ກໍ່ສ້າງພື້ນຖານການປ້ອງກັນປະເທດ ທົ່ວປວງຊົນ ໃຫ້ໝັ້ນຄົງເຂັ້ມແຂງ ເພື່ອປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມຢ່າງໝັ້ນແກ່ນ
ວ.ກ - ໂດຍໄດ້ຮັບການຈັດຕັ້ງ, ນຳພາ, ອົບຮົມສຶກສາ ແລະ ຝືກຝົນຫຼໍ່ຫຼອມ ໂດຍກົງຂອງພັກ ແລະ ລຸງໂຮ່; ໄດ້ຮັບການຊ່ວຍເຫຼືອ ອຸປະຖຳຄ້ຳຊູຢ່າງສຸດອົກສຸດໃຈຂອງປະຊາຊົນ, 68 ປີທີ່ຜ່ານມາ ກອງທັບປະຊາຊົນຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ເປັນກຳລັງການເມືອງ ກຳລັງສູ້ຮົບອັນແທ້ຈິງ ທີ່ຈົງຮັກພັກດີ ແລະ ໄວ້ເນື້ອເຊື່ອໃຈໄດ້ຂອງພັກ ລັດ ແລະ ປະຊາຊົນ.

ພົນເອກ ຝຸ່ງກວາງແທງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ
ປັດຈຸບັນນີ້, ພາລະກິດການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ຂອງປະຊາຊົນຫວຽດນາມ ພວມສະແດງອອກໃນສະພາບການສາກົນ ແລະ ໃນປະເທດ ມີຄວາມສະດວກ ພ້ອມທັງສິ່ງທ້າທາຍ ທີ່ສັບໄຂວ່ກັນ. ສິ່ງທີ່ຄວນເອົາໃຈໃສ່ຄື ບັນດາອິດທິກຳລັງສັດຕູ ສືບຕໍ່ຊຸກຍູ້ການປະຕິບັດຍຸດທະສາດ “ຜັນປ່ຽນໂດຍສັນຕິ”; ສວຍໃຊ້ຢ່າງເຖິງຖອງປ້າຍຄຳຂວັນ “ປະຊາທິປະໄຕ”, “ສິດທິມະນຸດ”, “ຊົນຊາດ”, “ສາສະໜາ”, ຊຸກຍູ້ການ “ຜັນປ່ຽນໂດຍຕົນເອງ”, “ປ່ຽນແປງໂດຍຕົນເອງ” ດ້ວຍບັນດາກົນອຸບາຍໃໝ່ທີ່ໂຫດຫ້ຽມສາມານທີ່ສຸດ, ຫວັງເຮັດໃຫ້ລະບອບການເມືອງຫວຽດນາປ່ຽນແປງໄປ.
ເພື່ອປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມໄວ້ຢ່າງໝັ້ນແກ່ນ ຊຶ່ງແກ່ນສາມແມ່ນປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບສັງຄົນນິຍົມ ແລະ ສະພາບແວບລ້ອມສັນຕິພາບ ສະຖຽນລະພາບ ເພື່ອສ້າງສາພັດທະນາປະເທດຢ່າງຮອບດ້ານ, ແມ່ນທົ່ວພັກ ທົ່ວປວງຊົນ ທົ່ວກອງທັບເຮົາຍາມໃດກໍຕ້ອງຢຶດໝັ້ນຈຸດໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ອອກແຮງກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ.
ກ່ອນອື່ນໝົດແມ່ນ ຕ້ອງເຊື່ອມຊຶມ, ກຳແໜ້ນແນວທາງ, ທັດສະນະ, ທິດນຳຊີ້ນຳການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ຊຶ່ງໄດ້ສະແດງອອກໃນບັນດາມະຕິ ຄຳສັ່ງຂອງພັກ, ເປັນຕົ້ນແມ່ນ ມະຕິກອງປະຊຸມສູນກາງພັກ ຄັ້ງທີ 8 ສະໄມທີ IX ວ່າດ້ວຍ “ແຜນຍຸດທະສາດການປ້ອງກັນປະເທດໃນສະພາບການໃໝ່” ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ. ບົນພື້ນຖານນັ້ນ ຫັນເປັນລະອຽດເປັນໜ້າທີ່ກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ໃນການເຄື່ອນໄຫວພຶດຕິກຳ ຮັບປະກັນຖືກຕ້ອງຕາມທິດທາງ, ບັນລຸປະສິດທິຜົນຕົວຈິງ. ການໂຄສະນາ ອົບຮົມສຶກສາ ເຊື່ອມຊຶນບັນດາມະຕິ ຄຳສັ່ງດັ່ງກ່າວເທິງນີ້ ຕ້ອງໄດ້ປະຕິບັດຢ່າງເປັນປະຈຳ ເພື່ອໃຫ້ພະນັກງານ ສະມາຊິກພັກ ແລະ ປະຊາຊົນກຳແໜ້ນ; ພ້ອມກັນນັ້ນ ກໍເຮັດໃຫ້ວົງຄະນາຍາດສາກົນເຫັນແຈ້ງທັດສະນະ ນະໂຍບາຍການປ້ອງກັນປະເທດອັນໂປ່ງໃສຂອງຫວຽດນາມ ເພື່ອສ້າງໃຫ້ມີຄວາມເຫັນດີເຫັນພ້ອມ ສະໜັບສະໜູນຫວຽເນາມ. ຕາມນັ້ນ, ຕ້ອງທຳຄວາມກະຈ່າງແຈ້ງກ່ຽວກັບ ລັກສະນະພິເສດສະເພາະ ຂອງພື້ນຖານການປ້ອງກັນປະເທດຫວຽດນາມ ແມ່ນການປ້ອງກັນປະເທດທົ່ວປວງຊົນ, ມີລັກສະນະ ຄວາມເປັນທຳ, ສັນຕິພາບ, ປ້ອງກັນຕົນເອງ. ແຜນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ແມ່ນເພີ່ມທະວີຄວາມສາມາດບົ່ມຊ້ອນ, ກຳລັງແຮງການປ້ອງກັນປະເທດ ເພື່ອປ້ອງກັນຕົນເອງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ສະຖຽນລະພາບໃນພາກພື້ນ; ບໍ່ໃຊ້ກຳລັງແຮງການທະຫານ ຫຼື ນາບຂູ່ໃຊ້ກຳລັງແຮງການທະຫານ ໃນການພົວພັນສາກົນ; ຕັ້ງໝັ້ນການແກ້ໄຂທຸກໆຄວາມຜິດຂ້ອງຕ້ອງຖຽງກັນ, ການແກ່ງແຍ້ງກັນ ທາງດ້ານອຳນາດອະທິປະໄຕ ດິນແດນ ກັບບັນດາປະເທດອື່ນ ດ້ວຍວິທີສັນຕິ ບົນພື້ນຖານກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ຫວຽດນາມບໍ່ເຂົ້າຮ່ວມ ໃນບໍ່ວ່າການຈັດຕັ້ງສຳພັນທະມິດການທະຫານໃດໆ ແລະ ກໍບໍ່ອະນຸຍາດໃຫ້ ບໍ່ວ່າປະເທດໃດຕັ້ງຖານທັບທະຫານ ຫຼືນຳໃຊ້ດິນແດນຂອງຕົນເພື່ອຕ້ານປະເທດອື່ນ… ທິດທາງ ກໍ່ສ້າງພື້ນຖານການປ້ອງກັນປະເທດ ແມ່ນທົ່ວປວງຊົນ, ຮອບດ້ານ, ເອກະລາດ, ເປັນເຈົ້າຕົນເອງ, ອີງໃສ່ກຳລັງຕົນເອງ, ສ້າງຄວາມເຂັ້ມແຂງໃຫ້ແກ່ຕົນດ້ວຍຕົນເອງ, ນັບມື້ນັບທັນສະໄໝ. ຈຸດໝາຍ ກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ແມ່ນເພື່ອແນ່ໃສ່ປົກປັກຮັກສາປະເທດຊາດສັງຄົມນິຍົມໄວ້ຢ່າງໝັ້ນແກ່ນ ຊຶ່ງກ່ອນອື່ນໝົດແມ່ນກີດກັ້ນ ຍູ້ຖອຍໄພພິບັດສົງຄາມ, ການປະທະກັນດ້ວຍກຳລັງອາວຸດ, ສ້າງສະພາບແວບລ້ອມສັນຕິພາບ ສະຖຽນລະພາບ ເພື່ອສ້າງສາພັດທະນາປະເທດ; ພ້ອມກັນນັ້ນ ກໍກຽມພ້ອມປະເຊີນໜ້າຮອງຮັບຢ່າງມີໄຊ ຕໍ່ທຸກໆກໍລະນີທີ່ເກີດຂຶ້ນ, ນັບທັງການສົງຄາມຮຸກຮານດ້ວຍອາວຸດເຕັກໂນໂລຊີສູງຂອງສັດຕູ. ກຳລັງແຮງ ຂອງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ແມ່ນກຳລັງແຮງສັງລວມຂອງທົ່ວປະເທດ; ປະສານສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ; ປະສານສົມທົບຫຼາຍແຫຼ່ງກຳລັງແຮງ ເອົາການເສີມຂະຫຍາຍກຳລັງແຮງພາຍໃນເປັນຕົ້ນຕໍ່, ພ້ອມກັນນັ້ນ ກໍຍາດແຍ່ງເອົາແຫຼ່ງກຳລັງແຮງຈາກພາຍນອກ ໂດຍຜ່ານການຮ່ວມມືສາກົນ. ກຳລັງ ທີ່ໃຊ້ເພື່ອກໍ່ສ້າງພື້ນຖານການປ້ອງກັນປະເທດ ແມ່ນທົ່ວປວງຊົນ, ໃນນັ້ນກຳລັງປະກອບອາວຸດເປັນກຳລັງຫຼັກແຫຼ່ງແກ່ນສານ; ຕັ້ງຢູ່ພາຍໃຕ້ການນຳພາຂອງພັກ, ການຊີ້ນຳ ຄຸ້ມຄອງເປັນເອກະພາບຂອງລັດ, ການເສນາທິການ ແລະ ຈັດຕັ້ງປະຕິບັດຂອງບັນດາກະຊວງ, ຄະນະກຳມະການ, ຂະແໜງການ, ອົງຄະນະມະຫາຊົນ, ທ້ອງຖິ່ນ.
ບັນດາທັດສະນະອັນພື້ນຖານດັ່ງກ່າວເທິງນີ້ຂອງພັກ ມີລັກສະນະຊີ້ນຳພຶດຕິກຳຢ່າງເລິດເຊິ່ງ, ສະແດງໃຫ້ເຫັນເຖິງລັກສະນະພິເສດສະເພາະ, ທາດແທ້ຂອງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ທີ່ຫວຽດນາມກໍ່ສ້າງ. ເຂົ້າໃຈຢ່າງເລິກເຊິ່ງຄົບຖ້ວນບັນດາທັດສະນະນັ້ນ ແມ່ນປະຖົມປັດໃຈເພື່ອກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ.
ກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ແມ່ນໜ້າທີ່ສຳຄັນຕົ້ນຕໍ ເປັນປະຈຳຂອງທົ່ວພັກ ທົ່ວປວງຊົນ ແລະ ທົ່ວກອງທັບ. ເພື່ອເສີມຂະຫຍາຍບົດບາດ ກຳລັງແຮງສັງລວມຂອງທົ່ວທັງລະບົບການເມືອງ, ຂອງບັນດາຂະແໜງການ ບັນດາຂັ້ນ ບັນດາກຳລັງ ແລະ ທົ່ວປວງຊົນ ເຂົ້າໃນການປະຕິບັດພາລະກິດການປ້ອງກັນປະເທດ ແມ່ນຕ້ອງສືບຕໍ່ຊຸກຍູ້ ວຽກງານອົບຮົມສຶກສາກ່ຽວກັບການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ.
ເພື່ອກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນໝັ້ນຄົງເຂັ້ມແຂງຮອບດ້ານ, ຕ້ອງສຸມໃສ່ກໍ່ສ້າງ ທ່າສະໜາມຮົບໃຫ້ໝັ້ນຄົງແໜ້ນແກ່ນ, ສ້າງກຳລັງໃຫ້ເຂັ້ມແຂງແຮງກ້າ. ນີ້ແມ່ນສອງເນື້ອໃນຕົ້ນຕໍຂອງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ແລະ ກໍແມ່ນບັນດາປັດໃຈພື້ນຖານ ຂອງສິນລະປະຍຸດການທະຫານຫວຽດນາມ ທີ່ໄດ້ຖືກຢັ້ງຢືນໂດຍຜ່ານພຶດຕິກຳຂອງບັນດາການສົງຄາມປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດ. ທ່າສະໜາມຮົບ ແລະ ກຳລັງ ມີສາຍພົວພັນສັດຈະວິພາກນຳກັນ ບໍ່ແຍກອອກຈາກກັນໄດ້. ມີທ່າສະໜາມຮົບທີ່ໝັ້ນຄົງແໜ້ນແກ່ນ, ກຳລັງເຂັ້ມແຂງແຮງກ້າ ພວກເຮົາຈະເປັນເຈົ້າການແກ້ໄຂໄດ້ເປັນຢ່າງດີ ທຸກໆກໍລະນີເກີດຂຶ້ນດ້ານການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ ໃນສະໄໝສັນຕີ ແລະ ໃນສະໄໝສົງຄາມ. ເພາະສະນັ້ນ, ຕ້ອງເຕົ້າໂຮມລວມສູນໃສ່ການກໍ່ສ້າງທ່າສະໜາມຮົບທົ່ວປວງຊົນ, ຕິດກັບທ່າສະໜາມຮົບປ້ອງກັນຄວາມສະຫງົບປະຊາຊົນທີ່ໝັ້ນຄົງແໜ້ນແກ່ນ, ກ່ອນອື່ນໝົດແມ່ນ "ທ່າສະໜາມຮົບໃນໃຈປະຊາຊົນ" ຢູ່ແຕ່ລະເຂດ ແລະ ໃນທົ່ວປະເທດ, ພິເສດແມ່ນຢູ່ບໍລິເວນຍຸດທະສາດ, ຈຸດໜັກທາງດ້ານການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ.
ເພື່ອໃຫ້ກອງທັບປະຊາຊົນ ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານໃນພາລະກິດການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ປົກປັກຮັກສາປະເທດຊາດ ໄດ້ດີ, ຕ້ອງສືບຕໍ່ຊຸກຍູ້ການກໍ່ສ້າງກອງທັບຂອງເຮົາຕາມທິດ "ປະຕິວັດ, ລະບຽບຫຼວງ, ຍອດຍ້ຽມ, ທັນສະໄໝເປັນແຕ່ລະກ້າວ” ຊຶ່ງມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກໄດ້ກຳນົດ. ບັນຫາທີ່ມີລັກສະນະຫຼັກການແມ່ນ ຍາມໃດກໍຕ້ອງຢຶດໝັ້ນ ແລະ ເພີ່ມທະວີການນຳພາຢ່າງເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກຕໍ່ກອງທັບ. ເພື່ອປະຕິບັດສິ່ງດັ່ງກ່າວນັ້ນໄດ້ດີ, ທົ່ວກອງທັບຕ້ອງສືບຕໍ່ເຊື່ອມຊຶມ ແລະ ປະຕິບັດຢ່າງເຂັ້ມງວດບັນດາມະຕິ ຄຳສັ່ງ ຂໍ້ກຳນົດ ຄຳແນະນຳ ກ່ຽວກັບວຽກງານກໍ່ສ້າງພັກ ຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ, ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ XI, ມະຕິກອງປະຊຸມສູນກາງພັກຄັ້ງທີ່ 4 ສະໄໝທີ XI ວ່າດ່ວຍວຽກງານການກໍ່ສ້າງພັກ, ລວມສູນການກໍ່ສ້າງຄະນະພັກກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ.
ທົ່ວກອງທັບຕ້ອງສືບຕໍ່ຊຸກຍູ້ການກໍ່ສ້າງລະບຽບຫຼວງ ຂຶ້ນສູ່ບາດກ້າວໃໝ່; ສ້າງໃຫ້ມີການຫັນປ່ຽນຮອບດ້ານ, ໜັກແໜ້ນທາງດ້ານການປະຕິບັດລະບຽບຫຼວງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ເປັນເອກະພາບ ໃນການເຄື່ອນໄຫວ ວຽກງານດ້ານຕ່າງໆ, ເປັນຕົ້ນແມ່ນ ໃນການກຽມພ້ອມສູ້ຮົບ, ອົບຮົມຝຶກແອບ ແລະ ປະຕິບັດໜ້າທີ່ກັນ ຕ້ານ ແກ້ໄຂຜົນຮ້າຍຍ້ອນໄພທຳມະຊາດ, ໄພພິບັດ, ຊອກຫາ ຊ່ວຍເຫຼືອ ຊ່ວຍຊູກູ້ຊີບຜູ້ຖືກໄພອັນຕະລາຍ. ເອົາໃຈໃສ່ເປັນສຳຄັນ ເຖິງການເຊື່ອມຕໍ່ລະຫວ່າງການກໍ່ສ້າງລະບຽບຫຼວງ ກັບວຽກງານຄຸ້ມຄອງລະບຽບວິໄນ, ໜ່ວງໜ່ຽວຮັກສາຢ່າງເຂັ້ມງວດບັນດາລະບອບກຳນົດ, ຄຸ້ມຄອງຢ່າງແໜ້ນແຟ້ນການປະຕິບັດລະບຽບວິໄນກອງທັບ, ກົດໝາຍລັດ ຂອງກອງທັບ.
ຕໍ່ໜ້າຄວາມຮຽກຮ້ອງຕ້ອງການສູງ ຂອງໜ້າທີ່ປົກປັກຮັກສາປະເທດຊາດໃນປັດຈຸບັນ, ການກໍ່ສ້າງກອງທັບປະຊາຊົນໃຫ້ໄດ້ເປັນຍອດຍ້ຽມ, ທັນສະໃໝເປັນແຕ່ບະກ້າວ ແມ່ນບັນຫາຈຳເປັນຮີບດ່ວນ. ຕາມນັ້ນ, ທົ່ວກອງທັບຕ້ອງສືບຕໍ່ປ່ຽນແປງໃໝ່, ຍົກສູງກວ່າອີກ ຄຸນນະພາບຂອງວຽກງານອົບຮົມສຶກສາ - ກໍ່ສ້າງ, ອົບຮົມຝຶກແອບ, ສູ້ຮົບທາງເອເລັກໂຕຣນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພະລາທິການ - ເຕັກນິກ, ຄົ້ນຄວ້າວິທະຍາສາດການທະຫານ ແລະ ບັນດາເນື້ອໃນອື່ນທີ່ມີຄວາມພົວພັນໂດຍກົງເຖິງໜ້າທີ່ກຽມພ້ອມສູ້ຮົບ ແລະ ສູ້ຮົບ ຂອງກອງທັບ; ຮັບປະກັນໃຫ້ກອງທັບເຮົານັບມື້ນັບຍອດຍ້ຽມກວ່າອີກ, ກ່ອນອື່ນໝົດແມ່ນຍອດຍ້ຽມທາງດ້ານການເມືອງ ແລະ ລະດັບ, ຄວາມສາມາດສູ້ຮົບ. ໂດຍປະຕິບັດທັດສະນະຊີ້ນຳຂອງພັກ, ກອງທັບປະຊາຊົນພວມໄດ້ກໍ່ສ້າງຕາມທິດທັນສະໄໝເປັນແຕ່ລະກ້າວ, ໃນນັ້ນ ລວມສູນການລົງທຶນໃຫ້ກອງກຳລັງຈຳນວນໜຶ່ງກ້າວຂຶ້ນທັນສະໄໝໂດຍກົງເຊັ່ນ ກອງທັບເຮືອ, ກອງທັບອາກາດ-ປ້ອງກັນອາກາດ, ຕິດຕໍ່ສື່ຂ່າວ, ສູ້ຮົບທາງເອເລັກໂຕຣນິກ,… ນັ້ນແມ່ນຮາກຖານເພື່ອສ້າງເປັນກຳລັງແຮງສູ້ຮົບຂອງກອງທັບເຮົາ, ຮັບປະກັນໃຫ້ກອງທັບປະຊາຊົນສຳເລັດທຸກໜ້າທີ່ເປັນຢ່າງດີ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການປົກປັກຮັກສາປະເທດຊາດໃນສະພາບການໃໝ່.
ຄວາມຮຽກຮ້ອງຕ້ອງການທີ່ວາງອອກມາ ຕໍ່ພາລະກິດການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ນັ້ນແມ່ນ ຍົກສູງກຳລັງຊ້ອນແຝງ, ກຳລັງແທ້ຈິງຂອງການປ້ອງກັນປະເທດຂຶ້ນຢ່າງບໍ່ຢຸດຢັ້ງ. ເພື່ອປະຕິບັດຄວາມຮຽກຮ້ອງຕ້ອງການນັ້ນໄດ້ດີ, ຕ້ອງຂຸດຄົ້ນຢ່າງສຸດຂີດທຸກໆແຫຼ່ງກຳລັງແຮງ, ທັງກຳລັງພາຍໃນ ແລະ ກຳລັງພາຍນອກ. ພິເສດແມ່ນ ຕ້ອງນຳໃຊ້ຈົນສຸດຂີດບັນດາຜົນສຳເລັດ ຊຶ່ງພາລະກິດການຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝນຳມາໃຫ້ ເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນປະເທດ; ປະສາມສົມທົບຢ່າງແໜ້ນແຟ້ນເສດຖະກິດ ກັບການປ້ອງກັນປະເທດ, ການປ້ອງກັນປະເທດ ກັບເສດຖະກິດ, ຮັບປະກັນໃຫ້ແຕ່ລະບາດກ້າວພັດທະນາເສດຖະກິດ - ສັງຄົມ ເປັນບາດກ້າວໜຶ່ງຂອງການເພີ່ມທະວີກຳລັງຊ້ອນແຝງຂອງການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ ກໍເອົາໃຈໃສ່ເປັນສຳຄັນເຖິງການກໍ່ສ້າງ, ພັດທະນາພື້ນຖານອຸດສາຫະກຳປ້ອງກັນປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງໃຫ້ແກ່ຕົນດ້ວຍຕົນເອງ, ແນໃສ່ຕອບສະໜອງໄດ້ເປັນຢ່າງດີຕໍ່ຄວາມຕ້ອງການດ້ານອາວຸດ, ເຄື່ອງປະກອບສຳພາລະ ໃຫ້ແກ່ກຳລັງປະກອບອາວຸດ, ເປັນຕົ້ນແມ່ນໃຫ້ກອງທັບປະຊາຊົນ. ຕ້ອງເພີ່ມທະວີວຽກງານຄຸ້ມຄອງລັດ ກ່ຽວກັບການປ້ອງກັນປະເທດ ຢູ່ຂັ້ນຕ່າງໆທຸກຂັ້ນ, ເອົາໃຈໃສ່ເປັນສຳຄັນເຖິງການຄຸ້ມຄອງການຜັນຂະຫຍາຍປະຕິບັດໜ້າທີ່ການປ້ອງກັນປະເທດ, ວາງແຜນກຳນົດການປ້ອງກັນປະເທດ, ບັນດາກິດຈະການກໍ່ສ້າງດ້ານການປ້ອງກັນປະເທດ ບັນດາໂຄງການທີ່ກ່ຽວພັນເຖິງການປ້ອງກັນປະເທດ,… ປະຕິບັດພາລະບົດບາດທີ່ລັດຖະບານມອບໝາຍໃຫ້, ກະຊວງປ້ອງກັນປະເທດຮັບຜິດຊອບປະສານສົມທົບກັບບັນດາກະຊວງ, ຂະແໜງການ, ອົງຄະນະມະຫາຊົນຢູ່ສູນກາງ ແລະ ທ້ອງຖິ່ນ ໃນວຽກງານຄຸ້ມຄອງລັດກ່ຽວກັບການປ້ອງກັນປະເທດ; ຈັດຕັ້ງເປັນຢ່າງດີການກວດກາ ຕີລາຄາຄວາມສາມາດ ແລະ ວາງແຜນການລະດົມພື້ນຖານເສດຖະກິດແຫ່ງຊາດ ເພື່ອຮັບປະກັນໃຫ້ການປ້ອງກັນປະເທດ. ບົນພື້ນຖານດັ່ງກ່າວນັ້ນ ເປັນເສນາທິການໃຫ້ພັກ ແລະ ລັດ ໃນການວາງແຜນນະໂຍບາຍ ວິທີການມາດຕະການເພີ່ມທະວີກຳລັງແຮງປ້ອງກັນປະເທດ ສອດຄ່ອງກັບສະພາບການພຶດຕິກຳ./.