ວກ.ອອນ​ໄລ - ​​ໂດ​ຍຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ ສົມ​ເດັດ​ອັກຄະຣະມະຫາ​ພະຍາ​ຈັກກຣີ ​ເຮ​ງ ສຳຣິນ ປະທານ​ສະພາ​ແຫ່ງຊາດ​ແຫ່ງລາຊະ​ອານາຈັກ​ກຳປູ​ເຈຍ, ປະທານ​ເວທີ​ປາ​ໄສ​ລັດຖະສະພາ​ອາ​ຊີ-ປາຊີ​ຟິກ ຄັ້ງ​ທີ 27, ທ່ານ​ນາງ ຫງວຽນ​ທິກິ​ມ​ເງິນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ, ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຂົ້າ​ຮ່ວມກອງ​ປະຊຸມ APPF-27 ທີ່​ເມືອງ​ສຽມລຽບ (ກຳປູ​ເຈຍ) ​ໃນ​ລະຫວ່າ​ງວັນ​ທີ 14 – 16 ມັງກອນ 2019.

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວປາໄສໃນພິທີເປີດກອງປະຊຸມ APPF-27. (ພາບ: TTXVN)

ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ທີ 27 ຂອງ​ເວທີ​ປາ​ໄສ​ລັດຖະສະພາ​ອາຊີ-ປາຊີ​ຟິກ (APPF-27) ​ເພື່ອ​ສືບ​ຕໍ່​ປະຕິບັດ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ​​ໃນ​ການເຂົ້າ​ຮ່ວ​ມກິດຈະກຳ​ທາງ​ການ​ທູດ​ພະຫຸ​ພາຄີ, ​ເສີມ​ຂະຫຍາຍ​ບົດບາດ​ແລະ​ຖານະ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ປາ​ໄສ​ນີ້, ປະກອບສ່ວນ​ສົ່ງ​ເສີມ​ຄວາມ​ພະຍາຍາມ​ທາງ​ການ​ທູດ​ລວມຂອງ​ລັດ​ຂອງ​ພວກ​ເຮົາ ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ​ການ​ພັດທະນາ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕິດ​ຕໍ່​ແລະ​ແລກປ່ຽນ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ​ບັນດາ​ປະ​ເທດ ກ່ຽວ​ກັບຄວາມ​ເອົາ​ໃຈ​ໃສ່​ຮ່ວມ​ກັນ​ຂອງ​ພາກ​ພື້ນ​​ແລະ​ຂອງ​ໂລກ.

ເວທີ​ປາ​ໄສ​ລັດຖະສະພາ​ອາ​ຊີ-ປາຊີ​ຟິກ ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1993 ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ສົນທະນາ​ລະຫວ່າ​ງບັນດາ​ສະມາຊິກ​ລັດ​ຖະສະພາ​ໃນ​ພາກ​ພື້ນ ກ່ຽວ​ກັບບັນດາ​ບັນຫາຄວາມ​ປອດ​ໄພ - ການ​ເມືອ​ງ, ການຮ່ວມມື​ເສດຖະກິດ - ການ​ຄ້າ ​ແລະ ​ວັດທະນະທຳ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ພາກ​ພື້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ ແລະ ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໃນ​ທົ່ວ​ພາກ​ພື້ນ.

​ໃນ​ປະຈຸ​ບັນ ເວທີ​ປາ​ໄສ​ລັດຖະສະພາ​ອາ​ຊີ-ປາຊີ​ຟິກ ມີ​ 27 ສະພາ​ແຫ່ງ​ຊາດ​ສະມາ​ຊິກ​ຄື: ອົດສະຕຣາລີ, ກຳປູ​ເຈຍ, ກາ​ນາ​ດາ, ​ກົດ​ສະຕາ ຣິກາ, ຊີ​ເລ, ​ໂກ​ໂລມ​ບີ, ຈີນ, ​ເອກ​ວາດໍ, ຟີ​ຈີ, ອີນ​ໂດ​ເນ​​ເຊຍ, ຍີ່ປຸ່ນ, ​ສ.ເກົາຫຼີ, ລາວ, ມາ​ເລ​​ເຊຍ, ມາດ​ໂຊນ ອິດສະ​ແລນ, ​ເມັກ​ຊິກ, ມີ​ໂກຣ​ເນ​ເຊຍ, ມົງ​ໂກ​ລີ, ນູ​ແວນ​ເຊ​ລັງ, ປາ​ປົວນິວກີເນ, ​ເປຣູ, ຟີ​ລິບ​ປິນ, ລັດ​ເຊຍ, ສິງກະ​ໂປ, ​ໄທ, ສະຫະລັດ​ອາ​ເມລິກາ​ ​ແລະ ຫວຽດນາມ.

ກອປະຊຸມ​ປະຈຳ​ປີຄັ້ງ​ທີ 26 ຂອງ​ເວທີ​ປາ​ໄສ​ລັດຖະສະພາ​ອາ​ຊີ-ປາຊີ​ຟິກ ​ໄດ້​ຈັດ​ຂຶ້ນ​ທີ່​ນະຄອນ​ຮ່າ​ໂນ້ຍ​ໃນ​ເດືອນ​ມັງກອນ 2018 ດ້ວຍ “ຖະ​ແຫຼ​ງການ​ຮ່າ​ໂນ້ຍ” ຂີດ​ໝາຍ​ເສັ້ນທາງ 25 ປີ​ແຫ່ງ​ການ​ພັດທະນາ​ຂອງ APPF, ​ເປີດ​ວິ​ໄສ​ທັດ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ລັດຖະສະພາ​ອາ​ຊີ-ປາຊີ​ຟິກ ​ເຖິງ​ປີ 2030.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ປະຈຳ​ປີ ຄັ້ງ​ທີ 27 ຂອງເວທີ​ປາ​ໄສ​ລັດຖະສະພາ​ອາ​ຊີ-ປາຊີ​ຟິກ ຢູ່​ເມືອງ​ສຽມລຽບ, ກຳປູ​ເຈຍ ​ແມ່ນ “​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ລັດຖະສະພາ​ເພື່ອ​ສັນຕິພາບ, ຄວາມ​ປອດ​ໄພ ​ແລະ​ ການ​ພັດທະນາ​ແບບ​ຍືນຍົງ”, ​ໃຫ້​ບຸລິມະສິດ​ແກ່ເປົ້າ​ໝາຍຮັບປະກັນ​ສັນຕິພາບ, ຄວາມ​ປອດ​ໄພ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

​ໂດຍ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ APPF-27 ຄັ້ງ​ນີ້​ໃນ​ຖານະ​ປະ​ເທດ​ເຈົ້າພາບ​ຂອງ​ກອງ​ປະຊຸມ APPF-26, ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທີ່​ຕັ້ງໜ້າ​ໃນ​ການ​ເຮັດ​ໃຫ້​ເຫັນ​ແຈ້ງ​ເຖິງ​ສ່ວນຮ່ວມ​ທີ່​ສຳຄັນ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໃນ​ການ​ພັດທະນາ​ຂອງ APPF.

​ໃນ​ພິທີ​ເປີດ​ການ​ປະຊຸມ, ທ່ານ​ນາງ ຫງວຽນ​ທິກິ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ບົດ​ປາ​ໄສ​ໃຫ້​ເຫັນ​ວ່າ ​ໃນ​ປີ 2018 ທີ່​ຜ່ານ​ມາ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ມະຕິ​ຂອງ APPF-26 ​ໃນ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ມະຕິ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ທູດ​ລັດ​ຖະສະພາ​ເພື່ອ​ສັນຕິພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ເພື່ອ​ໃຫ້ APPF ສືບ​ຕໍ່​ເປັນ​ເວທີ​ປາ​ໄສ​ທີ່​​ເຄື່ອນ​ໄຫວ​ຢ່າງມີ​ປະສິດທິ​ຜົນ, ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ທິກິມ​ເງິນ ຄາດ​ຫວັງ​ວ່າ​ບັນດາ​ລັດຖະສະພາສະມາ​ຊິດ​ຈະ​ສືບ​ຕໍ່​ການ​ຮ່ວມ​ມື​ຢ່າງຮອບດ້ານ, ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ຕ່າງໆ​ຄື​ ການ​ເມືອງ, ຄວາມ​ປອດ​ໄພ, ​ເສດຖະກິດ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ-ສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ. ​ໃນ​ຂະ​ບວນວິວັດ​ນີ້, ຕ້ອງການ​ເສັ້ນທາງ​ທີ່​ເໝາະ​ສົມ, ອີງ​ໃສ່​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມສາມັກຄີ​ດ້ວຍ​ທິດ​ນຳ “ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ຂ້າງ​ຫຼັງ” ​ແລະ “​ເຮັດ​ໃຫ້​ຄຳ​ເວົ້າ​ກາຍ​ເປັນ​ການ​ກະທຳ”.

ຢູ່​ທີ່ APPF-27, ຫວຽດນາມຮ່ວມອຸປະຖຳ 2 ມະຕິ. ມະຕິ​ທີ່​ໜຶ່ງ​ແມ່ນ​ກ່ຽວ​ກັບ​ການ​ຮ່ວມມື​ພັດທະນາ​ຄວາມ​ຫຼາກ​ຫຼາຍທາງ​ວັດທະນະທຳ​ແລະ​ການທ່ອງທ່ຽວ. ມະຕິ​ສະບັບ​ນີ້​​ເໝາະ​ສົມ​ສຳລັບ​ທັງ​ປະ​ເທດ​ເພື່ອນ​​ແລະ​ຫວຽດນາມທີ່​ພວມ​ພັດທະນາ, ຍ້ອນ​ວ່າ​ວັດທະນະທຳ​ເປັນ​ຮາກ​ຖານ​ທີ່​ສຳຄັນ​ເພື່ອການ​ພັດທະນາ ​ແລະ ຄວາມ​ສາ​ມາ​ບົ່ມ​ຊ້ອນ​ທາງ​ດ້ານ​ວັດທະນະທຳ, ການທ່ອງທ່ຽວ​ຂອງສອງ​ປະ​ເທດ​ຍັງ​​ມີ​ຢ່າງ​ຫຼວງຫຼາຍ. ຜ່ານ​ມະຕິ​ສະບັບ​ນີ້, ສອງ​ປະ​ເທດ​ຈະ​ພ້ອມ​ກັນ​ແນະນຳ​ກັບ​ເພື່ອນ​ມິ​ດສາກົນ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນນີ້. ມະຕິ​ທີ່​ສອງ​ແມ່ນການ​ສ້າງ​ສະ​ຖາ​ບັນ​ທີ່​ໝັ້ນຄົງ​ເພື່ອຊຸກຍູ້​ການ​ຄ້າ ​ແລະ ການ​ພັດທະນາ​ແບບ​ປົກ​ຄຸມ.

ຫຼັງຈາກ​ 3 ​ວັນ​ເຮັດ​ວຽກ, ກອງ​ປະຊຸມ APPF-27 ​ໄດ້ຮັບຮອງ​ຜ່ານ 14 ມະຕິ ບົນ​ພື້ນຖານ​ຮ່າງ​ມະຕິ 43 ສະບັບ​ໂດຍ​ບັນດາ​ປະ​ເທດ​ສະມາຊິກ​ນຳ​ສະ​ເໜີ ​ແລະ ປະກາດ​ຮ່ວມ​ສຽມ​ລຽບ 2019. ​ມະຕິ​ສອງ​ສະບັບ​ທີ່​ໄດ້​ສະ​ເໜີ​ໂດຍຫວຽດນາມກໍ່​ໄດ້​ຮັບຮອງ​ຜ່ານ​ ​ແລະ ​ໄດ້​ຮັບ​ການ​ເຫັນ​ດີ​ສູງ.

ຢູ່​ຂ້າງ​ກອງ​ປະຊຸມ APPF-27, ​ທີ່​ເມືອງ​ສຽມລຽບ, ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ພົບ​ປະ​ຫາລື​ກັບ ສົມ​ເດັດ​ອັກຄະຣະມະຫາ​​ເສນາ​ບໍດີ​ເດ​ໂຊ ຮຸນ​ເຊ​ນ, ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ; ພົບ​ປະ​ຫາລື​ກັບ ສົມ​ເດັດ​ວິບູນ​ເສນາ​ຜັກ​ດີ ​ໄຊ​ຈູມ, ປະທານ​ສະພາ​ສູງ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ; ພົບ​ປະ​ຫາລື​ກັບ ສົມ​ເດັດ​ອັກຄະຣະມະຫາ​ພະຍາ​ຈັກກຣີ ​ເຮ​ງ ສຳຣິນ, ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ, ປະທານ APPF-27. ​ໃນ​ການ​ພົບ​ປະ​ຫາ​ລື​ລະຫວ່າງ​ສອງ​ຝ່າຍດັ່ງກ່າວ, ບັນດານ​ຜູ້ນຳ​ຂັ້ນ​ສູງຂອງ​ກຳປູ​ເຈຍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ທີ່​ໄດ້​ມາ​ຮ່ວມກອງ​ປະຊຸມ APPF-27, ຊ່ວຍ​ໜູນ​ກຳປູ​​ເຈຍ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດລວມ.

ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​​ເງິນ ກໍ່​ໄດ້​ພົບ​ປະ​ຫາລື​ກັບ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້. ການ​ພົບ​ປະຫາລື​ດຳ​ເນີນ​​ໄປໃນ​ບັນຍາກາດ​ມິດຕະພາບ, ຄວາມ​ຮັກ​ແພງ​ຖານ​ສະຫາຍ​ອ້າຍ​ນ້ອງ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-ລາວ./.

​ໂດຍ ​ເຟືອງ​ຈ່າ