ວກ.ອອນ​ໄລ - ​ໃນ​ການ​ເດີນທາງ​ທຸລະ​ກິດ​ໜຶ່ງວັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້ປະຕິບັດ 15 ກິດຈະການ​ທີ່​ສຳຄັນ, ​ໃນ​ນັ້ນ​ມີບົດປາ​ໄສ​ທີ່​ການ​ປະຊຸມສົນທະນາ​ລະດັບ​ສູງ ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 73 ​ແລະ ​ການ​ພົບ​ປະ​ສອງ​ຝ່າຍ​ກັບປະມຸກແຫ່ງ​ລັດ​ແລະ​ຜູ້ນຳ​ຂອງ 5 ປະ​ເທດ. ໂຄງການ​ເຮັດ​ວຽກຂອງ​ທ່ານ​ນາຍົກລັດຖະມົນຕີນັ້ນ ມີ​ຄວາມ​ຮີບ​ດ່ວນ ມີ​ປະສິດທິ​ຜົນ​ທີ່​ສຸດ ​ແລະ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ຈະ​ເປັນ​ສະມາ​ຊິກ​ທີ່​ຕັ້ງໜ້າ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ​ຢູ່​ສະ​ເໝີ.

ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ກ່າວປາໄສທີ່ການປະຊຸມສົນທະນາລະດັບສູງ ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 73. (ພາບ: TTXVN)

ໃນ​ບົດ​ປາ​ໄສ​ຕໍ່ໜ້າ​ຜູ້ນຳ​ຂອງ 193 ປະ​ເທດ​ທີ່​ເຂົ້າຮ່ວມການປະຊຸມ​ສົນທະນາ​ລະດັບ​ສູງ ພາຍ​ໃຕ້​ຫົວ​ຂໍ້: “​ເພື່ອ​ໃຫ້​ສະຫະ​ປະຊາ​ຊາດ​ໃກ້ຊິດຕິດ​ກັບ​ປະຊາຊົນ​ທຸກ​ຄົນ: ການ​ນຳພາ​ທົ່ວ​ໂລກ​ແລະຄວາມ​ຮັບຜິດຊອບ​ຮ່ວມ​ກັນ ​ເພື່ອ​ໃຫ້​ບັນດາ​ສັງຄົມ​ມີ​ສັນຕິພາບ ສະ​ເໝີ​ພາບ ​ແລະ​ຍືນ​ຍົງ”, ທ່ານ​ນາຍົກລັດຖະມົນຕີ​ ຫງວຽຊວັນ​ຝຸກ ໃຫ້​ທັດສະນະ​ວ່າ, ສະຫະ​ປະຊາ​ຊາດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ໃຫຍ່​ຫຼວງ​ຂອງ​ຕົນ, ​ໄດ້​ມີ​ຄວາມ​ພະຍາຍາມ​ທີ່​ບໍ່​ຢຸດຢັ້ງ ​ເພື່ອ​ຮັກສາ​ສັນຕິພາບ, ປ້ອງ​ກັນ​ກີດ​ກັ້ນການ​ຂັດ​ແຍ່ງ ສົງຄາມ; ປະຕິບັດບັນດາ​ບັນທັດຖານ​ຫຼັກ​ຂອງ​ຄວາມ​ສຳພັນ​ລະຫວ່າງ​ປະ​ເທດ​​ໃນ​ກົດ​ບັດສະຫະ​ປະຊາ​ຊາດ​.

​ໃນ 70 ກວ່າ​ປີ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ເປົ້າໝາຍ​ທີ່ສູງ​ສົ່ງ​ຂອງສະຫະ​ປະຊາ​ຊາດ ​ແລະ​ເປັນ​ໜຶ່ງ​ໃນ​ບາງ​ປະ​ເທດ​ທີ່​ໄດ້​ສຳ​ເລັດ​ກ່ອນ​ກຳນົດ​ເວລາ ຫຼາຍ​ເປົ້າ​ໝາຍ​ສະຫັດ​ສະ​ວັດ 2015 (Millennium Development Goals - MDGs) ຂອງ​ສະຫະ​ປະຊາ​ຊາດ, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ. ຫວຽດນາມ​ຍາມ​ໃດ​ກໍ່​ເຊີດ​ຊູ​ກົດ​ບັດສະຫະ​ປະຊາ​ຊາດ, ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ​ໃນ​ການ​ແກ້​ໄຂຂໍ້​ຂັດ​ແຍ່ງ​ລະຫວ່າງ​ປະ​ເທດດ້ວຍສັນຕິ​ວິທີ, ​ໃນ​ນັ້ນ​ມີ​ບັນຫາ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ຫວຽ​ດນາມພວມ​ພະຍາຍາມ​ຍິ່ງ​ກວ່າ​ອີກ ​ເພື່ອ​ຄວາມ​ຍຸຕິ​ທຳ​ແລະການ​ພັດທະນາ​ແບບ​ຍືນ​ຍົງ; ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ, ຊ່ວຍ​ໜູນກຸ່ມຄົນ​ທີ່​ອ່ອນ​ແອ; ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ຮັບປະກັນ​ສິດທິ​ຂອງ​ປະຊາຊົນ​ທຸກ​ຄົນ, ພ້ອມ​ກັນ​ນັ້ນ​ກໍ່ສົ່ງ​ເສີມ​ຈິດ​ໃຈ​ຂອງ​ການ​ປຶກສາ​ຫາລື​ແລະ​ການ​ຮ່ວມ​ມື​ໃນ​ບັນຫາ​ສິດທິ​ມະ​ນຸດ.

​ພາຍຫຼັງ​ເນັ້ນ​ໜັກວ່າ ​ໂລກພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​​ສິ່ງ​ທ້າ​ທາຍ​ໃໝ່ທີ່​ໃຫຍ່​​ທີ່​ສຸດ, ປະ​ເຊີນ​ໜ້າ​ກັບ​ຈິນຕະນາການ​ແບບອຳນາດ​ບາດ​ໃຫຍ່ ທີ່ສົ່ງ​ເສີມ​ກຳລັງ​ແຮງ, ​ການໃຊ້​ກຳລັງ​ອາວຸດ​ຫຼືນາບ​ຂູ່ຈະ​ໃຊ້​ກຳລັງ​ອາວຸດ, ການ​ເພີ່ມ​ຂຶ້ນ​ຂອງ​ມາດ​ຕະການ​ດ້ານ​ດຽວ,​… ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ໃຫ້​ທັດສະນະ​ວ່າ: “ບໍ່​ມີ​ປະ​ເທດ​ໃດ, ​ເຖິງ​ວ່າ​ເປັນ​ປະ​ເທດ​ມະຫາ​ອຳນາດ​ທີ່​ຮັ່ງມີ​ເຂັ້ມ​ແຂງ, ​ຈະ​ມີ​ຄວາມ​ສາມາດ​ພຽງພໍ​ເພື່ອ​ແກ້​ໄຂບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່ໃນ​ໂລກ​ປະຈຸ​ບັນ, ສິ່ງ​ດັ່ງກ່າວ​ມັນ​ຮຽກຮ້ອງ​ຄວາມ​ພະຍາຍາມ, ຄວາມ​ຮ່ວມ​ແຮງ​ຮ່ວມ​ມື​ຂອງທຸກ​ປະ​ເທດ​ໃນ​ໂລກ​ນີ້”. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ບັນຫາ “ຄວາມ​ຮັບ​ຜິດ​ຂອບ​ຄູ່”, ​ແຕ່ລະ​ປະ​ເທດ​ມີ​ຄວາມ​ຮັບ​ຜິດ​ຊອບຕື່ມ​ອີກ​ ຕໍ່​ກັບບັນດາ​ບັນຫາ​ທົ່ວ​ໂລກ, ​ແຕ່​ລະຄົນ​ມີ​ພາລະມົດ​ບາດ​ຂອງພົນລະ​ເມືອງ​ທົ່ວ​ໂລກ. ທ່ານ​ນາຍົກລັດຖະມົນຕີສະ​ແດງ​ຄວາມປາຖະໜາ​ວ່າ, ​ບັນດາ​ປະ​ເທດມະຫາ​ອຳນາດ, ປະ​ເທດ​ທີ່ຈະ​ເລີ​ນພັດທະນາ ຈົ່ງ​ມີ​ການ​ກະທຳ​ຕົວ​ຈິງ, ຈົ່ງ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ການ​ຮັກສາ​ສັນຕິພາບ​ແລະ​ການ​ພັດທະນາ. ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ຈົ່ງ​ເປັນ​ໃຈກາງ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຮ່ວມ​ມື​ນຳ​ກັນ ​ເພື່ອສັນຕິພາບ ຄວາມ​ຍຸຕິ​ທຳ ​ແລະ​ການ​ພັດທະນາ​ຢ່າງ​ຍືນ​ຍົງ.

​ໃນ​ຍຸກ​ແຫ່ງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4, ຄວາມ​ກ້າວໜ້າ​ຂອງ​ມະນຸດຊາດ​ບໍ່​ພຽງ​ແຕ່​ໄດ້​ວັດ​ແທກ​ດ້ວຍຜົນສຳ​ເລັດ​ດ້ານ​ເຕັກ​ໂນ​ໂລ​ຊີ ຫາກ​ກ່ອນ​ອື່ນ​ໝົດ ​ຕ້ອງ​ແມ່ນສັນຕິພາບ​ແລະ​ຄວາມ​ວັດທະນາ​ຖາວອນ ​ແລະ ​ຕ້ອງ​ຮູ້ສະ​ສົມ​ທ້ອນ​ແຮ, ກຳ​ເອົາ​​ແຕ່ລະໂອກາດທີ່​ນ້ອຍ​ນິດ​ ເພື່ອ​ສັນຕິພາບ. ສຽງປາກ​ຂອງ​ປະ​ເທດ​ນ້ອຍ ຫຼື​ຄວາມ​ປາຖະໜາ​ຂອງ​ຜູ້​ອ່ອນ​ແອ ຕ້ອງ​ໄດ້​ຮັບ​ຄວາມ​ເຄົາລົບ, ຮັບ​ຟັງ, ​ແບ່ງປັນ. ນັ້ນ​ແມ່ນ​ຮາກຖານ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ປົກ​ຄຸມ ​ແລະ ບໍ່​​ໃຫ້​ຜູ້​ໃດຖືກປະ​ໄວ້​ຢູ່​ຂ້າງ​ຫຼັງ, ​ເປັນ​ພື້ນຖານ​ຂອງຄວາມ​ໝັ້ນຄົງ​ທາງ​ສັງຄົມ ກໍ່​ຄື​ຮັບປະກັນ​ສິດທິມະນຸດ​ ແລະສົ່ງ​ເສີມຄວາມ​ຄິດ​ສ້າງສັນ​ຂອງ​ແຕ່​ລະ​ຄົນ.

ທ່ານ​ນາຍົກລັດຖະມົນຕີ​ໃຫ້​ທັດສະນະ​ວ່າ, ສະຫະ​ປະຊາ​ຊາດຕ້ອງ​ໄດ້​ຮັບ​ການປະຕິ​ຮູບ​ຢ່າງ​ແຂງ​ແຮງ, ຮອບດ້ານ​ຕາມ​ທິດ​ຍົກ​ສູງ​ປະສິດທິຜົນ, ປະຊາທິປະ​ໄຕ ​ແລະ​ໂປ່​ງ​ໃສ ​ເພື່ືອປະຕິບັດ​ເປັນ​ຢ່າງ​ດີ​ ບົດບາດ​ທີ່​ບໍ່​ອາດ​ຈະ​ປ່ຽນ​ແທນ​ໄດ້ ​ໃນ​ການ​ນຳພາ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ. ສະຫະ​ປະຊາ​ຊາດຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບບັນດາ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ກົນ​ໄກ​ການຮ່ວມ​ມືຂອງ​ກອງ​ປະຊຸມ​ສຸດ​ຍອດສະຫະ​ປະຊາ​ຊາດ ​ແລະ ອາ​ຊຽນຕາມ​ທິດ: ​ເພີ່ມ​ເນື້ອ​ຫາ​ຂອງສະຫະ​ປະຊາ​ຊາດ ຢູ່​ໃນອາ​ຊຽນ ​ແລະ ​ເຮັດ​ໃຫ້​ເນື້ອ​ຫາ​ຂອງ​ອາ​ຊຽນຢູ່​​ໃນສະຫະ​ປະຊາ​ຊາດມີ​ຄວາມ​ຊັດ​ເຈນ​ຕື່ມ​ອີກ.

ຜ່ານ​ບົດ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ນຳ​ເອົາ​ຂໍ້ຄວາມ​ທີ່​ເຂັ້ມ​ແຂງ​ມາ​ໃນ​ທີ່​ປະຊຸມ ກ່າວ​ຄື, ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອປະກອບສ່ວນ​ທີ່​ມີ​ປະສິດທິ​ຜົນ​ຍິ່ງ​ກ່ວາ​ອີກ ​ເຂົ້າ​ໃນ​ວຽກ​ງານ​ລວມຂອງປະຊາ​ຄົມ​ສາກົນ, ປະຕິບັດ​ບັນດາ​ເປົ້າ​ໝາຍ​ລວມຂອງສະຫະ​ປະຊາ​ຊາດ, ​ເພື່ອ​ໂລກ​ທີ່​ມີ​ສັນຕິພາບ ການ​ຮ່ວມ​ມື ​ແລະ​ການ​ພັດທະນາ, ​ເພື່ອ​ລະບຽບ​ການ​ເມື​ອງ​ແລະ​ເສດຖະກິດ​ສາກົນ​ທີ່​ຍຸຕິ​ທຳ ປະຊາທິປະ​ໄຕ, ອີງ​ບົນ​ພື້ນຖານກົໝາຍ, ສອດຄ່ອງ​ກັບ​ບົດບາດ​ທີ່​ຕັ້ງ​ຂອງ​ປະ​ເທດ ​ແລະຄວາມ​ຄອງ​ຄອຍ​ຂອງ​ບັນດາ​ປະ​ເທດ​ສະມາຊິກສະຫະ​ປະຊາ​ຊາດ.

ທ່າ​ນນາຍົກລັດຖະມົນຕີ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ 53 ປະ​ເທດ​ອາຊີ-ປາຊີ​ຟິກ ທີ່​ໄດ້​ເປັນ​ເອກະສັນ ​ແຕ່ງ​ຕັ້ງ​ຫວຽດນາມ​ເປັນ​ຜູ້​ສະມັກຮັບ​ເລືອກ​ຂອງ​ກຸ່ມ ​ເຂົ້າ​ເປັນ​ສະມາຊິກ​ບໍ່​ຖາວອນ​ຂອງ​ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ແຫ່ງສະຫະ​ປະຊາ​ຊາດສຳລັບ​ໄລຍະ 2020-2021, ​ແລະສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຂອງ​ບັນດາ​ປະ​ເທດ​ທີ່​ມີ​ຕໍ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ສະ​ເໜີ​ແລະສະ​ແດງ​ຄວາມຫວັງ​ວ່າ​ ຈະ​ສືບ​ຕໍ່ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ​ທຸກ​ປະ​ເທດ​ສະມາຊິກ. “ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ມີ​ຄວາມ​ຮັບຜິດຊອບຂອງ​ປະຊາ​ຄົມ​ສາກົນ ​ແລະ​ສະຫະ​ປະຊາ​ຊາດຢູ່​ສະ​ເໝີ”.

ຢູ່​ຂ້າງ​ນອກ​ການ​ປະຊຸມ​ສົນທະນາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ພົບ​ປະກັບ​ທ່ານ ມາເຣຍ ​ເຟຣນານ​ດາ ​ແອ​ສະ​ປີ​ໂນ​ຊາ ກາ​ແຊດ, ປະທານ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ແລະທ່ານ ອານ​ໂທ​ນີ​ໂອ ກູ​ເຕ​ແຣດ, ​ເລຂາທິການ​ໃຫຍ່​ຂອງ​ສະຫະ​ປະຊາ​ຊາດ; ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ລັດປະ​ເທດກູ​ບາ; ປະທານາທິບໍດີ​ບັນດາ​ປະ​ເທດ ​ກຣົວຊີ, ຟີ​ຈີ, ​ແຊງ​ລຸຍ​ຊີ; ນາຍົກລັດຖະມົນຕີ ບູນກາລີ,… ທ່ານ​ນາຍົກລັດຖະມົນຕີກໍ່​ໄດ້​​ໃຫ້ການ​ຕ້ອນຮັບ ປະທານ​ກອງ​ທຶນ Harbinger ​ແລະ​ອະດີດ​ລັດຖະມົນຕີ​ກະຊວງ​ການ​ເງິນ​ສະຫະລັດ​ອາ​ເມ​ລິ​ກາ, ປະທານ​ກອງ​ທຶນ Warburg Pincus; ພົບ​ປະ​ສົນທະນາ​ກັບຜູ້ຕາງໜ້າ​ບໍລິສັດ​ຂະໜາດ​ໃຫຍ່​ຈຳນວນ​ໜຶ່ງ, ລວມທັງ​ກຸ່ມ​ບໍລິສັດ ຟອຣ໌ຈູ​ນ 500 ອັນ​ດັບ​ໜຶ່ງ ​ຂອງ​ສະຫະລັດ​ອາ​ເມ​ລິ​ກາ​ເຊັ່ນ GE, Walmart, Amazon, HSBC, Metlife, Medtronic, Gilead Sciences…

ການ​ທີ່​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສົນທະນາ​ລະດັບ​ສູງ ສະມັດ​ບາ​ໃຫຍ່ສະຫະ​ປະຊາ​ຊາດ ຄັ້ງ​ທີ 73 ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ຢືນຢັນ​ບົດບາດ​ແລະ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ພ້ອມ​ກັບ​ບັນດາ​ສະມາຊິກ​ອື່ນ​ຂອງສະຫະ​ປະຊາ​ຊາດ ​ໃນ​ການ​ຮ່ວມ​ມື​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ; ​ເນັ້ນ​ໜັກ​ໃສ່​ຂໍ້ຄວາມ​ເພີ່ມ​ທະວີ​ຄູ່​ຮ່ວມ​ມື​ທົ່ວ​ໂລກ ​ເພື່ອ​ໂລກ​ແຫ່ງ​ສັນຕິພາບ ຄວາມ​ຍຸຕິ​ທຳ ​ແລະ​ການ​ພັດທະນາ​ທີ່​ຍືນ​ຍົງ​ສຳລັບ​ປະຊາຊົນ​ທຸກ​ຄົນ./.

​ໂດຍ ຫງວຽນ​ດົງ