ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງນາຍົກລັດຖະມົນ​ຕີ​ຮົງ​ກາລີ ວິກ​​ໂຕຣ໌ ​ໂອຣ໌​ບານ, ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຝູຈ້ອງ ​ໄດ້ດຳ​ເນີນ​ການ​ຢ້ຽມຢາມປະ​ເທດ​ຮົງ​ກາລີ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 8-11 ກັນຍາ 2018.

ນາຍົກລັດຖະມົນຕີຮົງກາລີ ວິກໂຕຣ໌ ໂອຣ໌ບານ ຕ້ອນຮັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ. (ພາບ: TTXVN)

ໃນ​ເວລາ​ຢ້ຽມຢາມ​ປະ​ເທດ​ຮົງ​ກາລີ, ເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​ເຈລະຈາ​ກັບນາຍົກລັດຖະມົນຕີຮົງການລີ ວິກໂຕຣ໌ ໂອຣ໌ບານ; ພົບປະຫາລືກັບປະທານາທິບໍດີ ຢານົສ ອາແດ; ຮອງປະທານສະພາແຫ່ງຊາດ ແຮນດີ ກະຊາບາ; ເຂົ້າຮ່ວມກອງປະຊຸມຜູ້ອຳນວຍການ ບັນດາມະຫາວິທະຍາໄລ ຮົງກາລີ-ຫວຽດນາມ ແລະຢ້ຽມຢາມນະຄອນ ສະແຢນແຕນດຣີ.

ຜ່ານ​ການ​ພົບ​ປະ​ເຈລະຈາ​ຫາລື, ສອງ​ຝ່າຍ​ຕັດສິນ​ໃຈ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ຂົງ​ເຂດ​ຕ່າງໆ, ພິ​ເສດ​ແມ່ນ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ ການ​ລົງ​ທຶງ ການ​ປ້ອງກັນ​ປະ​ເທດ ການ​ສຶກສາ-ຝຶກ​ອົບຮົມ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ສິ່ງ​ແວດ​ລ້ອມ ສາທາລະນະ​ສຸກ ວັດທະນະທຳ ການ​ກິ​ລາ ການທ່ອງທ່ຽວ…, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຮັກສາ ​ແລະ​ເສີ​ມຂະຫຍາຍ​ສີສັນ​ວັດທະນະທຳ ມູນ​ເຊື້ອ​ຂອງ​ຊາດ​ໃນ​ຂະ​ບວນວິວັດ​ການ​ພັດທະນາ.

ຜູ້​ນຳ​ທັງ​ສອງ​ໄດ້​ເປັນ​ເອກະສັນ​ກັນ​ໃຫ້​ທັດສະນະ​ວ່າ ຜ່ານ​ເວລາ​ເກືອ 70 ປີ, ການ​ພົວພັນ​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ ​ແລະ​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ​ແລະ​ຮົງກາ​ລິ ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ, ພິ​ເສດ​ແມ່ນ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້. 

ເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ​ແລະ ນາຍົກລັດຖະມົນຕີ ວິກໂຕຣ໌ ໂອຣ໌ບານ ເຫັນດີເປັນເອກະພາບຈະຍົກຂອບການຮ່ວມມືລະຫວ່າງສອງປະເທດຂຶ້ນເປັນ "ຄູ່ຮ່ວມມືຮອບດ້ານ", ຕາມນັ້ນ ສອງຝ່າຍເປັນເອກະພາບຈະດຳເນີນການພົບປະ ແລກປ່ຽນຢ່າງເປັນປະຈຳ ລະຫວ່າງຜູ້ນຳຂັ້ນສູງຂອງສອງປະເທດ; ເພີ່ມທະວີການສົນທະນາການເມືອງ, ການແລກປ່ຽນຄວາມເຫັນຍຸດທະສາດ ໃນທຸກຊ່ອງສານ ພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ ຂະແໜງການ ແລະທ້ອງຖິ່ນ.  

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ​ສາກົນທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ; ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ໃນ​ບັນດາ​ອົງການ​ຈັດຕັ້ງ ​ແລະ​ເວທີ​ປາ​ໄສ​ພະຫຸ​ພາຄີ, ​ເປັນ​ຕົ້ນ​ແມ່ນ​ສະຫະ​ປະຊາ​ຊາດ, ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ-​ເອີຣົບ (ASEM) ​ແລະ​ການຮ່ວມ​ມື​ລະຫວ່າງ​ແມ່​ນ້ຳຂອງ-​ແມ່​ນ້ຳ​ດາ​ນູບ. 

ເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ຢືນຢັນ​ຫວຽດນາມ​ສະໜັບສະໜູນຮົງ​ກາລີ​ໃນການ​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ກຽມຄວາມພ້ອມທີ່ຈະເປັນຂົວຕໍ່ ໃຫ້ຮົງກາລີເປີດກວ້າງການພົວພັນເສດຖະກິດ ກັບບັນດາປະເທດອາຊຽນ. ນາຍົກລັດຖະມົນຕີຮົງກາລິໃຫ້ຄຳໝັ້ນສັນຍາ ຈະສະໜັບສະໜູນແລະຊຸກຍູ້ ການພົວພັນຮອບດ້ານລະຫວ່າງ ຫວຽດນາມແລະສະຫະພັນເອຣົບ, ຢືນຢັນຈະຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນ ສັນຍາການຄ້າເສດລີ ຫວຽດນາມ-ອີຢູ ໂດຍໄວ ແລະປະຕິບັດສັນຍາຢ່າງຄົບຖ້ວນ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ຕະຫຼາດອີຢຸ, ໃນນັ້ນມີຮົງກາລີ, ກັບຫວຽດນາມແລະອາຊຽນ. 

ກ່ຽວ​ກັບ​ການ​ຮ່ວມມືດ້ານ​ເສດຖະກິດ-ການ​ຄ້າ​ແລະ​ການ​ລົງທຶນ, ຜູ້ນຳທັງ​ສອງພ້ອມ​ກັບ​ໃຫ້​ທັດສະນະ​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ໄດ້​ມີ​ການ​ພັດທະນາ​ຢ່າງ​ໄວວາ, ​ແຕ່​ຍັງ​ບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ສາ​ມາ​ບົ່ມ​ຂ້ອນ ​ແລະຄວາມ​ປາຖະໜາ​ຂອງ​ສອງ​ປະ​ເທດ, ພວກ​ເພິ່ນ​ກໍ່​ເນັ້ນ​ໜັກ​ວ່າ​ນີ້​ແມ່ນ​ຂົງ​ເຂດ​ທີ່​ສອງ​ປະ​ເທດ​ມີ​ພື້ນ​ທີ່​ກວ້າງ​ຂວາງ​ເພື່ອ​ຮ່ວມ​ມື​ນຳ​ກັນ. 

ສອງ​ຝ່າຍ​ເປັນ​ເອກະສັນ​ຈະ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຂ​ອງຄະນະ​ກຳມະການ​ປະສົມກ່ຽວ​ກັບ​ການ​ຮ່ວມ​ມື​ຫວຽດນາມ-ຮົງ​ກາລີ; ຊຸກຍູ້​ມາດ​ຕະການ​ຕ່າງໆ​​ເພື່ອ​ຊ່ວຍ​ໜູນ​ແລະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ມີ​ໂອກາດພົບ​ປະ ​ແລກປ່ຽນ ຊອກ​ຫາ​ໂອກາດ​ຮ່ວມ​ມື​ທຸລະ​ກິດ, ອຳນວຍ​ຄວາມ​ສະດວກ​ໃຫ້​ສິນຄ້າ​ຂອງ​ສອງ​ປະ​ເທດ​ເຂົ້າ​ໃນ​ຕະຫຼາດ​ຂອງ​ກັນ​ແລະ​ກັນ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດສາທາລະນະ​ສຸກ, ຄຸ້ມ​ຄອງ​ແຫຼ່ງນ້ຳ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ຜະລິດ​ຕະພັນ​ເພສັດຊະກຳ, ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພະລັງງານ​ທົດ​ແທນ... 

ເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ຕີ​ລາຄາ​ສູງ​ຕໍ່​ການ​ທີ່​ ຮົງ​ກາລີ​ຖືຫວຽດນາມ​ເປັນຄູ່​ຮ່ວມ​ມື​ບຸລິມະສິດ​ໃນ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ການ​ພັດທະນາ (ODA) ຂອງ​ຕົນ, ສະ​ເໜີ​ໃຫ້​ສອງ​ຝ່າຍ​ສົມທົບ​ນຳ​ກັນ​ຢ່າງ​ແໜ້​ນແຟ້ນ ​ເພື່ອ​ເລືອກ​ປະຕິບັດ​ບັນດາ​ຂົງ​ເຂດ ​ໂຄງການ​ທີ່​ສອດຄ່ອງກັບ​ຄວາມ​ສາມາດ​ຂອງ​ຮົງ​ກາລີ ​ແລະ​ຄວາມ​ຕ້ອງການ​ຂອງ​ຫວຽດນາມ, ປະຕິບັດ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ. ເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ຕີ​ລາຄາ​ສູງ​ຕໍ່​ການ​ທີ່​ລັດຖະບານ​ຮົງກາລີ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ສະໜອງ​ທຶນ​ສຶກສາ​ໃຫ້ນັກຮຽນ​ຫວຽດນາມ​ຈຳນວນ 200 ທຶນຕໍ່ປີ. 

ສອງ​ຝ່າຍ​ຊົມ​ເຊີຍ​ການ​ລົງ​ນາມ​ໃນ​ເອກະສານ​ການ​ຮ່ວມ​ມື​ຈຳນວນ​ໜຶ່ງ​ໃນ​ຂົງ​ເຂດປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ, ຍຸດຕິ​ທຳ, ສາທາລະນະ​ສຸກ, ການ​ສຶກສາ-ຝຶກ​ອົບຮົມ, ສ້າງ​ພື້ນຖານ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມມືທີ່​ມີ​ເນື້ອ​ແທ້ ມີ​ປະສິດທິ​ຜົນ; ສະ​ແດງ​ຄວາມ​ຊົນ​ເຊີຍ​ຕໍ່​ການ​ທີ່​ສອງ​ຝ່າຍ​ສົມທົບ​ກັນ​ຈັດ​ຕັ້ງ “ກອງ​ປະຊຸມ​ຜູ້ອຳນວຍການ​ບັນດາ​ມະຫາວິທະຍາ​ໄລ​ຮົງ​ການ​ລີ-ຫວຽດນາມ​ຄັ້ງ​ທີ​ສອງ” ຢູ່ນະຄອນຫຼວງ ບູດາ​​ເປດ. 

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເປີດ​ກວ້າງ​ການ​ຮ່ວມມື​ໃນ​ຂົງ​ເຂດ​ວັດທະນະທຳ ກິລາ ການ​ທ່ອງ​ທ່ຽວ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ; ​ເຫັນ​ດີ​ຊຸກຍູ້​ໃຫ້​ບັນດາ​ອົງການ​ພາລະ​ບົດບາດ​ຂອງ​ສອງ​ປະ​ເທດ ສ້າງ​ແຜນການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 70 ປີ​ໃນ​ປີ 2020. 

ນາຍົກລັດຖະມົນ​ຕີ​ຮົງ​ກາລີ ວິກ​​ໂຕຣ໌ ​ໂອຣ໌​ບານ ຕີ​ລາຄາ​ສູງ​ບົດບາດ​ທີ່​ຕັ້ງ ​ແລະ​ສ່ວນ​ປະກອບ​ຂອງຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຮົງ​ກາລີ, ພ້ອມ​ກັນ​ນັ້ນ​ກໍ່​ຢືນຢັນ​ວ່າ ​ລັດຖະບານ​ຮົງ​ກາລີ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຮົງ​ກາລີ​ໄດ້​ດຳລົງ​ຊີວິດ​ເປັນ​ປົກກະຕິ, ການ​ເຊື່ອມ​ໂຍງ​ທີ່​ດີ​ກັບ​ພື້ນ​ເມືອງ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ຊ່ວຍໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ.

​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດດ້ານຫວຽດນາມ-ຮົງ​ກາລີ ​ແລະ​ລົງ​ນາມ​ໃນ​ເອກະສານ​ການ​ຮ່ວມ​ມື 7 ສະບັບ, ສ້າ​ງພື້ນຖານນິຕິ​ກຳ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດສື​ບຕໍ່ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ./. 

ບກ. ສັງ​ລວມຈາກ​ຂ່າວ​ສານ​ຫວຽດນາມ