ວກ.ອອນ​ໄລ - ​​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ລັດ​ຍີ່ປຸ່ນ, ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ພ້ອມ​ພັນລະ​ຍາ​ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽນມຢາມ​ລັດຖະກິດ​ທີ່​ປະ​ເທດ​ຍີ່ປຸ່ນ ​ແຕ່​ວັນ​ທີ່ 29 ພຶດສະພາ​ຮອດ​ວັນ​ທີ 2 ກໍລະກົດ 2018.

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ພົບປະເຈລະຈາກັບນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຢ ອາເບະ. (ພາບ: TTXVN)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຍີ່ປຸ່ນ, ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ແລະ​ພັນ​ລະ​ຍາ​ໄດ້​ມີ​ການ​ພົບ​ປະ​ກັບ ​ພະ​ມະຫາ​ກະສັດ​ແລະ​ພະ​ລາ​ຊີ​ນີຍີ່ປຸ່ນ​ ທີ່​ພະຊະ​ວັງ​ຫຼວງ; ພົບ​ປະ​ເຈລະຈາ​ກັບນາຍົກລັດຖະມົນຕີ ຊິນ​ໂຢ ອາ​ເບະ, ​ເປັນ​ສັກ​ຂິພະຍານ​ພິທີ​ເຊັນ​ບັນດາ​ເອກະສານ​ການ​ຮ່ວມ​ມື, ລົງທຶນ​ຂອງ​ຍີ່ປຸ່ນ​ເຂົ້າ​ຫວຽດນາມ; ພົບ​ປະ​ກັບ​ປະທານ​ສະພາ​ສູງ ​ແລະປະທານ​ສະພາ​ຕ່ຳ; ຄະນະ​ກຳມະການ​ບໍລິຫານ​ຂອງ​ສະພາ​ຕ່ຳ; ຕ້ອນຮັບ​ທ່ານ ຄາ​ຢູ ຊີ​ອິ ປະທານ​ພັກ​ກອມ​ມູນິດ​ຍີ່​ປຸ່ນ, ທ່ານ ນາດ​ຊູ ຢາ​ມາ​ກູ​ຈິ ປະທານ​ພັກ​ໂຄ​ເມ; ພົບ​ປະ​ພະນັກງານ​ສະຖານທູດ​ຫວຽດນາມ ​ແລະ​ຜູ້ຕາງໜ້າ​ຊາວ​ຫວຽດນາມ​ຢູ່​ປະ​ເທດຍີ່ປຸ່ນ

ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຍີ່ປຸ່ນ​ຂອງ​ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ກົງກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-ຍີ່ປຸ່ນ​ ຄົບຮອບ 45 ປີ. ​ໃນການ​ພົບ​ປະ​ເຈລະຈາ​ກັບ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຢ ອາ​ເບະ ຊຶ່ງ​ໄດ້​ດຳ​ເນີນ​ໃນ​ບັນຍາກາດ​ມິດຕະພາບ, ​ເຊື່ອ​ຖື​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ຜູ້ນຳ​ທັງ​ສອງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນທີ່​ກ້ວາງ​ຂວາງ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ-ຍີ່ປຸ່ນ. ຜູ້ນຳ​ທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສູງ ກ່ຽງ​ກັບ​ບັນດາ​ທິດ​ທາງ​ໃຫຍ່ ​ແລະ​ບັນດາ​ມາດ​ຕະການ​ລະ​ອຽດ ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຍຸດ​ທະ​ສາກ​ຫວຽດນາມ-ຍີ່ປຸ່ນ​ພັດທະນາ​ຢ່າງຮອບດ້ານ, ມີ​ເນື້ອ​ແທ້​ຕົວ​ຈິງ ​ແລະ​ມີ​ປະສິດທິ​ຜົນ​ກວ່າ​ອີກ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ; ​ເປັນ​ເອກະ​ພາບ​ວ່າ ປີ 2018 ​ແມ່ນ​ປີ​ເລີ່​ມຕົ້ນ​ເປີດ​ໄລຍະ​ການ​ພັດທະນາ​ໃໝ່ ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຜູ້ນຳ​ທັງ​ສອງ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ທາງ​ການ​ເມືອງ​ໂດຍ​ຜ່ານ​ການ​ຮັບ​ສາ​ການ​ຢ້ຽມຢາມ​ແລະ​ພົບ​ປະ​ຂັ້ນ​ສູງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ​ແລກປ່ຽນ​ລະຫວ່າງ​ສອງ​ພັກ​ທີ່​ກຳ​ອຳນາດ ​ແລະ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ.

ສອງ​ຝ່າຍຊົມ​ເຊີນ​ການ​ພັດທະນາ​ຢ່າງ​ໄວວາ​ຂອງ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ, ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ຊຸກຍູ້​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ເສດຖະກິດ ຕາມ​ຈິດ​ໃຈ​ສອງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ການ​ລົງທຶນ​ຂອງ​ຍີ່ປຸ່ນ​ເຂົ້າ​ຫວຽດນາມ, ຮ່ວມ​ມື​ໃນ​ບັນດາ​ໂຄງການ​ໃຫຍ່, ຈຸດ​ໜັກ​ທາງ​ດ້ານ​ໂຄງ​ສ້າງ​ພື້ນຖານ​ຄຸນ​ນະພາ​ບສູງ, ພະລັງງານ, ຝຶກ​ອົບຮົມ​ແຫຼ່ງບຸກຄະລາ​ກອນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການຫັນ​ເປັນ​ອຸດສາຫະກຳ​ຂອງ​ຫວຽດນາມ; ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​​ເພື່ອ​ໃຫ້​ສິນຄ້າ​ອາຫານ​ທະ​ເລ ​ແລະ​ໝາກ​ໄມ້​ຂອງ​ຫວຽດນາມ, ​ເຊັ່ນ​ໝາກ​ລິ່ນ​ຈີ, ໝາກ​ລຳ​ໄຍ ​ເຂົ້າ​​ໃນຕະຫຼາດ​ຍີ່ປຸ່ນ.

ນາຍົກລັດຖະມົນຕີ ຊິນ​ໂຢ ອາ​ເບະ ຢືນຢັນ​ຈະສືບ​ຕໍ່​ຊ່ວຍ​ເຫຼືອ​ຫວຽດນາມພັດທະນາ​ເສດຖະກິດ-ສັງຄົມ ​ໂດຍ​ຜ່າ​ນ​ແຫຼ່ງທຶນຊ່ວຍ​ເຫຼືອ​ພັກ​ທະນາ​ເປັນ​ທາງການ (ODA) ກໍ່​ຄື​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ໂຄງການ ກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານ​ຄຸນ​ນະພາ​ບສູງ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມບ້ວງ​ເງິນ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ຕື່ມ​ອີກ​ໃຫ້​ຫວຽດນາມ ດ້ວຍ​ມູນ​ຄ່າ 16 ຕື້​ເຢນ (ຫຼື 142 ລ້ານ​ໂດ​ລາ​ສະຫະລັດ) ​ໃຫ້​ແກ່​ໂຄງການ​ຍົກ​ສູງ​ຄວາມ​ສາມາດ​ຝຶກ​ອົບຮົມ​ວິຊາ​ຊີບ.

ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ຕີ​ລາຄາ​ສູງ​ສ່ວນ​ຮ່ວມ​ຂອງ​ການ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ຂອງ​ຍີ່ປຸ່ນ​ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ການ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຫວຽດນາມ, ​ເຫັນ​ດີ​ເປັນ​ເອກະສັນ​ວ່າ​ສອງ​ປະ​ເທດ​ຕ້ອງການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ນຳ​ໃຊ້​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ນີ້​ຢ່າງ​ມີ​ປະສິດທິ​ຜົນ.

ສອງ​ຝ່າ​ຍເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ປ້ອງ​ກັນ​ຄວາມ​ສະຫງົບ, ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ວິ​ໄສ​ທັດຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຊັ່ນ ຄວາມ​ປອດ​ໄພ​ເຄືອ​ຂ່າຍ, ອຸປະກອນ​ການ​ທະຫານ, ​ເສນາ​ຮັກ, ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ​ແກ້​ໄຂ​ຜົນປະ​ທົບຂອງ​ສົງຄາມຜ່ານ​ການ​ເກັບ​ກູ້​ລູດລະ​ເບີດ​ທີ່​ຍັງ​ບໍ່​ແຕກ ​ແລະ​ຊ່ວຍ​ກູ້ຜູ້​ຖືກ​ເຄາະ​ຮ້າຍ​ຍ້ອນ​ໄດ​ອອກ​ຊີ​ນຢູ່​ຫວຽດນາມ, ຍົກ​ສູງ​ຄວາມ​ສາມາດ​ປະຕິບັດ​ກົດໝາຍ​ຢູ່​ໃນ​ທະ​ເລ ​ແລະ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ນະ​ໂຍບາຍ​ທະ​ເລ.

ຜູ້ນຳ​ທັງ​ສອງ​ສະ​ແດງ​ຄວາມ​ຊົມ​ຊົນ​ຕໍ່​ການ​ທີ່​ສອງ​ຝ່າຍ​ເລີ່​ມ​ເຈລະຈາສັນຍາ​ກ່ຽວ​ກັບການຊ່ວຍ​ເຫຼືອ​ດ້ານ​ກົດໝາຍ​ທາງ​ອາຍາ ​ແລະສັນຍາກ່ຽວ​ກັບ​ການ​ຍົກຍ້າຍ​ຜູ້​ຖືກ​ຕັດສິນ​ລົງ​ໂທດ.

ສອງ​ຝ່າຍ​ກໍ່​ໄດ້​ເປັນ​ເອກະສັນ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ ການສຶກສາ, ຝຶກ​ອົບຮົມ​ແຫຼ່ງບຸກຄະລາ​ກອນ, ການ​ກະສິກຳ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ, ​ແຮງ​ງານ, ການ​ກໍ່ສ້າງ​ແລະ​ພັດທະນາ​ຕົວ​ເມືອງ, ການ​ປະຕິ​ຮູບ​ການ​ບໍລິຫານ, ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ.

ນາຍົກລັດຖະມົນຕີຍ ຊິນ​ໂຢ ອາ​ເບະ ຢືນຢັນ​ຈະ​ຊ່ວຍ​ເຫຼືອ​ຫວຽດນາມ​ໃນ​ການຝຶກ​ອົບຮົມ​ພະນັກງານ​ລະດັບສູງ, ການປະຕິຮູບການບໍລິຫານ ແລະການສືບຕໍ່ຮັບຜູ້ຝຶກທັກສະຫວຽດນາມມາຝຶກງານຢູ່ຍີ່ປຸ່ນ.

ຜູ້ນຳ​ທັງ​ສອງ​ຢືນຢັນ​ຈະ​ສົມທົບ​ນຳ​ກັບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການຈັດ​ຕັ້ງການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2018, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ກິລາ, ​ແລກປ່ຽນ​ລະຫວ່າງ​ປະຊາຊົນ ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີຄວາ​ມ​ໄວ້​ວາງ​ໃຈ ​ແລະ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ​ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຖື​ວ່າ​ນີ້​ເປັນ​ພື້ນຖານ​ທີ່​ສຳຄັນສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ການ​ພົວພັນ​ຫວຽດນາມ-ຍີ່ປຸ່ນ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.

ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ຢືນຢັນ​ແຜນ​ນະ​ໂຍບາຍ​ທີ່​ບໍ່​ປ່ຽນ​ແປງ​ຂອງ​ຫວຽດນາມ​ ຄື ປະສານ​ງານ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ​ຢ່າງ​ແໜັ້ນ​ແຟ້ນ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ຮ່ວມ​ມື​ຢູ່​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ.

ສອງ​ຝ່າຍ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການປະສານ​ງານ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ​ພາກ​ພື້ນ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ; ຢືນຢັນ​ສະໜັບສະໜູນ​ຕໍ່​ຄວາມ​ພະຍາຍາມ​ຕ່າງໆ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະປາສະຈາກ​ນິວ​ເກຼຍຢູ່​ແຫຼມ​ເກົາຫຼີ; ​ເນັ້ນ​ຢ້ຳຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂ​ຂໍ້​ພິພາດ​ຂັດ​​ແຍ້​ງດ້ວຍ​ມາດ​ຕະການ​ການ​ທູດ ​ແລະ​ສັນ​ຕິ​ວິທີ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ສັນ​ກ່ຽວ​ກັບ​ຄວາມ​ສຳຄັນຂອງ​ການ​ຮັບປະກັນ​ສັນຕິພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ​ເສລີພາບ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຊຸກຍູ້​ການ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງ​ດ້ວຍ​ສັນຕິ​ວິທີ, ບໍ່​ໃຊ້​ກຳລັງອາວຸດ​ ຫຼື​ນາບ​ຂູ່​ຈະ​ໃຊ້​ກຳລັງ​ອາວຸດ, ອົດທົນ​ອົດ​ກັ້ນ ​ແລະ​ຫຼີກ​ລ່ຽງການ​ກະທຳ​ທຸກ​ຢ່າງ​ທີ່​ທຳລາຍ​ຄວາມ​ໄວ້​ວາງ​ໃຈ, ຄວາມ​ເຂັ້ມ​ງວດ​ໃນ​ການ​ປະຕິບັດຕາມ​ກົດໝາຍ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ 1982, ​ເຄົາລົບ​ບັນດາ​ຂະ​ບວນການ​ການ​ທູດ​ແລະ​ກົດໝາຍ, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ, ສຳ​ເລັດ​​ໂດຍ​ໄວ ປະ​ມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່​ມີ​ເນື້ອ​ແທ້, ມິີປະສິດທິ​ຜົນ ​ແລະມີ​ຜົນ​ຕາມ​ກົດໝາຍ.

ສິ້ນ​ສຸດ​ການ​ເຈ​ລະ​ຈາ, ປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ແລະ​ນາຍົກລັດຖະມົນຕີ ຊິນ​ໂຢ ອາ​ເບະ ​ໄດ້​ເປັນ​ສັກຂີ​ພະຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ການ​ຮ່ວມ​ມື 4 ສະບັບ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະອົງການຂອງ​ສອງ​ປະ​ເທດ​ຄື: ຈົດໝາຍ​ທາງ​ການ​​ແລກປ່ຽນ​ໂຄງການ​ຊ່ວຍ​ເຫຼືອ​ລ້າ​ທຶນ​ການ​ສຶກສາ​ພັດທະນາ​ບຸກຄະລາ​ກອນ ມີມູນ​ຄ່າ 745 ລ້ານ​ເຢນ (ຫຼື 6,77 ລ້ານ​ໂດລາ​ສະຫະລັດ); ຈົດໝາຍ​ທາງ​ການ​​ແລກປ່ຽນ​ໂຄງການ​ຊ່ວຍ​ເຫຼືອ​ລ້າ​ເພື່ອ​ປັບປຸງ​ແລະ​ຟື້ນ​ຟູ​ທໍ່​ລະບາຍ​ນ້ຳ​ເກົ່າ ທີ່​ເສື່ອ​ມ​ໂຊມ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ທີ່​ບໍ່​ຕ້ອງ​ຂຸດ​ກວ້າງ (SPR) ຢູ່​ນະຄອນ​ໂຮ່ຈີ​ມິນ ມີ​ມູນ​ຄ່າ 1,96 ຕື້​ເຢນ (ຫຼື 17,8 ລ້ານ​ໂດລາ​ສະຫະລັດ); ບົດ​ບັນທຶກ​ຄວາມ​ຈຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຄຸ້ມ​ຄອງ​ທີ່​ດິນ, ຊັບພະຍາກອນ​ນ້ຳ, ການ​ວັດ​ແທດ, ​ແຜນ​ທີ່, ຂໍ້​ມູນ​ພູມິສາດ, ອຸຕຸ ອຸ​ທົກ​ກະສາ​ດ ​ແລະ​ການກວດຈັບ​ໄລຍະ​ໄກ ທີ່​ເຊັນ​ກັນ​ລະຫວ່າງ​ກະຊວງຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ​ຫວຽດນາມ ​ກັບ​ກະຊວງ​ທີ່​ດິນ, ​ໂຄງ​ສ້າງ​ພື້ນຖານ, ຄົມມະນາຄົມ ​ແລະ​ທ່ອງ​ທ່ຽວ​ຍີ່ປຸ່ນ; ບົດ​ບັນທຶກ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ພັດທະນາຕົວ​ເມືອງ (​ໄລຍະ 2018 - 2021) ທີ່​ເຊັນ​ກັນ​ລະຫວ່າງ​ກະຊວງ​ການກໍ່ສ້າງ​ຫວຽດນາມ ກັບ​ກະຊວງ​ທີ່​ດິນ, ​ໂຄງ​ສ້າງ​ພື້ນຖານ, ຄົມມະນາຄົມ ​ແລະ​ທ່ອງ​ທ່ຽວ​ຍີ່ປຸ່ນ.

​ເນື່ອງ​ໃນ​ໂອ​ກາດນີ້, ສອງ​ຝ່າຍ​ໄດ້​ຮັບຮອງ​ຜ່ານ​ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ-ຍີ​ປຸ່ນ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ຍີ່ປຸ່ນ​ຂອງປະທານ​ປະ​ເທດ​ ສສ. ຫວຽດນາມ./.

​ໂດຍ ບກ. (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)