ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ດູ​ມາ​ແຫ່ງ​ຊາດ, ສະພາ​ແຫ່ງ​ຊາດ​ແຫ່ງ​ສະຫະພັນ​ທະ​ລັດ​ລັດ​ເຊຍ ນຳ​ໂດຍທ່ານ ວີ​ອາ​ເຈ​ສລາບ ວິກຕໍ​ໂຣວິກ ​ໂວ​ໂລ​ດີ​ນ, ປະທານ​ສະພາ​ດູ​ມາ​ແຫ່ງ​ຊາດ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 23 – 24 ທັນວາ 2018.

ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ປະທານສະພາດູມາແຫ່ງຊາດລັດເຊຍ ວີອາເຈສລາບ ວິກຕໍໂຣວິກ ໂວໂລດີນ ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງສະພາແຫ່ງຊາດຂອງສອງປະເທດ (ພາບ: TTXVN)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ປະທານ​ສະພາ​ດູ​ມາ​ແຫ່ງ​ຊາດ​ລັ​ດ​ເຊຍ ວ.ວ. ​ໂວ​ໂລ​ດີ​ນ ​ໄດ້​ພົບ​ປະ​ເຈລະຈາ​ກັບປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ; ຢ້ຽມ​ຄຳນັບ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດຫວຽດນາມ ຫງວຽນ​ຝູຈ້ອງ, ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ. ​ໃນການພົບ​ປະ​ເຈລະຈາ ຢ້ຽມ​ຄຳນັບນັ້ນ, ສອງ​ຝ່າຍ​ໄດ້​ເນັ້ນ​ວ່າ ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ​ເປັນ​ການ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ, ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ກວ້າງຂວາງ​ເລິກ​ເຊິ່ງລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ, ຂີດ​ໝາຍ​ບາດກ້າວ​ການ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ຫວຽດນາມ - ສະຫະພັນ​ທະ​ລັດ​ລັດ​ເຊຍ.

ສອງ​ຝ່າຍ​ຕີ​ລາຄາ​ເປັນ​ເອກະ​ພາບ​ວ່າ, ​ໃນ​ເວລາ​ທີ່​ຜ່ານ​ມາ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​​ສະພາ​​ແຫ່ງ​ຊາດຂອງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ, ພັດທະນາ​ຢ່າງ​ຈົບງາມ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ​ຢ່າງ​ເປັນ​ປົກກະຕິ; ປະສານ​ສົມທົບ, ປຶກສາ​ຫາລື ​ແລະ ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ຢູ່​ທີ່​ເວທີ​ປາ​ໄສ​ລັດຖະສະພາ​ພະຫຸ​ພາຄີ​ໃນ​ພາກ​ພື້ນ​ແລະ​ສາກົນ, ປະກອບສ່ວນ​ປັບປຸງ​ແລະ​ພັດທະນາ​ ໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ສະຫະພັນ​ທະ​ລັດ​ລັດ​ເຊຍ ​ເລິກ​ເຊິ່ງກວ່າ​ອີກ.

​ໃນ​ຂອບ​ເຂດ​ຂອງ​ຕົນ, ສະພາ​ແຫ່ງ​ຊາດ​ຫວຽດນາມ ກໍ​ຄື​ສະພາ​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ ​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອປັບປຸງ​ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ; ສ້າງ​ຂອບ​ເຂດ​ນິຕິ​ທຳ​ທີ່​ສະດວກ​ດີ​ເພື່ອ​ຊຸກຍູ້​ການ​ພົວພັນດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ​ແລະ​ການ​​ແລກປ່ຽນ​ສັງ​ສັນລະຫວ່າງ​ປະຊາຊົນ​ໃນທຸກ​ຂັ້ນ​ໃຫ້​ຂະຫຍາຍຕົວ, ພິ​ເສດ​ແມ່ນ​ຂັ້ນ​ທ້ອງ​ຖິ່ນ. ປະ​ເທດ​ລັດ​ເຊຍ​ພ້ອມ​ແລ້ວ​ທີ່​ຈະ​ສະໜອງ​ທຶນ​ການ​ສຶກສາຕື່ມ​ອີກ​ໃຫ້ຫວຽດນາມ ​ເພື່ອ​ອົບຮົມ​ສຶກສາຄູ​ສອນ​ພາສາ​ລັດ​ເຊຍ​ຢູ່​ຂັ້ນ​ສາມັນ​ສຶກສາ, ນອກ​ເໜືອຈາກຈຳນວນ 1.000 ທຶນ​ການ​ສຶກສາ​ທີ່​ງົບປະມານ​ຂອງ​ສະຫະພັນ​ທະ​ລັດ​ລັດ​ເຊຍ​ສະໜອງ​ໃຫ້​ນັກຮຽນ​ຫວຽດນາມ.

ທັງ​ສອງ​ຝ່າຍ​ຮູ້ສຶກ​ດີ​ໃຈ​ທີ່​ເຫັນ​ວ່າ, ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ​ຢ່າງ​ເປັນ​ປົກກະຕິ, ພິ​ເສດ​ແມ່ນ​ຂັ້ນ​ສູງ, ຕາມ​ບັນດາ​ຊ່ອງ​ທາງ​ພັກ, ລັດ ກໍ່​ຄື​ລະຫວ່າງ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ແລະ​ອົງການ​ຈັດ​ຕັ້ງ​ສັງຄົມ​ຂອງ​ສອງ​ປະ​ເທດ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພ້ອມ​ກັນ​ກັບ​ການ​ຢ້ຽມຢາມ​ສະຫະພັນ​ທະ​ລັດ​ລັດ​ເຊຍ​ຂອງ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໃນ​ເດືອນ​ກັນຍາ 2018, ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ນາຍົກລັດຖະມົນຕີລັດ​ເຊຍ ​ເດິ​ມີ​ຕຣີ ​ແມດ​ເວ​ແດບ ​ໃນ​ເດືອ​ນພະຈິກ 2018 ​ແລະ ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ປະທານ​ສະພາ​ດູ​ມາ​ແຫ່ງ​ຊາດ​ລັ​ດ​ເຊຍ, ຈະ​ສ້າງ​ກຳລັງ​ໜູນ​ທີ່​ແຂງ​ແຮງ​​ເ​ພື່ອຊຸກຍູ້ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ​ໃຫ້​ຂະຫຍາຍຕົວ​ຍິ່ງ​ກວ່າ​ອີກ. ສອງ​ຝ່າຍຕີ​ລາຄາ​ວ່າ, ສອງ​ປະ​ເທດ​ພວມ​ມີ​ຄວາມ​ຕັ້ງໜ້າ​ໃນ​ການຈັດ​ຕັ້ງ ປີ​ຫວຽດນາມ​ຢູ່​ລັດ​ເຊຍ ​ແລະ ປີ​ລັດ​ເຊຍ​ຢູ່​ຫວຽດນາມ ​ໃນ​ປີ 2019 ​ແລະ​ປີ 2020 ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ການ​ເຊັນ​ສົນທິສັນຍາ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ສະຫະພັນ​ທະ​ລັດ​ລັດ​ເຊຍ ​ແລະ ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງກ່ຽວ​ກັບຫຼາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ນິຕິບັນຍັດ, ​ໃນ​ນັ້ນ​ມີ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະນະ​ກຳມະການຮ່ວມ​ຂອງ​ລັດຖະສະພາ ລະຫວ່າງສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ ຄະນະ​ກຳມະການ​ຈະຈັດ​ຕັ້ງ​ການ​ປະຊຸມ​ໝູນວຽນ, ປີ 2019 ຈະ​ຈັດຕັ້ງ​ການ​ປະຊຸມ​ຄັ້ງ​ທຳ​ອິດ​ຢູ່​ຫວຽດນາມ. ນີ້​ແມ່ນ​ຫຼັກໝາຍສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ການຈັດ​ຕັ້ງ​ການ​ປະຊຸມ​ໝູນວຽນ​ຢູ່​ບັນດາ​ທ້ອງ​ຖິ່ນຈະ​ປະກອບສ່ວນ​ພັດທະນາ​ການ​ພົວພັນ​ລັດຖະສະພາ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ກຳລັງ​ໜູນ​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ.

ສອງຝ່າຍ​ກໍ່​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ທີ່​ລະອຽດ​ເພື່ອ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່, ຊ່ວຍ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ຄະນະ​ກຳມະການຮ່ວມ​ຂອງ​ລັດຖະສະພາທີ່​ຫາ​ກໍ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ມາ​ແມ່ນ​ຮູບ​ການຮ່ວມ​ມື​ໃໝ່, ກວມ​ທັງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການວິຊາ​ສະ​ເພາະ​ຂອງ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ ​ແລະ ຈະ​ສ້າງ​ກຳລັງ​ໜູນ​ຕື່ມ​ອີກ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ກວມ​ທັງ​ການ​ພົວພັນ​ລັດຖະສະພາ, ການ​ພົວພັນ​ເສດຖະກິດ, ​ໃນ​ນັ້ນ​ມີ​ເສດຖະກິດ ດິຈິ​ຕອນ. ຫວຽດນາມ​ແລະ​ສະຫະພັນ​ທະ​ລັດ​ລັດ​ເຊຍ​ມີ​ການ​ພົວພັນ​ຄູ່​ຮ່ວມ​ມຍຸດ​ທະ​ສາດ​ຮອບດ້ານ, ດັ່ງ​ນັ້ນ ການ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ຕ້ອງ​ໄດ້​ຮັບ​ການ​ຊຸກຍູ້ສົ່ງ​ເສີມ​ຕື່ມ​ອີກ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສຳພັນ​ມິດ​ຕະພາບ ​ແລະ ຄວາມ​ເຂົ້າ​ໃຈ, ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ. 

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ ນຳ​ໂດຍ​ທ່ານ ວ.ວ.​ໂວ​ໂລດີນ, ປະທານ​ສະພາ​ດູ​ມາ​ແຫ່ງ​ຊາດ ​ໄດ້​ໄປ​ວາງ​ພວງມາລາ​ທີ່​ອະນຸສາວະລີວິລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ເພື່ອ​ຊາດ; ວາງ​ພວງມາລາ​ໄຫວ້​ອາ​ໄລ​ທີ່​ສຸສານ​ປະທານໂຮ່ຈີ​ມິນ​; ຢ້ຽມ​ຊົມ​ບໍລິ​ເວນອະນຸສອນສະຖານ​ປະທານ​ໂຮ່ຈີ​ມິນທີ່​ທຳນຽບປະທາ​ປະ​ເທດ./.

ສັງ​ລວມ​ໂດຍ ​ແທງ​ແອ​ງ