ແຕ່ “ດັດແປງວິທີເຮັດວຽກ” ເຖິງ “ບັນຫາຮີບດ່ວນຈຳນວນໜຶ່ງ ກ່ຽວກັບການກໍ່ສ້າງພັກ ໃນປັດຈຸບັນ”
ວ.ກ - ວັນເວລາໄດ້ຜ່ານຜົ້ນໄປກວ່າ 60 ປີແລ້ວ ແຕ່ບັນຫາຕ່າງໆ ທີ່ທ່ານປະທານ ໂຮ່ຈີມິນ ໄດ້ຄາດຄະເນ, ເອົາໃຈໃສ່ຢ່າງຈົດຈໍ່, ຊີ້ອອກມາຢ່າງເດັດດ່ຽວ ແລະ ເນັ້ນໜັກວ່າ ຕ້ອງ “ດັດແປງ” ໃນນິພົນ “ດັດແປງວິທີເຮັດວຽກ” ນັ້ນ ຍັງມີຄຸນຄ່າຕົວຈິງຢູ່ຄືແຕ່ກ່ອນ. |

ກອງປະຊຸມແຈ້ງຂ່າວ ຜົນຂອງການສຳຫຼວດກວດກາ ຕຳໜິແລະຕຳໜິຕົນເອງ ຂອງຄະນະປະຈຳການຄະນະພັກ ກະຊວງການເງິນ ຕາມມະຕິກອງປະຊຸມສູນກາງພັກຄັ້ງທີ່ 4 ສະໄໝທີ XI “ບັນຫາຮີບດ່ວນຈຳນວນໜຶ່ງກ່ຽວກັບ ການກໍ່ສ້າງພັກໃນປັດຈຸບັນ” - ຮູບຂອງ: baohaiquan.vn
“ດັດແປງວິທີເຮັດວຽກ” ເພື່ອກໍ່ສ້າງ ແລະ ປັບປຸງດັດແກ້ພັກກອນມູນິດ ຫວຽດນາມ ໃນສະໄໝແຫ່ງການຕໍ່ຕ້ານ
ເດືອນຕຸລາ 1947 ເປັນເດືອນທີ່ເຂດ ຫວຽດບັກ ພວມພ້ອມກັນກັບປະຊາຊົນ ແລະ ນັກຮົບໃນທົ່ວປະເທດເຕົ້າໂຮມກຳລັງ ເພື່ອຕີເອົາຊະນະການເຄື່ອນທັບຍຸດທະສາດຂອງພວກລ່າເມືອງຂຶ້ນ ຝຣັ່ງ ທີ່ຫວັງດັບສູນ “ອົງການຫົວສະໝອງ” ຂອງລັດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ເຖິງວ່າຕ້ອງຄາວຽກງານຫຍຸ້ງຍາກຫຼາຍຢ່າງທີ່ສຸດກໍ່ຕາມ, ແຕ່ໃນແນວຄິດຂອງທ່ານປະທານ ໂຮ່ຈີມິນ ການກໍ່ສ້າງ ແລະ ປັບປຸງດັດແກ້ພັກກອມມູນິດຫວຽດນາມ ຍາມໃດກໍ່ເປັນໜ້າທີ່ສຳຄັນຍິ່ງ, ມີຄວາມໝາຍເປັນຕາຍ, ຕັດສິນໄຊຊະນະຂອງພາລະກິດການປະຕິວັດ. ນິພົນ “ດັດແປງວິທີເຮັດວຽກ” ໄດ້ກຳເນີດຂຶ້ນໃນສະພາບແວດລ້ອມດັ່ງກ່າວນີ້, ເວລານັ້ນ ທ່ານພວມຢູ່ບ້ານວາງ ຕາແສງລຽນມິງ ເມືອງຫວໍຍາຍ ແຂວງຖາຍງວຽນ (ຫ່າງຈາກ ຮ່າໂນ້ຍ 100 ກມ ໄປທາງທິດເໜືອ).
ນີ້ແມ່ນນິພົນທີ່ສຳຄັນ ຊຶ່ງສະແດງໃຫ້ເຫັນເຖິງແນວຄິດທິດສະດີຂອງປະທານ ໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກກຳອຳນາດ ໃນເງື່ອນໄຂທັງຕໍ່ສູ້ຕ້ານສັດຕູ ທັງສ້າງສາປະເທດ. ຕາມນັ້ນ, ຕ້ອງ ດັດແປງ ເພື່ອປ່ຽນແປງໃໝ່ໃນແນວຄິດ, ໃນການຈັດຕັ້ງກົງຈັກ ແລະ ໃນວິທີເຮັດວຽກຂອງພັກ, ຂອງພະນັກງານ, ສະມາຊິກພັກຕໍ່ໜ້າສະພາບການໃໝ່. ດ້ວຍຈິດໃຈຊື່ກົງ ເບິ່ງໂດຍກົງໃສ່ຄວາມຈິງ, ຕີລາຄາຖືກຕ້ອງຕາມຄວາມຈິງ, ຊອກຫາໃຫ້ໄດ້ສາເຫດ ມາດຕະການ ແລະ ແບບວິທີການດຳເນີນງານ ເພື່ອໃຫ້ພະນັກງານ, ສະມາຊິກພັກມີແນວຄິດ, ຄຸນສົມບັດ ແລະ ວິທີເຮັດວຽກ ຖືກຕ້ອງກວ່າ, ຄ່ອງແຄ້ວກວ່າ, ມີປະສິດທິຜົນກວ່າ; ແລະ ເນື້ອໃນທີ່ຕ້ອງດັດແປງນັ້ນ ແມ່ນການເຄື່ອນໄຫວທັງໝົດ ຂອງພັກກອມມູນິດຫວຽດນາມ, ຂອງພະນັກງານ ສະມາຊິກພັກແຕ່ລະຄົນຂອງປະເທດຫວຽດນາມ ນັບແຕ່ຄວາມຮັບຮູ້, ແນວຄິດ ຈົນເຖິງການຊີ້ນຳ ຈັດຕັ້ງປະຕິບັດ.
ນິພົນ “ດັດແປງວິທີເຮັດວຽກ” ເວົ້າເຖິງ 6 ບັນຫາໃຫຍ່ ທີ່ມີທັງລັກສະນະທິດສະດີ, ທັງລັກສະນະຊີ້ນຳພຶດຕິກຳທີ່ເລິກເຊິ່ງ ເຊັ່ນ: 1- ຕຳໜິ ແລະ ແກ້ໄຂ; 2- ປະສົບການຈຳນວນໜຶ່ງ; 3- ຖານະນາມ ແລະ ຄຸນສົມບັດປະຕິວັດ; 4- ບັນຫາພະນັກງານ; 5- ວິທີນຳພາ; 6- ຕ້ານນິດໄສຄູຍໂມ້ໂອ້ອວດ.
ນຳສະເໜີ 6 ບັນຫາໃຫຍ່ກ່ຽວກັບການກໍ່ສ້າງພັກອອກມາ ໃນເງື່ອນໄຂທີ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມພວມເຕົ້າໂຮມລວມສູນກຳລັງແຮງວັດຖຸ ແລະ ຈິດໃຈທັງໝົດ ເພື່ອຕີເອົາຊະນະການບຸກຈົມຕີຂອງພວກລ່າເມືອງຂຶ້ນຝຣັ່ງ ທີ່ບຸກເຂົ້າເຂດຫວຽດບັກ; ໃນເງື່ອນໄຂທີ່ພັກກອມມູນິດຫວຽດນາມຕ້ອງຜ່ານພົ້ນຈຸດອ່ອນ ແລະ ພະຍາດໃໝ່ຕ່າງໆ ຊຶ່ງແຕ່ກ່ອນບໍ່ເຄີຍມີ ຫຼືບໍ່ມີເງື່ອນໄຂທີ່ຈະປະກົດອອກມາຢ່າງຈະແຈ້ງ, ທ່ານປະທານ ໂຮ່ຈີມິນ ໄດ້ຢັ້ງຢືນບັນດາໄພອັນຕະລາຍແຫ່ງການເຊື່ອມໂຊມ ປ່ຽນທາດຂອງຖັນແຖວພະນັກງານ, ສະມາຊິກພັກຢູ່ຫວຽດນາມ ແລະ ຜົນຮ້າຍຂອງມັນຕໍ່ກັບພັກກຳອຳນາດ; ດ້ານອື່ນ ທ່ານປະທານ ໂຮ່ຈີມິນ ກໍ່ໄດ້ຊີ້ໃຫ້ເຫັນແຈ້ງເຖິງໜ້າທີ່ທີ່ມີລັກສະນະຮີບດ່ວນ ທັງມີລັກສະນະເປັນປະຈຳ, ຍາວນາມ, ນັ້ນກໍ່ຄື ຕ້ອງດັດແປງວິທີເຮັດວຽກ ເພື່ອປັບປຸງດັດແກ້ພັກກອມມູນິດຫວຽດນາມ, ເຮັດໃຫ້ພັກກອມມູນິດຫວຽດນາມ “ແຂງແຮງ, ໜັກແໜ້ນ”, ເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກຂອງປະເທດຫວຽດນາມສົມກຽດກັບບົດບາດນຳໜ້າ ແລະ ຕິດພັນສະໜິດແໜ້ນກັບປະຊາຊົນ.
ກ່ອນໜ້ານີ້ 65 ປີ, ບັນດາທັດສະນະ, ແນວຄິດຂອງປະທານ ໂຮ່ຈີມິນ ໃນ “ດັດແປງວິທີເຮັດວຽກ” ມີຄວາມໝາຍສຳຄັນທີ່ສຸດ, ຖືກຕ້ອງທີ່ສຸດ ແລະ ຊັດເຈນທີ່ສຸດ ເພື່ອປະຕິບັດໜ້າທີ່ກໍ່ສ້າງ ແລະ ປັດປຸງດັດແກ້ພັກກອມມູນິດຫວຽດນາມ.
“ດັດແປງວິທີເຮັດວຽກ” ເພື່ອປະຕິບັດມະຕິວ່າດ້ວຍ “ບັນຫາຮີບດ່ວນຈຳນວນໜຶ່ງກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ”
“ດັດແປງວິທີເຮັດວຽກ” ບໍ່ພຽງແຕ່ໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ທັນການໃນທົ່ວພັກເວລານັ້ນເທົ່ານັ້ນ ແຕ່ພ້ອມກັນກັບ ກາລະເວລາ ມັນຍັງໄດ້ປະຕິບັດຢ່າງຕໍ່ເນື່ອງ ເພື່ອກໍ່ສ້າງພັກກອມມູນິດຫວຽດນາມໃຫ້ໃສສະອາດ ໝັ້ນຄົງເຂັ້ມແຂງ ໂດຍຜ່ານຄໍລຳ “ດັດແປງວິທີເຮັດວຽກ” ໃນໜັງມືພິມ ຊຶເຖິດ ຂອງຫວຽດນາມ.
ເພື່ອຕອບສະໜອງໄດ້ຢ່າງທັນການ ແລະ ສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ; ສືບຕໍ່ປະຕິບັດຄຳຊີ້ນຳສັ່ງສອນຂອງປະທານ ໂຮ່ຈີມິນ ກ່ຽວກັບຄວາມຈຳເປັນຕ້ອງດັດແປງວິທີເຮັດວຽກ ເພື່ອກໍ່ສ້າງ ແລະ ປັບປຸງດັດແກ້ພັກກອມມູນິດຫວຽດນາມ, ນະທີ່ກອງປະຊຸມສູນກາງຄັ້ງທີ່ 4 ສະໄໝທີ່ XI, ພັກກອມມູນິດຫວຽດນາມ ໄດ້ອະນຸມັດຜ່ານມະຕິໝາຍເລກ 12-NQ/TW “ບັນຫາຮີບດ່ວນຈຳນວນໜຶ່ງກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ”.
ອາດຈະເວົ້າໄດ້ວ່າ, ມະຕິໝາຍເລກ 12-NQ/TW ໄດ້ປະກາດໃຊ້ຢ່າງຖືກຕ້ອງ ແລະ ຖືກແມ່ນ, ທັນການ ແລະ ສົມບູນແບບ, ບໍ່ພຽງແຕ່ເທົ່ານັ້ນ, ພັກກອມມູນິດຫວຽດນາມກໍ່ຍັງໄດ້ຈັດຕັ້ງກອງປະຊຸມທົ່ວປະເທດ ແນໃສ່ເຊື່ອມຊືມ, ຜັນຂະຫຍາຍການປະຕິບັດ ມະຕິດັ່ງກ່າວ ໃຫ້ຖັນແຖວພະນັກງານການນຳຫຼັກແຫຼ່ງຢູ່ສູນກາງ ແລະ ທ້ອງຖິ່ນ. ນີ້ແມ່ນການດັດແປງທີ່ມີລັກສະນະບຸກທະລຸ. ມະຕິໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜຸນຂອງທົ່ວພັກ ແລະ ຂອງປະຊາຊົນຫວຽດນາມທຸກຖ້ວນໜ້າ. ການຜັນຂະຫຍາຍປະຕິບັດມະຕິ, ເປັນຕົ້ນແມ່ນຜັນຂະຫຍາຍປະຕິບັດ ບັນດາຫຍ່ອນວິທີການແກ້ໄຂຂອງມະຕິ, ໄດ້ຮັບການເຊື່ອມຊືມຢ່າງເລິກເຊິ່ງ ຮອບຄອບຖີ່ຖ້ວນ ເຂັ້ມງວດ ມີຈຸດໜັກ ນັບແຕ່ສູນກາງລົງເຖິງໜ່ວຍພັກ, ແຕ່ກົມການເມືອງ, ຄະນະເລຂາລົງເຖິງບັນດາຄະນະພັກຂັ້ນຮາກຖານ ແລະ ເຖິງພະນັກງານ, ສະມາຊິກພັກແຕ່ລະຄົນ. ຜ່ານສິ່ງດັ່ງກ່າວນັ້ນ ແນ່ນອນຈະປະກອບສ່ວນສ້າງໃຫ້ມີການຜັນປ່ຽນຢ່າງເລິກເຊິ່ງ ນັບແຕ່ຫັນປ່ຽນຄວາມຮັບຮູ້ຈົນເຖິງການກະທຳໃນທົ່ວພັກກອມມູນິດຫວຽດນາມ ແລະ ສັງຄົມຫວຽດນາມ.
ພິເສດແມ່ນ, ບັນດາວິທີການແກ້ໄຂໃນມະຕິລ້ວນແຕ່ຕິດແທດກັບຄຳຊີ້ບອກທີ່ ປະທານໂຮ່ຈີມິນ ຂຽນໃນນິພົນ “ດັດແປງວິທີເຮັດວຽກ”, ນັ້ນກໍ່ຄື:
ທີໜຶ່ງ, ວຽກງານໜຶ່ງທີ່ຕ້ອງເຮັດໃນທັນທີທັນໃດ - ຫຍ່ອມວິທີການແກ້ໄຂທຳອິດ, ແມ່ນ ຕຳໜິຕົນເອງ ແລະ ຕຳໜິຕິຊົມ, ຍົກສູງລັກສະນະນຳໜ້າ, ເປັນແບບຢ່າງຂອງຂັ້ນເທິງ, ສິ່ງທີ່ທ່ານ ປະທານໂຮ່ຈີມິນ ເວົ້າກ່ອນໜ້ານີ້ 65 ປີ, ມາເຖິງປັດຈຸບັນຍັງມີລັກສະນະສົດໆຮ້ອນໆຢູ່. ຍ້ອນວ່າ, ຢາກໃຫ້ “ພັກບໍ່ຕິດພະຍາດ ໃຫ້ພັກມີສຸຂະພາບແຂງແຮງ” ແມ່ນຈຳເປັນຕ້ອງໃຫ້ “ພະນັກງານ ສະມາຊິກພັກແຕ່ລະຄົນ ຕ້ອງສຳຫຼວດຕົນເອງ, ຕຳໜິຕົນເອງ, ຕ້ອງດັດແປງຕົນເອງຢ່າງເປັນປະຈຳທຸກວັນ ຄືກັນກັບການລ້າງໜ້າໃຫ້ສະອາດທຸກວັນ”. ພ້ອມກັນນັ້ນ, ການດຳເນີນການຕຳໜິຕົນເອງ ແລະ ຕຳໜິຕິຊົມຕ້ອງໄດ້ປະຕິບັດຢ່າງເຂັ້ນງວດ, ເຖິງຖອງ.
ທີສອງ, ຊາບຊືມຄຳສັ່ງສອນຂອງ ປະທານໂຮ່ຈີມິນ: “ພັກນັກງານແມ່ນກົກເຂົ້າຂອງວຽກງານທຸກຢ່າງ” ແລະ “ກໍ່ສ້າງພະນັກງານດີ ໄດ້ຄົນໜຶ່ງຕ້ອງເສຍເວລາຫຼາຍ ບໍ່ແມ່ນພຽງແຕ່ສອງສາມເດືອນ, ສອງສາມປີເທົ່ານັ້ນ ຫາກຕ້ອງເຮັດວຽກງານ ຕ້ອງຕໍ່ສູ້ ຝຶກອົບຮົມຫຼາຍປີຈຶ່ງໄດ້. ແຕ່ກົງຂ້າມ, ໃນເວລາຕໍ່ສູ້ ກໍ່ອາດຈະເສຍພະນັກງານຄົນໜຶ່ງໄດ້ໂດຍງ່າຍ”, ການກຳນົດ ແລະ ປະຕິບັດຢ່າງເຂັ້ມງວດຫຍ່ອມວິທີການແກ້ໄຂ ກ່ຽວກັບການຈັດຕັ້ງ, ພະນັກງານ ແລະ ດຳເນີນຊີວິດພັກ ແລະ ຫຍ່ອມວິທີການແກ້ໄຂ ກ່ຽວກັບກົນໄກ, ນະໂຍບາຍ ແມ່ນເພື່ອແນໃສ່ “ຮູ້ພະນັກງານຢ່າງຈະແຈ້ງ ຈຶ່ງອາດຈະເລື່ອນຊັ້ນພະນັກງານໄດ້ຢ່າງຖືກຕ້ອງ” ຄືດັ່ງທີ່ທ່ານປະທານ ໂຮ່ຈີມິນ ໄດ້ຕັກເຕືອນ.
ທີສາມ, ປະຕິບັດຕາມຄຳສັ່ງສອນຂອງ ປະທານໂຮ່ຈີມິນ, ການປະຕິບັດຫຍ່ອມວິທີການແກ້ໄຂ ກ່ຽວກັບວຽກງານອົບຮົມ ສຶກສາການເມືອງ, ແນວຄິດ, ໃນນັ້ນມີບັນຫາຍູ້ແຮງການຮ່ຳຮຽນ ແລະ ເຮັດຕາມແວ່ນແຍງຄຸນສົມບັດຂອງປະທານ ໂຮ່ຈີມິນ; “ປ່ຽນແປງໃໝ່ວຽກງານໂຄສະນາ ສຶກສາອົບຮົມການເມືອງ ແນວຄິດ ຄຸນສົມບັດ ແບບແຜນດຳເນີນວີວິດໃຫ້ພະນັກງານ ສະມາຊິກພັກ ຕິດແໜ້ນກັບການສຳຫຼວດກວດກາ ຕີລາຄາ ແລະ ມາດຕະການແກ້ໄຂບັນຫາຮີບດ່ວນໃນວຽກງານກໍ່ສ້າງພັກຂອງອົງຄະນະພັກຂັ້ນຕ່າງໆ”; ແລະ “ເອົາໃຈໃສ່ເຮັດໃຫ້ດີກວ່າອີກ ການເຊີດຊູແບບຢ່າງກ່ຽວກັບຄົນດີ, ວຽກດີ; ເອົາປັດໃຈຕັ້ງໜ້າເພື່ອລົບລ້າງຄວາມຫຍໍ້ທໍ້; ພ້ອມກັນນັ້ນກໍ່ຕຳໜິວິພາກ ຕໍ່ສູ້ຕ້ານປະກົດການຕົກຕ່ຳຊຸດໂຊມທາງດ້ານແນວຄິດການເມືອງ, ບໍ່ມີນ້ຳໃຈຮັບຜິດຊອບ, ເຫັນແກ່ຜົນປະໂຫຍດສ່ວນຕົວ, ລະເມີດຕໍ່ບັນດາມາດຕະຖານຄຸນສົມບັດສິນທຳ…”, ຄືດັ່ງທີ່ມະຕິໄດ້ກຳນົດໄວ້; ເຮັດໄດ້ຄືແນວນັ້ນຈະມີຄຸນປະໂຫຍດ ສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ ແລະ ທົ່ວສັງຄົມ ຮັບຮູ້ໄດ້ຢ່າງຖືກຕ້ອງກ່ຽວກັບພື້ນຖານທິດສະດີ ແລະ ຮາກຖານແນວຄິດຂອງພັກກອມມູນິດຫວຽດນາມ, ສ້າງຄວາມເປັນເອກະພາບທາງດ້ານການກະທຳປະຕິວັດໃນທົ່ວພັກ ແລະ ທົ່ວສັງຄົມຫວຽດນາມ.
ຕານກະແສກາລະເວລາ, ບັນດາຄວາມຮຽກຮ້ອງຕ້ອງການຕ້ອງດັດແປງໃນນິພົນ “ດັດແປງວິທີເຮັດວຽກ” ຂອງປະທານ ໂຮ່ຈີມິນ ທີ່ຮຽກຮ້ອງໃຫ້ພະນັກງານ ສະມາຊິກພັກຫວຽດນາມປະຕິບັດ ໃນຊຸມປີແຫ່ງການທັງຕໍ່ສູ້ຕ້ານສັດຕູ ທັງສ້າງສາພັດທະນາປະເທດນັ້ນ ຍັງຄົງມີຄວາມຈຳປັນທີ່ສຸດທີ່ຈະຕ້ອງສືບຕໍ່ປະຕິບັດໃນອະນາຄົດ. ນັ້ນແມ່ນໜ້າທີ່ທີ່ທັງຮີບດ່ວນ ທັງເປັນປະຈຳ, ປະກອບສ່ວນກໍ່ສ້າງ ແລະ ປັບປຸງດັດແກ້ພັກກອມມູນິດຫວຽດນາມ, ກໍ່ສ້າງຖັນແຖວພະນັກງານ ສະມາຊິກຂອງພັກໃຫ້ມີລະດັບວິຊາຊີບທຽບເທົ່າກັບລະດັບຄວາມຕ້ອງການຂອງໜ້າທີ່ປະຕິວັດ; ເປັນແບບຢ່າງກ່ຽວກັບຄຸນສົມບັດ ແລະ ແບບແຜນດຳລົງຊີວິດ; ຍາມໃດກໍ່ສາມັກຄີ ເປັນເອກະພາບ ແລະ ຜູກພັນສະໜີດແໜ້ນກັບປະຊາຊົນ, ໄດ້ຮັບຄວາມເຄົາລົບນັບຖື ແລະ ຄວາມຮັກແພງໄວ້ວາງໃຈຂອງປະຊາຊົນ. ສິ່ງດັ່ງກ່າວຍິ່ງໃຫ້ເຫັນແຈ້ງວ່າ, ທ່າມກາງເວລາການຕໍ່ຕ້ານທີ່ຫຍຸ້ງຍາກດຸເດືອດ, ຄວາມເປັນຫ່ວງເປັນໄຍ ແລະ ຄຳຊີ້ນຳສັ່ງສອນຂອງປະທານ ໂຮ່ຈີມິນ ຢູ່ເຂດທີ່ໜັ້ນປອດໄພ ແຂວງຖາຍງວຽນ (ຫວຽດນາມ) ກ່ຽວກັບການກໍ່ສ້າງພັກກຳອຳນາດນັ້ນ ມີຄວາມໝາຍສຳຄັນບໍ່ຈັກວ່າເທົ່າໃດ./.