ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ເຂົ້າຮ່ວມກອງປະຊຸມປະຈຳປີ ຂອງເວທີປາໄສເສດຖະກິດໂລກ
ວກ.ອອນໄລ - ໃນລະຫວ່າງວັນທີ 22-25 ມັງກອນ 2019, ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ ຂອງເວທີປາໄສເສດຖະກິດໂລກ (World Economic Forum - WEF) ທີ່ເມືອງດາໂວດ ປະເທດສະວິດ ຕາມຄຳເຊີນຂອງທ່ານສາດສະດາຈານ ເກຼົາຊະວາບ, ປະທານກຳມະການບໍລິຫານແລະຜູ້ກໍ່ຕັ້ງ WEF. ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດພະຫຸພາຄີທຳອິດຂອງນາຍົກລັດຖະມັນຕີຫວຽດນາມໃນປີ 2019.
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ປະທານເວທີປາໄສເສດຖະກິດໂລກ ບໍເກີ ແບຣນດີ. (ພາບ: TTXVN)
ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ມີໂຄງການເຮັດວຽກທີ່ຮີບດ່ວນພ້ອມ 37 ກິດຈະກຳຕໍ່ເນື່ອງ: ກ່າວປາໄສໃນການສົນທະນາ “ການພົບປະລະຫວ່າງບັນດາຜູ້ນຳກ່ຽວກັບວາລະການປະຕິບັດການທາງມະຫາສະໝຸດ”, ເຂົ້າຮ່ວມການສົນທະນາລະຫວ່າງຜູ້ນຳຂັ້ນສູງ (IGWEL) ພາຍໃຕ້ຫົວຂໍ້ “ໂລກໃນຍຸກສະໄໝໂລກາພິວັດ 4.0” ແລະ ການປຶກສາຫາລືກັບທ່ານ ບໍເກີ ແບຣນດີ ປະທານ WEF ທີ່ໄດ້ສົ່ງອອນໄລໃນເຄືອຂ່າຍທົ່ວໂລກຢ່າງເປັນທາງການຂອງ WEF ພາຍໃຕ້ຫົວຂໍ້ “ຫວຽດນາມແລະໂລກ”. ນີ້ເປັນຄັ້ງທຳອິດທີ່ WEF ຈັດຕັ້ງການສົນທະນາພິເສດສະເພາະກ່ຽວກັບຫວຽດນາມ ເພື່ອສົ່ງເສີມການພັດທະນາແລະເຊື່ອມໂຍງສາກົນຂອງຫວຽດນາມ. ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ກໍ່ມີການພົບປະກັບຜູ້ນຳຂອງບາງປະເທດ ແລະ ຫົວໜ້າອົງການຈັດຕັ້ງສາກົນທີ່ສຳຄັນ; ພົບປະ ສົນທະນາກັບບັນດາຫົວໜ້າບໍລິຫານ, ຜູ້ນຳຂອງບໍລິສັດຊັ້ນນຳຂອງໂລກ; ພ້ອມກັນກັບທ່ານສາດສະດາຈານ ເກຼົາຊະວາບ ປະທານກຳມະການບໍລິຫານແລະຜູ້ກໍ່ຕັ້ງ WEF ເປັນສັກຂີພະຍານ ພິທີລົງນາມໃນຂໍ້ຕົກລົງການຮ່ວມມືກ່ຽວກັບການກໍ່ສ້າງສູນປະຕິວັດເຕັກໂນໂລຊີ 4.0 ແລະ ໜັງສືສະແດງເຈດຈຳນົງກ່ຽວກັບການສ້າງຄວາມຄິດລິເລີ່ມສິ່ງເສດເຫຼືອພາດສະຕິກລະຫວ່າງ WEF ແລະ ຫວຽດນາມ.
ກ່າວປາໄສໃນການປະຊຸມສົນທະນາ, ປຶກສາຫາລືເຫຼົ່ານັ້ນ, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໃຫ້ທັດສະນະວ່າ, ການປະຕິວັດ 4.0 ພວມ “ເຄາະປະຕູ” ທຸກວິສາຫະກິດ, ພາໃຫ້ມີການປ່ຽນແປງທີ່ເລິກເຊິ່ງ ຊຶ່ງບໍ່ມີປະເທດໃດສາມາດຢືນຢູ່ນອກໄດ້. ດ້ວຍຄວາມພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຂໍ້ຈຳກັດ, ສິ່ງທ້າທາຍ, ຫວຽດນາມຖືວ່ານີ້ເປັນໂອກາດທີ່ດີໃຫ້ບັນດາປະເທດແຂ່ງຂັນກັນດ້ວຍການປະດິດສ້າງ, ບໍ່ພຽງແຕ່ແຂ່ງຂັນກັນດ້ວຍບັນດາປັດໄຈດັ້ງເດີມເຊັ່ນ: ການຄ້າເສລີ, ຂະໜາດ, ບົດຮຽນ, ແຮງງານ, ເງິນລົງທຶນ.
ການປະຕິວັດອຸດສາຫະກຳ 4.0 ບໍ່ພຽງແຕ່ກ່ຽວກັບເຕັກໂນໂລຊີເທົ່ານັ້ນ ຫາກຍັງເປັນການປະຕິວັດທີ່ສຳຄັນໃນນະໂຍບາຍ. ຫວຽດນາມໄດ້ເລີ່ມໂຄງການ “Make in Viet Nam 4.0” - ຄວາມຄິດລິເລີ່ມທີ່ສົ່ງເສີມອຸດສາຫະກຳ ອີງໃສ່ນະໂຍບາຍໃໝ່, ຈິນຕະນາການຄຸ້ມຄອງໃໝ່ ແລະ ບັນດາເຕັກໂນໂລຊີໃໝ່. ຫວຽດນາມກຳນົດຂອບນິຕິທຳທີ່ໂປ່ງໃສ, ນັບມື້ນັບເຂົ້າໃກ້ກັບມາດຕະຖານສາກົນທີ່ນຳໜ້າ ແລະ ຫວັງວ່າ WEF, ຊຸມຊົນທຸລະກິດໄວ້ວາງໃຈໃນຄວາມຕັດສິນໃຈ ແລະ ຄວາມພະຍາຍາມປ່ຽນແປງໃໝ່ຂອງຫວຽດນາມ.
ໃນການສົນທະນາກັບປະທານ WEF ບໍເກີ ແບຣນດີ ກ່ຽວກັບຫົວຂໍ້ “ຫວຽດນາມແລະໂລກ”, ຕໍ່ຄຳຖາມ “ຫວຽດນາມຈະເຮັດໃຫ້ໂລກປະຫຼາດໃຈໃນ 5 ປີຂ້າງໜ້າຄືແນວໃດ?”, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ຕອບວ່າ, “ພວກຂ້າພະເຈົ້າມີຄວາມປາຖະໜາອັນແຮງກ້າແຫ່ງຊາດໃນການພັດທະນາ. ກ່ອນອື່ນໝົດ, ໃນສະພາບແວດລ້ອມປະຈຸບັນ, ພວກຂ້າພະເຈົ້າຮັກສາທ່ວງທ່າການຈະເລີນເຕີບໂຕ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັກສາສະຖຽນລະພາບທາງການເມືອງ, ສັງຄົມ ແລະ ເປັນປະເທດທີ່ເຊື່ອຖືໄດ້ສຳລັບນັກລົງທຶນຕ່າງປະເທດແລະໃນປະເທດທັງໝົດ ທີ່ມາລົງທຶນ ທຳການທຸລະກິດຢູ່ຫວຽດນາມ ໄດ້ຮັບຄວາມສະດວກດີທີ່ສຸດແລະປອດໄພທີ່ສຸດ. ດັ່ງນັ້ນ, ພວກຂ້າພະເຈົ້າເພີ່ມທະວີການສົນທະນາ, ຍູ້ແຮງການປະຕິຮູບສະຖາບັນ, ກົດໝາຍ, ປົກປ້ອງສິດຜົນປະໂຫຍດທີ່ຖືກຕ້ອງຂອງນັກລົງທຶນ, ເພື່ອໃຫ້ການລົງທຶນ, ທຸລະກິດຂອງນັກລົງທຶນຢູ່ຫວຽດນາມມີຄວາມຟົດຟື້ນກວ່າອີກ, ແກ້ໄຂວຽກເຮັດງານທຳໃຫ້ໄດ້ຫຼາຍກວ່າ, ປະກອບສ່ວນໃຫ້ແກ່ການພັດທະນາໄດ້ດີກວ່າອີກ, ຮັກສາໄດ້ທ່ວງທ່າການເຕີບໂຕຢ່າງຕໍ່ເນື່ອງໃນສະພາບການໂລກທີ່ສັບສົນປະຈຸບັນ. ນັ້ນແມ່ນສິ່ງທີ່ລັດຖະບານມຸ່ງໝັ້ນຕໍ່ປະຊາຊົນແລະນັກລົງທຶນ. ໃນສະພາບການສາກົນປະຈຸບັນ, ພວກເຮົາຮັກສາການເຕີບໂຕໃນລະດັບສູງກໍ່ແມ່ນຄວາມພະຍາຍາມຫຼາຍແລ້ວ, ຖ້າບໍ່ຢາກເວົ້າເຖິງສິ່ງປະຫຼາດ”.
ການສົນທະນາລະຫວ່າງບັນດາຜູ້ນຳກ່ຽວກັບວາລະການປະຕິບັດການທາງມະຫາສະໝຸດ ພາຍໃຕ້ຫົວຂໍ້ “ການກະທຳເພື່ອມະຫາສະໝຸດ”, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ຢືນຢັນ, ຫວຽດນາມຮ່ວມມືຮ່ວມແຮງກັບປະຊາຄົມສາກົນລົງມືກະທຳ ເພື່ອມະຫາສະໝຸດບໍ່ມີສິ່ງເສດເຫຼືອພາດສະຕິກ, ແລະນຳສະເໜີບັນດາຂໍ້ຄິດລິເລີ່ມເຊັ່ນ: ສ້າງຕັ້ງ “ເວທີປາໄສຄູ່ຮ່ວມມືພາກລັດ-ເອກະຊົນເປີດກວ້າງ ກ່ຽວກັບການຮັບມືກັບການປ່ຽນແປງສະພາບອາກາດ ແລະ ປົກປັກຮັກສາສະພາບແວດລ້ອມນິເວດວິທະຍາທາງທະເລ”; ສະເໜີໃຫ້ເວທີປາໄສເສດຖະກິດໂລກສົມທົບກັບຄູ່ຮ່ວມມືໃນການຄົ້ນຄວ້າ, ຊຸກຍູ້ການກໍ່ຕັ້ງເຄືອຂ່າຍທົ່ວໂລກກ່ຽວກັບການແບ່ງປັນຂໍ້ມູນທະເລດແລະມະຫາສະໝຸດ; ພ້ອມກັນນັ້ນກໍ່ສະແດງຄວາມຊົມເຊີຍຕໍ່ປະຊາຄົມໂລກທີ່ໄດ້ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບຄວາມຈຳເປັນຕ້ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ເສລີພາບ ໃນການເດີນເຮືອແລະການບິນ ຢູ່ໃນເຂດທະເລຕາເວັນອອກ, ປະກອບສ່ວນຮັກສາມະຫາສະໝຸດຂຽວ, ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື.
ໃນຂອບເຂດ WEF ດາໂວດ 2019, ຫວຽດນາມແລະ WEF ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືກ່ຽວກັບສູນປະຕິວັດອຸດສາຫະກຳ 4.0 ຢູ່ຫວຽດນາມ. ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໃຫ້ຮູ້ວ່າ, ສູນດັ່ງກ່າວຈະໄດ້ເຊື່ອມຕໍ່ກັບບັນດາສູນປະຕິວັດອຸດສາຫະກຳ 4.0 ຂອງ WEF ຢູ່ສະຫະລັດອາເມລິກາ, ອີຢູ, ຈີນ, ອິນເດຍ. ປະຕິບັດາການຮ່ວມມືນີ້, ຫວຽດນາມຈະເປັນຈຸດໃຈກາງກ່ຽວກັບນະໂຍບາຍ 4.0 ຂອງພາກພື້ນ. ຫວຽດນາມຈະນຳໜ້າໃນການສ້າງຂອບນະໂຍບາຍ, ຍອມຮັບແລະອະນຸຍາດໃຫ້ທົດລອງເຕັກໂນໂລຊີໃໝ່, ນຳໃຊ້ຢ່າງແຂງແຮງຮູບແບບການຮ່ວມມືພາກລັດ-ເອກະຊົນ ເພື່ອສ້າງຜະລິດຕະພັນແລະບໍລິການທີ່ກ້າວໜ້າ, ເປັນມິດກັບສະພາບແວດລ້ອມໃນການປະຕິວັດອຸດສາຫະກຳ 4.0 ດ້ວຍເຈົ້າພາບຫຼັກຄືນັກທຸລະກິດໜຸ່ມທີ່ມີຄວາມຕັ້ງໃຈສ້າງສັນ, ບໍ່ຢ້ານກົວອຸປະສັກ ເພື່ອກ້າວຂຶ້ນຢ່າງແຂງແຮງ.
ໃນການເຄື່ອນໄຫວທະວິພາຄີ, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ພົບປະກັບນາຍົກລັດຖະມົນຕີ ເນປານ, ເຈົ້າຊີວິດ ແບນຊິກ, ພະລາຊີນີ ໂຮນລັງ, ນາຍົກລັດຖະມົນຕີ ເຊັກ, ປະທານາທິບໍດີ ສະວິດ, ຮອງນາຍົກລັດຖະມົນຕີ ຣູມານີ, ຫົວໜ້າເຂດບໍລິຫານພິເສດ ຮົ່ງກົງ, ຜູ້ອຳນວນການໃຫຍ່ຂອງ WTO, ຮອງປະທານຄະນະກຳມາທິການ ເອີຣົບ, ເລຂາທິການ OECD. ໃນການພົບປະເຫຼົ່ານັ້ນ, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ແລກປ່ຽນຫຼາຍມາດຕະການ, ເຫັນດີຈະເພີ່ມທະວີການປະສານສົມທົບເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນ ບັນດາກົນໄກຮ່ວມມືທະວິພາຄີທີ່ມີຜົນປະໂຫຍດຮ່ວມກັນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ຂອງໂລກ.
ໃນຂອບເຂດກອງປະຊຸມ, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ກໍ່ໄດ້ພົບປະ, ສົນທະນາກັບຜູ້ນຳຫຼັກຂອງບັນດາກຸ່ມເສດຖະກິດຂ້າມຊາດ, ບັນດາບໍລິສັດຊັ້ນນຳເຊັ່ນ Siemens, Qualcomn, Google, Total, Allianz, JBIC, GE, Prudential, Facebook, Sanofi,… ເພື່ອແກ້ໂດຍກົງຫຼາຍບັນຫາທີ່ນັກທຸລະກິດສົນໃຈ, ລວມທັງອຸປະສັກໃນການພັດທະນາທຸລະກິດການນຳໃຊ້ເຕັກໂນໂລຊີສູງໃນໂລກໄຊເບີ.
ການເຂົ້າຮ່ວມກອງປະຊຸມ WEF ຂອງນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ນຳສະເໜີຂໍ້ຄວາມທີ່ເຂັ້ມແຂງກ່ຽວກັບແນວທາງ, ທິດທາງ, ນະໂຍບາຍ ແລະຄວາມຕັດສິນໃຈຂອງຫວຽດນາມ ໃນການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ ແລະ ເຊື່ອມໂຍງສາກົນ, ເພີ່ມທະວີການພົວພັນລະຫວ່າງຫວຽດນາມແລະບັນດາຄູ່ຮ່ວມມື, ກຸ່ມເສດຖະກິດຊັ້ນນຳຂອງໂລກ, ປະກອບສ່ວນປັບປຸງສະພາບແວດລ້ອມສາກົນທີ່ອຳນວຍໃຫ້ແກ່ການພັດທະນາປະເທດ, ໂດຍສະເພາະແມ່ນປະຕິບັດເປົ້າໝາຍ “ບຸກທະລຸ” ທາງດ້ານເສດຖະກິດ-ສັງຄົມໃນປີ 2019./.
ໂດຍ ຫງວຽນດຶກ