ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 23 – 25 ກໍລະກົດ 2018, ທ່ານ​ປະທານ​ສະພາ​ຕ່ຳ ອົດສະຕຣາລີ ໂທ​ນີ ສະ​ມິດ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະພາ​ຕ່ຳ​ອົດ​ສະຕຣາລີ ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ທ່ານ​ນາງ ຫງວຽນ​ທິກິມ​ເງິນ.

ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາຕ່ຳ ອົດສະຕຣາລີ ໂທນີ ສະມິດ ໃນພິທີຕ້ອນຮັບເປັນທາງການທີ່ສົມກຽດ. (ພາບ: TTXVN)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານ​ສະພາ​ຕ່ຳອົດ​ສະຕຣາລີ ​ໂທ​ນີ ສະ​ມິດ ​ໄດ້​ປຶກສາ​ເຈລະຈາ​ກັບ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ; ຢ້ຽມ​ຄຳນັບ​ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຝູຈ້ອງ, ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ, ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ; ພົບ​ປະ​ກັບ​ການ​ນຳ​ນະຄອນ​ໂຮ່ຈີ​ມິນ.

ຜ່ານ​ການ​ພົບ​ປະ​ຫາລື​ເຫຼົ່າ​ນັ້ນ, ສອງ​ຝ່າຍ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດສະ​ເຫຼີມ​ສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ອົດ​ສະຕຣາລີ-ຫວຽດນາມ ຄົບຮອບ 45 ປີ, ການ​ພົວພັນ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໃກ້ຊິດ ​ແລະ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ພິ​ເສດ​ແມ່ນ​ສອງ​ປະ​ເທດ​ໄດ້​ຍົກ​ການ​ພົວພັນ​ຂຶ້ນ​ເປັນ​ການ​ພົວພັນຄູ່​ຮ່ວມ​ມືຍຸດ​ທະ​ສາດ​ໃນ​ເດືອ​ມີນາ 2018. ບົນ​ຈິດ​ໃຈ​ດັ່ງກ່າວ​ນັ້ນ, ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມືຕົວ​ຈິງ​ທີ່​ມີ​ເນື້ອ​ແທ້, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ເປັນ​ເສົາ​ຄ້ຳ ​ແລະ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ເຊັ່ນ ​ເສດຖະກິດ, ການ​ຄ້າ ​ແລະ​ການ​ລົງທຶນ, ການ​ປ້ອງ​ກັນ​ຄວາມ​ສະຫງົບ-ປ້ອງ​ກັນ​ປະ​ເທດ, ການ​ສຶກສາ-ຝຶກ​ອົບຮົມ, ການ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ຊ່ວຍ​ເຫຼືອ​ພັດທະນາ...; ພ້ອມ​ກັນ​ນັ້ນ​ກໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເປີດ​ກວ້າງ​ການ​ພົວພັນ​ປະຊາຊົນ, ວັດທະນະທຳ, ການທ່ອງທ່ຽວ, ກິລາ...

ສອງ​ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະການ​ຕິດ​ຕໍ່​ແລກປ່ຽນ​ບົດຮຽນປະສົບ​ການດ້ານ​ນິຕິບັນຍັດ; ຕິດຕາມ​ກວດກາ, ຊ່ວຍ​ເຫຼືອ​ລັດຖະບານ​ຂອງສອງ​ປະ​ເທດ​ໃນ​ການ​ປະຕິບັດຄຳ​ໝັ້ນ​ສັນຍາ​ຕາມ​ໂຄງການ​ປະຕິບັດ​ງານ​ໄລຍະປີ 2016 - 2019 ​ແລະ ບັນດາ​ຂໍ້​ຕົກລົງ, ​ເອກະສານ​ທີ່​ໄດ້​ຮັບຮອງ​ຜ່ານ​ໃນບັນດາ​ການ​ຢ້ຽມຢາມຂັ້ນລັດສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ​ມໍ່​ນີ້; ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວພົວພັນ​​ແລກປ່ຽນປະຊາຊົນ, ​ເສີມ​ຂະຫຍາຍ​ບົດບາດ​ຂອງບັນດາ​ກຸ່ມ​ມິດຕະພາບ​ລັດຖະສະພາ ​ແລະ​ສະມາຄົມ​ມິດຕະພາບ​ຢູ່​ໃນ​ແຕ່ລະ​ປະ​ເທດ.

ກ່ຽວ​ກັບ​ການ​ຮ່ວມດ້ານ​ເສດຖະກິດການ​ຄ້າ, ປະຈຸ​ບັນ ອົດ​ສະຕຣາລີ ​ເປັນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ​ແລະ​ການ​ລົງທຶນ​ຊັ້ນ​ນຳ​ໃນ​ຫວຽດນາມ, ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນເພີ່ມ​ຂຶ້ນ​ຫຼາຍ​ກວ່າ 7% ທຸກ​ປີ, ບັນລຸ​ເກືອບ 6,5 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2017 ​ແລະ 3,62 ຕື້​ໂດ​ລາ​ສະຫະລັດ​ໃນ 6 ​ເດືອນ​ຕົ້ນ​ປີ 2018. ອົດ​ສະຕຣາລີ ມີ 416 ​ໂຄງການ​ລົງທຶນ ດ້ວຍ​ຈຳນວນ​ທຶນ​ທີ່​ລົງ 1,8 ຕື້​ໂດ​ລາ​ສະຫະລັດ​, ​ຢູ່​ອັນ​ດັບ​ທີ 20 ​ໃນ 126 ປະ​ເທດ​ແລະດິນ​ແດນ ​ທີ່​ມີ​ການ​ລົງທຶນ​ໃນ​ຫວຽດນາມ. ຕາມ​ນັ້ນ, ຫວຽດນາມ​ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່​ຊຸ​ກຍູ້​ການ​ພົວພັນ​ກັບອົດ​ສະຕຣາລີ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ບົດ​ບາດ​ແລະ​ສະຖານະ​ນັບ​ມື້​ນັບ​ສູງ​ ຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ ​ແລະ​ເປັນຄູ່ຮ່ວມ​ມື​ທີ່​ໃຫຍ່​ແລະ​ສຳຄັນ​ຂອງ​ຫວຽດນາມ. ​ໂດຍ​ຕີ​ລາຄາ​ສູງ​ຕໍ່​ການ​ທີ່ອົດ​ສະຕຣາລີ ສືບ​ຕໍ່​ອຳນວຍ​ຄວາມ​ສະດວກ​ໃຫ້​ສິນຄ້າ​ກະສິກຳຂອງ​ຫວຽດນາມ, ຫວຽດນາມ​ສະໜັບສະໜູນ​ວິ​ສາຫະກິດ​ອົດ​ສະຕຣາລີ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ຫວຽດນາມ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ຫວຽດນາມ​ມີ​ຄວາມ​ຕ້ອງການຫຼາຍ​ຄືພະລັງງານ, ​ໂຄງ​ສ້າງ​ພື້ນຖານ, ການ​ສື່ສານ​ໂທລະ​ຄົມມະນາຄົມ, ການ​ເງິນ-ທະນາ​ຄານ, ຂຸດ​ຄົ້ນ​ແຮ່​ທາດ, ຜະລິດ​ເຄື່ອງ​ຈັກ, ການ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ສຶກສາ, ການທ່ອງທ່ຽວ...

ການ​ຊ່ວຍ​ເຫຼືອ ODA ຂອງອົດ​ສະຕຣາລີ ​ໃຫ້ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ​ກໍ່​ ມີ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ທີ່​ໜ້າ​ຊົມ​ເຊີຍ. ພິ​ເສດ, ຂົວ ກາວ​ແຫຼັງ ທີ່​ໄດ້​ຮັບ​ການ​ເປີດ​ນຳ​ໃຊ້​​ໃນ​ວັນ​ທີ 27 ພຶດສະພາ 2018 ​ເນື່ອ​ງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອົດ​ສະຕຣາລີ  ຈູ​ລີ ບິ​ຊອບ ນັ້ນ​ ໄດ້​ເປັນ​ສັນຍາ​ລັກ​ໃຫ້​ແກ່​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ, ​ເປັນ​ສິ່ງ​ຢັ້ງຢືນ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ຂອງອົດ​ສະຕຣາລີ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຂອງ​ຫວຽດນາມ.

ສຳລັບສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ທີ່​ສອງ​ປະ​ເທດ​ເປັນ​ສະມາຊິກ​ນັ້ນ ຫວຽດນາມ​ແລະອົດ​ສະຕຣາລີ ຕັດສິນ​ໃຈ​ຈະ​ໃຫ້​ສັດຕະຍາບັນ​ສັນຍາ CPTPP ​ໃນ​ປີ 2018 ​ແລະ​ຈະ​ຮ່ວມ​ມື​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຜັນ​ຂະຫບາຍ​ສັນຍາ​ສະບັບ​ນີ້.

ຫວຽດນາມ​ໄດ້ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ-ຝຶກ​ອົບຮົມລະຫວ່າງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ສະ​ແດງ​ຄວາມຂອບ​ອົກຂອບ​ໃຈ​ລັດຖະບານອົດ​ສະຕຣາລີທີ່​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ສຶກສາ​ຫວຽດນາມ​ມາ​ຮ່ຳຮຽນ ຄົ້ນຄວ້າ​ທີ່​ປະ​ເທດອົດ​ສະຕຣາລີ ​ແລະ ຫວຽດນາມ​ກໍ່​ຫວັງ​ວ່າອົດ​ສະຕຣາລີ ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຫວຽດນາມ​ໃນ​ການ​ພັດທະນາ​ແຫຼ່ງບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບສູງ, ​ເພີ່ມ​ຈຳນວນ​ທຶນ​ການ​ສຶກສາ​ຂອງ​ລັດ, ຊ່ວຍ​ເຫຼືອ​ການ​ຝຶກ​ອົບຮົມ​ວິຊາ​ຊີບ ​ແລະ​ພາສາ​ອັງກິດ. ຫວຽດນາມ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບອົດ​ສະຕຣາລີ ​ໃນ​ການ​ຜັນ​ຂະຫຍາຍ​ແຜນການ​ໂກ​ລຳໂບ​ເປີດ​ຢູ່​ຫວຽດນາມ.

​ເພື່ອປະກອບສ່ວນ​ຊຸກຍູ້​ການ​ພົວພັນຮ່ວມ​ມື​ແລະ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ, ຫວຽດນາມ​ສະ​ເໜີນຳ​ຝ່າຍອົດ​ສະຕຣາລີ ສື​ນຕໍ່​ເອົາ​ໃຈ​ໃສ່, ສ້າງ​ຄວາມ​ສະດວກ​ໃຫ້​ຊຸມ​ຊົນ​ຊາວ​ຫວຽດນາ​ມ​ເກືອບ 300.000 ຄົນ ​ໄດ້​ດຳລົງ​ຊີວິດ ​ເຮັດ​ວຽກ ຮ່ຳຮຽນສອດຄ່ອງ​ກັບ​ກົດໝາຍ​ຂອງອົດ​ສະຕຣາລີ, ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ແຕ່​ລະ​ຫະ​ເທດ ກໍ່​ຄື​ການ​ພົວພັນ​ສອງ​ຝ່າຍ. ຫວຽດນາມ​ກໍ່​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ພົນລະ​ເມືອງອົດ​ສະຕຣາລີ ມາ​ທ່ອງ​ທ່ຽວ, ຮ່ຳຮຽນ​ສຶກສາ, ລົງທຶນ ​ແລະ​ທຸລະ​ກິດ​​ໃນ​ປະ​ເທດ​ຫວຽດນາມ.

ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ເພີ່ມ​ທະວີ. ປີ 2017, ມີ​ນັກ​ທ່ອງ​ທ່ຽວອົດ​ສະຕຣາລີ ​ເກືອບ 400.000 ຄົນມາ​ທ່ອງ​ທ່ຽວ​ທີ່​ປະ​ເທດຫວຽດນາມ. ບໍລິສັດ​ການບິນ​ແຫ່ງ​ຊາດ​ຂອງ​ຫວຽດນາມ (Vietnam Airlines) ​ໃນ​ແຕ່​ລະ​ສັບປະດາ​ມີ 18 ທ່ຽວ​ບິນ​ໂດຍ​ກົງ​ເຖິງ​ບັນດາ​ຕົວ​ເມືອງ​ທີ່​ສຳຄັນ​ຂອງອົດ​ສະຕຣາລີ, ບໍລິສັດ​ຫຸ້ນ​ສ່ວນ​ການບິນ​ຫວຽດ​ເຈ໊ທ ພວມ​ຄົ້ນຄວ້າ​ເປີດ​ສາຍ​ການບິນ​ໂດຍ​ກົງ ບຣີສ​ເບ​ນ - ນະຄອນ​ໂຮ່ຈີ​ມິນ ​ໃນ​ປີ 2019. ກ່ຽວ​ກັບ​ການຮ່ວມ​ມື​ດ້ານ​ແຮງ​ງານ, ປີ 2017 ມີ​ພົນລະ​ເມືອງ​ຫວຽດນາມ 200 ຄົນ​ລົງທະບຽນ​ໄປ​ເຮັດ​ວຽກ​ຢູ່ອົດ​ສະຕຣາລີ ຕາມ​ໂຄງການ​ແຮງ​ງານ​ວັນ​ຢຸດ, ຫວຽດນາມ​ຫວັງ​ວ່າອົດ​ສະຕຣາລີ​ຈະອຳນວຍ​ຄວາມ​ສະດວກ​ໃຫ້​ພົນລະ​ເມືອງ​ຫວຽດນາມ​ເຂົ້າ​ຮ່ວມ​ໂຄງການ​ນີ້ຕໍ່​ໄປ.

ສອງ​ຝ່າຍ​ຕີ​ລາຄາ​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ຄວາມ​ສະຫງົບ-ປ້ອງ​ກັນ​ປະ​ເທດນັບ​ມື້​ນັບ​ເຂົ້າ​ສູ່​ເນື້ອ​ແທ້​ຕົວ​ຈິງ, ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ​ເປັນ​ປົກກະຕິ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ການ​ສົມທົບ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ, ການ​ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະອາ​ດຊະ​ຍາ​ກຳ​ຂ້າມ​ຊາດ, ການ​ຝຶກ​ອົບຮົມ​ພາສາ​ອັງກິດ...

ກ່ຽວ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແລະ​ສາກົນ, ຫວຽດນາມ​ຊົມ​ເຊີຍໜັງສື​ຂາວ​ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ​ໃນ​ເດືອນ​ພະຈິກ 2017 ຂອງ​ອົດ​ສະຕຣາລີ, ທີ່ຢືນຢັນຄວາມ​ສຳພັນ​ທີ່​ສຳຄັນ​ກັບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະອາ​ຊຽນ, ​ໃນ​ນັ້ນ​ມີ​ຫວຽດນາມ; ພ້ອມ​ກັນ​ນັ້ນ​ກໍ່​ຕີ​ລາຄາ​ສູງຕໍ່​ ບົດບາດ​ແລະ​ຄວາມຮັບຜິດ​ຊາບ ນັບ​ມື້​ນັບ​ສູງ ​ຂອງ​ອົດ​ສະຕຣາລີ​ ທີ່​ມີ​ຕໍ່​ພາກ​ພື້ນ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດກູ້​ຊີບກູ້​ໄພ; ຢືນຢັນ​ຫວຽດນາມ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ອົດ​ສະຕຣາລີ​ກັບ​ອາ​ຊຽນ ​ແລະ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

ສອງ​ຝ່າຍ​ຮັບ​ຮູ້​ການ​ຮ່ວມ​ມື ​ແລະ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ແລະ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ສະຫະ​ປະຊາ​ຊາດ, ​ເອ​ເປ​ກ, ອາ​ຊຽນ, ສັນຍາ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ - ອົດ​ສະຕຣາລີ - ນິວຊີ​ແລນ (AANZFTA), ສັນຍາ​ຄູ່​ຮ່ວມມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ​ແລະ ບັນດາ​ກົນ​ໄກ​ໂດຍ​ອາ​ຊຽນ​ເປັນ​ຜູ້ນຳ​ພາ. ອົດ​ສະຕຣາລີ ຢືນຢັນ​ການ​ສະໜັບສະໜູນ​ໃຫ້ຫວຽດນາມ ຮັບ​ສະໝັກ​ເລືອ​ກຕັ້ງ​ເປັນກຳມະການ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ສະ​ໄໝ 2020 - 2021.

ສອງ​ຝ່າຍ​ກໍ່​ໄດ້​ແບ່ງປັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ, ​ເສລີພາບ​ໃນ​ການ​​ເດີນ​​ທະ​ເລ ​ແລະ​ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ສະໜັບສະໜູນ​ການ​ແກ້​ໄຂ​ຂໍ້​ພິພາດ​ຄວາມ​ຂັດ​ແຍ່ງ​ດ້ວຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ./.

​ໂດຍ ​ເຟືອງ​ຈ່າ