ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ເຈົ້າ​ຊີວິດ​ກຳປູ​ເຂ​ຍ ພະ​ບາດ​ສົມ​ເດັດ​ພະ​ບໍລົມມະນາດ ນະ​ໂຣດົມ ສີຫະ​ມຸນີ, ທ່ານເລຂາ​ທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມມູນິດ​ຫວຽດນາມ, ປະທາ​ນປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​​ຫວຽດນາມ ຫງວຽນ​ຝູຈ້ອງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ດຳ​ເນີນ​ການ​ຢ້ຽມຢາມທາງ​ລັດຖະກິດ​ທີ່​ລາຊະ​ອານາຈັກ​ກຳປູ​ເຈຍ ​ໃນ​ລະຫວ່າງ​ວັນ​ທີ 25-26 ກຸມພາ 2019.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພົບປະເຈລະຈາກັບ ເຈົ້າຊີວິດກຳປູເຈຍ ນະໂຣດົມ ສີຫະມຸນີ. (ພາບ: TTXVN)

ໃນ​ເວລາ​ຢ້ຽມຢາມ​ກຳປູ​ເຈຍ, ທ່ານເລຂາ​ທິການ​ໃຫຍ່, ປະທາ​ນປະ​ເທດ​ຫວຽດນາມ ຫງວຽນ​ຝູຈ້ອງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ເຈົ້າ​ຊີວິດ​ກຳປູ​ເຈຍ ພະ​ບາດ​ສົມ​ເດັດ​ພະ​ບໍລົມມະ​ນາດ ນະ​ໂຣດົມ ສີຫະ​ມຸນີ; ຢ້ຽມຢາມສົມເດັດພະມະຫາວີລະກະສັດຕຣີ ນະໂຣດົມ ມະນີນາດ ສີຫະນຸ; ພົບ​ປະ​ຫາລື​ກັບ ສົມ​ເດັດ​ວິບູນ​ເສນາ​ພັກດີ ​ໄຊ​ຈູ​ນ, ປະ​ທານ​ສະພາ​ສູງ; ສົມ​ເດັດ​ອັກ​ຄະ​ມະຫາພະຍາ​ຈັກກຣີ ​ເຮ​ງ ສຳຣີນ, ປະທານ​ສະພາ​ແຫ່ງ​ຊາດ; ສົມ​ເດັດ​ອັກຄະມະຫາ​ເສນາ​ບໍດີ​ເດ​ໂຊ ຮຸນ ​ເຊ​ນ, ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ, ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ.

​ໃນ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາ​ມສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈຊຶ່ງ​ກັນ​ແລະ​ກັນ, ບັນດາ​ຜູ້ນຳ​ຂອງ​ສອງ​ປະ​ເທດ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ​ແບ່ງປັນ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ໂລກ, ພາກ​ພື້ນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ສອງ​ຝ່າຍສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ພັດທະນາ​ຢ່າງ​ດີງາມ​ຂອງ​ຄວາມ​ພົວພັນ​ມິດຕະພາບ ​ແລະ​ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ​ແລະ​ກຳປູ​ເຈຍ ​ໃນ​ເວລາ​ທີ່​ຜ່ານ​ມາ, ປະກອບສ່ວນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ.

ສອງ​ຝ່າຍ​ຊົມ​ເຊີຍ​ການ​ຕັດສິນ​ຂອງ​ສານ​ສາກົນ​ເມື່ອ​ວັນທີ 16 ພະຈິກ 2018 ກ່ຽວ​ກັບ​ການ​ດັບ​ສູນ​ເຊື້ອ​ຊາດ​ຂອງລະບອບ​ຂະ​​ແມ​ແດງ.

ສອງ​ຝ່າຍ​ເປັນ​ເອກະສັນ​ໃຫ້​ທັດສະນະ​ວ່າ ການປ້ອງ​ກັນ, ອະນຸ​ຮັກ ​ແລະ ​ພັດທະນາ​ສາຍ​ພົວພັນ​​ເພື່ອນບ້ານ​​ທີ່​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ ບົນ​ພື້ນຖານ​ບັນດາ​ຫຼັກການ​ທີ່​ໄດ້​ລະບຸ​ໄວ້​​ໃນຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ-ກຳປູ​ເຈຍ​ນັ້ນ ​ແມ່ນ​ຄວາມ​ຮັບຜິດ​ຊອບ​ລວມຂອງ​ສອງປະ​ເທດ ​ແລະ​ປະຊາຊົນສອງ​ປະ​ເທດ ​ເພື່ອ​ການ​ພັດທະນາ​​ແບບ​ຍືນ​ຍົງ​ແລະອະນາຄົດທີ່​ສົດ​ໃສ ​ຂອງ​ທັງ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ສັນ​ຕະພາບ, ສະຖຽນ​ລະ​ພາບ, ການ​ຮ່ວມມື ​ແລະ​ກາ​ນພັດທະນາ​ ຢູ່​ໃນ​ພາກ​ພື້ນ​ແລະ​​ໃນ​ໂລກ.

ສອງ​ຝ່າຍ​ເປັນ​ເອກະສັນ​ຈະ​ເພື່ມທະວີ ​ແລະ ນຳ​ເອົາ​ການ​ພົວພັນ​ດ້ານ​ການ​ເມືອງ​ເຂົ້າ​ສູ່​ລວງ​ເລິກ; ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ; ​ເປີດ​ກວ້າງ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ ລະຫວ່າງ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງຄະ​ນະມະ​ຫາ​ຊົນ, ອົງການ​ຈັດ​ຕັ້ງ​ປະຊາຊົນ ຢູ່​ສູນ​ກາງ​​ແລະ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ສືບ​ຕໍ່​ປະສານ​ສົມທົບ​ການຈັດ​ຕັ້ງ​ເປັນ​ຢ່າງ​ດີ ບັນດາ​ກິດ​ຈຳ​ການການສະ​ເຫຼີ​ມສະຫຼອງ​ລວມຂອງ​ສອງ​ປະ​ເທດ ​ເພື່ອ​​ເຮັດ​ໃຫ້​ຄວາມ​ໝາ​ຍ​ແລະ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ເລິກ​ເຊິ່ງກວ່າ​ອີກ; ຍູ້​ແຮງ​ການ​ໂຄສະນາ, ອົບຮົມ​ສຶກສາ​ກ່ຽວ​ກັບ​ມູນ​ເຊື້ອຄວາມ​ພົວພັນ​ສາມັກຄີ ມິດຕະພາບ​ຫວຽດນາມ-ກຳປູ​ເຈຍ ​ໃນ​ປະຊາຊົນ​ທຸກ​ຊັ້ນ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ ຂອງ​ສອງ​ປະ​ເທດ; ສືບ​ຕໍ່​ຮ່ວມ​ມື​ໃນ​ການ​ເສີມ​ສ້າງ​ອະນຸສາວະລີ​ມິດຕະພາບ​ຫວຽດນາມ-ກຳປູ​ເຈຍ ຢູ່​ໃນ​ແຕ່ລະ​ປະ​ເທດ​ ຕາມ​ແຜນການ​ທີ່​ໄດ້​ເປັນ​ເອກະ​ພາບ​ກັນ.

ສອງ​ຝ່າຍ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ແລະ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມືທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ​ບົນ​ຫຼັກການ ບໍ່​ອະນຸຍາດ​ໃຫ້ກອງ​ກຳລັງ​ທາງການ​ເມືອງຫຼືການ​ທະຫານ​ໃດໆ ໃຊ້​ດິນ​ແດນ​ຂອງປະ​ເທດ​ຕົນ ​ເພື່ອ​​ເປັນ​ອັນຕະລາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ອື່ນ ​ແລະ ​ແກ້​ໄຂບັນດາ​ບັນຫາ​ທີ່​ເກີດ​ຂຶ້ນລະຫວ່າງ​ສອງ​ປະ​ເທ​ດດ້ວຍ​ສັນຕິ​ວິທີ; ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ແນ​ໃສ່​ຮັກສາສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ຄວາມ​ສະຫງົບ, ຄວາ​ເປັນລະບຽບຮຽບຮ້ອຍ​ແລະ​ຄວາມ​ປອດ​ໄພທາງ​ສັງຄົມ ຢູ່​ທັງ​ສອງ​ປະ​ເທດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການປ້ອງ​ກັນ​ໄພພິບັດ, ຈັດ​ຕັ້ງ​ການ​ຝຶກ​ຊ້ອມ​ລວມກ່ຽວ​ກັບ​ການ​ຄົ້ນ​ຫາ, ກູ້​ໄພ​ກູ້​ຊີບ; ກີດ​ກັ້ນ ປ້ອງ​ກັນ​ແລະ​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ; ສືບ​ຕໍ່​ຄວາມ​ພະຍາຍາມ​​ໃນ​ການຄົ້ນ​ຫາ, ​ເກັບ​ກູ້ ​ແລະ​ຍົກຍ້າຍ ອັດຖິ​ຂອງ​ທະຫານ​ອາສາ​ສະໝັກຫວຽດນາມ​ທີ່​ເສຍ​ສະລະຊີວິດ​ຢູ່​ກຳ​ປະ​ເຈຍ ​ກັບ​ຄືນ​ປະ​ເທດ.

ຝ່າຍ​ຫວຽດນາມ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ລາຊະ​ອານາຈັກ​ກຳ​ປຸ​ເຈຍ ທີ່​​ໃຫ້ການ​ສະໜັບສະໜູນ​ແລະປະຕິ​ບັດ​ຕໍ່​ຊາວ​ຫວຽດນາມ​​ໃນ​ກຳ​ປູ​ເຈຍ ຢ່າງ​ເປັນ​ທຳ.

ສອງ​ຝ່າຍຢືນຢັນ​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ແລະປະຕິບັດຢ່າງ​ເຕັມ​ສ່ວນ ບັນດາ​ສົນທິສັນຍາກຳນົດ​ເສັ້ນ​ຊາຍ​ແດນ ​ແລະ ບັນດາ​ສັນຍາ, ຂໍ້​ຕົກ​ລົງທີ່​ກ່ຽວຂ້ອງ​ກັບ​ຊາຍ​ແດນ ທີ່​ໄດ້​ຮັບ​ການ​ອະນຸມັດ​ແລະ​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ; ຕີ​ລາຄາ​ສູງ​ຕໍ່​ຄວາມ​ພະຍາຍາມ​ຂອງ​ຄະນະ​ກຳມະການ​ປະສົມ ທີ່​ໄດ້​ສຳ​ເລັດ 84% ຂອງ​ວຽກ​ງານ​ການ​ແບ່ງ​ເຂດ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ເທິງ​ບົກ.

ສອງ​ຝ່າຍ​ເປັນ​ເອ​ກະສັນ​ໃນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ຢ່າງ​​ເປັນ​ປະຈຳ ​ແລະສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ, ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ໃນ​ບັນດາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂອບ​ການ​ຮ່ວມ​ມື ອາ​ຊຽນ, ສະຫະ​ປະຊາ​ຊາດ ​ແລະ ບັນດາ​ກົນ​ໄກ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ​ແລະ​ໃນ​ໂລກ...

ສອງ​ຝ່າຍສືບ​ຕໍ່​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ ຢູ່​ທະ​ເລ​ຕາ​ເວນ​ອອກ; ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຊຸກຍູ້​ການ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ອົດທົນ​ອົດ​ກັ້ນ, ບໍ່​ໃຊ້​ຫຼື​ຂົ່ມຂູ່​ຈະ​ໃຊ້​ກຳລັງ​ອາວຸດ, ສອດຄ່ອງ​ກັບ​ບັນດາ​ຫຼັກການ ທີ່​ໄດ້​ຮັບ​ການ​ຍອມຮັບ​ຢ່າງ​ກວ້າງຂວາງ​ໂດຍ​ກົດໝາຍ​ສາກົນ ລວມທັງ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS); ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຕັມ​ສ່ວນ​ແລະ​ມີ​ປະສິດທິ​ຜົນ, ​ແລະ​ຊຸກຍູ້​ເພື່ອ​ບັນລຸ​ປະ​ມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່​ແທ້​ຈິງ​ແລະ​ມີປະສິດທິ​ຜົນ​ໂດຍ​ໄວ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ການ​ຮ່ວມ​ມື​ແລະ​ການ​ພັດທະນາ ​ຢູ່​ພາກ​ພື້ນ​ແລະ​ໃນ​ໂລກ.

ສອງ​ຝ່າຍຕີ​ລາຄາ​ສູງ​ຜົນສຳ​ເລັດ​ທິ່ດີ​ງານ​ແລະ​ຄວາມ​ໝາຍ​ປະຫວັດສາດ​ ຂອງ​ການ​ຢ້ຽມຢາມທາງ​ລັດຖະກິດ​ຢູ່​ລາຊະ​ອານາຈັກ​ກຳປູ​ເຈຍ ຂອງ​ທ່າ​ນເລຂາ​ທິການ​ໃຫຍ່, ປະທາ​ປະ​ເທດ​ຫວຽດນາມ ຫງວຽນ​ຝູຈ້ອງ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ​ເພີ່ມ​ທະວີຄວາມ​ພົວພັນ​ເພື່ອນ​ບ້ານ​ທີ່​ດີ​ງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ ລະຫວ່າງຫວຽດນາມ-ກຳປູ​ເຈຍ ​ໃຫ້​​ພັດທະນາ​ຍິ່ງ​ຂຶ້ນ, ມີ​ຜົນ​ຕົວ​ຈິງ​ແລະ​ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ໃນ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ໃຫ້​ສັນ​ຕະພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ ແລະ​ການ​ພັດທະນາ​ ຢູ່​ພາກ​ພື້ນ​ແລະ​ໃນ​ໂລກ.

ສິ້ນ​ສຸດ​ການ​ເຈລະ​ຈາ, ທ່ານເລຂາ​ທິການ​ໃຫຍ່, ປະທາ​ປະ​ເທດ​ຫວຽດນາມ ຫງວຽນ​ຝູຈ້ອງ ​ແລະ ທ່ານ​ນາຍົກ​ກຳປູ​ເຈຍ ຮຸນ ​ເຊ​ນ ​ໄດ້​ເປັນ​ສັກຂີ​ພະຍານ​ພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມື 5 ສະບັບ./.

ໂດຍ ຜບ. (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)