ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ-ອິນເດຍ
ທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖ່າຍຮູບຮ່ວມກັນກັບ ທ່ານປະທານາທິບໍດີອິນເດຍ ຣາມ ນາດ ໂກວິນ (ພວບ: TTXVN)
ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີອິນເດຍ ຣາມ ນາດ ໂກວິນ ໄດ້ພົບປະເຈລະຈາກັບ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ; ພົບປະຫາລືກັບນາຍົກລັດຖະມົນຕີ ຫງວຽນຊວັນຝຸກ, ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ກ່າວປາໄສທີ່ສະພາແຫ່ງຊາດຫວຽດນາມ. ທ່ານປະທານາທິບໍດີ ຣາມ ນາດ ໂກວິນ ໄດ້ໄປວາງພວງມາລາໄຫວ້ອາໄລທີ່ສຸສານປະທານໂຮ່ຈີມິນ ແລະວາງພວງມາລາທີ່ອະນຸສາວະລີວິລະຊົນທີ່ໄດ້ເສຍສະຫຼະ; ກ່າວປາໄສທີ່ເວທີປາໄສການທຸລະກິດອິນເດຍ - ຫວຽດນາມ, ພົບປະໂອ້ລົມກັບຊາວອິນເດຍແລະບັນດາເພື່ອນມິດຂອງອິນເດຍຢູ່ຫວຽດນາມ; ໄປຢາມນະຄອນດານັ້ງ ແລະບູຮານສະຖານໝີເຊີນ.
ບັນດາການພົບປະເຈລະຈາ ຫາລືໄດ້ດຳເນີນໃນບັນຍາກາດອົບອຸ່ນ ແລະເຕັມໄປດ້ວຍໄມຕີຈິດມິດຕະພາບ. ທັງສອງຝ່າຍຢືນຢັນຄວາມພົວພັນທີ່ເປັນມູນເຊື້ອຍາວນານລະຫວ່າງສອງປະເທດ ຊຶ່ງບັນດາຮຸ່ນຜູ້ນຳແລະປະຊາຊົນສອງປະເທດໄດ້ທຸ່ມເຫື່ອເທແຮງເພີ່ມພູນຄູນສ້າງ. ເປັນເອກະສັນຮັບຮູ້ວ່າ ການພົວພັນສອງຝ່າຍໄດ້ຂະຫຍາຍຕົວຢ່າງແຂງແຮງນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດປີ 2007 ແລະຍົກຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2016.
ທັງສອງຝ່າຍໄດ້ແບ່ງປັນວິໄສທັດລວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຍິ່ງກວ່າອີກ ໃນທຸກຂົງເຂດ, ເຫັນດີຮັກສາການຢ້ຽມຢາມຂັ້ນສູງແລະຂັ້ນຕ່າງໆຢ່າງສະໝ່ຳສະເໝີ ຕາມສາຍພັກ, ລັດ, ລັດຖະບານ, ອົງການນິຕິບັນຍັດ, ທ້ອງຖິ່ນ ແລະການພົບປະລະຫວ່າງປະຊາຊົນຂອງສອງປະເທດ.
ທັງສອງຝ່າຍຮັບຮູ້ວ່າ ການຄ້າສອງຝ່າຍໄດ້ເຕີບໂຕຢ່າງໄວໃນເວລາທີ່ຜ່ານມາ, ອິນເດຍກາຍເປັນໜຶ່ງໃນສິບຄູ່ຮ່ວມການຄ້າທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ແລະເຊື່ອໝັ້ນວ່າ ມູນຄ່າການຄ້າສອງຝ່າຍຈະເພີ່ມຂຶ້ນເປັນ 15 ຕື້ໂດລາສະຫະລັດໂດຍໄວ. ທັງສອງຝ່າຍຊົມເຊີຍການເຊັນບົດບົນທຶກຄວາມຈຳກ່ຽວກັບການຮ່ວມມືທາງດ້ານເສດຖະກິດ-ການຄ້າ ລະຫວ່າງສອງກະຊວງອຸດສາຫະກຳການຄ້າຂອງສອງປະເທດ (ເດືອນມີນາ 2018); ສະເໜີໃຫ້ວາງແຜນການອັນລະດຽດໂດຍໄວ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງລາຍເຊັນ ແນໃສ່ຊຸກຍູ້ການຄ້າສອງຝ່າຍໃຫ້ຂະຫຍາຍຕົວຍິ່ງກວ່າອີກ, ໃນນັ້ນມີບັນດາມາດຕະການກ່ຽວກັບການສົ່ງເສີມການຄ້າ.
ທັງສອງຝ່າຍເຫັນດີຈະສືບຕໍ່ຊຸກຍູ້ການລົງທຶນສອງຝ່າຍ, ໃນນັ້ນມີບັນດາໂຄງການຮ່ວມມືລະຫວ່າງກຸ່ມບໍລິສັດນ້ຳມັນອາຍແກ໊ສຫວຽດນາມ (PVN) ແລະບໍລິສັດນ້ຳມັນອາຍແກ໊ສແຫ່ງຊາດອິນເດຍ (ONGC) ໃນການສືບສວນແລະຂຸດຄົ້ນນ້ຳມັນອາຍແກ໊ສ ຢູ່ເຂດດິນຕໍ່ແຜ່ນ, ໄຫຼ່ທະວີບ ແລະເຂດເສດຖະກິດພິເສດຂອງຫວຽດນາມ; ສົ່ງເສີມສອງຝ່າຍໃຫ້ມີຄວາມພະຍາຍາມກວ່າອີກ ໃນການການຊອກຫາຮູບແບບການຮ່ວມມື, ນັບທັງການຮ່ວມມືກັບປະເທດທີ່ສາມ. ຝ່າຍຫວຽດນາມຊົມເຊີນແລະເຫັນດີຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວິສາຫະກິດອິນເດຍລົງທຶນເຂົ້າໃນບັນດາໂຄງການພະລັງງານໃໝ່ ແລະພະລັງງານທົດແທນຢູ່ຫວຽດນາມ. ຝ່າຍອິນເດຍຊົມເຊີຍແລະເຫັນດີຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວິສາຫະກິດຫວຽດນາມລົງທຶນເຂົ້າອິນເດຍ, ພິເສດແມ່ນໃນຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະສິກຳ, ອາຫານທະເລ, ເຄື່ອງໄມ້. ສອງຝ່າຍເປັນເອກະສັນຮັບຮູ້ຄວາມສຳຄັນຂອງການເພີ່ມທະວີການເຊື່ອມຕໍ່ ແລະຊຸກຍູ້ລະບຽບການຕ່າງໆ ເພື່ອໃຫ້ຫວຽດເຈດ (Vietjet) ອາດຈະຂຸດຄົ້ນສາຍການບິນໂດຍກົງ ນະຄອນໂຮ່ຈີມິນ-ນິວເດລີ ໃນໄວໆນີ້.
ໂດຍຕີລາຄາສູງການຊ່ວຍເຫຼືອຍາວນານແລະຕໍ່ເນື່ອງຂອງອິນເດຍ ຕໍ່ບັນດາໂຄງການພັດທະນພາຍໃຕ້ຫຼາຍຮູບການເຊັ່ນ ການຊ່ວຍເຫຼືອໂດຍບໍ່ຕ້ອງສົ່ງຄືນ, ການປ່ອຍສິນເຊື່ອພິເສດ, ການຝຶກອົບຮົມແຫຼ່ງບຸກຄະລາກອນ ໃນບັນດາຂົງເຂດທີ່ຫວຽດນາມມີຄວາມຕ້ອງການ, ທັງສອງຝ່າຍສຸມໃສ່ຜັນຂະຫຍາຍຢ່າງທັນການ ບັນດາບ້ວງເງິນຊ່ວຍເຫຼືອໂດຍບໍ່ຕ້ອງສົ່ງຄືນແລະບ້ວງເງິນໃຫ້ກູ້ຢືມພິເສດຂອງລັດຖະບານອິນເດຍ ສຳລັບຫວຽດນາມ ກໍ່ຄືບັນດາໂຄງການປະຈຳປີ ສັງກັດກອງທຶນພັດທະນາໂຄງການດ່ວນ (QIPs) ສຳລັບບັນດາປະເທດກຳປູເຈຍ, ລາວ, ມຽນມາ ແລະຫວຽດນາມ. ລັດຖະບານອິນເດຍໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜອງທຶນການສຶກສາ 200 ທຶນຕໍ່ປີໃຫ້ຫວຽດນາມ ໂດຍຜ່ານໂຄງການຮ່ວມມືດ້ານເຕັກນິກ (ITEC) ແລະ 30 ທຶນຕາມໂຄງການແລກປ່ຽນວັດທະນະທຳ (CEP/GCSS).
ທັງສອງຝ່າຍຊົມເຊີນການເປີດນຳໃຊ້ສູນວັດທະນະທຳອິນເດຍ Swami Vivekananda (ເດືອນເມສາ 2017), ສູນການຄົ້ນຄວ້າອິນເດຍຢູ່ຮ່າໂນ້ຍ (ເດືອນກັນຍາ 2014) ແລະສູນການຄົ້ນຄວ້າຫວຽດນາມຢູ່ນິວເດລີ (ເດືອນມີນາ 2018). ຝ່າຍອິນເດຍສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ປະສານສົມທົບຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ມະຫາຕະມະ ຄານທີ ຄົບຮອບ 150 ປີໃນປີ 2018 ແລະຊ່ວຍເຫຼືອຈັດຕັ້ງ “ວັນໂຢຄະສາກົນ” ທຸກປີ.
ທັງສອງຝ່າຍຢືນຢັນຈະສືບຕໍ່ສະໜັບສະໜູນການແລກປ່ຽນລະຫວ່າງບັນດາການຈັດຕັ້ງມິດຕະພາບ, ນັກວິຊາການຂອງສອງປະເທດ; ເຫັນດີຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາອົງການສື່ມວນຊົນຂອງສອງປະເທດ ເພີ່ມທະວີການປາກົດຕົວແລະເຄື່ອນໄຫວຢູ່ໃນແຕ່ລະປະເທດ. ສອງຝ່າຍເຫັນດີເປັນເອກະສັນກ່ຽວກັບຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນປະຊາຊົນ ໂດຍຜ່ານການຈັດງານເທດສະການຟີມຮູບເງົາ ແລະຊຸກຍູ້ການຮ່ວມມືທາງດ້ານການທ່ອງທ່ຽວຍິ່ງກວ່າອີກ. ຮັບຮູ້ວ່າປີທ່ອງທ່ຽວອິນເດຍ-ອາຊຽນ 2019 ຈະສາມາດສ້າງໂອກາດຫຼາຍຢ່າງເພື່ອຊຸກຍູ້ການທ່ອງທ່ຽວລະຫວ່າງສອງປະເທດ.
ສອງຝ່າຍໄດ້ເນັ້ນໜັກວ່າ ການຮ່ວມມືທາງດ້ານການປ້ອງກັນຊາດແລະປ້ອງກັນຄວາມສະຫງົບແມ່ນເສົາຄ້ຳຂອງການພົວພັນສອງຝ່າຍ, ຮັບຮູ້ການຈັດຕັ້ງຢ່າງສຳເລັດຜົນ ກົນໄກຮ່ວມມືທາງດ້ານການປ້ອງກັນປະເທດທຸກປີ, ພິເສດແມ່ນການສົນທະນານະໂຍບາຍການປ້ອງກັນປະເທດດຂັ້ນຮອງລັດຖະມົນຕີ, ການສົນທະນາດ້ານຄວາມປອດໄພຄັ້ງທຳອິດ (ເດືອນກໍລະກົດ 2018). ຕາມນັ້ນ, ເຫັນດີເປັນເອກະສັນຜັນຂະຫຍາຍຢ່າງມີປະສິດທິຜົນ ຖະແຫຼງການກ່ຽວກັບວິໄສທັດການຮ່ວມມືດ້ານການປ້ອງກັນປະເທດຫວຽດນາມ - ອິນເດຍ ໄລຍະ 2015 - 2020. ເພີ່ມທະວີການຮ່ວມມືໃນຂົງເຂດຝຶກອົບຮົມແຫຼ່ງບຸກຄະລາກອນ, ຜັນຂະຫຍາຍການຮ່ວມມືລະຫວ່າງກອງທັບບົກ, ກອງທັບອາກາດ, ກອງທັບເຮືອ ແລະຕຳຫຼວດຍາມຝັ່ງທະເລຂອງສອງປະເທດ ກໍ່ຄືການຮ່ວມມືໃນຂົງເຂດການຮັກສາຄວາມປອດໄພເຄືອຂ່າຍ, ການແບ່ງປັນຂໍ້ມູນ. ເຫັນດີເປັນເອກະສັນກ່ຽວກັບຄວາມຕ້ອງການເພີ່ມທະວີການຮ່ວມມືໃນຂົງເຂດການເດີນເຮືອທະເລ, ກວມທັງການຕ້ານໂຈນສະລັດ, ຄວາມປອດໄພທາງທະເລ, ການແລກປ່ຽນຂໍ້ມູນທາງເຮືອທີ່ບໍ່ແມ່ນທະຫານ.
ສອງຝ່າຍໄດ້ແລກປ່ຽນທັດສະນະຮ່ວມຫຼາຍຈຸດ ກ່ຽວກັບບັນດາບັນຫາພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນ, ຢືນຢັນຄວາມສຳຄັນຂອງການກໍ່ສ້າງພາກພື້ນອາຊີ ແລະ ມະຫາສະໝຸດອິນເດຍ - ປາຊີຟິກແຫ່ງສັນຕິພາບ, ຈະເລີນຮຸ່ງເຮືອງ ບົນພື້ນຖານເຄົາລົບນັບຖືອະທິປະໄຕ ແລະກົດໝາຍສາກົນ, ເສລີພາບໃນການເດີນເຮືອ-ການບິນ ແລະ ບັນດາການເຄື່ອນໄຫວເສດຖະກິດທີ່ບໍ່ຖືກຂັດຂວາງ. ອິນເດຍຕີລາຄາສູງຫວຽດນາມທີ່ໄດ້ປະສານສົມທົບຈັດຕັ້ງຢ່າງສຳເລັດຜົນ ກອງປະຊຸມມະຫາສະໝຸດອິນເດຍຄັ້ງທີສາມ (ເດືອນສິງຫາ 2018); ເນັ້ນໜັກເຖິງບົດບາດຂອງອິນເດຍ ແລະຫວຽດນາມໃນການຮັກສາ ແລະ ປັບປຸງໂຄງສ້າງພາກພື້ນເປີດ, ໂປ່ງໃສ, ກວມລວມ ແລະອີງຕາມລະບຽບກົດໝາຍ. ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ໃນຖານະຜູ້ປະສານງານການພົວພັນອາຊຽນ - ອິນເດຍ ໄລຍະປີ 2015 - 2018, ສະເໜີໃຫ້ພ້ອມກັນຊຸກຍູ້ການປະຕິບັດຖະແຫຼງການເດລີ ຂອງກອງປະຊຸມສຸດຍອດອາຊຽນ - ອິນເດຍ ໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງການພົວພັນຄູ່ຮ່ວມມືສົນທະນາ (ເດືອນມັງກອນ 2018).
ຫວຽດນາມຢືນຢັນການສະໜັບສະໜູນນະໂຍບາຍ “ປະຕິບັດການທາງທິດຕາເວັນອອກ” ຂອງອິນເດຍ, ຕີລາຄາສູງ ຕໍ່ການທີ່ອິນເດຍສະໜັບສະໜູນບົດບາດເປັນໃຈການຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ພວມເປັນຮູບເປັນຮ່າງຂຶ້ນ. ສອງຝ່າຍເຫັນດີເປັນເອກະສັນຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ສະບັນສະໜູນຊຶ່ງກັນແລະກັນຢູ່ໃນບັນດາເວທີປາໄສພະຫຸພາຄີ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ; ຢືນຢັນອີກຄັ້ງກ່ຽວກັບການສະໜັບສະໜູນຊຶ່ງກັນແລະກັນ ໃນການສະໝັກຮັບເລືອກເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ຫວຽດນາມໃນໄລຍະ 2020 - 2021, ອິນເດຍໃນໄລຍະ 2021 - 2022.
ສອງຝ່າຍສະແດງຄວາມກັງວົນກ່ຽວກັບສະພາບການຜັນປ່ຽນຢູ່ທະເລຕາເວັນອອກ ແລະ ຢືນຢັນອີກຄັ້ງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ເສລີພາບໃນການເດີນເຮືອ-ເດີນອາກາດ ແລະ ບັນດາການເຄື່ອນໄຫວເສດຖະກິດທີ່ບໍ່ຖືດຂັດຂວາງ ຢູ່ທະເລຕາເວັນອອກ; ສອງຝ່າຍເນັ້ນໜັກຄວາມຈຳເປັນຂອງການປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນແລະມີປະສິດທິຜົນ ແລະ ການສຳເລັດໂດຍໄວ ປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີເນື້ອແທ້, ມີປະສິດທິຜົນແລະມີຄວາມຜູກມັດ; ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂຂໍ້ພິພາດຂັດແຍ້ງດ້ວຍສັນຕິວິທີ, ກວມທັງການເຄົາລົບຢ່າງເຕັມທີ່ ຕໍ່ຂະບວນການທາງການທູດແລະກົດໝາຍ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນອະນຸສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS).
ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານປະທານາທິບໍດີ ຣາມ ນາດ ໂກວິນ, ສອງຝ່າຍໄດ້ລົງນາມໃນເອກະສານຫຼາຍສະບັບເຊັ່ນ: ບົດບັນທຶກຄວາມຈຳລະຫວ່າງກະຊວງຖະແຫຼງຂ່າວແລະການສື່ສານແຫ່ງປະເທດ ສສ.ຫວຽດນາມ ແລະ ກະຊວງການສື່ສານແຫ່ງປະເທດ ສ.ອິນເດຍ ກ່ຽວກັບການຮ່ວມມືໃນຂົງເຂດການສື່ສານ; ບົດບັນທຶກຄວາມຈຳກ່ຽວກັບການຮ່ວມມືລະຫວ່າງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຮ່າໄນ້ຍ, ຫວຽດນາມ ແລະ ມະຫາວິທະຍາໄລ ຊະວາຫະລານ ເນຣູ, ນິວເດລີ, ອິນເດຍ; ບົດບັນທຶກຄວາມຈຳກ່ຽວກັບການຮ່ວມມືລະຫວ່າງກົມການຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ແລະ ສະມາຄົມທຸລະກິດອິນເດຍຢູ່ຫວຽດນາມ (INCHAM); ບົດບັນທຶກຄວາມຈຳລະຫວ່າງ ຫໍການຄ້າແລະອຸດສາຫະກຳຫວຽດນາມ ແລະ ສະຫະພັນອຸດສາຫະກຳອິນເດຍ./.
ໂດຍ ເຟືອງຈ່າ