ຫັນເປັນທັນສະໄໝ, ຍົກສູງຄຸນນະພາບແລະປະສິດທິຜົນ ຂອງການປະຕິບັດນະໂຍບາຍປະກັນສັງຄົມ

 

ໂດຍ ປອ. ບຸ່ຍ​ສີ​ເລີ້​ຍ
ຮອງ​ປະທານ​​ກຳມາທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ
14:00, 18-04-2020

ວກ.ອອນ​ໄລ - ການປະກັນ​ສັງຄົມ​ແລະປະກັນ​ສຸຂະພາບ​ແມ່ນ​ໜຶ່ງ​ໃນ​ບັນດາ​ນະ​ໂຍບາຍ​ຫຼັກ​ ຂອງ​ລະບົບ​ຄວາມ​ປອດ​ໄພ​ແຫ່ງ​ຊາດ. ການ​ປະ​ຕິ​ບັດນະ​ໂຍບາຍປະກັນ​ສັງຄົມ, ປະກັນ​ສຸຂະພາບ​ເປັນ​ຢ່າງ​ດີ​ ຈະ​ປະກອບສ່ວນ​ຮັບປະກັນສິດທິ​ຄວາມ​ປອດ​ໄພ​ສັງຄົມ ຂອງ​ພົນ​ລະ​ເມືອງ​ທຸກ​ຄົນ, ​ເພື່ອ​ເປົ້າ​ໝາຍ​ການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ. ການ​ປະກັນ​ສັງຄົມ​ຫວຽດນາມ​ແມ່ນ​ຂະ​ແໜງ​ການ​ທີ່​ໄປ​ກ່ອນ​ໃນ​ການ​ຍູ້​ແຮງ​ການ​ປະຕິ​ຮູບ​ການ​ບໍລິຫານ, ຊຸກຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ, ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ​ ຂອງ​ການ​ປະຕິບັດນະ​ໂຍບາຍ​ປະກັນ​ສັງຄົມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່ນັບ​ມື້​ນັບ​ສູງ​ ຂອງ​ປະຊາຊົນ​ແລະຂອງ​ວິ​ສາ​ຫະກິດ.

ສຳລັບປະ​ເທດ​ສ່ວນ​ໃຫຍ່​ໃນ​ໂລກ, ຖານ​ຂໍ້​ມູນ​ກ່ຽວ​ກັບ​ການ​ປະກັນ​ສັງຄົມ, ລວມມີປະກັນສັງຄົມ, ປະກັນສຸຂະພາບແລະປະກັນການ​ວ່າງ​ງານ, ຍາມ​ໃດ​ກໍ່​ເປັນ​ພາກສ່ວນ​ໃຫຍ່​ໃນ​ຖານ​ຂໍ້​ມູນ​ຄວາມ​ປອດ​ໄພ​ທາງ​ສັງຄົມ. ການ​ຫັນ​ເປັນ​ທັນ​ສະ​ໄໝ ​ແລະ ການ​ສະໜອງ​ບໍລິການ​ສາທາລະນະບົນ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເຊິ່ງ​ລັດຖະບານ​ບັນດາ​ປະ​ເທດໄດ້​​ສຸມ​ໃສ່ປັບປຸງ​ບູລະນະ​ ເພື່ອ​ໃຫ້​ມັນ​ກາຍ​ເປັນປັດ​ໄຈ​ທີ່​ສຳຄັນ​ທີ່​ສຸດສຳລັບ​ການ​ພັດທະນາ​ລັດຖະບານ​ເອ​ເລັກ​ໂຕຣນິກ, ຫັນ​ການ​ຄຸ້ມ​ຄອງ​ເປັນ​ທັນ​ສະ​ໄໝ​-ແລະ​ຮັບ​ໃຊ້​ຢ່າງ​ດີ​ໃຫ້​ປະຊາຊົນ​ແລະ​ຜູ້​ອອກ​ແຮງ​ງານ.

ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ປະຕິ​ຮູບ​ຂັ້ນ​ຕອນ​ການ​ບໍລິຫານ, ຍົກ​ສູງ​ຄຸນະພາບ​ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ ​ຂອງ​ພະນັກງານລັດຖະກອນ, ພາລະ​ກອນ,... ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ຜູ້​ເຂົ້າຮ່ວມການປະກັນສັງຄົມ, ປະກັນສຸຂະພາບ ແມ່ນເປົ້າໝາຍ ທີ່ສອດຮ້ອຍຕະຫຼອດ ຂະບວນການປັບປຸງບູລະນະ, ພັດທະນາແລະປ່ຽນແປງໃໝ່ ຂອງລະບົບ ການປະກັນສັງຄົມຫວຽດນາມ. ​ໃນ​ເວລາ​ທີ່​ຜ່ານ​ມາ, ການປະກັນສັງຄົມຫວຽດນາມ ໄດ້ຜັນ ຂະຫຍາຍການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງແຂງແຮງ ເຂົ້າໃນກິດຈະກຳວິຊາຊີບ ສ່ວນໃຫຍ່ ເພື່ອຊ່ວຍເຫຼືອປະຊາຊົນແລະວິສາຫະກິດ ໃນການພົວພັນຕິດຕໍ່ກັບອົງການ ປະກັນສັງຄົມ ແລະ ຍົກສູງປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງ ໃຫ້ທ່ວງທັນກັບ ການປະຕິວັດອຸດສາຫະກຳຄັ້ງທີສີ່.

ບັນດາຜົນສຳເລັດທີ່ໄດ້ຮັບ

ກ່ອນ​ປີ 2015, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນຂະ​ແໜງການປະກັນສັງຄົມ ບໍ່ໄດ້ຮັບການຍູ້ແຮງ, ລະບົບ​ເຊີ​ເວີ ຊອບ​ແວ ຖານ​ຂໍ້​ມູນ ​ກະ​ແຈກກະຈາຍ​ຢູ່​ບັນດາ​ອົງການ​ປະກັນ​ສັງຄົມ​ຂັ້ນເມືອງ, ບໍ່​ມີ​ລະບົບ​ເຄືອ​ຂ່າຍ WAN ທີ່​ເຊື່ອມ​ຕໍ່​ລະບົບ​ເຕັກ​ໂນ​ໂລ​ຊີລະຫວ່າງ​ໜ່ວຍ​ງານ. ການ​ພົວພັນ​ຕິດ​ຕໍ່​ທັງ​ໝົດ​ກັບ​ປະຊາຊົນ​ແລະ​ວິ​ສາ​ຫະກິດ​ ​ໄດ້​ດຳ​ເນີນ​ການ​ຕາມ​ເອກະສານ​ຜ່ານພາກສ່ວນ “ປະຕູ​ດຽວ” ຫຼື​ໂດຍ​ກົງ​ກັບ​ພະນັກງານ​ໃນພະ​ແນ​ກວິຊາ​ຊີບ. ສິ່ງ​ນີ້​ນຳ​ໄປ​ສູ່​ຄວາມ​ຫຍຸ້ງຍາກ​ໃນ​ການ​ຄຸ້ມ​ຄອງ​ຜູ້​ເຂົ້າ​ຮ່ວມ, ​ໂດຍ​ສະ​ເພາະ​ເມື່ອມີ​ການປ່ຽນ​ໜ່ວຍ​ງານ​ເຮັດ​ວຽກ, ປ່ຽນ​ທີ່ຢູ່​ອາ​ໄສ. ການ​ກວດກາ​​ເອກະສານບັນທຶກ​ຄ່າ​ໃຊ້​ຈ່າ​ຍ​ໃນການກວດ​ແລ​ະປິ່ນປົວ​ພະຍາດທີ່ມີ​ປະກັນ​ສຸຂະພາບ ​ແມ່ນ​ໄດ້​​ເຮັດ​ດ້ວຍ​ມື​ໃນ​ເອກະສານ​ເຈ້ຍ​ດ້ວຍ​ອັດຕາ​ປະມານ 20% ຂອງ​​ເອກະສານບັນທຶກ​ການ​ໃຊ້​ຈ່າຍ​ທັງ​ໝົດ. ການລະ​ເມີດ​ການ​ຈ່າຍ​ເງິນ​ປະກັນ​ສັງຄົມ​ໄດ້​ເກີດ​ຂຶ້ນ​ເປັນ​ປະຈຳ. ດັ່ງ​ນັ້ນ​ຈຶ່ງ​ນຳ​ໄປ​ສູ່ການ​ລາຍ​ງານ​ການ​ຊຳລະ​​ເງິນ​ແລະ​ການກວດ​ສອບ​ບັນຊີ​​ເງິນປະຈຳ​ປີ​ ຕ້ອງ​ເຮັດ​ດ້ວຍ​ມື.

ມະຕິ​ເລກ​ທີ່ 68/2013/QH13, ວັນ​ທີ 29 ​ເດືອນ​ພະຈິກ 2013, ຂອງ​ສະພາ​​ແຫ່ງ​ຊາດ, ວ່າ​ດ້ວຍຍູ້​ແຮງ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍປະກັນ​ສຸຂະພາບ, ກ້າວໄປເຖິງການປະກັນສຸຂະພາບທົ່ວປວງຊົນ; ມະຕິ​ເລກ​ທີ່ 36a/NQ-CP, ວັນ​ທີ 14 ​ເດືອນ​ຕຸລາ 2015, ຂອງ​ລັດຖະບານ, ວ່າດ້ວຍລັດຖະບານ​ເອ​ເລັກ​ໂຕຣນິກ; ມະຕິ​ເລກ​ທີ່ 19-2017/NQ-CP, ວັນ​ທີ 6 ​ເດືອນ​ກຸມພາ 2017, ຂອງ​ລັດຖະບານ, ວ່າ​ດ້ວຍ​ການ​ສືບ​ຕໍ່​ປະຕິບັດ​ບັນດາ​ໜ້າ​ທີ່, ວິທີແກ້ໄຂຕົ້ນຕໍ ເພື່ອປົວແປງສະພາບແວດລ້ອມການທຸລະກິດ, ຍົກສູງຄວາມສາມາດແຂ່ງຂັນແຫ່ງຊາດປີ 2017, ກຳ​ນົດ​ທິດ​ເຖິງ​ປີ 2020 ວາງ​ເສັ້ນທາງ​ເດີນ, ບາດກ້າວ​ໃນ​ການ​ຫັນ​ຂະ​ແໜງ​ການ​ປະກັນ​ສັງຄົມ​ເປັນ​ທັນ​ສະ​ໄໝ. ບັດ​ນດາ​ມະຕິດັ່ງກ່າວ​ໄດ້ຮຽກຮ້ອງ​ໃຫ້​​ໃຊ້​ເອ​ເລັກ​ໂຕຣນິກ​ໃນ​ການ​ແກ້​ໄຂ​ນະ​ໂຍບາຍ​ປະກັນສັງຄົມ, ປະກັນ​ສຸຂະພາບ; ຫຼຸດຜ່ອນ 1/3 ຈຳນວນ​ຄັ້ງ​ແລະ​ຫຼຸດຜ່ອນ 50% ຈຳນວນຊົ່ວ​ໂມງ​ການ​ປະຕິບັດ​ຂັ້ນ​ຕອນ​ການ​ບໍລິຫານ​ໃນ​ຂົງ​ເຂດຈັດ​ເກັບຄ່າປະກັນສັງຄົມ, ປະກັນສຸຂະພາບ; ​ເຊື່ອມ​ຕໍ່​ລະບົບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ລະຫວ່າງ​ປະກັນ​ສັງ​ຄົມ​ກັບສະຖານທີ່​ກວດ​ແລະປິ່ນ​ປົວ​ພະຍາດ ​ເພື່ອ​ດັດ​ແປງ​ຂັ້ນ​ຕອນ​ການ​ບໍລິຫານ​ໃນ​ການກວດ​ແລະປິ່ນ​ປົວ​ພະຍາດ; ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການກວດ​ພິສູດ​ປະກັນ​ສຸຂະພາບ; ສ້າງ​ແລະ​ນຳ​ໃຊ້​ສະຖາປັດຕະຍະກຳ​ລັດຖະບານ​ເອ​ເລັກ​ໂຕຣນິກ; ຄົ້ນຄວ້າ​ແລະ​ອອກ​ບັດ​ປະກັນ​ສຸຂະພາບ​ເອ​ເລັກ​ໂຕຣນິກ, ປະສົມ​ປະ​ສາມ​ຂໍ້​ມູນ​ປະກັນ​ສັງຄົມ​ແລະປະກັນ​ການ​ວ່າງ​ງານ; ສ້າງ​ແລະ​ດຳ​ເນີນ​ງານ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕຣນິດ​ ເພື່ອ​ຄຸ້ມ​ຄອງ​ການ​ປະກັນ​ສັງຄົມ​ຢ່າງ​ລວມມູນ​ແລະ​ຄົບ​ຊຸດ​ໃນ​ທົ່ວ​ປະ​ເທດ.

ວັນ​ທີ​ 22 ເດືອນ​ພຶດສະພາ 2015, ນາຍົກລັດຖະມົນຕີ​ໄດ້​ລົງ​ນາມ​ໃນ​ມະຕິ​ຕົກລົງ​ເລກທີ 714/QĐ-TTg ອອກ​ບັນຊີ​ລາຍ​ຊື່ຂອງ​ 6 ຖານ​ຂໍ້​ມູນ​ແຫ່ງ​ຊາດທີ່​ຕ້ອງ​ໄດ້​ຮັບບຸລິມະສິດ​​ໃນ​ການ​ຜັນ​ຂະຫຍາຍ​ ເພື່ອສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ລັດຖະບານ​ເອ​ເລັກ​ໂຕຣນິກ, ​ໃນ​ນັ້ນ​ມີ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະກັນ​ໄພ; ​ມະຕິ​ທົກ​ລົງ​ເລກທີ 274/QĐ-TTg, ວັນ​ທີ 12 ​ເດື​ອນ​ມີນາ 2019, ຂອງ​ນາ​ຍົກ​ລັດຖະມົນ​ຕີ ອະນຸມັດ​ໂຄງການ​ປະຕູ​ບໍລິການສາ​ມາ​ລະນະ​ແຫ່ງ​ຊາດ ​ເຊິ່ງ​ໄດ້​ກຳນົດ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະກັນ​ໄພ ​ແມ່ນ​ຖານ​ຂໍ້​ມູນ​ທີ່​ສຳຄັນ ​ເພື່ອສະໜອງ​ໝາຍ​ເລກ​ປະຈຳ​ຕົວ​ໃຫ້​ປະຕູ​ບໍລິການ​ສາທາລະນະ​ແຫ່ງ​ຊາດ.

​ໃນ​ປະຈຸ​ບັນ, ​ມີ​ຫຼາຍ​ກວ່າ 89% ຂອງປະຊາຊົນ​ທີ່​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ, ​ເກືອບ 15 ລ້ານ​ຄົນ​ທີ່​ເຂົ້າ​ຮ່ວມ​ປະກັນ​ສັງຄົມ, ກ້າວ​ເຖິງ​ການ​ປະກັນ​ສັງຄົມ​ທົ່ວ​ປວງ​ຊົນ ຕາມ​ຈິດ​ໃຈ​ປະຕິ​ຮູບ​ນະ​ໂຍບາຍ​ປະກັນ​ສັງຄົມ, ການ​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ, ຫັນ​ການ​ປະກັນ​ສັງຄົມ​ເປັນ​ທັນ​ສະ​ໄໝ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ຮັບ​ໃຊ້​ຜູ້​ເຂົ້າ​ຮ່ວມ​ແລະ​ຊົມ​ໃຊ້ການປະກັນ ສັງຄົມ, ປະກັນສຸຂະພາບ ເຊິ່ງໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນ.

ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ​ຄວາມ​ຮຽກ​ຮ້ອງຕ້ອງ ການ​ຂອງ​ຄວາມ​ເປັນ​ຈິງ, ຂະ​ບວນການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍປະກັນສັງຄົມ, ປະກັນ ສຸຂະພາບ - ​ເສົາ​ຄ້ຳ​ພື້ນຖານ​ຂອງ​ລະບົບ​ຄວາມ​ປອດ​ໄພ​ສັງຄົມ, ການປະຕິບັດ​ເປົ້າ​ໝາຍ​ຫັນ​ເປັນ​ທັນ​ສະ​ໄໝ ​ເພື່ອ​ຍົກ​ສູງ​ຄຸນ​ນະພາບ, ປະສິດທິ​ຜົນ​ໃນ​ການ​ປະຕິບັດນະ​ໂຍບາຍ​ປະກັນ​ສັງຄົມ ​ໄດ້​ກາຍ​ເປັນຄວາມ​ຕັດສິນ​ໃຈ​ທາງ​ການ​ເມືອງຂອງ​ທົ່ວ​ທັງຂະແໜງການປະກັນສັງຄົມ ຫວຽດນາມ ດ້ວຍຄວາມປາຖະໜາປ່ຽນແປງໃໝ່, ພັດທະນາ​ຢ່າງຮອບດ້ານ, ​ເປີດ​ເຜີຍ, ​ໂປ່​ງ​ໄສ ​ແລະນຳ​ເອົາ​ຄວາມ​ພຶງ​ພໍ​ໃຈ​ມາ​ໃຫ້​ປະຊາຊົນ.

ດ້ວຍ​ຄວາມຕ້ອງການ​ແລະ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້, ການປະກັນສັງຄົມຫວຽດນາມ ໄດ້ຜັນຂະ ຫຍາຍການນຳໃຊ້ ເຕັດໂນໂລຊີຢ່າງແຂງແຮງ ເຂົ້າໃນກິດຈະກຳວິຊາຊີບສ່ວນຫຼາຍເຊັ່ນ: ການ​ທຸລະ​ກຳ​ເອ​ເລັກ​ໂຕຣນິກ​ໃນ​ວຽກ​ງານ​ເກັບ​ເງິນປະກັນ​ສັງຄົມ, ປະກັນ​ສຸຂະພາບ, ປະກັນ​ການ​ວ່າງ​ງານ ​ແລະ​ອອກ​ໜັງສືປະກັນສັງຄົມ, ບັດປະກັນສຸຂະພາບ; ການ​ກວດກາ​ເອ​ເລັກ​ໂຕຣນິກ​ຄ່າ​ໃຊ້​ຈ່າຍ​ໃນ​ການກວດ​ແລະ​ປິ່ນປົວ​ພະຍາດທີ່​ມີ​ປະກັນ​ສຸຂະ​ພາບ ​ໂດຍ​ຜ່ານ​ລະບົບຂໍ້​ມູນ​ການ​ວດກາ​ການ​ປະກັນສຸຂະພາບ; ການຈັດ​ເກັບ​ບັນທຶກ​ແບບ​ດິຈິ​ຕອນ; ບັນດາ​ຊອບ​ແວ​ຮັບ​ໃຊ້​ວຽກ​ງານ​ການ​ເງິນ-ການ​ບັນຊີ, ການຄຸ້ມ​ຄອງ​ເອກະສານ... ​ໂຄ​ງສ້າງພື້ນຖານດ້ານ​ເຕັກນິກ, ອຸປະກອນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ໄດ້​ຮັບ​ການ​ປະກອບ​ສ້າງ​ຢ່າງ​ຄົບ​ຖ້ວນ​ແລະດຳ​ເນີນງານ​ຢ່າງ​ມີ​ປະສິດທິ​ຜົນ.

ລະບົບ​ຊົບ​ແວ​ວິຊາ​ອາຊີບ​ທີ່​ສຳຄັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ​ຮູບ​ແບບ​ລວມສູນ​ຂໍ້​ມູນ​ຢູ່​ສູນ​ກາງ​ ເພື່ອ ຄຸ້ມ​ຄອງ​ບັນດາ​ພາກສ່ວນ​ວິຊາ​ຊີບທີ່​ສຳຄັນ​ຂອງ​ຂະ​ແໜງ​ການ; ລົງທຶນ​ໂຄງ​ສ້າງ​ພື້ນຖານ, ຊອບ​ແວ​ແລະ​ຖານ​ຂໍ້​ມູນ​ຢ່າງ​ຄົບ​ຖ້ວນ​ ເພື່ອສະໜອງ​ໝາຍ​ເລກ​ປະຈຳ​ຕົວ​ໜຶ່ງ​ດຽວ ​ໃຫ້​ຜູ້​ເຂົ້າ​ຮ່ວມ ປະກັນສັງຄົມ, ປະກັນສຸຂະພາບ, ປະກັນ​ການ​ວ່າງ​ງານ​ໃນ​ລະບົບສະໜອງ​ໝາຍ​ເລກ​ປະຈຳ​ຕົວ​ແລະຄຸ້ມ​ຄອງ​ການ​ປະກັນ​ສຸຂະພາບຄົວ​ເຮືອນ ​ແລະ ການ​ຈ້າງ​ບໍລິການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ ສານຖານ​ຂໍ້​ມູນ​ຄອບຄົວ​ທີ່​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບ.

ກ່ຽວ​ກັບການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້ປະຊາຊົນ​ແລະວິ​ສາ​ຫະກິດ, ການປະກັນສັງຄົມ ຫວຽດນາມ ສືບຕໍ່ດຳເນີນລະບົບທຸລະກິດເອເລັກໂຕຣນິກລວມສູນ ເພື່ອຄຸ້ມຄອງ, ຕິດຕາມ​ອອນ​ໄລ​ວຽກ​ງານ​ຮັບ​ເອກະສານ, ​ແກ້​ໄຂແລະສົ່ງ​ຄືນ​ຜົນ​ຂອງ​ຂັ້ນ​ຕອນ​ການ​ບໍລິຫານ​ໃນ​ດ້ານການ ປະກັນສັງຄົມ, ປະກັນສຸຂະພາບ, ປະກັນ​ການ​ວ່າງ​ງານ, ຮັບປະກັນ​ການ​ປະຕິບັດ​ຂັ້ນ​ຕອນ​ການ​ບໍລິຫານຢູ່​ອົງການ​ປະກັນ​ສັງຄົມ​ຂອງ​ແຂວງ, ນະຄອນ ມີ​ຄວາມ​ເປີດ​ເຜີຍ, ​ໂປ່​ງ​ໃສ​ແລະ​ເປັນ​ມື​ອາຊີບ, ຕອບ​ສະໜອງ​ເປົ້າ​ໝາຍ​ການ​ປະຕິ​ຮູບຂັ້ນ​ຕອນ​ການ​ບໍລິຫານ​ທີ່​ຂະ​ແໜງ​ການ​ໄດ້​ວາງ​ອອກ​ມາ.

​ເຖິງ​ທ້າຍ​ປີ 2018, ຂະ​ແໜງ​ການ​ປະກັນ​ສັງ​ຄົມທັງ​ໝົດ​ໄດ້​ຫຼຸດຜ່ອນ​ເວລາ​ແກ້​ໄຂຂັ້ນ​ຕອນ​ການ​ບໍລິຫານ​ຈາກ 115 ຂັ້ນ​ຕອນ​ລົງ​ເປັນ 28 ຂັ້ນ​ຕອນ. ວຽກ​ງານ​ການ​ປະຕິ​ຮູບການ​ບໍລິຫານ​ຂອງ​ຂະ​ແໜງ​ການ​ປະກັນ​ສັງຄົມ​ໄດ້​ບັນລຸຜົນສຳ​ເລັດ​ທີ່​ສຳຄັນ​ຫຼາຍ​ຢ່າງ, ​ໄດ້​ເພີ່ມ​ທະວີ​ການ​ປັບປຸງ, ຍົກ​ລະດັບ​ບັນດາຊອບ​ແວສະໜັບສະໜູນ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກທີ່​ດີກ​ວ່າ ​ໃຫ້​ປະຊາຊົນ​ແລະວິ​ສາ​ຫະກິດ​ ໃນ​ການ​ເຂົ້າ​ເຖິງ​ການ​ປະກັນ​ສັງຄົມ, ຫຼຸດຜ່ອນ​ເວລາ​ໄລ່​ລຽງ, ​ແກ້​ໄຂ​ຂັ້ນ​ຕອານ​ການ​ປະກັນ​ສັງຄົມ. ສິ່ງພົ້ນ​ເດັ່ນ​ທີ່​ສຸດ ​ແມ່ນການ​ປະສານສົມທົບກັບສະຫະ​ບໍລິສັດ​ໄປ​ຊະນີ​ຫວຽດນາມ ​ໃນ​ການ​​ຜັນ​ຂະຫຍາຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານເພື່ອຈ່າຍ​ເງິນ ບຳນານ, ​ເງິນ​ອຸດ​ໜູນ​ປະກັນ​ສັງຄົມ​ ​ເຊິ່ງໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາຊົນ. ​ໂດຍ​ລວມ​ແລ້ວ ລະດັບການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງ​ອົງການປະກັນສັງຄົມຫວຽດນາມ ສືບຕໍ່ຢູ່ໃນ ອັນດັບທີໜຶ່ງ ມນຕາຕະລາງຈັດອັນດັບປີ 2018 ຂອງ 7 ອົງການຂອງ​ລັດຖະບານ(1)

ມາ​ເຖິງ​ດຽວ​ນີ້ ອົງການປະກັນສັງຄົມຫວຽດນາມໄດ້ໃຫ້ບໍລິການສາທາລະນະ 20 ງານ​ຈາກ 28 ງານ​ອອນ​ໄລ​ລະດັບ 3, ລະດັບ 4; ຈຳນວນ​ການ​ບັນທຶກ​ທຸລະ​ກຳ​ເອ​ເລັກ​ໂຕຣນິກອອນ​ໄລ​ ​ແມ່ນເກືອບ 44 ລ້ານລາຍການ.

ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານທັງ​ໝົດ​ຂອງ​ຂະ​ແໜງການປະກັນສັງຄົມ ໄດ້ຖືກຈັດຕັ້ງ ປະຕິບັດພາຍໃຕ້ ກອບງານສະຖາປັດຕະຍະກຳລັດຖະບານເອເລັກໂຕຣນິກ ທີ່​ອອກ​ໂດຍ​ກະຊວງ​ຖະ​ແຫຼງຂ່າວ​ແລະ​ສື່ສານ. ສູນ​ປະຕິບັດ​ການ​ລະບົບເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຂອງ​ອົງການປະກັນສັງຄົມຫວຽດນາມ, ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ແລະ​ເລີ່​ມດຳ​ເນີນ​ງານ​ ແມ່ນ​ຜົນງານ​ສັງ​ລວມຈາກ​ການ​ພັດທະນາ​ອັນ​ຍາວ​ນານ​ ຂອງ​ລະບົບການປະກັນສັງຄົມ, ພ້ອມ​ກັນ​ນັ້ນ​ ກໍ່​​ໄດ້ພັດທະນາ​ໂຄງ​ສ້າງ​ເຕັກນິກ, ບຸກ​ຄະລາ​ກອນ​ ແລະ​ການ​ຍູ້​ແຮງ​ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ...

ປີ 2018 ຖືກ​ຖື​ວ່າ​ປີ​ບຸກທະລຸ, ກິດ​ຈະ​ກຳ​ຮັບ​ໃຊ້ຕາມ​ແບບ​ທັນ​ສະ​ໄໝ​ຫຼາຍ​ຢ່າງ​ ຂອງ​ຂະ​ແໜງ​ການ​ປະກັນ​ສັງຄົມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຮີ​ບຮ້ອນ​ແລະ​ມີ​ປະສິດທິ​ຜົນ​ເຊັ່ນ ລະບົບ ເອເລັກ​ໂຕຣນິກລວມສູນ"ປະຕູ​ດຽວ" ບົນຖານ​ຊອບ​ແວ"ການຮັບ​ແລະ​ການຄຸ້ມ​ຄອງ​ບັນທຶກ"; ປະຕູ​ເວັບ​ຊຂອງການປະກັນສັງຄົມຫວຽດນາມ ແມ່ນຈຸດໃຊ້ງານດຽວ ຂອງການປະກັນສັງຄົມ ຫວຽດນາມ ໃນອິນເຕີເນັດ ທີ່​ສະໜອງ​ຂໍ້​ມູນ​ການ​ເຄື່ອນ​ໄຫວ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ ກ່ຽວ​ກັບການປະກັນສັງຄົມ, ປະກັນສຸຂະພາບ, ຮັບ​ຄຳ​ຮ້ອງ​ຂໍ​​ເຮັດທຸລະ​ກຳ​ທາງເອ​ເລັກ​ໂຕຣນິກ, ຂຸດ​ຄົ້ນ​ຂໍ້​ມູນ​ກ່ຽວ​ກັບ​ການປະກັນສັງຄົມແລະປະກັນສຸຂະພາບຂອງອົງການຈັດຕັ້ງ ແລະບຸກຄົນ.

ພິ​ເສດ, ລະບົບ​ການ​ປະ​ເມີນ​ການ​ປະກັນ​ສຸຂະພາບ​ໄດ້​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ງານ, ​ເຊື່ອ​ຕໍ່​ເກືອບ 100% ຂອງ​ສະຖານ​ທີ່​ກວດ​ແລະປິ່ນ​ປົວ​ພະຍາດຕາມປະກັນ​ສຸຂະພາບ​ ຕັ້ງ​ແຕ່​ຕາ​ແສງ ຕະຫຼອດ​ຮອດ​ສູນ​ກາງ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ປະຕິບັດ​ການ​ຄຸ້ມ​ຄອງ​ການກວດ​ແລະປິ່ນ​ປົວ​ພະຍາດ, ການປະ​ເມີນ​ຜົນ ​ແລະ​ການຊຳລະຄ່າ​ໃຊ້​ຈ່າຍ​ການ​ປະກັນ​ສຸຂະພາບ. ພ້ອມ​ກັນ​ນັ້ນ, ຂະ​ແໜງ​ການ​ປະກັນ​ສັງຄົມ​ໄດ້​ສ້າງ​ສຳ​ເລັດ​ຖານ​ຂໍ້​ມູນສຳລັບຄົວ​ເຮືອນ​ທີ່​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ ພ້ອມ​ດ້ວຍ​ຂໍ້​ມູນ​ຂອງ​ປະຊາຊົນ 92,6 ລ້ານ​ຄົນ, ​ເທົ່າ​ກັບ​ 24,3 ລ້ານຄົວ​ເຮືອນ​ໃນ​ທົ່ວ​ປະ​ເທດ.

ການ​ອັບ​ເດດ, ​ເຜີຍ​ແຜ່, ປະກາດ​ເປີດ​ເຜີຍ​ຂັ້ນ​ຕອນ​ການ​ບໍລິຫານ​ ໄດ້​ຮັບ​ການ​ປະຕິບັດ​ຖືກ​ຕາມ ລະບຽບ​ຂໍ້​ບັງຄັບ, ຂັ້ນ​ຕອນ​ການ​ບໍລິຫານ​ທັງ​ໝົດ​ຖືກ​ຕິດ​ກະດານ​ຢ່າງ​ເປີດ​ເຜີຍ​ທີ່ສຳນັກງານ​ປະກັນ​ສັງຄົມ​ແຂວງ, ສຳນັກງານ​ປະກັນ​ສັງຄົມ​ເມືອງ; ປະຕູ​ເວັບ​ໄຊ​ຂອງອົງການປະກັນ ສັງຄົມຫວຽດນາມ, ​ເວັບ​ໄຊ​ຂອງ​ອົງການ​ປະກັນ​ສັງ​ຄົມ​ແຂວງ ຈະ​ປະກາດ​ເປີດ​ເຜີຍລາຍ​ຊື່ຂອງ​ຂັ້ນ​ຕອນ​ການ​ບໍລິຫານ. ພ້ອມ​ກັນ​ນັ້ນ, ຂັ້ນ​ຕອນ​ການ​ບໍລິຫານ​ໄດ້​ຮັບ​ການ​ອັບ​ເດດ​ໃນ​ຖານ​ຂໍ​ມູນ​ແຫ່ງ​ຊາດ, ຮັບປະກັນ​ໃຫ້​ບັນດາ​ອົງການ​ແລະ​ບຸກຄົນສາມາດ​ເຂົ້າ​ເຖິງ​ຢ່າງ​ງ່າຍດາຍ​ແລະ​ມີ​ຄວາມ ສະດວກ​ ເມື່ອ​ຕ້ອງການ​ແກ້​ໄຂ​ວຽກ​ງານ. ຄຽງ​ຄູ່​ກັນ​ນັ້ນ, ຖານ​ຂໍ້​ມູນ​ຂັ້ນ​ຕອນ​ການ​ບໍລິຫານ​ທັງ​ໝົດ ​ຂອງອົງການປະກັນສັງຄົມຫວຽດນາມ ໃນຖານຂໍ້ມູນແຫ່ງຊາດກ່ຽວກັບຂັ້ນຕອນການ ບໍລິຫານ ໄດ້ຮັບການກວດຄືນເປັນປະຈຳ ເພື່ອອັບເດດຢ່າງທັນການ ແລະປັບປຸງຂັ້ນຕອນການ ບໍລິຫານທີ່ຍັງມີຜົນບັງຄັບໃຊ້, ຂັ້ນ​ຕອນການ​ບໍລິຫານທີ່​ອອກ​ໃໝ່ ​ແລະ ຍົກ​ເລີກ​ຂັ້ນ​ຕອນ​ການ​ບໍລິຫານທີ່​ໝົດ​ອາຍຸ​ຕາມ​ທີ່​ໄດ້​ກຳນົດ​ໄວ້.

ການ​ຮັບ​ແລະ​ການສົ່ງ​ຄືນ​ຜົນ​ຂອງການ​ແກ້​ໄຂ​ຂັ້ນ​ຕອນ​ການ​ບໍລິຫານ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ແລະ​ມີ​ປະສິດທິ​ຜົນ ​ໃນ 3 ຮູບ​​ແບບ: ຜ່ານ​ພາກສ່ວນ”ປະຕູ​ດຽວ" ຢູ່​ສຳນັກງານ ອົງການ​ປະກັນ​ສັງຄົມ; ຜ່ານການ​ທຸລະ​ກຳ​ທາງ​ເອ​ເລັກ​ໂຕຣນິກ (ວິ​ສາ​ຫະກິດ​ສາມາດ​ຕິດ​ຕໍ່​ໄດ້​ໃນ 24 ຂົ່ວ​ໂມງ/ວັນ, 7 ວັນ/ສັບປະດາ) ​ແລະ​ຜ່ານ​ບໍລິຫານ​ໄປ​ຊະນີ​ສາທາລະນະ (ວິ​ສາ​ຫະກິດ​ບໍ່​ຕ້ອງ​ຈ່າຍ​ຄ່າ​ທຳນຽມ). ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍປະຢັດ​ເວລາ​ແລະຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນທາງ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ດີ​ສຸດ​ໃຫ້​ວິ​ສາ​ຫະກິດ​ແລະ​ຜູ້​ອອກ​ແຮງ​ງານ​ ເມື່ອ​ເຂົ້າ​ຮ່ວມ​ການ​ທຸລະ​ກຳກັບອົງການ​ປະກັນ​ສັງຄົມ. ພ້ອມ​ກັນ​ນັ້ນ, ລະບົບ​ເອ​ເລັກ​ໂຕຣນິກລວມສູນ“ປະຕູ​ດຽວ” ຖືກ​ນຳ​ໃຊ້ ​ເພື່ອ​ຄຸ້ມ​ຄອງ​​ແລະ​ຕິດຕາມ​ຂະ​ບວນ​ການ​ທຸລະ​ກິດ​ທົງ​ໝົດທາງ​ອິນ​ເຕີ​ເນັດ, ນັບ​ແຕ່​ການ​ຮັບ​ເອກະສານຈົນ​ເຖິງ​ການຈັດການ​ແກ້​ໄຂ, ການ​ສົ່ງ​ຄືນຜົນ​ຂອງ​ການ​ແກ້​ໄຂ​ຂັ້ນ​ຕອນ​ການ​ບໍລິຫານ, ການ​ກ່າວ​ເຕືອນ​ສະຖານະພາບ​ເອກະສານ​ກຳລັງ​ຈະ​ໝົດ​ອາຍຸ, ລ່າ​ຊ້າ...​ມາ​ຮອດ​ປະຈຸ​ບັນ, ​ຫຼາຍ​ກວ່າ 90% ຂອງ​ຈຳນວນໜ່ວຍ​ງານ​ແລະ​ວິ​ສາ​ຫະກິດ​ ໄດ້ດຳ​ເນີນ​ທຸລະ​ກຳ​ເອກະສານ​ເອ​ເລັກ​ໂຕຣນິກ; ມີ​ 63/63 ແຂວງ, ນະຄອນ​ໄດ້​ປະຕິບັດ​ການ​ຍື່ນ​ເອກະສານ​ປະກັນ​ໄພ​ຜ່ານ​ການ​ບໍລິການ​​ໄປສະ​ນີສາທາລະນະ. ພ້ອມ​ກັນ​ນັ້ນ, ອົງການ​ປະກັນ​ໄພ​ສັງຄົມ​ຫວຽດດນາມ​ໄດ້​ປະສານ​ສົມທົບ​ກັບສະຫະ​ບໍລິສັດ​ໄປສະນີ​ ເພື່ອ​ທົດ​ລອງການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການຈ່າຍ​ເງິນບຳນານ​ແລະ​ເງິນ​ອຸດ​ໜູນ​ປະກັນ​ສັງຄົມລາຍ​ເດືອນ ​ໃນ​ບາງ​ທ້ອງ​ຖິ່ນ​ເຊັ່ນ ຫາຍ​ເຢືອງ, ຮ່າ​ໂນ້ຍ ​ແລະ​ຈະ​ເປີດ​ກວ້າງ​ການ​ນຳ​ໃຊ້​ນີ້​ຕໍ່​ໄປ​ໃນ​ທົ່ວ​ປະ​ເທດ.

ພ້ອມ​ກັນ​ນັ້ນ, ບົນ​ພື້ນຖານການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຂະ​ແໜງ​ການ​ປະກັນ​ສັງຄົມ​ກຳລັງ​ເລັ່ງລັດ​ການ​ກໍ່ສ້າງລະບົບ​ນິ​ເວດ 4.0 ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ແລະ​ວິ​ສາ​ຫະກິດ ດ້ວຍການ​ບໍລິການຕ່າງໆ​ເຊັ່ນ: ບໍລິການ​ສົ່ງ​ຂໍ້ຄວາມ (SMS); ບໍລິການ​ຊຳລະ​ເງິນ​ອອນ​ໄລ; ການ​ນຳ​ໃຊ້​ປະກັນ​ສັງຄົມ​ໃນ​ອຸປະກອນ​ມື​ຖື; ລະບົບ Chatbot ສະໜັບສະໜູນ​ລູກ​ຄ້າ (ຕອບ​ຄຳ​ຖາມ​ກ່ຽວ​ກັບ​ນະ​ໂຍບາຍປະກັນສັງຄົມ ແລະປະກັນສຸຂະພາບໂດຍອັດຕະໂນມັດດ້ວຍປັນຍາປະດິດ, ​ເພີ່ມ​ຄວາມ​ປະຕິ​ສຳພັນ​ກັບ​ຜູ້​ເຂົ້າ​ຮ່ວມ, ສະໜອງ​ຂໍ້​ມູນກ່ຽວ​ກັບ​ການ​ເສຍ​ຄ່າ​ປະກັນ, ການ​ຊົມ​ໃຊ້ປະກັນສັງຄົມ, ປະກັນສຸຂະພາບ ແລະຄາດກະລະດັບຊົມໃຊ້ ເພື່ອຮັບໃຊ້ປະຊາຊົນໄດ້ດີກວ່າອີກ); ​ໄຈ້​ແຍກ​ແລະ​ຂຸດ​ຄົ້ນ​ຂໍ້​ມູນ​ຂອງ​ຂະ​​ແໜງ​ການໄດ້​ຫຼາຍ​ສຸດ ຈາກ​ຖານ​ຂໍ້​ມູນ​ຂະໜາດ​ໃຫຍ່ (BIGDATA); ສ້າງ​ຕັ້ງ Fanpage ການ​ສື່ສານ​ໃນ​ເຄືອ​ຂ່າຍ​ສັງຄົມ; ​ໃຫ້​ບໍລິການ​ສາທາລະນະ​ທັງ​ໝົດ​ທີ່​ສາມາດ​ເຂົ້າ​ເຖິງ​ລະດັບ 4.

ປີ 2018, ຄະນະ​ປະຕິບັດ​ງານ​ຂອງ​ນາຍົກລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ກ່ຽວ​ກັບ​ແນວ​ຄິດ​ປະຕິ​ຮູບ, ມາດ​ຕະການ​ປະຕິ​ຮູບ ​ແລະ​ປະສິດທິ​ຜົນ​ຂອງ​ການ​ປະຕິ​ຮູບ​ ຂອງ​ຂະ​ແໜງ​ການ​ປະກັນ​ສັງຄົມ, ​ເຊິ່ງ​ໄດ້​ມີ​ຜົນ​ກະທົບ​ຢ່າງ​ຈະ​ແຈ້ງ​ເຖິງ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ, ສ້າງ​ຄວາມ​ເປີດ​ເຜີຍ, ​ໂປ່​ງ​ໃສ, ຈະ​ແຈ້ງ​ລະຫວ່າງ​ບັນດາ​ອົງການ​ຂອງ​ລັດ, ອົງການ​ປະກັນ​ສັງຄົມ​ແລະປະຊາຊົນຜູ້​ຊົມ​ໃຊ້​ລະບອບ​ປະກັນ​ສັງຄົມ; ​ແລະ​ຮັບ​ຮູ້ວ່າ​ອົງການປະກັນສັງຄົມຫວຽດນາມ ແມ່ນໜຶ່ງໃນບັນດາ ໜ່ວຍງານທີ່ປະຕິຮູບກ່ອນ, ​ໄດ້ຍູ້​ແຮງການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ສ້າງ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະກັນ​ສັງຄົມ, ​ແບ່ງປັນ​ຂໍ້​ມູນ, ຕິດຕາມ​ການ​ຊຳລະ​ເງິນ, ກາຍ​ຈ່າຍ ເງິນປະກັນສັງຄົມ, ປະກັນສຸຂະພາບ. ຂະ​ແໜງ​ການ​ປະກັນ​ສັງຄົມ​ໄດ້​ສ້າງ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະກັນ​ສັງຄົມ, ​ໃນ​ຂະນະ​ທີ່​ຍັງ​ບໍ່​ທັນ​ມີ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ປະຊາກອນທົ່ວ​ໄປ. ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ ​ຂະ​ແໜງປະກັນ​ສັງຄົມ​ໄດ້​​ສ້າງ​ຄວາມ​ເປີດ​ເຜີຍ,​ ໂປ່​ງ​ໃສ, ຈະ​ແຈ້ງ​ໃນ​ການ​ບໍລິຫານ​ຈັດການ​ວຽກ​ງານ ​ແລະ​ພິ​ເສດ​ແມ່ນ​ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຮັບ​ໃຊ້​ປະຊາຊົນ, ຜູ້​ເຂົ້າ​ຮ່ວມ​ໃນ​ບັນດາ​ນະ​ໂຍບາຍ​ປະກັນ​ສັງຄົມ, ກວດກາ​ສະຖານ​ທີ່​ກວດ​ແລະ​ປິ່ນປົວ​ພະຍາດ ​ເພື່ອ​ແກ້​ໄຂກຳຈັດ​ຊ່ອງ​ວ່າງທີ່​ອາດ​ຈະ​ຖືກ​ສວຍ​ໃຊ້​ໃນ​ການ​ຊຳລະ​ຄ່າ​ໃຊ້​ຈ່າຍ​ໃນ​ການກວດ​ແລະ​ປິ່ນປົວ​ພະຍາດ​ຕາມ​ປະກັນສຸຂະພາບ. 

ຕາມ​ການ​ຕີ​ລາຄາ​ຂອງ​ທະນາຄານ​ໂລກ (WB), ​ໃນ​ການຈັດ​ອັນ​ດັບສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດຂອງ​ຫວຽດນາມ, ການປະກັນ​ສັງຄົມ​ແມ່ນ​ຂົງ​ເຂດທີ່​ມີ​ການ​ເພີ່ມ​ຂຶ້ນສູງ​ສຸດ, ​ເຖິງ 81 ອັນ​ດັບ, ​ເສດຖະກິດ​ຢູ່​ໃນ​ອັນ​ດັບທີ 86 ​ໃນ​ຈຳນສນ 190 ປະ​ເທດ​ໃນ​ໂລກ​ໃນ​ປີ 2018. ປະຈຸ​ບັນ, ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະກັນ​ໄພ ພວມ​ຄຸ້ມ​ຄອງ​ຂໍ້​ມູນຂອງ​ປະຊາຊົນ​ຫຼາຍ​ກວ່າ 94 ລ້ານ​ຄົນພ້ອມ​ຂໍ້​ມູນ​ພື້ນຖານ 6 ຂໍ້, ​ໃນ​ນັ້ນ​ຂໍ້​ມູນ​ຂອງ​ຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບ​ແມ່ນ 82 ລ້ານ​ສະບັບ. ພິ​ເສດ, ການປະກັນສັງຄົມຫວຽດນາມກໍ່ພ້ອມແລ້ວທີ່ຈະແບ່ງປັນ ຂໍ້ມູນນີ້ກັບອົງການອື່ນໆ, ກ້າວໄປເຖິງການເຊື່ອມໂຍງເຂົ້າກັບຖານຂໍ້ມູນປະຊາກອນແຫ່ງຊາດ. ການ​ປະກັນ​ສັງຄົມກຳລັງ​ຮ່ວມ​ມື​ແລກປ່ຽນຢ່າງ​ເປັນ​ປະຈຳ ກັບ​ຂະ​ແໜງ​ການ​ພາສີ​.

ລາຍ​ງານ​ການ​ປະ​ເມີນ​ແລະຈັດ​ອັນ​ດັບ​ຄວາມ​ປອດ​ໄພ​​ດ້ານ​ຂໍ້​ມູນ​ຂ່າວສານສຳລັບ​ບັນດາເວັບ​ໄຊ​/ປະຕູ​ຂໍ້​ມູນ​ເອ​ເລັກ​ໂຕຣນິກ​ຕ່າງໆ​ຂອງ​ອົງການ​ລັດ​ໃນ​ປີ 2019 - Portal Security Index (PSI) ທີ່​ຫາ​ກໍ່​ໄດ້​ເຜີຍ​ແຜ່​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການສື່ສານ, ການປະກັນສັງຄົມ ຫວຽດນາມຢູ່ໃນອັນດັບທີ 3 ກ່ຽວ​ກັບຄວາມ​ປອດ​ໄພ​​ດ້ານ​ຂໍ້​ມູນ​ຂ່າວສານສຳລັບ​ບັນດາ​​ເວັບ​ໄຊ​/ປະຕູ​ຂໍ້​ມູນ​ເອ​ເລັກ​ໂຕຣນິກ.

ຜ່ານ​ຂະ​ບວນການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ຫັນ​ຂະ​ແໜງການ​ປະກັນ​ສັງຄົມ​ເປັນ​ທັນ​ສະ​ໄໝສາມາດ​ຖອດ​ຖອນ​ບົດຮຽນ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ການກໍ່ສ້າງສະຖາປັດຕະຍະກຳ​ລັດຖະບານ​ເອ​ເລັກ​ໂຕຣນິກ ​ແລະ ​ແຜນການ​ດຳ​ເນີນ​ງານ​ການ​ປ່ຽນ​ດິຈິ​ຕອນ, ​ແຜນການ​ກໍ່ສ້າງ​ຖານ​ຂໍ້​ມູນ​ແຫ່ງຊາດ ​ເພື່ອ​ກຳ​ນົດ​ວຽກ​ງານ​ທີ່​ຕ້ອງການ​ບຸລິມະສິດ​ໃນ​ການ​ປະຕິບັດ. ຂະ​ບວນການ​ປະຕິ​ຮູບ​ຂັ້ນ​ຕອນ​ການ​ບໍລິຫານ ​ແລະການ​ດຳ​ເນີນ​ວິຊາ​ຊີບ​ແບບ​ງ່າຍດາຍ​ຕ້ອງ​ໄປ​ຄຽງ​ຄູ່ກັບ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ.

ທີ​ສອງ, ການ​ປ່ຽນ​ດິຈິ​ຕອນຈະ​ຕ້ອງດຳ​ເນີນ​ຕັ້ງ​ແຕ່ຂອດການ​ຮັບ​ຂໍ້​ມູນ​ເຂົ້າສຳລັບ​ທຸລະ​ກິດ ​ແລະ ສົ່ງ​ຄືນ​ຂໍ້​ມູນ​ສົ້ນ​ອອກ​ໃຫ້​​ແກ່​ຜູ້​​ໃຊ້, ​ວິ​ສາ​ຫະກິດ ດ້ວຍ​ອຸປະກອນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ; ໝາຍ​ຄວາມ​ວ່າ​ຕ້ອງ​ເລີ່​ມຈາກ​ຂອດ​ການ​ຮັບ​ທຸລະ​ກຳ​ເອ​ເລັກ​ໂຕຣນິກ ​ແລະ ການສົ່ງຄືນ​ຜົນການ​ແກ້​ໄຂ​ດ້ວຍ​ເຄື່ອງມື​ເອ​ເລັກ​ໂຕຣນິກ, ຕໍ່​ຈາກ​ຂະ​ບວນການທາງ​ທຸລະ​ກິດທີ່​ຕ້ອງ​ດຳ​ເນີນ​ດ້ວຍ​ເອ​ເລັກ​ໂຕຣນິກ. ພິ​ເສດ, ການ​ຫັນ​ເປັນ​ດິ​ຈິ​ຕອນ ​ແລະ ການ​ນຳ​ໃຊ້​ຂໍ້​ມູນ​ເອ​ເລັກ​ໂຕຣນິກ, ນັບ​ທັງ​ຂໍ້​ມູນ​ເກົ່າ ​ເພື່ອ​ຮັບປະກັນຂະ​ບວນການ​ປິດ​ທີ່ຕ້ອງ​ໄດ້​ຮັບການຜັນ​ຂະຫຍາຍ​​ປະຕິບັດ​ຢ່າງ​ເຖິງ​ຖອງ.

ທີ​ສາມ, ການ​ປັບປຸງ​ບູລະນະ​ຖານ​ຂໍ້​ມູນຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕໍ່​ເນື່ອງ, ລຽນຕິດ; ຢາກ ຄຸ້ມ​ຄອງ​ດີດ້ວຍ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແມ່ນ​ຕ້ອງ​ມີ​ຂໍ້​ມູນ​ດີ; ຕ້ອງ​ມີ​ພະນັກງານ​ວິຊາ​ຊີບທີ່​ມີ​ລະດັບ​ເຕັກນິກ​ເລິກ​ເຊິ່ງ​ແລະ​ມີ​ຄວາມ​ຮູ້​ດ້ານ​ວິຊາ​ຊີບ. ພິ​ເສດ, ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຂງ​ແຮງ​ຂອງຜູ້ນຳ​ໜ້າ ​ແລະ​ແລະ​ການ​ລົງມື​ຢ່າງ​ແຂງ​ແຮງ​ຂອງ​ລະບົບ​ອົງການ​ຈັດ​ຕັ້ງ​ທັງ​ໝົດ.

ທີ​ສີ່, ການລົງທຶນ​ເຂົ້າ​ໃນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງ​ຂະ​ແໜງ​ການ​ປະກັນ​ສັງຄົມ​ໃນ​ໄລຍະ​ທີ່​ຜ່ານ​ມາ​ແມ່ນຫຼາຍ​ທີ່​ສຸດ ​ແລະ​ໄດ້​ຮັບ​ປະສິດທິ​ຜົນ​ທີ່​ແນ່ນອນ. ​ແຕ່​ວ່າ, ​ໃນ​ສະພາບ​ການ​ປະຈຸ​ບັນ, ​ເພື່ອ​ຄຸ້ມ​ຄອງ​ແລະ​ຮັບ​ໃຊ້​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ​ສູງ, ຕ້ອງ​ການ​ມີ​ການພົວພັນ​ເຊື່ອມ ຕໍ່ ​ແລະ​ເພີ່ມ​ເຕີມ​ຂໍ້​ມູນ ຂ່າວສານກ່ຽວ​ກັບການ​ຄຸ້ມ​ຄອງ​ຂອງ​ບັນດາ​ຂະ​ແໜງການ, ບັນດາ​ຂັ້ນ​ອື່ນໆ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຈັດການ​ແກ້​ໄຂ. ດັ່ງ​ນັ້ນ, ​ເພື່ອ​ປະຕິບັດ​ແຜນການ​ລົງທຶນ, ຍົກ​ລະດັບ​ໂຄງ​ສ້າງ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານຂອງ​ຂະ​ແໜງ​ການປະກັນ​ສັງຄົມ ຈະ​ຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ລະມັດລະວັງ, ສອດຄ່ອງ​ກັບຄວາມ​ໄວ​ໃນ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງ​ຂະ​ແໜງ​ການ​ອື່ນ, ຂັ້ນອື່ນ​ເພື່ອ​ຮັບປະກັນ​ປະສິດທິ​ຜົນ.

ຮັບ​ຮູ້​ສິ່ງ​ທ້າ​ທາຍ ​ແລະ ນຳ​ໃຊ້​ວິທີ​ແກ້​ໄຂ​ໃນ​ອະນາຄົດ​ອັນ​ໃກ້​ນີ້

ຂະ​ແໜງ​ການ​ປະກັນ​ສັງຄົມ​ໄດ້​ກຳນົດ​ຢ່າງ​ຈະແຈ້ງສິ່ງ​ທ້າ​ທາຍ ຕ່າງໆ​ດັ່ງ​ນີ້:

ທີ​ໜຶ່ງ, ຄວາມ​ຈຳ​ເປັນ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຖານ​ຂໍ້​ມູນ, ​ເພາະວ່າ​ແຫຼ່ງຂໍ້​ມູນ​ຂອງ​ຂະ​ແໜງ​ປະກັນ​ສັງຄົມ​ແມ່ນ​ໜຶ່ງ​ໃນ 6 ຖານ​ຂໍ້​ມູນ​ແຫ່ງ​ຊາດ. ຄວາມ​ສ່ຽງຈາກ​ຄວາມ​ບໍ່​ໝັ້ນຄົງ​ທາງ​ດ້ານ​ຂໍ້​ມູນຂ່າວສານ​ແມ່ນ​ຄວາມ​ສ່ຽງທີ່​ມີ​ຢູ່​ແລະ​ຍາວ​ນານ, ບໍ່​ສາມາດ​ແກ້​ໄຂ​ຢ່າງ​ໄວວາ​ໄດ້.

ທີ​ສອງ, ພະນັກງານ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານທີ່​ບໍ່​ໄດ້ອັບ​ເດດ, ​ບໍ່​ມີ​ສະຕິຮູ້​ສຶກເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮຽນ​ຮູ້​ດ້ວຍ​ຕົນ​ເອງ​ ເພື່ອຍົກ​ສູງ​ລະດັບ​ແລະຄວາມ​ສາມາດຂອງ​ຕົນ​ ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ. ນີ້​ແມ່ນ​ບັນຫາ​ທີ່​ຜູ້ນຳຂອງ​ຂະ​ແໜງ​ການ​ປະກັນ​ສັງຄົມ​ໄດ້​ເອົາ​ໃຈ​ໃສ່ ​ແຕ່​ກໍ່​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການຂອງ​ວຽກ​ງານ​ຕົວ​ຈິງ​ໄດ້.

ທີ​ສາມ, ລະບົບ​ຂໍ້​ມູນ​ຂ່າວສານ​ການ​ປະ​ເມີນ​ການ​ປະກັນ​ສຸຂະພາບ​ໄດ້​ດຳ​ເນີນ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ແລະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ ​ແຕ່ຕ້ອງການ​ມີ​ການ​ສົມທົບ​ແໜ້ນ​ແຟ້ນກວ່າ​ອີກ​ຂອງ​ຝ່າຍ​ຮ່ວມ​ງານ, ນັ້ນ​ແມ່ນ​ຂະ​ແໜງ​ການ​ສາທາລະນະ​ສຸກ, ບັນດາ​ສະຖານທີ່​ກວດ​ແລະ​ປິ່ນປົວ​ພະຍາດ. ການ​ພົວພັນ​ເຊື່ອມ​ຕໍ່​ຂໍ້​ມູນ​ເຖິງ​ສະຖານທີ່​ກວດ​ແລະປິ່ນ​ປົວ​ພະຍາດ ​ໄດ້​ຮັບການ​ຮັບປະກັນ​ເກືອບ 100%, ​ແຕ່​ບາງສະຖານທີ່​ກວດ​ແລະປິ່ນ​ປົວ​ພະຍາດຍັງ​ບໍ່​ໄດ້​ສົ່ງ​ຂໍ້​ມູນ​ເອ​ເລັກ​ໂຕຣນິກຖືກ​ມາດຕະຖານຕາມ​ກຳນົດມາ​ໃຫ້​ອົງການ​ປະກັນ​ສັງຄົມ, ບາງ​ຂໍ້​ມູນບໍ່​ໄດ້​ອັບ​ເດດ​ທັນ​​ເວລາທີ່​ຄົນ​ເຈັບ​ອອກ​ຈາກ​ໂຮງໝໍ...

​ເພື່ອຮັບ​ໃຊ້ປະຊາຊົນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ການ​ປະກັນ​ສັງຄົມ​ໄດ້​ວາງ​ໜ້າ​ທີ່​ແລະ​ວິທີ​ແກ້​ໄຂ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ມີ​ມາດ​ຕະການ​ເພື່ອ​ຄຸ້ມ​ຄອງ​ແລະ​ຮັບປະກັນຄວາມ​ໝັ້ນຄົງ​ແລະ​ຄວາມ​ປອດ​ໄພ​ທາງ​ດ້ານ​ຂໍ້​ມູນ​ຂ່າວສານ. ພ້ອມ​ກັນ​ນັ້ນ, ​ເອົາ​ໃຈ​​ໃສ່​ເຖິງ​ການ​ຝຶກ​ອົບຮົມ​ແລະ​ຍົກ​ສູງ​ລະດັບ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃຫ້​ພະນັກງານ​ທຸກ​ຄົນ, ​ໂດຍ​ສະ​ເພາະ​ພະນັກງານ​ທີ່​ດຳ​ເນີນ​ລະບົບ, ​ເຮັກ​ວຽກ​ງານເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໂດຍ​ກົງ, ພະນັກ​ງານເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຢູ່​ທ້ອງ​ຖິ່ນ; ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ຜູ້​ຊົມ​ໃຊ້​ສຸດ​ທ້າຍ, ຍ້ອນ​ຄວາມ​ສ່ຽງ​ຕໍ່​ຄວາມ​ປອດ​ໄພ​ທາງ​ດ້ານ​ຂໍ້​ມູນ​ຂ່າວ ສານ​ເຄີຍ​ເກີດ​ຂຶ້ນກັບ​ຜູ້​ຊົມ​ໃຊ້​ສຸດ​ທ້າຍ.

ທີ​ສອງ, ສືບ​ຕໍ່​ລົງທຶນ​ພັດທະນາ​ເຕັກ​ໂນ​ໂລ​ຊີ​​ຕາມ​ມາດຕະຖານ​ ເພື່ອ​ຈະ​ມີ​ລະບົບ​ຂໍ້​ມູນ​ຂ່າວສານ ທີ່​ທັນ​ສະ​ໄໝ​ແລະ​ຮັບປະກັນ​ຄວາມ​ປອດ​ໄພດ້ານ​ຂໍ້​ມູນ​ຂ່າວສານ. ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະສານ​ສົມທົບ​ໃນ​ການກູ້​ໄພ​ແລະ​ຕອບ​ໂຕ້​ເຫດການຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ, ມີ​ລະບຽບການປະສານ​ງານ​ກັບ​ອົງການ, ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ເຊັ່ນ ໜ່ວຍ​ງານ​ຮັບ​ມື​ສຸກ​ເສີນ​ທາງ​ຄອມ​ພິວ​ເຕີ, ກົມ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ ​ເພື່ອ​ມີ​ການ​ປະສານ​ງານ​ຢ່າງ​ກວ້າງຂວາງ. ຂະ​ແໜງການ​ປະກັນ​ສັງຄົມຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງຮອບດ້ານ​ເພື່ອ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ຫັນ​ຂະ​ແໜງ​ການ​ປະກັນ​ສັງຄົມ​ເປັນ​ສັງຄົມ ​ເພື່ອຍົກ​ສູງ​ຄຸ​ນນະພາ​ບ​ແລະ​ປະສິດທິ​ຜົນ​ໃນ​ການ​ປະຕິບັດ​ປະກັນ​ສັງ​​ຄົມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ແລະ​ວິ​ສາ​ຫະກີດ.

ທີ​ສາມ, ສືບ​ຕໍ່​ປະຕິບັດ​ເປົ້າ​ໝາຍ​ກໍ່ສ້າງ​ຂະ​ແໜງ​ການ​ປະກັນສັງຄົມ​ໃຫ້​ທັນ​ສະ​ໄໝ​ແລະ​ເປັນ​ມື​ອາຊີບ, ຕອບ​ສະໜອງ​ຄວາມ​ພຶງ​ພໍ​ໃຈ​ຂອງ​ປະຊາ​ຊົນ​ແລະ​ວິ​ສາ​ຫະກິດ. ​ໃນ​ປີ 2019 ​ແລະ​ໃນ​ຊຸມ​ປີ​ຕໍ່​ໄປ, ການປະກັນສັງຄົມຫວຽດນາມຕ້ອງສືບຕໍ່ຜັນຂະຫຍາຍບັນດາວິທີແກ້ໄຂ ສຸມໃສ່ ບັນດາໜ້າທີ່ຄົ້ນຄວ້າ ແລະປັບປຸງຂັ້ນ​ຕອນ​ການ​ທຸລະ​ກິດ; ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ກວດ​ສອບ​ສະ​ເພາະ​; ຄວບ​ຄຸນຄ່າ​ໃຊ້​ຈ່າຍ​ໃນ​ການກວດ​ແລະປິ່ນ​ປົວ​ພະຍາດຕາມ​ປະກັນ​ສຸຂະພາບ ​ຢູ່​ບັນດາ​ສະຖານທີ່​ກວດ​ແລະ​ປິ່ນປົວພະຍາດທີ່​ມີ​ປະກົດ​ການ​ໜ້າ​​ສົງ​ໄສ; ຈັດການ​ແກ້​ໄຂ​ແລະ​ສະ​ເໜີ​ໃຫ້​ຈັດການ​ແກ້​ໄຂ​ຢ່າງ​ທັນ​ການ​ຕໍ່ການລະ​ເມີດ​ກົດໝາຍປະກັນສັງຄົມ, ປະກັນສຸຂະພາບ; ​ເພີ່ມ​ທະວີ​ການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ໂຄສະນານັບ​ທັງ​ດ້ານ​ເນື້ອ​ໃນ​ແລະ​ຮູບ​ການ​ຕາມ​ແບບ​ເປັນ​ມື​ອາຊີບ, ຖືກຕ້ອງ​ຕາມ​ຈຸດ​ໜັກ​ໃຈກາງ, ສອດຄ່ອງ​ກັບ​ແຕ່​ລະ​ກຸ່​ມ​ເປົ້າ​ໝາຍ​ປະກັນ​ໄພ; ສືບ​ຕໍ່​ການ​ກວດຄືນ, ສັບ​ຊ້ອນ, ປັບປຸງ​​ແລະລົດ​ຈຳນວນ​ຫົວ​ເງື່ອນ ຕິດ​ກັບ​ການ​ລົດ​ການ​ບັນຈຸ​ພະນັກງານ, ສັບ​ຊ້ອນ​ແລະ​ຍົກສູງ​ຄຸນນະພາ​ບຂອງ​ຖັນ​ແຖວ​ພະນັກງານ ລັດຖະກອນ​ ຕາມ​ຈິດ​ໃຈ​ມະຕິ​ຂ​ອງ​ກົມ​ການ​ເມືອງ​ສະບັບ​ທີ 39/NQ-TW, ວັນ​ທີ 17 ​ເດືອນ​ເມສາ 2015, ກ່ຽວ​ກັບ​ການຫຼຸດຜ່ອນ​ການ​ບັນຈຸ​ບຸກຄະລາ​ກອນ ​ແລະການ​ປັບ​ໂຄງ​ສ້າ​ງຖັນ​ແຖວ​ພະນັກງານ, ລັດຖະກອນ, ພາລະ​ກອນ; ປະສານ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ ເພື່ອ​ປັບປຸງ​ໂຄງການ “ປ່ຽນ​ແປງ​ໃໝ່​ແລະ​ສັບ​ຊ້ອນ​ການຈັດ​ຕັ້ງ​ກົງຈັກ​ຂອງການປະກັນສັງຄົມຫວຽດນາມ ຕາມທິດ ຍົກສູງຄຸນະພາບ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະປະສິດທິຜົນ ​ເພື່ອ​ຍື່ນ​ຕໍ່​ນາຍົກ ລັດຖະມົນຕີ. ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ມະຕິ​ເລກທີ 28-NQ/TW ຂອງກອງ​ປະຊຸມ​ຄັ້ງ​ທີ​ເຈັດ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ XII ກ່ຽວ​ກັບ​ການ​ປະຕິ​ຮູບ​ນະ​ໂຍບາຍ​ປະກັນ​ສັງຄົມ, ມຸ່ງໄປ​ສູ່ການ​ປະກັນ​ສັງຄົມ​ໃຫ້​ທົ່ວ​ປວງ​ຊົນ ຕາມ​ແຜນ​ງານ​ທີ່​ເໝາະ​ສົມ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ; ການ​ປະຕິ​ຮູບ​ໃນ​ການ​ກໍ່ສ້າງ​ແລະ​ຈັດ​ຕັ້ງ​ປະຕິບັດນະ​ໂຍບາຍ ​ເພື່ອ​ປັບປຸງ​ຄວາມ​ເຊື່ອ​ຖື​ແລະ​ເພີ່ມ​ລະດັບ​ຄວາມ​ພຶງ​ພໍ​ໃຈ ຂ​ອງຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ. ​ເພີ່ມ​ທະວີ​ການ​ປະສານ​ສົມທົບ, ​ແບ່ງປັນ​ແລະ​ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວສານ​ ລະຫວ່າງອົງການ​ຄຸ້ມ​ຄອງ​ຂອງ​ລັດກ່ຽວ​ກັບ​ການ​ລົງທຶນ, ການ​ເງິນ, ພາສີ, ​ແຮງ​ງານ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​​ເປົ້າ​ໝາຍ​ຜູ້​ເຂົ້າ​ຮ່ວ​ມປະກັນ​ສັງຄົມ ​ແລະຜູ້​ປະຕິບັດ​ນະ​ໂຍບາຍ​ປະກັນ​ສັງຄົມ. ຍົກ​ສູງ​ຄວາມ​ສາມາດ​ແລະ​ປະສິດທິ​ຜົນ ຂອງ​ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີ​ແລະ​ສະຫຼຸບ​ສັງ​ລວມພຶດຕິກຳ ​ກ່ຽວ​ກັບ​ການ​ປະກັນ​ສັງຄົມ. ຍູ້​ແຮງ​ການ​ປະຕິ​ຮູບຂັ້ນ​ຕອນ​ການ​ບໍລິຫານ, ປະຕິບັດ​ການ​ບໍລິການ​ສາທາລະນະ​ອອນ​ໄລ​ລະດັບ 4 ​ໃນ​ທຸກຂົງ​ເຂດ​ການ​ປະກັນ​ສັງຄົມ, ປະກັນ​​ການ​ວ່າງ​ງານ; ປັບປຸງ​ບູລະນະ, ຍູ້​ແຮງ​ການ​ເຊື່ອມ​ຕໍ່​ຖານ​ຂໍ້​ມູນ​ແຫ່ງ​ຊາດກ່ຽວ​ກັບ​ການ​ປະກັນ​ໄພ ​ກັບ​ລະບົບ​ຖານ​ຂໍ້​ມູນ​ທີ່​ກ່ຽວຂ້ອງ ​ເພື່ອ​ຮັບ​ໃຊ້​ເປັນ​ຢ່າງ​ດີ​ໃຫ້ການ​ປະຕິບັດ​ນະ​ໂຍບາຍ​ແລະວຽກ​ງານ​ຄົ້ນຄວ້າ, ວາງ​ກຳນົດ​ນະ​ໂຍບາຍ. ສືບ​ຕໍ່​ການ​ຫັນ​ເປັນ​ທັນ​ສະ​ໄໝການ​ຄຸ້ມ​ຄອງ​ການ​ປະກັນ​ສັງຄົມ, ການ​ລົງທຶນ​ພັດທະນາ​​ເຕັກ​ໂນ​ໂລ​ຊີ ​ແລະ ວິທີ​ການ​ຄຸ້ມ​ຄອງທີ່​ທັນ​ສະ​ໄໝ ​ໃນ​ການຈັດ​ຕັ້ງ​ປະຕິບັດ ການປະກັນສັງຄົມ, ປະກັນການວ່າງງານ. ກີດ​ກັ້ນ​ຢ່າງ​ທັນ​ການ​ຕໍ່​ການ​ສໍ້​ໂກງ, ການ​ສວຍ​ໃຊ້​ນະ​ໂຍບາຍ​ປະກັນ​ສັງຄົມ, ປະກັນ​ການ​ວ່າງ​ງານ; ສ້າງ​ແລະ​ຍົກ​ສູງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ແລະ​ວິ​ສາ​ຫະກິດກ່ຽກັບ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ການ​ປະກັນ​ສັງຄົມ, ກ່ຽວ​ກັບ​ລັກສະນະດີ​ເລີດ​ແລະ​ມະນຸດສະທຳ​ ຂອງບັນ​ດາ​ນະ​ໂຍບາຍປະກັນສັງຄົມ, ປະກັນສຸຂະພາບຂອງພັກແລະລັດ ​ເພື່ອ​ຈຸດປະສົງ​ຮັບປະກັນ​ຄວາມ​ປອດ​ໄພ​ທາງສັງຄົມ​ທີ່​ຍືນ​ຍົງ​ຂອງ​ປະຊາຊົນ​ທຸກ​ຄົນ./.

-----------------------

(1) ​ໃນ 5 ຕົວ​ຊີ້​ວັດຄື 1- ​ໂຄງ​ສ້າງ​ພື້ນຖານ​ເຕັກນິກ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ; 2- ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສຳນັກງາ​ນອົງການ; 3- ​ເວັບ​ໄຊ/ປະຕູ​ຂໍ້​ມູນ​ເອ​ເລັກ​ໂຕຣນິກ (ສະໜອງ​ຂໍ້​ມູນ, ອັດ​ເດດ​ຂໍ້​ມູນ; ພາລະ​ໜ້າ​ທີ່​ສະໜັບສະໜູນ​ໃນ​ເວັບ​ໄຊ/ປະຕູ​ຂໍ້​ມູນ​ເອ​ເລັກ​ໂຕຣນິກ); 4- ກົນ​ໄກ, ນະ​ໂຍບາຍ​ແລະ​ຂໍ້​ກຳນົດ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ; 5- ບຸກຄະລາ​ກອນສຳລັບ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ມີ​ພຽງ​ຕົວ​ຊີ້​ວັດ​ທີ 4 ​ແມ່ນອົງການ​ປະກັນ​ສັງຄົມຫວຽດນາມ​ຢູ່​ໃນ​ອັນ​ດັບ​ທີ 2, ຫຼັງຈາກສຳນັກ​ຂ່າວ​ສານ​ຫວຽດນາມ.