ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 14-21 ຕຸ­ລາ 2018, ທ່ານ​ນາ­ຍົກ​ລັດຖະ​ມົນ­ຕີ ຫງຽນ​ຊວັນ​ຝຸກ ແລະຄະ­ນະ​ຜູ້​ແທນຫວຽດ­ນາມ​ ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ທີ່ເອີ​ຣົບ: ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ຂັ້ນ​ສູງ ອາ­ຊີ - ອີ​ຢູ (ASEM - ອາ​ເຊມ) ຄັ້ງ​ທີ 12, ​ເຂົ້າ​ຮ່ວມກອງ​ປະ­ຊຸມ​ຂັ້ນ​ສູງຄູ່​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍການເຕີບ​ໂຕ​ສີຂຽວ​ທົ່ວ​ໂລກ (P4G - ພີ4ຈີ), ຢ້ຽມ­ຢາມຢ່າງ​ເປັນ​ທາງ​ການ​ທີ່ ​ປະ­ເທດສາທາ­ລະ­ນະ​ລັດ​ໂອ​ຕຣິດ, ລາ­ຊະ​ອາ­ນາ­ຈັກ​ແບນ​ຊິກ, ລາຊະ​ອານາຈັກ​ດານ​ມາກ, ຢ້ຽມ­ຢາມແລະເຮັດ​ວຽກ​ທີ່​ສະ­ຫະ­ພາບເອີ​ຣົບ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະບັນດາຫົວໜ້າຄະນະ ອາເຊມ ຖ່າຍຮູບຮ່ວມກັນ, ເຊົ້າວັນທີ 19 ຕຸລາ 2018, ໃນການປະຊຸມຄົບຄະນະທີສອງ. (ພາບ: ຖົງເຍິດ/TTXVN)

ການ​ເດີນທາງ​ໄປ​ປະຕິບັດ​ງານ​ຂອງນາ­ຍົກ­ລັດ­ຖະ­ມົນ­ຕີຫວຽດນາມ ຫງວ​ຽນ​ຊວັນຝຸກ ຄັ້ງ​ນີ້ “​ມີ 3 ຈຸດໝາຍ​ປາຍ­ທາງ, 6 ເປົ້າ​ໝາຍ” ລວມ​ມີ​ວາ­ລະ​ການ​ເຮັດ​ວຽກທີ່​ຕໍ່​ເນື່ອງ, ​ການ­ເຄື່ອນ­ໄຫວ​ຫຼາຍ​ຝ່າຍ ແລະສອງ​ຝ່າຍ​ເປັນ 69 ຄັ້ງ, ໃນ​ຂອບ​​ເຂດຂອງ​ສອງກອງ​ປະ­ຊຸມ​ສາ­ກົນ​ໃຫຍ່​, ເຮັດ​ວຽກ​ກັບຄະ­ນະ​ກຳ­ມາທິ­ການ ເອີ​ຣົບ ແລະຢ້ຽມ­ຢາມ 3 ປະ­ເທດ​ຄູ່​ຮ່ວມ​ມື​ທີ່ສຳ­ຄັນ​ຂອງຫວຽດ­ນາມຢູ່ເອີ​ຣົບ.

ທີ່​ກອງ​ປະ­ຊຸມ ອາ​ເຊມ ຄັ້ງ​ທີ 12 ຢູ່​ປະ​ເທດແບນ​ຊິກ, ປະ­ທານ​ສະ­ພາ​ເອີ​ຣົບ ໄດ້​ເຊີນທ່ານ​ນາຍົກລັດຖະມົນ­ຕີ ຫງວ​ຽນ​ຊວັນຝຸກ ກ່າວ­ນຳ​ຫົວ­ຂໍ້​ທີ່​ກອງ​ປະ­ຊຸມ​ຄົບ​ຄະ­ນະ​ກ່ຽວ​ກັບ “ປັບ­ປຸງ​ລະບົບ​ຫຼ​າຍ​ຝ່າຍ: ຊຸກ­ຍູ້​ການ​ພົວ­ພັນ​ຄູ່​ຮ່ວມ​ມື ອາ​ເຊມ ​ເພື່ອຮັບ​ມື​ກັບ​ຄວາມ​ທ້າ​ທາຍ​ລະດັບ​ໂລກ”. ນາຍົກລັດຖະ­ມົນ­ຕີ​ໄດ້​ສົ່ງ​ຂໍ້​ສະເໜີ​ຕ່າງໆ​ທີ່​ໄດ້ຮັບ​ການ​ຕີ​ລາ­ຄາ​ສູງ, ຄື​ ອາ​ເຊມຕ້ອງ­ການ​ນຳ​ໜ້າ​ໃນ​ການ​ຊຸກ­ຍູ້​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ນຳ​ໜ້າ​ໃນ​ການ​ຜັນ​ຂະ­ຫຍາຍ​ບັນ­ດາ​ຄຳ​ໝັ້ນ​ສັນ­ຍາ​ກ່ຽວ​ກັບ​ການ​ປ່ຽນ­ແປງ​ດິນ​​ຟ້າ​ອາ­ກາດ, ໄພ​ທຳ​ມະ​ຊາດ. ທ່ານ​ນາຍົກລັດຖະມົນ­ຕີ​ໄດ້​ເນັ້ນ​ໜັກວ່າ ອາ​ເຊມຕ້ອງການ​ແບ່ງ­ປັນປະສົບ​ການ​ໃນ​ການ​ກະ​ຕຸ້ນ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ​ທາງ​ດ້ານການ​ປ່ຽນ­ແປງ​ໃໝ່, ຫົວ­ຄິດ​ປະ­ດິດ​ສ້າງ, ຊ່ວຍ­ເຫຼືອບັນດາ​ກຸ່ມ​ປະ­ຊາ­ຊົນ​​ທີ່​ຖືກ­ເສຍ​ຫາຍ​ງ່າຍ​ໃນ​ການ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ​ຈິດິ​ຕອນ, ປັບ​ຕົວ​ໃຫ້​ສອດ­ຄ່ອງ​ກັບ​ການ​ປ່ຽນ­ແປງ ແລະ ຍົກ​ສູງ​ຄວາມ​ສາ­ມາດ​ຮັບ​ມື​ກັບ​ຄວາມ​ສ່ຽງຕ່າງໆ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​​ຢືນ­ຢັນວ່າ ຫວຽດ­ນາມ​ໃຫ້​ຄວາ​ມ​ສຳ­ຄັນ​ກັບການ​ຮ່ວມ​ມື ອາ​ເຊມ ຢູ່​ສະ­ເໝີ; ທ່ານສະ­ເໜີ​​ໃຫ້ຫວຽດ­ນາມ​ໄດ້ຮັບ​ການຈັດ​ຕັ້ງ “ກອງ​ປະ­ຊຸມອາ​ເຊມ ກ່ຽວ​ກັບ​ການຊຸກຍູ້​ການ​ພັດ­ທະ­ນາ​ເສດຖະກິດ-ສັງຄົມ​ກວມ​ລວມ​ຢູ່ອາ­ຊີແລະເອີ​ຣົບ” ແລະ “ກອງ​ປະ­ຊຸມ​ສຳ​ມະ​ນາອາ​ເຊມ ກ່ຽວ​ກັບ​ເສດຖະກິດດິຈິ​ຕອນ ​ໃນ​ສະ­ພາບ​ການ​ປະ­ຕິ­ວັດ​ອຸດ­ສາ­ຫະ­ກຳ 4.0” ໃນ​ປີ 2019.

​ໃນ​ການ​ປະ­ຊຸມວົງ​ແຄບ ລະຫວ່າງຜູ້ນຳ​ບັນ­ດາ​ປະ­ເທດອາ​ເຊມ ທີ່ປຶກ­ສາ​ຫາ­ລືກ່ຽວ​ກັບ “​ບັນ­ຫາ​ສາ­ກົນ ແລະ ພາກ​ພື້ນ”, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນຝຸກ​ ໄດ້​ກ່າວ​ປາ​ໄສ​ເນັ້ນ​ໜັກ​ວ່າ ​ສັນ­ຕິ­ພາບ, ການຮ່ວມ​ມື​ແລະການ​ພັດທະນາ ເປັນ​ກະ­ແສ​​ຫຼັກຂອງ​ຍຸກ​ສະ­ໄໝ, ແຕ່​ປະ­ຊາ­ຄົມ​ສາ­ກົນ​ກຳ​ລັງເຫັນ​ກັບ​ຕາ​ ບັນ­ດາ​ການ​ຫັນ­ປ່ຽນ​ຢ່າງ​ເລິກ­ເຊິ່ງ ແລະ ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີມາກ່ອນ. ນາ­ຍົກ­ລັດ­ຖະ­ມົນ­ຕີ​​ເນັ້ນໜັກ​ວ່າ ບັນ­ຫາສະ​ເພາະໜ້າ​ແມ່ນ​ຫຼຸດຜ່ອນ​ອຸປະສັກ​ທາງ​ການ​ຄ້າ​ໂດຍ​ໄວ ​ເພື່ອສືບ­ຕໍ່​ການ​ຟື້ນ​ຟູແລະຮັບ­ປະ­ກັນການ​ພັດທະນາ​ທີ່ສົດ​ໃສຂອງ​ເສດຖະກິດ​ໂລກ. ຫວຽດ­ນາມແລະບັນດາປະ­ເທດອາ​ຊຽນ ໄດ້ແລະພວມ​ປະ­ສານ​ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບປະຊາຄົມ​ສາ­ກົນ, ໃນ​ນັ້ນ​ມີ​ບັນ­ດາປະ​ເທດ​ສະມາຊິກອາ​ເຊມ, ເພື່ອ​ຮັກ­ສາ​ສັນ­ຕິ­ພາບ, ສະ​ຖຽມ​ລະ​ພາບ, ຄວາມ​ສະ­ຫງົບ​ປອດ​ໄພ, ​ເສລີພາບ​ໃນ​ການ​ເດີນ​ທະ­ເລ​ແລະເດີນ​ອາ­ກາດ, ການ​ຄ້າ​ເສລີ​​ໂດຍບໍ່​ຖືກ​ກີດ­ຂວາງ​ຢູ່​ທະ­ເລ​ຕາເວັນ​ອອກ, ບ່ອນ​ທີ່​ມີ​ເສັ້ນ­ທາງ​ທະ­ເລ​ສາ­ກົນ​ໃຫຍ່, ເຊື່ອມ​ຕໍ່​ການ​ແລກ­ປ່ຽນສິນ​ຄ້າອາ­ຊີ-ເອີ​ຣົບ ແລະທົ່ວ​ໂລກ.

ໃນ​ເວ­ລາ​​ເຄື່​ອນ​ໄຫວ​ນອກ​ກອງ​ປະ­ຊຸມ, ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ມີ​ການ​ພົບ​ປະສອງ​ຝ່າຍ 12 ຄັ້ງ ກັບປະ­ມຸກ​ແຫ່ງ​ຊາດແລະຜູ້ນຳ​ທີ່​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ ລວມ​ມີ ປະ­ທາ­ນາ­ທິ­ບໍ­ດີມົງ​ໂກ​ລີ, ນາ­ຍົກ­ລັດ­ຖະ­ມົນ­ຕີ ຈີນ, ນອກ​ແວ, ສະ​ໂລ​ເວ​ນີ, ​ແອັດ​ສະ​ປາຍ, ​ໂຮນລັງ, ໂປ​ໂລຍ, ​ແຟງລັງ, ສະຫະພັນ​ລັດ​ເຊຍ, ​ເກຣັກ, ອັງກິດ...ເພື່ອ​ແລກ­ປ່ຽນ​ບັນ­ດາ​ມາດ​ຕະ­ການ​ຊຸກ­ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ແກ້​ໄຂ​ບັນ­ດາ​ບັນ­ຫາສະ​ເພາະ.

ການ​ນຳ​ບັນ­ດາ​ປະ­ເທດ​ໄດ້​ຕີ​ລາ­ຄາ​ສູງ​ຜົນ­ງານ​ແຫ່ງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ຖານະຕຳ​ແໜ່ງ, ພາລະ​ບົດ­ບາດທີ່ນັບ​ມື້​ນັບ​ໄດ້​ຮັບການຍົກ​ສູງຂອງຫວຽດ­ນາມ ໃນ​ພາກ​ພື້ນແລະໃນ​ເວ­ທີ​ສາ­ກົນ. ຫຼາຍ​ປະ­ເທດໄດ້​ຢືນ­ຢັນຄວາມ​ສະ­ໜັບ­ສະ­ໜູນ ​ໃຫ້ຫວຽດ­ນາມເປັນ​ສະ­ມາ­ຊິກ​ບໍ່​ຖາ­ວອນ​ຂອງສະ­ພາ​ຄວາມໝັ້ນຄົງ​ແຫ່ງ​ສະຫະ​ປະ­ຊາ​ຊາດ ໄລຍະປີ 2020-2021, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມຢູ່​ສະຫະ​ປະຊາ​ຊາດ ​ແລະ​​ອົງການ​ຈັດ​ຕັ້ງ​ສາ​ກົນ, ພາກ​ພື້ນ​ອື່ນ ​ແນ­ໃສ່​ຮັກ­ສາ​ສັນ­ຕິ­ພາບ, ຄວາມ​ໝັ້ນຄົງ, ການຮ່ວມ​ມື ແລະ ການພັດ­ທະ­ນາ​ຢູ່​ພາກ​ພື້ນແລະໃນ​ໂລກ, ໃນ​ນັ້ນ​ມີ​ທະ­ເລ​ຕາ­ເວັນ​ອອກ. ບັນ­ດາ​ປະເທດ​ສະມາ­ຊິກອີ​ຢູ ໄດ້​ສະ­ໜັບ­ສະ­ໜູນ​ສົມ​ທິ​ສັນ­ຍາ​ວ່າ​ດ້ວຍ​ການ​ຄ້າ​ເສລີ ຫວຽດ­ນາມ - ອີ​ຢູ (EVFTA) ແລະໃຫ້​ທັດ­ສະ­ນະ​ວ່າ ຕ້ອງການ​ລົງ​ນາມແລະຮັບ­ຮອງ​ເອົາ EVFTA ​ໂດຍ​ໄວ​ ​ເພື່ອແນ­ໃສ່​ປະ­ຕິ­ບັດ​ຍຸດ​ທະ​ສາດ​ຂອງອີ​ຢູກ່ຽວ​ກັບ​ການ​ເຊື່ອມ​ຕໍ່ອີ​ຢູ-ອາ­ຊີ ໃຫ້​ປະກົດ​​ເປັນຈິງ.

​ໃນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ P4G ຄັ້ງ​ທຳ​ອິດ​ທີ່ປະ​ເທດດານ​ມາກ, ​ໃນ​ບົດ­ບາດ​ຂອງ​ປະ​ເທດໜຶ່ງ​ໃນ​ບັນ­ດາ​ປະ­ເທດ​ກໍ່­ຕັ້ງເວ­ທີ​ປາ​ໄສ P4G, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນຝຸກ ໄດ້​ສະ­ເໜີ​ຂໍ້­ຄວາມທີ່ແຂ​ງ​ແຮງ​ກ່ຽວ​ກັບ​ຄວາມ​ສຳ­ຄັນຂອງ​ການ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ປະ­ຕິ­ບັດ​ບັນ­ດາ​ເປົ້າ​ໝາຍ​ຄວາມ​ເຕີບ​ໂຕ​ສີຂຽວ​ທົ່ວ​ໂລກ​ ເຖິງ​ປີ 2030. ຫວຽດ­ນາມຈະ​ມີ​ການ​ປະ­ສານ​ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​​ເຂດ P4G ໃນ​ເວ­ລາ​ຕໍ່​ໄປ​ນີ້​ເພື່ອ​ຜັນ​ຂະ­ຫຍາຍ​ຢ່າງ​ສຳ­ເລັດ​ຜົນ ບັນ­ດາ​ຄວາມ​ຄິດ​ລິ​ເລີ່ມ​ ກ່ຽວ​ກັບການຊຸກ­ຍູ້​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ໂດຍ​ຜ່ານ​ການ​ຜັນ​ຂະ­ຫຍາຍ​ປະ­ຕິ­ບັດ​ຍຸດ​ທະ​ສາດການ​ເຕີບ​ໂຕ​ສີຂຽວ​ຢູ່ຫວຽດ­ນາມ ແລະ ໃນ​ຂອບ​ເຂດ​ທົ່ວ​ໂລກ. ​ເມື່ອສິ້ນ​ສຸດ​ບົດ​ປາ​ໄສ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີໄດ້​ເນັ້ນ​​ວ່າ: ຫວຽດ­ນາມກຽມຄວາມ­ພ້ອມ​ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ປະ­ຕິ­ບັດ​ບັນ­ດາ​ຄວາມ​ຄິດ​ລິ​ເລີ່ມ​ຂອງເວ­ທີ​ປາ​ໄສ​ ກ່ຽວ​ກັບ​ການ​ຊຸກ­ຍູ້​ບັນ­ດາ​ໂຄງ­ການຮ່ວມ​ມື​ພາກ​ລັດ-ເອ­ກະ​ຊົນ ໃນ​ການ​ເຕີບ​ໂຕ​ສີຂຽວ, ພິ­ເສດ​ແມ່ນ​ກ່ຽວ​ກັບ​ການ​ປະ­ຢັດ​ພະ­ລັງ­ງານ ແລະ ພະ­ລັງ­ງານ​ທົດ​ແທນ, ກະ­ສິ­ກຳ, ຊັບ­ພະ­ຍາ­ກອນ​ແຫຼ່ງ​ນ້ຳ, ພັດ­ທະ­ນາ​ຕົວ​ເມືອງ​ແບບ​ສະ­ຫຼາດ​, ເສດ­ຖະ­ກິດ​ແບບ​ໜູນ​ວຽນ...

ໃນ​ການ​ພົບ​ປະເຈລະ­ຈາ​ກັບ​ນາ­ຍົກ­ລັດ­ຖະ­ມົນ­ຕີ ​ໂອຕຣິດ, ປະ­ເທດ​ກຳ­ລັງ​ດຳ­ລົງ​ຕ່ຳ​ແໜ່ງ​ເປັນ​ປະ­ທານ​ສະຫະພາບ​ເອີ​ຣົບ, ສອງ​ຝ່າຍ​ໄດ້​​ເຫັນ​ດີເປັນ​ເອ­ກະ​ພາບ​ ຈະປະ­ສານ​ສົມ­ທົບແລະພະ­ຍາ­ຍາມ​ເຮັດ​ໃຫ້​ ​ໂອຕຣິດ ກາຍ­ເປັນ​ໜຶ່ງ​ໃນ​ບັນ­ດາ​ຄູ່​ຮ່ວມ​ມື​ເສດ­ຖະ­ກິດ​ນຳ​ໜ້າເອີ​ຣົບ ຂອງຫວຽດ­ນາມ. ໃນ​ປະ­ຈຸ​ບັນ ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງໂອຕຣິດ ​ໃນ​ອາ­ຊີ​ຕາ­ເວັນ​ອອກ​ສຽງ​ໃຕ້ ແລະ ​ໂອຕຣິດກໍ່​ເປັນ​ໜຶ່ງ​ໃນ 10 ຕະ­ຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງຫວຽດ­ນາມ​ໃນອີ​ຢູ. ​ຍອດມູນຄ່າການ​ຄ້າ​ສອງ​ສົ້ນ​ປີ 2017 ບັນ­ລຸ​ 4 ຕື້​ໂດ​ລາ​ສະ­ຫະ­ລັດ ແລະ ກຳລັງເພີ່ມ​ຂຶ້ນ​ຢ່າງ​ໄວ­ວາ.

ໃນ​ການ​ພົບ​ປະ​ເຈລະ­ຈາ​ກັບ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແບນ​ຊິກ, ສອງ​ຝ່າຍໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ ​ຈະ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ທາງ​ດ້ານເສດ­ຖະ­ກິດ, ຮັກ­ສາ​ບັນ­ດາ​ກົນ​ໄກ​ຮ່ວມ​ມື​ຄື ຄະ­ນະ​ກຳ­ມະ­ການ​ປະ­ສົມຫວຽດ­ນາມ ແບນ​ຊິກ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ­ຖະ­ກິດ​ ເພື່ອ​ກຳ­ນົດ​ທິດ​ທາງການ​ພົວ­ພັນ​ດ້ານ​ເສດ­ຖະ­ກິດ. ເນື່ອງ​ໃນ​ໂອ­ກາດ​ນີ້, ສອງ​ຝ່າຍໄດ້​​ສ້າງ­ຕັ້ງ​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດໃນ​ຂົງ­ເຂດ​ກະ­ສິ­ກຳ​ຢ່າງ​ເປັນ​ທາງ​ການ.

ໃນ​ການ​ພົບ​ປະ​ເຈລະ­ຈາ​ກັບ​ນາ­ຍົກ­ລັດ­ຖະ­ມົນ­ຕີ ດານ​ມາກ, ສອງ​ຝ່າຍ​ດີ​ໃຈ​ຮັບ​ຮູ້​​ວ່າ ນັບ​ແຕ່​ເວ­ລາ​ຍົກ​ລະ­ດັບການ​ພົວພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ­ດ້ານ​ໃນ​ເດືອນກັນ­ຍາ 2013, ​ຍອດມູນ​ຄ່າ​​ການ​ຄ້າ​ສອງ​ສົ້ນເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ບັນ­ລຸ​ 664 ລ້ານ​ໂດ​ລາ​ສະ­ຫະ­ລັດ​ໃນ​ປີ 2017, ຫຼາຍກວ່າທົບ 4 ເທື່ອ​​ທຽບ​ກັບ​ປີ 2005 ແລະ 2 ເທື່ອ​ທຽບ​ກັບ​ປີ 2010. ສອງ​ຝ່າຍ​ໄດ້​ແບ່ງ­ປັນ​​ການປະ​ເມີນ​ຜົນ​ການ​ພົວ­ພັນ​ສອງ​ຝ່າຍ ແລະ ແລກ­ປ່ຽນ​ກ່ຽວ​ກັບ​ບັນ­ດາ​ມາດ​ຕະ­ການ​ອັນ​ລະ­ອຽດ ​ແນ­ໃສ່ເຮັດ​ໃຫ້​ການ​ພົວ­ພັນຄູ່​ຮ່ວມ​ມື​ຮອບ­ດ້ານ​ລະ­ຫວ່າງ ຫວຽດ­ນາມ-ດານ​ມາກ ເລິກ­ເຊິ່ງກວ່າ​ອີກ.

ການເຮັດ​ວຽກ​ກັບປະ­ທານ​ຄະ­ນະ​ກຳ­ມາທິ­ການເອີ​ຣົບ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວຽນຊວັນ​ຝຸກ ໄດ້​ເນັ້ນ​ໜັກ​ວ່າ ອີ​ຢູ ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ອັບ​ດັບ​ທີ 3, ເປັນ​ຜູ້​ໃຫ້ການ​ຊ່ວຍ­ເຫຼືອ​ຫຼ້າ​ທຶນ​ພັດ­ທະ­ນາ ODA ໃຫຍ່​ທີ່​ສຸດ, ເປັນ​ຜູ້​ລົງ­ທຶນ​​ໂດຍ​ກົງອັນ​ດັບ​ໜຶ່ງ​ຂອງຫວຽດ­ນາມ. ສອງ​ຝ່າຍມີ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື​ນຳ​ກັນ, ພື້ນ­ຖານ​ເສດ­ຖະ­ກິດ​ພັດ­ທະ­ນາ​ສູງ​ຂອງ ອີ​ຢູ ສາມາດ​ເພີ່ມ​ເຕີມ​ເປັນ​ຢ່າງ​ດີ​ ໃຫ້​ເສດ­ຖະ­ກິດ​ທີ່​ກຳລັງ​ພັດ­ທະ­ນາ​ຢ່າງ​ໄວ­ວາ​ຂອງຫວຽດ­ນາມ. ປະ­ທານຄະ­ນະ​ກຳ­ມາທິ­ການເອີ​ຣົບ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ ​ແລະ​ດີ­ໃຈແຈ້ງ​ໃຫ້​ຊາບວ່າ ໃນ​ກອງ​ປະ­ຊຸມ​ທີ່​ສິ້ນ​ສຸດ​ລົງໃນ​ເວ­ລາ 12 ໂມງຂອງວັນ​ທີ 17 ຕຸ­ລາ 2018, ຄະ­ນະ​ກຳມາທິ­ການເອີ​ຣົບ ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ການ​ຍື່ນ​ໃຫ້ສະ­ພາ​ເອີ​ຣົບຮັບ­ຮອງ​ເອົາການ​ລົງ​ນາມ​ໃນສັນ­ຍາ​ການ​ຄ້າ​ເສລີຫວຽດ­ນາມ-ອີ​ຢູ (EVFTA) ຢ່າງ​ເປັນ​ທາງ​ການ (ຄາດ​ວ່າ​ຈະ​ເຊັນ​ໃນ​ທ້າຍ​ປີ 2018) ແລະຍື່ນ​ໃຫ້ລັດຖະສະພາເອີ​ຣົບ ​ໃຫ້​ສັດຕະຍະ​ບັນ (ໃນ​ຕົ້ນ​ປີ 2019).

ໃນ​ບັນ­ດາ​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ, ການ​ສຳ​ມະ​ນາ​ຫົວ­ຂໍ້ສະ​ເພາະ, ການ​ພົບ​ປະ​ສອງ​ຝ່າຍ, ບັນດາການ​ນຳ​ແລະວິ​ສາ​ຫະ​ກິດ​ຂອງປະ­ເທດ​ຕ່າງໆ​ໄດ້​ສະ­ແດງ​ຄວາມ​ມຸ່ງ​ມາດ​ປາຖະ​ໜາ​ວ່າ ສັນ­ຍາ​ການ​ຄ້າ​ເສລີຫວຽດ­ນາມ - ອີ​ຢູ (EVFTA) ຈະ​ໄດ້​ລົງ​ນາມແລະອະ­ນຸ­ມັດ​ຜ່ານ​ໃນ​ເວ­ລາ​ໄວ​ທີ່​ສຸດ; ໃຫ້​ທັດ­ສະ­ນະ​ວ່າ ສັນ­ຍາ​ການ​ຄ້າ​ເສລີ ຫວຽດ­ນາມ - ອີ​ຢູ ຈະ​ເປີດ​ໂອ­ກາດ​ໃຫຍ່​ໃຫ້​ແກ່​ການ​ຮ່ວມ​ມື​ເສດ­ຖະ­ກິດ, ການ​ຄ້າ, ການ​ລົງ­ທຶນ​ລະ­ຫວ່າງ ຫວຽດ­ນາມ ແລະ ອີ​ຢູ.

ການ​ຢ້ຽມ­ຢາມແລະເຮັດ​ວຽກຢູ່ເອີ​ຣົບ ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວັນຝຸກ ແລະຄະ­ນະ​ຜູ້​ແທນ​ຂັ້ນ​ສູງລັດ­ຖະ­ບານຫວຽດ­ນາມ ໄດ້​ສຳ­ເລັດ​ຜົນ​ຢ່າງ​ຈົບ­ງາມ, ສົ່ງ​ຂໍ້­ຄວາມແລະຮູບ​ພາບ​ກ່ຽວ​ກັບ​ປະເທດຫວຽດນາມໃໝ່​ ​ທີ່​ມີ​ຄວາມ​ຂະ­ຫຍັນ​ຂັນ​ເຄື່ອນ, ພັດ­ທະ­ນາເສດ­ຖະ­ກິດຢ່າງ​ໄວວາ ແລະ ມີ​​ສະ​ຖຽມ​ລະ​ພາບ​ທາງ​ດ້ານ​ການ­ເມືອງ-ສັງ­ຄົມ. ການ​ຢ້ຽມ­ຢາມ​ໄດ້​ສ້າງ​ຈຸດ​​ເດັ່ນ​ທີ່​ສຳຄັນ, ​ໂດຍ​ສະ​​ເພາະການທີ່ຄະ­ນະ​ກຳມາທິ­ການເອີ​ຣົບ​ໄດ້ຮັບ­ຮອງ​ເອົາສັນ­ຍາ​ການ​ຄ້າ​ເສລີຫວຽດ­ນາມ - ອີ​ຢູ (EVFTA), ສ້າງ​ບັນ­ຍາ­ກາດ​​ເບີກບານ​ມ່ວນ​ຊື່ນ​ແລະ​ເຊື່ອ​ໝັ້ນ​​ໃນຊຸມ​ຊົນທຸລະ​ກິດ, ສືບ­ຕໍ່​ຍົກ​ລະ­ດັບ​ການ​ພົວ­ພັນ​ສອງ​ຝ່າຍ​ກັບ​ບັນ­ດາ​ຄູ່​ຮ່ວມ​ມື​ຢູ່ ເອີ​ຣົບ, ເປີດ​ກວ້າງ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ຫຼາຍ​ຝ່າຍ, ປະກອບ​ສ່ວນ​ອັນ​ຕັ້ງ­ໜ້າ​ເຂົ້າ​ໃນ​ການ​ກໍ່­ສ້າງ, ກຳ­ນົດ​ບັນ­ດາລະ­ບຽບ​ກົດ­ໝາຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ພ້ອມ​ທັງ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະ​ສິດ­ທິ​ຜົນ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂສິ່ງ​ທ້າ​ທາຍ​ລະດັບ​ໂລກ./.

ໂດຍ ຫງວຽນ​ດຶກ