລ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ສະພາບ​ນ້ຳ​ທະ​ເລ​ຍຶ່ງຂຶ້ນ ​ແລະ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ລະບົບ​ນິ​ເວດທະ​ເລ”.

ທ່າ​ນາຍົກລັດຖະມົນຕີຫວຽດນາມ​ໄດ້​ສະ​ເໜີ​ຄວາມ​ຄິດ​ລິ​ເລີ່​ມ: ບັນດາ​ປະ​ເທດ ຈີ 7 ຊຸກຍູ້ການສ້າງ​ຕັ້ງ “ກົນ​ໄກ​ຮ່ວມ​ມື​ທົ່ວ​ໂລກ​ກ່ຽວ​ກັບການ​ຫຼຸດຜ່ອນ​ສິ່ງ​ເສດ​ເຫຼືອ​ປຼາດສະຕິກ” ດ້ວຍການ “ທຸກ​ປະ​ເທດ​ຈົ່ງພ້ອມ​ກັນດຳ​ເນີນ​ການ​ນັບ​ແຕ່​ດຽວ​ນີ້ ​ເພື່ອ​ໃຫ້​ບັນດາ​ມະຫາ​ສະໝຸດ​ຂອງ​ພວກ​ເຮົາ​ເປັນ​ສີຂຽວ​ຢູ່​ຕະຫຼອດ, ​ມີເຕັມ​ໄປ​ດ້ວຍ​ກຸ້ງ​ປາອາຫານ​ທະ​ເລ ​ແລະ​ບໍ່​ມີ​ສິ່ງ​ເສດ​ເຫຼືອ​ປຼາດສະຕິກອີກ, ​ເປັນ​ມໍລະ​ດົກ​ທີ່​ດີ​ສຳລັບ​ຄົນ​ໃນ​ອະນາຄົດ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ກ່າວ​ວ່າ ​ເຖິງ​ວ່າ​ຫວຽດນາມ​ຈະ​ຖືກຜົນ​ກະທົບ​ຢ່າງ​ໜັກໜ່ວງຮ້າຍ​ແຮງ​ຂອງການ​ປ່ຽນ​ແປງ​​ດິນ​ຟ້າ​ອາກາດ, ການ​ຍຶ່ງຂຶ້ນ​ຂອງ​ນ້ຳ​ທະ​ເລ ​ແລະສະພາບ​ອາກາດ​ທີ່​ຮຸນ​ແຮງ​ກໍ່ຕາມ ​ແຕ່ຫວຽດນາມ​ກໍ່​ຢືນຢັນການ​ພັດທະນາ​ເສດຖະກິດ​ທະ​ເລ​ຢ່າງ​ແຂງ​ແຮງ ​ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ແລະ​ລະບົບ​ນິ​ເວດທະ​ເລ ​ເປັນ​ທິດ​ທາງ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ຫວຽດນາມ, ດ້ວຍ​ທັດສະນະ​ທີ່​ວ່າ ບໍ່​ຄ້າຂາຍ​ສິ່ງ​ແວດ​ລ້ອມ​ເພື່ອ​ການ​ເຕີບ​ໂຕ​ທາງ​ເສດຖະກິດ, ​ເດັດຂາດ​ບໍ່ປ່ອນ​ສິ່ງ​ເສດ​ເຫຼື​ອທີ່​ເປັນ​ມົນ​ລະ​ພິດ ​ເພື່ອ​ໃຫ້​ເຂດ​ທະ​ເລ​ມີ​ສີຂຽວ ​ແລະ​ສຸຂະພາບ​ດີ. ທ່ານນາຍົກລັດຖະມົນຕີ ​ເນັ້ນ​ຢ້ຳຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມຈະ​ຮ່ວມ​ມື​ກັບ​ປະຊາ​ຄົມ​ສາກົນ​ ​ເຮັດ​ໃຫ້​ຂໍ້​ຕົກລົງ COP 21 ປາຣີ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງສະພາບ​ອາກາດ ກາຍ​ເປັນ​ຈິງ​ໃນ​ໄວໆ​ນີ້.

ທ່ານນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ​ເປົ້າ​ໝາຍ​ຮັກສາ​ມະຫາ​ສະໝຸດ​ສີຂຽວ - ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຄົງ​ຕົວ​ຂອງ​ມະນຸດຊາດ​, ຈະ​ບັນລຸ​ໄດ້ ກໍ່​ຕໍ່​ເມື່ອ​​ເຂດ​ທະ​ເລ​ຕ່າງໆມີ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ຮ່ວມ​ມື​​ແຜ່​ກວ້າງ. ຮັບປະກັນ​ຄວາມ​ສະຫງົບ, ຄວາມປອດ​ໄພ ​ແລະ​ເສລີພາບ​ໃນ​ການ​ເດີນ​ເຮືອ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ພິພາດ​ຕ່າງໆ​ດ້ວຍ​ສັນຕິ​ວິທີບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 (UNCLOS), ​ເຄົາ​ລົບ​ຂະບວນການ​ດ້ານການ​ທູດ ​ແລະ​ກົດໝາຍ ​ເພື່ອ​ແນ​ໃສ່​ປັບປຸງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ.

​ໃນ​ເວລາ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ ຈີ 7 ​ເປີດ​ກວ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ຕ່າງໆ​ ກັບຜູ້​ນຳ​ຂອງ​ຫຼາຍ​ປະ​ເທດ ຈີ 7, ຂອງບັນດາປະເທດ ແລະອົງການຈັດຕັ້ງສາກົນ ທີ່ມາຮ່ວມກອງປະຊຸມສຸດຍອດ ຈີ 7 ເປີດກວ້າງ, ເຊັ່ນການພົວພັນກັບນາຍົກລັດຖະມົນຕີບັນດາປະເທດ ຍີ່ປຸ່ນ, ນອກແວ, ບັງກລາເທດ, ອີຕາລີ; ປະທານາທິບໍດີບັນດາປະເທດ ຝຣັ່ງ, ອາກຊັງຕີນ, ໄຮຕີ, ເຊເນການ, ອາຟຣິກາໃຕ້; ພົບປະກັບຜູ້ອຳນວຍການໃຫຍ່ທະນາຄານໂລກ, ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ ແລະ ເລຂາທິການມຫຍ່ສະຫະປະຊາຊາດ.

ການ​ທີ່​ຫວຽດນາມ​ຖື​ກ​ເຊີນ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ ຈີ 7 ​ເປີດ​ກວ້າງປີ 2018 (​ເປັນ​ຄັ້ງ​ທີ​ສອງ​ຫຼັງ​ຈາກ​ກອງ​ປະຊຸມ ຈີ 7 ​ເປີດ​ກວ້າງ​ປີ 2016 ຢູ່​ຍີ່ປຸ່ນ ​ແລະ​ກອງ​ປະຊຸມ ຈີ 20 ​ເດືອນ​ກໍລະກົດ 2017 ຢູ່​ເຢຍລະ​ມັນ) ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ປະຊາ​ຄົມ​ໂລກ​ສືບ​ຕໍ່​ປະ​ເມີນ​ຄ່າ​ສູງ ກ່ຽວ​ກັບ​ບົດບາດ​ທີ່​ຕັ້ງ ​ແລະ​ສ່ວນ​ປະກອບ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສົນ​ໃຈ​ລວມຂອງ​ໂລກ ​ແລະ​ພາກ​ພື້ນ.

ການ​ຢ້ຽມຢາມ​ປະ​ເທດ​ກາ​ນາ​ດາ

ການ​ຢ້ຽມຢາມ​ປະ​ເທດ​ກາ​ນາ​ດາ​ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຝຸກ ຄັ້ງ​ນີ້​ໄດ້​ດຳ​ເນີນ​ໃນ​ໂອກາດ​ສອງ​ປະ​ເທດສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 45 ປີ (1973-2018). ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບທ່ານນາຍົກລັດ​ຖະມົນຕີກາ​ນາ​ດາ ຈັດ​ສະຕີ​ນ ທຣູ​ໂດ, ພົບ​ປະ​ຫາລື​ກັບຜູ້​ສຳ​ເລັດ​ລາຊະການກາ​ນາ​ດາ, ພົບ​ປະ​ຜູ້​ວ່າ​ລາຊະການ​ລັດຄວີ​ເບກ; ຢ້ຽມ​ຊົມ​ອະນຸສາວະລີ​ຫງວຽນ​ຈ້າຍ ຢູ່​ຄວີ​ເບ​ກ; ພົບ​ປະ​ສົນທະນາ​ກັບ​ນັກທຸລະກິດ​ກາ​ນາ​ດາ; ຢ້ຽມຢາມ​ມະຫາວິທະຍາ​ໄລ ລາ​ວານ ​ຊຶ່ງເປັນມະຫາວິທະຍາ​ໄລ​ທີ່​ເກົ່າ​ແກ່​ທີ່​ສຸດ​ໃນ​ກາ​ນາ​ດາ ​ແລະຢ້ຽມ​ຊົມ​ການວາງສະ​ແດງ​ນະ​ວັດຕະ​ກຳ​ໃໝ່​ກ່ຽວ​ກັບ “​ເຕັກ​ໂນ​ໂລ​ຊີອັດ​ສະ​ລິ​ຍະ​ສຳລັບ​ອະນາຄົດ” ສຳລັບ​ຮຸ່ນທີ 4 ​ແລະ​ທີ 5; ພົບ​ປະກັບຊຸມ​ຊົນ​ຊາວຫວຽດນາມ​ຢູ່​ກາ​ນາ​ດາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງອາຫານທ່ຽງ ​ໂດຍອະດີດ​ນາຍົກລັດຖະມົນຕີການາດາ ຢັງ ​ເກຣດຽນ ​ແລະ ຜູ້​ສຳ​ເລັດ​ລາຊະການ​ກາ​ນາ​ດາ ຈູເລຍ ໄພແຢກ ເປັນເຈົ້າພາບ ຮ່ວມກັບຜູ້ນຳຂອງບໍລິສັດຊັ້ນນຳຈຳນວນໜຶ່ງຂອງການາດາ ແລະຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ແລະ ທ່ານນາຍົກລັດ​ຖະມົນຕີ ຈັດ​ສະຕີ​ນ ທຣູ​ໂດ ​ໄດ້​ແລກປ່ຽນ​ແລະ​ເປັນ​ເອກະ​ພາບກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນການ​ເມືອງ-ການ​ທູດ; ການຄ້າ, ການລົງທຶນ ແລະການພັດທະນາ; ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ ຝຶກອົບຮົມ, ແຮງງານ ແລະວິທະຍາສາດ ເຕັກໂນໂລຊີ, ວັດທະນະທຳ, ກິລາ, ການພົວພັນປະຊາຊົນ ແລະການພົບພັນລະຫວ່າງທ້ອງຖິ່ນ ຂອງສອງປະເທດ. ຜູ້ນຳທັງສອງໄດ້ເຫັນດີເປັນເອກະສັນ ຈະຜັນຂະຫຍາຍບັນດາມາດຕະການອຳນວຍຄວາມສະດວກ ໃຫ້ແກ່ການຄ້າ ແລະການລົງທຶນ, ແລະຊ່ວຍເຫຼືອການພັດທະນາ, ສົມທົບ​ກັນ​ຜັນ​ຂະຫຍາຍ​ສັນຍາ ຊີ​ພີ​ທີ​ພີ​ພີ; ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ ປ້ອງ​ກັນ​ຄວາມ​ສະຫງົບ, ຕ້ານ​ການ​ກໍ່​ການ​ຮ້າຍ, ຮັກສາ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ, ​ເຂົ້າຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ; ອຳນວຍ​ຄວາມ​ສະດວກ​ໃຫ້ນັກ​ສຶກສາ​ຫວຽດນາມ​ໃນ​ການ​ຮ່ຳຮຽນ​ຕໍ່​ຢູ່​ປະ​ເທດ​ກາ​ນາ​ດາ; ກາ​ນາ​ດາ​ຈັດ​ຕັ້ງ​ສຳນັກງານ​ຕົວ​ແທນ​ເພື່ອ​ການ​ສຶກສາ​ຢູ່​ຫວຽດນາມ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ພັດທະນາ​ພະລັງງານ​ສະອາດ, ​ເຕັກ​ໂນ​ໂລ​ຊີ​ສູງ, ການປຸງ​ແຕ່ງຜະລິດ​ຕະພັນ​ກະ​ເສດ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ.

ນາຍົກລັດຖະມົນຕີທັງສອງ​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ບັນດາ​ຄູ່​ຮ່ວມ​ສອງ​ຝ່າຍທີ່​ໄດ້​ລົງ​ນາມ​ໃນຂໍ້ຕົກລົງຈຳນວນ​ໜຶ່ງ​ ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ການບິນ, ຄົ້ນຄວ້າ​ວິທະຍາສາດ, ການ​ສຶກສາ ​ຝຶກ​ອົບຮົມ... ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ປະກົດ​ເປັນ​ຈິງ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນສະໜັບສະໜູນ​ການ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບ​ຂະ​ບວນການ​ທາງ​ການ​ທູດ ​ແລະ​ກົດໝາຍ, ບໍ່​ໃຊ້​ກຳລັງ​ອາວຸດ ​ຫຼື​ນາບ​ຂູ່​ຈະ​ໃຊ້​ກຳລັງ​ອາວຸດ, ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ 1982, ກໍ່​ຄື​ຖະ​ແຫຼງການກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ​ກ້າວ​ໄປ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ; ຊຸກຍູ້​ການ​ນຳ​ໃຊ້​ມະຫາ​ສະໝຸດ​ເພື່ອຈຸດປະສົງ​ສັນຕິພາບ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ​ລະບົບ​ນິ​ເວດທະ​ເລ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ກໍ່​ໄດ້​ເຂົ້າ​ຮ່ວມ​ກາ​ນປະຊຸມ​ທຸລະ​ກິດ​ຫວຽດນາມ - ກາ​ນາ​ດາ ​ແລະ ສົນທະນາ​ກັບ​ບັນດາ​ນັກ​ລົງທຶນ, ນັກທຸລະກິດ​ກາ​ນາ​ດາ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ຢືນຢັນ​ວ່າ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທຸລະ​ກິດ​ຢູ່​ຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນຫຼາຍ​ແລ້ວ​ ຍ້ອນ​ລັດຖະບານ​ຫວຽດນາມ​ໄດ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ຢ່າງ ​ໃນ​ການ​ປະຕິບັດ​ທິດ​ນຳ ສ້າງສັນ, ​ຂະຫຍັນ​ຂັນ​ເຄື່ອນ, ຮັບ​ໃຊ້ປະຊາຊົນ ​ແລະ​ວິ​ສາ​ຫະກິດ, ພ້ອມ​ນັ້ນ​ທ່ານ​ນາຍົກລັດຖະມົນຕີກໍ່ສະ​ແດງ​ຄວາມ​ຫວັງ​ວ່າ ວົງ​ການ​ທຸລະ​ກິດຢູ່​ຄວີ​ເບ​ກ ກໍ່​ຄື​ກາ​ນາ​ດາ ຈະ​ເປັນ​ຄູ່​ຮ່ວມ​ມືທີ່​ຕັ້ງໜ້າ​ຂອງ​ຫວຽດນາມ.

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຈີ 7 ​ເປີດ​ກວ້າ ​ແລະ​ການ​ຢ້ຽນຢາມ​ປະ​ເທດ​ກາ​ນາ​ດາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ຍົກ​ສູງ​ບົດບາດ​ທີ່​ຕັ້ງ, ອິດ​ທິພົນ​ສາກົນຂອງ​ຫວຽດນາມ ​ແລະສ້າງ​ແຮງຜັດ​ດັນ​ຕື່ມ​ອີກ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານຫວຽດນາມ - ກາ​ນາ​ດາ, ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ; ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​​ໂລກ​ໃນ​ປະຈຸ​ບັນ, ປະກອບສ່ວນ​ເພື່ອ​ສັນຕິພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​ໂລກ./.

​ໂດຍ ຫງວຽນ​ດຶກ