ຄວາມຮັບຮູ້ທາງທິດສະດີຂອງພັກກ່ຽວກັບ ວັດທະນະທໍາ
ຕໍ່ການປະຕິວັດ, ຕໍ່ ການປ່ຽນແປງໃໝ່ ແລະ ການພັດທະນາ
ຜ່ານບັນດາ
ໄລຍະທາງປະຫວັດສາດ ແຫ່ງການປະຕິວັດຫວຽດນາມ

ໂດຍ ຮສ, ປອ ຫງວຽນ ເຖກີ໋
ປະທານສະພາທິດສະດີ ແລະ ວິຈານສິລະປະ ວັນນະຄະດີສູນກາງ, ອະດີດກໍາມະການສູນກາງພັກ, ອະດີດອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ
11:25, 04-04-2022

ວກ. - ຫວນຄືນ 91 ກ່ວາປີທີ່ຜ່ານມາ, ນັບແຕ່ພັກກອມມູນິດຫວຽດນາມ​​ໄດ້​ຮັບ​ການ​ກໍ່​ຕັ້ງໃນວັນທີ 3 ກຸມພາ 1930 ມາຮອດປັດຈຸບັນ, ບັນດາທັດສະນະພື້ນຖານຂອງ​ພັກກ່ຽວກັບວັດທະນະທໍາ ການພັດທະນາວັດທະນະທໍາ ​ແລະ​ ກ່ຽວ​ກັບ​ມະນຸດ ​ໄດ້​ຮັບ​ການປະກອບເພີ່ມເຕີມເທື່ອລະກ້າວ, ປັບປຸງໃຫ້ສົມບູນຢ່າງມີວິທະຍາສາດ ປະຕິວັດ ແລະ ມະນຸດອາລະຍະທຳ. ລະບົບບັນດາທັດສະນະດັ່ງກ່າວ ໄດ້​ເຮັດ​ໃຫ້​ປະຊາຊົນ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນ ເພາະທັງໝົດລ້ວນແຕ່​ກ້າວໄປເຖິງຈຸດໝາຍ​ແມ່ນ ​ເພື່ອ​ຄວາມ​ຜາ​ສຸກ​ຂອງປະຊາຊົນ.

 

ນັບຕັ້ງແຕ່ເວລາທີ່ຫາກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ​ໃນ​ຕະຫຼອດ​ຂະ​ບວນວິວັດ​ແຫ່ງການຂົນຂວາຍປະຕິວັດ, ພັກກອມມູນິດຫວຽດນາມ ໄດ້ຖືສໍາຄັນວັດທະນະທໍາເປັນ ພິເສດ, ໂດຍສະເພາະແມ່ນ ການແກ້ໄຂສາຍພົວພັນລະຫວ່າງວັດທະນະທໍາຕໍ່ກັບຊາດ, ຕໍ່ກັບການປະຕິວັດ, ຕໍ່ກັບໂລກ, ຕໍ່ກັບການປ່ຽນແປງໃໝ່ ແລະ ການພັດທະນາ. ໃນປີ 1943, ສະຫາຍ ເຈື່ອງຈິງ, ເລຂາທິການໃຫຍ່ຂອງພັກ ໄດ້ໝູນໃຊ້ບັນດາທັດສະນະຂອງ​ລັດທິມາກ, ຂອງພັກເຮົາ ແລະ ຜູ້ນໍາ ຫງວຽນອ໋າຍກວັກ ​ເພື່ອຂຽນ​ໂຄງ​ຮ່າງ​ວັດທະນະທໍາຫວຽດນາມ (ຍັງໄດ້ເອີ້ນວ່າ ໂຄງຮ່າງວັດທະນະທໍາປີ 1943). ພັກ​ກອມ​ມູນິດຫວຽດນາມ ໄດ້ວາງ ໂຄງການວັດທະນະທໍາ ສະບັບໜຶ່ງອອກເປັນຄັ້ງທໍາອິດ ເຊິ່ງໃນນັ້ນ, ເນື້ອໃນ, ລັກສະນະ, ການຈັດຕັ້ງ, ກໍານົດທິດການພັດທະນາຂອງ​ການ​ປະຕິວັດ​ທາງ​ດ້ານວັດທະນະທໍາໜຶ່ງ ພຽງແຕ່ສາມາດຕິດພັນກັບການ​ປະຕິວັດ​ປົດ​ປ່ອຍ​ຊາດ ແລະ ອະນາຄົດຂອງພື້ນຖານວັດທະນະທໍາດັ່ງກ່າວ ຫຼັງຈາກການປະຕິວັດ ​ໄດ້​ຮັບ​ຜົນສໍາເລັດເທົ່ານັ້ນ. ໂຄງຮ່າງວັດທະນະທໍາຫວຽດນາມ (ປີ 1943) ໄດ້ກໍານົດການ​ສ້າງ​ພື້ນຖານວັດທະນະທໍາຫວຽດນາມ (ລວມທັງແນວຄິດ, ວິຊາການສຶກສາ, ສິລະປະ), “ຈະຂຶ້ນກັບການປະຕິວັດປະຊາທິປະໄຕປົດ​ປ່ອຍໄດ້ຮັບໄຊຊະນະ ​ເຊິ່ງຈະ​ໄດ້​ພົ້ນ​ອອກ​ຈາກແອກປົກຄອງ ແລະ ຈະນໍາທັນກັບວັດທະນະທໍາປະຊາທິປະໄຕແບບໃໝ່ຂອງ ໂລກ”(1)ໄດ້ຢັ້ງຢືນສາມຫຼັກການ ຄື“ຫັນເປັນຊາດ”; “ຫັນເປັນມະຫາຊົນ”; “ຫັນ​ເປັນ​ວິທະຍາສາດ”; ພາລະກິດວັດທະນະທໍາແມ່ນຂອງປວງຊົນທັງຊາດ, ພາຍໃຕ້ກາ​ນຳພາ​ຂອງພັກ; ໄດ້ຢັ້ງຢືນລັກສະນະພື້ນຖານວັດທະນະທໍາໃໝ່ຂອງຫວຽດນາມ ຢ່າງຈະແຈ້ງ ນັ້ນແມ່ນ “ຊາດ​ນິຍົມ​ໃນ​ຮູບ​ແບບ, ປະຊາທິປະ​ໄຕ​ໃໝ່​ໃນ​ເນື້ອ​ໃນ”(2).

ໃນໄລຍະເວລາດຽວ​ກັນ​ນັ້ນ, ປຶ້ມ​ບັນ​ທຶກ​ບົດ​ກະ​ວີ​ ປະ​ພັນ​ໂດຍ​ປະ​ທານ​ໂຮ່​ຈີ​ມິນ​ ຢູ່​ຄຸກ​ຂອງ​ອຳນາດ​ການ​ປົກຄອງ ຈຽງ​ໄກ​ເຊ​ກ ​ແຂວງ​ກວາງ​ຊີ, ປະ​ເທດ​ຈີນ, ຕໍ່​ມາ​ໄດ້ລວບ​ຮວມ​ເປັນ “ບັນທຶກໃນຄຸກ” (1942 - 1943), ໃນ​ໜ້າ​ສຸດ​ທ້າຍ, ເພິ່ນ​ໄດ້​ຂຽນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ: “ເພື່ອ​ການ​ດຳລົງ​ຄົງ​ຕົວ ​ແລະ ຈຸດປະສົງຂອງຊີວິດ, ມວນ​ມະນຸດ​ຈຶ່ງ​ປະດິດ​ສ້າງ ແລະ ຄົ້ນ​ພົບພາສາ, ຕົວໜັງສື, ຄຸນສົມບັດ, ກົດໝາຍ, ວິທະຍາສາດ, ສາສະໜາ, ວັນນະຄະດີ, ສິລະປະ, ບັນດາເຄື່ອງມືສຳລັບການດໍາລົງ​ຊີ​ວິ​ປະຈໍາວັນ ກ່ຽວ​ກັບ​ການ​ກິນ​ຢູ່, ນຸ່ງຫົ່ມ ແລະ ແບບວິທີນໍາໃຊ້ຕ່າງໆ. ທັງໝົດບັນດາການປະດິດສ້າງ ແລະ ການ​ຄົ້ນ​ພົບດັ່ງກ່າວ ແມ່ນວັດທະນະທໍານີ້ເອງ. ວັດທະນະທໍາ​ແມ່ນ​ການ​ສັງ​ລວມຂອງ​ທຸກ​ແບບ​ວິທີ​ແຫ່ງການດໍາລົງຊີວິດ ພ້ອມກັບການສະແດງອອກຂອງມັນ ເຊິ່ງມວນມະນຸດ​ໄດ້​ປະດິດ​ສ້າງ​ຂຶ້ນ​ມາ ເພື່ອຕອບສະໜອງບັນດາ​ຄວາມ​ຕ້ອງການ​ໃນ​ການດໍາລົງຊີວິດ ແລະ ຄວາມຮຽກຮ້ອງຕ້ອງການຂອງການຄົງຕົວ”(3).

ພາຍຫຼັງການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ໄດ້​ຮັບ​ຜົນ​ສໍາ​ເລັດ, ​ໃນ​ກອງ​ປະຊຸມ​ຂອງ​ສະພາ​ລັດຖະບານ​ຄັ້ງທໍາ​ອິດ (ວັນ​ທີ 3 ກັນຍາ 1945), ປະທານ ​ໂຮ່ຈີ​ມິນ ​ໄດ້​ຍົກ​ຂຶ້ນ 6 ໜ້າທີ່​ອັນ​ຮີບ​ດ່ວນ​ຂອງ​ລັດ​ ແຫ່ງສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ, ​ໃນນັ້ນ ​ມີ​ສາມໜ້າທີ່​ອັນ​ຮີບ​ດ່ວນ​ກ່ຽວກັບ​ວັດທະນະ​ທໍາຄື: ໜຶ່ງ​ແມ່ນ, ພ້ອມ​ກັບ​ການ​ດັບ​ສູນສັດຕູ​ຄວາມອຶດ​ຫີ​ວ ຕ້ອງ​ໄດ້​ດັບ​ສູນ​ສັດຕູ​ຄວາມໂງ່​ຈ້າ; ສອງ​ແມ່ນ, ຕ້ອງ​ສຶກສາຈິດ​ໃຈ​ໃຫ້​ແກ່​ປະຊາຊົນ; ສາມ​ແມ່ນ, ໃຊ້​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ແລະ​ສາສະໜາ.

​ແນວທາງ​ວັດທະນະ​ທໍາ​ການ​ຕໍ່ຕ້ານຄ່ອຍ​ໄດ້​ຮັບ​ການ​ສ້າງຕັ້ງ ​ແລະ ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ ​ໃນ​ຈົດໝາຍກ່ຽວກັບ “ໜ້າທີ່​ວັດທະນະ​ທໍາ​ຫວຽດນາມ​ໃນ​ຂະ​ບວນການ ກູ້​ຊາດ ​ແລະ ສ້າງ​ສາ​ປະ​ເທດ​ຊາດ​ປະຈຸ​ບັນ” ຂອງ​ສະຫາຍ ​ເຈື່ອງ​ຈິງ, ​ເລຂາທິການ​ໃຫຍ່​ສົ່ງ​ໃຫ້​ປະທານ ​ໂຮ່ຈີ​ມິນ ​ໃນ​ວັນທີ 16 ພະຈິກ 1946. ​ໃນວຽກງານທີ່​ຫຼວງ​ຫຼາຍ​ກ່າຍກອງ​ຂອງ​ລັດ ​​ເພື່ອ​ຕ້ານ​ຄືນສັດຕູ​ຄວາມອຶດ​ຫີ​ວ,​ ສັດຕູ​ຄວາມໂງ່​ຈ້າ ​ແລະ​ ສັດຕູ​ຜູ້​ຮຸກ​ຮານ, ພາຍ​ໃຕ້​ການ​ຊີ້​ນໍາຂອງ​ປະທານ ​ໂຮ່ຈີ​ມິນ, ກອງ​ປະຊຸມ​ວັດທະນະ​ທໍາ​ທົ່ວ​ປະ​ເທດ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 24 ພະຈິກ 1946 ທີ່​ໂຮງ​ລະຄອນ​ໃຫຍ່​ນະຄອນຫຼວງ ຮ່າ​ໂນ້ຍ. ຕາມ​ແຜນການ,​ ກອງ​ປະຊຸມ​ຈະ​ເຮັດ​ວຽກ​ໃນ​ເວລາ​ 3 ​ວັນ, ​ແຕ່​ຍ້ອນ​ສະພາບ​ການສູ້​ຮົບຢ່າງ​ເຄັ່ງ​ຕຶງ​ຢູ່ ຫາຍ​ຝ່ອງ ​ແລະ ພວມ​ມີ​ໄພ​ອັນຕະລາຍ​ເກີດ​ຂຶ້ນ​ຢູ່ ຮ່​າໂນ້ຍ ​ໂດຍ​ໄວ​ ຈິ່ງ​ໄດ້​ປິດ​ກອງ​ປະຊຸມ​ພາຍຫຼັງ​ການ​ເຮັດ​ວຽກ​ໃນ​ເວລາໜຶ່ງວັນຢ່າງ​ຮີບ​ດ່ວນ ​ແລະ ມີ​ປະ​ໂຫຍ​ດທີ່​ສຸດ. ກອງ​ປະຊຸມ​ໄດ້​ຕ້ອນຮັບ​ນັກ​ເຄື່ອນ​ໄຫວ​ວັດທະນະ​ທໍາດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ເຂົ້າຮ່ວມ​ຈໍານວນ 200 ກ່ວາ​ຄົນ. ​ໃນບົດ​ປາ​ໄສ​ໄຂ​ກອງ​ປະຊຸມ, ປະທານ ​ໂຮ່ຈີ​ມິນ ​ໄດ້​ຢັ້ງຢືນ​ວ່າ: “ພື້ນຖານ​ວັດທະນະ​ທໍາ​ໃໝ່ຂອງຫວຽດນາມ​ຕ້ອງ​ຖື​ເອົາ​ຄວາມຜາສຸ​ກຂອງ​ປະຊາຊົນ, ຂອງ​ຊາດ​ເປັນ​ພື້ນຖານ, ຕ້ອງ​ຮຽນ​ເອົາ​ບັນດາ​ສິ່ງ​ທີ່​ດີງາມ​ຂອງ​ວັດທະນະ​ທໍາ​ຕ່າງປະ​ເທດ, ສ້າງ​​ພື້ນຖານ​ວັດທະນະ​ທໍາ​ຫວຽດນາມ,​ ​ເຮັດ​ໃຫ້​ວັດທະນະ​ທໍາ​ໃໝ່ຕ້ອງ​ແກ້​ໄຂ​ໄດ້​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຂີ້ຄ້ານ, ຄວາມ​ສົມບູນ​ແຕ່​ຮູບ​ນອກ, ​ຟູມເຟືອຍ, ຕ້ອງ​ເຮັດ​ໃຫ້​ທຸກ​ຄົນ​ມີ​ອຸດົມ​ຄະຕິ​​ແຫ່ງຄວາມ​ເປັນ​ເຈົ້າຕົນ​ເອງ ​ແລະ ​ເອກະລາດ”(4). ​ເພິ່ນ​ໄດ້​ຢັ້ງຢືນ​ວ່າ: “ຖື​ເອົາ​ວັດທະນະ​ທໍາ​ເປັນ​ອັນ​​ເຍືອງ​ທາງ​ໃຫ້​ແກ່​ປະຊາຊົນ​​ໃນ​ປະ​ເທດກ້າວ​ໄປ”(5). ບົດ​ລາຍ​ງານ​ຂອງ​ຄະນະ​ກໍາມະການ​ຂົນຂວາຍວັດທະນະ​ທໍາ​ທົ່ວ​ປະ​ເທດ​ ໄດ້​ຍົກ​​ໃຫ້​ເຫັນບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້, ພ້ອມ​ດຽວກັນ​ນັ້ນ, ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ຄວາມ​ສາມັກຄີ, ການ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ ​ແລະ ວາງໜ້າທີ່​ຂອງ​ວັດທະນະ​ທໍາ​ຫວຽດນາມໃນ​ສະພາບ​ການ​ໃໝ່. ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງຄະນະ​ກໍາມະການ​ວັດທະນະ​ທໍາ​ທົ່ວ​ປະ​ເທດ ​ປະກອບ​ມີກໍາມະການ​ສົມບູນ​ຈໍານວນ 15 ຄົນ ​ແລະ ສໍາຮອງ​ຈໍາ​ນວນ 5 ຄົນ. ຜົນ​ສໍາ​ເລັດ​ອັນ​ໃຫຍ່​ຫຼວງຂອງ​ກອງ​ປະຊຸມ​ ໄດ້​ວາງພື້ນຖານສໍາຄັນ​ໃຫ້​ແກ່ລະບົບ​ວັດທະນະ​ທໍາ​ໃໝ່ຂອງຫວຽດນາມ.

ປະຊາຊົນຕາແສງ ລີ໋ຫອກ, ເມືອງ ຫວີງບ໋າວ, ນະຄອນ ຫາຍຝ່ອງ ມອບຮູບປັ້ນເສນາໃຫຍ່ ຫງວຽນ ບີ້ງຄຽມ ໃຫ້ສະຫາຍ ຫງວຽນ ຝູຈ້ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ _ພາບ: TTXVN

ໃນ​ເດືອນມີນາ 1947, ປະທານ ​ໂຮ່ຈີ​ມິນ ​ໄດ້​ຂຽນ​ເອກະສານ ຊີວິດໃໝ່ອະທິບາຍ​ບັນດາບັນຫາ​ແທດ​ເໝາະກັບ​ພຶດຕິ​ກໍາ​ຕົວ​ຈິງ​ໃນ​ແນວທາງ, ​ແຜນ​ນະ​ໂຍບາຍ​ກ່ຽວກັບ​ວັດທະນະ​ທໍາ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ທີ່​ເຂົ້າ​ໃຈງ່າຍ​ທີ່​ສຸດ.

ໃນ​ຊຸມ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ລໍາບາກກາກ​ກໍາ ຕ້ານ​ຄືນ​ພວກລ່າ​ເມືອງ​ຂຶ້ນ​ຝຣັ່ງຜູ້​ຮຸກ​ຮານ, ພັກ​ເຮົາ ​ແລະ ປະທານ ​ໂຮ່ຈີ​ມິນ ​ໄດ້​ນໍາພາ​ຈັດ​ກອງ​ປະຊຸມ​ວັດທະນະ​ທໍາ​ທົ່ວ​ປະ​ເທດ​ຄັ້ງທີ​ສອງ, ປະຊຸມ​ແຕ່​ວັນ​ທີ 16 ​ເຖິງ​ວັນ​ທີ 20 ກໍລະກົດ 1948 ຢູ່​ຫວຽດບັກ. ​ໃນ​ຈົດໝາຍສົ່ງ​ໃຫ້​ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ, ປະທານ ​ໂຮ່ຈີ​ມິນ ​ໄດ້​ເນັ້ນ​ໜັກ​ວ່າ: “​ໃນ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການຕໍ່ຕ້ານ ​ເພື່ອ​ສ້າງສາ​ປະ​ເທດ​ຊາດຂອງ​ຊົນ​ຊາດ​ເຮົາ,​ ວັດທະນະ​ທໍາ​ໄດ້ຫາບ​ແບກ​ສ່ວນໜຶ່ງທີ່​ສໍາຄັນ​ທີ່​ສຸດ... ບັນດາ​ນັກ​ວັດທະນະ​ທໍາ​ຂອງ​ພວກ​ເຮົາ​ຕ້ອງ​ມີ​ບັນ​ດາບົດ​ປະພັນຢ່າງ​ເໝາະສົມ, ບໍ່ພຽງ​ແຕ່​ເພື່ອ​ສັນລະ​ເສີນ​ພາລະກິດ​ການ​ຕໍ່ຕ້ານ​ສ້າງສາ​ປະ​ເທດ​ຊາດ​​ໃນ​ປະຈຸ​ບັນເທົ່າ​ນັ້ນ ​ແຕ່ຍັງ​ເພື່ອສືບ​ທອດປະຫວັດສາດ​ການ​ຕໍ່ສູ້​ສ້າງສາ​ປະ​ເທດ​ຊາດອັນສະຫງ່າ​ອົງອາດ​ໃຫ້​ແກ່ຄົນ​ຮຸ່ນ​ຫຼັງອີກ​ດ້ວຍ(6).

ວັນ​ທີ 18 ກໍລະກົດ 1948, ສະຫາຍ ​ເຈື່ອງ​ຈິງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ໄດ້​ສະ​ເໜີບົດ​ລາຍ​ງານ​ສໍາຄັນ​ຕໍ່ກອງ​ປະຊຸມ​ທີ່​ມີ​ຫົວ​ຂໍ້​ວ່າ ລັດທິ​ມາກ ​ແລະ ວັດທະນະ​ທໍາ​ຫວຽດນາມ”. ບົດ​ລາຍ​ງານ​ໄດ້​ຫັນ​ເປັນ​ລະບົບ,​ ຫັນ​ເປັນອັນ​ລະອຽດ ​ແລະ ຂະຫຍາຍ​ບັນດາ​ທັດສະນະ,​ ຫຼັກການ, ທິດ​ນໍາ​ຂອງ ​ໂຄງການ​ວັດທະນະ​ທໍາ​ຫວຽດນາມ (ປີ 1943) ຂອງ​ພັກ, ມີ​ຄຸນຄ່າ​ຄື: ​ແມ່ນ​ໂຄງການ​ວັດທະນະ​ທໍາ​ຂອງ​ພັກ​ໄລຍະ​ຕໍ່ຕ້ານ,​ ສ້າງສາ​ປະ​ເທດ​ຊາດ. ບົດ​ລາຍ​ງານ​ໄດ້​ຍົກ​ຂຶ້ນ 6 ໜ້າທີ່​ຕົ້ນຕໍ່ຂອງ​ວັດທະນະ​ທໍາ​ເຊັ່ນ: 1- ກໍານົດ​ສາຍ​ພົວພັນລະຫວ່າງ​ວັດທະນະ​ທໍາ ​ແລະ ການ​ປະຕິວັດ​ປົດ​ປ່ອຍ​ຊາດ,​ ປຸກລະດົມ​ວັດ ທະນະທໍາ​ກູ້​ຊາດ; 2- ສ້າງ​ພື້ນຖານ​ວັດທະນະ​ທໍາ​ປະຊາທິປະ​ໄຕ​ແບບ​ໃໝ່ຂອງຫວຽດນາມ ​ທີ່​ມີ​ລັກສະນະ​ຊາດ, ວິທະຍາສາດ, ມະຫາຊົນ ​ເຊິ່ງຄໍາ​ຂວັນທີ່​ແທດ​ເໝາະກັບ​ພຶດຕິ​ກໍາ​ຕົວ​ຈິງ​ໃນ​ເວລາ​ນີ້ຄື ​ຊາດ ​ແລະ ​ປະຊາທິປະ​ໄຕ; 3- ລົບ​ລ້າງ​ໄພ​ກືກໜັງສືຢ່າງ​ຕັ້ງໜ້າ, ​ເປີດມະຫາວິທະຍາ​ໄລ ​ແລະ ​ໂຮງຮຽນ​ມັດທະຍົມ​ສຶກສາ, ປະຕິ​ຮູບ​ການ​ຮຽນຕາມ​ຈິດ​ໃຈ​ໃໝ່, ລົບ​ລ້າງ​ວິທີ​ການ​ສອນ​ແບບປັ່ນສະໝອງ; 4- ສຶກສາ​ປະຊາຊົນ​ຄືນ​ໃໝ່, ປຸກລະດົມ​ການ​ປະຕິບັດ​ການ​ດໍາລົງ​ຊີວິດ​ແບບ​ໃໝ່; 5- ຂະຫຍາຍ​ສິ່ງ​ທີ່ດີ​ໃນ​ວັດທະນະ​ທໍາ​ຂອງຊາດ, ພ້ອມ​ດຽວກັນ​ນັ້ນ, ລົບ​ລ້າງ​ສິ່ງ​ທີ່​ບໍ່ດີ ຫຼ້າຫຼັງ ເສື່ອມໂຊມ, ສະກັດ​ກັ້ນ​ການ​ແຊກ​ຊຶມ​ຂອງສິ່ງ​ເສດ​ເຫຼືອວັດທະນະ​ທໍາ​ລ່າ​ເມືອງ​ຂຶ້ນ​ແລະປະຕິ​ການ, ຮຽນ​ເອົາສິ່ງ​ທີ່ດີງາມຂອງ​ວັດທະນະ​ທໍາ​ໂລກ; 6- ສ້າງຕັ້ງຖັນ​ແຖວ​ປັນຍາ​ຊົນ​ໃໝ່ ​ເພື່ອ​ມີ​ການ​ປະກອບສ່ວນ​ໃຫ້ແກ່​ຂະ​ບວນການ​ຕໍ່ຕ້ານ, ​ສ້າງສາ​ປະ​ເທດ​ຊາດ ​ແລະ ​ໃຫ້​ແກ່​ການ​ປະຕິວັດ​ຫວຽດນາມ​ຢ່າງ​ຕັ້ງໜ້າ.

ພາຍຫຼັງກອງ​ປະຊຸມ​ວັດທະນະ​ທໍາ​ທົ່ວ​ປະ​ເທດ​ຄັ້ງທີ​ສອງໄດ້​ສາມ​ວັນ ​ແມ່ນ​ກອງ​ປະຊຸມ​ສິລະ​ປະ​ວັນນະຄະດີ​ທົ່ວ​ປະ​ເທດ ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 23 ​ເຖິງ​ວັນ​ທີ 25 ກໍລະກົດ 1948. ນັກ​ສິລະ​ປິນຜູ້​ແທນ​ຂອງ​ຂະ​ແໜງການ​ວັນະ​ຄະດີ, ​ເວທີ​ສະ​ແດງ, ດົນຕີ, ສິລະປະສະຖາປັດ, ສິລະ​ປະກໍາ​ຕ່າງໆຈໍານວນ 80 ກ່ວາ​ຄົນ​ ໄດ້​ມາ​ເຂົ້າຮ່ວມ​ກອງ​ປະຊຸມ. ​ໃນ​ເຫດການ​ອັນ​ສໍາຄັນດັ່ງກ່າວ,​ ສະມາຄົມ​ສິລະ​ປະວັນນະຄະດີ​ຫວຽດນາມ​ ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ, ​ເປັນ​ການ​ສືບທອດ​ອັນ​ດີງາມ​ຂອງ​ສະມາຄົມ​ວັດທະນະ​ທໍາ​ກູ້​ຊາດ​ທີ່​ໄດ້​ຮັບ​ການ​ສ້າງຕັ້ງປີ 1943.

​ແຕ່​ປີ 1950 ​ເປັນຕົ້ນ​ໄປ, ຮູບແບບການ​ກໍ່​ສ້າງວັດທະນະ​ທໍາ​ການຕໍ່ຕ້ານ​ໄດ້ມີການ​ປັບປຸງ, ຮູບ​ການ ກອງ​ປະຊຸມ​ວັດທະນະ​ທໍາ​ທົ່ວ​ປະ​ເທດ​ບໍ່​ໄດ້​​ໃຊ້ອີກ​ຕໍ່​ໄປ ​ແຕ່​ແນວທາງ, ທັດສະນະ, ຈຸດໝາຍ,​ ໜ້າທີ່​ຂອງ​ວັດທະນະ​ທໍາ, ສິລະ​ປະ​ວັນນະຄະດີ​ ສືບຕໍ່​ໄດ້​ຮັບ​ການປະກອບ​ເພີ່ມ​ເຕີມ, ຂະຫຍາຍ​ໃນ​ບັນດາ​ມະຕິ, ຄໍາ​ສັ່ງ​ຂອງ​ພັກ ​ແລະ ນະ​ໂຍບາຍ, ກົດໝາຍຂອງ​ລັດ. ​ໃນ​ຈົດໝາຍສົ່ງ​ໃຫ້​ບັນດາ​ນັກ​ແຕ້​ມ​ ເນື່ອງ​ໃນ​ໂອກາດ​ຈັດການວາງສະ​ແດງຈິດຕະກໍາ (ປີ 1951), ປະທານ ​ໂຮ່ຈີ​ມິນ ​ໄດ້ຊີ້​ແຈ້ງວ່າ: “ວັດທະນະ​ທໍາ​ສິລະ​ປະກໍ​ແມ່ນ ​ແນວ​ໂຮມໜຶ່ງ. ອ້າຍ​ເອື້ອຍ​ນ້ອງ​ເປັນ ນັກຮົບ ​ໃນ​ແນວ​ໂຮມ​ດັ່ງກ່າວ(7). ​ເພິ່ນ​ໄດ້​ຢັ້ງຢືນບົດບາດປະຈັນບານ​ຂອງ​ວັດທະນະ​ທໍາ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ​ຢ່າງ​ຈະ​ແຈ້ງ. ວັດທະນະ​ທໍາ​ພ້ອມ​ກັບ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ທະຫານ​ຕ່າງໆ... ຕ້ອງ​ສ້າງ​ເປັນ​ບັນດາ​ແນວ​ໂຮມ​ທີ່​ມີ​ກໍາລັງ​ແຮງ​ອັນ​ໃຫຍ່​ຫຼວງ​ ໃນ​ການ​ຕໍ່ຕ້ານ​ອັນ​ຍືດ​ເຍື້ອຍາວ​ນານ​ຂອງຊາດ. “ວັດທະນະ​ທໍາ, ສິລະ​ປະກໍ​ຄື​ທຸກ​ການ​ເຄື່ອນ​ໄຫວ​ອື່ນໆ, ບໍ່ສາມາດ​ຢູ່​ນອກ ​ເຊິ່ງຕ້ອງ​ຢູ່​ໃນ​ເສດຖະກິດ ​ແລະ ການ​ເມືອງ(8).

​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 3 ຂອງ​ພັກ (​ເດືອນ​ກັນ​ຍາ 1960) ​ໄດ້​ຊີ້​ແຈ້ງ​ແນວທາງ​ສ້າງ​ພື້ນຖານ​ວັດທະນະ​ທໍາ​ມີ ​ເນື້ອ​ໃນ​ສັງຄົມນິຍົມ ​ແລະ ລັກສະນະ​ຊາດ. ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ສ້າງ​ສັງຄົມ​ນິຍົມ, ພັກ​ໄດ້​ກໍານົດ​ວ່າ ວັດທະນະ​ທໍາ, ​ແນວ​ຄິດ​ເປັນການ​ປະຕິວັດໜຶ່ງ, ດໍາ​ເນີນ​ພ້ອມ​ກັນ ​ແລະ ຕິດ​ພັນ​ກັບ​ການ​ປະຕິວັດ​ພົວພັນ​ການ​ຜະລິດ ​ແລະ ການ​ປະຕິວັດ​ວິທະຍາສາດ​ເຕັກນິກ ​ຢ່າງ​ແໜ້ນ​ແຟ້ນ. ​ແນວທາງ​ດໍາ​ເນີນ​ການ​ປະຕິວັດວັດທະນະ​ທໍາ, ​ແນວ​ຄິດ, ສ້າງ​ພື້ນຖານ​ວັດທະນະ​ທໍາ​ສັງຄົມ​ນິຍົມ​ທີ່​ມີ​ຄຸນ​ລັກສະນະ​ສະ​ເພາະ​ຂອງ​ຊາດ, ວິທະຍາສາດ, ມະຫາຊົນ​ ສືບຕໍ່​ໄດ້​ຮັບ​ການ​ຂະຫຍາຍຕົວ, ປະກອບ​ເພີ່ມ​ເຕີມ​ໃນ​ຊຸມ​ປີ​ທໍາ​ອິດ​ທີ່ທົ່ວ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ.

ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 4 ຂອງ​ພັກ (​ເດືອນ​ທັນວາ 1976) ​ໄດ້​ກໍານົດ​ວ່າ ການ​ສ້າງ​ຄົນ​ແບບ​ໃໝ່, ສ້າງພື້ນຖານ​ວັດທະນະ​ທໍາ​ໃໝ່, ດໍາ​ເນີນ​ການ​ຕໍ່ສູ້​ຕ້ານ​ແນວ​ຄິດ ​ແລະ ຜະລິດ​ຕະພັນ​​ວັດທະນະ​ທໍາ​ປະຕິ​ການ​ແລະ​ເປັນພິດ. ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 5 ຂອງ​ພັກ (​ເດືອນ​ມີນາ 1982) ​ໄດ້​ຊີ້​ແຈ້ງວ່າ ພື້ນຖານວັດທະ ນະທໍາ​ໃໝ່ທີ່​ພວກ​ເຮົາ​ສ້າງ ​ແມ່ນ​ພື້ນຖານ​ວັດທະນະ​ທໍາມີ​ເນື້ອ​ໃນ​ສັງຄົມ​ນິຍົມ ​ແລະ ລັກ ສະນະຊາດ, ມີ​ລັດ​ສະ​ນະ​ພັກ ​ແລະ ລັກສະນະ​ປະຊາຊົນ​ຢ່າງ​ເລິກ​ເຊິ່ງ, ​ເຊື່ອມ​ຊຶມ​ລັດທິ ຮັກ​ຊາດ ​ແລະ ລັດທິ​ກໍາມາ​ຊີບ​ສາກົນ. ກອງ​ປະຊຸມ​ໃຫຍ່​ຄັ້ງທີ 5 ຂອງ​ພັກກໍ​ໄດ້​ສະ​ເໜີ  ​ເນື້ອ​ແທ້ຄວາມ​ສໍານຶກ ຄົນ​ແບບ​ໃໝ່ສັງຄົມ​ນິຍົມ ຢ່າງ​ເລິກ​ເຊິ່ງ ​ແລະ ວາງ​ທິດ​ນໍາ ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ສ້າງ​ວັດທະນະ​ທໍາ”.

​ໄຊຊະນະ​ອັນ​ຍິ່ງໃຫຍ່ຂອງປະຊາຊົນ​ຫວຽດນາມ​ໃນ​ການ​ຕໍ່ຕ້ານສອງ​ຄັ້ງ ​ຄືຕ້ານ​ພວກລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ ຕ້ານ​​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ການ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ບໍ່ພຽງ​ແຕ່​ແມ່ນ​ໄຊຊະນະ​ຂອງ​ແນວທາງ​ການ​ເມືອງ​, ການ​ທະຫານ​ທີ່​ຖືກຕ້ອງ​ເທົ່າ​ນັ້ນ ​​ແຕ່ຍັງ​ແມ່ນ ​ໄຊ​ຊະນະ​ຂອງ​ລັດທິ​ຮັກ​ຊາດ ​ແລະ ບັນດາ​ຄຸນຄ່າ​ທາງ​ດ້ານ​ຈິດ​ໃຈ​ທີ່ຈົບງາມລ້ຳເລີດຂອງ​ຄົນ​ຫວຽດນາມ ຂອງວັດທະນະ​ທໍາ​ຫວຽດນາມ​ອີກ​ດ້ວຍ.

ຄຽງຄູ່​ກັບບັນດາຈຸ​ດດີ, ຜົນງານ​ອັນ​ໃຫຍ່​ຫຼວງ ສໍາຄັນ​ດັງ​ກ່າວ ​ຂອງ​​ໄລຍະ​ເວລາ​ຫຼາຍກ່ວາ​ສິບ​ປີ​ທີ່​ຜ່ານ​ມາ, ວຽກງານ​ນໍາພາ, ຄຸ້ມ​ຄອງ ​ແລະ ການ​ປະຕິບັດວັດທະນະ​ທໍາກໍ​ຕົວ​ຈິງກໍມີ​ຂໍ້​ຈໍາກັດ​ແລະ​ຈຸດ​ອ່ອນ. ​ເປົ້າໝາຍ, ​ເນື້ອ​ໃນ​ການ​ປະຕິວັດ​ທາງ​ດ້ານ​ແນວ​ຄິດ, ວັດທະນະ​ທໍາ​ໄລຍະ​ນີ້ ກໍ​ຖືກ​ກໍານົດ​ດ້ວຍ​ການ​ປະຕິວັດ​ພົວພັນ​ການ​ຜະລິດທີ່​ແນວ​ຄິດ​ຊີ້​ນໍາ​ແມ່ນ​ລົບ​ລ້າງ​ກໍາມະສິດ​ເອກະ​ຊົນ​ຢ່າງຂາດ​ຂັ້ນ, ລົບ​ລ້າງ​ການ​ກົດ​ຂີ່​ຂູດ​ຮີດແຮງ​ໄວ​ແຮງ​ດີ, ​ແມ່ນນໍາ​ເອົາ​ພົວພັນ​ການ​ຜະລິດ​ສັງຄົມນິຍົມ​ໄປ​ກ່ອນ​ບາດກ້າວໜຶ່ງ, ​ແຍກ​ອອກ​ຈາກ​ລະດັບ​ການ​ພັດທະນາ​ຕົວ​ຈິງ​ຂອງ​ກໍາລັງ​ການ​ຜະລິດ. ​ສົງຄາມ ​ພ້ອມ​ກັບ​ກົນ​ໄກ​ການຄຸ້ມຄອງ​ຫັນ​ເປັນ​ແຜນການ ​ແບບ​ລວມສູນ, ອາດ​ຍະ​ສິດ, ​ເກື້ອກູນ ​ແລະ ຈິດຕະສາດ​ຕີ​ລວາດ​ກວາດ​ພຽງ​ສະ​ເໝີກັນ ​ໄດ້​ຫຼຸດຜ່ອນ​ແຮງ​ຜັກ​ດັນ​ການພັດທະນາ​ວັດທະນະ​ທໍາ ​ແລະ ການ​ສຶກສາ​; ກົດໜ່ວງຄວາມ​ສາມາດ​ໃນ​ການ​ປະດິດ​ສ້າງ​ແບບ​ເສລີ​ຂອງ​ນັກ​ສິລະ​ປິນ ​ແລະ ຍິ່ງ​ກວ່າ​ນັ້ນ​ແມ່ນ ​ກົດໜ່ວງການ​ພັດທະນາ​ຂອງ​ປະ​ເທດ.

ພາຍຫຼັງ​ການ​ປົດ​ປ່ອຍ​ພາກ​ໃຕ້​ແລະ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ, ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ລັດ​ຫວຽດນາມ ຕ້ອງພິຈາລະນາ​ຄືນ ​ເພື່ຶອຊອກ​ຫາ​ເສັ້ນທາງ​ປ່ຽນ​ແປງ​ໃໝ່ປະ​ເທດ, ກ່ອນ​ອື່ນໝົດ​ແມ່ນ​ ປ່ຽນ​ແປງ​ໃໝ່ຈິນຕະນາການ​​ເສດຖະກິດ. ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 6 ຂອງ​ພັກ (ປີ 1986) ​ໄດ້​ຢັ້ງຢືນ​ທັດສະ​ນະ​ດັ່ງກ່າວ​ຢ່າງ​ຈະ​ແຈ້ງຈາກ​ການ​ປ່ຽນ​ແປງ​ໃໝ່ທາງ​ດ້ານ​ເສດຖະກິດ,​ ການ​ເມືອງ, ພັກ​ເຮົາຈະ​ກໍານົດ​ພື້ນຖານ​ທິດ​ສະ​ດີ ​ແລະ ພຶດຕິ​ກໍາ​ຕົວ​ຈິງ ​ເພື່ອ​ປ່ຽນ​ແປງ​ໃໝ່ທາງ​ດ້ານ​ວັດທະນະ​ທໍາ. ​ໃນ​ໄລ​ຍະ​ແຕ່​ປີ 1986 ​ເຖິງ​ປີ 1994, ຂົງ​ເຂດ​ວັດທະນະ​ທໍາ, ສິລະ​ປະ​ວັນນະຄະດີ​ໄດ້ຮັບ ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ​ຢ່າງ​ເລິກ​ເຊິ່ງກ່ວາ​ເກົ່າ. ​ໂຄງການ​ການ​ເມືອງສ້າງສາ​ປະ​ເທດ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວຂຶ້ນສູ່​ສັງຄົມ​ນິຍົມ ​ໄດ້​ຮັບຮອງ​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 7 (ມິຖຸນາ 1991) ກໍານົດ​ວ່າ ພື້ນຖານ​ວັດທະນະ​ທໍາ​ທີ່​ພວກ​ເຮົາ​ສ້າງນັ້ນ​ ແມ່ນ​ພື້ນຖານ​ວັດທະນະ​ທໍາ​ທີ່​ກ້າວ ໜ້າ ​ແລະ ​ເຕັມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ(9), ​ແມ່ນໜຶ່ງ​ໃນ​ຫົກຄຸນ​ລັກສະນະ​ສະ​ເພາະ ພື້ນຖານ ​ຂອງ​ລະບອບ​ສັງຄົມ​ນິຍົມຢູ່​ຫວຽດນາມ.

ສະ​ນັ້ນ, ຮອດ​ໂຄງການ​ການ​ເມືອງ (ປີ 1991) ຄວາມ​ຮັບ​ຮູ້​ກ່ຽວກັບ​ການ​ສ້າງ, ​ຂະຫຍາຍພື້ນຖານ​ວັດທະນະ​ທໍາ​ທີ່​ກ້າວໜ້າ, ​ເຕັມ​ໄປ​ດ້ວຍ​​ເອກະລັກ​ປະຈຳ​ຊາດ ​ທັງ​ແມ່ນ​​ເປົ້າໝາຍສູ້ຊົນ, ທັງ​ແມ່ນໜ້າທີ່ສໍາຄັນ​ເປັນ​ຢ່າງ​ຍິ່ງ ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສູ່ສັງຄົມ​ນິຍົມ​ ໄດ້​ຢັ້ງຢືນຈະ​ແຈ້ງ​ກ່ວາ​ເກົ່າ. ທັດສະນະ​ສ້າງ​ພື້ນຖານ​ວັດທະນະ​ທໍາ​ທີ່​ກ້າວໜ້າ, ​ເຕັມ​ໄປ​ດ້ວຍ​​ເອກະລັກ​ປະຈຳ​ຊາດສືບຕໍ່​ໄດ້ຮັບ​ການ​ປະກອບ​ເພີ່ມ​ເຕີມ, ຂະຫຍາຍ​​ໃນ​ບັນດາ​ເອກະສານຂອງ​ພັກ​ຢ່າງ​ຄົບ​ຖ້ວນ ​ແລະ ອຸດົມສົມບູນ​ກ່ວາ​ເກົ່າ.

ມະຕິ​ກອງ​ປະຊຸມຄະນະ​ບໍລິຫານ​ງານ​ສູນ​ກາ​ງພັກ​ຄັ້ງທີ 4, ສະ​ໄໝທີ 7 ວ່າ​ດ້ວຍໜ້າທີ່​ວັດທະນະ​ທໍາ, ສິລະ​ປະ​ວັນນະຄະດີ​ຈໍານວນໜຶ່ງ​ໃນ​ຊຸມ​ປີຕໍ່ໜ້າ, ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສໍານຶກ​ຄື: “ວັດທະນະ​ທໍາ​ແມ່ນ​ພື້ນຖານ​ທາງ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ​ເປັນ​ກໍາລັງ​ຊຸກ​ດັນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ພ້ອມ​ດຽວກັນ​ນັ້ນ, ​ເປັນ​ເປົ້າ​ໝາຍ​ຂອງ​ສັງຄົມ​ນິຍົມເປັນຄັ້ງທໍາ​ອິດ(10). ມະຕິ​ໄດ້​ຢັ້ງຢືນ​ວ່າ: “ພື້ນຖານ​ວັດທະນະ​ທໍາ​ທີ່​ພັກ​ເຮົາ​ນໍາພາ​ປວງ​ຊົນ​ທັງ​ຊາດ​ສ້າງນັ້ນ ​ແມ່ນ​ວັດທະນະ​ທໍາ​ທີ່​ກ້າວໜ້າ, ​ເຕັມ​ໄປ​ດ້ວຍ​​ເອກະລັກ​ປະຈຳຊາດ(11).

ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງທີ​ 5, ສະ​ໄໝທີ 8 ​ໄດ້​ອອກ​ມະ ຕິວ່າ​ດ້ວຍການ ສ້າງ ​ແລະ ຂະຫຍາຍ​ພື້ນຖານ​ວັດທະນະ​ທໍາ​ຫວຽດນາມ​ທີ່​ກ້າວໜ້າ, ​ເຕັມ​ໄປ​ດ້ວຍສີສັນ​ຂອງ​ຊາດ(12). ນີ້​ບໍ່ພຽງ​ແຕ່​ແມ່ນ​ເອກະສານໜຶ່ງທີ່​ມີ​ລັກສະນະ​ແນວ ທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຂອງ​ພັກ​ໃນ​ຂົງ​ເຂດ​ວັດທະນະ​ທໍາ​ເທົ່າ​ນັ້ນ ​ເຊິ່ງຍັງ​ສະ​ແດງ​ເຖິງ ຈິນຕະນາການ​ທາງ​ດ້ານທິດ​ສະ​ດີ​ວັດທະນະ​ທໍາ​ໃນ​ໄລຍະ​ປະຕິວັດ​ໃໝ່ຢ່າງ ຮອບດ້ານ ​ແລະ ​ເລິກ​ເຊິ່ງ.

ຈາກ​ຄວາມ​ຮັບ​ຮູ້​ວັດທະນະ​ທໍາ​ປະກອບ​ມີ​ຄື: ​ແນວ​ຄິດ, ວິຊາການສຶກສາ, ສິລະ​ປະ ​(ໂຄງການ​ວັດທະນະ​ທໍາ​ຫວຽດນາມ​ປີ 1943) ຈົນ​ເຖິງ​ການ​ເປີດ​ກ້ວາງ​ເນື້ອ​ແທ້​ຂອງ​ວັດ ທະນະທໍາ​ປະກອບ​ມີ​ຄື: ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນການ​ດໍາລົງ​ຊີວິດ, ວິທະຍາ ສາດ, ການ​ສຶກສາ - ກໍ່ສ້າງ, ສື່​ມວນ​ຊົນ, ວັນນະຄະດີ - ສິລະ​ປະ, ສາສະໜາ, ຄວາມ​ເຊື່ອ​ຖື​ແລະອື່ນໆ. ຈາກພື້ນຖານ​ວັດທະນະ​ທໍາ​ໃໝ່: ​ຊົນຊາດ,​ ວິທະຍາສາດ,​ ມະຫາຊົນ; ຊົນ​ຊາດ​ແມ່ນ​ຮູບ​ການ, ​ປະຊາທິປະ​ໄຕ​​ແບບ​ໃໝ່ແມ່ນ​ເນື້ອ​ໃນ (ປີ 1943) ຈົນ​ເຖິງການ​ກໍານົດ​ພື້ນຖານ​ວັດທະນະ​ທໍາທີ່ ມີ​ເນື້ອ​ໃນ​ສັງຄົມ​ນິຍົມ ​ແລະ ລັກສະນະ​ຊາດ, ມີ​ລັກສະນະ​ພັກ ​ແລະ ລັກສະນະປະຊາຊົນ​ຢ່າງ​ເລິກ​ເຊິ່ງ” (ປີ 1982), ​ໄດ້ມີ​ການ​ພັດທະນາ​ຂຶ້ນ​ອີກ​ບາດກ້າວໜຶ່ງ​ ໃນ​ເມື່ອ​ຢັ້ງຢືນ​ພື້ນຖານ​ວັດທະນະ​ທໍາ​ຫວຽດນາມ​ມີ​ລັກສະນະ​ຊາດ, ທັນ​ສະ​ໄໝ, ມະນຸດອາລະຍະ​ທໍາ (ລັດຖະທໍາ​ມະນູນປີ 1992), ສ້າງ​ແລະ​ພັດທະນາ​ພື້ນຖານວັດທະນະ​ທໍາ​ຫວຽດນາມ​ທີ່​ກ້າວໜ້າ, ​ເຕັມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ (ມະຕິ​ກອງ​ປະຊຸມ​ສູນ​ກາງພັກຄັ້ງທີ 5 ສະ​ໄໝທີ 8, ປີ 1998), ສ້າງ​ແລະພັດທະນາພື້ນຖານ​ວັດທະນະ​ທໍາ​ຫວຽດນາມ​ທີ່​ກ້າວໜ້າ, ​ເຕັມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ, ຮັບ​ເອົາ​ສິ່ງຍອດ​ຍິ່ງທາງ​ວັດທະນະ​ທໍາ​ຂອງ​ມວນ​ມະນຸດ (ລັດຖະທໍາ​ມະນູນ​ປີ 2013). ຈາກ​ທັດສະນະຕ້ອງ​ເຮັດ​ສໍາ​ເລັດ​ການ​ປະຕິວັດ​ວັດທະນະ​ທໍາ​ຈິ່ງ​​ເຮັດສໍາ​ເລັດ​ການ​ດັດ​ສ້າງ​ສັງຄົມ​ໄດ້” (ປີ 1943), ການ​ປະຕິວັດ​ແນວ​ຄິດ - ວັດທະນະ​ທໍາ​ເປັນ​ກໍາລັງ​ຊຸກ​ດັນ (ກອງ​ປະຊຸມ​ໃຫຍ່​ຄັ້ງທີ 4) ຈົນເຖິງວັດທະນະ​ທໍາ​ເປັນ​ພື້ນຖານ​ທາງ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ທັງ​ເປັນ​ເປົ້າໝາຍ,​ ທັງ​​ເປັນ​ກໍາລັງ​ຊຸກ​ດັນ​ການ​ພັດທະນາ​ເສດຖະກິດ - ສັງຄົມ” (ມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8, ປີ 1998) ແລະ ອື່ນໆ. ຈາກສາມຫຼັກການປຸລະດົມ ປ່ຽນໃໝ່ວັດທະນະທໍາຄື: ຫັນເປັນຊາດ, ຫັນເປັນມະຫາຊົນ, ຫັນເປັນວິທະຍາສາດ (ປີ 1943) ຈົນເຖິງການດໍາເນີນການປະຕິວັດສັງຄົມ​ນິຍົມ​ໃນ​ຂົງ​ເຂດແນວຄິດ ແລະ ວັດທະນະທໍາ ໄດ້ເຮັດໃຫ້ໂລກກະທັດມາກ - ເລນິນ, ແນວຄິດ ໂຮ່ຈີມິນ ມີທີ່ຕັ້ງເປັນເຈົ້າພາທາງໃນການດໍາລົງຊີວິດທາງດ້ານຈິດໃຈຂອງສັງຄົມ; ສືບ​ທອດ ແລະ ເສີມຂະຫຍາຍບັນດາມູນເຊື້ອວັດທະນະທໍາອັນດີງາມຂອງທຸກໆ​ຊົນ​ເຜົ່າພາຍ​ໃນ​ປະ​ເທດ. “ຮັບເອົາບັນດາສິ່ງຍອດຍິ່ງທາງວັດທະນະທໍາຂອງມວນມະນຸດ, ສ້າງສັງຄົມ​ໜຶ່ງທີ່ມີປະຊາທິປະໄຕ, ສີວິໄລ ເພື່ອຜົນປະໂຫຍດອັນແທ້ຈິງ ແລະ ກຽດ​ສັກ​ສີ​ຂອງຄວາມ​ເປັນ​ມະນຸດ ບົນພື້ນຖານລະດັບຄວາມຮູ້, ຄຸນສົມບັດ, ກໍາລັງກາຍ ແລະ ຄວາມສາມາດຮັບຮູ້ຄວາມງາມນັບມື້ນັບສູງຂຶ້ນ”,...(13).

ສະນັ້ນ, ມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8 ໄດ້ປະກອບເພີ່ມເຕີມ ແລະ ຂະຫຍາຍແນວທາງການສ້າງ ແລະ ພັດທະນາພື້ນຖານວັດທະນະທໍາຫວຽດນາມ​ໃຫ້ສອດຄ່ອງກັບພຶດຕິກໍາຕົວຈິງຂອງປະເທດໃນໄລຍະໃໝ່, ສອດຄ່ອງກັບທ່າອ່ຽງ ພັດທະນາຂອງຍຸກສະໄໝ ຈາກທັດສະນະກ່ຽວກັບວັດທະນະທໍາ, ທີ່ຕັ້ງ, ບົດບາດຂອງ ວັດທະນະທໍາຕໍ່ການພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງ; ຈາກທັດສະນະຊີ້ນໍາຈົນ ເຖິງເປົ້າໝາຍ, ໜ້າທີ່ ແລະ ວິທີການແກ້ໄຂຕ່າງໆ ເພື່ອສ້າງ ແລະ ພັດທະນາພື້ນຖານ ວັດທະນະທໍາຫວຽດນາມທີ່ກ້າວໜ້າ, ເຕັມໄປດ້ວຍ​ເອກະລັກ​ປະຈຳຊາດ.

ສືບຕໍ່ຢັ້ງຢືນວັດທະນະທໍາແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງພັກ (ເດືອນເມສາ 2001), ຮຽກຮ້ອງໃຫ້ “ເປີດກ້ວາງ ແລະ ຍົກສູງ ປະສິດທິຜົນການປຸກລະດົມ “ປວງຊົນທັງຊາດສາມັກຄີກັນສ້າງການດໍາລົງຊີວິດທີ່ມີວັດ ທະນະທໍາ”, “ສ້າງແບບແຜນການດໍາລົງຊີວິດທີ່ມີຄວາມສີວິໄລ ແລະ ຄອບຄົວວັດທະ ນະທໍາ..., ເຮັດໃຫ້ວັດທະນະທໍາເຊື່ອມຊຶມເຂົ້າແຕ່ລະເຂດຊຸມຊົນ, ແຕ່ລະຄອບຄົວ, ແຕ່ ລະຄົນຢ່າງເລິກເຊິ່ງ, ປັບປຸງລະບົບຄຸນຄ່າໃໝ່ຂອງຄົນຫວຽດນາມໃຫ້ສົມບູນ ແລະ ອື່ນໆ. ຍົກສູງລັກສະນະວັດທະນະທໍາໃນທຸກການເຄື່ອນໄຫວເສດຖະກິດ, ການເມືອງ, ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ”(14). ເພື່ອຊຸກຍູ້ການພັດທະນາຂອງວັນ ນະຄະດີ, ສິລະປະ, ກົມການເມືອງສູນກາງພັກໄດ້ອອກມະຕິ ເລກທີ 23 NQ/TW, ລົງ ວັນທີ 16 ມິຖຸນາ 2008, ວ່າດ້ວຍການ “ສືບຕໍ່ສ້າງ ແລະ ພັດທະນາວັນນະຄະດີ, ສິລະປະໃນໄລຍະໃໝ່”. ມະຕິໄດ້ຊີ້ແຈ້ງວ່າ: “ສືບຕໍ່ປ່ຽນແປງໃໝ່່, ສ້າງເງື່ອນໄຂສະດວກ ໃຫ້ແກ່ການພັດທະນາຢ່າງແຂງແຮງ, ຫຼາຍຮູບຫຼາຍແບບຂອງວັນນະຄະດີ, ສິລະປະກ່ຽວ ກັບຫົວຂໍ້, ເນື້ອໃນ, ປະເພດ, ວິທີການແຕ່ງ, ການຄົ້ນຄ້ວາ, ທົດລອງຕົວຈິງ, ຍົກສູງຄຸນ ນະພາບພື້ນຖານວັນນະຄະດີ, ສິລະປະຂອງປະເທດເຮົາຢ່າງຮອບດ້ານ”.

ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ (ເດືອນເມສາ 2006) ໄດ້ຢັ້ງຢືນວ່າ: “ສືບຕໍ່ ພັດທະນາຢ່າງກ້ວາງຂວາງ ແລະ ເລິກເຊິ່ງ, ຍົກສູງຄຸນນະພາບພື້ນຖານວັດທະນະທໍາ ທີ່ກ້າວໜ້າ, ເຕັມໄປດ້ວຍ​ເອກະລັກ​ປະຈຳ​ຊາດ, ຕິດພັນກັບການພັດທະນາເສດຖະກິດ - ສັງຄົມຢ່າງແໜ້ນແຟ້ນ ແລະ ຄົບຊຸດກ່ວາເກົ່າ, ເຮັດໃຫ້ວັດທະນະທໍາ​ເຊື່ອມ​ຊຶມ​ເຂົ້າ​ທຸກ​ຂົງ​ເຂດຂອງການດໍາລົງຊີວິດສັງຄົມ”. ຈິດໃຈພື້ນຖານຂອງມະຕິກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະໄໝທີ 8 ສືບຕໍ່ໄດ້ຢັ້ງຢືນໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ແລະ 11 ຂອງພັກ, ພິເສດ, ໄດ້ເນັ້ນໜັກໃນ ໂຄງການການ​ເມືອງສ້າງ​ປະ​ເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011) ຄື: ສ້າງພື້ນຖານວັດທະນະທໍາຫວຽດນາມທີ່ກ້າວໜ້າ, ເຕັມໄປດ້ວຍ​ເອກະລັກ​ປະຈຳຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ. ໃນການກໍານົດທິດພັດທະນາ, ພັກເຮົາ​ໄດ້ຢັ້ງຢືນ​ວ່າ: ສ້າງ​ພື້ນຖານ​ວັດທະນະທໍາທີ່ກ້າວໜ້າ, ເຕັມໄປດ້ວຍ​ເອກະລັກ​ປະຈຳຊາດ, ພັດທະນາ​ໃນ​ຫຼາຍ​ຮູບຫຼາຍແບບ ຢ່າງຮອບດ້ານ ແລະ ເປັນເອກະພາບ, ເຊື່ອມຊຶມຈິດໃຈມະນຸດສະທໍາ, ປະຊາທິປະໄຕ ແລະ ກ້າວໜ້າ ຢ່າງເລິກເຊິ່ງ; ເຮັດໃຫ້ວັດທະນະທໍາມີ​ຄວາມ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນໜ້ນແຟ້ນ ແລະ ເຊື່ອມຊຶມເຂົ້າທັງໝົດການດໍາລົງຊີວິດຂອງ​ສັງຄົມ​ຢ່າງ​ເລິກ​ເຊິ່ງເຊິ່ງ, ກາຍເປັນພື້ນຖານທາງດ້ານຈິດໃຈທີ່ໜັກແໜ້ນ, ເປັນກໍາລັງແຮງພາຍ​ໃນ​ທີ່ສໍາຄັນຂອງການພັດທະນາ.

ພາຍຫຼັງ 15 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8, ພາລະກິດສ້າງສາ ແລະ ພັດທະນາວັດທະນະທໍາຂອງປະເທດໄດ້ມີການປ່ຽນແປງ ຢ່າງຕັ້ງໜ້າ ແລະ ຍາດມາໄດ້ໝາກຜົນທີ່ສໍາຄັນຢ່າງຫຼວງຫຼາຍ. ແຕ່ວ່າ, ຕໍ່ບັນດາການ ປ່ຽນແປງຢ່າງໄວວາ, ຫຼາຍຮູບຫຼາຍແບບ, ສັບສົນຂອງການດໍາລົງຊີວິດໃນພື້ນຖານເສດ ຖະກິດຕະຫຼາດ ແລະ ສະພາວະຫັນເປັນໂລກາພິວັດ, ເຊື່ອມໂຍງສາກົນ, ການເຄື່ອນ ໄຫວວັດທະນະທາກໍປາກົດອອກຈຸດທີ່ບໍ່ເໝາະສົມ, ຂໍ້ຈໍາກັດ, ຈຸດອ່ອນຫຼາຍຢ່າງ; ແບບວິທີການນໍາພາຂອງພັກ, ການບໍລິຫານຂອງລັດ ໄດ້ຮັບການປ່ຽນແປງໃໝ່ຢ່າງ​ຊັກ​ຊ້າ; ພວກເຮົາຍັງບໍ່ທັນຄາດຄະເນໄດ້ລັກສະນະສັບສົນ ແລະ ບັນດາຜົນກະທົບດ້ານ​ລົບຂອງເສດຖະກິດຕະຫຼາດຕໍ່ການດໍາລົງຊີວິດທາງດ້ານວັດທະນະທາຢ່າງຄົບຖ້ວນ. ເຖິງແມ່ນວ່າ ໄດ້ກໍານົດ “ວັດທະນະທໍາທັງເປັນເປົ້າໝາຍ, ທັງເປັນກໍາລັງຊຸກດັນການ​ພັດທະນາ​ເສດຖະກິດ - ສັງຄົມ” ກໍຕາມ ແຕ່ໃນຕົວຈິງ, ໃນຄວາມຄິດ, ການ​ເຄື່ອນ​ໄຫວ, ການຈັດຕັ້ງ, ບຸກຄົນຈໍານວນບໍ່ໜ້ອຍຍັງຫງ່ຽງໄປທາງດ້ານເສດຖະກິດຫຼາຍເກີນໄປ, ຖືເບົາວັດທະນະທໍາ. ວັດທະນະທໍາຖືກຈໍາກັດກ່ຽວກັບຂອບເຂດ ແລະ ຖືກ “ຫັນ​ເປັນ​ການ​ບໍລິຫານ” ໂດຍປະລິຍາຍ, ຈະບໍ່ແມ່ນມາດຕະເກນສັງລວມໜຶ່ງກ່ຽວ​ກັບ​ບັນດາ​ຄຸນຄ່າ​ທາງ​ດ້ານວັດຖຸແລະຈິດໃຈ. ເລີ່ມຈາກພຶດຕິກໍາຕົວຈິງຂອງປະເທດພາຍຫຼັງເກືອບ 30 ປີແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ, ກອງປະຊຸມສູນກາງພັກຄັ້ງທີ 9 ສະໄໝທີ 11 ໄດ້ອອກມະຕິ ເລກທີ 33-NQ/TW, ລົງວັນທີ 9 ມິຖຸນາ 2014, ວ່າ​ດ້ວຍ​ການ “ສ້າງແລະພັດທະນາວັດທະນະທໍາ ​ແລະ ຄົນຫວຽດນາມ ຕອບສະໜອງຄວາມ​ຮຽກຮ້ອງ​ຕ້ອງການພັດທະນາແບບຍືນຍົງຂອງປະເທດ” ໃຫ້ເຫັນວ່າ ການພັດທະນາຈິນຕະນາການ​ທາງ​ດ້ານທິດສະດີຂອງພັກ, ການປະດິດສ້າງຂອງພັກ ໃນຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດຂອງວັດທະນະທໍາ, ພິເສດແມ່ນປັດໄຈຄົນ, ໃນການກໍານົດທິດທາງ, ກໍາລັງຊຸກດັນ ແລະ ລັກສະນະສະເພາະຂອງການເຄື່ອນໄຫວສ້າງ ແລະ ພັດທະນາ​ວັດທະນະທໍາ, ມະນຸດ;​ ໃຫ້ເຫັນວ່າ ລະບົບທັດສະນະຕາມຫຼັງ​ໄດ້​ສືບ​ທອດ​ທັດສະນະ​ພື້ນຖານຕ່າງໆຂອງພັກ ກ່ຽວກັບວັດທະນະທໍາໃນບັນດາສະໄໝກ່ອນໜ້ານີ້, ພ້ອມ​ດຽວ​ກັນນັ້ນ, ໄດ້ຮັບເອົາບັນດາທິດສະດີທີ່ຍອດຍິ່ງກ່ຽວກັບວັດທະນະທໍາ, ສິລະປະ ວັນນະ​ຄະດີຂອງໂລກ ຕາມຈິດໃຈປ່ຽນແປງໃໝ່ຂອງພັກ. ກອງປະຊຸມໃຫຍ່ຄັ້ງທີ 12 ​ແລະ 13 ຂອງພັກສືບຕໍ່​ໄດ້​ຮັບ​ການປະກອບເພີ່ມເຕີມ, ປັບປຸງແນວທາງ, ທັດສະນະຂອງພັກເຮົາ ກ່ຽວ​ກັບວັດທະນະທໍາ ​ແລະ ຄົນຫວຽດນາມໃຫ້ສົມບູນ, ຕອບສະໜອງຄວາມ​ຮຽກຮ້ອງ​ຕ້ອງການພັດທະນາປະເທດແບບຍືນຍົງ.

ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ກໍານົດວ່າ “ສ້າງພື້ນຖານວັດທະນະ ທໍາ ແລະ ຄົນຫວຽດນາມພັດທະນາຢ່າງຮອບດ້ານ, ກ້າວໄປເຖິງຄວາມສັດຈະທໍາ, ຄວາມກຸສົນ, ຄວາມງາມ, ເຊື່ອມຊຶມຈິດໃຈຊາດ, ມະນຸດອາລະຍະທໍາ, ປະຊາທິປະໄຕ ແລະ ວິທະຍາສາດ ແລະອື່ນໆ. ການສ້າງຄົນຫວຽດນາມທີ່ພັດທະນາຢ່າງຮອບດ້ານ ຕ້ອງກາຍເປັນເປົ້າໝາຍໜຶ່ງຂອງຍຸດທະສາດການພັດທະນາ. ຖອດຖອນ ແລະ ສ້າງລະບົບຄຸນຄ່າບັນທັດຖານ ຂອງຄົນຫວຽດນາມໄລຍະຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ ແລະ ເຊື່ອມໂຍງສາກົນ”(15).

​ໃນ​ໄລຍະທ້າຍສະໄໝທີ 12, ກົມການເມືອງສູນກາງພັກໄດ້ອອກບົດສະຫຼຸບ ເລກ ທີ 76-KL/TW, ລົງວັນທີ 4 ມິຖຸນາ 2020, ກ່ຽວກັບການ “ສືບຕໍ່ປະຕິບັດມະຕິ ເລກທີ 33-NQ/TW ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 11 ວ່າດ້ວຍການສ້າງ ແລະ ພັດທະນາວັດທະນະທໍາ, ຄົນຫວຽດນາມຕອບສະໜອງຄວາມຮຽກຮ້ອງຕ້ອງການ ພັດທະນາປະເທດແບບຍືນຍົງ”, ໃນນັ້ນ, ໄດ້ກໍານົດບັນດາເນື້ອໃນ, ການກໍານົດທິດໃຫຍ່ ຄື: ການສ້າງແລະພັດທະນາວັດທະນະທໍາ ​ແລະ ມະນຸດ ເປັນໜ້າທີ່ສໍາຄັນ, ເປັນປະຈໍາ ຂອງທົ່ວລະບົບການເມືອງ. ວັດທະນະທໍາເປັນສິ່ງ​ທີ່​ຍອດຍິ່ງຂອງຊາດ, ​ເປັນ​ພື້ນຖານ​ທາງ​ດ້ານຈິດໃຈອັນໜັກແໜ້ນຂອງສັງຄົມ, ເປັນກໍາລັງແຮງພາຍໃນທີ່ສໍາຄັນຮັບປະກັນ​ການພັດທະນາແບບຍືນຍົງ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ, ​ເພື່ອ​ເປົ້າ​ໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ​ແລະ ສີວິໄລ.     

ທັດສະນະ, ເປົ້າໝາຍ, ໜ້າທີ່ຂອງບົດສະຫຼຸບ ເລກທີ 76-KL/TW ສືບຕໍ່ໄດ້ຮັບການຢັ້ງຢືນ, ຍົກສູງໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຄື: “ສຸມໃສ່ການຄົ້ນຄ້ວາ, ກໍານົດ ແລະ ຜັນຂະຫາຍການສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທໍາ ແລະ ບັນທັດຖານຂອງຄົນໂດຍຕິດພັນກັບການຮັກສາ, ຂະຫຍາຍລະບົບຄຸນຄ່າຂອງຄອບຄົວຫວຽດນາມໃນໄລຍະໃໝ່. ​ເອົາ​ໃຈ​ໃສ່​ການ​ເບິ່ງ​ແຍງ​ວຽກງານສຶກສາ, ບໍາລຸງສ້າງ ແລະ ປົກປ້ອງເດັກນ້ອຍ, ເຍົາວະຊົນ. ​ເພີ່ມ​ທະວີ​ການ​ສຶກສານໍ້າໃຈຮັກຊາດ, ນໍ້າໃຈມີ​ຄວາມພາກພູມໃຈຕໍ່ຊາດ, ມູນເຊື້ອ ແລະ ປະຫວັດສາດ​ຂອງຊົນຊາດ, ສະຕິຄວາມຮັບຜິດຊອບທາງສັງຄົມ ໃຫ້ແກ່ບັນດາຊັ້ນຄົນປະຊາຊົນ, ພິເສດແມ່ນຊາວໜຸ່ມ”(16). ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເນັ້ນໜັກວ່າ “ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ແບບວິທີການນໍາພາຂອງພັກຢ່າງຮອບດ້ານ, ຍົກສູງປະສິດທິພາບ ​ແລະ ປະສິດທິຜົນ ການຄຸ້ມຄອງຂອງລັດກ່ຽວກັບວັດທະນະທໍາ”(17).

ເນື່ອງໃນໂອກາດສະ​ເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 131 ປີ (19 ພຶດສະພາ 1890 – 19 ພຶດສະພາ 2021), ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ມີບົດຂຽນສໍາຄັນຄື: “ບາງ​ບັນຫາ​ທິດ​ສະ​ດີ ແລະ ພຶດຕິກໍາຕົວຈິງ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນ​ສູ່​ສັງຄົມ​ນິຍົມຢູ່ຫວຽດນາມ”, ໃນນັ້ນ, ໄດ້ເນັ້ນໜັກວ່າ: “ພວກເຮົາຕ້ອງການສັງຄົມໜຶ່ງທີ່​ໃນ​ນັ້ນ​ການ​ພັດທະນາແມ່ນ ເພື່ອມະນຸດຢ່າງແທ້ຈິງ ເຊິ່ງບໍ່ແມ່ນເພື່ອຜົນປະໂຫຍດຈະ​ກົດ​ຂີ່​ຂູດ​ຮີດ ແລະ ຢຽບຢໍ່າກຽດສັກສີຂອງມະນຸດ. ພວກເຮົາຕ້ອງການການພັດທະນາ​ທາງ​ດ້ານ​ເສດຖະກິດ ໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ ເຊິ່ງຈະ​ບໍ່​ແມ່ນ​ເຮັດ​ໃຫ້ໄລຍະຫ່າງ ລະຫວ່າງຜູ້ຮັ່ງມີແລະຜູ້ທຸກຍາກ ແລະ ຄວາມຍຸຕິທໍາທາງ​ສັງຄົມ​ເພີ່ມ​ຂຶ້ນ. ພວກເຮົາຕ້ອງການສັງຄົມໜຶ່ງທີ່ມີຄວາມເມດຕາ, ສາມັກຄີກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ກ້າວໄປເຖິງບັນດາຄຸນຄ່າທີ່ກ້າວໜ້າ, ມະນຸດສະທໍາ ເຊິ່ງຈະບໍ່ແມ່ນຕ້ອງ​ແກ່ງ​ແຍ້​ງ ແບບບໍ່ມີຄວາມຍຸຕິທໍາ “ປາໃຫຍ່ກິນປານ້ອຍ” ເພື່ອຜົນປະໂຫຍດ​ເຫັນ​ແກ່​ຕົວ​ຂອງ​ບຸກຄົນຈໍານວນໜ້ອຍ ແລະ ບັນດາພັກຝ່າຍ. ພວກເຮົາຕ້ອງການການ​ພັດທະນາ​ແບບ​ຍືນ​ຍົງ, ມີຄວາມກົມກຽວກັບທໍາມະຊາດ ເພື່ອຮັບປະກັນສະພາບແວດລ້ອມການດໍາລົງຊີວິດ​ທີ່ປອດໃສ ໃຫ້ແກ່ບັນດາຮຸ່ນໃນປະຈຸບັນ ແລະ ອະນາຄົດ ເຊິ່ງຈະບໍ່ແມ່ນເພື່ອຂຸດຄົ້ນ, ຢຶດເອົາຊັບພະຍາກອນ, ນໍາໃຊ້ວັດຖຸທີ່ບໍ່ມີຂອບເຂດກໍານົດ ແລະ ທໍາລາຍສິ່ງແວດລ້ອມ ແລະ ອື່ນໆ. ແມ່ນບໍ່ວ່າ ບັນດາຄວາມມຸ່ງຫວັງອັນດີງາມດັ່ງກ່າວ ແມ່ນບັນດາຄຸນຄ່າທີ່​ແທ້​ຈິງຂອງສັງຄົມນິຍົມ ແລະ ກໍແມ່ນເປົ້າໝາຍ​ເອງ, ແມ່ນເສັ້ນທາງທີ່ປະທານ ໂຮ່ຈີມິນ, ພັກເຮົາ ແລະ ປະຊາຊົນເຮົາໄດ້ເລືອກ ແລະ ພວມຢຶດໝັ້ນ, ອົດທົນມຸ່ງໝັ້ນປະຕິບັດ ຕາມ”(18).

ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ໄດ້ຢັ້ງຢືນວ່າ: “ພວກເຮົາຕ້ອງຖືເອົາ ວັດທະນະທໍາເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ກໍາລັງແຮງພາຍໃນ, ກໍາລັງຊຸກ ດັນຂອງການພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ; ກໍານົດການພັດທະ ນາວັດທະນະທໍາຢ່າງຮອບດ້ານ, ກົມກຽວກັບການເຕີບໂຕເສດຖະກິດ ແລະ ຄວາມກ້າວ ໜ້າ, ຄວາມຍຸຕິທໍາທາງສັງຄົມ ແມ່ນການກໍານົດທິດພື້ນຖານໜຶ່ງຂອງຂະບວນວິວັດ ແຫ່ງການສ້າງສັງຄົມນິຍົມຢູ່ຫວຽດນາມ. ພື້ນຖານວັດທະນະທໍາທີ່ພວກເຮົາສ້າງເປັນພື້ນ ຖານວັດທະນະທໍາທີ່ກ້າວໜ້າ, ເຕັມໄປດ້ວຍ​ເອກະລັກ​ປະຈຳຊາດ, ເປັນພື້ນຖານ​ວັດທະນະທໍາໜຶ່ງທີ່ເອກະພາບໃນຫຼາຍຮູບຫຼາຍແບບໂດຍອີງໃສ່ບັນດາຄຸນຄ່າທີ່ກ້າວໜ້າ ​ແລະ ມະນຸດອາລະຍະທໍາ; ລັດທິມາກ - ເລນິນ ແລະແນວຄິດ ໂຮ່ຈີມິນ ມີ​ບົດບາດ​ເປັນ​ເຈົ້າພາທາງ ໃນການດໍາລົງຊີວິດທາງດ້ານຈິດໃຈ, ສືບທອດ ແລະ ເສີມຂະຫຍາຍບັນດາ​ຄຸນຄ່າທີ່ເປັນມູນເຊື້ອອັນດີງາມ ຂອງທັງໝົດຊົນເຜົ່າຕ່າງໆພາຍໃນປະເທດ, ຮັບ​ເອົາ​ບັນດາ​ຜົນງານ, ສິ່ງຍອດ​ຍິ່ງທາງ​ວັດທະນະ​ທໍາ​ຂອງ​ມວນ​ມະນຸດ, ສູ້​ຊົນ​ສ້າງ​ສັງຄົມໜຶ່ງທີ່​ມີ​ຄວາມ​ສີວິ​ໄລ, ປອດ​ໃສ​ ເພື່ອຜົນ​ປະ​ໂຫຍ​ດທີ່​ແທ້​ຈິງ ​ແລະ ກຽດສັກ​ສີ​ຄວາມ​ເປັນມະນຸດ, ບົນ​ພື້ນຖານ​ລະດັບຄວາມ​ຮູ້, ຄຸນສົມບັດ,​ ກໍາລັງ​ກາຍ, ​ແບບ​ແຜນການ​ດໍາລົງ​ຊີວິດ ​ແລະ ຄວາມສາມາດຮັບຮູ້ຄວາມງາມນັບ​ມື້​ນັບ​ສູງ​ຂຶ້ນ. ພວກ​ເຮົາ​ໄດ້​ກໍານົດ​ວ່າ: ມະນຸດ​ມີ​ບົດບາດ​ເປັນ​ໃຈກາງ​ໃນ​ຍຸດ​ທະ​ສາດການ​ພັດທະນາ; ພັດທະນາ​ວັດທະນະ​ທໍາ, ສ້າງ​ຄົນ​ທັງ​ເປັນ​ເປົ້າໝາຍ, ທັງ​​​ເປັນ​ກໍາລັງ​ຊຸກ​ດັນ ​ຂອງ​ຂະ​ບວນການ​ປ່ຽນ​ແປງ​ໃໝ່; ພັດທະນາ​ການ​ສຶກສາ - ກໍ່ສ້າງ ​ແລະ ວິທະຍາສາດ - ​ເຕັກ​​ໂນ​ໂລ​ຊີ ​ເປັນນະ​ໂຍບາຍ​ແຫ່ງ​ລັດ​ອັນ​ດັບ​ໜຶ່ງ; ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ແມ່ນໜຶ່ງ​ໃນ​ບັນດາ​ບັນຫາເປັນຕາ​ຍ, ​ເປັນ​ຕົວ​ຊີ້​ວັດ ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ; ສ້າງ​ຄອບຄົວ​ໃຫ້​ມີ​ຄວາມຜາສຸກ, ກ້າວໜ້າ, ເປັນສ່ວນ​ປະກອບ​ທີ່ປອດ​ໃສ, ໝັ້ນ​ແກ່ນຂອງ​ສັງຄົມ, ປະຕິບັດ​ຄວາມ​ສະ​ເໝີພາບລະຫວ່າງ​ຍິງ-ຊາຍ ​ເປັນ​ເປົ້າໝາຍຂອງ​ຄວາມ​ກ້າວໜ້າ ​ແລະ ສີວິ​ໄລ(19).

ຫວນ​ຄືນ​ບັນດາ​ໄລຍະ​ທີ່​ຜ່ານ​ມາ ​ເພື່ອ​ເຫັນ​ໄດ້​ບັນດາ​ການຄົ້ນຄ້ວາ,​ ປະດິດ​ສ້າງ​ທິດ​ສະ​ດີ​ກ່ຽວກັບ​ວັດທະນະ​ທໍາ​ຂອງ​ພັກ​ກອມ​ມູນິດຫວຽດນາມ ​ໂດຍ​ຕິ​ດພັນ​ກັບ​ພາລະກິດ​ປະຕິວັດ​ປົດ​ປ່ອຍ​ຊາດ, ສ້າງ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ. ບັນດາ​ຄຸນ ຄ່າທິດ​ສະ​ດີ​ວັດທະນະ​ທໍາ​​ໃນໄລຍະ​ປ່ຽນ​ແປງ​ໃໝ່ ຕ້ອງ​ໄດ້ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ຍົກ​ສູງກໍາລັງ​​ແຜ່​ປົກ​ຄຸມ ​ເພື່ອສືບຕໍ່ ​ເຍືອງ​ທາງ​ໃຫ້​ແກ່ປະຊາຊົນ​ໃນ​ປະ​ເທດ​ກ້າວ​ໄປຂ້າງ​ໜ້າ”, ​ເປັນ​ພື້ນຖານທາງ​ດ້ານ​ຈິດ​ໃຈ​ອັນໝັ້ນ​ແກ່ນ​ໃຫ້ແກ່ການ​ປ່ຽນ​ແປງ​ໃໝ່ ​ແລະ ການພັດທະນາ./.

------------------

(1), (2) ​ເອກະສານ​ຄົບ​ຊຸດຂອງພັກ​ສນຈ. ການ​ເມືອງ​ແຫ່ງ​ຊາດ,​ ​ຮ່​າໂນ້ຍ, 2000, ​ເຫຼັ້ມ 7 , ໜ້າ 318, 320.

(3) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ສນຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ເຫຼັ້ມ 3, ໜ້າ 458.

(4) ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ, ອະນຸ​ສະ​ຖາ​ບັນ​ໂຮ່ຈີ​ມິນ ​ແລະ ບັນດາ​ຜູ້​ນໍາ​ຂອງ​ພັກ​ໂຮ່ຈີມິນ - ພົງສາວະດານຊີວະ​ປະຫວັດ​ຫຍໍ້, ສນຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ,​ ​ຮ່​າໂນ້ຍ, 2016, ເຫຼັ້ມ 3, ໜ້າ 321.

(5) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ປື້​ມທີ່​ໄດ້​ແນະ​ນໍາ, ເຫຼັ້ມ 1, ໜ້າ 25.

(6) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ປື້​ມທີ່​ໄດ້​ແນະ​ນໍາ, ເຫຼັ້ມ 5, ໜ້າ 577.

(7), (8) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ປື້​ມທີ່​ໄດ້​ແນະ​ນໍາ, ເຫຼັ້ມ 7, ໜ້າ 246.

(9) ເອກະສານ​ຄົບ​ຊຸດຂອງພັກ​ປື້​ມທີ່​ໄດ້​ແນະ​ນໍາ, ເຫຼັ້ມ 52, ໜ້າ 134.

(10), (11) ເອກະສານ​ຄົບ​ຊຸດຂອງພັກ​ປື້​ມທີ່​ໄດ້​ແນະ​ນໍາ, ເຫຼັ້ມ 52, ໜ້າ 513, 516.

(12), (13) ​ເບິ່ງ​ເອກະສານ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງທີ​ 5 ສະ​ໄໝທີ 8, ສນຈ. ການ​ເມືອງ​ແຫ່ງ​ຊາດ,​ ​ຮ່​າໂນ້ຍ, 1998.

(14) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໄລຍະ​ປ່ຽນ​ແປງ​ໃໝ່ (ກອງ​ປະຊຸມ​ໃຫຍ່​ຄັ້ງທີ 6, 7, 8, 9), ສນຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ,​ ​ຮ່​າໂນ້ຍ, 2019, ໜ້າ 998 - 999.

(15) ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 12 ຂອງ​ພັກ, ຫ້ອງການ​ສູນ​ກາງ​ພັກ, ຮ່າ​​ໂນ້ຍ, 2016, ໜ້າ 126 – 127.

(16), (17) ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 13, ສນຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 143, 146.

(18), (19) ຫງວຽນ ຝູຈ້ອງບາງ​ບັນຫາ​ທິດ​ສະ​ດີ​ ແລະ​ ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ວາລະສານ​ກອມ​ມູນິດ ສະບັບເລກທີ 966, ​ເດືອນ​ພຶດສະພາ 2021, ໜ້າ 5 - 6, 7.

- ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ​ ສະບັບເລກທີ 978 (​ເດືອນ​ພະຈິກ 2021)