ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 8-10 ​ເດືອນ​ຕຸລາ 2018, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ການ​ຮ່ວມ​ມື​ແມ່​ນ້ຳຂອງ-ຍີ່​ປຸ່ນ ຄັ້ງ​ທີ 10 ​ແລະ​ຢ້ຽມຢາມ​ປະ​ເທດ​ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອະເບະ ຕ້ອນຮັບທ່ານນາຍົກລັດຖະມົນຕີຫງຽດນາມ ຫງວຽນຊວັນຝຸກ

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ດຳ​ເນີນ​ໂຄງການ​ເຮັດ​ວຽກທີ່​ມີ 30 ກິດ​ຈະ​ກຳ ລວມທັງ​ພະ​ຫຸພາຄີ ​ແລະ​ທະວິ​ພາຄີ: ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກາ​ນຮ່ວມ​ມື​ແມ່​ນ້ຳຂອງ-ຍີ່ປຸ່ນ; ​ເຂົ້າພົບກະສັດ​ແຫ່ງ​ຍີ່ປຸ່ນ, ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ກັບສະຫະພັນສະມາຊິກ​ມິດຕະພາບ​ລັດຖະສະພາ ຍີ່ປຸ່ນ-​ແມ່​ນ້ຳຂອງ, ສະຫະ​ພັນ​ເສດຖະກິດ​ຍີ່​ປຸ່ນ Keidanren, ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ລົງທຶນ ​ແມ່​ນ້ຳຂອງ-ຍີ່ປຸ່ນ. ​ໃນ​ການ​ຢ້ຽມຢາມ​ປະ​ເທດ​ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ພົບ​ປະ​ເຈລະຈາ​ກັບ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອະ​ເບະ, ຮ່ວມປະຊຸມ​ຖະ​ແຫຼ​ງຂ່າວ​ຮ່ວມ​ກັນ ​ແລະ ​ເປັນ​ສັກຂີ​ພະຍານ​ໃນ​ພິທີ​ເຊັນບັນດາ​ເອກະສາ​ນການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ; ພົບ​ປະ​ກັບ​ປະທານ​ສະພາ​ຕ່ຳ ​ແລະປະທານ​ສະພາ​ສູງ​ຍີ່ປຸ່ນ; ຮ່ວມ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ໃນ​ຫວຽດນາມ ​ແລະ​ດຳ​ເນີນການ​ປຶກສາ​ສົນທະນາ 4 ຄັ້ງ​ກັບ​ນັກທຸລະກິດ​ຍີ່ປຸ່ນ​ ກ່ຽວ​ກັບ​ຂົງ​ເຂດ​ອະສັງຫາລິມະ​ຊັບ, ​ໂຄງ​ສ້າງ​ພື້ນຖານ, ການ​ເງິນ, ທະນາຄານ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ພ້ອມ​ກັບ​ການ​ພົບ​ປະ​ກັບ​ຜູ້ນຳ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ຂອງ​ຍີ່ປຸ່ນ.

ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື ​ແມ່​ນ້ຳຂອງ-ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ແລະ ບັນດາ​ຜູ້ນຳ ໄດ້​ພ້ອມ​ກັນທົບ​ທວນ​ສະພາບ​ການ​ຮ່ວມ​ມື​ໃນ​ເວລາ​ທີ່​ຜ່ານ​ມາ, ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງສຳຄັນ​ສຳລັບການ​ຮ່ວມ​ມື​ໃນ​​ໄລຍະ​ໃໝ່.

ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ທັດສະນະ​ວ່າ ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ການ​ຮ່ວມ​ມື​ແມ່​ນ້ຳຂອງ-ຍີ່ປຸ່ນ ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ​ຫຼາຍ​ຢ່າງ, ​ເປັນ​ຕົ້ນ​ແມ່ນ​ການ​ເປີດ​ກວ້າງ​ການ​ພົວພັນ​ທາງ​ເສດຖະກິດ​ລະຫວ່າງ​ຍີ່​ປຸ່ນ ​ແລະ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ​, ​ໄດ້ນຳ​ມາ​ຊຶ່ງ​ການ​ປ່ຽນ​ແປງ​ທີ່​ດີ​ພໍ​ຄວນ​ທາງ​ດ້ານ​ໂຄງ​ສ້າງ​ພື້ນຖານ, ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ພາ​ກພື້ນ​ແມ່​ນ້ຳຂອງ ​ແລະ ສ້າງ​ສະພາບ​ແວດ​ລ້ອມທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ ຂອງ​ບັນດາ​ວິສາ​ຫະກິດ​ຂອງ​ບັນດາປະ​ເທດ​ສະມາຊິກ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ວ່າ “ທັງ​ໝົດ​ແມ່ນ​ມຸ້ງ​ໄປ​ສູ່​ປະຊາຊົນ, ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ເບື້ອງ​ຫຼັງ, ນັ້ນ​ແມ່ນ​ເປົ້າໝາຍຂອງ​​ໄລຍະຜ່ານ​ມາ ​ກໍ່​ຄືຂອງ​ໄລຍະ​ຕໍ່​ໄປ”.

ກ່ຽວ​ກັບ​ທິດ​ທາງ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ​ຕໍ່​ໄປ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ເນັ້ນ​ໜັກ​ໃສ່​ຂໍ້​ບຸລິມະສິດ​ຈຳ​ນວນ​ໜຶ່ງ, ​ເຊັ່ນ​ຊຸກຍູ້​ການ​ເຊື່ອມ​ຕໍ່ການ​ຄົມມະນາຄົມ, ລວມທັງ​ແລວ​ທາງ​ເສດຖະກິດ​ຕ​າ​ເວັນ​ອອກ-ຕາ​ເວັນ​ຕົກ, ​ແລວ​​ເສດຖະກິດ​ທາງ​ທິດ​ໃຕ້, ຄົ້ນຄວ້າ​ສ້າງ​ເສັ້ນທາງ​ດ່ວນ​ວຽງ​ຈັນ-ຮ່າ​ໂນ້ຍ, ການ​ຄົມມະນາຄົມ​ທາງ​ນ້ຳ​ຫວຽດນາມ-ກຳປູ​ເຈຍ; ປັບປຸງ​ການ​ເຊື່ອ​ຕໍ່​ໂຄງ​ສ້າງ​ພື້ນຖານ​ທີ່​ອ່ອນ​ນຸ້ມ ລວມທັງ​ບັນດາ​ຂໍ້​ກຳນົດ​ທີ່​ອຳນວຍ​ຄວາມ​ສະດວກຕໍ່​ການ​ຄ້າ, ການ​ລົງທຶນ, ສຸນ​ລະກາ​ກອນ; ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ຂອງ​ມະນຸດ ພິ​ເສດ​ແມ່ນ​ຜ່ານ​ການ​ສຶກສາ ​ແລະ​ການ​ຝຶກ​ອົບຮົມ​ວິຊາ​ຊີບ; ປະຕິບັດ​ວິ​ໄສ​ທັດ​ກ່ຽວ​ກັບ​ແມ່​ນ້ຳຂອງ​ສີຂຽວ​ໃຫ້​ປະກົດ​ເປັນ​ຈິງ ດ້ວຍ​ຈຸດ​ໜັກ​ໃຈກາງ​ແມ່ນ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ ນຳ​ໃຊ້​ແຫຼ່ງນ້ຳແບບ​ຍືນ​ຍົງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ການ​ອາກາດ ​ແລະ​ການພັດທະນາ​ກະສິກຳສະຫຼາດ, ຍືນ​ຍົງ…

ທ່ານ​ນາຍົກລັດຖະມົນຕີ ກໍ່​​ໄດ້ສະ​ເໜີ​ການ​ຄົ້ນຄວ້າ​ແລະນຳ​ໃຊ້​ເຄືອ​ຂ່າ​ຍປະດິດ​ສ້າງ​ ແມ່​ນ້ຳຂອງ-ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ​ແລກ​ປ່ຽນ​ລະຫວ່າງ​ບັນດາ​ສູນ​ຄົ້ນຄວ້າການ​ປະດິດ, ສູນ​ລິ​ເລີ່​ມທຸລະ​ກິດ​ ຂອງ​ຍີ່ປຸ່ນ ​ແລະ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່ນ​ນ້ຳຂອງ. ຂໍ້​ສະ​ເໜີ​ຕ່າງໆ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຂອງ​ກອງ​ປະຊຸມ ​ແລະ​ໄດ້​ສ່ອງ​ແສງ​ເຂົ້າ​ໃນ​ເອກະສານ​ຂອງ​ກອງ​ປະຊຸມ.

ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ຊີ້​ແຈ້ງ​​ເຖິງ​ລັກສະນະ​ຮີບ​ດ່ວນ​ຂອງ​ການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ ​ແລະ​ເສລີພາບ​ໃນການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮຽກຮ້ອງ​ໃຫ້​ປະຕິບັດ​ຕາມອະນຸ​ສັນຍາ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 ຂອງ​ສະຫະ​ປະຊາ​ຊາດ, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ ​ແລະ ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ COC ​ໃຫ້​ສຳ​ເລັດ​ຢ່າງ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ບັນດາ​ຜູ້ນຳ​ໄດ້​ຕົກລົງ​ຍົກ​ລະດັບ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ ​ແລະ ຍີ່ປຸ່ນ ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຮັບຮອງ​ຜ່ານ​​ແຜນ​ຍຸດ​ທະ​ສາດ​ໂຕ​ກຽວ 2018 ສຳລັບ​ການ​ຮ່ວມ​ມື​ໃນ​ໄລຍະ 2019-2021, ທີ່​ລວມສູນ​ໃສ່​ສາມ​ເສົາ​ຄ້ຳ​ຕົ້ນຕໍຄື ​ການ​ເຊື່ອນ​ຕໍ່​ຢ່າງ​ມີ​ຊີ​ວິດ​ຊີວາ​ແລະ​ມີ​ປະສິດທິ​ຜົນ; ສັງຄົມ​ທີ່​ມີ​ຜູ້​ຄົນ​ເປັນ​ສູນ​ກາງ; ປະຕິບັດ​ແມ່​ນ້ຳຂອງ​ສີຂຽວ​ໃຫ້​ປະກົດ​ເປັນ​ຈິງ. ບັນດາ​ທິດ​ທາງ​ການ​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ແຜນ​ຍຸດ​ທະ​ສາດ​ໂຕ​ກຽວ 2018 ພ້ອມດ້ວຍ​ບັນດາ​ໂຄງການ​ລົງທຶນກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ຝຶກ​ອົບຮົມຊັບພະຍາກອນ​ມະນຸດ…ຊຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ຍີ່ປຸ່ນນັ້ນ ບັນດາ​ຜູ້ນຳ​ຄາດ​ຫວັງ​ວ່າ​ມັນ​ຈະ​ສ້າງ​ແຮງ​ກະ​ຕູ້ນ​ແລະ​ບັນຍາກາດ​ໃໝ່​ ໃຫ້​ແກ່​ການ​ຮ່ວມ​ມື​ແມ່​ນ້ຳຂອງ-ຍີ່ປຸ່ນ.

ກ່າວ​ປະ​ໄສ​ໃນ​ກອງ​ປະຊຸມ​ການລົງທຶນ​ແມ່ນ​ນ້ຳຂອງ-ຍີ່ປຸ່ນ ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກທຸລະ​ກິດ 600 ຄົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ເນັ້ນ​ຢ້ຳ​ເຖິງ​ບົດ​ບາດ​ຂອງພາກ​ພື້ນ​ແມ່​ນ້ຳຂອງ, ທີ່​ຕັ້ງພູມ​ສາດ​ການ​ເມືອງ, ພູມ​ສາດ​ເສດຖະກິດ, ພູມ​ສາດ​ການ​ຄ້າທີ່​ສຳຄັນ​ຂອງ​ຫວຽດນາມ; ແລະຖືວ່າ “​ໂດຍ​ຢູ່​ໃຈກາງ​ທະວີບອາຊີ​ທີ່​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ພາກ​ພື້ນ​ແມ່​ນ້ຳຂອງ​ພວມ​ບືນ​ຕົວ​ຂຶ້ນດ້ວຍ​ຄວາມ​ຕັດສິນ​ໃຈ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ​ກຳລັງ​ແຮງ​ທັງ​ໝົດ​ຂອງ​ຕົນ”. ທ່ານ​ນາຍົກລັດຖະມົນຕີຢືນຢັນ, ​ແງ່​ຫວັງ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ​ຂອງຫວຽດນາມ​ ເປີດ​ໂອກາດ​ດີ​ຫຼາຍ​ຢ່າງ​ສຳລັບ​ການ​ຮ່ວມ​ມືພັດທະນາ ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຢູ່​ພາກພື້ນ​ແມ່​ນ້ຳຂອງ ​ແລະ​ຍີ່ປຸ່ນ, ພ້ອມ​ກັນນັ້ນກໍ​ຊີ້​ແຈ້ງວ່າ ລັດຖະບານ​ຫວຽດນາມວາງ​ຄວາມ​ສຳຄັນ​ສູງ​ຕໍ່​ຄຸນ​ນະພາ​ບຂອງ​ບັນດາ​ໂຄງການ​ລົງທຶນ.

​ໃນ​ການ​ຢ້ຽມຢາມ​ປະ​ເທດ​ຍີ່​ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອະ​ເບະ. ສອງ​ຝ່າຍ​​ເປັນ​ເອກະສັນ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ ​ໃຫ້ກ້າວ​ເຂົ້າ​ສູ່​ໄລຍະ​​ແຫ່ງ​ການ​ພັດທະນາໃໝ່ ຢ່າງຮອບດ້ານ​ແລະ​ມີ​ເນື້ອ​ແທ້​ກວ່າ​ອີກ.

ຜູ້ນຳ​ທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ຊຸກຍູ້ການ​ເຊື່ອມ​ຕໍ່​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ ຕາມ​ຈິດ​ໃຈ​ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ບາງ​ໂຄງການ​ທີ່​ພວມຜັນ​ຂະຫຍາຍ ​ກ່ຽວ​ກັບ​ພະລັງງານ​ໄຟຟ້າ, ຄົມມະນາຄົມ, ການ​ຝຶກ​ອົບຮົມ…, ສ້າງ​ເງື່ອນໄຂ​ເພື່ອ​ໃຫ້​ໝາກ​ໄມ້​ຂອງ​ສອງ​ປະ​ເທດ​ໄດ້​ເຂົ້າ​ໃນ​ຕະຫຼາດ​ຂອງ​ກັນ​ແລະ​ກັນ ​ໃນ​ນັ້ນ​ມີໝາ​ກ້ຽງ​ນ້ອຍ, ໝາກ​ໂປ​ມຊອງ​ຍີ່ປຸ່ນ ​ແລະ ໝາກ​ລິ່ນ​ຈີ, ໝາກ​ລຳ​ໄຍ, ໝາກ​ເຕົ້ານົມ ຂອງ​ຫວຽດນາມ.

ສອງ​ຝ່າຍ​​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສາທາລະນະ​ສຸກ, ການ​ສຶກສາ, ​ແຮງ​ງານ, ຕາມນັ້ນ​ຍີ່​ປຸ່ນພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາຜູ້​ຝຶກ​ງານ​ຫວຽດນາມ​ໄປ​​ເຮັດ​ວຽກ​ຢູ່​ຍີ່ປຸ່ນ ​ດ້ວຍ​ຈຳນວນ​ຫຼາຍ​ກວ່າ​ອີກ; ພ້ອມ​ກັນ​ນັ້ນ​ກໍ່ຈະຈັດການຢ່າງ​ເຂັ້ມ​ງວດ​ ຕໍ່ບັນດາ​ບໍລິສັດ​ນາຍ​ໜ້າ​ທີ່​ມີ​ຄວາມ​ຜິດພາດ​ໃນ​ການສົ່ງ​ແຮງ​ງານມາ​​ໃນ​ຍີ່ປຸ່ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ກໍ່​ໄດ້​ສະ​ເໜີ​ໃຫ້​ຍີ່​ປຸ່ນພິຈາລະນາ​ຍົກ​​ເວັ້ນພາສີ​ລາຍ​ໄດ້ ​ແລະ​ພາສີທີ່ຢູ່​ອາ​ໄສ ​ໃຫ້ຜູ້​ຝຶກ​ງານ​ຫວຽດນາມ​ຢູ່​ຍີ່ປຸ່ນ ​ແລະ​ອຳນວຍ​ຄວາມ​ສະດວກ​ຕື່ມ​ອີກ​ໃນ​ການ​ອອກ​ວີ​ຊາ​​ເຂົ້າປະ​ເທດ ​ໃຫ້​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ເຂົ້າຍີ່ປຸ່ນ.

ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອະ​ເບະ ​ເວົ້າ​ວ່າ: “​ໃນ​ສະພາບ​ການ​ທີ່ລັດທິ​ອາລັກຂາ​ພວມ​ແຜ່​ລາມ​ໃນ​ໂລກ, ພວກ​ເຮົາ​ຢືນຢັນສືບ​ຕໍ່​ສົ່ງຂໍ້ຄວາມ​ທີ່​ແຂງ​ແຮງ ກ່ຽວ​ກັບການ​ສົ່ງ​ເສີມ​ການ​ຄ້າ​ແລະ​ການລົງທຶນ​ແບບ​ເສລີ​ແລະຍຸຕິ​ທຳ ​ໄປ​ຍັງ​ທົ່ວ​ໂລກ ​ໂດຍ​ຜ່ານສັນຍາ CPTPP ​ແລະ RCEP”.

ພາບ​ຫຼັງ​ການ​ພົບ​ປະ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ ທ່ານ​ນາຍົກລັດຖະມົນຕີ ຊິນ​ໂຊ ອະ​ເບະ ​ໄດ້​ເປັນ​ສັດ​ຂະ​ພະຍານ​ໃນ​ການ​ມອບ​ສົ່ງ​​ເອກະສານ​ການ​ຮ່ວມ​ມື 9 ສະບັບ ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ​ອົງການ​ຂອງ​ສອງ​ປະ​ເທດ.

​ໃນ​ການ​ຢ້ຽມຢາມ​ປະ​ເທດ​ຍີ່ປຸ່ນ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມສົ່ງ​ເສີມ​ການ​ລົງທຶນ ຫວຽດນາມ-ຍີ່ປຸ່ນ ພາຍ​​ໃຕ້​ຫົວ​ຂໍ້ “​ໂອກາດ​ໃໝ່, ວິ​ໄສ​ທັດ​ໃໝ່​ໃນ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ຢູ່​ຫວຽດນາມ”, ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ 1.200 ນັກທຸລະກິດ​ຍີ່ປຸ່ນ​ແລະ​ຫວຽດນາມ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີນ​ຕໍ່​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ທີ່​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເງິນ, ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ທີ່​ດີ, ມີ​ເຄືອ​ຂ່າ​ຍຕະຫຼາດ​ສາກົນ, ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ຂະ​ບວນວິວັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ; ພ້ອມ​ກັນ​ນັ້ນ​ກໍ່​ສົ່ງເສີມວິ​ສາ​ຫະກິດ​ຍີ່ປຸ່ນ ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ຄຸນ​ນະພາ​ບສູງ, ລົງທຶນ​ເຂົ້າ​ວິ​ສາ​ຫະກິດ​ລິ​ເລີ່​ມການ​ທຸລະ​ກິດ​ຂອງ​ຫວຽດນາມ ຕາມ​ຂັ້ນ​ຕອນ​​ທີ່​ງ່າຍດາຍ ກ່ຽວ​ກັບ​ການມອບ​ໂອນ​ທຶນ, ​ໂອນ​ກຳ​ໄລ​ໄປ​ຕ່າງປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ຈະ​ສືບ​ຕໍ່ປົວ​ແປງ​ສິ່ງ​ແວດ​ລ້ອມ​​ແຫ່ງການ​ລົງທຶນທຸລະ​ກິດ ​ແລະ ຮຽກຮ້ອງ​ໃຫ້​ນັກ​ລົງທຶນ​ຍີ່ປຸ່ນ​ມາ​ຫວຽດນາມ ​ເພື່ອ​ໃຫ້​ສອງ​ຝ່າຍ​ຮ່ວມ​ມື​ນຳ​ກັນໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມກັນ ​ແລະ ພັດທະນາ​ໝັ້ນຄົງ ຍືນ​ຍົງ.

​ໃນ​ທີ່​ກອງ​ປະຊຸມ, ພາຍ​​ໃຕ້​ການ​ເປັນ​ສັກຂີ​ພະຍານ​ຂອງ​ນາຍົກລັດຖະມົນຕີ, ສອງ​ຝ່າຍ​ໄດ້​ລົງ​ນາມ, ​ແລກປ່ຽນ​ເອກະ​ສາ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ 19 ສະບັບ, ທີ່​ມີ​ມູນ​ຄ່າ​ເກືອບ 10 ຕື້​ໂດ​ລາ​ສະຫະລັດ.

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມມື ​ແມ່​ນ້ຳຂອງ-ຍີ່ປຸ່ນ ຄັ້ງ​ທີ 10 ​ແລະ​ການ​ຢ້ຽມຢາມ​ປະ​ເທດ​ຍີ່ປຸ່ນ ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ສືບ​ຕໍ່​ຢືນຢັນ​ວ່າ ຫວຽດນາມ​ເປັນ​ຄູ່​ຮ່ວມ​ງານທີ່​​ເຊື່ອ​ຖື​ໄດ້, ກຽມພ້ອມກັບ​ຍີ່ປຸ່ນ ​ແລະ​ບັນດາ​ປະ​ເທດ​ໃນ​ລຸ່ມ​ແມ່​ນ້ຳຂອງ ສ້າງ​ແຜນການ​ຮ່ວມ​ມື​ໄລຍະ​ຍາວ ​ເພື່ອ​ມຸ່ງ​ໄປ​ສູ່​ເປົ້າ​ໝາຍຮ່ວມ​ກັນ​ຄື ​ພັດທະນາ​ແລະຫຼຸດຜ່ອນ​ຊ່ອງ​ຫວ່າງ​ການ​ພັດທະນາ ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ ກໍ່​ຄື​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-ຍີ່ປຸ່ນ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່./.

​ໂດຍ ຫງວຽນ​ດຶກ