ເພີ່ມທະວີການນຳພາຂອງພັກ ຕໍ່ກັບວຽກງານຂົນຂວາຍມະຫາຊົນ ໃນສະພາບການໃໝ່
![](https://tapchicongsan.org.vn/TCCS-Laos/Uploads/thanhlong/ha-thi-khiet1.jpg)
ສະຫາຍຮ່າທີ້ຂຽດ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍມະຫາຊົນສູນກາງ
ຕໍ່ໜ້າຄວາມຮຽກຮ້ອງຕ້ອງການພຶດຕິກຳຂອງການປ່ຽນແປງໃໝ່, ວຽກງານຂົນຂວາຍມະຫາຊົນຂອງພັກ ໄດ້ມີການປ່ຽນແປງໃໝ່ໂດຍພື້ນຖານ ຮອບດ້ານ, ນັບທັງດ້ານຄວາມຮັບຮູ້ ກໍ່ຄືແບບວິທີການດຳເນີນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່.
ວັນທີ 20 ມີນາ 1990, ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໃໝທີ VI ໄດ້ອອກມະຕິກ່ຽວກັບ “ປ່ຽນແປງໃໝ່ວຽກງານມະຫາຊົນຂອງພັກ, ເພີ່ມທະວີສາຍພົວພັນລະຫວ່າງພັກ ກັບປະຊາຊົນ” (ເອີ້ນໂດຍຫຍໍ້ວ່າ ມະຕິສູນກາງ 8(B)). ການປະກາດໃຊ້ມະຕິສູນກາງ 8(B) ໄດ້ຕອບສະໜອງຖືກຕ້ອງຕາມ ບັນດາບັນຫາຮີບດ່ວນກ່ຽວກັບການຂົນຂວາຍມະຫາຊົນ ໃນສະພາບການພາຍໃນປະເທດ ແລະ ໃນໂລກພວມມີການຜັນປ່ຽນຢ່າງສັບສົນຫຼາຍຢ່າງ; ມັນມີຄວາມໝາຍເລິກເຊິ່ງ ຕໍ່ກັບວຽກງານຂົນຂວາຍມະຫາຊົນຂອງພັກ ໃນສະໃໝແຫ່ງການປ່ຽນແປງໃໝ່.
ພ້ອມໆກັນກັບການຜັນຂະຫຍາຍປະຕິບັດມະຕິສູນກາງ 8(B), ບັນດາມະຕິໝາຍເລກ 23, 24, 25 ຂອງກອງປະຊຸມສູນກາງຄັ້ງທີ 7 ສະໃໝທີ IX “ກ່ຽວກັບການເສີມຂະຫຍາຍກຳລັງແຮງຂອງຄວາມມະຫາສາມັກຄີປວງຊົນທັງຊາດ ເພື່ອໃຫ້ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ສັງຄົມຍຸຕິທຳ ປະຊາທິປະໄຕ ສີວິໄລ”, “ກ່ຽວກັບວຽກງານຊົນຊາດ”, “ກ່ຽວກັບວຽກງານສາສະໜາ”; ບັນດາມະຕິກອງປະຊຸມສູນກາງຄັ້ງທີ 6 ແລະ ກອງປະຊຸມສູນກາງຄັ້ງທີ 7 ສະໃໝທີ X ກ່ຽວກັບການສືບຕໍ່ກໍ່ສ້າງຊົນຊັ້ນກຳມະກອນຫວຽດນາມ, ກ່ຽວກັບວຽກງານຊາວໜຸ່ມ, ກ່ຽວກັບຖັນແຖວປັນຍາຊົນ ແລະກ່ຽວກັບການກະສິກຳ ຊາວນາ ຊົນນະບົດ; ຂໍ້ຕົກລົງໝາຍເລກ 290-QĐ/TW, ລົງວັນທີ 25 ກຸມພາ 2010, ຂອງກົມການເມືອງສູນກາງພັກກ່ຽວກັບການປະກາດໃຊ້ ກົດລະບຽບປະຕິບັດວຽກງານຂົນຂວາຍປະຊາຊົນ ຂອງລະບົບການເມືອງ, ໃນນັ້ນໄດ້ກຳນົດຢ່າງຈະແຈ້ງ ໜ້າທີ່ຮັບຜິດຊອບ ເນື້ອໃນ ແບບວິທີການດຳເນີນວຽກງານຂົນຂວາຍມະຫາຊົນ ຂອງລະບົບການເມືອງທັງໝົດ, ເຊິ່ງໄດ້ຍົກສູງສະຕິຮູ້ສຶກ ຂອງບັນດາຄະນະພັກ, ອຳນາດການປົກຄອງ, ແນວໂຮມແຫ່ງຊາດ, ອົງຄະນະມະຫາຊົນ, ຂອງພະນັກງານ ສະມາຊິກພັກ ປະຊາຊົນ ກ່ຽວກັບການປະຕິບັດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢູ່ຮາກຖານ, ເຮັດໃຫ້ມີການຜັນປ່ຽນ ໃນແບບວິທີການນຳພາຂອງບັນດາຄະນະພັກ, ແບບວິທີການບໍລິຫານ ແລະ ແບບແຜນເຮັດວຽກຂອງອຳນາດການປົກຄອງຂັ້ນຕ່າງໆ, ເປັນຕົ້ນແມ່ນຢູ່ຮາກຖານ, ໄດ້ກະທົບຢ່າງຕັ້ງໜ້າເຖິງການກໍ່ສ້າງພັກ ອຳນາດການປົກຄອງ ແນວໂຮມແຫ່ງຊາດ ບັນດາອົງການຈັດຕັ້ງປະຊາຊົນ ຢູ່ບັນດາຂະແໜງການ ແລະ ຂັ້ນຕ່າງໆ.
ວຽກງານຂົນຂວາຍມະຫາຊົນຂອງບັນດາອົງການລັດມີການຜັນປ່ຽນຕັ້ງໜ້າຫຼາຍຢ່າງ, ນັບແຕ່ສະພາແຫ່ງຊາດ, ລັດຖະບານ, ຈົນເຖິງບັນດາຂະແໜງການ, ບັນດາອົງການ ຫົວໜ່ວຍກົມກອງ ແລະ ອຳນາດການປົກຄອງຂັ້ນຕ່າງໆ. ການຫັນນະໂຍບາຍ ກົດໝາຍເປັນນິຕິກຳ ລະອຽດ ຕາມທິດນັບມື້ນັບເປີດເຜີຍ ປະຊາທິປະໄຕກວ່າແຕ່ກ່ອນ; ທັງເອົາໃຈໃສ່ກໍ່ສ້າງອົງການ ຫົວໜ່ວຍກົມກອງໃຫ້ໝັ້ນຄົງເຂັ້ມແຂງ, ທັງເພີ່ມທະວີການໂຄສະນາອົບຮົມສຶກສາ ເຜີຍແຜ່ແຜນນະໂຍບາຍ ນະໂຍບາຍ ກົດໝາຍໃຫ້ປະຊາຊົນ, ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ທຸກດ້ານ ຂອງປະຊາຊົນ. ພາຍຫຼັງທີ່ກົມການເມືອງສູນກາງພັກອອກຄຳສັ່ງໝາຍເລກ 30-CT/TW “ກ່ຽວກັບການກໍ່ສ້າງ ແລະ ປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານ”, ສະພາແຫ່ງຊາດ ລັດຖະບານ ກໍ່ໄດ້ຫັນເປັນນິຕິກຳເປັນກົດໝາຍ ແລະ ນຳເອົາກົດລະບຽບປະຊາທິປະໄຕນັ້ນ ເຂົ້າປະຕິບັດຢູ່ໃນບັນດາປະເພດຮູບແບບຮາກຖານ; ການປະຕິຮູບລະບຽບການບໍລິຫານ ນັບມື້ນັບໄດ້ຍູ້ແຮງ, ບັນດາບັນຫາເຄັ່ງຮ້ອນຮີບດ່ວນໃນປະຊາຊົນ ໄດ້ຮັບຄວາມເອົາໃຈໃສ່ແກ້ໄຂ. ບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາບັ້ນຂົນຂວາຍໄດ້ຮັບການຊຸກຍູ້ຢ່າງແຂງແຮງ…
ແນວໂຮມແຫ່ງຊາດ, ບັນດາອົງການຈັດຕັ້ງປະຊາຊົນ ມີຫຼາຍຂະບວນການ ແລະ ການເຄື່ອນໄຫວຫຼາຍຮູບຫຼາຍແບບເພື່ອຂົນຂວາຍ ເຕົ້າໂຮມ ສາມັກຄີປະຊາຊົນຊັ້ນວັນນະຕ່າງໆ; ຄຸນນະພາບ ປະສິດທິຜົນການເຄື່ອນໄຫວໄດ້ຮັບການຍົກສູງ, ຫັນສູ່ຮາກຖານຢ່າງແຂງແຮງກວ່າ; ໄດ້ເອົາໃຈໃສ່ ເບິ່ງແຍງດູແລຫຼາຍກວ່າ ຕໍ່ຄວາມຕ້ອງການ ຜົນປະໂຫຍດອັນຊອບທຳຂອງສະມາຊິກ ຂອງຜູ້ເຂົ້າຮ່ວມສະມາຄົມ ແລະ ມະຫາຊົນ; ເຂົ້າຮ່ວມຢ່າງຕັ້ງໜ້າໃນການກໍ່ສ້າງພັກ ກໍ່ສ້າງອຳນາດການປົກຄອງໃຫ້ໃສສະອາດ ເຂັ້ມແຂງ. ມີຫຼາຍບັ້ນຂົນຂວາຍ ຫຼາຍໂຄງການການກະທຳ ຂະບວນການແຂ່ງຂັນ ໂດຍແມ່ນແນວໂຮມແຫ່ງຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງປະຊາຊົນເປັນຜູ້ປຸກລະດົມ ໄດ້ຮັບຄວາມເຫັນດີສະໜັບສະໜູນຈາກປະຊາຊົນ, ຜ່ານສິ່ງເຫຼົ່ານັ້ນ ໄດ້ກໍ່ສ້າງແບບຢ່າງ “ຂົນຂວາຍປະຊາຊົນຄ່ອງແຄ້ວ” ຫຼາຍໆແບບຢ່າງໃນຂົງເຂດຕ່າງໆ, ປະກອບສ່ວນປະຕິບັດຢ່າງສຳເລັດມີໄຊ ໜ້າທີ່ການເມືອງຂອງແຕ່ລະທ້ອງຖິ່ນ ຫົວໜ່ວຍກົມກອງ. ວຽກງານຊົນຊາດ ສາສະໜາ ວຽກງານຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດ... ນັບມື້ນັບມີປະສິດທິຜົນຕົວຈິງ, ປະກອບສ່ວນປັບປຸງ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີແຫ່ງຊາດ ໃນພາລະກິດສ້າງສາພັດທະນາປະເທດ ຫັນເປັນອຸດສາຫະກຳທັນສະໄໝ.
ແຕ່ວ່າ, ວຽກງານຂົນຂວາຍມະຫາຊົນຂອງພັກໃນຊຸມປີທີ່ຜ່ານມາກໍ່ຍັງເຜີຍໃຫ້ເຫັນຂໍ້ຈຳກັດ ຈຸດອ່ອນຈຳນວນໜຶ່ງເຊັ່ນ: ສາຍພົວພັນລະຫວ່າງພັກກັບປະຊາຊົນຖືກຫລຸດຜ່ອນອ່ອນເພຍລົງ, ບາງທີ່ ບາງບ່ອນກໍ່ເຄັ່ງຮ້ອນໜັກໜ່ວງ. ພະນັກງານ ສະມາຊິກພັກພາກສ່ວນໜຶ່ງທີ່ບໍ່ໜ້ອຍ, ນັບທັງພະນັກງານຊັ້ນສູງຈຳນວນໜຶ່ງ ຖືກເຊື່ອມໂຊມທາງດ້ານແນວຄິດການເມືອງ ຄຸນສົມບັດສິນທຳ ແບບແຜນດຳລົງຊີວິດ, ຕິດພະຍາດອາດຍາສິດ ຫ່າງເຫີນມະຫາຊົນ ສວມອຳນາດຊີ້ຂາດ ຂົ່ມເຫັງປະຊາຊົນ ສໍ້ລາດບັງຫຼວງ ກິນສິນບົນ ຫຼິ້ນກິນຢ່າງເສລີຟຸມເຟືອຍ. ການຫັນແຜນນະໂຍບາຍຂອງພັກເປັນນິຕິກຳຍັງຊ້າ, ຫຼາຍກົນໄກ ນະໂຍບາຍກ່ຽວກັບເສດຖະກິດ ສັງຄົມຍັງບໍ່ທັນສອດຄ່ອງເໝາະສົມ. ບັນດາອົງຄະນະມະຫາຊົນຢູ່ຫຼາຍບ່ອນຍັງຖືກຫັນເປັນແບບບໍລິຫານ, ເນື້ອໃນ ຮູບການ ແລະ ແບບວິທີເຕົ້າໂຮມມະຫາຊົນໄດ້ປ່ຽນແປງໃໝ່ຢ່າງຊັກຊ້າ; ອົງການຈັດຕັ້ງຮາກຖານຈຳນວນບໍ່ໜ້ອຍເຄື່ອນໄຫວບໍ່ເປັນປົກກະຕິ ເຄື່ອນໄຫວແບບຮູບການ, ສະມາຊິກ ຜູ້ຮ່ວມສະມາຄົມຫຼາຍຄົນ ບໍ່ມີຄວາມຫ່ວງໄຍຜູກພັນສະໜິດແໜ້ນກັບ ອົງການຈັດຕັ້ງມະຫາຊົນຂອງຕົນ...
ໃນຊຸມປີສະເພາະໜ້າ, ປະເທດຫວຽດນາມພວກເຮົາຢືນຢູ່ຕໍ່ໜ້າເງື່ອນໄຂໂອກາດດີຫຼາຍຢ່າງ ແຕ່ກໍ່ມີຄວາມຫຍຸ້ງຍາກ ສິ່ງທ້າທາຍບໍ່ໜ້ອຍ. ເພື່ອສວຍໃຊ້ເງື່ອນໄຂໂອກາດ, ເສີມຂະຫຍາຍທຸກໆແຫຼ່ງພະລັງສັງຄົມ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນປະຊາຊົນ ປະຕິບັດຈຸດໝາຍ “ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ປະຊາທິປະໄຕ ຍຸດຕິທຳ ສີວິໄລ” ໃຫ້ໄດ້ຢ່າງສຳເລັດມີໄຊນັ້ນ ແມ່ນພັກຕ້ອງປ່ຽນແປງໃໝ່ ເພີ່ມທະວີການນຳພາຕໍ່ວຽກງານຂົນຂວາຍມະຫາຊົນ, ນັ້ນຄື:
1. ສືບຕໍ່ເຊື່ອມຊືມ, ເຮັດໃຫ້ຄວາມຮັບຮູ້ຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນກ່ຽວກັບບົດບາດ ທີ່ຕັ້ງຂອງວຽກງານຂົນຂວາຍມະຫາຊົນ ມີການຜັນປ່ຽນຢ່າງຕັ້ງໜ້າ
ຈັດຕັ້ງໃຫ້ດີຢ່າງເປັນປະຈຳການຮ່ຳຮຽນ ຊາບຊືມແຜນນະໂຍບາຍ ວິທີການແກ້ໄຂກ່ຽວກັບວຽກງານຂົນຂວາຍມະຫາຊົນຂອງພັກ. ຍົກສູງຄຸນນະພາບການໂຄສະນາອົບຮົມ ສຶກສາລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ, ທັດສະນະ, ແນວທາງຂອງພັກ ໃຫ້ພະນັກງານ ສະມາຊິກພັກ ແລະ ປະຊາຊົນ, ເປັນຕົ້າແມ່ນໃຫ້ຮຸ້ນຄົນໜຸ່ມນ້ອຍ; ເຮັດໃຫ້ທົ່ວພັກ ທົ່ວປວງຊົນກຳແໜ້ນ ເປັນເອກະພາບກັບຈຸດໝາຍ ທັດສະນະ ໜ້າທີ່ວຽກງານຂົນຂວາຍມະຫາຊົນຂອງພັກ ໃນພາລະກິດການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ… ປ່ຽນແປງໃໝ່ວຽກງານອົບຮົມສຶກສາທິດສະດີ, ວຽກງານໂຄສະນາອົບຮົມ, ວຽກງານຄົ້ນຄວ້າທິດສະດີ ສະຫລຸບສັງລວມພຶດຕິກຳ. ຕໍ່ສູ້ບອກປັດບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ ຄັດຄ້ານຕ້ານຢັນ ຈອບອອຍແກ່ດຶງ ປຸກກະທົບກະເທືອນມະຫາຊົນຂອງບັນດາອິດທິກຳລັງສັດຕູຕາມບັນດາພາຫະນະສື່ມວນຊົນ.
2. ເພີ່ມທະວີການນຳພາຂອງພັກ ຕໍ່ກັບວຽກງານຂົນຂວາຍມະຫາຊົນຂອງອຳນາດການປົກຄອງ
ຈັດຕັ້ງການບຳລຸງຄວາມຮູ້ກ່ຽວກັບວຽກງານຂົນຂວາຍມະຫາຊົນ ໃຫ້ພະນັກງານອຳນາດການປົກຄອງຂັ້ນຕ່າງໆ ຢ່າງເປັນປະຈຳ. ລັດສືບຕໍ່ກໍ່ສ້າງ ແລະ ປັບປຸງບູລະນະລະບົບກົດໝາຍ ລະບອບນະໂຍບາຍກ່ຽວກັບບັນດາສິດ ແລະ ພັນທະຂອງພົນລະເມືອງ, ເປັນຕົ້ນແມ່ນບັນດາບັນຫາກ່ຽວກັບທີ່ດິນ, ໃຊ້ແທນຄ່າທີ່ດິນ, ປົດປ່ອຍພື້ນທີ່ດິນກໍ່ສ້າງ. ອຳນາດການປົກຄອງ ແລະ ອົງຄະນະມະຫາຊົນຂັ້ນຕ່າງໆ ສືບຕໍ່ແນະນຳໃຫ້ຮາກຖານຂົນຂວາຍປະຊາຊົນກໍ່ສ້າງ ແລະ ປະຕິບັດບັນດາຂໍ້ກຳນົດ ກົດລະບຽບ ຂໍ້ສັນຍາອັນລະອຽດ ກ່ຽວກັບບັນດາບັນຫາທີ່ກ່ຽວພັນເຖິງພັນທະ ແລະ ຜົນປະໂຫຍດຂອງປະຊາຊົນ, ປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານໃຫ້ໄດ້ດີ. ບັນດາອົງການລັດ, ພິເສດແມ່ນບັນດາຂະແໜງການ ບັນດາຫົວໜ່ວຍກົມກອງທີ່ມີການພົວພັນໂດຍກົງກັບປະຊາຊົນ, ຕ້ອງປະຕິບັດເປັນຢ່າງດີການເປີດເຜີຍບັນດາຂໍ້ກຳນົດ, ບັນດາມາດຕະຖານອັນລະອຽດ ກ່ຽວກັບໜ້າທີ່ຮັບຜິດຊອບ ແລະ ທ່າທີ່ຮັບໃຊ້ປະຊາຊົນຂອງພະນັກງານ ລັດຖະກອນອຳນາດການປົກຄອງ, ປະກາດເປັນທາງການໃຫ້ປະຊົນຮູ້ ແລະ ກວດກາການປະຕິບັດ. ຈັດຕັ້ງເປັນຢ່າງດີການຕ້ອນຮັບປະຊາຊົນ ແລະ ແກ້ໄຂຢ່າງທັນການ ໃບສະເໜີ ໃບຮ້ອງຟ້ອງຂອງປະຊາຊົນ; ພະນັກງານ ສະມາຊິກພັກຢູ່ອົງການອຳນາດການປົກຄອງຂັ້ນຕ່າງໆ, ເປັນຕົ້ນແມ່ນຫົວໜ້າ ຕ້ອງປະຕິບັດການສົນທະນາກັບປະຊາຊົນ, ງ່ຽງຫູຟັງແນວຄິດຈິດໃຈ ຄວາມມຸ່ງມາດປາຖະໜາອັນຊອບທຳຂອງປະຊາຊົນ.
ບັນດາຜູ້ແທນສະພາແຫ່ງຊາດ ສະພາປະຊາຊົນຕ້ອງປະຕິບັດເປັນຢ່າງດີໜ້າທີ່ຮັບຜິດຊອບຕໍ່ຜູ້ເລືອກຕັ້ງ; ເພີ່ມທະວີການພົບປະກັບຜູ້ເລືອກຕັ້ງ, ງ່ຽງຫູຟັງຄວາມຄິດຄວາມເຫັນຂອງຜູ້ເລືອກຕັ້ງ ເພື່ອສ່ອງແສງໃຫ້ບັນດາອົງການລັດ, ປະກອບສ່ວນກໍ່ສ້າງກົດໝາຍ ນະໂຍບາຍຂອງລັດ; ປະຕິບັດຢ່າງເຂັ້ມງວດການເອົາຄະແນນສຽງໄວ້ວາງໃຈ ແລະ ລົງຄະແນນສຽງໄວ້ວາງໃຈ ຕໍ່ກັບຜູ້ດຳລົງຕຳແໜ່ງ ໂດຍແມ່ນສະພາແຫ່ງຊາດ ສະພາປະຊາຊົນເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ. ສືບຕໍ່ເສີມຂະຫຍາຍ ແລະ ປະຕິບັດເປັນຢ່າງດີ ຂໍ້ກຳນົດກ່ຽວກັບການສົມທົບລະຫວ່າງອຳນາດການປົກຄອງ ກັບແນວໂຮມແຫ່ງຊາດ ແລະ ອົງຄະນະມະຫາຊົນຂັ້ນຕ່າງໆ. ເພີ່ມທະວີການນຳພາ ກວດກາ ຊຸກຍູ້ ສະຫລຸບເບື້ອງຕົ້ນ ດັດແກ້ຢ່າງທັນການຕໍ່ການປະຕິບັດບັນດາແຜນນະໂຍບາຍ ມະຕິຂອງພັກກ່ຽວກັບວຽກງານປະຕິຮູບການບໍລິຫານ.
3. ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ຂອງປະຊາຊົນຊັ້ນວັນນະຕ່າງໆ ໃນການປະຕິບັດໜ້າທີພັດທະນາເສດຖະກິດ - ສັງຄົນ ປ້ອງກັບປະເທດ ປ້ອງກັນຄວາມສະຫງົບ
ສືບຕໍ່ຍູ້ແຮງຂະບວນການແຂ່ງຂັນຮັກຊາດໃນປະຊາຊົນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນທຸກຢ່າງເພື່ອຍູ້ແຮງການຜະລິດ ພັດທະນາການບໍລິການ. ລັດເພີ່ມເຕີມ ປັບປຸງບູລະນະບັນດານະໂຍບາຍສົ່ງເສີມພັດທະນະເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ຮັກສາເສດຖະກິດມະຫາພາບໃຫ້ສະຖຽນໝັ້ນ, ຈຳກັດໄພເງິນເຟີ້, ຈັດວາງໂຄງປະກອບເສດຖະກິດຄືນໃໝ່, ເຮັດໃຫ້ສະພາບການເສດຖະກິດຜັນປ່ຽນນັບມື້ນັບດີກວ່າເກົ່າ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະພາບການສັງຄົມນັບມື້ນັບສະຖຽນໝັ້ນ…
ເສີມຂະຫຍາຍບົດບາດຂອງບັນດາອົງຄະນະມະຫາຊົນ ແລະ ຂອງປະຊາຊົນ ໃນການຕໍ່ສູ້ຕ້ານຄວາມຫຍໍ້ທໍ້, ເປັນຕົ້ນແມ່ນຕໍ່ສູ້ຕ້ານການສໍ້ລາດບັງຫຼວງ. ຕິດແໜ້ນລະຫວ່າງການຕໍ່ສູ້ຕ້ານຄວາມຫຍໍ້ທໍ້ພາຍໃນພັກ ໃນກົງຈັກຂອງລັດ ແລະ ບັນດາອົງຄະນະມະຫາຊົນ ກັບການຕໍ່ສູ້ຕ້ານຄວາມຫຍໍ້ທໍ້ໃນສັງຄົມ, ຕ້ານອາດຊະຍາກຳ, ຮັກສາລະບຽບຄວາມສະຫງົບ ຄວາມປອດໄພສັງຄົມ.
ຍູ້ແຮງການປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານ; ກໍ່ສ້າງແລະປະຕິບັດຂໍ້ກຳນົດການຕິດຕາມກວດກາ ແລະ ການຕິຊົມສັງຄົມຂອງແນວໂຮມແຫ່ງຊາດຫວຽດນາມ ແລະ ຂອງບັນດາອົງຄະນະການເມືອງ - ສັງຄົມ; ປະຕິບັດຂໍ້ກຳນົດກ່ຽວກັບການທີ່ແນວໂຮມແຫ່ງຊາດຫວຽດນາມ ບັນດາອົງຄະນະການເມືອງ - ສັງຄົມ ແລະ ປະຊາຊົນເຂົ້າຮ່ວມໃນການປະກອບຄວາມຄິດຄວາມເຫັນກໍ່ສ້າງພັກ ກໍ່ສ້າງອຳນາດການປົກຄອງ…
ເພີ່ມທະວີການນຳພາວຽກງານສື່ຂ່າວ ໜັງມືພິມ ການພິມຈຳໜ່າຍ. ໜັງສືພິມວາລະສານ, ດ້ານໜຶ່ງ, ຍ້ອງຍໍສັນລະເສີນຢ່າງທັນການຕໍ່ກັບບັນດາປັດໃຈໃໝ່ ບັນດາບົດຮຽນປະສົບການດີ ບັນດາແບບຢ່າງທີ່ດີເດັ່ນ; ດ້ານອື່ນ, ສືບຕໍ່ຍູ້ແຮງການຕໍ່ສູ້ຕ້ານຄວາມຫຍໍ້ທໍ້, ຕຳນິວິພາກ ຕໍ່ສູ້ຢ່າງເດັດດ່ຽວກັບບັນດາທັດສະນະທີ່ຜິດພາດ ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ ປະຕິການຂອງບັນດາອິດທິກຳລັງສັດຕູ.
ສືບຕໍ່ຈັດຕັ້ງປະຕິບັດຢ່າງກວ້າງຂວາງທົ່ວເຖິງ ມີລວງເລິກ ແທດເໝາະ ແລະ ມີປະສິດທິຜົນ ການຮ່ຳຮຽນ ແລະ ເຮັດຕາມແວ່ນແຍງຄຸນສົມບັດສິນທຳ ໂຮ່ຈີມິນ ໂດຍຕິດແໜ້ນກັບໜ້າທີ່ກໍ່ສ້າງ ປັບປຸງດັດແກ້ພັກ ແລະ ຕໍ່ສູ້ປ້ອງກັນ ຕ້ານການສໍ້ລາດບັງຫຼວງ ຟຸມເຟືອຍ, ຕ້ານການເຊື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ ແບບແຜນກຳລົງຊີວິດຂອງພະນັກງານ ສະມາຊິກພັກ…
4. ເພີ່ມທະວີການນຳພາຂອງພັກຕໍ່ກັບແນວໂຮມແຫ່ງຊາດຫວຽດນາມ, ບັນດາອົງການຈັດຕັ້ງປະຊາຊົນ
ຍົກສູງຢ່າງເປັນປະຈຳຄວາມຮັບຮູ້ກ່ຽວກັບບົດບາດ ໜ້າທີ່ຮັບຜິດຊອບຂອງພັກ ອຳນາດການປົກຄອງ ຕໍ່ກັບແນວໂຮມແຫ່ງຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງປະຊາຊົນ. ກຳນົດຈະແຈ້ງກວ່າອີກ ພາລະບົດບາດ ໜ້າທີ່, ແກ້ໄຂຢ່າງຖືກຕ້ອງສາຍພົວພັນລະຫວ່າງພັກນຳພາ ລັດຄຸ້ມຄອງ ແລະ ບົດບາດເປັນເຈົ້າຂອງປະຊາຊົນ ໂດຍຜ່ານແນວໂຮມແຫ່ງຊາດ ແລະ ບັນດາອົງຄະນະການເມືອງ - ສັງຄົມ, ສະມາຄົນມະຫາຊົນ… ເສີມຂະຫຍາຍສິດເປັນເຈົ້າການຂອງແນວໂຮມແຫ່ງຊາດ ຂອງບັນດາອົງການຈັດຕັ້ງ ໃນການຂົນຂວາຍປະຊາຊົນ; ບັນດາຮູບການເຕົ້າໂຮມປະຊາຊົນຕ້ອງຫຼາຍຮູບຫຼາຍແບບ, ຫັນການເຄື່ອນໄຫວຕ່າງໆລົງສູ່ຮາກຖານ… ປັບປຸງກົງຈັກການຈັດຕັ້ງໃຫ້ສົມບູນແບບ, ປ່ຽນແປງໃໝ່ນະໂຍບາຍ ລະບອບ ຕໍ່ກັບແນວໂຮມແຫ່ງຊາດຫວຽດນາມ ແລະ ບັນດາການຈັດຕັ້ງປະຊາຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ເນື້ອໃນ ແບບວິທີການເຄື່ອນໄຫວໃນໄລຍະໃໝ່.
5. ປ່ຽນແປງໃໝ່ແບບວິທີການນຳພາຂອງພັກຕໍ່ກັບວຽກງານຂົນຂວາຍມະຫາຊົນ ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ
ບັນດາການຈັດຕັ້ງພັກແຕ່ສູນກາງລົງຮອດຮາກຖານລ້ວນແຕ່ຕ້ອງເອົາວຽກງານຂົນຂວາຍມະຫາຊົນ ແລະ ເບິ່ງແຍງດູແລຜົນປະໂຫຍດຂອງມະຫາຊົນ ເປັນເນື້ອໃນຕົ້ນຕໍໜຶ່ງໃນການເຄື່ອນໄຫວຂອງຕົນ... ປະຕິບັດຢ່າງເຂັ້ມງວດ ເປັນປະຈຳ ມະຕິກອງປະຊຸມສູນກາງພັກຄັ້ງທີ່ 4 ສະໄໝທີ XI “ບັນຫາຮີບດ່ວນຈຳນວນໜຶ່ງກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ”. ແບ່ງງານໃຫ້ສະຫາຍພະນັກງານຫຼັກແຫຼ່ງໃນຄະນະພັກ ໃຫ້ຮັບຜິດຊອບສະເພາະວຽກງານມະຫາຊົນ. ສະມາຊິກພັກແຕ່ລະຄົນລ້ວນແຕ່ເຮັດວຽກງານຂົນຂວາຍມະຫາຊົນ, ເປັນແບບຢ່າງປະຕິບັດໜ້າທີ່ຮັບຜິດຊອບໃນສຳນັກງານກົມກອງ ແລະ ພັນທະພົນລະເມືອງຢູ່ບ່ອນອາໄສ, ເຄື່ອນໄຫວຢ່າງຕັ້ງໜ້າໃນອົງການຈັດຕັ້ງທີ່ຕົນເຂົ້າຮ່ວມ …
6. ຖືເປັນສຳຄັນການນຳພາກໍ່ສ້າງ, ປັບປຸງການຈັດຕັ້ງ ກົງຈັກຖັນແຖວພະນັກງານເປັນເສນາທິການ ແລະ ເຮັດວຽກງານຂົນຂວາຍມະຫາຊົນໂດຍກົງ
ມີນະໂຍບາຍບຳລຸງກໍ່ສ້າງພະນັກງານ, ວາງແຜນກຳນົດພະນັກງານ ດຶງດູດພະນັກງານເຮັດວຽກງານຂົນຂວາຍມະຫາຊົນ. ປັບປຸງບູລະນະຄະນະຂົນຂວາຍມະຫາຊົນຂັ້ນຕ່າງໆ ໃຫ້ພໍພຽງທາງດ້ານປະລິມານ ໂຄງປະກອບ ຮັບປະກັນທາງດ້ານຄຸນນະພາບ; ຄັດເລືອກ ຈັດວາງພະນັກງານທີ່ມີຄົບກຳລັງຄວາມສາມາດ ຄຸນສົມບັດສິນທຳ ແບບແຜນປະຕິບັດງານ, ມີກຳລັງພຽງພໍເພື່ອເປັນເສນາທິການໃຫ້ແກ່ຄະນະພັກ ກ່ຽວກັບວຽກງານຂົນຂວາຍມະຫາຊົນ. ປະຕິບັດການວຽນຜຽນພະນັກງານຂົນຂວາຍມະຫາຊົນ. ຊີ້ນຳບັນດາໂຮງຮຽນກໍ່ສ້າງພະນັກງານຂອງພັກ ບັນດາສູນບຳລຸງການເມືອງ ໃນການຮຽບຮຽງກໍ່ສ້າງ ບູລະນະເອກະສານສິດສອນຮ່ຳຮຽນ ວິຊາສະເພາະການຂົນຂວາຍມະຫາຊົນ; ຍົກລະດັບການກໍ່ສ້າງຂຶ້ນເປັນມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ ກ່ຽວກັບຂະແໜງສະເພາະຂົນຂວາຍມະຫາຊົນ./.
ຮ່າທີ້ຂຽດ
ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍມະຫາຊົນສູນກາງ