ພະລັງ​ພາຍ​ໃນ​ຂອງ​ວັດທະນະທຳ​ຫວຽດນາມ -
ການ​ພັດທະນາ ​ແລະ​ ຫັນ​ປະ​ເທດ​ເປັນ​ທັນ​ສະ​ໄໝ

ໂດຍ ສຈ, ປອ ຮວ່າງຈີບ໋າວ
ຜູ້ຊ່ຽວຊານອາວຸໂສ, ອະດີດສະມາຊິກສະພາທິດສະດີສູນກາງ
07:57, 20-04-2021

ວກ. - ວັດທະນະທຳ​ໃນ​ຖານະ​ພະລັງ​ພາຍ​ໃນ​ທີ່​ສຳຄັນຂອງ​ການ​ພັດທະນາ, ​ແຊກ​ຊຶມ​ລະຫວ່າງວັດທະນະທຳກັບ​ການ​ເມືອງ, ​ເສດຖະກິດ, ສັງຄົມ... ​ເພື່ອ​ສ້າງກຳລັງ​ແຮງ​ສັງ​ລວມ ຂອງການ​ພັດທະນາ​ປະ​ເທດ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດກຳນົດທິດ​ສັງຄົມ​ນິຍົມ ​ແລະ​ເຊື່ອມ​ໂຍງ​ສາກົນ. ພວກ​ເຮົາ​ຕ້ອງ​ປັບປຸງສ້າງ​ຄຸນສົມບັດສິນທຳ​ແລະປະເທດຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ຈາກພະລັງພາຍ​ໃນ​ຂອງ​ວັດທະນະທຳ, ໝູນ​ໃຊ້ວັດທະນະທຳ​ໂຮ່ຈີ​ມິນ ​ແລະ​ຄວາມ​ເປັ່ງ​ປະກາຍຂອງ​ວັດທະນະທຳ​ຫວຽດນາມ ນຳພະລັງ​ພາຍ​ໃນຂອງວັດທະນະທຳ ​ເຂົ້າ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ພັດທະນາ​ປະ​ເທດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ​ໃນ​ປະຈຸ​ບັນ.

ວັດທະນະທຳປະຈຳຊາດປຽບເໝືອນເອກະລັກ ຮູບລັກສະນະທາງຈິດວິນຍານຂອງຊາດ, ເພື່ອໃຫ້ຊາດນັ້ນມາສູ່ໂລກໂດຍການເຊື່ອມໂຍງ, ດ້ວຍການກ້າວໄປຂ້າໜ້າແລະພັດທະນາ _ພາບ: ເອກະສານ

ວັດທະນະທຳ​ແລະ​ພະລັງ​ພາຍ​ໃນ​ຂອງວັດທະນະທຳຫວຽດນາມ

ຜ່ານ​ການ​ຄົ້ນຄວ້າກ່ຽວ​ກັບວັດທະນະທຳ, ພວກເຮົາຮູ້ຈັກການລະເບີດຂອງ​ ຄຳນິຍາມທີ່ແຕກຕ່າງກັນກ່ຽວ​ກັບວັດທະນະທຳ ​ເພື່ອ​ຕອບຄຳຖາມ “ວັດທະນະທຳ​ແມ່ນ​ຫຍັງ?”. ເຖິງຢ່າງໃດກໍ່ຕາມ, ຄຳນິຍາມກ່ຽວ​ກັບວັດທະນະທຳນັບ​ຮ້ອຍ​ນັບ​ພັນ​ ກໍ່​ຍັງບໍ່ພຽງພໍທີ່​ຈະ​ຕອບ​ສະໜອງ ແລະຊັກຊວນໃຫ້ຈິນຕະນາການກ່ຽວກັບວັດທະນະທຳ ໃນວົງ​ການ​ນັກ​ຄົ້ນຄວ້າ. ມາດຕະ​ເກນວັດທະນະທຳຈຳເປັນຕ້ອງໄດ້ກຳນົດທາງ​ວິທະຍາສາດ ແລະ ຍັງຕ້ອງ​ມີ​ທັດສະນະ​ກ່ຽວ​ກັບປັດຊະຍາຂອງຊີວິດ ເພື່ອກຳນົດ​ເຫດຜົນ​ຂອງ​ຊີວິດ (ອຸດົມ​ຄະຕິ), ວິຖີຊີວິດ ແລະ​ແບ​ບດຳ​ເນີນຊີວິດ (ຄຸນຄ່າ​ແລະ​ພຶດຕິກຳ)? ມີຄວາມຮູ້ສຶກກ່ຽວກັບວັດທະນະທຳຈາກປະສົບການຕົວຈິງທາງ​ດ້ານ​ວັດທະນະທຳ, ​ໂດຍ​ສະ​ເພາະ​ວັດທະນະທຳທາງຈິດ​ໃຈ ເບິ່ງຄືວ່າມັນ​ເປັນ​ສິ່ງ​ທີ່​ເລິກ​ເຊິ່ງແລະທົນທານ, “​ໄດ້​ສ້າງຮັງ” ຢູ່ໃນຫົວໃຈຂອງມະນຸດ, ກາຍ​ເປັນຄວາມ​ຕ້ອງການ, ຄວາມປາດຖະຫນາທີ່ກະຕຸ້ນ, ວ່າ, ວັດທະນະທຳ​ແມ່ນ​ສິ່ງ​ທີ່​ຍັງ​ເຫຼືອ, ຄ້າງ​ໄວ້, ​ເຖິງ​ຈະ​ລືມ​ກໍ່​ລືມບໍ່​ໄດ້. ຄວາມຄິດເຫັນນີ້ມີແກນທີ່ສົມເຫດສົມຜົນ ເຊິ່ງສະທ້ອນ​ໃຫ້​ເຫັນ​ຄວາມເລິກຂອງຊີວິດພາຍໃນທີ່ເປັນຂອງໂລກມະນຸດທາງວິນຍານ, ນຳໄປສູ່ຄວາມ​ລະອຽດ​ອ່ອນໃນການ​ປະພຶດ, ແຕ່ມັນບໍ່ຕອບ​ສະໜອງຕາມ​ຕັກກະຖາ​ນຂອງ​ຈິນຕະນາການວິທະຍາສາດ. ມັນແມ່ນຄວາມຮັບຮູ້ກ່ຽວກັບປັດ​ຊະ​ຍາຂອງ​ຊີວິດ​ຫຼາຍ​ກວ່າ “ການຜ່າຕັດ” ໂຄງສ້າງພາຍໃນຂອງວັດທະນະທຳ ​ເພື່ອ​ສ້າງ​ເປັນ​ນິຍາມ​ວິທະຍາສາດ.

ວັດທະນະທຳຕ້ອງ​ແມ່ນ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ຜະລິດ​ ເຊິ່ງການ​ຜະລິດ (ການ​ແຕ່ງ, ການ​ສ້າງ, ການ​ປະດິດ) ​ແມ່ນການ​ສ້າງ​ຜະລິດ​ຕະພັນວັດທະນະທຳ, ວັດຖຸ​ຫຼື​ຈິດ​ໃຈ. ວັດທະນະທຳຖືກ​ຖື​ວ່າ​ເປັນ​ກິດຈະກຳໜຶ່ງ​ແຫ່ງທາດ​ແທ້​ຂອງມະນຸດ, ຢູ່​ເໜືອ ສັນຊາດ​ຍານ ແລະ ມີຢູ່ໃນສະພາບແວດລ້ອມຂອງສາຍພົວພັນທາງສັງຄົມ​ເທົ່າ​ນັ້ນ, ບໍ່ແມ່ນຢູ່ໃນຝູງ. ຜ່ານການເຄື່ອນໄຫວຈຶ່ງ​ພາ​ໃຫ້​ເກີດວັດທະນະທຳ, ແຕ່ວ່າບໍ່​ແມ່ນ​ການ​ເຄື່ອນ​ໄຫວ​ໃດໆກໍ່ແທດເໝາະກັບວັດທະນະທຳ. ມີແຕ່ການ​ເຄື່ອນ​ໄຫວ​ຂອງ​ເຈົ້າພາບ​ມະນຸດ​ທີ່ໄປສູ່ຄວາມຈິງ - ຄວາມດີ - ຄວາມງາມ​ເທົ່າ​ນັ້ນ ​ຈຶ່ງ​ສາມາດ​ຖື​ວ່າ​ເປັນວັດທະນະທຳ, ດັ່ງ​ນັ້ນ ການ​ເຄື່ອນ​ໄຫວວັດທະນະທຳ ​ແມ່ນ​ການ​ເຄື່ອນ​ໄຫວທີ່​ສ້າງ​ຄຸນຄ່າ ​ເຊິ່ງສະແດງອອກ​ໃນ​ລະດັບທົ່ວ​ໄປ​ຄື ຄວາມ​ຈິງ - ຄວາມດີ - ຄວາມງາມ.

ວັດທະນະທຳສະແດງໃຫ້ເຫັນຄວາມເປັນມະນຸດ, ນັ້ນແມ່ນກຳລັງແຮງຂອງ​ຄົນ​ແລະມະນຸດຊາດ. ຄົນ​ແລະ​ມະນຸດຊາດ​ປະດິດ​ສ້າງວັດທະນະທຳ, ໃນທາງກັບກັນ, ວັດທະນະທຳປະກອບສ່ວນ “ສ້າງ​ຄົນ” ​ທີ່ໝາຍຄວາມວ່າການ​ເສີມ​ສ້າງ​ບຸກຄະ​ລິກກະພາບຂອງມະນຸດ, ພັດທະນາແລະ​ເຮັດ​ໃຫ້ບຸກຄະລິກກະພາບສົມບູນແບບ. ວັດທະນະທຳກຳນົດທິດການພັດທະນາ ພ້ອມກັນນັ້ນກໍ່​ເປັນກຳລັງ​ໜູນ​ ແລະ​ເປົ້າ​ໝາຍ​ຂອງການພັດທະນາ, ເຊິ່ງການ​ພັດທະນາ​ທຸກ​ຢ່າງ​ຂອງ​ສັງຄົມ​ລ້ວນ​ແຕ່ນຳ​ໄປສູ່​ການ​ພັດທະນາມະນຸດ, ຄຸນຄ່າສູງສຸດຂອງວັດທະນະທຳ, ຄຸນຄ່າຂອງທຸກໆຄຸນຄ່າ. ດັ່ງ​ນັ້ນ, ວັດທະນະທຳແມ່ນຕົວ​ຊີ້​ວັດລະດັບຂອງຄົນໃນການພັດທະນາ. ນັ້ນ​ແມ່ນ​ດ້ານ​ເອກະ​ເທດ​ແຕ່​ມີ​ລັກສະນະ​ແຜ່​ຫຼາຍ​ທົ່ວ​ໄປ. ​ແຕ່​ລະ​ຊາດ, ປະ​ເທດ​ຊາດ​ໄດ້ສ້າງ​ພື້ນຖານ​ວັດທະນະທຳຂອງ​ຕົນ​ເອງ ດ້ວຍ​ຄວາມ​ຫຼາກ​ຫຼາຍ​ທາງວັດທະນະທຳ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ຢູ່​ປະ​ເທດ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ, ກ່ຽວຂ້ອງກັບ​ຄວາມ​ແຕກ​ຕ່າງ​ທີ່​ເປັນ​ເອກະລັກສະ​ເພາະທາງ​ວັດທະນະທຳຂອງ​ຊົນ​ເຜົ່າ. ວັດທະນະທຳ, ໃນລັກສະນະສຳຄັນ​ຂອງ​ມັນ​ແມ່ນເປັນເອກະພາບໃນຄວາມຫຼາກຫຼາຍ, ເປັນເອກະພາບຈາກຄວາມແຕກຕ່າງ​ຫຼາຍໆ​ຢ່າງ. ການ​ລະບຸວັດທະນະທຳ​ໃຫ້​ເປັນ​ສິ່ງ​ດຽວ, ການ​ເຮັດ​ໃຫ້​ລັກສະນະ​ແນວ​ຄິດ​ແລະ​ການສະ​ແດງ​ອອກ​ຂອງວັດທະນະທຳ​ເສື່ອ​ມ​ໂຊມ ຈະນຳໄປສູ່ຄວາມ​ໜ້າ​ເບື່ອໜ່າຍ, ມັນ​ເປັນ​ສິ່ງ​ທີ່​ແປກ​ແຍກ​ຕໍ່​ການ​ພັດທະນາ ​ເຊິ່ງນຳໄປສູ່ “ຄວາມ​ຕາຍ” ຂອງວັດທະນະທຳ. ວັດທະນະທຳປະຈຳ​ຊາດປຽບ​ໄດ້​ກັບບັດປະຈຳຕົວ, ລັກສະນະ​ທາງ​ຈິດວິນຍານຂອງຊາດ ​ເພື່ອ​ໃຫ້​ຊາດ​ນັ້ນ​ເຂົ້າ​ສູ່​ໂລກ​ ຜ່ານ​ການ​ເຊື່ອມ​ໂຍງ, ​ເພື່ອ ກ້າວ​ໄປ​ຂ້າງ​ໜ້າ ​ແລະ ພັດທະນາ. ​ແຕ່​ລະ​ຊາດ​ລ້ວນ​ແຕ່​ມີ​ຄວາມ​ສາມາດ​ແລະຈຳ​ເປັນ​ຕ້ອງນຳເອົາສິ່ງ​ຍອດ​ຍິ່ງ, ​ແນວຄິດ ແລະ ຄຸນຄ່າດ້ານວັດທະນະທຳທີ່​ດີ​ທີ່​ສຸດ​ຂອງ​ຊາດ​ຕົນ ​ເຂົ້າ​ສູ່ມໍລະດົກວັດທະນະທຳລວມ ຂອງມະນຸດຊາດທັງໝົດ, ແບ່ງປັນ​ແລະ​ຮ່ວມ​ມື​ກັນ ເພື່ອການພັດທະນາ ບົນຈິດໃຈຄວາມອະນຸ​ໂລມ​ຜ່ອນຜັນວັດທະນະທຳ.

ວັດທະນະທຳແຫ່ງຄວາມອະນຸໂລມມຸ່ງ​ເນັ້ນ​ທີ່​ປະຊາທິປະ​ໄຕ - ຄວາມສາມັກຄີ - ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສ້າງພະລັງແຫ່ງສັນຕິພາບແລະມິດຕະພາບ. ທາດ​ແທ້, ຄຸນ​ລັກສະນະ​ນັ້ນຂອງວັດທະນະທຳ​ແຫ່ງ​ຊາດ ​ແລະວັດທະນະທຳມະນຸດຊາດ​ ເຮັດ​ໃຫ້ວັດທະນະທຳພາຍ​ໃນ ​ສົມທົບ​ໄດ້​ກັບ​ພາຍ​ນອກ ​ຜ່ານ​ການ​ເຊື່ອມ​ໂຍງ ​ເພື່ອ​ຮ່ວມ​ມື, ຮຽນ​ຮູ້​ເຊິ່ງກັນ​ແລະ​ກັນ, ສົ່ງ​ເສີມ​ກັນ​ ເພື່ອ​ຊຸກຍູ້​ການ​ພັດທະນາ​ໃນ​ຄວາມສາມັກຄີ, ບັນລຸຄວາມກົມກຽວ.

​ເພື່ອ​ມີ​ພື້ນຖານ​ໃຫ້​ແກ່​ການ​ຮັບ​ຮູ້​ ແລະ​ໝູນ​ໃຊ້​ພະລັງ​ພາຍ​ໃນ​ຂອງວັດທະນະທຳ ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ​ແລະ​ທັນ​ສະ​ໄໝ ​ແມ່ນຕ້ອງ​ຊາບ​ຊຶມ​ທັດສະນະ​ຂອງ​ປະທານ​ໂຮ່ຈີ​ມິນ​ກ່ຽວ​ກັບວັດທະນະທຳ. ປະທານ​ໂຮ່ຈີ​ມິນ​ໄດ້​ຂຽນ​ຢູ່​ໃນ​ນິພົນບັນທຶກ​ໃນ​ຄຸກ ວ່າ, “ເພື່ອຄວາມຢູ່ລອດ​ແລະຈຸດປະສົງຂອງຊີວິດ, ມະນຸດຈຶ່ງ​ໄດ້ຄິດ​ຄົ້ນ​ແລະ​ປະດິດພາສາ, ການ​ຂຽນ, ຈະລິ​ຍະທຳ, ກົດໝາຍ, ວິທະຍາສາດ, ສາດສະໜາ, ວັນນະຄະດີ, ສິລະ​ປະ, ບັນດາ​ເຄື່ອງມືສຳລັບການດຳລົງຊີວິດປະຈຳວັນກ່ຽວ​ກັບ​ການ​ນຸ່ງ​ຖື, ອາຫານ, ທີ່ຢູ່ອາໄສແລະວິທີການນຳໃຊ້. ຜົນ​ຂອງ​ການຄິດ​ຄົ້ນ​ແລະປະດິດ​ສ້າງ​ທັງ​ໝົດ​ນັ້ນ​ ແມ່ນວັດທະນະທຳ. ວັດທະນະທຳ​ແມ່ນ​ການ​ສັງ​ລວມຂອງ​ທຸກ​ແບບ​ວິທີ​ການດຳລົງຊີວິດ ລວມທັງ​ການສະ​ແດງ​ອອກ​ທັງ​ໝົດ​ຂອງ​ມັນ ​ເຊິ່ງມະນຸດ​ໄດ້​ປະດິດ​ສ້າງ​ຂຶ້ນ​ມາ​ເພື່ອປັບ​ໃຫ້ເຂົ້າກັບຄວາມຕ້ອງການຂອງຊີວິດ ​ແລະ​ຄວາມ​ຕ້ອງການ​ຢູ່​ລອດ”(1).

ຈາກທັດ​ສຳນຶກ​ກ່ຽວ​ກັບວັດທະນະທຳໃນຄວາມໝາຍກວ້າງແລະແຄບນັ້ນ, ປະທານ​ໂຮ່ຈີ​ມິນມີແຜນຈະສ້າງວັດທະນະທຳແຫ່ງຊາດດ້ວຍ 5 ຈຸດໃຫຍ່ດັ່ງ​ນີ້:

1. ສ້າງຈິດຕະສາດ: ເປັນເອກະລາດແລະສ້າງຄວາມ​ເຂັ້ມ​ແຂງ​ດ້ວຍຕົນເອງ.

2. ສ້າງສິນທຳ: ເສຍສະລະຕົນເອງ, ສ້າງປະໂຫຍດໃຫ້ແກ່ມວນຊົນ.

3. ສ້າງ​ສັງຄົມ: ພາລະກິດທຸກຢ່າງກ່ຽວຂ້ອງກັບສະຫວັດດີການຂອງປະຊາຊົນ​ໃນສັງຄົມ. 

4. ສ້າງ​ການ​ເມືອງ: ສິດທິ​ຂອງ​ປະຊາຊົນ.

5. ສ້າງ​ເສດຖະກິດ(2).

ແຜນນີ້ແມ່ນມີຄວາມສົມບູນຮອບດ້ານ, ກວມເອົາທຸກໆຂົງເຂດຂອງ​ຊີວິດ​ສັງຄົມ, ​ ໃນນັ້ນໝາຍຄວາມວ່າການກໍ່ສ້າງວັດທະນະທຳ ຕ້ອງເອົາໃຈໃສ່ເປັນພິເສດເຖິງສິນທຳ, ຖືປະຊາຊົນເປັນ​ເຈົ້າພາບ ຮັບໃຊ້ຜົນປະໂຫຍດແລະສິດອຳນາດຂອງປະຊາຊົນ, ດັ່ງ​ນັ້ນ ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ປະຊາທິປະ​ໄຕ, ສິດທິ​ຂອງ​ປະຊາຊົນ​ໃນ​ລັດ​ແຫ່ງອຳນາດທີ່​ປະຊາຊົນ​ເປັນ​ເຈົ້າຂອງ. ການ​ກໍ່ສ້າງວັດທະນະທຳຕ້ອງ​ເອົາ​ໃຈ​ໃສ່ຄວາມສຳຄັນ​ໃນ​ການສຶກສາອົບຮົມປະຊາຊົນກ່ຽວກັບຄວາມຮັກຊາດ, ເອກະລາດ ແລະເພິ່ງຕົນເອງ. ການ​ສ້າງ​ເສດຖະກິດ​ກໍ່​ເພື່ອ​​ແນ​ໃສ່​ພັດທະນາ ແລະຮັບໃຊ້ຊີວິດການເປັນຢູ່ຂອງ​ປະຊາຊົນ.

ສະນັ້ນ ພວກເຮົາຕ້ອງຮັບ​ຮູ້​ຄື​ແນວ​ໃດກ່ຽວກັບພະລັງພາຍ​ໃນ​ ຂອງວັດທະນະ ທຳ ເພື່ອ​ຈະ​ເປັນ​ເຈົ້າ​ການ​ໃນ​ການ​ກໍ່ສ້າງ​ແລະ​ພັດທະນາ, ການ​ໝູນ​ໃຊ້​ແລະ​ເສີມ​ຂະຫຍາຍ​ມັນ​ໃນ​ຊີວິດ​ປະຈຳວັນ, ​ເຮັດ​ໃຫ້ວັດທະນະທຳກາຍ​ເປັນ​ກຳລັງ​ໜູນ​ທີ່​ແທ້​ຈິງ​ໃນ​ການສົ່ງ​ເສີມ​ການ​ພັດທະນາ​ປະ​ເທດ, ສ້າງ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງການ​ປັບປຸງ​ຄຸນສົມບັດສິນ​ທຳ, ບູລະນະ​ບຸກຄະ​ລິກກະພາບ ຂອງ​ຄົນ​ຫວຽດນາມ​ໃນ​ປະຈຸ​ບັນໃຫ້ສົມບຸນ.

​ເວົ້າ​ເຖິງວັດທະນະທຳ​ແມ່ນ​ເວົ້າ​ເຖິງຄວາມເຂົ້າໃຈ (ຄວາມຮັບຮູ້​ແລະ​ການ​ຮັບ​ຮູ້​ຕົນ​ເອງ) ແລະການກະທຳ ຂອງມະນຸດໄປສູ່ສິ່ງຕັ້ງໜ້າ, ກ້າວໜ້າ ແລະສິ່ງທີ່ດີ ​ເພື່ອ​ພັດທະນາມະນຸດຊາດ. ດັ່ງ​ນັ້ນ​ຈຶ່ງ​ມີ​ຄຳ​ວ່າ “ປັນຍາ​ເພື່ອປະຕິບັດ”, “ດຳ​ເນີນ​ການ​ຫຼັງ​ຈາກ​ທິດ​ສະ​ດີ”. ຢູ່​ນີ້, ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ມະນຸດ​ນັ້ນ, ກ.ມາກ ​ໄດ້ໝາຍເຖິງ ແນວຄວາມຄິດຊຸດ​ໜຶ່ງ: “ການສະແດງອອກຕົນເອງ”, “ການ​ເຜີຍ​ອອກຕົນເອງ”, “ການພັດທະນາຕົນເອງ”, “ການຢືນຢັນຕົນເອງ” ໃນ “ຄວາມເປັນຢູ່ຂອງມະນຸດ”. ມັນແຕກຕ່າງ​ໂດຍ​ພື້ນຖານຈາກການຄົງຕົວ​ຂອງ​ສັບພະ​ສິ່ງ, ເພາະວ່າມີພຽງແຕ່​ເຈົ້າພາບມະນຸດເທົ່ານັ້ນ ທີ່ມີກິດຈະກຳການດຳລົງຊີວິດ ທີ່ມີລັກສະນະພື້ນຖານ ຂອງຄວາມຄິດສ້າງສັນ ແລະ ການປ່ຽນແປງໃໝ່, ປ່ຽນແປງໃໝ່ຢ່າງ​ຕໍ່​ເນື່ອງ.

​ໃນ​ຊຸມ​ປີ​ແຫ່ງ​ການ​ເລີ່​ມຕົ້ນ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ - ນັກວັດທະນະທຳທີ່​ຍິ່ງ​ໃຫຍ່, ​ໄດ້​ຂຽນ​ບົດ​ຄວາມ​ໜຶ່ງ​ກ່ຽວ​ກັບ​ສາຍ​ພົວພັນລະຫວ່າງວັດທະນະທຳ ​ແລະການ​ປ່ຽນ​ແປງ​ໃໝ່, ​ເນັ້ນ​ໜັກ​ວ່າ, ວັດທະນະທຳ​ ແມ່ນ​ການ​ປ່ຽນ​ແປງ​ໃໝ່ ​ແລະ ການ​ປ່ຽນ​ແປງ​ໃໝ່​ແມ່ນ​ພາລະກິດ​ແຫ່ງ​ການ​ສ້າງສັນ, ພັດທະນາວັດທະນະທຳ.

ວັດທະນະທຳ​ຍາມ​ໃດ​ກໍ່ສະ​ແດງ​ທັດສະນະ​ໜຶ່ງ ທີ່​ມີ​ຄວາມ​ໝາຍມະນຸດ​ຢ່າງ​ເລິກ​ເຊິ່ງ ນັ້ນ​ແມ່ນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມຄຸນສົມບັດ, ຄຸນ​ທຳ, ສັກ​ສີ​ຄວາມ​ເປັນ​ມະນຸດ ​ເພື່ອ​ໃຫ້​ດຳລົງ​ຢູ່​ຢ່າງ​ຖືກຕ້ອງ, ດີງາມ ​ແລະ​ຢູ່​ຢ່າງ​ສວຍ​ງາມ. ນັ້ນ​ແມ່ນ​ການ​ຝຶກ​ຝົນ​ແລະ​ການ​ຝຶກ​ຝົນ​ດ້ວຍ​ຕົນ​ເອງ​ໃຫ້​ເປັນ​ຄົນ, ກາຍ​ເປັນ​ຄົນ ເພື່ອ​ໃຫ້ດຳລົງ​ຢູ່​ຢ່າງ​ເປັນ​ປະ​ໂຫຍ​ດແກ່ຕົວເອງແລະຊີວິດສັງຄົມ. “ເປັນມະນຸດ” ແລະ “ໃນຊີວິດ” ເພື່ອ​ໃຫ້​ມີ​ “ຄວາມ​ສະໜິດສະໜົມ​ກັບປະຊາຊົນ” ແລະ “ຈິດໃຈທີ່ຖືກຕ້ອງ” ຄືກັບບັນພະ​ບຸລຸດ​ຂອງ​ພວກ​ເຮົາໃນອະດີດ​ເຄີຍ​ຄິດ ​ແລະ ​ເຖິງ​ສະ​ໄໝຂອງປະທານ​ໂຮ່ຈີ​ມິນ, ​ເພິ່ນ​ໄດ້​ຍົກ​ແນວ​ຄິດ “ຄວາມ​ສະໜິດສະໜົມ​ກັບປະຊາຊົນ” ຂຶ້ນ​ເປັນປະຊາທິປະ​ໄຕ ​ແລະ “ຈິດໃຈທີ່ຖືກຕ້ອງ” ​ແມ່ນ​ຄວາມ​ດຸ​ໝັ່ນ, ​ປະຢັດ, ຊື່ສັດ, ທ່ຽງທຳ - ຄຸນທຳສີ່​ປະການ​ຂອງ​ນັກ​ປະຕິວັດ ​ເພື່ອປະຕິບັດຄຸນສົມບັດປະຕິວັດຕະຫຼອດຊີວິດ ​ແລະ ​ເພື່ອກຳຈັດ ລັດທິ​ເອກະ​ຊົນ​ນິຍົມ.

ວັດທະນະທຳອີງ​ບົນ​ພື້ນຖານ​ຂອງ​ຄວາມ​ຮຽນ​ຮູ້, ຄວາມ​ຮູ້ ຄວນ​ເລີ່​ມຕົ້ນຈາກ “ສັດຈະ”, ຮັບ​ເອົາ​ປັນຍາ​ຄວາມ​ຮູ້ (ບົດຮຽນ​ແລະ​ທິດ​ສະ​ດີ) ​ເພື່ອ​ຮັບ​ຮູ້​ສັດຈະທຳ, ​ເຂົ້າ​ເຖິງ​ວິທະຍາສາດ. ​ແຕ່​ສິ່ງສຳຄັນ​ຫຼັກ​ຂອງວັດທະນະທຳ​ແມ່ນ​ຢູ່​ທີ່​ຄຸນສົມບັດ​ ສິນ​ທຳ, ຄຸນ​ທຳ, ມະນຸດສະທຳ ດັ່ງ​ນັ້ນ ສິນທຳ​ແມ່ນຮາກ​ເຫງົ້າ​ຂອງ​ບຸກຄະ​ລິກກະພາບ​ຂອງ​ມະນຸດ ​ແລະ ສິນທຳມຸ່ງ​ເນັ້ນ​ໄປ​ທີ່ “ຄວາມ​ດີ​ມີກຸສົນ”, ສິນທຳ​ແມ່ນ​ແກ່ນ​ກາງ, ​ເປັນ​ເຈົ້າ​ນຳພາ​ຂອງວັດທະນະທຳ. ​ເວົ້າ​ເຖິງວັດທະນະທຳ, ກ່ອນ​ອື່ນໝົດ​ແລະພົ້ນ​ເດັ່ນ​ແມ່ນສິນທຳ, ​ແມ່ນວັດທະນະທຳສິນທຳ. ສັດຈະ ແລະ ກຸສົນ ພາ​ໄປ​ເຖິງຄວາມ​ງາມ, ນັ້ນ​ແມ່ນ​ຄວາມ​ງາມ, ​ແມ່ນສຸນ​ທະ​ລີ​ຍະ​ພາບ, ​ແມ່ນຄວາມ​ງາມ​ຂອງ​ຊີວິດ ​ແລະ ຍົກມະນຸດ​ທັງ​ປັນຍາ​ຄວາມ​ຮູ້​ແລະ​ຈິດ​ວິນ​ຍານ​ຂຶ້ນ​ສູ່​ລະດັບ​ຂອງ​ຄວາມ​ງາມ. ບີ​ເອລິນ​ສະ​ກີ, ນັກ​ສຸນທະລີ​ຍະ​ສາດທີ່​ມີ​ຊື່​ສຽງ​ໃນ​ລັດ​ເຊຍ ​ເມື່ອ​ຫຼາຍ​ສະຕະວັດ​ກ່ອນ​ ເຄີຍ​ເວົ້າ​ວ່າ “ຄວາມ​ງາມ​​ແມ່ນ​ຊີ​ວິດ”. ​ໃນ​ໂຄງ​ສ້າງ​ຂອງວັດທະນະທຳ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງວັດທະນະທຳຈິດ​ໃຈ, ​ມີ​ການ​ປະສານ​ສົມທົບ​ຢ່າງ​ກົມກຽວ​ລະຫວ່າງ​ຄວາມ​ຈິງ - ຄວາມ​ດີ - ຄວາມ​ງາມ, ນັ້ນ​ແມ່ນ​ຄຸນຄ່າພິ​ເສດ, ມາດຕະຖານ​ຂອງ​ວິທະຍາສາດ - ສິນ​ທຳ ​ແລະ ສິລະ​ປະ​ທີ່​ປະກອບ​ເປັນວັດທະນະທຳ. ກ.ມາກ​ໄດ້​ເວົ້າ​ວ່າ ມະນຸດ​ປະດິດ​ສ້າງວັດທະນະທຳ, ປະດິດ​ສ້າງ​ປະຫວັດສາດ, ສ້າງ “ເປັນທຳມະຊາດທີ່ສອງ” ຂອງ​ຕົນ​ເອງ ຕາມ​ກົດ​ເກນ​​ແຫ່ງ​ຄວາມ​ງາມ​ເໝືອນ​ດັ່ງຜົນງານ​ສິລະ​ປະກຳ​ຂອງ​ຕົນ. ​ໃບໜ້າດ້ານຈິດ​ວິນຍານຂອງແຕ່ລະປະເທດ ສະທ້ອນໃຫ້ເຫັນເຖິງວັດທະນະທຳຂອງ​ຊາດ​ນັ້ນ. ພະລັງ​ພາຍ​ໃນ​ຂອງວັດທະນະທຳຢູ່​ໃນ​ລວງ​ເລິກວັດທະນະທຳຂອງ​ຊາດ, ຕາມ​ປະ​ເພນີ​ອັນ​ຍາວ​ນານ​ໃນ​ປະຫວັດສາດ, ຫຼໍ່ລ້ຽງ​ຈິດ​ວິນ​ຍານ ​ແລະ ບຳລຸງ​ສ້າງບຸກຄະ​ລິກກະພາບ ແລະ ກຽດສັກສີຂອງມະນຸດ.

​ແນວ​ຄວາມ​ຄິດ “ພະລັງ​ພາຍ​ໃນ” ຂອງວັດທະນະທຳສະ​ແດງ​ໃຫ້​ເຫັນ​ເຖິງກຳລັງ​ແຮງພາຍ​ໃນ, ເກີດມາຈາກພາຍໃນ, ຈາກປະຊາຊົນ, ປະເທດ, ຊາດແລະສັງຄົມ ​ເຊິ່ງ​ໃນ​​ແຜ່ນດິນພື້ນ​ທີ່​ນັ້ນ, ວັດທະນະທໍາເກີດຂຶ້ນມາແລະພັດທະນາ. ພະລັງ​ພາຍ​ໃນ​ຂອງວັດທະນະທຳຖືກ​ຮັບ​ຮູ້​ເຂົ້າ​ໃຈ​ຈາກບັນດາ​ຄຸນຄ່າວັດທະນະທຳ, ບັນດາ​ຜະລິດ​ຕະພັນວັດທະນະທຳ, ຄວາມ​ສາມ​າດ​ໃນ​ການ​ຊັກ​ຈູງ, ການກະທົບ ​ແລະ​ການຊີ້​ນຳ​ຂອງວັດທະນະທຳຕໍ່​ຜູ້​ຄົນ​ແລະ​ສັງຄົມ, ຕໍ່​ບຸກຄົນ​ແລະ​ຊຸມ​ຊົນ, ຕາມ​ລະບົບ​ຄຸນຄ່າ​ທົ່ວ​ໄປ​ຄື ຄວາມ​ຈິງ - ຄວາມ​ດີ - ຄວາມ​ງາມ. ​ແຕ່​ລະ​ປະ​ເທດ​ຊາດ, ​ໂດຍ​ແລ້ວ​ແຕ່ຄຸນລັກສະນະ, ຊີວິດການເປັນຢູ່, ຮີດຄອງປະເພນີຂອງ​ຕົນ, ຜ່ານ​ປະຫວັດສາດການ​ປະດິດ​ສ້າງວັດທະນະທຳ​ເພື່ອ​ປະກອບ​ເປັນມູນເຊື່ອ ທີ່ຍືນ​ຍົງ​ຂອງປະ​ເທດ​ຊາດ​ຕົນ​ເອງ. ມູນ​ເຊື້ອ​ກໍ່ສ້າງແລະປ້ອງກັນປະເທດ, ມູນ​ເຊື້ອອອກ​ແຮງ​ງານ, ມູນ​ເຊື້ອ​ຕໍ່ສູ້ປະຕິວັດ, ​ມູນ​ເຊື້ອສິນທຳ…ໃນມູນ​ເຊື້ອຂອງ​ຊາດ, ບັນດາ​ຜະລິດ​ຕະພັນ ​ແລະ ຜົນສຳ​ເລັດຂອງວັດທະນະທຳດ້ານວັດຖຸແລະຈິດໃຈຕົກຜະລຶກ​ເປັນ​ຄຸນຄ່າ​ແລະ​ລະບົບ​ຄຸນຄ່າ. ໃນບັນດາຄຸນຄ່າດັ່ງກ່າວ, ຄວາມຈິງ - ຄວາມດີ - ຄວາມງາມ ມີລັກສະນະ​ສັງ​ລວມ​ເລິກ​ເຊິ່ງທີ່ສຸດ, ຍັງມີການສະແດງອອກທີ່​ອຸດົມສົມບູນ ​ແລະ​ຫຼາຍ​ຮູບ​ຫຼາຍ​ແບບທີ່​ສຸດ ດ້ວຍ​ຫຼາຍ​ເອກະລັກ, ຈຸດພິ​ເສດສະເພາະ ຂອງແຕ່ລະຊາດທີ່​ເອີ້ນ​ວ່າ ເອກະລັກວັດທະນະທຳປະຈຳຊາດ ຫຼືຊົນເຜົ່າ - ຊາດ​ພັນ (ສຳລັບປະເທດທີ່​ມີ​ຫຼາຍ​ຊົນເຜົ່າ, ຫຼາຍວັດທະນະທຳ, ຫຼາຍສາສະໜາ).

ສັງ​​ເຄາະ​ບັນດາ​ເອກະລັກຈຸດ​ພິ​ເສດສະ​ເພາະ​ທັງ​ໝົດ​ນັ້ນ ​ແລະ​ກໍ່​ແມ່ນບັນດາ​ຄວາມ​ແຕກ​ຕ່າງ​ທີ່​ຫຼວງ​ຫຼາຍ​ນັ້ນ ພວກເຮົາຍັງເຫັນລັກສະນະ​ລວມ​ແຜ່​ຫຼາຍ, ຄວາມ​ເປັນ​ເອກະ​ພາບ​ທົ່ວ​ໄປ​ ແລະຄວາມ​ສົມບູນ​ແບບ ຢູ່​ໃນລະ​ບົບມາດຕະ​ເກນ ຄວາມ​ຈິງ - ຄວາມດີ - ຄວາມງາມ ທີ່ກ່າວມາຂ້າງເທິງ ​ແລະ​ມັນ​ປະກອບ​ເປັນ​ໂຄງ​ສ້າງ​ເນື້ອ​ໃນ ກໍ່​ຄືປະ​ເພດ​ຮູບ​ແບບ ຂອງວັດທະນະທຳຂອງແຕ່ລະຄົນ, ແຕ່ລະຊາດ - ປະເທດ, ນັ້ນ​ແມ່ນ​ວິທະຍາ​ສາດ - ສິນ​ທຳ​ ແລະ​ສິລະ​ປະ. ດັ່ງ​ນັ້ນ, ວັດທະນະທຳ, ຄື​ທີ່​ໄດ້​ກ່າວ​ມາ, ທັງ​ແມ່ນລະດັບ​ຂອງຄົນ​ໃນ​ການ​ພັດທະນາ, ທັງ​ແມ່ນບັດປະຈຳ​ຕົວ (ໜັງສື​ເດີນທາງ) ຂອງ​ແຕ່​ລະ​ປະ​ເທດ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ໂລກ.

​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ, ຄວາມ​ຫຼາກ​ຫຼາຍ​ຂອງ​ບັນດາ​ສິ່ງ​ທີ່​ແຕກ​ຕ່າງ, ຄຸນລັກສະນະສະ​ແດງ​ອອກທົ່ວໄປ ແລະຄວາມ​ແຜ່​ຫຼາຍທີ່ມີຊີວິດຊີວາ ຜ່ານ​ລັກສະນະຕ່າງໆ - ສ້າງຄວາມອຸດົມສົມບູນແລະລັກສະນະສະ​ເພາະຂອງ​ແຕ່​ລະ​ພື້ນຖານວັດທະນະທຳປະຈຳ​ຊາດ, ຢ່າງ​ຈຳ​ເປັນ​ແນ່ນອນຕາມ​ທຳມະ​ຊາດ​ເໝືອນ​ດັ່ງ​ຄວາມ​ຕ້ອງການ​ໜຶ່ງ, ຊາດ​ມາ​ສູ່ໂລກ​ມະນຸດ​ ແລະ ໂລກ​ມະນຸດມີ​ຢູ່​ໃນ​ແຕ່​ລະ​ຊາດ.  ມະນຸດ​ແຕ່ລະຄົນບໍ່​ໄດ້​ເປັນ​ພຽງ​ຕົວ​ຂ້ອຍ​ໃນ​ອັດຕາ - ຕົນ​ເອງ​ເທົ່າ​ນັ້ນ ​ແຕ່​ຍັງລວມ​ເຖິງ​ມະນຸດຊາດ​ອີກ​ດ້ວຍ ​ເຊິ່ງ​ເປັນ​ຕົວ​ແທນ​ລະດັບ​ຈຸ​ລະ​ພາກ ​ຂອງ​ໂລກ​ມະຫາ​ພາກ ທີ່​ເຮົາ​ດຳລົງ​ຢູ່ ອາ​ໄສ ​ແລະດຳ​ເນີນ​ຊີວິດ. ຜູ້​ຄົນ​ມີ​ພາບ​ສະທ້ອນ​ຂອງ​ໂລກ. ນີ້​ແມ່ນ​ບ່ອນ​ທີ່​ໃຫ້​ເຫັນ​ວ່າ, ວັດທະນະທຳບໍ່​ພຽງ​ແຕ່​ມີ​ລັກສະນະ​ຊົນ​ຊັ້ນ, ລັກສະນະ​ຊາດ​ເທົ່າ​ນັ້ນ ​ແຕ່ຍັງ​ມີ​ລັກສະນະ​ມະນຸດຊາດ​ນຳອີກ, ​ໂດຍ​ສະ​ເພາະ​ແມ່ນ ວັດທະນະທຳຈິດ​ໃຈ, ​ໂລກ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ມະນຸດ​ແລະ​ມະນຸດຊາດ. ພະລັງ​ພາຍ​ໃນ​ຂອງວັດທະນະທຳ​ເປັນ​ຮູບ​ເປັນຮ່າງຢ່າງ​ໝັ້ນ​ໜຽວ​ແລະ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ໃນຕະຫຼອດ​ຂະ​ບວນການ​ທີ່​ມະນຸດ​ແລະ​ມະນຸດຊາດ ດຳ​ເນີນ​ການ​ຜະລິດ - ການ​ຮູ້ສຶກ​ຮັບ​ຮູ້​ ແລະການ​ຊົມ​ໃຊ້​ວັດທະນະທຳ, ການ​ແລກປ່ຽນ - ຕິດ​ຕໍ່ - ສົນທະນາ​ ລະຫວ່າງບັນດາ​ພື້ນຖານ​ວັດທະນະທຳ ​ເພື່ອ​ວິວັດທະນາ​ການ​ແລະ​ການ​ພັດທະນາ.

ຈາກ​ນີ້, ຈຳ​ເປັນ​ທີ່​ຈະຖອດ​ຖອນ​ຂໍ້​ສະຫຼຸບ​ຕົ້ນຕໍ​ບາງ​ຂໍ້​ດັ່ງ​ນີ້:

ທີ​ໜຶ່ງ, ​ເວົ້າ​ເຖິງວັດທະນະທຳ​ແມ່ນ​ເວົ້າ​ເຖິງ​ສິ່ງ​ທີ່ຖືກຕ້ອງ, ດີ​ ແລະ ງາມ, ສິ່ງທີ່ສະແດງອອກເຖິງຄວາມຈິງ - ຄວາມດີ - ຄວາມງາມນັ້ນ ​ເອີ້ນ​ວ່າ​ວັດທະນະທຳ. ສິ່ງທີ່ກົງກັນຂ້າມກັບສິ່ງເຫຼົ່ານັ້ນບໍ່ແມ່ນວັດທະນະທຳ, ຄວນ​ຖືກ​ກັ່ນ​ຕອງ, ປັດ​ເຂ່ຍ​ອອກ​ຈາກວັດທະນະທຳ. ນັ້ນ​ແມ່ນ​ສິ່ງ​ທີ່​ແປກ​ຕ່າງ​ກັບວັດທະນະທຳ, ກົງກັນຂ້າມ​ກັບວັດທະນະທຳ. ໃນການຮັບ​ຮູ້ແລະໃນການກະທຳຕ້ອງ​ຖື​ວ່າ​ນັ້ນ​ແມ່ນຝືນວັດທະນະທຳ. ຖ້າ​ບໍ່​ອະທິບາຍ​ເລື່ອງນີ້ຢ່າງຈະແຈ້ງ, ຈະບໍ່ສາມາດ​ຮັບ​ຮູ້​ຄຸນຄ່າທີ່​ແທ້​ຈິ​ງຂອງວັດທະນະທຳ​ໄດ້ ​ເຊິ່ງແມ່ນພະລັງພາຍ​ໃນ​ຂອງວັດທະນະທຳ ທີ່ພວກ​ເຮົາ​ຕ້ອງຮັກສາ, ສົ່ງເສີມແລະນຳໃຊ້ຢ່າງສ້າງສັນ ​ໃນ​ເງື່ອນ​ໄຂ​ແລະ​ສະຖານະ​ການປະຫວັດສາດ​ສະ​ເພາະ.

ທີ​ສອງ, ຈາກທັດສະນະວັດທະນະທຳ, ນຳໃຊ້ລະບົບອ້າງອີງທາງ​ຄຸນຄ່າ​ຂອງ​ມະນຸດ, ມະນຸດສະທຳ ແລະມະນຸດ, ສອດຄ່ອງກັບຄວາມຈິງ - ຄວາມດີ - ຄວາມງາມ (ຄຸນຄ່າ), ດ້ວຍວິທະຍາສາດ - ສິນທຳ ແລະສິນລະປະ (ຮູບ​ແບບ​ໂຄງ​ສ້າງ) ທີ່ຈຳແນກປະເພນີຈາກຄຸນຄ່າພື້ນເມືອງ. ຈາກ​ກ້ອງສ່ອງ​ທາງວັດທະນະທຳ ​ໂດຍ​ໃຊ້​ລະບົບ​ອ້າງ​ອີງຂອງ​ມະນຸດ, ມະນຸດສະທຳ​ແລະຄຸນຄ່າ​ຂອງ​ມະນຸດ, ທີ່​ສອດຄ່ອງ​ກັບ​ຄວາມ​ຈິງ - ຄວາມ​ດີ - ຄວາມ​ງາມ (ຄຸນຄ່າ) ດ້ວຍ​ວິທະຍາສາດ - ສິນທຳ ​ແລະ​ສິລະ​ປະ (ຮູບ​ແບບ​ໂຄງ​ສ້າງ) ​ເພື່ອຈຳແນ​ກມູນ​ເຊື້ອ​ກັບ​ບັນດາ​ຄຸນຄ່າ​ມູນ​ເຊື້ອ. ທຸກໆ​ປະ​ເທດ​ຊາດ​ລ້ວນ​ແຕ່​ຈາກ​ປະຫວັດສາດ​ເພື່ອ​ສ້າງ​ມູນ​ເຊື້ອ. ​ໃນ​ມູນ​ເຊື້ອ​ກໍ່​ມີ​ສອງ​ດ້ານ, ຕັ້ງໜ້າ ​ແລະ ຫຍໍ້​ທໍ້. ບັນດາຄຸນຄ່າມູນ​ເຊື້ອ ຈະ​ເປັນ​ຮູບ​ເປັນ​ຮ່າງ, ​ໄດ້ບັນທຶກ​ໄວ້, ຢືນຢັນ ​ແລະ​ສົ່ງເສີມ​ໃນ​ຄວາມ​ເປັນ​ຈິງ. ຄຸນຄ່າ​ມູນ​ເຊື້ອ​ມີ​ພະລັງ​ພາຍ​ໃນ​ຂອງ​ວັດທະນະທຳ ຕ້ອງ​ໄດ້​ຮັບ​ການ​ຫຼໍ່ລ້ຽງ ​ແລະ ​ເສີມ​ຂະຫຍາຍ​ໃນ​ສະ​ໄໝ​ປະຈຸ​ບັນ. ສົມທົບ​ມູນ​ເຊື້ອ​ກັບ​ຄວາມ​ທັນ​ສະ​ໄໝ, ກຳລັງ​ແຮງ​ຂອງ​ຊາດ​ກັບກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ ​ແມ່ນ​ແບບ​ວິທີ, ​ເສັ້ນທາງ​ເພື່ອ​​ເຮັດໃຫ້​ບັນດາ​ຄຸນຄ່າວັດທະນະທຳມີ​ພະລັງ​ພາຍ​ໃນ ​ແລະ​ນຳ​ເຂົ້າ​ໃນ​ການ​ພັດທະນາ ປັບປຸງປະ​ເທດ​ໃຫ້​ທັນ​ສະ​ໄໝ. ນີ້​ກໍ່ແມ່ນໜຶ່ງ​ໃນ​ບັນດາ​ສາຍ​ພົວພັນ​ໃຫຍ່ຂອງ​ການ​ປ່ຽນ​ແປງ​ໃໝ່​ເພື່ອ​ພັດທະນາ​ຢູ່​ຫວຽດນາມ (3).

ທີ​ສາມ, ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວັດທະນະທຳຮຽກຮ້ອງ​ໃຫ້​ມີ​ຄວາມ​ກ້າຫານດ້ານວັດທະນະທຳທີ່ເຂັ້ມແຂງ. ຖ້າບໍ່ມີຄວາມ​ເຂັ້ມ​ແຂງ ກໍ່ຈະຕົກ​ຢູ່​ໃນ​ສະຖານະ​ການສູນ​ເສຍມູນ​ເຊື້ອ, ຄຸນຄ່າ​ມູນ​ເຊື້ອ​ຂອງ​ຕົນ​ເອງ, ​ໂດຍ​ສະ​ເພາະ​ແມ່ນ​ເອກະລັກ​ທາງ​ວັດທະນະທຳຂອງ​ປະ​ເທດ​ຊາດ​ຂອງ​ຕົນ​ເອງ. ການສູນເສຍວັດທະນະ ທຳແມ່ນການສູນເສຍທຸກຢ່າງ.  ມັນເປັນການເຕືອນກ່ຽວກັບສິ່ງທ້າທາຍ ​ແລະ​ຄວາມ​ສ່ຽງທີ່ຕ້ອງໄດ້​ແກ້​ໄຂ​ຜ່ານ​ຜ່າສະເໝີ ໃນການປ່ຽນ​ແປງ​ໃໝ່, ການເຊື່ອມໂຍງ ​ແລະ​ການພັດທະນາ.

ພະລັງ​ພາຍ​ໃນ ມີ​ຄວາມ​ເຂັ້ມ​ແຂງ​ແລະ​ຍືນ​ຍົງ, ໃນການເຊື່ອມໂຍງຈຶ່ງ​ສາມາດຮັບ​ເອົາພະລັງ​ພາຍນອກ ໄດ້ຢ່າງມີ​ການ​ຄັດ​ເລືອກ, ​ເພື່ອ​ໃຫ້​ພະລັງ​ພາຍ​ນອກ​ຊຶມ​ເຂົ້າໃນປະ​ເທດ ໃນທິດທາງທີ່ຕັ້ງໜ້າ​ແລະພັດທະນາ, ບໍ່​ແມ່ນ​ມາຄອບງຳ ​ເຮັດ​ໃຫ້​ພະລັງ​ພາຍ​ໃນອ່ອນແອລົງ. ຢູ່​ນີ້, ຈາກ​ທັດສະນະ​ແລະ​ວິທີ​ການ, ຈຳ​ເປັນ​ຕ້ອງ​ຈັດການ​ແກ້​ໄຂຢ່າງຖືກຕ້ອງ ກັບຄວາມສຳພັນລະຫວ່າງມູນ​ເຊື້ອແລະຄວາມທັນສະ ໄໝ, ລະຫວ່າງຄວາມໝັ້ນຄົງແລະການ​ປ່ຽນ​ແປງ​ໃໝ່, ລະຫວ່າງ​ປະ​ເທດ​ຊາດ​ກັບ​ສາກົນແລະທົ່ວໂລກ. ການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ນີ້, ​ໂດຍ​ສະ​ເພາະ​ໃນ​ສະ​ໄໝ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜັນ​ຜວນ​ແລະປ່ຽນ​ແປງປະຈຸບັນ ເພື່ອຊອກຫາວິທີແກ້ໄຂທີ່​ຖືກຕ້ອງກ່ຽວກັບການພັດທະນາແລະການພັດທະນາແບບຍືນຍົງ. ບົນ​ຈິດ​ໃຈຄວາມ​ອະນຸ​ໂລມຜ່ອນຜັນ​ທາງວັດທະນະທຳ ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ, ຂຸດຄົ້ນ​ພະລັງ​ພາຍ​ນອກຢ່າງມີປະສິດທິຜົນ ເພື່ອເຮັດໃຫ້ພະລັງ​ພາຍ​ໃນຂອງ​ຊາດ​ຕົນ​ເຂັ້ມ​ແຂງ​, ເລິກເຊິ່ງ, ອຸດົມສົມບູນ ແລະ ດີກວ່າເກົ່າ.

ດ້ານ​ອື່ນ, ນຳ​ເອົາ​ພະລັງ​ພາຍ​ໃນ​ຂອງ​ຊາດ​ຕົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ພະລັງ​ພານ​ໃນ​ຂອງ​ຊາດ​ອື່ນ. ການສົ່ງເສີມແລະຖ່າຍທອດວັດທະນະທຳ ຂອງຊາດ ເຂົ້າໃນຊີວິດວັດທະນະທຳໂລກ ແມ່ນຄວາມພະຍາຍາມສ້າງສັນ ແລະກ້າຫານຂອງຊາດ ໃນການເຊື່ອມໂຍງສາກົນ ເພື່ອສັນຕິພາບ, ການຮ່ວມມື, ມິດຕະພາບ ແລະການພັດທະນາ. ດັ່ງ​ນັ້ນ, ​ເຊີດ​ຊູນ້ຳໃຈເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ແຕ່ບໍ່ຮັກສາ​ເດີມ, ສະຫງັກ​ຊັກ​ຊ້າ ບໍ່ຄຳພີ​ນິຍົມ; ຕ້ອງ​ໄວ​ຕໍ່ສິ່ງໃໝ່, ພ້ອມ​ທີ່​ຈະ​ປ່ຽນ​ແປງ​ໃໝ່, ປ່ຽນໃໝ່ຕົນເອງເພື່ອການພັດທະນາ ​ແຕ່​ບໍ່​ສູນ​ເສຍ​ຕົວ​ເອງ​ໂດຍ​ຈຸດ​ອ່ອນ, ຂໍ້ບົກຜ່ອງທີ່ສ້າງຂຶ້ນໂດຍຕົນເອງ, ຂາດໂອກາດ, ໂອກາດແລະຕົວຕັ້ງຕົວຕີ, ຕົກ​ໃນ​ທ່າ​ຮັບ ​ໃນສິ່ງທ້າທາຍ ແລະຄວາມອັນຕະລາຍໃນການພັດທະນາ. ມີວິໄສທັດ “ອ້ອມຂອບຟ້າ” ເພື່ອປະຕິບັດຢ່າງສ້າງສັນ, ສອດຄ່ອງກັບສະພາບການ, ການເວລາ, ເພື່ອພັດທະນາຢ່າງສົມເຫດສົມຜົນແລະສົດ​ໃສໃນປະຈຸບັນ, ພັດທະນາຢ່າງຍືນຍົງ​ແລະທັນສະໄໝໃນອະນາຄົດ. ຄວາມຮຽກຮ້ອງດັ່ງກ່າວຖືກວາງອອກມາ ຕໍ່​ທົ່ວ​ປະ​ເທດ ແລະ ຕໍ່ຜູ້ນຳ, ຜູ້ຄຸ້ມຄອງ, ບໍລິຫານແຕ່ລະຄົນ ຂອງປະເທດ. ການ​ພັດທະນາ​ສັງຄົມຍິ່ງຮຽກຮ້ອງໃຫ້ຄົນຊັ້ນສູງທີ່ນຳພາການພັດທະນາ ຕ້ອງຕອບສະໜອງຢ່າງ​ທັນ​ການ ຕັ້ງ​ແຕ່ສະຕິປັນຍາ, ຄວາມສາມາດ, ສິນທຳ, ບຸກຄະລິກກະພາບ ​ໄປ​ຈົນ​ເຖິງ​ວິທີ​ການແລະແບບ​ແຜນ, ທັງໃນດ້ານການເມືອງພາຍໃນແລະການທູດ.

ສັງ​ເກດຈາກຄວາມຮຽກຮ້ອງຕ້ອງການນີ້, ປະທານໂຮ່ຈີມິນ​ໄດ້​ໃຫ້​ຄຳຊີ້ນຳທີ່ ລ້ຳຄ່າຫຼາຍຢ່າງກ່ຽວກັບອຸດົມການ, ສິນທຳແລະແບບແຜນ​ໃຫ້​ພວກ​ເຮົາ, ​ໂດຍ​ສະ​ເພາະແມ່ນເອກະລັກແລະຄວາມກ້າຫານຂອງໂຮ່ຈີມິນກ່ຽວ​ກັບການ “​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພີ​ບ” ​ເພື່ອ​ໃຫ້​ພວກ​ເຮົາຮ່ຳຮຽນ​ແລະ​ປະຕິບັດ​ຕາມ, ​ເພື່ອ​ໝູນ​ໃຊ້​ແລະ​ພັດທະນາ​ປະ​ເທດ - ຜູ້​ຄົນ - ຊາດ​ຫວຽດນາມ, ປະຕິບັດຄວາມ​ມຸ່ງ​ຫວັງ ຄວາມ​ປາ​ດຖະໜາ​ຂອງ​ປະທານ​ໂຮ່ຈີ​ມິນ.

ສິ່ງເຫຼົ່ານີ້ແມ່ນແນວທາງທີ່ແທ້ຈິງໃນລະດັບຍຸດທະສາດ, ໃນດ້ານປັດ​ຊະ​ຍາ​ຂອງ​ຊີວິດ, ໃນທິດສະດີການພັດທະນາຂອງປະທານໂຮ່ຈີມິນ. ທັງ​ໝົດ​ລວມສູນ​ໃນພູມ​ປັນຍາຂອງໂຮ່ຈີມິນກ່ຽວກັບຜູ້ຄົນແລະວັດທະນະທຳ. ການ​ຊາບ​ຊຶມ​ແລະ​ຜັນ​ຂະຫຍາຍ​ແນວ​ຄິດ ມໍລະດົກ​ໂຮ່ຈີ​ມິນ ຢ່າງມີປະສິດທິຜົນທີ່ສຸດໃນການປະຕິບັດ, ນັ້ນ​ແມ່ນ​ວິທີທີ່​ແທດ​ຈິງທີ່ສຸດໃນເວລານີ້ ​ເພື່ອ​ “ວັດທະນະທຳສ່ອງ​ທາງ​ໃຫ້​ປະຊາຊົນ​ທັງ​ຊາດ”, ​ໄປ​ສູ່  “ສັງຄົ​ມສັງຄົມ​ນິຍົມ​ຫວຽດນາມ​ທີ່​ມີວັດທະນະທຳສູງ”, “​ຊາດ​ຫວຽດນາມ​ກາຍ​ເປັນ​ຊາດ​ທີ່​ສະຫຼາດ”, “ມີ​ກຳລັງ​ພຽງພໍທີ່​ຈະ​ຄຽງ​ບ່າຄຽງ​ໄຫຼ່​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ຫ້າ​ທະວີບ”. ຢາກ​ໄດ້​ຄື​ແນວ​ນັ້ນ, ຍາມ​ໃດ​ກໍ່​ຕ້ອງ​ຈື່​ຈຳແລະປະຕິບັດ​ຢ່າງ​ສະຫຼາດ, ຄ່ອງ​ແຄ່​ວປະດິດ​ສ້າງ, ສຸດອົກ​ສຸດ​ໃຈຕາມຄຳຊີ້ນຳຂອງປະທານໂຮ່ຈີມິນ​ໃນ​ການ​ຮ່ຳຮຽນ​ແລະ​ການ​ປະຕິບັດ, ສຸມ​ໃສ່ຫ້າ​ຂໍ້​ໃຫຍ່ ຕໍ່​ໄປ​ນີ້:

- “​ເພື່ອ​ຜົນ​ປະ​ໂຫຍ​ດສິບ​ປີ​ໃຫ້​ປູກ​ຕົ້ນ​ໄມ້, ​ເພື່ອ​ຜົນ​ປະ​ໂຫຍ​ດຮ້ອຍ​ປີ​ໃຫ້​ປູກ​ສ້າງ​ຄົນ”. ປະຕິບັດ​ລະບົບ​ການ​ສຶກສາ ທີ່​ມີປະຊາທິປະ​ໄຕ, ວິທະຍາສາດ ​ແລະ​ມະນຸດ​ອາ​ລະຍະ​ທຳ, ​ເຮັດ​ໃຫ້ຄວາມ​ສາມາດ​ທັງ​ໝົດ​ທີ່​ມີ​ຢູ່​ໃນ​ນັກຮຽນ​ແຕ່ລະຄົນ ລ້ວນ​ແຕ່​ໄດ້​ຮັບ​ການພັດທະ​ນາ​ດີ​ທີ່​ສຸດ.

- ການກໍ່ສ້າງ​ສັງຄົມ​ທີ່ອອກ​ແຮງ​ງານ ​ແລະຮຽນ​ຮູ້, ປະຊາທິປະ​ໄຕ - ສາມັກຄີ ​ແລະ​ເຫັນ​ດີ​ເຫັນ​ພ້ອມ​ກັນ, ມຸ່ງ​ໄປ​ສູ່​ເປົ້າ​ໝາຍຄຸນຄ່າ ​ເອກະລາດ - ​ເສລີພາບ - ຄວາມ​ຜາ​ສຸກ, ປະ​ເທດ​ຫວຽດນາມ​ສັນຕິພາບ, ​ເອກະ​ພາບ, ​ເອກະລາດ, ປະຊາທິປະ​ໄຕ ​ແລະ​ຮັ່ງມີ​ເຂັ້ມ​ແຂງ, ປະກອບສ່ວນ​ທີ່​ສົມ​ກຽດ​ເຂົ້າ​ໃນ​ພາລະກິດ​ການ​ປະຕິວັດ​ໂລກ.

ພັດທະນາ​ເສດຖະກິດ, ສ້າງ​ວັດທະນະທຳ​ແລະ​ຜູ້​ຄົນ, ປ່ຽນ​ແປງ​ໃໝ່​ເສດຖະກິດ​ແລະ​ການ​ເມືອງ​ຢ່າງ​ຄົບ​ຊຸດ, ກຸນ​ແຈສຳຄັນ​ແມ່ນ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ, ​ເຮັດ​ໃຫ້​ພັກ​ສະອາດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ, ມີ​ຄຸນສົມບັດ​ສິນ​ທຳ ​ເປັນ​ອາລະຍະທຳ, ສົມຄວນທີ່ຈະເປັນຜູ້ນຳ, ຜູ້ຮັບໃຊ້ທີ່ສັດຊື່ຂອງປະຊາຊົນ.

- ສຶກສາອົບຮົມນໍ້າໃຈຮັກຊາດ ​ແລະຈິດ​ໃຈຊາດ ​ໃຫ້​ທົ່ວປວງຊົນ, ສ້າງສາ​ປະ​ເທດຕິດ​ແໜ້ນກັບການປ້ອງກັນປະ​ເທດຊາດ.

- ຫວຽດນາມເປັນເພື່ອນມິດຂອງທຸກປະເທດ, ມິດຕະພາບ, ການຮ່ວມມື, ​ເພີ່ມ​ເພື່ອນ​ຫຼາຍ​ຂຶ້ນ, ຫຼຸດຜ່ອນສັດຕູ​ໃຫ້ໜ້ອຍລົງ, ສ້າງສະພາບແວດລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ແລະການພັດທະນາແບບຍືນຍົງ ​ໃນ​ປະ​ເທດຫວຽດນາມ.

ນີ້​ກໍ່ແມ່ນເນື້ອໃນແລະວິທີການໃນການເພີ່ມກຳລັງ​ແຮງພາຍໃນ ຂອງ​ຊາດ​ໂດຍ​ພະລັງ​ພາຍ​ໃນ ຂອງວັດທະນະທຳ, ສົມທົບ​ກັບ​ພະລັງ​ພາຍ​ນອກ​ເສີມເຂົ້າມາ ​ໂດຍ​ຜ່ານ​ການເຊື່ອມໂຍງເຂົ້າກັບສາກົນ.

ການປັບປຸງສ້າງ​ຄຸນສົມບັດສິນທຳ​ແລະປະເທດຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ
ຈາກພະລັງພາຍ​ໃນ​ຂອງ​ວັດທະນະທຳ

- ກ່ອນ​ອື່ນ​ໝົດ​ແມ່​ນຕ້ອງ​ເຂົ້າ​ໃຈ​ແຈ້ງ​ ກ່ຽວ​ກັບຄວາມ​ເສື່ອມໂຊມຂອງສິນທຳ ທາງສັງຄົມ, ລວມທັງ​ຄວາມ​ເສື່ອ​ມ​ໂຊມທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດຂອງ​ພະນັກງານ, ສະມາ​ຊິດ​ພັກ​ແລະ​ປະຊາຊົນຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ​ເຮັດ​ໃຫ້​ຄວາມ​ເຂັ້ມ​ແຂງ​ຂອງ​ຊາດ​ຫຼຸດ​ລົງ. ສະຖານະ​ການ​ນີ້​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ​ຕະຫຼາດ​ໄດ້​ສົ່ງ​ຜົນ​ກະທົບ​ທາງ​ລົບ​, ບວກ​ກັບຈຸດ​ອ່ອນ ຂໍ້​ບົກພ່ອງ​ຂອງ​ການ​ຄຸ້ມ​ຄອງ​ສັງຄົມ, ຜົນ​ທີ່​ຕາມ​ມາ​ໃນ​ການ​ເຊື່ອມ​ໂຍງ... ​ກໍ່​ໃຫ້​ເກີດ​ການ​ຕໍ່ຕ້ານ​ການ​ພັດທະນາ ​ແລະ​ກໍ່​ແມ່ນການຕໍ່ຕ້ານວັດທະນະທຳ ​ເຊິ່ງພວກ​ເຮົາຕ້ອງ​ພະຍາຍາມ​ແກ້​ໄຂ​ຜ່ານ​ຜ່າ.

ການປັບປຸງ​ສ້າງຄຸນສົມບັດສິນທຳ​ແລະ​ປະເທດຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ຕ້ອງ​ໃຊ້ກຳລັງ​ແຮງ​ສັງ​ລວມ​ເພື່ອ​ສ້າງ​ພະລັງ​ພາຍ​ໃນ​ຂອງວັດທະນະທຳ ​ແລະ ​ໃຊ້​ພະລັງ​ພາຍ​ໃນຂອງ​ວັດທະນະທຳເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ເສື່ອ​ມ​ໂຊມ, ຊຸກຍູ້​ການ​ພັດທະນາ​ທີ່​ສົດ​ໃສຂອງ​ຜູ້​ຄົນ​ແລະ​ສັງຄົມ, ຈາກ​ນັ້ນ​ຈຶ່ງ​ສາມາດປັບປຸງສ້າງ​ຄຸນສົມບັດ​ສິນທຳ​ແລະ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງໄດ້.

- ການ​ປັບປຸງ​ຟື້ນ​ຟູ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ພະຍາຍາມ​ໃນ​ການ​ແກ້​ໄຂຈຸດ​ອ່ອນ, ຄວາມ​ເສື່ອ​ມ​ໂຊມ​ເທົ່າ​ນັ້ນ ​ແຕ່​ຍັງ​​ແມ່ນ​ການຊຸກຍູ້ຄວາມ​ດີ, ຄວາມ​ຕັ້ງໜ້າ​​ ໃນ​ການ​ພັດທະນາທຶນ​ແມ່ນ​ພື້ນຖານ, ຕົ້ນ​ຕໍ່ ​ໃນຊີວິດ​ສັງຄົມ, ​ໃນ​ຜູ້​ຄົນ​ແລະ​ຊຸມຊົນບັນດາ​ເຜົ່າຫວຽດນາມ ​ເປັນ​ເໝືອນແຫຼ່ງພະລັງງານທີ່ຍິ່ງ​ໃຫຍ່ ​ເຊິ່ງຕ້ອງໄດ້ຮັບການບຳລຸງ​ລ້ຽງແລະເສີມຂະຫຍາຍ.

ຕາມທັດສະນະພຶດຕິກຳຕົວຈິງ, ນັ້ນ​ແມ່ນການປະສານສົມທົບລະຫວ່າງ​ການ​ກໍ່ສ້າງ​ແລະການຕໍ່ຕ້ານ ທີ່ກ່າວມາ​ໃນບົດ​ນິພົນຂອງປະທານໂຮ່ຈີມິນ ທີ່​ມີ​ຫົວ​ຂໍ້ວ່າ: ຍົກ​ສູງ​ຄຸນສົມບັດ​ປະຕິວັດ, ລຶບລ້າງ​ລັດທິ​ເອກະ​ຊົນ, ​​ທີ່​ໄດ້​ຂຽນເນື່ອງ​ໃນ​ໂອກາດ​ພັກ​ກອມ​ມູນິດຫວຽດນາມ​ມີ​ອາຍຸ 39 ປີ, ວັນ​ທີ 3 ກຸມພາ 1969, ປີ​ສຸດ​ທ້າຍ​ທີ່​ປະທານ​ໂຮ່ຈີ​ມິນຍັງ​ມີ​ຊີວິດ​ຢູ່​ກັບ​ຊາວ​ຫວຽດນາມ. ຄຳພິ​ໄນ​ກຳ ເກືອບ 1.000 ຄຳ ທີ່​ປະທານ​ໂຮ່ຈີ​ມິນສ້າງ​ໄວ້​ໃຫ້ກັບທົ່ວປວງຊົນ ທົ່ວ​ພັກ​ກອມ​ມູນິດ​ຫວຽດນາມ ພ້ອມ​ດ້ວຍ​ແນວ​ຄິດ ​ແລະມໍລະດົກທັງໝົດຂອງ​ເພິ່ນ; ຄວາມຄິດ, ຄຸນສົມບັດສິນທຳແລະແບບ​ແຜນ​ທັງ​ໝົດ​ນັ້ນຂອງ​ເພິ່ນແມ່ນສົມບັດ​ອັນລ້ຳຄ່າ ​ເຊິ່ງ​ເພິ່ນ​ໄດ້​ສ້າງ​ໄວ້​ໃຫ້ກັບຊາວຫວຽດນາມທຸກໆ​ລຸ້ນຄົນ, ດຽວນີ້ພວກເຮົາຕ້ອງປະຕິບັດ​ແລະເສີມຂະຫຍາຍ.

ພວກເຮົາພົບເຫັນໃນຄຳແນະນຳຂອງປະທານ​ໂຮ່ຈີ​ມິນກ່ຽວ​ກັບບັນດາ​ທິດ​ທາງ​ໃຫຍ່, ໃນລະດັບຍຸດທະສາດແລະບັນດາວິທີ​ການ​ປະຕິບັດ​ຕົວ​ຈິງ ທີ່​ເປັນ​ເໝືອນບັນດາ​ວິທີ​ແກ້​ໄຂ, ບັນດາແຜນການແລະ​ໂຄງການປະຕິບັດງານ ເພື່ອນຳໃຊ້ພະລັງພາຍ​ໃນ​ຂອງວັດທະນະທຳ ​ໃນ​ການ​ປັບປຸງສ້າງ​ຄຸນສົມບັດສິນທຳ​ແລະ​ປະ​ເທດ​ຊາດ​ຫວຽດນາມ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ໃນສະໄໝປະຈຸ​ບັນ.

- ​ເພື່ອປະຕິບັດຄຳສັ່ງສອນຂອງປະທານ​ໂຮ່ຈີ​ມິນ, ບໍ່​ມີ​ຫຍັງ​ດີ​ໄປ​ກວ່າ​ການ​ປະຕິບັດຕາມ​ແນວທາງ​ປະຕິບັດ​ທີ່​ຍິ່ງ​ໃຫຍ່ 5 ປະການ​ທີ່​ເພິ່ນ​ໄດ້​ເປັນ​ແບບຢ່າງມາ​ຕະຫຼອດ​ຊີວິດ. ນັ້ນ​ແມ່ນ: 1- ປະຕິບັດ​ທິດ​ສະ​ດີ​ໃນ​ພຶດຕິ​ກຳ, ລວມທິດ​ສະ​ດີ​ກັບ​ພຶດຕິ​ກຳ​ເປັນ​ເອກະ​ພາບ 2- ປະຕິບັດ​ປະຊາທິປະ​ໄຕ, 3- ປະຕິບັດ​ການ​ຂົນຂວາຍ​ປະຊາຊົນ, 4- ປະຕິບັດ​ຄວາມ​ສາມັກຄີ​​ແລະ​ມະຫາ​ສາມັກຄີ, 5- ປະຕິບັດ​ຄຸນສົມບັດ ດຸ​ໝັ່ນ ປະຢັດ, ຊື່ສັດ ທ່ຽງທຳ, ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ.

​ແນວ​ປະຕິບັດ 5 ປະການ​ທີ່​ໂດດ​ເດັ່ນ​ນັ້ນ ສະ​ແດງ​​ໃນສົມບັດ​ລະດັບ​ຊາດ 5 ຢ່າງ ພ້ອມ​ນັ້ນ​ກໍ່​ເປັນ ວິທີ​ແກ້​ລະດັບ​ຊາດ ຂອງປະທານ​ໂຮ່ຈີ​ມິນ ​ແມ່ນ​ບ່ອນອີງ​ພື້ນຖານ​ແລະ​ໜັກ​ແໜ້ນທີ່​ສຸດ ທີ່​ຊ່ວຍ​ໃຫ້​ຫວຽດນາມ​ກໍ່ສ້າງວັດທະນະທຳ​ແລະ​ຜູ້​ຄົນ ​ເພື່ອ​ສ້າງ​ແລະ​​ເສີມ​ຂະຫຍາຍ​ພະລັງ​ພາຍ​ໃນ​ຂອງວັດທະນະທຳ, ນັ້ນ​ກໍ່​ແມ່ນ​ບັນດາ​ແຫຼ່ງພະລັງ​ ເພື່ອ​ປັບປຸງ​ສ້າງຄຸນສົມບັດ​ສິນ​ທຳ​ແລະ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ປະຈຸ​ບັນ ກໍ່​ຄື​ໃນ​ອະນາຄົດ​ອັນ​ຍາວ​ນານ​ ໃນ​ເສັ້ມທາງ​ການ​ພັດທະນາ: ​ເອກະລາດ​ແຫ່ງ​ຊາດຕິ​ດ​ແໜ້ນ​ກັບ​ລັດທິ​ສັງຄົມ​ນິຍົມ.

- ພະລັງພາຍ​ໃນ​ຂອງວັດທະນະທຳ​ເກີດ​ຂຶ້ນ​ໃນວັດທະນະທຳ​ແຕ່ລະ​ປະ​ເພດ ​ແລະລວມກັນ​ໃນ​ລະບົບ​ຄຸນຄ່າພິ​ເສດ​ຂອງວັດທະນະທຳ​ແຫ່ງ​ຊາດ, ຂອງ​ຜູ້​ຄົນ​ຫວຽດນາມ ​ແລະປະ​ເທດ​ຫວຽດນາມ​ໃນ​ຍຸກ​ໂຮ່ຈີ​ມິນ. ​ເພິ່ນ​ໄດ້​ວາງ​ແຜນ, ​ໂຄງການ​ປະຕິບັດ​ງານ​ນີ້​ຕັ້ງ​ແຕ່​ຂຽນປຶ້ມບັນທຶກ​ໃນ​ຄຸກ - ກະວີ​ນິພົນ​ໃນ​ຄຸກ ​ແຕ່​ຈິດ​ວິນ​ຍານ,​ເຈດ​ຈຳນົງ​ແລະ​ມານະ​ຈິດທີ່ຢູ່​ນອກ​ເໜືອ​ຈາກ​ຄຸກ, ສະ​ແດງ​ໃຫ້​ເຫັນ​ເຖິງ​ວິ​ໄສ​ທັດ, ຄວາມ​ກ້າຫານ, ຄວາມ​ພິ​ເສດ​ທາງປັນຍາ​ແລະສິນທຳ, ລວມເຂົ້າ​ເປັນວັດທະນະທຳ ໂຮຈິມິນ. ​ເພື່ອ​ປັບປຸງ​ສ້າງ​ຄຸນສົມບັດສິນທຳ​ແລະ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ, ພວກ​ເຮົາ​ຈະ​ໝູນ​ໃຊ້ວັດທະນະທຳໂຮຈິມິນ, ​ແສງ​ປະກາຍ​ຂອງວັດທະນະທຳ ຫວຽດນາມ ນຳ​ເອົາ​ພະລັງ​ພາຍ​ໃນ​ຂອງວັດທະນະທຳ ​ເຂົ້າ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ພັດທະນາ​ແລະ​ເຊື່ອມ​ໂຍງ​ໃນ​ປະຈຸ​ບັນ. ຄວນ​ເອົາ​ໃຈ​ໃສ່​ບາງ​ປະການ​ດັ່ງ​ນີ້:

+ ກ່ອນ​ອື່ນ​ໝົດ​ສຸມ​ໃສ່ການກໍ່ສ້າງ, ປັບປຸງ​ພັກ ​ເພາະວ່າ​ພັກນຳພາ​ປະ​ເທດ, ນຳພາ​ພາລະກິດ​ການ​ກໍ່ສ້າງ​ວັດທະນະທຳ​ແລະ​ຜູ້​ຄົນ​ຫວຽດນາມ. ປະຈຸ​ບັນ​ນີ້, ​ເມື່ອ​ພັກ​ກຳອຳນາດ, ນຳພາ​ລັດ​ແລະ​ສັງຄົມ, ນຳພາ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ພັດທະນາ​ເສດຖະກິດ - ວັດທະນະທຳ, ພະລັງພາຍຂອງວັດທະນະທຳ​ແຫ່ງ​ຊາດ​ຈະ​ເປັນ​ແນວ​ໃດ​ນັ້ນ ​ແມ່ນ​ຂຶ້ນ​ຢູ່​ກັບຄວາມ​ເຂັ້ມ​ແຂງ​ພາຍ​ໃນຂອງ​ວັດທະນະທຳພັກ, “ພັກ​ແມ່ນ​ສິນ​ທຳ, ​ແມ່ນ​ອາລະຍະ​ທຳ”

+ ເອົາໃຈໃສ່ເບິ່ງແຍງດູແລຊີວິດທາງດ້ານວັດຖຸແລະຈິດໃຈຂອງປະຊາຊົນ, ຊຸມຊົນແລະປະເທດຊາດຢ່າງບໍ່ຢຸດຢັ້ງ, ​ເພາະວ່າ​ ຕ້ອງ​ເຮັດ​ໃຫ້​ປະຊາຊົນ​ແຕ່ລະຄົນມີ​ຊີ​ວິການ​ເປັນ​ຢູ່​ທີ່​ພຽງພໍ​ກວ່າ, ຄຸນ​ນະພາ​ບຊີວິດ​ທີ່ດີກ​ວ່າ, ມີສິ່ງ​ຊຸກ​ຍູ້ ​ແລະຄວາມ​ເຊື່ອ​ໝັ້ນ ໃນ​ການກໍ່ສ້າງ​ປະ​ເທດ​ແລະ​ພັດທະນາວັດທະນະທຳ​. ນັ້ນ​ແມ່ນການ​ເບິ່ງ​ແຍງ​ດູ​ແລ​ຜູ້​ປະດິດ​ສ້າງວັດທະນະທຳ ນັ້ນ​ເອງ. ​ໃນພິ​ໄນ​ກຳ, ປະທານ​ໂຮ່ຈີ​ມິນ​ເວົ້າ​ແຈ້ງວ່າ, ກ່ອນ​ອື່ນ​ໝົດ​​ແມ່​ນເວົ້າກ່ຽວ​ກັບ​ພັກ ​ແລະ ວຽກ​ງານ​ທຳອິດ​ແມ່ນ​​ກ່ຽວ​ກັບ​ມະນຸດ.

+ ການ​ສຶກສາ​ອົບຮົມ​ແລະສົ່ງເສີມຄົນຮຸ່ນໜຸ່ມ ​ເຊິ່ງ​ເປັນກະດູກ​ສັນຫຼັງ​ຂອງອະນາຄົດ ​ເພື່ອ​ໃຫ້​ເຂົາ​ເລີ່​ມຕົ້ນ​ທຸລະ​ກິດ​ສ້າງສັນ, ດຳລົງຊີວິດດ້ວຍ​ອຸດົມ​ຄະຕິ, ມີສິນທຳ, ມີ​ມານະ​ຈິດ, ມີຄວາມກ້າຫານທີ່ຈະນຳປະເທດໄປສູ່ການພັດທະນາ, ສີວິ​ໄລ ​ແລະ ທັນສະໄໝ.

+ ສ້າງ​ຊີວິດ​ສັງຄົມ​ແລະສະພາບ​ແວດ​ລ້ອມ​ທາງສັງຄົມ​ທີ່​ສົດ​ໃສ, ສາມາດ​ກີດ​ກັ້ນ​ແລະ​ຍູ້​ຖອຍຄວາມທຸ​ຈະລິດ ຄວາມ​ເສື່ອ​ມ​ໂຊມ​ທາງ​ວັດທະນະທຳ ບົນ​ບັນດາ​ເສົາ​ຫຼັກ: ປະຊາທິປະ​ໄຕ, ສະ​ເໝີ​ພາບ, ຍຸດຕິ​ທຳ, ​ເສລີພາບ, ປະດິດ​ສ້າງ. ສຶກສາ​ອົບຮົມ​ກ່ຽວ​ກັບ ຄວາມຮັກ - ລະບຽບວິໄນ - ຄວາມຮັບຜິດຊອບ - ຄວາມພາກພູມ​ໃຈ​ໃນຕົນເອງ, ຄວາມໝັ້ນ​ໃຈ​ໃນຕົນເອງ, ຄວາມບໍ່ເຫັນແກ່ຕົວ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຄວາມອະນຸ​ໂລມ ​ໃຫ້​ແກ່ຊາວຫວຽດນາມຕັ້ງ​ແຕ່ຄອບຄົວ, ​ໂຮງຮຽນ ຈົນ​ເຖິງ​ສັງຄົມ.

+ ​ໃຫ້​ຄວາມສຳຄັນພິ​ເສດ​ຕໍ່ ຄຸນນະທຳ ແລະ ຄວາມສາມາດ, ຜູ້ນຳ, ຜູ້​ກຳອຳນາດ​ການປົກຄອງຕ້ອງ​ມີຄຸນນະທຳ​ແທ້​ຈິງ, ມີຄວາມສາມາດ​ແທ້​ຈິງ. ​ເປັນ​ແບບຢ່າງ, ຮຽນ​ຕາມ​ແບບຢ່າງ ​ແລະ ການ​ເປັນ​ແບບຢ່າງ​ທີ່​ໃສ​ແຈ້ງ​ໃຫ້​ຊຸມ​ຊົນ​ສັງຄົມ. ນີ້ແມ່ນສິ່ງທີ່ຈຳເປັນທີ່ຕ້ອງເຮັດໃນປັດຈຸບັນ ເພື່ອປັບປຸງ​ສ້າງຄຸນສົມບັດ​ສິນທຳ​ແລະ​ປະ​ເທດ​ຊາດ​ຂອງພວກເຮົາ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ຕາມວິໄສທັດວັດທະນະທຳ ​ແລະ ວັດທະນະທຳ ໂຮ່ຈີມິນ./.

----------------------------------

(1), (2) ໂຮ່ຈີມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 3, ໜ້າ 458.

(3) ​ເບິ່ງ: ລາຍ​ງານ​ສະຫຼຸບບາງ​ບັນຫາ​ກ່ຽວ​ກັບ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (1986 - 2016) ຢູ່​ປະ​ເທດ​ເຮົາ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2011, 2015; ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມປີ 1991 (ສະບັບ​ເພີ່ມ​ເຕີມ​ແລະ​ພັດທະນາ​ປີ 2011); ​ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 950 (​ເດືອນ​ກັນຍາ 2020)