ເພື່ອໃຫ້ອາຊີອາຄະເນເປັນພາກພື້ນ ແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ

ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດ ຫວຽດນາມ
07:14, 12-12-2012

ຄຳແນະນຳຂອງຄະນະບັນນາທິການ: ໃນໂອກາດ ຢ້ຽມຢາມປະເທດ ສາທາລະນະລັດ ສິງຄະໂປ ເປັນທາງການ, ວັນທີ 14-9-2012, ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢາມ ແລະ ກ່າວຄຳປາໄສ ທີ່ສຳຄັນ ຢູ່ໂຮງຮຽນ ນະໂຍບາຍສາທາລະນະ ລີກວນຢູ, ໂດຍມີຫົວຂໍ້ວ່າ: “ເພື່ອໃຫ້ອາຊີອາຄະເນ ເປັນພາກພື້ນ ແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ”. ວາລະສານກອມມູນິດ ຂໍເປັນກຽດ ໄດ້ຖອດຄວາມ ແລະ ນຳສະເໜີ ບົດປາໄສທີ່ສຳຄັນດັ່ງກ່າວ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ຮູບຂອງໜັງສືພິມອອນໄລ: Tuoitre.vn

 …ໃນໂອກາດຢ້ຽມຢາມປະເທດສິງຄະໂປເປັນທາງການ, ມື້ນີ້ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດທີ່ໄດ້ມາຢາມ ແລະ ພົບປະ, ແລກປ່ຽນຄວາມຄິດເຫັນ ກັບບັນດາທ່ານຜູ້ແທນ, ສາດສະດາຈານ, ຄູອາຈານ ແລະ ນັກສຶກສາ ຢູ່ໂຮງຮຽນ ນະໂຍບາຍ ສາທາລະນະ ລີກວນຢູ - ແມ່ນໂຮງຮຽນທີ່ມີຊື່ສຽງໂດ່ງດັງແຫ່ງໜຶ່ງ ຂອງປະເທດ ສິງຄະໂປ ແລະ ພາກພື້ນອາຊີອາຄະເນ. ຂ້າພະເຈົ້າຂໍຂອບອົກຂອບໃຈຢ່າງຈິງໃຈ ຕໍ່ພະນະທ່ານ ສດ ກີໄຊ ມາບູບານີ ຜູ້ອຳນວຍການ ແລະ ພວກເພື່ອນທັງຫຼາຍທີ່ໄດ້ໃຫ້ການຕ້ອນຮັບພວກຂ້າພະເຈົ້າ ຢ່າງສະໜິດ ສະໜົມອົບອຸ່ນ.

ພວກຂ້າພະເຈົ້າຂໍສະແດງຄວາມນັບຖື ຕີລາຄາສູງຕໍ່ ວິວັດທະນາການກໍ່ສ້າງ ແລະ ພັດທະນາ ຂອງ ໂຮງຮຽນ. ພຽງແຕ່ເຄື່ອນໄຫວໃນໄລຍະເວລາສັ້ນ, ເລິ່ມຈາກ ໂຄງການສຶກສານະໂຍບາຍສາທາລະນະ ດຽວນີ້ ໂຮງຮຽນນະໂຍບາຍ ສາທາລະນະ ລີກວນຢູ ໄດ້ກາຍເປັນໜຶ່ງໃນບັນດາໂຮງຮຽນນຳໜ້າ ຂອງໂລກທາງດ້ານການຄົ້ນຄວ້າ ແລະ ກໍ່ສ້າງ ນະໂຍບາຍສາທາລະນະ. ອາດຈະເວົ້າໄດ້ວ່າ ໂຮງຮຽນ ນະໂຍບາຍສາທາລະນະ ລີກວນຢູ ຕິດແໜ້ນກັບ ວິວັດທະນາການພັດທະນາ ທີ່ໜ້າປະທັບໃຈ ຂອງສິງຄະໂປ ເຊິ່ງເປັນໜຶ່ງ ໃນບັນດາປະເທດ ທີ່ນຳໜ້າ ໃນການພັດທະນາ ເສດຖະກິດພູມປັນຍາ, ເສິມຂະຫຍາຍ ຊັບພະຍາກອນມະນຸດ ຢ່າງແຂງແຮງ ໂດຍອີງໃສ່ຫຼັກການພື້ນຖານຄື ຖືຄຸນຄວາມດີ ຄວາມເກັ່ງກ້າສາມາດ ເປັນສຳຄັນ. ໂຮງຮຽນຂອງພວກເພື່ອນ ມີຖັນແຖວສາດສະດາຈານ, ຄູອາຈານຊັ້ນສູງ ແລະ ນັກສຶກສາ ກຳລັງຮ່ຳຮຽນເກືອບ 400 ຄົນທີ່ມາຈາກ 50 ປະເທດໃນໂລກ, ນີ້ແມ່ນການສະແດງໃຫ້ເຫັນ ຢ່າງມີຊີວິດຊີວາ ເຖິງການພົວພັນແລກປ່ຽນ ການເຊື່ອມໂຍງເຂົ້າກັນ ໃນດ້ານຕ່າງໆ ລະຫວ່າງບັນດາຊາດ ບັນດາປະເທດ ໃນໂລກທີ່ພວມມີການໂລກາພິວັດ ຢ່າງແຂງແຮງ, ນີ້ກໍແມ່ນຕົວແບບ ທີ່ມີປະສິດທິຜົນ ຂອງຈິດໃຈຮ່ວມມື ແລະ ການອຸທິດ. ພວກຂ້າພະເຈົ້າ ຂໍຂ່ຳນັບຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດ ທີ່ໜ້າເອກອ້າງໃຈທີ່ສຸດ  ຂອງສິງຄະໂປ; ຂໍອວຍພອນໃຫ້ປະຊາຊົນ ສິງຄະໂປ ຈົ່ງສືບຕໍ່ສ້າງສາ ພັດທະນາປະເທດ ໃຫ້ນັບມື້ຍິ່ງວັດທະນາຖາວອນ, ຍົກສູງກຽດສັກສີຂອງປະເທດ ໃນພາກພື້ນ ແລະ ໃນໂລກ ຢ່າງບໍ່ຢຸດຢັ້ງ. ອວຍພອນໃຫ້ ໂຮງຮຽນນະໂຍບາຍ ສາທາລະນະ ລີກວນຢູ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດໃໝ່ ຫຼາຍຢ່າງ ໃນການກໍ່ສ້າງບຸກຄະລາກອນຜູ້ເກັ່ງກ້າສາມາດ ໃຫ້ສິງຄະໂປ ແລະ ໃຫ້ບັນດາປະເທດ ໃນພາກພື້ນ.   

ພວກເຮົາພວມໄດ້ເຫັນການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ເລິກເຊິ່ງຕ່າງໆ ຫຼາຍຢ່າງ ທີ່ການປະຕິວັດ ວິທະຍາສາດ ເຕັກໂນໂລຊີ ພ້ອມດ້ວຍ ຂະບວນການໂລກາພິວັດ ແລະ ການເຂົ້າຮ່ວມສາກົນ ນຳມາໃຫ້. ສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ການຮ່ວມມື ແລະ ການພັດທະນາ ແມ່ນທ່າອ່ຽງໃຫຍ່ ຂອງຍຸກສະໄໝ; ແຕ່ວ່າສົງຄາມພາກສ່ວນ, ການປະທະກັນດ້ວຍອາວຸດ, ການປະທະກັນ ດ້ານຊົນເຜົ່າ ສາສະໜາ, ການເຄື່ອນໄຫວ ແຊກແຊງ, ໂຄ່ນລົ້ມ, ການກໍ່ການຮ້າຍ, ການໂຕ້ຖຽງແຍ້ງຊິງກັນ ກ່ຽວກັບດິນແດນ ຊັບພະຍາກອນທຳມະຊາດ ແລະ ບັນດາບັນຫາ ຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ ອື່ນໆ… ສືບຕໍ່ເກີດຂຶ້ນຢ່າງສັບສົນ.

ສິງຄະໂປ ແລະ ຫວຽດນາມເປັນສອງປະເທດ ທີ່ມີໂຊກດີໄດ້ນອນຢູ່ໃນພາກພື້ນ ທະວີບອາຊີ-ປາຊີຟິກ ແລະ ອາຊີອາຄະເນ - ເປັນພາກພື້ນທີ່ທົ່ວໂລກໄດ້ຕີລາຄາວ່າ ມີການພັດທະນາຢ່າງໄຫວພິກ, ມີຄວາມສາມາດ ບົ່ມຊ້ອນຫຼາຍກວ່າໝູ່, ໄດ້ກາຍເປັນ “ຫົວຈັກ” ອັນໜຶ່ງ ຂອງຄວາມເຕີບໂຕເສດຖະກິດ ຂອງໂລກ, ດຶງດູດຄວາມເອົາໃຈໃສ່ ຂອງບັນດາປະເທດໃຫຍ່ ແລະ ບັນດາສູນກາງເສດຖະກິດ -ການເມືອງແຫ່ງໂລກ, ແຕ່ກໍ່ໄດ້ຊ້ອນແຝງ ບັນດາປັດໃຈກໍ່ຄວາມວຸ້ນວາຍ, ນາບຂູ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາລວມ. ສະພາບການດັ່ງກ່າວນັ້ນ ທັງສ້າງໂອກາດ ອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ, ທັງວາງຄວາມທ້າທາຍ ທີ່ຮ້າຍແຮງຕ່າງໆ ອອກມາ ຕໍ່ໜ້າໝົດທຸກປະເທດ; ມັນຮຽກຮ້ອງໃຫ້ ແຕ່ລະປະເທດ ໃນພາກພື້ນ ຕ້ອງຍົກສູງຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີພາຍໃນກຸ່ນ ແລະ ຊຸກຍູ້ການຮ່ວມມືກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງພາຍນອກ ເພື່ອຊຸກຍູ້ສັນຕິພາບ ແລະ ຄວາມວັດທະນາຖາວອນ. ພວກເຮົາພ້ອມ ກັນສູ້ຊົນ ເພື່ອໃຫ້ພາກພື້ນອາຊີອາຄະເນ ນັບມື້ນັບເປັນສະຖານທີ່ ທີ່ມີແຮງດຶງດູດສູງ ຕໍ່ນັກລົງທຶນຕ່າງປະເທດ, ຕໍ່ຄູ່ຮ່ວມທຸລະກິດການຄ້າຕ່າງໆ ແລະ ເປັນທີ່ມາ ແຫຼ່ງທ່ອງທ່ຽວ ທີ່ຈັບຕາຈັບໃຈນັກທ່ອງທ່ຽວ ຈາກທັງຫ້າທະວີບ.

ໂດຍຈາກປະຫວັດສາດຂອງຊາດຫວຽດນາມ ໃນຂະບວນວິວັດການຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ ແລະ ໂຮມປະເທດເປັນເອກະພາບກ່ອນໜ້ານີ້, ກໍ່ຄືໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ, ພວກຂ້າພະເຈົ້າ ໄດ້ຖອດຖອນບົດຮຽນໃຫຍ່ ກ່ຽວກັບການສົມທົບ ລະຫວ່າງກຳລັງແຮງຂອງຊາດ ກັບກຳລັງແຮງແຫ່ງຍຸກສະໄໝ, ກຳລັງແຮງພາຍໃນປະເທດ ກັບກຳລັງແຮງສາກົນ. ໂດຍເຊື່ອມຊືນຢ່າງເລິກເຊິ່ງບົດຮຽນດັ່ງກ່າວນັ້ນ, ຫວຽດນາມຍາມໃດກໍ່ປະຕິບັດ ຢ່າງສະເໝີຕົ້ນສະເໝີປາຍ ແນວທາງການຕ່າງປະເທດ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫຼາຍກ້ຳຫຼາຍຝ່າຍ ຫຼາຍຮູບການພົວພັນ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງ ເຂົ້າກັບສາກົນ, ພ້ອມແລ້ວທີ່ຈະເປັນເພື່ອນມິດ ເປັນຄູ່ຮ່ວມມື ທີ່ໄວ້ເນື້ອເຊື່ອໃຈໄດ້ ແລະ ເປັນສະມາຊິກ ທີ່ມີຄວາມຮັບຜິດຊອບ ໃນວົງຄະນາຍາດສາກົນ. ດ້ວຍແນວທາງການຕ່າງປະເທດ ດັ່ງກ່າວນັ້ນ ພວກຂ້າພະເຈົ້າໄດ້ຮັບບັນດາຜົນສຳເລັດ ທີ່ສຳຄັນທີ່ສຸດ, ເຮັດໃຫ້ຖານະ ທີ່ຕັ້ງສາກົນຂອງ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນ ຢ່າງບໍ່ຢຸດຢັ້ງ, ການພົວພັນສາກົນຂອງຫວຽດນາມ ນັບມື້ນັບໄດ້ເປີດກວ້າງ. ມາເຖິງປັດຈຸບັນ, ຫວຽດນາມມີການພົວພັນການທູດກັບ 180 ປະເທດ, ໃນນັ້ນ ໄດ້ສ້າງສາຍ ພົວພັນຄູ່ຮ່ວມມືຍຸດທະສາດ ກັບຫຼາຍປະເທດ: ຈີນ, ຣັດເຊຍ, ອັງກິດ, ເຢຍລະມັນ, ຍີ່ປູ່ນ, ອິນເດຍ, ສ.ເກົາຫຼີ, ສະເປນ… ພັກກອມມູນິດຫວຽດນາມມີການພົວພັນກັບ 206 ພັກການເມືອງຢູ່ 114 ປະເທດໃນໂລກ; ຫວຽດນາມ ມີການພົວພັນເສດຖະກິດ - ການຄ້າ ກັບ 230 ກວ່າປະເທດ ແລະ ເຂດແຄວ້ນ; ພົວພັນທາງດ້ານ ການລົງທຶນກັບເກືອບ 100 ປະເທດ ແລະ ອານາເຂດໃນໂລກ; ເປັນສະມາຊິກຂອງ 70 ກວ່າອົງການຈັດຕັ້ງສາກົນ ແລະ ພາກພື້ນ.

ພາລະກິດການປ່ຽນແປງໃໝ່ ແລະ ເປີດປະຕູປະເທດ ໄດ້ນຳມາເຊິ່ງບັນດາຜົນສຳເລັດ ອັນໃຫຍ່ຫຼວງ ທີ່ມີຄວາມໝາຍ ປະຫວັດສາດ, ເຮັດໃຫ້ໃບໜ້າຂອງປະເທດຫວຽດນາມ ມີການປ່ຽນແປງໂດຍພື້ນຖານ. ແຕ່ວ່າ, ພວກຂ້າພະເຈົ້າ ກໍ່ຍັງຢືນຢູ່ຕໍ່ໜ້າ ສິ່ງທ້າທາຍຫຼາຍຢ່າງ; ຈຸດອ່ອນຕ່າງໆ ພາຍໃນພື້ນຖານເສດຖະກິດ ຍິ່ງເຜີຍອອກ ຢ່າງຈະແຈ້ງ ພາຍໃຕ້ການກະທົບຂອງການວິກິດ ດ້ານການຄັງ - ເງິນຕາ ແລະ ການຊຸດໂຊມລົງ ຂອງເສດຖະກິດໂລກ. ໃນສະພາບການດັ່ງກ່າວນັ້ນ ຄວາມຕັດສິນໃຈຂອງພວກຂ້າພະເຈົ້າ ແມ່ນສືບຕໍ່ຊຸກຍູ້ ການປ່ຽນແປງໃໝ່ຢ່າງຮອບດ້ານ ເພື່ອນຳເອົາພື້ນຖານເສດຖະກິດ ຄ່ອຍໆພົ້ນອອກຈາກຄວາມຫຍຸ້ງຍາກ, ກ້າວໄປສູ່ການຂະຫຍາຍຕົວໄວ ແລະ ໝັ້ນຄົງ.

ການມາຢ້ຽມຢາມ ສິງຄະໂປ ເປັນທາງການຄັ້ງນີ້ຂອງຂ້າພະເຈົ້າ ໄດ້ດຳເນີນໃນໂອກາດ ທີ່ບັນດາປະເທດອາຊຽນ ພວກເຮົາຫາກໍ່ສະເຫຼີມສະຫຼອງ ວັນສ້າງຕັ້ງອາຊຽນຄົບຮອບ 45 ປີ ແລະ ພວມພ້ອມກັນ ຕັ້ງໜ້າພະຍາຍາມສ້າງຕັ້ງປະຊາຄົມອາຊຽນ ທີ່ສາມັກຄີ, ເຂັ້ມແຂງ, ມີທີ່ຕັ້ງບົດບາດໃຈກາງ ໃນບັນດາກົນໄກ ການຈັດຕັ້ງຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມື ແລະ ພັດທະນາຢູ່ໃນພາກພື້ນ. ຫຼຽວເບິ່ງເສັ້ນທາງ ແຫ່ງການຂະຫຍາຍຕົວ ໃນໄລຍະ 45 ປີທີ່ຜ່ານມາ ແລະ ຫັນໜ້າສູ່ເສັ້ນທາງ ແຫ່ງການພັດທະນາ ທີ່ຈະມາເຖິງ ຂອງອາຊຽນ, ພວກເຮົາເຫັນວ່າ ບໍ່ແມ່ນມີແຕ່ຄວາມສະດວກເທົ່ານັ້ນ ຫາກມີທັງຄວາມຫຍູ້ງຍາກ, ສິ່ງທ້າທາຍ ທີ່ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ຕ້ອງພ້ອມກັນແກ້ໄຂ ດ້ວຍຈິດໃຈໄວ້ເນື້ອເຊື່ອໃຈກັນ, ສາມັກຄີກັນ ແລະ ຮ່ວມມືກັນ ບົນພື້ນຖານຢຶດໝັ້ນບັນດາຫຼັກການພື້ນຖານ ທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ, ເສີມຂະຫຍາຍບົດບາດ ເປັນໃຈກາງຂອງອາຊຽນ ໃນບັນດາກົນໄກການຈັດຕັ້ງພາກພື້ນ, ເສີມຂະຫຍາຍບົດບາດເປັນເຈົ້າການ ຂອງອາຊຽນ ໃນການປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ໃນພາກພື້ນ. ດ້ວຍຖານະທີ່ເປັນອົງການຈັດຕັ້ງເປີດ ອາຊຽນຄວນສືບຕໍ່ເປີດກວ້າງການຮ່ວມມື ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ກັບບັນດາປະເທດ ແລະ ບັນດາຄູ່ຮ່ວມມືອື່ນໆ, ໂດຍບໍ່ແນໃສ່ຕ້ານກັບບໍ່ວ່າປະເທດໃດ ຫຼືສຳພັນທະມິດໃດ. ດ້ວຍບົດບາດໃຈກາງ, ອາຊຽນຄວນຊຸກຍູ້ ບັນດາມາດຕະການ ແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມປອດໄພລວມ ຂອງພາກພື້ນ.

ໃນສະພາບການສາກົນປັດຈຸບັນ, ການກໍ່ສ້າງປະຊາຄົມອາຊຽນທີ່ສາມັກຄີ ແລະ ເຂັ້ມແຂງ ແມ່ນມີຄວາມສຳຄັນ ຍິ່ງກວ່າເວລາໃດໝົດ. ການກ້າວໄປເຖິງພາກພື້ນອາຊີອາຄະເນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຂະຫຍາຍຕົວວັດທະນາຖາວອນ ແມ່ນເປົ້າໝາຍລວມຂອງພວກເຮົາ. ໃນມໍ່ໆມານີ້, ສະພາບການໃນພາກພື້ນ ອາຊີອາຄະເນ ມີດ້ານເກີດຄວາມເຄັ່ງຕຶງ ຍ້ອນການຜັນແປທີ່ສັບສົນ ຢູ່ທະເລຕາເວັນອອກ, ເຊິ່ງເປັນເຂດທະເລ ທີ່ມີຄວາມສຳຄັນ ທັງດ້ານທີ່ຕັ້ງຍຸດທະສາດ ແລະ ມີຄວາມສາມາດບົ່ມຊ້ອນ ທາງເສດຖະກິດ ຕໍ່ກັບພາກພື້ນ ແລະ ທົ່ວໂລກ. ນີ້ແມ່ນຄວາມເປັນຈິງໜຶ່ງ ທີ່ໜ້າກັງວົນ. ເປັນປະເທດທີ່ມີການພົວພັນໂດຍກົງ, ຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຢ່າງເຂັ້ມງວດ ຕາມຖະແຫຼງການ ກ່ຽວກັບວິທີການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC) ແລະ ສະບັບແນະນຳປະຕິບັດ DOC ລະຫວ່າງ ອາຊຽນ ແລະ ຈີນ, ຂໍ້ຕົກລົງກ່ຽວກັບບັນດາ ຫຼັກການພື້ນຖານ ຊີ້ນຳແກ້ໄຂບັນຫາເທິງທະເລລະຫວ່າງ ຫວຽດນາມ ແລະ ຈີນ, ຫວຽດນາມກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະຕັ້ງໜ້າພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ການປຶກສາເຈລະຈາ ເພື່ອຈະໄດ້ລົງລາຍເຊັນກັບຈີນ ໂດຍໄວ ໃນປະມວນ​ຂໍ້​ກຳນົດ​ກ່ຽວ​ກັບການປະພຶດຂອງບັນດາ ຝ່າຍຢູ່ທະເລຕາເວັນອອກ (COC) ຖືກຕ້ອງຕາມຈິດໃຈ ໃນຖະແຫຼງການ 6 ຂໍ້ຂອງບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ຂອງບັນດາປະເທດອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ. ພ້ອມກັນນັ້ນ, ຫວຽດນາມກໍ່ຂໍສະເໜີໃຫ້ ບັນດາປະເທດ ຈົ່ງເຄົາລົບນັບຖືສິດຜົນປະໂຫຍດອັນຊອບທຳ ຂອງຫວຽດນາມ ທີ່ເປັນປະເທດແຄມຝັ່ງທະເລ ເຊິ່ງໃນນັ້ນມີ ສິດອຳນາດອະທິປະໄຕ ແລະ ສິດພິພາກສາຕັດສິນຕໍ່ກັບໄຫລ່ທະວີບ ແລະ ເຂດເສດຖະກິດພິເສດ ທີ່ໄດ້ກຳນົດໄວ້ ໃນກົດໝາຍສາກົນ, ໂດຍສະເພາະຢ່າງຍິ່ງແມ່ນ ໃນອະນຸສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1982. ພວກຂ້າພະເຈົ້າຖືວ່າ ການຮັກສາສະພາບແວດລ້ອນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແມ່ນຄວາມມຸ່ງມາດປາຖະໜາລວມ, ຜົນປະໂຫຍດລວມ ແລະ ໜ້າທີ່ຄວາມຮັບຜິດຊອບລວມ ຂອງບັນດາປະເທດພາຄີທັງໝົດໃນອາຊຽນ.

ເປັນປະເທດສະມາຊິກຂອງອາຊຽນ, ຫວຽດນາມປະຕິບັດຕາມຢ່າງເດັດຂາດ ຕໍ່ຫຼັກການທີ່ໄດ້ລະບຸໄວ້ໃນ ກົດບັດອາຊຽນ ທີ່ວ່າ: “ບໍ່ເຂົ້າຮ່ວມໃນບໍ່ວ່ານະໂຍບາຍໃດ ຫຼືການເຄື່ອນໄຫວໃດ, ນັບທັງການນຳໃຊ້ດິນແດນ ຂອງປະເທດໜຶ່ງ, ໂດຍບໍ່ວ່າປະເທດສະມາຊິກອາຊຽນ ຫຼື ປະເທດນອກອາຊຽນ ຫຼື ເປົ້າໝາຍທີ່ບໍ່ແມ່ນປະເທດ ດຳເນີນ, ທີ່ເປັນການນາບຂູ່ຕໍ່ ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຫຼື ຄວາມໝັ້ນຄົງທາງການເມືອງ ແລະ ເສດຖະກິດ ຂອງບັນດາປະເທດສະມາຊິກອາຊຽນ”; ພ້ອມກັນນັ້ນ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຫຼັກການນີ້ ຕໍ່ກັບທຸກໆປະເທດນອກອາຊຽນ, ບໍ່ແກ່ດຶງ, ບໍ່ເຂົ້າຮ່ວມ ການສຳພັນທະມິດ ຂອງປະເທດນີ້ ເພື່ອຕ້ານກັບປະເທດອື່ນ. ຫວຽດນາມຈະຕັ້ງໜ້າພະຍາຍາມ ຢ່າງບໍ່ຢຸດຢັ້ງ ໃນການເປີດກວ້າງການຮ່ວມມື ຂອງຕົນເອງ ແລະ ການຮ່ວມມືຂອງອາຊຽນ ກັບບັນດາປະເທດນອກພາກພື້ນ, ໂດຍສະເພາະຢ່າງຍິ່ງແມ່ນ ກັບທັງໝົດທຸກປະເທດຄູ່ເຈລະຈາ ຂອງອາຊຽນ, ບັນດາປະເທດໃຫຍ່ເຊັ່ນ ຈີນ, ຣັດເຊຍ, ອາເມລິກາ, ຍີ່ປຸ່ນ, ອິນເດຍ,... ດ້ວຍຈິດໃຈດັ່ງກ່າວນັ້ນ, ມາເຖິງປັດຈຸບັນ ຫວຽດນາມໄດ້ເຂົ້າຮ່ວມ ຢ່າງມີຄວາມຮັບຜິດຊອບ ເຂົ້າໃນໝົດທຸກກົນໄກຮ່ວມມື ທີ່ມີຢູ່ໃນປັດຈຸບັນ ຂອງອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ຢູ່ພາຍນອກ, ຖືວ່າ ອາຊຽນເປັນຄອບຄົວໃຫຍ່ ທີ່ສະໜິດສະໜົມ ຢ່າງແທ້ຈິງຂອງຕົນ, ຖືວ່າ ບັນດາປະເທດຄູ່ຮ່ວມມື ເປັນເພື່ອນຮ່ວມເດີນທາງ ທີ່ບໍ່ອາດຈະຂາດໄດ້ຂອງຕົນ ບົນເສັ້ນທາງແຫ່ງການພັດທະນາ.

ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາຢ້ຽມຢານປະເທດສິງຄະໂປເປັນທາງການ - ເຊິ່ງເປັນປະເທດເກາະ ທີ່ສວຍງາມ ແລະ ໃກ້ຊິດຕິດແທດທີ່ສຸດກັບຫວຽດນາມ, ໄດ້ປະຈັກພະຍານການພັດທະນາຂອງປະເທດ ຂອງພວກເພື່ອນ ຂ້າພະເຈົ້າຮູ້ສຶກປະທັບໃຈ ຢ່າງເລິກເຊິ່ງ ກ່ຽວກັບການຂະຫຍັນຂັນເຄື່ອນ ແລະ ຄວາມຈະເລີນພັດທະນາ ຂອງສິງຄະໂປ, ກ່ຽວກັບຄວາມກົມກຽວກັນ ລະຫວ່າງມະນຸດ ແລະ ທຳມະຊາດ, ກໍ່ຄືຄວາມເປັນເອກະພາບໃນຄວາມຫຼາກຫຼາຍ ຂອງປະເທດພວກເພື່ອນ. ການພັດທະນາຂອງສິງຄະໂປ ເປັນບົດຮຽນອັນປະເສີດ ສຳລັບຫວຽດນາມ ໃນເມື່ອທີ່ພວກຂ້າພະເຈົ້າໄດ້ ແລະ ພວມຍູ້ແຮງພາລະກິດ ການປ່ຽນແປງໃໝ່, ປະຕິບັດການຫັນເປັນອຸດສາຫະກຳທັນສະໄໝ.

ມະນຸດຊາດພວມກ້າວເຂົ້າສູ່ສະໄໝແຫ່ງເສດຖະກິດພູມປັນຍາ. ນີ້ແມ່ນການຂະຫຍາຍຕົວທາງດ້ານຄຸນນະພາບ ຂອງສັງຄົມມະນຸດ. ແລະ ເພື່ອບໍ່ຖືກລ້າຫຼັງ, ແຕ່ລະປະເທດລ້ວນແຕ່ຕ້ອງ ເອົາໃຈໃສ່ລົງທຶນຢ່າງແຂງແຮງ ໃຫ້ແກ່ການພັດທະນາ ແຫຼ່ງຊັບພະຍາກອນມະນຸດ. ຫວຽດນາມກໍ່ເຊັ່ນດຽວກັນ, ພວກຂ້າພະເຈົ້າໄດ້ກຳນົດວ່າ ການພັດທະນາແຫຼ່ງບຸກຄະລາກອນ ແມ່ນໜຶ່ງໃນບັນດາຂອດບຸກທະລຸ ຢູ່ໃນແຜນຍຸດທະສາດການພັດທະນາ ເສດຖະກິດ - ສັງຄົມຂອງຫວຽດນາມ. ພວກຂ້າພະເຈົ້າຕີລາຄາສູງເປັນພິເສດ ແລະ ເອົາໃຈໃສ່ທີ່ສຸດ ເຖິງການຮ່ຳຮຽນນຳ ບົດຮຽນແຫ່ງຜົນສຳເລັດ ຂອງສິງຄະໂປ ໃນການປະຕິບັດນະໂຍບາຍ ໃຫ້ບຸລິມະສິດແກ່ການລົງທຶນ ພັດທະນາການສຶກສາ, ບຳລຸງສ້າງພະນັກງານ, ຍາມໃດກໍ່ຖືແຫຼ່ງພະລັງມະນຸດ ເປັນຊັບພະຍາກອນຕົ້ນຕໍ ເພື່ອສ້າງສາພັດທະນາປະເທດ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈ ຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນສິງຄະໂປ ທີ່ໄດ້ແບ່ງປັນບົດຮຽນ ແລະ ໃຫ້ການຊ່ວຍເຫຼືອທີ່ເໝາະສົມ, ມີປະສິທິຜົນ ແກ່ຫວຽດນາມ.

ໃນການປະຊຸມປຶກສາຫາລືທີ່ເລິກເຊິ່ງ, ຮອບດ້ານ, ມີປະສິທິຜົນໃນວັນທີ່ 12-9 ແລ້ວນີ້, ຂ້າພະເຈົ້າ ແລະ ພະນະທ່ານນາຍົກລັດຖະມົນຕີ ລີຊຽນລອງ ຕ່າງກໍ່ຮູ້ສຶກດີອົກດີໃຈທີ່ສຸດທີ່ເຫັນວ່າ ການພົວພັນຫວຽດນາມ - ສິງຄະໂປ ພວມຂະຫຍາຍຕົວຢ່າງດີງາມ, ເປີດໂອກາດອັນສະດວກດີ ໃຫ້ແກ່ການຊຸກຍູ້ແຮງກວ່າອີກການຮ່ວມມື ລະຫວ່າງສອງປະເທດ ກໍ່ຄືການຮ່ວມມືໃນອາຊຽນ. ກ່ອນໜ້ານີ້ 10 ປີ, ສອງປະເທດພວກເຮົາ ໄດ້ລົງນາມໃນ “ຖະແຫຼງການຮ່ວມກ່ຽວ ກັບການຮ່ວມມືຮອບດ້ານໃນສະຕະວັດທີ XXI” ແລະ ສົນທິສັນຍາ ວ່າດ້ວຍການເຊື່ອມໂຍງ ສ້າງກອບກົດໝາຍ ແລະ ເງື່ອນໄຂສະດວກດີ ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານ ລະຫວ່າງສອງປະເທດ. ໂດຍບໍ່ແມ່ນເລື່ອງບັງເອີນ ທີ່ສິງຄະໂປເປັນໜຶ່ງ ໃນບັນດາຄູ່ຮ່ວມມືລົງທຶນ - ການຄ້າອັນດັບໜຶ່ງ ຂອງຫວຽດນາມ ດ້ວຍມູນຄ່າການຄ້າສອງສົ້ນບັນລຸເຖິງເກືອບ 9 ຕື້ຫຼຽນສະຫະລັດ; ການຮ່ວມມືໃນຂົງເຂດອື່ນໆ ກໍ່ພວມຂະຫຍາຍຕົວຢ່າງໄຫວພິກທີ່ສຸດ; ຈຳນວນຄົນຫວຽດນາມໄປສິງຄະໂປ ແລະ ຈຳນວນຄົນສິງຄະໂປໄປຫວຽດນາມ ນັບມື້ນັບຫຼາຍ. ນັ້ນແມ່ນໝາກຜົນ ຂອງການຮ່ວມມືເຊື່ອຖືຊຶ່ງກັນ ແລະ ມີລວງເລິກລະຫວ່າງສອງປະເທດ.

ພວກຂ້າພະເຈົ້າເອົາໃຈໃສ່ເປັນສຳຄັນ ເຖິງການພົວພັນກັບສິງຄະໂປ, ຕັ້ງໜ້າພະຍາຍາມຊຸກຍູ້ ການຮ່ວມມືກັບ ສິງຄະໂປ ແລະ ຖືວ່າ ການຮ່ວມມືກວ້າງຂວາງເລິກເຊິ່ງ, ຈິງໃຈ ແລະ ໄວ້ເນື້ອເຊື່ອໃຈກັນ ລະຫວ່າງ ຫວຽດນາມ ແລະ ສິງຄະໂປ ເປັນປັດໃຈສຳຄັນ ໃນການຂະຫຍາຍຕົວຂອງແຕ່ລະປະເທດ, ພ້ອມກັນນັ້ນ ກໍ່ປະກອບສ່ວນທີ່ມີຄວາມໝາຍ ເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນພາກພື້ນອາຊີອາຄະເນ.

ປີ 2013 ຈະເປັນຫຼັກໝາຍອັນສຳຄັນໃນການຮ່ວມມືມິດຕະພາບ ລະຫວ່າງຫວຽດນາມ ແລະ ສິງຄະໂປ, ເມື່ອພວກເຮົາພ້ອມກັນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດຄົບຮອບ 40 ປີ. ບົນພື້ນຖານແຫ່ງການຮ່ວມມື ຢ່າງໜັກແໜ້ນ ແລະ ກວ້າງຂວາງເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນ 40 ປີທີ່ຜ່ານມາ ແລະ ເພື່ອເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ ຂອງການຮ່ວມມື ທີ່ຍັງໃຫຍ່ຫຼວງທີ່ສຸດ, ຂ້າພະເຈົ້າ ແລະ ພະນະທ່ານນາຍົກລັດຖະມົນຕີ ລີຊຽນລອງ ພ້ອມກັບບັນດາຜູ້ນຳອື່ນ ຂອງສິງຄະໂປ ໄດ້ເປັນເອກະສັນກັນວ່າ ຈະພ້ອມກັນຕັ້ງໜ້າພະຍາຍາມ ພັດທະນາການພົວພັນ ຫວຽດນາມ - ສິງຄະໂປ ໃຫ້ຂະຫຍາຍຕົວກວ່າອີກ, ນຳເອົາການພົວພັນ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນຄວາມຕັດສິນໃຈລວມ ແລະ ແມ່ນຜົນສຳເລັດອັນສຳຄັນ ຂອງການປະຊຸມປຶກສາຫາລືຂັ້ນສູງ ລະຫວ່າງຫວຽດນາມ - ສິງຄະໂປ ໃນຄັ້ງນີ້.

ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຂອບອົກຂອບໃຈພະນາທ່ານ ແລະ ເພື່ອນມິດທັງຫຼາຍທີ່ໄດ້ມາຮ່ວນການພົບປະໂອ້ລົມກັນ ໃນມື້ນີ້. ພວກຂ້າພະເຈົ້າມີຄວາມຫວັງດີທີ່ສຸດ ຕໍ່ບາດກ້າວຂະຫຍາຍຕົວໃນອະນາຄົດ ຂອງໂຮງຮຽນ ນະໂຍບາຍ ສາທາລະນະ ລີກວນຢູ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ການຊ່ວຍເຫຼືອຂອງໄຮຮຽນ ໃຫ້ແກ່ການກໍ່ສ້າງ ແຫຼ່ງບຸກຄະລາກອນຄຸນນະພາບສູງ ຂອງຫວຽດນາມ./.