ໜັງສືພິມຕ້ອງປະຕິບັດໜ້າທີ່ການເມືອງ ຂອງຕົນໃຫ້ດີ ເພື່ອສົມກຽດກັບ ຄວາມໄວ້ວາງໃຈ ຂອງພັກ ລັດ ແລະ ປະຊາຊົນ*
ວ.ກ - ວັນທີ 19 ມີນາ 2013, ຢູ່ທີ່ຮ່າໂນ້ຍ, ຄະນະໂຄສະນາອົບຮົມສູນກາງ ສົມທົບກັບກະຊວງຖະແຫຼງຂ່າວ ແລະ ໂທລະຄົມມະນາຄົມ, ສະມາຄົມນັກໜັງສືພິມຫວຽດນາມ ຈັດຕັ້ງກອງປະຊຸມໜັງສືພິມທົ່ວປະເທດ ເພື່ອຜັນຂະຫຍາຍໜ້າທີ່ຈຸດໜັກໃຈກາງປີ 2013. ສະຫາຍເລໂຮ່ງແອງ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ມີບົດປາໄສຊີ້ນຳທີ່ສຳຄັນຕໍ່ກອງປະຊຸມ, ວາລະສານກອມມູນິດ ຂໍເປັນກຽດໄດ້ຖອດຄວາມລົງພິມບົດປະາໄສນີ້.

ສະຫາຍເລໂຮ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລນາທິການ ສູນກາງພັກກອມມູນິດຫວຽດນາມ
...ປີ 2012, ທ່າມກາງສະພາບການໂລກ ແລະ ສະພາບການພາຍໃນປະເທດມີການຜັນປ່ຽນຫຼາຍຢ່າງທີ່ສັບສົນ, ດ້ວຍຄວາມມານະພະຍາຍານ ອັນໃຫຍ່ຫຼວງ ຂອງທົ່ວພັກ ທົ່ວປວງຊົນ ທົ່ວກອງທັບ ພວກເຮົາສາມາດຍາດເອົາຜົນສຳເລັດ ທີ່ມີຄວາມໝາຍສຳຄັນຕ່າງໆ ມາໄດ້ເຊັ່ນ: ການເມືອງ - ສັງຄົມສືບຕໍ່ມີສະຖຽນລະພາບ; ໄພເງິນເຝີ້ຖືກຄອບງຳຈຳກັດ, ເສດຖະກິດມະຫາພາກ ມີຄວາມໝັ້ນຄົງກວ່າເກົ່າ, ຂະບວນວິວັດການຈັດວາງໂຄງປະກອບເສດຖະກິດຄືນໃໝ່ ແລະ ປ່ຽນແປງໃໝ່ຕົວແບບເຕີບໂຕເສດຖະກິດ ພວມໄດ້ຮັບການປະຕິບັດ, ສະຫວັດດິການສັງຄົມໄດ້ຮັບປະກັນ, ການປ້ອງກັນຄວາມສະຫງົບ - ການປ້ອງກັນປະເທດ ໄດ້ຮັກສາຢ່າງໝັ້ນຄົງ, ການພົວພັນຕ່າງປະເທດ ໄດ້ເປີດກວ້າງ, ຄວາມເຕີບໂຕດ້ານ ຈີດີພີ ບັນລຸ 5,03%. ພິເສດ, ການຜັນຂະຫຍາຍປະຕິບັດ ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI “ບັນຫາຮີບດ່ວນຈຳນວນໜຶ່ງ ກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ” ຕິດແໜ້ນກັບການປະຕິບັດຄຳສັ່ງໝາຍເລກ 03-CT/TW ຂອງກົມການເມືອງ ກ່ຽວກັບ “ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕານ ແວ່ນແຍງຄຸນສົມບັດຂອງປະທານໂຮ່ຈີມິນ” ໄດ້ບັນລຸໝາກຜົນເບື້ອງຕົ້ນທີ່ສຳຄັນ, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈກໍ່ສ້າງ ປັບປຸງດັດແກ້ພັກໃຫ້ປອດໃສ ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ.
ໃນສະພາບການດັ່ງກ່າວນັ້ນ, ໜັງສືພິມ ແລະ ບັນດາຜູ້ເຮັດໜັງສືພິມປະຕິວັດ ໄດ້ມີການປະກອບສ່ວນທີ່ສຳຄັນທີ່ສຸດ ເຂົ້າໃນຜົນງານລວມຂອງປະເທດຊາດ ເຊິ່ງພົ້ນເດັ່ນຄື:
ໄດ້ເຕົ້າໂຮມລວມສູນການໂຄສະນາ ເພື່ອນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ບັນດາມະຕິຂອງບັນດາກອງປະຊຸມສູນກາງ ສະໃໝທີ XI ເຂົ້າໃນຊີວິດການເປັນຢູ່, ເປັນຕົ້ນແມ່ນ ມະຕິກອງປະຊຸມສູນກາງຄັ້ງທີ 4 ສະໄໝທີ XI ຕິດແໜ້ນກັບຄຳສັ່ງໝາຍເລກ 03 ຂອງກົມການເມືອງ; ໂຄສະນາການຈັດຕັ້ງເກັບກຳຄວາມຄິດຄວາມເຫັນຂອງປະຊາຊົນ ກ່ຽວກັບຮ່າງການດັດແປງລັດຖະທຳມະນູນປີ 1992; ຂໍ້ສະຫລຸບຂອງກອງປະຊຸມສູນກາງຄັ້ງທີ 3 ສະໄໝທີ XI; ມະຕິໝາຍເລກ 11/NQ-CP ຂອງລັດຖະບານ ວ່າດ້ວຍບັນດາວິທີແກ້ຕົ້ນຕໍ ເພື່ອສຸມໃສ່ຄອບງຳຈຳກັດໄພເງິນເຝີ້, ຮັກສາເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ, ຮັບປະກັນສະຫວັດດິການສັງຄົມ, ຈັດວາງໂຄງປະກອບເສດຖະກິດຄືນໃໝ່; ມະຕິໝາຍເລກ 01/NQ-CP ແລະ ມະຕິໝາຍເລກ 02/NQ-CP ຂອງລັດຖະບານ ວ່າດ້ວຍບັນດາວິທີແກ້ ເພື່ອຊ່ວຍໜູນຕະຫຼາດ, ຊຸກຍູ້ການຜະລິດ ທຸລະກິດ,... ສືບຕໍ່ເສີມຂະຫຍາຍບົດບາດຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ປ້ອງກັນ ຕ້ານການສໍ້ລາດບັງຫຼວງ ຄວາມຟຸມເຟືອຍ ຄວາມຫຍໍ້ທໍ້ ແລະ ໄພສັງຄົມ. ຕໍ່ສູ້ຢ່າງຕັ້ງໜ້າເພື່ອບອກປັດປະຕິເສດ ຕໍ່ຂ່າວສານ ແລະ ຖ້ອຍທຳນອງຜິດພາດ ຂອງບັນດາອິດທິກຳລັງສັດຕູ ແລະ ພາກສ່ວນສວຍໂອກາດການເມືອງ ທີ່ສວຍໃຊ້ປະຊາທີປະໄຕ ສິດທິມະນຸດ ຊົນຊາດ ສາສະໜາ ເພື່ອເສກສັນປັ້ນແຕ່ງຕ້ານຢັນທຳລາຍພັກ ລັດ ແລະ ປະຊາຊົນເຮົາ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີແຫ່ງຊາດ. ເພີ່ມທະວີການຜັນຂະຫຍາຍວຽກງານຖະແຫຼງຂ່າວ ໂຄສະນາການ ເພື່ອປົກປັກຮັກສາອຳນາດອະທິປະໄຕ ຜືນແຜ່ນດິນອັນຄົບບຖ້ວນ ກວມທັງທະເລແລະໝູ່ເກາະ ອັນສັກກາລະບູຊາຂອງປະເທດຊາດ, ພ້ອມກັນນັ້ນ ກໍ່ຮັກສາສິ່ງແວດລ້ອມສັນຕິພາບ ສະຖຽນລະພາບ ການຮ່ວມມື ເພື່ອພັດທະນາປະເທດ. ຜ່ານສິ່ງດັ່ງກ່າວນັ້ນ ກໍ່ປັບປຸງ ເພີ່ມທະວີຄວາມເຊື່ອໝັ້ນຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ ຕໍ່ກັບພັກ - ລັດ, ປະກອບສ່ວນກໍ່ສ້າງ ຍົກສູງຄວາມສາມາດນຳພາ ແລະ ກຳລັງສູ້ຮົບຂອງພັກ, ກໍ່ສ້າງລັດ ແລະ ລະບົບການເມືອງໃຫ້ປອດໃສ ໝັ້ນຄົງເຂັ້ມແຂງ.
ໃນເງື່ອນໄຂຄວາມຫຍຸ້ງຍາກລວມທາງດ້ານເສດຖະກິດຂອງປະເທດ, ຫຼາຍສຳນັກງານອົງການໜັງສືພິມໄດ້ເປັນເຈົ້າການຜ່ານຜ່າຄວາມຫຍຸ້ງຍາກ, ທັງປະຕິບັດເປັນຢ່າງດີໜ້າທີ່ສື່ຂ່າວ ໂຄສະນາການ ທັງສ້າງແຫຼ່ງລາຍຮັບເພື່ອຍົກລະດັບພື້ນຖານວັດຖຸ ເພີ່ມທະວີເຄື່ອງຈັກເຄື່ອງປະກອບ ພາຫະນະເຮັດອາຊີບການໜັງສືພິມ, ດຶງດູດບຸກຄະລາກອນທີ່ມີຄຸນນະພາບດີ, ຈັດຕັ້ງການເຄື່ອນໄຫວສັງຄົມ ການສັງຄົມສົງເຄາະຢ່າງມີຜົນຕົວຈິງ.
...ຄຽງຂ້າງຜົນງານຕ່າງໆ ເທິງນີ້, ວົງການໜັງສືພິມຍັງມີຄວາມຈຳກັດ ຂໍ້ຂາດຕົກບົກພ່ອງຕ່າງໆ ດັ່ງນີ້:
- ສິ່ງຄົງຄ້າງ ຄວາມອ່ອນແອ ຂໍ້ຂາດຕົກບົກພ່ອງຈຳນວນໜຶ່ງຂອງໜັງສືພິມ ທີ່ໄດ້ຖືກຊີ້ອອກມາໃຫ້ເຫັນແຕ່ຫຼາຍປີແລ້ວ ແຕ່ການແກ້ໄຂຜ່ານຜ່າພັດຊັກຊ້າ. ຍັງມີສະພາບການທີ່ວ່າ ບາງອົງການຂ່າວສານຍັງບໍ່ທັນປະຕິບັດຢ່າງເຂັ້ນງວດ ຕາມທິດທາງການໂຄສະນາ ທີ່ອົງການຄຸ້ມຄອງຂັ້ນເທິງວາງອອກ, ການຂຸດຄົ້ນຂ່າວສານພາຍໃຕ້ຮູບການສ່ອງແສງຄວາມຄິດເຫັນ ຫຼືປຶກສາຫາລືກ່ຽວກັບບັນຫາທີ່ກໍ່ການສະເທືອນໄວ ບັນຫາກົງກັນຂ້າມ ບັນຫາຊ້ຳໄປຊ້ຳມາ ຊ້ຳບໍ່ໜຳຍັງມີເນື້ອໃນປັ້ນແຕ່ງຂຶ້ນ ໄດ້ສ້າງຄວາມຮ້ອນເຄືອງໃນຫາງສຽງສັງຄົມ.
ທ່າອຽງ “ຫັນເປັນການຄ້າ” ຢູ່ບາງອົງການໜັງມືພິມຍັງບໍ່ທັນຖືກກຳຈັດດັດແກ້, ຢູ່ໃນໜ້າໜັງສືພິມເອເລັກໂຕຣນິກຫຼາຍສະບັບ ຍັງມີທ່າອຽງສົ່ງຂ່າວ ບົດຄວາມ ແລະ ຮູບພາບ ທີ່ມີລັກສະນະກະຕຸກເສັ້ນ ແກ່ດຶງລູກຄ້າ ຝືນອາລະຍະທຳ. ອົງການໜັງສືພິມຈຳນວນບໍ່ໜ້ອຍ ໄດ້ໜັກໄປທາງຂຸດຄົ້ນ ສ່ອງແສງຂ່າວສານກ່ຽວກັບດ້ານປິ້ນຂອງສັງຄົມ, ບໍ່ໄດ້ເອົາໃຈໃສ່ຢ່າງພຽງພໍເຖິງໜ້າທີ່ຄົ້ນເຜີຍ ຍ້ອງຍໍສັນລະເສີນປັດໃຈຕັ້ງໜ້າ ແບບຢ່າງກ້າວໜ້າ ບັນດາຂະບວນການແຂ່ງຂັນກັນຮັກຊາດຂອງປະຊາຊົນ, ໃນການຮ່ຳຮຽນ ແລະ ປະຕິບັດຕາມແວ່ນແຍງຄຸນສົມບັດຂອງປະທານໂຮ່ຈີມິນ. ໃນການສົ່ງຂ່າວຍັງມີຄວາມເຜີຕົວ ຂໍ້ຂາດຕົກບົກພ່ອງ ປະໃຫ້ບັນດາພາກສ່ວນ ແລະ ອິດທິກຳລັງບໍ່ດີ ສວຍໃຊ້ ຂຸດຄົ້ນ ເສກສັນປັ້ນແຕ່ງ ຕ້ານຢັນທຳລາຍພັກ-ລັດ ແລະ ທຳຮ້າຍປະຊາຊົນເຮົາ. ວຽກງານຕໍ່ສູ້ ບອກປັດປະຕິເສດບັນດາຂ່າວສານ ແລະ ຖ້ອຍທຳນອງຜິດເຂວ ທີ່ເປັນປໍລະປັກ ໄດ້ຮັບການດຳເນີນ ແຕ່ຍັງບໍ່ທັນແຫຼມຄົມສຽບຂາດ ຊວນເຊື່ອໃຫ້ຕາຍໃຈແທ້ເທື່ອ, ຍັງບໍ່ທັນມີການເຂົ້າຮ່ວມພ້ອມບາດຄົບຊຸດ ຂອງບັນດາອົງການໜັງສືພິມ ແລະ ຂອງຖັນແຖວຜູ້ເຮັດການໜັງສືພິມ,…
- ນັກໜັງສືພິມ ນັກບັນນາທິການຈຳນວນໜຶ່ງ ຍັງບໍ່ທັນເອົາໃຈໃສ່ຮ່ຳຮຽນ ຝຶກຝົນຫຼໍ່ຫຼອນ ບຳລຸງສ້າງ ຍົກສູງຄວາມຮູ້ການເມືອງ ຈະລິຍະທຳ ຄວາມສາມາດດ້ານວິຊາຊີບ ຄວາມຮູ້ກົດໝາຍ ຄວາມສຳພັດໄວດ້ານການເມືອງ, ດັ່ງນັ້ນ ເມື່ອປະຕິບັດວຽກງານຈຶ່ງຂາດລັກສະນະວິຊາສະເພາະ, ມີປະກົດການ “ຜັນປ່ຽນໂດຽຕົນເອງ”, “ປ່ຽນແປງໂດຍຕົນເອງ”, ເສື່ອມໂຊມປ່ຽນທາດທາງດ້ານແນວຄິດການເມືອງ ຄຸນສົມບັດສິນທຳ ແບບແຜນດຳລົງຊີວິດ, ລະເມີດຕໍ່ຄຸນທຳຈັນຍາບັນ, ບໍ່ໜຳຍັງລະເມີດຕໍ່ກົດໝາຍອີກຊ້ຳ.
- ຫຼາຍອົງການທີ່ເປັນເຈົ້າຄຸ້ມຄອງການໜັງສືພິມ ຍັງບໍ່ທັນເອົາໃຈແທ້ເອົາໃຈວ່າ ແລະ ເປັນເຈົ້າການກຳນົດທິດຢ່າງທັນການ ໃຫ້ບັນດາອົງການໜັງສືພິມຂອງຕົນ. ບາງອົງການໜັງສືພິມຍັງບໍ່ທັນເອົາໃຈຢ່າງແທ້ຈິງ ເຖິງການເບິ່ງແຍງດູແລ ເຮັດໃຫ້ດີວຽກງານກໍ່ສ້າງພັກ ແລະ ການຈັດຕັ້ງມະຫາຊົນໃນອົງການສຳນັກງານຕົນ, ເປັນຕົ້ນແມ່ນ ວຽກງານວາງແຜນກຳນົດ ບຳລຸງກໍ່ສ້າງພະນັກງານ, ຊົນເຊີຍໃຫ້ລາງວັນ ປະຕິບັດລະບຽບວິໄນຕໍ່ພະນັກງານ; ການນຳອົງການໜັງສືພິມຈຳນວນໜຶ່ງ ຍັງບໍ່ທັນເອົາໃຈໃສ່ເຮັດໃຫ້ດີ ຂອດວຽກງານກວດຜ່ານບົດຂ່າວກ່ອນເມື່ອລົງໜັງສືພິມ ຫຼືກະຈ່າອອກອາກາດທາງວິທະຍຸ ແລະ ໂທລະທັດ, ດັ່ງນັ້ນ ຈຶ່ງມີຄວາມຜິດພາດ ຂໍ້ຂາດຕົກບົກພ່ອງ,... ສະພາບການຂັດເຄືອງກັນ ບໍ່ມີຄວາມສາມັກຄີພາຍໃນ, ຮ້ອງຟ້ອງກ່າວໂທດກັນ ທີ່ຖືກແກ່ຍາວຢູ່ໃນອົງການໜັງສືພິມຈຳນວນໜຶ່ງນັ້ນ ຍັງບໍ່ທັນໄດ້ຮັບການປັບປຸງແກ້ໄຂຢ່າງທັນການ ແລະ ເຖິງຖອງ.
- ອົງການຊີ້ນຳ ຄຸ້ມຄອງໜັງສືພິມຂັ້ນຕ່າງໆ ຍັງບໍ່ທັນຕິດຕາມຢ່າງໃກ້ຊິດ ກັບສະພາບການຜັນປ່ຽນອັນອຸດົມສົມບູນ ຫຼາກຫຼາຍ ແຕ່ພ້ອມກັນນັ້ນກໍ່ສັບສົນທີ່ສຸດໃນຊີວິດການສື່ຂ່າວ ໜັງສືພິມ. ອັນພາໃຫ້ການຊີ້ນຳ ການກຳນົດທິດ ການຄຸ້ມຄອງໜັງສືພິມ ໃນຫຼາຍກໍລະນີຍັງບໍ່ທັນຫຼັກແຫຼມ ໄວໄຟທັນການ, ປະສິດທິຜົນຂອງການກຳນົດທິດຖະແຫຼງຂ່າວ ໂຄສະນາການຍັງຕ່ຳ.
- ວຽກງານວາງແຜນກຳນົດລະບົບໜັງສືພິມໄດ້ຜັນຂະຫຍາຍແຕ່ບໍ່ດີ ຈຶ່ງພາໃຫ້ເກີດການຟຸມເຟືອຍຫຼາຍພໍຄວມທາງດ້ານກຳລັງຄົນ ກຳລັງວັດຖຸ ການເງິນຂອງລວມໝູ່ ຂອງລັດ ແລະ ປະເທດ.
ປີ 2013, ສະພາບການໂລກ ແລະ ພາກພື້ນຍັງຈະຜັນປ່ຽນຢ່າງສັບສົນ, ຄຽງຂ້າງໂອກາດດີ ແລະ ຄວາມສະດວກພື້ນຖານ, ປະເທດເຮົາກໍ່ຕ້ອງສືບຕໍ່ປະເຊີນໜ້າຕໍ່ຄວາມຫຍຸ້ງຍາກ ສິ່ງທ້າທາຍຫຼາຍຢ່າງ;… ເພາະສະນັ້ນ, ບັນດາອົງການໜັງສືພິມ ແລະ ຖັນແຖວຜູ້ເຮັດວຽກງານໜັງສືພິມ ຕ້ອງຮັບຮູ້ໄດ້ຢ່າງຈະແຈ້ງກ່ຽວກັບສະພາບແວດລ້ອນ ສະຖານະການ, ຕ້ອງກຳນົດແຈ້ງຈຸດໝາຍ ໜ້າທີ່ຂອງຕົນໃນປີ 2013 - ປີຫົວລ້ຽວຫົວຕໍ່ ແຫ່ງການປະຕິບັດບັນດາຈຸດໝາຍ ໜ້າທີ່ ແຜນການ 5 ປີ 2011 – 2015, ເພື່ອປະຕິບັດໜ້າທີ່ການເມືອງຂອງຕົນໄດ້ດີ ຕ້ອງສຸມໃສ່ດຳເນີນເປັນຢ່າງດີບາງວຽກງານດັ່ງຕໍ່ໄປນີ້:
- ພ້ອມກັນກັບບັນດາອົງການຊີ້ນຳໆພາຄຸ້ມຄອງ ແລະ ອົງການເຈົ້າຄຸ້ມຄອງໜັງສືພິມນັ້ນ, ບັນດາຄະນະພັກ ອົງການຈັດຕັ້ງພັກ ຄະນະບັນນາທິການ ບັນນາທິການໃຫຍ່ ຜູ້ອຳນວຍການ ຜູ້ອຳນວຍການໃຫຍ່ ຂອງອົງການໜັງສືພິມ ແລະ ນັກໜັງສືພິມແຕ່ລະຄົນ ຕ້ອງຍົກສູງຄວາມຮັບຜິດຊອບ ຜັນຂະຫຍາຍປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ດີ. ນັ້ນຄື: “ໜັງສືພິມຕ້ອງກຳແໜ້ນ ແລະ ໂຄສະນາຢ່າງກວ້າງຂວາງເລິກເຊິ່ງ ທັນການ ມີປະສິດທິຜົນ ແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ຕິດແໜ້ນກັບວຽກງານແນວຄິດ, ຕັ້ງໜ້າໂຄສະນາ ລະດົມສົ່ງເສີມຜົນງານຕ່າງໆ ຂອງພາລະກິດການປ່ຽນແປງໃໝ່. ເອົາໃຈໃສ່ຢ່າງຖືກລະດັບເຖິງການຄົ້ນເຜີຍ ສັນລະເສີນບັນດາປັດໃຈໃໝ່ ແບບຢ່າງກ້າວໜ້າ; ຕັ້ງໜ້າຕໍ່ສູ້ ປະກອບສ່ວນກີດກັ້ນ ແລະ ຍູ້ຖອຍການສໍ້ລາດບັງຫຼວງ ຄວາມຟຸມເຟືອຍ ອາດຍາສິດ ຄວາມຫຍໍ້ທໍ້ ແລະ ໄພສັງຄົມເປັນແຕ່ລະກ້າວ; ບອກປັດປະຕິເສດຢ່າງມີປະສິດທິຜົນ ຕໍ່ກັບຂ່າວສານ ແລະ ທັດສະນະທີ່ຜິດພາດ ປະຕິການ ເປັນປໍລະປັກ, ປົກປັກຮັກສາສະໜາມຮົບແນວຄິດຂອງພັກໄວ້ຢ່າງໜັກແໜ້ນ; ສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ຈຸດດີ, ກຳຈັດດັດແກ້ຈຸດອ່ອນ ຂໍ້ບົກພ່ອງ, ຍົກສູງຄຸນນະພາບແນວຄິດ, ລັກສະນະດູດດຶງໃຈ, ເປີດກວ້າງເປົ້າໝາຍຜູ້ອ່ານຜູ້ຟັງ, ບືນຕົວຂຶ້ນສູ່ທັນສະໄໝທາງດ້ານຕົວແບບຈັດຕັ້ງເຄື່ອນໄຫວ ທາງດ້ານພື້ນຖານວັດຖຸ ເຕັກນິກ ແລະ ເຕັກໂນໂລຊີ”.
- ສືບຕໍ່ຍູ້ແຮງການໂຄສະນາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ບັນດາມະຕິ ຄຳສັ່ງຊີ້ນຳ ຂໍ້ສະຫລຸບ ຂອງຄະນະບໍລິຫານງານສູນກາງພັກ ກົມການເມືອງ ຄະນະເລຂາ, ບັນດາເອກະສານນິຕິກຳ ກົດໝາຍຂອງລັດ, ເປັນຕົ້ນແມ່ນ ໂຄສະນາກ່ຽວກັບການຈັດຕັ້ງເກັບກຳຄວາມຄິດຄວາມເຫັນ ຂອງປະຊາຊົນ ກ່ຽວກັບຮ່າງການດັດແປງລັດຖະທຳມະນູນປີ 1992; ມະຕິກອງປະຊຸມຄັ້ງທີ 4 ສະໄໝທີ XI “ບັນຫາຮີບດ່ວນຈຳນວນໜຶ່ງ ກ່ຽວກັບການກໍ່ສ້າງພັກ ໃນປັດຈຸບັນ” ຕິດແໜ້ນກັບການຮ່ຳຮຽນ ແລະ ປະຕິບັດຕາມແວ່ນແຍງຄຸນສົມບັດສິນທຳຂອງປະທານໂຮ່ຈີມິນ; ບັນດາວິທີແກ້ເພື່ອ ຄອບງຳຈຳກັດໄພເງິນເຝີ້, ຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ຮັບປະກັນສະຫວັດດິການສັງຄົມ, ປ່ຽນແປງໃໝ່ຕົວແບບເຕີບໂຕເສດຖະກິດ, ຈັດວາງໂຄງປະກອບເສດຖະກິດຄືນໃໝ່ ດ້ວຍບັນດາຮູບການປະດິດສ້າງ ມີຊີວິດຊີວາ ມີປະສິດທິຜົນ ຖືກຕ້ອງຕາມທິດທີ່ໄດ້ກຳນົດ... ພ້ອມກັນນັ້ນ, ຕັ້ງໜ້າຕໍ່ສູ້ເພື່ອປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ ຄວາມຟຸມເຟືອຍ ແລະ ບັນດາປະກົດການຫຍໍ້ທໍ້ໃນສັງຄົມ; ປະຕິບັດເປັນຢ່າງດີ ພາລະບົດບາດຕິຊົມສັງຄົມບົນຈິດໃຈວິທະຍາສາດ ກໍ່ສ້າງ; ເປີດກວ້າງການພົວພັນແລກປ່ຽນສາກົນທາງດ້ານການສື່ຂ່າວ; ຈັດຕັ້ງການເຄື່ອນໄຫວສັງຄົມຕ່າງໆ ຢ່າງແທດເໝາະຕົວຈິງ ແລະ ມີປະສິດທິຜົນ.
- ຖືເປັນສຳຄັນ, ເອົາໃຈໃສ່ເບິ່ງແຍງດູແລວຽກງານກໍ່ສ້າງພັກຢູ່ໃນອົງການໜັງສືພິມ. ເຊີດຊູຄວາມຮັບຜິດຊອບສະມາຊິກພັກ ຂອງຜູ້ເຮັດການໜັງສືພິມ, ເປັນຕົ້ນແມ່ນຂອງຜູ້ດຳລົງຕຳແໜ່ງນຳພາ. ກໍ່ສ້າງຄະນະພັກ ໜ່ວຍພັກໃນອົງການໜັງສືພິມໃຫ້ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ເປັນແກ່ນສານການເມືອງຢ່າງແທ້ຈິງ ເພື່ອນຳພາ ຈັດຕັ້ງໃຫ້ພະນັກງານ ສະມາຊິກພັກ ຜູ້ບັນນາທິການ ແລະ ນັກຂ່າວ ປະຕິບັດເປັນຢ່າງດີບັນດາທັດສະນະ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ຄະຕິທຳ ຈຸດປະສົງຂອງໜັງສືພິມ. ເອົາໃຈໃສ່ເປັນສຳຄັນເຖິງການອົບຮົມສຶກສາການເມືອງ ແນວຄິດ, ບຳລຸງຍົກສູງຈັນຍາບັນດ້ານອາຊີບ ແບບແຜນດຳລົງຊີວິດໃຫ້ແກ່ຖັນແຖວນັກໜັງສືພິມ ຜູ້ບັນນາທິການ. ບັນດາຄະນະພັກ, ການຈັດຕັ້ງພັກໃນອົງການໜັງສືພິມ ແລະ ໃນອົງການເຈົ້າຄຸ້ມຄອງໜັງສືພິມ ຕ້ອງເພີ່ມທະວີວຽກງານຕິດຕາມ ກວດກາຕໍ່ກັບການຈັດຕັ້ງພັກ ແລະ ສະມາຊິກພັກ ຂອງອົງການໜັງສືພິມ ໃນການປະຕິບັດໜ້າທີ່ການເມືອງຂອງໝູ່ຄະນະ ແລະ ຂອງບຸກຄົນ...
- ຄະນະໂຄສະນາອົບຮົມສູນກາງ, ຄະນະກຳມະການພັກກະຊວງຖະແຫຼງຂ່າວ ແລະ ໂທລະຄົມຄົມມະນາຄົມ, ຄະນະກຳມະການພັກສະມາຄົມນັກໜັງສືພິມຫວຽດນາມ ຕ້ອງສົມທົບຢ່າງດີກັບບັນດາຂະແໜງການ ຂັ້ນຕ່າງໆ ແລະ ບັນດາອົງການກ່ຽວຂ້ອງ ໃນການສະໜອງ ແລະ ແລກປ່ຽນຂ່າວສາມ, ບົນພື້ນຖານນັ້ນ ກໍ່ຊີ້ນຳ ກຳນົດທິດການເມືອງ ແນວຄິດໃນເນື້ອໃນຂ່າວສານຂອງໜັງສືພິມ, ເປັນຕົ້ນແມ່ນ ຕໍ່ກັບບັນດາບັນຫາສຳຄັນ ສັບສົນ ກະທົບໄວທາງດ້ານວຽກງານພາຍໃນ ແລະ ການຕ່າງປະເທດ ເພື່ອຮັບປະກັນລັກສະນະເປັນເອກະພາບ ແລະ ທັນການຂອງບັນດາຂ່າວສານທີ່ລົງໃນໜັງສືພິມ. ສືບຕໍ່ຜັນຂະຫຍາຍການປະເມີນຄ່າໝາກຜົນການປະຕິບັດມະຕິ ຄຳສັ່ງ ຂໍ້ສະຫລຸບ ກ່ຽວກັບວຽກງານໜັງສືພິມ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ; ສຳເລັດການຮຽບຮຽງບັນດາໂຄງການ ຫົວຂໍ້ທີ່ກ່ຽວພັນເຖິງວຽກງານໜັງສືພິມ ແລ້ວຍື່ນສະເໜີໃຫ້ກົມການເມືອງ ຄະນະເລຂາທິການ ແລະ ລັດຖະບານ ປະກາດໃຊ້, ດັດແປງ ເພີ່ມເຕີມບັນດາກົດຂໍ້ບັງຄັບອັນຈຳເປັນ ເພື່ອແກ້ໄຂບັນດາບັນຫາພຶດຕິກຳການໜັງສືພິມວາງອອກມາ. ໃນການປະຊຸມວຽກງານໜັງສືພິມຕາມກຳນົດເວລາ, ຕ້ອງເປັນເຈົ້າການໃນການກຳນົດທິດກ່ຽວກັບເນື້ອໃນໂຄສະນາ, ພ້ອມກັນນັ້ນກໍ່ຕ້ອງແນະນຳໃຫ້ເອົາໃຈໃສ່ ຕັກເຕືອນໃຫ້ຫຼີກລ່ຽງຄວາມຜິດພາດ ຂໍ້ບົກພ່ອງ ເຊິ່ງໜັງສືພິມຕ້ອງແກ້ໄຂ ຜ່ານຜ່າ ແນໃສ່ປະຕິບັດເປັນຢ່າງດີໜ້າທີ່ທີ່ໄດ້ວາງອອກມາ. ບັນດາອົງການພາລະບົດບາດ, ອົງການເຈົ້າຄຸ້ມຄອງ ແລະ ອົງການໜັງສືພິມ ຕ້ອງເພີ່ມທະວີວຽກງານຄຸ້ມຄອງລັດຕໍ່ກັບໜັງສືພິມ; ຊົມເຊີຍໃຫ້ລາງວັນຢ່າງທັນການຕໍ່ບັນດາໝູ່ຄະນະ ບຸກຄົນທີ່ເຮັກໄດ້ດີ; ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ທ່ຽງທຳຕໍ່ຄວາມຜິດພາດຂອງໜັງສືພິມ.
- ຄະນະກຳມະການພັກລັດຖະບານ, ຄະນະກຳມະການພັກກະຊວງຖະແຫຼງຂ່າວ ແລະ ໂທລະຄົມຄົມມະນາຄົມ, ຄະນະໂຄສະນາອົບຮົມສູນກາງ ແລະ ບັນດາອົງການທີ່ກ່ຽວຂ້ອງ ດຳເນີນການສຳຫຼວດກວດຄືນ ດັດສົມ ເພີ່ມເຕີມແຜນກຳນົດການຂະຫຍາຍໜັງສືພິມ ແຕ່ສູນກາງລົງຮອດທ້ອງຖິ່ນ ຕາມທິດວິທະຍາສາດ ສົມເຫດສົມຜົນ ມີປະສິດທິຜົນ ຕາມການຊີ້ນຳຂອງກົມການເມືອງ ແລະ ຄະນະເລຂາທິການ.
ດ້ວຍມູນເຊື້ອອັນດີງາມຂອງໜັງສືພິມປະຕິວັດຫວຽດນາມ, ຂ້າພະເຈົ້ນເຊື່ອໝັ້ນວ່າ ບັນດາສະຫາຍແນ່ນອນຈະສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ ສົມກຽດກັບຄວາມໄວ້ວາງໃຈຂອງພັກ ລັດ ແລະ ປະຊາຊົນ./.
*ບົດນີ້ໄດ້ລົງພິມໃນ ວາລະສານກອມມູນິດ ສະບັບທີ 846 (ເດືອນເມສາ 2013)