ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຝຣັ່ງ-ຫວຽດນາມ
ວກ. ອອນໄລ - ໂດຍຕອບສະໜອງຕາມຄຳເຊີນຂອງ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ, ນາຍົກລັດຖະມົນຕີແຫ່ງສາທາລະນາລັດຝຣັ່ງ ເອດູອາດ ຟີລິບ ໄດ້ດຳເນີນການຢ້ຽມຢາມປະເທດຫວຽດນາມຢ່າງເປັນທາງການ ແຕ່ວັນທີ 2 ຫາວັນທີ 4 ພະຈິກ 2018.
ນາຍົກລັດຖະມົນຕີຝຣັ່ງ ເອດູອາດ ຟີລິບ ພົບປະເຈລະຈາກັບນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ (ພາບ: TTXVN)
ໃນຂອບເຂດການຢ້ຽມຢາມຫວຽດນາມ, ນາຍົກລັດຖະມົນຕີ ເອດູອາດ ຟີລິບ ໄດ້ພົບປະເຈລະຈາກັບ ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ; ຢ້ຽມຄຳນັບທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ; ພົບປະຫາລືກັບປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍິນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ.
ໃນເວລາຢ້ຽມຢາມປະເທດຫວຽດນາມຢ່າງເປັນທາງການ, ນາຍົກລັດຖະມົນຕີຝຣັ່ງ ເອດູອາດ ຟີລິບ ໄດ້ໄປຢາມອະນຸສອນສະຖານທຳນຽບປະທານປະເທດ; ເຂົ້າຮ່ວມພິທີເປີດນຳໃຊ້ສະຖານທີ່ໃໝ່ຂອງໂຮງຮຽນມັດຖະຍົມຝຣັ່ງ ອາເລັກຊານດຣີ ແຢກຊີນ (ນະຄອນຮ່າໂນ້ຍ); ຢານດອຍ A1 ແລະວາງພວງມາລາທີ່ອະນຸສາວະລີນັກຮົບດ້ຽນບຽນຟູ (ແຂວງດ້ຽນບຽນ); ເຂົ້າຮ່ວມພິທີເປີດນຳໃຊ້ສູນສາທາລະນະສຸກຝຣັ່ງ ແລະ ເວທີປາໄສວິສາຫະກິດເຕັກໂນໂລຊີຝຣັ່ງ-ຫວຽດນາມ (ນະຄອນໂຮ່ຈີມິນ).
ໃນບັນຍາກາດເປີດອົກເປີດໃຈ, ຄວາມເຂົ້າໃຈແລະໄວ້ວາງໃຈຊຶ່ງກັນແລະກັນ, ໃນບັນດາການພົບປະເຈລະຈາ ຫາລື, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ ແລະບັນດາບັນຫາສາກົນ, ພາກພື້ນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ; ຢືນຢັນຄວາມຕັດສິນໃຈຊຸກຍູ້ການພົວພັນສອງຝ່າຍ ພາຍຫຼັງ 5 ປີແຫ່ງການເຊັນຂໍ້ຕົກລົງກ່ຽວກັບຄູ່ຮ່ວມມືຍຸດທະສາດຝຣັ່ງ-ຫວຽດນາມ (2013 - 2018) ແລະ 45 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1973 - 2018).
ສອງຝ່າຍຢືນຢັນເພີ່ມທະວີການພົບປະແລກປ່ຽນໃນຂັ້ນຕ່າງໆ, ໂດຍສະເພາະແມ່ນຂັ້ນສູງ, ພ້ອມກັນນັ້ນກໍ່ເພີ່ມທະວີບົດບາດຂອງບັນດາກົນໄກປະສານງານ, ຊີ້ນຳການຮ່ວມມືສອງຝ່າຍ ໃນບັນດາຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນປະເທດ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ-ຝຶກອົບຮົມ.
ການຮ່ວມມືທາງດ້າງເສດຖະກິດສືບຕໍ່ເປັນເສົາຄ້ຳບຸລິມະສິດ ໃນການພົວພັນສອງຝ່າຍ. ສອງຝ່າຍເນັ້ນໜັກຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມື, ຊຸກຍູ້ບັນດາໂຄງການຈຸດໜັກທີ່ສອງຝ່າຍກຳລັງຜັນຂະຫຍາຍ ກໍ່ຄືໃນການເພີ່ມທະວີການຮ່ວມມືຫວຽດນາມ - ສະຫະພາບເອີຣົບ (ອີຢູ). ສົ່ງເສີມບັນດາວິສາຫະກິດຂອງສອງປະເທດ ເພີ່ມທະວີການເຊື່ອມຕໍ່ການຮ່ວມມືລົງທຶນທຸລະກິດໃນບັນດາຂົງເຂດທີ່ຝຣັ່ງມີທ່າແຮງ ແລະຫວຽດນາມມີຄວາມຕ້ອງການເຊັ່ນ ໂຄງສ້າງພື້ນຖານ, ພະລັງງານ, ການບິນ - ອະວະກາດ, ສາທາລະນະສຸກ, ວິທະຍາສາດ-ເຕັກໂນໂລຊີ, ການສື່ສານ, ການຮັບມືກັບການປ່ຽນແປງສະພາບອາກາດ, ຕົວເມືອງອັດສະລິຍະ.
ສອງຝ່າຍເປັນເອກະສັນຊຸກຍູ້ການຮ່ວມມື ໃນການພັດທະນາລັດຖະບານເອເລັກໂຕຣນິກ ແລະຫັນເປັນທັນສະໄໝຕໍ່ການຄຸ້ມຄອງບໍລິຫານລັດ, ເຊິ່ງເປັນຂົງເຂດການຮ່ວມມືໃໝ່ ແລະ ມີຄວາມສາມາດພັດທະນາດີ. ເພີ່ມທະວີການຮ່ວມມືຢ່າງກວ້າງຂວາງເລິກເຊິ່ງໃນຂົງເຂດວັດທະນະທຳ, ຢືນຢັນຄວາມຕັດສິນໃຈນຳເອົາສະຖາບັນວັດທະນະທຳຂອງປະເທດນີ້ ເປັນສູນກາງການຮ່ວມມືແລະແລກປ່ຽນວັດທະນະທຳຢູ່ປະເທດນັ້ນ, ລະອຽດຄື ສູນວັດທະນະທຳຫວຽດນາມຢູ່ຝຣັ່ງ ແລະສະຖາບັນຝຣັ່ງໃນຫວຽດນາມ. ເພີ່ມທະວີການປະສານສົມທົບເພື່ອຮັບປະກັນຄວາມສຳເລັດຂອງກອງປະຊຸມການຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມແລະຝຣັ່ງ ຄັ້ງທີ 11 ທີ່ຈະຈັດຂຶ້ນໃນຕົ້ນເດືອນເມສາ 2019 ຢູ່ນະຄອນ ຕູລູ (ປະເທດຝຣັ່ງ).
ສອງຝ່າຍຫວັງວ່າ ຈະໄດ້ເພີ່ມທະວີການຮ່ວມມືທາງດ້ານການປ້ອງກັນຄວາມສະຫງົບ-ປ້ອງກັນຊາດ, ຊຸກຍູ້ການຢ້ຽມຢາມຂອງກຳປັ່ນທະຫານຝຣັ່ງມາຫວຽດນາມ, ຊ່ວຍເຫຼືອຫວຽດນາມເຂົ້າຮ່ວມໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.
ໂດຍຍົກໃຫ້ເຫັນແຈ້ງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຮ່ວມມືໃນພາກພື້ນແລະສາກົນ, ສອງຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຮັກສາເສລີພາບໃນການເດີນທະເລແລະການບິນ, ແກ້ໄຂຂໍ້ພິພາດຂັກແຍ້ງໃນທະເລຕາເວັນອອກດ້ວຍສັນຕິວິທີ, ບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ, ໃນນັ້ນມີອະນຸສັນຍາສະຫະປະຊາຊາດກ່ຽວກັບທະເລປີ 1982. ສອ\ຝ່າຍເປັນເອກະພາບເພີ່ມທະວີການປະສານສົມທົບໃນບັນດາເວທີປາໄສພະຫຸພາຄີ, ພິເສດແມ່ນສະຫະປະຊາຊາດ, ປະຊາຄົມຟຣັງໂກໂພນີ; ສືບຕໍ່ຊ່ວຍເຫຼືອຊຶ່ງກັນແລະກັນ ໃນການພັດທະນາການພົວພັນຂອງຝຣັ່ງກັບພາກພື້ນອາຊີ-ປາຊີຟິກ, ກໍ່ຄືການພົວພັນຂອງຫວຽດນາມກັບອີຢູ.
ໃນໂອກາດນີ້, ສອງຝ່າຍໄດ້ເປັນສັກຂີພະຍານໃນພິທີລົງນາມ, ແລກປ່ຽນບັນດາເອກະສານ, ຂໍ້ຕົກລົງການຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ; ໃນນັ້ນມີການຝຶກອົບຮົມ, ພັດທະນາລັດຖະບານເອເລັກໂຕຣນິກ, ຮ່ວມມືທາງດ້ານສາທາລະນະສຸກ, ຮັບມືກັບການປ່ຽນແປງສະພາບອາກາດ, ປົກປັກຮັກສາສິ່ງແວດລ້ອມ, ອະວະກາດ, ການຄຸ້ມຄອງຕົວເມືອງ, ສະໜອງເຮືອບິນໂດຍສານ ແອຣ໌ບັສ, ພະລັງງານ./.
ໂດຍ ບກ.