ວກ. ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຫວຽດນາມ, ເຈົ້າ​ຊີວິດຮັດ​ຊາ​ນັນ ​ໂບນ​ເກ​ຍ ​ແຫ່ງ​ປະ​ເທດບຣູ​ໄນ ດາຣຸດຊາ​ລາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 26-28 ມີນາ 2019. ການ​ຢ້ຽມຢາມ​ເປັນ​ຫຼັກ​ໝາຍ​ສຳຄັນ​ໃນ​ການ​ພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບຣູ​ໄນ ດາຣຸດຊາ​ລາມ ​ເພື່ອ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບເຈົ້າຊີວິດ ຮັດຊານັນ ໂບນເກຍ ແຫ່ງປະເທດບຣູໄນ ດາຣຸດຊາລາມ ຢ່າງສົມກຽດ. (ພາບ: TTXVN)

​ໃນ​ຂອບ​ການ​ຢ້ຽມຢາມ, ເຈົ້າ​ຊີວິດຮັດ​ຊາ​ນັນ ​ໂບນ​ເກ​ຍ ​ແຫ່ງ​ປະ​ເທດບຣູ​ໄນ ດາຣຸດຊາ​ລາມ ​ໄດ້ຮ່ວມ​ພິທີ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ເປັນ​ທາງ​ການ ທີ່​ທຳນຽບປະທານ​ປະ​ເທດ​ຫວຽດນາມ, ພົບ​ປະ​ເຈລະຈາ​ກັບທ່ານ​ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຫວຽດນາມ; ພົບ​ປະ​ຫາລື​ກັບ​ນາຍົກລັດຖະມົນຕີ ຫງວຽດນຊວັນ​ຝຸກ. ​​ໃນ​ໂອກາດ​ນີ້, ເຈົ້າ​ຊີວິດຮັດ​ຊາ​ນັນ ​ໂບນ​ເກ​ຍ ​ໄດ້​ໄປ​ວາງ​ພວງມາລາ​ໄຫວ້​ລາ​ໄລ​ທີ່​ອະ​ນຸສາ​ວະລີ​ຫໍ​ສົບ​ປະທານ​ໂຮ່ຈີ​ມິນ, ວາງ​ພວງມາລາ​ທີ່​ອະນຸ​ສາ​ວະ​ລີ​ວິລາ​ຊົນນັກຮົບ​ທີ່​​ເສຍຊີວິດເພື່ອ​ຊາດ.

​ໃນ​ບັນດາ​ການ​ພົບ​ປະ​ເຈລະຈາ ຫາລື, ສອງ​ຝ່າຍ​ໄດ້​ແລ​ກປ່ຽນກ່ຽວ​ກັບ​ບັນດາ​ບັນຫາ​ສອງ​ຝ່າຍ, ບັນຫາ​ພາກ​ພື້ນ​ແລະ​ສາກົນ​ ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ​ແລະ​ຢືນຢັນ​ອີກ​ຄັ້ງ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ​ຫວຽດນາມ​ແລະ​ບຣູໄນ. ສອງ​ຝ່າຍ​ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ການ​ຮັກສາການ​ແລກປ່ຽນ​ຄະນະ​ຜູ້​ແທນຂັ້ນ​ຕ່າງໆ, ລວມທັງ​ກົນ​ໄກ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ (JCBC) ​ແນ​ໃສ່​ຊອກ​ຫາ​ໂອກາດ​ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ພ້ອມ​ກັນ​ນັ້ນ ກໍ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມມື​ແລະ​ຄວາມ​ໄວ້​ວາງ​ໃຈ​ລະຫວ່າງ​ສອງ​ປະ​ເທດ​ຍິ່ງກວ່າ​ອີກ.

ສອງ​ຝ່າຍ​​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ແລະຊຸກຍູ້​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ໃຫ້​ມີ​ຄວາມ​ສົມ​ດຸນ​ແລະ​ຍືນຍົງ, ມຸ່ງ​ໄປ​ສູ່​ເປົ້າ​ໝາຍ 500 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2025;  ສ້າງ​ເງື່ອນ​ໄຂ​ທີ່​ສະດວກ​ທີ່​ສຸດ​ໃຫ້​ສິນຄ້າ​ແລະ​ບໍລິການ​ຂອງ​ສອງ​ປະ​ເທດ​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ກັນ​ແລະ​ກັນ ບົນ​ພື້ນຖານ​ບັນດາ​ສັນຍາ​ການ​ຄ້າ​ເສລີ, ລວມທັງຕະຫຼາດ​ທີ່​ມີ​ທ່າ​ແຮງ​ໃນ​ພາກ​ພື້ນ​ການ​ເຕີບ​ໂຕ​ຕາ​ເວັນ​ອອກ ອາ​ຊຽນ (BIMP - EAGA) ​ແລະ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ກໍ​ຄື​ສ້າງ​ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ​ທີ່​ສະດວກ​ດີ​ສຳລັບ​ວິ​ສາ​ຫະກິດ, ຊຸກຍູ້​ການ​ເຊື່ອມ​ຕໍ່​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ, ​ເຂົ້າ​ຮ່ວມງານ​ສະ​ແດງ​ສິນຄ້າ​ຕ່າງໆ ​ແລະ​ຊ່ວຍ​ວິ​ສາ​ຫະກິດແກ້​ໄຂສິ່ງ​ທີ່​ຄ້າງ​ຄາ​ຕ່າງໆຢ່າງ​ໄວ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ຝ່າຍ. ສອງ​ຝ່າຍ​​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເປັນ​ພິ​ເສດ​ໃນ​ຂົງ​ເຂດກະສິກຳ, ​ໂດຍ​ສະ​ເພາະ​ແມ່ນ​ກະ​ເສດ​ຕະພັນ​ແລະ​ສັດລ້ຽງ, ລວມທັງຊີ້ນ​ສັດ​ປີກ, ​ເຂົ້າ, ໝາກ​ໄມ້ຜັກ​ສົດ, ການ​ປະມົງ, ຍົກ​ສູງ​ຄວາມ​ສາມາດ​ເຕັກນິກ, ຮ່ວມ​ມື​ດ້ານ​ການຜະລິດ​ແລະຮັບຮອງ​ອາຫານ ຮາ​ລາ ສຳລັບ​ວິ​ສາ​ຫະກິດ​ທີ່​ຕອບ​ສະໜອງ​ໄດ້​ຕາມ​ມາດຕະຖານສາກົນ ກ່ຽວ​ກັບ​ການ​ຜະລິດ​ອາຫານ, ​ເຄື່ອງ​ສຳອາງ​ແລະ​ຢາ ສາມາດ​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​ມຸດ​ສະ​ລິ​ມທົ່ວ​ໂລກ.

ສະ​ແດງ​ຄວາມ​ເ​ພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ລົງທຶນສອງປະ​ເທດ, ທັງສອງ​ຝ່າຍ​ໄດ້​ຢືນຢັນ​ອີກ​ຄັ້ງການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຕໍ່ການ​ລົງທຶນ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດການຈັດ​ຊື້​ຂອງ​ລັດຖະບານ, ການ​ບໍລິການ​ສະ​ທາ​ລະນະ, ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ, ການ​ຜະລິດອາຫານ​ທະ​ເລ, ການ​ປຸງ​ແຕ່ງອາຫານ, ການ​ຜະລິດ​ແລະ​ພະລັງງານ. ພ້ອມ​ກັນ​ນັ້ນ​ກໍ​ສະ​ແດງ​ຄວາມ​ປະສົງ​ຢາກ​ຍູ້​ແຮງ​ການ​ເຈລະຈາ​ເຊັນ​ອະນຸ​ສັນຍາ​ ເພື່ອ​ເພີ່ມ​ເຕີມ​ສັນຍາ​ກ່ຽວ​ກັບ​ການ​ຕ້ານ​ການ​ເກັບ​ພາສີ​ສອງ​ຄັ້ງ​ໃນ​ປີ 2007.

​ການເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າ​ງບັນດາ​ພື້ນຖານ​ການ​ສຶກສາ ​ໂດຍ​ຜ່ານ​ການ​ແລກປ່ຽນ​ນັກ​ສຶກສາ​ແລະ​ຄູ​ອາຈານ, ບັນດາ​ໂຄງການ​ຄົ້ນຄວ້າ​ແລະຝຶກ​ອົບຮົມ​ຮ່ວມ​ກັນ​ ກໍ​ໄດ້​ຮັບ​ການ​ຊຸກຍູ້ ​ໂດຍ​ສອງ​ຝ່າຍ​​ເປັນ​ເອກະ​ພາບ​ຈະຈັດ​ຕັ້ງ​​ໂດຍ​ໄວ ການ​ປະຊຸມ​ຄັ້ງ​ທີ​ສອງ​ຂອງ​ໜ່ວຍ​ປະຕິບັດ​ງານ​ການ​ສຶກສາ; ສືບ​ຕໍ່​ອຳນວຍ​ຄວາມ​ສະດວກ​ໃນ​ການ​ອອກ​ໃບ​ອະນຸຍາດ​ໃຫ້​ຜູ້​ອອກ​ແຮງ​ງານ​ຫວຽດນາມ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດບຣູ​ໄນ ແລະກົງ​ຂ້າມ ບົນ​ພື້ນຖານ​ຂໍ້​ກຳນົດ, ນະ​ໂຍບາຍ​ຂອງ​ແຕ່ລະ​ປະ​ເທດ; ພິຈາລະນາ​ຍືດ​ເວລາ​ຍົກ​ເວັ້ນວີ​ຊາ​ສຳລັບ​ຜູ້​ຖື​ໜັງສືຜ່ານ​ແດນ​ທຳ​ມະ​ດາ ຈາກ 14 ວັນ​ຂຶ້ນ​ເປັນ 30 ວັນ ​ແລະ ສຳລັບຜູ້​ຖື​ໜັງສືຜ່ານ​ແດນທາງ​ທູດ​ແລະ​ຂ້າ​ລັດຖະການ ຈາກ 14 ວັນ​ຂຶ້ນ​ເປັນ 90 ວັນ.

ທັງສອງ​ຝ່າຍ​ໄດ້​ຢືນຢັນ​ອີກ​ຄັ້ງ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ, ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ​ເສລີພາບ​ໃນ​ການ​ເດີນ​ທະ​ເລ​ແລະ​ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ, ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ້​ງດ້ວຍສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົ​ນ, ລວມທັງ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS). ທັງສອງ​ຝ່າຍ​ໄດ້​ຢືນຢັນ​ອີກ​ຄັ້ງຄວາມ​ສະໜັບສະໜູນ​ຕໍ່​ການ​ປະຕິບັດ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກປີ 2002 (DOC) ຢ່າງ​ເຕັມ​ສ່ວນ​ແລະ​ມີ​ປະສິດທິ​ຜົນ, ຊົມ​ເຊີຍຄວາມ​ຄືບ​ໜ້າ​ໃນ​ການ​ຮ່ວມ​ມື​ລະຫວ່າງອາ​ຊຽນ ​ແລະ ຈີນ ກໍ​ຄື​ຊົມ​ເຊີຍ​ການ​ເຈລະ​ຈາຕົວ​ຈິງ ​ເພື່ອ​ບັນ​ລຸປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ມີ​ປະສິດທິ​ຜົນ ຕາມ​ແຜນ​ງານ​ທີ່​ທຸກ​ຝ່າຍ​ໄດ້​​ເຫັນ​ພ້ອມ.

ສອງ​ຝ່າຍ​ຢືນຢັນ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ໃນ​ການຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ພິ​ເສດ​ແມ່ນ​ຜ່ານ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ບົດ​ບັນທຶກຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ໃນ​ປີ 2005 ​ແລະບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍການ​ຮ່ວມ​ມືທາງ​ດ້ານ​ກອງທັບ​ເຮືອ​ໃນ​ປີ 2013, ​ແລະ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ​ສະໜັບສະໜູນຊຶ່ງກັນ​ແລະ​ກັນ ​ໃນ​ບັນດາ​ເວທີ​ປາ​ໄສ​ການ​ປ້ອງ​ກັນ​ປະ​ເທດ​ພະຫຸ​ພາຄີ, ​ໂດຍ​ສະ​ເພາະ​ໃນ​ຂອບ​ເຂດ​ອາ​ຊຽນ​ເຊັ່ນ ກອງ​ປະຊຸມ​ລັດຖະມົນ​ຕິປ້ອງ​ກະ​ປະ​ເທດ​ອາ​ຊຽນ (ADMM) ​ແລະອາ​ຊຽນ​ເປີດ​ກວ້າງ (ADMM+), ກອງ​ປະ​ຊຸ​ມກອງ​ບັນຊາ​ການ​ກອງທັບ​ອາ​ຊຽນ (ACDFM) ​ແລະ​ ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF).

​ເຫດການ​ຫວຽດນາມ​ກາຍ​ເປັນ​ສະມາຊິກ​ທີ 7 ຂອງ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ ບັນດາ​ເສຣີ​ເບ​ກາ​ວັນ ຂອງ​ບຣູ​ໄນ ​ໃນ​ປີ 1995 ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ທີ່​ສຳຄັນ​ໃນ​ປະຫວັດສາດ​ການ​ພັດທະນາ​ການ​ພົວພັນ​ທາງ​ການ​ທູລະ​ຫວ່າງ​ສອງ​ປະ​ເທດ. ​ໃນ​ເສັ້ນ​ທາງ​ເກືອບ 30 ປີ​ແຫ່ງ​ການ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຜັນ​ຜວນ​ຫຼາຍ​ຢ່າງ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ, ​ແຕ່​​ຄວາມພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຫວຽດນາມ - ບຣູ​ໄນ​ ກໍ​ໄດ້​ຮັບ​ການປັບປຸງ​ແລະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ເມື​ອງ, ການ​ຕ່າງປະ​ເທດ, ຄວາມ​ໝັ້ນຄົງ, ການ​ປ້ອງ​ກັນ​ປະ​ເທດ, ວັດທະນະທຳ, ການ​ສຶກສາ... ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານຫວຽດນາມ - ບຣູ​ໄນ ​ໃນ​ຄັ້ງ​ນີ້​ ແມ່ນບາດກ້າວ​ທີ່​ສຳຄັນ​ທີ່​ສຸດ, ຂີດ​ໝາຍ​ການ​ພັດທະນາ​ທາງ​ດ້ານ​ປະລິມານ​​ແລະ​ຄຸນ​ນະພາ​ບຂອງ​ການ​ພົວພັນ​ສອງ​ຝ່າຍ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຮ່ວມ​ກັນ​ຂອງ​ຜູ້ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ໃນ​ການ​ພັດທະນາ​ການ​ຮ່ວມ​ມື​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ຕົວ​ຈິງ, ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບ​ທ່າ​ອຽງ​ລວມຂອງ​ພາກ​ພື້ນ​ແລະ​ສາກົນ./.

​ໂດຍ ​ເຟືອງ​ຈ່າ