ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ ປະທານ​ສະພາ​ຕ່ຳ​ລັດ​ເຊຍ ວີ​ອາ​ແຈ​ສລາບ ​ໂວ​ໂລ​ດິນ ​ແລະ​ຂອງປະທານ​ສະພາ​ແຫ່ງ​ຊາດ​ສາທາລະນະ​ລັດ​ເກົາຫຼີ ມູນ ຮີ​ຊາງ, ທ່ານ​ນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະທານ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ອາຊີ ​ເອີຣົບ ຄັ້ງ​ທີ​ສາມ; ​ແລະ​ຢ້ຽມຢາມ​ປະ​ເທດ​ສາທາລະນະ​ລັດ​ຕວັກ​ກີ​ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດຕວັກ​ກີ ບີ​ນາລີ ຢີນດິຣີມ.

ທ່ານປະທານສະພາແຫ່ງຊາດຕວັກກີ ບີນາລີ ຢີນດິຣີມ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

ຫົວ​ຂໍ້​ລວມຂອງກອງ​ປະຊຸມ​ປະທານ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ອາຊີ ​ເອີຣົບ ຄັ້ງ​ທີ​ສາມ (MSEAP 3) ​ແມ່ນ “ການຮ່ວມ​ມື​ທາງດ້ານ​ເສດຖະກິດ, ສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ​ຢ່າງ​ຍືນ​ຍົງ ​ຢູ່​ພາກ​ພື້ນ​ອາຊີ ​ເອີຣົບ”. ກອງ​ປະຊຸມ​ໄດ້​ຮັບຮອງ​ຜ່ານ​ຖະ​ແຫຼ​ງການ​ຮ່ວມ - ຖະ​ແຫຼ​ງການ ອານ​ຕານ​ຢາ, ປະ​ກອບ​ດ້ວຍ 17 ຂໍ້. ​ເຂົ້າ​ຮ່ວມ MSEAP 3, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ມີ​ບົດ​ປາ​ໄສ​ໃນ​ການ​ປະຊຸມ​ປຶກສາ​ສົນທະນາ​ຄົບ​ຄະນະ. ຕາມ​ລະບຽງ​ການ​ປະຊຸມ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ພົບ​ປະ​ຫາລື​ກັບ​ປະທານ​ສະພາ​ຕ່ຳ​ແຫ່ງ​ສະຫະພາບ​ລັດ​ເຊຍ, ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ, ປະທານ​ສະພາ​ຕ່ຳ​ແຫ່ງ​ສາທາລະນະ​ລັດ​ເບ​ລາຣຸດຊີ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ກາ​ຊັກ​ສະຖານ.

ພາຍ​ຫຼັງ​ການ​ເຂົ້າ​ຮ່ວມ MSEAP 3, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄປ​ຢ້ຽມຢາມ​ປະ​ເທດ​ສາທາລະນະ​ລັດ​ຕວັກ​ກີ ຢ່າງ​ເປັນ​ທາງ​ການ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄປຢ້ຽມຢາມ​ປະ​ເທດ​ຕວັກ​ກີ​ຢ່າງ​ເປັນ​ທາງ​ການ ​ແລະ ກໍ່​ເປັນ​ການ​ຢ້ຽມຢາມ​ຂັ້ນ​ສູງ​ສຸດ​ຂອງ​ການ​ນຳ​ພັກ​ແລະ​ລັດ​ຫວຽດນາມ​ທີ່​ປະ​ເທດ​ຕວັກ​ກີ. 

​ໃນ​ການຢ້ຽມຢາມ​ປະ​ເທດ​​ຕວັກ​ກີຢ່າງ​ເປັນ​ທາງ​ການ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ພົບ​ປະ​ເຈລະຈາ​ກັບ ​ປະທານ​ສະພາ​ແຫ່ງ​ຊາດ ບີ​ນາລີ ຢີນດິຣີມ; ພົບ​ປະ​ຫາລື​ກັບ​ປະທານາທິບໍດີ ຕວັກ​ກີ ​ເຣ​ເຈ​ບ ​ໄຕ​ຢິບ ​ແອຣ໌​ໂດ​ອັນ; ພົບ​ປະ​ກັບ​ພະນັກງານ ລັດຖະກອນ​ສະຖານທູດ​ຫວຽດນາມ​ແລະ​ຕົວແທນ​ຂອງຊຸມຊົນ​ຊາວ​ຫວຽດນາມ​ຢູ່​ຕວັກ​ກີ; ຕ້ອນຮັບ​ປະທານ​ສະພາ​ເສດຖະກິດ​ການ​ຕ່າງປະ​ເທດ​ຕວັກ​ກີ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ທຸລະ​ກິດ​ແລະການ​ລົງທຶນ ຫວຽດນາມ-ຕວັກ​ກີ.

ຕາງໜ້າ​ການ​ນຳ​ພັກ​ແລະ​ລັດ​ຫວຽດນາມ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້ອວຍພອນ​ຊົມ​ເຊີຍ ຕວັກ​ກີ ທີ່​ໄດ້​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ​ປະທານ​ສະພາ​ແຫ່ງ​ຊາດຢ່າງ​ສຳ​ເລັດ​ຜົນ ​ໃນ​ເດືອນມິ​ຖຸນາ 2018 ທີ່​ຜ່ານ​ມາ. ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ປະສົບ​ການທີ່​ອຸດົມສົມບູນ​ໃນ​ການ​ເຄື່ອນ​ໄຫວ​ການ​ເມືອງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຕວັກ​ກີ ບີ​ນາລີ ຢີນດິຣີມ ຈະ​ນຳພາ​ສະພາ​ແຫ່ງ​ຊາດ​ຕວັກ​ກີ ປະສົບ​ຄວາມສຳ​ເລັດ​​ເປັນ​ຢ່າງ​ດີ​​ໃນການ​ປະຕິບັດໜ້າ​ທີ່​ທີ່​ປະຊາຊົນ​ແລະ​ຜູ້​ມີ​ສິດ​ເລືອກ​ຕັ້ງມອບ​ໝາຍ​ໃຫ້.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດຕວັກ​ກີ ​ໃຫ້​ຄຳ​ສັງ​ເກດ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​​ທາງ​ດ້ານ​ເສດຖະກິດ​ແລະ​ສັງຄົມຂອງພາກ​ພື້ນ​ອາຊີ-ປາຊີ​ຟິກ ​ແລະ​ ເນັ້ນ​ໜັກ​ວ່າ ຫວຽດນາມ​ເປັນ​ສະມາຊິກ​ຂອງ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ), ຕວັກ​ກີ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພົວພັນ​ກັບ​ອາ​ຊຽນ ​ແລະ​ປະຈຸ​ບັນ​ເປັນ​ຄູ່​​ເຈລະຈາ​ຕາມ​ຂົງ​ເຂດ​ຂອງ​ອາ​ຊຽນ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດຕວັກ​ກີ​ໃຫ້​ທັດສະນະ​ວ່າ ​ໃນ​ເມື່ອ​​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ລະຫວ່າງສອງ​ປະ​ເທດ​ພວນ​ພັດທະນາ​ຢ່າງຈົບງາມນັ້ນ, ນອກຈາກ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ຂອງ​ສອງ​ປະ​ເທດ​ແລ້ວ ຄວນ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ. ​ໃນ​ຂະ​ບວນວິວັດ​ນີ້, ບົດບາດ​ຂອງສອງ​ກຸ່ມ​ສະມາຊິກ​ສະພາ​ມິດຕະພາບ​ ຂອງສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ ຈະ​ປະກອບສ່ວນ​ທີ່​ສຳຄັນ​ໃຫ້​ແກ່​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງສອງ​ອົງການ​ນິຕິບັນຍັດ.

ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ລັດຖະບານ​ສອງ​ປະ​ເທດ ​ທີ່​ໄດ້ສົມທົບກັນ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຫວຽດນາມຢ່າງ​ເປັນ​ທາງ​ການ ​ໃນ​ຖານະ​ນາຍົກລັດຖະມົນຕີຕວັກກີ ກ່ອນ​ໜ້າ​ນີ້ 14 ​ເດືອນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຕວັກ​ກີ ບີ​ນາລີ ຢີນດິຣີມ ກ່າວ​ວ່າ ປະຈຸ​ບັນ ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ແຕ່ ດຸນ​ການ​ຄ້າ​ຍັງ​ບໍ່​ທັນສົມ​ດຸນ​ເທື່ອ.

ຈາກ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຕວັກ​ກີ ​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຜັນ​ຂະຫຍາຍ​ບາງ​ໂຄງການ​ເພື່ອປົວ​ແປງ​ດຸນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ນັ້ນ​ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ເປົ້າ​ໝາຍ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເປັນ 4 ຕື້​ໂດ​ລາ​ສະຫະລັດ ​ໃນ​ທ້າຍ​ປີ 2020 ຈະ​ປະກົດ​ເປັນ​ຈິງ​ຢ່າງ​ແນ່ນອນ.

ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ແດງ​ຄວາມ​ດີ​ໃຈ​ທີ່​ເຫັນ​ວ່າ ສາຍ​ພົວພັນ​ມິດຕະພາບ​ແລ​ະການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອມາ​ເປັນ​ເວລາ 40 ປີ​ລະຫວ່າງ​ຫວຽດນາມ​ແລະ​ຕວັກ​ກີ ພວມ​ພັດທະນາ​ຢ່າງ​ຈົບງາມ.

ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ວ່າ ຫວຽດນາມຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ປັບປຸງ​ແລະ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເອີຣົບ​ໃຕ້-ຕາ​ເວັນ​ອອກ​ກາງ, ​ໃນ​ນັ້ນ​ມີ​ປະ​ເທດ​ຕວັກ​ກີ ​ຊຶ່ງ​ເປັນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ​ຢູ່ໃນ​ພາກ​ພື້ນ.

ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ສະ​ແດງ​ຄວາມ​ຂອບ​ໃຈ​ຕວັກ​ກີ ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະໜັບສະໜູນ​ຫວຽດນາມ ສະ​ໝັກ​ຮັບ​ເລືອກ​ເປັນ​ສະມາຊິກ​ບໍ່​ຖາວອນ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ສະ​ໄໝ 2020-2021 ​ແລະ​ຫວັງ​ວ່າ ຕວັກ​ກີ​ຈະ​ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ​ໃນ​ເວທີ​ປາ​ໄສພາກ​ພື້ນ​ແລະ​ສາກົນ; ພ້ອມ​ກັນ​ນັ້ນກໍ່​ຢືນຢັນ​ວ່າ ຫວຽດນາມ​ຊົມ​ເຊີຍ​ແລະ​ກຽມ​ຄວາມ​ພ້ອມ​ເປັນ​ຂົວ​ຕໍ່ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຕວັກ​ກີ​ກັບ​ອາ​ຊຽນ.

ປະທານ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ກໍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບສະພາບ​ການ​ສາກົນ ​ແລະພາກ​ພື້ນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; ສອງ​ຝ່າຍ​ເປັນ​ເອກະສັນ​ໃຫ້​ທັດສະນະ​ວ່າ, ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຜົນ​ປະ​ໂຫຍ​ດຮ່ວມກັນຂອງ​ບັນດາ​ປະ​ເທດ​ຢູ່​ໃນ​ແລະ​ນອກ​ພາກ​ພື້ນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຕວັກ​ກີ ບີ​ນາລີ​ ຢິນດິຣີນ ຢືນຢັນ​ຄວາມ​ສະໜັບສະໜູນ​ຕໍ່​ແຜນ​ນະ​ໂຍບາຍ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ້ງຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.

ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ ຖື​ເປັນ​ກຽດ​ເຊີນ​ ປະທານ​ສະພາ​ແຫ່ງຊາດ ຕວັກ​ກີ ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ./.

​ໂດຍ ບກ. ສັງ​ລວມຈາກ​ຂ່າ​ວສານ​ຫວຽດນາມ