ອາກຊັງຕີນ - ຫວຽດນາມ: ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ
ວກ.ອອນໄລ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ.ຫວຽດນາມ, ທ່ານປະທານາທິບໍດີແຫ່ງສາທາລະນະລັດອາກຊັງຕີນ ເມົາຣີຊີໂອ ມາກຣີ ແລະ ພັນລະຍາ ໄດ້ດຳເນີນການຢ້ຽມຢາມລັດຖະກິດທີ່ປະເທດຫວຽດນາມ ໃນລະຫວ່າງວັນທີ 19-21 ກຸມພາ 2019.
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ເມົາຣີຊີໂອ ມາກຣີ ປະທານາທິບໍດີແຫ່ງສາທາລະນະລັດອາກຊັງຕີນ. (ພາບ: TTXVN)
ໃນຂອບຂອງການຢ້ຽມຢາມ, ປະທານາທິບໍດີອາກຊັງຕີນ ເມົາຣີຊີໂອ ມາກຣີ ໄດ້ພົບປະເຈລະຈາກັບເລຂາທີການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ; ພົບປະຫາລືກັບນາຍົກລັດຖະມົນຕີ ຫງວຽນຊວັນຝຸກ, ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ເຂົ້າຮ່ວມເວທີປາໄສການທຸລະກິດຫວຽດນາມ - ອາກຊັງຕີນ. ປະທານາທິບໍດີ ມ.ມາກຣີ ໄດ້ວາງພວງມາລາໄຫວ້ອາໄລທີ່ອະນຸສາວະລີຫໍສົບປະທານໂຮ່ຈີມິນ; ວາງພວງມາລາທີ່ອະນຸສາວະລີບັນດາວິລະຊົນຜູ້ສະຫຼະເພື່ອຊາດ.
ໃນທີບັນດາການພົບປະເຈລະຈາຫາລືນັ້ນ, ບັນດາຜູ້ນຳຂອງຫວຽດນາມໄດ້ອວຍພອນຊົມເຊີຍບັນດາຜົນສຳເລັດທີ່ອາກຊັງຕີນບັນລຸໄດ້ໃນເວລາທີ່ຜ່ານມາ, ປັບປຸງບົດບາດທີ່ຕັ້ງຂອງພື້ນຖານເສດຖະກິດທີ່ໃຫຍ່ທີສາມໃນພາກພື້ນລາຕີນອາເມລີກາ, ສະມາຊິກຂອງກຸ່ມບັນດາປະເທດເສດຖະກິດພັດທະນາແລະປະເທດເສດຖະກິດເກີດໃໝ່ໃນໂລກ (ກຸ່ມ 20); ຢືນຢັນຫວຽດນາມຖືຢູ່ສະເໝີວ່າ ອາກຊັງຕີນ ເປັນຄູ່ຮ່ວມມືທີ່ສຳຄັນອັນດັບໜຶ່ງຂອງຫວຽດນາມຢູ່ພາກພື້ນລາຕີນອາເວລິກາ, ແລະຫວຽດນາມຢາກປັບປຸງການພົວພັນຄູ່ຮ່ວມມືຮອບດ້ານກັບອາກຊັງຕີນ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າແລະການລົງທຶນ. ປະທານາທິບໍດີອາກຊັງຕີນ ສະແດງຄວາມນິຍົມນັບຖືແລະຊົມເຊີຍຕໍ່ມູນເຊື້ອປະຫວັດການຕໍ່ສູ້ອັນພິລະອາດຫານເພື່ອເອກະລາດ, ອິດສະລະພາບຂອງຊາດຫວຽດນາມ; ຕີລາຄາສູງຜົນສຳເລັດແຫ່ງການປ່ຽນແປງໃໝ່ຂອງຫວຽດນາມໃນກວ່າສາມທົດສະວັດທີ່ຜ່ານມາ; ຢືນຢັນວ່າ ອາກຊັງຕີນຕັດສິນໃຈສືບຕໍ່ເປີດກວ້າງ ແລະເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືກັບຫວຽດນາມ, ປະກອບປະສິດທິຜົນເຂົ້າໃນພາລະກິດການພັດທະນາຂອງແຕ່ລະປະເທດ. ຕາມນັ້ນ, ສອງຝ່າຍເຫັນດີເປັນເອກະສັນຈະຮັກສາການຕິດຕໍ່ລະດັບສູງແລະການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແຕ່ລະດັບສູນກາງຈົນເຖິງທ້ອງຖິ່ນ, ຍູ້ແຮງການພົວພັນລັດຖະສະພາ, ການພົວພັນລະຫວ່າງພັກ ແລະ ການທູດປະຊາຊົນ.
ໂດຍຕີລາຄາສູງກົນໄກຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອາກຊັງຕີນ ແລະກົນໄກປຶກສາການເມືອງລະຫວ່າງສອງກະຊວງການຕ່າງປະເທດ, ສອງຝ່າຍເປັນເອກະສັນຈະສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກດັ່ງກ່າວ, ພ້ອມນັ້ນກໍ່ຊຸກຍູ້ການເຈລະຈາບັນດາສັນຍາ, ຂໍ້ຕົກລົງໃນບັນດາຂົງເຂດທີ່ມີຄວາມສົນໃຈຮ່ວມກັນ, ສ້າງຂອບກົດໝາຍໄລຍະຍາວສຳລັບການພົວພັນສອງຝ່າຍ.
ໂດຍເນັ້ນໜັກເຖິງຜົນສຳເລັດດ້ານເສດຖະກິດ-ການຄ້າສອງຝ່າຍ, ໃນນັ້ນມູນຄ່າການຄ້າບັນລຸ 2,9 ຕື້ໂດລາສະຫະລັດໃນປີ 2018, ເພີ່ມຂຶ້ນ 2 ເທົ່າຫຼັງຈາກ 5 ປີ, ສອງຝ່າຍເປັນເອກະສັນຈະສືບຕໍ່ເພີ່ມທະວີແລະເປີດຄວາມຫຼາກຫຼາຍ ໃນການແລກປ່ຽນເສດຖະກິດ, ການຄ້າ ຕາມທິດດຸນດ່ຽງຜົນປະໂຫຍດຂອງທັງສອງຝ່າຍ, ຍູ້ແຮງການແລກປ່ຽນບັນດາຜະລິດຕະພັນທີ່ມີຄຸນຄ່າເພີ່ນຫຼາຍ, ກໍ່ຄືເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການກັກກັນສັດແລະພືດຂອງສອງປະເທດ.
ສອງຝ່າຍເປັນເອກະສັນຈະສືບຕໍ່ສົ່ງເສີມ, ຊຸກຍູ້ການສົນທານາແລະການຮ່ວມມືລະຫວ່າງຊຸມຊົນທຸລະກິດຂອງສອງປະເທດ ໂດຍຜ່ານບັນດາເວທີປາໄສການທຸລະກິດ ແລະ ການເຄື່ອນໄຫວສົ່ງເສີມການຄ້າແລະການລົງທຶນ. ເນື່ອງໃນໂອກາດນີ້, ສອງຝ່າຍຊົມເຊີຍຂໍ້ຕົກລົງການເປີດຕະຫຼາດສຳລັບໝາກໄມ້ບາງຢ່າງຂອງຫວຽດນາມແລະອາກຊັງຕີນ, ເຫັນດີຈະສືບຕໍ່ປຶກສາຫາລືກ່ຽວກັບການເຂົ້າເຖິງຕະຫຼາດສຳລັບບັນດາຜະລິດຕະພັນທີ່ມີທ່າແຮງຂອງແຕ່ລະປະເທດ.
ໂດຍເຫັນດີວ່າ ສັນຍາການຄ້າລະຫວ່າງຫວຽດນາມແລະກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR) ຈະນຳມາຊຶ່ງຜົນກະທົບເສດຖະກິດທາງບວກ, ສອງຝ່າຍເຫັນດີຈະດຳເນີນການຄົ້ນຄວ້າຄວາມສາມາດປະຕິບັດກ່ຽວກັບການເຈລະຈາສັນຍານີ້.
ເນັ້ນການມີສ່ວນຮ່ວມໃນທາງບວກຂອງການຮ່ວມມືດ້ານເຕັກນິກ ຊຶ່ງເປັນເໝືອນເຄື່ອງມືເພື່ອປັບປຸງການພົວພັນສອງຝ່າຍ, ທັງສອງຝ່າຍໄດ້ຮັບຮູ້ການປະກອບສ່ວນຂອງໂຄງການຮ່ວມມືກັບ 15 ໂຄງການທີ່ໄດ້ຮັບທຶນຈາກກອງທຶນຮ່ວມມືສາກົນອາກຊັງຕີນ (FOAR), ໂດຍສຸມໃສ່ການກະສິກຳອຸດສາຫະກຳ ແລະ ມະນຸດວິທະຍານິຕິວິທະຍາສາດ. ຝ່າຍ ອາກຊັງຕີນ ເນັ້ນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ມີການພົວພັນກວ້າງຂວາງເລິກເຊິ່ງທີ່ສຸດກັບປະເທດນີ້ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ໃນຂົງເຂດການຮ່ວມມືດ້ານເຕັກນິກ.
ອາກຊັງຕີນແລະຫວຽດນາມ ເນັ້ນເຖິງການທີ່ສອງຝ່າຍເພີ່ມທະວີການແລກປ່ຽນບົດຮຽນ, ຄວາມຮູ້ ແລະເຕັກໂນໂລຊີລະຫວ່າງອົງການ, ການຈັດຕັ້ງເຕັກນິກ ໂດຍຜ່ານການໂອນຄວາມຮູ້ແລະເຕັກໂນໂລຊີ. ກ່ຽວກັບອຸດສາຫະກ, ກະສິກຳ, ການແລກປ່ຽນລະຫວ່າງສອງຝ່າຍໄດ້ປະຕິບັດໂດຍກອງປະຊຸມສຳມະນາລະດັບພາກພື້ນ ກ່ຽວກັບການຮ່ວມມືເຕັກນິກ, ໃນເດືອນກໍລະກົດ 2018 ຢູ່ນະຄອນຮ່າໂນ້ຍ, ຜ່ານນັ້ນ ມີຂໍ້ຄິດລິເລີ່ມໃໝ່ຫຼາຍຢ່າງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ເພື່ອປັບປຸງແລະເປີດກວ້າງການພົວພັນດ້ານວັດທະນະທຳ, ສອງຝ່າຍເຫັນດີຈະຊຸກຍູ້ໂຄງການແລກປ່ຽນວັດທະນະທຳໄລຍະປີ 2019 - 2023, ສ້າງຂອບເຂດການແລກປ່ຽນທີ່ກວ້າງຂວາງກວ່າເກົ່າລະຫວ່າງສອງພື້ນຖານວັດທະນະທຳ. ສອງຝ່າຍເຫັນດີຈະສົ່ງເສີມການຮ່ວມມືໃນຂົງເຂດກິລາ ແລະ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສາມ ແລະ ຮ່ວມມືໃນກິດຈະກຳກິລາສາກົນ.
ສອງຝ່າຍເຫັນດີຈະເພີ່ມທະວີການປະສານງານ, ຮ່ວມມື ແລະ ສະໜັບສະໜູນຊຶ່ງກັນແລະກັນໃນບັນດາອົງການຈັດຕັ້ງສາກົນແລະເວທີປາໄສພະຫຸພາຄີ, ໂດຍສະເພາະແມ່ນສະຫະປະຊາຊາດ, ອົງການການຄ້າໂລກ, ເວທີປາໄສການຮ່ວມມືອາຊີຕາເວັນອອກ - ລາຕີນອາເມລິກາ. ສອງຝ່າຍຢືນຢັນຄຳໝັ້ນສັນຍາກັບຂະບວນການເຈລະຈາ ໃນຂອບເຂດກອງປະຊຸມຂັ້ນສູງຄັ້ງທີສອງຂອງສະຫະປະຊາຊາດ ກ່ຽວກັບການຮ່ວມມືໃຕ້-ໃຕ້, ຊຶ່ງຈະໄດ້ຈັດຂຶ້ນທີ່ນະຄອນ ບູເອນົດ ອາຍແຣດ ໃນລະຫວ່າງວັນທີ 20-22 ມີນາ 2019. ສອງຝ່າຍເຫັນດີຈະພະຍາຍາມຮ່ວມມື ເພື່ອໃຫ້ເອກະສານສະບັບສຸດທ້າຍຂອງກອງປະຊຸມ ສະແດງອອກເຖິງການປະກອບສ່ວນຂອງບັນດາປະເທດກຳລັງພັດທະນາ ເຂົ້າໃນເປົ້າໝາຍການພັດທະນາແບບຍືນຍົງ, ພ້ອມກັນນັ້ນ ເພື່ອໃຫ້ຂໍ້ຄິດລິເລີ່ມກ່ຽວກັບການຮ່ວມມືສາມຝ່າຍ ຖືກປະເມີນວ່າເປັນກົນໄກທີ່ມີປະສິດທິພາບໃນການເອົາຊະນະຄວາມທ້າທາຍໃນການພັດທະນາທີ່ຍັງມີຢູ່ໃນແຕ່ລະປະເທດ.
ເນັ້ນຄວາມສຳຄັນຂອງການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ ເພື່ອຈຸດປະສົງໃນການຕໍ່ສູ້ປ້ອງກັນແລະຕ້ານ ອາຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ, ການກໍ່ການຮ້າຍ, ການຄ້າຂາຍຢາເສບຕິດ, ການຟອກເງິນ ແລະ ການຄ້າມະນຸດ; ພ້ອມກັນນັ້ນ, ສອງຝ່ານໄດ້ເນັ້ນເຖິງການເຂົ້າຮ່ວມການແກ້ໄຂບັນດາບັນຫານຄວາມປອດໄພ ແລະ ລະບຽບຄວາມສະຫງົບລະດັບໂລກ ໂດຍຜ່ານບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ, ແນໃສ່ສືບຕໍ່ຍູ້ແຮງການເຈລະຈາຂໍ້ຕົກລົງການຮ່ວມມືກ່ຽວກັບການປ້ອງກັນແລະຕ້ານອາຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ ແລະ ຂໍ້ຕົກລົງການຮ່ວມມືກ່ຽວກັບການປ້ອງກັນ, ຕ້ານ ແລະ ສືບສວນອາຊະຍາກຳຄ້າຂາຍມະນຸດ, ຊ່ວຍເຫຼືອແລະປົກປ້ອງຜູ້ຖືກເຄາະຮ້າຍລະຫວ່າງສອງລັດຖະບານໃນປີ 2019.
ໃນການແລກປ່ຽນກ່ຽວກັບສະພາບການສາກົນແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນ, ສອງຝ່າຍເຫັນດີໃຫ້ທັດສະນະວ່າ ບັນດາການພິພາດກ່ຽວກັບອະທິປະໄຕແລະເຂດແດນຕ້ອງໄດ້ແກ້ໄຂດ້ວຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ.
ໃນການຢ້ຽມຢາມ, ຜູ້ນຳກະຊວງ, ຂະແໜງການຂອງສອງຝ່າຍໄດ້ລົງນາມໃນໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານເຕັກນິກໃນການກຳນົດຕົວຕົນຂອງຜູ້ເສຍສະຫຼະ ລະຫວ່າງກະຊວງແຮງງານ, ນັກຮົບຜູ້ຖືກບາດເຈັບ ແລະ ສັງຄົມຫວຽດນາມ ກັບ ກະຊວງການຕ່າງປະເທດແລະສາສະໜາອາກຊັງຕີນ; ໂຄງການແລກປ່ຽນວັດທະນະທຳໄລຍະ 2019 - 2023 ລະຫວ່າງກະຊວງວັດທະນະທຳ-ກິລາ ແລະທ່ອງທ່ຽວຫວຽດນາມ ກັບ ກະຊວງສຶກສາ, ວັດທະນະທຳ, ວິທະຍາສາດແລະເຕັກໂນໂລຊີອາກຊັງຕີນ; ຂໍ້ຕົກລົງການຮ່ວມມືລະຫວ່າງສະຖານີວິທະຍຸກະຈາຍສຽງຫວຽດນາມ ກັບ ລະບົບຂໍ້ມູນຂ່າວສານແລະສື່ມວນຊົນແຫ່ງສະຫະພັນອາກຊັງຕີນ./.
ໂດຍ ເຟືອງຈ່າ