ວກ. ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ປະທາ​ປະ​ເທດ ​ແລະ ນາຍົກລັດຖະມົນຕີ​ແຫ່ງ​ປະ​ເທດ​ ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ, ສະຫາຍມີ​​ເກ​ນ ມາຣິໂອ ດິອັດ-ກາ​ເນນ ​ເບີ​ມູ​​ເດດ, ປະທານ​ສະພາ​ແຫ່ງ​ລັດ​ແລະ​ຄະນະ​ລັດຖະມົນຕີ​ແຫ່ງ​ ປະ​ເທດ​ສາທາລະນະ​ລັດ​ກູ​ບາ ​ແລະ ພັນ​ລະ​ຍາ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​​ໃນ​ລະຫວ່າງ​ວັນ​ທີ 8-10 ພະຈິກ 2018.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ປະທານສະພາແຫ່ງລັດແລະຄະນະລັດຖະມົນຕີກູບາ ມີເກນ ມາຣິໂອ ດິອັດ-ກາເນນ ເບີມູເດດ (ພາບ: VGP)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ສະຫາຍມີ​​ເກ​ນ ມາຣິໂອ ດິອັດ-ກາ​ເນນ ​ເບີ​ມູ​​ເດດ, ປະທານ​ສະພາ​ແຫ່ງ​ລັດ​ແລະ​ຄະນະ​ລັດຖະມົນຕີ​​ກູ​ບາ ​ໄດ້​ພົບ​ປະ​ເຈລະຈາ​ກັບ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ຝູຈ້ອງ. ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຫວຽດນາມ ຫງວຽນ​ຝູຈ້ອງ ​ແລະ ປະທານ​ສະພາ​ແຫ່ງ​ລັດ​ແລະ​ຄະນະ​ລັດຖະມົນຕີ​​ກູ​ບາ ມີ​​ເກ​ນ ມາຣິໂອ ດິອັດ-ກາ​ເນນ ​ເບີ​ມູ​​ເດດ, ທ່ານ​ລັດຖະມົນ​ຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ເຈິ່ນຕວັນ​ແອັງ ​ແລະ​ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕ໋ຽນຢຸ້ງ ຕາງໜ້າ​ລັດຖະບານ​ຫວຽດນາມ ​ແລະ ຮອງ​ປະທານ​ຄະນະ​ລັດຖະມົນຕີ​ກູ​ບາ ຣີກາດ​ໂດ ກາບຣີຊັດ ຣູອິດ ຕາງໜ້າ​ລັດຖະບານ​ກູ​ບາ ​ໄດ້​ລົງ​ນາມ​ໃນ “ສັນຍາ​ການ​ຄ້າ​ໃໝ່” ​ແລະ “ອະນຸ​ສັນຍາ​ກ່ຽວ​ກັບ​ການ​ເບີກ​ຈ່າຍ​ເງິນ ​ແລະການ​ຄຸ້ມ​ຄອງ​ການ​ເງິນການ​ຮ່ວມ​ມື​ພັດທະນາ​ການ​ຜະລິດ​ເຂົ້າຫວຽດນາມ-ກູ​ບາ ​ໄລຍະ​ປີ 2019-2023”. ນາຍົກລັດຖະມົນຕີຫວຽດນາ ຫງວຽນ​ຊວັນ​ຝຸກ ຕ້ອນຮັບ​ປະທານ​ສະພາ​ແຫ່ງ​ລັດ​ແລະ​ຄະນະ​ລັດຖະມົນຕີ​ກູ​ບາ. ປະທານ​ສະພາ​ແຫ່ງ​ລັດ​ແລະ​ຄະນະ​ລັດຖະມົນຕີ​ກູ​ບາ ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ຫງວຽດນທ້ຽນ​ເຍິນ; ພົບ​ປະ​ກັບ​ການ​ນຳ​ແລະ​ສະມາຊິກ​ສະມາຄົມ​ມິດຕະພາບ​ຫວຽດນາມ-ກູ​ບາ; ​ເຂົ້າ​ຮ່ວມ​ການ​ສົນທະນາທຸລະ​ກິດຫວຽດນາມ-ກູ​ບາ.

ກ່ອນ​ນັ້ນ, ປະທານ​ສະພາ​ແຫ່ງ​ລັດ​ແລະ​ຄະນະ​ລັດຖະມົນຕີ​​ກູ​ບາ ມີ​​ເກ​ນ ມາຣິໂອ ດິອັດ-ກາ​ເນນ ​ເບີ​ມູ​​ເດດ ​ແລະ​ພັນ​ລະ​ຍາ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສາທາລະນະ​ລັດ​ກູ​ບາ ​ໄດ້​ໄປ​ວາ​ງພວງ​ມາ​ລາ​ທີ່​ອະນຸສາວະລີ​ບັນດາ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ; ວາງ​ພວງມາລາ​ ​ໄຫວ້​ອາ​ໄລ​ທີ່​ສຸສານ​ປະທານ​ໂຮ່ຈີ​ມິນ. ​ໃນ​ຂອບ​​ເຂດການ​ຢ້ຽມຢາມ​ນະຄອນ​ໂຮ່ຈີ​ວິນ, ປະທານ​ສະພາ​ແຫ່ງ​ລັດ​ແລະ​ຄະນະ​ລັດຖະມົນຕີ​​ກູ​ບາ ມີ​​ເກ​ນ ມາຣິໂອ ດິອັດ-ກາ​ເນນ ​ເບີ​ມູ​​ເດດ ​ໄດ້​ໄປ​ຢາມ​ເຂດ​ອະນຸສອນ​ສະຖານ​ປະຫວັດສາດ ອຸ​ມົງ​ກູ໋ຈີ ​ແລະ ​ເຂດ​ອຸດສາຫະກຳ​​ເຕັກ​ໂນ​ໂລ​ຊີ​ສູງ​​ໃນ​ນະຄອນ​​ໂຮ່ຈີ​ມິນ.

​ໃນ​ທີ່ການ​ພົບ​ປະຕ່າງໆ​ເຫຼົ່າ​ນັ້ນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ກ່ຽວ​ກັບ​ທິດ​ທາງ​ແລະ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່ສືບ​ຕໍ່​ພັດທະນ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ​ແລະ​ກູ​ບາ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ງລວງ​ເລິກ, ມີ​ປະສິດທິ​ຜົນ​ແລະ​ເປັນ​ຮູບ​ປະ​ທຳ, ກໍ່​ຄື​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສອງ​ຝ່າຍມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. 

ສອງ​ຝ່າຍ​ໄດ້ປະ​ເມີນ​ຄ່າ​ທາງ​ບວກ ກ່ຽວ​ກັບ​ການ​ພັດທະນາ​ຂອງ​ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ, ການ​ພົວພັນ​ທາງ​ການ​ເມືອງ​ສອງ​ຝ່າຍ​ນັບ​ມື້​ນັບ​ສະໜິດ​ແໜ້ນ​ແລະ​ໄວ້​ວາງ​ໃຈ​ກັນ ​ໂດຍ​ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ບົດຮຽນ​ຢ່າງ​ເປັນ​ປະຈຳ. ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ​ແລະ​ລະຫວ່າງ​ກະຊວງ, ຂະ​ແໜງ​ການ ​ໄດ້​ຮັບ​ການ​ຮັກສາ​ແລະ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ຊຸກຍູ້​ການ​​ເຄື່ອນ​ໄຫວ​ຮ່ວມ​ມື​ຕົວ​ຈິງ, ຫຼາຍ​ຮູບ​ຫຼາຍ​ແບບ. ບັນດາ​ຊ່ອງ​ສາຍ​ການ​ພົວພັນ​ທາງ​ດ້ານ​ພັກ, ສະພາ​ແຫ່ງ​ຊາດ ​ແລະ​ປະຊາຊົນ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ.

ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຮ່ວມ​ມື​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ​ແລະ​ຮອບດ້ານ ບົນ​ເສັ້ນທາງ​ແຫ່ງ​ການ​ສ້າງສາ​ແລະ​ພັດທະນາ​ຂອງ​ສອງປະ​ເທດ; ພະຍາຍາມ​ປັບປຸງ, ຮັດ​ແໜ້ນ ​ແລະ​ພັດທະນາ​ຍິ່ງ​ກວ່າ​ອີດ ການ​ພົວພັນ​ອ້າ​ນນ້ອງທີ່​ເປັນ​ແບບຢ່າງ, ມິດຕະພາບ​ແບບ​ດັ້ງ​ເດີມ, ການ​ຮ່ວມ​ມື​ຮອບດ້ານ, ສາມັກຄີທ່ຽງ​ໝັ້ນ. ສອງຝ່າຍ​ກໍ່​ໄດ້​ແລກປ່ຽນ​ຫຼາຍ​ມາດ​ຕະການ ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ບົນ​ຈິດ​ໃຈ​ມີ​ປະສິດທິ​ຜົນ ​ແທດ​ຈິງ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ​ປ້ອງ​ກັນ​ຄວາມ​ສະຫງົບ​ ແລະ​ການ​ຕ່າງປະ​ເທດ, ຍູ້​ແຮງ​ການ​ຮ່ວມ​ມື​ສະ​ເພາະ​ຂະ​ແໜງ​ກ່ຽວ​ກັບ​ກະສິກຳ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ການຜະລິດ​ຢາ, ສາທາລະນະ​ສຸກ, ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ແລກປ່ຽນລະຫວ່າງ​ປະຊາຊົນ.

ສອງ​ຝ່າຍ​ເປັນ​ເອກະ​ພາບ​ຊີ້​ນຳ​ໃຫ້ບັນ​ດາກະຊວງ, ຂະ​ແໜງ​ການຕັ້ງໜ້າ​ຊຸກຍູ້​ການ​ຜັນ​ຂະຫຍາຍສັນຍາ​ການ​ຄ້າ​ສອງ​ຝ່າຍ, ຊອກ​ຫາ​ບັນດາ​ກົນ​ໄກ, ມາດ​ຕະການ​ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ກັນ​ແລະ​ກັນ ​ແລະ ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເປັນ 500 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2022. 

​ໃນ​ໂອກາດ​ນີ້, ​ເພື່ອ​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ສະຫາຍ ຕໍ່​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ແລະ​ກູ​ບາ, ​ສະຫາຍເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຫງວຽນ​ຝູຈ້ອງ ຕາງໜ້າ​ລັດ​ສາທາລະນະລັດສັງຄົມ​ນິຍົມ​ຫວຽດນາມ ປະດັບ​ຫຼຽນ​ໃຊ​ໂຮ່ຈີ​ມິນ ​ໃຫ້ສະຫາຍປະທານ​ສະພາ​ແຫ່ງ​ລັດ​ແລະ​ຄະນະ​ລັດຖະມົນຕີ​​ກູ​ບາ ມີ​​ເກ​ນ ມາຣິໂອ ດິອັດ-ກາ​ເນນ ​ເບີ​ມູ​​ເດດ./.

​ໂດຍ ​ແທັງ​​ແອັງ