ວກ. - ໃນ​ເດືອນມັງ​ກອນ 2020, ທ່ານ ອານໂຕນີ​ໂອ ກູເຕີເຣັດ ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ​ໄດ້​ກ່າວ​ປາ​ໄສ​ກ່ຽວ​ກັບ​ບັນ​ດາບຸລິ​ມະ​ສິດ​ໃນ​ປີ 2020 ຂອງ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ໄດ້​ເນັ້ນ​ໜັກ​ເຖິງ​ພາ​ລະ​ບົດ​ບາດ​ຂອງ​ແມ່​ຍິງ​ ໃນ​ການ​ເຂົ້າ​ຮ່ວມ​ແລະແກ້​ໄຂສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ລວມ​ມີ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ. ນີ້ກໍ່​ແມ່ນ​ບັນ​ຫາ​ທຳ​ອິດທີ່​ໄດ້​ຮັບ​ການ​ສົນ​ທະ​ນາ​ຢ່າງ​ເປັນ​ທາງ​ການ​ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ນັບ​ແຕ່​ປີ 2000. ມາ​ຮອດ​ປະ​ຈຸ​ບັນ​ນີ້, ບັນ​ຫານີ້​ໄດ້​ແລ​ະ​ກຳ​ລັງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ທົ່ວ​ເຖິງ​ໃນ​ທົ່ວ​ໂລກ, ພ້ອມ​ທັງ​ໄດ້​ຮັບ​ການ​ສັບ​ຊ້ອນ​ຢ່າງຫຼາຍ​ຮູບຫຼາຍ​ແບບ​ເຂົ້າ​ໃນຫຼາຍ​ໂຄງ​ການ, ການເຄື່ອນ​ໄຫວ​ຂອງ​​ສະ​ຫະ​ປະ​ຊາ​ຊາດ ກໍ່​ຄື​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

ທ່ານນາງ ອາມານີ ໂມຮາເມັກ ຮອງເລຂາທິການໃຫຍ່ສະຫະປະຊາຊາດ ກວດແຖວກອງກຽດຕິຍົດ ຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດ ທີ່ສະໜາມບິນສາກົນ ອາແດນ ອັບດຸນລີ, ນະຄອນຫຼວງ ໂມກາດິດຊູ (ໂຊມາລີ), ວັນທີ 23 ຕຸລາ 2019 _ພາບ: UN

ສາ​ມາດ​ເວົ້າ​ໄດ້​ວ່າ, ພາ​ລະ​ບົດ​ບາດ ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ ໃນ​ວຽກ​ງານ​ຮັກ​ສາ​​ສັນ​ຕິ​ພາບ​ ເຊິ່ງ​ສະ​ຫະ​ປະ​ຊາ​ຊາດ​​ໄດ້ຮັບ​ຮອງ​ເອົາ​ ນັບຕັ້ງ​ແຕ່​​ອົງ​ການ​ນີ້​ໄດ້​ຮັບ​ການກໍ່​ຕັ້ງ​ຂຶ້​ນ ​ຜ່ານການ​ຈັດ​ຕັ້ງຄະ​ນະ​ກຳ​ມະ​ການສະ​ຖາ​ນະ​ແມ່​ຍິງ​ໃນ​ປີ 1946. ຄວາມ​ພະ​ຍາ​ຍາມຮັບປະກັນ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ກໍ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ​ດ້ວຍ​ການ​ທີ່​ສະຫະ​ປະຊາ​ຊາດ​ໃຫ້​ສັດຕະຍາບັນ ອະນຸ​ສັນຍາ​ວ່າ​ດ້ວຍ​ການ​ລົບ​ລ້າງ​ທຸກ​ຮູບ​ການຈຳ​ແນ​ກປະພຶດ​ຕໍ່​ແມ່ຍິງ  (ປີ 1979), ຖະ​ແຫຼງ​ການກ່ຽວ​ກັບ​​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ການ​ຊຸກ​ຍູ້​​ສັນ​ຕິ​ພາບແລະການຮ່ວ​ມ​ມື​ສາ​ກົນ (ປີ 1982) ແລະ ການ​ຈັດ​ຕັ້ງບັນດາ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ແມ່​ຍິງ​ຢູ່ ນະ​ຄອນຫຼວງ ປັກ​ກີ່ງ (ປະ​ເທດ​ຈີນ, ປີ 1995). ໂດຍ​ສະ​ເພາະ​ແມ່ນ, ໃນ​ປີ 2000, ສະ​ພາ​ຄວາມ​ໝັ້ນ​ຄົງ​​ແຫ່ງສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ​​ເອົາມະ​ຕິເລກ​ທີ 1325 ກ່ຽວ​ກັບໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ ​ເຊິ່ງກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ລາຍ​ການ ​ທີ່​ໄດ້​ຮັບ​ການ​ສົນ​ທະ​ນາ​ຕົ້ນ​ຕໍ່​ ຢູ່ທີ່ສະ​ພາ​ຄວາມ​ໝັ້ນ​ຄົງ, ຫຼັງ​ຈາກນັ້ນ​ ກໍ່​ໄດ້​ຮັບ​ການ​ຊຸກ​ຍູ້​​ໃນຫຼາຍ​ກົນ​ໄກ​​ຂອງ​ອົງ​ການ​ສະ​ຫ​ະ​ປະ​ຊາ​ຊາດ (1). ເອ​ກະ​ສານ​ສະ​ບັບ​ນີ້​ ຖືກ​ຖື​ເປັນ​ເອ​ກະ​ສານ​ທີ່​ສຳ​ຄັນ ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ, ເປັນ​ຂີດ​ໝາຍ​ເທື່ອ​ທຳ​ອິດ​ທີ່ ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຮັບ​ຮອງ​ຜົນກະ​ທົບ​ຂອງ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ ​ຕໍ່​ແມ່​ຍິງແລະເດັດ​ຍິງ; ຮັບ​ຮູ້ຄຸນ​ຄ່າແລະການ​ປະ​ກອບ​ສ່ວນ​ຂອງ​ແມ່​ຍິງ​ຕໍ່​ການ​ຮັກ​ສາ​ສັນ​ຕິ​ພາບ, ແກ້​ໄຂ​ການ​ປະ​ທະ​ກັນແລະສ້າງ​​ສັນ​ຕິ​ພາບ. ມະ​ຕິ​​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຂົ້າ​ຮ່ວມ​ຢ່າງ​ຮອບ​ດ້ານ ແລະ​ສະ​ເໝີ​ພາບ​ຂອງ​ແມ່​ຍິງ ​ເຊິ່ງເປັນຜູ້​ທີ່​ກະຕືລື​ລົ້ນ​ໃນ​ບັນຫາສັນຕິພາບ ​ແລະຄວາມ​ໝັ້ນຄົງ.

ໃນ​ປະ​ຈຸ​ບັນນີ້, ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​​ໝັ້ນຄົງ ​​ມີ​ຢູ່​ໃນ 10 ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ (2) ແລະ ເປັນ​ຫົວ​ຂໍ້​ສົນທະນາ​ປະ​ຈຳ​ປີ​ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ໃນ​ເດືອນຕຸ​ລາຂອງ​ທຸກ​ລະ​ປີ​ ​ໃນ​ຮູບ​ແບບຂອງ​ການ​ອະພິປາຍ​​ແບບ​ເປີດ​ເຜີ​ຍ ​ໂດຍ​ມີ​ເອ​ກະ​ສານຜ່ານ​ຕາມ​ປົກກະຕິ​ແລ້ວ​ແມ່ນ​ມະຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ຫຼື ຖະ​ແຫຼງ​ການ​ຂອງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ (3). ບາງ​​ແງ່​ມູນ​ອື່ນ​ຂອງ​ບັນ​ດາ​ຫົວ​ຂໍ້​ນີ້ຍັງ​ໄດ້​ຮັບ​ການປຶກສາ​ຫາລື​ໃນ​ຮູບ​ແບບ​ຂອງ​ການ​ປະຊຸມສູດ ອາຣີອາ (Arria-formula) (4). ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນ​ຄົງ ປະ​ກອບ​ມີ​ສີ່​ເສົາ​ຄ້ຳ​​ໃຫຍ່ຄື: 1- ການ​ເຂົ້າ​ຮ່ວມ; 2- ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ; 3- ການ​ປ້ອງ​ກັນ; 4- ການຊ່ວ​ຍ​ເຫຼືອ ແລະ ຟື້ນ​ຟູ (5).

ສະ​ພາບ​ການ​ປະ​ຕິ​ບັດ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ

ແຕ່​ປີ 2000 ມາ​ຮອດ​ປະ​ຈຸ​ບັນ, ຢູ່ທີ່​ສະ​ພາ​ຄວາມ​ໝັ້​ນ​ຄົງ​​ແຫ່ງສະ​ຫະ​ປະ​ຊາ​ຊາດ, ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບ ແລະຄວາມໝັ້ນຄົງ​ ​ໄດ້​ຮັບ​ການ​ແລ​ກ​ປ່ຽນ, ສົນ​ທະ​ນາ​ຢູ່​ໃນ​ບັນ​ດາ​ບັນ​ຫາ​ເຊັ່ນ: 1- ເພີ່ມ​ທະ​ວີ​ພາ​ລະ​ບົດ​ບາ​ດ ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ ໃນ​ຂະ​ບວນ​ວິ​ວັດ​ການ​ປ້ອງ​ກັນ​ແລະແກ້​ໄຂ​ການ​ປະ​ທະ​ກັນ, ກໍ່​ສ້າງແລະຮັ​ກ​ສາ​​ສັນ​ຕິ​ພາບ. 2- ນັບແຕ່​ປີ 2008, ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ເລກ​ທີ 1820, 1888, 1960, 2106, 2467, ເຊິ່ງ​ຮັບ​ຮູ້​ທຸກ​ຮູບ​ແບບ​ຂອງ​ການ​ໃຊ້​ຄວາມຮຸນ​ແຮງ​ທາງ​ເພດ​ຕໍ່​ແມ່​ຍິງ​​ແມ່ນ​ອາດ​ຊະ​ຍາ​ກຳ​ສົງ​ຄາມ, ອາດຊະ ຍາ​ກຳຕໍ່​ມະນຸດ​ຊາດ; ບັນ​ດາ​ປະ​ເທ​ດ​ມີ​ບົດ​ບາດແລະຄວາມ​ຮັບ​ຜິດ​ຊອບ​​ ໃນ​ການແກ້​ໄຂ​ແຫຼ່ງ​ກຳ​ເນີດ​ຂອງຄວາມ​ຮຸນ​ແຮງ​ຕໍ່ແມ່​ຍິງ ແລະເດັດຍິງ; ​ເນັ້ນ​ໜັກ​ເຖິງ​ພາ​ລະ​ບົດ​ບາດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ ກວດກາ ​ການ​ປະ​ຕິ​ບັດ​ຂອງ​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ. 3- ສ້າງ​ຕັ້ງແລະເພີ່ມ​ທະ​ວີການ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ປະ​ເມີນ, ຕິດ​ຕາມ​ການ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຂອງ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ. 4- ຝຶກ​ອົບຮົມ​ແລະເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃຫ້​ແກ້​ກຳ​ລັງ​ປ້ອງ​ກັນ ແລະ ແກ້​ໄຂ​ສະ​ພາບ​ການກໍ່​ຄວາມ​ຮຸນ​ແຮງ​ທາງ​ເພດ ​ໃນ​ຄວາມ​ຂັດ​ແຍ້​ງດ້ວຍ​ອາ​ວຸດ; ຮຽກຮ້ອງ​​ໃຫ້​ມີ​ການຈັດ​ຕັ້ງ​ກຸ່ມຜູ້​ຊ່ຽວ​ຊານ​ຢູ່ທີ່​​ເກີດ​ຄວາມ​ຮຸນ​ແຮງ​ທາງ​ເພດ; ເພີ່ມ​ງົບ​ປະ​ມານ​ໃຫ້​ແກ່​ການຝຶກ​ອົບຮົມ, ວິ​ເຄາະ ແລະບັນ​ດາ​ໂຄງ​ການ​ທາງ​ເພດ. 5- ພາ​ລະ​ບົດ​ບາດ​ຂອງ​ແມ່​ຍິງ ໃນປະຕິບັດ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ​ການ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ທາງ​ເພດ ​ໃນ​ການ​ປະ​ທະ​ກັນ​ດ້ວຍ​​ອາ​ວຸດ. 6- ພາ​ລະ​ບົດ​ບາ​ດ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​​ໃນ​ພາກ​ພື້ນ, ອາ​ນຸ​ພາກ​ພື້ນ​ ໃນ​ການ​ປັບ​ປຸງ​ນະ​ໂຍ​ບາຍ, ເພີ່ມ​ທະ​ວີ​ບົດ​ບາດ, ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງແລະເດັດ​​ຍິງ ​ໃນ​ວິ​ວັດ​ການ​ມຸ່ງ​​ໄປສູ່​​ການ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ ແລະເດັດ​ຍິງ ​ທີ່​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​​ຄວາມ​ຮຸນ​ແຮງ​ທາງ​ເພດ ​ໃນ​ການ​ປະ​ທະ​ກັນ​ດ້ວຍ​​ອາ​ວຸດ. 7- ບົດ​ບາດ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ (CSO) ໃນ​ການ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ, ແກ້​ໄຂບັນຫາ​ຄວາມ​ຮຸນ​ແຮງ​ທາງ​ເພດ, ​ສ້າງ​ສັນ​ຕິ​ພາບ...

ທີ່​ຜ່ານ​ມາມໍ່ນີ້, ໃນ​ເດືອນເມ​ສາ 2019, ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ໄດ້​ຮັບ​ຮອງ​ເອົາ ແລະປະ​ກາດ​ໃຊ້​ມະ​ຕິ​​ເລກ​ທີ 2467 ກ່ຽວ​ກັບ​ຄວາມ​ຮຸ​ນ​ແຮງ​ທາງ​ເພດ ​ໃນ​ການ​ປະ​ທະ​ກັນ​ດ້ວຍອ​າ​ວຸດ. ຕາມນັ້​ນ, ລັດ​ຕ່າງໆ​​ມີ​ຄວາມ​ຮັບ​ຜິດ​ຊອບ​​ໃນ​ການແກ້​ໄຂ​ແຫຼ່ງ​ກຳ​ເນີດ​ຂອງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງແລະເດັດ​​ຍິງ, ​ໂດຍ​ຖື​​ຜູ້​ຖືກ​ເຄາະ​ຮ້າຍ​ເປັນສູນກາງ, ​ໃຫ້​ຄວາມ​ສຳຄັນ​ກັບ​ສິດທິແລະຄວາມ​​ຕ້ອງ​ການ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ, ເນັ້ນ​ເຖິງ​ບົດ​ບາດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ໃນ​ການ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ກວດກາການບັງຄັບ​ໃຊ້ ​ຂອງບັນດາ​ຝ່າຍຂັດແຍ້​ງ, ສິ່ງ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ​ຕໍ່​ການ​ປ້ອງ​ກັນ​ແລະຕ້ານ​ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ການ​ປະ​ທະ​ກັນ​; ຮຽກ​ຮ້ອງໃຫ້ຄະ​ນະ​ກຳມະການສະ​ເພາະ​ກິດ​ໃຊ້​ມາດຕະ​ການ​ລົງ​ໂທດ​ໂດຍ​ເຈຕະນາ​ຕໍ່ຜູ້​ກະທຳ​ຜິດ ຫຼືຜູ້​ທີ່​ຕັ້ງ​ໃຈ​ກະທຳ​ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ການ​ປະ​ທະ​ກັນ (6)... ປີ 2020, ໃນ​ສະພາບ​ການ​​ສະ​ຫະ​ປະ​ຊາ​ຊາດ​ສະ​ເຫຼີມ​ສະຫຼອງການ​ຮັບ​ຮອງ​ເອົາ​ມະ​ຕິ​​ເລກ​ທີ 1325 ​ຄົບ​ຮອບ 20 ປີ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ລ້ວນ​ແຕ່​​ໄດ້ເນັ້ນ​ເຖິງ​ຄວາມ​ສຳ​ຄັນ ​ຂອງ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ແລະ ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ ໃນ​ຂະ​ບວນ​​ການ​ອອກ​ຂໍ້​ຕົກ​ລົງ; ​ໃຫ້​ບຸລິ​ມະ​ສິດ​​ແກ່​ການ​​ປ້ອງ​ກັນ​ຂໍ້​ຂັດ​ແຍ້ງ ແລະ ແກ້​ໄຂສິ່ງ​ທ້າ​ທາຍ​ທີ່​ກຳ​ລັງ​ເກີດ​ຂຶ້ນ; ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ ​ໃນ​ໄລ​ຍະ​ເວ​ລາ 18 ເດືອນ, ແຕ່ເດືອນເມ​ສາ 2019 ຫາຕຸ​ລາ 2020.

ຄຽງ​ຄູ່​ກັບ​ສະ​ພາ​ຄວາມ​ໝັ້ນ​ຄົງ, ບາງ​ກົນ​ໄກ​ອື່ນ​ຂອງ​ສະ​ຫະ​ປະ​ຊາ​ຊາດກໍ່​ເຂົ້າ​ຮ່ວມ​ການ​ຜັນ​ຂະ​ຫຍາຍ, ສັບ​ຊ້​ອນ​ເນື້ອ​ໃນ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ ​ເຂົ້າ​ໃນ​ນະ​ໂຍ​ບາຍ ແລະການເຄື່ອນ​ໄຫວປະຈຳ​ປີ​ຂອງ​ຕົນ​ເອງ, ເຊັ່ນ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບທາງ​ເພດ ແລະ ມອບ​ສິດ​ໃຫ້​ແມ່​ຍິງ (UN Women) ມີ​ໜ້າ​ທີ່​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ເພີ່ມ​ອຳ​ນາດ​ໃຫ້​ແມ່​ຍິງ, ຊ່ວຍ​ເຫຼືອ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ​ໃນ​ການປະ​ສານ​ງານແລະ​​ປຶກສາຫາລື​ກັບປະ​ເທດ ​ແລະ ພາກ​ພື້ນ​ຕ່າງໆ ​ເພື່ອ​ພັດທະນາ​ບົດ​ລາຍ​ງານທີ່​ສຳ​ຄັນຫຼາຍ​ສະບັບ​ກ່ຽວ​ກັບ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ​; ກົມ​ຮັກ​ສາ​​ສັນ​ຕິ​ພາບຂອງ​ສະ​ຫະ​ປະ​ຊາ​ຊາດ (DPKO) ຊຸກ​ຍູ້, ເພີ່ມ​​ຈຳ​ນວນ​ແມ່​ຍິງ​ທີ່ເຂົ້າ​ຮ່ວມ​​ໃນ​ການ​ປະຕິບັດ​ງານ​ຮັກ​ສາ​ສັນ​ຕິ​ພາບ; ກົມ​ກິດຈະການ​ການເມືອງ ແລະ ການ​ສ້າງ​ສັນ​ຕິ​ພາບ​​ແຫ່ງສະ​ຫະ​ປະ​ຊາ​ຊາດ (DDPA) ການຈັດ​ຕັ້ງ​ກຸ່ມ​ເພດ​ສັນຕິພາບແລະຄວາມ​ໝັ້ນຄົງ ​ເພື່ອ​ກຳນົດ​ສ້າງ​ນະ​ໂຍ​ບາຍ, ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​​ເຈົ້າ​ໜ້າ​ທີ່​ ໃນ​ການ​ຜັນ​ຂະ​ຫຍາຍ​​ມະ​ຕິ​ກ່ຽວ​ກັບ​ແມ່​ຍິງ, ​ສັນ​ຕິພາບ​ແລະ​ຄວາມ​ໝັ້ນຄົງ ກໍ່​ຄື​ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ການ​ປະ​ທະ​ກັນດ້ວຍ​ອາ​ວຸດ... ນອກ​ຈາກນີ້, ຄວາມ​ຄິດ​ລິ​ເລິ່ມ​ທີ່ບໍ່​​ເປັນທາງ​ການ​ຈຳ​ນວນ​ໜຶ່ງກໍ່​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ ແນ​ໃສ່​ຊຸກ​ຍູ້​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງເຊັ່ນ ກຸ່ມເພື່ອນ 1325 (7); ເຄືອ​ຂ່າຍຈຸດ​ສຸມ​ແຫ່ງ​ຊາດ​ສຳລັບ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ (8); ຕົວ​ຊີ້​ວັດ​ກ່ຽວ​ກັ​ບ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ (9).

ຜົນ​ສຳ​ເລັດ ແລະ ບັນ​ດາ​ບັນ​ຫາ​ທີ່​ວາງ​ອອກ​ ໃນ​ເວ​ລາ​​ປະ​ຕິ​ບັດ​ໂຄງ​ການ​ແມ່​ຍິງ,​
ສັນ​ຕິ​ພາບແລະຄວາມໝັ້ນຄົງ

ໃນ​ລະ​ດັບ​ໂລກ

ທີ​ໜຶ່ງ, ຈຳ​ນວນ​ຜູ້​ນຳ​ເພດ​ຍິງ​ໃນ​ບັນ​ດາ​ອົງ​ການ​ແມ່​ຍິງ, ​ສັນ​ຕິພາບ​ແລະ​ຄວາມ​ໝັ້ນຄົງ ຂອງສະ​ຫະ​ປະ​ຊາ​ຊາດ ​ນັບ​ມື້​ນັບ​ເພີ່​ມ​ຂຶ້ນ ນັບ​ແຕ່​​ເມື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ. ເຖິງ​ເດືອນທັນ​ວາ 2018, ແມ່​ຍິງກວມ​ເອົາ 35% ຂອງ​ຕຳ​ແໜ່​ງ​ຫົວ​ໜ້າ ແລະ 48% ຂອງ​ຕຳ​ແໜ່​ງ​ຮອງ​ຫົວ​ໜ້າ ​ໃນ​ບັນດາຄະ​ນະ​ກຳມະການ​ ຮັກ​ສາ​ສັນ​ຕິ​ພາບ ແລະ ຄະ​ນະ​ກຳມະການ​ການ​ເມືອງ​ພິ​ເສດ ​ຂອງ​ສະ​ຫະ​ປະ​ຊາ​ຊາດ (ປີ 2017 ແມ່ນ 26% ແລະ 35%) (10). ​ເປັນ​ຄັ້ງ​ທຳ​ອິດທີ່​​ໄດ້ແຕ່ງ​ຕັ້ງ​ຜູ້​ຍິງ​ເປັນ​ຜູ້ບັນ​ຊາ​ການສູງ​ສຸດ​ ຂອງ​ຄະນະ​ກຳມະການ​ຮັກສາ​ສັນ​ຕິ​ພາບ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ແລະ ຜູ້​​ແທນ​ພິ​ເສດ​ຂອງເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ດ້ານ​ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ອາ​ວຸດ. ສ້າງ​ຕັ້ງ​ກຸ່ມ​ຜູ້ຊ່ຽວ​ຊານ​ທີ່ບໍ່​ເປັນ​ທາງ​ການ (IEG) ກ່ຽວ​ກັບ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ ແລະ ກຸ່ມ​ຜູ້ຊ່ຽວ​ຊານ​ກ່ຽວ​ກັບ​ກົດ​ໝາຍແລະຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ການ​ປະ​ທະ​ກັນ​ດ້ວຍ​​ອາ​ວຸດ (11).

ທີ​ສອງ, ປ​ະ​ກາດ​ໃຊ້​​ຕົວຊີ້​ວັດ​ທົ່ວ​ໂລກ (Global Indicators) ກ່ຽວ​ກັບ​ການປະ​ເມີນ​ການ​ປະ​ຕິ​ບັດ​ເນື້ອ​ໃນ​ກ່ຽວ​ກັບ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ (ປະກອບ​ດ້ວຍຕົວ​ຊີ້​ວັດ​ດ້ານ​ຄຸນ​ນະພາ​ບ ​ແລະປະລິມານ 26 ຕົວ). ບົນ​ພື້​ນ​ຖານນັ້ນ​ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາດຈະ​ລາຍ​ງານ​ການ​ປະ​ຕິ​ບັດ​ທັງ​ໝົດ 26 ຕົວ​ຊີ​ວັດ​ນັ້ນ ຫຼື ພາກ​ສ່ວນ​ໜຶ່ງ (ໜ້ອຍ​ທີ່​ສຸດ​ແມ່ນ 9 ຕົວ​ຊີ້​ວັດ). ການ​ປະ​ກາດ​ໃຊ້​​ຕົວຊີ້​ວັດ​ທົ່ວ​ໂລກ​ນັ້ນ ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ວຽກ​ງານ​ຄົ້ນ​ຄວ້າ, ສະ​ເໜີ ​ແລະ ດັດ​ແປງ​​ນະ​ໂຍ​ບາຍ​ໃຫ້​ເໝາະ​ສົມ​ ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ໃນ​ອະ​ນາ​ຄົດ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ນຳ​ເອົາ​ເຊິ່ງ​ຜົນ​ປະ​ໂຫຍດ​ແລະ​ສັນ​ຕິ​ພາບ​ມາ​ໃຫ້​​ພາກ​ພື້ນ​ຕ່າງໆໃນ​ໂລກ, ກໍ່​ຄື​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ປະ​ເທດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ພາ​ລະ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ຂອງ​ຕົນ​.

ທີ​ສາມ, ​ສ້າງແລະປະ​ກາດ​ໃຊ້​ບົດ​ລາຍ​ງານ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ “ການ​ປ້ອງ​ກັນ​ຄວາມ​ຂັດ​ແຍ້​ງ, ການຫັນ​ປ່ຽນ​ຄວາມ​ເທົ່າ​ທຽມ, ການປັບ​ປຸງ​​ສັນ​ຕິ​ພາບ: ການຄົ້​ນ​ຄວ້າ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 1325” ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 15 ປີ ແຫ່ງວັນ​ປະ​ກາດ​ໃຊ້​ມະ​ຕິ​​ເລກ​ທີ 1325 ແ​ລະ ຜັນ​ຂະ​ຫຍາຍ​ໂຄງ​ການ​ແມ່​ຍິງ, ສັນ​ຕິ​ພາບແລະຄວາມໝັ້ນຄົງ. ບົດ​ລາຍ​ງານ​ເປັນ​ເຄື່ອງ​ມືອ້າງ​ອີງ​ທີ່​ມີ​ປະ​ໂຫຍດ ສຳລັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ ​ເພື່ອ​ນຳ​ໃຊ້​ແລະອ້າງ​ອີງ​ການຈັດ​ຕັ້ງ​ປະຕິບັດ​ໃນປະ​ເທດຂອງ​ຕົນ ແລະ ປະ​ກາດ​ໃຊ້​​​ແນວທາງການ​ປະ​ຕິ​ບັດຫຼັງ​ປີ 2015.

ທີ​ສີ່, ອອກ​ເອ​ກະ​ສານ​ກ່ຽວ​ກັບ​ຂອບ​ຜົນ​ໄດ້​ຮັບ​ຍຸດ​ທະ​ສາດ​ຂອງສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ແມ່​ຍິງ, ​ສັນ​ຕິ​ພາບ ແລະຄວາມ​ໝັ້ນຄົງ ​ໄລ​ຍະ 2011 - 2020 ແນ​ໃສ່​ກຳ​ນົດ​ທິດ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 1325 ແລະ ບັນ​ດາ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ.

ທີ​ຫ້າ, ປະ​ກາດ​ໃຊ້​ບົດ​ລາຍ​ງານ​ປະ​ຈຳ​ປີ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ (ແຕ່​ປີ 2011); ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ອາ​ວຸດ (ແຕ່​ປີ 2012); ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ຂອງ​ລະ​ບົບສະ​ຫະ​ປະ​ຊາ​ຊາດ ຕໍ່​ການລ່ວງ​ລະ​ເມີດທາງ​ເພດ​ ​ແລະ​ການ​ຂູດ​ຮີດທາງ​ເພດ (ແຕ່​ປີ 2018).

ທີ​ຫົກ, ສ້າງ​ຕັ້ງກອງ​ທຶນ​ເພື່ອ​ສັນ​ຕິ​ພາບແລະມະ​ນຸດ​ສະ​ທຳຂອງ​ແມ່​ຍິງມີ​ຈຸດປະສົງ​ເພື່ອ​ສະໜັບສະໜູນການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​​ ໃນ​ຂະ​ບວນ​ການຕັດສິນ​ບັນຫາ, ​ການປ້ອງ​ກັນຂໍ້​ຂັດ​ແຍ້​ງ, ການຟື້ນ​ຟູ​​​ເສດ​ຖະ​ກິດຫຼັງ​ສົງຄາມ, ການ​ມີ​ສ່ວນ​ຮ່ວມ​ໃນ​ຕຳ​ແໜ່ງຜູ້​ນຳ, ການປົກ​ປັກ​ຮັກ​ສາ​ສິດ​ຂອງ​ແມ່​ຍິງແລະເດັດ​ຍິງ.

ໃນ​ລະ​ດັບ​​ຊາດ

​ຮອດ​ເດືອນສິງ​ຫາ 2019, 81 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ພັດທະນາ​ ແລະ​ຮັ​ບ​ຮອງ​ເອົາ​ ​ໂຄງການ​ປະຕິບັດ​ງານ ແຫ່ງ​ຊາດ​ກ່ຽວ​ກັບ​ແມ່​ຍິງ, ​ສັນ​ຕິພາບ​ແລະ​ຄວາມ​ໝັ້ນຄົງ (12). ອັດ​ຕາ​ສ່ວນຂອງ​ແມ່​ຍິງ​​ໃນ​ໂລກທີ່​ມີ​ຕຳແໜ່ງ​ລັດ​ຖະ​ມັນ​ຕີ​ແມ່ນ 20,7%, ​ທຽບ​ກັບ 18,3% ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ການ​ປະ​ທະ​ກັນ ແລະພາຍຫຼັງ​ການ​ປະ​ທະ​ກັນ; 24,3% ຂອງ​ທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ​​ແມ່ນ​ຂອງ​ແມ່​ຍິງ​. ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ການ​ປະ​ທະ​ກັນ ແລະຫຼັງ​ເກີດ​ການ​ປະ​ທະ​ກັນ, ອັດ​ຕາ​ສ່ວນນີ້​ແມ່ນ 19% (13).

ຄຽງ​ຂ້າງ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້ນັ້ນ, ​ຍັງ​ມີ​ບາງ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບ ແລະຄວາມໝັ້ນຄົງ, ເຊິ່ງ​ລະ​ອຽດ​ແມ່ນ: 1- ສະ​ພາ​ຄວາມ​ໝັ້ນ​ຄົງ​​​ຂາດ​ກົນ​ໄກ​ສັງ​ລວມ​ໃນ​ການ​ຕິດ​ຕາມ, ສະຫຼຸບ, ປະ​ເມີນ​ຜົນ​ໂດຍ​ລວມ ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ. 2- ຈຳ​ນວນ​ປະ​ເທດ​ທີ່​ສ້າງ​​ໂຄງການ​ປະຕິບັດ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ ຂ້ອນ​ຂ້າງ​ໜ້ອຍ. ຢູ່ບັນ​ດາ​ປະ​ເທດ​ທີ່​ໄດ້​ຮັບ​ຮອງ​ເອົາ​ໂຄງ​ການ​ປະ​ຕິ​ບັດງານ​ແຫ່ງ​ຊາດ, ​ໂຄງ​ການສ່ວນ​ໃຫຍ່​ແມ່ນ​ໂຄງການ​ໄລຍະ​ສັ້ນ, ຂະ​ໜາດ​ນ້ອຍ ແລະ ​ງົບ​ປະ​ມານ​ທີ່​ຈຳ​ກັດ; ຂາດ​ເຄື່ອງ​ມື​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ. 3- ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ຂະ​ບວນ​​ການ​ເຈ​ລະ​ຈາ, ກໍ່​ສ້າງ​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ, ກໍ່​ສ້າງ​ຄືນ​ໃໝ່ຫຼັງ​ການ​ປະ​ທະ​ກັນ​​ຍັງຖືກ​ຈຳ​ກັດ. 4- ຊ່ອງຫວ່າງ​ລະ​ຫວ່າງ​ຄຳ​ໝັ້ນ​ສັນ​ຍາທາງ​ການ​ເມືອງ ແລະ ການ​ຈັດສັນ​ຊັບພະຍາກອນ​​ການ​ເງິນ​ໃນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ​ ​ຍັງ​ໃຫຍ່ຫຼວງ​ຢູ່. 5- ການລວບ​ລວມ​ຂໍ້​ມູນ​​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ສະ​ພາບ​ການ​ປະ​ທະ​ກັນ, ​ຄວາມ​ຈຳ​ກັດ​ທາງ​ດ້ານ​ຄວາມ​ສາ​ມາດ ແລະ ແຫຼ່ງ​ພະ​ລັງ, ພາ​ໃຫ້​ເກີດ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ປະ​ຕິ​ບັດ ແລະການ​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ.

ການມີ​ສ່ວນ​ຮ່ວມ​ໃນ​ການ​ດຳ​ເນີນ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ​ຂອງ​ປະ​ເທດ​ຕ່າງໆ

ທີ່​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ລວມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ​​ແຫ່ງສະ​ຫະ​ປະ​ຊາ​ຊາດ​ເວົ້າ​ສະ​ເພາະ, ບັນ​ດາ​ປະ​ເທດຈະ​ເລີ​ນ​ພັດ​ທະ​ນາ​ໄດ້​ສຸມ​ໃສ່​​ບາງ​ເນື້ອ​ໃນ​​ຕົ້ນຕໍ່ ເຊັ່ນ ຕ້ານ​ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ສົງ​ຄາມ, ​ໃນ​ການ​ປະ​ທະ​ກັນ; ລົງ​ໂທດ​ກຳ​ລັງ​ປະ​ກອບ​ອາ​ວຸດ​​ໃນ​ບາງ​ປະ​ເທດ ອາ​ຟ​ຣິກາ (ຊູ​ດັງ, ກົງ​ໂກ, ມາ​ລີ...) ​ໃນຂໍ້​ກ່າວ​ຫາ​ກ່ຽວ​ກັບຄວາມ​ຮຸນ​ແຮງ ​ທາງ​ເພດ​ຕໍ່​ແມ່​ຍິງ ຢູ່​ໃນ​ເຂດ​ຂັດ​ແຍ້​ງ​ແລະ​ເຂດ​ສົງຄາມ, ຍົກ​ສູງ​ບົດ​ບາດ​ຂອງ​ສານອາ​ຍາ​ສາ​ກົນ (ICC) ໃນ​ການ​ສືບ​ສວນ​ສອບ​ສວນ, ດຳ​ເນີນ​ຄະ​ດີ, ສິດ​ຕັດ​ສິນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​​ໃນ​ການ​ນຳ​ບັນຫາ​ດັ່ງ​ກ່າວ​ມາ​ໃຫ້ສານ​​ອາ​ຍາ​ສາ​ກົນ (ICC)... ຫຼາຍ​ປະ​ເທດທາງ​ຝ່າຍຕາ​ເວັນ​ຕົກ​ເຊັ່ນ ອາ​ເມ​ຣີ​ກາ, ດານ​ມາກ, ນອກ​ແວ, ອັງກິດ, ​ໂອຕຣິດ, ສະວິດ, ການາດາ…ໄດ້ຮັບຮອງເອົາໂຄງ​ການ​ປະ​ຕິ​ບັດງານ​ແຫ່ງ​ຊາດກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະຄວາມໝັ້ນຄົງ.

ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​​ໃຫ້​ຄວາມ​ສຳຄັນ​ຕໍ່ການ​ສົ່ງ​ເສີມບົດ​ບາດ ​ແລະ​ການ​ເຂົ້າ​ຮ່ວມຂອງ​ແມ່​ຍິງ ​ໃນ​ຂະ​ບວນ​​ການສັນ​ຕິ​ພາບ; ຊີ​ວິດ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົ​ມ; ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບທາງ​ເພດ; ຕ້ານ​ການ​ຈຳ​ແນກ​ປະ​ພຶດ ແລະຄວາມ​ຮຸນ​ແຮງ; ສະ​ໜັບ​ສະ​ໜູນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​​ແມ່​ຍິງ... ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາກໍ່​ສຸມ​ໃສ່​ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ​​ຂອງຊາດ, ຮັບ​ຮູ້​ວ່າ​ທີ່ບໍ່​ມີ​ມາດ​ຕະ​ການ​ລວມ​ອັນ​ໜຶ່ງສຳລັບ​ໝົດທຸກ​ປະ​ເທດ, ​ເຄົາ​ລົບ​​ອຳ​ນາດ​ອະ​ທິ​ປະ​ໄຕແຫ່ງ​ຊາດ ແລະ ບັ​ນ​ດາ​ມາດ​ຕະ​ການ​ທີ່​ລັດ​ຖະ​ບານ​ປະ​ເທດນັ້ນ​ດຳ​ເນີນ​ ​ຕ້ອງ​ມີ​ຄວາມ​ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ​ຂອງ​ປະ​ເທດ, ສະ​ກັດ​ກັ້ນ ແລະ ຢຸດ​ຕິ​ການ​ປະ​ທະ​ກັນ​ໂດຍ​ຜ່ານ​ບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ພາບ.

ແຕ່​ວ່າ, ຍ້ອນ​ຊັບພະຍາກອນ​ຈຳກັດ, ການປະກອບສ່ວນ​ຂອງ​ບັນ​ດາ​ປະ​ເທດກຳ​ລັງ​ພັດ​ທະ​ນາ​ເຂົ້າ​ໃນ​ ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ ​ຍັງປະສົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ວັນ​ທີ 23 ເມ​ສາ 2019, ໃນ​ເຫດ​ການ​ຂັ້ນ​ສູງ​ສົນ​ທະ​ນາກ່ຽວ​ກັບ​ວັນ​ຄົບຮອບ 20 ປີແຫ່ງການ​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 1325, ​ຈັດ​ຂຶ້ນ​ທີ່​ສຳນັກງານ​ໃຫຍ່​ຂອງ​ສະ​ຫະ​ປະ​ຊາ​ຊາດ (ນິວ​ອອກ), ບາງປະ​ເທດ​ຄື ມາ​ເລ​ເຊຍ, ຢາ​ມາຍ​ກາ, ເປ​ຣູ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ເພີ່ມ​ຈຳ​ນວນ​ແມ່​ຍິງ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​​ສັນ​ຕິ​ພາບ. ກາ​ຊັກ​ສະຖານ, ລີ​ເບ​ເຣຍ, ມານ​ຕາ ​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​ ຈະ​ສຳ​ເລັດ​ບົດ​ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະ​ຕິ​ບັດ ອະນຸ​ສັນຍາ​ວ່າ​ດ້ວຍ​ການ​ລົບ​ລ້າງທຸກ​ຮູບ​ການ​ຈຳ​ແນກປະພຶດ​ຕໍ່​ແມ່​ຍິງ​ໃນ​ໄວໆ​ນີ້ (CEDAW) ​ແລະ​ໃຫ້​ສັດຕະຍາ​ບັນອະນຸ​ສັນ​ຍາ CEDAW. ອາ​ຟ​ຣີ​ກາໃຕ້, ລີ​ເບ​ເ​ຣຍ ​ໃຫ້​ບຸລິ​ມະ​ສິດ​​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ແມ່​ຍິງ, ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ ໃນ​ບັນ​ດາ​ຂະ​ບວນ​ການຕັດສິນ​ຕົກ​ລົງ. ​ແຊັກບີ, ອາກຊັງ​ຕີນ, ອູຣູກວາ​ຍ ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ຮັບ​ຮອງ​ເອົາ ແລະຜັນ​ຂະ​ຫຍາຍ​ກົດ​ໝາຍ, ໂຄງ​ການ​ປະ​ຕິ​ບັດ​ງານແຫ່ງ​ຊາດ ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບທາງ​ເພດ, ຕ້ານ​ການ​ຈຳ​ແນກ​ປະ​ພຶດ, ຕ້ານ​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ, ​ສ້າງ​ງົບ​ປະ​ມານ​ທີ່​ມີ​ການຄຳນຶງ​ເຖິງ​ປັດ​​ໄຈ​ເພດ. ສີລັງກາ, ອາຟຣິກາໃຕ້, ອີຢິບ ​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າຈະ​ສ້າງ​ໂຄງ​ການ​ປະ​ຕິ​ບັດງານ​ແຫ່ງ​ຊາດ​ທຳ​ອິດ​ກ່ຽວ​ກັບ​ບັນ​ຫາ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ.

​ໃນພາກ​ພື້ນ​ອາ​ຊີ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້, ອາ​ຊຽນ ພວມ​ພະ​ຍາ​ຍາມ​ຊຸກ​ຍູ້ການສັບ​ຊ້ອນ​ບັນ​ຫາ​​ເພດ ​ເຂົ້າ​ໃນ​ທັງ​ສາມ​ເສົາ​ຄ້ຳ: ການ​ເມືອງ-ຄວາມ​ສະ​ຫງົບ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ-ສັງ​ຄົມ. ການທີ່ ອາ​ຊຽນ ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ອາ​ຊຽນ ກ່ຽວ​ກັບ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນຄົງ​; ຖະ​ແຫຼງ​ການ​ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດວິ​ໄສ​ທັດ ອາ​ຊ​ຽນ 2025 ແລະ ​ວາ​ລະປີ 2030 ກ່ຽວ​ກັບ​ເພດ; ໂຄງ​ການ​ປະ​ຕິ​ບັດ​ງານ​ທີ່​ລວມ​ເອົາ​ການ​ມີ​ສ່ວນ​ຮ່ວມ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ແມ່​ຍິງ..., ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ນີ້.

ບາງ​ຂໍ້​ສະ​ເໜີກ່ຽວ​ກັບ​ທິດ​ທາງ ການ​ເຂົ້າ​ຮ່ວມ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິພາບ​ແລະ​ຄວາມ​ໝັ້ນຄົງ
ສຳລັບຫວຽດ​ນາມໃນ​ເວ​ລາຈະມາເຖິງ

ປີ 2009, ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​​ແຫ່ງສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສົນ​ທະ​ນາ​ແບບ​ເປີດ​ເຜີຍ ​ກ່ຽວ​ກັບ​ໂຄງ​ການ​ແມ່​ຍິງ, ສັນ​ຕິພາບ​ແລະ​ຄວາມ​ໝັ້ນຄົງ; ແນະ​ນຳແລະຂົນ​ຂວາຍ​​ໃຫ້ມີ​ການ​ຮັບຮອງ​ເອົາ​ມະ​ຕິ​ເລກ​ທີ 1889 (ເດືອນຕຸ​ລາ 2009) - ເປັນ​ມະ​ຕິ​ສະ​ບັບ​ທຳ​ອິດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ທີ່​ສຸມ​ໃສ່​ການ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ແມ່​ຍິງແລະເດັດ​​ຍິງ ​ໃນ​ໄລ​ຍະຫຼັງ​ການ​ປະ​ທະ​ກັນ. ນີ້ກໍ່​ແມ່ນ​ເທື່ອ​ທຳ​ອິດ ທີ່ຫວຽດ​ນາມ​ເປັນ​ຜູ້​ຮຽບ​ຮຽງ​, ເປັນ​ປະ​ທານ​ການ​ເຈ​ລະ​ຈາ ​ແລະຊຸກ​ຍູ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ມະ​ຕິ​ເລກ​ທີ 1889 ກ່ຽວ​ກັບແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ.

ມາ​​ຮອດ​ປະຈຸ​ບັນ, ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຂອງສະ​ຫະ​ປະ​ຊາ​ຊາດ​ເວົ້າ​ລວມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ​​ແຫ່ງສະ​ຫະ​ປະ​ຊາ​ຊາດ​ເວົ້າ​ສະ​ເພາະ, ຫວຽດ​ນາມລ້ວນ​ແຕ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສົນ​ທະ​ນາ, ເນັ້ນ​ໜັກ​ເຖິງ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ຂອງ​ແມ່​ຍິງ ຕໍ່​​ສັນ​ຕິ​ພາບ​ເວົ້າ​ລວມ ແລະການເຄື່ອນ​ໄຫວ​ຮັກ​ສາ​​ສັນ​ຕິ​ພາບ​ຂອງສະ​ຫະ​ປະ​ຊາ​ຊາດ​ເວົ້າ​ສະ​ເພາະ, ໂດຍ​ສະ​ເພາະ​ແມ່ນ​ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ໃນ​ການ​ແກ້​ໄຂ​​ບັນດາບັນ​ຫາ​ກ່ຽວກັບ​ເພດ, ປ້ອງ​ກັນແລະຊຸກ​ຍູ້​ການ​ປະ​ຕິ​ບັດ​ສິດ​ປະ​ໂຫຍດ ​ຂອງ​ແມ່​ຍິງແລະເດັດ​ຍິງ; ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ແມ່​ຍິງ​ແລະເດັດ​ຍິງ​​ໃນພາກ​ພື້ນ​ ເຂົ້າ​ຮ່ວມຢ່າງ​ຕັ້ງ​ໜ້າ ກວ່າ​ອີກ ​ເຂົ້າ​ໃນ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ແລະ ສົ່ງ​ຜົນ​ດີ​ຕໍ່​ຈັດການ​ແກ້​ໄຂການ​ລ່ວງ​ລະ​ເມີດ​ແລະຄວາມ​ຮຸນ​ແຮງ​ທາງ​ເພດ ​ໃນ​ການເຄື່ອນ​ໄຫວ​ຮັກ​ສາ​​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊ​າດ. ຫວຽດ​ນາມ ກໍ່​ໄດ້​​ແບ່ງ​ປັນ​ບົດ​ຮຽນ ​ໃນ​ການ​ເພີ່ມ​ທະ​ວີ​ບົດ​ບາດທີ່​ສຳ​ຄັນ ແລະການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງຫວຽດ​ນາມ ໃນ​​ຂະ​ບວນ​ການ​ຟື້ນ​ຟູແລະພັດ​ທະ​ນາ​ປະ​ເທດ​ ພາຍຫຼັງ​ທີ່​ໄດ້​ຍາດ​ເອົາ​ເອ​ກະ​ລາດແລະເອ​ກະ​ພາບ, ເຊັ່ນ ເຂົ້າ​ຮ່ວມການ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ສົງ​ຄາມ, ການ​ເກັບ​ກູ້​ລະ​ເບີດແລະວັດ​ຖຸທີ່​ຍັງ​ບໍ່​ທັນ​ແຕກ, ​ປະ​ກອບ​ສ່ວນຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຊິວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຊຸມ​ຊົນ.

ຢູ່ຫວຽດ​ນາມ, ພັກແລະລັດ​ຫວຽດນາມໄດ້ແລະກຳ​ລັງ​ປັບປຸງ​ບັນ​ດາ​ເອ​ກະ​ສານ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບທາງ​ເພດ, ສັບ​ຊ້ອນ​ບັນ​ຫາ​​ເພດ​ເຂົ້າ​ໃນ​ກົດ​ໝາຍ, ນ​ະ​ໂຍ​ບາຍ ແລະບັນ​ດາ​ໂຄງ​ການສະ​ເພາະ. ຕົວ​ຢ່າງ​ຄື, ມະ​ຕິ​​ເລກ​ທີ 11-NQ/TW, ​ລົງ​ວັນ​ທີ 27 ເມ​ສາ 2007, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, ກ່ຽວ​ກັບ​ວຽກ​ງານ​ແມ່​ຍິງ​ໃນ​ໄລ​ຍະ​ຍູ້​ແຮງ​ການ​ຫັນ​ປ​ະ​ເທດເປັນ​ອຸດ​ສາ​ຫະ​ກຳ​ແລະທັນ​ສະ​ໄໝ​; ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ໄລ​ຍະ 2011-2020 (ວັນ​ທີ 24 ທັນ​ວາ 2010); ກົດ​ໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ແລະ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ (ເດືອນພຶດ​ສະ​ພາ 2015); ຄຳ​ສັ່ງ​ເລກ​ທີ 21-CT/TW, ​ວັນ​ທີ 20 ມັງ​ກອນ 2018 ຂອງ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ​ພັກ, ກ່ຽວ​ກັບ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ແມ່​ຍິງ​ໃນ​ສະ​ພາບ​ການ​ໃໝ່.

ນອກ​ຈານັ້​ນ, ໃນ​ຂົງ​ເຂດ​ສັນ​ຕິ​ພາບ​ແບະຄວາມ​ໝັ້ນຄົງ, ຫວຽດ​ນາມກໍ່​ໄດ້ແລະກຳ​ລັງ​ພະຍາຍາມ​ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ປີ 2017, ຫວຽດ​ນາມສົ່ງ​ທະ​ຫານ​ຍິງ​ຄົນ​ໜຶ່ງ​​ໄປ​​ເຮັດ​ໜ້າ​ທີ່​ເຈົ້າ​ໜ້າ​ທີ່ປະຈຳ​ພາລະກິດ​ຮັກ​ສາ​ສັນ​ຕິ​ພາບ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ​ໃນຊູ​ດານໃຕ້. ຕໍ່​ຈາກນັ້ນ, ປີ 2018, ຫວຽດ​ນາມໄດ້​​ເປີດ​ຕົວ​ໂຮງ​ໝໍ​ສະໜາມ​ລະດັບ II ແຫ່ງ​ທຳ​ອິດ ​ໃນ​ພາລະກິດ​ຮັກສາ​ສັນຕິພາບ​ແຫ່ງ​ສະຫະ​ປະຊາ​ຊາດ​ໃນຊູ​ດັງ​ໃຕ້, ໃນ​ນັ້ນ​ມີທ່ານໝໍ​ຍິງ 10 ຄົນ (ກວມ​ເອົາ 15%) ທີ່​ເຂົ້າ​ຮ່ວມ​ປະ​ຕິ​ບັດ​ໜ້າ​ທີ່. ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ແມ່​ຍິງ​ຂອງຫວຽດ​ນາມ ​ມີ​ບົດ​ບາດສຳຄັນ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ສົງ​ຄາມ, ກໍ່​ສ້າງ​ສັງ​ຄົມ​ທີ່​ປອດ​ໄພ, ສັນ​ຕິ​ພາບ ​ແລະ ສະ​ຖຽມ​ລະ​ພາບ.

ຫວຽດ​ນາມ​ກຳ​ລັງ​ຮັບ​ຜິດ​ຊອບ​ພາ​ລະ​ບົດ​ບາດ​ເປັນສະ​ມາ​ຊິກ​ບໍ່​ຖາ​ວອນ​​ສະ​ພາ​ຄວາມ​ໝັ້ນ​ຄົງ​​ແຫ່ງສະ​ຫະ​ປະ​ຊາ​ຊາດ (E10)  ໄລ​ຍະປີ 2020-2021. ນີ້​ແມ່ນ​ໄລ​ຍະ​ທີ່​​ສະ​ດວກ​ສະ​ບາຍ ​ທີ່ຫວຽດ​ນາມມີ​ພື້​ນ​ທີ່​​ເຫຼືອ​ເຟືອ​ ໃນ​ການ​ສືບ​ຕໍ່ສົ່ງ​ເສີມ​ໂຄງ​ການ​ແມ່​ຍິງ,  ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ​ ຄື​ທີ່​ໄດ້​​ເຮັດ​ມາ​ໃນ​ໄລ​ຍະປີ 2008-2009; ຍາດ​ແຍ່ງ​ເວລາ​ເພື່ອ​ໃຫ້​ຂໍ້​ສະ​ເໜີ, ສົ່ງ​ເສີມ​ບຸ​ລິ​ມະ​ສິດ ​ແລະ ຄວາມ​ຄິດ​ລິ​ເລິ່ມ​ໃນ​ຂົງ​ເຂດນີ້​ ຢູ່​ສະ​ພາ​ຄວາມ​ໝັ້​ນ​ຄົງ​​ແຫ່ງສະ​ຫະ​ປະ​ຊາ​ຊາດ. ​ລະ​ອຽດ​ຄື: 1- ສືບ​ທອດ, ອັບ​ເດດ​ບັນ​ດາ​ເນື້ອ​ໃນ​ຂອງ​ມະ​ຕິ​ເລກ​ທີ 1889 (ຫວຽດ​ນາມເປັນ​ປະ​ທານກໍ່​ສ້າງ​ໃນ​ປີ 2008) ຢ່າງ​ເໝາະ​ສົມ​ໂດຍ​​ສຸມ​ໃສ່​​ບັນ​ຫາ​ສະ​ເພາະ​ໃດ​ໜຶ່ງ, ຄື “ປົກປ້ອງ​ກັນແລະຊ່ວຍ​ເຫຼືອ​​ແມ່​ໝ້າຍ ແລະເດັດ​ນ້ອຍ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ”(14), ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງແລະເດັດ​ຍິງ ແລະ ​ບົດ​ບາດ​ການ​ນຳຂອງ​ແມ່​ຍິງ​ໃນ​ການ​ສະ​ກັດ​ກັ້​ນ​ການ​ປະ​ທະ​ກັນ; 2- ເຂົ້າ​ຮ່ວມ​ການ​ຄົ້​ນ​ຄວ້າ, ປະ​ກອບ​ສ່ວນ ແລະ ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຕໍ່​ບັນ​ດາ​ສິ່ງ​ກີດ​ຂວາງ​ ທີ່​ພົວ​ພັນ​ເຖິງ​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ​ເຂົ້າ​ໃນ​ບັນ​ດາ​ກຳ​ລັງ​ຮັກ​ສາ​ສັ​ນ​ຕິ​ພາບ; 3- ຄົ້ນ​ຄວ້າ​ ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ ອາ​ຊຽນ ແລະ​ ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ລວມ, ສະ​ພາ​ຄວາມ​ໝັ້​ນ​ຄົງ​ເວົ້າ​ສະ​ເພາະ​ ໂດຍ​ຜ່ານ​ການ​ແບ່ງ​ປັນ​ບົດ​ຮຽນ​ຂອງ​ອາ​ຊຽນ ໃນ​ການ​ຜັນ​ຂະ​ຫຍາຍ​ຄວາມ​ຄິດ​ລິ​ເລີ່ມ​ກ່ຽວ​ກັບ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ ​ໃນ​ການ​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ ແລະ ການ​ທູດ​ປ້ອງ​ກັນ; 4- ຊຸກ​ຍູ້, ເຂົ້າ​ຮ່ວມ​ບັນ​ດາ​ຄວາມ​ຄິດ​ລິ​ເລີ່ມ ​ກ່ຽວ​ກັບ​ການ​ຍົກ​ສູງ​ພາ​ລະ​ບົດ​ບາດ​ຂອງ​ແມ່​ຍິງ ຢູ່​ໃນ​ເຂດ​ປະ​ທະ​ກັນ ແລະ ຫຼັງ​ການ​ປະ​ທະ​ກັນ ​ຍ້ອນ​ຜົນ​ກະ​ທົ​ບ​ຈາກ​ການ​ປ່ຽນ​ແປງ​ດິນຟ້າ​ອາ​ກາດ; 5- ຍາດ​ແຍ່ງ, ​ດຶງ​ດູດ​ບັນ​ດາ​ໂຄງ​ການ, ແຫຼ່ງ​ພະ​ລັງ​ຂອງ​​ສະ​ຫະ​ປະ​ຊາ​ຊາດ ແລະ ພາກ​​ເອ​ກະ​ຊົນ ​ໃນ​ການ​ຊ່ວຍ​ເຫຼືອ​ການ​ປະ​ຕິ​ບັດ​ໂຄງ​ການ​ຂອງຫວຽ​ດ​ນາມ ທີ່​ພົວ​ພັນ​ເຖິງ​ແມ່​ຍິງ​ແລະເດັດ​ນ້ອຍ.

ສະຫຼຸບ​ລວມ, ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມ​ໝັ້ນຄົງ ​ແມ່ນ​ຫົວ​ຂໍ້​ທີ່​ສຳ​ຄັນໜຶ່ງ ທີ່​ໄດ້​ຮັບ​ການ​ປຶ​ກສາ​ຫາລື​ຢ່າງ​ເລິກ​ຊິ່ງ​ເປັນ​ເວລາ​ເກືອບ 20 ປີ ຢູ່​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ ແລະບັນ​ດາ​ກົນ​ໄກ​ທີ່​ກ່ຽວ​ຂ້ອງ, ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່ ແລະ ຄວາມ​ສົນ​ໃຈ​ຂອງ​ທຸກໆ​ປະ​ເທດ​ໃນ​ໂລກ. ນີ້​ແມ່ນ​ໂອ​ກາດ​ຊ່ວຍ​ໃຫ້ຫວຽດ​ນາມຍົກ​ສູງ​ຖາ​ນະ​ບົດ​ບາດ, ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ມາ​ຊິກ​ໜຶ່ງ​ຂອງ E10 ເວົ້າ​ສະ​ເພາະ ແລະຂອງປະ​ເທດ​ສະ​ມາ​ຊິກ​​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ລວມ, ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ແນວ​ທາງ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ; ມະ​ຕິ​ເລກ​ທີ 11-NQ/TW, ວັນ​ທີ 27 ເມ​ສາ 2007, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, ກ່ຽວ​ກັບວຽກ​ງານ​ແມ່​ຍິງ​ໃນ​ສະ​ໄໝ​ຫັນ​ປະ​ເທດເປັນ​ອຸດ​ສາ​ຫະ​ກຳ​ແລະທັນ​ສະ​ໄໝ; ຄຳ​ສັ່ງ​ເລກ​ທີ 22-NQ/TW, ​ວັນ​ທີ 10 ເມ​ສາ 2013 ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, ກ່ຽວ​ກັບ “ການເປັນ​ເຈົ້າ​ການ​ແລະຕັ້ງ​ໜ້າ​ເຊື່ອມ​ໂຍງ​ສາ​ກົນ”; ຄຳ​ສັ່ງ​ເລກ​ທີ່ 21-CT/TW, ​ວັນ​ທີ 20 ມັງ​ກອນ 2018, ຂອງ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ​ພັກ, ກ່ຽວ​ກັບການ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ແມ່​ຍິງ​ໃນ​ສະ​ພາບ​ການ​ໃໝ່ ແລະ ຄຳ​ສັ່ງ​ເລກ​ທີ 25/CT-TW, ​ວັນ​ທີ 08 ສິງ​ຫາ 2018 ຂອງ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ກ່ຽວ​ກັບ “ການຍູ້​ແຮງແລະຍົກ​ລະ​ດັບ​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ເຖິງ​ປີ 2030”./.

------------------------------

(1) ມະ​ຕິ​ເລກ​ທີ 1325, ເບິ່ງ http://unscr.com/en/resolutions/doc/1325.  ກ່ອນນັ້ນ, ພາຍຫຼັງ​ກອງ​ປະ​ຊຸມ​ພິ​ເສດ​ຄັ້ງ​ທີ 23 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ “ແມ່​ຍິງ ປີ 2000: ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ການ​ພັດ​ທະ​ນາ ແລະ​ສັນ​ຕິ​ພາບ ​ໃນ​ສະ​ຕະ​ວັດທີ XXI”, ບັນ​ດາ​ປະ​ເທ​ດ​ທີ່​ໄດ້​ອອກ​ຖະ​ແຫຼງ​ການ ​ຮຽກ​ຮ້ອງ​​ໃຫ້ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຢ່າງ​ສົມ​ບູນ​ຂອງ​ແມ່​ຍິງ​​ໃນ​ຂັ້ນ​ຕ່າງໆ​ ໃນ​ຂະ​ບວນ​ວິ​ວັດ​ການກໍ່​ສ້າງ ແລະຮັກ​ສາ​​ສັນ​ຕິ​ພາບ. ​ໃນ​ປີ 2000, ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ອອກ​ຖະ​ແຫຼງ​ການ​ຂອງ​ປະ​ທານ ຊົມ​ເຊີຍ​ວັນ​ແມ່​ຍິງ​ສາ​ກົນທີ 8 ສິງ​ຫາ, ຮັບ​ຮູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສັນ​ຕິ​ພາບ ແລະສິດ​ທິຂອງ​ແມ່​ຍິງ; ພ້ອມ​ທັງ, ບົດ​ລາຍ​ງານ ປ​ຣາ​ຮີ​ມີ ຂ​ອງ​ກຸ່ມ​ຜູ້ຊ່ຽວ​ຊານ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ຮັກ​ສາ​​ສັນ​ຕິ​ພາບ​ຂອງສະ​ຫະ​ປະ​ຊາ​ຊາດ ທີ່​ໄດ້​ຮັບ​ຮອງ​ຄວາມ​ຕ້ອງ​ການ​ຮັບ​ປະ​ກັນ​ຄວາມ​ສົມ​ດຸນ​ທາງ​ເພດ ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ທີ່​ຕັ້ງ​ເປັນ​ຜູ້​ຕັດສິນ​ຕົກ​ລົງ.

(2) ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ 10 ສະ​ບັບ ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ແມ່​ຍິງ, ​ສັນ​ຕິ​ພາບແລະຄວາມໝັ້ນ​ຄົງ ລວມ​ມີ ມະ​ຕິ 1325 (ປີ 2000) 1820 (ປີ 2008), 1888 (ປີ 2009), 1889 (ປີ 2009), 1960 (2010), 2106 (ປີ 2013), 2122 (ປີ 2013), 2242 (ປີ 2015), 2467 ແລະ 2493 (ປີ 2019)

(3) ກອງ​ປະ​ຊຸມ​ສົນ​ທະ​ນາ​ແບບ​ເປີດ​ເຜີຍ (Open Debate) ແມ່ນ​ຮູບ​ການ​ປະ​ຊຸມແບບ​ເປີດ​ເຜີຍ ແລະເປີດ​ກວ້າງ​ ໃຫ້ບັນດາສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ ​​ເຂົ້າ​ຮ່ວມ​ປະ​ກອບ​ຄຳ​ຄິດ​ເຫັນ, ມີ​ບັນດາ​ລັດຖະມົນຕີ​ຂອງ​ບັນ​ດາ​ປະ​ເທ​ດ​ເຂົ້າ​ຮ່ວມ.

(4) ອາ​ຣີ​ອາ - ຟໍ​ມູ​ລາ (Arria-formula) ແມ່ນ​ຮູບ​ການ​ປະ​ຊຸມບໍ່​​ເປັນທາງ​ການ, ຄຽງ​ຄູ່​ກັນ​ກັບ​ບັນ​ດາ​ກອງ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ. ຄວາມ​ຄິດ​ລິ​ເລີ່ມ​ກ່ຽວ​ກັບ​ຮູບ​ການກອງ​ປະ​ຊຸມ​ແບບນີ້​ໂດຍ ເວ​ເນ​ຊູ​ເອ​ລາ ເປັນ​ຜູ້​ວາງ​ອອກ​ໃນ​ປີ 1992 ກ່ຽວ​ກັບ ບົດສະ​ນີ​ ແຮກ​​ເຊໂກ​ວິນາ.

(5) Security Council Resolution 1325, ​ເບິ່ງ: https://www.peacewomen.org/SCR-1325

(6) ເບິ່ງ: https://www.un.org/sexualviolenceinconflict/press-release/landmark-un-security-council-resolution-2467-2019-strengthens-justice-and-accountability-and-calls-for-a-survivor-centered-approach-in-the-prevention-and-response-to-conflict-related-sexual-violence/ ​ແລະ https://undocs.org/S/RES/2467(2019)

(10) UN Security Council: Report of the Secretary-General on women peace and security (S/2019/800), p. 83.

(7) ກຸ່ມນີ້​ໂດຍ ກາ​ນາ​ດາ ເປັນ​ຜູ້ກໍ່​ຕັ້ງ, ເຄີຍປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງນອກ​ພາກ​ລັດ​ທີ່​ກ່ຽວ​ຂ້ອງ.

(8) ເຄືອ​ຂ່າຍນີ້​ໂດຍ ສະເປນ, ການາດາ, ຊິລີ, ຍີ່ປຸ່ນ, ນາມີ​ບີ ແລະ ສະຫະລັດອາຣັບເອມິເຣດ ສ້າງ​ຕັ້ງ​ໃນ​ປີ 2016. ມາ​ຮອດ​ປະ​ຈຸ​ບັນ​, ​ໄດ້​ມີຫຼາຍ​ກວ່າ 80 ​ປະ​ເທດ ແລະອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​ເຂົ້າ​ຮ່ວມ.

(9) ບັນ​ດາ​ປະ​ເທດ ມາເລເຊຍ, ໂກ​ໂລມບີ, ນອກ​ແວ ພ້ອມກັບສະຖາບັນ Georgetown ກ່ຽວ​ກັບ​ແມ່​ຍິງ, ​ສັນ​ຕິ​ພາບ ແລະຄວາມໝັ້ນຄົງ (ອາ​ເມ​ຣີ​ກາ) ແລະ ສະ​ຖາ​ບັນ​ຄົ້ນ​ຄວ້າ​ສັນ​ຕິ​ພາບ ໂອດ​ສ​ໂລ (ນອກ​ແວ) ເປັນ​ຝ່າຍ​ສະ​ເໜີ WPSI.

(10) UN Security Council: Report of the Secretary-General on women peace and security (S/2019/800), p. 83

(11) ໃນປີ 2016, ກຸ່ມຜູ້ຊ່ຽວຊານ ໄດ້ປຶກສາຫາລື ກ່ຽວກັບສະພາບການ ຂອງແມ່ຍິງ, ສັນ​ຄິ​ພາບແລະຄວາມໝັ້ນຄົງ ໃນ ອາຟະການິດສະຖານ, ອາຟຣິກາກາງ, ອີຣັກ, ແລະ ມາລີ; ໃນປີ 2017, ທີ່​ ເຢ​ເທ​ນ, ມາລີ, ອີຣັກ ແລະ ທະ​ເລ​ສາບ ຊັດ; ໃນ 2018, ທີ່ ທະ​ເລ​ສາບ ຊັດ, ລີ​ບີ, ເຢ​​ເມນ, ອີຣັກ, ຄອງໂກ, ອາຟຣິກາກາງ; 2019, ປຶກສາຫາລືໃນ ​ເຢເມນ.

(12), (13) Facts and figures: Peace and security, ​ເບິ່ງ: https://www.unwomen.org/en/what-we-do/peace-and-security/facts-and-figures

(14) ໃນວັນທີ 21 ທັນວາ 2010, ສະມັດຊາໃຫຍ່ສະຫະປະຊາຊາດ​ໄດ້​ຮັບຮອງ​ເອົາມະຕິຕົກລົງ (A/RES/65/189) ວ່າດ້ວຍການຮັບຮອງວັນແມ່ໝ້າຍສາກົນ ໃນວັນທີ 23 ມິຖຸນາ ທຸກໆປີ.

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 938 (​ເດືອນ​ມີ​ນາ 2020)