ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 11-12 ຕຸລາ 2018 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ພ້ອມ​ກັບຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມການ​ພົບ​ປະລະ​ຫວ່າງ​ບັນດາ​ຜູ້ນຳ ອາ​ຊຽນ ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ກອງ​ທຶນ​ການ​ເງິນ​ສາກົນ (IMF) - ທະນາຄານ​ໂລກ (WB) ທີ່​​ເມືອງ ບາ​ລີ, ປະ​ເທດອິນ​ໂດ​ເນ​ເຊຍ ​ແລະ ຢ້ຽມຢາມ​ເຮັດ​ວຽກ​ຢູ່ອິນ​ໂດ​ເນ​ເຊຍ.

ທ່ານນາຍົກລັດຖະມົນຕີອິນໂດເນເຊຍ ໂຈໂກ ວີໂດໂດ ຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ

ການ​ພົບ​ປະລະ​ຫວ່າງ​ບັນດາ​ຜູ້ນຳ ອາ​ຊຽນ ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ປະຈຳ​ປີ​ຂອງກອງ​ທຶນ​ການ​ເງິນ​ສາກົນ - ທະນາຄານ​ໂລກ ພາຍ​ໃຕ້​ຫົວ​ຂໍ້ “ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຫຼຸດຜ່ອນ​ຊ່ອງ​ວ່າງ​ການ​ພັດທະນາ ​ໂດຍ​ຜ່ານບັນດາ​ການ​ເຄື່ອນ​ໄຫວ​ປະສານ​ສົມທົບ​ພາກ​ພື້ນ​ແລະ​ທົ່ວ​ໂລກ”, ບັນດາ​ຜູ້ນຳ​ອາ​ຊຽນ ​ແລະ ບັນດາ​ຜູ້ນຳ​ໜ້າ​ອົງການ​ສະຫະ​ປະຊາ​ຊາດ, ກອງ​ທຶນ​ການ​ເງິນ​ສາກົນ, ທະນາຄານ​ໂລກ ​ໄດ້​ແລກປ່ຽນ​ຄວາມ​ຄິດ, ທິດ​ທາງ ​ແລະ​ມາດ​ຕະການ​ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ປະ​ສາ​ສົມທົບ​ລະຫວ່າງ​ອາ​ຊຽນ ​ແລະ​ສະຫະ​ປະຊາ​ຊາດ, ກອງ​ທຶນ​ການ​ເງິນ​ສາກົນ, ທະນາຄາ​ນ​ໂລກ ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ, ​ໂດຍ​ຜ່ານ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ໂຄງການດຳ​ເນີນ​ງານຮອດ​ປີ 2030 ກ່ຽວ​ກັບ​ເປົ້າ​ໝາຍ​ການ​ພັດທະນາ​​ແບບ​ຍືນ​ຍົງ ​ແລະ ​ເພີ່ມ​ທະ​ວີ​ການ​ປະຕິ​ສຳພັນ​ລະຫວ່າງ​ໂຄງການ​ນີ້​ກັບ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025.

ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ສະ​ເໜີ​ໃຫ້ສະຫະ​ປະຊາ​ຊາດ, ກອງ​ທຶນ​ການ​ເງິນ​ສາກົນ, ທະນາຄາ​ນ​ໂລກ ສົມທົບ​ກັບ​ອາ​ຊຽນ ​ແລະ​ຫວຽດນາມ ​ໃນ​ການ​ຊຸກຍູ້​ຜັນ​ຂະຫຍາຍ​ບັນດາ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ WEF ASEAN ທີ່​ຫາ​ກໍ່​ໄດ້​ຈັດ​ຕັ້ງ​ຢູ່​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ກ່ຽວກັບ​ກົນ​​ໄກສະພາບ​ແວດ​ລ້ອມ​ທຸລະ​ກິດ​ທີ່​ກົມ​ກຽວ, ກອບ​ການ​ເຊື່ອມ​ຕໍ່​ບັນດາ​ສວນ​ກ້າ​ແຫ່ງ​ຊາດ ​ແລະ ​ການເຊື່ອມ​ຕໍ່​ເຄືອ​ຂ່າຍ​ການ​ສຶກສາ ​ແລະ​ກໍ່ສ້າງ​ລະບົບ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ​ ຢູ່​ບັນດາ​ປະ​ເທດ​ອາ​ຊຽນ.

ທ່ານ​ນາຍົກລັດຖະມົນຕີ​​ສະ​ເໜີ​ໃຫ້ກອງ​ທຶນ​ການ​ເງິນ​ສາກົນ, ທະນາຄາ​ນ​ໂລກ ຮ່ວມ​ມື​ແລະ​​ໃຫ້​ຄຳປຶກສາ ​ແກ່​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ການ​ກໍ່ສ້າງ​ກົນ​ໄກການ​ເຕືອນຄວາມ​ສ່ຽງ​ທາງ​ເສດຖະກິດ​ມະຫະພາກ​ໃນ​ພາກ​ພື້ນ ​ເພື່ອ​ຊ່ວຍ​ຍົກ​ສູງຄວາມ​ສາມາດ​ສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ ​ແລະສາມາດ​ປັບ​ຕົວ​ໄດ້​ຂອງ​ເສດຖະກິດ​ອາ​ຊຽນ, ສືບ​ຕໍ່​ສະໜັບສະໜູນ ​ແລະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ອາ​ຊຽນ ​ໃນ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ, ​ເຕືອນ​ໄພ​ລ່ວງ​ໜ້າ​ຂອງ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ຫຼຸດຜ່ອນ​ຊ່ອງ​ວ່າງການ​ພັດທະນາ ​ເປັນ​ຕົ້ນ​ແມ່ນ​ຊ່ອງ​ວ່າງ​ທາງ​ດ້ານດິຈິ​ຕອນ, ຄົ້ນຄວ້າ​ແລະ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ປະຕິ​ຮູບ​ລະບຽບ​ກົດໝາຍ ​ແລະການ​ຝຶກ​ອົບຮົມ​ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບສູງ ​ເພື່ອ​ກຳ​ໂອກາດ​ທີ່​ດີ​ຂອງ​ການ​ປະຕິວັດ​ອຸດສາຫະກຳ 4.0. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ເນັ້ນ​ວ່າ “ພວກ​ຂ້າພະ​ເຈົ້າ​ເຊື່ອ​ວ່າ, ດ້ວຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ ​ແລະ​ພາກ​ພື້ທີ່​ເປີດ​ກວ້າງ ກໍ່​ຄື​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ພວກ​ເຮົາ, ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ໂຄງການ​ດຳ​ເນີນ​ງານ 2030 ຂອງ​ສະຫະ​ປະຊາ​ຊາດ ​ຈະ​ໄດ້​ຮັບ​ການ​ປະຕິບັດຢ່າງ​ສຳ​ເລັດ​ຜົນ ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ໃນທົ່ວ​ໂລກ”.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງກອງ​ທຶນ​ການ​ເງິນ​ສາກົນ - ທະນາຄາ​ນ​ໂລກ ດ້ວຍ​ຖານະ​ເປັນ​ແຂກ​ຮັບ​ເຊີນ​ພິ​ເສດ​ຂອງ​ປະ​ເທດ​ເຈົ້າພາບ; ພົບ​ປະ​ກັບ​ຜູ້ນຳ​ບາງ​ທ່ານ​​ໃນ​ອາ​ຊຽນ: ນາ​ຍົກ​ລັດຖະມົນຕີ​ກຳປູ​ເຈຍ, ນາຍົກລັດຖະມົນຕີມາ​ເລ​ເຊຍ, ປະທານາທິບໍດີ​ຟີ​ລິບ​ປິນ,… ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ​ແລະ​ແກ້​ໄຂ​ບັນຫາ​ລະອຽດ​ຈຳນວນ​ໜຶ່ງ. ​ໃນ​ການ​ພົບ​ປະ​ກັບ​ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ການ​ເງິນ​ສາກົນ, ທ່ານ​ນາງ ຄຣິສຕີນ ລາ​ກາຣ໌ດ ​ໄດ້​ປະ​ເມີນ​ໃນ​ທາງ​ບວກ ​ຕໍ່ບັນດາ​ນະ​ໂຍບາຍ​ຄຸ້ມ​ຄອງ ຮັກສາ​ຄວາມ​ໝັ້ນຄົງ​ທາງ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ ​ໃນ​ສະພາບ​ການ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກມີ​ຄວາມ​ຜັນ​ຜວນ​ທີ່​ຄາດ​ເດົາ​ຍາກ. ກອງ​ທຶການ​ເງິນ​ສາກົນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື, ​ໃຫ້​ຄຳ​ປຶກສາ ກັບ​ຫວຽດນາມ​ໃນ​ເວລາ​ຕໍ່​ໄປ.

​ໃນ​ການ​ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ໂຈ​ໂກ ວີ​ໂດ​ໂດ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສ້າງ​ໃຫ້​ມີ​ການ​ບຸກທະລຸ​ໃໝ່ ​ແລະ ພາ​ໃຫ້ການຮ່ວມມືທາງ​ດ້ານ​ເສດຖະກິດ​ກາຍ​ເປັນ​ເສົາ​ຄ້ຳ​ຕົ້ນຕໍຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ; ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 10 ຕື້​ໂດ​ລາ​ສະຫະລັດ​ໂດຍ​ໄວ ຕາມ​ທິດ​ສົມ​ດຸນ, ອຳນວຍ​ຄວາມ​ສະດວກ​ຫຼາຍ​ກວ່າ​ອີກ​ ໃຫ້​ບັນດາ​ກົນ​ໄກ​ສົນ​ທະນະ​ວິ​ສາ​ຫະກິດ-ວິ​ສາ​ຫະກິດ, ວິ​ສາ​ຫະກິດ-ລັດຖະບານ, ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ​ແກ້​ໄຂ​ຂໍ້ຄົງຄ້າງ​ໃຫ້​​ເສັດ​ສິ້ນ​​ໂດຍ​ໄວ.

ສອງ​ຝ່າຍ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອື່ນ​ຄື ກະສິກຳ, ພັດທະນາ​ແຫຼ່ງບຸກຄະລາ​ກອນ ​ແລະ​ທ່ອງ​ທ່ຽວ, ​ໃນ​ນັ້ນ​ພິຈາລະນາ​ຄວາມ​ສາມາດ​ເປີດ​ສາຍ​ການບິນ​ເຊື່ອນ​ຕໍ່​​ແຫຼ່ງ​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ ​ແລະ​ເສລີພາບ​ໃນ​ການ​ເດີນ​ເຮືອ ​ແລະ​ການບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ພິພາດ​ດ້ວຍ​ສັນຕິ​ວິທີບົນ​ພື້ນຖານ​ກົດໝາຍ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ມະ​ເລ (UNCLOS) ປີ 1982. 

​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ແຈ້ງ​ຂ່າວ​ວ່າ​ຫວຽດນາມ​ຕົກລົງ​ຊ່ວຍ​ເຫຼືອ​ອິນ​ໂດ​ເນ​ເຊຍ 100.000 ​ໂດ​ລາ​ສະຫະລັດ ​ເພື່ອ​ປະກອບສ່ວນ​ຊ່ວຍ​ເຫຼືອ​ປະຊາຊົນ​ອິນ​ໂດ​ເນ​ເຊຍ ​ແກ້​ໄຂ​ຜົນ​ກະທົບ​ຈາກແຜ່ນດິນ​ໄຫວ, ຄື້ນສຶນາ​ມິ. ທ່ານ​ນາຍົກລັດຖະມົນຕີກ່າວວ່າ “ລັດຖະບານ​ແລະ​ປະຊາຊົນ​ຫວຽດນາມຈະ​ຄຽງ​ບ່າຄຽງ​ໄລ່ກັບ​ພວກ​ເພື່ອນ​ຢູ່​ສະ​ເໝີ​ໃນ​ວັນ​ເວລາ​ທີ່ຫຍຸ້ງຍາກ​ນີ້”.

​ໃນ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ ໄດ້​ໃຫ້ການ​ຕ້ອນຮັບຜູ້ນຳ​ວິ​ສາ​ຫະກິດ​ອິນ​ໂດ​ເນ​ເຊຍ​ບາງ​ທ່ານ​ເຊັ່ນ ປະທານ​ກຸ່ມບໍລິສັດ Ciputra, ປະທານ​ກຳມະການບໍລິສັດ​ຫຼັກ​ຊັບ Nikko Indonesia, ປະທານ​ຫ້ອງການ​ອຸດສາຫະກຳ ​ແລະ​ການ​ຄ້າ​ອິນ​ໂດ​ເນ​ເຊຍ.

ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວຮ່ວມ​ກັນ, ທ່ານ​ປະທານາທິບໍດີ ​ໂຈ​ໂກ ວີ​ໂດ​ໂດ ​ໄດ້​ຕີ​ລາຄາ​ສູງ​ຜົນ​ຂອງ​ການ​ພົບ​ປະ​ເຈລະຈາ, ທິດ​ທາງ​ການ​ຮ່ວມ​ມື​ລະຫວ່າງ​ຄູ່​ຮ່ວມຍຸດ​ທະ​ສາດ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ທີ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ນັກ​ລົງທຶນ​ອິນ​ໂດ​ເນ​ເຊຍ​ຢູ່​ຫວຽດນາມ. ທ່ານ​ປະທານາທິບໍດີ ​ໂຈ​ໂກ ວີ​ໂດ​ໂດ ​ສະ​ແດງ​ຄວາມ​ຫວັງ​ວ່າ ​ບັນດາ​ນັກທຸລະກິດ​ອິນ​ໂດ​ເນ​​ເຊຍຈະ​ຄົ້ນ​ເຜີຍ​​ໂອກາດ​ລົງທຶນ​ທຸລະ​ກິດ​ຢູ່​ຫວຽດນາມ.

ການ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່​ອິນ​ໂດ​ເນ​ເຊຍ ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້ສືບ​ຕໍ່ຢືນຢັນ​ບົດບາດສະມາຊິກ​ທີ່​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ​ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມຢູ່​ໃນ​ອາ​ຊຽນ; ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຮ່ວມ​ມື​ຢ່າງ​ມີ​ເນື້ອ​ແທ້ຕົວ​ຈິງ​ຂອງ​ຫວຽດນາມ ກັບ​ບັນດາສະ​ຖາ​ບັນ​ການ​ເງິນ​ພະຫຸ​ພາຄີ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມືກັບປະ​ເທດ​ເຈົ້າພາບ​ອິນ​ໂດ​ເນ​ເຊຍ ປະກອບສ່ວນ​ໃນ​ການສ້າງ​ປະຊາ​ຄົມ​ອາ​ຊຽນທີ່​ເຂັ້ມ​ແຂງ​ແລະ​ສ້າງສັນ, ​ໃຫ້​ພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້ມີ​ສັນຕິພາບ, ສະຖຽນ​ລະ​ພາບ, ສາມັກຄີ, ຈະ​ເລີ​ນພັດທະນາ ​ແລະ ການ​ເຕີບ​ໂຕ​ຢ່າງ​ຍືນ​ຍົງ./.

​ໂດຍ ຫງວຽນ​ດຶກ