ການສຶກສາອົບຮົມ​ຄົນຫວຽດນາມ​ໃຫ້ມີ​ການພັດທະນາຢ່າງຮອບດ້ານ
​ໃນ​ລະບົບ​ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ

ໂດຍ ສຈ, ປອ ຫງວຽນກູ໋ຍແທັງ - ຮສ, ປອ ເຈິ່ນແທ່ງນາມ
ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ
09:40, 15-05-2021

ວກ. - ການ​ສຶກ​ສາ​ທີ່​ຮອບດ້ານ​ ເພື່ອ​ພັດທະນາ​ຄົນ​ຫວຽດນາມທັງ​ໃນ​ດ້ານຄຸນ​ສົມບັດ ຈິດ​ໃຈ ຮ່າງ​ກາຍ ​ແລະ​ຄວາມ​ງາມ ​ແມ່ນ​ແນວ​ຄິດ​ຂອງ​ພັກ​ແລະ​ລັດ​ຫວຽດນາມ​ມາ​ໂດຍ​ຕະຫຼອດ. ​ໃນ​ສະພາບ​ການ​ໃໝ່ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຄຽງ​ຂ້າງ​ປັດ​ໄຈ​ດັ້ງ​ເດີມຍັງ​ມີ​ຫຼາຍ​ປັດ​ໄຈ​ການ​ສຶກສາ​ໃໝ່. ດັ່ງ​ນັ້ນ, ຈຳ​ເປັນ​ຕ້ອງ​ຊອກ​ຫາ​ແລະ​ສະ​ເໜີ​ຫຼາຍ​ວິທີ​ການ​ແກ້​ໄຂ​ທີ່​ບຸກທະລຸ ​ເພື່ອລະດົມ​ທຸກ​ພາກສ່ວນ​ປັດ​ໄຈ​ ​ໃຫ້​ແກ່​ການ​ສຶກສາ​ທີ່​ຮອບດ້ານ ​ຕິດ​ກັບ​ສະພາບ​ການ​ໃໝ່.

ກຳມະການສູນກາງພັກ, ຮອງປະທານປະເທດ ດັ້ງທິງ້ອກຖິ້ງ ພົບປະຄະນະຜູ້ແທນຫຼານທີ່ດີຂອງລຸງໂຮ່ ທີ່ທຳນຽບປະທານປະເທດ _ພາບ: TTXVN

ການ​ສຶກສາ​ອົບຮົມຄົນ​ຫວຽດນາມ​ໃຫ້ມີ​ການພັດທະນາຢ່າງ​ຮອບດ້ານ​ ແມ່ນ​ແນວ​ຄິດ​ຕະຫຼອດ​ມາ​
ຂອງ​ປະທານ​ໂຮ່ຈີ​ມິນ, ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ

ປັນຫາການ​ສຶກສາ​ອົບຮົມຜູ້​ຄົນ​ໃຫ້​ມີ​ການພັດທະນາ​ຢ່າງຮອບ​ດ້ານ ​ໄດ້​ຖືກ​ວາງ​ອອກ​ມາ​ແຕ່​ດົນ​ນາມ​ແລ້ວ ​ແລະ​​ໄດ້​ຖືກ​ສ່ອງ​ແສງ​ໃນ​ປັດ​ຊະ​ຍາ, ​ແນວ​ຄິດ​ໃນ​ຊີວິດ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຮົາມາ​ກ່ອນ. ຍົກຕົວຢ່າງ, ເດັກນ້ອຍຈຳເປັນຕ້ອງ “ຮຽນກິນ, ຮຽນເວົ້າ, ຮຽນຫຸ້ມຫໍ່, ຮຽນ​ແກ້”, ​ເປັນ​ຄົນ​ຕ້ອງ​ສ້າງ​ໃຫ້​ຕົນມີ “​ມະນຸດສະທຳ, ຄວາມ​ຮັກ​ຄວາມ​ກະ​ຕັນ​ຍູ, ພຶດຕິ​ກຳ​ພິທີກຳ​ທີ່​ຖືກຕ້ອງ, ສະຕິ​ປັນຍາ, ຄວາມ​ເຊື່ອ”, ​ແມ່ຍິງ​ຕ້ອງ​ຝຶກ​ຝົນ​ຫຼໍ່​ຫຼອມ “ຄວາມ​ສັນທັດ​ສາມາດ, ຄວາມ​ງາມ, ວາຈາ​ສຸພາບ​ອ່ອນ​ໂຍນ, ​ການ​ປະພຶດ​ທີ່​ດີ”... ​ເບິ່ງ​ລວມ​ແລ້ວ, ຕາມ​ປະ​ເພນີ ຄົນເຮົາຕ້ອງໄດ້ຮັບການສຶກສາ ແລະພັດທະນາບຸກຄະລິກກະພາບ​ຂອງ​ຕົນຢ່າງ​ກົມກຽວ ເພື່ອຈະ​ຢູ່ດ້ວຍຄວາມຮັກ, ຄວາມ​ເຄົາລົບ ຄວາມນັບຖື ແລະການປະພຶດ​ທີ່​ດີ​ກັບ​ຍາດຕິ​ພີ່ນ້ອງ, ຮັກສາ​ຄວາມ​ໄວ້​ວາງ​ໃຈ, ມີ​ຄວາມ​ສາມາດ​ໃນ​ການ​ປະຕິບັດໜ້າ​ທີ່ ​ດ້ວຍ​ຄວາມ​ຮັບຜິດ​ຊອບສູງ​ໃນ​ທຸກ​ວຽກ​ງານ.

ປະທານ​ໂຮ່ຈີ​ມິນ, ນັກ​ເຄື່ອນ​ໄຫວ​ປະຕິວັດ​ທີ່​​ໂດດເດັ່ນ, ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ຫວຽດນາມ ​​ແລະ​ກໍ່​ເປັນ​ຄູ​ອາຈານ, ​ເປັນ​ນັກ​ວັດທະ​ນະ​ທຳທີ່​ຍິ່ງ​ໃຫຍ່ຂອງ​ໂລກ, ​ໄດ້​ສ້າງ​ຮາກ​ຖານ​ແລະ​ຊີ້​ນຳການ​ກໍ່ສ້າງ​ລະບົບ​ວັດທະນະທຳ​ໃໝ່ ​ໄດ້​ຢືນຢັນ​ວ່າ “ສັງຄົມຍິ່ງກ້າວ​ໄປ​ຂ້າງ​ໜ້າ, ວຽກ​ງານ​ຍິ່ງ​ຫຼາຍ, ເຄື່ອງຈັກກໍ່ຍິ່ງມີຄວາມຊັບຊ້ອນ. ຖ້າພວກເຮົາບໍ່​ພະຍາຍາມ​ຮ່ຳຮຽນ ພວກ​ເຮົາຈະລ້າສະໄໝ, ຖ້າ​ຖອຍຫຼັງ​ພວກ​ເຮົາ​ຈະ​ຖືກກຳຈັດ ​ແລະ​ຈະ​ປະຕິ​ເສດ​ຕົວ​ເອງ(1). ປະທານ​ໂຮ່ຈີ​ມິນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງການ​ກໍ່ສ້າງ​ແລະພັດທະນາ​ພາລະກິດ​ການ​ສຶກສາ, ທັງ​ໝົດ​ເພື່ອ​ເປົ້າ​ໝາຍ​ທີ່​ສູງ​ສົ່ງຄື ​ເພື່ອປະຊາຊົນ, ສຳລັບຄົນ, ​ໂດຍ​ສະ​ເພາະ​ແມ່ນ “ລະບົບ​ການ​ສຶກສາ​ທີ່​ພັດທະນາ​ຄວາມ​ສາມາດທີ່​ມີ​ຢູ່​ໃຫ້​ຄົບ​ຖ້ວນ” ຂອງ​ນັກຮຽນ, ປະສົມ​ປະສານ​ການ​ອົບຮົມສຶກສາ​ຂອງ​ຄອບຄົວ ກັບ​ການ​ສຶກສາ​​ໃນໂຮງຮຽນ ​ແລະ​ການ​ສຶກສາ​ທາງ​ສັງຄົມ.

​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບ​ການ​ອົບຮົມສຶກສາ​ມາ​ເຖິງ​ປະຈຸ​ບັນ​ຍັງ​ມີ​ຄຸນຄ່າ​ຄື​ເກົ່າ​ ທັງ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ. ​ເພິ່ນ​ໄດ້​ໝູນ​ໃຊ້​ທັດສະນະ​ມາກ​ຊິດ​ກ່ຽວ​ກັບມະນຸດ ​ເພື່ອສ້າງຄົນ​ໃໝ່ໆ, ຄົນ​ທີ່​ມີ​ໂລກ​ກະທັດ​ແລະຊີວະ​ທັດຂອງ​ລັດທິ​ມາກ-​ເລ​ນິນ, ຜູ້​ຄົນ​ທີ່​ເຊື່ອມ​ຊຶມ​ແນວ​ຄິດ​ສັງຄົມ​ນິຍົມ​ແລະມະນຸດ​ນິຍົມຂອງ​ໂຮ່ຈີ​ມິນ. ຕາມ​ໂຮ່ຈີ​ມິນ, ​ເພື່ອ​ກາຍ​ເປັນ​ຄົນ​ໃໝ່​ສັງຄົມ​ນິຍົມ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ສອງ​ດ້ານ: ດ້ານ​ໜຶ່ງ, ນັ້ນ​ແມ່ນຄວາມ​ພະຍາຍາມ​ຢ່າງບໍ່ຢຸດຢັ້ງຂອງແຕ່ລະຄົນ ຕາມທິດທາງຂອງຄວາມສະໝັກ​ໃຈ​ຕໍ່ສູ້​ກັບດ້ານ​ຫຼ້າ​ຫຼັງ ​ແລະ​ດ້ານ​ທີ່​ບໍ່​ດີ ມີ​ຢູ່​ເປັນສັນຊາດ​ຍານ​ຕາມ​ທຳ​ມະ​ຊາດ​ຂອງ​ມະນຸດ, ພ້ອມ​ກັນ​ນັ້ນ​ກໍ່​ຮ່ຳຮຽນ ​ແລະຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ ຖືກ​ຖື​ວ່າ​ເປັນ​ເນື້ອ​ໃນ​ສຳຄັນ​ທາງ​ວັດທະນະທຳຂອງ​ມະນຸດຊາດ, ດ້ານ​ອື່ນ, ນັ້ນ​ແມ່ນການ​ເຂົ້າ​ຮ່ວມ​​ຂອງ​ມະນຸດຢ່າງ​ຕັ້ງ​ໝ້າ ໃນ​ການ​ດັດ​ສ້າງ​ສັງຄົມ​ຕາມ​ທິດ​ທາງ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ, ສຳລັບຫວຽດນາມ​ແມ່ນ ​ການ​ດຳ​ເນີນ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ, ສົມທົບ​ກັບ​ການ​ປະຕິວັດ​ສັງຄົມ​ນິຍົມ. ນັ້ນ​ແມ່ນ​ສອງ​ດ້ານ​ທີ່​ຕິດ​ພັນ​ກັນ ​ແລະ “ຢາກມີລັດທິສັງຄົມນິຍົມ, ກ່ອນອື່ນໝົດ, ຕ້ອງ​ມີ​ຄົນ​ທີ່​ເປັນສັງຄົມນິຍົມ”. ​ແນວ​ຄິດກ່ຽວ​ກັບ​ການ​ພັດທະນາ​ຄົນ​ຢ່າງຮອບດ້ານ ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງໃນຄຳສອນ​ 5 ປະການທີ່ລຸງໂຮ່ສອນໄວລຸ້ນແລະເດັກນ້ອຍ “ຮັກປະ​ເທດ​ຊາດ, ຮັກ​ພີ່ນ້ອງ​ຮ່ວມ​ຊາດ; ຮ່ຳຮຽນ​ດີ, ອອກ​ແຮງ​ງານ​ດີ; ມີ​ຄວາມສາມັກຄີທີ່​ດີ; ມີ​ລະບຽບ​ວິ​ໄນ​ດີ; ຮັກສາ​ຄວາມ​ສະອາດ​ໃຫ້​ດີ​ສຸດ; ຖ່ອມຕົວ, ຊື່ສັດ, ກ້າຫານ”. ​ແນວ​ຄິດ​ດັ່ງກ່າວ​ໄດ້​ຫຼອມ​ລວມ​ໃນສອງຄວາມ​ສຳນຶກ “ແດງ” ​ແລະ “ຊຳນານ”, ນັ້ນ​ແມ່ນ​ສອງ​ດ້ານ​ທີ່​ມີ​ຄວາມ​ພົວພັນ​ແບບ​ອິນ​ຊີນຳ​​ກັນ, ​ໃນ​ນັ້ນ “ແດງ” ຫຼື​ຄຸນສົມບັດ​ແມ່ນ​ກົດ​ຮາກ. ປະທານ​ໂຮ່ຈີ​ມິນ​ກໍ່​ໄດ້​ກຳນົດ​ທິດ​ທາງ​ໃນ​ການສ້າງ​ຄົນ​ ນັ້ນ​ແມ່ນ​ການຍົກ​ເປັນ​ແບບຢ່າງກ່ຽວ​ກັບ​ເລື່ອງ​ດີ ຄົນ​ເດັ່ນ.

ບັນດາ​ຂໍ້​ພິນິດ​ພື້ນຖານ​ໃນ​ແນວ​ຄິດ​​ໂຮ່ຈີ​ມິນ​ ກ່ຽວ​ກັບ​ການ​ສ້າງຄົນ​ສັງຄົມ​ນິຍົມ​ໃໝ່, ຄົນ​ທີ່​ພັດທະນາ​ຢ່າງຮອບດ້ານ​ນັ້ນ ​ໄດ້​ຮັບ​ການ​ຮັບ​ເອົາ​ແລະ​ສະ​ແດງ​ອອກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວກັບການອົບຮົມສຶກສາ​ເພື່ອ​ພັດທະນາ​ຄົນ​ຫວຽດນາມຢ່າງຮອບດ້ານ.

ກອງປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຢືນຢັນ: “ສ້າງ​ຄົນ​ຫວຽດນາມ​ໃຫ້​ມີ​ການ​ພັດທະນາ​ຢ່າງຮອບດ້ານທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ສະຕິ​ປັນຍາ ຄຸນສົມບັດ​ສິນ​ທຳ ຮ່າງ​ກາຍ ຄວາມ​ສາມາດ​ປະດິດ​ສ້າງ, ມີ​ຈິດ​ສຳນຶກ​ຊຸມ​ຊົນ ຄວາມ​ເມດ​ຕາ ຄວາມ​ອະນຸ​ໂລມ, ​ເຄົາລົບ​ຄວາມ​ກະຕັນຍູ ວິຖີ​ຊີວິດ​ວັດທະນະທຳ, ຄວາມ​ສຳພັນ​ທີ່​ກົມກຽວ​ໃນ​ຄອບຄົວ, ຊຸມ​ຊົນ ​ແລະ​ ສັງຄົມ. ວັດທະນະທຳກາຍ​ເປັນ​ປັດ​ໃຈທີ່​ກະ​ຕຸ້ນຄົນ​ເຮົາ​ໃຫ້​ປັບປຸງ​ບຸກຄະ​ລິກກະພາບຂອງ​ຕົນ, ສືບ​ຕໍ່​ມູນ​ເຊື້ອ​ປະຕິວັດ​ຂອງ​ຊາດ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ຮັກ​ຊາດ, ຈິດ​ໃຈ​ເພິ່ງ​ຕົນ​ເອງ​ເພື່ອ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”(2).   

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຊີ້​ແຈງ: “ກໍ່ສ້າງແລະ​ປັບປຸງ​ຄ່ານິຍົມ​ແລະ​ບຸກຄະ​ລິກກະພາບ​ຂອງ​ຄົນ​ຫວຽດນາມ​ໃຫ້​ສົມບູນ​​ແບບ, ປົກ​ປ້ອງ​ແລະ​ເສີມ​ຂະຫຍາຍເອກະລັກວັດທະນະທຳຂອງຊາດ ໃນສະ​ໄໝ​ແຫ່ງ​ການ​ຫັນ​ເປັນອຸດສາຫະກຳ ທັນ​ສະ​ໄໝ ​ແລະ​ການ​ເຊື່ອມ​ໂຍງສາກົນ. ສົ່ງ​ເສີມ​ຄຸນຄ່າ​ທາງວັດທະນະທຳ​ໃນໝູ່​ນັກຮຽນ ນັກສຶກສາ, ພິ​ເສດ​ແມ່ນອຸດົມ​ຄະຕິ​​ແຫ່ງ​ຊີວິດ, ວິຖີ​ຊີວິດ, ຄວາມ​ສາມາດ​ທາງ​ປັນຍາ, ຄຸນສົມບັດ​ແລະ​ຄວາມ​ກ້າຫານ​ທາງ​ວັດທະນະທຳຂອງຄົນ​ຫວຽດນາມ”(3).

​ໂຄ​ງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ສະບັບ​ເພີ່ມ​ເຕີມ, ພັດທະນາ​ປີ 2011) ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຊີ້​ແຈງ​ທິດ​ທາງ​ໃຫຍ່​ກ່ຽວ​ກັບ​ການ​ສຶກສາ-ຝຶກ​ອົບຮົມ​ຢູ່​ຫວຽດນາມ: “ການ​ສຶກສາ​ແລະ​ການ​ຝຶກ​ອົບຮົມມີ​ພາລະກິດ​ໃນ​ການ​ພັດທະນາຄວາມ​ຮູ້​ຂອງ​ຜູ້​ຄົນ, ພັດທະນາ​ຊັບ​ພະຍາກອນ​ມະນຸດ, ສົ່ງ​ເສີມຜູ້​ທີ່​ເກ່ງ​ກ້າ​ສາມາດ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ, ສ້າງ​ວັດທະນະທຳ​ແລະຜູ້​ຄົນ​ຫວຽດນາມ. ການ​ພັດທະນາການ​ສຶກສາແລະ​ການຝຶກ​ອົບຮົມ ພ້ອມ​ກັນ​ກັບ​ການ​ພັດທະນາ​ວິດ​ທະຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ນະ​ໂຍບາຍ​ແຫ່ງ​ຊາດ​ອັນ​ດັບ​ໜຶ່ງ; ລົງທຶນ​ເຂົ້າ​ໃນ​ການ​ສຶກສາ​ແລະ​ການ​ຝຶກ​ອົບຮົມ​ແມ່ນ​ການ​ລົງທຶນ​ເພື່ອການ​ພັດທະນາ. ການ​ປ່ຽນ​ແປງ​ການສຶກສາ​ແລະ​ການ​ຝຶກ​ອົດ​ຮົມ ​ຕາມຄວາມ​ຕ້ອງການ​ພັດທະນາ​ຂອງ​ສັງຄົມ; ຍົກ​ສູງ​ຄຸນ​ນະພາ​ບຕາມຂໍ້​ກຳນົດ​ຂອງ​ມາ​ດຕະຖານ, ຄວາມ​ທັນ​ສະ​ໄໝ, ການ​ຫັນ​ເປັນ​ສັງຄົມ, ການ​ເປີດ​ປະຊາທິປະ​ໄຕ ​ແລະ​ເຊື່ອມ​ໂຍງ​ສາກົນ, ຮັບ​ໃຊ້​ຢ່າງ​ໄດ້​ການ​ໄດ້​ງານ​ໃຫ້​ແກ່​ພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຍູ້​ແຮງ​ການ​ກໍ່ສ້າງ​ສັງຄົມ​ຮຽນ​ຮູ້, ສ້າງ​ໂອກາດ​ແລະ​ເງື່ອນ​ໄຂ​ໃຫ້​ພົນລະ​ເມືອງ​ທຸກ​ຄົນ​ເນີນ​ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ”(4)

ມະຕິ​ຕົກລົງ​ເລກທີ 29-NQ/TW, ວັນ​ທີ 4 ພະຈິກ 2013, ຂອງ​ກອງ​ປະຊຸມຄັ້ງ​ທີ 8 ​ຂອງສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມສະ​ໄໝ​ທີ 11, “ວ່າ​ດ້ວຍ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ແລະ​ການ​ຝຶກ​ອົບຮົມ​ຢ່າງ​ເປັນ​ພື້ນຖານ​ແລະ​ຮອບດ້ານ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ສາກົນ” ຢືນຢັນ: ​ປ່ຽນ​ແປງ​ໃໝ່​ການສຶ​ກສາ​ແລະ​ການ​ຝຶກ​ອົບຮົມ​ຢ່າງ​ພື້ນຖານ​ແລະ​ຮອບດ້ານ ຕາມ​ທິດ​ເປັນ​ມາດຕະຖານ, ທັນ​ສະ​ໄໝ, ສັງຄົມ, ປະຊາທິປະ​ໄຕ ​ແລະ​ເຊື່ອມ​ໂຍງ​ສາກົນ. ພັດທະນາ​ຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ບຸກຄະລາ​ກອນ​ຄຸນ​ນະພາ​ບສູງ, ສຸມ​ໃສ່​​ປ່ຽນ​ແປງ​ໃໝ່ການ​ສຶກສາ​ແຫ່ງ​ຊາດ​ຢ່າງ​ເປັນ​ພື້ນຖານ​ແລະ​ຮອບດ້ານ.     

ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ການອົບຮົມສຶກສາ​ຜູ້ຄົນ​ຢ່າງຮອບດ້ານ ໄດ້​ສະ​ແດງ​ອອກ​ຢ່າງ​ເລິກ​ເຊິ່ງ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ​ໃນ​ນັ້ນ​ໄດ້​ຢືນຢັນ: 1- ການ​ອົບຮົມສຶກສາ​ຄົນ​ຫວຽດນາມ​ຢ່າງຮອບດ້ານ​ ຕ້ອງ​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ຍຸດ​ທະ​ສາດ​ການ​ພັດທະນາ, ​ແມ່ນ​ໜຶ່ງ​ໃນ​​ໜ້າ​ທີ່ທົ່ວ​ໄປ​ຂອງ​ການ​ພັດທະນາ​ປະ​ເທດ; 2- ຕິດ​ແໜ້ນ​ເປົ້າ​ໝາຍ​ການ​​ອົບຮົມສຶກສາ, ພັດທະນາ​ວັດທະນະທຳ ກັບ​ການ​ສ້າງ​ຜູ້​ຄົນ; 3- ຢັ້ງຢືນວ່າການພັດທະນາມະນຸດແມ່ນ 4 ໃນ 6 ໜ້າທີ່ຈຸດສຸມຂອງ​ກອງປະຊຸມ​ໃຫຍ່​ຄັ້ງທີ 12; 4- ການ​ສ້າງ​ຄົນ​ຫວຽດນາມ​ທີ່​ພັດທະນາ​ຢ່າງຮອບດ້ານ ຕິດ​ກັບພາລະກິດ​ການ​ຫັນ​ປະ​ເທດເປັນ​ອຸດສາຫະກຳ ທັນ​ສະ​ໄໝ.    

ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ປີ 2019 ​ເມື່ອ​ເວົ້າ​ເຖິງ​ເປົ້າ​ໝາຍ​ການ​ສຶກສາ​ກໍ່​ຢັ້ງຢືນ​ວ່າ: ການສຶກສາແນໃສ່ພັດທະນາຄົນຫວຽດນາມຢ່າງຮອບດ້ານດ້ວຍ​ຄຸນສົມບັດ, ຄວາມຮູ້, ວັດທະນະທຳ, ສຸຂະພາບ, ສຸນທະລີ​ຍະ​ພາບ ​ແລະ​ວິຊາ​ຊີບ; ມີ​ຄຸນ​ນະພາ​ບ, ຄວາມ​ສາມາດ ​ແລະ ​ຈິດ​ສຳນຶກ​ພົນລະ​ເມືອງ; ມີ​ນ້ຳ​ໃຈ​ຮັກ​ຊາດ, ຈິດ​ໃຈ​ແຫ່ງຊາດ, ຈົງຮັກພັກດີຕໍ່ອຸດົມ​ຄະຕິ​ເອກະລາດ​ແຫ່ງ​ຊາດ ແລະສັງຄົມນິຍົມ; ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມຄິດ​ສ້າງສັນຂອງ​ແຕ່ລະ​ບຸກຄົນ; ຍົກ​ສູງ​ປັນຍາ​ຄວາມ​ຮູ້ຂອງປະຊາຊົນ, ການ​ພັດທະນາ​ຊັບພະຍາກອນມະນຸດ, ບຳລຸງ​ສ້າງ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ພາລະກິດ​ການ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ​ການ​ເຊື່ອມ​ໂຍງສາກົນ.

ສະພາບເສດຖະກິດ - ສັງຄົມ ແລະ ບົດບາດຂອງການສຶກສາ
ໃນການພັດທະນາ
ບຸກຄະລິກກະພາບຂອງຄົນຫວຽດນາມຢ່າງຮອບດ້ານ

ຫວຽດນາມ​ມີ​ຄວາມ​ສະດວກຫຼາຍ​ຢ່າງ​ໃນ​ເມື່ອ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ນັ້ນ​ແມ່ນ ການ​ເມືອງ​ມີ​ສະຖຽນ​ລະ​ພາບ, ປະຊາຊົນຫວຽດນາມມີຄວາມກະຕືລືລົ້ນ​ໃນ​ການປະກອບສ່ວນເຂົ້າໃນການພັດທະນາປະເທດ, ​ແຕ່​ຫວຽດນາມ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ​ເຊັ່ນ ສະພາບແວດລ້ອມດ້ານນິເວດວິທະຍາ​ໃນ​ບາງ​ແຫ່ງ​ຖືກ​ມົນ​ລະ​ພິດ, ຊັບພະຍາກອນ​ທຳ​ມະ​ຊາດ​ນັບ​ມື້​ນັບ​ບົກ​ແຫ້ງ, ຄວາມ​ປອດ​ໄພ​ທາງ​ສັງຄົມ​ແລະ​ສາທາລະນະສຸກ ຍັງບໍ່ໄດ້ຮັບການປັບປຸງຕາມຄາດໝາຍ, ຊ່ອງ​ຫວ່າງ​ແລະ​ຄວາມ​ຜັນ​ແຍກລະຫວ່າງ​ຮັ່ງມີ​​ແລະທຸກ​ຈົນ ກຳລັງ​ເພີ່ມ​ຂຶ້ນ, ຄວາມຊົ່ວຮ້າຍທາງສັງຄົມ ​ແລະ​ອາດຊະ​ຍາ​ກຳ ມີ​ຄວາມ​ສັບສົນກວ່າ​ເກົ່າ.   

ສະພາບການໂລກບໍ່ມີສະຖຽນລະພາບ ແລະ ການແຂ່ງຂັນລະຫວ່າງປະເທດເພື່ອ​ການ​ພັດທະນາ ກໍ່ນັບມື້ນັບຮຸນແຮງຂຶ້ນ. ​ໃນ​ຂະນະ​ນັ້ນ, ສິນລະທຳທາງສັງຄົມ​ໃນ​ຫຼາຍ​ແຫ່ງ​ມັກ​ຈະ​ຫຼຸດ​ລົງ, ສະແດງອອກຜ່ານພຶດຕິກຳປະຈຳວັນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເພື່ອ​ພັດທະນາ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ຢ່າງ​ໄວວາ​ແລະ​ຍືນ​ຍົງ​ນັ້ນ ບໍ່ມີຫຍັງດີກ​ວ່າການສ້າງສາ​ປະ​ເທດຊາດໂດຍອີງໃສ່ການພັດທະນາມະນຸດ. ຄົນທີ່ມີຄຸນນະພາບ ​ແລະ​ຄວາມສາມາດ​ພຽງພໍ, ຕ້ອງແມ່ນຜູ້ທີ່ສ້າງປະເທດດ້ວຍສະໝອງຂອງຕົນເອງ ແລະນຳພາ​ປະ​ເທດຊາດ​ຫວຽດນາມພັດທະນາຕາມທ່າ​ອຽງການເຊື່ອມໂຍງເຂົ້າກັບໂລກ.

​ດັ່ງນັ້ນ, ການ​ສຶກສາ​ບໍ່​ພຽງ​ແຕ່​​ແມ່ນ​ນະ​ໂຍບາຍ​ຂອງ​ຊາດ​ເທົ່າ​ນັ້ນ ​ແຕ່​ຍັງ​​ເປັນ​ຊີວິດການ​ເມືອງ​ຂອງ​ຊາດ​ອີກດ້ວຍ. ພວກ​ເຮົາ​ສາມາດ​ເຫັນ​ອະນາຄົດ​ຂອງ​ປະ​ເທດ​ໄດ້ ​ຜ່ານ​ການ​ປະ​ເມີນລະບົບ​ການ​ສຶກສາ. ດັ່ງ​ນັ້ນ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພັກ​ແລະ​ລັດ​ຫວຽດນາມ​ໄດ້​ຫັນປ່ຽນທັດສະນະ “ການ​ສຶກສາ​​ແມ່ນ​ນະ​ໂຍບາຍ​ແຫ່ງ​ລັດ​ອັນ​ດັບ​ໜຶ່ງ” ​​ໄປ​ສູ່​ການ​ປະຕິບັດ ​ໂດຍ​ປະມານ 20% ຂອງງົບປະມານ​ປະຈຳປີທີ່ໃຊ້ໃນການສຶກສາ, ບໍ່​ໄດ້​ລວມ​ເອົາ​ກອງ​ທຶນ​ທາງ​ສັງຄົມທີ່ຈ່າຍຄ່າບໍລິການດ້ານການສຶກສາ. ພັກ​ແລະ​ລັດ​ຫວຽດນາມ​ກໍ່​ໄດ້​ດຳ​ເນີນ​ການຄົ້ນຄວ້າຫຼາຍຢ່າງ ເພື່ອກໍ່ສ້າງບັນດາມາດຖານຄົນຫວຽດນາມໃນໄລຍະໃໝ່ ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ:  

- ການ​ກໍ່ສ້າງ “ຄົນ​ຫວຽດນາມ​ທີ່​ພັດທະນາ​ຢ່າງຮອບດ້ານ, ມຸ່ງ​ສູ່​ຄວາມ​ຈິງ - ຄວາມ​ດີ - ຄວາມ​ງາມ, ຊາບ​ຊຶມ​ຈິດ​ໃຈ​ຊາດ, ມະນຸດ​ນິຍົມ, ປະຊາທິປະ​ໄຕ ​ແລະ​ວິທະຍາສາດ”, ຖື​ວ່າ​ນັ້ນ​ແມ່ນ “​ເປົ້າ​ໝາຍ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ການ​ພັດທະນາ”, “ການພັດທະນາ​ບຸກຄະ​ລິກກະພາບ, ສິນລະທຳ, ສະຕິປັນຍາ, ຄວາມ​ສາມາດ​ປະດິດ​ສ້າງ, ຮ່າງ​ກາຍ, ຈິດ​ວິນ​ຍານ, ຄວາມ​ຮັບຜິດຊອບທາງ​ສັງຄົມ, ໜ້າທີ່ພົນລະເມືອງ, ສະຕິເຄົາລົບກົດໝາຍ”(5).

ຄຽງ​ຂ້າງ​ບັນດາ​ບາດກ້າວ​ການ​ພັດທະນາ​ທີ່​ສຳຄັນນັ້ນ, ການ​ສຶກສາ​ໃນ​ປະ​ເທດ​ຫວຽດນາມ​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ, ຍັງ​ບໍ່​ທັນ​ພັດທະນາ​ຄວາມ​ສາມາດ​ຂອງ​ຜູ້​ຮຽນ​ຢ່າງ​ເຕັມສ່ວນ. ອາດ​ຈະ​ເວົ້າ​ໄດ້​ວ່າ, ​ເຖິງ​ວ່າ​ມີ​ຄວາມ​ພະຍາຍາມ​ຫຼາຍ​ຢ່າງກໍ່ຕາມ, ​ແຕ່​ເບິ່ງ​ຄື​ວ່າ ການ​ສຶກສາຍັງສຸມໃສ່ເປົ້າໝາຍການພັດທະນາ “ປັນຍາ” ​ແລະ​ເອົາ​ໃຈ​ໃສ່​ພຽງໜ້ອຍດຽວ​ຕໍ່​ຄວາມ​ສາມາດ, ຄວາມ​ສົນ​ໃຈ ​ແລະ​ພອນ​ສະຫວັນ​ຂອງ​ນັກຮຽນ. ສະ​ຖາ​ບັນ​ການ​ສຶກສາ​ຫຼາຍ​ແຫ່ງ​ໃຫ້​ຄວາມ​ສຳຄັນ​ກັບຜົນ​ການ​ສອບ​ເສັງ, ດັ່ງ​ນັ້ນ​ຈຶ່ງ​ເນັ້ນ​ສະ​ເພາະ​ບາງ​ວິຊາທີ່​ສອບ​ເທົ່າ​ນັ້ນ, ​ເບິ່ງ​ເບົາ​ວຽກ​ງານ​ການ​ສຶກສາຄຸນສົມບັດ, ສຸຂະ​ພາບ, ສຸນທະລີ​ຍະ​ສາດ​ - ບັນດາ​ປັດ​ໄຈ​ຫຼັກ​ເພື່ອພັດທະນາບຸກຄະລິກກະພາບຂອງນັກຮຽນ.  

ໜຶ່ງໃນບັນດາເຫດຜົນຕົ້ນຕໍແມ່ນ ຫວຽດນາມສຸມໃສ່ການສອນຄວາມຮູ້ທາງວິຊາຊີບ,​ເອົາ​ໃຈ​ໃສ່​ແຕ່​ວິຊາ “ທັນ​ສະ​ໄໝ”, ບັນດາ​ວິຊາ​ວິທະຍາສາດ​ທຳ​ມະ​ຊາດ,...​ແຕ່​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ ​ເຖິງ​ບັນດາ​ວິຊາກ່ຽວ​ກັບ​ສັງຄົມ-ມະນຸດ​ ເຊັ່ນ ການ​ສຶກສາ​ພົນລະ​ເມືອງ, ສິນລະ​ທຳ... ຍ້ອນ​ແນວ​ນັ້ນ, ຈິດ​ສຳນຶກ​ແລະທັກ​ສະ​ແຮງ​ງານ ​ຂອງ​ນັກຮຽນຫວຽດນາມ​ໂດຍ​ທົ່ວ​ໄປຍັງບໍ່ທັນດີ, ນັກຮຽນ​ຫຼາ​ຍຄົນຮຽນ​ເກ່ງ ແຕ່ບໍ່ຮູ້ວິທີເຮັດວຽກເຮືອນດ້ວຍຕົນເອງ (ເຊັ່ນ: ແຕ່ງກິນ, ຊັກຜ້າ, ທຳຄວາມສະອາດເຮືອນ...). ຂະ​ແໜງ​ການສຶກສາຍັງບໍ່ທັນສາມາດ​ແກ້​ໄຂ​ໄດ້​ດີ ການພົວພັນລະຫວ່າງການເພີ່ມປະລິມານ ຂະໜາດ ແລະ ການປັບປຸງຄຸນນະພາບ, ລະຫວ່າງການສອນໜັງສື ແລະການສອນຄົນ. ​ເວົ້າ​ຢ່າງ​ອື່ນ​ແມ່ນ ຫວຽດນາມ​ຍັງ​ບໍ່​ທັນ​ມີ​ລະບົບ​ການອົບຮົມ​ສຶກສາ​ຄົນ​ຢ່າງຮອບດ້ານ​ໃນ​ຄວາມ​ໝາຍ​ທີ່​ແທ້​ຈິງ. 

ແນວທາງແລະວິທີການ ໃນການອົບຮົມສຶກສາຄົນຫວຽດນາມ​ ໃຫ້​ມີ​ການພັດທະນາ​ຢ່າງຮອບດ້ານ
​ໃນ​ລະບົບ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ

ສືບ​ທອດ​ບັນດາ​ທັດສະນະ​ຂອງ​ປະທານ​ໂຮ່ຈີ​ມິນ ​ແລະ​ບົດຮຽນ​ສາກົນ (ລາຍ​ງານ​​ການ​ພັດທະນາ​ມະນຸດ, ຈັດພິມຄັ້ງທຳອິດໃນປີ 1990 ໃນໂຄງການພັດທະນາ​ແຫ່ງ​ສະຫະ​ປະຊາ​ຊາດ (UNDP) ກ່ຽວ​ກັບ​ການ​ສ້າງ​ພັດທະນາ​ມະນຸດ​ຢ່າງຮອບດ້ານ (6)), ສາມາດ​ກຳນົດ ມາດຖານ​ຈຳນວນ​ໜຶ່ງກ່ຽວ​ກັບຄົນ​ຫວຽດນາມ​ ​ໃນ​ລະບົບ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ​ໃນ​ປະຈຸ​ບັນ ທີ່​ຕ້ອງ​ກວມ​ດ້ວຍ: 1- ມີ​ສຸຂະພາບ​ແຂງ​ແຮງ (ລວມທັງ​ສຸຂະພາບ​ຮ່າງ​ກາຍ, ຈິດ​ໃຈ ​ແລະ​ສັງ​ຄົມ); 2- ມີ​ນ້ຳ​ໃຈ​ຮັກ​ຊາດ; 3- ມີຈະລິ​ຍະ​ທຳທີ່​ດີ (ລວມທັງ​ຈະລິ​ຍະ​ທຳ​ສ່ວນ​ບຸກຄົນ ​ແລະ​ຈັນ​ຍາ​ບັນ​ວິຊາ​ຊີບ); 4- ມີ​ທັກ​ສະ​ຊີວິດ​ທີ່​ດີ; 5- ມີ​ຄວາມ​ຮັບຜິດຊອບ​ພົນລະ​ເມືອງ; 6- ມີຄຸນນະພາບຂອງ “ພົນລະເມືອງທົ່ວໂລກ”. ນອກຈາກ​ນັ້ນ, ຍັງ​ຈະ​ສາມາດ​ກຳນົດ​ທິດ​ທາງ​ການອົບຮົມ​ສຶກສາ​ຄົນ​ຫວຽດນາມ​ໃຫ້​ມີ​ການ​ພັດທະນາ​ຢ່າງຮອບດ້ານ ​ໃນ 5 ດ້ານ​ ຕາມການ​ກຳນົດ​ທິດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ເຊິ່ງລວມມີ 1- ຈະລິ​ຍະ​ທຳ; 2- ບຸກຄະ​ລິກກະພາບ; 3- ​ແບບ​ແຜນ​​ຊີວິດ; 4- ສະຕິ​ປັນຍາ; 5- ຄວາມ​ສາມາດ​ເຮັດ​ວຽກ.

​ໃນ​ສະພາບ​ການ​ໂລກາ​ພິວັດ​ແລະ​ການເຊື່ອມ​ໂຍງ​ສາກົນ, ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4 ໄດ້ປ່ຽນແປງວິທີການດຳລົງ​ຊີວິດ​ແລະ​ເຮັດ​ວຽກ​ໃນ​ປະຕິ​ສຳພັນ​ເຊິ່ງກັນແລະກັນຢ່າງເລິກເຊິ່ງ. ການປ່ຽນແປງສະຖານະການທາງ​ສັງຄົມ​ຢ່າງ​ຕໍ່​ເນື່ອງ ຮຽກຮ້ອງໃຫ້ແຕ່ລະຄົນປັບປຸງທັກສະຂອງຕົນ​ເອງຢູ່ສະເໝີ​ ແລະ​ເຮັດ​ໃຫ້​ຕົວ​ເອງ​ສົມ​ບຸນ​ແບບ ເພື່ອປັບຕົວເຂົ້າກັບສະຖານະການໃໝ່. ​ເພາະສະ​ນັ້ນ, ການອົບຮົມ​ສຶກສາ​ຍິ່ງຕ້ອງສຸມ​ໃສ່ການພັດທະນາທີ່ສົມບູນແບບຂອງຄວາມສາມາດ ຂອງແຕ່ລະບຸກຄົນ ໂດຍອີງໃສ່ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ແບບກ້າວກະໂດດ. ທ່າ​ອຽງ​ການ​ຮຽນ​ຮູ້​ສ່ວນ​ບຸກຄົນທີ່​ກ່ຽວຂ້ອງ​ກັບ​ການ​ສອນ ​ແມ່ນ​ຕ້ອງ​ດຳ​ເນີນ​ການ​ໃນ​ຈັງຫວະທີ່​ເໝາະ​ສົມກັບ​ຄວາມຕ້ອງການ​ການ​ຮຽນ​ຮູ້ ​ເຊິ່ງ​ໄດ້​ອອກ​ແບບຕາມ​ຄວາມ​ມັກ ​ແລະ​ຄວາມ​ສົນ​ໃຈ​ສະ​ເພາະ ຂອງ​ຜູ້​ຮຽນ​ແຕ່ລະຄົນ; ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ການ​ສະໜອງ​ທາງ​ເລືອກ​ຈາກ​ຫຼາຍໆ​ຫຼັກສູດ​ການ​ສຶກສາ (ຈາກ​ຫຼາຍ​ໂຮງຮຽນ, ວິຊາ, ທັກ​ສະ ​ແລະ​ຄວາມ​ສາມາດ​ທີ່​ຕ່າງ​ກັນ), ຫຼາຍ​ວິທີ​ການ​ສອນ (ໂດຍ​ກົງ, ​ໂດຍ​ທາງ​ອ້ອມ, ປະຕິ​ສຳພັນ, ທົດລອງ ຫຼືເປັນເອກະລາດ), ປະສົບ​ການ​ໃນ​ການ​ຮຽນ​ຮູ້ (​ແບບ​ດັ້ງ​ເດີມ​ໃນ​ຫ້ອງ​ຮຽນ, ບໍ່​ເປັນແບບດັ້ງເດີມເຊັ່ນ ອອນ​ໄລ ຫຼື ປະສົມ) ​ແລະ ບັນດາກົນລະຍຸດເພື່ອສະໜັບສະ​ໜູນການຮຽນຮູ້ (​ໃຫ້ບໍລິການດ້ານການສຶກສາທີ່​ມີ​ຢູ່ ເພື່ອສະໜັບສະໜູນຜູ້ຮຽນ ​ແລະ​ສົ່ງ​ເສີມ​ການ​ຮຽນ​ຮູ້). ທາງ​ດ້ານ​ເນື້ອ​ໃນ, ບັນດາ​ຫຼັກສູດ​ການ​ສຶກສາຕ້ອງຊ່ວຍໃຫ້ນັກຮຽນ​ສ້າງ​ຄວາມສາມາດປະດິດ​ສ້າງ ​ແລະຈິນຕະນາການ​ວິຈານ, ຄວາມ​ສາມາດ​ໃນ​ການ​ສື່ສານ ​ແລະ​ ການຮ່ວມ​ມືກັນ, ທັກ​ສະການ​ຮຽນ​ຮູ້​ດ້ວຍ​ຕົນ​ເອງ, ມີ​ຄວາມ​ຮູ້​ດ້ານ​ດິຈິ​ຕອນ ​ແລະ​ຂໍ້​ມູນ, ມີ​ຄວາມ​ຮູ້​ແບບ​ສະຫະ​ວິທະຍາ​ການ ເພື່ອ​ໃຫ້​ສາມາດ​ປ່ຽນ​ວຽກໄດ້. ຜູ້​ຮຽນ​ຕ້ອງ​ໄດ້​ຮັບ​ການ​ແນະນຳ ​ເພື່ອ​ໃຫ້​ມີຄວາມ​ສາມາດຮຽນດ້ວຍຕົນເອງ ​ແລະ​ອອກ​ແບບ​ເສັ້ນທາງ​ການ​ຮຽນ​ຮູ້​ຂອງ​ຕົນ​ເອງ ອີງ​ຕາມເປົ້າໝາຍຂອງແຕ່ລະບຸກຄົນ ​ໂດຍ​ຜ່ານ​ການນຳໃຊ້ເຄື່ອງມືທີ່ຍືດຫຍຸ່ນ​ເຊັ່ນ ຊຸດ​ຮຽນ​ອອນ​ໄລ​ຕາມ​ຮູບ​ແບບຫຼັກສູດ​ອອນ​ໄລ​ແບບ​ເປີດ​ກວ້າງ (Massive open online course, ຂຽນ​ຫຍໍ້ MOOC), ບັນດາຫ້ອງຮຽນ, ຫ້ອງທົດລອງສະ​ເໝືອນຈິງ ​ແລະ​ເກ​ມການ​ຮຽນ​ຮູ້​ຕ່າງໆ, ການ​ນຳ​ໃຊ້​ວິທີ​ການ​ສິດສອນ​ທີ່​ຫຼາກ​ຫຼາຍ (blended learning), ການ​ສິດສອນ​ຕາມຫຼັກສູດ, ການ​ສິດສອນ​ຕາມ​ສະຖານະ​ການ ​ແລະ​ການ​ສິດສອນ​ທີ່​ເນັ້ນ​ການ​ແກ້​ປັນຫາ.

ຄວາມຮຽກຮ້ອງຕ້ອງການ​ໃນ​ການ​ປັບປຸງການສຶກສາ​ໃຫ້ທັນສະໄໝ​ແລະ​ເປັນ​ສາກົນ​ໂດຍມີເປົ້າໝາຍໃນການສ້າງ “ພົນລະເມືອງໂລກ” ໄດ້ກຳນົດຄວາມຮັບຜິດຊອບຂອງ​ນັກຮຽນແຕ່ລະຄົນ ໃຫ້ມີຄວາມຫ້າວຫັນກັບຕົນເອງແລະກັບສັງຄົມ. ພົນລະ​ເມືອ​ງ​ໂລກ​ແມ່ນ​ຜູ້​ທີ່​ມີ​ຄວາມ​ສາມາດປະຕິບັດການຮ່ວມມື, ມີຄວາມຮັບຜິດຊອບ​ແລະ​ປະດິດ​ສ້າງ ​ໃນ​ການ​ແກ້​ໄຂບັນຫາ​ລວມຂອງ​ຊຸມ​ຊົນ, ປະກອບສ່ວນ​ເຮັດ​ໃຫ້​ທ້ອງ​ຖິ່ນ, ປະ​ເທດ, ​ໂລກ​ດີງາມ​ແລະ​ພັດທະນາ​ຢ່າງ​ຍືນ​ຍົງ; ຕິດຕໍ່ສື່ສານແລະປັບຕົວເຂົ້າກັບສະພາບແວດລ້ອມວັດທະນະທຳທີ່​ແຕກຕ່າງກັນ, ສະພາບແວດລ້ອມທີ່ມີ​ຄວາມຫຼາກຫຼາຍທາງວັດທະນະທຳ; ​ເຄົາລົບ​ສິດທິ​ມະນຸດ​ ແລະ​ຄວາມ​ຫຼາກ​ຫຼາຍ; ​ເຄົາລົບ​ແລະ​ສົ່ງ​ເສີມ​ຄຸນຄ່າ​ທາງ​ວັດທະນະທຳຂອງ​ຊາດ​ແລະ​ປະ​ເທດ​ຂອງຕົນ​ເອງ, ພ້ອມ​ກັນ​ນັ້ນກໍ່​ຮຽນ​ຮູ້​ສິ່ງ​ດີງາມ​ໃນ​ວັດທະນະທຳ​ຂອງ​ຊາດ​ອື່ນ ປະ​ເທດ​ອື່ນ​ຢ່າງ​ມີ​ສະຕິ.

ບັນດາ​ທັດສະນະ​ກ່ຽວ​ກັບ​ການສຶກສາພົນລະ​ເມືອງ​ຢ່າງຮອບດ້ານ​ ໂດຍ​ມຸ່ງ​ໄປ​ທີ່​ພົນລະ​ເມືອງ​ໂລກ​ ​ໄດ້ສະທ້ອນໃຫ້ເຫັນໃນການ​ກຳນົດ​ເປົ້າ​ໝາຍການ​ປ່ຽນ​ແປງ​ໃໝ່ຫຼັກ​ສູດ, ປຶ້ມ​ແບບຮຽນ ແລະການສຶກສາສາມັນ “ເພື່ອພັດທະນາຄົນຫວຽດນາມຢ່າງຮອບດ້ານໃນຄຸນນະ ທຳ, ສະຕິປັນຍາ, ຮ່າງກາຍ ແລະຄວາມງາມ, ມຸ່ງໄປສູ່ “ພົນລະເມືອງໂລກ”(7) ​ແລະ​ຫຼອມ​ລວມ​ເປັນ​ບັນດາຄຸນ​ລັກສະນະ​ຫຼັກ​ເຊັ່ນ ຄວາມ​ຮັກ​ຊາດ, ຄວາມ​ເມດ​ຕາ, ຄວາມ​ຂະຫຍັນ​ໝັ່ນ​ພຽງ, ຄວາມ​ຊື່ສັດ, ຄວາມ​ຮັບຜິດຊອບ ​ແລະ​ ພັດທະນາ​ຄວາມ​ສາມາດ​ຕ່າງໆ​ຢ່າງຮອບດ້ານ​ເຊັ່ນ ຄວາມສາມາດເປັນເຈົ້າຕົນ​ເອງແລະຄວາມສາມາດຮຽນຮູ້ດ້ວຍຕົນເອງ, ຄວາມ​ສາມາດ​ຕິດ​ຕໍ່​ສື່ສານ​ແລະ​​ຮ່ວມ​ມື​ກັນ, ຄວາມ​ສາມາດ​ແກ້​ໄຂ​ປັນ​ຫາ​ແລະ​ປະດິດ​ສ້າງ; ຄວາມ​ສາມາດ​ສະ​ເພາະ​ເຊັ່ນ ຄວາມ​ສາມາດ​ທາງ​ພາສາ, ຄວາມ​ສາມາດ​ໃນ​ການ​ຄຳນວນ, ຄວາມ​ສາມາດທາງ​ດ້ານ​ວິທະຍາສາດ, ຄວາມ​ສາມາດ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ, ຄວາມ​ສາມາດ​ດ້ານ​ຂໍ້​ມູນ​ຂ່າວສານ, ຄວາມ​ສາມາດ​ດ້ານ​ສຸນທະ​ລິ​ຍະ​ສາດ, ຄວາມ​ສາມາດ​ທາງ​ກາຍຍະ​ພາບ. 

ອາດ​ຈະ​ເວົ້າ​ໄດ້​ວ່າ, ​ໃນ​ສະພາບ​ໂລກາ​ພິວັດ​ແລະ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ເລິກ​ເຊິ່ງປະຈຸ​ບັນ, ຄົນ​ຫວຽດນາມ​ທີ່​ພັດທະນາ​ຢ່າງຮອບດ້ານ​ຕ້ອງ​ແມ່ນ​ຜູ້​ທີ່​ມີວັດທະນະທຳ, ມີ​ເອກະລັກ​ວັດທະນະທຳ​ປະຈຳ​ຊາດ​ຫວຽດນາມ ແລະຄວາມສາມາດໃນການດູດຊຶມ​ແກ່ນສານ​ທາງ​ວັດທະນະທຳຂອງມະນຸດຊາດ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ຄຸນ​ນະພາ​ບຄວາມ​ສາມາດຂອງ​ການ​ເປັນ​ພົນລະ​ເມືອງ​ໂລກ. ຄົນ​ຫວຽດນາມ​ມີ​ຄວາມ​ພັດທະນາ​ຢ່າງຮອບດ້ານ ທັງ​ດ້ານ​ຄຸນສົມບັດ​ສິນ​ທຳ, ສະຕິ​ປັນຍາ, ກາຍຍະ​ພາບ, ສຸນທະ​ລິ​ຍະ​ພາບ ​ເຊິ່ງຕ້ອງ​ລວມມີ: ມີ​ນ້ຳ​ໃຈ​ຮັກ​ຊາດຢ່າງ​ແຮງ​ກ້າ ຈາກ​ການ​ຮັກ​ບ້ານ​ເກີດ​ເມືອງ​ນອນ, ຮັກ​ປະຊາຊົນ ​ແລະຮັກ​ຄຸນຄ່າ​ດັ້ງ​ເດີມ​ອັນ​ດີງາມ​ຂອງ​ຊາດ, ມີ​ນ້ຳ​ໃຈ​ເມດ​ຕາ ​ເຊິ່ງສະ​ແດງ​ອອກຜ່ານຄວາມຮັກແພງ ​ແລະ​ເຄົາລົບ​ປະຊາຊົນ ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດ​ຂອງ​ຄອບຄົວ, ​ໂຮງຮຽນ, ປະ​ເທດ​ເທົ່າ​ນັ້ນ ​ແຕ່​ຍັງ​ລວມ​ທັງ​ໂລກ​ອີກ​ດ້ວຍ. ນັ້ນ​ຍັງ​ແມ່ນ​ຜູ້​ທີ່​ມີອຸດົມການໃນການດຳລົງຊີວິດ, ມີ​ຄວາມ​ຮັບຜິດຊອບ, ມີ​​ເຈດ​ຈຳນົງ​ທີ່​ຈະ​ສູ້​ຊົນ​ຢ່າງບໍ່​ຢຸດ​ຢັ້ງ, ມີ​ວິຖີ​ຊີວິດ​ທີ່​ລຽບ​ງ່າຍ​ເພື່ອ​ຊຸມ​ຊົນ, ຄວາມ​ໝັ່ນ​ພຽນ, ປະຢັດ, ຊື່ສັດ, ທ່ຽງທຳ, ​ເຫັນ​ແກ່​ສ່ວນ​ລວມ, ບໍ່​ເຫັນ​ແກ່​ສ່ວນ​ຕົວ. ຕ້ອງ​ກໍ່ສ້າງ​ລະບົບ​ການ​ສຶກສາ​ໃຫ້​ຜູ້​ຄົນ​ມີສຸຂະພາບ​ກາຍ​ແລະ​ສຸຂະພາບ​ຈິດ​ພຽງພໍ ​ເພື່ອ​ເສີມ​ຂະຫຍາຍ​ສະຕິ​ປັນຍາ​ແລະ​ພັດທະນາ​ຄວາມ​ສາມາດອ​ອກ​ແຮງ​ງານປະດິດ​ສ້າງ​ຂອງ​ຕົນ​ເອງ, ມີ​ຄວາມ​ສາມາດ​ຮຽນ​ຮູ້​ດ້ວຍ​ຕົນ​ເອງ​ຕະຫຼອດ​ຊີວິດ.

ຄຽງ​ຄູ່​ກັບ​ການ​ກຳນົດ​ບັນດາ​ມາດຖານຂອງ​ຄົນ​​ທີ່ສົມບູນແບບ ສອດຄ່ອງ​ກັບ​ລະບົບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິບົມນັ້ນ, ຫວຽດນາມຕ້ອງປະຕິບັດ​ບາງ​ມາດ​ຕະການ​ແກ້​ໄຂພື້ນຖານ ເພື່ອສ້າງສະພາບແວດລ້ອມສຳລັບການອົບຮົມສຶກສາຜູ້ຄົນ​ທີ່​ສົມບູນ​ແບບ​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ຕ້ອງມີການວິເຄາະຢ່າງຖືກຕ້ອງກ່ຽວກັບສະພາບ​ການ​ການອົບຮົມ​ສຶກສາ​ໃນ​ປະຈຸ​ບັນ ຈາກການ​ເຂົ້າ​ເຖິງ​ທາງ​ສະຫະ​ວິທະຍາ​ການ​ແລະ​ສ່ວນ​ບຸກຄົນ ​ເພື່ອ​ໃຫ້​ເຫັນ​ແຈ້ງ​ພາບ​ຂອງ​ການ​ສຶກສາ​ທີ່​ຖື​ເອົາ​ມະນຸດ​ເປັນ​ສູນ​ກາງ​ແລະ​ເພື່ອມະນຸດ ເພື່ອສະເໜີວິທີ​ແກ້​ໄຂ​ແບບ​ສັງ​ລວມ.

ທີ​ສອງ, ຈຳ​ເປັນ​ຕ້ອງ​ກຳນົດຢ່າງ​ຈະ​ແຈ້ງ ພາລະ​ໜ້າ​ທີ່​ຂອງ​ບັນດາ​ສະ​ຖາ​ບັນການ​ສຶກສາ ​ເຈົ້າພາບ​ການ​ສຶກສາ​, ​ໂດຍ​ສະ​ເພາະ​ແມ່ນ​ເຈົ້າພາບ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ເຄື່ອງ​ສື່ສານ​ໃໝ່, ຮູບເງົາ, ເກມວີດີໂອ, ຄວາມເປັນຈິງສະ​ເໝືອນ (VR), ຄວາມ​ປັນ​ຈິງ​ເປີດ​ກວ້າງ (XR), ການ​ເຊື່ອມ​​ໂຍງ​ທຸກ​ສິ່ງ (IoT),... ຈຳ​ເປັນ​ຕ້ອງມີ​ການ​ຄົ້ນຄວ້າ​ເພື່ອ​ລະບຸ​ສິ່ງ​ເຫຼົ່າ​ນີ້​ໃນ​ດຳລັດ​ຂອງ​ລັດຖະບານ ທີ່​ຊີ້​ນຳ​ການ​ປະຕິບັດກົດໝາຍ​ການ​ສຶກສາ​ປີ 2019 ​ເພື່ອ​ຫຼີກ​ລ້ຽງ​ການ​ທັບ​ຊ້ອນ​ກັນ ​ຫຼື “ພື້ນທີ່ປອດ​ການ​ສຶກສາ”.  

ທີ​ສາມ, ຈຳເປັນ​ຕ້ອງ​ກຳນົດ​ແຈ້ງ​ກວ່າ​ອີກ ​ກ່ຽວ​ກັບ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຄອບຄົວ ​ແລະ ຂອງ​ບັນດາ​ອົງການ​ອື່ນ​ ​ໃນ​ການ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ອົບຮົມ​ສຶກສາ​ໃຫ້​ຜູ້​ຄົນມີ​ການ​ພັດທະນາຢ່າງຮອບດ້ານ, ສອດຄ່ອງ​ກັບ​ລະບົບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ພ້ອມ​ກັນ​ນັ້ນ​ຕ້ອງ​ຜັນ​ຂະຫຍາຍ​ການ​ເຜີຍ​ແຜ່ ​ແລະ​ແນະນຳການ​ປະຕິບັດ​ຂໍ້​ກຳນົດ​ນັ້ນ. ​ການເນັ້ນ​ຄວາມ​ຮັບຜິດຊອບ​ໃນ​ການ​ອົບຮົມ​ສຶກສາ​ຜູ້​ຄົນ​ຢ່າງຮອບດ້ານ​ນັ້ນ​ ແມ່ນ​ໜ້າ​ທີ່​ຂອງລະບົບນິເວດທັງໝົດທີ່ອ້ອມຮອບເດັກ.

ທີ​ສີ່, ກໍ່ສ້າງ​ສັງຄົມ​ຮຽນ​ຮູ້, ສັງຄົມ​ສີວິ​ໄລ ດ້ວຍ​ບັນດາ​ຄຸນຄ່າຄື ຄວາມ​ຈິງ ຄວາມ​ດີ ຄວາມ​ງາມ; ຮູ້​ວິທີ​ວິພາກ​ວິຈານ​ແລະ​ປະນາມ​ການ​ກະທຳທີ່ຂັດ​ກັບ​ມາດຕະຖານດ້ານ​ສິນ​ທຳ​ຂອງ​ສັງຄົມ; ອົບຮົມ​ສຶກສາ​ຜູ້​ຄົນ​ຢ່າງຮອບດ້ານ. ຈຳ​ເປັນ​ຕ້ອງ​ສ້າງ​ຮູບ​ແບບ​ທີ່​ມີ “ລັກສະນະ​ເປີດ​ກວ້າງ”, ໝາຍ​ຄວາມ​ວ່າ​ບັນດາ​ຮູບ​ແບບ​ແລະ​ການ​ເຄື່ອນ​ໄຫວ​ແຕ່​ກ່ອນ​ມາ​ເຖິງ​ດຽວ​ນີ້​ມີ​ລັກສະນະ “ຄອບຄົວ” ​ແລະ “ໂຮງຮຽນ” ​ເຊິ່ງ​ຕ້ອງ​ປ່ຽນ​ເປັນ “ສັງຄົມ”. ດັ່ງ​ນັ້ນ, ສຳລັບ​ໂຮງຮຽນ, ໜ້າ​ທີ່​ທີ່​ວາງ​ອອກ​ມາ​ແມ່ນ​ ສ້າງ​ສິ່ງ​ແວດ​ລ້ອມ​ໂຮງຮຽນ “ທີ່​ເປີດ”, ມີ “ລັກສະນະ​ວິພາກ​ວິຈານ”; ຫຼັກສູດ​ການ​ສຶກສາ​ຕາມ​ທິດ​ທາງ​ການ​ພັດທະນາ​ຄວາມ​ສາມາດ - ອີງ​ໃສ່ປະສົບ​ການ; ວິທີ​ການ​ສຶກສາ​ທີ່​ເນັ້ນ​ຜູ້​ຮຽນ​ເປັນ​ສູນ​ກາງ ໂດຍ​ໃຊ້​ວິທີ​ການ​ປະ​ເມີນ​ແບບ​ຮອບດ້ານ ຜ່ານ​ເຄື່ອງມື​ທີ່​ເໝາະ​ສົມ​ໃນ​ການ​ປະ​ເມີນ​ຄວາມ​ສາມາດ​ຂອງ​ພົນລະ​ເມືອງ​ທີ່​ຮອບດ້ານ. ການ​ປະ​ເມີນ​ບໍ່​ໄດ້​ຢຸດ​ຢູ່​ທີ່​ການ​ປະ​ເມີນ​ຜົນ​ການ​ຮຽນ​ຮູ້ຂອງ​ຜູ້​ຮຽນ (ການ​ປະ​ເມີນ​ຂະ​ບວນການ ​ແລະ​ການ​ປະ​ເມີນ​ໂດຍ​ລວມ), ​ແຕ່​ຍັງ​ຕ້ອງ​ປະ​ເມີນ​ໂຄງການ​ຫຼັກສູດ, ວາງ​ໂຄງການ​ຫຼັກສູດ​ໃນ​ສະພາບຊີວິດ​ຈິງ ​ເພື່ອ​ຕີ​ລາຄາ, ຕິດຕາມ, ປັບ​ປ່ຽນ ປັບປຸງ ​ແລະ​ຮັກສາ​ການ​ສຶກສາ​ພົນລະ​ເມືອງ​ໂລກ ຢ່າງ​ເໝາະ​ສົມ​ແລະ​ມີ​ປະສິດທິ​ຜົນ./.

-----------------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 12, ໜ້າ 333​.

(2) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 9, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2003, ໜ້າ 114.

(3) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 10, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ໜ້າ 106.

(4) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 11, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ໜ້າ 77.

(5) ມະຕິ​ເລກທີ 33-NQ/TW, ວັນ​ທີ 9 ມິຖຸນາ 2014, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄໝ​ທີ 11, “ກ່ຽວກັບ​ການ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ​ແລະຜູ້​ຄົນ​ຫວຽດນາມ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ”

(6) Human Development Report 1990: “Concept and Measurement of Human Development”, UNDP, 1990

(7) ຂໍ້​ຕົກລົງ​ເລກທີ 404/QĐ-TTg, ວັນ​ທີ 27 ມີນາ 2015, ຂອງ​ນາຍົກລັດຖະມົນຕີ, “ກ່ຽວກັບ​ການ​ອະນຸມັດ​ໂຄງການປ່ຽນ​ແປງ​ໃໝ່​ໂຄງການ​ຫຼັກສູດ, ປຶ້ມ​ແບບຮຽນ, ການ​ສຶກສາ​ສາມັນ”

- ບົດນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 952 (​ເດືອນ​ຕຸລາ 2020)