ວັນນະຄະດີຫວຽດນາມຮ່ວມ​ສະ​ໄໝ: ຜົນສຳເລັດແລະບັນຫາທີ່​ຕັ້ງ​ຂຶ້ນ

(ຕອນ​ທີ 2)

ໂດຍ ຮສ, ປອ. ຫງວຽເຖກີ໋
ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີແລະການວິຈານສິລະປະວັນນະຄະດີສູນກາງ
02:48, 27-02-2021

ສະຫາຍເຈິ່ນກວັກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຊົມງານວາງສະແດງ “ປະທານໂຮ່ຈີມິນກັບສິລະປິນ, ປັນຍາຊົນແລະນັກວິທະຍາສາດ” ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 90 ປີ ວັນປະເພນີຂອງຂະແໜງການໂຄສະນາອົບຮົມຂອງພັກ (1 ສິງຫາ 1930 - 1 ສິງຫາ 2020) _ແຫຼ່ງ: zing.vn

2.3. ລະຄອນ

ລະຄອນ​ຮ່ວມ​ສະ​ໄໝ​​ມີ​ບາດກ້າວ​ບຸກທະລຸໃນຊຸມປີຕົ້ນໆຂອງໄລຍະປ່ຽນ​ແປງ​ໃໝ່, ນີ້ຖືວ່າເປັນ “ບາດ​ລ້ຽວ” ທີ່ສຳຄັນທີ່​ໜຶ່ງ ​ເຊິ່ງມີນັກຂຽນທີ່​ດີ​ເດັ່ນ​, ເຊັ່ນ: ລຶວກວາງ​ຫວູ, ຊວັນ​ຈິ່ງ, ​ເຕິ​ດດາດ, ຮວ່າຍ​ຢາ​ວ, ​ແທັງ​ເລືອ​ງ, ຫງວຽນ​ຂັກ​ຝູກ, ຢວ້ານຮວ່າງ​ຢາງ, ຕ່າວ​ມາກ, ຊວັນ​ດຶກ, ຈູ​ເທິ​ມ, ຫງວຽນ​ຮຸຍ​ທ້ຽບ... ​ໃນ​ເກືອບ​ສິບ​ປີ​ແຕ່​ປີ 1978 ​ເຖິງ​ປີ 1988, ລຶວກວາງ​ຫວູ ​ໄດ້​ແຕ່ງ​ລະຄອນ​ຫຼາຍ​ກວ່າ 50 ບົດທີ່​ມີ​ອິດ​ທິພົນ​ຢ່າງຫຼາຍຕໍ່​ຄວາມ​ຄິດ​ເຫັນ​ຂອງ​ສາທາລະນະ​ຊົນ ​​ເນື່ອງ​ຈາກ​ບັນຫາ​ທາງ​ສັງຄົມ​ທີ່​​ໂດດ​ເດັ່ນຮ້ອນ​ເຄືອງ, ກ່າວ​ເຖິງ​ຄວາມ​ລ້າ​ສະ​ໄໝ​ຂອງກົນ​ໄກການຄຸ້ມຄອງແບບເກົ່າ, ການກຳເນີດຂອງຮູບແບບການຈັດ​ຕັ້ງ​ການ​ຜະລິດ​ໃໝ່; ບັນຫາ​ການ​ຕໍ່ສູ້​ຕ້ານ​ຄວາມ​ຫຍໍ້​ທໍ້​ເລວ​ຊາມ​ໃນ​ທຸກ​ຂົງ​ເຂດ; ການ​ຕໍ່ສູ້​ເພື່ອ​ຍູ້​ຖອຍ​ການ​ສໍ້​ລາດ​ບັງ​ຫຼວງ, ພະຍາດ​ອາດ​ຍະ​ສິດ, ການລ່ວງອຳນາດ; ​ໂດຍ​ສະ​ເພາະ​ສະພາບ​ຂອງ​ມະນຸດໃນຊີວິດສັງຄົມ... ບົດລະຄອນຂອງລາວໄດ້ປະກອບສ່ວນສຳຄັນ​ເຂົ້າ​ໃນການປ່ຽນແປງໃໝ່ຂອງວັນນະຄະດີ, ປ່ຽນ​ແປງໃໝ່ຈິນຕະນາການສິລະປະຂອງນັກຂຽນ, ນັກກະວີແລະປະຊາຊົນທົ່ວ​ໄປ. ລະຄອນຂອງລຶວກວາງ​ຫວູບໍ່​ໄດ້ຫລີກລ້ຽງຈາກບັນຫາ "ອ່ອນໄຫວ", ຈັບວິຖີຊີວິດທີ່ຖືກຕ້ອງ ແລະຄວາມກັງວົນ ​ເປັນ​ຫ່ວງກັບ​ສະຖານະ​ຂອງ​ມະນຸດຈຳນວນຫຼວງ​ຫຼາຍ, ດັ່ງ​ນັ້ນ​ຈຶ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ທົ່ວ​ສັງຄົມ. ລະຄອນ​ຫຼາຍ​ບົດ​ຂອງ​ລາວ​ມາ​ຮອດ​ປະຈຸ​ບັນ​ນີ້​ຍັງ​​ໄດ້​ຮັບ​ການສະ​ແດງຊ້ຳຫຼາຍ​ຄັ້ງ ​ແລະ​ຍັງ​ດຶງ​ດູດ​ຜູ້​ຊົມ​ເປັນຈຳນວນຫລວງຫລາຍຢູ່. ​

ສາມາດ​ເວົ້າ​ໄດ້​ວ່າ, ລະຄອນ​ຮ່ວມ​ສະ​ໄໝໄດ້ປ່ຽນແປງຊີວິດການສະແດງລະຄອນ, ເຮັດໃຫ້ຮູບແບບສິລະປະນີ້ຕິດພັນກັບຄວາມເປັນຈິງຂອງຊີວິດ, ໃນນັ້ນ “ຄວາມປາດຖະ ໜາມະນຸດສະທຳຂອງສິລະປິນໄດ້ປະສົມກົມກຽວກັບຄວາມຮັບຜິດຊອບຂອງພົນລະເມືອງ”. ປີ 2000, ບົດ​ລະຄອນ 2 ບົດ​ຂອງລຶວກວາງ​ຫວູຄື: ຂ້ອຍ​ແລະ​ພວກ​ເຮົາ, ຄຳ​ສາບານ​ທີ 9 ​ໄດ້​ລວມຢູ່​ໃນ​ລາຍ​ຊື່​ບົດ​ປະພັນທີ່​ໄດ້​ຮັບ​ລາງວັນ​ໂຮ່ຈີ​ມິນ​ກ່ຽວ​ກັບ​ວັນນະຄະດີ​ແລະ​ສິລະ​ປະ. ພ້ອມ​ກັນ​ກັບລຶວກວາງ​ຫວູ ​ແລະ ຊວັນ​ຈິ່ງ (ບົດ​ລະຄອນ: ຄວາມຝັນສີທັບທິມ, ເຄິ່ງວັນ​ໃນ​ຕອນບ່າຍ, ຄິດເຖິງຕົວເອງ, ແມ່ສອງຄົນ...), ຊວັນ​ດຶກ (ບົດ​ລະຄອນ: ພາລະກິດ​ສຳເລັດ​ແລ້ວ, ​ເກ​ມ, ບຸກຄົນ​ສູນຫາຍ, ລົດ​ໄຟ​ດ່ວນ​ຕອນ​ກາງຄືນ, ຄວາມ​ຕາຍ​ບໍ່​ແມ່ນ​ເລື່ອງ​ງ່າຍ...), ຈູ​ລາຍ (ບົດ​ລະຄອນ: ຮ່າໂນ້ຍຍາມກາງຄືນທີ່ມີລົມ, ຄວາມຊົງຈຳໄຟ, ຄື້ນຟອງ​ກະວົນກະວາຍຕະຫຼອດໄປ (ຂຽນ​ບົດ​ຮວ່ມກັບ​ນັກ​ແຕ່ງ ຈູ​ເທິ​ມ), ຫວໍ​ຂັກງຽມ (ບົດ​ລະຄອນ:ຄວາມໂສກເສົ້າໃນທິດທາງກົງກັນຂ້າມ, ກົດນິລັນດອນ, ບີ໋ຫວໍ...), ຫງວຽນ​ຮູ​ຍທ້ຽບ (ບົດ​ລະຄອນ:ສາຍນ້ຳນ້ອຍ, ລະດູບານ​ໃໝ່​ສີ​ຊົມ​ພູ, ຄວາມ​ຮັກ​ທີ່​ເຫຼືອ​ຢູ່, ຄອບຄົວ, ນັກພະຍາກອນ, ດອກ​ບົວ​ບານ​ໃນ​ວັນ​ທີ 29 ​ເມສາ...), ນັກຂຽນເຫລົ່ານີ້ໄດ້ຂີດໝາຍ​ບາດ​ລ້ຽວໃນ​ຊຸມ​ປີກ່ອນໄລຍະການ​ປ່ຽນ​ແປງ​ໃໝ່.

“ບາດ​ລ້ຽວ” ທີ່​ສອງ ນັບ​ຕັ້ງ​​ແຕ່​ປີ 1997 ​ເມື່ອ​ມີ​ການ​ສົ່ງ​ເສີມ​ນະ​ໂຍບາຍ​ການ​ຫັນ​ເປັນ​ສັງຄົມ ​ແລະ ​ໃນ​ປີ 2002 ​ໂຮງ​ລະຄອນ​ໄດ້​ຮັບ​ອະນຸຍາດ​ໃຫ້​ໃຊ້​ກົນ​ໄກ​​ເປັນ​ເຈົ້າ​ຕົນ​ເອງ. ໃນໄລຍະນີ້, ລະຄອນໄດ້ຫັນວົງ​ການນັກແຕ່ງ​ເຂົ້າ​ໃນສອງທ່າ​ອຽງຄື: ທ່າ​ອຽງ​ຈັດ​ສະ​ແດງ​ບົດ​ລະຄອນ​ເກົ່າ​ຂຶ້ນ​ມາ​ໃໝ່, ​ເຂົ້າ​ສູ່​ຫົວ​ຂໍ້​ເທບ​ນິຍາຍ, ຫົວ​ຂໍ້​ພື້ນ​​ເມືອງ, ຫົວ​ຂໍ້​ປະຫວັດສາດ;  ທ່າ​ອຽງທີ່ຈະຕອບສະໜອງຄວາມຕ້ອງການດ້ານຄວາມບັນເທິງຂອງ​ຜູ້​ຊົມ ​ແລະ​ຫາ​ເງິນ​ເພື່ອ​ລ້ຽງດູກອງສິລະປະ. ທ່າ​ອຽງ​ການ​ປະພັນ​ທີ່​ໜຶ່ງ​ຖືກ​ຖື​ວ່າ​ເປັນ “ກະ​ແສ​ສາຍ​ຫຼັກ” ຂອງ​ລະຄອນ​ຮ່ວມ​ສະ​ໄໝ ​ເຂົ້າ​ສູ່​ຫົວ​ຂໍ້​ເທບ​ນິຍາຍ, ພື້ນ​ເມືອງ (ກະປູຊາຍຟອງ, ແຕ່​ກີ້​ແຕ່​ກ່ອນ, ໄມ້ໄຜ່ຮ້ອຍຕ່ອນ...), ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ນັກ​ສິລະ​ປິນຮ່ວມ​ສະ​ໄໝ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງວົງ​ຈອນ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ຫົວ​ຂໍ້​ປະຫວັດ​ສາດ ​ແລະຫົວ​ຂໍ້​ການ​ຕໍ່ສູ້​ປະຕິວັດ, ຜ່ານ​ສິ່ງ​ດັ່ງກ່າວ​ສົ່ງຂໍ້ຄວາມກ່ຽວກັບຊີວິດຍຸກປະຈຸບັນ. ນັ້ນ​ແມ່ນ​ນັກ​ສິລະ​ປິນຫຶ​ວ​ແຢັງ - ດ້ວຍ​ແນວ​ຄວາມ​ຄິດໃນການນຳເອົາລົມຫາຍໃຈຂອງແຜ່ນດິນທີ່ລາວອາໄສຢູ່​ເຂົ້າໃນບົດ​ປະພັນ, ລາວ​ໄດ້​ຕິດເຄື່ອງໝາຍຂອງພາກໃຕ້ຢ່າງແທ້ຈິງ​ໄວ້ໃນບົດລະຄອນ​ຂອງ​ຕົນ, ​ເຊັ່ນບັນທຶກ​ຊື່​ສຽງ, ນໍ້າຕາແຫ່ງທຳມະ, ​ເລ​ກົງ...; ນັ້ນ​ແມ່ນ ຟ້າ​ມວັນ​ກຸ໋ຍ - ຂີດ​ໝາຍອາຊີບຂອງລາວໃນປີ 1986 ດ້ວຍບົດ​ລະຄອນ: ຊີວິດ​ທີ່​ບໍ່​ມີ​ທີ່​ສິ້ນ​ສຸດ, ຜູ້ປະຕິບັດໂທດປະຫານ​ຊີວິດ... ທີ່ປະກອບສ່ວນເຂົ້າໃນການສ້າງ “ຄວາມມະຫັດສະຈັນ” ທີ່ສົດໃສໃນໂຮງລະຄອນ​ບາງ​ແຫ່ງໃນພາກໃຕ້...; ນັ້ນ​ແມ່ນ ຫງວຽກ​ວາງ​ວິ​ງ ດ້ວຍ​ບົດ​ລະຄອນ​ໂຮ່ຈີ​ມິນ, ຄວາມຊົງຈຳສີ​ແດງ, ເລື່ອງຄວາມຮັກ​ແຄມແມ່ນ້ຳ, ເຕົ້ານົມດິນຊາຍ, ຕາຖະຫນົນ...; ນັ້ນ​ແມ່ນ ຫງວຽນ​ເຖກີ໋ - “ຄວາມຮູ້ສຶກຈົດ​ຈໍ່” ກ່ຽວກັບຫົວຂໍ້ປະຫວັດສາດ, ວັດທະນະທຳ, ກ່ຽວກັບນະວັດຕະກຳດ້ານສິລະປະ. ຕັ້ງ​ແຕ່​ບົດ​ປະພັນທຳອິດຄື ​ເລື່ອງ​ຄວາມ​ຮັກ​ຢູ່​ເຂົາ​ວາຍ ຈົນ​ເຖິງ​ບັນດາ​ບົດ​ປະພັນຕໍ່ໄປມັນ​ເປັນການ​ຢືນຢັນ​ທິດ​ທາງ​ທີ່​ໜ້າ​ໃຫ້ກຳລັງໃຈໃນວົງ​ການລະຄອນ (ບົດ​ລະຄອນ: ມາຍ​ຫັກ​​ເດ໋, ຮຸ່ງ​ອາ​ລຸນ, ນາຍຄູ​ບາ​ເດີ້ຍ, ດອກ​ໄມ້​ໄຟ​ຢູ່​ຈວງ​ໂບ່ນ, ຕຳນານ​ໂນນ​ມັງກອນ, ​ເມກ​ຂາວ​ພັນ​ປີ). ​ເຖິງ​ວ່າ​ທ່າ​ອຽງ​ທີ່​ສອງບໍ່​ໄດ້​ປະກອບສ່ວນ​ຫຼາຍ​ເຂົ້າ​ໃນ​ການ​ພັດທະນາ​ຂອງລະຄອນຮ່ວມສະໄໝກໍ​ຕາມ, ​ແຕ່​ມັນ​ໄດ້​ເຮັດ​ໃຫ້ຄວາມຫຼາກຫຼາຍຂອງ​ການສະ​ແດງ​ລະຄອນຕັ້ງແຕ່ປີ 1997 ຈົນເຖິງປະຈຸບັນ. ທ່າ​ອຽງ​ປະດິດ​ສ້າງ​ຂອງ​ລະຄອນ​ໃນ​ໄລຍະ “ບາດ​ລ້ຽວ” ນີ້​ແມ່ນການ​ປະດິດ​ສ້າງ​ຕາມ “ນາຍ​ຈ້າງ” - “ນາຍ​ຈ້າງ” ​ເປັນ​ເຈົ້າ​ເຕັມ​ສ່ວນ​ໃນ​ຮູບ​ແບບ​ທີ່​ບໍ່​ແມ່ນ​ລັດ​ແລະການຄ້າ, ການບັນເທີງໃນໂຄງສ້າງນ້ອຍໆ, ການຫາລ້ຽງຊີບ​. ບັນດາຜົນງານ: ຊຸດເຄື່ອງ​ແບບ​ນັກບວດ, ດວງຈັນ​ໃໝ່, ບ້ານ​ພັກ 3ດ, ຜູ້ຊາຍ - ເຈົ້າແມ່ນໃຜ, ຄວາມຝັນ, ວິນຍານກະ​ເບື້ອຝັນ​ເທວະ​ດາ... ທີ່​ໄດ້​ປະພັນ​ຕາມ​ທ່າ​ອຽງ​ນີ້ ​ລ້ວນ​ແຕ່ມຸ່ງ​ໃສ່ການຫົວເລາະທາງ​ສະ​ລິ​ລະ​ສາດ, ບໍ່ສົນໃຈຫຼືເກືອບບໍ່ສົນໃຈຕໍ່ມາດຕະຖານ​ດ້ານ​ມະນຸດ, ຄວາມ​ຮູ້, ການສຶກສາ​ຂອງ​ວັນນະຄະດີແລະ​ສິລະ​ປະ​ທັງ​ໝົດ.

2.4.  ທິດ​ສະ​ດີກາ​ນວິຈານ​ວັນນະຄະດີ

ກ້າວ​ເຂົ້າ​ສູ່​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ແລະ​ເຊື່ອມ​ໂຍງ​ສາກົນ, ການ​ຮັບ​ເອົາບັນດາ​ທິດ​ສະ​ດີ ​ແລະວິທີ​ຄົ້ນຄວ້າ, ວິຈານ​ທິດ​ສະ​ດີ​ທີ່​ທັນ​ສະ​ໄໝ​ໃນ​ໂລກ ​ແລະ​ໝູນ​ໃຊ້​ເຂົ້າ​ໃນ​ການ​ຄົ້ນຄວ້າ, ວິຈານ​ວັນນະຄະດີ​ຫວຽດນາມ ​ໄດ້​ຮັບ​ຜົນງານ​ທີ່​ໜ້າ​ຊົມ​ເຊີຍ, ​ເຮັດ​ໃຫ້​ວຽກ​ງານ​ດ້ານທິດ​ສະ​ດີ​ວິຈານ​ວັນນະຄະດີຈະເລີນຮຸ່ງເຮືອງ ແລະມີຜົນສຳເລັດໃໝ່ຫຼາຍ​ຢ່າງ. ບັນດາ​ທິດ​ສະ​ດີ​ທີ່​ທັນ​ສະ​ໄໝ​ເຊັ່ນ ຫຼັກ​ກະວີ​ວິທະຍາ, ວັນນະຄະດີ​ປຽບທຽບ, ປະ​ເພດ​ຮູບ​ແບບ​ວິທະຍາ, ອັດຕະຊີ​ວະປະຫວັດວິທະຍາ, ທິດ​ສະ​ດີ​ວາທະ​ກຳ, ຈິດ​ວິ​ເຄາະວິທະຍາ... ​ໄດ້​ກາຍ​ເປັນ​ເຄື່ອງມື​ທີ່​ຄຸ້ນເຄີຍຂອງນັກວິຈານສ່ວນໃຫຍ່. ບັນດານັກຄົ້ນຄ້ວາແລະນັກວິຈານ, ເຊັ່ນວ່າ ​ເຈິ່ນດິ່ງ​ສື, ​ເລ​ງ້ອກຈ່າ, ​ເວື​ອງຈີ໋ຍ່ານ, ​ໂດ້ລາຍ​ຖວີ, ຮວິ່ງ​ຍື​ເຟືອງ, ຟານ​ຈ້ອງ​ເທື່ອງ... ​ແລະ​ນັກຂຽນ​ຫຼາຍ​ຄົນ​ໄດ້​ສ້າງ​ທ່າ​ອຽງ​ການ​ປ່ຽນ​ແປງ​ໃໝ່​​ໃນ​ການ​ວິຈານ​ແລະ​ຄົ້ນຄວ້າວັນນະຄະດີ. ​ໃນຈຳນວນ​ນັ້ນ, ​ເຈິ່ນດິ່ງ​ສື ດ້ວຍຫຼັກ​ກະວີ​ວິທະຍາ, ອັດຕະຊີ​ວະ​ປະຫວັດວິທະຍາ ​ແລະ ໂດ້ລາຍ​ຖວີ ດ້ວຍຈິດ​ວິ​ເຄາະວິທະຍາ, ມະນຸດ​ວິທະຍາ​ວັດທະນະທຳ ໄດ້ສ້າງອິດທິພົນທີ່ແຂງແຮງໃຫ້ແກ່ນັກວິຈານແລະນັກຄົ້ນຄວ້າລຸ້ນຕໍ່ໆໄປ.

ບັນດາ​ຄຸນຄ່າ​ວັນນະຄະດີ​ແລະວັດທະນະທຳ​ແບບ​ດັ້ງ​ເດີມໃນເມື່ອກ່ອນບໍ່ໄດ້ຮັບການ ຮັບຮູ້ດ້ວຍທັດສະນະທີ່ສົມເຫດສົມຜົນ, ປະຈຸບັນໄດ້ຄົ້ນຄ້ວາແລະຄົ້ນຄືນໃໝ່ກ່ຽວ​ກັບ​ຄຸນຄ່າ​ວັດທະນະທຳ, ຄຸນຄ່າສິລະປະ, ນຳມາເຊິ່ງຜົນກະທົບຈາກສັງຄົມຢ່າງເລິກເຊິ່ງ. ນັກຂຽນ ​ແລະນັກກະວີຫຼາຍຄົນທີ່ມີສ່ວນກ່ຽວຂ້ອງກັບຄະດີ ​ເຍິນ​ວັນ - ຢາຍ​ເຝິມ ກ່ອນ​ໜ້າ​ນີ້ ​ໄດ້​ຖືກ​ປະ​ເມີນ​ຄືນ​ໃໝ່ ​ແລະໄດ້ຮັບລາງວັນລະດັບລັດກ່ຽວ​ກັບ​ວັນນະຄະດີແລະສິລະປະ, ຄື​ບັນດາ​ນັກກະວີ: ຮວ່າງ​ເກິ່ມ, ​ເລ​ດາດ, ​ເຈິ່ນ​ເຢິ່ນ... ສະແດງໃຫ້ເຫັນ​ເຖິງບັນຍາກາດທີ່​ເປັນ​ປະຊາທິປະ​ໄຕ, ເປີດກວ້າງພໍສົມຄວນ ໃນຊີວິດດ້ານສິລະປະວັນນະຄະດີ. ນັບ​ທັງ​ພາກສ່ວນ​ວັນນະຄະດີພາກໃຕ້ແຕ່ປີ 1954 ເຖິງປີ 1975 ກໍ​ໄດ້​ມີ​ການ​ສຶກສາ​ຢ່າງ​ເປັນ​ລະບົບ, ຕີລາຄາຢ່າງ​ມີວິທະຍາສາດແລະຍຸດຕິທຳຫຼາຍ. ພາກສ່ວນ​ວັນນະຄະດີຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ດ້ວຍ​ບັນດາ​ຄຸນຄ່າ​ມະນຸ​ກສະ​ທຳ​ທີ່​ຕັ້ງໜ້າ, ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຮັບ​ຮູ້​ຈາກນັກ​ຄົ້ນຄວ້າ, ນັກ​ວິຈານ.

ຈາກຜົນສຳເລັດຂອງວຽກງານທິດສະດີແລະການວິຈານວັນນະຄະດີ, ພວກ​ເຮົາ​ສາມາດ​ຢືນຢັນ​ວ່າ ທິດ​ສະ​ດີ​ແລະ​ການ​ວິຈານ​ວັນນະຄະ​ດີ​ຮ່ວມສະ​ໄໝ​ຫວຽດນາມ ​ໄດ້​ມີ​ບາດກ້າວ​ພັດທະນາ​ໃໝ່. ​ແຕ່​ບັນດາ​ທົດ​ສະ​ວັດ​ທ້າຍ​ສະຕະວັດ​ທີ XX ​ເຖິງ​ຕົ້ນ​ສະຕະວັດ​ທີ XXI, ການ​ປະກົດ​ຕົວ​ຂອງ​ຜົນງານ​ວິ​ໄຈ​ແລະ​ບົດ​ຄວາມ​ທີ່​ມີ​ຄຸນຄ່າຂອງ​ບັນດາຜູ້​ຂຽນ: ຮ່າ​ມິ​ງດຶກ, ຟອງ​ເລ, ​ເຟືອງ​ລຶ້ວ, ຫງວຽນ​ວັນ​ແຮ້ງ, ​ເຈິ່ນດິ່ງ​ສືບ, ມາຍ​ກວັກ​ລຽນ, ມ້າ​ຢາງ​ເລິນ, ດິງຊວັນ​ຢຸ້ງ, ​ເຈິ່ນດັງ​ສວ່ຽນ, ຟານ​ຈ້ອງ​ເທື່ອ​ງ... ​ໃນ​ການ​ໝູນ​ໃຊ້​ບັນດາ​ວິທີ​ການ​ຄົ້ນຄວ້າ​ວັນນະຄະດີ​ໃນ​ໂລກຢ່າງ​ປະດິດ​ສ້າງ ​ເຂົ້າ​ໃນການ​ຄົ້ນຄວ້າຜູ້​ຂຽນ, ບົດ​ປະພັນ, ທ່າ​ອຽງ, ແນວໂນ້ມແລະໂຮງຮຽນຂອງວັນນະຄະດີຫວຽດນາມຢ່າງມີປະສິດທິຜົນ.

ຕັ້ງແຕ່ເລີ່ມຕົ້ນການປ່ຽນ​ແປງ​ໃໝ່ຈົນເຖິງປະຈຸບັນ, ຂົງເຂດທິດສະດີແລະການວິຈານ​ວັນນະຄະດີ ໄດ້ເຫັນການປ່ຽນແປງລຸ້ນຄົນຢ່າງ​ຖືກກົດ​ເກນ. ນັກ​ທິດ​ສະ​ດີ​ແລະ​ນັກ​ວິຈານ​ວັນນະຄະດີ​ຮຸ່ນ​ໃໝ່​ທີ່​ມີ​ລະ​ດັບວັດທະນະທຳ, ພາສາ​ຕ່າງປະ​ເທດ ​ແລະມີ​ຄວາມ​ສາມາດ​ໃນ​ການ​ຮັບ​ເອົາ​ແລະ​ປັບ​ແນວ​ຄິດ​ໃໝ່ຈາກ​ລະບົບ​ທິດ​ສະ​ດີ​ຕາ​ເວັນ​ຕົກ (​ເຖິງ​ວ່າ​ບາງ​ຄັ້ງ​ຈະ​ໂພດ​ເຫຼືອ, ​ເກີນ​ເກນ) ​ແລະນຳ​ໃຊ້​ເຂົ້າ​ໃນ​ແຕ່ລະພື້ນ​ທີ່ວັນນະ​ຄະດີທີ່​ເໝາະສົມ​ ເພື່ອ​ຖອດ​ລະຫັດ​ບົດ​ປະພັນ. ນັ້ນ​ແມ່ນ​ ​ເຈິ່ນ​ແມັ້ງຕ້ຽນ, ​ເຈິ່ນຮວ່ຽນ​ເຊິ​ມ, ຟຸ່ງຢາ​ເຖ້, ຟຸ່ງງ້ອກກຽນ,.. ທີ່ໄດ້​ປຽບ​ທາງ​ດ້ານວັດທະນະທຳ, ພາສາ​ຕ່າງປະ​ເທດ ​ແລະ​ຄວາມ​ໄຫວ​ພິບ​​ໃນ​ຈິນຕະນາການ​ວິທະຍາສາດ, ການ​ຈັດການ​ທາງ​ວິທະຍາສາດ... ​ໄດ້​ຊ່ວຍ​ໃຫ້​ພວກ​ເຂົາມີບາດກ້າວບຸກທະລຸ, ສ້າງທ່ວງທ່າທີ່ຂ້ອນຂ້າງໝັ້ນຄົງ ​ເມື່ອ​ເຂົ້າ​ສູ່​ແຕ່​ລະ​ພື້ນ​ທີ່​ວັນນະຄະດີ, ​ແຕ່ລະ​ເປົ້າໝາຍ​ວັດທະນະທຳສະ​ເພາະ. ສິ່ງ​ທີ່​ໜ້າ​ຊົມ​ເຊີຍ​ຄື ຜູ້ຂຽນແຕ່ລະຄົນລ້ວນແຕ່ມີຄວາມຮູ້ສຶກ ຕໍ່ການປ່ຽນ​ແປງ​ໃໝ່​ ບໍ່​ເຮັດ​ຊ້ຳຊືມຕົວເອງ, ບໍ່ທັບ​ຊ້ອນ ແລະບໍ່​ຢຽບກັນ. ​ໃນ “​ເສັ້ນທາງ” ສະ​ເພາະ​ແລະກຳນົດ​ການ​ເດີນທາງ​ຂອງ​ຕົນ​ເອງ, ຜູ້​ຂຽນ​ແຕ່ລະຄົນ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ຮຽນ​ຮູ້​​ແລະ​ສືບ​ຕໍ່ມູນ​ເຊື້ອ​ທິດ​ສະ​ດີ​ແລະການ​ວິຈານ​ຂອງຄົນລຸ້ນກ່ອນ; ຮູ້​ຄົ້ນ​ເຜີຍ​ແລະ​ສະ​ເໜີ​ທິດ​ທາງ​ການ​ຄົ້ນຄວ້າ​ໃໝ່​ຕ່າງໆ.

ຖັນ​ແຖວຜູ້​ເຮັດ​ວຽກ​ງານ​ທິດ​ສະ​ດີ​ແລະ​ການ​ວິຈານ​ວັນນະຄະດີ​ຮ່ວມ​ສະ​ໄໝ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ, ​ແຕ່ຍັງບໍ່ທັນມີຜົນກະທົບຢ່າງແຮງ, ມີ​ລັກສະນະ​ກຳນົດທິດ ຕໍ່ຊີວິດວັນນະຄະດີ. ບົດວິພາກ​ວິຈານ​ວັນນະຄະດີ​ຫຼາຍ​ສະບັບ​ຍັງ​ມີ​ລັກສະນະ​ວິຊາ​ການ​ຢ່າງ​ໜັກ. ນັກ​ຂຽນຈຳນວນ​ໜຶ່ງ​ທີ່​ເຄີຍຢືນຢັນ​ສັກ​ສີ​ແລະຕຳ​ແໜ່​ງ​ໃນ​ໂລກ​ນີ້​ໄດ້​ຫຼຸດ​ໜ້ອຍ​ແລະ​ອ່ອນ​ແອ​ລົງ ​ເພາະ​ສຸຂະພາບ​ແລະ​ອາຍຸ​ຂອງ​ພວກ​ເຂົາ; ຢ້ານການປະທະ, ຢ້ານຖືກ “ຂວ່າງ​ດ້ວຍ​ກ້ອນ​ຫິນ” ກ້າວໄປສູ່ “ເບື້ອງຫຼັງ” ເພື່ອຄົ້ນຄວ້າ, ວິ​ໄຈ, ຂຽນ​ປະຫວັດສາດ​ວັດທະນະທຳ-ສິລະປະ, ຂຽນພັນ​ລະ​ນາ​ພາບບຸກຄົນ.

ໃນໄລຍະ 10 ປີທີ່ຜ່ານມາ, ການ​ເຄື່ອນ​ໄຫວ​ທິດ​ສະ​ດີ​ແລະການ​ວິຈານ​ວັນນະຄະດີ ບໍ່ໄດ້ຖືກແຈກຢາຍຢ່າງເທົ່າທຽມ​ກັນ​ໃນ​ພື້ນ​ທີ່ຕ່າງໆ (ວັນນະຄະດີພື້ນເມືອງ, ວັນນະຄະດີ​ທັນ​ສະ​ໄໝ, ວັນນະຄະດີຂອງຊົນເຜົ່າ…) ​ແລະ​ສະ​ແດງ​ອອກ​ໃນ​ບັນດາ​ລະດັບ​ທີ່​ບໍ່​ຄື​ກັນ. ອາດ​ຈະ​ສັງ​ເກດ​ເຫັນ​ທ່າ​ອຽງ​ການວິຈານ​ວັນນະຄະດີ​ທີ່​ສຳຄັນ​ໃນ​ປະຈຸ​ບັນ ລວມມີ: ການ​ວິຈານ​ແບບ​ດັ້ງ​ເດີມ, ການ​ວິຈານ​ອີງ​ໃສ່​ທິດສະ​ດີ​ຂອງ​ຕ່າງປະ​ເທດ ​ແລະ ​ການ​ວິຈານ​ແບບ​ບັງຄັບ, ສຸດ​ຂົ້ວ​ໂພດ​ເຫຼືອ. ​ໃນ​ນັ້ນ, ການ​ວິຈານ​ແບບ​ດັ້ງ​ເດີມ​ແມ່ນ​ທ່າ​ອຽງ​ອີງ​ໃສ່​ບັນ​ມູນ​ຫຼັກ​ຂອງສຸນທະລີ​ຍະ​ສາດ​ມາກ​ຊິດ, ​ແນວທາງ​ສິລະ​ປະວັນນະຄະດີຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ທ່າ​ອຽງ​ນີ້​ຕິດຕາມ​ໃກ້ຊິດ​ກັບ​ພຶດຕິ​ກຳ​ແຫ່ງ​ການ​ປະພັນ, ປະກອບສ່ວນ​ປະຕິບັດ​ໜ້າ​ທີ່ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການ​ວິຈານທີ່​ອີງ​ໃສ່ບັນດາທິດສະ​ດີ​ຂອງ​ຕ່າງປະ​ເທດ​ເຊັ່ນ ຫຼັກ​ກະວີ​ວິທະຍາ, ທິດ​ສະ​ດີ​ໂຄງ​ສ້າງ​ນິຍົມ, ສັນຍາ​ລັກ​ອັກສອນສາດ, ຈິດ​ວິ​ເຄາະວິທະຍາ, ລັດທິ​ສະ​ໄໝ​ໃໝ່, ສຸນທະລີ​ຍະ​ສາດ, ລັດທິ​ຫຼັງ​ສະ​ໄໝ​ໃໝ່, ​ແບບ​ແຜນ​ວິທະຍາ, ພາສາ​ສາດ, ອັດຕະຊີ​ວະປະຫວັດວິທະຍາ, ນິ​ເວດ​ວິທະຍາ... ​ເພື່ອ ນຳ​ໃຊ້​ເຂົ້າ​ໃນ​ການ​ວິ​ເຄາະ​ໄຈ້​ແຍກ​ບົດ​ປະພັນ (​ເກົ່າ​ແລະ​ໃໝ່), ​ເປີດ​​ເສັ້ນ​ທາງ​ໃໝ່​ໃຫ້​ຜູ້​ອ່ານ​​ເຂົ້າ​ເຖິງ​ກັບ​ບົດ​ປະພັນ​ແລະ​ຜູ້​ຂຽນ. ​ເບິ່ງ​ລວມ​ແລ້ວ, ກິດຈະການວິພາກວິຈານທີ່ປະຕິບັດຕາມທ່າ​ອຽງ​ນີ້ສ່ວນໃຫຍ່ແມ່ນຍັງທົດລອງ, ຄົ້ນຫາວິທີການແລະເຕັກນິກການ​ວິຈານ. ການສະ​ແດງ​ອອກຢ່າງຈະແຈ້ງທີ່ສຸດຂອງການ​ວິຈານ​ແບບ​ບັງຄັບ, ສຸດ​ຂົ້ວ​ໂພດ​ເຫຼືອ ​ແມ່ນ​ແບບ​ເວົ້າ​ກົງ​ຂ້າມ, ທົບ​ທວນ, ປະຕິ​ເສດ​ໝົດ​ກ້ຽງ. ການວິຈານ​ແບບນີ້ມັກຈະສວຍໃຊ້ປະຊາທິປະໄຕ, ໃນນາມ “ການ​ວິພາກ​ວິຈານ”, “ຊອກຫາສິ່ງໃໝ່ໆ” ເພື່ອສົ່ງເສີມ​ແບບປະພັນ​ທີ່ບໍ່​ຖືກຕ້ອງ, ​ຜິດ​ເຂ​ວ.

ຖ້າພວກເຮົາຈັດກຸ່ມ​ພາກສ່ວນ​ວິຈານ​ສິລະ​ປະ​ວັນນະຄະດີຂອງຫວຽດນາມ ໃນໄລຍະຜ່ານມາ, ສາມາດເຫັນໄດ້ 3 ທ່າ​ອຽງຕົ້ນຕໍ​ດັ່ງ​ຕໍ່​ໄປ​ນີ້: ການ​ວິຈານ​ແບບ​ມື​ອາຊີບ, ການ​ວິຈານ​ຂອງ​ສື່​ມວນ​ຊົນ ​ແລະ ການ​ວິຈານ​ຂອງ​ວົງ​ການ​ນັກ​ຂຽນ. ຄວາມ​ເປັນ​ມື​ອາຊີບ​ຂຶ້ນ​ຢູ່​ກັບ​ຄຸນ​ນະພາ​ບຂອງບົດ​ຄວາມ ​ແລະ​ການ​ປະກອບສ່ວນທີ່​ຕັ້ງໜ້າຂອງ​ທິມງານ​ນັກ​ທິດ​ສະ​ດີ​ແລະ​ນັກ​ວິຈາ​ນຕໍ່​ຄວາມ​ຄິດ​ສ້າງສັນວັນນະຄະດີ ກໍ​ຄືຕໍ່ຄວາມຮັບຮູ້​ແລະ​ສຸນທະລີ​ຍະ​ພາບ​ຂອງ​ສາທາລະນະ​ຊົນ. ​ໃນຂະນະ​ທີ່ການ​ວິຈານ​ແບບ​ມື​ອາຊີບເບິ່ງຄືວ່າງຽບສະຫງົບນັ້ນ ການ​ວິຈານ​ຂອງ​ສື່​ມວນ​ຊົນ​ໄດ້​ຮັບ​​ແຮງ​ຜັດ​ດັນ​ໃຫ້ຄືບ​ໜ້າ. ການ​ວິຈານ​ຂອງ​ສື່​ມວນ​ຊົນມີ​ຈຸດ​ດີ​ຄື ຄວາມ​ວ່ອງ​ໄວ​ໃນ​ການ​ຊີ້​ໃຫ້​ເຫັນ​ເຖິງ​ບົດ​ປະພັນ​ແລະ​ຊື່​ຂອງ​ຜູ້​ແຕ່ງ, ປື້ມຫຼາຍຫົວ​ໂດຍ​ຜ່ານທັດສະນະຂອງບັນນາທິການແລະ "ນັກວິຈານ" ໄດ້ເຂົ້າເຖິງສາທາລະນະຊົນ. ​​ເຖິງຢ່າງ​ໃດ​ກໍ​ຕາມ, ​ເນື່ອງ​ຈາກ​ການ​ຂາດ​ຄວາມ​ເປັນ​ມື​ອາຊີບ, ຄວາມໜ້າເຊື່ອຖື, ຄວາມ​ສ້ຽມ​ແຫຼມ ແລະຄວາມເຂົ້າໃຈຂອງຜູ້ວິຈານ ຈຶງກາຍເປັນຈຸດອ່ອນຂອງການວິຈານ​ຂອງ​ສື່. ຄຽງ​ຂ້າງ​ນັ້ນ, ຍັງ​ເປັນ​ການ​ສົ່ງ​ເສີມ​ການ​ຂາຍ​ທີ່​ມີ​ສີສັນ​ໂຄສະນາ​ບໍ່​ເປັນຄວາມ​ຈິງ. ໜ້າ​ເສຍດາຍ​ທີ່​ສະຖານະ​ການ​ນີ້​ຍັງ​ເກີດ​ຂຶ້ນ ​ບໍ່​ໄດ້​ຮັບ​ການ​ຄວບ​ຄຸມ​ແລະ​ປັບ​ປ່ຽນ.

ບັນດາ​ທ່າ​ອຽງ​ການ​ເຄື່ອນ​ໄຫວ​ຂອງ​ທິດ​ສະ​ດີ​ແລະ​ການ​ວິຈານ​ວັນນະຄະດີ​ຮ່ວມ​ສະ​ໄໝກໍ່ມີຄວາມຫຼາກຫຼາຍ. ມີ​ທ່າ​ອຽງ​ການ​ຮັບ​ຮູ້​ຄືນ​ໃໝ່, ການ​ປະ​ເມີນ​ຄືນ​ໃໝ່ ກ່ຽວ​ກັບຜົນສຳເລັດຂອງການວິຈານ, ທິດ​ສະ​ດີ ​ແລະ​ການ​ປະພັນ​ໃນ​ອະດີດ; ມີ​ທ່າ​ອຽງ​ເພີ່ມ​ເຕີມ ຫຼື​ຂໍ້ສະເໜີໃໝ່ ຈາກເນື້ອໃນຕົ້ນສະບັບຂອງບົດ​ປະພັນ ​ເພື່ອ​ໃຫ້​ມັນ​ມີ​ຄວາມ​ໝາຍ​ເຕັມ; ມີ​ທ່າ​ອຽງ​ໝູນ​ໃຊ້​ບັນດາ​ທິດ​ສະ​ດີ​ທັນ​ສະ​ໄໝ​ ແລະ​ຫຼັງ​ທັນ​ສະ​ໄໝ​ໃນ​ໂລກ ​ເພື່ອ​ຖອດລະຫັດ​ພື້ນທີ່ວັນນະຄະດີແລະສິລະປະທີ່ກ່ຽວຂ້ອງ. ບັນດາ​ຜົນງານ​ຂອງ​ບັນດາ​ນັກ​ຂຽນ​ທີ່​ມີ​ຊື່​ສຽງ, ເຊັ່ນ: ​ເຈິ່ນດິ່ງ​ສື, ​ໂດ້ລາຍ​ຖູ​ຍ..., ບັນດາ​ວິທະຍາ​ນິພົນ​ປະລິນຍາ​ເອກວັນນະຄະດີ​ໄດ້​ຮັບ​ການ​ປົກ​ປ້ອງ​ໃນ​ທິດ​ທາງ​ຂອງ​ການ​ເຂົ້າ​ເຖິງ​ທິດ​ສະ​ດີ​ໃໝ່, ດ້ວຍ​ບັນດາ​ວິທີ​ເຂົ້າ​ເຖິງທີ່​ແຕກ​ຕ່າງ​ກັນ ແມ່ນຫຼັກຖານທີ່ຢັ້ງຢືນການພັດທະນາ​ແລະ​ການ​ປ່ຽນ​ແປງ​ໃໝ່​ຂອງຖັນ​ແຖວ​ຜູ້​ເຮັດວຽກງານທິດສະດີ, ການວິຈານ ແລະການຄົ້ນຄວ້າວັນນະຄະດີ ຢູ່ປະເທດຂອງພວກ ເຮົາໃນຊຸມປີທີ່ຜ່ານມາ. ນັບ​ແຕ່​ເມື່ອ​ເລີ່​ມປະຕິບັດ​ການ​ປ່ຽນ​ແປງ​ໃໝ່ (ປີ 1986) ມາ​ເຖິງ​ປະຈຸ​ບັນ, ບັນດາ​ວິທີ​ການ​ຄົ້ນຄວ້າ, ກະ​ແສ​ການ​ຄົ້ນຄວ້າ ​ແລະ​ທ່າ​ອຽງ​ການ​ຄົ້ນຄວ້າ ຂອງ​ບັນດາ​ນັກ​ທິດ​ສະ​ດີ, ນັກວິ​ຈານວັນນະຄະດີ​ ​ແມ່ນ​ຫຼາກ​ຫຼາຍ​ທີ່​ສຸດ​ແລະ​ໄດ້​ຮັບ​ການ​ເພີ່ມ​ເຕີມ, ການ​ປະດິດ​ສ້າງ​ທີ່​ແນ່ນອນ. ຮູບ​ແບບ​ຕ່າງໆ​ຂອງ​ການ​ປະດິດຄິດ​ແຕ່ງ ​ແລະ​ການ​ວິ​ໄຈ​ໃນ​ໂລກ​​ໄດ້​ຮັບ​ການ​ຍອມຮັບ, ປະ​ເມີນ ​ແລະ ນຳໃຊ້ຢ່າງສົມເຫດສົມຜົນ, ຕັ້ງ​ແຕ່​ທິດ​ສະ​ດີ​ທີ່​ຄຸ້ນ​ເຄີ​ຍ, ​ເຊັ່ນ: ກະ​ວີ​ນິພົນວິທະຍາ, ​ແບບ​ແຜນ​ວິທະຍາ, ວັດທະນະທຳວິທະຍາ, ຈິດຕະວິທະຍາ ຈົນ​ເຖິງ​ບັນດາ​ທິດ​ສະ​ດີ​ໃໝ່​ທີ່​ເຂົ້າ​ມາ​ຈາກ​ຕ່າງປະ​ເທດ​ເຊັ່ນ ສຸນທະລີ​ຍະ​ສາດ, ວິທີ​ການ​ເລົ່າ​ບັນຍາຍ, ​ລັດທິໂຄງ​ສ້າງນິຍົມ, ລັດທິ​ອັດ​ທິພາ​ວະ​ນິຍົມ, ທິດ​ສະ​ດີ​ສະຕີ​ນິຍົມ, ການ​ວິຈານ​ຫຼັງ​ອານາ​ນິຄົມ, ການ​ວິຈານ​ນິ​ເວດ​ວິທະຍາ, ວັນນະຄະດີ​ໄຮ້​ສາລະ, ວັນນະ​ຄະດີ​ເພີ້​ຝັນ, ປະກົດ​ການ​ວິທະຍາ, ອະທິບາຍ​ວິທະຍາ / ອະທິ​ບາຍ​ສາດ... ບໍ່ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງບັນດາກະ​ແສ, ທ່າ​ອຽງ​ທິ​ດສະ​ດີ​ ແລະການວິຈານ​ວັນນະຄະດີ​ໂລກ, ນັກຂຽນແຕ່ລະຄົນມີສະຕິເລືອກເອົາບາງ​ຂົງ​ເຂດ​ສະ​ເພາະທີ່​ເໝາະ​ສົມ​ກັບອັດທະ​ຍາ​ໄສຂອງ​ຕົນ ​ເພື່ອສ້າງ​ຮູບ​ແບບ​ແລະກຳນົດຕຳແໜ່ງຂອງ​ຕົນ​ໃນ​ວົງ​ການ​ຄົ້ນຄວ້າ​ທິດ​ສະ​ດີ​ແລະ​ວິຈານ​ວັນນະຄະດີ.

ວຽກ​ງານການສື່ສານ, ການແປ, ການຮັບຮູ້ເອົາຜົນສຳເລັດ, ວັດທະນະທຳ ແລະວັນນະຄະດີຈາກຕ່າງປະເທດ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ, ຕອບ​ສະໜອງ​ຄວາມຮຽກຮ້ອງຕ້ອງການຂອງຊີວິດດ້ານວັນນະຄະດີແລະສັງຄົມ. ວັນນະກຳຂອງ​ນັກ​ຂຽນ​ແລະນັກກະວີທີ່ໄດ້ຮັບລາງວັນໂນແບລທີ່ມີຊື່ສຽງເກືອບຈະຖືກປັບປຸງ, ຄົ້ນຄ້ວາແລະແປ​ໃນເວລາສັ້ນໆ ເພື່ອຮັບໃຊ້ຄວາມຕ້ອງການຂອງສັງຄົມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​​ແປ​ວັນນະກຳຫວຽດນາມ​ເປັນ​ພາສາ​ຕ່າງປະ​ເທດ ​ແລະການ​ແນະວັນນະກຳຫວຽດນາມສູ່​ສາຍຕາ​ຊາວ​ໂລກຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃນ​ໃສ່​ຢ່າງ​ພຽງພໍ. ຄວາມ​ຈຳກັດນີ້​ແມ່​ຍ້ອນ​ພວກ​ເຮົາ​ຍັງ​ອ່ອນ​ແລະ​ຂາດ​ຄວາມ​ສາມາດ​ໃນ​ການພົວພັນ​ແລກປ່ຽນ​ແລະ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳແລະ​ວັນນະຄະດີ.

ໃນຮູບພາບວັນນະຄະດີຮ່ວມສະໄໝ, ​ໂດຍ​ສະ​ເພາະ​ແມ່ນພາ​ກສ່ວນທິດ​ສະ​ດີ​ແລະ​ການ​ວິຈານ​ວັນນະຄະດີ, ສະພາ​ທິດ​ສະ​ດີ​ແລະການ​ວິຈານ​ສິລະ​ປະວັນນະຄະດີ​ສູນ​ກາງ ​ໄດ້​ມີ​ສ່ວນ​ປະກອບທີ່​ໜ້າ​ຊົມ​ເຊີຍ. ສະພາ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ກິດຈະກຳຄົ້ນຄວ້າທິດ​ສະ​ດີ, ​ເກັບ​ກຳພຶດຕິກຳ ​ແລະ ​ໃຫ້​ ຄຳ​ແນະນຳບັນດາ​ບັນຫາ​ກ່ຽວ​ກັບ​ທິດ​ສະ​ດີ​ແລະການ​ວິຈານ​ສິລະ​ປະ​ວັນນະຄະດີ ​​ໃຫ້ແກ່​ຄະນະ​ເລຂາທິການສູນ​ກາງ, ລັດຖະບານ, ຄະນະ​ໂຄສາ​ນາ​ອົບຮົມ​ສູນ​ກາງ. ສະພາ​ໄດ້​ຜັນ​ຂະຫຍາຍຫຼາຍ​ໂຄງການ​ແລະ​ຫົວ​ຂໍ້​ວິທະຍາສາດ​ທີ່ສຳຄັນ​ເຊັ່ນ: ທິດ​ສະ​ດີ​ສິລະ​ປະ​ວັນນະຄະດີ​ຫວຽດນາມ - ສະຖານະ​ການ​ແລະ​ທິດ​ທາງ​ການ​ພັດທະນາ; ​ແນວ​ຄິດ​ທິດ​ສະ​ດີ​ສະ​ໄໝ​ກາງ​ແລະ​ໃກ້​ປະຈຸ​ບັນ​ໃນຫວຽດນາມ; ແນວ​ຄິດ​ທິດ​ສະ​ດີ​ວັນນະຄະດີ​ໃນ​ຫວຽດນາມ​ແຕ່​ຕົ້ນ​ສະຕະວັດ​ທີ XX ​ເຖິງ​ປະຈຸ​ບັນ; ຂະ​ບວນວິວັດ​ການ​ຮັບ​ເອົາ​ບັນດາ​ແນວ​ຄິດ​ທິດ​ສະ​ດີ​ວັນນະຄະດີ​ຕ່າງປະ​ເທດ​ເຂົ້າ​ໃນ​ຫວຽດນາມ​ແຕ່ຕົ້ນ​ສະຕະວັດ​ທີ XX; ​ໄດ້ຈັດ​ຕັ້ງ​ການ​ປະຊຸມ​ສຳມະ​ນາ, ການ​ສົນທະນາ​ວິທະຍາສາດ, ການ​ຝຶກ​ອົບຮົມ​ວິຊາ​ຊີບ​ຫຼາຍ​ຄັ້ງ; ​ໄດ້ຈັດ​ຕັ້ງ​ການ​ພິຈາລະນາ ​ແລະ​ມອບ​ລັງ​ວັນ​ດ້ານທິດສະດີ, ວິຈານສິລະປະວັນນະຄະດີທີ່ຈຳໜ່າຍ​ປະຈຳປີ; ປະກອບສ່ວນ​ສະຫຼຸບ​ສັງ​ລວມ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສະບັບ​​ເລກທີ 23-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ X “ກ່ຽວ​ກັບ​ການ​ສືບ​ຕໍ່​ກໍ່ສ້າງ​ແລະ​ພັດທະນາ​ສິລະ​ປະ​ວັນນະຄະດີ​ໃນ​ສະ​ໄໝ​ໃໝ່”; ​ເຂົ້າ​ຮ່ວມ​ໃນ​ການ​ຕໍ່ສູ້​ຕ້ານ​ທັດສະນະ​ທີ່​ຜິດ​ພາດ​ໃນ​ຂົງ​ເຂດ​ສິລະ​ປະ​ວັນນະຄະດີ... 

3. ບັນຫາທີ່​ຕັ້ງ​ຂຶ້ນສຳລັບ​ການ​ພັດທະນາ​ວັນນະຄະດີ​ຮ່ວມ​ສະ​ໄໝ

ສະຖານະ​ການ​ປະຈຸ​ບັນ​ຂອງ​ວັນນະຄະດີ​ຮ່ວມ​ສະ​ໄໝ, ​ໂດຍ​ສະ​ເພາະ​ພາກສ່ວນ​ວັນນະຄະດີ​ຕັ້ງ​ແຕ່​ຕົ້ນ​ສະຕະວັດທີ XXI ​ເຖິງ​ປະຈຸ​ບັນ, ກຳລັງກໍ່​ໃຫ້​ເກີດ​ບັນຫາ​ທີ່​ຮີບ​ດ່ວນສຳລັບການຄຸ້ມຄອງ, ການປະດິດ​​ແຕ່ງ, ທິດ​ສະ​ດີ, ການ​ວິຈານ ​ແລະ​ການ​ເຜີຍ​ແຜ່. ​ໃນ​ຊ່ວງ​ປ່ຽນ​ສະຕະວັດ, ຕາມ​ບົດຮຽນ​ໃຫ້​ເຫັນ​ວ່າ, ​ໂດຍ​ປົກກະຕິ​ຈະ​ເປັນ​ຊ່ວງ​ເວລາ​ຂອງ​ການ​ປ່ຽນ​ແປງ​ທາງ​ປະຫວັດສາດ​ທີ່ສຳຄັນ​ເຊິ່ງນຳ​ໄປ​ສູ່ການຖ່າຍ​ໂອນ​ລຸ້ນ, ການ​ໂອນ​ຍຸກ​ສະ​ໄໝ. ວັນນະຄະດີກໍບໍ່ມີຂໍ້ຍົກເວັ້ນ. ເວລາຍິ່ງກັບໄປຫຼາຍເທົ່າໃດ ຍິ່ງ​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ປະຫວັດສາດ​ທີ່ສຳຄັນຂອງວັນນະຄະດີຂອງຊາດ ​ເຊິ່ງ​ໄດ້​ແລະກຳລັງ​ເກີດ​ຂຶ້ນ​ຕັ້ງ​ແຕ່ຊ່ວງເວລາທີ່ສຳຄັນນີ້. ​ ເພື່ອສົ່ງເສີມຊີວິດດ້ານວັນນະຄະດີ​ໃຫ້​ມີການ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ​ມີຜົນງານດ້ານສິລະປະຫລາຍຂຶ້ນ, ພວກ​​ເຮົາ​ຢາກ​ຈະ​ຊີ້​ໃຫ້​ເຫັນ​ບາງບັນຫາ​ທີ່​ເກີດ​ຂຶ້ນ​ຈາກ​ຊີວິດ​ວັນນະຄະດີ​ໃນ​ສອງ​ສາມທົດ​ສະ​ວັດ​ທີ່​ຜ່ານ​ມາ​ດັງ​ນີ້:

ທີ​ໜຶ່ງ, ຈະ​ຕ້ອງ​ປັບປຸງ​ຄຸນ​ນະພາ​ບຂອງບັນດາບົດປະພັນວັນນະຄະດີຕື່ມອີກ, ​ຫັນ​ວັນນະຄະດີ​ເຂົ້າ​ສູ່ບັນດາ​ບັນຫາ​ຄວາມ​ເປັນ​ມະນຸດ​ໃນ​ຊີວິດ, ​ເຂົ້າ​ສູ່​ໜ້າ​ທີ່​ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ຍົກ​ສູງ​ຈິດ​ໃຈ​ສາມັກຄີ​ຊຸມ​ຊົນ, ນ້ຳໃຈ​ຮັກ​ຊາດ ​ແລະຈິດ​ໃຈ​ປະຊາທິປະ​ໄຕ. ບັນດາ​ອົງການ​ກະບອກ​ສຽງ​ແລະ​ຄຸ້ມ​ຄອງສິລະ​ປະ​ຄວນ​ຈະ​ມີ​ການ​ຊຸກຍູ້​ສົ່ງ​ເສີມ, ຈັດ​ຕັ້ງ​ການ​ປະ​ກວດ​ລາງວັນ​ເປັນ​ຢ່າງ​ດີ, ດຳເນີນ​ການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ, ຄົ້ນຄວ້າ​ທິດ​ສະ​ດີ, ປະ​ເມີນ​ສິ່ງ​ທີ່​ດີ​ແລະ​ສິ່ງ​ທີ່​ບໍ່​ດີ​ຢ່າງ​ຍຸດຕິທຳ...​ເພື່ອກຳນົດທິດ, ສ້າງທ່ວງທ່າ, ສະໜັບສະໜູນ​ຜົນງານ​ທີ່ມີຄຸນນະພາບດ້ານສິລະປະແລະອຸດົມການ.

ພວກເຮົາຊື່ນຊົມກັບຜົນງານດ້ານວັນນະຄະດີຮ່ວມສະໄໝ ທີ່ໄດ້ຮັບຈາກປີ 1986 ຈົນເຖິງປະຈຸບັນ​ ໃນ​ຫຼາຍໆ​ດ້ານ, ​ແຕ່​ໂດຍ​ພື້ນຖານ​ແລ້ວ, ບັນດາ​ຜົນງານ​​ເຫຼົ່າ​ນັ້ນຍັງ​ຄົງ​ຢູ່​ໃນ​ປະກົດ​ການ, ຈຳ​ເປັນ​ຕ້ອງ​ສົ່ງ​ເສີມ​ເພື່ອ​ໃຫ້​ເກີດ​ກະ​ແສ​ສິລະ​ປະ ຕາມ​ແນວຄິດ​ມະນຸດສະທຳໃໝ່ ແລະນຳເອົາຕຳແໜ່ງໃໝ່ ມາສູ່ຊີວິດວັນນະຄະດີ. ວັນນະຄະດີ​ຮ່ວມສະ​ໄໝ​​ປະກົດມີ​ຫຼາຍ​ຜົນງານ​ທີ່​ດີ, ແຕ່ບໍ່ມີຄວາມສູງທີ່ແທ້ຈິງ, ບໍ່ຍັງຕອບສະໜອງຄວາມ​ຫວັງ​ຂອງ​ວົງ​ການ​ນັກ​ປະພັນ ​ແລະ ​ວົງ​ການນັກທິດສະດີແລະນັກວິຈານ.

ທີ​ສອງ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ ​ເຖິງ​ວຽກ​ງານຝຶກ​ອົບຮົມ ບຳລຸງ​ສ້າງນັກ​ຂຽນ, ນັກ​ຄົ້ນຄວ້າທິດ​ສະ​ດີ, ນັກ​ວິຈານ​ໜຸ່ມ; ຈັດ​ຕັ້ງ​ການຝຶກ​ອົບຮົມ ບຳລຸງ​ສ້າງ ​ແລະ ​ເປີດ​ຊຸດ​ຮຽນ ເພື່ອຍົກລະດັບທັກສະສຳລັບນັກຂຽນ; ລົງທຶນ​ຢ່າງພຽງພໍ​ໃຫ້​ແກ່​ການ​ປະດິດ​​ແຕ່ງ​ທີ່​ມີ​ຄຸນ​ນະພາ​ບ. ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ໃຫ້​ຜູ້​ທີ່ດຳ​ເນີນ​ອາຊີບວັນນະຄະດີ, ຍົກ​ສູງສະຕິ​ພົນລະ​ເມືອງ, ຄວາມ​ຮັບຜິດຊອບ​ແລະ​ຈັນ​ຍາ​ບັນ​ຂອງ​ສິລະ​ປິນຂອງ​ພວກ​ເຂົາ.

ທີ​ສາມ, ຊ່ວຍໃຫ້ນັກຂຽນຮູ້ທັນກັບລົມຫາຍໃຈຂອງຊີວິດ, ຈັງຫວະຂອງຊີວິດສະ ໄໝໃໝ່ ໃນຈິດໃຈມະນຸດແລະເພື່ອຜົນປະໂຫຍດຂອງຊາດ. ​ເຄົາລົບບັນດາ​ທ່າ​ອຽງ​ຊອກ​ຫາ​ປະດິດ​​ແຕ່ງ, ກ້າ​ສະ​ແດງ​ອອກ; ດັດ​​ແກ້ບັນດາ​ທ່າ​ອຽງ​ທີ່ຫຼົງ​ເຂ​ວ, ຜິດພາດ. ສ້າງ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ດີ​ໄດ້ ​ເພື່ອ​ໃຫ້ນັກ​ຂຽນ​ມີ​ເງື່ອນ​ໄຂ​ໃນ​ການປະສົມ​ປະສານ​ວັນນະຄະດີ​ພາກ​ພື້ນ​ແລະ​ໂລກ. ຈັດ​ຕັ້ງ​ການ​ແປ​ແລະ​ການ​ແນະນຳ ຜົນງານ​ວັນນະກຳທີ່​ດີ​ເດັ່ນ​ຂອງວັນນະຄະດີ​ຮ່ວມ​ສະ​ໄໝຂອງ​ຫວຽດນາມ ​ໄປ​ໃນ​ທົ່ວ​ໂລກ ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​ວັນນະຄະດີ​ຂອງ​ຊາດ. ຍູ້​ແຮງ​ການ​ພິມ​ຈຳໜ່າຍປຶ້ມ, ໜັງສືພິມ, ວາລະ​ສານ​ເປັນ​ພາສາ​ອັງກິດ​ແລະ​ພາສາ​ອື່ນໆ ​ເພື່ອ​ສົ່ງ​ເສີມ​ວັນນະຄະດີ​ຫວຽດນາມ​ໃນ​ຕ່າງປະ​ເທດ ​ແລະ​ແກ່ນສານ​ຂອງ​ວັນນະຄະດີ​ຕ່າງປະ​ເທດ​ໃນ​ຫວຽດນາມ.

ທີ​ສີ່, ​ເຮັດ​ໃຫ້​ວັນນະຄະ​ດີກາ​ຍ​ເປັນໜຶ່ງ​ໃນ​ວິທີ​ການ​ເພື່ອ​ສ້າງ​ຄວາມ​ສາມັກຄີ​ແລະ​ຄວາມ​ປອງ​ດອງ​​ຊາດ, ປະກອບສ່ວນ​ທີ່​ສົມ​ກຽດ​ເຂົ້າ​ໃນ​ການ​ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ບັນ​ເທົາ​ແລະຄ່ອຍໆລົບລ້າງຄວາມເຈັບປວດຈາກສົງຄາມ, ຄວາມ​ເຈັບ​ປວດ​ຂອງ​ການ​ແຍ່ງ​ແຍກ​ປະ​ເທດ; ກ່າວ​ເຕືອນ​ຜົນ​ກະທົບ​ທາງ​ລົບ​ຂອງ​ກົນ​ໄກ​ຕະຫຼາດຕໍ່​ສິລະ​ປະ​ວັນນະຄະດີ. ປິ່ນປົວບາດ​ແຜ​ຈາກ​ການ​ແຍ່ງ​ແຍກ, ລວມ​ໃຈ​ຜູ້​ຄົນ, ສ້າງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ແບ່ງປັນ ​ແລະ ຄວາມ​ເຂົ້າ​ໃຈທີ່ສົມບູນຕື່ມອີກສຳລັບນັກຂຽນລຸ້ນໃໝ່, ​ໃນ​ນັ້ນມີ​ນັກຂຽນທີ່ກ້າວໜ້າ ຢູ່ຕ່າງປະເທດທີ່ມີຄວາມປາດຖະໜາຢາກ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ໃນ​ກະ​ແສ​ວັດທະນະທຳແລະວັນນະຄະດີໃນປະເທດ.

ວັນນະຄະດີ​ມັກຈະ​ໄປ​ພ້ອມ​ກັບ​ວັດທະນະທຳ, ການ​ເມືອງ​ແລະ​ເສດຖະກິດສະ​ເໝີ; ຈຳເປັນຕ້ອງກາຍເປັນປັດ​ໄຈສຳຄັນໃນການແລກປ່ຽນວັດທະນະທຳ ​ແລະການເຊື່ອມໂຍງ​ເຂົ້າ​ກັບ​ພາກພື້ນແລະໂລກ, ຈຳເປັນຕ້ອງກາຍເປັນອົງປະກອບວັດທະນະທຳທີ່ສຳຄັນ​ໃນ​ການເຊື່ອມໂຍງແລະການພັດທະນາ.

ທີ​ຫ້າ, ​ເສີມ​ຂະຫຍາຍ​ບົດບາດ​ປະດິດ​ສ້າງ​ຂອງ​ຖັນ​ແຖວ​ສິລະ​ປິນ​ແລະ​ມວນ​ຊົນ ​ເພື່ອ​ໃຫ້​ມີຜົນງານຫຼວງຫຼາຍທີ່ມີຄຸນຄ່າດ້ານອຸດົມການແລະສິລະປະສູງ, ​ເຊື່ອມ​ຊຶມ​ຈິດ​ໃຈ​ມະນຸດສະທຳ, ຊາດ, ປະຊາທິປະ​ໄຕ, ກ້າວໜ້າ, ສ່ອງ​ແສງ​ຊີວິດ​ສັງຄົມ, ປະຫວັດສາດ​ຂອງ​ຊາດ​ ແລະ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ ​ຢ່າງ​ແທ້​ຈິ​ງ, ມີ​ຊີວິດຊີວາ, ​ເລິກ​ເຊິ່ງ. ຕ້ອງ​ສືບ​ຕໍ່ອຳນວຍ​ຄວາມ​ສະດວກ​ໃຫ້ສິລະ​ປິນລົງ​ເລິກ​ເຂົ້າ​ໃນ​ຊີວິດ​ຂອງ​ປະຊາຊົນ ​ແລະກິດຈະການ​ປ່ຽນ​ແປງ​ໃໝ່ຂອງ​ປະ​ເທດ ​ເພື່ອຊອກ​ຫາ, ​ເກັບກຳສະພາບ​ການຕົວ​ຈິງ, ​ເສີມ​ຂະຫຍາຍ​ຄວາມ​ເກັ່ງ​ກ້າ​ສາມາດ, ຄວາມ​ສາມາດ​ປະດິດ​ຄິດ​ແຕ່​ງ, ​ເຜີຍ​ແຜ່​ສິລະ​ປະ​ວັນນະຄະດີ. ມີ​ກົນ​ໄກ​ສົ່ງ​ເສີມ, ປຸກລະດົມ​ກຳລັງ​ໃຈ, ໃຫ້ກຽດແກ່ສິລະປິນນັກ​ຂຽນ ​ແລະຜົນງານທີ່ມີຄຸນຄ່າສູງ, ຜ່ານການແຂ່ງຂັນ, ການ​ປະ​ກວດ​ລາງວັນ ​ແລະການ​​ໃຫ້​ລາງວັນ...

ທີ​ຫົກ, ​ເພີ່ມ​ທະວີ​ລັກສະນະ​ສູ້​ຮົບ​ຂອງ​ທິດ​ສະ​ດີ​ແລະ​ການ​ວິຈານ​ສິລະ​ປະ​ວັນນະຄະດີ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ອົງການ​ຊີ້​ນຳຄຸ້ມ​ຄອງ ​ແລະ​ບັນດາອົງການ​ບັນ​ເທິງ​ທີ່​ສຳ​ຄັນ; ກຳນົດ​ທິດ​ທາງການ​ປະດິດ​ແຕ່ງ​ແລະ​ວາງ​ແນວ​ຄວາມ​ຄິດ​ເຫັນ​ສາທາລະນະ​ຢ່າງ​ທັນ​ການ, ​ອົບຮົມສຶກສາກ່ຽວ​ກັບ​ສຸນທະລີ​ຍະ​ສາດ, ​ເຮັດ​ໜ້າ​ທີ່​ເປັນ “ພະ​ດຸ​ງຄັນ” ສຳລັບຜົນ​ການ​ປະດິດ​ແຕ່ງ​ທີ່​ດີ; ຕໍ່ສູ້​ຢ່າງ​ເດັດດ່ຽວ​ກັບ​ບັນດາ​ທັດສະນະ ທ່າ​ອຽງ​ທີ່​ຜິດພາດ, ສຸດ​ຂົ້ວ.

​ເອົາ​ໃຈ​ໃສ່​ຕໍ່ສູ້ຢ່າງ​ມີ​ຈຸດ​ໜັກ​ໃຈກາງ ກັບຂໍ້ມູນຂ່າວສານ​ແລະທັດສະນະທີ່ຜິດພາດ ປະຕິ​ການ​ໃນວັດທະນະທຳ, ວັນນະຄະດີ, ໜັງສືພິມວາລະສານ, ການພິມຈຳ​ໜ່າຍ​ເຊິ່ງບັນດາ​ອິດທິກຳລັງສັດຕູ​ແລະ​ພວກສວຍໂອກາດ ລົງ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຫຼືສື່ທີ່ທັນສະໄໝ./.

--------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 946 (​ເດືອນ​ກໍລະກົດ 2020)