ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 4-5 ພະຈິກ 2018, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ຫຼີ ຈິ້ນ​ຜິ​ງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມງານ​ສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນຂອງ​ຈີນ ຄັ້ງ​ທີ​ໜຶ່ງ​ຢູ່ ຊຽງ​ໄຮ້ (CIIE - ຊີ​ໄອ​ໄອ​ອີ 2018). 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ຫຼີ ຈິ້ນຜິງ ຢ້ຽມຊົມຮ້ານສິນຄ້າຂອງວິສາຫະກິດຫວຽດນາມ ໃນງານວາງສະແດງ ຊີໄອໄອອີ 2018

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ດຳ​ເນີນ​ໂຄງການ​ເຮັດ​ວຽກ​ທີ່​ຮີບ​ດ່ວນ ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ ​ເຂົ້າ​ຮ່ວມ​ພິທີ​ເປີດ​ ຊີ​ໄອ​ໄອ​ອີ 2018 ​ແລະ ​ເວທີ​ປາ​ໄສ​ເສດຖະກິດ​ແລະ​ການ​ຄ້າ​ສາກົນ ຫົງ​ສຽວ; ຢ້ຽມ​ຊົມ​ຮ້ານ​ສິນຄ້າ​ຂອງ​ປະ​ເທດ​ຕ່າງໆ ​ແລະ​ຮ້ານ​ສິນຄ້າ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ຫຼີ ຈິ້ນ​ຜິ​ງ, ພົບ​ປະ​ກັບ​ທ່ານ​ນາຍົກ​ເທດສະມຸນຕີ ນະຄອນ​ຊຽງໄຮ້; ສົນທະນາ, ປຶກສາ​ຫາລື​ແລະ​ຕ້ອນຮັບຜູ້ຕາງ​ໝ້າ​ບໍລິສັດ​ຊັ້ນ​ນຳ​ຂອງ​ຈີນ​ຫຼາຍ​ທ່ານ; ​ເຂົ້າ​ຮ່ວມ​ພິທີ​ເປີດ​ນຳ​ໃຊ້​ສຳນັກງານ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ​ຢູ່​ເມືອງ ຫາງ​ໂຈ​ວ,...

ກ່າວ​ປາ​ໄສ​​ໃນ​ພິທີ​ເປີດ ຊີ​ໄອ​ໄອ​ອີ 2018, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ຊົມເຊີຍ ຕີ​ລາຄາ​ສູງ​ການຈັດ​ຕັ້ງ​ງານ​ສະ​ແດງ​ສິນຄ້າ, ສິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິນຕະນາການ​ຮ່ວມ​ມື​ພ້ອມ​ກັນ​ມີ​ໄຊ, ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ​ເພີ່ມ​ເຕີມ​ກຳ​ລົງ​ໜູນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ພາກພື້ນ​ແລະ​ທົ່ວ​ໂລກ. 

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ເນັ້ນ​ໜັກ​ວ່າ, ຫວຽດນາມ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ພັດທະນາ​ການ​ພົວພັນທີ່​ໝັ້ນຄົງ; ມີ​ຄວາມ​ປາຖະໜາ​ຮ່ວມ​ກັບ​ຈີນ, ຄູ່​ຮ່ວມ​​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ, ຊຸກຍູ້​ເສດຖະກິດ, ການ​ຄ້າ​ໃຫ້​ພັດທະນາ​ຢ່າງ​ຍືນ​ຍົງ, ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ. ຫວຽດນາມ​ສະໜັບສະໜູນ​ການ​ເປີດ​ເສລີທາງ​ການ​ຄ້າ ທີ່​ມີ​ຄວາມ​ຍຸຕິ​ທຳ, ​ໂປ່​ງ​ໃສ, ກວມ​ລວມ ​ແລະ​ອີງ​ຕາມ​ກົດ​ລະບຽບ​ຂອງ​ອົງການ​ການ​ຄ້າ​ໂລກ​ທີ່​ເປັນ​ຮາກ​ຖານ. ລັດຖະບານ​ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ທີ່​ເອື້ອ​ອຳນວຍ, ຕອບສະໜອງ​ມາດຕະຖານຂັ້ນ​ສຸງ​ຂອງສາກົນ ​ແລະ ​ມາດຕະຖານ​ຂັ້ນສູງ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່ ທີ່​ຫວຽດນາມ​ເຂົ້າ​ຮ່ວມ. ທ່ານ​ນາຍົກລັດຖະມົນຕີຢືນຢັນ ​ແລະ​ຫວັງ​ວ່າ​ວິ​ສາ​ຫະກິດ​ຂອງ​ຕ່າງປະ​ເທດ, ພິເສດ​ແມ່ນ​ວິ​ສາ​ຫະກິດ​ຂອງ​ຈີນ ຈະ​ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ກວ່າອີກ​ກ່ຽວ​ກັບ​ຜະລິດ​ຕະພັນ, ຄວາມ​ສາມາດ​ພັດທະນາ​ຂອງ​ຫວຽດນາມ ​ແລະ ພ້ອມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ​ໃຫ້​ຍືນ​ຍົງ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ຫຼັງ​ຈາກ​ພິທີ​ເປີດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ຢ້ຽມ​ຊົມ​ບໍລິ​ເວ​ນວາງສະ​ແດງ​ສິນຄ້າ​ຫວຽດນາມ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ 25 ບໍລິສັດທີ່​ມີ​ກຳລັງ​ສົ່ງ​ອອກ​ດີ ​ແລະ ​ເຄື່ອງໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ, ຄຸນ​ນະພາ​ບ ຂອງ​ຫວຽດນາມ​ໃນ​ຂົງ​ເຂດ​ຜະ​ລິດ​ຕະພັນກະສິກຳ, ອາຫານ​ທີ່​ປຸງ​ແຕ່ງ ​ແລະ ບໍລິການດ້ານ ​ໄອ​ທີ. ​ໃນ​ຂອບ​ເຂດ​ງານ​ສະ​ແດງ​ສິນຄ້າ, ບັນດາ​ບໍລິສັດ​ຂອງ​ຫວຽດນາມ​ໄດ້​ຈັດ​ການປະຊຸມ​ ພົບ​ປະ​ແລກປ່ຽນ​ກັບ​ຄູ່​ຄ້າ​ຂອງ​ຈີນ ​ແລະ​ຂອງ​ປະ​ເທດ​ຕ່າງໆ ​ເພື່ອ​ຊອກ​ຫາ​ໂອກາດ​ການ​ຮ່ວມ​ມື, ລົງທຶນ​ໃນ​ເວລາ​ທີ່​ຈະ​ເຖິງ.

​ເນື່ອງ​ໃນ​ໄອ​ກາດ​ການ​ເຂົ້າ​ຮ່ວມ ຊີ​ໄອ​ໄອ​ອີ 2018, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານເລຂາທິການ​ໃຫຍ່, ປະທາ​ປະ​ເທດ​ຈີນ ສີ ຈິ້ນ​ຜີ​ງ.

​ໃນ​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ຢືນຢັນວ່າ ຫວຽດນາມ​ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ​ແກ່​ການ​ພັດທະນາ​ການ​ພົວພັນ​ມິ​ຕະພາບ ໝັ້ນ​ຄົງ ສົດ​ໃສ​ແລະ​ຍືນ​ຍົງ ກັບປະ​ເທດ​ຈີນ, ຖື​ວ່າ​ນີ້ເປັນໜຶ່ງ​ໃນ​ບັນດາ​ບຸ​ລິ​ມະ​ສິດສູງ​ສຸດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ສອງ​ຝ່າຍ​ຮັກສາ​ການ​ຢ້ຽມຢາມ​ແລະ​ພົບ​ປະ​ຂັ້ນ​ສູງ, ​ເພີ່​ມທະວີ​ຄວາມ​ເຊື່ອ​ຖື​ທາງການ​ເມືອງ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ງານ​ສະ​ແດງ​ສິນຄ້າ ຊີໄອ​ໄອ​ອີ 2018 ຈະ​ເປີດ​​ຊ່ອງ​ທາງ​ການ​ຮ່ວມ​ມື​ແລະ​ຈັດ​ຈຳໜ່າຍ​ໃໝ່ ທີ່​ສະດວກ​ດີ, ສຸມ​ໃສ່​ຊຸກຍູ້​ການ​ຄ້າສາຍ​ຫຼັກ​ ແລະ​ການສ້າງ​ເຄື່ອງໝາຍ​ການ​ຄ້າ ​ເພື່ອ​ໃຫ້ຜະລິດ​ຕະພັນສິນຄ້າຂອງ​ຫວຽດນາມ​ໄດ້​ຈຳໜ່າຍ​ໃນ​ຕະຫຼາດ​ຂອງ​ຈີນ​ນັບ​ມື້​ນັບ​ຫຼາຍ, ບໍ່​ພຽງ​ແຕ່​ຢູ່​ບັນດາ​ແຂວງ​ຊາຍ​ແດນ​ພາກ​ໃຕ້​ເທົ່າ​ນັ້ນ ​ແຕ່​ຍັງ​ໄດ້​ຈຳ​ໜ່າຍຢູ່​ບັນດາ​ແຂວງທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ປະ​ເທດ​ຈີນ​ອີກ​ນຳ. ທ່ານ​ນາຍົກລັດຖະມົນຕີກໍ່​ສະ​ເໜີ​ໃຫ້​ຈີນ​ເປີດ​ປະຕູ, ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ​ຫວຽດນາມ​ເຂົ້າ​ໃນ​ປະ​ເທດ​ຈີນ; ມີ​ນະ​ໂຍບາຍ​ແລະ​ມາດ​ຕະການ​ຕົວ​ຈິງ​ເພື່ອ​ຫຼຸດຜ່ອນ​ລະດັບ​ຂາດ​ດຸນ​ການ​ຄ້າ​ປະຈຸ​ບັນ​ຂອງ​ຫວຽດນາມ, ມຸ່ງ​ໄປ​ສູ່​ການ​ຄ້າ​ສອງ​ຝ່າຍມີ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ຍືນ​ຍົງ; ຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ສູງ​ຂອງ​ຈີນ ລົງທຶນ​ເຂົ້າ​ຫວຽດນາມ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ສະ​ແດງ​ຄວາມຊົມ​ເຊີຍຜົນສຳ​ເລັດ​ທີ່​ຕັ້ງໜ້າ​ຂອງ​ບັນດາ​ກົນ​ໄກ​ເຈລະຈາແລະ​ຮ່ວມ​ມື​ ໃນ​ຂົງ​ເຂດທີ່​ອ່ອນ​ໄຫວ​ໜ້ອຍ​ໃນ​ທະ​ເລ​ ລະຫວ່າງ​ສອງ​ປະ​ເທດ, ກໍ່​ຄື​ຄວາມ​ຄືບ​ໜ້າ​ເບື້ອງ​ຕົ້ນ​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ລະຫວ່າງ​ອາ​ຊຽນ​ແລະ​ຈີນທີ່​ຜ່ານ​ມາ​ມໍ່​ນີ້; ພ້ອມ​ກັນ​ນັ້ນ​ກໍ່​ສະ​ເໜີ​ໃຫ້​ສອງ​ຝ່າຍ​ເຄົາ​ລົບຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ກັນ​ແລະ​ກັນ; ປະຕິບັດ​ຢ່າງ​ເຂັ້ມງວດ​ຄວາມ​ຮັບ​ຮູ້​ຮ່ວມຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ,  ຂໍ້​ຕົກລົງ​ກ່ຽວ​ກັບ​ຫຼັກການ​ພື້ນຖານທີ່​ຊີ້​ນຳ​ແກ້​ໄຂ​ບັນຫາ​ໃນ​ທະ​ເລ​ຫວຽດນາມ-ຈີນ; ຕັ້ງ​ໝັ້ນ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງດ້ວຍ​ສັນຕະວິທີ, ສອດ​ຄ່ອງ​ກັບ​ກົດໝາຍ​ສາກົນ, ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຮັກສາສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ທະ​ເລ​ຕາ​ເວັນ​ອອກ​ແລະ​​ໃນພາກ​ພື້ນ.

​ແລກ​ປ່ຽນ​ຄວາມ​ເຫັນ​ໃນ​ການ​ພົບ​ປະ, ​ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ ຈິ້ນ​ຜິ​ງ ​ເນັ້ນ​ໃຫ້​ຄວາມ​ສຳຄັນ​​ແກ່​ການ​ພົວພັນ​ກັບ​ຫວຽດນາມ, ​ເຫັນ​ດີ​ເປັນ​ເອກະສັນ ​ພ້ອມ​ກັນ​ກັບ​ຫວຽດນາມ​ຮັກສາ​ການ​ພົບ​ປະ​ຂັ້າສູງ, ​ເພີ່​ທະວີ​ຄວາມ​ເຊື່ອ​ຖື​ທາງ​ການ​ເມືອງ, ຊຸກຍູ້​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ໃຫ້​ເຂົ້າ​ສູ່​ເນື້ອ​ແທ້, ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ທະ​ເລ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ດີ​ໃຫ້​​​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ. ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສີ ຈິ້ນ​ຜິ​ງ ຢືນຢັນ, ຈີນ​ບໍ່​ສະ​ແຫວ​ງຫາ​ການ​ສົ່ງ​ອອກ​ເກີນ​ດຸນ​ກັບ​ຫວຽດນາມ, ຈະ​ເພີ່ມ​ທະວີ​ການ​ນຳ​ເຂົ້າ​ສິນຄ້າ​ຈາກຫວຽດນາມ ​ເພື່ອ​ໃຫ້ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຕາມ​ທິດ​ສົມ​ດຸນ, ຍືນ​ຍົງ.

ຢູ່​ທີ່​ນະຄອນ​ຊຽງ​ໄຮ້, ສູນ​​ພັດທະນາ​ເສດຖະກິດ​ທີ່ໃຫຍ່ທີ່​ສຸດ​ຂອງ​ຈີນ, ທ່ານ​ນາຍົກລັດຖະມົນຕີ ​ແລະ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ພົບ​ປະ​ແລກປ່ຽນ​​ໂດຍ​ກົງ​ກັບຜູ້ນຳ​ຂັ້ນ​ສູງ​ຫຼາຍ​ທ່ານ​ຂອງ​ບັນດາ​ບໍລິສັດ​ຂະໜາດ​ໃຫຍ່ແລະ “​ແກ່ນສານ” ຂອງ​ເສດຖະກິດ​ຈີນ, ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຜະລິດ​ຕະພັນ​ກະສິກຳ, ການ​ເງີ​ນ, ການປະກັນ​ໄພ, ທະນາຄານ, ການ​ກໍ່ສ້າງ, ຄົມມະນາຄົມ, ພະລັງງານ ​ແລະການຈັດຈຳໜ່າຍ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ຄວາມ​ປະສົງ​ຢາກ​ໃຫ້​ວິ​ສາ​ຫະກິດ​ຈີນ​ ເພີ່​ມການ​ນຳ​ເຂົ້າ​ສິນຄ້າ​ກະສິກຳ​ແລະຜະລິດ​ຕະພັນອາຫານ​ທະ​ເລ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ຕະຫຼາດ​ຈີນ, ມຸ່ງ​ໄປ​ສູ່​ຄວາມ​ສົມ​ດຸນ​ທາງ​ການ​ຄ້າ​ສອງ​ຝ່າຍ ​ແລະ ຫວັງ​ວ່າ​ບັນດາ​ວິ​ສາ​ຫະກິດ​ສອງ​ຝ່າຍ​ຈະ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ ເພື່ອ​ໃຫ້​ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ພ້ອມ​ກັນ​​ໄຊຊະນະ. ທ່ານ​ນາຍົກລັດຖະມົນຕີມອບ​ໃຫ້​ການ​ນຳ​ຂອງ​ກະຊວງ, ຂະ​ແໜງ​ການ ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ​ເຮັດ​ວຽກລະ​ອຽດຕົວ​ຈິງ, ຜັນ​ຂະຫຍາຍ​ຄວາມ​ຄິດ​ລົງທຶນ ທຸລະ​ກິດ, ພິ​ເສດ​ແມ່ນ​ໃນ​ການ​ຜະລິດ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ​ຄຸນ​ນະພາ​ບສູງ.

ການ​ທີ່ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ເຂົ້າ​ຮ່ວມ ຊີ​ໄອ​ໄອ​ອີ 2018 ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ພັດທະນາ​ການ​ພົວພັນທີ່​ໝັ້ນຄົງ, ສົດ​​ໃສ, ​ແລະຢາກ​ພ້ອມ​ກັນ​ກັບ​ຈີນ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ໃຫ້​ພັດທະນາ​ຢ່າງ​ຍືນ​ຍົງ; ສົ່ງ​ເສີມ​ບັນດາ​ກະຊວງ, ຂະ​ແໜງ​ການ​ແລະ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ວຍ​ຈິດ​ໃຈ​ສອງ​ຝ່າຍມີຜົນ​ປະ​ໂຫຍ​ດຮ່ວມ​ກັນ; ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ໃນ​ການຈັດ​ຕັ້ງ​ເຫດການ​ທີ່​ສຳຄັນ​ຂອງ​ແຕ່ລະ​ປະ​ເທດ./.

​ໂດຍ ຫງວຽນ​ດຶກ