ປັງປຸງບູລະນະກົດໝາຍທີ່ພົວພັນເຖິງ ເຕັກໂນໂລຊີຂໍ້ມູນຂ່າວສານ ​ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ໃນສະພາບການໃໝ່

ປອ. ເລ ກວາງຮຸຍ
ຮອງອຳນວຍການຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສາພາແຫ່ງຊາດ
14:27, 19-07-2020

ວກ - ພັກແລະລັດ ​ແຫ່ງ ສ​ສ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ, ​ໃຫ້​ຄວາມເອົາໃຈ​ໃສ່​ມາແຕ່​ດົນ​ນາມ​ແລ້ວ​ ສຳ​ລັບ​ການ​ໝູນ​ໃຊ້ ແລະ ພັດ​ທະ​ນາ​ດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ເຊິ່ງ​ພິ​ເສດ​ແມ່ນ​ ບັນ​ດາ​ເຕັກ​ໂນ​ໂລ​ຊີ​​ໃໝ່, ເຕັກ​ໂນ​ໂລ​ຊີ​ທີ່​ເປັນ​ປາຍ​ແຫຼັມ, ​ສະ​ແດງ​ແນວ​ຄິດ​ໃຫ​ຍ່, ວິ​ໄສ​ທັດ​ທີ່ກວ້າງ​ໄກ​ ຂ​ອງ​ຈິນ​ຕະ​ນາ​ການ​​ນຳ​ພາ, ກໍ່​ສ້າງ, ພັດ​ທະ​ນາ​ປະ​ເທດ. ແຕ່​, ກໍ່​ຍັງມີ​ບາງ​ບັນ​ຫາ​ກ່ຽວ​ກັບ​ກົດ​ໝາຍ ​ທີ່​ຕ້ອງ​​ການປັບ​ປຸງບູ​ລະ​ນະ​ຕື່ມ​ອີກ ​ເພື່ອ​​ໃຫ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ອາດ​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ​ພັດ​ທະ​ນາ​ໃນ​ສະ​ພາບ​ການ​ໃໝ່.

 

ພັກແລະລັດຫວຽດນາມໄດ້ເອົາໃຈໃສ່, ໃຫ້ຄວາມສຳຄັນເປັນພິເສດເຖິງການຍູ້ແຮງການນຳໃຊ້ ແລະ ພັດທະນາວິທະຍາສາດ - ເຕັກໂນໂລຊີ, ພິເສດແມ່ນບັນດາເຕັກໂນໂລຊີໃໝ່, ເຕັກໂນໂລຊີປາຍແຫຼມ (ໃນພາບ: ທ່ານນາງ ຫງວຽນທິກິມເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຢ້ຽມຢາມໂຮງງານຜະລິດອຸປະກອນເອເລັກໂຕຣນິກສະຫຼາດ ຢູ່ໃນເຂດເຕັກໂນໂລຊີສູງ ຮວ່າຫຼາກ) _ແຫຼ່ງ: baochinhphu.vn

ຜົນ​ສຳ​ເລັດບາງ​ຢ່າງ​ໃນ​ການ​ໝູນ​ໃຊ້ ​ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ຢູ່​ປະ​ເທດຫວຽດ​ນາມ.  ​​​

ນັບແຕ່​ຊຸມ​ປີ​ຕົ້ນ​ຂອງ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ, ນະ​ໂຍ​ບາຍ​ຍູ້​ແຮງການ​ໝູນ​ໃຊ້ ແລະ ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ເຊັ່ນ: ​ເ​​ອເລັກ​ໂຕ​ຣນິກ, ​ຂໍ້​ມູນ​ຂ່າວ​ສານ ແລະ ຕໍ່​ນີ້​ໄດ້ເອີ້ນ​ວ່າ​ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ເຊິ່ງ​​ສະ​ແດງ​ຢູ່ໃນ​ເອ​ກະ​ສານ​ຂອງ​ພັກ​ຫຼາຍ​ສະ​ບັບ. ຄວາມ​ຮັບ​ຮູ້​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ຂອງ​ພັກ ກ່ຽວ​ກັບ​ພາ​ລະ​ບົດ​ບາດ​ຂອງ​ເຕັກ​ໂນ​ໂລ​ຊີ ແລະ ການວາງ​ທິດທາງ​ອັນ​ສຳ​ຄັນ ​ໃນ​ການ​ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານນັ້ນ ​ແມ່ນ​ໄດ້​ສະ​ແດງ​ອອກຢ່າງ​ຈະ​ແຈ້ງ ​ໃນ​ຄຳ​ສັ່ງ​ເລກ​ທີ່ 58-CT/TW, ​ວັນ​ທີ 17 ຕຸ​ລາ 2000, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, ກ່ຽວ​ກັບ​ການຍູ້​ແຮງ​ການ​​ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ເພື່ອ​ຮັບ​ໃຊ້​ພາ​ລະ​ກິດ​ ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ທັນ​ສະ​ໄໝ. ບົນ​ພື້ນ​ຖານ​ສືບ​ທອດ​ບາງ​ທັດ​ສະ​ນະ​ໃຫຍ່​ ຂອງ​ຄຳ​ສັ່ງ​ເລກ​ທີ 58-CT/TW, ​ກົມ​ການ​ເມືອງ​ໄດ້​ປະ​ກາດ​ໃຊ້ ມະ​ຕິ​ເລກ​ທີ 36-NQ/TW, ​ວັນ​ທີ 1 ກໍ​ລະ​ກົດ 2014, ກ່ຽວ​ກັບການ​​ຍູ້​ແຮງການ​ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ເພື່ອ​ຕອບ​ສະ​ໜອງ ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ເຊື່ອມ​​ໂຍງ​ສາ​ກົນ. ​ເພື່ອຫັນ​ເປັນ​ນິຕິ​ກຳ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອງ​ພັກ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສ​ານ, ​ສະ​ພາ​ແຫ່ງ​ຊາດ​ໄດ້​ດັດ​ແປງ, ປັບ​ປຸງ​ ແລະ ​ບູ​ລະ​ນະ​ລະ​ບົບ​ກົດ​ໝາຍ; ລັດ​ຖະ​ບານ​ກໍ່​ໄດ້​ປະ​ກາດ​ໃຊ້​ຍຸດ​ທະ​ສາດ, ມະ​ຕິ, ລັດ​ຖະ​ດຳ​ລັດ, ຂໍ້​ຕົກ​ລົງ, ໂຄງ​ການ, ​ແຜນການ, ​ແຜນ​ງານຕ່າງໆ​ ຫຼາຍ​ສະ​ບັບ... ບັນດາເອກະສານທາງກົດໝາຍ, ​ເອກະສານຊີ້​ນຳ, ​ບໍ​ລິ​ຫານ, ແນະ​ນຳ, ຈັດ​ຕັ້ງ​ປະ​ຕິ​ບັດ​ ກໍ​ຖືກ​ປະ​ກາດ​ໃຊ້​ຢ່າງ​ຄົບ​ຊຸດ ​ໂດຍ​ກະ​ຊວງ, ພະ​ແນກ, ຂະ​ແໜງ​ການ, ທ້ອງ​ຖີ່ນ​ຕ່າງໆ​. ລະ​ບົບ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ ນັບ​ມື້ນັບ​ໄດ້​ຮັບ​ການ​ປັບປຸງ​ບູ​ລະ​ນະ​ໃຫ້​ຄົບ​ຊຸດ​ໂດຍ​ພື້ນ​ຖານ, ເຊິ່ງ​ໄດ້​ສ້າງ​ເປັນຂອບ​ກົດ​ໝາຍ​ອັນ​ຈຳ​ເປັນ ​ໃຫ້​ແກ່​ວຽກ​ງານ​ຄຸ້ມ​ຄອງ​​ລັດ ​ເພື່ອ​ເຕັກ​ໂນ​ໂລ​ຊີ​ກາຍ​ເປັນ​ໜຶ່ງ​ ໃນ​ບັນ​ດາ​ກຳລັງ​ໜູນ​ອັນ​ສຳ​ຄັນ​ ສຳລັບ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດພູມ​ປັນ​ຍາ, ສັງ​ຄົມ​ຂໍ້​ມູນ​ຂ່າວ​ສານ, ຍົກ​ສູງ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນຂອງ​ຊາດ ​ໃນ​ຂະ​ບວນ​ວິ​ວັດ​ການ​ເຊື່ອມ​ໂຍງ​ສາ​ກົນ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ ​ການ​ຍູ້​ແຮງ​ການ​ຫັນ​ເປັນອຸດ​ສາ​ຫະ​ກຳ ທັນ​ສະ​ໄໝ, ຮັບ​ປະ​ກັນ​​ການ​ພັດ​ທະ​ນາ​​ປະ​ເທດຢ່າງ​​ໄວວາ ແລະ ຍືນ​ຍົງ.

ຕາມ​ລາຍ​ງານຜົນ​ການ​ປະ​ເມີນ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ໃນ 10 ກວ່າ​ປີທີ່ຜ່ານ​ມາ, ດັດຊະນີ​ການ​ພັດ​ທະ​ນາ​ລັດ​ຖະ​ບານ​​​ເອເລັກ​ໂຕຣນິກ ແລະ ດັດຊະນີການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ອອນ​ໄລ ຂອງຫວຽດ​ນາມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕັ້ງ​ໜ້າ. ​ປີ 2018 ຫວຽດ​ນາມຖືກຈັດ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ ​ທີ່​ມີ​ການ​ພັດ​ທະ​ນາ​ ລັດ​ຖະ​ບານ​​​ເອ​ເລັກ​ໂຕຣນິກ ​ລະ​ດັບສູງ.

ກ່ຽວກັບ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ພື້ນ​ຖານ​ໂຄງ​ລ່າງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​​ລັດ, ຄື​ ຄອມ​ພິວ​ເຕີ, ອິນຕຣາ​ເນັດ, ເຄືອ​ຂ່າຍ​ພື້ນທີ່ກ້ວາງ, ການເຊື່ອມ​ຕໍ່​ອິນ​ເຕີ​​ເນັດ, ​ເວັບໄຊ​ທ໌ / ​ເວັບ​ພອຣ໌ທັນ, ​ໜ່ວຍ​ສະ​ເພາະ​ກິດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​, ​ໄດ້​ຮັບ​ການ​ລົງ​ທຶນ, ສ້າງ​ຕັ້ງ ແລະ ເຄື່ອນ​ໄຫວ. ການ​ບໍ​ລິ​ການ​ສາທາລະນະ​ອອນ​ໄລ​ລະ​ດັບ 3, 4 ​ໄດ້​ຖືກ​ຈັດ​ຕັ້ງ​ປະຕິບັດ​ນັບ​ມື້​ນັບ​ຫຼາຍ. ​ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ ​ໄດ້​ເປັນ​ເຈົ້າ​ການ​ແລະ​ຫ້າວຫັນ​ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ​ເຂົ້າໃນ​ການ​ຜະ​ລິດ, ທຸ​ລະ​ກິດ, ຄຸ້ມ​ຄອງ ແລະ ນັບ​ມື້​ນັບ​​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ ເຕັກ​ໂນ​ໂລ​ຊີ​ເປັນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຍົກສູງປະສິດທິພາບການອອກແຮງງານ ແລະ ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ. ການ​ເຕີບ​ໂຕ​ຂອງການ​ຄ້າ​​ອອນ​ໄລ​ ໃນ​ຊຸມປີ​ມໍ່ໆ​ມານີ້ ຄາດ​ວ່າຈະ​ຫຼາບ​ກວ່າ 25%, ພິ​ເສດ​ໃນ​ຂົງ​ເຂດການ​ຂາຍ​ຍ່ອຍ​ອອນ​ໄລ, ການ​ຕະຫຼາດ​ອອນ​ໄລ, ​ການຊຳລະ​ເງິນ, ​ການຈອງ​​ໂຮງ​ແຮມ​ທ່ອງ​ທ່ຽວທາງ​ອິນ​ເຕີ​ເນັດ ​​ເຊິ່ງ​ມີ​ລາຍ​ຮັບ​ປະຈຳ​ປີ​​ເພີ່ມ​ຂຶ້ນ 35% - 200%.

ພື້ນ​ຖານ​ໂຄງ​ລ່າງ​ໂທ​ລະ​ຄົມ​ມະ​ນາ​ຄົມ​​ແລະອິນ​ເຕີ​​ເນັດ​ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​​ໄວວາ, ຂະ​ໜາ​ດການ​ປົກ​ຫຸ້ມ​ນັບ​ມື້​ນັບ​ກວ້າງ​ຂວາງ, ເຂົ້າ​ເຖິງ​ກັບເຕັກ​ໂນ​ໂລ​ຊີ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ໃນ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ​ ສັງ​ຄົມ, ປ້ອງ​ກັນ​ຊາດ ປ້ອງ​ກັນຄວາມ​ສະ​ຫງົບ. ອັດ​ຕາ​ສ່ວນ​ຂອງ​ປະຊາກອນ​ທີ່​ມີ​ໂທ​ລະ​ສັບ​ມື​ຖື 2G, 3G, 4G ກວມ​ເອົາ​ເຖິງ 99,5%. ຈຳ​ນວນ​ຜູ້​ນຳ​ໃຊ້​ອິນ​ເຕີ​ເນັດໃນ​ປີ 2018 ມີ​ປະມານ​ນຫຼາຍ​ກວ່າ 64 ລ້ານ​ຄົນ, ກວມ​​ເອົາ 67% ຂອງ​ປະຊາກອນ​ທັງ​ໝົດ. ໃນ​ເວ​ລາມໍ່ໆ​ມານີ້ ບໍລິສັ​ດໃຫ້​ບໍ​ລິ​ການ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ​ຂະ​ໜາດ​ໃຫຍ່​ສາມ​ແຫ່ງ ​ໄດ້​ຮັບ​ໃບ​ອະນຸຍາດ​ໃຫ້​ທົດ​ລອງ​ເຄືອ​ຂ່າຍ​ມື​ຖື​ຍຸກ​ໃໝ່​ 5G. ​ມີຫຼາຍສຳນັກງານ​ອົງ​ການ, ອົງ​ການ​ຈັດ​ຮ​ຕັ້ງ, ກົມ​ກອງ​ ໄດ້​ກໍ່​ສ້າງ​ຂໍ້​ກຳນົດ​ກົດ​ລະ​ວຽບ​ພາຍ​ໃນ, ປັບປຸງ​ບູ​ລະ​ນະ​​ກົງ​ຈັກ​ສະ​ເພາະ, ສ້າງ​ຕັ້ງ​ລະ​ບົບວິ​ທີ​ການ​ເຕັກ​ນິກ​ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ​ໃຫ້​ແກ່​​ຖານ​ຂໍ້​ມູນ, ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ແລະ​ການໝູນ​ໃຊ້​ຂອງ​ຕົນ​.

ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ພິ​ເສດ​ແມ່ນ​ ອຸດ​ສາ​ຫະ​ກຳຮາດ​ແວ, ເອເລັກ​ໂຕຣ​ນິກ​ ດ້ວຍ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​​ໃຫຍ່​ຢູ່​ໃນ​ໂລກ​ ໃນຫຼາຍ​ປີ​ທີ່​ຜ່ານ​ມາ ​ໄດ້​ມີ​ການ​ກ້າວ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ​ໄດ້​ສ້າງ​ມູນ​ຄ່າ​ການ​ສົ່ງ​ອອກ​ທີ່ໃຫຍ່ຫຼວງ​ ​ແລະ ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ປະ​ເທດ. ໃນ​ປະ​ຈຸ​ບັນ ​​ມີ​ວິ​ສາ​ຫະ​ກິດຫຼາຍ​ກວ່າ 50.000 ​ແຫ່ງທີ່​ດຳ​ເນີນ​ທຸລະ​ກິດ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. ໃນ 10 ປີທີ່ຜ່ານມາ ລາຍ​ໄດ້ສະເລ່ຍ ຂອງ​ວິ​ສາຫະກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ໄດ້ເພີ່ມຂຶ້ນຫຼາຍກວ່າ 20% ຕໍ່ປີ, ໃນ​ນັ້​ນໄລ​ຍະ 2009 - 2016 ບັນ​ລຸ​ໄດ້​ຫຼາຍ​ກວ່າ 40%. ປະ​ຈຸ​ບັນ, ໃນ​ທົ່ວ​ປະ​ເທດ​​ມີມະ​ຫາ​ວິ​ທະ​ຍາ​ໄລ​ແລະ​ວິ​ທະ​ຍາ​ໄລເກືອບ 100 ແຫ່ງ ​ທີ່​ກຳ​ລັງ​ດຳ​ເນີນ​ໂຄງ​ການຝຶກ​ອົບຮົມ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. ໃນ​ແຕ່​ລະ​ປີ​, ​ນັກ​ສຶກ​ສາ​​ໄອ​ທີ​ປະມານ 50.000 ຄົນຮຽນ​ຈົບ ແລະ​ປະ​ມານ 1/3 ຂອງນັກ​ຮຽນ​ເຫຼົ່າ​ນີ້​ ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ​ຂອງ​ການ​ເຮັດ​ວຽກ​​ໄດ້​ທັນ​ທີ​.

ໃນ​ຊຸມ​ປີ​ທີ່​ຜ່ານ​ມາມໍ່ໆ​ນີ້, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ ​ທີ່​ກຳ​ລັງ​ມີ​ບັນ​ດາ​ຄວາມ​ກ້າວ​ໜ້າ​ກະ​ໂດດ​ຂັ້ນ. ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ ແລະ ປັນ​ຍາ​ຄວາມ​ຮູ້​ສືບ​ຕໍ່​ກາຍ​ເປັນ​ກຳ​ລັງ​ໜູນແລະແຫຼ່ງ​ພະ​ລັງ ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ ຕໍ່​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ. ພິ​ເສດ​ແມ່ນ​ ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່​ ເຊິ່ງ​ໄດ້, ກຳ​ລັງ ແລະ ຈະ​ເຮັດ​ໃຫ້​ປ່ຽນ​ແປງ​ໂດຍ​ພື້ນ​ຖານ ​ສຳລັບແບບ​ວິ​ທີ​ການ​ຜະ​ລິດ, ກຳ​ລັງການ​ຜະ​ລິດ, ປ່ຽນ​ແປງ​ຈິນ​ຕະ​ນາ​ການ, ແບບ​ແຜນ​ດຳ​ລົງ​ຊີ​ວິດ, ແບບ​ແຜນ​ວິ​ທີ​​ເຮັດ​ວຽກ, ວິ​ທີ​ການພົວ​ພັນ​ແລກ​ປ່ຽນ... ພົວ​ພັນ​ເຖິງ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ໃນ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີສີ່, ເຊິ່ງມີ 4 ກຸ່ມ​ເຕັກ​ໂນ​ໂລ​ຊີ​ອັນ​ສຳ​ຄັນ​ຕົ້ນ​ຕໍ່​ຄື: 1- ການ​ຈັດ​ເກັບ​ຂໍ້​ມູນ, ການ​ປະມວນ​ຜົນ​ຂໍ້​ມູນຂະໜາດ​ໃຫຍ່, ລະ​ດັບ​ຄວາມ​ສັບ​ສົນ​ສູງ, ​ເຕັກ​ໂນ​ໂລ​ຊີ​​ແບບ​ດັ້ງ​ເດີມ​ຍາກ​ທີ່​ຈະ​ຈັດການ; 2- ອິນ​ເຕີ​​ເນັດ​​ເຊື່ອມ​ຕໍ່​ທຸກ​ຢ່າງ, ໃນ​ນັ້ນ​ມີ​ບັນ​ດາ​ເປົ້າ​ໝາຍ​ຟິ​ຊິກ​ອາດ​ສາ​ມາດ​ເຊື່ອມ​ຕໍ່ ແລະ ພົວ​ພັນ​ແລກ​ປ່ຽນ​ນຳ​ກັນ​ໂດຍ​ຜ່ານ​ເຄືອ​ຂ່າ​ຍ​ອິນ​ເຕີ​​ເນັດ; 3- ​ປັນ​ຍາ​ປະດິດ, ແມ່ນ​ລະ​ບົບທີ່​ສາ​ມາດ​ຈຳລອງ​ພຶດຕິ​ກຳ​ທີ່​ສະຫຼາດ, ມີ​ປັນ​ຍາ​ຄື​ຄົນ​ເຮົາ​ໂດຍ​ຜ່ານ​ການ​ເກັບ​ກຳ, ການນຳ​ໃຊ້​ຂໍ້​ມູນ, ການອ້າງ​ເຫດ​ຜົນ, ການອຸ​ປະ​ມາບົນ​ພື້ນຖານ​ຂໍ້​ມູນ ​ແລະ​ປັນ​ຍາ​ທີ່​​ຖອນ​ມາ​ຈາກ​ຂໍ້​ມູນ; 4- ເຕັກ​ໂນ​ໂລ​ຊີ​ມີ​ຖື, ບຼອກ​ເຈນ (blockchain), ຄຳນວນ “ຄຼາວດ໌ ຄອມ​ພິວຕິ້ງ”  (cloud computing).

ຕ້ອງ​ການ​ເນັ້ນ​ໜັກ​ວ່າ ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ຂໍ້​ມູນ​ດິ​ຈິຕອບ ແລະການ​ນຳ​ໃຊ້​ຂໍ້​ມູນ​ນັ້ນ ​ມີ​ບົດ​ບາດ​ຕັດ​ສິນ​ໃນ​ທ່າ​ອຽງ​ໃໝ່. ເຖິງວ່າ​ມັນ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ວິ​ທີ​ເຂົ້າ​ເຖິງ ແລະ ລະ​ດັບ​ການ​ພັດ​ທະ​ນາກໍ່​ຕາມ, ແຕ່ກະ​ແສ​ການ​ປະ​ຕິ​ວັດ​​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ​ປະ​ສານ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ທີ່​ກຳ​ລັງ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງ ແຂງ​ແຮງ​ເຖິງ​ ໂຄງ​ປະ​ກອບ, ຮູບ​ແບບ​ເສດ​ຖະ​ກິດ, ການເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ, ລະ​ບົບ​ການຄຸ້ມ​ຄອງ​​ລັດ, ສັງ​ຄົມ​ຂອງຫຼາຍ​ປະ​ເທດ ແລະ ເຖິງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ແຕ່ລະ​ຄົນ.

ບັນ​ດາ​ບັນ​ຫາ​ທີ່​ວາງ​ອອກ​ມາ ​ເພື່ອ​ປັບ​ປຸງບູ​ລະ​ນະ​ກົດ​ໝາຍ​ທີ່​ກ່ຽວຂ້ອງ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ

ບັນ​ດາ​ຮູບ​ແບບ​​ທຸ​ລະ​ກິດ​ໃໝ່: ​ເສດ​ຖະ​ກິດ​ແບ່ງ​ປັນມີ​ມາ​​ເປັນ​ເວລາ​ດົນ​ນານ​​ໃນ​ໂລກ. ນີ້​ແມ່ນ​ລະ​ບົບ​ເສດ​ຖະ​ກິດ​ທີ່​ມີຫຼັກ​ການ​ແບ່ງ​ປັນ ແລະ ຮ່ວມ​ມື​ ເຄື່ອນ​ໄຫວ​ບົນພື້ນ​ຖານ​ເຕັກ​ໂນ​ໂລ​ຊີ, ພິ​ເສດ​ແມ່ນ ອິນເຕີ​​ເນັດ. ພື້ນ​ຖານ​ເສດ​ຖະ​ກິດ​​ແບ່ງ​ປັນ​ແຈກ​ຢາຍ​ຊັບ​ພະ​ຍາ​ກອນ​ຂອງ​ສັງ​ຄົມ​ຄືນ​ໃໝ່​ ທີ່​ຍັງ​ບໍ່​ທັນ​ໄດ້​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ​ແລະ​ສິ້ນ​ເປືອງ​ຟຸມ​ເຟືອຍ. ແທນ​ທີຈະ​ເປັນ​ເຈົ້າ​ຂອງ, ຜູ້​ບໍ​ລິ​ໂພກ​ຈະ​ຊອກ​ຫາ​ແຫຼ່ງ​ພະ​ລັງ​​ຍັງ​ເຫຼືອ ທີ່​ໄດ້​ແບ່ງ​ປັນ​ໃນ​ຊຸມ​ຊົນ ແລະ ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ. ຍານພາຫະນະ​ສັນ​ຍາ​ເອ​ເລັກ​ໂຕຣ​ນິກ (ເຕັກ​ຊີ້​ເຕັກ​ໂນ​ໂລ​ຊີ) ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ການ​ທົດ​ລອງ​ແຕ່​ປີ 2017 ​ໃນ 4 ແຂວງ ນະ​ຄອນ, ​ເຊິ່ງ​ຖືກ​ຕາມ​ທາດ​ແທ້​ການນຳ​ໃຊ້​ລົດ​ທີ່​ວ່າງວຽກ, ​ເປັນຮູບ​ແບບ​ຂອງ​ເສດ​ຖະ​ກິດ​​ແບ່ງ​ປັນ. ຄ້າຍ​ຄື​ແນວນັ້ນ, ​Airbnb ມີ​ຢູ່ຫວຽດ​ນາມຕັ້ງ​ແຕ່​ປີ 2014, ​ແລະມີ​​ການ​ພັດ​ທະ​ນາ​​​ໄວພໍ​ສົມ​ຄວນ, ຈັດ​ໃຫ້ມີ​​ແພຼດຟອມການຊື້​ຂາຍ​ອອນ​ໄລ ສຳລັບ​ບຸກ​ຄົນ, ຄອບ​ຄົວ​ແລະ​ນັກ​ທ່ອງ​ທ່ຽວ ​ທີ່​ຕ້ອງ​ການ​ເຊົ່າ​ແລະ​ໃຫ້​ເຊົ່າ​ຫ້ອງ, ຫ້ອງ​ແຖວ ແລະ ອາພາດ​ດມັນ, ​ເຮືອນ​ຢູ່​​ ໃນ​ເວ​ລາ​ສັ້ນ.

ເງິນສະ​ເໝືອນ​ຈິງ: “ເງິນສະ​ເໝືອນ​ຈິງ” ສາມາດ​ເຂົ້າ​ໃຈ​ໄດ້​ວ່າ​ ແມ່ນຕົວ​ແທນ​ດິຈິຕອນ​ຂອງ​ມຸນ​ຄ່າທີ່​ມີ​ຢູ່​ໃນທຸລະ​ກຳດິຈິຕອນ ແລະ ມີ​​ພາ​ລະ​ບົດ​ບາດບາງ​ຢ່າງ​ເຊັ່ນ ​ວິທີ​ການ​ຊຳ​ລະ​ເງິນ​ແລະ​ການແລກ​ປ່ຽນ; ຫົວ​ໜ່ວຍ​​ບັນ​ຊີ; ​ແບບຟອມການ​ເກັບ​ຮັກສາ​ມູນ​ຄ່າ. ເງິນສະ​ເໝືອນ​ຈິງ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ເຂົ້າລະ​ຫັດ​ ເພື່ອ​ຄວບ​ຄຸມ​ການ​ກໍ່​ຕົວ ​ແລະ ການ​ຊື້​ຂາຍ​ຫຼຽນ ​ໃນ​ສະພາບ​ແວດ​ລ້ອມ​ອິນ​ເຕີ​ເນັດ. ​ປະ​ຈຸ​ບັນ, ຢູ່​ໃນ​ໂລກ​ ມີ​ການ​ໝູນວຽນ​ຂອງ​ເງິນສະ​ເໝືອນ​ຈິງ​ປະມານ 800 ສະກຸນ, ໃນ​ນັ້​ນ ບິດກອ​ຍ (bitcoin) ແລະ ແອ​ແທ​ຣຽມ (ethereum) ​ແມ່ນ​ສອງ​ສະກຸນ​ເງິນ​ສະ​ເໝືອນ​ຈິງ ທີ່​ມີ​ມູນ​ຄ່າ​ຫຼັກ​ຊັບຕາມ​ລາຄາ​ຕະຫຼາດ​ສູງ​ສຸດ.

ສຳລັບ ​ບິດກອຍ, ​ແຕ່​ລະ​ກິດຈະກຳ​ການ​ເຮັດ​ທຸລະ​ກຳ​ຈະ​ໄດ້​ຮັບ​ການ​ຮັບຮອງ ແລະ ບັນທຶກ​ໃນປຶ້ມ​ບັນຊີ​ແຍກ​ປະ​ເພດ​ເປີດ​ເຜີຍ ​ແລະ ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຜ່ານ​ເຕັກ​ໂນ​ໂລ​ຊີ ບຼອກ​ເຈນ (blockchain). ໃນ​ເດືອນ ມີ​ຖຸ​ນາ 2019, ສະ​ມາ​ຄົມ ລີ​ບ​ຣາ (Libra Association) - ສະ​ມາ​ຄົມຂອງ​ບັນ​ດາ​ບໍ​ລິ​ສັດ​ຂະ​ໜາດ​ໃຫຍ່, ໄດ້​ປະກາດ​ໂຄງ​ການ​​ເປີດ​ຕົວສະກຸນ​ເງິນສະ​ເໝືອນ​ຈິງ​ໃໝ່ ລີ​ບ​ຣາ. ​ເປັນ​ທີ່​ໜ້າ​ສັງ​ເກດ​ວ່າ ​ສະ​ມາ​ຊິກຂອງ​ສະ​ມາ​ຄົມ ລີ​ບ​ຣາ ມີ​​ອົງ​ການ​ບັດ​​ຊຳ​ລະ​​ເງິນສາ​ກົນ​ເຊັ່ນ Mastercard, Visa, ຂໍ້​ໄດ້​ປຽບ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເງິນ​ສະ​ເໝືອນ​ຈິ​ງ​ແມ່ນ ສະພາບ​ຄ່ອງ​ສູງ ແລະ ຄ່າ​ໃຊ້​ຈ່າຍ​ໃນການ​ເຮັດ​ທຸລະ​ກຳ​ຕ່ຳ ຍ້ອນບໍ່​ຕ້ອງຜ່ານ​ບັນດາ​ຂອດ​ລະຫວ່າງ​ກາງ ເຊິ່ງ​ໄດ້​ປະ​ຕິ​ບັດ​ໂດຍ​ກົງ​ໃນ​​​ອຸ​ປະ​ກອນເອ​ເລັດ​ໂຕຣນິກ, ມື​ຖື ແລະ ເຄືອ​ຂ່າຍ​ອິນ​ເຕີ​​ເນັດ. ນອກ​ຈາກນີ້, ເງິນສະ​ເໝືອນ​ຈິງມີ​ສະພາບ​ຄ່ອງ​ສູງ, ​ເຄື່ອນ​ໄດ້​ໄວ​ທີ່​ສຸດ, ເກືອບ​ທຸກ​ແຫ່ງ ແລະ ທຸກ​ເວ​ລາ. ໃນ​ເວ​ລາ​ຜ່ານ​ມານີ້​ ຢູ່​ຫວຽດ​ນາມໄດ້​ມີ “ຄວາມ​ຮ້ອນ” ຂອງເງິນ​ສະ​ເໝືອນ​ຈິງ ​ທີ່​​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ. ປະກົດ​ກິດຈະກຳ​ການ​ຊື້​ຂາຍ​ສະກຸນເງິນ​ສະ​ເໝືອນ​ຈິງ​ ພາຍ​ໃຕ​ຮູບ​ແບບ​ທຸລະ​ກິດ​ຫຼາຍ​ລະດັບ, ຫຼາຍ​ຄົນ​ໄດ້​ລົງ​ທຶນຫຼາຍ​ລ້ານໂດ​ລາ​ສະ​ຫະ​ລັດ ​ເພື່ອ​ປະກອບ​ລະບົບ​ຄອມ​ພີ​ວ​ເຕີ​ຂຸດ “bitcoin” ຖື​ວ່າ​ນີ້​ແມ່ນ​ຊ່ອງທາງ​ການ​ລົງ​ທຶນ​ທີ່​ມີ​ກຳ​ສູງ. ​ບາງ​ໂຄງ​ການ​ເງິນ​ສະ​ເໝືອນ​ຈິງ, ​ຫຼັງຈາກ​ການ​ລະ​ດົມ​ທຶນ​ດ້ວຍ​ວິ​ທີ​ຮຽກ​ຮ້ອງ​ຊື້​ເງິນສະ​ເໝືອນ​ຈິງແລ້ວກໍ​ຖືກ​​ລົ້ມ​ເຫຼວ, ສະກຸນເງິນ​ບໍ່​ມີ​ຄຸນ​ຄ່າ​ໃນ​ການ​ແລກ​ປ່ຽນ​ສາ​ກົນ. ຜູ້​ປະສົບ​ເຄາະ​ຮ້າຍ​ຫຼາຍຄົນ ​ໄດ້​ລົງ​ທຶນ​ເງິນ​ຈຳ​ນວນຫຼາຍ ແລະ ​ເມື່ອຄວາມ​ລົ້ມ​ເຫຼວ​​ເຮັດ​ໃຫ້​ເກີດ​ຜົນ​​ທາງ​​ເສດ​ຖະ​ກິດ​ແລະສັງ​ຄົມ. ​ຄອມ​ພິວ​ເຕີ​ຫຼາຍ​ແສນ​ເຄື່ອງ​ຖືກ​ແຍ້​ງຊິງ​ໂດຍໄວ​ຣັດ “ຂຸດ” ເງິນ​ສະ​ເໝືອນ​ຈິງ. ໄວ​ຣັດ​ປະ​ເພດນີ້​​ແຜ່​ລາມ ​ໂດຍ​ຜ່ານ​ການ​ບໍ​ລິ​ການ​ໂຄ​ສະ​ນາ ແລະ ຊ່ອງວ່າງ​ຂອງ​ຊອບ​ແວ, ​ແຍ້​ງຊິງ​ການນຳ​ໃຊ້ໜ່ວຍປະມວນຜົນ (CPU) ແລະ ຫນ່ວຍຄວາມຈໍາພາຍໃນ (RAM) ຂອງ​ຄອມ​ພິວ​ເຕີ.

ຊັບ​ສິນ​ສະ​ເໝືອນ: “ຊັບ​ສິນສະ​ເໝື​ອນ” ທີ່ນີ້​​ແມ່ນ​ຊັບ​ພະ​ຍາ​ກອນ​ໃນ​ໂລກ​​ເຕັກ​ໂນ​ຊີ​ຂໍ້​ມູນ​ຂ່າວສານ, ​ໄດ້​ກຳ​ນົດ​ຄຸນ​ຄ່າ​ດ້ວຍ​ເງິນ ແລະ ​ສາ​ມາດຖ່າຍ​ໂອນ​ໃນ​ທຸລະ​ກຳທາງ​ພົນ​ລະ​ເຮືອນ. ຊັບ​ສິນ​ສະ​ເໝືອນ​ສາ​ມາດ​ເປັນ​ຊື່ໂດເມນ (internet domain), ທີ່ຢູ່ອີເມວ, ປະເພດບັນຊີເກມອອນ​ໄລ... ແຕ່​ທົ່ວ​ໄປ​ທີ່​ສຸດ​ແມ່ນ​ຊື່ໂດ​ເມນ ແລະ ບັນ​ຊີ​ເກມ​ອອນ​ໄລ. “ຊັບ​ສິນ” ​ເຫຼົ່ານີ້​​ສາ​ມາດຊື້​ຂາຍ​ດ້ວຍ​ເງິນ, ມີຫຼາຍ​ກໍ​ລະ​ນີ​ທີ່ມີ​ມູນ​ຄ່າ​ຫຼາຍ. ຢູ່​ຫວຽດ​ນາມ, ມີ​ວິ​ສາ​ຫະ​ກິດ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ​ໄດ້​ຈ່າຍເງິນ​ຫຼາຍ​ກວ່າ 2 ຕື້​ດົ່ງ ​ເພື່ອ​ຊື້​ຊື່​ໂດ​ເມນ​ອິນ​ເຕີ​​ເນັດ ທີ່​ຕິດ​ກັບ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ຕົນ​ເອງ. ​ມີ​ນັກທຸ​ລະ​ກິດ​ທີ່​ທຸ​ລະກຳ​ສິນຄ້າ​ສະ​ເໝືອນ ​ໄດ້​ຈ່າຍ​ເງິນ​​ເກືອບ 2 ຕື້ດົ່ງ ເພື່ອ​ຊື້​ສອງບັນ​ຊີ​ເກມ​ອອນ​ໄລ​. ເຖິງວ່າບໍ່​ໄດ້​ຮັບ​ການ​ຮັບ​ຮອງ​ໂດຍ​ກົດໝາຍ​ປະຈຸ​ບັນ​ກໍ່​ຕາມ ແຕ່​ໃນ​ພາກ​ຕົວ​ຈິງ, ການ​ຊື້​ຂາຍ​​ແລກປ່ຽນຊັນ​ສິນ​ສະ​ເໝືອນ ​ຍັງ​ຄົງ​ເກີດ​ຂຶ້ນຢູ່ຫວຽດ​ນາມ.

​ພິ​ຈາ​ລະ​ນາ​ສະຖານະ​ການ​ຕົວ​ຈິງ​ທີ່​ກ່າວ​ມາຂ້າງເທິງ, ພວກ​ເຮົາ​​ເຫັນ​ໄດ້​ວ່າ​ ມີ​ຫຼາຍບັນ​ຫາ​ທີ່​ວາງ​ອອກ​ຕໍ່​ລະ​ບົບ​ກົດ​ໝາຍ​​ເວົ້າ​ລວມ, ​ໃນ​ນັ້​ນ​ມີ​ກົດ​ໝາຍ​ທີ່​ພົວ​ພັນ​ເຖິງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. ​ພາກ​ຕົວ​ຈິງ​​ໃຫ້​ເຫັນ​ວ່າ, ຂໍ້​ກຳ​ນົດ​ກົດ​ໝາຍ​ໃນ​ປະ​ຈຸ​ບັນ ​ທີ່​ພົວ​ພັນ​ເຖິງ​ເຕັກ​ໂນ​ໂລຊີ​ຂໍ້​ມູນ​ຂ່າວສານ ​ແມ່ນຍັງ​ບໍ່​ທັນຄົບ​ຖ້ວນ ແລະ ບໍ່​ລະ​ອຽດ, ​ບໍ່​ຕອບສະ​ໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ​ຂອງເສດ​ຖະ​ກິດ​​ແບ່ງ​ປັນ. ຈາກ​ຕົວ​ຢ່າງ​ທີ່​​ກ່າວ​ມາຂ້າງເທິງ ອາດຈະ​ເຫັນ​ໄດ້​ວ່າ ​ຍັງ​ຂາດຂອບ​ກົດ​ໝາຍ​ເພື່ອ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ​ຫົວ​ໜ່ວຍ​​ສະ​ໜອງ​ພື້ນ​ຖານ​ເຕັກ​ໂນ​ໂລ​ຊີ ທີ່ມີ​ແຕ່​ສະ​ໜອງ​ຊອບ​ແວ​ເທົ່າ​ນັ້ນ, ບໍ່​​ໃຫ້​ບໍ​ລິ​ການ​ໂດຍ​ກົງ (ຄຸ້ມ​ຄອງ​ຍານພາ​ຫະ​ນະ, ບໍ່​ຈ້າງ​ຄົນ​ຂັບ​ລົດ, ບໍ່​ໃຫ້​ເຊົ່າ​ຫ້ອງ​ໂຮງ​ແຮມ, ເຮືອນ​ພັກ...) ຫຼື​ທັງ​ເປັນ​ຫົວ​ໜ່ວຍ​​ສະ​ໜອງພື້ນ​ຖານ​ເຕັກ​ໂນ​ໂລ​ຊີ, ທັງ​ໃຫ້​ບໍ​ລິ​ການ​ໂດຍ​ກົງ (ມີ​ສິດ​ຕົກ​ລົງ​ລາ​ຄາ​ຄ່າ​ຂົນ​ສົ່ງ, ບໍ​ລິ​ຫານ​ຍານພາ​ຫະ​ນະ, ຮັບ​ສະ​ໝັກ​ຄົນ​ຂັບ​ລົດ, ລາ​ຄາ​ເຮືອນ​ພັກ...). ຜົນ​ຕາມ​ມາ​ແມ່ນກໍ່​ຄວາມ​ຫຍຸ້ງ​ຍາກ, ຈຳ​ກັດ, ອຶກ​ອັກ​ໃນ​ການ​ຄຸ້ມ​ຄອງ ​ເຊັ່ນ: ​ການ​ແຂ່ງ​ຂັນບໍ່​​ປອດ​ໃສ, ຍາກ​ທີ່​ຈະຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ກໍ​ຄື​ຍາກ​ທີ່​ຈະ​ຮັບປະກັນສິດແລະຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ລູກ​ຄ້າ​. ​ແລະ​ມາ​ໃຫ້​ເກີດຫຼາຍ​ບັນ​ຫາທາງ​ກົດໝາຍ ​ໃນ​ເວ​ລາ​​ປະ​ຕິ​ບັດ​​ການ​ພົວ​ພັນ​ແລກ​ປ່ຽນ​ເຊັ່ນ: ​ພັນ​ທະ​ເສຍ​ພາສີ, ການຊຳ​ລະ​ເງິນ​ອອນ​ໄລ, ການຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ, ຂໍ້​ມູນ​ສ່ວນ​ຕົວ...

ນອກ​ຈານີ້, ກົດ​ໝາຍ​ທີ່​ພົວ​ພັນ​ເຖິງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ກໍ່​ຍັງ​ບໍ່​ທັນ​ດັດ​ປັບ​ໄດ້​ຄົບ​ຖ້ວນ ​ບັນ​ດາ​ການ​ພົວ​ພັນ​ແລກ​ປ່ຽນ​ທີ່​ເກີດ​ຂຶ້ນ​ໃນ​ພາກ​ຕົວ​ຈິງ. ຕາມ​ກົດ​ໝາຍ​ປະຈຸ​ບັນ​ກ່ຽວ​ກັບທຸລະ​ກຳ​ທາງເອ​ເລັກ​ໂຕຣນິກ, ມີ​ພຽງແຕ່​​ເວັບ​ໄຊ​ການ​ຄ້າ​ເອ​ເລັກ​ໂຕຣ​ນິກ​ ທີ່​ມີ​ຊື່​ໂດ​ເມນຂອງຫວຽດ​ນາມ (.vn) ​ເທົ່າ​ນັ້ນຈຶ່ງ​ຕ້ອງ​ແຈ້ງ ​ແລະ ​ໃຫ້​ຂໍ້​ມູນ​ອອນ​ໄລ​ແກ່​ໜ່ວຍ​ງານຂອງລັດທີ່​ມີໜ້າ​ທີ່​ເພື່ອ​ຈຸດ​ປະ​ສົງ​ຄຸ້ມ​ຄອງ. ດັ່ງ​ນັ້​ນ, ຫຼາຍ​ວິ​ສາ​ຫະ​ກິດ​ສະ​ໜອງ​ພື້ນ​ຖານ​ເຄືອ​ຂ່າຍ​ອິນ​ເຕີ​ແນດ, ມີ​ການເຄື່ອນ​ໄຫວ​ທຸ​ລະ​ກິດອອນ​ໄລ ແຕ່ບໍ່​ມີ​ຊື່​ໂດ​ເມນຂອງຫວຽດ​ນາມ ​ເຊິ່ງຄຸ້ມ​ຄອງບໍ່​ໄດ້​ຍ້ອນມັນບໍ່ຢູ່​ພາຍ​ໃຕ້​ກົດໝາຍ​ດັ່ງກ່າວ.

ອີກ​ແງ່​ມຸນໜຶ່ງ​ແມ່ນ​ ບັນ​ຫາ​ເອີ້ນ​ຊື່ ແລ​ະ ການຢັ້ງ​ຢືນ​ຊື່​ ໃນ​ໂລກ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ໃນການ​ແລກ​ປ່ຽນ​ຊື້​ຂາຍອອກ​ນ​ໄລ, ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ຕ່າງກໍ່ບໍ່​ໄດ້​ພົບ​ກັນ​ໂດຍ​ກົງ ຫາກ​ນຳ​ໃຊ້​​​ອຸ​ປະ​ກອນເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ ແລະ ສະພາບ​ແວດ​ລ້ອມ​ອິນ​ເຕີ​​ເນັດ ​ເພື່ອ​​ແລກ​ປ່ຽນ​ຊື້​ຂາຍ​ແລະເຊັນ​ສັນ​ຍາ. ໃນ​ປະ​ຈຸ​ບັນ, ຊອບ​ແວ​ທີ່​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ປະ​ຕິ​ບັດ​ການ​ແລກ​ປ່ຽນ​ຊຶື້​ຂາຍ, ການ​ຄ້າ​ອອນ​ໄລ​ເປັນ​ຈຳ​ນວນຫຼາຍ​ ​ຍັງ​ນຳ​ໃຊ້ເບີ​ໂທລະ​ສັບ​ມື​ຖື, ບັນ​ຊີ​ອີ​ແມວ, ລ​ະ​ຫັດ​ຂອງຜູ້​ເຂົ້າ​ຮ່ວມ​ ເພື່ອ​ຢັ້ງ​ຢືນ ເຊິ່ງ​ຍັງ​ບໍ່​ທັນ​ຮັບ​ປະ​ກັນຄວາມ​ຊັດ​ເຈັນ​ຢ່າງ​ຄົບ​ຖ້ວນ ​ກ່ຽວ​ກັບ​ການ​ກຳ​ນົດ​ຊື່​ຂອງ​ຝ່າຍ​ຕ່າງໆ, ນຳ​​​ໄປ​ສູ່ຜົນກະທົບ​ແລະຄວາມ​ສ່ຽງຫຼາຍ​ຢ່າງ. ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ກ່ຽວ​ກັບການ​ລວບ​ລວມ​ແລະ​ປະ​ເມີນ​ຜົນ​ຫຼັກ​ຖານ​ທາງ​ເອ​ເລັກ​ໂຕຣນິກ, ການພິສູດ​ຫຼັກ​ຖານ, ການ​ສອບ​ສວນ​ຄະດີ​ອາຊະຍາກຳ ທີ່​ກ່ຽວຂ້ອງ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ໄດ້​ປະ​ເຊິ​ນກັບ​ຄວາມ​ທ້າ​ທາຍ​ຫຼາຍ​ຢ່າງ.

ໃນ​ປະ​ຈຸ​ບັນ, ກົດ​ໝາຍປະຈຸ​ບັນ ມີຂໍ້​ກຳ​ນົດ​ລະ​ດຽດ​ກ່ຽວ​ກັບວຽກ​ງານ​ຄຸ້ມ​ຄອງ, ສະ​ໜອງ ແລະ ນຳ​ໃຊ້​ການ​ບໍ​ລິ​ການ​ເກມ​ອອນ​ໄລ, ລວມທັງ​ລສຍການສະ​ເໝືອນ, ໜ່ວຍ​ສະ​ເໝືອນ​ແລະ​ໂບນັດ​ໃນ​ເກມ​ອອນ​ໄລ, ​ແຕ່​ສິ່ງ​ເຫຼົ່າ​ນີ້​ເປັນ​ພຽງ​ຂໍ້ກຳ​ນົດ​​ທົ່ວ​ໄປ ​ກ່ຽວ​ກັບ​ສິດທີ ​ແລະ​ພັນ​ທະຂອງ​ຜູ້​ໃຫ້​ບໍລິການ ​ແລະ​ຜູ​ຫຼິ້ນ ​ໂດຍ​ບໍ່ຮັບຮູ້​ແລະປົກ​ປ້ອງ​ຊັບ​ສິນສະ​ເໝືອນ.

ການ​ໝູນ​ໃຊ້​ຜົນ​ງານ​ຂອງປັນ​ຍາປະດິດ​ນັບ​ມື້​ນັບກວ້າງ​ຂວາງ ກໍ່​​ໄດ້ວາງ​​ບັນ​ຫາ​ນິ​ຕິ​ກຳບໍ່​ໜ້ອຍ. ຖ້າ​ວ່າ​ຜະ​ລິດ​ຕະ​ພັນ​ໃໝ່​ບໍ່​ແມ່ນຄົນ​ເຮົາ​ເປັນ​ຜູ້​ຄົ້​ນ​ຄວ້າ​ສ້າງຂຶ້ນ​ມາ ຫາກ​ແມ່ນ​ຜົນ​ສຳ​ເລັດ​ແຫ່ງ​ການ​ເຮັດ​ວຽກ ​ຂອງ​ລະ​ບົບ​ຊອບ​ແວ​ທີ່​ມີ​ຄວາມ​ສະຫຼາດ​ເໝືອນປັນ​ຍາມະນຸດ ​ຈັ່ງ​ຊັ້ນ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ເຊັ່ນ: ສິດທິ​ສ່ວນ​ບຸກຄົນ, ສິດທິ​ໃນ​ຊັບ​ສິນ​ຂອງ​ຜູ້​ແຕ່, ລິ​ຂະ​ສິດ…ຈະ​ໄດ້​ກຳ​ນົດ​ຄື​ແນວ​ໃດ? ດ້ວຍ​ເຕັກ​ໂນ​ໂລ​ຊີການພິມ 3D, ພຽງ​ແຕ່​ຕ້ອງ​ການ​ຂໍ້​ມູນ​ດິຈິຕອນ​ຂອງ​ຜະ​ລິດ​ຕະ​ພັນ​ ແມ່ນ​ເຄື່ອງ​ພິມ ​3D ໃດໆກໍ່​​ສາ​ມາດ “ພິມ” ຜະ​ລິດ​ຕະ​ພັນ​ນັ້ນ​ໄດ້.​ ແຕ່​, ຖ້າ​ຜະ​ລິດ​ຕະ​ພັນ​ນັ້ນ​ໄດ້​ຮັບ​ການ​ປົກ​ປ້ອງ​​ໂດຍ​ລິ​ຂະສິດ​ຊັບ​ສິນ​ທາງ​ປັນຍາ, ຂອບ​ເຂດ​ການ​ປົກ​ປ້ອງ​ ຈະ​ຂະຫຍາຍ​ອອກລວມ​ເອົາ ​ຂໍ້​ມູນ​ທີ່​ເປັນ​ຕົວ​ເລກຂອງ​ຜະລິດ​ຕະພັນ​ນັ້ນ ຫຼື​ບໍ່? ນອກ​ຈາກນີ້, ເມື່ອປັນ​ຍາປະດິດ​ໄດ້​ພັດ​ທະ​ນາ ແລະ ​​ໄດ້ໝູນ​ໃຊ້​ນັບ​ມື້​ນັບ​​ກວ້າງ​ຂວາງ ​ເຊິ່ງ​ຄວາມ​ສຳ​ນຶກ​ກ່ຽວ​ກັບ​ອາ​ຊະ​ຍາ​ກຳ, ລະ​ບົບ​ການ​ລົງ​ໂທດ, ການ​ດຳ​ເນີນ​ຄະດີ​ ​ແລະ​ການ​ປະຕິບັດ​ຄຳ​ຕັດສິນ​ຄະດີ​ອາຍາ... ກໍ່​ຈະ​ມີ​ການ​ປ່ຽນ​ແປງ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​​ເວົ້າ​ເຖິງສະຖານະ​ການ ​ເມື່ອ​ລະ​ດັບຂອງ​ການ​ພັດ​ທະ​ນາ​ຊອບ​ແວ​ປັນ​ຍ​າປະດິດ​ ຢູ່​ເໜືອ​ການ​ຄວບ​ຄຸມ​ຂອງ​ມະນຸດ.

​ເປັນອັນຈະ​ແຈ້ງ​ວ່າ, ​ຜ່ານສະຖານະ​ການຈິງ, ພວກ​ເຮົາເຫັນ​ໄດ້​ວ່າ​ ລະ​ບົບ​ກົດ​ໝາຍ​ເວົ້າ​ລວ​ມ ແລະ ກົດ​ໝາຍ​ທີ່​ພົວ​ພັນ​ເຖິງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ເວົ້າ​ສະ​ເພາະຂອງ​ພວກ​ເຮົາ ​ຍັງ​ບໍ່​ທັນ​​ຄົບ​ຊຸດ, ​ບໍ່​​ຄົບ​ຖ້ວນ, ບໍ່​​ລະ​ອຽດ, ຂາດ​ຄວາມ​ຊ່ຽວຊານ​ຊຳນານ, ​ບໍ່​ທັນ​ກັບ​ການ​ພັດ​ທະ​ນາ ​ຂອງ​ຂະ​ບວນ​ການ​ຫັນປ່ຽນດິຈິ​ຕອນ, ຄວນ​ໄດ້​ຮັບ​ການ​ທົບ​ທວນ, ຄົ້ນ​ຄວ້າ ​ແລະ ປັບ​ປຸງບູ​​ໃຫ້​ສົມ​ບຸນ.

ທິດ​ທາງ​ປັບ​ປຸງ​ບູ​ລະ​ນະ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ກັບເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ

ທີ​ໜຶ່ງ, ປ່​ຽນ​ແປງ​ຈິນ​ຕະ​ນາ​ການທາງດ້ານນິຕິ​ກຳ

ຕາມ​ຂໍ້​ກຳ​ນົດປະຈຸ​ບັນ, ເພື່ອ​ປະ​ກາດ​ໃຊ້​​ເອ​ກະ​ສານ​ທາງ​ກົດ​ໝາຍ​​ແມ່ນ​ຕ້ອງ​ຜ່ານ​ຜ່າຫຼາຍ​ຂັ້ນ​ຕອນ, ລະ​ບຽບ​ການ ​ແລະ ເສຍ​ເວ​ລາຫຼາຍ. ໃນ​ສະ​ພາບ​ການ​ໃໝ່, ​ເມື່ອ​ຮອດ​ເວ​ລາ​ທີ່ກົດ​ໝາຍ​ໄດ້ຖືກປະ​ກາດ​ໃຊ້ແລ້ວ​, ສາຍ​ພົວ​ພັນທີ່​ຕ້ອງ​ການ​ຄຸ້​ມ​ຄອງ​​​ໂດຍ​ກົດ​ໝາຍ​ກໍ່​ໄດ້ປ່ຽນ​ແປງ​ ​ແລະ​ພັດ​ທະ​ນາ​​ໄປ​ໃນ​ທິ​ດທາງອື່ນ ເຮັດ​ໃຫ້​ກົດ​ໝາຍ​ຍາມ​ໃດ​ກໍ່​ໄປ​ຕາມ​ຫຼັງ. ດ້ວຍ​ເຫດນັ້ນ​, ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ ຕ້ອງ​ຕອບ​ສະ​ໜອງ​ໄດ້​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປ່​ຽນ​ແປງ​ໃໝ່​ ຕາມ​ທິດທີ່ບໍ່​ແມ່ນ​ຢູ່​ໃນ​ທ່າ​ຮັບ, ໄປ​ຕາມຫຼັງ​ ​ຫາກວ່າ​ຕ້ອງໄປ​ທັນ​ກັບ​ຄວາມ​ເປັນ​ຈິງ, ເປັນ​ເຈົ້າ​ການ, ລັດ​ໜ້າ, ກຳ​ນົດ​ທິດ​ໃຫ້​ບັນ​ດາ​ສາຍ​ພົວ​ພັນ​ສັງ​ຄົມ. ຕ້ອງ​​ຍູ້​ແຮງ​ການໝູນໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການກໍ່​ສ້າງ, ປະ​ຕິ​ບັດ​ນ​ະໂຍ​ບາຍ, ກົດ​ໝາຍ (ການ​ປະ​ມວນ​ກົດ​ໝາຍ, ຄົ້ນ​ເຜີ​ຍຂໍ້​ຂັດ​ແຍ້ງ, ການທັບ​ຊ້ອນຢູ່​ໃນ​ລະ​ບົບ​ກົດ​ໝາຍ). ​ນຳ​ໃຊ້​ກົນ​ໄກ​ທົດ​ລອງ​ໝູນ​ໃຊ້​ໃນ​ຂອບ​ເຂດ​ທີ່​ຈຳ​ກັດ (sandbox), ຂະຫຍາຍ​ຫົກ​ໝາຍ​ກໍລະນີ ​ແມ່ນ​ບັນ​ດາ​ຕົວ​ຢ່າງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ທາງ​ດ້ານ​ກົດ​ໝາຍ ​ໃນ​ສະ​ຖາ​ນະ​ການ​ໃໝ່​ ເຊິ່ງ​ບາງ​ປະ​ເທດ​ໄດ້​ມີ​ການ​ຄົ້ນ​ຄວ້າ, ຜັນ​ຂະ​ຫຍາຍ. ໃນ​ຄວາມ​ເປັນ​ຈິງ, ມີ​ບັນ​ຫາ​​ໃໝ່​ຫຼາຍ​ຢ່າງທີ່​ເກີດ​ຂຶ້ນ​ ເຊິ່ງ​ພວກ​ເຮົາ​ບໍ່​ສາມາດ​ຄາດ​ເດົາ​ໄດ້​ຢ່າງ​ຖືກ​ຕ້ອງ, ຄົບ​ຖ້ວນ ​ກ່ຽວ​ກັບ​ຜົນ​ກະ​ທົບຂອງ​ມັນ, ດັ່ງ​ນັ້ນ ຕ້ອງ​​ຄົ້​ນ​ຄວ້າ​ແລະນຳ​ໃຊ້​​ກົນ​ໄກ​ທົດ​ລອງ​​ລະ​ບອບກົດໝາຍ​ໃໝ່​ ໃນ​ຂອບ​ເຂດ​​ຈຳ​ກັດ​ຢູ່ໃນ​ແຕ່​ລະ​ຂົງ​ເຂດ, ກັບ​ເງື່ອນ​ໄຂ​ຈຳ​ກັດທາງ​ກາ​ລະ​ເທ​ສະ... ເພື່ອ​ວິ​ເຄາະ, ປະ​ເມີນ​ຜົນ ແລະ ຕົກ​ລົງ​ຫັນ​ເປັນ​ກົດ​ໝາຍ. ໃນ​ສະ​ພາບ​ການ​ໃໝ່, ການ​ກຳ​ນົດ​ທາດ​ແທ້​ນິ​ຕິ​ກຳ​ຂອງ​ບັນ​ຫາ​ທີ່​​ອົງ​ການ​ຕຸລາການບໍ່​ແມ່ນ​ເລື່ອງງ່າຍ​, ຍ້ອນ​ວ່າ​ ກົດ​ໝາຍປະຈຸ​ບັນ​​ບໍ່​​ໄປທັນກັບ​ຄວາມ​ເປັນ​ຈິງ, ​ບໍ່ສາມາດ​ກຳນົດ​ບົດ​ບັນຍັດ​ທາງ​ກົດໝາຍ​ໃນ​ປະຈຸ​ບັນ ​ເພື່ອ​ແ​ກ້​ໄຂ​ບັນ​ຫາ. ຍ້ອນ​ແນວນັ້ນ, ການ​ນຳ​ໃຊ້​ກົດ​ໝານ​ກໍລະນີ​ໃນ​ສານ​ຈະ​ກາຍ​ເປັນ​​​ແບບ​ເປັນ​ປະຈຳ.

ທີ​ສອງ, ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ, ຄົບ​ຊຸດ​ຂອງ​ລະ​ບົບ​ກົດ​ໝາຍ

ບໍ່​ພຽງ​ແຕ່​ກົດ​ໝາຍ​ສະ​ເພາະ​ຂະ​ແໜງ​ການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານເທົ່າ​ນັ້ນ, ຫາກ​ບັນ​ດາ​ຂໍ້​ກຳ​ນົດກົດໝາຍ​ໃນ​​ຂົ​ງ​ເຂດ​ອື່ນ ກໍ່​ຕ້ອງ​ໄດ້​ຮັບ​ການ​ຄົ້ນ​ຄວ້າ, ທົບ​ທວນ​ຄືນ, ປັບ​ປຸງ​ບູ​ລະ​ນະ​ເພື່ອຮັບ​ປະ​ກັນ​ຄວາມ​ຄົບ​ຊຸດ, ເອ​ກະ​ພາບ, ຫຼີກ​ລ່ຽງການ​ທັບ​ຊ້ອນກັນ, ຂັດ​ແຍ້ງກັນ. ​ທີ່​ສຳຄັນແມ່ນ​ກົດ​ໝາຍ​ກ່ຽວ​ກັບ: 1- ຮັບ​ປະ​ກັນ​ສິດ​ທິດມະ​ນຸດ, ສິດ​ເສ​ລີພາບ ປະ​ຊາ​ທິ​ປະ​ໄຕ​ຂອງ​ພົນ​ລະ​ເມືອງ, ສິດ​ທິ​ໃນຊັບ​ສິນ, ສິດທິ​ສ່ວນບຸກຄົນ, ການປົກ​ປ້ອງ​ຂໍ້​ມູນ​ສ່ວນບຸກຄົນ ຂໍ້​ມູນ​ສ່ວນ​ຕົວ, ການ​ລະບຸ​ຕົວຕົນ​ແລະ​ການ​ພິສູດ​ຕົວ​ຕົນ; 2- ສັນ​ຍາທຸລະ​ກຳ​ເອ​ເລັກ​ໂຕຣ​ນິກ; 3- ຊັບ​ສິນ​ທາງ​ປັນ​ຍາ; 4- ການ​ລົງ​ທຶນ, ການ​ເງິນ, ທະ​ນາ​ຄານ, ເງິນ​ຕາ, ພາສີ; 5- ຄະດີ​ອາ​ຍາ ແລະ ການ​ດຳ​ເນີນ​ຄະ​ດີ​ທາງ​ອາ​ຍາ; 6- ຄວາມ​ປອດ​ໄພ​ທາງ​ສັງ​ຄົມ ແລະ ແຮງ​ງານ; ແລະ 7- ການ​ບໍ​ລິ​ການ​ສາ​ທາ​ລະ​ນະ.

ທີ​ສາມ, ປັບ​ປຸງ​ບູ​ລະ​ນະ​ ລະ​ບົບ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ໂດ​ຍ​ກົງ​ເຖິງ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ

- ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ມູນ​​ດິຈິ​ຕອນ: ນຳ​ໃຊ້​ຄວາມ​ຮູ້​​ດິຈິ​ຕອນ, ຂໍ້​ມູນ​​ດິຈິ​ຕອນ​ຢ່າງ​ສະຫຼາດ ຈຶ່ງແມ່ນ​ປັດ​ໃຈ​ທີ່​ຕັດ​ສິນ​ຜົນ​ສຳ​ເລັດ​ຂອງ​ປະ​ເທດ​ໃນ​ສະ​ພາບ​ການ​ໃໝ່. ຕາມນັ້ນ, ຕ້ອງ​​ປັບ​ປຸງ​ບູ​ລະ​ນະຂໍ້​ກຳ​ນົດກົດໝາຍ​ກ່ຽວ​ກັບ​ການກໍ່​ສ້າງ, ອັບ​ເດດ, ເຊື່ອມ​ຕໍ່, ແບ່ງ​ປັນ​ສາງ​ຂໍ້​ມູນ​​ດິຈິ​ຕອນ, ມີ​ການວິ​ເຄາະແລະນຳ​ໃຊ້ມັນ ເຂົ້າ​ໃນ​ທຸກໆ​ການເຄື່ອນ​ໄຫວ​ຂອງ​ຊີ​ວິດ​ເສດ​ຖະ​ກິດ, ສັງ​ຄົມ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ວາງ​ອອກ​ ໃນ​ແຕ່​ລະ​ຂະ​ແໜງ​ການ, ແຕ່​ລະ​ຂົງ​ເຂດ. ເນື້ອ​ໃນ​ດິ​ຈິຕອນ, ຂໍ້​ມູນຂ່າວ​ສາມ​ພາກ​ລັດ ​ແມ່ນ​ຊັບ​​ພະ​ຍາ​ກອນ​ອັນ​ສຳ​ຄັນ, ເຊິ່ງຕ້ອງ​ມີ​ກົນ​ໄກຄຸ້ມ​ຄອງ​ສະ​ໜອງ, ເຂົ້າ​ເຖິງ ​ແລະ ແບ່ງ​ປັນ; ນອກ​ຈາກ​ການ​ຮັບ​ໃຊ້​ຈຸດ​ປະ​ສົງ​ຄຸ້ມ​ຄອງ​​ລັດ​ແລ້ວ, ​ຍັງ​ນຳ​ໃຊ້​ໃຫ້​ແກ່​ວິ​ສາ​ຫະ​ກິດ​ແລະພາກ​ເອ​ກະ​ຊົນ​ ເພື່ອ​ຄົ້ນ​ຄວ້າ, ວາງ​ແຜນ​ກຳ​ນົດ, ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ຜະ​ລິດ, ທຸ​ລະ​ກິດ, ຊ້ຳ​ບໍ່​ໜຳ​ ອາ​ນຸ​ຍາດ​ໃຫ້ພາກ​ເອ​ກະ​ຊົນ​ເຂົ້າ​ຮ່ວມ​ການກໍ່​ສ້າງ ​ແລະຮັກ​ສາ​ພື້ນ​ຖານ​ຂໍ້​ມູນ​ເຫຼົ່ານີ້. ບັນ​ດາ​ພື້ນ​ຖານ​ຂໍ້​ມູນ​ແຫ່ງ​ຊາດ, ໃນ​ນັ້ນ​ມີ​ພື້ນ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ພົນ​ລະ​ເມືອງ, ຕ້ອງ​​ສຳ​ເລັດການ​ກໍ່ສ້າງແລະ​ຂຸດ​ຄົ້ນ ນຳ​ໃຊ້ຢ່າງ​​ໄວວາ.

- ກົດ​ໝາຍ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ ​ແລະ ຄວາມ​​ປອດ​ໄພດ້ານເຄືອ​ຂ່າຍ​ອິນ​ເຕີ​​ເນັດ: ການ​ເຊື່ອມ​ຕໍ່ ແລະແບ່ງ​ປັນ​ຂໍ້​ມູນ​ດິຈິ​ຕອນ ​ແມ່ນ​ລັກ​ສະ​ນະ​​ພິ​ເສດ​ຂອງ​ທ່າ​ອຽງ​ໃໝ່. ດັ່ງ​ນັ້​ນ, ການ​ປັບ​ປຸງ​ບູ​ລະ​ນະ​ກົດ​ໝາຍ​ກ່ຽວ​ກັບ​ການ​ລະບຸ​ຕົວ​ຄົນ, ການ​ພິສູດ​ຕົວ​ຕັນ, ກົນ​ໄກ​ຮັບ​ປະ​ກັນການ​ເປັນ​ສ່ວນ​ຕົວ, ຮັກ​ສາ​ຄວາມ​ລັບ, ຂໍ້​ມູນ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນດ ​ແມ່ນ​ຕ້ອງ​ການ​ທີ່​ສຸດ. ​ໃນສະ​ເພາະ​ໜ້າ​ ຕ້ອງກໍ່​ສ້າງ​ຂອບ​ກົດ​ໝາຍກ່ຽວ​ກັບ​ການລະບຸ​ຕົວ​ຕົນເອ​ເລັກ​ໂຕຣ​ນິກ, ວິທີ​ການກວດ​ສອບ​ຄວາມ​ປອດ​ໄພ​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ຄ້າ​ອອນ​ໄລ; ຍູ້​ແຮງ, ສົ່ງ​ເສີມ​ການພັດ​ທະ​ນາ, ການ​ນຳ​ໃຊ້​ລາຍ​ເຊັນ​ດິຈິ​ຕອນ, ​ໃບຮັບ​ຮອງ​ການກວດ​ສອບ; ກຳ​ນົດ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ຄຸນ​ຄ່າ​ດ້ານ​ກົດໝາຍ​ຂອງ​ເອ​ກະ​ສານ​ເອ​ເລັກ​ໂຕຣ​ນິກ, ເອ​ກະ​ສານດິຈິ​ຕອນ.

- ກົດ​ໝາຍ​ກ່ຽວ​ກັບ​​ໂຄງ​ສ້າງ​ພື້ນຖານ​ການ​ເຊື່ອມ​ຕໍ່: ໂທ​ລະ​ຄົມ​ມະ​ນາ​ຄົມ​ແລະອິນ​ເຕີ​​ເນັດ​ ແມ່ນ​​ໂຄງ​ສ້າງ​ພື້ນ​ຖານການ​ເຊື່ອມ​ຕໍ່​ ທີ່​ມີ​ບົດ​ບາດ​ສຳຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ດິຈິ​ຕອນ. ກົດ​ໝາຍ​ກ່ຽວ​ກັບ​ຂົງ​ເຂດນີ້​ຕ້ອງ​ມີ​ການ​ປັບ​ປຸງບູ​ລະ​ນະ​ຕາມ​ທິດ​ສົ່ງ​ເສີມ, ຊຸກ​ຍູ້​ການ​ເປີດກວ້າງ​ຂອບ​ເຂດ​ໂຄງ​ສ້າງພື້ນຖານ​ການ​ເຊື່ອມ​ຕໍ່ບຣອດ​ແບນ​ດ໌ (Broadband) ທີ່​ມີ​ຄຸນ​ນະ​ພາບ​ສູງ, ຄ່າບໍ​ລິ​ການ​ທີ່​ເໝາະ​ສົມ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ; ວາງ​ແຜນ​ກຳ​ນົດຄວາມ​ຖີ່ ແລະ ນຳ​ໃຊ້​​​ເທື່ອ​ລະ​ກ້າວເຄືອ​ຂ່າຍ​ໂທ​ລະ​ຄົມ​ມະ​ນາ​ຄົມ​ມື​ຖື​ລຸ້ນ 5G ​ຢ່າງ​ມີ​ປະສິດທິ​ຜົນ. ບັນ​ດາ​ຂໍ້​ກຳ​ນົດ​ກ່ຽ​ວ​ກັບ​ໂຄງ​ສ້າງ​ພື້ນຖານ​ການ​ເຊື່ອມ​ຕໍ່​ ລະ​ຫວ່າງຄົນແລະອຸ​ປະ​ກອນ​ເຕັກ​ໂນ​ໂລ​ຊີ, ​ໂຄງສ້າງພື້ນ​ຖານ​​ການ​ຊຳ​ລະ​ເງິນ​ໃນການ​ເຮັດ​ທຸລະ​ກຳ​ເອ​ເລັກ​ໂຕຣນິກ ​ກໍ່​ຕ້ອງ​ໄດ້ຮັບ​ການ​ຄົ້ນຄວ້າ​ແລະມີບົດ​ບັນຍັດ​ຢ່າງ​ຈະ​ແຈ້ງ.

- ກົດ​ໝາຍ​ກ່ຽວ​ກັບ​ການ​ຝຶກ​ອົບຮົມ​ແລະບຳ​ລຸງສ້າງ​ບຸກ​ຄະ​ລາ​ກອນ: ທ່າ​ອຽງການ​ເຊື່ອມ​ໂຍງ​ແລະ​ການ​ລວມ​ເຂົ້າກັນລະ​ຫວ່າງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມ​ມູນ​ຂ່າວ​ສານ ​ກັບ​ຂະ​ແໜງ​ການ​ຕ່າງໆຄື ຊີ​ວະ​ສາດ, ຟິ​ຊິກ, ເສດ​ຖະ​ກິດ, ການ​ຄ້າ, ກົດ​ໝາຍ... ນັບ​ມື້​ນັບ​ກາຍ​ເປັນ​ຈະ​ແຈ້ງ​ກວ່າ​​​ແຕ່​ກ່ອນ. ຕໍ່​ໜ້າ​ການ​ປ່ຽນ​ແປງ​ຢ່າງ​ໄວ​ວາ​ຂອງ​ເຕັກ​ໂນ​ໂລ​ຊີ, ຫຼາຍ​ຂັ້ນ​ຕອນ​ໃນ​ຂະ​ແໜງ​ການ ອາ​ຊີບ, ຊ້ຳ​ບໍ່​ໜຳ​ບາງ​ຂະ​ແໜງ​ການ, ​ໄດ້ຢືນ​ຕໍ່​ໜ້າ​ຄວາມ​ສ່ຽງຂອງ​ການ​ປ່ຽນ​ແທນ​ດ້ວຍ​ເຄື່ອງ​ຈັກ ຫຼື​ຕ້ອງ​​ປ່​ຽນ​ແປງ​ໂດຍ​ພື້ນ​ຖານ. ແຕ່​, ​ພາກ​ຕົວ​ຈິງ​ໃຫ້​​ເຫັນວ່າ ບັນ​ດາ​ທັກ​ສະ “ອ່​ອນ”, ທັກ​ສະ​ດ້ານ​ສັງ​ຄົມ, ທັກ​ສະ​ແກ້​ໄຂ​​ກໍ​ລະ​ນີ​ທີ່​ສົບ​ສົນ... ຂອງຜູ້​ເຮັດ​ວຽກ​ ເຊິ່ງຍາກ​ທີ່​ຈະ​ຫັນ​ເປັນ​ອັດ​ຕະ​ໂນ​ມັດ ແລະ ຍາກ​ທີ່​ຈະ​ປ່ຽນ​ແທນ​ດ້ວຍ​ເຄື່ອງ​ຈັກ. ດັ່ງ​ນັ້ນ, ກົດ​ໝາຍ​ກ່ຽວ​ກັບ​ການຝຶກ​ອົບຮົມ​ແລະບຳ​ລຸງສ້າງ​ບຸກ​ຄະ​ລາ​ກອນ ໃນ​ໄລ​ຍະ​ການຫັນ​ປ່ຽນ​ເປັນ​ດິຈິຕອນ​ ​ຕ້ອງຕອບ​ສະໜອງ​ຄວາມ​ຕ້ອງການ​ກ່ຽວ​ກັບ​ການ​ອັບ​ເດດ, ຄວາມ​ຫຼາກຫຼາຍ​ທາງ​ດ້ານ​ທັກ​ສະ ແລະ ຄວາມ​ຮູ້.

- ກົດ​ໝາຍ​ສະ​ເພາະ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ: ເມື່ອ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ແຊກ​ຊຶມນັບ​ມື້​ນັບ​​ເລິກ​ເຊິ່ງ​ເຂົ້າ​ໃນ​ຊີ​ວິດ​ເສດ​ຖະ​ກິດ, ສັງ​ຄົມ ​ແລະ ການດຳ​ເນີນຊີ​ວິດຂອງທຸກ​ຄົນ, ​ກົດ​ໝາຍ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ຍິ່ງ​ຕ້ອງໄດ້​ຮັບ​ການ​ຫັນ​ເປັນ​ສະ​ເພາະ​ລະ​ອຽດ​ກວ່າ​ອີກ, ແໜ້ນ​ແຟ້ນກວ່າ​ອີກ ​ເພື່ອ​ຕອບ​ສະ​ໜອງ​​ຄວາມ​​ຕ້ອງ​ການ ​ໄປ​ທັນ​ກັບການ​ພັດ​ທະ​ນາຂອງ​ເຕັກ​ໂນ​ໂລ​ຊີ ແລະ ຄວາມຕ້ອງການ​ພາກ​ປະຕິບັດ. ກ່ຽວຂ້ອງ​ກັບ​ຄວາມ​ປອດ​ໄພ​ແລະ​ຄວາມ​ໝັ້ນຄົງດ້ານ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ, ອາດ​ຈະ​ຄົ້ນ​ຄວ້າ​​ເພື່ອກໍ່​ສ້າງ​ກົດ​ໝາຍທີ່​ຄຸ້ມ​ຄອງ​ບັນ​ດາ​ບັນ​ຫາ​ທີ່​ລະ​ອຽດ​ທີ່​ສຸດ, ຄື​ປົກ​ປ້ອງ​ຂໍ້​ມູນ, ຂໍ້​ມູນ​ສ່ວນບຸກຄົນ; ປົກ​ປ້ອງຄວາມ​ເປັນ​ສ່ວນ​ຕົວ. ນຳ​ໃຊ້​ລາຍ​ເຊັນ​ດິຈິ​ຕອນ. ໃນກິດຈະກຳ​ຕຸລາການ ອາດຈະ​ຄົ້ນ​ຄວ້າກໍ່​ສ້າງ​ກົດ​ໝາຍ​ກ່ຽວ​ກັບຫຼັກ​ຖານ​​ເອ​ເລັກ​ໂຕຣນິກ. ກ່ຽວຂ້ອງ​ກັບ​ຂົງ​ເຂດ​ການຄຸ້ມ​ຄອງ​ລັດ ​ອາດຈະ​ຄົນ​ຄວ້າກໍ່​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ລັດ​ຖະ​ບານ​​ເອ​ເລັກ​ໂຕຣນິກ, ຂໍ້​ມູນ​ຂ່າວ​ສານ​ສາ​ທາ​ລະ​ນະ... ນີ້​ແມ່ນ​ບົດ​ຮຽນ​​ຕົວ​ຈິງ​ຢູ່​ບາງປະ​ເທດ​ ເຊິ່ງຫວຽດ​ນາມຄວນ​ຄົ້ນ​ຄວ້າ, ຮຽນ​ຮູ້​./.

-----------------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 933 (​ເດືອນ​ທັນ​ວາ 2019)