ແກ້ “ຈຸດ​ປຶກ​ຕັນ” ​ເພື່ອ​ໃຫ້​ວັດທະນະທຳ​ກາຍ​ເປັນ​ແຫຼ່ງພະລັງ​ທີ່​ສຳຄັນ​ ສຳລັບການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ

ໂດຍ ສຈ. ປອ ຟ້າມໂຮ່ງຕຸງ
ສະຖາບັນຫວຽດນາມສຶກສາ ແລະ ວິທະຍາສາດພັດທະນາ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ
03:21, 06-10-2020

ວກ​. - ວັດທະນະທຳ​ແມ່ນພື້ນ​ຖານ​ດ້ານຈິດ​ໃຈ, ການ​ສ້າງ​ວັດທະນະທຳ​ແມ່ນ​ການ​ສ້າງ​ກຳລັງ​ແຮງ​ພາຍ​ໃນ​ເພື່ອ​ພັດທະນາ​ປະ​ເທດ. ຫວຽດນາມ​ດຳ​ເນີນ​ກິດຈະການ​ປ່ຽນ​ແປງ​ໃໝ່ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ໃນ​ເວລາດຽວ​ກັນ​ໂລກກໍ່ເຂົ້າສູ່​ຍຸກ​ໂລກາ​ພິວັດ​ທີ່​ແຂງ​ແຮງ. ​ໃນ​ທ່າ​ອ່ຽງ​ໂລກາ​ພິວັດ​ແລະ​ເຊື່ອມ​ໂຍງສາກົນ​ປະຈຸ​ບັນ, ​ເພື່ອ​ໃຫ້​ວັດທະນະທຳ​ກາຍ​ເປັນ​ແຫຼ່ງພະລັງ​ທີ່​ແທ້​ຈິ​ງ ສຳລັບ​ການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ​ນັ້ນ ພວກ​ເຮົາ​ຕ້ອງ​ສ້າງ​ແລະ​ປັບປຸງ​ລະບົບ​ຄຸນຄ່າ, ບຸກຄະ​ລິກກະພາບ​ຂອງ​ຄົນ​ຫວຽດນາມ, ປົກ​ປ້ອງ​ແລະ​ເສີມ​ຂະຫຍາຍ​ເອກະລັກ​ວັດທະນະທຳຂອງ​ຊາດ, ກໍ່ສ້າງ​ແລະ​ພັດທະນາອຸດົມ​ຄະຕິ​ຂອງ​ຊີວິດ, ​ແບບ​ແຜນ​ດຳລົງ​ຊີວິດ, ຄວາມ​ສາມາດ​ທາງ​ປັນຍາ, ຄຸນສົມບັດ​ແລະຄວາມ​ກ້າຫານ​ທາງ​ວັດທະນະທຳ​ຂອງ​ຊາວ​ຫວຽດນາມ, ​ໂດຍ​ສະ​ເພາະ​ຄົນ​ຮຸ່ນ​ໜຸ່ມ... ​ແລະ​ການ​ແກ້ “ຈຸດ​ປຶກ​ຕັນ" ​ໃນ​ວຽກ​ງານ​ນຳພາ​ແລະ​ຄຸ້ມຄອງ​ວັດທະນະທຳແມ່ນ​ມີ​ບົດບາດ​ສຳຄັນ​ທີ່​ສຸດ.

 

ການແຂ່ງຂັນມວຍປ້ຳ - ຄວາມງາມດັ້ງເດີມໃນວັດທະນະທຳຫວຽດນາມ _ພາບ: ເອກະສານ

ພາຍຫຼັງ 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII, ວັນ​ທີ 9 ​ມິຖຸນາ 2014 ຢູ່​ທີ່​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄໝ​ທີ XI, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ອອກ​ມະຕິ​ເລກທີ 33-NQ/TW, ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ, ຜູ້​ຄົນ​ຫວຽດນາມ ​ເພື່ອ​ຕອບ​ສະໜອງ​ການ​ພັດທະນາ​ທີ່​ຍືນ​ຍົງ​ຂອງ​ປະ​ເທດ. ບົນ​ພື້ນຖານ​ການ​ສະຫຼຸບ​ສັງ​ລວມ, ປະ​ເມີນ​ຜົນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII ​ແລະ ​ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພຶດຕິ​ກຳ​ແຫ່ງ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຂອງ​ການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ ​ໃນ​ສະພາບ​ການ​ໃໝ່​ຂອງ​ພາກ​ພື້ນ​ແລະ​ໂລກ, ມະຕິ​ເລກທີ 33-NQ/TW ຢືນຢັນ​ບົດບາດ​ທີ່​ຕັ້ງ, ຄວາມ​ສຳຄັນ​ລະດັບ​ຍຸດ​ທະ​ສາດ​ຂອງ​ພາລະກິດ​ການ​ພັດທະນາ​ວັດທະນະທຳ ​ແລະ​ຜູ້​ຄົນ​ຫວຽດນາມ. ມະຕິ​ກໍ່​ໄດ້​ລະບຸ​ເປົ້າໝາຍ​ລວມຂອງ​ພາລະກິດ​ການ​ພັດທະນາ​ວັດທະນະທຳຫວຽດນາມ ​ໃນ​​ໄລຍະ​ເວລາ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ​ຂອງ​ປະ​ເທດ, ນັ້ນ​ຄື: ກໍ່ສ້າງ​ພື້ນຖານ​ວັດທະນະທຳ​ແລະ​ຜູ້​ຄົນ​ຫວຽດນາມ​ທີ່​ພັດທະນາ​ຢ່າງຮອບດ້ານ, ມຸ່ງ​ສູ່​ຄວາມ​ເປັນ​ຈິງ - ຄວາມ​ດີ - ຄວາມ​ງາມ, ຊາບ​ຊຶມ​ຈິດ​ໃຈ​ຊາດ, ມະນຸດສະທຳ, ປະຊາທິປະ​ໄຕ ​ແລະ​ວິທະຍາສາດ. ວັດທະນະທຳກາຍ​ເປັນ​ພື້ນຖານ​ດ້ານ​ຈິດ​ໃຈ​ອັນ​ໜັກ​ແໜ້ນ​ຂອງ​ສັງຄົມ, ​ແມ່ນ​ກຳລັງ​ແຮງ​ພາຍ​ໃນ​ທີ່​ສຳຄັນ ທີ່​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ເພື່ອ​ເປົ້າ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​​ເຂັ້ມ​ແຂງ, ມີ​ປະຊາ​ທີ​ປະ​ໄຕ ຍຸດຕິ​ທຳ​ແລະ​ສີວິ​ໄລ.

ອາດ​ຈະ​ຖື​ວ່າ ມະຕິ​ເລກທີ 33-NQ/TW ​ແມ່ນ​ແນວທາງ​ວັດທະນະທຳ​ຂອງ​ພັກ​ໃນ​ຂັ້ນ​ຕໍ່​ໄປ​ຂອງ​ກິດຈະການ​ປ່ຽນ​ແປງ​ໃໝ່ ​ແລະ ​ການເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ​ຂອງ​ປະ​ເທດ​ຫວຽດນາມ. ​ໃນດ້ານ​ໜຶ່ງ ນີ້​ແມ່ນ​ການ​ສືບ​ທອດ​ແນວທາງ​ວັດທະນະທຳ​ຂອງ​ພັກ ​ເຊິ່ງ​ໄດ້​ສະ​ເໜີ​ຢູ່​ໃນບົດ​ໂຄງ​ຮ່າງ​ວັດທະນະທຳ​ຫວຽດນາມ (ປີ 1943)(1) ດ້ວຍ​ບັນດາ​ທິດ​ນຳ: ຫັນ​ເປັນ​ຊາດ, ຫັນ​ເປັນ​ມະຫາ​ຊົນ, ຫັນ​ເປັນ​ວິທະຍາສາດ, ​ແລະ​ຢູ່​ໃນ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII ປີ 1998 ດ້ວຍ​ທິດ​ນຳ: ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ, ​ເຂັ້ມຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ. ດ້ານອື່ນ, ມະຕິ​ເລກທີ 33-NQ/TW ​ແມ່ນ​ບາດກ້າວ​ພັດທະນາ​ໃໝ່ ທີ່​ມີ​ລັກສະນະ​ບຸກທະລຸ​ໃນ​ແນວທາງ​ວັດທະນະທຳ​ຂອງ​ພັກ, ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ຍຸກ​ສະ​ໄໝ ​ແລະຂອງ​ພາລະກິດ​ການ​ພັດທະນາ​ທີ່​ຍືນ​ຍົງ​ຂອງ​ປະ​ເທດ. ດ້ວຍ​ການ​ຢືນຢັນ “ວັດທະນະທຳ​ແມ່ນ​ພື້ນຖານ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ​ແມ່ນ​ກຳລັງ​ໜູນ​ເພື່ອ​ການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ. ວັດທະນະທຳຕ້ອງ​ຢູ່​ໃນ​ລະດັບ​ດຽວ​ກັນກັບ​ເສດຖະກິດ, ການ​ເມືອງ, ສັງຄົມ” ​ແລະ “ການ​ພັດທະນາ​ວັດທະນະທຳ​ເພື່ອປັບປຸງ​​ບຸກຄະ​ລິກກະພາບ​ຂອງ​ມະນຸດ​ໃຫ້​ສົມບູນ​ແບບ ​ແລະ ​ກໍ່ສ້າງຄົນ​ເພື່ອ​ພັດທະນາ​ວັດທະນະທຳ”, ມະຕິ​ນີ້​ຂີດ​ໝາຍ​ລະດັບ​ໃໝ່​ໃນ​ການ​ຮັບ​ຮູ້​ທິດ​ສະ​ດິຂອງ​ພັກ​ກ່ຽວ​ກັບ​ວັດທະນະທຳ, ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸກ​ສະ​ໄໝ ​ແລະ ລັກສະນະ​ວິທະຍາສາດ, ລັກສະນະ​ພຶດຕິ​ກຳ​ຂອງ​ແນວທາງ, ຮັບປະກັນ​ໃຫ້​ນະ​ໂຍບາຍ​ພັດ​ທະນາວັດທະນະທຳ ຕິດ​ກັບ​ການ​ພັດທະນາ​ມະນຸດ ​ແລະ ກັບ​ພາລະກິດ​ການ​ພັດທະນາ​ທີ່​ຍືນ​ຍົງ​ຂອງ​ປະ​ເທດ.

​ເຖິງຢ່າງໃດກໍ່ຕາມ, ນັບແຕ່ການອອກມະຕິເລກທີ 33-NQ/TW ຈົນ​ເຖິງ​ປະຈຸ​ບັນ, ​ໃນ​ຊ່ວງເວລາສັ້ນໆ, ສະພາບ​ການ​ໂລກ​ແລະ​ຫວຽດນາມ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ. ຂະ​ບວນວິວັດ​ການ​ໝູນ​ໃຊ້​ບັນດາ​ທັດສະນະ​ຂອງ​ມະຕິ​ເຂົ້າ​ໃນ​ພຶດຕິ​ກຳ​ການ​ພັດ​ທະນະ​ວັດທະນະທຳ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ​ໄດ້​ບັນລຸ​ໝາກຜົນ​ທີ່​ຕັ້ງໜ້າ​ຫຼາຍ​ຢ່າງ, ​ແຕ່​ກໍ່​ມີ​ຫຼາຍ​ບັນຫາ ​ແລະ​ສິ່ງ​ທ້າ​ທາຍ​​ໃໝ່ຫຼາຍ​ຢ່າງ. ບົດ​ນີ້​ຈະ​ສຸມ​ໃສ່​ໄຈ້​ແຍກ​ບາງ​ບັນຫາ​ພື້ນຖານ, ຮີບ​ດ່ວນ​ທີ່​ສຸດ ທີ່​ພວມ​ວາງ​ອອກ​ມາ​ໃນ​ປະຈຸ​ບັນ ​ແລະ ຈະ​ສືບ​ຕໍ່​ເປັນບັນດາ​ບັນຫາ​ສຳຄັນ​ທີ່​ສຸດ​ ຂອງ​ພາລະ​ກິ​ດການພັດ​ທະນະ​ວັດທະນະທຳ​ຫວຽດນາມ ​ໃນ​ໄລຍະ​ເວລາຈາກ​ປະຈຸ​ບັນ​ເຖິງ​ກາງ​ສະຕະວັດ​ທີ XXI.

ປະຈຸ​ບັນ, ມີ​ຄຳ​ຖາມ​ສອງ​ຂໍ້​ຄື: ອາດ​ຈະ​ນຳພາ​ວັດທະນະທຳ​ໄດ້​ຫຼື​ບໍ່? ອາດ​ຈະ​ຄຸ້ມ​ຄອງ​ວັດທະນະທຳ​ໄດ້​ຫຼື​ບໍ່? ຄຳ​ຕອບ​ຄື: ສາມາດ​ແລະ​ມີ​ຄວາມ​ຈຳ​ເປັນຕ້ອງນຳພາ​ແລະ​ຄຸ້ມ​ຄອງ​ວັດທະນະທຳ. ບັນຫາ​ແມ່ນ​ຈະ​ນຳພາ​ແລະ​ຄຸ້ມ​ຄອງ​ວັດທະນະທຳ​ຄື​ແນວ​ໃດ​ເທົ່າ​ນັ້ນ!

ມາ​ເຖິງປະຈຸ​ບັນ, ​ໂດຍ​ແລ້ວ​ແຕ່​ທັດສະນະ​ແລະ​ວິທີ​ເຂົ້າ​ເຖິງ​ບັນຫາ, ​ເຂົາ​​ເຈົ້າ​ໄດ້​ສະ​ເໜີ​ຄຳນິຍາມ​ກ່ຽວ​ກັບ​ວັດທະນະທຳ​ຫຼາຍ​ຮ້ອຍ​ຄຳ​ແລ້ວ. ຕາມ​ໂຮ່ຈີ​ມິນ, “​ເພື່ອ​ຄວາມ​ຢູ່​ລອດ​ແລະ​ຈຸດປະສົງ​ຂອງ​ຊີວິດ, ມະນຸດ​ຈຶ່ງ​ໄດ້​ສ້າງ​ແລະ​ປະດິດ​ຄິດ​ແຕ່ງ​ພາສາ, ອັກສອນ, ສິນ​ທຳ, ກົດໝາຍ, ວິທະຍາສາດ, ສາດສະໜາ, ສິລະ​ປະ, ວັນນະຄະດີ, ບັນດາ​ເຄື່ອງມື​ສຳລັບ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ກ່ຽວ​ກັບ​ເຄື່ອງນຸ່ງ​ຖື, ອາຫານ​ການ​ກິນ, ທີ່ຢູ່​ອາ​ໄສ ​ແລະ ບັນດາ​ແບບ​ວິທີ​ການ​ນຳ​ໃຊ້. ສິ່ງ​ປະດິດ​ແລະ​ການ​ຄິດ​ແຕ່ງ​ທັງ​ໝົດ​ນັ້ນ​ແມ່ນ​ວັດທະນະທຳ. ວັດທະນະທຳ​ແມ່ນ​ການ​ສັງ​ລວມຂອງ​ທຸກ​ແບບ​ວິທີ​ການ​ດຳລົງ​ຊີວິດ ພ້ອມ​ດ້ວຍ​ການສະ​ແດງ​ອອກ​ຂອງ​ມັນ​ ​ເຊິ່ງມະນຸດຊາດ​ໄດ້​ສ້າງ​ຂຶ້ນ​ມາ​ເພື່ອປັບ​ໃຫ້​ເຂົ້າ​ກັບ​ຄວາມ​ຕ້ອງການ​ຂອງ​ຊີວິດ ​ແລະ​ຄວາມ​​ຕ້ອງການ​​ໃນ​ການ​ຢູ່​ລອດ”(2). ຈະ​ເຂົ້າ​ໃຈ​ຕາມ​ວິທີ​ໃດ​ກໍ່ຕາມ, ວັດທະນະທຳກໍ່​ຕ້ອງ​ໄດ້​ຮັບ​ການ​ນຳພາ​ແລະ​ຄຸ້ມ​ຄອງ. ​ແຕ່​ກ່ອນ​ເມື່ອ​ຕັ້ງ​ບັນຫາ​ວ່າ​ຈະ​ນຳພາ, ຄຸ້ມ​ຄອງ​ວັດທະນະທຳ​ຄື​ແນວ​ໃດ​ນັ້ນ ຈຳ​ເປັນ​ຕ້ອງ​ປຶກສາ​ຫາລື​ກ່ຽວ​ກັບ​ລັກສະນະ​ແລະ​ໂຄງ​ສ້າງ​ບາງ​ປະການ​ຂອງ​ວັດທະນະທຳ.

​ໃນ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ວັດທະນະທຳ ​ແລະ ​ໃນ​ພາກ​ຕົວ​ຈິງ​ຂອງ​ວຽກ​ງານຄຸ້ມ​ຄອງວັດທະນະທຳ, ມາ​ເຖິງ​ປະຈຸ​ບັນ, ​ເຂົາ​ເຈົ້າ​ຫາ​ກໍ່​ແບ່ງ​ວັດທະນະທຳ​ແລະ​ມໍລະດົກ​ວັດທະນະທຳ​ອອກ​ເປັນ​ສອງ​ພາກສ່ວນ ຫຼືສອງ​ຮູບ​ແບບຕົ້ນຕໍ: ວັດທະນະທຳ​ທາງ​ວັດຖຸ​ແລະ​ວັດທະນະທຳ​ທາງ​ຈິດ​ໃຈ ຫຼືວັດທະນະທຳທີ່​ມີ​ຕົວ​ຕົນ (tangible culture) ​ແລະ​ວັດທະນະທຳ​ທີ່​ບໍ່​ມີ​ຕົວ​ຕົນ (intangible culture). ທັງ​ສອງ​ວິທີ​ແບ່ງ​ປະ​ເພດ / ວິທີ​ຈັດ​ແບ່ງ​ ທີ່​ກ່າວ​ມາ​ພຽງ​ແຕ່ມີຄວາມ​ໝາຍ​ທຽບ​ຖານ​ເທົ່າ​ນັ້ນ, ຍ້ອນ​ວ່າ ​ບັນດາ​ພາກສ່ວນ​ແລະ​ຮູບ​ແບບ​ນັ້ນ​ ເຄີຍ​ແຊກ​ຊ້ອນ​ເຊິ່ງກັນ​ແລະ​ກັນ, ດ້ວຍ​ລະດັບ​ການ​ທັບ​ຊ້ອນ​ທີ່​ຍາກທີ່​ຈະ​ກຳນົດ​ແຈ້ງ​ໄດ້.

​ແຕ່ວ່າ, ຈາກວິທີ​ເຂົ້າ​ເຖິງ​ອື່ນ, ພວກ​ເຮົາ​ສາມາດຈິນຕະນາການ​ໄດ້, ​ເຖິງ​ແມ່ນ​ວ່າ​ຢູ່​ໃນ​ລະດັບທີ່​ງ່າຍດາຍ​ທີ່​ສຸດກ່ຽວ​ກັບ​ໂຄງ​ສ້າງ​ລຳດັບ​ຊັ້ນ ຂອງອັດຕະພາບ/ສົມບູນ​ພາບ​ວັດທະນະທຳ. ​ໃນ​ບຸກຄະ​ລິກກະພາບ​ທາງ​ວັດທະນະທຳຂອງ​ແຕ່​ລະບຸ​ກຄົນ​ ຫຼື​ແຕ່​ລະ​ຊຸມ​ຊົນ, ສິ່ງ​ທີ່​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ແມ່ນ​ບັນດາ​ຄຸນຄ່າ (values) ​ແລະ​ລະບົບ​ຄຸນຄ່າ (value systems). ​ແຕ່​ດ້ວຍ​ຕົວ​ມັນ​ເອງ, ບັນດາ​ຄຸນຄ່າ, ​ຍົກຕົວຢ່າງ​ເຊັ່ນ ນ້ຳ​ໃຈ​ຮັກ​ຊາດ, ຈິດ​ໃຈ​ຊາດ, ຄວາມ​ເມດ​ຕາ​ກະລຸນາ,...ບໍ່​ສະ​ແດງ​ອອກ​ໂດຍ​ກົງ​ໃນ​ຮູບ​ແບບ​ທີ່​ສອດຄ່ອງ​ໃດໆ, ​ແຕ່​ມັນ​ຕ້ອງ​ຖືກ​ຖ່າຍ​ທອດ​ຜ່ານ​ມາດຕະຖານ ບັນທັດຖານ​ດ້ານສິນ​ທຳ (moral norms), ຜ່ານ​ບັນດາ​ທ່າ​ອ່ຽງ ຫຼື​ການ​ເລືອກວິຖີ​ຊີວິດ (preferences of life or ways of life). ​ໃນ​ທາງ​ກັບ​ກັນ, ບັນດາ​ວິ​ຖິຊີວິດ​ຕ້ອງ​ໄດ້​ສະ​ແດງ​ອອກ​ຜ່ານ​ການ​ເຄື່ອນ​ໄຫວດຳລົງ​ຊີວິດ ຫຼື​ການ​ເຄື່ອນ​ໄຫວ​ວັດທະນະທຳ. ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ແມ່ນ​ປະກອບ​ດ້ວຍ​ການ​ກະທຳ​ແລະ​ພຶດຕິ​ກຳ​ວັດທະນະທຳ.

ອາດ​ຈະສະ​ແດງ​ໂຄງ​ສ້າງ​ທົ່ວ​ໄປຂອງ​ວັດທະນະທຳຜ່ານຮູບ​ແບບ​ທີ່​ຮຽບງ່າຍ​ດັ່ງ​ນີ້:

ໃນຮູບແບບໂຄງສ້າງດັ່ງທີ່ກ່າວມາຂ້າງເທິງ, ອາດ​ຈະ​ເຫັນ​ວ່າລະບົບ​ຄຸນຄ່າ, ຄຸນສົມບັດສິນ​ທຳ ​ແລະ ວິ​ຖິຊີວິດ ​ແມ່ນ​ສາມປັດ​​ໄຈ​ພື້ນຖານ​ໃນ​ບຸກຄະ​ລິກກະ​ພາບທາງ​ວັດທະນະທຳ ຂອງ​ບຸກຄົນ​ແລະ​ຊຸມ​ຊົນ, ພ້ອມ​ກັນ​ນັ້ນ ມັນ​ກໍ່​ແມ່ນ​ບັນດາ​ປັດ​ໄຈ​ທີ່ໝັ້ນຄົງ​ທີ່​ສຸດ. ​ໃນ​ຂະນະ​ນັ້ນ, ຊີວິດ​ວັດທະນະທຳ ​ແລະ ການ​ປະພຶດ, ພຶດຕິ​ກຳ​ວັດທະນະທຳ​ແມ່ນ “ສ່ວນຟູ​ໜ້າ​ນ້ຳ”, ​ແມ່ນ​ສິ່ງ​ທີ່​ສະ​ແດງ​ອອກ​ພາຍ​ນອກ​ໃນ​ການ​ສົນທະນາທາງ​ວັດທະນະທຳ​ລະຫວ່າງ​ບຸກຄົນ ​ແລະ​ໃນ​ປະຕິ​ສຳພັນ​ທາງ​ສັງຄົມ. ສອງອົງປະກອບນີ້​ລ້ວນ​ແຕ່​ມີ​ຄວາມ​ຫຼາກ​ຫຼາຍ, ອຸດົມສົມບູນ ​ແລະ​ປ່ຽນ​ແປງ​ງ່າຍ​ທີ່​ສຸດ.

ຍ້ອນ​ສອງ​ອົງ​ປະກອບ​ດັ່ງກ່າວ​ມີ​ບົດບາດ, ຕຳ​ແໜ່​ງ ​ແລະຈຸດ​ພິ​ເສດ​ຕ່າງ​ກັນ, ດັ່ງ​ນັ້ນ​ ເນື້ອ​ໃນ, ຈຸດປະສົງ​ ແລະ​ແບບ​ວິທີ​ການ​ນຳພາ​ຕໍ່​ອົງປະກອບ​ນັ້ນກໍ່​​ແຕກຕ່າງ​ກັນ. ມີ​ຫຼາຍ​ແບບ​ວິທີ​ແລະຮຸບ​ແບບ​ການ​ນຳພາ​ທີ່​ຕ່າງ​ກັນ, ​ແຕ່​ລວມ​ເຂົ້າ​ແລ້ວ​ມີ​ສອງ​​ແບບວິທີ​ຕົ້ນຕໍ​ຄືສ້າງ​ອິດ​ທິພົນ ​ແລະບັງຄັບ, ​ແລະ​ການ​ສົມທົບ​ລະຫວ່າງ​ສອງ​ແບບ​ວິທີ​ນີ້.

ການ​ນຳພາ​ດ້ວຍ​ແບບ​ວິທີ​ສ້າງ​ອິດ​ທິພົນ ​ແມ່ນ​ແບບ​ວິທີທີ່​ຜູ້ນຳ​ແລະ​ອົງການ​ທີ່​ມີ​ຊື່​ສຽງ​ມັກນຳ​ໃຊ້. ຕາມ​ນັ້ນ, ປັດ​ໄຈ​ນຳພາ​ນຳ​ໃຊ້​ບັນດາ​ມາດ​ຕະການ​ເຊັ່ນ: ​ໂຄສະນາຊວນ​ເຊື່ອ, ຊັກ​ຊວນ, ຍົກ​ເປັນ​ແບບຢ່າງ,.. ​ແນ​ໃສ່​ເຮັດ​ໃຫ້ປັດ​ໄຈ​ຖືກ​ນຳພາ​ເຂົ້າ​ໃຈ​ແຈ້ງ, ​ເຊື່ອ​ໝັ້ນ ​ແລະ ​ສະໝັກ​ໃຈ​ເຮັດ​ຕາມ​ຄຳ​ແນະ​ນຳ, ຂໍ້​ກຳນົດ​ ຫຼື​ຂໍ້​ສະ​ເໜີ​ແນະ ຂອງ​ປັດ​ໄຈ​ນຳພາ. ​ແບບ​ວິທີ​ການ​ນຳພາ​ນີ້, ​ເມື່ອ​​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ​ແລ້ວ, ມັນ​ຈະ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ທີ່​ໃຫຍ່​ຫຼວງ, ຕັ້ງໜ້າ ​ແລະ ຍືນ​ຍົງ​ທີ່​ສຸດ. ​ແຕ່ວ່າ, ​ເພື່ອ​ປະຕິບັດ​ແບບ​ວິທີ​ການ​ນຳພານີ້, ປັດ​ໄຈ​ນຳພາ​ຕ້ອງ​ມີອິດ​ທິພົນສູງ, ມີ​ຄວາມ​ຕັ້ງ​ໝັ້ນ, ​ແລະ​ຕ້ອງ​ປະຕິບັດ​ຢ່າງ​ຄ່ອງ​ແຄ່​ວບັນດາ​ມາດ​ຕະການ/ການ​ເຄື່ອນ​ໄຫວ​ໂຄສະນາ​ຊວນ​ເຊື່ອ, ຊັກ​ຊວນ, ​ເປັນ​ແບບຢ່າງ,.. ຍົກ​ລະດັບ​ຂອງ​ບັນດາ​ມາດ​ຕະການ/ການ​ເຄື່ອນ​ໄຫວ​ນີ້ຂຶ້ນ​ເປັນ​ລະດັບ​ສິລະ​ປະ​ ເພື່ອດຶງ​ດູດ​ເອົາ​ມະ​ໂນ​ທຳ​ຂອງ​ມະນຸດ.

​ໃນ​ຂະນະ​ນັ້ນ, ການ​ນຳພາ​ດ້ວຍ​ແບບ​ວິທີ​ບັງຄັບ ​ແມ່ນ​ແບບ​ວິທີ​ການ​ນຳພາ​ທີ່​ໄດ້​ຮັບ​ການ​ນຳ​ໃຊ້​ແຜ່​ຫຼາຍ​ໂດຍຜູ້​ບັນຊາ​ການ​ທະຫານ​ແລະຫົວໜ້າ​ຜະ​ເດັດ​ການ. ຕາມ​ນັ້ນ, ປັດ​ໄຈຜູ້ນຳ​ພາ/ບັນຊາ​ຈະ​ໃຊ້ອຳນາດ​ແລະ​ກຳລັງ (ຫາກ​ຕ້ອງການ) ​ເພື່ອ​ອອກ​ຄຳ​ສັ່ງ​ແລະ​ບັງຄັບ​ໃຫ້​ປັດ​ໄຈ​ທີ່​ຖືກ​ນຳພາ/​ໄດ້​ຮັບ​ການ​ນຳພາ ຕ້ອງ​ປະຕິບັດ​ຕາມ​ເຈດ​ຈຳນົງ​ຂອງ​ປັດ​ໄຈ​ນຳພາ ​ແລະ ປະຕິບັດຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປັດ​ໄຈ​ນັ້ນ​ໂດຍ​ບໍ່​ມີ​ເງື່ອນ​ໄຂ. ​ແບບ​ວິທີ​ການ​ນຳພາ​ນີ້​ລຽບ​ງ່າຍ​ແລະ​ບັນລຸ​ປະສິດທິ​ຜົນ​ສູງ​ສະ​ເໝີ​ ​ໃນເງື່ອນ​ໄຂທີ່​ກຳນົດ, ​ໃນ​ເມື່ອປັດ​ໄຈ​ນຳພາ​ສາມາດ​ຄອບ​ງຳ​ປັດ​ໄຈ​ໄດ້​ຮັບ​ການ​ນຳພາ/ຖືກ​ນຳພາ. ​ແຕ່​ຖ້າ​ຫາກ​ເງື່ອນ​ໄຂ​ນີ້ບໍ່​ໄດ້​ຮັບ​ການ​ຕອບ​ສະໜອງ, ​ແບບ​ວິທີ​ການ​ນຳພາ​ນີ້​ອາດ​ຈະ​ຖືກ​ລົ້ມ​ເຫຼວ​ຢ່າງ​ໄວວາ​ແລະ​ສິ້ງ​ເຊີງ.

ວັດທະນະທຳ​ແມ່ນ​ລະບົບ​ຄົບ​ຖ້ວນທີ່​ມີໂຄງ​ສ້າງ​ແບ່ງ​ຊັ້ນ ດັ່ງ​ນັ້ນມີແຕ່​ສາມາດ​ນຳພາ​ມັນ​ໄດ້​ ບົນ​ພື້ນຖານ​ການ​ປະສົມ​ປະສານການ​ນຳ​ໃຊ້​ສອງ​ແບບ​ວິທີ​ການ​ນຳພາ​ດັ່ງກ່າວ​ຢ່າງ​ໄຫວ​ພິບ​ແລະ​ວິທະຍາສາດ. ສຳລັບອົງ​ປະກອບ​ພື້ນຖານ​ແຕ່​ເປັນ​ນາ​ມະ​ທຳ​ແລະ​ແຝງຢູ່​ເຊັ່ນລະບົບ​ຄຸນຄ່າ, ຄຸນສົມບັດ​ສິນ​ທຳ ​ແລະ ວິຖີ​ຊີວິດ, ​ແບບ​ວິທີ​ການ​ນຳພາ​ທີ່​ເໝາະ​ສົມ​ແມ່ນການ​ສ້າງ​ອິດ​ທິພົນ, ​ໂດຍ​ກົງ​ແລະ​ໂດຍ​ທາງ​ອ້ອມ. ສຳລັບອົງ​ປະກອບ​ທາງ​ວັດທະນະທຳ 3 ຢ່າງ​ນີ້, ບໍ່​ອາດ​ຈະ​ນຳ​ໃຊ້​ແບບ​ວິທີ, ວິທີ​ແກ້ ​ແລະ ບັນດາ​ເຄື່ອງມື​ນຳພາ​ແບບ​ບີບ​ບັງຄັບ, ອອກ​ຄຳ​ສັ່ງ, ບັງຄັບ. ​​ເພາະສະ​ນັ້ນ, ອົງ​ປະກອບ​ເຫຼົ່າ​ນີ້​ບໍ່​ໄດ້​ຢູ່​ໃນ​ຂອບ​ເຂດ​ຂອງ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ວັດທະນະທຳ.

​ໃນ​ຂະນະ​ນັ້ນ, ສອງ​ອົງ​ປະກອບ​ຄື: ຊີວິດ​ວັດທະນະທຳ ​ແລະ ການກະ​ທຳ, ປະພຶດ​ວັດທະນະທຳ ​ແມ່ນ​ຄວນ​ໄດ້​ຮັບ​ການ​ນຳພາດ້ວຍ​ແບບ​ວິທີ​ການ​ບັງຄັບ ບົນ​ພື້ນຖານ​ມີ​ການ​ແນະນຳ ​ແລະວິທີການຄຸ້ມ​ຄອງ​ອື່ນ. ອາດ​ຈະ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ຂອບ​ເຂດ​ຂອງ​ວຽກ​ງານ​ຄຸ້ມ​ຄອງ​ວັດທະນະທຳຂອງ​ທຸກ​ປະ​ເທດ, ​ໃນ​ນັ້ນ​ມີ​ຫວຽດນາມ.

ການຈຳ​ແນ​ກທາງ​ດ້ານ​ລັກສະນະ​ແລະປະ​ເພດ, ​ເນື້ອ​ໃນ​ຂອງ​ວິທີ​ແກ້​ໄຂ ​ແລະ ບັນດາ​ເຄື່ອງມື​ນຳພາ​ແລະ​ຄຸ້ມ​ຄອງ​ວັດທະນະທຳ ຕໍ່​ບັນດາ​ອົງ​ປະກອບ​ໃນ​ໂຄງ​ສ້າງ​ທາງ​ວັດທະນະທຳ​ມີ​ຄວາມ​ສຳຄັນ​ທີ່​ສຸດ. ຄວາມ​ຜິດພາດ​ໃນ​ການ​ເລືອກ​ແບບ​ວິທີ​ການ​ນຳພາ, ຄຸ້ມ​ຄອງ ​ເພື່ອ​ນຳ​ໃຊ້​ໃຫ້​ແຕ່ລະ​ເປົ້າ​ໝາຍ ຈະ​ເຮັດ​ໃຫ້​ວຽກ​ງານ​ນຳພາ ຄຸ້ມຄອງ​ບໍ່​ມີ​ປະສິດທິ​ຜົນຕາມ​ທີ່​ຄາດໝາຍ, ບໍ່​ມີ​ຄຸນ​ປະ​ໂຫຍ​ດ, ຊ້ຳ​ຍັງ​ຖືກ​ລົ້ມ​ເຫຼວ.

ສິ່ງ​ທີ່​ສອດ​ຮ້ອຍ​ຕະຫຼອດ​ຂະ​ບວນການນຳພາ 5 ອົງ​ປະກອບ​ພື້ນຖານ​ໃນ​ໂຄງ​ສ້າງ​ທາງ​ວັດທະນະທຳດັ່ງກ່າວ​ເທິງ​ນີ້ ​ແມ່ນ​ບົດບາດ​ທີ່​ພົ້ນ​ເດັ່ນ​ຂອງຫາງ​ສຽງ​ສັງຄົມ​ແລະ​ສື່​ມວນຊົນ. ​ເລື່ອງ​ນີ້​ນັບ​ມື້​ນັບຖື​ກຕ້ອງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສັງຄົມ​ທີ່​ມີ​ການ​ເຊື່ອມ​ຕໍ່ສູງ ຍ້ອນ​ຜົນ​ຂອງ​​ໂລກາ​ພິວັດ ​ແລະ ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່.

ສື່​ມວນ​ຊົນ, ​ໂດຍ​ສະ​ເພາະ​ການ​ສື່ສານ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ສູງ ມີ​ບົດ​ບາດ​ແລະຜົນ​ກະທົບ​ທາງ​ສັງຄົມທີ່​ໃຫຍ່​ຫຼວງ​ໃນ​ການ​ສື່ສານ, ສ້າງ​ອິດ​ທິພົນ, ກຳນົດຄຸນຄ່າ, ຄຸນສົມບັດສິນ​ທຳ ​ແລະ ວິຖີ​ຊີວິດ. ຜ່ານ​ການ​ສື່ສານ, ການ​ໃຫ້​ກຽດ​ຊົມ​ເຊີຍສິ່ງ​ທີ່​ດີ,  ຄວາມ​ກຸສົນ, ຄວາມສີວິໄລ ແລະ ຄວາມງາມ, ກໍ່​ຄື​ການ​ກ່າວ​ປະນາມຄວາມ​ຊົ່ວ​, ຄວາມ​ອ່ວຍຮ້າຍ, ການ “ຜິດມາດຕະຖານ” ​ເຊິ່ງຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ລຽນຕິດ ​ເປັນ​ປະຈຳ, ດັ່ງ​ນັ້ນ​ມັນ​ຈະ​ມີ​ປະສິດທິ​ຜົນ ມີ​ຜົນ​ກະທົບ​ສູງ, ຍືນ​ຍົງ, ​ທົ່ວ​ເຖິງ. ວຽກ​ງານ​ແນະນຳ​ການຈັດ​ຕັ້ງຊີວິດ​ວັດທະນະທຳ, ບັນດາ​ການ​ເຄື່ອນ​ໄຫວ ​ແລະ​ການ​ປະພຶດ​ວັດທະນະທຳ ກໍ່​​ຈະ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ ໂດຍ​ຜ່ານ​ການ​ສື່ສານ​ທັນ​ສະ​ໄໝ; ການ​ເຜີຍ​ແຜ່, ​ແນະນຳ ​ແລະ ກວດກາ​ການ​ປະຕິບັດ​ກົດໝາຍ ​ແລະ​ບັນດາ​ຂໍ້​ກຳນົດ​ກົດ​ລະບຽບອື່ນ ກໍ່​ມີ​ປະສິດທິ​ຜົນ​ທີ່​ສຸດ. ກົງ​ຂ້າມ, ສື່​ມວນ​ຊົນ​ເອງ​ກໍ່​ແມ່ນ​ພື້ນ​ທີ່​ສຳຄັນ​ຂອງ​ຊີວິດ​ວັດທະນະທຳ, ດັ່ງ​ນັ້ນ, ຖ້າ​ຫາກ​ການຄຸ້ມ​ຄອງ​ພາຫະນະ​ສື່​ມວນຊົນບໍ່​ດີ ບໍ່​ມີ​ປະສິດທິ​ຜົນ, ບັນດາ​ພາຫະນະ​ສື່​ມວນ​ຊົນ, ພິ​ເສດ​ແມ່ນ​ອິນ​ເຕີ​ເນັດ, ​ເຄືອ​ຂ່າຍ​ສັງຄົມ, ສະມາດ​ໂພນ,.. ຈະ​ເປັນ​ສິ່ງ​ແວດ​ລ້ອມ, ວິທີ​ການ​ແຜ່​ກະ​ຈ່າຍ​ການ​ເຄື່ອນ​ໄຫວ, ຜະລິດ​ຕະພັນວັດທະນະທຳ “ມືດ”, ຫຍໍ້​ທໍ້, ປະຕິ​ການ, ປຸກ​ກະ​ຕູ້ນຄວາມ​ອາ​ຄາດ​ບາດໝາງ​ທາງ​ສັງຄົມທາງສາດສະໜາ, ການຈຳ​ແນ​ກປະພຶດ​ທາງ​ວັດທະນະທຳ, ການ​ຈະລາຈົນ​ທາງ​ການ​ເມືອງ...

ຫາງ​ສຽງ​ສັງຄົມ ​ແມ່ນ​ສ່ວນ​ປະກອບ​ຂອງ​ຊີວິດ​ວັດທະນະທຳ, ທັງ​ເປັນ​ພາຫະນະ​ນຳພາ​ແລະ​ຄຸ້ມ​ຄອງ​ວັດທະນະທຳທີ່​ມີ​ຜົນກະທົບ​ທີ່​ແຂງ​ແຮງ, ທັງ​ໃນ​ທາງ​ດີ​ແລະ​ທາງ​ເສຍ. ​ໃນ​ສັງຄົມ​ທີ່​ສົດ​ໃສ, ​ໄດ້​ຮັບ​ການນຳພາ​ແລະ​ຄຸ້ມ​ຄອງບໍລິຫານຢ່າງ​ດີ, ຫາງ​ສຽງ​ສັງຄົມຈະ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ສົ່ງ​ເສີມ​ການ​ປະພຶດ, ພຶດຕິ​ກຳ​ທາງ​ວັດທະນະທຳທີ່​ດີ​ແລະ​ສົດ​ໃສ. ກົງ​ຂ້າມ, ຫາງ​ສຽງ​ສັງຄົມກໍ່​ອາດ​ຈະປຸກ​ປັ່ນ, ​ແຜ່​ຂະຫຍາຍທ່າ​ອ່ຽງ​ແລະ​ພຶດຕິ​ກຳ​ວັດທະນະທຳ​ທີ່​ຜິດ​ເຂ​ວ, ບໍ່​ດີ​ຢ່າງ​ໄວວາ. ​ເລື່ອງ​ນີ້​​ໄດ້​ເກີດຂຶ້ນ​ໃນ​ຫຼາຍ​ສັງຄົມ, ​ເມື່ອຫາງ​ສຽງ​ສັງຄົມຖືກ​ກະທົບ, ຄອບ​ງຳ​ໂດຍ​ອິດ​ທິກຳລັງ​ໃດ​ໜຶ່ງ.

​ແຕ່, ລະຫວ່າງ​ການ​ນຳພາ ​ແລະ ການ​ຄຸ້ມ​ຄອງກໍ່​ມີ​ການຈຳ​ແນ​ກ​ແຕກ​ຕ່າງ​ກັນ​ຕາມ​ຫຼັກການ: ການ​ນຳພາ​ແມ່ນ “​ການເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ” (doing the right things) ສ່ວນ​ການ​ຄຸ້ມ​ຄອງ​ແມ່ນ “ເຮັດໃຫ້ວຽກເຮັດງານທໍາຖືກຕ້ອງ” (doing the things right). ອີກ​ດ້ານ​ໜຶ່ງ, ​ໃນ​ການ​ຄຸ້ມ​ຄອງ​ກໍ່​ມີ​ການ​ນຳພາ (ນຳພາ​ວຽກ​ງານ​ຄຸ້ມ​ຄອງ) ​ແລະ​ໃນ​ການ​ນຳພາ​ກໍ່​ມີ​ການ​ຄຸ້ມ​ຄອງ (ຄຸ້ມ​ຄອງ​ວຽກ​ງານ​ນຳພາ). ​ເນື່ອງ​ຈາກ​ຄວາມ “ທັບ​ຊ້ອນ” ທາງ​ດ້ານ​ຈຸດ​ພິ​ເສດ, ລັກສະນະ ​ແລະ ຂອບ​ເຂດ​ວຽດງານ, ​ດັ່ງ​ນັ້ນ ໃນພາກປະຕິບັດການ ນຳພາແລະຄຸ້ມຄອງວັດທະນະທຳ ໃນປະເທດຂອງພວກເຮົາຈົນເຖິງປະຈຸບັນ ກຳລັງ​ຢູ່​ໃນ​ສະພາບ​ທີ່​ຂ້ອນ​ຂ້າງ​ສັບສົນ, ທັງຊ້ຳ​ຊ້ອນທັງ​ມີ​ຊ່ອງ​ຫວ່າງ, ມີ​ຂໍ້​ບົກພ່ອງ​ແລະ​ປະສິດທິ​ຜົນ​ຕ່ຳ. ຄວາມ​ຈິງ​ນີ້​​ແມ່ນມາ​ຈາກບ່ອນ​ທີ່​ຍັງບໍ່​ໄດ້​ຈຳ​ແນ​ກຖານະ​ຕຳ​ແໜ່​ງ, ລັກສະນະ, ຈຸດ​ພິ​ເສດສະ​ເພາະ ຂອງ​ແຕ່​ລະ​ອົງ​ປະກອບ​ໃນ​ໂຄງ​ສ້າງ​ວັດທະນະທຳ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ການ​ເລືອກ​ແບບ​ວິທີການ, ວິທີ​ແກ້ ​ແລະ​ພາຫະນະ​ການ​ນຳພາ​ແລະ​ຄຸ້ມ​ຄອງ​ທີ່​ຖືກຕ້ອງ, ​ເໝາະ​ສົມ.

​ເພື່ອປ່ຽນ​ແປງ​ໃໝ່​​ວຽກ​ງານ​ນຳພາ​ແລະ​ຄຸ້ມ​ຄອງ​ ພາລະກິດ​ການ​ພັດທະນາ​ວັດທະນະທຳ​ຢູ່​ຫວຽດນາມໂດຍ​ພື້ນຖານຕາມ​ທິດ​ວິທະຍາສາດ, ພຶດຕິ​ກຳ​ແລະ​ມີ​ປະສິດທິ​ຜົນ, ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ຜັນ​ຂະຫຍາຍ​ປະຕິບັດ​ວິທີ​ແກ້​ໄຂ​ຈຳ​ນວນ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ນຳພາວັດທະນະທຳ​ດ້ວຍ​ແບບ​ວິທີ​ສ້າງ​ອິດ​ທິພົນ ​ເພື່ອ​ບົນ​ພື້ນ​ຖາ​ນນັ້ນ ກະທົບ​ເຖິງ​ການ​ກຳນົດ​ທິດ​ຄຸນຄ່າ​ວັດທະນະທຳ, ຄຸນສົມບັດສັງຄົມ ​ແລະ ທິດ​ທາງ​ການ​ເລືອກ​ວິຖີ​ຊີວິດ​ທີ່​ຕັ້ງໜ້າ​ແລະ​ສົດ​ໃສ. ​ໃນ​ແບບ​ວິທີ​ການ​ນຳພາ​ນີ້ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງບັນດາ​ວຽກ​ງານ: ສຶກສາ​ວັດທະນະທຳ, ​ໂຄສະນາ​ວັດທະນະທຳ ​ແລະ​ພິ​ເສດ​ແມ່ນ​ ການ​ເຄື່ອນ​ໄຫວ​ເປັນ​ແບບຢ່າງ. ຕ້ອງ​ເນັ້ນ​ໜັກ​ວ່າ: ​​ເນື່ອງ​ຈາກ​ເປັນ​ເວລາ​ນານ​ທີ່​ພວກ​ເຮົາ​ໄດ້ປ່ອຍປະ​ລະ​ເຫຼີງ, ​ເບິ່ງ​ເບົາ​ ບໍ່​ເອົາ​ໃນ​ໃສ່​ເຖິງການ​​ເຄື່ອນ​ໄຫວສຶກສາ​ແລະ​ໂຄສະນາ​ວັດທະນະທຳ ດັ່ງ​ນັ້ນ​ ລະບົບ​ຄຸນຄ່າ ​ແລະພື້ນຖານ​ຄຸນສົມບັດ​ສິນ​ທຳ​ສັງຄົມ​ ຈຶ່ງ​ຖືກສັບສົນ​ຄົນ​ເລ​ແລະ​ປ່ຽນ​ແປງ​ໄປ​ໃນ​ທິດ​ທາງ​ທີ່​ບໍ່​ດີ; ຫຼາຍ​ທ່າ​ອ່ຽງວິຖີ​ຊີ​ວິດບໍ່​ສົດ​ໃສ​ໄດ້​ແຜ່​ກະຈາຍ, ສ້າງ​ມົນ​ລະ​ພິດ​ໃຫ້ກັບ​ຊີວິດ​ວັດທະນະທຳ. ສິ່ງ​ເຫຼົ່ານັ້ນ​ແມ່ນ​ຮາກ​​ເຫງົ້າ​ທີ່​ກໍ່​ໃຫ້​ເກີດ​ປະກົດ​ການ, ພຶດຕິ​ກຳດ້ານ​ວັດທະນະທຳ​ທີ່​ບໍ່​ດີ​ແລະ​ຜິດ​ມາດຕະຖານ.

ທີ​ສອງ, ກຳນົດ​ແຈ້ງ​ຂອບ​ເຂດ​ຂອງ​ວຽກ​ງານ​ຄຸ້ມ​ຄອງ​ວັດທະນະທຳ, ຕົ້ນຕໍ​ແມ່ນ​ສຸມ​ໃສ່​ໃນ “ພື້ນ​ທີ່” ຂອງຊີວິດ​ວັດທະນະທຳ ​ແລະ​ ການປະພຶດ, ພຶດຕິກຳ​ທາງ​ວັດທະນະທຳ. ບົນ​ພື້ນຖານ​ນັ້ນ, ນຳ​ໃຊ້​ແບບ​ວິທີ​ການ​ນຳພາ​ແບບ​ບັງຄັບ​ຢ່າງ​ເຕັມທີ ຕໍ່ “ພື້ນ​ທີ່” ນີ້. ພື້ນຖານ​ສຳຄັນ​ທີ່​ສຸດ​ຂອງ​ແບບ​ວິທີ​ການ​ນຳພາ​ແລະ​ຄຸ້ມ​ຄອງ​ວັດທະນະທຳ​ແບບ​ບັງຄັບ ນັ້ນ​ແມ່ນ​ລະບົບ​ລະບຽບ​ບັງຄັບ ຕັ້ງ​ແຕ່​ກົດໝາຍ​ຈົນ​ເຖິງ​ເອກະສານ​ແນະນຳ, ບັນດາ​ຫຼັກການ​ປະພຶດ, ຂໍ້​ກຳນົດ​ຊຸມ​ຊົນ. ການ​ສ້າງ​ແລະ​ປັບປຸງ​ບູລະນະ​ລະບົບ​ຂໍ້​ກຳນົດ​ກົດ​ບັງຄັບ​ນີ້​ຕ້ອງ​ປະຕິບັດ​ຕາມບັນດາ​ຫຼັກການ​ພື້ນຖານ​ຂອງຂະ​ບວນການ​ຕັດສິນ​ຕົກລົງ. ນັ້ນ​ແມ່ນການ​ປະຕິບັດ​ພາລະ​ບົດບາດ “ສ້າງສັນ” ຂອງ​ລັດ. ​ເມື່ອ​ມີ​ຂໍ້​ກຳນົດ​ບັງຄັບ​ແລ້​ວ ຕ້ອງ​ມີ​ມາດ​ຕະການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຮັບປະກັນ​ວ່າ ຈະ​ບໍ່​ວີ​ຊ່ອງ​ຫວ່າງ​ສຳລັບ​ການ​ເຈລະຈາ, ຖົກ​ຖຽງ​ກ່ຽວ​ກັບ​ກົດໝາຍ. ຕ້ອງລົບ​ລ້າງ​ຄວາມ​ຄິດ “ຄຸ້ມ​ຄອງ - ຫ້າມ - ປະປ່ອຍ” ຄື​ທີ່​ຜ່ານ​ມາ: ສິ່​ງໃດທີ່​ຄຸ້ມ​ຄອງ​ບໍ່​ໄດ້​ແມ່ນ​ຕ້ອງ​ຫ້າມ, ຫ້າມ​ບໍ່​ໄດ້​ແມ່ນ​ປະປ່ອຍ, “ສົ່ງ​ຄືນ​ໃຫ້​ຊຸມ​ຊົນ”.

ທີ​ສາມ, ​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າ​ຂອງ​ສື່​ມວນ​ຊົນ, ​ໂດຍ​ສະ​ເພາະ​​ການ​ສື່ສານທີ່​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ​ແລະ​ຫາງ​ສຽງ​ສັງຄົມ​ໃນ​ການ​ນຳພາ ຄຸ້ມ​ຄອງ​ວັດທະນະທຳ. ການ​ສື່ສານ​ທັນ​ສະ​ໄໝ​ແລະ​ຫາງ​ສຽງ​ສັງຄົມ​ ແມ່ນ​ບັນດາ​ເຄື່ອງມືທີ່​ມີ​ປະສິດທິພາບ​ທີ່​ສຸດ​ໃນ​ການ​ສ້າງ​ອິດ​ທິພົນ, ສຶກສາ​ອົບຮົມ, ກຳນົດ​ທິດ ​ແລະ​ຕິດຕາມ​ກວດກາ​ການ​ປະຕິບັດ​ຂໍ້​ກຳນົດ​ບັງຄັບ. ​ແຕ່​ວ່າ, ນີ້ກໍ່​ແມ່ນ “ມີດ​ສອງ​ຄົມ”. ຖ້າ​​ນຳພາຄຸ້ມ​ຄອງ​ບໍ່​ດີກໍ​ງ່າຍ​ທີ່​ຈະ​ເປັນ​ຜົນ​ກະທົບ​ທາງ​ລົບ. ດັ່ງ​ນັ້ນ, ຕ້ອງ​ຈັດ​ວຽກ​ງານ​ນຳພາ​ຄຸ້ມ​ຄອງ​ການ​ສື່ສານ​ໃນ​ລະດັບ​ສູງ​ສຸດ​ໃນວຽກ​ງານ​ນຳພາ​​ແລະຄຸ້ມ​ຄອງພາລະກິດ​ວັດທະນະທຳ​ຢູ່​ປະ​ເທດ​ເຮົາ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.

ທີ​ສີ່, ບັນຫາ​ກ່ຽວ​ກັບ​ການ​ອະນຸ​ຮັກ​ແລະ​ການພັດທະນາ​ວັດທະນະທຳ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ພື້ນຖານທີ່​ສຸດ ​ຂອງ​ວຽກ​ງານ​ນຳພາ​ແລະ​ຄຸ້ມ​ຄອງ​ວັດທະນະທຳ​ ໃນ​ປະຈຸ​ບັນ. ສຳລັບ​ແຕ່​ລະ​ມໍລະດົກ​ວັດທະນະທຳ, ຕ້ອງ​ຄົ້ນຄວ້າ​ຢ່າງຮອບ​ຄອບ, ​ໄຈ້​ແຍກ ​ແລະ​ປະ​ເມີນ​ອົງ​ປະກອບ​ແຕ່​ລະ​ສ່ວນ, ບົນ​ພື້ນຖານ​ນັ້ນ ກຳນົດ​ວ່າ​ປັດ​ໄຈ​ໃດ ຄຸນຄ່າ​ໃດທີ່ຕ້ອງຮັກສາ​ໄວ້​ຄົບ​ຖ້ວນ ເໝືອນ​ເດີມ, ປັດ​ໄຈ​ໃດ ຄຸນຄ່າ​ໃດທີ່​ຕ້ອງ​ໄດ້​ຮັບ​ການ​ອະນຸ​ຮັກ​ຕາມ​ຫຼັກການ​ສືບ​ທອດ​ ຫຼື​ການ​ພັດທະນາ; ປະຕິບັດກົດໝາຍມໍລະດົກວັດທະນະທຳ ແລະບັນດາສົນທິສັນຍາສາກົນ, ບັນດາ​ຂໍ້​ກຳນົດ​ແລະ​ບົດ​ແນະນຳ​ຂອງ​ອົງການ​ການ​ສຶກສາ, ວິທະຍາສາດ​ແລະ​ວັດທະນະທຳຂອງ​ສະຫະ​ປະຊາ​ຊາດ (UNESCO) ຢ່າງ​ເຂັ້ມ​ງວດ; ຊ່ວຍ​ເຫຼື​ອ​, ຍົກ​ສູງ​ຄວາມ​ສາມາດ ແລະ​ເສີມ​ຂະຫຍາຍບົດບາດ​ຂອງ​ຊຸມ​ຊົນທີ່ຢູ່​ອາ​ໄສ​ໃນ​ການ​ອະນຸ​ຮັກ ​ແລະ​ເສີມ​ຂະຫຍາຍ​​ມໍລະດົກ. ຊຸມ​ຊົນ​ຄົນ​ທ້ອງ​ຖິ່ນ​ແມ່ນ​ເຈົ້າ​ຂອງ​ໂດຍກົງ​ຂອງ​ມໍລະດົກ, ຊີວິດ​ຂອງ​ພວກ​ເຂົາ​ຕິດ​ແໜ້ນ​ກັບ​ຊີວິດ​ຂອງ​ມໍລະດົກ. ​ເມື່ອ​ມໍລະດົກ​ໄດ້​ຮັບ​ການ​ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າ​ຢ່າງ​ຖືກຕ້ອງ​ແລະ​ມີ​ປະສິດທິ​ຜົນ, ຊຸມ​ຊົນ​ຄົນ​ທ້ອງຖິ່ນ​ແມ່ນໜຶ່ງ​ໃນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທຳ​ອິດ. ​ແຕ່, ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊຸມ​ຊົນ​ຄົນ​ທ້ອງ​ຖິ່ນ ​ແມ່ນ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ແລະ​ຄວາມ​ຮັບຜິດ​ຊອບ​ໃນ​ການ​ອະນຸ​ຮັກ ​ແລະ​ເສີມ​ຂະຫຍາຍຄຸນຄ່າ​ມໍລະດົກ​ຂອງ​ທ້ອງ​ຖິ່ນ; ສືບ​ຕໍ່​ປັບ​ປູງບູລະນະສະ​ຖາ​ບັນ, ​ໂດຍ​ສະ​ເພາະ​ແມ່ນ​ແລວ​ທາງ​ກົດໝາຍ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ ​ແລະບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ຫຼີກ​ລ້ຽງ​ການ​ປ່ອຍປະ​ລະ​ເຫຼີງ​ການ​ຄຸ້ມ​ຄອງ, ມອບ​ເໝົາ​ທັງໝົດ​ໃຫ້​ທ້ອງ​ຖິ່ນ ຊຸມ​ຊົນ, ຫຼື​ຄຸ້ມ​ຄອງຢ່າງ​ເຂັ້ມ​ງວດ​ຕາມ​ແບບ​ອາດຍາ​ສິດ, ​ແບບ​ບໍລິຫານ​ກົນ​ຈັກ, ​ແລະ​ເມື່ອ​ຄຸ້ມ​ຄອງ​ບໍ່​ໄດ້​ກໍ່​ຈະ​ຫ້າມ.

ທີ​ຫ້າ, ດູດຊຶມອິດທິພົນວັດທະນະທຳຂອງໂລກ ​ແລະ ອະນຸ​ຮັກ, ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳດັ້ງ​ເດີມ​ຫວຽດນາມ. ຕາມ​ນັ້ນ, ທີ​ໜຶ່ງ, ຕ້ອງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ແລະ​ຢຶດໝັ້ນ​ໃນ​ການ​ສ້າງກະ​ເປົ໋າວັດທະນະທຳ​ການ​ເຊື່ອມ​ໂຍງ​ໃຫ້​ຊາດ, ​ໂດ​ຍສະ​ເພາະ​ໃຫ້ຄົນຮຸ່ນໜຸ່ມ​ຫວຽດນາມ. ຕ້ອງ​ຖື​ວ່າ​ວຽກ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຫຼັກ​ຂອງ​ວຽກ​ງານ​ອົບຮົມ​ສຶກສາ, ​ໂຄສະນາ, ນຳພາ​ແລະ​ຄຸ້ມ​ຄອງ​ວັດທະນະທຳ, ຂໍ້​ມູນ​ຂ່າວສານ​, ການ​ສື່ສານ ​ແລະ ຂອງ​ທົ່ວ​ສັງ​ຄົມ. ທີ​ສອງ, ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຢ່າງ​ສຳ​ເລັດ​ຜົນ, ກວມ​ທັງອຸດສາຫະກຳ​ການບັນ​ເທິງ ​ເຊິ່ງແມ່ນ "ກຸນແຈ" ແຫ່ງຄວາມ​ສຳ​ເລັດ​ໃນ​ການ​ເຊື່ອມ​ໂຍງ​ວັດທະນະທຳ​ສາກົນ​ທີ່​ຕັ້ງໜ້າ ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ. ຜ່ານ​ສິ່ງ​ດັ່ງ​ກ່າວ, ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ດີ​ເດັ່ນ​ຂອງ​ຊາດ ຈະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ​ກາຍ​ເປັນ​ປັດ​ໄຈ​ທີ່​ສຳຄັນ​ໃນ​ການ​ສ້າງພະລັງ​ທີ່​ນຸ່ມ​ນວນ ​ແລະ​ຄວາມ​ສາມາດ​ແຂ່ງຂັນ​​ແຫ່ງ​ຊາດຂອງ​ຫວຽດນາມ. ຫວຽດນາມ​ມີມໍລະດົກ​ວັດທະນະທຳ​ທີ່​ອຸດົມສົມບູນ​ແລະ​ໂດດ​ເດັ່ນ​ທີ່​ສຸດ, ​ເພາະສະ​ນັ້ນ​ຕ້ອງ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຢ່າງ​ໄວ ​ເພື່ອຂຸດ​ຄົ້ນ​ແລະ​ເສີມ​ຂະຫຍາຍ​ທ່າ​ແຮງ​ນີ້. ພ້ອມ​ກັນ​ນັ້ນ, ຜ່ານ​ສິ່ງ​ດັ່ງກ່າວ​ເພື່ອ “ຢຶດຄືນ” ​ແລະ “ຄອບ​ງຳ” ຕະຫຼາດ​​ຜະລິດ​ຕະພັນ​ແລະ​ການ​ບໍລິການ​ດ້ານ​ວັດທະນະທຳ​ໃນ​ປະ​ເທດ, ​ເປັນ​ເຈົ້າ​ການ​ຮັບ​ເອົາ​ສິ່ງ​ທີ່​ຍອດ​ແຍ່​ໃນ​ວັດທະນະທຳ​ຂອງ​ມະນຸດຊາດ. ທີ່​ສາມ, ຍົກ​ສູງ​ຄວາມ​ສາມາດ​ນຳພາ, ບໍລິຫານ​ຈັດການ ​ແລະ ຄຸ້ມ​ຄອງ​ວັດທະນະທຳ​ເພື່ອ ດ້ານ​ໜຶ່ງ ຍູ້​ແຮງ​ການ​ຮ່ວມ​ມື, ຊຸກຍູ້​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ເປັນ​ເຈົ້າ​ການ​ທາງ​ດ້ານ​ວັດທະນະທຳ. ດ້ານ​ອື່ນ, ​ເພີ່ມ​ທະວີ​ວິ​ໄນ, ປະສິດທິ​ຜົນ​ຂອງ​ວຽກ​ງານ​ຄຸ້ມ​ຄອງ, ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ປ້ອງ​ກັນ​ຢ່າງ​ເດັດຂາດການ​ນຳ​ເຂົ້າ​ປັດ​ໄຈ​ວັດທະນະທຳ​ທີ່​ບໍ່​ດີ, ​ຝືນ​ຄວາມ​ກ້າວໜ້າ, ຂັດ​ກັບ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ./.

------------------------------

(1) ​ເອກະສານ​ຄົບ​ຊຸດຂອງ​ພັກ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2000, ​ເຫຼັ້​ມ 7, ໜ້າ316 - 321.
(2) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2002, ໜ້າ. 431

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 937 (​ເດືອນ​ມີນາ 2020)