ວຽກງານຊາວໜຸ່ມເປັນບັນຫາເປັນຕາຍ ຂອງຊາດ, ເປັນໜຶ່ງໃນປັດໄຈຕັດສິນ ຊະນະ ຫຼື ປະລາໄຊ ຂອງການປະຕິວັດ

ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູກກາງ ພັກກອມມູນິດຫວຽດນາມ
03:46, 21-03-2013



.- ສະຫາຍ ຫງວຽນ​ຝູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ເຂົ້າຮ່ວມ ແລະ ປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສະໄໝ 2012 – 2017. ຂໍນຳສະເໜີບາງເນື້ອໃນ ບົດປາໄສຂອງເພິ່ນ ຕໍ່ເພື່ອນຜູ້ອ່ານທັງຫຼາຍ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳປາໄສຕໍ່ກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ X - ຮູບຂອງ: tienphong.vn

     ໃນຕະຫຼອດໄລຍະຍາວປະຫວັດສາດຂອງຊາດ, ຈາກຮຸ້ນຄົນນີ້ໄປສູ່ຮຸ້ນຄົນອື່ນ, ຊາວໜຸ່ມຫວຽດນາມ ເວລາໃດກໍ່ຍົກສູງນ້ຳໃຈຮັກຊາດ, ບໍ່ຢ້ານກົວຕໍ່ຄວາມທຸກຍາກລຳບາກ, ການເສຍສະຫຼະ, ກຽມພ້ອມອຸທິດຕົນເພື່ອພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຄະນະຊາວໜຸ່ມກອມມູນິດ ​ໂຮ່ຈີ​ມິນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍພັກ ແລະ ລຸງ​ໂຮ່, ໄດ້ນຳພາ ແລະ ຝຶກຝົນຫຼໍ່ຫຼອມ ໃນຕະຫຼອດ 80 ປີທີ່ຜ່ານມາ, ຄະນະຊາວໜຸ່ມ ໄດ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ປະຕິບັດໜ້າທີ່ສາມັກຄີ, ເຕົ້າໂຮມ, ສຶກສາອົບຮົມ, ໂຄສະນາຂົນຂວາຍຊາວໜຸ່ມເຂົ້າຮ່ວມ ບັນດາຂະບວນການປະຕິວັດ ໄດ້ດີທີ່ສຸດ. ພາຍໃຕ້ຄັນທຸງສະຫງ່າລາສີຂອງພັກ, ຊາວໜຸ່ມຍຸກສະໄໝ ໂຮ່ຈີມິນ ​ໄດ້ສູ້ຊົນຢ່າງບໍ່ຢຸດຢັ້ງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ອຸປະສັກນາໆປະການ, ປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງດີເລີດ, ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຂຽນໜ້າປະຫວັດສາດໃໝ່ ທີ່ພິລະອາດຫານ, ປົດປ່ອຍຊາດ, ເຕົ້າໂຮມປະເທດຊາດເປັນເອກະພາບ, ຍູ້ແຮງພາລະກິດປ່ຽນແປງໃໝ່ ເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສີວິໄລ.

     ໃນຊຸມປີມໍ່ໆ ນີ້, ຈາກພຶດຕິກຳການເຄື່ອນໄຫວທີ່ຫຼາກຫຼາຍ ແລະ ຟົດຟື້ນຂອງໄວໜຸ່ມ, ທົ່ວທຸກຂົງເຂດ ໄດ້ປະກົດມີຊາວໜຸ່ມທີ່ກ້າວໜ້າ ຫຼາຍຄົນ, ມີການຈັດຕັ້ງຊາວໜຸ່ມດີເດັ່ນ ຫຼາຍບ່ອນ, ປະກອບສ່ວນເຕີມແຕ່ງ ມູນເຊື້ອອັນສະຫງ່າງາມ ຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ. ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ ຂອງຄະນະຊາວໜຸ່ມ ໄດ້ສືບຕໍ່ເປີດກວ້າງ. ບັນດາຂະບວນການເຄື່ອນໄຫວ ຕະລຸມບອນໃນການພັດທະນາ ເສດຖະກິດ, ສັງຄົມ ແລະ ປົກປັກຮັກສາປະເທດຊາດ”, “ຮ່ວມກັນສ້າງຕົນ, ສ້າງອາຊີບ”… ໄດ້ສ້າງບາດກ້າວໃໝ່ ໃນຊີວິດສັງຄົມ. ບັນດາການເຄື່ອນໄຫວດຳລົງຊີວິດ ທີ່ເປັນມູນເຊື້ອ, ການສຶກສາອົບຮົມ, ວິຖີດຳລົງຊີວິດ, ວັນທະນະທຳ, ສິລະປະ, ກິລາກາຍຍະກຳ, ຊ່ວຍເຫຼືອຜູ້ທຸກຍາກ, ເຂດທຸກຍາກ, ຕ້ານໄພທຳມະຊາດ, ໄພນ້ຳຖ້ວມສາມາດດຶງດູດເອົາ ກຳລັງໄວໜຸ່ມເຂົ້າຮ່ວມ ຢ່າງຫຼວງຫຼາຍ, ທັງປະກອບສ່ວນ ປະຕິບັດໜ້າທີ່ລວມ ຂອງປະເທດຊາດ, ທັງຢັ້ງຢືນບົດບາດຕະລຸມບອນ ຂອງຄະນະຊາວໜຸ່ມ.

     ເຖິງແນວໃດກໍ່ຕາມ, ກໍ່ຕ້ອງຍອມຮັບຢ່າງຕົງໄປຕົງມາວ່າ, ໃນວາລະສະໄໝທີ່ຜ່ານມາ, ການເຄື່ອນໄຫວ ຂອງຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ ກໍ່ຍັງປະກົດມີຈຸດອ່ອນ, ຂໍ້ຄົງຄ້າງ ຫຼາຍຢ່າງ. ຄະນະຊາວໜຸ່ມ ຍັງບໍ່ທັນສ້າງໄດ້ການຂະຫຍາຍຕົວ ທີ່ສະໜ່ຳສະເໝີ ໃນແຕ່ລະຂັ້ນ, ຍັງບໍ່ທັນເສີມຂະຫຍາຍໄດ້ຢ່າງເຂັ້ມແຂງ ຄວາມສາມາດບົ່ມຊ້ອນ, ກຳລັງຄົ້ນຄິດປະດິດສ້າງ ຂອງຊາວໜຸ່ມ.

     ຕໍ່ກອງປະຊຸມ​ໃຫຍ່ເທື່ອນີ້, ຂ້າພະເຈົ້າຂໍສະເໜີໃຫ້ບັນດາສະຫາຍ ສຸມສະຕິປັນຍາສົນທະນາ ເພື່ອຕີລາຄາຢ່າງຖືກຕ້ອງ ຕໍ່ສະພາບການ, ສະຫຼຸບສັງລວມຢ່າງເລິກເຊິ່ງ ຕໍ່ພຶດຕິກຳຄວາມເປັນຈິງ, ນຳສະເໜີທິດທາງ, ໜ້າທີ່, ວິທີແກ້ໄຂຕິດແທດຕົວຈິງ, ມີປະສິດທິຜົນສູງ ໃນສະໄໝແຕ່ 2012 – 2017. ຂ້າພະເຈົ້າພຽງແຕ່ເນັ້ນໜັກ ແລະ ຕັ້ງບັນຫາຈຳນວນໜຶ່ງ ເພື່ອໃຫ້ກອງປະຊຸມ​ໃຫຍ່ໄດ້ສົນທະນາ, ພິຈາລະນາ, ຕັດສິນ:

     ໜຶ່ງແມ່ນ, ຕ້ອງຮັບຮູ້ໄດ້ຢ່າງຄົບຖ້ວນ ແລະ ເລິກເຊິ່ງຕື່ມອີກ ຕໍ່ບົດບາດ, ທີ່ຕັ້ງຂອງຊາວໜຸ່ມ ແລະ ຄະນະຊາວໜຸ່ມ ໃນຍຸກສະໄໝໃໝ່.

     ພວກເຮົາລ້ວນແຕ່ຮູ້ວ່າ, ຊາວໜຸ່ມແມ່ນພາກສ່ວນໜຶ່ງທີ່ສຳຄັນສຸດຂອງສັງຄົມ, ເປັນຕົວແທນໃຫ້ກຳລັງແຮງຂອງຊາດ. ຊາວໜຸ່ມເຂັ້ມແຂງ ຊາດຈິ່ງເຂັ້ມແຂງ; ຢູ່ໃນກຳລັງແຮງຂອງຊາດ ກໍ່ຍັງມີ ກຳລັງແຮງຂອງຊາວໜຸ່ມ. ໃນປະຫວັດສາດຂອງຊາດເຮົາ ກໍ່ໄດ້ມີຜູ້ນຳຫຼາຍທ່ານທີ່ເກັ່ງກ້າ, ອາດຫານ, ຍາດໄດ້ຜົນງານ ໃນການສູ້ຮົບທີ່ດີເລີດ ໃນຄາວທີ່ຍັງເປັນໄວໜຸ່ມ.

     ຮຸ້ນຊາວໜຸ່ມໃນປັດຈຸບັນນີ້ ໄດ້ສືບທອດມູນເຊື້ອອັນດີເລີດ ຂອງຊາດ ແລະ ບັນດາໝາກຜົນ ຂອງການປະຕິວັດ, ເປີດກວ້າງການຮ່ວມມືກັບສາກົນ; ພວກເຂົາມີດ້ານທີ່ເປັນທ່າແຮງພື້ນຖານ ນັ້ນແມ່ນລະດັບການສຶກສາ ທີ່ສູງກວ່າແຕ່ກ່ອນ, ມີສະຕິພິບໄຫວຕໍ່ສະພາບການ, ມີນ້ຳໃຈຮັກຊາດ, ມີຄວາມມຸ່ງມາດປາດຖະໜາ ພາປະເທດຊາດຫຼຸດພົ້ນຈາກຄວາມທຸກຍາກ, ລ້າຫຼັງ, ປະຕິບັດຈຸດໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສີວິໄລ. ຊາວໜຸ່ມ ແລະ ວຽກງານຊາວໜຸ່ມຍິ່ງມີບົດບາດ, ທີ່ຕັ້ງພິເສດສຳຄັນ ແລະ ຍິ່ງໃຫຍ່. ວຽກງານຊາວໜຸ່ມເປັນບັນຫາເປັນຕາຍຂອງຊາດ, ເປັນໜຶ່ງໃນບັນດາປັດໄຈຕັດສິນຊະນະ ຫຼື ການປະລາໄຊ ຂອງການປະຕິວັດ. ບັນຫາຊາວໜຸ່ມ ແລະ ວຽກງານຊາວໜຸ່ມ ເວລາໃດກໍ່ຖືກພັກ ແລະ ລັດຖືສຳຄັນ, ຝາກຄວາມເຊື່ອໝັ້ນເລິກເຊິ່ງ ຕໍ່ກຳລັງຊາວໜຸ່ມ ແລະ ອົງການຈັດຕັ້ງຊາວໜຸ່ມ. ແຕ່ກະໂຕຊາວໜຸ່ມ ແລະ ອົງການຈັດຕັ້ງຊາວໜຸ່ມເອງ ກໍ່ຕ້ອງຮັບຮູ້ໄດ້ຢ່າງເລິກເຊິ່ງຕື່ມອີກ ຕໍ່ທີ່ຕັ້ງ, ບົດບາດ ແລະ ພາລະກຳຂອງຕົນ, ຍົກສູງສະຕິຄວາມຮັບຜິດຊອບ, ອອກແຮງພະຍາຍາມຢ່າງບໍ່ຢຸດຢັ້ງ, ສູ້ຊົນສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຍົກລະດັບຄວາມຮູ້, ຄຸນສົມບັດປະຕິວັດ ເພື່ອປະຕິບັດສຳເລັດພາລະກຳປະຫວັດສາດ, ນຳໜ້າໃນການຕໍ່ສູ້ ເອົາຊະນະຄວາມທຸກຍາກລຳບາກ, ລ້າຫຼັງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການປະຕິວັດໃນສະພາບໃໝ່, ປະກອບສ່ວນສ້າງ ແລະ ປົກປັກຮັກສາປະເທດຊາດ.

     ສອງແມ່ນ, ຖືສຳຄັນ ແລະ ປະຕິບັດໃຫ້ດີກວ່າເກົ່າອີກ ຕໍ່ວຽກງານສຶກສາອົບຮົມການການເມືອງ - ແນວຄິດໃຫ້ແກ່ຊາວໜຸ່ມ.

     ຍຸກສະໄໝປັດຈຸບັນ, ວິທະຍາສາດ ແລະ ເຕັກໂນໂລຊີ, ເສດຖະກິດພູມປັນຍາ ພວມຂະຫຍາຍຕົວຢ່າງໄວວາ; ເຕັກໂນໂລຊີດ້ານຂໍ້ມູນຂ່າວສານ ມີບາດກ້າວຂະຫຍາຍຕົວແບບກະໂດດຂັ້ນ ໃນສະພາບການເມືອງ, ເສດຖະກິດໂລກ ທີ່ມີຄວາມຜັນປ່ຽນຢ່າງສັບສົນ. ຊາວໜຸ່ມຈຳນວນໜຶ່ງ ມີທ່າອ່ຽງ​ເບິ່ງເບົາ ຕໍ່ຄຸນຄ່າມະນຸດສະທຳ, ຂໍ້ກຳນົດກົດລະບຽບ, ຫຼັກສິນທຳ, ຕົກໃນໄພສັງຄົມ. ຊາວໜຸ່ມຈຳນວນບໍ່ໜ້ອຍ ມີຈິດຕະສາດຖ້າຮັບຜົນ, ເອື່ອຍອີງນຳການເກື້ອກູນ ຂອງຄອບຄົວ ແລະ ສັງຄົມ; ສັ່ນຄອນ, ຕົກທ່າຮັບ, ບໍ່ຍອມສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ຍົກສູງລະດັບຄວາມຮັບຮູ້ ທາງດ້ານການເມືອງ, ວິຊາສະເພາະ, ວິຊາອາຊີບ. ດ້ວຍເຫດນັ້ນ, ຄະນະຊາວໜຸ່ມຕ້ອງຖືສຳຄັນພິເສດ ແລະ ປະຕິບັດໃຫ້ດີຕື່ມອີກ ຕໍ່ວຽກງານສຶກສາອົບຮົມການເມືອງ - ແນວຄິດໃຫ້ສະມາຊິກ, ຊາວໜຸ່ມ. ອັນນີ້ ທັງເປັນຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຮີບດ່ວນ, ທັງມີລັກສະນະຍຸດທະສາດຍາວນານ ແລະ ເປັນໄມ້ຫຼາວັດແທກ ປະສິດທິຜົນການເຄື່ອນໄຫວ ຂອງຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ. ຄະນະຊາວໜຸ່ມຕ້ອງຊ່ວຍພັກ ໃນການເຕົ້າໂຮມ, ສາມັກຄີ, ສຶກສາອົບຮົມ, ກໍ່ສ້າງຊາວໜຸ່ມ, ກໍ່ສ້າງຮຸ້ນຊາວໜຸ່ມ ທີ່ມີຄົບຄຸນທາດການເມືອງ, ລະດັບຄວາມຮູ້, ຫົວຄິດປະດິດສ້າງ ເພື່ອສືບຕໍ່ຢ່າງຈົ່ງຮັກພັກດີ ແລະ ດີເລີດ ຕໍ່ພາລະກິດປະຕິວັດທີ່ສະຫງ່າ ຂອງພັກ ແລະ ຊາດ.

     ສາມແມ່ນ, ຍູ້ແຮງບັນດາຂະບວນການເຄື່ອນໄຫວປະຕິວັດ, ເສີມຂະຫຍາຍບົດບາດຕະລຸມບອນ, ປະດິດສ້າງຂອງໄວໜຸ່ມ.

     ຄະນະຊາວໜຸ່ມຕ້ອງມີຫຼາຍຮູບການ ແລະ ມາດຕະການທີ່ເໝາະສົມ ເພື່ອເສີມຂະຫຍາຍບົດບາດຕະລຸມບອນ, ປະດິດສ້າງ, ນ້ຳໃຈຂານອາສາ, ປຸກຕື່ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງຊາວໜຸ່ມທຸກຊັ້ນຄົນ, ປຸກລະດົມຊາວໜຸ່ມນຳໜ້າ ໃນການປະຕິບັດພາລະກິດ ຫັນປະເທດເປັນອຸດສາຫະກຳ, ທັນສະໄໝ, ປະຕິດບັດສຳເລັດຢ່າງດີເລີດ ບັນດາໜ້າທີ່ການເມືອງ, ວິຊາສະເພາະ ຢູ່ໃນແຕ່ລະທ້ອງຖິ່ນ, ກົມກອງ. ບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ ຕ້ອງເລີ່ມຈາກບັນດາໜ້າທີ່ການເມືອງລວມ ຂອງປະເທດຊາດ, ໂດຍສະເພາະແມ່ນ ໃນການພັດທະນາເສດຖະກິດ - ສັງຄົມ, ຮັກສາສະຖຽນລະພາບທາງການເມືອງ, ກໍ່ສ້າງ ແລະ ປັບປຸງພັກ, ກໍ່ສ້າງລັດ, ປັບປຸງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຄະນະຊາວໜຸ່ມມີຫຼາຍຮູບການເຄື່ອນໄຫວ ທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ເໝາະສົມກັບໄວໜຸ່ມ, ດຶງດູດຊາວໜຸ່ມເຂົ້າຮ່ວມຢ່າງຕັ້ງໜ້າ ໃນຂະບວນການປະຕິ ວັດ, ໂດຍສະເພາະແມ່ນ ໃນບັນດາຂົງເຂດ, ທ້ອງຖິ່ນ ທີ່ມີຄວາມທຸກຍາກລຳບາກ, ສະແດງອອກຢ່າງຈະແຈ້ງ ບົດບາດຕະລຸມບອນ ຕາມຈິດໃຈ ຢູ່ໃສຕ້ອງການ ຊາວໜຸ່ມຂານອາສາ, ວຽກຫຍັງຍາກ ຊາວໜຸ່ມບຸກ”. ພ້ອມກັນນັ້ນ, ໂດຍຜ່ານບັນດາຂະບວນການເຄື່ອນໄຫວປະຕິວັດ ຂອງຄະນະຊາວໜຸ່ມ, ສ້າງສະພາບແວດລ້ອມສົດໃສ ເພື່ອໃຫ້ຊາວໜຸ່ມ ຝຶກຝົນຫຼໍ່ຫຼອມ ​ແລະ ສ້າງວິຖີຊີວິດທີ່ດີງາມ ​ໃຫ້​ແກ່ຕົນເອງ.

     ສີ່ແມ່ນ, ເອົາໃຈໃສ່ປັບປຸງການຈັດຕັ້ງຄະນະຊາວໜຸ່ມໃຫ້ເຂັ້ມແຂງ, ມີກຳລັງພຽບພ້ອມ ເພື່ອຮອງຮັບຕໍ່ພາລະບົດບາດແກ່ນສານ ໃນຂະບວນການຊາວໜຸ່ມ ແລະ ບັນດາສະມາຄົມຊາວໜຸ່ມ, ນັກສຶກສາ; ພ້ອມກັນນັ້ນ ກໍ່ຕັ້ງໜ້າເຂົ້າຮ່ວມໃນການກໍ່ສ້າງພັກ.

     ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງຖືສຳຄັນໜ້າທີ່ເອົາໃຈໃສ່ໃນການກໍ່ສ້າງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ທີ່ເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງຢ່າງແທ້ຈິງ, ສົມກັບທີ່ເປັນເພື່ອນຮ່ວມທາງຂອງຊາວໜຸ່ມ ແລະ ກອງກຳລັງສຳຮອງທີ່ໜ້າເຊື່ອຖືຂອງພັກ. ເປີດກວ້າງ​ແນວ​ໂຮ​ມສາມັກຄີ, ເຕົ້າໂຮມຊາວໜຸ່ມທັງໃນ ແລະ ຕ່າງປະເທດ ດ້ວຍຫຼາຍຮູບແບບ, ອຸດົມສົມບູນ; ແກ້ໄຂຜ່ານ​ຜ່າທຸກປະກົດ​ການ ທີ່ເປັນຮູບການ ​ແບບ​ແຜນການບໍລິຫານ ໃນວຽກງານຊາວໜຸ່ມ. ເອົາໃຈໃສ່ຍົກສູງຄຸນນະພາບສະມາຊິກຊາວໜຸ່ມ, ຄຸນນະພາບພະນັກງານຊາວໜຸ່ມ, ໂດຍສະເພາະແມ່ນຄຸນນະພາບດ້ານການເມືອງ, ແນວຄິດ ແລະ ລັກສະນະປະຈັນບານ, ຄວາມເປັນແບບຢ່າງ. ຍູ້ແຮງການປ່ຽນແປງໃໝ່ແບບວິທີການເຄື່ອນໄຫວ ຂອງຄະນະຊາວໜຸ່ມ, ໂດຍສະເພາະແມ່ນຢູ່ຮາກຖານ, ບັນດາເຂດຫ່າງໄກສອກຫຼີກ, ແນວຊາຍແດນ ແລະ ເກາະດອນ. ເອົາໃຈໃສ່ ແລະ ເປັນເຈົ້າການ ໃນການກຳນົດແຜນການ, ສຶກສາກໍ່ສ້າງ, ບຳລຸງ, ນຳໃຊ້ ແລະ ສັບຊ້ອນ ພະນັກງານຊາວໜຸ່ມ, ຝຶກຝົນຫຼໍ່ຫຼອມ ແລະ ເລືອກເຟັ້ນບັນດາພະນັກງານຊາວໜຸ່ມທີ່ດີເດັ່ນ, ມີຄົບຄຸນທາດການເມືອງ ແລະ ກຳລັງຄວາມສາມາດ ເພື່ອສະເໜີເປັນແຫຼ່ງພະນັກງານສືບທອດ ໃຫ້ພັກ, ລັດ ແລະ ບັນດາອົງການຈັດຕັ້ງສັງຄົມຕ່າງໆ.

    ພັກເຮົາໄດ້ຢືນຢັນຫຼາຍຄັ້ງ​ແລ້ວວ່າ: ຊາວໜຸ່ມເປັນພາກສ່ວນແກ່ນສານຂອງສັງຄົມ, ເປັນເສົາຄ້ຳຂອງຂາດ, ເປັນກຳລັງຕະລຸມບອນ ຂອງການປະຕິວັດ ແລະ ເປັນເຈົ້າຂອງອະນາຄົດ ຂອງປະເທດຊາດ; ຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ເປັນກອງກຳລັງສຳຮອງທີ່ໜ້າເຊື່ອຖື ຂອງພັກ; ວຽກງານຊາວໜຸ່ມເປັນວຽກງານ ມີລັກສະນະຍຸດທະສາດ, ມີຄວາມໝາຍເປັນຕາຍຂອງຊາດ. ໃນໂອກາດນີ້, ຂ້າພະເຈົ້າຂໍສະເໜີໃຫ້ ຄະນະພັກແຕ່ລະຂັ້ນ, ອຳນາດການປົກຄອງ, ແຕ່ລະຂະແໜງການ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງຕໍ່ທັດສະນະ, ແຜນນະໂຍບາຍ ຂອງພັກກ່ຽວກັບຊາວໜຸ່ມ ແລະ ວຽກງານຊາວໜຸ່ມ ໃນຍຸກສະໄໝໃໝ່; ເຊື່ອໝັ້ນ ແລະ ມອບໝາຍໜ້າທີ່ ໃຫ້ຊາວໜຸ່ມ; ເອົາໃຈໃສ່, ຊ່ວຍເຫຼືອປຸກລະດົມ ແລະ ສ້າງເງື່ອນໄຂ ເພື່ອໃຫ້ຊາວໜຸ່ມ ມີຄວາມໝັ້ນໃຈ ເຂົ້າຮ່ວມໃນບັນດາໜ້າທີ່ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ຂອງປະເທດຊາດ, ຂອງບັນດາທ້ອງຖິ່ນ, ກົມກອງ. ເບິ່ງແຍງຕໍ່ສິດຜົນປະໂຫຍດອັນຊອບທຳ ຂອງຊາວໜຸ່ມ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ຊາວໜຸ່ມໄດ້ສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ພັດທະນາຮອບດ້ານ. ກໍ່ສ້າງຊາວໜຸ່ມ ໃຫ້ກາຍເປັນບັນດາຜູ້ນຳ, ຜູ້ຄຸ້ມຄອງ, ນັກທຸລະກິດທີ່ເກັ່ງ; ບັນດາຊ່ຽວຊານທີ່ດີເລີດ ໃນທຸກຂົງເຂດສັງຄົມ; ບັນດາປັນຍາຊົນທີ່ເກັ່ງ ທາງດ້ານການຄົ້ນຄວ້າວິທະຍາສາດ; ບັນດານັກສິລະປະທີ່ເກັ່ງ; ບັນດາແຮງງານທີ່ມີສີມືດີ. ລະດົມຊາວໜຸ່ມເຂົ້າຮ່ວມໃນ ການກໍ່ສ້າງບັນດາໂຄງການ, ບັນດາຂົງເຂດ, ບັນດາເຂດເສດຖະກິດທີ່ສຳຄັນ, ຫຍຸ້ງຍາກ, ສ້າງຊົນນະບົດໃໝ່. ສ້າງເງື່ອນໄຂໃຫ້ຊາວໜຸ່ມກູ້ຢືມທຶນ ເພື່ອທຳການຜະລິດ, ທຸລະກິດ; ພ້ອມກັນນັ້ນ ກໍ່ເປີດກວ້າງເຄືອຂ່າຍສິດສອນ ວິຊາຊີບ ແລະ ແນະນຳວຽກເຮັດງານທຳ ໃຫ້ຊາວໜຸ່ມ

     ພັກ, ລັດ ແລະ ປະຊາຊົນຫວຽດນາມ ເວລາໃດກໍ່ເຊື່ອໝັ້ນ ໃນຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ຮຸ້ນຄົນໜຸ່ມຫວຽດນາມ. ພ້ອມກັນນັ້ນກໍ່ຮຽກຮ້ອງ, ມຸ່ງຫວັງວ່າຄະນະຊາວໜຸ່ມຕ້ອງປະຕິບັດໄດ້ດີຕື່ມອີກ ຕໍ່ພາລະບົດບາດ, ໜ້າທີ່ຂອງຕົນ, ປະກອບສ່ວນກໍ່ສ້າງຮຸ້ນຊາວໜຸ່ມ ໃຫ້ກາຍເປັນບັນດານັກຮົບປະຈັນບານ, ນຳເອົາຄັນທຸງຂອງພັກ ແລະ ລຸງໂຮ່ ໄປສູ່ໄຊຊະນະສຸດທ້າຍ./.