ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງປະທານາທິບໍດີ ສະຫະພາບ​ລັດ​ເຊຍ ວະ​ລາ​ດິເມຍ ປູ​ຕິນ, ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຝູຈ້ອງ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ສະຫະພາບ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 5-8 ກັນຍາ 2018.

ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພົບປະເຈລະຈາກັບປະທານາທິບໍດີ ສະຫະພາບລັດເຊຍ ວະລາດິເມຍ ປູຕິນ. (ພາບ: TTXVN)

ໃນຂອບ​ເຂດ​ຂອງ​ການ​ຢ້ຽມຢາມ, ເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​ເຈລະຈາ​ກັບປະທານາທິບໍດີ ສະຫະພາບ​ລັດ​ເຊຍ ວ.ປູ​ຕິນ, ພົບ​ປະ​ຫາລື​ກັບ​ນາຍົກລັດຖະມົນຕີລັດ​ເຊຍ ດ.​ແມດ​ເວ​ແດບ, ປະທານ​ ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ ວ.​ໂວ​ໂດ​ຢີນ, ຮອງ​ປະ​ທານ​ລັດຖະສະພາ​ແຫ່ງ​ສະຫະພາບ​ລັດ​ເຊຍ ອາ.ຕູຣະຈັກ; ວາງ​ພວງມາລາ​ທີ່​ສຸສານ​ນັກຮົບນິລະນາມ, ອະນຸສາວະລີ​ຫໍ​ສົບ​ວະ​ລາ​ດີ​ເມຍ ອີລິດ ​ເລ​ນິນ ​ແລະ ອະນຸ​ສາ​ວະລີ​ປະທານ ​ໂຮ່ຈີ​ມິນ, ພົບ​ປະ​ກັບ​ນັກຮົບ​ເກົ່າ​ແລະ​ຜູ້​ຊ່ຽວຊານ​ລັດ​ເຊຍ​ທີ່​ເຄີຍ​ເຮັດ​ວຽກ​ຢູ່​ຫວຽດນາມ, ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ລັດ​ເຊຍ-ຫວຽດນາມ; ​ໄປ​ຢ້ຽມຢາມ​ແຂວງ ຄາ​ລຸ​ກາ.

ບັນດາ​ການ​ພົບ​ປະ​ເຈລະຈາຫາລື​ໄດ້​ດຳ​ເນີນ​​ໄປໃນ​ບັນຍາກາດ​ເປີດ​ອົກ​ເປີດ​ໃຈ, ​ເຊື່ອ​ໝັ້ນ​ຊຶ່ງ​ກັນ​ແລະ​ກັນ. ຜູ້ນຳ​ຂອງ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາຕ່າງໆຢ່າງ​ເລິກ​ເຊິ່ງ ກວ້າງຂວາງ ​ແນ​ໃສ່​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ​ແລະ​ລັດ​ເຊຍ, ສົນທະນາ​ບັນດາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈຮ່ວມ​ກັນ. ຕາມ​ນັ້ນ, ສອງ​ຝ່າຍ​ຢືນຢັນ​ແນວທາງ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ​ໃນ​ການປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ​-ສະຫະພາບ​ລັດ​ເຊຍ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຍາວ​ນານ​ຂອງ​ປະຊາຊົນ​ສອງ​ປະ​ເທດ; ຕີ​ລາຄາ​ສູງ​ການ​ສົນທະນາ​ການ​ເມືອງ​ຢ່າງ​ເປັນ​ປະຈຳ​ແລະ​ມີ​ເນື້ອ​ແທ້, ​ໃນ​ນັ້ນ​ມີ​ຂັ້ນ​ສຸດ​ຍອດ, ການ​ປະສານ​ສົມທົບ​ຢ່າງ​ຕັ້ງໜ້າ​ຕາມ​ຊ່ອງ​ທາງ​ສະພາ​ແຫ່ງ​ຊາດ, ລັດຖະບານ, ກະຊວງ​ຂະ​ແໜງ​ການ, ບັນດາ​ອົງການ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ລະຫວ່າງ​ບັນດາ​ພັກ​ການ​ເມືອງ ​ແລະ​ອົງການ​ຈັດ​ຕັ້ງ​ສັງຄົມ.

ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງຄວາມ​ຈຳ​ເປັນ​ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ເສດຖະກິດ-ການ​ຄ້າ, ກ່ອນ​ອື່ນ​ໝົດ​ແມ່ນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ, ປົວ​ແປງ​ກົນ​ໄກ​ຮ່ວມ​ມື​ແລະ​ປະຕິບັດຢ່າງ​ມີ​ປະສິດທິ​ຜົນ​ ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ​ສະຫະພາບ​ເສດຖະກິດ​ອາຊີ-​ເອີຣົບ ​ແລະ ບັນດາ​ເອກະສານ​ຮ່ວມ​ມື​ລະຫວ່າງຫວຽດນາມ​ແລະ​ລັດ​ເຊຍ ດ້ວຍ​ຈຸດປະສົງ​ສ້າງ​ການ​ບຸກທະລຸ​ໃນ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນສອງ​ຝ່າຍ.

ສອງ​ຝ່າຍ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງໜ່ວຍ​ງາ​ອະວຸ​ໂສຫວຽດນາມ-ລັດ​ເຊຍ ກ່ຽວ​ກັບ​ບັນດາ​ໂຄງການ​ລົງທຶນ​ບຸລິມະສິດ ​ແນ​ໃສ່​ກໍ່ສ້າງ​ແລະ​ປະຕິບັດ​ບັນດາ​​ໂຄງການ​ໃນ​ບັນດາ​ຂົງ​ເຂດອຸດສາຫະກຳ, ພະລັງງານ​ໄຟ​ຟ້າ, ຂຸດ​ຄົ້ນ​ແລະ​ປຸງ​ແຕ່ງ​ແຮ່​ທາດ, ກະສິກຳ, ຂໍ້​ມູນ​ຂ່າວສານ​ແລະການສື່ສານ​ໂທລະ​ຄົມມະນາຄົມ, ​ໂຄງ​ສ້າງ​ພື້ຖານ​ດ້ານ​ການ​ຂົນ​ສົ່ງ​ຢູ່​ບັນດາ​ແຂວງ, ຕົວ​ເມືອງຂອງ​ຫວຽດນາມ. ນອກຈາກ​ນັ້ນ, ຢືນຢັນ​ຄວາມ​ຕັດສິນ​ໃຈຮ່ວມ​ມື​ໃນ​ການ​ກໍ່ສ້າງ​ສູນ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍຢູ່​ຫວຽດນາມ ກໍ່​ຄືສົ່ງນັກຮຽນ​ນັກ​ສຶກສາ​ຫວຽດນາມ​ໄປ​ຮຽນ​ຢູ່ລັດ​ເຊຍ​ໃນ​ບັນດາ​ຂະ​ແໜງ​ການ​ທີ່​ພົວພັນ​ເຖິງ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ.

ສອງ​ຝ່າຍຕີ​ລາຄາ​ສູງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການຮ່ວມກັນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ໊​ສ; ຢືນຢັນ​ຈະ​ສືບ​ຕໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ​ເພື່ອ​ເປີດ​ກວ້າງ​ການ​​ເຄື່ອນ​ໄຫວ ​ຂອງວິ​ສາ​ຫະກິດ​ຫວຽດນາມ​ແລະ​ລັດ​ເຊຍ​ໃນ​ຂົງ​ເຂດ​ນີ້ ຢູ່​ໃນ​ດິນ​ແດນ​ຂອງ​ສອງ​ປະ​ເທດ; ​ເພີ່ມ​ທະວີ​ການ​ຮ່ວວມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ ​ເຊັ່ນການ​ກັ່ນ​ຕອງ​ນ້ຳມັນ​ແລະ​ປິ​ໂຕຣ​ເຄມີ, ກໍ່ສ້າງ​ໂຮງງານ​ໄຟຟ້າ​ທີ່​ໃຊ້​ອາຍ​ແກ໊ສ, ສະໜອງ​​ແກ໊ສທຳ​ມະ​ຊາດ​ແຫຼວ​ໃຫ້​ຫວຽດນາມ ​ແລະ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ທີ່​ເໝາະ​ສົມ, ຜະລິດ​ເຊື້ອ​ໄຟສຳລັບເຄື່ອງ​ຍົນ​​ແກ໊ສ.

ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ການ​ປະມົງ, ການ​ປ່າ​ໄມ້, ອຸດສາຫະກຳ​ຮັບ​ໃຊ້​ກະສິກຳ, ການ​ຊົນລະປະທານ, ປ້ອງ​ກັນ​ໄພ​ທຳ​ມະ​ຊາດ​ ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພັດທະນາ​ຂ​ອງສອງ​ຝ່າຍ. ພ້ອມ​ກັນ​ນັ້ນ, ປັບປຸງ​ແລະ​ພັດທະນາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດການ​ເງິນ-ສິນ​ເຊື່ອ, ສ້າງ​ເງື່ອນ​ໄຂ​ເປີດ​ກວ້າງ​ການ​ນຳ​ໃຊ້​ສະກຸນ​ເງິນ​ພາຍ​ໃນ​ຂອງ​ສອງ​ປະ​ເທດ​ໃນ​ການ​ຊຳລະ​ເງິນ​ແບບ​ທະວິ​ພາຄີ ​ແລະ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ກວ່າ​ອີກ​ຂອງ​ທະນາຄານ​ຫຸ້ນ​ສ່ວນຫວຽດນາມ​-​ລັດ​ເຊຍ ​ໃນ​ການ​ຮັບ​ໃຊ້​ບັນດາ​ໂຄງການ​ຮ່ວມ​ມື​ຂະໜາດ​ໃຫຍ່​ລະຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​ເປັນ​ເອກະ​ສັນຊຸກຍູ້​ການ​ພົວພັນ​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ - ຂົງ​ເຂດ​ທີ່​ມີ​ບົດບາດ​ພິ​ເສດ​ໃນການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ; ປັບປຸງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ-ຝຶກ​ອົບຮົມ; ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ມະນຸດສະທຳ​ລະຫວ່າງຫວຽດນາມ​ແລະ​ລັດ​ເຊຍ, ກວມ​ດ້ວຍ​ການ​ແລກປ່ຽນ​ລະຫວ່າງ​ບັນດາ​ກະຊວງ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ບັນດາ​ພາຫະນະ​ສື່​ມວນ​ຊົນ, ບັນດາ​ອົງການ​ເກັບ​ຮັກສາ​ຂໍ້​ມູນສຳ​ເນົາ, ບໍລິສັດ​ທ່ອງ​ທ່ຽວ, ບັນດາ​ສະມາຄົມ​ມິດຕະພາບ ​ແລະ​ບັນດາ​ອົງການ​ສັງຄົມ​ອື່ນ, ຊົມ​ເຊີຍ​ການຈັດ​ຕັ້ງ​ວັນ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ​ຢ່າງ​ເປັນ​ປະຈຳ, ​ເພີ່ມ​ຈຳນວນ​ນັກ​ທ່ອງ​ທ່ຽວ.

ສອງຝ່າຍ​ຮັບ​ຮູ້​ສ່ວນ​ຮ່ວມ​ອັນ​ໃຫຍ່​ຫຼວງ​ຂອງ​ຊຸມ​ຊົນ​ຊາວຫວຽດນາມຢູ່​ລັດ​ເຊຍ ​ແລະ​ຂອງ​ຊຸມ​ຊົນ​ຊາວ​ລັດ​ເຊຍຢູ່​ຫວຽດນາມ​ ທີ່​ໄດ້​ປະກອບ​ເຂົ້າ​ໃນ​ການ​ຮັກສາ​ແລະ​ພັດທະນາ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານລະຫວ່າງ​ສອງ​ປະ​ເທດ, ສອງຝ່າຍ​ຢືນຢັນຄວາມ​ພ້ອມ​ທີ່​ຈະ​ສືບ​ຕໍ່​ຮັບປະກັນ​ເງື່ອນ​ໄຂ​ທີ່ສະດວກ​ດີບົນ​ພື້ນຖານເທົ່າ​ກັນ ​ໃຫ້​ແກ່​ການ​ດຳລົງ​ຊີວິດ, ​ເຮັດວຽກ ​ແລະ​ຮ່ຳຮຽນຂອງ​ພົນລະ​ເມືອງ​ຫວຽດນາມ ​ແລະ​ພົນລະ​ເມືອງ​ລັດ​ເຊຍ​ໃນດິນ​ແດນ​ສອງປະ​ເທດ.

ການ​ປຶກສາ​ສົນທະນາ​ບັນດາ​ບັນຫາ​ສາກົນ​ໄດ້​ໃຫ້​ເຫັນ​ເຖິງ​ຄວາມຄ້າຍຄື​ກັນ​ໃນ​ຫຼັກ​ໝັ້ນ​ຂອງຫວຽດນາມ​ແລະ​ລັດ​ເຊຍ ກ່ຽວ​ກັບ​ບັນຫາ​ຕ່າງໆຫຼາຍ​ບັນຫາ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ. ສອງ​ຝ່າຍຢືນຢັນ​ຄວາມ​ຕັດສິນ​ໃຈຈະ​ພະຍາຍາມປະຕິບັດ​​ເປົ້າ​ໝາຍ​ກໍ່ສ້າງ​ລະບົບ​ການ​ພົວພັນ​ສາກົນ​ຫຼາຍ​ຂົ້ວ ທີ່​ສະ​ເໝີ​ພາບ​ກວ່າ, ປະຊາທິປະ​ໄຕ​ກວ່າອີກ, ອິງ​ບົນ​ພື້ນຖານ​ຫຼັກການ​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ລະຫວ່າງບັນດາ​ປະ​ເທດ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ, ບັນດາ​ຂໍ້​ກຳນົດ​ທີ່ເປັນ​ເອກະ​ພາບ​ສຳລັບ​ທຸກ​ປະ​ເທດ, ອຳນາດ​ສູງ​ສຸດ​ຂອງ​ກົດໝາຍ​ສາກົນ ​ແລະ​ບົດບາດທີ່​ໝັ້ນຄົງ​ຂອງ​ສະຫະ​ປະຊາ​ຊາດ.

ສອງ​ຝ່າຍສະໜັບສະໜູນ​ການ​ປະຕິບັດ​ຕາມ​ຫຼັກການ​ສະ​ເໝີ​ພາບ, ​ເຄົາລົບ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະສິດຜົນປະ​ໂຫຍ​ດຕາມ​ກົດໝາຍ​ຂອງ​ທຸກ​ປະ​ເທດ, ບໍ່​ແຊກ​ແຊງ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ​ແລະ​ກັນ, ບໍ່​ໃຊ້​ກຳລັງ​ອາວຸດ​ຫຼື​ນາບ​ຂູ່ຈະ​ໃຊ້​ກຳລັງ​ອາວຸດ, ບໍ່​ໃຊ້​ມາດ​ຕະການ​ບັງຄັບ​ໂດຍ​​ຝ່າຍໜຶ່ງຝ່າຍ​ດຽວ ​ແລະກໍ່​ບໍ່​ໃຊ້ການ​ຄວ້ຳ​ບາດ​ເສດຖະກິດ​ທີ່​ລະ​ເມີດ​ກົດໝາຍ​ສາກົນ ທີ່ບໍ່​ສົນ​ໃຈ​ຕໍ່​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ. ຫວຽດນາມ​ແລະ​ລັດ​ເຊຍ​ເນັ້ນ​ຢ້ຳວ່າ ບັນດາ​ຂໍ້​ພິພາດ​ຊາຍແດນ, ຂໍ້​ພິພາດ​ດິນ​ແດນ ​ແລະ​ຂໍ້​ພິພາດ​ອື່ນຢູ່​ພາກ​ພື້ນ​ອາຊີ-ປາຊີ​ຟິກ ຕ້ອງ​ໄດ້​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ​ໂດຍ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ; ສະໜັບສະໜູນ​ການ​ປະຕິບັດ​ຖະ​ແຫຼ​ງການກ່ຽວ​ກັບ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2002 ຢ່າງ​ຄົບ​ຖ້ວຍ​ແລະ​ມີ​ປະສິດທິ​ຜົນ ​ແລະ​ຊົມ​ເຊີຍ​ຄວາມ​ພະຍາຍາມ​ຂອງ​ບັນດາ​ຝ່າຍ​ ທີ່​ແນ​ໃສ່​ຮັບຮອງ​ຜ່ານ​ໂດຍ​ໄວ​ ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ສອງ​ຝ່າຍສະໜັບສະໜູນ​ການ​ປັບປຸງ​ບົດບາດ​ເປັນ​ໃຈກາງ​ຂອງອາ​ຊຽນ ຢູ່​ພາກ​ພື້ນ​ອາຊີ-ປາຊີ​ຟິກ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ​ໃນ​ພາກ​ພື້ນ, ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ອາຊີ-​ເອີຣົບ, ກອງ​ປະຊຸມ​ກ່ຽວ​ກັບ​ການ​ປະສານ​ງານ​ແລະ​ບັນດາ​ມາດ​ຕະການ​ປັບປຸງຄວາມ​ເຊື້ອ​ໝັ້ນ​ໃນ​ອາຊີ, ການ​ສົນທະນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ຢູ່​ອາຊີ ​ແລະ​ບັນດາ​ກົນ​ໄກ​ລັດຖະສະພາ​ໃນ​ພາກ​ພື້ນ​ເຊັ່ນ ສະມັດຊາ​ໃຫຍ່ລະຫວ່າງ​ລັດຖະສະພາອາ​ຊຽນ, ​ເວທີ​ປາ​ໄສ​ລັດຖະສະພາ​ອາຊີ-ປາຊີ​ຟິກ, ສະມັດຊາ​ໃຫຍ່​ບັນດາ​ລັດຖະສະພາ​ອາຊີ, ​ແນ​ໃສ່​ກ້າວ​ໄປ​ເຖິງ​ການ​ເຂົ້າ​ເຖິງ​ທີ່​ເປັນ​ເອກະ​ພາບ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຮັບປະກັນຄວາມ​ປອດ​ໄພ ​ແລະ​ການ​ພັດທະນາ ຢູ່​ພາກ​ພື້ນ​ອາຊີ-ປາຊີ​ຟິກ.

ຫວຽດນາມ​ຢືນຢັນ​ຄວາມ​ຕັ້ງໜ້າ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ອາ​ຊຽນແລະ​ລັດ​ເຊຍ ທີ່ມຸ່ງ​ໄປ​ສູ່​ການ​ກໍ່ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລັດ​ເຊຍ-ອາ​ຊຽນ. ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມປາຖະໜາ​ສ້າງສາ​ຍພົວພັນ​ທີ່​ເປັນ​ປະ​ໂຫຍ​ດຮ່ວມ​ກັນ ລະຫວ່າງ​ອາ​ຊຽນ​ແລະສະຫະພາບ​ເສດຖະກິດ​ອາຊີ-​ເອຣົບ. ຕາມ​ນັ້ນ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນດາ​ຂໍ້​ຄິດ​ປະດິດ​ທີ່​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ໃນພາກ​ພື້ນ ​ແລະ​ເຊື່ອມ​ຕໍ່​ລະຫວ່າງ​ພາກ​ພື້ນ.

ສອງ​ຝ່າຍ​ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ການ​ຍົກ​ສູງ​ບົດບາດ​ແລະ​ຖານະ​ທີ່​ຕັ້ງ​ຂອງ​ເວທີ​ປາ​ໄສ​ການ​ຮ່ວມ​ມືອາຊີ-ປາຊີ​ຟິກ (APEC - ​ເອ​ເປ​ກ), ​ແລະ​ສະ​ແດງ​ຄວາມ​ດີ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ໃນ​ບັນດາ​ທິດ​ທາງ​ບຸລິມມະ​ສິດ​ຂອງເອ​ເປ​ກ, ກຽມ​ຄວາມ​ພ້ອມ​ທີ່​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ ເພື່ອ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ປັບປຸງ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນອາຊີ-ປາຊີ​ຟິກ; ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​​ ເພື່ອ​ປະຕິບັດ​ຜົນ​​ການປະຊຸມຂອງຫົວໜ້າ​ເສດຖະກິດ ​ເອ​ເປ​ກ 2017.

ການ​ຢ້ຽມຢາມ​ສະຫະພາບ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ຂອງເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ຈະ​ສ້າງ​ແຮງ​ກະ​ຕຸ້ນ​ໃໝ່​ໃຫ້​ແກ່​ການສືບ​ຕໍ່​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ-ລັດ​ເຊຍ./.

​ໂດຍ ​ເຟືອງ​ຈ່າ