ເພີ່ມທະວີບົດບາດຕິດຕາມກວດກາ ສູງສຸດ ຂອງສະພາແຫ່ງຊາດ ເພື່ອຕອບສະໜອງ ຄວາມຕ້ອງການ ກໍ່ສ້າງລັດອຳນາດກົດໝາຍ ສັງຄົມນິຍົມ ຕາມຈິດໃຈມະຕິຕົກລົງ ຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ*
ວ.ກ - ພ້ອມກັນກັບການປະຕິບັດ ພາລະບົດບາດນິຕິບັນຍັດ ແລະ ຕັດສິນບັນດາບັນຫາສຳຄັນ ຂອງປະເທດ, ການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ໄດ້ປະກອບສ່ວນເຮັດໃຫ້ ການເຄື່ອນໄຫວຂອງສະພາແຫ່ງຊາດ ນັບມື້ມັບມີຄຸນນະພາບກວ່າ, ສົມກຽດກັບບົດບາດ ເປັນອົງການອຳນາດລັດສູງສຸດ ອົງການຜູ້ແທນສູງສຸດ ຂອງປະຊາຊົນຫວຽດນາມ.
ການເຄື່ອນໄຫວຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ສະແດງອອກຢ່າງຈະແຈ້ງຢູ່ໃນດ້ານຕ່າງໆ ດັ່ງລຸ່ມນີ້:
ໜຶ່ງຄື, ການເຄື່ອນໄຫວຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ຈາກບ່ອນພຽງແຕ່ອີງໃສ່ຈິດໃຈແລະເນື້ອໃນ ຂອງລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ດ້ວຍບັນດາຂໍ້ກຳນົດລວມ ຍັງບໍ່ທັນຈະແຈ້ງ, ເຖິງບ່ອນອີງໃສ່ກົດໝາຍສະບັບໜຶ່ງ ວ່າດ້ວຍການເຄື່ອນໄຫວຕິດຕາມກວດກາ ທີ່ມີການກຳນົດຕ່າງໆ ຢ່າງລະອຽດ ແໜ້ນແຟ້ນ ນັບແຕ່ການສ້າງໂຄງການ ແຜນການຕິດຕາມກວດກາ 6 ເດືອນ, ປະຈຳປີ, ບັນດາຂໍ້ກຳນົດກ່ຽວກັບເຈົ້າການ ເປົ້າໝາຍ ເນື້ອໃນ ຮູບການ ແລະ ວິທີການຕິດຕາມກວດກາ... ອາໃສສິ່ງດັ່ງກ່າວ ການເຄື່ອນໄຫວຕິດຕາມກວດກາ ໄດ້ຮັບການດຳເນີນຢ່າງເປັນປະຈຳ ມີລະບຽບແບບແຜນ ມີຈຸດໜັກໃຈກາງ ສ່ອງແສງໄດ້ບັນດາບັນຫາເຄັ່ງຮ້ອນ ຮີບດ່ວນທີ່ປະຊາຊົນເອົາໃຈໃສ່. ເພາະສະນັ້ນ, ການຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ໄດ້ກາຍເປັນພາຫະນະອັນໜຶ່ງ ທີ່ບໍ່ອາດຈະຂາດໄດ້ ໃນການຕໍ່ສູ້ປ້ອງກັນແລະຕ້ານ ການສໍ້ລາດບັງຫຼວງ ຟຸມເຟືອຍ, ປະກອບສ່ວນສ້າງຄວາມເຊື່ອໜັ້ນຂອງປະຊາຊົນ ຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ.
ສອງຄື, ການເຄື່ອນໄຫວຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ໄດ້ດຳເນີນໃນບັນຍາກາດທີ່ນັບມື້ນັບປະຊາທິປະໄຕ ເປີດໂປ່ງ ແລະ ມີຄວາມຮັບຜິດຊອບ. ເພາະສະນັ້ນ, ປະຊາທິປະໄຕໃນການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ຕໍ່ກັບການເຄື່ອນໄຫວທັງໝົດຂອງລັດ ໃນທີ່ກອງປະຊຸມສະໄໝສາມັນ ໄດ້ກາຍເປັນເງື່ອນໄຂໜຶ່ງ ພາຫະນະໜຶ່ງທີ່ມີຜົນສັກສິດ ເພື່ອໃຫ້ປະຊາຊົນຜ່ານຜູ້ແທນຂອງຕົນ ກວດກາອຳນາດລັດ ຕໍ່ກັບບັນດາຜູ້ນຳໜ້າກົງຈັກລັດ, ເປັນຕົ້ນແມ່ນກົງຈັກບໍລິຫານ (ລັດຖະບານ).
ສາມຄື, ການເຄື່ອນໄຫວຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ໄດ້ດຳເນີນອີງບົນລະດັບຄວາມຮູ້ ຄວາມສາມາດ ຄວາມເດັດດ່ຽວສະຫຼຽວສະຫຼາດ ຂອງສະມາຊິກສະພາແຫ່ງຊາດ ທີ່ນັບມື້ນັບໄດ້ຍົກສູງຂຶ້ນ. ອາໃສສິ່ງດັ່ງກ່າວ ຄຸນນະພາບຂອງການເຄື່ອນໄຫວ ຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ຢູ່ທີ່ກອງປະຊຸມສະໄໝສາມັນ ຈຶ່ງນັບມື້ນັບໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ; ການໄຈ້ແຍກ ການອະພິປາຍອ້າງເຫດຜົນ ຂອງສະມາຊິກສະພາຫຼາຍຄົນ ມີຄວາມຫຼັກແຫຼມ ແລະ ມີແຮງດຶງດູດໃຈ; ບັນດາຂໍ້ສະເໜີ ແລະ ສະເໜີແນະ ລ້ວນແຕ່ມີເຫດມີຜົນ ມີເຈດຕະນາລົມດີ ໄດ້ຮັບຄວາມເຫັນດີເຫັນພ້ອມ ສະໜັບສະໜູນຂອງປະຊາຊົນ. ຄຸນນະພາບຂອງສະມາຊິກສະພາແຫ່ງຊາດ, ເປັນຕົ້ນແມ່ນຄວາມຊຳນິຊຳນານໃນການງານ ແລະ ຄວາມເດັດດ່ຽວສະຫຼຽວສະຫຼາດ, ແມ່ນປັດໃຈທີ່ມີຄວາມໝາຍຕັດສິນ ປະກອບສ່ວນຍົກສູງຄວາມສັກສິດ ແລະ ປະສິດທິຜົນ ຂອງການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ.
ຕໍ່ໜ້າໜ້າທີ່ກໍ່ສ້າງສະພາແຫ່ງຊາດ ທີ່ປະຕິບັດໜ້າທີ່ແລະສິດອຳນາດຂອງຕົນໄດ້ຢ່າງຄົບຖ້ວນ ຖືກຕ້ອງຕາມລັດຖະທຳມະນູນ ກົດໝາຍ, ໃນນັ້ນມີໜ້າທີ່ ແລະ ສິດອຳນາດກ່ຽວກັບການຕິດຕາມກວດກາສູງສຸດ, ແນໃສ່ສືບຕໍ່ຍົກສູງຄວາມສັກສິດ ແລະ ປະສິດທິຜົນການຕິດຕາມກວດກາ ແມ່ນຕ້ອງແກ້ໄຂຜ່ານຜ່າຂໍ້ຈຳກັດຈຳນວນໜຶ່ງດັ່ງລຸ່ມນີ້:
ທີໜຶ່ງ, ບັນຫາຄວາມຮັບຮູ້. ສາເຫດອັນພື້ນຖານເຮັດໃຫ້ຄວາມສັກສິດ ແລະ ປະສິດທີຜົນຂອງການຕິດຕາມກວດກາສູງສຸດຍັງບໍ່ທັນສູງ ບໍ່ໄດ້ຕາມຄວາມປະສົງນັ້ນ ກ່ອນອື່ນໝົດແມ່ນຍ້ອນຄວາມຮັບຮູ້ຍັງບໍ່ທັນພຽງພໍ, ຍັງບໍ່ທັນເປັນເອກະພາບກັນ ກ່ຽວກັບບົດບາດຂອງການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ. ມີທັດສະນະເນັ້ນໜັກດ້ານດຽວ, ຖືວ່າ ການຕິດຕາມກວດກາແມ່ນເພື່ອແນໃສ່ ຮັບປະກັນລັກສະນະເປັນເອກະພາບ ຂອງອຳນາດລັດ. ດັ່ງນັ້ນ, ບັນຫາພື້ນຖານ ແລະ ເປັນຂໍກຸນແຈໃນການຈັດຕັ້ງອຳນາດລັດ ແມ່ນການຮ່ວມມື ແລະ ສົມທົບກັນ, ສ້າງເງື່ອນໄຂໃຫ້ແກ່ກັນ ເພື່ອປະຕິບັດໜ້າທີ ແລະ ສິດອຳນາດຂອງຕົນໄດ້ເປັນຢ່າງດີ, ຫາກບໍ່ແມ່ນ “ຄົ້ນໃນພຸ່ມໄມ້ຫາແມງບົ້ງ”; ຖືວ່າ ຕ້ອງການພຽງການບໍລິຫານເຂັ້ມແຂງກໍ່ພໍແລ້ວ, ສ່ວນການນິຕິບັນຍັດ ແລະ ການຍຸດຕິທຳແມ່ນຕ້ອງ “ມີພາລະໜ້າທີ່ສະໜັບສະໜູນ” ການບໍລິຫານ, ຫາກບໍ່ຄວນກໍ່ຄວາມຫຍຸ້ງຍາກ ກີດຂວາງການບໍລິຫານ. ທັດສະນະຄືແນວນັ້ນ ເຮັດໃຫ້ການເຄື່ອນໄຫວຕິດຕາມກວດກາ ຍັງມີປະກົດການມັກງ່າຍ, ບໍ່ທັນໄປຈົນເຖິງທີ່ສຸດຂອງບັນຫາຄວາມຮັບຜິດຊອບຂຶ້ນກັບໃຜ; ບໍ່ທັນມີຄວາມຮັບຮູ້ຢ່າງຄົບຖ້ວນວ່າ ການຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ແມ່ນແບບວິທີການກວດກາອຳນາດລັດແບບໜຶ່ງ. ພ້ອມກັນກັບທັດສະນະດັ່ງກ່າວ ແມ່ນຄຳອ້າງເຫດຜົນຕ່າງໆ ທີ່ຖືວ່າ ຢູ່ໃນລັດທີ່ມີຫຼາຍພັກການເມືອງ ຈຶ່ງຕ້ອງການເຖິງການຕິດຕາມກວດກາ, ຈຶ່ງຕ້ອງເຊີດຊູບົດບາດຂອງການຕິດຕາມກວດກາ ແລະ ຈຶ່ງມີເງື່ອນໄຂ ເພື່ອປະຕິບັດສິດຕິດຕາມກວດກາ ຢ່າງມີຄວາມສັກສິດ ແລະ ມີປະສິດທິຜົນ.
ບັນດາທັດສະນະຂ້າງເທິງລ້ວມແຕ່ບໍ່ສອດຄ່ອງເໝາະສົນ ເພາະວ່າ ຢູ່ໃນລັດອຳນາດກົດໝາຍ, ອຳນາດລັດທັງໝົດລ້ວນແຕ່ຂຶ້ນກັບປະຊາຊົນ, ປະຊາຊົນເປັນເຈົ້າຂອງສູງສຸດຂອງອຳນາດລັດ. ການຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ແມ່ນແບບວິທີການອັນໜຶ່ງ ເພື່ອໃຫ້ປະຊາຊົນປະຕິບັດສິດກວດກາອຳນາດລັດໄດ້. ພຶດຕິກຳແຫ່ງການກໍ່ສ້າງລັດອຳນາດກົດໝາຍຢູ່ຫຼາຍປະເທດ ໄດ້ຊີ້ໃຫ້ເຫັນວ່າ ກຳລັງແຮງ ແລະ ຄວາມຈະເລີນວັດທະນາຖາວອນ ຂອງປະເທດໜຶ່ງ, ກໍ່ຄືຄວາມສາມາດຮັບມືກັບຄວາມຫຍຸ້ງຍາກ ສິ່ງທ້າທາຍ, ສ່ວນຫຼາຍແມ່ນຖືກຕັດສິນໂດຍຄວາມໝັ້ນຄົງເຂັ້ມແຂງຂອງທັງສາມອຳນາດຄື ອຳນາດນິຕິບັນຍັດ ອຳນາດບໍລິຫານ ແລະ ອຳນາດຍຸຕິທຳ. ບັນດາປະເທດທີ່ຮັກສາການພັດທະນາເສດຖະກິດ ການເມືອງ ສັງຄົມໄດ້ຢ່າງໝັ້ນຄົງຍາວນານນັ້ນ ຕົ້ນຕໍແມ່ນບັນດາປະເທດທີ່ອຳນາດທັງສາມດ້ານດັ່ງກ່າວລ້ວນແຕ່ເຂັ້ມແຂງ. ເພື່ອເຮັດສິ່ງດັ່ງກ່າວນັ້ນໄດ້, ຕ້ອງກວດກາອຳນາດລັດໃຫ້ດີ. ການຕິດຕາມກວດກາເວົ້າລວມ, ການຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດເວົ້າສະເພາະ ແມ່ນແບບວິທີການກວດກາອຳນາດລັດແບບໜຶ່ງ, ປະກອບສ່ວນ ກໍ່ສ້າງສາມອຳນາດດັ່ງກ່າວ ໃຫ້ເຂັ້ມແຂງ, ຮັບປະກັນໃຫ້ທັງສາມອຳນາດນັ້ນ ເຮັດໄດ້ຢ່າງຖືກຕ້ອງຄົບຖ້ວນ ໜ້າທີ່ ແລະ ສິດຂອບເຂດ ທີ່ປະຊາຊົນມອບໝາຍໃຫ້.
ທີສອງ, ຍົກສູງຄຸນນະພາບຂອງບັນດາຂໍ້ສະເໜີແນະ ທີ່ການຕິດຕາມກວດກາວາງອອກ. ຄວາມສັກສິດ ແລະ ປະສິດທິຜົນ ຂອງການຕິດຕາມກວດກາ, ພິຈາລະນາຈົນເຖິງທີ່ສຸດ ແມ່ນນຳສະເໜີໄດ້ ຂໍ້ສະເໜີແນະຕ່າງໆ ທີ່ເຮັດໃຫ້ມີການປ່ຽນແປງຢ່າງຕັ້ງໜ້າໃນພາກຕົວຈິງ, ສອດຄ່ອງກັບຈຸດປະສົງການຕິດຕາມກວດກາ, ຕອງສະໜອງໄດ້ກັບ ຄວາມຄອງຄອຍຂອງປະຊາຊົນ ແລະ ຫາງສຽງສັງຄົມ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ ການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ຕ້ອງໄດ້ດຳເນີນຢ່າງຮອບຄອບໜັກແໜ້ນ, ປະຕິບັດໂດຍພື້ນຖານແລະຕົ້ນຕໍ ຢູ່ສະພາຊົນຊາດຊົນເຜົ່າ ແລະ ບັນດາຄະນະກຳມາທິການ ຂອງສະພາແຫ່ງຊາດ. ຄອບງຳກຳຈັດສະພາບການຕິດຕາມກວດກາ ແບບຮູບການ ດ້ວຍຂໍ້ສະເໜີແນະລວມໆ ມີແຕ່ລັກສະນະກຳນົດທິດລວມ ບໍ່ລະອຽດ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ຕ້ອງຍົກສູງຄວາມສາມາດຕິດຕາມກວດກາ ຂອງບັນດາເຈົ້າພາບຜູ້ຕິດຕາມກວດກາ, ພິເສດແມ່ນບັນດາສະມາຊິກສະພາແຫ່ງຊາດ.
ທີສາມ, ຄອບງຳກຳຈັດສະພາບການຕິດຕາມກວດກາ ແບບກະແຈກກະຈ່າຍຕາມລວງກວ້າງ ຫາກບໍ່ມີລວງເລິກ. ສິ່ງດັ່ງກ່າວ ພຽງແຕ່ອາດຈະປະຕິບັດໄດ້ ດ້ວຍການເຄື່ອນໄຫວຕິດຕາມກວດກາບັນຫາສະເພາະ ເຊິ່ງມີບັນດາຫົວຂໍ້ຕິດຕາມກວດກາລະອຽດ ແທດຈິງ. ບົດຮຽນປະສົບການຕົວຈິງຂອງຫຼາຍປະເທດ ໄດ້ຊີ້ໃຫ້ເຫັນວ່າ ການຕິດຕາມກວດກາການເຄື່ອນໄຫວ ຂອງລັດຖະບານ ແລະ ບັນດາກະຊວງນັ້ນ, ກ່ອນອື່ນໝົດ ແລະ ຕົ້ນຕໍແມ່ນ ຕິດຕາມກວດກາປະສິດທິຜົນການນຳໃຊ້ ງົບປະມານແຫ່ງຊາດ ທີ່ລັດຖະສະພາເປັນຜູ້ຈັດແບ່ງ. ລັດຖະສະພາເປັນຜູ້ຕົກລົງຈັດແບ່ງງົບປະມານແຫ່ງຊາດ ດັ່ງນັ້ນ ລັດຖະສະພາຕ້ອງກວດກາໄດ້ ປະສິດທິຜົນການນຳໃຊ້ງົບປະມານ. ເພາະສະນັ້ນ, ໃນເວລາທີ່ຈະມາເຖິງ, ພວກເຮົາຕ້ອງສຸມໃສ່ການຕິດຕາມກວດກາບັນຫາສະເພາະ ປະສິດທິຜົນການນຳໃຊ້ງົບປະມານແຫ່ງຊາດ ຂອງລັດຖະບານ ແລະ ບັນດາກະຊວງ; ເຮັດໃຫ້ການເຄື່ອນໄຫວຕິດຕາມກວດກາ ເຂົ້າສູ່ລວງເລິກ, ຫຼີກເວັ້ນການກະແຈກກະຈ່າຍ, ຈຳກັດປະກົດການຫຍໍ້ທໍ້ ການສໍ້ລາດບັງຫຼວງຢູ່ໃນກົງຈັກແຫ່ງລັດ, ປະກອບສ່ວນເຮັດໃຫ້ປະຊາຊົນອຸ່ນອຽນໃຈ.
ທີສີ່, ສືບຕໍ່ປັບປຸງບູລະນະພື້ນຖານນິຕິທຳໃຫ້ສົມບູນແບບ, ເພີ່ມທະວີບັນດາພາຫະນະຊ່ວຍໜູນໃຫ້ການເຄື່ອນໄຫວຕິດຕາມກວດກາ, ເຊັ່ນສະໜອງຂໍ້ມູນຂ່າວສານ, ການກວດສອບບັນຊີ,...
ກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາ ຂອງສະພາແຫ່ງຊາດ ກໍ່ໄດ້ເຜີຍໃຫ້ເຫັນຄວາມຈຳກັດຈຳນວນໜຶ່ງ ທີ່ຕ້ອງໄດ້ປັບປຸງແກ້ໄຂ. ຕົວຢ່າງເຊັ່ນ ສິດຂອບເຂດ ແລະ ໜ້າທີ່ຮັບຜິດຊອບ ຂອງບັນດາເຈົ້າພາບການຕິດຕາມກວດກາ, ເປົ້າໝາຍການຕິດຕາມກວດກາ, ພິເສດແມ່ນໜ້າທີ່ຮັບຜິດຊອບ ໃນການປະຕິບັດຂໍ້ສະເໜີແນະຂອງການຕິດຕາມກວດກາ, ຍັງຂາດການກຳນົດຢ່າງລະອຽດ. ລຳດັບດຳເນີນ, ລະບຽບການຕິດຕາມກວດກາ ຍັງລວມໆ ບໍ່ລະອຽດ, ສະມາຊິດສະພາແຫ່ງຊາດບໍ່ມີພື້ນຖານນິຕິທຳອັນໜັກແໜ້ນ ເພື່ອປະຕິບັດສິດຂອງຕົນ (ເຊັ່ນບັນຫາລົງຄະແນນສຽງໄວ້ວາງໃຈ...). ກົດຂໍ້ບັງຄັບການຕິດຕາມກວດກາ ກໍ່ຕ້ອງໄດ້ກຳນົດຢ່າງຈະແຈ້ງ, ໂປ່ງໃສກວ່າອິກ ແນໃສ່ອຳນວຍຄວາມສະດວກ ໃຫ້ແກ່ການໝູນໃຊ້.
ເພື່ອຍົກສູງຄຸນນະພາບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຍັງຕ້ອງເພີ່ມທະວີບັນດາພາຫະນະຊ່ວຍໜູນ, ເຊັ່ນການກວດສອບບັນຊີແຫ່ງລັດ, ລະບອບສະໜອງຂໍ້ມູນຂ່າວສານ, ຊ່ວຍໜູນການໄຈ້ແຍກນະໂຍບາຍ, ບັນດາພາຫະນະສື່ມວນຊົນ... ຢູ່ປະເທດຫວຽດນາມ, ໃນເມື່ອໂຄງປະກອບການຈັດຕັ້ງ ແລະ ກຳລັງຄວາມສາມາດ ຂອງບັນດາອົງການສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ຍັງບໍ່ທັນເຂັ້ມແຂງຢ່າງພຽງພໍນັ້ນ ການເພີ່ມທະວີບັນດາພາຫະນະຊ່ວຍໜູນ ໃຫ້ແກ່ການເຄື່ອນໄຫວຕິດຕາມກວດກາ ຍິ່ງມີບົດບາດສຳຄັນເປັນພິເສດ. ແຕ່ບັນຫານີ້ກໍ່ຕ້ອງຫັນເປັນນິຕິກຳ.
ທີຫ້າ, ການຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ໃນເງື່ອນໄຂການກໍ່ສ້າງລັດອຳນາດກົດໝາຍສັງຄົມນິຍົມຢູ່ປະເທດເຮົາ ຖືກຖືວ່າເປັນແບບວິທີການກວດກາອຳນາດລັດແບບໜຶ່ງ, ມີໜ້າທີ່ປ້ອງກັນ ແລະ ຕ້ານການເສື່ອມທາດຂອງອຳນາດລັດ. ດັ່ງນັ້ນ, ອາດຈະເວົ້າວ່າ ການຕິດຕາມກວດກາສູງສຸດມີບົດບາດໃນການປ້ອງກັນ ແລະ ຕ້ານ ການສໍ້ລາດບັງຫຼວງ ເຊິ່ງເປັນຮູບສະແດງອັນໜຶ່ງ ຂອງຄວາມເສື່ອມທາດຂອງອຳນາດລັດ. ແຕ່ວ່າ, ບົດບາດຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ໃນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ມັນຕ່າງກັນກັບສະຖາບັນອື່ນໃນກົງຈັກແຫ່ງລັດຂອງປະເທດເຮົາ.
ກ່ອນອື່ນໝົດ, ການປ້ອງກັນແລະຕ້ານ ການສໍ້ລາດບັງຫຼວງໃນ ການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ມີຄຸນປະໂຫຍດໃນຂອບເຂດທົ່ວປະເທດ ໃນລະດັບມະຫາພາກ. ຜົນຕາມມາດ້ານນິຕິທຳ ຂອງການຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ໄດ້ສະແດງອອກໃນມະຕິຕົກລົງ ຂອງກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ, ໃນມະຕິຕົກລົງກ່ຽວກັບການຕິດຕາມກວດກາບັນຫາສະເພາະ ຫຼືໃນມະຕິຕົກລົງກ່ຽວກັບການຕັ້ງກະທູ້ຖາມ ແລະ ຕອບຄຳຖາມ. ເນື້ອໃນຂອງບັນດາມະຕິຕົກລົງນີ້ ເຄີຍຊີ້ໃຫ້ເຫັນຂໍ້ຂາດຕົກບົກພ່ອງ ສິ່ງຄົງຄ້າງ ສາເຫດຂອງຂໍ້ຂາດຕົກບົກພ່ອງ ແລະ ສິ່ງຄົງຄ້າງນັ້ນ ແລະ ວິທີແກ້ໄຂຜ່ານຜ່າໃນລະດັບມະຫາພາກ, ລະດັບຕ້ອງດັດແປງນະໂຍບາຍ ກົດໝາຍ.
ໃນສາຍພົວພັນກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການຕິດຕາມກວດກາສູງສຸດມີຄຸນປະໂຫຍດປ້ອງກັນຢ່າງແຂງແຮງ. ຍ້ອນວ່າ ເປົ້າໝາຍທີ່ຖືກກະທົບ ຂອງການຕິດຕາມກວດກາສູງສຸດ ແມ່ນຜູ້ທີ່ຖືກສະພາແຫ່ງຊາດເລືອກຕັ້ງຂຶ້ນ ຫຼືໃຫ້ສັດຕະຍາບັນ ເຊິ່ງມີຖານະຕຳແໜ່ງສູງໃນກົງຈັກແຫ່ງລັດ. ກະທົບໃສ່ຜູ້ຄົນເຫຼົ່ານີ້ ມີຄຸນປະໂຫຍດປ້ອງກັນຢ່າງກວ້າງຂວາງ ຕໍ່ທົ່ວທັງຂະແໜງໜຶ່ງ ຂົງເຂດໜຶ່ງ ເຊິ່ງຊຸກຍູ້ໃຫ້ຍົກສູງຄວາມຮັບຜິດຊອບ ຄວາມສາມາດ ແລະ ສະຕິການເມືອງ. ການຕິດຕາມກວດກາສູງສຸດ ໄດ້ປະຕິບັດຕາມລະບຽບການເຄື່ອນໄຫວສະພາ ທີ່ມີປະຊາທິປະໄຕ ແລະ ທັງເປີດເຜີຍ, ດັ່ງນັ້ນ ຈຶ່ງມີຄຸນປະໂຫຍດຢ່າງກວ້າງຂວາງໃນຫາງສຽງສັງຄົມ, ເຈາະຈິ້ມສ້າງຄວາມໄວ້ວາງໃຈຂອງປະຊາຊົນ ຕໍ່ການຕໍ່ສູ້ນີ້.
ເປັນອັນວ່າ, ການຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ມີບົດບາດສຳຄັນທີ່ສຸດ ໃນການຕໍ່ສູ້ປ້ອງກັນແລະຕ້ານ ການສໍ້ລາດບັງຫຼວງ ທາງດ້ານມະຫາພາກ (ດັດແປງ ເພີ່ມເຕີມນະໂຍບາຍ ກົດໝາຍ,..) ທັງດ້ານຕໍ່ກັບບຸກຄົນຜູ້ມີອຳນາດສູງ ໃນກົງຈັກແຫ່ງລັດ. ຈາກຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບບົດບາດຂອງສະພາແຫ່ງຊາດ ໃນການປ້ອງກັນແລະຕ້ານ ການສໍ້ລາດບັງຫຼວງ ທີ່ກ່າວມາເທິງນີ້, ສະພາແຫ່ງຊາດຕ້ອງມີທິດທາງການເຄື່ອນໄຫວທາງດ້ານການປ້ອງກັບ ແລະ ຕ້ານການສໍ້ລາດບັງຫຼວງ, ເປັນຕົ້ນແມ່ນການເຄື່ອນໄຫວຕິດຕາມກວດກາສູງສຸດ ຢູ່ທີ່ລັດຖະສະພາ.
ດ້ວຍບັນຍາກາດປະຊາທິປະໄຕໃນລັດຖະສະພານັບມື້ນັບໄດ້ເປີດກວ້າງ, ກຳລັງຄວາມສາມາດ ແລະ ຄຸນສົມບັດໃນການຕິດຕາມກວດກາສູງສຸດ ຂອງສະມາຊິດສະພາແຫ່ງຊາດນັບມື້ນັບສູງ, ພວກເຮົາເຊື່ອໝັ້ນວ່າ ການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດຊຸດທີ XIII ຈະສືບຕໍ່ໄດ້ເສີມຂະຫຍາຍ ແລະ ຍົກສູງຄວາມສັກສິດ, ປະສິດທິຜົນ./.
* ຄັດຈາກບົດທີ່ໄດ້ລົງພິມໃນ ວາລະສານກອມມູນິດ ສະບັບທີ 844 (ເດືອນກຸມພາ 2013)