ກໍ່ສ້າງແມ່ຍິງຫວຽດນາມ ເພື່ອຕອບສະໜອງ
ຄວາມຕ້ອງການຂອງການພັດທະນາປະເທດຢ່າງຍືນຍົງ
ແລະ ການເຊື່ອມໂຍງເຂົ້າກັບສາກົນ
ຄວາມຕ້ອງການຂອງການພັດທະນາປະເທດຢ່າງຍືນຍົງ
ແລະ ການເຊື່ອມໂຍງເຂົ້າກັບສາກົນ
ວກ. - ດ້ວຍມູນເຊື້ອ “ວິລະຊົນ - ບໍ່ອ່ອນຍອມ - ຈົງຮັກພັກດີ - ຮັບພາລະກ້າກັ່ນ”, ແມ່ຍິງຫວຽດນາມໄດ້ມີການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນພາລະກິກການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໂດຍປະຕິບັດຕາມຄົນຮຸ່ນກ່ອນ, ແມ່ຍິງຫວຽດນາມໃນປະຈຸບັນສືບຕໍ່ເສີມຂະຫຍາຍຄຸນສົມບັດທີ່ດີ, ປຸກຕື່ນຄວາມສາມັກຄີ, ຄວາມຂະຫຍັນຂັນເຄື່ອນ, ຄວາມຄິດສ້າງສັນ, ຄວາມມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງສາກົນຂອງປະເທດ.
ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງ ຈີ້ງ ພົບປະກັບພະນັກງານແມ່ຍິງທີ່ດີເດັ່ນທີ່ເປັນຜູ້ຕາງໜ້າແມ່ຍິງທຸກຊັ້ນວັນນະ ເນື່ອງໃນໂອກາດ ວັນແມ່ຍິງຫວຽດນາມ 20 ຕຸລາ _ພາບ: TTXVN
1- ຢູ່ຫວຽດນາມ, ຜູ້ຍິງກວມເອົາ 50,2% ຂອງປະຊາກອນທັງໝົດຂອງປະເທດ, ເທົ່າກັບ 46,5% ຂອງແຮງງານສັງຄົມ(1) ແລະ 46% ຂອງພະນັກງານຄົ້ນຄວ້າ ແລະພັດທະນາ (R&D), ກວມເອົາຫຼາຍກວ່າ 40% ຂອງນັກວິທະຍາສາດ(2). ແມ່ຍິງຫວຽດນາມນັບມື້ນັບຢືນຢັນຄວາມສາມາດຊ້ອນແຝງ, ຖານະບົດບາດ ແລະ ຕຳແໜ່ງສຳຄັນ ໃນຄອບຄົວແລະສັງຄົມ. ອັດຕາສ່ວນແມ່ຍິງທີ່ເຂົ້າຮ່ວມວຽກງານການນຳພາ, ຄຸ້ມຄອງນັ້ນ ນັບມື້ນັບເພີ່ມຂຶ້ນ. ອັດຕາສ່ວນແມ່ຍິງໃນຄະນະພັກທຸກຂັ້ນເພີ່ມຂຶ້ນເມື່ອທຽບໃສ່ໄລຍະຜ່ານມາ. ອັດຕາສ່ວນຜູ້ແທນເພດຍິງໃນສະພາແຫ່ງຊາດແມ່ນຫຼາຍກວ່າ 30%, ສູງກວ່າຄ່າສະເລ່ຍຂອງໂລກ ແລະ ພາກພື້ນ, ຢືນອັນດັບທີ 1 ໃນສະພາສະຫະພັນລັດຖະສະພາຂອງສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້. ອັດຕາສ່ວນຜູ້ນໍາທີ່ສໍາຄັນເພດຍິງຢູ່ບັນດາອົງການລະດັບລັດຖະມົນຕີມີເຖິງ 50%. ແຫຼ່ງກຳລັງຄົນເພດຍິງທີ່ຄົ້ນຄວ້າວິທະຍາສາດໄດ້ເພີ່ມຂຶ້ນຫຼາຍພໍຄວນ(3). ສາມາດຢືນຢັນວ່າ, ແມ່ຍິງຫວຽດນາມມີໜ້າໃນທຸກຂົງເຂດ, ທຸກພື້ນທີ່, ເປັນເຈົ້າການເຂົ້າຮ່ວມໃນທຸກກິດຈະກຳຂອງຊີວິດສັງຄົມ, ປະຕິບັດເປັນຢ່າງດີ ແຜນນະໂຍບາຍແລະແນວທາງຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ; ຕັ້ງໜ້າສະໜັບສະໜູນບັນດາຂະບວນການແຂ່ງຂັນກັນຮັກຊາດ ແລະ ບັນລຸຜົນສຳເລັດທີ່ດີເດັ່ນ ໃນທຸກຂົງເຂດ ການເມືອງ ເສດຖະກິດ ວັດທະນະທຳ ສັງຄົມ, ການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ, ການຕ່າງປະເທດ... ພ້ອມກັນນັ້ນ, ແມ່ຍິງແມ່ນປັດໄຈສຳຄັນພິເສດ ໃນການສ້າງຄອບຄົວທີ່ຜາສຸກ; ຮັກສາແລະເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ; ປະກອບສ່ວນຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບລຽບລ້ອຍ ແລະຄວາມປອດໄພທາງສັງຄົມ; ປະກອບສ່ວນຍົກສູງ ບົດບາດ, ຖານະທີ່ຕັ້ງ ແລະ ອິດທິພົນຂອງຫວຽດນາມໃນເວທີໂລກ.
ຄຳສັ່ງເລກທີ່ 21-CT/TW, ລົງວັນທີ 20 ມັງກອນ 2018, ຂອງຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, “ວ່າດ້ວຍການສືບຕໍ່ຊຸກຍູ້ວຽກງານແມ່ຍິງໃນສະພາບການໃໝ່” ໄດ້ກຳນົດໜ້າທີ່ທີ່ສຳຄັນຄື: ກໍ່ສ້າງແມ່ຍິງຫວຽດນາມທີ່ພັດທະນາຢ່າງຮອບດ້ານ ຕອບສະໜອງຄວາມຕ້ອງການຂອງຍຸກໃໝ່ ເພື່ອແນໃສ່ປະຕິບັດຈຸດໝາຍສ້າງຄົນຫວຽດນາມໃຫ້ພັດທະນາຢ່າງຮອບດ້ານ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ກຳນົດໄວ້: ການສ້າງຄົນຫວຽດນາມໃຫ້ພັດທະນາຢ່າງຮອບດ້ານຈະຕ້ອງກາຍເປັນຈຸດໝາຍໜຶ່ງຂອງຍຸດທະສາດການພັດທະນາ. ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຂອງພັກກໍເນັ້ນໜັກວ່າ: “ເສີມຂະຫຍາຍສຸດຂີດປັດໄຈມະນຸດ, ຖືມະນຸດເປັນໃຈກາງ, ອັດຕະພາບ, ຊັບພະຍາກອນທີ່ສໍາຄັນທີ່ສຸດ ແລະ ເປົ້າໝາຍການພັດທະນາ; ຖືຄຸນຄ່າວັດທະນະທຳ ແລະ ຄົນຫວຽດນາມເປັນຮາກຖານ, ເປັນກຳລັງແຮງພາຍໃນທີ່ສຳຄັນ ທີ່ຮັບປະກັນການພັດທະນາແບບຍືນຍົງ”(4); “ກ້າວຂຶ້ນເທື່ອລະກ້າວເພື່ອແກ້ໄຂຜ່ານຜ່າຂໍ້ຈຳກັດຕ່າງໆຂອງຄົນຫວຽດນາມ; ກໍ່ສ້າງຄົນຫວຽດນາມໃນຍຸກໃໝ່, ເຊື່ອມໂຍງຄຸນຄ່າດັ້ງເດີມ ກັບຄຸນຄ່າສະໄໝໃໝ່ເຂົ້າກັນຢ່າງແໜ້ນແຟ້ນແລະກົມກຽວ”(5).
ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກໍຢືນຢັນວ່າ: “ເສີມຂະຫຍາຍມູນເຊື້ອ, ຄວາມສາມາດບົ່ມຊ້ອນ, ທ່າແຮງ, ຈິດໃຈເປັນເຈົ້າ ແລະ ຄວາມປາຖະໜາຂອງແມ່ຍິງທຸກຊັ້ນວັນນະ. ກໍ່ສ້າງແມ່ຍິງຫວຽດນາມໃນຍຸກໃໝ່. ຍົກສູງຄຸນນະພາບຂອງແຫຼ່ງກຳລັງຄົນແມ່ຍິງ, ຕອບສະໜອງຄວາມຕ້ອງການພັດທະນາປະເທດຢ່າງຍືນຍົງ ແລະ ການເຊື່ອມໂຍງເຂົ້າກັບສາກົນ”(6). ການກໍ່ສ້າງແມ່ຍິງຫວຽດນາມ ຕອບສະໜອງຄວາມຕ້ອງການພັດທະນາຢ່າງຍືນຍົງ ແລະ ການເຊື່ອມໂຍງເຂົ້າກັບສາກົນ ແມ່ນເນື້ອໃນທີ່ໄດ້ລະບຸໄວ້ໃນຍຸດທະສາດພັດທະນາສະຫະພັນແມ່ຍິງຫວຽດນາມຮອດປີ 2030, ວິໄສທັດຮອດປີ 2035 ແລະ ມະຕິຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13.
ໃນຖານະເປັນອົງການຈັດຕັ້ງການເມືອງ-ສັງຄົມທີ່ເຮັດວຽກເພື່ອພັດທະນາແມ່ຍິງ ແລະ ຄວາມສະເໝີພາບທາງເພດ, ໃນໄລຍະຜ່ານມາ, ສະຫະພັນແມ່ຍິງຫວຽດນາມໄດ້ຜັນຂະຫຍາຍຫຼາຍຂະບວນການແຂ່ງຂັນ ແລະ ການຂົນຂວາຍເຊັ່ນ “ແມ່ຍິງຕັ້ງໜ້າຮ່ຳຮຽນ, ອອກແຮງງານປະດິດສ້າງ, ການກໍ່ສ້າງຄອບຄົວຜາສຸກ”, “ການກໍ່ສ້າງຄອບຄົວ 5 ບໍ່, 3 ສະອາດ”, “ການຝຶກຝົນຫຼໍ່ຫຼອມຄຸນສົມບັດ: ຄວາມໝັ້ນໃຈ, ເຄົາລົບຕົນເອງ, ຈົງຮັກພັກດີ, ຮັບພາລະກ້າກັ່ນ”; ພ້ອມກັນນັ້ນ, ໄດ້ຜັນຂະຫຍາຍບັນດາໜ້າທີ່ຈຸດໜັກໃຈກາງ ເພື່ອສະໜັບສະໜູນແມ່ຍິງໃນການຝຶກຝົນຫຼໍ່ຫຼອມຄົນສົມບັດ, ຍົກສູງຄວາມຮັບຮູ້, ລະດັບຮຽນຮູ້, ຄວາມສາມາດ, ທັກສະ, ປະກອບສ່ວນຊຸກຍູ້ໃຫ້ແມ່ຍິງພັດທະນາຢ່າງຮອບດ້ານ(7). ແມ່ຍິງຫວຽດນາມນັບມື້ມີຄວາມຮັບຮູ້ຢ່າງຄົບຖ້ວນກວ່າ ກ່ຽວກັບສິດທິ ແລະ ພັນທະຂອງຕົນເອງ; ຜ່ານນັ້ນ, ຕັ້ງໜ້າແລະເປັນເຈົ້າການ ໃນການປະຕິບັດສິດທິພົນລະເມືອງ, ເຂົ້າຮ່ວມການກໍ່ສ້າງພັກ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງສະມາຄົມໃຫ້ນັບມື້ນັບໝັ້ນຄົງ. ໃນໄລຍະປີ 2017 - 2022, ແມ່ຍິງນັບລ້ານຄົນ ພ້ອມກັນກັບປະຊາຊົນທົ່ວປະເທດ ໄດ້ເຂົ້າຮ່ວມການລົງຄະແນນສຽງເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ(8); ການເຄື່ອນໄຫວ ແລະ ຂະບວນການແຂ່ງຂັນ ຂອງສະມາຄົນແມ່ຍິງທຸກຂັ້ນ ໃນທົ່ວປະເທດ ໄດ້ບັນລຸຜົນສຳເລັດຫຼາຍຢ່າງໃນຫຼາຍດ້ານທີ່ໜ້າຊົມເຊີຍ(9).
ຄຽງຄູ່ກັບການເຄື່ອນໄຫວຍົກສູງຄວາມຮູ້, ຄວາມສາມາດ, ທັກສະທີ່ຊ່ວຍໃຫ້ແມ່ຍິງພັດທະນາຢ່າງຮອບດ້ານນັ້ນ, ສະຫະພັນແມ່ຍິງຫວຽດນາມຍັງຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດ, ການຮ່ວມມືສອງຝ່າຍແລະຫຼາຍຝ່າຍ ເພື່ອສະໜັບສະໜູນແມ່ຍິງຫວຽດນາມຢູ່ຕ່າງປະເທດ ແລະ ປະກອບສ່ວນຊຸກຍູ້ການເຊື່ອມໂຍງສາກົນ. ໂດຍກຳໄດ້ໂອກາດ ແລະ ຮັບຮູ້ບັນດາສິ່ງທ້າທາຍທີ່ເກີດຈາກການປ່ຽນແປງຢ່າງວ່ອງໄວ ແລະ ບໍ່ຢຸດຢັ້ງໃນສະຖານະການສາກົນ ແລະ ພາກພື້ນ, ສະຫະພັນແມ່ຍິງຫວຽດນາມໄດ້ສ້າງແລະປະກາດໃຊ້ມະຕິເລກທີ 18-NQ/BCH, ລົງວັນທີ 8 ມັງກອນ 2021, ວ່າດ້ວຍ “ການສະໜັບສະໜູນການເຊື່ອມໂຍງຂອງແມ່ຍິງຮອດປີ 2030”, ກຳນົດບັນດາມາດຕະການແກ້ໄຂສະເພາະ ເພື່ອໜູນຊ່ວຍໃຫ້ແມ່ຍິງມີຄວາມຕັ້ງໜ້າ ແລະ ເປັນເຈົ້າການ ໃນການເຊື່ອມໂຍງເຂົ້າກັບສາກົນ.
ດ້ວຍການປ່ຽນແປງໃໝ່ເນື້ອໃນແລະວິທີການເຄື່ອນໄຫວ, ສະມາຄົມແມ່ຍິງຂັ້ນຕ່າງໆໄດ້ມີການເຄື່ອນໄຫວຫຼາຍຢ່າງໃນການໂຄສະນາ, ຂົນຂວາຍ ແລະ ສະໜັບສະໜູນແມ່ຍິງໃຫ້ພັດທະນາຢ່າງຮອບດ້ານ ແລະ ເຊື່ອມໂຍງສາກົນເທື່ອລະກ້າວ. ແບບຢ່າງແມ່ຍິງຈຳນວນຫຼາຍ ທີ່ພະຍາຍາມບັນລຸຜົນສໍາເລັດອັນດີເລີດໃນຫຼາຍຂົງເຂດຂອງຊີວິດສັງຄົມ ໄດ້ຮັບການຍ້ອງຍໍແລະຊົມເຊີຍ ຜ່ານບັນດາລາງວັນແລະນາມມະຍົດ ເຊິ່ງໄດ້ຢັ້ງຢືນບົດບາດ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງ, ພ້ອມທັງສ້າງແຮງບັນດານໃຈ ແລະ ຊຸກຍູ້ໃຫ້ແມ່ຍິງສືບຕໍ່ມານະພະຍາຍາມປັບປຸງຄຸນນະພາບຂອງແມ່ຍິງ ຫວຽດນາມ ໃນໄລຍະຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.
2- ໃນເວລາທີ່ຈະມາເຖິງ, ສະພາບການສາກົນແລະໃນປະເທດ ຈະມີໂອກາດແລະສິ່ງທ້າທາຍຫຼາຍຢ່າງທີ່ຊ້ຳຊ້ອນກັບ ແລະ ສົ່ງຜົນກະທົບຢ່າງແຮງເຖິງຊີວິດແລະການພັດທະນາຂອງແມ່ຍິງ. ໂລກາພິວັດ ແລະ ການເຊື່ອມໂຍງສາກົນຍັງຄົງດຳເນີນຕໍ່ໄປ; ເຕັກໂນໂລຊີດິຈິຕອນພັດທະນາຢ່າງແຂງແຮງ; ສົ່ງເສີມຄວາມສະເໝີພາບທາງເພດ ແລະ ສ້າງແຮງບັນດານໃຈໃຫ້ກັບແມ່ຍິງ ໃຫ້ສືບຕໍ່ແມ່ນຄວາມເປັນຫ່ວງແນວໜ້າໃນຄວາມພະຍາຍາມຂອງບັນດາປະເທດ ແລະ ປະຊາຄົມສາກົນ, ເພື່ອປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ. ຢູ່ໃນປະເທດ, ບັນດາຜົນສຳເລັດດ້ານເສດຖະກິດແລະສັງຄົມພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ ສືບຕໍ່ເປັນພື້ນຖານ ປະຖົມປັດໃຈ ເພື່ອຍົກສູງຖານະບົດບາດ ແລະ ອິດດທິພົນຂອງປະເທດໃນເວທີສາກົນ; ຈິດໃຈສາມັກຄີແຫ່ງຊາດ, ຄວາມປາຖະໜາທີ່ຈະພັດທະນາຢ່າງຍິ່ງໃຫຍ່, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ ນັບມື້ນັບໄດ້ຮັບການປຸກລະດົມແຂງແຮງ. ຫວຽດນາມໄດ້ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ການເຂົ້າຮ່ວມບັນດາສັນຍາການຄ້າເສລີຮຸ່ນໃໝ່ໄດ້ສ້າງໂອກາດດີທີ່ເອື້ອອຳນວຍໃຫ້ຫວຽດນາມເຂົ້າຮ່ວມໃນລະບົບເສດຖະກິດສາກົນ. ການປະຕິວັດອຸດສາຫະກຳຄັ້ງທີ 4 ຈະສ້າງວຽກເຮັດງານທຳທີ່ມີລາຍໄດ້ສູງໃຫ້ຜູ້ອອກແຮງງານ, ໃນນັ້ນມີຜູ້ອອກແຮງງານເພດຍິງ. ລະບົບເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ ໄດ້ປຸກຕື່ນທ່າແຮງຄວາມສາມາດສ້າງສັນ, ປັບປຸງຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງແມ່ຍິງ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ. ທ່າອ່ຽງເປີດປະຊາທິປະໄຕໃນທຸກການເຄື່ອນໄຫວຂອງຊີວິດສັງຄົມນັບມື້ນັບແຂງແຮງ; ປະຊາທິປະໄຕໂດຍກົງ, ປະຊາທິປະໄຕໂດຍຕົວແທນ ໄດ້ຮັບການເປີດກວ້າງຢ່າງຕໍ່ເນື່ອງ, ທັງອຳນວຍຄວາມສະດວກ, ທັງຊຸກຍູ້ແມ່ຍິງຍົກສູງລະດັບຄວາມຮູ້, ຄວາມຮັບຮູ້ທາງການເມືອງ ແລະ ຄວາມຮັບຜິດຊອບພົນລະເມືອງ. ບັນດາແຜນນະໂຍບາຍແລະແນວທາງຂອງພັກ, ນະໂຍບາຍແລະກົດໝາຍຂອງລັດທີ່ກ່ຽວຂ້ອງ ລ້ວນແຕ່ມຸ່ງສູ່ການສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແມ່ຍິງພັດທະນາ, ປະກອບສ່ວນເຂົ້າໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ໃນເງື່ອນໄຂໃໝ່.
ແຕ່ຢ່າງໃດກໍຕາມ, ມີຫຼາຍບັນຫາສັງຄົມທີ່ສົ່ງຜົນກະທົບທາງລົບຕໍ່ແມ່ຍິງ ທີ່ຕ້ອງໄດ້ຮັບຮູ້ຢ່າງຈະແຈ້ງ ແລະ ແກ້ໄຂຢ່າງທັນທ່ວງທີ, ເຊັ່ນ: ຄວາມທຸກຍາກ, ການປ່ຽນແປງສະພາບອາກາດ, ການປ່ຽນແປງພາລະໜ້າທີ່ຂອງຄອບຄົວ; ການໃຊ້ຄວາມຮຸນແຮງໃນຄອບຄົວ, ການຕິດຢາເສບຕິດ, ໂສເພນີ, ການຕິດເຊື້ອ HIV/AIDS, ກໍລະນີການລ່ວງລະເມີດ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ນັບມື້ນັບຊັນຊ້ອນ ສັບສົນ ແລະ ຮ້າຍແຮງຂຶ້ນ; ການເພີ່ມຂຶ້ນຂອງອາຊະຍາກຳປະເພດໃໝ່, ອາຊະຍາກຳທີ່ໃຊ້ເຕັກໂນໂລຊີສູງ ພວມນາບຂູ່ຄວາມປອດໄພຂອງແມ່ຍິງ ແລະເດັກ. ພິເສດ, ໃນປະເທດມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນ ເຊິ່ງເກີດຈາກການລະບາດຂອງໂຄວິດ-19 ແລະ ວິກິດເສດຖະກິດໂລກ; ຄວາມໄວໃນການຫັນເປັນອຸດສາຫະກຳ ແລະ ຫັນເປັນຕົວເມືອງໄດ້ເພີ່ມຂຶ້ນຢ່າງໄວ; ການປ່ຽນແປງໃໝ່ສະພາບອາກາດຢ່າງຮ້າຍແຮງແລະສັບສົນ; ທ່າອ່ຽງພົນລະເມືອສູງອາຍຸ; ຄວາມບໍ່ສະເໝີພາບທາງເພດຍັງມີຢູ່. ສະພາບດັ່ງກ່າວໄດ້ສົ່ງຜົນກະທົບຢ່າງແຂງແຮງເຖິງທຸກດ້ານຂອງຊີວິດ ແລະ ການພັດທະນາຂອງແມ່ຍິງ.
ເພື່ອບັນລຸບັນດາເປົ້າໝາຍການພັດທະນາປະເທດທີ່ໄດ້ວາງໄວ້, ໃນເວລາຕໍ່ໄປຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍກຳລັງແຮງຂອງກ້ອນມະຫາສາມັກຄີປວງຊົນທັງຊາດ, ປຸກຕື່ຄວາມສາມາດບົ່ມຊ້ອນຂອງທຸກວົງການ ແລະ ທຸກຊັ້ນຄົນ, ລວມທັງແມ່ຍິງ. ໃນວາລະປີ 2022 - 2027, ສະຫະພັນແມ່ຍິງຫວຽດນາມໄດ້ປຸກລະດົມຂະບວນການແຂ່ງຂັນກັນ “ກໍ່ສ້າງແມ່ຍິງຫວຽດນາມໃນຍຸກໃໝ່” ເພື່ອສະໜັບສະໜູນ, ຂົນຂວາຍພະນັກງານ, ສະມາຊິກສະມາຄົມ ແລະ ແມ່ຍິງ ໃຫ້ມານະພະຍາຍາມ, ເປັນເຈົ້າການໃນການຝືກຝົນຫຼໍ່ຫຼອມຄຸນສົມບັດຕາມຄຸນຄ່າຫຼັກຄື: ມີຄວາມຮູ້, ມີຈະລິຍະທຳ, ມີສຸຂະພາບດີ, ມີຄວາມຮັບຜິດຊອບຕໍ່ຕົນເອງ ຄອບຄົວ ສັງຄົມ ແລະ ປະເທດຊາດ, ດ້ວຍຈຸດປະສົງເພື່ອເສີມຂະຫຍາຍຈິດໃຈລຸກຂຶ້ນສູ້ຊົນ, ຄວາມປາຖະໜາທີ່ຈະອຸທິດຄວາມສາມາດ ສະຕິປັນຍາ ແລະ ຄວາມມານະພະຍາຍາມຂອງກຳລັງແມ່ຍິງຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງ ປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ໝັ້ນຄົງ. ພ້ອມກັນກັບການປຸກລະດົມຂະບວນການແຂ່ງຂັນນັ້ນ, ໃນເວລາທີ່ຈະມາເຖິງ, ສະມາຄົມແມ່ຍິງທຸກຂັ້ນຈຳເປັນຕ້ອງສຸມໃສ່ຜັນຂະຫຍາຍປະຕິບັດບັນດາໜ້າທີ່ ວິທີແກ້ພື້ນຖານໃຫ້ໄດ້ເປັນຢ່າງດີ ເພື່ອຊຸກຍູ້ຢ່າງແຂງແຮງແລະແທ້ຈິງ ໃນການສະໜັບສະໜູນແມ່ຍິງໃຫ້ຕອບສະໜອງຄວາມຕ້ອງການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າແລະເລິກເຊິ່ງ, ໂດຍສະເພາະຄື:
ທີໜຶ່ງ, ອົບຮົມສຶກສາມູນເຊື້ອ, ອົບຮົມສຶກສາຄຸນນະພາບ ແລະ ຄຸນສົມບັດສິນທຳໃຫ້ແກ່ພະນັກງານ, ສະມາຊິກສະມາຄົມ ແລະ ແມ່ຍິງ ເພື່ອປຸກຕື່ນແລະເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມທະນົງໃຈ, ຄວາມພາກພູມໃຈໃນຊາດ, ເຈດຈຳນົງບືນຕົວຂຶ້ນ ແລະຄວາມປາດຖະໜາທີ່ຈະປົກປັກຮັກສາ ກໍ່ສ້າງ ແລະ ພັດທະນາປະເທດໃຫ້ເຂັ້ມແຂງ ຈະເລີນຮຸ່ງເຮືອງ; ຂົນຂວາຍແມ່ຍິງໃຫ້ຝຶກຝົນຄຸນສົມບັດ “ຄວາມໝັ້ນໃຈ, ເຄົາລົບຕົນເອງ, ຈົງຮັກພັກດີ, ຮັບພາລະກ້າຫານ” ແລະ ປະຕິບັດຂະບວນການແຂ່ງຂັນກັນ “ກໍ່ສ້າງແມ່ຍິງ ຫວຽດນາມໃນຍຸກໃໝ່”.
ທີສອງ, ຊຸກຍູ້ແມ່ຍິງທຸກວັນນະໃຫ້ຕັ້ງໜ້າຮ່ຳຮຽນ, ຍົກສູງຄວາມສາມາດ, ຄຸນສົມບັດຂອງຕົນໃນທຸກດ້ານ ເພື່ອຕອບສະໜອງຄວາມຕ້ອງການ ຂອງການພັດທະນາເສດຖະກິດ - ສັງຄົມ ໃນສະພາບການປະຕິວັດອຸດສາຫະກຳ 4 ແລະ ການເຊື່ອມໂຍງເຂົ້າກັບສາກົນ. ສ້າງແລະຈັດຕັ້ງປະຕິບັດ ໂຄງການສະໜັບສະໜູນແມ່ຍິງ 1 ລ້ານຄົນ ເພື່ອຍົກສູງຂີດຄວາມສາມາດໃນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ເຂົ້າເຖິງລັດຖະບານດິຈິຕອນ. ຜ່ານການເຄື່ອນໄຫວສ້າງສັງຄົມແຫ່ງການຮຽນຮູ້, ສົ່ງເສີມການສຶກສາ, ສົ່ງເສີມພອນສະຫວັນ, ສົ່ງເສີມນິໄສການອ່ານປຶ້ມໃນຊຸມຊົນ, ຊ່ວຍໃຫ້ແມ່ຍິງພັດທະນາຄວາມຮູ້ ແລະ ທັກສະໃນທຸກດ້ານ, ໂດຍສະເພາະ ພັດທະນາຄວາມຮູ້ ແລະ ຄວາມສາມາດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພາສາຕ່າງປະເທດ; ຍູ້ແຮງການຄົ້ນຄວ້າ ແລະ ການນຳໃຊ້ຜົນສຳເລັດຂອງວິທະຍາສາດແລະເຕັກໂນໂລຊີທີ່ທັນສະໄໝ.
ທີ່ສາມ, ສຶກສາອົບຮົມແມ່ຍິງກ່ຽວກັບຄວາມງາມ, ທັກສະຊີວິດ, ການຝຶກຝົນທາງຮ່າງກາຍ, ການປັບປຸງຊີວິດທາງຈິດວິນຍານ; ຂົນຂວາຍແລະສະໜັບສະໜູນແມ່ຍິງໃນການດູແລສຸຂະພາບຂອງເຂົາເຈົ້າ. ເຊື່ອມໂຍງເນື້ອໃນດ້ານສຸນທະລີຍະສຶກສາ ແລະ ທັກສະຊີວິດແມ່ຍິງ ເຂົ້າໃນການເຄື່ອນໄຫວຂອງສະມາຄົມແມ່ຍິງທຸກຂັ້ນ; ສືບຕໍ່ຂົນຂວາຍແມ່ຍິງຮັກສາຂະບວນການແຂ່ງຂັນ “ແມ່ຍິງແຕ່ລະຄົນເລືອກຮູບແບບວັດທະນະທຳ-ສິລະປະທີ່ເໝາະສົມ, ການຝຶກຮ່າງກາຍ-ກິລາມວນຊົນ ເພື່ອສຸຂະພາບ”; ຂົນຂວາຍແມ່ຍິງເຂົ້າຮ່ວມການປະກັນສຸຂະພາບ, ປະກັນສັງຄົມ ແລະ ໜູນຊ່ວຍແມ່ຍິງໃຫ້ເຂົ້າເຖິງບໍລິການສຸຂະພາບທີ່ເໝາະສົມ ໂປ່ງໃສ.
ທີສີ່, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ກຳລັງແຮງປະດິດສ້າງຂອງແມ່ຍິງ, ໂດຍສະເພາະຜູ້ນໍາຍິງ, ຜູ້ບໍລິຫານ ປັນຍາຊົນຍິງ, ສິລະປິນຍິງ, ນັກທຸລະກິດຍິງ ແລະ ແມ່ຍິງທີ່ມີພອນສະຫວັນໃນທຸກຂົງເຂດ. ຈັດຕັ້ງບັນດາເວທີປາໄສ ແລະ ກິດຈະກຳໃຫ້ຄຳປຶກສາ ເພື່ອດຶງດູດການເຂົ້າຮ່ວມຂອງແມ່ຍິງທຸກຊັ້ນວັນນະ, ໂດຍສະເພາະບັນດາກຸ່ມຜູ້ນຳຍິງ, ນັກທຸລະກິດ, ຜູ້ຊ່ຽວຊານ, ຊ່າງຝີມື ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງສະຫະພັນແມ່ຍິງ ແລະ ຂະບວນການແມ່ຍິງ; ຈັດຕັ້ງບັນດາການເຄື່ອນໄຫວຄົ້ນພົບ, ຍ້ອງຍໍ ແລະ ເຊີດຊູແມ່ຍິງ ທີ່ມີຄວາມສາມາດໃນທຸກຂົງເຂດ, ສ້າງການເຜີຍແຜ່ແບບຢ່າງແມ່ຍິງຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງໃນສັງຄົມ.
ທີຫ້າ, ສະໜັບສະໜູນແມ່ຍິງກຸ່ມສະເພາະ, ແມ່ຍິງຊົນເຜົ່າສ່ວນໜ້ອຍ, ແມ່ຍິງຢູ່ເຂດພູດອຍ, ເຂດຊາຍແດນ, ໝູ່ເກາະ. ຄົ້ນຄວ້າ ແລະ ສະເໜີນະໂຍບາຍປ້ອງກັນຄວາມປອດໄພທາງສັງຄົມ, ໂຄງການ ແຜນງານຊ່ວຍເຫຼືອແມ່ຍິງພິການ, ແມ່ຍິງສູງອາຍຸ ແລະ ແຮງງານຍິງຂ້າມຊາດ; ແນະນຳ, ຊ່ວຍເຫຼືອ, ສ້າງເງື່ອນໄຂໃຫ້ແມ່ຍິງພິການເຂົ້າເຖິງ ແລະ ເຂົ້າຮ່ວມຂະບວນການ, ການຂົນຂວາຍ, ໂຄງການ, ແຜນງານ, ກິດຈະກຳຂອງສະມາຄົມແມ່ຍິງ ແລະ ເຂົ້າເຖິງບໍລິການສັງຄົມຕ່າງໆ. ສືບຕໍ່ຜັນຂະຫຍາຍປະຕິບັດ ໂຄງການໄປພ້ອມກັນກັບແມ່ຍິງຊາຍແດນ; ປະຕິບັດໂຄງການ “ປະຕິບັດຄວາມສະເໝີພາບທາງເພດ ແລະ ແກ້ໄຂບັນດາບັນຫາຮີບດ່ວນ ທີ່ແມ່ຍິງແລະເດັກນ້ອຍປະເຊີນ” ໄລຍະປີ 2021- 2025, ປະກອບສ່ວນປະຕິບັດໂຄງການເປົ້າໝາຍແຫ່ງຊາດ “ພັດທະນາເສດຖະກິດແລະສັງຄົມໃນເຂດຊົນເຜົ່າສ່ວນນ້ອຍ, ເຂດພູດອຍ ໄລຍະ 2021 - 2030” ຢ່າງມີປະສິດທິຜົນ.
ທີຫົກ, ເປັນເຈົ້າການ ແລະ ຕັ້ງໜ້າຊ່ວຍເຫຼືອແມ່ຍິງໃນການເຊື່ອມໂຍງສາກົນ ຕາມທິດທາງເສີມຂະຫຍາຍທ່າແຮງຂອງບັນດາກຸ່ມແມ່ຍິງ ແລະ ການຈັດຕັ້ງສະມາຄົມແມ່ຍິງ; ເຊື່ອມຕໍ່ແລະຂົນຂວາຍແມ່ຍິງຫວຽດນາມຢູ່ຕ່າງປະເທດ ໃຫ້ພ້ອມກັນຮັກສາພາສາຫວຽດນາມ ແລະ ເອກະລັກວັດທະນະທຳ, ຍົກສູງຄວາມເອກອ້າງທະນົງໃຈ, ຄວາມເຄົາລົບນັບຖືຕົນເອງຂອງຊາດ, ຫັນມາຫາຕົ້ນກຳເນີດ ບ້ານເກີດເມືອງນອນ ແລະ ປະເທດຊາດ; ຊີ້ນຳສະມາຄົມທຸກຂັ້ນເສີມຂະຫຍາຍກຳລັງແຮງຂອງກຸ່ມແມ່ຍິງຫວຽດນາມ ຢູ່ພາຍໃນແລະຕ່າງປະເທດ, ປະກອບສ່ວນຮັກສາເອກະລັກວັດທະນະທຳຫວຽດນາມ, ຮັບເອົາແກນສານຂອງວັດທະນະທຳມະນຸດ; ໂຄສະນາເຜີຍແຜ່ວັດທະນະທຳແລະພາບພົດຂອງປະເທດຊາດ, ແມ່ຍິງຫວຽດນາມ ແລະ ອົງການຈັດຕັ້ງສະມາຄົມ; ເຊື່ອມຕໍ່ການຄ້າ, ຂົນຂວາຍນັກທຸລະກິດຍິງແລະປັນຍາຊົນຍິງ ສະໜັບສະໜູນຊັບພະຍາກອນຈັດກິດຈະກຳ ເພື່ອແມ່ຍິງ ແລະ ປະຕິບັດຄວາມສະເໝີພາບທາງເພດ.
ດ້ວຍທັດສະນະທີ່ວ່າ “ຖືເອົາການເສີມຂະຫຍາຍແລະສືບທອດມູນເຊື້ອທີ່ດີງາມຂອງແມ່ຍິງຫວຽດນາມ, ປຸກຕື່ນສຸດຂີດຄວາມສາມາດບົ່ມຊ້ອນ, ຄວາມຄິດສ້າງສັນ, ເຈດຈຳນົງອີງໃສ່ຕົນເອງສ້າງຕົນໃຫ້ເຂັ້ແຂງ, ຄວາມສາມັກຄີຂອງແມ່ຍິງ, ພ້ອມທັງເບິ່ງແຍງດູແລ ປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳຖືກກົດໝາຍ, ພ້ອມກັນແກ້ໄຂບັນດາບັນຫາທີ່ໃກ້ຊິດຂອງແມ່ຍິງນັ້ນ ແມ່ນໜ້າທີ່ທີ່ເປັນປະຈຳ; ຖືເອົາຄວາມສຸກແລະຜົນປະໂຫຍດຂອງແມ່ຍິງເປັນເປົ້າໝາຍ”, ໃນເວລາຕໍ່ໄປນີ້, ສະຫະພັນແມ່ຍິງຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດຫຼັກທາງການເມືອງໃນວຽກງານຂອງແມ່ຍິງຢ່າງແຂງແຮງ, ປະກອບສ່ວນສ້າງຮູບພາບແມ່ຍິງຫວຽດນາມໃນຍຸກໃໝ່ ເຊິ່ງບັນດາຄຸນຄ່າແລະຄຸນນະພາບໄດ້ຮັບການສືບທອດ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ໃຫ້ສອດຄ່ອງກັບສິນທຳປະເພນີຂອງຊາດ ແລະ ຕອບສະໜອງຄວາມຕ້ອງການຂອງຍຸກສະໄໝ.
ຄວາມເປັນຈິງໃຫ້ເຫັນວ່າ, ການກໍ່ສ້າງແມ່ຍິງຫວຽດນາມໃນຍຸກໃໝ່ແມ່ນຂະບວນການທີ່ຍາວນານ, ຕ້ອງໄດ້ປະຕິບັດຢ່າງໜຽວແໜ້ນ ດ້ວບັນດາມາດຕະການທີ່ສອດຄ່ອງ ຄົບຊຸດ. ກ່ອນອື່ນໝົດ, ແມ່ຍິງເອງຕ້ອງມີສະຕິໃນການຮຽນຮູ້, ເປັນເຈົ້າການໃນການບືນຕົວຂຶ້ນ, ບຳລຸງຄູນສ້າງທຶນທາງວັດທະນະທໍາແລະທຶນທາງປັນຍາຂອງຕົນເອງ. ປະທານໂຮ່ຈີມິນເຄີຍໃຫ້ທັດສະນະວ່າ, ຄວາມກ້າວໜ້າຂອງແມ່ຍິງຂຶ້ນກັບຫຼາຍປັດໄຈ: ນອກຈາກຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານແລ້ວ, ປັດໄຈທີ່ຕັດສິນຊີ້ຂາດແມ່ນ ແມ່ຍິງແຕ່ລະຄົນ ແລະ ແມ່ຍິງທັງໝົດ ຕ້ອງພະຍາຍາມບືນຕົວຂຶ້ນ ແລະ ຢືນຢັນຕົນເອງ. ຄວາມເປັນຈິງກໍໄດ້ພິສູດແລ້ວວ່າ, ການຮຽນຮູ້ແມ່ນ “ກຸນແຈສຳຄັນ” ສໍາລັບແມ່ຍິງໃນການເປີດປະຕູສູ່ການເຊື່ອມໂຍງເຂົ້າກັບສັງຄົມ ແລະ ເຂົ້າເຖິງທົ່ວໂລກ. ພ້ອມກັນນັ້ນ, ຕ້ອງຍົກສູງຄວາມຮັບຮູ້ຂອງທົ່ວສັງຄົມ ກ່ຽວກັບຄວາມສະເໝີພາບທາງເພດ ແລະ ບົດບາດຂອງແມ່ຍິງໃນການພັດທະນາ; ສືບຕໍ່ປັບປຸງລະບົບນະໂຍບາຍ ແລະ ກົດໝາຍວ່າດ້ວຍຄວາມສະເໝີພາບທາງເພດ, ແມ່ຍິງ, ຄອບຄົວ ແລະ ເດັກນ້ອຍ ໃຫ້ສົມບູນແບບ; ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ໂດຍສະເພາະສະຫະພັນແມ່ຍິງຫວຽດນາມ ເຊິ່ງເປັນຕົວແທນທີ່ປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງແມ່ຍິງ, ປະຕິບັດພາລະກຳກໍ່ສ້າງແມ່ຍິງຫວຽດນາມໃນຍຸກໃໝ່, ປະກອບສ່ວນເຂົ້າໃນການພັດທະນາປະເທດຢ່າງຍືນຍົງ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ./.
-------------
(1) ເບິ່ງ: “ຖະແຫຼງຂ່າວສະຖານະການແຮງງານແລະວຽກເຮັດງານທຳ ໄຕມາດທີ 4 ປີ 2021 ແລະ ດັດຊະນີການພັດທະນາມະນຸດຂອງຫວຽດນາມ ໄລຍະ 2016 - 2020”, ວັນທີ 6 ມັງກອນ 2022, https://www.gso.gov.vn/du-lieu-va-so-lieu-thong-ke/2022/01/thong-cao-bao-chi-tinh-hinh-lao-dong-viec-lam-quy-iv-nam-2021-va-chi-so-phat-trien-con-nguoi-viet-nam-2016-2020
(2) ຄະນະກຳມະການສູນກາງສະຫະພັນແມ່ຍິງຫວຽດນາມ: ຫົວຂໍ້ຄົ້ນຄວ້າລະດັບກະຊວງ: ຍົກສູງຄວາມສາມາດປ່ຽນແປງໃໝ່ປະດິດສ້າງ ຂອງແມ່ຍິງຊາວກະສິກອນຫວຽດນາມ, ປີ 2021.
(3) ເບິ່ງ: “ຄຳປາໄສຂອງນາຍົກລັດຖະມົນຕີ ຟ້າມ ມິງ ຈິ້ງ ຢູ່ທີ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13”, ວັນທີ 11 ມີນາ 2022, https://baochinhphu.vn/phat-bieu-cua-thu-tuong-pham-minh-chinh-tai-dai-hoi-dai-bieu-phu-nu-toan-quoc-lan-thu-xiii-102220311104849752.htm
(4), (5), (6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 215-216, 143, 169.
(7) ເຖິງທ້າຍວາລະ, ມີຫຼາຍກວ່າ 19.000 ບຸກຄົນແລະໝູ່ຄະນະທີ່ດີເດັ່ນ ໄດ້ຮັບການເຜີຍແຜ່ແລະສັນລະເສີນ ຍ້ອນມີຜົນງານໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ, ແບບແຜນໂຮ່ຈີມິນ ແລະ ຝຶກຝົນຫຼໍ່ຫຼອມຄຸນສົມບັດ ຄຸນນະທຳຂອງແມ່ຍິງຫວຽດນາມຕາມ “ຄວາມໝັ້ນໃຈ, ເຄົາລົບຕົນເອງ, ຈົງຮັກພັກດີ, ຮັບພາລະກ້າກັ່ນ”.
(8) ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ສະໄໝ 2021 - 2026 ດ້ວຍອັດຕາສ່ວນສະມາຊິກເພດຍິງໃນສະພາແຫ່ງຊາດຊຸດທີ 15 ແມ່ນ 30,26%. (ສູງກວ່າ 3,54% ທຽບກັບວາລະກ່ອນ ແລະ ລື່ນຄາດໝາຍ 30%); ຜູ້ແທນສະພາປະຊາຊົນລະດັບແຂວງໂດຍມີອັດຕາສ່ວນເພດຍິງ 29%, ໃນລະດັບເມືອງອັດຕາສ່ວນຜູ້ແທນເພດຍິງກວມເອົາ 29,2%, ໃນລະດັບຕາແສງອັດຕາສ່ວນຜູ້ແທນເພດຍິງກວມເອົາ 28,98%; ໃນ 35 ແຂວງ/ນະຄອນ ອັດຕາສ່ວນຜູ້ແທນເພດຍິງໃນສະພາແຫ່ງຊາດຊຸດທີ 15 ມີຫຼາຍກວ່າ 30%.
(9) ສະມາຄົມແມ່ຍິງທຸກຂັ້ນໄດ້ໃຫ້ຄຳປຶກສາຈັດຕັ້ງການສົນທະນາ 700 ຄັ້ງກັບຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ ເພື່ອສະເໜີນະໂຍບາຍຫຼາຍກວ່າ 600 ນະໂຍບາຍ; ຕິດຕາມກວດກາເກືອບ 6.000 ນະໂຍບາຍ; ປະກອບຄຳເຫັນແລະວິຈານສັງຄົມເຂົ້າໃນຮ່າງເອກະສານກວ່າ 33.000 ສະບັບ. ສະມາຄົມແມ່ຍິງໄດ້ສະໜັບສະໜູນຄອບຄົວແມ່ຍິງເກືອບ 13 ລ້ານຄອຍຄົວ ໃຫ້ບັນລຸມາດຕະຖານຄອຍຄົວ “5 ບໍ່, 3 ສະອາດ”. ສະມາຄົມແມ່ຍິງໄດ້ສະໜັບສະໜູນການສ້າງຕັ້ງຮູບແບບເສດຖະກິດລວມໝູ່ທີ່ຄຸ້ມຄອງໂດຍແມ່ຍິງໃນເກືອບ 12.000 ແຫ່ງ. ສະໜັບສະໜູນການສ້າງຕັ້ງສະຫະກອນໃໝ່ເກືອບ 800 ແຫ່ງ. ຈ່າຍເງິນເກືອບ 164.000 ຕື້ດົ່ງ ໜູນຊ່ວຍແມ່ຍິງເກືອບ 73.000 ຄົນ ເພື່ອເລີ່ມຕົ້ນທຸລະກິດ. ວິສາຫະກິດ ສະຫະກອນ ຄົວເຮືອນທຸລະກິດທີ່ແມ່ຍິງເປັນເຈົ້າຂອງ 87.000 ແຫ່ງໄດ້ພັດທະນາຂີດຄວາມສາມາດດ້ານການຄ້າເອເລັກໂຕຣນິກ. ຈ່າຍເງິນເກືອບ 482 ຕື້ດົ່ງເພື່ອຊ່ວຍເຫຼືອພະນັກງານ, ສະມາຊິກສະມາຄົມ, ແມ່ຍິງ ແລະ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງ ຈາກການແຜ່ລະບາດຂອງໂຄວິດ-19. 255 ຕາແສງໄດ້ຮັບການໜູນຊ່ວຍຈາກໂຄງການ “ໄປຄຽງຄູ່ກັບແມ່ຍິງຊາຍແດນ” ດ້ວຍຍອດມູນຄ່າການລະດົມທຶນເກືອບ 210 ຕື້ດົ່ງ (ນັບແຕ່ປີ 2018 ຮອດປະຈຸບັນ). ມີຫຼາຍກວ່າ 118.000 ຮູບແບບການຂົນຂວາຍຊ່ວຍເຫຼືອແມ່ຍິງເຂົ້າຮ່ວມການແກ້ໄຂບັນຫາສັງຄົມຈຳນວນໜຶ່ງ ໄດ້ຮັບການກໍ່ສ້າງ ແລະ ພັດທະນາ. ມີຫຼາຍກວ່າ 25 ລ້ານຄົນ ທີ່ເປັນສະມາຊິກສະມາຄົມ, ແມ່ຍິງ, ພໍ່ແມ່ທີ່ມີເດັກນ້ອຍອາຍຸຕ່ຳກວ່າ 16 ປີ ໄດ້ຮັບການສະໜອງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບການຮັກສາ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳ, ຈິດສຳນຶກໃນການປະຕິບັດກົດໝາຍ, ຝຶກອົບລົມການລ້ຽງດູລູກ, ຄວາມປອດໄພດ້ານສະບຽງອາຫານ ແລະ ການປ້ອງກັນຄວາມຮຸນແຮງທາງເພດ. ໂຄງການ “ແມ່ອຸປະຖຳ” ສະໜັບສະໜູນການດູແລ ແລະ ລ້ຽງດູເດັກກຳພ້າ ທີ່ເປີດຕົວໂດຍສະມາຄົມແມ່ຍິງຫວຽດນາມ ແຕ່ເດືອນພະຈິກ 2021 ໄດ້ຂົນຂວາຍ, ເຊື່ອມຕໍ່, ໜູນຊ່ວຍ ແລະ ອຸປະຖຳເດັກກຳພ້າທີ່ປະສົບກັບຄວາມຫຍຸ້ງຍາກ 11.052 ຄົນ, ໃນນັ້ນມີເດັກກຳພ້າຫຼາຍກວ່າ 2.000 ຄົນທີ່ຖືກຜົນກະທົບຈາກໂຄວິດ-19; ຈຳນວນເງິນແລະຂອງຂວັນທັງໝົດທີ່ລະດົມຜ່ານຊ່ອງທາງຕ່າງໆ ໃນທົ່ວປະເທດ ບັນລຸກວ່າ 43 ຕື້ດົ່ງ.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1000 (ເດືອນຕຸລາ 2022)