ວກ. - ພາຍຫຼັງ​ເກືອບ 20 ປີ​ແຫ່ງ​ການ​ປະຕິບັດ, ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໄດ້​ກາຍ​ເປັນ​ຂະ​ບວນການ​ວັດທະນະທຳ​ແທ້​ຈິງ ທີ່ມີ​ແຮງ​ແຜ່​ກະຈາຍ​ຢ່າງ​ກວ້າງຂວາງ, ມີ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ແທດ​ຈິງ ດ້ວຍ​ມາດຕະຖານ​ທີ່​ໄດ້​ປ່ຽນ​ແປງ​ໃໝ່ ​ແລະ ​ເໝາະ​ສົມ​ກັບ​ຊີວິດ​ຈິງ.

 

ພິທີແຕ່ງດອງລວມໝູ່ ຕາມແບບແຜນດຳລົງຊີວິດທີ່ສີວິໄລ, ປະຢັດ ຈັດໂດຍສູນສະໜັບສະໜູນຊາວໜຸ່ມກຳມະກອນນະຄອນໂຮ່ຈີມິນ ປິ 2015, ສ້າງຜົນກະທົບທີ່ດີໃນຊີວິດ _ພາບ: ຂໍ້ມູນ

ການ​ປ່ຽນ​ແປງ​​ໃນ​ທາງ​ບວກ

​ເມື່ອ​ຫວນ​ຄືນ​ເບິ່ງ​ເສັ້ນທາງ​ 20 ປີ​ທີ່​ຜ່ານ​ມາ, ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໄດ້​ມີ​ຜົນ​ກະທົບ​ທີ່ຕັ້ງໜ້າ​ ຕໍ່​ການພັດທະນາ​ເສດຖະກິດ-ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນ​ຄົນ, ຄວາມ​ເປັນ​ລະບຽບ​ລຽບລ້ອຍ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ ຂອງ​ປະ​ເທດ. ຜ່ານ​ບັນດາ​ເນື້ອ​ໃນ​ຂອງ​ຂະ​ບວນການ, ມີ​ຫຼາຍ​ວິທີ​ທີ່​ດີ​ແລະຮູບ​ແບບ​ໃໝ່ ທີ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​​ໂດຍ​ປະຊາຊົນ. ມາ​ເຖິງ​ປະຈຸ​ບັນ, ຫຼາຍ​ເນື້ອໃນໄດ້ເຂົ້າສູ່ ຊີວິດຢ່າງແທ້ຈິງ, ກາຍ​ເປັນ​ວຽກ​ງານ​ປະຈຳ​ວັນ​ຂອງ​ປະຊາຊົນ. ນັບ​​ແຕ່​ເມື່ອ​ປຸກລະດົມ, ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໄດ້​ຮັບ​ຄວາ​ເຫັນ​ດີ​ສະໜັບສະໜູນ​ຈາກ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ ​ແລະ ປະຊາຊົນ, ມັນ​ໄດ້​ກາຍ​ເປັນສາຍ​ເຊື່ອມ​ຕໍ່​ບັນດາ​ຂະ​ບວນການ​ແຂ່ງຂັນ​ກັນ​ຮັກ​ຊາດ​ໃນ​ທົ່ວ​ປະ​ເທດ.

ບັນດາ​ເນື້ອ​ໃນ​ແລະ​ມາດຕະຖານ​ໃນ​ຂະ​ບວນການ​ດັ່ງ​ກ່າວ ລ້ວນ​ແຕ່​ຕິດ​ກັບ​ຊີວິດ​ການ​ເປັນ​ຢູ່​ປະຈຳ​ວັນ​ ຂອງ​ປະຊາຊົນ, ດັ່ງ​ນັ້ນ ການ​ປະຕິບັດ​ກາຍ​ເປັນ​ທ່າ​ອຽງ​ຫຼັກ​ ເພື່ອ​ກໍ່ສ້າງຊີວິດວັດທະນະທຳ, ສິ່ງ​ແວດ​ລ້ອມ​ວັດທະນະທຳ​ທີ່​ອຸດົມສົມບູນ​ແລະ​ສົດ​ໃສ. ຕັ້ງ​ແຕ່​ບຸກຄົນ, ຄອບຄົວ, ສາຍ​ຕະກຸນ, ກຸ່ມ​ທີ່ຢູ່​ອາ​ໄສ, ສຳນັກງານ, ກົມ​ກອງ, ວິ​ສາ​ຫະກິດ ລ້ວນ​ແຕ່​ມຸ່ງ​ໄປ​ສູ່​ເປົ້າ​ໝາຍ ການ​ກໍ່ສ້າງ​ຜູ້​ຄົນ​ວັດທະນະທຳ, ສິ່ງ​ແວດ​ລ້ອມ​ວັດທະນະທຳ, ຖື​ເອົາ​ນັ້ນ​ເປັນ​ສິ່ງ​ຊຸກຍູ້ ບັນດາ​ໜ້າ​ທີ່​ການ​ເມືອງ, ​ເສດຖະກິດ - ສັງຄົມ. ໂສມໜ້າໃໝ່ຂອງ​ຊີວິດ​ວັດທະນະທຳ ໄດ້ຮັບການສ້າງຕັ້ງຂຶ້ນ ເທື່ອລະກ້າວ. ພິ​ເສດ​ແມ່ນ, ການ​ປ່ຽນ​ແປງ​ທີ່​ຈະ​ແຈ້ງ​ທີ່​ພວກ​ເຮົາ​ສັງ​ເກດ​ເຫັນ​ໄດ້​ຢ່າງ​ງ່າຍດາຍ​ແມ່ນ ການ​ກໍ່ສ້າງ​ບັນດາ​ຄອບຄົວ​ວັດທະນະທຳ - ຈຸ​ລັງ​ຂອງ​ສັງຄົມ, ດ້ວຍ​ບັນດາ​ປະ​ເພນີ​ອັນ​ດີງາມ, ປູ່ຍ່າ​ຕາ​ຍາຍ ພໍ່​ແມ່​ເປັນ​ແບບຢ່າງ, ລູກ​ຫຼານ​ທີ່ຄຳຮູ້​ກະຕັນຍູ... ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ທະວີຄູນ. ບັນດາ​ສຳນັກງານ​ອົງການ ​ໄດ້​ເຊື່ອມ​ຕິດ​ການ​ປະຕິບັດ​ໜ້າ​ທີ່ວິຊາ​ຊີບ, ໜ້າ​ທີ່​ການ​ເມືອງ, ຍູ້​ແຮງ​ຂະ​ບວນການ​ກໍ່ສ້າງ​ຄຸນສົມບັດ​ສິນ​ທຳ, ​ວິຖີ​ຊີວິດ​ທີ່​ອຸດົມສົມບູນ​ແລະ​ສົດ​ໃສ. ຂະ​ບວນການສ້າງ​ຄົນ​ດີ, ວຽກ​ດີ, ຕົວຢ່າງທີ່​ກ້າວໜ້າ ​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ໃນ​ສຳນັກງານ​ອົງການ, ວິ​ສາ​ຫະກິດ, ​ໃນ​ແຕ່​ລະ​ສາຍ​ຕະກຸນ, ​ແຕ່​ລະ​ຄອບຄົວ. ອີງ​ຕາມ​ການ​ສັງ​ເຄາະຈາກ​ບັນດາ​ທ້ອງ​ຖິ່ນ, ​ໃນ 18 ​ປີ​ແຫ່ງ​ການ​ປະຕິບັດ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ”, ​ໄດ້​ມີ​ຫຼາຍ​ແບບຢ່າງ​ທີ່​ດີ​ເດັ່ນ, ວິທີ​ເຮັດ​ທີ່​ມີ​ປະສິດທິ​ຜົນ​ ໄດ້​ຮັບ​ການ​ເຜີຍ​ແຜ່, ຄົ້ນຄວ້າ, ຮ່ຳຮຽນ, ຂະຫຍາຍ​ກວ້າງ. ຜ່ານ​ບັນດາ​ໄລຍະ​ການ​ສະຫຼຸບ​ເບື້ອງ​ຕົ້ນ, ການສະຫຼຸບ​ສັງ​ລວມ ຂະ​ບວນການ​ໄດ້​ມີຄົນ​ດີ​ ຫຼາຍ​ກວ່າ 1.200.000 ຄົນ; ມີ 18.651.317 ຄອບຄົວ​ໃນ​ຈຳນວນ 21.771.790 ຄອບຄົວ​ທັງ​ໝົດ ​ໄດ້​ຮັບ​ການ​ຍອມຮັບ​ວ່າ​ເປັນ “ຄອບຄົວ​ວັດທະນະທຳ”; ມີ 73.984 ບ້ານ, ໝູ່​ບ້ານ ​ໃນ​ຈຳນວນ 104.609 ບ້ານ, ໝູ່​ບ້ານ​ທັງ​ໝົດ​ ໄດ້​ຮັບ​ການ​ຍອມຮັບ​ວ່າ​ເປັນ​ບ້ານ​ວັດທະນະທຳ; ມີ 84.785 ສຳນັກງານ​ອົງການ​ ວິ​ສາ​ຫະກິດ ​ໃນ​ຈຳນວນ 114.972 ​ແຫ່ງ​ທັງ​ໝົດ ​ໄດ້ຖືກ​ຮັບ​ຮູ້​ວ່າ​ ເປັນສຳນັກງານ​ ວິ​ສາ​ຫະກິດວັດທະນະທຳ. ຫຼາຍ​ບຸກຄົນ​ແລະ​ໝູ່​ຄະນະ​ຫຼາຍ​ແຫ່ງ​ມີ​ຜົນງານ​ທີ່​ດີ​ເດັ່ນ ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​​ ແລະ​ລະດົມ​ກຳລັງ​ໃຈ​ຢ່າງ​ທັນ​ການ ຈາກ​ພັກ, ລັດ. ຫຼາຍ​ຄອບຄົວ​ໄດ້​ມອບ​ທີ່​ດິນ, ປະກອບສ່ວນ​ເງິນ​ແລະ​ເຫື່ອ​ແຮງ ​ເພື່ອ​ກໍ່ສ້າງ​ເຮືອນ​ວັດທະນະທຳ, ກໍ່ສ້າງ​ເສັ້ນທາງ, ກໍ່ສ້າງ​ໂຮງຮຽນ, ກໍ່ສ້າງ​ຊົນນະບົດ​ໃໝ່. ​ເຫດການ​ທີ່​ເດັ່ນ​ຄື ບັນດາ​ຄອບຄົວ​ຢູ່​ແຂວງ​ດັກ​ນົງ​ເຊັ່ນ ຄອບຄົວ​ຂອງ​ທ່ານ ຫຼີຢ່າ​ວ​ໄຫຼ ຢູ່​ຕາ​ແສງ​ຖ້ວນຮ່າ, ​ເມືອງ​ດັກ​ຊອງ ​ໄດ້​ມອບ​ທີ່​ດິນ 400m² ​ເພື່ອ​ກໍ່ສ້າງ​ສະ​ໂມ​ສອນຂອງ​ໝູ່​ບ້ານ ​ເດິ່ມຢໍ໋; ຜູ້​ໃຫຍ່​ບ້ານ​ມາຣິນ, ລຸງ ​ບອນ​ບູ ​ເປິ​ໄຣ, ຕາ​ແສງ ດັກ ​ເນິຢຣູງ, ​ເມືອງ ດັກ​ຊອງ; ຄອບຄົວ​ທ່ານ ດ໋ຽວ ​ເນິອຽນ, ບ້ານຊາ​ປາ, ຕາ​ແສງ ຖ້ວນ​ອານ, ​ເມືອງ ດັກ​ມິນ ​ໄດ້​ມອບ​ທີ່​ດິນ 600m² ​ເພື່ອ​ສ້າງ​ຫຼັກ​ໝາຍ​ຊາຍ​ແດນ... ບັນດາ​ແບບຢ່າງ​ກ້າຫານຂອງພະນັກງານ, ທະຫານ ​ແລະ​ປະຊາຊົນ​ ທີ່​ເຂົ້າ​ຮ່ວມ​ໃນ​ການຈັບ​ກຸມ​ ແລ​ະປາບປາມ ອາດຊະຍາ​ກອນ; ບັນດາ​ຜູ້​ອາສາ​ສະໝັກ​ຈາກ​ຕາ​ແສງຕ່າງໆ ​ໄດ້​ຕັ້ງໜ້າ​ໃນ​ການ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ຂອງ​ຖະໜົນ, ປົກ​ປ້ອງ​ຄວາມ​ສະຫງົບ​ສຸກ​ຂອງ​ປະຊາຊົນ ​ໄດ້​ຍົກ​ສູງ​ເປົ້າ​ໝາຍ​ແລະ​ຄວາມ​ໝາຍ​ຂອງ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໃນ​ການ​ກໍ່ສ້າງ​ພັດທະນາ​ເສດຖະກິດ, ສັງຄົມ. ທ່ານ ຫງວຽນເຈືອງມິ​ງຕ້ຽນ ຢູ່​ເມືອງ​ເຕິ​ນຝູ, ນະຄອນ​ໂຮ່ຈີ​ມິນ ​​ໄດ້​ຮັບ​ການ​ຂະໜານ​ນາມ​ວ່າ “ອັດສະວິນ” ​ແຫ່ງ​ທ້ອງ​ຖະໜົນ ​ໄດ້​ໄລ່​ຈັບ​ໂຈນ​ຢ່າງ​ກ້າຫານ​ກວ່າ 600 ຄັ້ງ ​ແລະ ​ເປັນຕົວ​ແທນ​ດີ​ເດັ່ນ​ທີ່​ເຂົ້າ​ຮ່ວມ ກອງ​ປະຊຸມ​ສັນລະ​ເສີນ ​ຂະ​ບວນການ​ແຂ່ງຂັນ​ກັນຮັກ​ຊາດ​ທົ່ວ​ປະ​ເທດ. ທ້ອງ​ຖິ່ນ​ຕ່າງໆ​ໄດ້​ເອົາ​ໃຈ​ໃສ່​ເປັນ​ປະຈຳ​ ເຖິງ​ການ​ຍູ້​ແຮງ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ”; ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່; ບັນດາ​ວັນ​ບຸນ​ວັດທະນະທຳ, ກິລາພື້ນ​ເມືອງ​ຂອງ​ທ້ອງ​ຖິ່ນ​ຕ່າງໆ ​ໄດ້​ເຮັດ​ໃຫ້​ຊີ​ວິດ​ວັດທະນະທຳຈິດ​ໃຈ​ອຸດົມ​ສົມບູນ​ຂຶ້ນ​ຕື່ມ, ວາງ​ທິດ​ທາງ​ຄວາມ​ງາມ​ທີ່​ດີສຳລັບ​ຜູ້​ຄົນ. ສູນວັດທະນະທຳ-ກິລາ​ຂັ້ນ​ຕ່າງໆ ​ໄດ້​ພະຍາຍາມ​ຊອກ​ຫາບັນດາປະ​ເພດ​ຮູບ​ແບບ​ສິລະ​ປະ ທີ່​ສອດຄ່ອງ​ກັບລະດັບຄວາມ​ເພີດ​ເພີນຂອງປະຊາຊົນ,  ຈັດ​​ເທດສະການ​ສິລະ​ປະມະຫາຊົນ, ງານ​ປະ​ກວດ, ການສະ​ແດງ, ການ​ໂຄສະນາ​ເກັ່ງ​ເປັນປະຈຳ. ​ໂຄງການ​ສິລະ​ປະ​ສະໝັກ​ເຫຼັ້ນຫຼາຍ​ໂຄງການ​ ໄດ້​ດຶງ​ດູດ​ນັກສະ​ແດງ​ສະໝັກ​ເຫຼັ້ນ​ເປັນ​ຈຳນວນ​ຫຼາຍ ​ເຊິ່ງ​ເປັນ​ແກ່​ນສານ​ຂອງ​ຂະ​ບວນການ​ສິລະ​ປະ ວັດທະນະທຳຢູ່​ຮາກ​ຖານ; ບັນດາ​ສະ​ໂມ​ສອນ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນຕາມ​ຄວາມ​ມັກ​ທີ່​ຫຼາກ​ຫຼາຍ​ແລະ​ອຸດົມສົມ​ບຸນ​ເຊັ່ນ ສະ​ໂມ​ສອນ​ນັກ​ກະ​ວິ, ວັນນະຄະດີ, ມວຍ, ​ເຕັ້ນ​ລຳ, ຖ່າຍ​ພາບ, ບັນດາ​ຊຸດ​ຮຽນ​ຕາມ​ພອນ​ສະຫວັນ​ເຊັ່ນ ດົນຕີ, ຮ້ອງ​ເພງ, ​ຟ້ອນ, ກາ​ຍະ​ກຳ, ກິລາ, ບັນດາ​ກອງ​ສິລະ​ປະ​ພື້ນ​ເມືອງ​ ໄດ້​ຮັບ​ການ​ສະໜັບສະໜູນ​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ​ ຂອງ​ປະຊາຊົນ ​ເຮັດ​ໃຫ້​ຂະ​ບວນການ​ມີ​ເນື້ອ​ໃນ​ອຸດົມສົມບູນ​ຂຶ້ນ​ຕື່ມ.

ຜ່ານ 18 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດ, ​ໃນ​ທົ່ວ​ປະ​ເທດ​ມີ 70 ສະ​ຖາ​ບັນ​ວັດທະນະທຳ​ລະດັບ​ແຂວງ (ສູນວັດທະນະທຳ, ​ໂຮງ​ວາງສະ​ແດງ...); ​ໃນ 589 ​ເມືອງຂອງ 707 ຈຳນວນ​ເມືອງ​ທັງ​ໝົດ ​ມີ​ສູນວັດທະນະທຳ-ກິລາ ຫຼື​ໂຮງ​ວັດທະນະທຳ​ເມືອງ, ບັນລຸ​ອັດຕາ​ສ່ວນ 83,3%; ​ໃນ 6.102 ຕາ​ແສງ, ​ຕົວ​ເມືອງ​ນ້ອຍ​ຂອງ 11.027 ຈຳນວນຕາ​ແສງ, ​ຕົວ​ເມືອງ​ນ້ອຍທັງ​ໝົດ​ ມີສູນວັດທະນະທຳ-ກິລາ, ບັນລຸອັດຕາ​ສ່ວນ 55,3% (​ໃນ​ສູນວັດທະນະທຳ-ກິລາ 6.102 ​ແຫ່ງທີ່​ມີ​ຢູ່​ນັ້ນ, ມີ 30% ບັນລຸ​ມາດຕະຖານ​ຕາມການ​ກຳນົດ​ຂອງ​ກະຊວງ​ວັດທະນະທຳ, ກິລາ​ແລະ​ການທ່ອງທ່ຽວ); ​ໃນ 68.222 ບ້ານ​ຂອງ 113.607 ຈຳນວນ​ບ້ານ​ທັງ​ໝົດ ມີ​ເຮືອນ​ວັດທະນະທຳ, ບັນລຸ​ອັດຕາ​ສ່ວນ 60% (​ໃນ​ເຮືອນ​ວັດທະນະທຳ 68.222 ​ແຫ່ງ​ທີ່​ມີ​ຢູ່, ມີ 47% ບັນລຸ​ມາດຕະຖານ​ ຕາມການ​ກຳນົດ​ຂອງ​ກະຊວງ​ວັດທະນະທຳ, ກິລາ​ແລະ​ການທ່ອງທ່ຽວ); ບັນດາ​ສະ​ຖາ​ບັນ​ວັດທະນະທຳ​ພາຍ​ໃຕ້​ກະຊວງ, ຂະ​ແໜງ​ການ, ອົງຄະ​ນະມະ​ຫາ​ຊົນ​ລວມມີ: ​ໂຮງ​ວັດທະນະທຳ​ແຮງ​ງານ​ລະດັບ​ແຂວງ 28 ​ແຫ່ງ, ໂຮງ​ວັດທະນະທຳ​ແຮງ​ງານ​ລະດັບ​​ເມືອງ 17 ​ແຫ່ງ ​ແລະ ​ໂຮງ​ວັດທະນະທຳ​ແຮງ​ງານ​ໃນ​ວິ​ສາ​ຫະກິດ​ຫຼາບ​ກວ່າ 100 ​ແຫ່ງ; ຫໍ, ​ໂຮງ​ເຍົາວະ​ຊົນ​ລະດັບ​ແຂວງ 80 ​ແຫ່ງ, ຫໍ, ​ໂຮງ​ເຍົາວະ​ຊົນ​ລະດັບ​ເມືອງ, ​ໂຮງ​ເຍົາວະ​ຊົນຂອງ​ຂະ​ແໜງ​ການ ​ແລະໂຮງ​ເຍົາວະ​ຊົນຂອງ​ກອງທັບ​, ຕຳຫຼວດ​ປະຊາຊົນ 189 ​ແຫ່ງ.

ປັດ​ໄຈ​ທີ່​ສຳຄັນ​ໜຶ່ງ​ທີ່​ໄດ້​ນຳ​ມາ​ເຊິ່ງກຳລັງ​ແຮງ​ຊີວິດ ​ແລະ​ການ​ພັດທະນາ​ທີ່​ແທ້​ຈິງ ​ໃຫ້​ແກ່​ຂະ​ບວນການ​ແມ່ນ ບັນດາ​ປັດ​ໄຈ​ແກນ​ກາງ, ບັນດາປັດໃຈທີ່ກະຕືລືລົ້ນ ​ໄດ້​ພະຍາຍາມ​ຄົ້ນຫາ, ປະດິດ​ສ້າງ ​ແລະເຕັມໃຈໃຫ້ແກ່ຊຸມຊົນ. ສິ່ງ​ທີ່​​ດີ​ໃຈ​ແມ່ນ ບັນດາ​ປັດ​ໄຈ​ດີ​ເດັ່ນ​ນີ້ ປະກົດ​ຕົວ​ນັບ​ມື້​ນັບ​ຫຼາຍ ດ້ວຍ​ຈິນຕະນາການ​ປ່ຽນ​ແປງ​ໃໝ່, ປະດິດ​ສ້າງ. ພວກ​ເຂົາ​ແມ່ນນິວ​ເກຼຍທີ່​ດີ​ ໃນ​ການ​ກໍ່ສ້າງ​ຮູບ​ແບບ​ຕ່າງໆ​ເຊັ່ນ ​ເຂດ​ທີ່ຢູ່​ອາ​ໄສ​ຄຸ້ມ​ຄອງ​ຕົນ​ເອງ ກ່ຽວກັບຄວາມເປັນ ລະບຽບຮຽບຮ້ອຍ ໃນຕົວເມືອງແລະສຸຂະອະນາໄມ, ປະຊາຊົນ​ທຸກ​ຄົນ​ສາມັກຄີ​ກັນ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີວິ​ໄລ, ກຸ່ມ​ທີ່ຢູ່​ອາ​ໄສ “5 ບໍ່” (ບໍ່ມີຂີ້ເຫຍື້ອ, ບໍ່ມີຄວາມຊົ່ວຮ້າຍ, ບໍ່ມີຄອບຄົວທຸກຍາກ, ບໍ່ລຸກລ້ຳ​ທາງ​ເດີນ, ບໍ່ລະເມີດລະບຽບ), ຮູບ​ແບບ​ການຈັດ​ຕັ້ງພື້ນທີ່ວັດທະນະທໍາທີ່ສ້າງສັນໃຫມ່ ຕິດ​ກັບ​ການ​ອະນຸລັກ ​ແລະ​ເສີມ​ຂະຫຍາຍບັນດາ​ມໍລະດົກ​ວັດທະນະທຳ, ຮູບ​ແບບການ​ຕົກ​ແຕ່ງ​ທີ່ຢູ່​ອາ​ໄສ​ທີ່​ມີ​ຊື່ “ປ່ຽນ​ຫຼຸມ​ຂີ້​ເຫຍື້ອ​​ເປັນ​ສວນ​ດອກ​ໄມ້”, ຮູບ​ແບບພິທີ​ແຕ່ງດອງ​ບໍ່​ເຊີນ​ແຂກ​ຫຼາຍ​ກວ່າ 300 ຄົນ, ພິທີ​ແຕ່ງດອງ​ບໍ່​ໃຊ້​ຢາສູບ, ຂະ​ບວນການ​ດຳລົງ​ຊີວິດ​ສີຂຽວ... ຈາກ​ຜົນສຳ​ເລັດ​ຂອງ​ບັນດາ​ຂະ​ບວນການ, ປະຊາຊົນ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ຍັງ​ຢາກ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ຮູບ​ແບບ “6 ບໍ່”, “7 ບໍ່”, ​ເພີ່ມ​ເຕີມ​ບັນດາ​ມາດຕະຖານ​ໃໝ່​ ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ.

​ເພື່ອ​ໃຫ້ມີ​ຜົນງານ​ທີ່​ດີ​ໃນ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ”, ວຽກ​ງານ​ໂຄສະນາ​ຂົນຂວາຍ​ໃຫ້​ ປະຊາຊົນຂຶ້ນ​ທະບຽນ​ນາມມະຍົດ​ວັດທະນະທຳ​ ໄດ້​ຮັບ​ການ​ຍູ້​ແຮງ​ໃນ​ເວລາ​ທີ່​ຜ່ານ​ມາ. ດ້ວຍ​ຄວາມ​ຮັກ​ແພງ​ແລະ​ຜູກ​ພັນ​ສະໜິດ​ແໜ້ນ​ກັບ​ບ່ອນ​ທີ່​ຕົນ​ຢູ່ອາ​ໄສ, ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ຄະນະ​ປະຕິ​ບັກ​ງານ​ແນວ​ໂຮມ, ຫົວໜ້າ​ຄຸ້ມ​ຖະໜົນ ຫຼື​ຕົວ​ແທນ​ຂອງ​ຄອບຄົວວັດທະນະທຳທີ່​ດີ​ເດັ່ນ ​ໄດ້​ຕັ້ງໜ້າ​ເປັນ​ແບບຢ່າງ, ຂົນຂວາຍ​ປະຊາຊົນ​ ພ້ອມ​ກັນ​ເຂົ້າ​ຮ່ວມ​ຂະ​ບວນການ​ກໍ່ສ້າງ​ຊີວິດ​ວັດທະນະທຳ. ​ເພາະສະ​ນັ້ນ, ​ໃນ​ວິວັດການ​ຊີ້​ນຳ​ຍົກ​ສູງ​ຄຸນະພາບ, ປະສິດທິ​ຜົນ​ຂອງ​ຂະ​ບວນການ, ຄະນະ​ຊີ້​ນຳ​ສູງ​ກາງ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ”  ​ໄດ້​ເນັ້ນ​ໜັກ​ເຖິງ​ທິດ​ທາງ​ທີ່​ວ່າ ບັນດາ​ຮູບ​ແບບ​ທີ່​ດີ, ບັນດາ​ປັດ​ໄຈ​ທີ່​​ໂດດ​ເດັ່ນ ​ຕ້ອງ​ໄດ້​ຮັບ​ການ​ຂະຫຍາຍ​ກວ້າງ.

​ໃນ​ເວລາ​ທີ່​ຜ່ານ​ມາ, ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາຍປະຕິບັດ​ ບັນດາ​ເນື້ອ​ໃນ​ໃໝ່​ຂອງ​ຂະ​ບວນການ ​ທີ່​ໄດ້​ກຳນົດ​ໄວ້​ໃນດຳລັດ​ເລກທີ 122/2018/NĐ-CP, ລົງ​ວັນ​ທີ 17 ກັນຍາ 2018, ຂອງ​ລັດຖະບານ, ກຳນົດກ່ຽວ​ກັບ​ການ​ພິຈາລະນາ​ມອບນາມມະຍົດ “ຄອບຄົວ​ວັດທະນະທຳ”; “ບ້ານ​ວັດທະນະທຳ”, “ໝູ້ບ້ານ​ວັດທະນະທຳ”, “ຄຸ້ມ​ຖະໜົນ​ວັດທະນະທຳ” ​ໃຫ້​ມັນ​ເຂົ້າ​ສູ່​ຊີວິດ​ໂດຍ​ໄວ. ຄະນະ​ຊີ້​ນຳ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ຂອງ​ແຂວງ​ ໄດ້ຜັນ​ຂະຫຍາຍ​ປະຕິບັດຢ່າງ​ມີ​ປະສິດທິ​ຜົນ ກ່ຽວ​ກັບ​ບັນດາ​ເອກະສານ​ຊີ້​ນຳ, ​ແນະ​ນະ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ, ​ໂດຍ​ສະ​ເພາະ​ແມ່ນ​ ພາຍຫຼັງ​ທີ່​ລັດຖະບານ​ປະກາດ​ໃຊ້​ດຳລັດ​ເລກທີ 122/2018/NĐ-CP ​ແລະ​ບັນດາ​ເອກະສານ​ຊີ້​ນຳ​ການ​ຜັນ​ຂະຫຍາຍ​ປະຕິບັດ​ ຂອງ​ກະຊວງ​ວັດທະນະທຳ, ກິລາ​ແລະ​ການທ່ອງທ່ຽວ. ຄະນະ​ຊີ້​ນຳ​ຂ​ອງ​ແຂວງ​ໄດ້​ອອກ​ເອກະສານ​ແນະນຳການ​ປະຕິບັດ ການ​ພິຈາລະນາ​ມອບ​ ນາມມະຍົດ​ວັດທະນະທຳ​ແຕ່​ປີ 2019 ຕາມ​ດຳລັດ​ສະບັບ​ໃໝ່. ​ແຂວງ​ຮຶງອຽນ​ ແມ່ນ​ແຂວງ​ທຳ​ອິດ​ທີ່​ໄດ້​ວາງ​ແຜນການຝຶກ​ອົບຮົມ​ການ​ຜັນ​ຂະຫຍາຍ​ດຳລັດຈົນ​ເຖິງ​ບ້ານ; ຈັດ​ພິມໃບປິວ, ປຶ້ມ​ພັບ​ກ່ຽວ​ກັບ​ມາດຕະຖານ​ການ​ຮັບ​ຮູ້​ນາມມະຍົດ​ຄອບຄົວ​ວັດທະນະທຳ ​ແລະ ​ແຈກ​ຈ່າຍ​ໃຫ້​ຄອບຄົວ​ໃນ​ທົ່ວ​ແຂວງ; ກ່ຽວ​ກັບ​ລະບຽບການ ໃນການຈັດຕັ້ງປະຕິບັດວິຖີຊີວິດທີ່ມີຄວາມສີວິໄລ ໃນງານແຕ່ງດອງ, ງານສົບ, ງານບຸນຕ່າງໆ. ຢູ່​ທ້ອງ​ຖິ່ນ​ຕ່າງໆ, ຜົນງານ​ທີ່​​ໂດດ​ເດັ່ນ​ໃນ​ການ​ຍົກ​ສູງ​ຄຸນນະ​ພາບ ​ຂອງ​ຂະ​ບວນການ​ແມ່ນ ການ​ກວດກາ​ແລະ​ປະ​ເມີນ​ຜົນ​ ຂອງ​ກິດຈະກຳ​ການ​ເຄື່ອນ​ໄຫວ​ ຂອງ​ຂະ​ບວນການ ຢ່າງ​ສະ​ໝ່ຳສະ​ເໝີ​ແລະ​ເປັນ​ໄລຍະ, ຈາກນັ້ນ ​ໄດ້​ຄົ້ນ​ເຜີຍ​ຂໍ້​ຈຳກັດ​ຢ່າງ​ທັນ​ການ ​ແລະ​ວາ​ງມາດ​ຕະການ​ແກ້​ໄຂ, ພ້ອມ​ກັນ​ນັ້ນ​ກໍ​ຄົ້ນ​ເຜີຍ​ປັດ​ໄຈ​ໃໝ່, ​ແບບຢ່າງ​ດີ​ເດັ່ນ ​ເພື່ອ​ສັນລະ​ເສີນ ​ແລະ​ຂະຫຍາຍ​ກວ້າງ.

​ສິ່ງທີ່ດີ​ໃຈ​ແມ່ນ ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ”   ບໍ່​ພຽງ​ແຕ່​ໄດ້ສ້າງ​ການ​ປ່ຽນ​ແປງ​ທີ່​ຕັ້ງໜ້າ​ ໃນ​ຊີວິດ​ວັດທະນະທຳຢູ່​​ເຂດ​ທີ່ຢູ່​ອາ​ໄສ, ​ໃນ​ສຳນັກງານ​ອົງການ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ ຂອງ​ຫຼາຍ​ຂະ​ແໜງ​ການ​ອື່ນອີກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ກອງທັບ. ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ກົດ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ, ສະມາ​ຊິດ​ຄະນະ​ຊີ້​ນຳ​ສູນ​ກາງ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໄດ້​ມີ​ຫຼາຍ​ມາດ​ຕະການ​ຊີ້​ນຳ, ​ແນະນຳກອງທັບ​ທັງ​ໝົດ ປະຕິບັດ​ການ​ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ​ທີ່​ດີງາມ, ສົດ​ໃສ, ອຸດົມສົມບູນ​ໃນ​ກອງທັບ, ປະກອບສ່ວນ​ປະຕິບັດ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ດ້ວຍ​ທິດ​ນຳ “ສະຖານ​ທີ່​ຕັ້ງ​ທັບ​ແຕ່ລະ​​ແຫ່ງ​ເປັນ​ຈຸດ​ສະຫວ່າງ​ທາງ​ວັດທະນະທຳ”. ຊາບ​ຊຶມ​ເນື້ອ​ໃນ​ນີ້, ຫຼາຍ​ກົມ​ກອງ​ທະຫານ​ໃນ​ທ້ອງ​ຖິ່ນ​ຕ່າງໆ ​ໄດ້​ມີ​ຮູບ​ແບບ​ທີ່​ດີ, ​ມີ​ວິທີ​ປະດິດ​ສ້າງ​ສະ​ເພາະ, ສອດຄ່ອງ​ກັບ​ເງື່ອນ​ໄຂພິ​ເສດ​ຂອງ​ທ້ອງ​ຖິ່ນ ​ເພື່ອ​ຜັນ​ຂະຫຍາຍ​ຂະ​ບວນການ​ຢ່າງ​ມີ​ປະສິດທິ​ຜົນ, ຕົວຢ່າງ​ເຊັ່ນ ກຳລັງ​ປະກອບ​ອາວຸດ​ແຂວງ ບ່າ​ເຣ້ຍ-ຫວຸງ​ເຕົ່າ ​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວທີ່​ແທດ​ຈິງ ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ໂຄສະນາ, ​ເຜີຍ​ແຜ່​ວ, ຊາບ​ຊຶມ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ກ່ຽວ​ກັບ​ສາສະໜາ ​ໃຫ້​ພະນັກງານ ນັກຮົບ; ​ຂົນຂວາຍ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ຖື​ສາສະໜາ ​ໃຫ້​ປະຕິບັດ​ຂະບວນ ການ​ແຂ່ງຂັນ​ກັນ​ຮັກ​ຊາດ, ມີ​ຊີວິດ​ທີ່​ດີ​ຕາມ​ສາສະໜາທີ່​ດີງາມ, ກໍ່ສ້າງ​ກຸ່ມ​ມະຫາ​ສາມັກ​ຄີ​ປວງ​ຊົນ​ທັງ​ຊາດ, ກໍ່ສ້າງ​ວິຖີ​ຊີວິດ​ໃໝ່​ໃນ​ເຂດ​ທີ່ຢູ່​ອາ​ໄສ...ຮູບ​ແບບ​ການ​​ເຜີຍ​ແຜ່ຄວາມ​ຮູ້​ກ່ຽວ​ກັບການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ ໃຫ້​ແກ່​ພະສົງ​ແລະ​ຈົວ​ທີ່​ວັດຕ່າງໆ​ໃນ​ແຂວງ​ ບ່າ​ເຣ້ຍ-ຫວູງ​ເຕົ່າ ​ເຊິ່ງ​ໄດ້​ປະ​ເມີນ​ວ່າ ​ເປັນ​ວິທີ​ທີ່​ປະດິດ​ສ້າງ ມີ​ປະສິດທິ​ຜົນ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ແທ້​ຈິງ ​ເຂົ້າ​ໃນ​ການ​ກໍ່ສ້າງ​ຊີວິດ​ວັດທະນະທຳ ​ໃນ​​ເຂດ​ທີ່ຢູ່​ອາ​ໄສ. ວຽກງານ​ເຫຼົ່າ​ນີ້​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ, ບ່ອນ​ອີງ​ທີ່​ໄວ້​ວາງ​ໃຈ​​ໄດ້ ​ໃນ​ພີ່ນ້ອງ​ຮ່ວມຊາດ​ຊາວ​ສາສະໜາ ຢູ່​ທ້ອງ​ຖິ່ນ, ປະກອບສ່ວນ​ກໍ່ສ້າງ​ແລະ​ປັບປຸງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ​ຢູ່​ທ້ອງ​ຖິ່ນ.

ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ຂະ​ບວນການ ສອດຄ່ອງ​ກັບ​ສະພາບ​ການ​ໃໝ່

ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ໃໝ່​ໃນ​ທາງ​ບວກ, ໃນພາກປະຕິບັດຕົວຈິງ, ຍັງ​ມີ​ບັນຫາ​ທີ່​ເກີດ​ຂຶ້ນ, ຕ້ອງ​ມີ​ວິທີ​ແກ້​ຢ່າງ​ທັນ​ການ ​ເພື່ອ​ໃຫ້​ຂະ​ບວນການ​ເປັນ​ພື້ນຖານ, ກຳລັງ​ໜູນ​ທີ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ຂອງ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​ປະຈຸ​ບັນ.

ສະພາບ​ຄວາມ​ເປັນ​ຈິງ​ໃນ​ໄລຍະ​ທີ່​ຜ່ານ​ມາ​ໃຫ້​ເຫັນ​ວ່າ ນາມມະຍົດ​ວັດທະນະທຳ​ຫຼາຍ​ປະ​ເພດ​ໄດ້​ຖືກ​ມອບ​ຢ່າງ​ຫຼວງ​ຫຼາຍ, ຢູ່​ບາງ​ແຫ່ງ ​ຄຸນ​ນະພາ​ບຂອງ​ຂະ​ບວນການ​ບໍ່​ສູງ ໜັກ​ໄປ​ທາງ​ຮູບ​ນອກ, ຂາດ​ລວງ​ເລິກ; ການ​ປະຕິບັດ​ຂໍ້​ກຳນົດ​ກ່ຽວ​ກັບ​ວິຖີ​ຊີວິດ​ທີ່​ມີ​ຄວາມສີວິ​ໄລ​ໃນງານ​ແຕ່ງດອງ, ງານ​ສົບ, ​ງານ​ບຸນ ຢູ່​ບາງ​ແຫ່ງ​ ບໍ່​ບັນລຸ​ປະສິດທິ​ຜົນ​ຕາມ​ຄວາມ​ຫວັງ. ​ເພື່ອ​ຍົກ​ສູງ​ຄຸນນະພາບຂ​ອງ​ຂະ​ບວນການ​ຍິ່ງ​ກວ່າ​ອີກ, ຄະນະ​ຊີ້​ນຳ​ສູນ​ການ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໄດ້​ຊາບ​ຊຶມ​ແລະ​ຮຽກຮ້ອງ​ ໃຫ້​ບັນດາ​ທ້ອງ​ຖິ່ນ ຕ້ອງ​ປະຕິບັດ​ການ​ພິຈາລະ​ນາຄັດ​ເລືອກ​ແລະມອບນາມມະຍົດ​ວັດທະນະທຳ ​ຢ່າງ​ເຂັ້ມ​ງວດ ຕາມ​ຈິດ​ໃຈ​ຂອງ​ດຳລັດ​ເລກທີ 122/2018/NĐ-CP, ລົງ​ວັນ​ທີ 17 ກັນຍາ 2018, ຂອງ​ລັດຖະບານ, ກຳນົດ​ກ່ຽວ​ກັບການ​ພິຈາລະນາ​ມອບ​ນາມມະຍົດ “ຄອບຄົວ​ວັດທະນະທຳ”, “ບ້ານ​ວັດທະນະທຳ”, “ໝູ່​ບ້ານ​ວັດທະນະທຳ”, “ຄຸ້ມ​ຖະໜົນ​ວັດທະນະທຳ”. ​ໃນ​ບັນດາ​ໂຄ​ງການ​ກວດກາ​ການ​ປະຕິບັດ​ຂະ​ບວນການຢູ່​ທ້ອງ​ຖິ່ນ​ຕ່າງໆ, ຄະນະ​ຊີ້​ນຳ​ສູນ​ກາງຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໄດ້​​ໃຫ້​ຄວາມ​ສົນ​ໃຈ​ວ່າ​ ຕ້ອງນຳ​ເອົາ​ເນື້ອ​ໃນ ຄວາມ​ຕ້ອງການ​ໃໝ່​ ຂອງ​ຂະ​ບວນການ​ ເຂົ້າ​ສູ່​ຊີວິດ​ໂດຍ​ໄວ, ​ໃນ​ນັ້ນ​ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ຍົກ​ສູງ​ຄຸນ​ນະພາ​ບ ຂອງ​ບັນດາ​ນາ​ມະ​ຍົດ​ເວົ້າ​ລວມ, ນາ​ມະ​ຍົດ​ຄອບຄົວ​ວັດທະນະທຳ ​ເວົ້າ​ສະ​ເພາະ. ການ​ພິຈາລະນາ​ຄັດ​ເລືອກ​ ຕ້ອງ​ໄດ້​ປະຕິບັດ​ອີງບົນ​ພື້ນຖານ​ຄວາມ​ສະໝັກ​ໃຈ ​ແລະ​ພຽງ​ແຕ່​ພິຈາລະນາ​ມອບ​ໃຫ້​ເມື່ອຄອບຄົວ, ​ເຂດ​ທີ່ຢູ່​ອາ​ໄສຊຸມ​ຊົນ ​ມີ​ການ​ຈົດ​ທະບຽນ​ເຂົ້າ​ຮ່ວມ; ຜ່ານ​ນັ້ນ, ຢຸດຕິ​ການ​ພິຈາລະ​ນະ​ຄັດ​ເລືອ​ກ ມອບ​ນາ​ມະ​ຍົດຢ່າງ​ຫຼວງ​ຫຼາຍ. ພຽງ​ແຕ່​ເມື່ອ​ຮູ້​ຢ່າງ​ຖືກຕ້ອງ ກ່ຽວ​ກັບ​ເນື້ອ​ແທ້​ຂອງ​ນາ​ມມະ​ຍົດວັດທະນະທຳ​ເທົ່າ​ນັ້ນ ປະຊາຊົນ​ຈຶ່ງ​ເຂົ້າ​ໃຈ​ຄວາມ​ໝາຍ​ທີ່​ແທ້​ຈິງ​ ເຊິ່ງບັນດາ​ຂະ​ບວນການ​ວັດທະນະທຳ ​ນຳ​ມາ​ໃຫ້​ຊີວິດ​ຂອງ​ຕົນ.

ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ທີ່​ເຫັນ​​ແຈ້ງ​ຕໍ່​ການພັດທະນຂອງ​ຂະ​ບວນການ​ໃນ​ໄລຍະປະຈຸ​ບັນ​ແມ່ນ ດ້ານ​ລັບ​ຂອງ​ເສດຖະກິດ​ຕະຫຼາດທີ່​ພວມ​ກະທົບ​ໃສ່​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ; ປະຊາຊົນ​ສ່ວນ​ໜຶ່ງ, ​ໂດຍ​ສະ​ເພາະ​ແມ່ນ ​ຜູ້​ໜຸ່ມ​ນ້ອຍ​ເມີນ​ເສີຍ, ບໍ່​ສົນ​ໃສ​ຕໍ່ຄວາມເຈັບປວດ, ການສູນເສຍ, ຕໍ່​ສະພາບ​ຄວາມ​ຫຍຸ້ງຍາກ​ຂອງ​ຜູ້​ອື່ນ ​ເຊິ່ງ​ເຮັດ​ໃຫ້​ສັງຄົມ​​ແຄ້ນເຄືອງ... ບັນຫາ​ການ​ກໍ່ສ້າງ​ຊີວິດ​ວັດທະນະທຳ, ສິ່ງ​ແວດ​ລ້ມວັດທະນະທຳ​ໃນ​ສະພາບ​ການ​ໃໝ່, ຮັບປະກັນ​ຄວາມ​ກົມກຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ພວມ​ໄດ້​ວາງອອກ​ຢ່າງ​ຮີບ​ດ່ວນ. ສຳລັບ​ການ​ກໍ່ສ້າງ​ຜູ້​ຄົນ, ໜ້າ​ທີ່​ທີ່​ສຳຄັນ​ແມ່ນ​ ສ້າງ​ໃຫ້​ມີ​ສິ່ງ​ແວດ​ລ້ອມ​ວັດທະນະທຳ​ທີ່​ສົດ​ໃສ. ອັນນັ້ນຈະ​ເປັນ​ປັດ​ໄຈ​ສຳຄັນ ​ໃນ​ການ​ສ້າງ​ຜູ້​ຄົນ​ທີ່​ມີ​ຄວາມ​ກ້າຫານ, ມີ​ຄຸນສົມບັດ​ຄົບ​ຖ້ວນ ສຳລັບ​ການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ຂະ​ບວນການ​ມີ​ປະກົດ​ການ​ບາງ​ຢ່າງ​ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ກັງວົນ​ທາງ​ສັງຄົມ. ​ເຖິງ​ວ່າ​ຕົວ​ເລກ​ສະຖິຕິ​ໃຫ້​ເຫັນ​ວ່າ ຫຼາຍ​ກວ່າ 90%, ຊ້ຳ​ບໍ່​ໜຳ​ເກືອບ 100% ຈຳນວນ​ຄອບ​ຄົບ, ຄຸ້ມ​ຖະໜົນ​ ໄດ້​ຮັບ​ນາມມະຍົດ​ວັດທະນະທຳ ​ແຕ່​ຄວາມ​ເປັນ​ຈິງ​ທາງ​ສັງຄົມ​ພັດ​ບໍ່​ໃຫ້​ເຫັນ​ແຜ່ນ​ພາບ​ທີ່​ສົດ​ໃສ​ຄື​ແນວ​ນັ້ນ. ຜົນ​ທີ່​ຕາມ​ມາ​ຍັງ​ຈະ​ອັນຕະລາຍ​ກວ່າ​ນັ້ນ​ເມື່ອ​ນາມມະຍົດ​ກາຍ​ເປັນ​ “ຜົນ​ທາງ​ລົບ” ຍ້ອນ​ຜູ້​ໄດ້​ຮັບ​ນາມມະຍົດ​ບໍ່ສົມທີ່​ຈະ​ໄດ້ຮັບ, ຈາກ​ນັ້ນ, ມັນ​ເປັນ​ຜົນ​ກະທົບ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ລວມ ຂອງສັງຄົມ​ຕໍ່​ຂະ​ບວນການ. ດ້ວຍ​ບັນດາ​ເນື້ອ​ໃນ​ທີ່​ກຳນົດ​ຢ່າງ​ແໜ້ນ​ແຟ້ນ​ໃນ​ດຳລັດ​ເລກທີ 122/2018/NĐ-CP, ການ​ພິຈາລະນາ​ມອບ​ນາມມະຍົດ​ວັດທະນະທຳ ​ຈະ​ຮັບປະກັນ​ຄຸນ​ນະພາ​ບ, ສ້າງ​ກຳລັງ​ໜູນ​ໃໝ່​ ເພື່ອ​ໃຫ້​ປະຊາຊົນ​ຮ່ວມ​ແຮງ​ກັນ ​ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ, ຈາກ​ນັ້ນ​ ສ້າງ​ເງື່ອນ​ໄຂ​ພັດທະນາ​ຜູ້​ຄົນ​ຫວຽດນາມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ​ໃນ​ໄລຍະ​ໃໝ່.

​ໃນ​ກອງ​ປະຊຸມ​ສະຫຼຸບ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໄລຍະ​ປີ 2000-2018, ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ຊີ້​ນຳ, ຕ້ອງ​ຄົ້ນຄວ້າ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ ຕາມ​ທິດ​ແທ້​ຈິງ, ມີ​ປະສິດທິ​ຜົນ, ​ໃກ້​ກັບ​ຄວາມ​ເປັນ​ຈິງ, ມີ​ຈຸກ​ໜັກ​ໃຈກາງ ​ເພື່ອ​ສືບ​ຕໍ່​ພັດທະນາ​ຂະ​ບວນການ​ເຂົ້າ​ສູ່​ລວງ​ເລິກ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ຂະ​ບສນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໃນ​ສະພາບ​ການ​ໃໝ່​ປະຈຸ​ບັນ. 

ມະຕິ​ສະບັບ​ທີ 33/NQ-TW, ລົງ​ວັນ​ທີ 9 ມິຖຸນາ 2014, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄໝ​ທີ XI, ກ່ຽວ​ກັບ “ການ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ, ຜູ້​ຄົນ​ຫວຽດນາມ​ ຕອບ​ສະໜອງ​ຄວາມ​ຕ້ອງ​ການ ຂອງ​ການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ” ​ໄດ້​ວາງ​ໜ້າ​ທີ່​ກໍ່ສ້າງ​ຊີວິດ​ວັດທະນະທຳ​ໃນ​ເຂດ​ທີ່ຢູ່​ອາ​ໄສ, ສຳນັກງານ​ອົງການ, ວິ​ສາ​ຫະກິດ​ໃຫ້​ມີ​ຄວາມ​ສາມັກຄີ, ປະຊາທິປະ​ໄຕ, ສີວິ​ໄລ, ບັນລຸ​ມາດຕະຖານ​ທີ່​ແທ້​ຈິງ​ທາງ​ດ້ານ​ວັດທະນະທຳ, ປະຕິບັດ​ກົດ​ລະບຽບ​ປະຊາທິປະ​​ໄຕ​ຢູ່​ຮາກ​ຖານ​ຢ່າງ​ດີ​, ກໍ່ສ້າງ​ແບບ​ຊີວິດ​ວັດທະນະທຳ​ທີ່​ກ້າວໜ້າ​ແລະສີວິ​ໄລ, ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ງານ​ແຕ່ງດອງ, ງານ​ສົບ, ງານ​ບຸນ; ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ ​ຂອງ​ການ​ຂົນຂວາຍ​ວັດທະນະທຳ, ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ”.

ສະພາບ​ການ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ການ​ກະທົບຈາກ​ບັນດາ​ຄຸນຄ່າ​ໃໝ່ ທັນ​ສະ​ໄໝ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ຮຽກຮ້ອງ​ໃຫ້ການ​ປະຕິບັດ​ຂະ​ບວນການ​ຕ້ອງ​ມີ​ການ​ຄົ້ນຄວ້າ, ຕີ​ລາຄາ​ສະພາບ​ການ​ ເພື່ອ​ວາງ​ມາດ​ຕະການ​ແກ້​ໄຂ.

ທີ​ໜຶ່ງ, ລະດົມ​ບັນດາ​ກຳລັງ ​ແລະ​ລະບົບ​ການ​ເມືອງ​ທັງ​ໝົດ​ ໃຫ້​ເຂົ້າ​ຮ່ວມ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ຢ່າງ​ຕັ້ງໜ້າ. ​ເພີ່ມ​ທະວີ​ການ​ປ່ຽນ​ແປງ​ໃໝ່​ ວຽກ​ງານ​ການ​ໂຄສະນາ ​ເພື່ອ​ແນ​ໃສ່​ສ້າງ​ຄວານ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້ຢູ່​ໃນ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​​ແລະ​ຂະ​ແໜງ​ການ​ທຸກຂັ້ນ, ຢູ່​ໃນ​ສຳນັກງານ​ອົງການ​ຂອງ​ລັດ​ຈົນ​ເຖິງ​ໃນ​ສັງຄົມ, ​ໃນ​ພະນັກງານ​ສະມາຊິກ​ພັກ ຈົນ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ກ່ຽວ​ກັບ​ບົດບາດ ທີ່​ຕັ້ງ​ຂອງ​ວັດທະນະທຳ ​ແລະ ປັດ​ໄຈ​ມະນຸດ ສຳລັບ​ພາລະກິດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ກໍ່​ຄື​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ ແລະຄວາມ​ຕື່ນ​ຕົວ​ສະໝັກ​ໃຈ ຂອງ​ຊຸມ​ຊົນ, ການ​ເສີມ​ຂະຫຍາຍ ​ບົດ​ບາດ​ເປັນ​ເຈົ້າ​ການ ຕັ້ງໜ້າ ປະດິດ​ສ້າງ​ຂອງ​ປະຊາຊົນ ​ໃນ​ການ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ ຢູ່​ຮາກ​ຖານ.

ທີ​ສອງ, ສືບ​ຕໍ່​ປັບປຸງ​ລະບົບ​ກົດໝາຍ​ກ່ຽວ​ກັບ​ວັດທະນະທຳ ​ແລະ​ການ​ກໍ່ສ້າງ​ຊີວິດ​ວັດທະນະທຳ; ສືບ​ຕໍ່​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ປະຕິບັດ ​ດຳລັດ​​ເລກທີ 122/2018/NĐ-CP, ລົງ​ວັນ​ທີ 17 ກັນຍາ 2018, ຊອງ​ລັດຖະບານ ​ເຊິ່ງ​ເປັນ​ແລວ​ທາງ​ກົດໝາຍ​ທີ່​ສຳຄັນ ​ເພື່ອ​ຍົກ​ສູງຄຸນ​ນະພາ​ບ ຂອງການ​ກໍ່ສ້າງ​ບັນດາ​ນາມມະຍົດ​ວັດທະນະທຳ. ຈັດ​ຕັ້ງ​ຢ່າງ​ດີ ກາ​ນພິຈາລະນາ​ໃຫ້​ຄວາມ​ເຫັນ, ການ​ຮັບ​ຮູ້, ການ​ຍ້ອງຍໍ, ການ​ໃຫ້​ລາງວັນ​ ກ່ຽວ​ກັບ​ຄອບຄົວ​ວັດທະນະທຳ ຮັບປະກັນ​ຄວາມ​ເປີດ​ເຜີຍ, ປະຊາທິປະ​ໄຕ ບັນລຸ​ປະສິດທິ​ຜົນ​ແທ້​ຈິງ, ຜ່ານ​ຜ່າ “ພະຍາດ​ຮູບ​ນອກ” ຂາດ​ຄວາມ​ເລິກ​ເຊິ່ງ. ສືບ​ຕໍ່​ຍູ້​ແຮງ​ການ​ກໍ່ສ້າງ​ບ້ານ (ບ້ານ, ໝູ່​ບ້ານ, ຄຸ້ມຖະໜົນ) ວັດທະນະທຳ; ກໍ່ສ້າງ​ຕາ​ແສງ​ບັນລຸ​ມາດຕະຖານ​ວັດທະນະທຳ​ຊົນນະບົດ​ໃໝ່; ກໍ່ສ້າງຄຸ້ມ​ເມືອງ, ຕົວ​ເມືອງ​ນ້ອຍ​ ບັນລຸ​ມມາດຕະຖານຕົວ​ເມືອງ​ສີ​ວິ​ໄລ. ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງຕົນ​ເອງ ​ແລະສະຕິ​ຮັບຜິດຊອບ​ຊຸມ​ຊົນ ​ໃນ​ການ​ຮັກສານາມມະຍົດ​ວັດທະນະທຳ​ໄວ້​ໃຫ້​ໝັ້ນຄົງ. 

ທີ​ສາມ, ສືບ​ຕໍ່​ເລືອກ​ເອົາ​ບາງ​ວຽກ​ງານ​ລະອຽດ ​ເພື່ອ​ສຸມ​ໃສ່​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ ​ແລະມີ​ແຮງ​ແຜ່​ກະຈາຍ​ໃນ​ຊີວິດ​ວັດທະນະທຳ​ຊຸມ​ຊົນ. ປ່ຽ​ນແປງ​ໃໝ່​ ວຽກ​ງານ​ປະ​ເມີນ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ”, ບໍ່​ພຽງ​ແຕ່​ອີງ​ໃສ່​ຕົວ​ເລກ, ອັດຕາ​ສ່ວນ​ເທົ່າ​ນັ້ນ ​ແຕ່​ຍັງ​ຕ້ອງ​ອີງ​ໃສ່ການ​ປະ​ເມີນ​ຄ່າ​ສະ​ເພາະ... ​ເປັນ​ເຈົ້າ​ການ​ໃນ​ການ​ຊຸກຍູ້, ກວດກາ, ຄົ້ນ​ເຜີຍ ​ແລະ​ແກ້​ໄຂ ​ຂໍ້​ຈຳກັດ​ຢ່າງ​ທັນ​ການ... ຄຽງ​ຂ້າງ​ນັ້ນ, ຄະນະ​ຊີ້​ນຳ​ສູນ​ກາງຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ສ້າງ​ແຜນການ​ປະສານ​ງານ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ ແລະທ້ອງ​ຖິ່ນ ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ງານ; ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ແບບ​ວິທີ​ການ​ເຄື່ອນ​ໄຫວວັດທະນະທຳ ຕາມ​ທິດທາງ​ແທດ​ກັບ​ຄວາມ​ຈິງ, ມີ​ປະສິດທິ​ຜົນ, ມີ​ຈຸດ​ໜັກ​ໃຈກາງ. ຈັດ​ຕັ້ງ​ການ​ກວດກາ, ປະ​ເມີນ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ​ຂັ້ນ​ຕ່າງໆ ​ແລະ ປະ​ເມີນ​ວຽກ​ງານ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຢູ່ທ້ອງ​ຖິ່ນ​ແລະ​ຮາກ​ຖານ, ຈັດການ​ສະຫຼຸບ​ຂະ​ບວນການ​ເປັນ​ໄ​ລຍະ ຈາກ​ນັ້ນ​ຖອດ​ຖອນ​ບົດຮຽນ​ປະສົບ​ການ; ສ້າງ​ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມ; ວາງ​ກຳນົດ​ເປົ້າ​ໝາຍ, ມາດ​ຕະການ ​ເພື່ອ​ພັດທະນາ​ຂະ​ບວນການ​ໃນ​ໄລຍະ​ຕໍ່​ໄປ.

ທີ​ສີ່, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ” ດ້ວຍ​ການ​ສ້າງ​ແຮງ​ແຜ່​ກະຈາຍ ຈາກ​ບັນດາ​ຮູບ​ແບບ​ທີ່​ດີ​ເດັ່ນ, ດ້ວຍ​ບັນດາ​ຄຸນຄ່າ​ມະນຸດ​ອະລິຍະ​ທຳ​ຫຼັກ​ເຊັ່ນ ​ແບບຢ່າງ​ຂອງ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ຄະນະ​ປະຕິບັດ​ງານ​ແນວ​ໂຮມ, ຫົວໜ້າ​ຄຸ້ມ​ຖະໜົນ ຫຼື​ຕົວ​ແທນ​ຄອບຄົວ​ວັດທະນະທຳ​; ມີ​ລະບອບ​ຄ່າ​ຕອບ​ແທນທີ່​ເໝາະ​ສົມ ​ເພື່ອສ້າງ​ກຳລັງ​ໜູນ​ ຊຸກຍູ້ບຸກຄົນ​ທີ່​ດີ​ເດັ່ນ​ເຫຼົ່າ​ນັ້ນ ສືບ​ຕໍ່​ປະກອບສ່ວນ​ໃຫ້​ຊຸມ​ຊົນ. ​ເອົາ​ບັນດາ​ໜ້າ​ທີ່ຂອງ​ຂະ​ບວນການ​ແຊກ​ຊ້ອນ​ເຂົ້າ​ໃນບັນດາ​ຂະ​ບວນການ​ແຂ່ງຂັນ​ກັນ​ຮັກ​ຊາດ​ອື່ນ ຂອງ​ບັນດາ​ຄະນະ, ຂະ​ແໜງ​ການ, ອົງຄະ​ນະມະ​ຫາ​ຊົນ; ​ເຊື່ອມ​ຕິດ​ຢ່າງ​ແໜ້ນ​ແຟ້ນກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ລະດົມທຸກແຫຼ່ງກຳລັງ ​ແລະ​ສຸມ​ໃສ່​ລົງທຶນ​ໃນ​ວັດທະນະທຳ ​ໃຫ້​ທຽບ​ເທົ່າ​ກັບ​ການ​ລົງທຶນ​ໃນ​ຂົງ​ເຂດ​ອື່ນ, ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ວັດທະນະທຳ.

ທີ​ຫ້າ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ວັດທະນະທຳຢູ່​ຮາກ​ຖານ. ຍົກ​ສູງ​ປະສິດທິ​ຜົນ​ ຂອງ​ການ​ປະສານ​ງານ ​ລະຫວ່າງ​ຂະ​ແໜງ​ການ ​ໃນ​ການ​ຜັນ​ຂະຫຍາຍ, ປະຕິບັດ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ”; ສະມາຊິກແຕ່ລະຄົນຂອງຄະນະຊີ້ນຳທີ່ຮັບຜິດຊອບພື້ນທີ່ ​ຈະ​ຕ້ອງເພີ່ມ​ທະວີ​ການ​ຕິດຕາມ​ກວດກາ ​ແລະ ຊຸກຍູ້ການ​ປະຕິບັດ​ຂະ​ບວນການ.

ທີ​ຫົກ, ຍູ້​ແຮງ​ວຽກ​ງານ​ສຶກສາ​ອົບຮົມ​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ໃນ​ຄອບຄົວ ​ແລະ ການ​ກໍ່ສ້າງ​ວັດທະນະທຳ​ໃນ​ສຳນັກງານ. ຈັດ​ຕັ້ງ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ວຽກ​ງານ​ຄອບຄົວ​ແລະສຶກສາ​ອົບຮົມ​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ຄອບຄົວ, ມຸ່ງ​ໄປ​ສູ່​ການສ້າງວັດທະນະທຳການປະພຶດ​ແລະການສື່ສານທີ່ມີອາລະຍະ​ທຳ ​ໃນ​ແຕ່​ລະ​ຄອບຄົວ, ສາຍ​ຕະກຸນ, ຊຸມ​ຊົນ​ທີ່ຢູ່​ອາ​ໄສ ​ແລະ ​ໃນ​ສຳນັກງານ, ສ້າງ​ການ​ປ່ຽນ​ແປງ​ທີ່​ດີ​ໃນ​ວັດທະນະທຳ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ສັງຄົມ./.

---------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 939 (​ເດື່ອ​ນ​ເມສາ 2020)