ວັນນະຄະດີຫວຽດນາມຮ່ວມ​ສະ​ໄໝ: ຜົນສໍາເລັດ ແລະ ບັນຫາທີ່ຕັ້ງຂຶ້ນ (ຕອນທີ 1)

ຮສ. ປອ. ຫງວຽນເຖກີ໋
ກຳມະການສູນກາງພັກ, ຜູ້ອໍານວຍການໃຫຍ່ສະຖານີວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີແລະການວິຈານສິລະປະວັນນະຄະດີສູນກາງ
11:53, 21-02-2021

ວກ - ໄປພ້ອມກັບພາລະກິດປ່ຽນແປງໃໝ່ຂອງປະເທດຊາດ, ບັນດານັກປະພັນ ແລະນັກກະວີຫວຽດນາມ ໄດ້ມານະພະຍາຍາມໃນການຊອກຄົ້ນ ​ແລະ​ຜ່ານ​ການ​ທົດ​ສອບພຶດຕິກໍາຕົວຈິງຫຼາຍຄັ້ງ ເພື່ອສ້າງບາດກ້າວຫັນປ່ຽນທີ່ສໍາຄັນ ໃນຄວາມຮັບຮູ້, ຈິນຕະນາການ ແລະຫຼັກການຂີດຂຽນ... ທີ່ສ່ອງແສງເຖິງສະພາບຄວາມເປັນຈິງພາຍຫຼັງ​ທີ່ທົ່ວປະເທດໄດ້ “ຕໍ່ສູ້” ແກ້ໄຂຜ່ານ​ຜ່າຜົນຮ້າຍອັນໜັກໜ່ວງຈາກສົງຄາມ, ຄ່ອຍໆ ສ້າງ “ຄວາມລຶ້ງເຄີຍ” ກັບກົນໄກຕະຫຼາດ, ການພັດທະນາ ແລະການເຊື່ອມໂຍງ​ເທື່ອ​ລະ​ກ້າວ...ບັນດາບາດກ້າວ “ປ່ຽນແປງຕົນເອງ” ດັ່ງກ່າວຂອງສິລະປິນເປັນ “ຂີດໝາຍ” ສໍາຄັນທີ່ສະແດງໃຫ້ເຫັນວ່າ ວັນນະຄະດີໄດ້ປະກົດມີສີສັນຄວາມຈະ​ເລີ​ນ​ໃໝ່​ໃນ​ຫຼາຍໆ​ດ້ານ, ຈົນເຖິງລະດັບທີ່ວ່າ ນັກຄົ້ນຄວ້າຈໍານວນບໍ່ໜ້ອຍໄດ້ຖືເອົາຈຸດນີ້ເປັນ “​ໄລຍະ​ແຫ່ງ​ການຟື້ນຄວາມຈະເລີນຄືນໃໝ່” ຂອງວັນນະຄະດີ, ອັນປະກອບສ່ວນພາ​ໃຫ້​ວັນນະຄະດີຫວຽດນາມກ້າວສູ່ໄລຍະໃໝ່ - ໄລຍະແຫ່ງວັນນະຄະດີຮ່ວມ​ສະ​ໄໝ​ເລີ່​ມຕົ້ນ​ແຕ່ປີ 1986 ເປັນຕົ້ນມາ.

ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ ພ້ອມດ້ວຍບັນດາຜູ້ແທນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນບັນດາສະມາຄົມສິລະປະວັນນະຄະດີຫວຽດນາມ ຄົບຮອບ 70 ປີ (ວັນທີ 25 ກໍລະກົດ 1948 - ວັນທີ 25 ກໍລະກົດ 2018) ແລະ ຕ້ອນຮັບຫຼຽນໄຊດາວຄໍາ _ພາບ: TTXVN

1. ພາບທົ່ວ​ໄປ

ໃນໄລຍະຕົ້ນ, ວັນນະຄະດີຮ່ວມ​ສະ​ໄໝໄດ້ຮັບອິດທິພົນຈາກ “ຫຼາຍທິດ” ຂອງ​ສະພາບແວດລ້ອມທາງການເມືອງ, ສັງຄົມ, ການປະສົມປະສານລະຫວ່າງ​ໄລຍະ​ສັນຕິ ​ແລະໄລຍະສົງຄາມ; ລະຫວ່າງກົນໄກເສດຖະກິດລວມສູນອາດຍາສິດ, ເກື້ອກູນ ແລະ ກົນໄກຕະຫຼາດ; ລະຫວ່າງອັນເກົ່າ, ອັນລຶ້ງເຄີຍ ແລະ ອັນໃໝ່,... ໄດ້ເຮັດໃຫ້ບັນດາ​ນັກ ປະດິດຄິດແຕ່ງສິລະປະວັນນະຄະດີບໍ່ອາດຫຼີກລ່ຽງໄດ້ຈາກຄວາມຕົກຕະລຶງ ແລະກະຕືລື​ລົ້ນຕໍ່ກັບສິ່ງແປກໃໝ່, ຄວາມອຸດົມສົມບູນແລະສັບສົນ ຂອງຊີວິດສັງຄົມ.

ໃນວັນທີ 28 ພະຈິກ 1987, ກົມການເມືອງສູນກາງພັກສະໄໝທີ VI ໄດ້ອອກ​ມະຕິສະບັບເລກທີ 05-ມຕ/ສກພ, “ວ່າດ້ວຍການປ່ຽນແປງໃໝ່ ແລະຍົກ​ສູງ​ລະດັບ​ການ​ນຳພາ, ຄຸ້ມຄອງທາງດ້ານສິລະປະ, ວັນນະຄະດີ ແລະວັດທະນະທໍາ, ເສີມຂະຫຍາຍ ກຳລັງຄວາມສາມາດປະດິດສ້າງ, ເຮັດໃຫ້ສິລະປະ, ວັນນະຄະດີ ແລະວັດທະນະທໍາ ຂະຫຍາຍຕົວສູ່ບາດກ້າວໃໝ່”. ມະຕິໄດ້ເນັ້ນໜັກວ່າ: “ສົ່ງເສີມການຊອກຄົ້ນ, ທົດ​ລອງ​ຕົວ​ຈິງໃນທຸກວິທີ, ທຸກແບບແຜນ ເພື່ອຈຸດປະສົົງຕອບສະໜອງດ້ານຊີວິດ​ຈິດ​ໃຈ​ທີ່​ປອດ​ໃສ, ເກີດປະໂຫຍດແກ່ມວນຊົນ. ລົບລ້າງບັນດາທ່າອຽງການປະພັນແບບເສື່ອມສາມ, ໄຮ້ຄວາມເປັນມະນຸດ”. ຈາກມະຕິດັ່ງກ່າວນີ້ ໄດ້ເຮັດໃຫ້ຈິດໃຈປະຊາທິປະໄຕໃນການປະ ດິດຄິດແຕ່ງສິລະປະວັນນະຄະດີ ໄດ້ຮັບການໃຫ້ຄວາມສໍາຄັນ, ໄດ້ຮັບການສົ່ງເສີມ ແລະເປີດກວ້າງການທົດລອງ, ປະດິດຄິດແຕ່ງ...

ວັນທີ 16 ມິຖຸນາ 2008, ກົມການເມືອງສູນກາງພັກ ສະໄໝທີ X ໄດ້ອອກ ມະຕິສະບັບເລກທີ 23-ມຕ/ສກພ “ວ່າດ້ວຍການສືບຕໍ່ກໍ່ສ້າງ​ແລະ​ພັດທະນາ​ວັນນະຄະດີ, ສິລະ​ປະ​ໃນໄລຍະໃໝ່”. ມະຕິດັ່ງກ່າວໄດ້ເນັ້ນໜັກວ່າ: ວັນນະຄະດີ, ສິລະປະ ​ເປັນ​ຂົງ​ເຂດທີ່ມີຄວາມສຳຄັນທີ່ສຸດ, ປະກອບສ່ວນໂດຍກົງເຂົ້າໃນການກໍ່ສ້າງພື້ນຖານດ້ານ​ຈິດ​ໃຈຂອງສັງຄົມ ແລະ ການພັດທະນາຢ່າງຮອບດ້ານ ຂອງຄົນຫວຽດນາມ. ມະຕິດັ່ງກ່າວ ຍັງໄດ້ຢັ້ງຢືນເຖິງການພັດທະນາອັນເລິກເຊິ່ງ ແລະ ກວ້າງຂວາງຂອງ​ວັນນະ​ສິນ​ມະຫາຊົນ, ພ້ອມກັນນັ້ນກໍໄດ້ສຸມໃສ່ການກໍ່ສ້າງ ແລະພັດທະນາວັດທະນະທຳ, ສິລະ​ປະ​ທີ່​ເປັນມືອາຊີບ. ບົນພື້ນຖານການອະນຸລັກຮັກສາ, ພັດທະນາ ແລະ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າຂອງວັດທະນະທຳ, ສິລະປະແຫ່ງຊາດ, ສືບຕໍ່ເປີດກວ້າງການພົວພັນຮ່ວມ​ມື​ສາກົນ, ຮັບເອົາຢ່າງມີການເລືອກເຟັ້ນຕໍ່ບັນດາຄຸນຄ່າດ້ານມະນຸດສະທຳ, ວິທະຍາສາດ, ຄວາມກ້າວໜ້າ ຂອງຕ່າງປະເທດ, ພ້ອມກັນນັ້ນກໍສະກັດກັ້ນຢ່າງ​ເດັດ​ຂາອ ​ແລະເອົາຊະນະຕໍ່ກັບທຸກກົນອຸບາຍ, ເລ່ລ່ຽມຈໍາວາງ, “ຮຸກຮານ” ທາງ​ວັດທະນະທຳ ຂອງບັນດາອິດທິກໍາລັງສັດຕູ.

ບັນດານັກປະພັນຜູ້ນໍາໜ້າໃນການປ່ຽນແປງໃໝ່ດ້ານການປະດິດສ້າງວັນນະຄະດີ, ມີຈໍານວນບໍ່ໜ້ອຍທີ່ໄດ້ປະສົບຜົນສຳເລັດອັນສໍາຄັນຕັ້ງແຕ່ສະໄໝສົງຄາມ ເຊັ່ນ: ໂຕຮວ່າຍ, ເຈ໋ລານວຽນ... ບັນດານັກປະພັນ, ນັກກະວີ ໄດ້ເຕີບໃຫຍ່ຂະຫຍາຍຕົວຈາກ​ການ​ຕໍ່ສູ້ຕ້ານຝະລັ່ງ ທັງຍັງໄດ້ສືບຕໍ່ບັນດາບາດກ້າວປ່ຽນແປງໃໝ່ທີ່ໜັກແໜ້ນ ເຊັ່ນ: ຫງວຽນດິ່ງທີ, ຈິ໋ງຫຶວ, ເຈິ່ນເຢິ່ນ, ເລດາດ. ບັນດານັກປະພັນໄດ້ຢັ້ງຢືນແຕ່ຫົວທີ​ເຖິງ​ຊື່​ສຽງຮຽງນາມຂອງຕົນໃນສົງຄາມຕໍ່ຕ້ານອາເມລິກາ ດ້ວຍບັນດາການປະດິດ​ແຕ່ງ​ທີ່​ມີ​ລັກສະນະບຸກທະລຸ ທັງທາງດ້ານເນື້ອໃນແນວຄິດ ແລະຫຼັກການຂີດຂຽນ ເຊັ່ນ: ຫງວຽນ ມິງເຈົາ, ມາວັນຂາງ, ເລລຶ້ວ... ສືບສານຕໍ່ຈາກພວກເພິ່ນກໍ່ມີຖັນແຖວນັກປະພັນ​ໄລຍະ​ໃໝ່ທີ່ຄ່ອຍໆເຕີບໃຫຍ່ຂຶ້ນໃນພາຍຫຼັງ. ຄຽງຄູ່ກັບການທີ່ບັນດານັກປະພັນ​ໄດ້ສືບ​ຕໍ່​ປະພັນ​ກ່ຽວກັບຫົວບົດເລື່ອງທີ່ເປັນມູນເຊື້ອນັ້ນ ແມ່ນຖັນແຖວນັກປະພັນໃໝ່ທີ່ຫາກໍ່ປະກົດ​ຕົວ​ຂຶ້ນ ແລະໄດ້ສ້າງຜົນງານ, ມີຜົນສໍາເລັດທີ່ພົ້ນເດັ່ນໃນທັນທີ, ນັ້ນແມ່ນ ຫງວຽນຮຸຍທຽບ, ບ້າວນິງ, ໂຮ່ແອັງຖາຍ, ຫງວຽນຫວຽດຮ່າ, ຫງວຽນບິ່ງເຟືອງ, ໂດ໋ບິກຖຸຍ...ວັນນະຄະດີ​ບັນດາຊົນ​ເຜົ່າກໍ່ໄດ້ປະກົດສີສັນຄວາມຈະເລີນດ້ວຍບັນດານັກປະພັນ ເຊັ່ນ: ອີເຟືອງ, ລໍ່ເງິນຊຸ້ນ, ກາວຊຸຍເຊີນ, ອິນຣາສາຣາ...

ບັນດານັກປະພັນແລະນັກກະວີ​ໄດ້​ມີ​ສະຕິ​ແລະ​ມີ​ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ ດ້ານສິລະປະຫຼາຍກວ່າເກົ່າ ແລະສາມາດຢັ້ງຢືນໄດ້ນິໄສອັດຕະບຸກຄົນ​ໃນ​ການ​ປະດິດ​ສ້າງ. ສະຕິໃນການເຊື່ອມໂຍງກັບວັນນະຄະດີຂອງພາກພື້ນແລະຂອງໂລກ ​ໄດ້​ສະ​ແດງ​ອອກ​ໃນທຸກດ້ານ: ການ​ປະພັນ, ທິດສະດີ, ການ​ວິຈານ, ການຄົ້ນຄວ້າ, ການແປ ແລະການແລກປ່ຽນໂດຍກົງ... ບັນດາພາຫະນະ, ແບບວິທີການ​ສື່ສານນັບມື້ຍິ່ງ​ມີ​ຄວາມ​ອຸດົມສົມບູນ ແລະຫຼາຍຮູບຫຼາຍແບບກວ່າເກົ່າ; ວົງຄະນາຍາດຊາວຫວຽດນາມຜູ້​ຮັກ​ຊາດຢູ່ຕ່າງປະເທດ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ຍິ່ງໄປກວ່ານັ້ນອີກ, ການເປີດກວ້າງ​ການ​ພົວພັນໃນບັນດາຂົງເຂດ: ເສດຖກິດ, ວັດທະນະທະນໍາ... ກັບບັນດາປະເທດ​ໃນ​ໂລກ ໄດ້ສ້າງສະພາບແວດລ້ອມເງື່ອນໄຂສະດວກເອື້ອອໍານວຍ, ເຮັດໃຫ້ການພົບປະ​ແລກປ່ຽນວັນນະຄະດີໃນໄລຍະນີ້ ມີລັກສະນະເລິກເຊິ່ງ, ເຂັ້ມແຂງ ແລະຮອບດ້ານ​ກວ່າ​ເກົ່າ.

ບັນດາຄວາມສໍານຶກກ່ຽວກັບສິລະປະບໍ່​ໄດ້​ເປັນ​ແບບ​ດຽວ​ກັນ​ຄື​ແຕ່​ກ່ອນ, ​ແຕ່ກາຍ​ເປັນ​ຄວາມຫຼາກຫຼາຍ, ສ້າງເປັນ “ສີສັນ” ທີ່ແຕກຕ່າງກັນໃນການປະພັນ. ພື້ນຖານ​ວັນນະຄະດີໃນໄລຍະນີ້, ໂດຍພື້ນຖານແລ້ວ ໄດ້ເຄື່ອນເໜັງໄປຕາມຈິດໃຈປະຊາທິປະ​ໄຕ​ແລະຄວາມເມດຕາຈິດ. ນັກປະພັນຜູ້ປະດິດຄິດແຕ່ງມີຄວາມກ້າຫານ​ໃນ​ການ​ສ້າງ​ຄວາມ​ກ້າວໜ້າ​ໃໝ່ດ້ານຫຼັກການຂີດຂຽນ, ກ້າເວົ້າ, ກ້າທີ່ຈະສະທ້ອນໃຫ້ເຫັນຄວາມຈິງ ທີ່ເມື່ອກ່ອນນີ້ຖືກຖືວ່າມີຄວາມ “ອະອຽດອ່ອນ”, ຊໍ້າບໍ່ໜໍາແມ່ນ “ເຂດທີ່ຕ້ອງຫ້າມ”, ແລະ ກ້າຫານປະຕິບັດວິທີການດໍາເນີນແນວທາງສິລະປະໃໝ່, ສຶກສາຄົ້ນຄວ້າ ແລະ​ເຊື່ອມ​ໂຍງກັບວັດທະນະທຳໂລກຮ່ວມ​ສະ​ໄໝ. ໃນໄລຍະໃໝ່ນີ້ ​ໄດ້​ມີ​ການ​ປະກົດ​ຕົວ​ຂຶ້ນ​ຂອງຖັນແຖວນັກປະພັນ, ນັກກະວີທີ່ມີຈິນຕະນາການໃໝ່, ວິທີການຂຽນແບບໃໝ່, ອັນໄດ້ປະກອບສ່ວນສ້າງເປັນ ໄລຍະການຂະຫຍາຍຕົວຂອງວັນນະຄະດີ ທີ່ເຕັມ​ໄປ​ດ້ວຍບັນດາຜົນສໍາເລັດທີ່ຫຼາກຫຼາຍ.

ຄຽງຄູ່ກັບບັນດາຜົນສຳເລັດທີ່ກ່າວມາຂ້າງເທິງ, ວັນນະຄະດີຮ່ວມ​ສະ​ໄໝກໍ​ຍັງ​ຕ້ອງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ. ຜົນກະທົບດ້ານຫຍໍ້ທໍ້ຂອງເສດຖະກິດຕະຫຼາດ ໄດ້ເຮັດໃຫ້ນັກປະພັນ, ນັກກະວີຈໍານວນບໍ່ໜ້ອຍ ຕົກຢູ່ໃນຮູບແບບການຂຽນທີ່ມັກງ່າຍ, ຫຍາບຄາຍ, ຖືເອົາສິລະປະເປັນການຄ້າ, ຫ່າງເຫີນຈາກມາດຕະຖານດ້ານວັດທະນະທຳ ແລະຈັນຍາບັນສັງຄົມ. ບັນດາຂໍ້ຂັດແຍ້ງ ລະຫວ່າງການເຊື່ອມໂຍງ ກັບຄວາມຮຽກຮ້ອງ ຕ້ອງການໃນການຮັບເອົາວັດທະນະທຳ​ຕ່າງປະ​ເທດຢ່າງມີການເລືອກເຟັ້ນ ແລະ ການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດ…​ໄດ້​ສ້າງ​ເປັນຄວາມ “ລັງເລໃຈ” ຫຼື “ເດີນຫຼົງຜິດ” ຂອງນັກສິລະປິນຫຼາຍຄົນ.

2. ສະພາບການປະດິດແຕ່ງ ແລະ ຜົນສໍາເລັດຈໍານວນໜຶ່ງ

2.1. ກະວີນິພົນ

ເມື່ອທຽບກັບວັນນະຄະດີປະເພດຄໍາຮ້ອຍແກ້ວແລ້ວ, ຜົນສຳເລັດຂອງ​ກະວີ​ນິພົນ​ຮ່ວມ​ສະ​ໄໝ ແມ່ນມີຄວາມຈົ່ງຈຽມກວ່າ. ເຖິງແມ່ນວ່າຈະມີການປັບປຸງປ່ຽນແປງໃໝ່ ຢູ່ເລື້ອຍໆກໍ່ຕາມ, ແຕ່ກະວີນິພົນກໍ່ຍັງບໍ່ທັນສາມາດສ້າງເປັນບັນດາທ່າອຽງ, ​ແນວ​ໂນ້ມອັນ​ເປັນຕົ້ນຕໍໄດ້ເທື່ອ. ເມື່ອເວົ້າເຖິງການປ່ຽນແປງໃໝ່ ຂອງກະວີນິພົນ​ຮ່ວມ​ສະ​ໄໝ ກໍ່ບໍ່ອາດຈະບໍ່ເວົ້າເຖິງການປ່ຽນແປງໃໝ່ຢູ່ໃນນັກກະວີຈຳນວນ​ໜຶ່ງ​ທີ່​ມີ​ຜົນງານ​ບໍ່​ຫຼາຍ​ກໍ​ໜ້ອຍ. ນັ້ນແມ່ນຄວາມ “ສຸກງ່ອມ” ແລະການປະສົບຜົນສຳເລັດຂອງ ຫງວຽນຄວາດ່ຽມ, ຫຶວຖິ້ງ, ເຈິ່ນແມ້ງຫ້າວ, ​ແອັງງ້ອກ, ບັ່ງຫວຽດ, ຫວູກວັ່ນເຟືອງ, ເຈິ່ນດັງຄວາ, ຮວ່າງຢວ້ານເກີ່ມ, ເວືອງຈ້ອງ... ດ້ວຍບັນດາບົດປະພັນກ່ຽວກັບການຕໍ່ສູ້ປະຕິວັດ, ການສ້າງສາ ແລະປົກປັກຮັກສາປະເທດຊາດ.

ໃນບັນດາປັດໄຈຕ່າງໆທັງໝົດ ຂອງການປ່ຽນແປງໃໝ່ດ້ານວັນນະຄະດີ ເບິ່ງຄືວ່າການປ່ຽນໃໝ່ໃນກະວີນິພົນ ເປັນປັດໄຈທີ່ຜູ້ອ່ານໃຫ້ຄວາມສົນໃຈຫຼາຍທີ່ສຸດ. ການ “ປະຕິວັດ” ໃນການໃຊ້ຄໍາສັບ ສໍານວນ ແລະ ສໍານຽງສຽງເວົ້າ ໄດ້ “ລິເລີ່ມຂຶ້ນ” ໂດຍຮຸ່ນນັກກະວີຈໍານວນໜຶ່ງກ່ອນນີ້. ດ້ວຍຄວາມສໍານຶກທີ່ພະຍາຍາມປະດິດແຕ່ງ ໃຫ້ຄໍາກອນປະກອບມີຫຼາຍ “ຄໍາສັບເງົາ”, “ເຮັດໃຫ້ບົດກອນກັບຕົວອັກສອນ​ເປັນອັນ​ໜຶ່ງ​ດຽວ”, ບັນດານັກກະວີ ເຊັ່ນ: ເລດາດ, ເຈິ່ນເຢິ່ນ, ດັ້ງດິ່ງຮຶງ, ເຢືອງເຕື່ອງ... ໄດ້ມີການ​ປະດິດ​ສ້າງໃໝ່ດ້ານສິລະປະ ໃນການໃຊ້ຄໍາສັບສໍານວນ ແລະມີຜົນສໍາເລັດອັນ​ແນ່ນອນ. ນັກກະວີຈໍານວນຫຼວງຫຼາຍໄດ້ໃຫ້ຄວາມສົນໃຈໃນການປ່ຽນໃໝ່ຮູບແບບບົດກະວີ ເຊິ່ງໄດ້ສ້າງເປັນທ່າອຽງການຊອກຄົ້ນ, ປະດິດສ້າງ ເພື່ອປັບປຸງແກ້ໄຂຄວາມອືດ​ອາດ​ບັກ​ບ້າຂອງວິທີການຂຽນແບບເກົ່າ - ການຂຽນແບບມັກງ່າຍ, ແລ່ນນໍາແຕ່ຫົວເລື່ອງທີ່​ບໍ່​ຄ່ອຍໃຊ້ເຫື່ອໃຊ້ແຮງທາງສິລະປະ, ຜູ້ອ່ານບໍ່ຄ່ອຍໃຫ້ຄວາມສົນໃຈ ຫຼືບໍ່ສົນໃຈເລີຍ.

ໃນຊຸມທົດສະວັດທີ່ຜ່ານມາ, ເກີດມີທ່າອຽງການປະດິດຄິດແຕ່ງບົດກະວີທີ່​ເຊີດ​ຊູ​ຄວາມ​ເປັນອິດສະຫຼະຂອງຮູບແບບປະໂຫຍກຄໍາສັບ ແລະການປະດິດແຕ່ງຄວາມໝາຍ​ໃໝ່. ບັນດາບົດ​ກອນໃນທ່າອຽງກະ​ວິ​ນິພົນແບບນີ້ ແມ່ນມີຄວາມເປັນອິດສະຫຼະທີ່ສຸດ, ໃກ້ຊິດຕິດແທດກັບວັນນະຄະດີປະເພດຄໍາຮ້ອຍແກ້ວ, ຊໍ້າບໍ່ໜໍາ ແມ່ນມີແນວໂນ້ມສ້າງ​ເປັນຄໍາສັບ, ປະໂຫຍກທີ່ງ່າຍດາຍ. ການບໍ່ປະຕິບັດຕາມຫຼັກການແຕ່ງກອນ​ແບບ​ດັ້ງ​ເດີນ, ທັບມ້າງວະຈີວິພາກຄໍາກອນ, ສະແດງແນວຄວາມຄິດດ້ວຍຄຳສັບທີ່ງ່າຍດາຍ, ກະຕຸ້ນໃສ່ຄວາມຄິດຫງຳ ຂອງຜູ້ອ່ານໃຫ້ຫຼາຍທີ່ສຸດ ໄດ້ສ້າງເປັນວິທີການຂຽນໃໝ່; ບັນດາສິ່ງກີດຂວາງ, ການຊອກຄົ້ນຫົວເລື່ອງ, ກະທູ້ໃໝ່ໆ ທີ່​ເປັນ​ການ​ຫຼຸດ​ພົ້ນ​ອອກ​ຈາກບັນດາກອບກໍານົດແບບດັ້ງເດີມ... ແມ່ນທ່າອຽງທີ່ໜ້າສົນໃຈ​ໃນ​ກະວີ​ນິພົນ​ຮ່ວມ​ສະ​ໄໝ. ນັກ​ກະວີທີ່​ໂດດເດັ່ນໃນທ່າອຽງນີ້ແມ່ນ: ຫງວຽນກວາງຖ່ຽວ, ເຢືອງກ່ຽວມິງ, ມາຍວັນເຟິ໋ນ, ເຈືອງດັງຢູງ, ອິນຣາສາຣາ... ບັນດາຄໍາກອນທີ່ເຕັມດ້ວຍຄຸນລັກສະນະ​ຄຳ​ຮ້ອຍແກ້ວຢູ່ໃນບົດກະວີຂອງ ຫງວຽນກວາງຖ່ຽວ ໃນເວລາຫາກໍ່ປະກົດຂຶ້ນ​ນັ້ນ ໄດ້ຮັບກະແສຕອບໂຕ້ຈາກຜູ້ອ່ານຈໍານວນໜຶ່ງ ແລະບັນດານັກກະວີທີ່​ເດີນ​ຕາມ​ທ່າ​ອຽງແບບດັ້ງເດີມ ຂະນະທີ່ພວກເຂົາຈົງຮັກພັກດີຕໍ່ຄວາມສໍານຶກ “ບົດ​ກອນ​ຕ້ອງ​ເປັນ​ບົດ​ກອນ, ຕ້ອງມີສໍາຜັດສຽງ, ມີຈັງຫວະຄັກແນ່”... ການປະກົດຂຶ້ນຂອງບັນດາບົດກອນທີ່​ດີ​ເລີດ, ມີໂຄງສ້າງ ແລະຮູບລັກໃໝ່ ເຊັ່ນ: ແມ່ນໍ້າໄດ໋, ສຽງກ້ອງກັງວານ, ພວກ​ແນ່​ຍິງ​ທີ່​ຫາບ​ນ້ຳ, ບົດເພງຄິດເຖິງບ້ານເກີດເມືອງນອນ... ຂອງ ຫງວຽນກວາງຖິ້ງ, ຄວາມ​ຊົງ​ຈຳ​ທີ່​ນຶກຝັນ ຂອງ ເຈືອງດັງຢູງ... ດ້ວຍ​ວາທະສິລະປະສະ​ໄໝ​ໃໝ່​ເປັນ​ຕົວ​ແທນ​ທີ່​ພົ້ນ​ເດັ່ນ​ຂອງທ່າອ່ຽງດັ່ງກ່າວ.

ໃນ​ໄລຍະ​ຮ່ວມ​ສະ​ໄໝ, ນັກປະພັນຍິງຈຳນວນໜຶ່ງທີ່ເຕີບໃຫຍ່ມາ​ໃນ​ສະ​ໄໝ​ສົງຄາມຕໍ່ຕ້ານອາເມລິກາ ໄດ້ມີຄວາມມານະພະຍາຍາມໃນການຊອກຄົ້ນ, ຮຽນ​ຮູ້​ການ​ປະດິດຄິດແຕ່ງຫຼາຍຢ່າງ. ໄປພ້ອມກັບການປ່ຽນແປງໃນການຮັບຮູ້ຊີວິດຄວາມເປັນຈິງ ແມ່ນການດິ້ນລົນ ແລະການປັບ​ປ່ຽນວິທີ​ໃຊ້​ປາກກາຂີດຂຽນສະ​ແດງ​ອອກ​ໃນ​ບົດ​ປະ​ພັນ.  ບັນດາບົດປະພັນທີ່ອຸດົມດ້ວຍຄວາມນຶກຄິດໃນໃຈ ພ້ອມກັບວິທີການຂຽນ​ແບບ​ສະ​ລາຍ​ລຽບງ່າຍ ຂອງນັກກະວີແຕ່ລະຮຸ່ນຄົນ ສາມາດຢັ້ງຢືນໄດ້ຖານະຂອງ​ຕົນ​ເທິງ​ເວທີ​ກາບກອນ ເຊັ່ນ: ດວ່ານທິລາມລວ໋ຽນ, ເລທິເມິຍ, ເລິມທິມີ່ຢ້າ, ຫງວຽນທິຮົ່ງງ໋າດ,... ໄດ້ເພີ່ມກໍາລັງໃຫ້ບັນດານັກປະພັນໜຸ່ມທີ່ກ້າຫານປ່ຽນແປງວິທີການຂີດຂຽນ, ສາມາດ​ຢັ້ງຢືນຄວາມ​ເປັນ​ຢູ່ຂອງຕົນ ເຊັ່ນ: ວີທຸ່ຍລິງ, ຟານຮວ່ຽນທື, ຟ້າມທິຫງັອກລຽນ, ຢ້າຖາວເຟືອງ, ບຸ່ຍຕວ໋ຽດມາຍ,...

ການປະພັນຂອງນັກກະວີຈໍານວນໜຶ່ງມີທ່າອຽງແລະມີເອກະລັກທີ່​ຂ້ອນ​ຂ້າງ​ຈະ​ແຈ້ງຂອງກະວີນິພົນຫຼັງສະ​ໄໝ​ໃໝ່. ສິລະປະກະວີນິພົນມີການປ່ຽນແປງ, ມີລັກສະນະ​ປະກອບ​ເຂົ້າ, ຕິດແປະແບບບັງເອີນ, ໃຊ້ວິທີການຢອກລໍ້ ເຍາະເຍີ້ຍ, ປະກົດ​ຢ່າງກະທັນຫັນ... ເຖິງຢ່າງໃດກໍ່ຕາມ, ຍັງຕ້ອງເບິ່ງຄືນເພື່ອເບິ່ງວ່າ ກະວີນິພົນ “ຫຼັງ​ສະ​ໄໝ​ໃໝ່” ສາມາດ​ເຮັດ​ໃຫ້​ເກີດການປະຕິວັດກະວີນິພົນຫຼືບໍ່? ຍ້ອນວ່າ ການປ່ຽນ​ແປງ​ໃໝ່​ກະວີ​ນິພົນບໍ່​ແມ່ນ​ການສ້າງຄວາມສັບສົນທາງພາສາ ຈົນເຖິງຂັ້ນວ່າຜູ້​ອ່ານ​ບໍ່​ສາມາດ​ຕີ​ຄວາມ​ໝາຍອະທິບາຍຄວາມຮູ້ສຶກໄດ້, ບໍ່ສາມາດພັນລະນາພາບແລະຄົ້ນ​ຫາ​ຂໍ້ຄວາມ​ໃດໆໄດ້...

ທ່າອຽງການປ່ຽນແປງໃໝ່ອື່ນອີກ ຂອງນັກກະວີໜຸ່ມນ້ອຍໃນຊຸມປີມໍ່ໆມານີ້ ແມ່ນທ່າອຽງການປະຢັດຄຳ, ຫຼຸດຜ່ອນສໍານວນພາສາ ຂອງບັນດານັກປະພັນຮຸ່ນທົດ​ສະ​ວັດ​ທີ 7, ທົດ​ສະ​ວັດ​ທີ 8. ລະດັບຄວາມສໍາເລັດຂອງທ່າອຽງດັ່ງກ່າວນີ້ ກໍ​ຍັງ​ບໍ່​ທັນ​ມີ​ຄວາມຈະແຈ້ງເທື່ອ, ແຕ່ກໍ່ໄດ້ປະກອບສ່ວນສ້າງເປັນຄວາມຫຼາກຫຼາຍ, ອຸດົມສົມບູນ ແລະມີຊີວິດຊີວາ ຂອງຊີວິດວັດທະນະຄະດີ.

​ໃນ​ກະ​ແສ​ຂອງກະວີນິພົນ​ຮ່ວມ​ສະ​ໄໝ, ກະວີນິພົນຂອງບັນດາຊົນເຜົ່າສ່ວນນ້ອຍ ກໍ່ປະສົບຜົນສຳເລັດແລະມີການປ່ຽນແປງໃໝ່ທີ່ໜ້າ​ຊົມ​ເຊີຍ. ຖ້າຫາກຊື່ສຽງແລະບົດ​ປະພັນຂອງບັນດານັກກະວີ ເຊັ່ນ: ບ່ານຕ່າຍດວ່ານ, ນົງກວັກເຈິ໋ນ, ເກິ່ມບຽວ...​ໄດ້​ສ້າງ​ເປັນຄວາມງົດງາມສະເພາະຂອງກະວີນິພົນບັນດາຊົນເຜົ່າສ່ວນນ້ອຍ ​ໃນຊຸມ​ປີ​ແຫ່ງ​ການ​ຕໍ່ຕ້ານຝຣັ່ງແລະອາເມລິກາ ແມ່ນມາຮອດໄລຍະວັນນະຄະດີຮ່ວມ​ສະ​ໄໝ, ບັນດານັກ​ປະພັນ ເຊັ່ນ: ອີເຟືອງ, ມ໋າອາເລັ່ງ, ເປີ່ສາວມິ່ນ, ອິນຣາສາຣາ, ລໍ່ເງິນຊຸ້ນ, ຮຸ່ງດິງກວີ, ມາຍຫຼຽວ, ​ເນຍແທັງມາຍ, ເຮີເວ, ບຸ່ຍຕວຽດມາຍ... ກໍ່ໄດ້ສືບຕໍ່ຢັ້ງຢືນ​ຊື່​ສຽງ​ດ້ວຍ​ຄວາມ​ອາດ​ສາມາດໃນການປະດິດຄິດແຕ່ງຈາກມູນເຊື້ອ, ດ້ວຍສະຕິຄວາມຮູ້ສຶກລົງ​ເລິກ​ເຖິງ​ກົກ​ເຄົ້າເຫງົ້າຕໍຂອງຊົນເຜົ່າ ເພື່ອຄົ້ນຫາທ່າແຮງຂອງວົງຄະນາຍາດຕົນ.

ນອກຈາກບັນດາຜົນສໍາເລັດທີ່ກ່າວມາຂ້າງເທິງ, ກະວີນິພົນ​ຮ່ວມ​ສະ​ໄໝ​ກໍ​ຍັງ​ມີ​ບົດ​ທະວີ, ຄໍາກອນຈໍານວນໜຶ່ງທີ່ຕົກໃນພະຍາດຮູບການ, ມີບົດກະວີທີ່ນໍາໃຊ້ຄຳ​ສັບ​ສຳນວນ ແລະຮູບພາບຂາດລັກສະນະສິລະປະ ຫຼືຂຽນກ່ຽວກັບສິ່ງລາມົກ, ອະນາຈານ ແລະຜິດ​ແປກ​ໄປຈາກສິລະປະທີ່ແທ້ຈິງ; ບົດກະວີມີທ່າອຽງເປັນ “ບົດກະວີເສດເຫຼືອ”, “ບົດ​ກະວີ​ຂໍ້​ຝຸ່ນ”, “ບົດກະວີທີ່ເປິເປື້ອນ”, ບົດກະວີທີ່ບໍ່ໄດ້ມາດຖານ, ຮ້າຍແຮງໄປກວ່ານັ້ນ​ແມ່ນ​ບັນ​ດາບົດກະວີ, ຄໍາກອນທີ່ປຸກລະດົມຈິດໃຈຄັດຄ້ານ​ຕ້ານຄືນ​ລະບອບ, ທວງໃຫ້ “ລົດຄວາມ​ສັກສິດ​ຂອງ​ຮູບ​ບູຊາ”, “​ເອົາ​ຮູບ​ບູຊາ​ລົງ”, ອັນ​ເປັນການ​ແຕະຕ້ອງ​ເຖິງ​ບັນດາ​ຄຸນຄ່າອັນສູງສົ່ງ ແທ້ຈິງຂອງຊາດ, ຂັດກັບຮີດຄອງປະເພນີອັນດີງາມ ແລະທຳລາຍ​ປະ​ເພນີ​ຂອງ​ກະວີ​ນິພົນ...

2.2. ວັນນະຄະດີປະເພດຄຳຮ້ອຍແກ້ວ

ວັນນະຄະດີປະເພດຄຳຮ້ອຍແກ້ວທີ່ກ່າວເຖິງໃນບົດຂຽນນີ້ປະກອບມີເລື່ອງສັ້ນ, ນະວະນິຍາຍ ແລະເລື່ອງບັນທຶກ. ເມື່ອປຽບທຽບກັບບັນດາປະເພດວັນນະຄະດີອື່ນໆ ໃນຊີວິດວັນນະຄະດີແລ້ວ, ວັນນະຄະດີປະເພດຄໍາຮ້ອຍແກ້ວ ກໍ່ມີຜົນສໍາເລັດຫຼາຍຢ່າງ ທີ່ໜ້າລະດົມສົ່ງເສີມ. ອັນນີ້ກໍ່ແມ່ນພາກສ່ວນໜຶ່ງທີ່ນໍາໜ້າ ໃນພາລະກິດການປ່ຽນແປງ ໃໝ່ ເຊິ່ງມີບັນດານັກປະພັນຜູ້ທີ່ມີຊື່ສຽງ ເຊັ່ນ: ໂຕຮວ່າຍ, ຫງວຽນຂ້າຍ, ມາວັນຂາງ, ເລລຶວ, ຈູລາຍ... ແລະພິເສດແມ່ນ ຫງວຽນມິງເຈົາ, ຜູ້ຖືກຖືວ່າເປັນນັກ​ປະພັນ​ທີ່​ພົ້ນ​ເດັ່ນ​ໃນ​ການປ່ຽນແປງໃໝ່ຢ່າງແທ້ຈິງ ແລະກໍ່ເປັນຜູ້ທີ່ປະສົບຜົນສໍາເລັດ​ໃນ​ສິລະ​ປະ​ໃໝ່​ຍ້ອນການປ່ຽນແປງໃໝ່ຈິນຕະນາການ ແລະວິທີການຂີດຂຽນ.

ຕາມ​ຮອຍ​ເທົ້າ​ຂອງຜູ້ລິເລີ່ມ, ແມ່ນຫງວຽນແມ້ງຕວັນ, ຜູ້ທີ່ສາມາດດຶງດູດຄວາມ​ສົນ​ໃຈຈາກຫາງສຽງສັງຄົມ ດ້ວຍບັນດາບົດນະວະນິຍາຍທີ່ອຸດົມໄປດ້ວຍເຫດການຕ່າງໆ ເຊັ່ນ: ໄລຍະຫ່າງທີ່ເຫຼືອຢູ່, ຢືນຢູ່ຕໍ່ໜ້າທະເລ, ເກາະຈ່າມ; ຫງວຽນຄັ໋ກເຈື່ອງ ກັບ​ບັນດາ​ບົດປະພັນ ເຊັ່ນ: ຜືນດິນເຕັມດ້ວຍຄົນແລະຜີສາງ; ເຢືອງເຫືອງ ກັບບົດປະພັນ ທ່າ​ເຮືອ​ປອດຜົວ. ພິເສດແມ່ນ ຫງວຽນຮຸຍຖຽບ ກັບການປະກົດຕົວຂຶ້ນຂອງ​ບັນດາ​ບົດ​ນິຍາຍສັ້ນທີ່ພົ້ນເດັ່ນ ເຊັ່ນ: ນາຍພົນຮັບບໍານານ, ເກືອຂອງປ່າ, ທິດາພະຍາບາດານ, ຄວາມບໍລິສຸດ, ໄຟທອງ, ກະບີ່ຄົມ... ນັກ​ປະພັນ ບ້າວນິງ ກັບນິຍາຍ​ເລື່ອງ ຄວາມໂສກເສົ້າແຫ່ງສົງຄາມ (ທໍາອິ​ໄດ້ໃສ່ຊື່ວ່າ ຊະຕາກໍາແຫ່ງຮັກ)... ວັນນະຄະດີ​ປະ​ເພດຄໍາຮ້ອຍແກ້ວຂອງບັນດາຊົນເຜົ່າອ້າຍນ້ອງກໍ່ມີສີສັນໃໝ່ ດ້ວຍບັນດາບົດປະພັນ ເຊັ່ນ: ຄວາມທໍລະມານໃຈ ຂອງ ວີຮວ່າງ, ທ້ອງຟ້າ, ໝູ່ບ້ານສາມຫຼັງ, ເຮືອນຟາກຫ້ວຍ ຂອງ ກາວຢູຍເຊີນ...

ເບິ່ງລວມແລ້ວ, ທັງບົດນິຍາຍສັ້ນ ແລະ ບົດນະວະນິຍາຍກໍ​ລ້ວນ​ແຕ່​ມີ​ສີສັນ​ໃໝ່. ບັນດາ​ເລື່ອງລາວຄວາມເປັນຈິງທີ່ບໍ່ຄ່ອຍຖືກສ່ອງແສງຄືໃນເມື່ອກ່ອນ, ມາຮອດປັດຈຸບັນ ນັກປະພັນກໍ່ໄດ້ສຸມໃສ່ການສ້າງເປັນບັນດາທ່າອ່ຽງໃໝ່ ເຊັ່ນ: ການຮັບຮູ້​ເພີ່ມ​ເຕີມ​ກ່ຽວ​ກັບປະຫວັດສາດ ແລະຄວາມເປັນຈິງ. ບັນດາບົດນິຍາຍສັ້ນ, ນະວະນິຍາຍ​ໄດ້​ກ້າວ​ໄປ​ເຖິງລະດັບພາກພື້ນ ແລະໄດ້ຮັບຄວາມສົນໃຈຈາກເພື່ອນຜູ້ອ່ານ​ໃນ​ບັນດາ​ພື້ນຖານ​ວັນນະຄະດີທີ່ມີຊື່ສຽງກຽດຕິຍົດ, ປະສົມປະສານເຂົ້າກັບກະແສວັນນະຄະດີຂອງໂລກ. ໃນສະຕິຄວາມຮູ້ສຶກການປະດິດຄິດແຕ່ງຂອງນັກປະພັນ ກໍ່ເກີດມີການປ່ຽນແປງທີ່ສໍາຄັນ, ຊໍ້າບໍ່ໜໍາແມ່ນມີນັກວິຈານທີ່ໄດ້ກ່າວເຖິງການປ່ຽນແປງ ຂອງ “ລະບົບ​ແນວ​ຄວາມ​ຄິດ​ນັກ​ປະພັນ”. ການພົວພັນລະຫວ່າງນັກປະພັນ ແລະຊີວິດຄວາມເປັນຈິງ ໄດ້ມີສາຍກ່ຽວພັນ ແລະມຸມມອງທີ່ແຕກຕ່າງກັບເມື່ອກ່ອນ. ນັກປະພັນໄດ້ມີມຸມມອງຄວາມເປັນຈິງດ້ວຍ​ສາຍຕາທີ່ພາວະວິໄສກວ່າເກົ່າ, ລົງເລິກໃນການຄົ້ນຫາ, ອະທິບາຍຊີ້ແຈງ​ໃນ​ດ້ານ​ກົງກັນຂ້າມ, ມີທ່າອຽງສ່ອງແສງຕໍ່ດ້ານຈໍາກັດຂອງສັງຄົມຫຼາຍກວ່າເກົ່າ ແລະ ຮຸນແຮງກວ່າເກົ່າ.

ທ່າອຽງກອນລໍາປະຫວັດສາດ, ຂຽນກ່ຽວກັບການ​​ເລົ່າ​​ເລື່ອງ​ປະ​ຫວັດທີ່​ມີລັກສະນະ​ຊາດ, ປະ​ເທດ, ຊົນຊັ້ນ, ບັນດາເຫດການ ແລະບູລຸດໃນປະຫວັດສາດທີ່​ພົ້ນ​ເດັ່ນ ໄດ້ຄ່ອຍໆຫຼຸດໜ້ອຍຖອຍລົງ, ໃນການປ່ຽນແປງໃໝ່ສໍານວນພາສາສິລະ​ປະ ​ໄດ້​ມີ​ການ​ເພີ່ມເຕີມລັກສະນະຊີວິດສາມັນຊົນໃຫ້ຫຼາຍຂຶ້ນ. ການປ່ຽນແທນ “ມຸມ​ມອງກອນ​ລຳ​ປະຫວັດສາດ” ດ້ວຍ “ມຸມມອງນະວະນິຍາຍ” ແມ່ນລັກສະນະເດັ່ນຂອງນະວະນິຍາຍ​ຮ່ວມ​ສະ​ໄໝ. ບັນດານັກປະພັນໄດ້ເຊີດຊູຈິດໃຈຕໍານິວິຈານ, ການສ່ອງແສງ, ການ​ສຳນຶກ​ຕົນຂອງແຕ່ລະຄົນ ບົນພື້ນຖານຂອງຈິດໃຈເມດຕາຈິດນິຍົມ. ຄວາມສໍານຶກ ຂອງຄົນກ່ຽວກັບກອນລໍາປະຫວັດສາດ - ເວລາໃດກໍ່ກ້າວໄປເຖິງການກາຍ​ເປັນ​ສັນຍາ​ລັກຂອງສິ່ງດີງາມ ແລະສະຫງ່າອົງອາດ - ໃນວັນນະຄະດີໄລຍະກ່ອນນີ້ ໄດ້ຄ່ອຍໆ ປ່ຽນມາເປັນຄວາມສໍານຶກຂອງຄົນ ກ່ຽວກັບເລື່ອງເປັນໄປໃນຊີວິດ ດ້ວຍບັນດາຄວາມ​ພະວ້າພະວັງໃນຊີວິດສາມັນຊົນ, ມີທັງດ້ານດີ ແລະ ດ້ານບໍ່ດີ.

ວັນນະຄະດີປະເພດຄໍາຮ້ອຍແກ້ວທີ່ມີຫົວເລື່ອງກ່ຽວກັບປະຫວັດສາດ, ພິເສດແມ່ນ ນະວະນິຍາຍ ໄດ້ມີການປ່ຽນແປງຫຼາຍຢ່າງ ແລະເປັນການປ່ຽນແປງໃໝ່ທີ່​​ໜ້າ​ສົນ​ໃຈ, ທັງໜ້າພາກພູມໃຈ. ຄຽງຄູ່ກັບບັນດາບົດປະພັນທີ່ຍັງຈົ່ງຮັກພັກດີຕໍ່​ປະຫວັດສາດ​ອັນ​ໄດ້ບັນທຶກໄວ້ໃນປຶ້ມພົງສາວະດານ ເຊິ່ງເປັນບັນດາບົດປະພັນທາງປະຫວັດສາດທີ່​ເປັນ​ພຽງບ່ອນອີງໃຫ້ນັກປະພັນໄດ້ສະແດງອອກເຖິງຄວາມຄິດປະດິດປະດິດ​ສ້າງ​ໃໝ່ ອັນເຕັມປະດ້ວຍເລື່ອງເປັນໄປໃນຊີວິດ - ປັດຈຸບັນ ຂອງຕົນເທົ່ານັ້ນ. ລັກສະນະ​ສົນທະນາກັບປະຫວັດສາດ, ​ເບິ່ງຄືນປະຫວັດສາດ, “ຝືນຮ່ອງຮອຍບູຮານ”, “ບິດ​ເບືອນ​ຕຳນານ”... ໄດ້ພາ​ໃຫ້​ເກີດການຕອບໂຕ້ທີ່ແນ່ນອນຂອງຫາງສຽງສັງຄົມ ແລະ​ເພື່ອນ​ຜູ້​ອ່ານ. ນິຍາຍສັ້ນຈໍານວນໜຶ່ງທີ່ປະພັນກ່ຽວກັບຫົວເລື່ອງປະຫວັດສາດ ຂອງ ຫງວຽນຮຸຍຖຽບ ເປັນຕົວຢ່າງທີ່ພົ້ນເດັ່ນໃຫ້ແກ່ທ່າອຽງເທິງນີ້. ຢູ່ໃນແງ່ມຸມອື່ນ, ຫງວຽນຊວັນແຂງ ກັບບົດນະວະນິຍາຍ ໂຮ່ກວີ້ລີ, ທູນເຂົ້າໄປວັດ, ພະ​ມານ​ດາ​ແຫ່ງ​ປ່າດົງ ຊໍ້າພັດເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການສະ​ແດງ​ອອກ​ເຖິງ​ສິລະ​ປະອັນໃໝ່ ຂອງນະວະນິຍາຍກ່ຽວກັບຫົວເລື່ອງປະຫວັດສາດຈາກມຸມ​ມອງ​ດ້ານ​ວັດທະນະທຳ.

ຕ່າງກັບໄລຍະກ່ອນນີ້, ໃນໄລຍະວັນນະຄະດີຮ່ວມ​ສະ​ໄໝ, ວັນນະຄະດີ​ປະ​ເພດ​ຄຳຮ້ອຍແກ້ວ ໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງທີ່ໜ້າເພິ່ງພໍໃຈ. ມຸມມອງຂອງນະວະ​ວິ​ຍາຍກໍ່ໄດ້ຖືກເປີດກວ້າງໃນຫຼາຍໆແງ່ມຸມ ຂອງຊີວິດສາມັນປະຈໍາວັນ, ພິເສດແມ່ນບົດ​ນະວະນິຍາຍ​ໄດ້ມີບັນດາ “ຈຸດຢຸດ” ທີ່ຈໍາເປັນແລະສົມເຫດສົມຜົນຕໍ່ໜ້າມູມທີ່ເຊື່ອງຢູ່, ຄວາມໂສກເສົ້າຂອງຊະຕາກຳຂອງມະນຸດ. ຕົວລະຄອນ​ໃນ​ນະວະນິຍາຍ​ມີ​ລັກສະນະ​ຫຼາຍ​ທິດ, ຫຼາຍ​ສາຍ​ພົວພັນ​ທີ່ສະຫຼັບສັບຊ້ອນກັນ. ທຽບກັບເມື່ອກ່ອນ, ໂຄງປະກອບ ຂອງບົດນະວະນິຍາຍແມ່ນມີຄວາມຄ່ອງແຄ້ວກວ່າເກົ່າຫຼາຍ; ເລື່ອງລາວນະວະນິຍາຍ​ໄດ້​ຖືກອັດຍັດເຂົ້າໃນບ່ອນທີ່ຄັບແຄບ... ຢູ່ໃນປະເພດບົດເລື່ອງສັ້ນ, ການ​ປະກົດ​ຕົວ​ຂຶ້ນ​ຈຳນວນຫຼາຍ ຂອງຮູບແບບຕົວລະຄອນໃໝ່ - ຮູບແບບຕົວລະຄອນທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ວັນນະຄະດີ (ຕົວລະຄອນທີ່ໂດດດ່ຽວ, ຕົວລະຄອນຕາມສັນຊາດຕະຍານ, ຕົວ​ລະຄອນ​ກັບ​ໃຈ​ກິນ​ແໜງ...). ໜຶ່ງໃນບັນດາການປ່ຽນແປງໄດ້ຖືກຖືວ່າມີລັກສະນະເປັນ “ບາດລ້ຽວ” ຂອງບົດເລື່ອງສັ້ນຮ່ວມ​ສະ​ໄໝ ແມ່ນຄວາມອາດສາມາດໃນການຮັບຮູ້, ຊອກຄົ້ນຄວາມເປັນຈິງດ້ວຍມຸມມອງເອກະເທດ; ການ​ນຳ​ໃຊ້​ບັນດາ​ຮູບ​ແບບ​ເນື້ອ​ເລື່ອງ​ຫົດ​ຢືດຢ່າງຄ່ອງແຄ້ວ, ເນື້ອເລື່ອງຫຼະຫຼວມ ຫຼື ຮູບແບບໂຄງປະກອບປິດແຍ້ມ...

ຖ້າເບິ່ງໂດຍສັງເຂບແລ້ວ, ອາດຖືໄດ້ວ່າ ບັນດາການຫັນປ່ຽນດັ່ງກ່າວຂ້າງ​ເທິງນີ້ ແມ່ນໄລຍະເລີ່ມຕົ້ນ ແລະແຜ່ຫຼາຍທົ່ວໄປສໍາລັບການການທົດລອງ, ຊອກຄົ້ນບັນດາ ຮູບແບບການສະແດງອອກແບບໃໝ່ກ່ຽວກັບໂຄງປະກອບ, ສຽງທໍານອງ, ແບບແຜນ, ວິທີການຂຽນ, ສໍານວນພາສາ... ອັນສ້າງເປັນການປ່ຽນແປງໃໝ່ໃນວັນນະຄະດີ, ພິເສດແມ່ນໃນປະເພດບົດນະວະນິຍາຍ. ແນ່ນອນວ່າ ບໍ່ແມ່ນການທົດລອງໃດກໍ​ຈະ​ສຳ​ເລັດ​ຜົນ​ໄດ້, ແຕ່ບັນດາຜົນສໍາເລັດທີ່ສາມາດຍາດມາໄດ້ນັ້ນ ແມ່ນເປັນທີ່ໜ້າຍ້ອງຍໍ​ສັນລະ​ເສີນທີ່ສຸດ.

ໄປພ້ອມກັບບົດນິຍາຍສັ້ນ ແລະນະວະນິຍາຍ, ບົດເລື່ອງບັນທຶກກໍ່ເປັນອີກປະ​ເພດໜຶ່ງທີ່ມີການປ່ຽນແປງໃໝ່ຫຼາຍຢ່າງ. ບົດເລື່ອງບັນທຶກຮ່ວມ​ສະ​ໄໝມີຄວາມກ້າຫານ ແລະມີຄວາມໝັ້ນໃຈໃນການກ້າວໄປສູ່ບັນດາມຸມປິດຂອງຊີວິດຄວາມເປັນຈິງ; ມີຄວາມກ້າຫານປະເຊີນໜ້າແລະຊື່ຕົງ ໃນການສະແດງອອກເຖິງທັດສະນະ, ທ່າທີ ກໍ່ຄືບັນດາຄວາມຮູ້ສຶກນຶກຄິດ, ຄວາມພະວ້າພະວັງກ່ຽວກັບຊີວິດໃໝ່. ເຖິງຢ່າງ​ໃດ​ກໍ​ຕາມ, ໃນບາດກ້າວບຸກທະລຸທີ່ເຕັມ​ໄປດ້ວຍຫົວຄິດປະດິດສ້າງ ຂອງບົດເລື່ອງບັນ ທຶກນັ້ນ ກໍ່ເປັນການປ່ຽນແປງໃໝ່ມຸມມອງການເລົ່າຄືນ: ບົດເລື່ອງບັນທຶກມີ​ຄວາມ​ຄ່ອງ​ແຄ້ວໃນການຍົກຍ້າຍຈາກຈຸດມຸມມອງການເລົ່າຄືນ ຈາກທີ່ຕັ້ງເວົ້າແຕ່ຜູ້ດຽວ ​ໄປ​ສູ່​ການ​ສົນທະນາ, ຈາກມຸມມອງໜຶ່ງດຽວ ໄປສູ່ວິທີການພັນລະນາຈາກຫຼາຍມຸມມອງທີ່​ແຕກ​ຕ່າງ​ກັນ. ຈຸດທີ່ຄວນເອົາໃຈໃສ່ໃນໄລຍະວັນນະຄະດີຮ່ວມ​ສະ​ໄໝນັ້ນ ແມ່ນການຟື້ນຄວາມ​ຈະ​ເລີ​ນຄືນຂອງບົດສາລະຄະດີ - ປະ​ເພດຍ່ອຍຂອງບົດເລື່ອງບັນທຶກ. ເຖິງແມ່ນວ່າ ຫາ​ກໍ​ຟື້ນ​ຄວາມຈະເລີນຄືນໃໝ່ ແຕ່ບັນດາບາດກ້າວບຸກທະລຸທີ່ເຂັ້ມແຂງ, ນໍາໜ້າຂອງ​ບົດ​ສາລະ​ຄະດີ​ກໍ​ໄດ້ເປີດທາງໃຫ້ແກ່ການປ່ຽນແປງໃໝ່ຂອງວັນນະຄະດີ. ນັບແຕ່ພາຍຫຼັງປີ 1986, ບົດສາລະຄະດີກ່ຽວກັບຄວາມເປັນຈິງກໍ່ມີມຸມມອງຫຼາຍດ້ານ ແລະຫຼາຍ​ທິດ​ກວ່າ​ເກົ່າ. ການລາຍງານຂ່າວກ່ຽວກັບຄວາມເປັນຈິງກໍ່ມີທັດສະນະຫຼາຍຮູບຫຼາຍແບບ. ບັນດາຄວາມມືດມົນ, “ເງື່ອນງໍາ” “ປິດບັງ” ໃນຊີວິດ, ບັນດາໂຊກຊາຕາມະນຸດ ແລະ ທັງບັນດາຈຸດທີ່ໃສແຈ້ງ, ບັນດາປັດໄຈໃໝ່ທີ່ມີລັກສະນະເປັນຄວາມເຊື່ອໝັ້ນ, ຄວາມມຸ່ງຫວັງ... ໃນນັ້ນ, ພິເສດແມ່ນໂຊກຊາຕາຂອງທະຫານສະ​ໄໝ​ຫຼັງ​ສົງຄາມ, ​ໂຊກ​ຊະ​ຕາ​​ມະນຸດ​ບົນ​ເສັ້ນທາງ​ໄປ​ຊອກ​ຫາ​ຄວາມ​ຍຸດຕິ​ທຳ, ໂຊກຊາຕາມະນຸດຕໍ່ໜ້າ​ຄວາມຮ້າຍແຮງຂອງສະພາບແວດລ້ອມ - ນັ້ນແມ່ນຜົນສໍາເລັດຂອງການນໍາເອົາຄວມ​ເປັນຈິງເຂົ້າ​ໃນບົດສາລະຄະດີຮ່ວມສະ​ໄໝ. ໃນໄລຍະນີ້, ວິທີການຂຽນ ແລະຄວາມ​ເປັນ​ຈິງ​ໃນບັນດາບົດປະພັນທີ່ເປັນບົດເລື່ອງບັນທຶກກ່ຽວກັບສົງຄາມ ບໍ່ຫຼົງເຫຼືອຄວາມລື່ນໄຫຼ, ໄປລວງດຽວຄືແຕ່ກ່ອນອີກ, ບັນດານັກປະພັນໄດ້ນໍາເອົາຄວາມເປັນຈິງເຂົ້າໃນບົດປະພັນ ດ້ວຍຫຼາຍແງ່ມຸມ, ໃນນັ້ນມີທັງຄວາມເສຍຫາຍແລະການທໍລະຍົດຂອງກະໂຕພະນັກງານ ບັງຄັບບັນຊາ ຕໍ່ໜ້າຄວາມດຸເດືອດ, ຄວາມພິລະອາດຫານ ຂອງການຕໍ່ສູ້. ແຕ່ວ່າ ບົດເລື່ອງບັນທຶກຈະສາມາດປະສົບຜົນສໍາເລັດອັນແທ້ຈິງໄດ້ ກໍ່ຕໍ່ເມື່ອມັນສ່ອງ​ແສງ​ໄດ້ຫຼາຍບັນຫາຂອງຊີວິດສັງຄົມ - ນັບແຕ່ແນວທາງ, ນະໂຍບາຍທີ່ບໍ່ສອດຄ່ອງ ຕະຫຼອດຮອດບັນດາຕົວແບບຂອງຜູ້ຄົນທີ່ບໍ່ສອດຄ່ອງກັບສະພາບຄວາມເປັນຈິງໃໝ່ພາຍຫຼັງສົງຄາມ... ບົດສາລະຄະດີຄໍ່າຄືນມື້ນັ້ນ...ຄືນມື້ໃດ ຂອງ ຟຸ່ງຢາໂຫຼກ ທີ່​ຂຽນ​ກ່ຽວ​ກັບການ​ເກັບ​ພາສີ ອາກອນ​ຢູ່​ແຂວງ​ແທັງ​ຫົວ ລົງພິມໃນໜັງສືພິມສິລະປະວັນນະຄະດີ ກໍ່ປຽບສະເໝືອນສຽງເຕືອນໄພກ່ຽວກັບພະຍາດ “ອາດຍາສິດໃໝ່” ທີ່ກົດດັນປະຊາ ຊົນຜູ້ທຸກຍາກ. ບົດສາລະຄະດີຫຼາຍໆບົດຕໍ່ມາກ່ຽວກັບບັນດາປະກົດການພິເສດທີ່​ເຕັມ​ໄປ​ດ້ວຍລັກສະນະສະຖານະການ ເຊັ່ນ: ຜູ້ຍິງຄູ້ເຂົ່າ (​ໂດຍ ເຈິ່ນຂັກ), ສັດຈະທໍາ, ຈົ່ງຢ່າຫຼົງລືມຜູ້ໃດ (​ໂດຍ ເລິມທິແທັງຮ່າ), ລະບຽບການຂອງຜູ້ເປັນຄົນທີ່ຍັງມີຊີວິດ (ໂດຍ ມິງຈວ້ຽນ)... ກໍາເນີດເກີດຂຶ້ນເພື່ອສ່ອງແສງເຖິງບັນດາບັນຫາທີ່ຍັງຄົງຄ້າງ, ທວງໃຫ້ມີກົນໄກອັນເໝາະສົມ ແລະສັງຄົມຕ້ອງປັບປຸງແກ້ໄຂດ້ວຍຫຼາຍແງ່ມຸມ, ພິ ເສດແມ່ນບັນດາການຕີລາຄາອັນຫຼັກແຫຼມທາງດ້ານກົດໝາຍ, ນະໂຍບາຍ, ບັນດາ​ຄວາມຜິດພາດ ແລະບັນຫາທີ່ຍັງຄ້າງຄາ ຂອງນະໂຍບາຍ, ກົນໄກໃນລະດັບມະຫາ​ພາກ. ຢູ່ໃນແງ່ມຸມນີ້, ວັນນະຄະດີພ້ອມໆກັບຂ່າວສານ ໄດ້ປະກອບສ່ວນສໍາຄັນ​ໃນ​ພາລະກິດປ່ຽນແປງໃໝ່ ຂອງປະເທດຊາດ, ສາມາດຄົ້ນພົບ ແລະແກ້ໄຂບັນດາຈຸດ​ອ່ອນ, ຂໍ້ຄົງຄ້າງ, ບັນຫາຍາກທີ່ຈະແກ້ໄຂຂອງສັງຄົມ ເພື່ອຕອບສະໜອງຕໍ່​ຄວາມ​ຮຽກຮ້ອງຂອງພາລະກິດປ່ຽນແປງໃໝ່, ຄວາມຕ້ອງການໃນການເຊື່ອມໂຍງພາກພື້ນ ແລະສາກົນ.

ໃນວັນທີ 16 ມັງກອນ 2012, ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ອອກມະຕິສະບັບເລກທີ 12-ມຕ/ສກພ (ມະຕິກອງປະຊຸມສູນກາງພັກເທື່ອທີ 4 ສະໄໝທີ XI) ວ່າດ້ວຍ “ບາງບັນຫາຮີບດ່ວນໃນການກໍ່ສ້າງພັກໄລຍະປັດຈຸບັນ”. ຕະຫຼອດ 4 ປີກວ່າທີ່ຜ່ານມາ, ຄະນະບໍລິຫານສູນກາງພັກສະໄໝທີ XII ​ໄດ້​ສືບ​ຕໍ່​ປະກາດ​ໃຊ້ມະຕິກອງປະຊຸມສູນກາງພັກສະບັບເລກທີ 04-ມຕ/ສກພ ວ່າດ້ວຍ “ການເພີ່ມທະວີວຽກງານກໍ່ສ້າງ, ປັບປຸງພັກ; ສະກັດກັ້ນ, ຕີຖອຍການເສື່ອມທາດ ເສຍຄຸນທາງດ້ານແນວຄິດ-ການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, ການ “ຜັນປ່ຽນເອງ”, “ຫັນປ່ຽນເອງ” ພາຍໃນພັກ”. ບັນດາມະຕິເຫຼົ່ານີ້ປຽບດັ່ງກະແສລົມທີ່​ສົດ​ໃສ ແລະເຂັ້ມແຂງ, ເພີ່ມເຕີມພະລັງງານໃຫ້ການປະດິດຄິດແຕ່ງແກ່ນັກສິນລະປິນ. ຄວາມເປັນຈິງຈາກບັນດາ “ມຸມມືດທີ່ຖືກປິດບັງ, ເຊື່ອງຊ້ອນ” ໄດ້ຮັບຄວາມເອົາ​ໃຈ​ໃສ່​ຫຼາຍກວ່າເກົ່າຈາກບົດສາລະຄະດີ. ໄພສໍ້ລາດບັງຫຼວງດ້ວຍບັນດາອຸບາຍ​ລາຍ​ລ່ຽມ​ອັນ​ເລິກແລບແນບນຽນ ແລະບັງອາດ; ປະກົດການຫຍໍ້ທໍ້ສັງຄົມ ເຊັ່ນ: ຢາເສບຕິດ, ໂສເພນີ, ການຄ້າມະນຸດຂ້າມຊາຍແດນ...; ບັນຫາມົນລະພິດ, ການ​ຮັກສາ​ສິ່ງ​ແວດ​ລ້ອມ... ໄດ້ຖືກນໍາສະເໜີເປັນຈໍານວນຫຼວງຫຼາຍ, ອັນເປັນການປະກອບສ່ວນຢ່າງ​ຕັ້ງໜ້າຂອງບົດສາລະຄະດີ.

ຄຽງຄູ່ກັບສອງເລື່ອງລາວແຫ່ງຄວາມເປັນຈິງກ່າວມາຂ້າງເທິງ, ບັນດາປັດໄຈໃໝ່, ອັນພົ້ນເດັ່ນ ແລະກ້າວໜ້າທີ່ປະກົດຂຶ້ນໃນຊີວິດສັງຄົມ ໄດ້ຮັບຄວາມເອົາໃຈໃສ່ຈາກ ບົດສາລະຄະດີຮ່ວມ​ສະ​ໄໝ. ນັ້ນແມ່ນແບບຢ່າງຂອງບັນດາປັນຍາຊົນ​ທີ່​ຫຼົງ​ໄຫຼ​ໃນການ​ນຶກ​ຄິດປະດິດ​ສ້າງ ​ແລະ​ບັນດາຜູ້​ອອກ​ແຮງ​ງານທີ່ແທ້ຈິງທີ່​ໄດ້ບືນຕົວສ້າງຮັ່ງຄູນມີ ດ້ວຍ​ຄວາມ​ກ້າຫານ, ຄວາມຂະຫຍັນຂັນເຂື່ອນ ແລະການປະດິດສ້າງ; ແມ່ນການອຸທິດ​ທີ່​ໃຫຍ່​ຫຼວງ, ຄວາມເສຍສະຫຼະອັນງຽບໆຂອງເຫຼົ່າທະຫານນັກຮົບ; ​ແມ່ນ​ມຸມ​ມອງ​ທີ່​ເຕັມ​ໄປ​ດ້ວຍລັກສະ​ນະເມດຕາຈິດ ໃນການຕໍ່ສູ້ເອົາຊະນະກັບໂຊກຊາຕາຂອງຄົນພິການ; ແມ່ນການຟື້ນ​ຄືນ​ຊີບ​ທີ່ໜ້າຫັດສະຈັນ ຂອງບັນດາຜືນດິນທີ່ໄດ້ຮັບຜົນກະທົບອັນ​ໜັກໜ່ວງຈາກ “ຮ່າ​ລູກ​ລະ​ເບີດ” ໃນສະໄໝສົງຄາມ, ບັນດາການປ່ຽນແປງທີ່ຕັ້ງໜ້າບົນ​ເສັ້ນການ​ພັດທະນາ ​ແລະການເຊື່ອມໂຍງ... ບົດສາລະຄະດີໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ໃນການນໍາພາຂອງ​ພັກ, ກ່ຽວກັບຊີວິດ ແລະອະນາຄົດຂອງປະເທດ.

ບົດ​ແຕ່ງ ກໍ່ເປັນອີກປະເພດວັນນະຄະດີໜຶ່ງ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ໃນຊຸມປີຕົ້ນສະຕະວັດທີ 21. ຖັນແຖວນັກປະພັນທີ່ຂຽນບົດ​ແຕ່ງ ກໍ່ມີກໍາລັງເຂັ້ມແຂງ ທີ່ສຸດ. ໃນໄລຍະຕົ້ນມີ ຮວ່າງຝູຫງັອກເຕື່ອງ, ເຖມາກ, ຕໍ່ມາມີ ຫງວຽນກວາງຖ່ຽວ, ຫງວຽນຫວຽດຮ່າ, ຖ້າວຫ້າວ (ຟານທິວ່າງແອັງ)... ພົ້ນເດັ່ນກວ່າໝູ່ແມ່ນບັນດາ ບົດ​ແຕ່ງ ທີ່ດີເລີດ ເຊິ່ງໄດ້ນໍາສະເໜີເຖິງຫຼາຍຕໍ່ຫຼາຍດ້ານຂອງການດໍາລົງຊີວິດ, ໃນນັ້ນ ມີຫົວເລື່ອງໜຶ່ງທີ່ເປັນຫົວເລື່ອງໃໝ່ - ນິເວດເມດຕາຈິດ - ຂອງບັນດານັກປະພັນ ເຊັ່ນ: ຮວ່າງຝູຫງັອກເຕື່ອງ (ລົມກັນຍາມຢູ່ລ້າ, ຄົນມັກຫຼິ້ນ, ຖິ່ນສາວງາມ...), ຫງວຽນກວາງ​ຖ່ຽວ (ກິ່ນອາຍຂອງຄວາມຊົງຈໍາ, ມໍລະດົກຊີວິດແຫ່ງດິນແດນທັງລອງ, ຄົນ​ທີ່​ລາ​ຈາກ​ນະຄອນ, ລົມເລື່ອງກ່ຽວກັບຕົ້ນໄມ້ທີ່ຕາຍແລ້ວ...) ໄດ້ຕອບສະໜອງຄວາມຕ້ອງການ ຂອງຜູ້​ອ່ານ​ຮ່ວມ​ສະ​ໄໝ​ໃນການຮຽນຮູ້ກ່ຽວ​ກັບຊີວິດຂອງພວກ​ເຂົາ.

ເວົ້າເຖິງວັນນະຄະດີປະເພດຄໍາຮ້ອຍແກ້ວຮ່ວມ​ສະ​ໄໝ, ບໍ່​ອາດ​ທີ່​ຈະ​ບໍ່​ເວົ້າ​ເຖິງ​ການປົນເປກັນໃນຫຼາຍໆປະເພດ ເໝືອນກັບວ່າເປັນເອກະລັກອັນໜຶ່ງຂອງ​ວັນນະຄະດີ​ໄລຍະ​ນີ້, ນັ້ນແມ່ນລັກສະນະບົດເລື່ອງບັນທຶກຢູ່ໃນນະວະນິຍາຍ ແລະນິຍາຍສັ້ນ; ລັກສະນະບົດກະວີຢູ່ໃນນິຍາຍ, ລັກສະນະນິຍາຍຢູ່ໃນບົດເລື່ອງບັນທຶກ. ລະດັບ​ຄວາມ​ມົວ​ມືດລະຫວ່າງປະເພດຕ່າງໆ ແລະການເຈື່ອປົນ ຂອງບັນດາສໍານວນພາສາ, ປະເພດຕ່າງໆ ໃນບົດປະພັນໜຶ່ງໆ ໄດ້ສ້າງເປັນສັນຍາລັກພິເສດໃນວັນນະຄະດີ​ຄຳ​ເລົ່າ​ເລື່ອງ​ປະ​ຫວັດ​ຮ່ວ​ມສະ​ໄໝ.

ອີກບັນຫາໜຶ່ງທີ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ໃນການຄົ້ນຄວ້າ ແລະການ​ວິຈານ​ວັນນະຄະດີ ແມ່ນການປະກົດຕົວຂຶ້ນ ຂອງວັນນະຄະດີ “ຫຼັງສະ​ໄໝ​ໃໝ່” ຢູ່​ໃນ​ວັນນະຄະດີຮ່ວມ​ສະ​ໄໝຫວຽດນາມ. ໂດຍອີງໃສ່ “ສັນຍາລັກທີ່ມີລັກສະນະຊັກນໍາ” ຂອງການປ່ຽນແປງໃໝ່, ນັກວິຈານຈໍານວນໜຶ່ງໃຫ້ທັດສະນະວ່າ ໄດ້ປະກົດມີທ່າອຽງ​ຫຼັງ​ສະ​ໄໝ​ໃໝ່ຢູ່ໃນວັນນະຄະດີພາຍຫຼັງປີ 1986. ບັນດາຜູ້ທີ່ນໍາເອົາການ​ປ່ຽນ​ແປງ​ໃໝ່​ມາສູ່​ວັນນະຄະດີ​ຮ່ວມ​ສະ​ໄໝທັງເປັນບັນດາຜູ້ທີ່ຊຸກຍູ້ໃຫ້ທ່າອ່ຽງຫຼັງທັນ​ສະ​ໄໝກໍາເນີດເກີດຂຶ້ນ ແລະຂະຫຍາຍຕົວຢ່າງໄວວາ. ເຫັນໄດ້ວ່າ ບັນດາສັນຍາລັກຂອງທ່າອຽງ “ຫຼັງ​ສະ​ໄໝ​ໃໝ່” ຍິ່ງມີຄວາມກະຈ່າງແຈ້ງຂຶ້ນຕື່ມ ໃນບັນດາການປະດິດແຕ່ງໃນໄລຍະທ້າຍການ​ເຄື່ອນ​ໄຫວຂອງ ຫງວຽນມິງເຈົາ (ຕະຫຼາດຢ໋າດ, ປ່າຫຍ້າເລົາ, ລໍາເຮືອຢູ່ນອກຝັ່ງ...). ສໍາຜັດຖານຂອງ “ຫຼັງສະ​ໄໝ​ໃໝ່” ໃນການປະພັນແຕ່ງໄດ້ສະແດງອອກຢູ່ໃນ “ການ​ແຕກ​ຫັກ” ​ໃດ​ໜຶ່ງຂອງລະບຽບສັງຄົມ, ໃນວິກິດການຄວາມເຊື່ອໃນລະດັບໃດໜຶ່ງຂອງ​ມະນຸດ... ສິ່ງດັ່ງກ່າວນີ້ ໄດ້ສະແດງອອກຢ່າງຈະແຈ້ງສົມຄວນຢູ່ໃນບັນດາບົດນິຍາຍສັ້ນ ຂອງ ຫງວຽນຮຸຍຖ້ຽວ ເຊັ່ນ: ນາຍພົນຮັບບໍານານ, ບໍ່ມີເຈົ້າຊີວິດ, ເກືອຂອງປ່າ, ລຸກ​ສາວ​ຂອງ​ເທບພະ​ເຈົ້າ​ນ້ຳ.... ແລະຢູ່ໃນບົດປະພັນຂອງນັກປະພັນອື່ນໆ ອີກຈໍານວນໜຶ່ງ. ດ້ວຍ​ເຫດ​ນັ້ນ, ມະນຸດຈິ່ງໄດ້ກາຍເປັນ “ຄວາມໜ້າສົງສານ”, ຜິດກັບຄວາມຈິງ, ຄວາມ​ສວຍ​ງາມ​ມີ​ໜ້ອຍ, ຫາກມີກໍ່ຂ້ອນຂ້າງອ່ອນແອທີ່ສຸດ ແລະຄົງ​ຕົວ​ຢູ່​ໃນ​ສະພາວະ​ທັງ​​ໂສກ​ເສົ້າ ທັງຕະຫຼົກປົນເປກັນ. ບັນດາການສະແດງອອກຂອງລັດທິນິລະພານນິຍົມຫຼັງ​ທັນ​ສະ​ໄໝ, ການຕົກຕໍ່າຂອງຄວາມເປັນລະບຽບຮຽບຮ້ອຍສັງຄົມແລະຄອບຄົວ, ຄວາມ​ເສື່ອ​ມເສຍກິດ​ຕິ​ຄຸນມະນຸດ, ຄວາມເສື່ອມຊາມຄຸນສົມບັດ, ຄວາມໂດດດ່ຽວດຽວດາຍ ຂອງມະນຸດ ຢູ່ໃນໂລກຂອງຕົນເອງ...

ວັນນະຄະດີຫຼັງທັນ​ສະ​ໄໝ ໄດ້ຮັບທັງຜົນກະທົບຈາກວັນນະຄະດີຕາເວັນຕົກ ແລະ ມີທັງລັກສະນະເກີດຂຶ້ນຈາກພາຍໃນ. ແຕ່ວ່າ “ຫຼັງທັນ​ສະ​ໄໝ” ໃນວັນນະຄະດີ​ຫວຽດນາມ ກໍ່ຄ້າຍຄືກັບຫຼາຍໆກະແສວັນນະຄະດີ, ວັດທະນະທໍາອື່ນໆ, ​ເມື່ອ​ເຂົ້າ​ມາ​ຫວຽດນາມແລ້ວກໍ່ບໍ່ແມ່ນວ່າຈະມີລັກສະນະເດັດຂາດ, ໝາຍວ່າມັນບໍ່ມີຄຸນລັກສະນະຄົບ​ຖ້ວນຂອງ “ຫຼັງສະ​ໄໝ​ໃໝ່” ຕາເວັນຕົກ. ຍາກທີ່ຈະບົ່ງຊີ້ໄດ້ວ່າ ບຸກຄົນໃດທີ່​ເປັນ​ນັກ​ປະພັນ, ນັກກະວີຫຼັງທັນ​ສະ​ໄໝ “ທີ່ແທ້ຈິງ” ໃນວັນນະຄະດີຮ່ວມ​ສະ​ໄໝຫວຽດນາມ. ແບບວິທີຂອງນັກປະພັນຮ່ວມ​ສະ​ໄໝຫວຽດນາມມີການປະສົມປະສານລະຫວ່າງປະ​ເພນີ​ແລະ​ຄວາມ​ທັນ​ສະ​ໄໝ, ລະຫວ່າງຄວາມ​ທັນ​ສະ​ໄໝແລະຫຼັງ​ສະ​ໄໝ​ໃໝ່, ລະຫວ່າງ​ຮູບ​ແບບ​ການ​ຂຽນ​ແບບ​ເກົ່າ ແລະການໃຊ້ກົນລະວິທີທາງ​ສິລະ​ປະ​ຫຼັງ​ສະ​ໄໝ​ໃໝ່​ ເຂົ້າ​ໃນ​ການ​ປະດິດແຕ່ງ. ເວົ້າເຖິງຜົນສໍາເລັດຂອງວັນນະຄະດີຮ່ວມ​ສະ​ໄໝຫວຽດນາມ ​ແມ່ນ​ບໍ່​ອາດ​ຈະ​ບໍ່​ເວົ້າ​ເຖິງການປະກອບສ່ວນທີ່ເຖິງວ່າຈະຖະໜອມຖ່ອມຕົວ ແຕ່ກໍ່ໄດ້ຮັບຄວາມ​ເອົາ​ໃຈ​ໃສ່ຈາກບັນດານັກປະພັນຫວຽດນາມຢູ່ຕ່າງປະເທດຫຼາຍທີ່ສຸດ ເຊັ່ນ: ຫງວຽນ​ວັນ​ເທາະ, ຫງວຽນທິຮວ່າງ, ງວຽນຊາ, ຫງວຽນຖຸ້ຍຫວູ, ຫງວຽນບ໋າຈຸງ, ຮວ່າງເຄີ້ຍຟອງ, ຫງວຽນຟານເກ໋ວມາຍ...

ຄຽງຄູ່ກັບຄວາມພະຍາຍາມ ແລະຜົນສໍາເລັດກ່າວມາຂ້າງເທິງນີ້, ວັນນະຄະດີ​ຫວຽດນາມ​ຮ່ວມ​ສະ​ໄມ ກໍ່ເກີດມີທ່າອຽງ ຫຼື ຫຼົງລືມ, ຫຼືເຈດຕະນາອອກຈາກກະ​ແສ​ຕົ້ນ​ຕໍ, ຜິດດ່ຽງ ແລະ ຜິດພາດ. ນັກປະພັນຈໍານວນໜຶ່ງໄດ້ຕີລວາດກວາດພຽງ, ຫຼົງລືມ ລະຫວ່າງສົງຄາມແຫ່ງຄວາມເປັນທໍາ ແລະ ສົງຄາມໄຮ້ຄວາມເປັນທໍາ, ສົງຄາມຮຸກຮານ ແລະ ສົງຄາມຕ້ານການຮຸກຮານ. ພັນລະນາ​ເຖິງສົງຄາມສັກສິດ​ຂອງ​ປະ​ເທດຄື​ກັບ​ວ່າ​ເປັນ​ສົງຄາມກາງເມືອງ. ຄົນຈໍານວນໜຶ່ງກໍ່ອາດຈະເປີດເຜີຍ, ຫຼືພາດພິງເຖິງ, ​ໂຈມ​ຕີ​ລະບອບ, ປະຕິເສດການນໍາພາຂອງພັກຕໍ່ກັບສິລະປະວັນນະຄະດີ, ຕັ້ງ​ຄຳຖາມ​ຮຽກ​ທວງ​ວ່າ “ສະຕິປັນຍາຂອງນັກປະພັນຢູ່ໃສ?”, ກະຕຸກຍຸແຍ່ໃຫ້ນັກສິລະປິນ “ຟື້ນສະຕິ”, “ສາລະພາບ​ໂທດ”, “ປະລະລັດທິສັງຄົມນິຍົມ”. ປຶ້ມຈໍານວນໜຶ່ງມີເນື້ອໃນຜິດເຂວ, ຄຸມເຄືອ, ຕີລາຄາຊີວິດແບບມືດມົນ, ແນວຄິດຕາຍຕົວ, ກໍ່ໃຫ້ເກີດຄວາມລະແວງສົງໃສ​ໃນ​ຫຼາຍ​ລະດັບແຕກຕ່າງກັນຕໍ່ກັບຜູ້ອ່ານ, ຊໍ້າບໍ່ໜໍາ ປຶ້ມ​ຈຳນວນ​ໜຶ່ງ​ຍັງມີ​ເນື້ອ​ໃນ​ບໍ່​ຖືກຕ້ອງ, ບິດເບືອນປະຫວັດສາດ, ໃສ່ຮ້າຍປ້າຍສີລັດທິສັງຄົມນິຍົມ ຂອງຕ່າງປະເທດ ທີ່​ໄດ້​ຮັບ​ການ​​ແປ, ພິມຈໍານໜ່າຍ ຫຼື ລັກລອບແຈກຢາຍ ຢູ່ຫວຽດນາມ...

ວັນທີ 3 ມີນາ 2014, ຢູ່ພາຍໃນປະເທດຫວຽດນາມ, ນັກປະພັນຊື່ວ່າ ງວຽນ​ງ້ອກ ໄດ້ປະກາດສ້າງຕັ້ງອັນທີ່ເອີ້ນວ່າ ຄະນະຂົນຂວາຍສ້າງຕັ້ງ “ກຸ່ມ​ນັກ​ປະພັນ​ເອກະລາດ​ຫວຽດນາມ” ຂຶ້ນຢ່າງເປີດເຜີຍ - ເຊິ່ງເປັນການຈັດຕັ້ງໜຶ່ງທີ່ບໍ່ຖືກກົດໝາຍ, “ປະກາດວ່າ” ນີ້ແມ່ນການຈັດຕັ້ງ “ສັງຄົມພົນລະເຮືອນ, ຮັກຫອມອາຊີບ, ​ເປັນ​ເອກະລາດ ແລະ ບໍ່ຂຶ້ນກັບທຸກລະບົບການຈັດຕັ້ງ ແລະ ກົດບັນຢັດໃນປະເທດ ແລະ ນອກປະເທດຢ່າງສິ້ນເຊີງ”. ສະມາຊິກຈໍານວນໜຶ່ງແມ່ນຜູ້ທີ່ມີ “ຊື່​ສຽງ” ​ໃນ​ການໂຈມຕີ, ໃສ່ຮ້າຍປ້າຍສີລະບອບປົກຄອງຂອງ​ຫວຽດນາມ ເຊັ່ນ: ຮ່າສີຟູ, ເຈົາຊວັນຊຽນ, ຫວູທືຮຽນ...

ໃນຄວາມເປັນຈິງແລ້ວ, ຊີວິດວັນນະຄະດີໃນຊຸມປີມໍ່ໆມານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາການປະດິດແຕ່ງທີ່ຂຶ້ນກັບທ່າອຽງມີເຈດຕະນາອອກຈາກກະແສຕົ້ນຕໍ, ຜິດເຂວ ແລະຜິດພາດ - ຄືກັບຄວາມຈໍາເປັນ - ຈະຖືກ “ແຈ້ງຈັບຕາຍ” ໂດຍໄວໃນຈິດສໍານຶກ ຂອງຜູ້ອ່ານທີ່ແທ້ຈິງ; ບັນດາການຈັດຕັ້ງທີ່ບໍ່ຖືກກົດໝາຍຈະ​ບໍ່​ມີ​ຜືນ​ດິນ​ໃຫ້​ຢູ່ອີກ​ຕໍ່​ໄປ ທາງ​ດ້ານ​ກົດໝາຍ ແລະ ອາຊີບ./.

--------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານກອມມູນິດ, ສະບັບທີ 945 (​ເດືອນ​ກໍລະກົດ 2020)