ວກ. - ພັກ​ແລະ​ລັດ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ຳຮຽນຂອງ​ປະຊາຊົນ, ​ໃນ​ນັ້ນ​ມີ​ສິດທິ​ໃນ​ການ​ຮ່ຳຮຽນ​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ສິດທິ​ໃນ​ການຮ່ຳຮຽນ​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍຢູ່​ຫວຽດນາມ ​ໄດ້​ບັນລຸ​ຜົນງານ​ຫຼາຍ​ຢ່າງ​ທີ່ໜ້າຊົມ​ເຊີຍ, ​ແຕ່​ການຮັບປະກັນ​ສິດທິ​ໃນ​ການຮ່ຳຮຽນ​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ໃນ​ປະຈຸ​ບັນ ​ຍັງ​ປະ​ເຊີນໜ້າກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ເຊິ່ງຕ້ອງ​ໄດ້​ສືບ​ຕໍ່ຄົ້ນຄວ້າ, ປັບປຸງ​ບູລະນະ​ໃນ​ເວລາ​ຕໍ່​ໄປ.

ສະຫາຍຫງວຽນຊວັນຝຸກ ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ສະເຫຼີມສະຫຼອງວັນບຸນໂຮງຮຽນ ກັບເດັກນ້ອຍນັກຮຽນຊົນເຜົ່າສ່ວນນ້ອຍ ຢູ່ເຂດໄຕງວຽນ _ແຫຼ່ງ: baochinhphu.vn

ສະພາບ​ຕົວ​ຈິງ​ຂອງ​ການ​ຮັບປະກັນ​ສິດທິ​ໃນ​ການ​ຮ່ຳຮຽນ
ຂອງປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຢູ່​ຫວຽດນາມ

ຫວຽດນາມ​ມີ 54 ຊົນ​ເຜົ່າ, ​ໃນ​ນັ້ນ​ຄົນຊົນ​ເຜົ່າ​ກິ​ງກວມ​ເອົາ​ສ່ວນ​ຫຼາຍ ​ເຖິງ 85,3% (82.085.729 ຄົນ), ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນ 53 ຊົນ​ເຜົ່າ​ສ່ວນ​ນ້ອຍກວມ​ເອົາ 14,7% (14.123.255 ຄົນ)(1). ພັກ​ແລະ​ລັດ​ຫວຽດນາມ​ໄດ້​ກຳນົດ​ວ່າ: “ການ​ສຶກສາ​ແລະຝຶກ​ອົບຮົມ​ແມ່ນນະ​​ໂຍບາຍ​ແຫ່ງ​ຊາດ​ແຖວ​ໜ້າ”; ສິດທິ​ໃນ​ການ​ຮ່ຳຮຽນ​ແມ່ນ​ໜຶ່ງ​ໃນ​ບັນດາ​ສິດທິ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປະຊາຊົນ, ​ໃນ​ຊຸມ​ປີ​ທີ່​ຜ່າ​ມາ, ຜ່ານ​ແຜນ​ນະ​ໂຍບາຍ​ແລະ​ນະ​ໂຍບາຍ​ຕ່າງໆ, ພັກ​ແລະ​ລັດ​ໄດ້​ຊ່ວຍໜູນ​ແລະ​ລົງທຶນ​ເປັນ​ພິ​ເສດ​ ໃຫ້​ແກ່​ພາລະກິດ​ການ​ສຶກສາ​ແລະ​ຝຶກ​ອົບຮົມ ຢູ່​ບັນດາ​ເຂດ​ຊົນ​ເຜົ່າສ່ວນນ້ອຍ. ສິ່ງ​ດັ່ງກ່າວ​ນີ້​ໄດ້​ສະ​ແດງ​ອອກ​ໃນ​ລັດຖະທຳ​ມະນູນ ​ແລະ​ເອກະສານ​ທາງ​ກົດໝາຍ​ຫຼາຍ​ສະບັບ​ເຊັ່ນ: ກົດໝາຍ​ວ່າ​ດ້ວຍ​ການ​ເຜີຍ​ແຜ່​ປະຖົມ​ສຶກສາ, ກົດໝາຍ​ວ່າ​ດ້ວຍ​ການປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ​ແລະ​ສຶກສາ​ເດັກນ້ອຍ, ກົດໝາຍ​ວ່າ​ດ້ວຍ​ການສຶກສາ​ວິຊາ​ຊີບ, ກົດໝາຍວ່າ​ດ້ວຍ​ການ​ສຶກສາ, ກົດໝາຍວ່າ​ດ້ວຍການ​ສຶກສາ​ມະຫາວິທະຍາ​ໄລ... ລັດ​ໄດ້​ປະກາດ​ໃຊ້ຫຼາຍ​ກົນ​ໄກ, ນະ​ໂຍບາຍ​ບຸລິມະສິດ​ການ​ລົງທຶນ ​ພັດທະນາ​ການ​ສຶກສາ​ແລະ​ການ​ຝຶກ​ອົບຮົມ​ ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ເຊິ່ງລວມມີ: ​ກຸ່ມ​ນະ​ໂຍບາຍ​ກ່ຽວ​ກັບ​ເນື້ອ​ໃນ, ​ໂຄ​ງການ​ການ​ສຶກສາ; ກຸ່ມ​ນະ​ໂຍບາຍການ​ພັດທະນາ​ເຄືອ​ຂ່າຍ, ຂະໜາດ​ຂອງ​ໂຮງຮຽນ​ພິ​ເສດສະ​ເພາະ​ ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ; ກຸ່ມ​ນະ​ໂຍບາຍ​ການລົງທຶນ, ຊ່ວຍ​ເຫຼືອ​ທາງ​ດ້ານ​ພື້ນຖານ​ວັດຖຸ​ ​ເພື່ອ​ພັດທະນາ​ການ​ສຶກສາ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ; ກຸ່ມ​ນະ​ໂຍບາຍ​ສຳລັບ​ຄູ​, ພະນັກງານ​ຄຸ້ມ​ຄອງການ​ສຶກສາ ​ທີ່​ເຮັດ​ວຽກ​ຢູ່​ໂຮງຮຽນພິ​ເສດ, ຢູ່​ເຂດ​ທີ່​ມີ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມທີ່​ຫຍຸ້ງຍາກ​ພິ​ເສດ; ກຸ່ມ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ຜູ້​ຮຽນ​ທີ່​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ... ຄຽງ​ຂ້າງ​ກັບ​ບັນດາ​ນະ​ໂຍບາຍ​ຂອງ​ສູນ​ກາງ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ແຂວງ​ທີ່​ມີ​ນັກຮຽນຊົນ​ເຜົ່າສ່ວນ​ນ້ອຍ ກໍ່​ໄດ້​ປະກາດ​ໃຊ້​ນະ​ໂຍບາຍສະໜັບສະໜູນ​ສະ​ເພາະ ​ຈາກ​ງົບປະມານ​ຂອງ​ແຂວງ.

​ຜົນສຳ​ເລັດ​ທີ່​​ໄດ້ຮັບ

​ໃນປະຈຸ​ບັນ, 100% ຂອງ​ຈຳນວນ​ຕາ​ແສງ​ມີ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມຕອນ​ຕົ້ນ, ​ໃນ​ນັ້ນ 84,6% ຂອງ​ຈຳນວນ​ໂຮງຮຽນ​ແລະ​ຫ້ອງ​ຮຽນ ​ໄດ້​ຮັບ​ການ​ກໍ່ສ້າງຢ່າງ​ແໜ້ນ​ແຟ້ນ, ບໍ່​ມີ “ຕາ​ແສງ​ຂາວ” ​ໃນ​ການ​ສຶກສາ​ອີກ, ບັນດາ​ຫ້ອງ​ຮຽນ​ອະນຸບານ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ເບື້ອງຕົ້ນ​ແລະມີ​ການ​ຂະຫຍາຍຕົວຢູ່​ເຂດ​ເນີນ​ສູງ; 100% ຂອງ​ຈຳນວນ​ຕາ​ແສງ​ໄດ້​ບັນລຸ​ການສຶກສາຊັ້ນ​ປະຖົມ​ສຶກສາ​ທົ່ວ​ໄປ, ຫຼາຍ​ແຫ່ງ​ໄດ້​ບັນລຸ​ມາດຕະຖານມັດ​ຖະຍົມ​ສຶກສາ​ຕອນ​ຕົ້ນ; ບັນດາ​ສູນ​ການ​ສຶກສາ​ເປັນ​ປະຈຳ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຢູ່​ບັນດາ​ແຂວງ​ແລະ​ເມືອງ; ສູນ​ການ​ຮຽນ​ຮູ້​ຊຸມ​ຊົນ ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​ຢູ່​ເກືອບ​ທຸກ​ຕາ​ແສງ(2), ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ມີ​ໂອກາດ​ເຂົ້າ​ເຖິງ​ຄວາມ​ຮູ້​ວັດທະນະທຳ, ວິ​ທະຍາ​ສາດ-​ເຕັກນິກ. ການ​ກະກຽມ​ພາ​ສາ​ຫວຽດ​ໃຫ້​ພວກ​ນ້ອງ​ນ້ອຍ​ກ່ອນເຂົ້າ​ຮຽນ ປ 1 ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ທ້ອງ​ຖິ່ນ​ຕ່າງໆ.

ລະບົບ​ໂຮງຮຽນ​ສາມັນ​ສຶກສາ​ກິນນອນ​ສຳລັບ​ຊົນ​ເຜົ່າ​ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ສົກຮຽນ 2017 - 2018, ທົ່ວປະ​ເທດ​ມີໂຮງຮຽນ​ກິນນອນ​ຊົນ​ເຜົ່າ 315 ​ແຫ່ງ​ຢູ່ 49 ​ແຂວງ, ມີ​ນັກຮຽນ​ທັງ​ໝົດ 109.245 ຄົນ; ມີ 40% ຂອງຈຳນວນ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າບັນລຸ​ມາດຕະຖານ​ແຫ່ງ​ຊາກ; ​ໃນ 28 ​ແຂວງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ມີ​ໂຮງຮຽນ​ເຄິ່ງກິນນອນ​ຊົນ​ເຜົ່າ 1.097 ​ແຫ່ງ, ມີ​ນັກຮຽນ​ເຄິ່ງກິນນອນ 185.671 ຄົນ; ມີ 15,2% ຂອງ​ຈຳນວນໂຮງຮຽນ​​ເຄິ່ງກິນນອນ​ຊົນ​ເຜົ່າ​ ບັນລຸ​ມາດຕະຖານ​ແຫ່ງ​ຊາດ. ຄິດ​ສະ​ເລ່ຍ, ນັກຮຽນ​ຂອງ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າມີ​ຜົນ​ການ​ຮຽນ​ທີ່​ດີ, ​ເກັ່ງ​ກວ່າ 60%; ມີ​ຜົນ​ການ​ຮຽນ​ປານ​ກາງ​ກວ່າ 30%; ມີ​ຜົນ​ການ​ຮຽນ​ທີ່​ບໍ່​ດີ​, ອ່ອນ​ແອປະມານ 2,3%. ອັດຕາ​ສ່ວນ​ນັກຮຽນ​ທີ່​ຈົບ​ມັດ​ທະ​ຍົມສຶກສາ​ຕອນ​ຕົ້ນ ຂອງ​ໂຮງຮຽນ​ສາມັນ​ສຶກສາ​ກິນນອນ​ຊົນ​ເຜົ່າ​ ທຸກໆ​ປີມີຫຼາຍ​ກວ່າ 97%. ອັດຕາ​ສ່ວນ​ນັກຮຽນ​ທີ່​ຈົບ​ມັດ​ທະ​ຍົມສຶກສາ​ຕອນປາຍ ຂອງ​ໂຮງຮຽນ​ສາມັນ​ສຶກສາ​ກິນນອນ​ຊົນ​ເຜົ່າ​ມີ 90%. ອັດຕາ​ສ່ວນ​ນັກຮຽນກິນນອນ​ຊັ້ນ​ປະຖົມສຶກສາ​ ສຳ​ເລັດການ​ຮຽນ​ແມ່ນ 98,9%, ອັດຕາ​ສ່ວນ​ນັກຮຽນກິນນອນ​ຊັ້ນ​ມັດທະຍົມ​ສຶກສາ​ຕອນ​ຕົ້ນ​ ສຳ​ເລັດການ​ຮຽນ​ແມ່ນ 92%(3).

ປະ​ເທດ​ໄດ້​ຜັນ​ຂະຫຍາຍຢ່າງ​ເປັນ​ທາງ​ການ ​ການ​ສອນ​ແລະ​ຮຽນ​ພາສາ​ຊົນ​ເຜົ່າ​ສ່ວນ​ນ້ອຍ 6 ພາສາ (ມີ​ຫຼັກສູດ​ແລະ​ປຶ້ມ​ແບບຮຽນ​ທີ່​ອອກ​ໂດຍ​ກະຊວງ​ສຶກສາ​ແລະ​ຝຶກ​ອົບຮົມ): ພາສາ​ມົ້ງ, ຈຳ, ຂະ​ແມ, ຢາຣາຍ, ບາ​ນາ, ​ເອ​ເດ, ຢູ່​ໃນ​ໂຮງຮຽນ 715 ​ແຫ່ງ; ຫ້ອງ​ຮຽນ 4.812 ຫ້ອງ; ນັກຮຽນ 113.231 ຄົນ. ບັນດາ​ແຂວງ​ທີ່​ມີປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຈຳນວນ​ຫຼາຍ ​ໄດ້​ປະສານ​ສົມທົບ​ຢ່າງ​​ແໜ້ນ​ແຟ້ນກັບບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ໃນ​ການ​ຄົ້ນຄວ້າ, ຮຽບຮຽງ​ຂຽນ​ເອກະສານ, ປຶ້ມ​ແບບຮຽນ​ຫຼາຍໆ​ສະບັບເປັນ​ພາສາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ເພື່ອນຳ​ເຂົ້າ​ສິດສອນ​ໃຫ້​ພວກ​ນ້ອງ​ນັກຮຽນ​ໃນ​ທ້ອງ​ຖິ່ນ​ຕ່າງໆ. ​ໃນ​ປະຈຸ​ບັນ, ການ​ບຳລຸງ​ຄູ​ສອນ​ພາສາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ​ການ​ບຳລຸງ​ວິທີ​ສິດສອນ​ພາສາ​ຫວຽດ​ເປັນ​ພາສາ​ທີສອງ​ ສຳລັບນັກຮຽນ​ຊົນ​​ເຜົ່າສ່ວນ​ນ້ອຍ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ໂດຍພະ​ແນ​ກການ​ສຶກສາ​ແລະຝຶກ​ອົບຮົມ. ນອກຈາກ​ໂຄງການ​ຝຶກ​ອົບຮົມຕາມ​ມາດຕະຖານ​ຄວາມ​ຮູ້​ແລະ​ທັກ​ສະ​ຂອງ​ຫຼັກສູດ​ການ​ສຶກສາ​ສາມັນ, ນັກຮຽນ​ຊົນ​​ເຜົ່າສ່ວນ​ນ້ອຍຍັງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວການ​ສຶກສາ​ພິ​ເສດ​ເຊັ່ນ: ການ​ສຶກສາ​ທັກ​ສະ​ຊີວິດ, ການ​ແນະນຳ​ດ້ານ​ວິຊາ​ຊີບ... ​ແລະ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ ເພື່ອ​ເປົ້າ​ໝາຍ​ການ​ພັດທະນາ​ຮອບດ້ານ.

​ໃນ​ປະ​ເທດ​ມີ​ສູນ​ມະຫາວິທະຍາ​ໄລ 4 ​ແຫ່ງ​ຢູ່​ບັນດາ​ເຂ​ດ: ຕາ​ເວັນ​ອອກ​ສ່ຽງ​ເໜືອ, ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ​ໄຕ​ງວຽນ ​ແລະ ນາມ​ໂບ້ຕາ​ເວັນ​ຕົກ. ລະບົບ​ໂຮງຮຽນ​ແລະ​ວິທະຍາ​ໄລ​ອາຊີວະ​ສຶກສາ​ ໄດ້​ຮັບ​ການ​ປັບປຸງ​ແລະ​ພັດທະນາ. ທົ່ວ​ປະ​ເທດ​ມີ​ໂຮງຮຽນ​ກຽມ​ມະຫາວິທະຍາ​ໄລ 4 ​ແຫ່ງ, ມີ​ໂຮງຮຽນ​ສາມັນ​ສຶກສາ​ກິນນອນ​ຊົນ​ເຜົ່າ ຂຶ້ນ​ກັບ​ກະຊວງ​ສຶກສາ​ແລະ​ຝຶກ​ອົບຮົມ 1 ​ແຫ່ງ ທີ່​ມີ​ການ​ຝຶກ​ອົບຮົມ​ໃນ​ລະບົບກຽມ​ມະຫາວິ​ທະ​ບາ​ໄລ​ຊົນ​ເຜົ່າ ​ແລະມີ 3 ພາກ​ວິຊາ​ກຽມ​ມະຫາວິທະຍາ​ໄລ​ຊົນ​ເຜົ່າ ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ໄຕ​ງວຽນ, ມະຫາວິທະຍາ​ໄລ​ເກີ່ນ​ເທີ ​ແລະ ມະຫາວິທະຍາ​ໄລ​ຈ່າ​ວິ​ງ ດ້ວຍ​ຈຳນວນ​ນັກ​ຮຽນ​ທີ່​ກຽມມະຫາວິທະຍາ​ໄລ 5.000 ຄົນຕໍ່ປີ. ບັນດາ​ໂຮງຮຽນ, ພາກ​ວິຊາ​ກຽມ​ມະຫາວິທະຍາ​ໄລ​ ໄດ້​ແລະ​ພວມປະຕິບັດ​ເປັນ​ຢ່າງ​ດີ ການຝຶກ​ອົບຮົມ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການອັນ​ຮີບ​ດ່ວນທາງ​ດ້ານ​ການ​ຝຶກ​ອົບຮົມ​ພະນັກງານ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ການ​ປະຕິບັດ​ລະບອບການ​ເລືອກ​ສົ່ງ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​​ໄປ​ຮຽນ​ໃນ​ມະຫາວິທະຍາ​ໄລ​ແລະວິທະຍາ​ໄລນັ້ນ ​ໄດ້​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ນັກຮຽນ​ຊົນ​​ເຜົ່າ​ສ່ວນ​ນ້ອຍ ​ເຂົ້າ​ເຖິງ​ກັບ​ບັນດາ​ໂຄງການ​ສຶກສາລະ​ດັບ​ສູງ ​ແລະສ້າງ​ແຫຼ່ງພະນັກງານ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ໃນ​ອະນາຄົດ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ເດັກນ້ອຍ​ຊົນ​ເຜົ່າ​ສ່ວນ​ນ້ອຍຈຳນວນ​ຫຼາຍ​ພັນ​ຄົນ​ໄດ້​ຖືກສົ່ງ​ໄປຮຽນ​​ໃນມະຫາວິທະຍາ​ໄລ, ວິທະຍາ​ໄລ ​ແລະ​ໂຮງຮຽນ​ວິຊາ​ຊີບ​ຊັ້ນ​ກາງ​ໃນ​ທົ່ວ​ປະ​ເທດ. ດ້ວຍ​ນະ​ໂຍບາຍ​ເລືອກ​ສົ່ງ​ນັກຮຽນ​ໄປ​ຮຽນ, ຊົນ​ເຜົ່າ​ສ່ວນ​ນ້ອຍ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ​ນັກຮຽນ​ໄປ​ຮຽນ​​ໂຮງຮຽນວີ​ຊາ​ຊີບ​ຊັ້ນ​ກາງ, ວິທະຍາ​ໄລ, ມະຫາວິທະຍາ​ໄລເຊັ່ນ: ຊົນ​ເຜົ່າຮ່າ​ຍີ່, ​ເກິ​ບາ​ວ, ປ່າ​ແຖນ, ຂາງ, ​ໂບອີ, ລາ​ວ.

ບັນດາ​ແຂວງ​ທີ່​ມີ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ໄດ້​ປະຕິບັດລະບອບ, ນະ​ໂຍບາຍ​ສຳລັບ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຢ່າງ​ຄົບ​ຖ້ວນ, ​ເຊັ່ນ: ​ແຈກ​ຈ່າຍ​ປຶ້ມ​ແບບຮຽນ, ປຶ້ມຂຽນ, ອຸປະກອນ​ການ​ຮຽນ, ບັດ​ປະກັນ​ສຸຂະພາບ​ໂດຍ​ບໍ່​ເສຍ​ຄ່າ, ​ໃຫ້​ທຶນ​ການ​ສຶກສາ, ສິນ​ເຊື່ອ​ແກ່​ນັກຮຽນ​ນັກ​ສຶກສາ, ບຸລິມະສິດ​ໃນ​ການຮັບ​ສະ​ໝັກນັກຮຽນ, ຝຶກ​ອົບຮົມ​ຕາມ​ທີ່ຢູ່​ຂອງ​ຜູ້​ໃຊ້... ອາ​ໄສ​ນະ​ໂຍບາຍສະໜັບສະໜູນ​ລູກ​ຫຼານ​ຂອງ​ຄອບຄົວ​ທຸກ​ຍາກຢູ່​ເຂດຊົນ​ເຜົ່າ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ລະບອບ​ອຸດ​ໜູນ​ນັກຮຽນ​ໄດ້​ສ້າງ​ເງື່ອ​ນໄຂ ​ໃຫ້ລູກ​ຫຼານ​ຂອງ​ຄອບຄົວ​ຊົນ​ເຜົ່າສ່ວນ​ນ້ອຍຈຳນວນຫຼາຍ​ ໄດ້​ຮັບ​ການ​ສຶກສາ, ປະກອບສ່ວນ​ເພີ່ມ​ອັດຕາ​ສ່ວນ​ເດັດ​ນ້ອຍ​ໄປ​ໂຮງຮຽນ.  ລູກ​ຫຼານ​ຂອງ​ຄອບຄົວ​ຊົນ​ເຜົ່າ​ສ່ວນ​ນ້ອຍຫຼາຍຄົນ ມີ​ລະດັບ​ການ​ສຶກສາມະຫາວິທະຍາ​ໄລ, ວິທະຍາ​ໄລ ຫຼື​ອາຊີວະ​ສຶກສາ, ນັກຮຽນ​ຫຼາຍ​ຄົນ​ມີ​ຄວາມມານະ​ພະຍາຍາມ​ ​ແລະ ​ໄດ້​ຮັບ​ໝາກຜົນການ​ສຶກສາ​ສູງ. ປີ 2018, ຄະນະ​ກຳມາ​ທິການ​ບັນດາ​ເຜົ່າ​ ໄດ້​ຍ້ອງຍໍ​ນັກຮຽນ​ນັກ​ສຶກສາ​ຊົນ​ເຜົ່າ​ສ່ວນ​ນ້ອຍທີ່​ດີ​ເດັ່ນ 166 ຄົນ​​, ​ໃນ​ນັ້ນ 17 ຄົນ​ໄດ້ຮັບ​ລາງວັນ​ໃນ​ການ​ແຂ່ງຂັນວິທະຍາສາດແລະເຕັກໂນໂລຢີລະດັບຊາດໃນປີ 2018; 94 ຄົນ​ເປັນ​ຜູ້​ຊະນະ​ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ລະດັບ​ຊາດ; 2 ຄົນ​ໄດ້​ເຂົ້າ​ສຶກສາ​ໃນ​ມະຫາວິທະຍາ​ໄລ​ດ້ວຍ​ຄະ​ແນນ 27 ຂຶ້ນ​ໄປ; ນັກຮຽນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ສຸດ 11 ຄົນ​ຮຽນຈົບມັດ​ຖະຍົມ​ຕອນ​ປາຍ​​ແລະ​ໄດ້​ຮັບ​ເຂົ້າ​ມະຫາວິທະຍາ​ໄລ; ​ແລະ 42 ຄົນຮຽນຈົບການ​ສຶກສາ​ທີ່​ດີ​ເລີດຈາກໂຮງຮຽນ, ສະຖາບັນ, ມະຫາວິທະຍາໄລແລະວິທະຍາໄລ.

ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ມີປະຊາຊົນບັນດາເຜົ່າກວ່າ 13.000 ​ຄົນທີ່​ມີລະດັບ​ການ​ສຶກສາຂັ້ນ​ເໜືອ​ມະຫາວິທະຍາ​ໄລ, ມະຫາວິທະຍາໄລ, ວິທະຍາໄລ; ມີຫຼາຍ​ກວ່າ 78.000 ຄົນ​ທີ່ມີ​ລະດັບ​ອາຊີວະ​ສຶກສາ​ຊັ້ນ​ກາງ,...; ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​​ພາລະກິດ​ການລົບ​ລ້າງ​ໄພ​ກືກ​ໜັງສື ​ແລະ ​ເຜີຍ​ແຜ່​ການ​ສຶກສາຊັ້ນ​ປະຖົມ​ແລະ​ມັດ​ທະ​ຍົມ​ຕອນ​ຕົ້ນ.

ຂໍ້​ຈຳກັດ​ແລະ​ຄວາມ​ຫຍຸ້ງຍາກ

ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ​ຂ້າງ​ເທິງ, ການ​ຮັບປະກັນ​ສິດທິ​ໃນ​ການ​ຮ່ຳຮຽນຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ້ອຍ​ຍັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຈຳນວນ​ໜຶ່ງ:

​ເບິ່ງ​ລວມ, ລະດັບ​ການ​ສຶກສາ, ລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ ຍັງຢູ່​ໃນ​ລະດັບຫ່າງ​ໄກ​ຈາກລະດັບ​ຊາດ. ຄຸນ​ນະພາ​ບການ​ຮ່ຳຮຽນ​ຂອງ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຍັງ​ຕ່ຳ; ມີ​ຄວາມ​ແຕກ​ໂຕນ​ຫຼາຍ​ທາງ​ດ້ານ​ການ​ສຶກສາລະ​ຫວ່າງ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ນັກຮຽນ​ຊົນ​ເຜົ່າ​ກິ​ງ. ຂອບ​ກົດໝາຍ​ກ່ຽວ​ກັບ​ການ​ປະຕິບັດສິດທິ​ໃນ​ການ​ຮ່ຳຮຽນຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ ເຖິງ​ວ່າ​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ​ກໍ​ຕາມ​ ແຕ່ກໍ່​ຍັງ​ບໍ່​ທັນ​ຄົບ​ຊຸດ.

​ເຄືອ​ຂ່າຍ​ໂຮງຮຽນ, ​ເງື່ອນ​ໄຂ​ພື້ນຖານ​ວັດຖຸ ອຸປະກອນ​ການ​ສິດສອນ​ ໄດ້​ຮັບການ​ລົງທຶນເພີ່ມ​ຂຶ້ນ ​ແຕ່​ກໍ່​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ເປີດ​ກວ້າງ​ຂະໜາດ ​ແລະ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໂຮງຮຽນ​ພິ​ເສດ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຈຳນວນ​ໜຶ່ງ. ຢູ່​ບາງ​ຕາ​ແສງ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດ​ອຍ ຍັງ​ບໍ່​ທັນ​ມີ​ໂຮງຮຽນ​ອະນຸບານ. ​ເດັດ​ນ້ອຍ​ຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຍັງ​ບໍ່​ຄ່ອງ​ແຄ້ວ​ໃນ​ພາສາ​ແມ່ ດັ່ງ​ນັ້ນພວກນ້ອງຈຶ່ງພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ໃນ​ການ​ຮຽນ​ພາສາ​ຫວຽດນາມ. ອັດຕາ​ສ່ວນຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ເຂົ້າ​ໂຮງຮຽນຖືກ​ຕາມ​ເກນ​ອາຍຸ​​ແມ່ນ​ຍັງ​ຕ່ຳ (ປະມານ 70% ຄິດ​ລວມ​ໃນ​ປະຖົມ​ສຶກສາ, ມັດ​ທະ​ຍົມ​ສຶກສາ​ຕອນ​ຕົ້ນ​ແລະ​ມັດທະຍົມ​ສຶກສາ​ຕອນ​ປາຍ). ​ໃນ​ບາງ​ກຸ່ມ​ຊົນ​ເຜົ່າ​ເຊັ່ນ: ​ເບິ​ເຣົາ, ສະ​ຕຽງ, ຢາຣາຍ, ມ້າ, ມະ​ນົງ, ​ໂລ​ໂລ ມີ​ອັດຕາ​ສ່ວນ​ເຂົ້າ​ໂຮງຮຽນ​ຖືກ​ຕາມ​ເກນ​ອາຍຸ​ຕ່ຳ​ກວ່າ 60%, ​ໃນ​ນັ້ນ, ມີ​ບໍ່​ເຖິງ 10% ຂອງ​ຈຳນວນ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ເທິ​ງນີ້​ ທີ່ເຂົ້າ​ຮຽນ​ຖືກ​ຕາມ​ເກນ​ອາຍຸ​ໃນ​ຊັ້ນ​ມັດທະຍົມ​ສຶກສາ​ຕອນ​ປາຍ(4).

​ໃນ​ປະຈຸບັນ, ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ຮູ້​ອ່ານ​ຮູ້​ຂຽນ​ພາສາ​ຫວຽດນາມ​ແມ່ນ​ຍັງ​ບໍ່​ທັນ​ສູງ,​ຫຼາຍ​ຊົນ​ເຜົ່າ​ທີ່​ມີ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ຂອງ​ປະຊາກອນ​ທີ່​ບໍ່​ຮູ້ໜັງສື. ​ໂດຍ​ສະ​ເລ່ຍ​ແລ້ວ 79,2% ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍທີ່​ສາມາດ​ອ່ານ​ແລະ​ຂຽນ​ພາສາ​ຫວຽດນາມ​ໄດ້. ກ່ຽວ​ກັບ​ບັນຫາ​ນີ້​ມີ​ຄວາມ​ແຕກ​ໂຕນ​ກັນ​ຫຼາຍ​ລະຫວ່າງ​ບັນດາ​ເຜົ່າ. ຈຳນວນ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ໃນ​ໄວ​ອາຍຸ 15 - 60 ປີ​ທີ່​ບໍ່​ຮູ້​ອ່ານ​ຮູ້​ຂຽນ​ ໃນ​ປະຈຸ​ບັນ​ແມ່ນ 676.873 ຄົນ, ກວມ​ເອົາ 45,8% ຂອງ​ອັດຕາ​ການ​ບໍ່​ຮູ້​ໜັງສື​​ທົ່ວ​ປະ​ເທດ. ບາງ​ແຂວງ​ມີ​ອັດຕາ​ຄົນ​ທີ່​ບໍ່​ຮູ້​ໜັງສື​ໃນ​ໄວ​ເຮັດ​ວຽກທີ່​ສູງ​ຫຼາຍ​ເຊັ່ນ: ລາຍ​ເຈົາ, ຮ່າ​ຢາງ, ດ້ຽນບຽນ, ​ເຊີນ​ລາ, ບັກ​ກ້ານ, ລາວ​ກາຍ, ອຽນ​ບ້າຍ, ກາວ​ບັ່ງ, ນິງທ້ວນ, ກອນ​ຕຸ​ມ, ຢາ​ລາຍ, ຊອັກ​ຈັງ, ຈ່າ​ວິ​ງ, ອານ​ຢາງ... ​ເລື່ອງ​ນີ້​ໃຫ້​ເຫັນ​ວ່າ ການ​ລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງສືຂອງຜູ້ໃຫຍ່ ​ແມ່ນຄວາມ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດສຳລັບ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

​ແຮງ​ງານ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ມີ​ອັດຕາ​ສ່ວນ​ທີ່​ຕ່ຳ​ໃນ​ກຸ່ມ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ມີ​ຄວາມ​ຜັນ​ແຍກ​ສູງ​ລະຫວ່າງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ຕ່າງ​ກັນ. ກວມ​ເອົາ​ພຽງ 6,2% ​ໃນ​ອັດຕາ​ສ່ວນ​ກຳລັງ​ແຮງ​ງານ​ທີ່​ໄດ້​ຜ່ານ​ການ​ຝຶກ​ອົບຮົມ, ​ເທົ່າ​ກັບ 1/3 ຂອງອັດຕາ​ສ່ວນ​ສະ​ເລ່ຍຂອງ​ກຳລັງ​ແຮງ​ງານ​ທົ່ວ​ປະ​ເທດ. ກຸ່ມ​ຕ່ຳ​ສຸດ​ມີ​ອັດ​ຕາສະ​ເລ່ຍຕ່ຳ​ກວ່າ 2%, ​ໃນ​ຂະນະທີ່​ດັດຊະນີ​ນີ້​​ໃນ​ກຸ່ມ​ສູງ​ສຸດມີຄ່າ​ສະ​ເລ່ຍສູງ​ກວ່າ 7%(5).

​ໂຄງການ​ປຶ້ມ​ແບບຮຽນ, ວິທີ​ການ​ສຶກສາ​ແລະ​ການ​ສິດສອນ; ນະ​ໂຍບາຍສຳລັບ​ຄູ​ອາຈານ, ພະນັກງານ ລັດຖະການ​ຜູ້ຄຸ້ມ​ຄອງການ​ສຶກສາ ຍັງ​ມີ​ຂໍ້​ບົກພ່ອງ. ຖັນ​ແຖວ​ຄູ​ອາຈານ​ຍັງ​ຂາດ​​ເຂີນ​ແລະ​ອ່ອນ​ແອ; ນະ​ໂຍບາຍ​ການ​ນຳ​ໃຊ້​ແລະ​ຄ່າ​ຕອບ​ແທນ​ສຳລັບ​ຄູອາຈານ​ທີ່​ສິດສອນ​ຢູ່​ເຂດຊົນ​ເຜົ່າ​ສ່ວນ​ນ້ອຍ​ ແມ່ນ​​ຍັງບໍ່​ທັນ​ສົມ​ເຫດ​ສົມ​ຜົນ, ຍັງ​ບໍ່​ທັນ​ໄດ້​ສ້າງກຳລັງ​ໜູນ​ທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ ​ເພື່ອ​ສົ່ງ​ເສີມ, ລະດົມ​ກຳລັງ​ໃຈ​ໃຫ້​ຄູ​ອາຈານອຸ່ນ​ອຽນ​ໃຈ​ແລະ​ຕັ້ງ​ໃຈ​ປະຕິບັດ​ໜ້າ​ທີ່.

ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ຈຳນວນ​ໜຶ່ງ​ຍັງ​ຊັກ​ຊ້າ, ຂາດ​ຄວາມ​ຄົບ​ຊຸດ, ການ​ປະຕິບັດ​ກໍ​ບໍ່​ດີ(6); ບາງ​ນະ​ໂຍບາຍຍັງ​ມີ​ຂໍ້​ຈຳກັດ, ບົກພ່ອງ​ທາງ​ດ້ານ​ຜູ້​ຊົມ​ໃຊ້​, ລະດັບ​ແລະເວລາ​ຊົມ​ໃຊ້, ວິທີ​ການສະໜັບສະໜູນ(7). ການ​ປະຕິບັດ​ນະ​ໂຍບາຍ​ເຊັ່ນ: ​ການ​ເລືອກ​ສົ່ງ​ໄປ​ຮຽນ, ການ​ຝຶກ​ອົບຮົມ​ຕາມ​ທີ່ຢູ່​ຜູ້​ໃຊ້, ​ເຖິງ​ວ່າ​ມີ​ຄວາມ​ແທດ​ຈິງ​ຫຼາຍ​ ​ແຕ່ປະສິດທິ​ຜົນ​ໃນ​ການ​ຜັນ​ຂະຫຍາຍ​ຍັງ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ.

ຢູ່​ທ້ອງ​ຖິ່ນ​ຕ່າງ​ໆ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ມີ​ອັດຕາ​ຄອບຄົວ​ທຸກ​ຍາກ​ສູງ, ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມມີ​ຄວາມ​ຫຍຸ້ງຍາກ​ພິ​ເສດ, ສະ​ນັ້ນ​ ເຖິງ​ວ່າ​ໄດ້​ຮັບການ​ໃຫ້​ບຸລິມະສິດ​, ແຕ່​ຍ້ອນ​ມີ​ແຫຼ່ງງົບປະມານ​ທີ່​ຈຳກັດ ​ຈຶ່ງ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ການ​ເງິນ​ເພື່ອລົງທຶນ​ປະຕິບັດ​ຈຸດປະສົງ​ການ​ສຶກສາ​ແລະການ​ຝຶກ​ອົບຮົມ. ຄວາມ​ຈຳກັດ​ເຫຼົ່າ​ນັ້ນ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ ​ເຖິງ​ການ​ຮັບປະກັນສິດທິ​ໃນ​ການ​ຮ່ຳຮຽນ​ ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ຂໍ້​ສະ​ເໜີ​ແນະ​ບາງ​ຢ່າງ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນຂອງ​ການ​ປະຕິບັດສິດທິ​ໃນ​ການ​ຮ່ຳຮຽນ
ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ

ທີໜຶ່ງ, ຍູ້​ແຮງ​ວຽກ​ງານ​ການ​ໂຄສະນາ​ ກ່ຽວ​ກັບ​ບົດບາດ​ຂອງ​ການ​ສຶກສາ, ກ່ຽວ​ກັບ​ສິດທິ​ໃນ​ການ​ຮ່ຳຮຽນ, ຍົກ​ສູງສະຕິ​​ກ່ຽວກັບ​ການຮ່ຳຮຽນ​ດ້ວຍ​ຕົນ​ເອງ ​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ຜັນ​ຂະຫຍາຍ​ແລະ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ໂຄສະນາ, ຂົນຂວາຍ​ໃນ​ທົ່ວ​ສັງຄົມ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດກ່ຽວ​ກັບ​ບົດບາດ​ຂອງ​ການ​ສຶກສາ; ກ່ຽວ​ກັບ​ສິດທິ​ໃນ​ການ​ຮ່ຳຮຽນຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ຕິດ​ກັບ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຄວາມ​ຮູ້, ຍົກ​ສູງ​ຄຸນ​ນະພາ​ບຊີວິດ, ຊຸກຍູ້​ການ​ພັດທະນາ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແບບຍືນ​ຍົງ. ຕາມ​ນັ້ນ, ການ​ພັດທະນາ​ແບບ​ຍືນ​ຍົງ​ຕ້ອງ​ອີງ​ໃສ່​ພື້ນຖານ​ການ​ສຶກສາ-ຝຶກ​ອົບຮົມ​ທີ່​ຮອບດ້ານກ້າວ​ໜ້າ ​​ແລະ​ໄດ້​ຮັບ​ການປັບປຸງ​ສະ​ເໝີ, ສິດທິ​ໃນ​ການ​ຮ່ຳຮຽນ​ຂອງ​ປະຊາຊົນ​ໄດ້​ຮັບປະກັນ.

​ໃນ​ທ່າ​ອຽງ​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ວິທະຍາສາດ-​ເຕັກນິກ​ໃນ​ໂລກ, ພິ​ເສດ​ແມ່ນ​ການ​ພັດທະນາ​ຂອງການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ​ແຂ​ວງຕ່າງໆ​ຕ້ອງ​ຍູ້​ແຮງວຽກ​ງານ​ການ​ໂຄສະນາ, ຍົກ​ສູງສະຕິ​​ກ່ຽວກັບ​ການຮ່ຳຮຽນ​ດ້ວຍ​ຕົນ​ເອງ, ຝຶກ​ອົບຮົມ​ດ້ວຍ​ຕົນ​ເອງ​ຂອງ​ປະຊາຊົນ​ເວົ້າ​ລວມ ​ແລະ​ຂອງ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ເວົ້າ​ສະ​ເພາະ, ກໍ່ສ້າງ​ສັງຄົມ​ຮຽນ​ຮູ້.

ທີ​ສອງ, ທົບ​ທວນ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ສິດທິ​ໃນ​ການ​ຮ່ຳຮຽນ​ຂອງປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ; ​ປັບປຸງ, ​ເພີ່ມ​ເຕີມ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ.

ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ, ​ກົດໝາຍກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ໃນ​ການ​ຮ່ຳຮຽນ​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ຢ່າງ​​ເຕັມ​ສ່ວນ​ແລະ​ທັນ​ການ. ທົບ​ທວນ​ນະ​ໂຍບາຍ, ກົດໝາຍ​ທີ່​ມີ​ຢູ່, ບົນ​ພື້ນຖານ​ນັ້ນ ​ເຮັດ​ຂໍ້​ສະ​ເໜີ, ຄຳ​ແນະນຳ​ຕໍ່​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ​ກະຊວງ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອປັບປຸງ, ​ເພີ່ມ​ເຕີມ, ປະກາດ​ໃຊ້​ນະ​ໂຍບາຍ, ກົດໝາຍ​ຮັບປະກັນ​ສິດທິ​ໃນ​ການ​ຮ່ຳຮຽນ​ ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ໃນ​ໄລຍະ​ໃໝ່​ໃຫ້ສອດຄ່ອງ​ກັບ​ຄວາມຮຽກຮ້ອງ​ຕ້ອງການຕົວ​ຈິງ.

ທີ​ສາມ, ​ເພີ່ມ​ທະວີ​ການ​ລົງທຶນ​ພັດທະນາ​ການ​ສຶກສາ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ. 

ສຸມ​ການ​ລົງທຶນ​ເພື່ອກໍ່ສ້າງ​ພື້ນ​ຖານ​ວັດຖຸ​ໂຮງຮຽນ​ແລະຫ້ອງ​ຮຽນໃນ​ທຸກ​ຊັ້ນຮຽນ ​ໃຫ້​ໝັ້ນຄົງ​ຕາມ​ມາດຕະຖານ ​ສາມາດ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຍົກ​ສູງ​ການ​ສຶກສາ​ຮອບດ້ານ. ​ໃນ​ສະ​ເພາະ​ໜ້າ, ບຸລິມະສິດ​ການ​ກໍ່ສ້າງ​ໂຮງຮຽນ​ໃໝ່ຢູ່​ບັນດາຕາ​ແສງທີ່​​ບໍ່​ທັນມີ​ໂຮງຮຽນ​ອະນຸບານ, ສ້ອມ​ແຜງ​ໂຮງຮຽນທີ່​ເສື່ອ​ມ​ໂຊມ, ​ເອົາ​ໃຈ​ໃສ່​ລົງ​ທຶນພື້ນຖານ​ວັດຖຸ​ໂຮງຮຽນ​ທີ່ຢູ່ກະ​ແຈກ​ກະ​ຈ່າຍ ​ເພື່ອ​ເພີ່ມທະວີການລະດົມເດັກນ້ອຍເຂົ້າໃນຊັ້ນຮຽນ; ບຸລິມະສິດ​​ແຫຼ່ງທຶນ​ເພື່ອປັບປຸງ​ເຄືອ​ຂ່າຍ​ໂຮງຮຽນ​ສາມັນ​ສຶກສາ​ເທື່ອ​ລະ​ກ້າວ, ຮັບປະກັນ​ຕອບສະໜອງຄວາມ​ຕ້ອງການ​ໄປ​ຮຽນ ​ຂອງ​ນັກຮຽນ​ໃນ​ເກນ​ອາຍຸ. ປະຕິບັດ​ບັນດາ​ນະ​ໂຍບາຍລະດົມ, ສົ່ງ​ເສີມບັນດາ​ແຫຼ່ງພະລັງ​ສັງຄົມ​ ທີ່​ລົງທຶນ​ເຂົ້າ​ໃນ​ການ​ພັດທະນາ​ການ​ສຶກສາ, ຝຶກ​ອົບຮົມ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດທະນາ​ການ​ສຶກສາລະ​ຫວ່າງ​ບັນດາ​ເຂດ, ພາກ ​ລົງ​ເທື່ອ​ລະ​ກ້າວ. ປະຕິບັດ​ເປັນ​ຢ່າງ​ດີ​ ບັນດາ​ນະ​ໂຍບາຍ​ບຸລິມະສິດ, ສະໜັບສະໜູນ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທີ່​ທຸກ​ຍາກ...

ທີ​ສີ່, ກໍ່ສ້າງ​ຖັນ​ແຖວ​ຄູ​ອາຈານ ​ແລະ​ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ປ່ຽນ​ແປງ​ໃໝ່​ ການ​ສຶກສາ​ແລະ​ຝຶກ​ອົບຮົມ.

ກໍ່ສ້າງ​ແຜນ​ກຳນົດ​ແລະ​ແຜນການ​ຝຶກ​ອົບຮົມ, ບຳລຸງ​ສ້າງພະ​ນັກ​ງານ​ຄຸ້ມ​ຄອງ, ຄູ​ອາຈານທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ. ຍົກ​ສູງຈຳນວນ​ແລະ​ຄຸນ​ນະພາ​ບ​ຂອງ​ພະນັກງານ​ແລະ​ຄູ​ອາຈານ​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ທີ່ຢູ່​ໃນ​ທຸກ​ລະດັບ​ບໍລິຫານ​ການ​ສຶກສາ​ແລະ​ໃນ​ທຸກ​ສະ​ຖາ​ບັນ​ການ​ສຶກສາ; ​ເຮັດ​ວຽກ​ງານ​ການ​ເລືອກ​ສົ່ງ​ນັກຮຽນ​ໄປ​ຮຽນ​ເປັນ​ຢ່າງ​ດີ; ຕິດ​ແໜ້ນ​ການ​ສຶກສາ​ອົບຮົມ​ກັບ​ການ​ນຳໃຊ້, ຮັບປະກັນຄວາມ​ຖືກຕ້ອງ​ທາງ​ດ້ານ​ຈຳນວນ, ​ໂຄງ​ສ້າງ, ຂະ​ແໜງ​ອາຊີບ, ລະດັບ​ຮຽນ​ຮູ້, ຕຳ​ແໜ່​ງຕາ​ທີ່ຢູ່, ຮັບປະກັນ​ຄວາມ​ຕ້ອງການ​ຂອງ​ວຽກ​ງານ, ສ້າງ​ຖັນ​ແຖວ​ຄູ​ອາຈານ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ບັນລຸ​ຕາມ​ມາດຕະຖານ. ປະຕິບັດ​ລະບອບ​ແລະນະ​ໂຍບາຍ​ໃຫ້​ແກ່​ຄູ​ແລະ​ພະນັກງານ​ບໍລິຫານຢ່າງ​ເຂັ້ມ​ງວດ, ພຽງພໍ​ແລະ​ທັນ​ເວລາ, ພິ​ເສດ​ແມ່ນ​ໃຫ້​ບຸລິມະສິດ​ແກ່​ຄູ​ອາຈານ​ທີ່​ກຳລັງ​ເຮັດ​ວຽກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ທີ່​ຫຍຸ້ງຍາກ ​ເພື່ອ​ໃຫ້​ພວກ​ເຂົາ​ອຸ່ນ​ອຽນ​ໃຈ​ກັບ​ອາຊີບ​ແລະສະໜິດ​ຕິດ​ພັນ​ກັບ​ພາລະກິດ “ການ​ປູກ​ຄົນ”.

ທີ​ຫ້າ, ປ່ຽນ​ແປງ​ໃໝ່​ໂຄງການ​ສຶກສາ​ໃນ​ທຸກ​ລະດັບ ​ແລະ​ ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ແລະ​ການ​ຝຶກ​ອົບຮົມ.

ສຸມ​ໃສ່​ການ​ຄົ້ນຄວ້າ, ດັດ​ແປງ​ວິທີ​ການ, ​ເນື້ອ​ໃນ, ​ໂຄງການ​ສຶກສາ ​ແລະ ປຶ້ມ​ແບບຮຽນ​ທີ່​ເໝາະ​ສົມ​ກັບ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ຢ່າງ​ເປັນ​ພື້ນຖານ​ຮອບດ້ານ ຕາມ​ທິດ​ຫັນປ່ຽນ​ຢ່າງ​ແຮງ ຈາກການ​ສຶກສາ​ອົບຮົມ​ຄວາມ​ຮູ້ ​ໄປ​ສູ່​ການ​ພັດທະນາ​ຄວາມ​ສາມາດ​ແລະ​ຄຸນ​ນະພາ​ບຮອບດ້ານ​ຂອງ​ນັກຮຽນ. ກໍ່ສ້າງ​​ການ​ສຶກສາ​​ແບບເປີດ, ຮຽນ​ແທ້ ​ແລະ​ ອາຊີບ​ແທ້; ຮັບປະກັນ​ບັນດາ​ເງື່ອນ​ໄຂ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ.

ທີ​ຫົກ, ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເອົາ​ຊະນະ​ອຸປະສັກ​ຕາມ​ປ​ະ​ເພນີ

ສືບ​ຕໍ່ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ເຊິ່ງຈຸດ​ສຸມ​ແມ່ນ​ປະຊາຊົນ​ຢູ່​ເຂດ​ພູຜາ​ທີ່​ຫ່າງ​ໄກ​ສອກຫຼີກ - ນີ້​ແມ່ນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ ​ເພື່ອ​ໃຫ້​ປະຊາຊົນ​ຊົນ​​ເຜົ່າ​ສ່ວນ​ນ້ອຍ​ໄດ້​ຮັບ​ສິດທິ​ໃນ​ການ​ຮ່ຳຮຽນ. ຍູ້​ແຮງ​ວຽກ​ງານ​ໂຄສະນາ​ອົບຮົມ ຍົກ​ສູງ​ຄວາມ​ຮູ້​ໃຫ້​ພີ່ນ້ອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ເອົາ​ຊະນະ​ອຸປະສັກທາງ​ດ້ານ​ປະ​ເພນີ​ແລະ​ຈິດຕະສາດ; ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ຂອງ​ການ​ເຂົ້າ​ເຖິງ​ການ​ສຶກສາ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ./.

-------------------------------

(1) ຜົນຂອງການສຳຫຼວດພົນລະເມືອງຫວຽດນາມວັນທີ 1 ​ເມສາ 2019.

(2) ຄະນະ​ກຳມາ​ທິການ​ບັນດາ​ເຜົ່າ: ບົດລາຍ​ງານ​ສະຫຼຸບ​ການ​ປະຕິບັດ​ກົດໝາຍກ່ຽວ​ກັບ​ຊົນ​ເຜົ່າ, ປີ 2017.

(3) ກະຊວງ​ການ​ສຶກສາ​ແລະ​ຝຶກ​ອົບຮົມ: ປະ​ເມີນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ສຶກສາ​ແລະການ​ຝຶກ​ອົບຮົມ ສຳລັບປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດ​ອຍ. ລາຍ​ງານ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ປີ 2019.

(4) ຄະນະ​ກຳມາ​ທິການ​ບັນດາ​ເຜົ່າ: ພາບລວມຂອງສະພາບເສດຖະກິດ - ສັງຄົມ​ຂອງ 53 ຊົນ​ເຜົ່າ​ສ່ວນ​ນ້ອຍ, ປີ 2017, ໜ້າ 18, ​ເບິ່ງ www.undp.org › vietnam › docs › Publications › Bao cao 53 dan toc

(5) ຄະນະ​ກຳມາ​ທິການ​ບັນດາ​ເຜົ່າ: ພາບລວມຂອງສະພາບເສດຖະກິດ - ສັງຄົມ​ຂອງ 53 ຊົນ​ເຜົ່າ​ສ່ວນ​ນ້ອຍ, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 18.

(6) ຍົກ​ຕົວຢ່າງ: ປີ 2015 ​ແມ່ນ​ປີ​ສຳ​ເລັດ​ສິ້ນສຸດ​ໂຄງການ​ພັດທະນາ​ການ​ສຶກສາ​ສຳລັບບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ໄລຍະ 2010 - 2015 (​ໄດ້​ຮັບ​ການ​ປະກາດ​ໃຊ້​ຕາມ​ມະຕິ​ຕົກລົງ​ເລກທີ 2123/QĐ-TTg, ວັນ​ທີ 21 ພະຈິກ 2010, ຂອງ​ນາຍົກລັດຖະມົນຕີ), ​ແຕ່​ໃນ​ປະຈຸ​ບັນ, ນະ​ໂຍບາຍ​ສືບ​ຕໍ່​ໃຫ້ການ​ສະໜັບສະໜຸນ​ທາງ​ດ້ານ​ການ​ສຶກສາ​ແກ່​​ເປົ້າໝາຍ​ນັກຮຽນ​ນີ້​ແຕ່​ປີ 2016 ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະຕິບັດ.

(7) ຍົກ​ຕົວຢ່າງ: ໜັງສື​ວຽນ​ປະສົມ​ເລກທີ 109/2009/TTLT-BTC-BGDĐT, ວັນ​ທີ 29 ພຶດສະພາ 2009, ຂອງ​ກະຊວງ​ການ​ສຶກສາ​ແລະ​ການ​ຝຶກ​ອົບຮົມ ​ແລະ ກະຊວງ​ການ​ເງິນ, ກ່ຽວ​ກັບການ​ແນະນຳບາງ​ລະບອບ​ການ​ເງິນ​ ສຳລັບ​ນັກຮຽນຂອງ​ບັນດາ​ໂຮງຮຽນ​ສາມັນ​ສຶກສາ​ກິນນອນ​ຊົນ​ເຜົ່າ ​ແລະ ບັນດາ​ໂຮງຮຽນ​ກຽມ​ມະຫາວິທະຍາ​ໄລ ​ໄດ້​ກຳນົດວ່າ: ນັກຮຽນທີ່​ຮຽນ​ຢູ່​ໂຮງຮຽນ​ດັງ​ກ່າວ​ ຈະ​ໄດ້​ຮັບ​ທຶນ​ການ​ສຶກສາ​ນະ​ໂຍບາຍ​ ເທົ່າ​ກັບ 80% ຂອງ​ເງິນ​ເດືອນ​ພື້ນຖານ​ຂອງ​ລັດ ​ແລະ ​ໄດ້​ຮັບ 12 ​ເດືອນ​ໃນ​ປີ. ລະດັບ​ການອຸດ​ໜູນດັ່ງກ່າວ​ແມ່ນ​ຕ່ຳ, ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ກິນ​ຢູ່​ແລະ​ດຳລົງ​ຊີວິດ​ຂອງ​ນັກຮຽນ​​ໃນ​ປະຈຸ​ບັນ. ນັກຮຽນ​ທີ່​ເສັງ​ຕົກ​ຈະ​ໄດ້​ຮັບ​ພຽງ 50% ຂອງ​ທຶນ​ການ​ສຶກສາ, ຂໍ້​ກຳນົດ​ນີ້​ມີ​ຄຸນ​ປະ​ໂຫຍ​ດ​ໃນ​ການ​ສົ່ງ​ເສີມ​ໃຫ້​ນັກຮຽນ​ໝັ່ນ​ພຽນ​ແລະ​ສຸມ​ໃສ່​ການ​ຮ່ຳຮຽນ ​ເພື່ອ​​ໃຫ້​ໄດ້​ຮັບຜົນ​ການ​ຮຽນ​ສູງ, ​ແຕ່​ສຳລັບ​ນັກຮຽນ​ກິນນອນ​ຄອບຄົວ​ທຸກ​ຍາກ, ຖ້າ​ໄດ້​ຮັບ​ພຽງ 50% ຂອງ​ທຶນ​ການ​ສຶກສາ ​ພວກເຂົາ​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ດຳລົງ​ຊີວິດ ​ແລະງ່າຍ​ທີ່​ຈະ​ນຳ​ໄປ​ສູ່​ການ​ອອກ​ຈາກ​ໂຮງຮຽນ. ສຳລັບ​ໂຮງຮຽນ​ສາມັນ​ສຶກສາ​ຊົນ​ເຜົ່າ​ເຄິ່ງກິນນອນ, ດ້ວຍ​ລະດັບ​ການ​ອຸດ​ໜູນ​ເງິນ​ໃຫ້​ນັກຮຽນ​ເຄິ່ງກິນນອນຕາມ​ດຳລັດ​ເລກທີ 116/2016/NĐ-CP, ວັນ​ທີ 18 ກໍ​ລະ​ກົດ 2016, ຂອງ​ລັດຖະບານ ​ເຊິ່ງ​ກຳນົດ​ນະ​ໂຍບາຍ​ອຸດ​ໜູນ​ໃຫ້​ນັກຮຽນ​ແຕ່ລະ​ເດືອນ​ໄດ້​ຮັບ​ເງິນ​ເທົ່າ​ກັບ 40% ຂອງ​ເງິນ​ເດືອນ​ພື້ນຖານ​ ​ແລະ ​ໄດ້​ຮັບບໍ່​ກາຍ 9 ​ເດືອນ / ປີ / ຄົນ, ​ແມ່ນ​ຕ່ຳ​ໂພດ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ອອນ​ໄລ, ວັນ​ທີ 8 ມິຖຸນາ 2020