ວກ. - ​ແນວທາງການກໍ່ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍເອກະລັກຂອງຊາດ ​ໄດ້ຮັບ​ການ​ຢັ້ງຢືນ​ຢ່າງ​ຈະ​ແຈ້ງ​ຈາກພັກ​ກອມ​ມູນິດ​ຫວຽດນາມ ​ໃນ​​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ ໃນສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ສະບັບ​​ເພີ່ມ​ເຕີມ​ແລະ​ພັດທະນາ​ປີ 2011). ພາຍຫຼັງ​ການ​ກໍ່ສ້າງ​ວັດທະນະທຳ​ພາຍ​ໃຕ້​ແສງ​ສະຫວ່າງ​ຂອງ​ໂຄງການ​ການ​ເມືອງ​ປີ 2011 ​ເປັນ​ເວລາ​ສິບ​ປີ, ຫວຽດນາມ​ໄດ້​ຮັບ​ຜົນສຳ​ເລັດ​ຮອບດ້ານ ທັງ​ດ້ານຄວາມ​ຮັບ​ຮູ້​ທິດ​ສະ​ດີ ​ແລະ​ພຶດຕິ​ກຳ. ບົດ​ນີ້​ຈະ​ແລກປ່ຽນ​ຄວາມ​ເຫັນ​ບາງ​ຢ່າງ​ກ່ຽວ​ກັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ນັ້ນ.

ສະຫາຍຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຮັບດອກໄມ້ຈາກນ້ອງນັກຮຽນບ້ານ ຖາບເທື້ອງ, ເມືອງດານເຟື້ອງ, ນະຄອນຮ່າໂນ້ຍ _ແຫຼ່ງ: baochinhphu.vn

ຄວາມ​ຮັບ​ຮູ້​ໃໝ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ວັດທະນະທຳ​ແລະ​ຜູ້​ຄົນ

ຖ້າກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ​ໄດ້​ເລີ່​ມຕົ້ນຂະ​ບວນການ​ປ່ຽນ​ແປງ​ໃໝ່, ດ້ວຍ​ການ​ຮັບຮອງ​ເອົາ ​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ຕໍ່​ໄປ​ນີ້​ເອີ້ນ​ວ່າ ​ໂຄງການ​ການ​ເມືອງ​ປີ 1991), ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ໄດ້ວາງ​ແນວທາງຂອງພັກ ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ ​ໃນ​ໄລຍະ​ໃໝ່, ​ລວມທັງ​ແນວທາງວັດທະນະທຳ. ບົນ​ພື້ນຖານ​ກຳນົດວ່າ “ວັດທະນະທຳ​ທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກຂອງ​ຊາດ” ​ແມ່ນ​ໜຶ່ງ​ໃນ​ຫົກ​ຄຸນ​ລັກສະນະ​ພິ​ເສດ ຂອງ​ຮູບ​​ແບບລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ​ໂຄງການ​ການ​ເມືອງ​ປີ 1991 ລະບຸ​ເນື້ອ​ໃນ​ແລະ​ທິດ​ທາງ​ພື້ນຖານ​ຂອງ​ການ​ກໍ່ສ້າງ, ພັດທະນາ​ວັດທະນະທຳຂອງ​ປະ​ເທດ​ເພື່ອ “ສ້າງຊີວິດ​ດ້ານ​ຈິດ​ໃຈ​ ທີ່​ສູງ​ສົ່ງ, ອຸດົມສົມບູນ ​ແລະ​ຫຼາກ​ຫຼາຍ, ມີ​ເນື້ອ​ໃນ​ມະນຸດສະທຳ, ປະຊາທິປະ​ໄຕ, ກ້າວໜ້າ”.

ພາຍຫຼັງ 20 ປີ​ແຫ່ງ​ການ​ປະຕິບັດ ໂຄງການ​ການ​ເມືອງ​ປີ 1991, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ໄດ້​ສະຫຼຸບ​ສັງ​ລວມ, ປະ​ເມີນ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້ ກໍ່​ຄື​ຂໍ້​ຈຳກັດ, ຄວາມ​ຫຍຸ້ງຍາກ ​ແລະ​ບັນດາ​ບັນຫາ​ທີ່​ຈະ​ຕ້ອງ​ສືບ​ຕໍ່​ແກ້​ໄຂ. ຈາກ​ບັນ​ດາບົດ​ຮຽນ​ປະສົບ​ການ​ທີ່​ຖອດຖອນມາ​ຈາກ​ສະພາບ​ຄວາມ​ເປັນ​ຈິງ​ດັ່ງກ່າວນັ້ນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ຄວາມ​ຮັບ​ຮູ້​ໃໝ່​ຫຼາຍ​ຢ່າງກ່ຽວ​ກັບ​ທິດ​ສະ​ດີ​ ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເພີ່ມ​ເຕີນ​​ແລະພັດທະນາ​ໂຄງການ​ການ​ເມືອງ​ຂອງ​ພັກ - ໂຄງການ​ການ​ເມືອງ​ປີ 2011. ສຳລັບ​ຂົງ​ເຂດ​ວັດທະນະທຳ, ຈາກທັດສະນະ​ທີ່​ບໍ່​ປ່ຽນ​ແປງ​ກ່ຽວ​ກັບ “ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ, ​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ, ​ເຊື່ອ​ມຊຶມ​ຈິດ​ໃຈ​ມະນຸດສະທຳ, ປະຊາທິປະ​ໄຕ, ກ້າວໜ້າ ຢ່າງ​ເລິກ​ເຊິ່ງ​”, ໂຄງການ​ການ​ເມືອງ​ປີ 2011 ​ແລະ​ມະຕິ​ເລກທີ 33-NQ/TW, ລົງ​ວັນ​ທີ 9 ມິຖຸນາ 2014, ກອງ​ປະຊຸມ​ຄັ້ງ​ທີ​ເກົ້າ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ສະ​ໄໝ​ທີ XI, ກ່ຽວ​ກັບການ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ, ຜູ້​ຄົນ​ຫວຽດນາມ ຕອບ​ສະໜອງ​ການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ (ມະຕິ​ເລກທີ 33-NQ/TW), ​ໄດ້​ສືບ​ຕໍ່​ເຮັດ​ໃຫ້​ເນື້ອ​ໃນ, ລັກສະນະ, ບົດບາດ, ຄວາມ​ສຳຄັນ​ຂອງ​ວັດທະນະທຳ ກໍ່​ຄື​ສາຍ​ພົວພັນ​ລະຫວ່າງ​ວັດທະນະທຳ​ກັບ​ຜູ້​ຄົນ ​ແລະ​ບັນດາ​ຂົງ​ເຂດ​ອື່ນ​ຂອງ​ຊີວິດ​ສັງຄົມ ມີ​ຄວາມ​ເລິ​ກ​ເຊິ່ງກວ່າ​ອີກ.

​ໃນ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ການ​ກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ, ພັກ​ກອມ​ມູນິດ​ຫວຽດນາມກຳນົດ​ສາມ​ເສົາ​ຄ້ຳ​ທີ່​ສຳຄັນທີ່​ສຸດ, ​ໃນ​ນັ້ນການ​ກໍ່ສ້າງ​ພັກ​ແມ່ນຫຼັກ​ແຫຼ່ງ, ການ​ພັດທະນາ​ເສດຖະກິດ-ສັງຄົມ​ແມ່ນ​ໃຈ​ກາງ ​ແລະ ການ​ກໍ່ສ້າງ​ວັດທະນະທຳ​ກາຍ​ເປັນ​ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ. ບົນ​ພື້ນຖານ​ນັ້ນ, ໂຄງການ​ການ​ເມືອງ​ປີ 2011 ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ວັດທະນະທຳ ດ້ວຍ​ບົດບາດ​ບໍ່​ພຽງ​ແຕ່​ແມ່ນ “ພື້ນຖານ​ຈິດ​ໃຈ​ທີ່​ໜັກ​ແໜ້ນ” ຂອງ​ສັງຄົມ​ເທົ່າ​ນັ້ນ ​ແຕ່​ຍັງ​ແມ່ນ "ກຳລັງ​ແຮງ​ພາຍ​ໃນ​ທີ່​ສຳຄັນ​ຂອງ​ການ​ພັດທະນາ”. ນັ້ນ​ແມ່ນ​ພື້ນຖານ​ວັດທະນະທຳ​ທີ່​ພັດທະນາ​ຢ່າງ​ກົມກຽວ, ສືບ​ທອດ​ແລະພັດທະນາບັນດາ​ມູນ​ເຊື້ອ​ທີ່​ດີງາມ​ຂອງ​ຊາດ, ພ້ອມ​ກັນ​ນັ້ນ​ກໍ່​ຮັບ​ເອົາ​ສິ່ງ​ດີງາມ​ໃນ​ວັດ​ທະນະ​ທຳ​ຂອງ​ມະນຸດຊາດ; ​ເຊື່ອມ​ຊຶມ​ບັນດາ​ຄຸນຄ່າ​ມະນຸດສະທຳ, ປະຊາ​ທີ​ປະ​ໄຕ, ​ເຄົາລົບ​ສົ່ງ​ເສີມ​ຄວາມ​ງາມ​ແລະ​ກຽດ​ສັກ​ສີ​ຄວາມ​ເປັນ​ມະນຸດ; ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ກ້າຫານ​ທີ່​ໝັ້ນຄົງ, ການຕໍ່ສູ້​ກັບ​ຄວາມ​ຊົ່ວຮ້າຍ, ຄວາມ​ເລວ​ຊາມ ແລະປະກົດ​ການ​ຂອງ​ການ​ຝືນວັດທະນະທຳ. ການ​ຖື​ວັດທະນະທຳ​ເປັນ “ກຳລັງ​ແຮງ​ພາຍ​ໃນ”, ​ເປັນ​ເງື່ອນ​ໄຂ​ຂອງ​ການ​ຢູ່​ລອດ ຮັບປະກັນ​ໃຫ້​ແກ່​ການ​ສ້າງສາ​ແລະ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົງ, ປົກ​ປ້ອງຜົນງານ​ຂອງ​ການ​ປະຕິວັດ, ປະຕິບັດສຳເລັດ ເປົ້າໝາຍປະຊາຊົນຮັ່ງມີ, ປະ​ເທດ​ຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳແລະສີວິ​ໄລ ​ແມ່ນ​ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ບົດບາດ​ຂອງ​ວັດທະນະທຳ. ຄວາມ​ຮັບ​ຮູ້​ນັ້ນ​ເລີ່​ມຈາກພຶດຕິ​ກຳ​ທີ່​ມີ​ຊີວິດ​ຊີວາ​ຂອງ​ການ​ປະຕິວັດ ​ເພື່ອຮັບ​ຮູ້​ໄດ້​ເນື້ອ​ແທ້​ຂອງ​ວັດທະນະທຳ, ​ເຫັນ​ແຈ້ງ​​ຄວາມ​ສາມາດ​ຕົວ​ຈິ​ງຂອງ​ວັດທະນະທຳ​ໃນ​ຖານະ​ພະລັງງານ​ອ່ອນ, ສາມາດ​ປ່ຽນ​ກຳລັງ​ແຮງ​ຈິດ​ໃຈ ​ເປັນ​ກຳລັງ​ແຮງ​ວັດ​ຖຸ, ​ເພີ່ມ​ທະວີ​ກຳລັງ​ແຮງ​ວັດຖຸ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ສັງຄົມ. ທ່ານປະທານ​ໂຮ່ຈີ​ມິນ​ໄດ້​ໃຫ້​ທັດສະນະ​ວ່າ, ວັດທະນະທຳ​ແມ່ນກຳລັງນຳພາສຳລັບ​ແຕ່ລະຄົນ, ສຳລັບ​ປະຊາ​ຊາດ​ທັງ​ໝົດ, ວັດທະນະທຳ​ຕ້ອງ​ເປັນ​ແສງ​ສະຫວ່າງ​ໃຫ້​ແກ່​ປະ​ເທດ​ຊາດ. ວັດທະນະທຳ​ນຳພາ​ປະຊາຊົນ ​ເພື່ອ​ປະຕິບັດ​ເອກະລາດ, ການ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ.

​ໃນ​ການ​ກຳນົດ​ແນວທາງ, ມະຕິ​ເລກທີ 33-NQ/TW ຮຽກຮ້ອງ​ໃຫ້ “ວັດທະນະທຳ​ຕ້ອງຢູ່ໃນລະດັບດຽວກັນກັບເສດຖະກິດ, ການເມືອງແລະສັງຄົມ”. ນີ້​ແມ່ນຄວາມ​ຮຽກຮ້ອງ​ຕ້ອງການທີ່​​ເລີ່​ມ​ຈາກຄວາມຮັບຮູ້ກ່ຽວ​ກັບ​ທາດ​ແທ້ ​ແລະ​ຄວາມ​ສຳຄັນຂອງ​ວັດທະນະທຳ. ພ້ອມ​ກັນ​ນັ້ນ, ນັ້ນ​ກໍ່​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຈາກຄວາມ​ເປັນ​ຈິງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ. ​ໃນ​ຄວາມ​ເປັນ​ຈິງ, ​ໃນ​ຂະນະ​ທີ່​ຜົນສຳ​ເລັດ​ທາງ​ດ້ານ​ການ​ເມືອງ, ເສດຖະກິດ, ການ​ປ້ອງ​ກັນຊາ​ດ, ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ, ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃຫຍ່​ຫຼວງ​ທີ່​ສຸດ​ນັ້ນ, ຜົນສຳ​ເລັດ​ໃນ​ຂົງ​ເຂດ​ວັດທະນະທຳ​ແມ່ນ “ຍັງ​ບໍ່​ທັນ​ພຽງພໍ”, ບໍ່ຕອບສະໜອງຄວາມຕ້ອງການທີ່ໄດ້ວາງອອກມາ​ໃນ​ລັກສະນະ “ພື້ນຖານຈິດ​ໃຈ” ສຳລັບ​ການ​ພັດທະນາ​ປະ​ເທດ. ຂໍ້ຈຳກັດດ້ານວັດທະນະທຳ​ໄດ້​ສະ​ແດ​ງ​ອອກໃນ​ຫຼາຍ​ດ້ານ, ຕັ້ງ​ແຕ່ຄຸນສົມບັດ, ວິຖີ​ຊີວິດ, ສະພາບ​ແວດ​ລ້ອມ​ວັດທະນະທຳ, ​ໂຄ​ງສ້າງ​ພື້ນຖານ​ວັດທະນະທຳ, ຈົນ​ເຖິງຊີວິດ​ວັດທະນະທຳ, ການ​ຄຸ້ມ​ຄອງ, ການ​ສຶກສາ​ວັດທະນະທຳ, ວັດທະນະທຳ​ສື່​ມວນ​ຊົນ, ຄຸນ​ນະພາ​ບຂອງ​ກິດຈະກຳ​ວັດທະນະທຳ, ສິລະປະກຳ... ສາ​ເຫດ​ຂອງ​ຂໍ້​ຈຳກັດ​ເຫຼົ່າ​ນັ້ນ​ແມ່ນ​ເລີ່​ມຈາກຄວາມ​ຮັບ​ຮູ້ບໍ່ຈະ​ແຈ້ງ, ບໍ່​ພຽງພໍກ່ຽວ​ກັບ​ວັດທະນະທຳ, ນໍາໄປສູ່ການ​ລວມສູນ​ຄວາມສົນໃຈໃນການເມືອງ, ​ເສດຖະກິດ ​ແລະບັນດາ​ຂົງ​ເຂດ​ອື່ນ, ​ແຕ່​ບໍ່​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຖືກຕ້ອງ​ເຖິງວັດທະນະທຳ, ​ບໍ່ທັນ​ມີ​ວິທີ​ແກ້​ໄຂ​ທີ່​ເໝາະ​ສົມ, ວີ​ທີ​ເຮັດ​ທີ່​ມີ​ປະສິດທິ​ຜົນ, ຍັງ​ບໍ່​ມີ​ການ​ລົງທຶນ​ຢ່າງ​ເໝາະ​ສົມ​ເພື່ອ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ​ຂອງ​ປະ​ເທດ.

ໂຄງການ​ການ​ເມືອງ​ປີ 2011 ກໍ່​ໄດ້​ມີ​ບາດກ້າວ​ທີ່​ສຳຄັນ​ໃນຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຜູ້​ຄົນ. ນັ້ນ​ແມ່ນ​ການ​ສືບ​ທອດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແລະ​ປະດິດ​ສ້າງ ຕາມຄວາມ​ຮັບ​ຮູ້​ທີ່​ຖືກຕ້ອງ, ມະນຸດ​ສະ​ທຳຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ມະນຸດ, ສະ​ແດງ​ອອກ​ໃນ​ຈຸດປະສົງ​ຂອງ​ການ​ປະຕິວັດ ທີ່​ພັກ​ກອມ​ມູນິດ​ຫວຽດນາມປຸກລະດົມ​ແລະ​ນຳພາການ​ປະຕິບັດ ນັ້ນ​ແມ່ນ​​ເພື່ອປົດ​ປ່ອຍມະນຸດ, ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນຫວຽດນາມ. ​ແຕ່​ຢາກ​ບັນລຸ​ເຖິງ​ຈຸດໝາຍ​ທົ່ວ​ໄປ​ນັ້ນ ຕ້ອງ​ກຳ​ແໜ້ນ​ຄຸນ​ລັກສະນະ​ແລະ​ຄວາມຮຽກຮ້ອງ​ຕ້ອງການຂອງ​ບັນຫາ​ມະນຸດ, ການ​ພົວພັນ​ກະທົບ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ຜູ້​ຄົນກັບວັດທະນະທຳ ​ແລະ ບັນດາ​ຂົງ​ເຂດ​ອື່ນ ​ພາຍ​ໃຕ້ບັນດາ​ເງື່ອນ​ໄຂ​ສະ​ເພາະ. ​ໃນ​ເງື່ອນ​ໄຂ​ປະ​ເທດ​ຖືກ​ພວກ​ລ່າ​ເມືອງ​ຂຶ້ນ, ຈັກກະພັດ​ປົກຄອງ, ຢຽບ​ຢ່ຳ​ຍ່ຳ​ຍີ່, ປະທານ​ໂຮ່ຈີ​ມິນປາດຖະໜາ ແລະ ຍັງໄດ້ກຳນົດເປົ້າໝາຍສະເພາະຂອງການປະຕິວັດທີ່ວ່າ “ປະ​ເທດ​ຫວຽດນາມ​ເປັນເອກະລາດຢ່າງສົມບູນ, ປະຊາຊົນຫວຽດນາມມີ​ເສລີພາບຢ່າງສົມບູນ, ທຸກ​ຄົນ​ມີ​ອາຫານ​ແລະ​ເຄື່ອງນຸ່ງ​ຫົ່ມ, ທຸກຄົນລ້ວນ​ແຕ່​ໄດ້​ຮັບ​ການ​ສຶກສາ”(1). ​ເມື່ອ​ກິດຈະກຳ​ປ່ຽນ​ແປງ​ໃໝ່​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ມີ​ລັກສະນະ​ປະຫວັດສາດ, ຊີວິດ​ດ້ານ​ວັດຖຸ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ, ພັກ​ໄດ້ເອົາ​ໃຈ​ໃສ່​ເຖິງບັນຫາຂອງ​ປະຊາຊົນ​ຢ່າງຮອບດ້ານ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ​. ດັ່ງ​ນັ້ນ, ໂຄງການ​ການ​ເມືອງ​ປີ 2011 ຢັ້ງຢືນ: “ຜູ້​ຄົນ​ແມ່ນ​ສູງ​ກາງຂອງ​ຍຸດ​ທະ​ສາດ​ການ​ພັດທະນາ, ພ້ອມ​ທັງ​ເປັນ​ເຈົ້າ​ຂອງ​ຂອງ​ການ​ພັດທະນາ”. ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ສືບ​ຕໍ່​ຢັ້ງຢືນ “ການກໍ່ສ້າງຄົນຫວຽດນາມ​ໃຫ້​ພັດທະນາ​ຢ່າງຮອບດ້ານຕ້ອງ​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ຍຸດ​ທະ​ສາດ​ການ​ພັດທະນາ”. ຈາກ​ຄວາມ​ຮັບ​ຮູ້​ວ່າ ມະນຸດແມ່ນປັດ​ໄຈຕັດສິນ, ​ແມ່ນເປົ້າໝາຍຂອງການພັດທະນາ, ພ້ອມທັງ​ເປັນ "ຜູ້ຂຽນ", ​ແມ່ນ​ຊັບພະຍາກອນທີ່​ສຳຄັນ​ທີ່​ສຸດ​ຂອງ​ການ​ພັດທະນາ, ມະຕິ​ເລກທີ 33-NQ/TW ​ໄດ້​ຜັນ​ຂະຫຍາຍ​ທັດສະນະ​ຊີ້​ນຳ: “ການ​ພັດທະນາ​ຢ່າງ​ກົມກຽວ​ລະຫວ່າງ​ເສດຖະກິດ​ແລະ​ວັດທະນະທຳ; ຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ເຕັມ​ສ່ວນ ​ຕໍ່​ປັດ​ໄຈ​ວັດທະນະທຳ ​ແລະ​ມະນຸດ​ໃນ​ການ​ພັດທະນາ​ເສດຖະກິດ”. ໂຄງການ​ການ​ເມືອງ​ປີ 2011 ກໍ່​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ, ຮອບດ້ານ​ກວ່າ​​ເຖິງ​ມະນຸດ ກ່ຽວ​ກັບ​ຊີວິດ​ດ້ານ​ວັດຖຸ, ຊີວິດ​ດ້ານ​ຈິດ​ໃຈ, ກ່ຽວ​ກັບ​ເງື່ອນ​ໄຂ, ຄວາມ​ສາມາດ​ໃນ​ການ​ພັດທະນາ​ຢ່າງຮອບດ້ານ, ກ່ຽວ​ກັບການ​ຮັບປະກັນສິດແລະຜົນປະໂຫຍດອັນຊອບທຳ ​ໃນ​ການ​ພົວພັນຢ່າງ​ກົມກຽວ​ກັບ​ຄວາມ​ຮັບຜິດຊອບ​ທາງ​ສັງຄົມ ​ແລະ​ພັນທະ​ຂອງ​ພົນລະ​ເມືອງ. ​ແລະ​ການ​ພັດທະນາ​ສັງ​ຄົມ​ທັງ​ໝົດ​ແມ່ນ​ແນ​ໃສ່​ຈຸດປະສົງ “​ເພື່ອ​ຜົນ​ປະ​ໂຫຍ​ດທີ່​ແທ້​ຈິງ ​ແລະ​ກຽ​ດ​ສັກ​ສີ​ຂອງ​ມະນຸດ, ດ້ວຍ​ລະດັບ​ຄວາມ​ຮູ້, ຄຸນສົມບັດສິນທຳ, ກຳລັງ​ກາຍ ​ແລະຄວາມງາມ​ສູງຂຶ້ນ​ເລື້ອຍໆ​”, ສິດທິ​ມະນຸດ​ໄດ້ຮັບຄວາມ​ເຄົາລົບ​ແລະປົກ​ປ້ອງ ​ໃນ​ສາຍ​ພົວພັນ​ໃກ້ຊິດ​ກັບ “ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຂອງປະ​ເທດ ​ແລະສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ”. ຄວາມ​ຮັບ​ຮູ້​ນັ້ນ​ກໍ່​ແມ່ນ​ການ​ສືບ​ທອດ, ສືບ​ຕໍ່​ທັດສະນະ​ຂອງ​ປະທານ​ໂຮ່ຈີ​ມິນທີ່​ວ່າ “ນຳ​ເອົາ​ຄວາມ​ສາມາດ​ຂອງ​ປະຊາຊົນ, ກຳລັງແຮງຂອງປະຊາຊົນ, ຊັບ​ສິນຂອງປະຊາຊົນ ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ມາ​ໃຫ້​ປະຊາຊົນ”(2), ອີງ​ໃສ່ “ຄວາມ​ຕື່ນ​ຕົວຄົບ​ຖ້ວນ ​ແລະ​ການ​ອອກ​ແຮງ​ງານ​ປະດິດ​ສ້າງ ຂອງ​ປະຊາຊົນ​ເປັນ​ລ້ານ​ຄົນ”(3) ​ເພື່ອ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ.

ໂຄງການ​ການ​ເມືອງ​ປີ 2011 ຮັບ​ຮູ້​ບັນຫາ​ກ່ຽວ​ກັບວັດທະນະທຳ​ໃນ​ຄວາມ​ເປັນ​ເອກະ​ພາບ​ອິນ​ຊີກັບຜູ້​ຄົນ. ຜູ້​ຄົນ​ແມ່ນ​ການສະ​ແດງ​ອອກ​ລວມສູນ​ທີ່​ສຸດ​ຂອງ​ວັດທະນະທຳ. ດ້ານ​ອື່ນ, ການກໍ່ສ້າງ​ວັດທະນະທຳ​ແມ່ນ​ເພື່ອ​ຮັບ​ໃຊ້​ໃຫ້​ຄົນ, ພັດທະນາ​ຜູ້​ຄົນ. ຄື​ທີ່​ມະຕິ​ເລກທີ 33-NQ/TW ​ໄດ້​ຢັ້ງຢືນ: “ການ​ພັດທະນາ​ວັດທະນະທຳ​ເພື່ອ​ບູລະນະ​ບຸກຄະ​ລິກກະພາບ​ຂອງ​ຄົນ ​ແລະ ການ​ກໍ່ສ້າງ​ຄົນ​ເພື່ອ​ພັດທະນາ​ວັດທະນະທຳ”. ການ​ພັດທະນາ​ຂອງ​ຄົນ, ​ໃນ​ທາງ​ກັບ​ກໍ່​ຖືກ​ຜົນ​ກະທົບ​ຄືນ​ໃໝ່​ຈາກ​ວັດທະນະທຳ. ນັ້ນ​ແມ່ນ​ວັດທະນະທຳ​ຄອບຄົວ, ວັດທະນະທຳ​ຊຸມ​ຊົນ, ວັດທະນະທຳ​ໃນ​ການ​ເມືອງ, ວັດທະນະທຳ​ໃນ​ເສດຖະກິດ, ບັນດາ​ປັດ​ໄຈ, ​ເງື່ອນ​ໄຂ​ທີ່​ປະກອບ​ເປັນ​ສະພາບ​ແວດ​ລ້ອມການ​ດຳລົງ​ຊີວິດ ທີ່​ກະທົບ​ໃນ​ທຸກ​ວັນ, ທຸກ​ນາທີ ​ເຖິງ​ຂະ​ບວນການ​ເປັນ​ຮູບ​ເປັນຮ່າງວິຖີ​ຊີວິດ, ບຸກຄະ​ລິກກະພາບ ​ແລະ ກຽດ​ສັກ​ສີ​ຂອງ​ມະນຸດ. ຈາກ​ຄວາມ​ຮັບ​ຮູ້​ນັ້ນ, ໂຄງການ​ການ​ເມືອງ​ປີ 2011 ກຳນົດ​ທິດ​ທາງ “ການ​ກໍ່ສ້າງ​ພື້ນຖານ​ວັດທະນະທຳ​ທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ” ທີ່​ຕິດ​ແໜ້ນ​ແບບ​ອິນ​ຊີ, ​ແໜ້ນ​ແຟ້ນກັບ “ການ​ກໍ່ສ້າງ​ຜູ້​ຄົນ, ຍົກ​ສູງ​ຊີວິດ​ຂອງ​ປະຊາຊົນ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຍຸດຕິ​ທຳ​ທາງ​ສັງຄົມ”. ​ເພື່ອ​ຫັນໂຄງການ​ການ​ເມືອງ​ປີ 2011 ​ເປັນ​ອັນສະ​ເພາະ, ມະຕິ​ເລກທີ 33-NQ/TW ​ໄດ້​ເນັ້ນ​ເຖິງ​ຄວາມຮຽກຮ້ອງ​ຕ້ອງການ “ກໍ່ສ້າງ​ຜູ້​ຄົນ​ຫວຽດນາມ​ທີ່​ຂະ​ຫຍາ​ຍຕົວຢ່າງຮອບດ້ານ, ຈຸດ​ສຸມ​ແມ່ນ​ບຳລຸງ​ສ້າງ​ຈິດ​ໃຈ​ຮັກ​ຊາດ, ຄວາມ​​ເອກອ້າງພາກພູມ​ໃຈ​ຂອງ​ຊາດ, ຄຸນສົມບັດ​ສິນ​ທຳ, ​ແບບ​ດຳລົງຊີວິດ ​ແລະ​ບຸກຄະ​ລິກກະພາບ”, ພ້ອມ​ກັນ​ນັ້ນ​ກໍ່ “ຕອບ​ສະໜອງ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ການ​ສຶກສາ, ວິທະຍາສາດ ​ໃນ​ການ​ກໍ່ສ້າງ​ຜູ້​ຄົນ​ທີ່​ມີ​ໂລກ​ກະທັດວິທະຍາສາດ, ມຸ່ງ​ໄປ​ສູ່​ຄວາມ​ຈິງ - ຄວາມ​ດີ - ຄວາມ​ງາມ”. ​ໃນ​ນັ້ນ, ການ​ສຶກສາມີ​ບົດບາດ​ສຳຄັນ​ເປັນ​ພິ​ເສດ, ປະກອບສ່ວນ​ໂດຍ​ກົງ​ໃສ່​ການ​ພັດທະນາ​ຜູ້​ຄົນ ​ແລະ ຕ້ອງ​ໄປ​ກ່ອນ​ກ້າວ​ໜຶ່ງ. ນັ້ນ​ກໍ່​ແມ່ນ​ສາ​ເຫດ​ໜຶ່ງ​ເພື່ອ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ ວາງ​ແຜນ​ນ​ະ​ໂຍບາຍ​ປ່ຽນ​ແປງ​ໃໝ່ການ​ສຶກສາ​ແລະ​ຝຶກ​ອົບຮົມ​ຢ່າງ​ເປັນ​ພື້ນຖານ​ແລະ​ຮອບດ້ານ, ພັດທະນາ​ຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ.

​ເມື່ອ​ເບິ່ງ​ຄືນໂຄງການ​ການ​ເມືອງ​ປີ 2011, ອາດ​ຈະ​ເວົ້າ​ໄດ້​ວ່າ, ຄວາມ​ຮັບ​ຮູ້​ໃໝ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມກ່ຽວ​ກັບ​ວັດທະນະທຳ​ສະ​ແດງ​ອອກ​ຕົ້ນຕໍ່​ແມ່ນ​ຢູ່​ທີ່ ການ​ປະ​ເມີນຢ່າງ​ຄົບ​ຖ້ວນ​ກວ່າ ກ່ຽວ​ກັບ​ບົດບາດ​ແລະ​ຖານະ​ຂອງ​ວັດທະນະທຳ ​ໃນ​ຊີວິດ​ສັງຄົມ ​ແລະ​ໃນສາຍ​ພົວພັນ​ກັບບັນດາ​ຂົງ​ເຂດອື່ນ; ຮັບ​ຮູ້​ແຈ້​ງກວ່າ, ຄົບ​ຖ້ວນ​ກວ່າ​ເກົ່າ​ກ່ຽວ​ກັບບັນດາ​ບັນຫາ​ພັດ​ທະ​ນາ​ມະນຸດ ​ໃນ​ຄວາມ​ສຳພັນ​ໃກ້ຊິດ​ກັບ​ວັດທະນະທຳ. ຄວາມ​ຮັບ​ຮູ້​ໃໝ່​ເຫຼົ່າ​ນັ້ນ ​ແມ່ນ​ການ​ສືບ​ທອດ​ແລະ​ພັດທະນາ​ຢ່າງ​ປະດິດ​ສ້າງ ບັນດາ​ທັດສະນະ​ແລະ​ແນວທາງ​ພື້ນຖານ​ຂອງ​ພັກ ກ່ຽວ​ກັບ​ວັ​ດທະນະ​ທຳ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ, ​ເມື່ອ​ປະ​ເທດ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ຊີ​ວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການປັບປຸງ​ທີ​ສຳຄັນ. ນັ້ນ​ກໍ່​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ພັກ​ແລະ​ລັດ​ວາງກຳນົດ​ ແລະ​ຈັດ​ຕັ້ງ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສະ​ເພາະ​ຫຼາຍ​ຢ່າງ, ສ້າງ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ກໍ່ສ້າງ​ວັດທະນະທຳ​ແລະການ​ພັດທະນາ​ມະນຸດ.

ຜົນສຳ​ເລັດທີ່ຍິ່ງໃຫຍ່ກ່ຽວກັບການກໍ່ສ້າງວັດທະນະທຳ ໃນໄລຍະ 10 ປີທີ່ຜ່ານມາ

ການ​ປະຕິບັດໂຄງການ​ການ​ເມືອງ​ປີ 2011 ​ໃນ​ສິບ​ປີ​ທີ່​ຜ່ານ​ມາ​ໄດ້​ເຮັດ​​ໃຫ້​ຫວຽດນາມ​ມີ​ການ​ປ່ຽນ​ແປງຢ່າງ​ໃຫຍ່​ຫຼວງ​ ໃນ​ຊີວິດ​ວັດທາງທະນະທຳ​ ແລ​ະການ​ກໍ່ສ້າງ​ຜູ້ຄົນ. ຄົນ​ຫວຽດນາມ​ຫຼາຍ​ລຸ້ນ, ຕັ້ງ​ແຕ່​ລຸ້ນຄົນ​ທີ່​ເກີດ​ແລະ​ເຕີບ​ໃຫຍ່​ໃນ​ການ​ຕໍ່ສູ້​ປະຕິວັດ ຈົນ​ເຖິງ​ລຸ້ນຄົນ​ທີ່​ເກີດ​ແລະ​ເຕີບ​ໃຫຍ່​ໃນ​ສັນຕິພາບ ​ໄດ້​ສືບ​ຕໍ່​ມູນ​ເຊື້ອ​ອັນ​ດີ​ງານ, ​ເສີມ​ຂະຫຍາຍ​ສະຕິ​ປັນຍາ, ຄວາມ​ສາມາດ, ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ຄວາມ​ປະດິດ​ສ້າງ, ການ​ເປັນ​ເຈົ້າ​ຂອງຄວາມ​ກ້າວໜ້າ​ທາງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການປັບຕົວເຂົ້າກັບກົນ​ໄກ​ເສດຖະກິດໃໝ່​ຢ່າງວ່ອງໄວ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນກໍ່ສ້າງ​ປະ​ເທດ. ພາລະກິດ​ອັນ​ຍິ່ງ​ໃຫຍ່, ພາບ​ພົດ​ຂອງ​ປະ​ເທດ, ສະຖານະ​ສາກົນ, ສາຍ​ພົວພັນ​ອັນ​ກວ້າງ​ຂວາງກັບ​​ປະ​ເທດຕ່າງໆ​ໃນ​ໂລກ​ປະຈຸ​ບັນ, ​ແມ່ນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ, ການສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາ ລວມສູນ​ທີ່​ສຸດ ​ເຖິງ​ຈິດ​ໃຈ, ກຳລັງ​ແຮງ ​ແລະ​ຄວາມ​ປາດ​ຖະໜາ​ໃນ​ການ​ພັດທະນາ​ວັດທະນະທຳ​ແລະ​ຜູ້​ຄົນ​ຫວຽດນາມ. ນັ້ນ​ກໍ່​ແມ່ນຜົນ​ຕາມ​ມາ​ທີ່​ບໍ່​ສາມາດ​ຫຼີກ​ລ່ຽງ​ໄດ້ ຂອງການ​ປ່ຽນ​ແປງ​ໃໝ່ໃນການຮັບຮູ້, ການ​ປ່ຽນ​ແປງ​ໃໝ່​ໃນ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ, ສ້າງ​ເງື່ອນ​ໄຂ​ທີ່​ນັບ​ມື້​ນັບດີກ​ວ່າ​​ແລະ​ສະດວກກວ່າ​ສຳລັບ​ການ​ພັດທະນາ​ຢ່າງຮອບດ້ານ​ຂອງວັດທະນະທຳ​ຂອງ​ຜູ້​ຄົນ​ຫວຽດນາມ.

ກ່ອນ​ອື່ນ​ໝົດ, ລະບຽບ​ການ​ຮັບປະກັນ​ສິດທິ, ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ, ການ​ພັດທະນາຂອງ​ຜູ້​ຄົນ​ທີ່​ນັບ​ມື້​ນັບ​ສົມບູນ​ແບບ ຕາມ​ຫຼັກການ "ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ ​ແລະ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ”. ລັດຖະທຳ​ມະນູນ​ປີ 2013 ​ໄດ້​ຫັນ​ເປັນ​ນິຕິ​ກຳ​ບັນດາ​ສິດທິ, ບັນດາ​ເງື່ອນ​ໄຂ​ຮັບປະກັນ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງພົນລະ​ເມືອງ. ປະມວນ​ກົດໝາຍ ​ແລະກົດໝາຍ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ຫຼື​ໄດ້​ຮັບ​ການ​ປັບປຸງ​ເພີ່ມ​ເຕີມ, ​ເຊິ່ງກ່ຽວຂ້ອງ​ກັບ​ສິດ​ເສລີ​ໃນ​ການ​ສ້າງສັນ ​ແລະ​ເຜີຍ​ແຜ່​ຄຸນຄ່າ​ສິລະ​ປະວັດທະນະທຳ; ສິກ​ເສລີພາບ​ແລະ​ຄວາມ​ຮັບຜິດຊອບ​ໃນ​ການ​ເຄື່ອນ​ໄຂຂອງ​ສື່​ມວນ​ຊົນ​ ການ​ສື່​ສານ; ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖືສາດສະໜາ ​ແລະ​ບໍ່​ເຊື່ອ​ຖື​ສາດສະໜາ; ສິດທິ​ໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ​ແລະ​ການ​ປະຕິບັດ​ປະຊາທິປະ​ໄຕ... ບັນດາ​ໂຄງກາ​ນພັດທະນາ​ເສດຖະກິດ ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ປະ​ເມີນກ່ຽວ​ກັບ​ການ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ເທົ່າ​ນັ້ນ, ​ແຕ່​ຍັງ​ຕ້ອງ​ຕອບ​ສະໜອງຢ່າງ​ພຽງພໍ​ ໃຫ້​ແກ່​ຄວາມ​ຕ້ອງ​ການຮັບປະກັນ​ປັບປຸງ​ຊີວິດ​ຂອງ​ຜູ້​ຄົນ​ທີ່​ກ່ຽວຂ້ອງ.

ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ ໃນ​ການ​ປ່ຽນ​ແປງ​ໃໝ່​​ກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ, ຍູ້​ແຮງການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໄດ້​ຊ່ວຍປັບປຸງຊີວິດ​ທາງດ້ານ​ວັດຖຸ ຢ່າງຕໍ່​ເນື່ອງ ​ເຊິ່ງ​ແມ່ນ​ເງື່ອນ​​ໄຂ​ພື້ນຖານອັນ​ດັບໜຶ່ງ ​ເພື່ອ​ຮັບປະກັນ​ການ​ພັດທະນາ​ຂອງ​ຜູ້​ຄົນ​ຫວຽດນາມ. ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ​ໃນທົ່ວ​ປະ​ເທດ​ໃນ​ປີ 2020 ​ໄດ້​ເພີ່ມ​ຂຶ້ນຫຼາຍ​ກວ່າ 2 ​ເທົ່າ​​ເມື່ອທຽບ​ກັບປີ 2010(4). ການ​ລົງທຶນ​ຂອງ​ລັດ​ໃຫ້​ເຂດ​ພູຜາ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ໂດຍ​ສະ​ເພາະ​ແມ່ນ​ເສັ້ນທາງ​ຄົມມະນາຄົມ, ​ໂຄງ​ສ້າງ​ພື້ນຖານດ້ານ​ການ​ສຶກສາ, ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ກວ່າ​ເກົ່າ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຈາກ 14,2% ຫຼຸດ​ລົງ​ຕ່ຳ​ກວ່າ 3% ​ໃນ​ປີ 2020 (ຕາມຕົວ​ຊີ້​ວັດ​ຄວາມທຸກ​ຍາກ​ຫຼາຍ​ດ້ານ). ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ, ປະກອບສ່ວນທີ່​ແທ້ຈິງເຂົ້າໃນການ​ປັບປຸງ​ຊີວິດຂອງ​ຊາວ​ຊົນນະບົດ​ຢ່າງຮອບດ້ານ. ການ​ບໍລິການ​ດ້ານ​ການ​ແພດ​ໄດ້​ຮັບ​ການ​ຍົກ​ສູງ​ໃນ​ດ້ານ​ຄຸນ​ນະພາ​ບ ​ແລະ​ມີ​ຄວາມ​ສະດວກ​ດີ​ໃນ​ການ​ເຂົ້າ​ເຖິງການ​ແພດ. ອັດຕາ​ສ່ວນ​ການ​ປົກ​ຫຸ້ມ​ຂອງ​ການ​ປະກັນ​ສຸຂະພາບ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ, ຈາກ 60,9% ​ປີ 2010 ຂຶ້ນ​ເປັນ 90,7% ປີ 2020. ດັດຊະນີ​ການ​ພັດທະນາ​ມະນຸດ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປັບປຸງ​ທຸກ​ປີ, ​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ດັດຊະນີ​ການ​ພັດທະນາ​ມະນຸດສະ​ເລ່ຍສູງ​ຂອງ​ໂລກ. ວຽກ​ງານ​ປົກ​ປ້ອງ​ສະພາບ​ແວ​ດລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ, ການ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຈາກ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ​ເຊັ່ນ: ນ້ຳ​ທະ​ເລ​ຍຶ່ງຂຶ້ນ, ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ... ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ເລີ່​ມຕົ້ນ​ຈາກ​ການ​ປັບປຸງ​ລະບຽບ​ກົດໝາຍ, ນະ​ໂຍບາຍຈົນ​ເຖິງ​ການ​ພະຍາກອນ, ຄົ້ນ​ເຜີຍ ​ແລະ​ຈັດການ​ແກ້​ໄຂ​ຢ່າງ​ທັນ​ການ.

ຊີວິດ​ດ້ານ​ຈິດ​ໃສ ຂອງ​ຊາວ​ຫວຽດນາມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ອຸດົມສົມບູນ ​ແລະ​ຮອບດ້ານ​ກວ່າ​ແຕ່​ກ່ອນ. ຕາ​ນ່າງ​ການ​ສຶກສາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ເພີ່ມ​ທະວີ, ​ໂຄງ​ສ້າງ​ພື້ນຖານການ​ສຶກສາ​ໄດ້​ຮັບ​ການ​ປັບປຸງ, ຖັນ​ແຖວ​ຄູ​ອາຈານ​ໄດ້​ຮັບ​ການ​ພັດທະນາ, ມີ​ຫຼາຍ​ນະ​ໂຍບາຍຮັບປະກັນ​ໃຫ້​ທຸກ​ຄົນ​ມີ​ສິດ ​ແລະ ມີ​ຄວາມ​ສາມາດ​ໃນ​ການ​ຊົມ​ໃຊ້​ການ​ສຶກສາ​ຕະຫຼອດ​ຊີວິດ. ການຂະຫຍາຍຕົວ​ຂອງ​ລະບົບ​ການ​ສຶກສາ​ແລະ​ຝຶກອົບຮົມ​ ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ ​ຊັບພະຍາກອນ​ມະນຸດ​ໃຫ້​ສັງຄົມ​ເທົ່າ​ນັ້ນ, ​ແຕ່​ຍັງ​ແມ່ນ​ປັດ​ໄຈ​ທີ່​ສຳຄັນ​​ໃນການ​ສ້າງ​ບຸກຄະ​ລິກກະພາບ ​ແລະ​ວິຖີ​ຊີວິດ​ໃຫ້​ຊາວ​ໜຸ່ມ, ​ເຈົ້າ​ຂອງ​ປະ​ເທດ​ໃນ​ອະນາ​ຄົນ.

ປະຊາທິປະ​ໄຕ​ສັງຄົມ​ນິຍົມ ​ໄດ້​ຮັບ​ການ​ປະຕິວັດ​ຢ່າງ​ກວ້າງຂວາງ ດ້ວຍ​ບັນດາ​ຂໍ້​ກຳນົດ​ກົດໝາຍ​ທີ່​ຮັບປະກັນ​ຢ່າງ​ແໜ້ນ​ແຟ້ນ. ການ​ປະຕິບັດ​ກົດ​ລະບຽບ​ປະຊາ​ທີ​ປະ​ໄຕ​ຢູ່​ຮາກ​ຖານ ​ໄດ້​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງຂອງ​ປະຊາຊົນ, ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ພວກ​ເຂົາ ​ໃນ​ການ​ຕັດສິນ​ຕົກລົງ​ທາງ​ດ້ານ​ເສດຖະກິດ-ສັງຄົມຢູ່​ທ້ອງ​ຖິ່ນ​ຕ່າງໆ. ການ “ຮ່ຳຮຽນ​ແລະ​ເຮັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ” ຕິ​ດກັບ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI “ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ”, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XII “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່​ສ້າງ, ປັບປຸງ​ພັກ; ກີດ​ກັ້ນ, ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “ການປ່ຽນ​ແປງ​ຕົນ​ເອງ”, “ການ​ຫັນປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ” ​ໄດ້​ຊຸກຍູ້​ການສ້າງ​ວັດທະນະທຳ​ພັກ, ວັດທະນະທຳ​ການ​ເມືອງ, ດ້ວຍ​ເນື້ອ​ໃນ​ພື້ນຖານ​ຄື ​ເຊີດ​ຊູ​ໃຫ້​ກຽດ​ແລະ​ປົກ​ປ້ອງຄວາມ​ສະອາດ​ຜ່ອງ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ຄຸນສົມບັດ​ດຸ​ໝັ່ນ, ປະຢັດ, ຊື່ສັດ​ທ່ຽງ​ທຳ, ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ, ​ເປັນ​ແບບຢ່າງ​ນຳ​ໜ້າ​ປະຊາຊົນ ຂອງ​ພະນັກງານ​ສະມາຊິກ​ພັກ ​ແລະ​ລະບົບ​ການ​ເມືອງ​ທັງ​ໝົດ. ຫຼາຍ​ຂະ​ບວນການ​ເຊັ່ນ “ປວງ​ຊົນ​ສາມັກ​ຄີ​ກັນ​ສ້າງ​ຊີວິດ​ວັດທະນະທຳ”, “​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ​ປີ 2016-2020”, “ປວງ​ຊົນ​ສາມັກຄີ​ກັນ​ສ້າງ​ຊົນນະບົດ​ໃໝ່, ສ້າງ​ຕົວ​ເມືອງ​ສີວິ​ໄລ”, ກໍ່ສ້າງ​ຄອບຄົວ​ວັດທະນະທຳ​ໃໝ່, ວັດທະນະທຳ​ໃນ​ສຳນັກງານ, ວັດທະນະທຳ​​ໃນ​ວິ​ສາ​ຫະກິດ, ວັດທະນະທຳ​ນັກທຸລະກິດ... ​ໄດ້​ປະກອບສ່ວນ​ສ້າງ​ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ໃນ​ການກໍ່​ສ້າງ​ຜູ້​ຄົນ, ປ້ອງກັນ​ກີດ​ກັ້ນ​ປະກົດ​ການ​ຊົ່ວ​ຮ້າຍ, ​ເສື່ອ​ມ​ໂຊມ​ທາງ​ດ້ານຄຸນສົມບັດ​ສັງຄົມ, ສ້າງ​ສະພາບ​ແວດ​ລ້ອມ​ສັງ​ຄົນ​ທີ່​ແຂງ​ແຮງ ສົດ​ໃສ.

ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ໃຊ້ຈ່າຍ​ຟຸມ​ເຟືອຍ ​ໄດ້​ຮັບ​ການ​ຍູ້​ແຮງ ​ເຊິ່ງບໍ່​ພຽງ​ແຕ່​​ເຜີຍ​ແບ​ໃບ​ໜ້າ​ຂອງ​ພວກ​ສວຍ​ໃຊ້​ຖານະ​ຕຳ​ແໜ່​ງ​ໃນ​ອົງການ​ຂອງ​ລະບົບ​ການ​ເມືອງ​ ເພື່ອຫາ​ຜົນ​ປະ​ໂຫຍ​ດທີ່​ຜິດ​ກົດໝາຍ​ພາຍ​ໃຕ້​ທຸກ​ຮູບ​ແບບ, ບໍ່​ພຽງ​ແຕ່​ເກັບ​ຄືນ​ຊັບ​ສິນ​ຂອງ​ລັດ ​ແລະຂອງ​ປະຊາຊົນ​ທີ່​ຖືກ​ເສຍ​ຫາຍ​ເທົ່າ​ນັ້ນ, ​ແຕ່​ສິ່ງ​ສຳຄັນ​ແມ່ນຖອນ​ຄືນ​ແລະ​ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາ​ຊົນ​ຕໍ່​ພັກ​ແລະ​ລັດ, ​ແມ່ນ​ການເອົາ “ແບບຢ່າງຊົ່ວ​ຮ້າຍ” ​ເພື່ອ​ກ່າວ​ເຕື່ອນ, ອົບຮົມ​ສຶກສາ​ກ່ຽວ​ກັບ​ຈັນ​ຍະບັນ​ສາທາລະນະ​ ສຳລັບ​ພະນັກງານ​ແລະ​ສະມາຊິກ​ພັກ.

ທັດສະນະ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ ກ່ຽວ​ກັບ​ເສລີພາບ​ໃນ​ການນັບ​ຖື​ສາດສະໜາ ຄວາມ​ເຊື່ອ ​ແລະ ​ເສ​ລິ​ພາບທີ່​ປາສະຈາກ​ສາດສະໜາ ຄວາມ​ເຊື່ອ, ກ່ຽວ​ກັບ​ຊາດ, ກ່ຽວ​ກັບ​ຄວາມ​ປອດ​ໄພ ​ແລະ​ສະ​ວັດ​ດີກາ​ນສັງຄົມ, ​ໄດ້​ຫັນ​ເປັນ​ນິຕິ​ກຳ​ຢູ່​ໃນ​ລັດຖະທຳ​ມະນູນ​ປີ 2013 ​ແລະ ​ໃນ​ລະບົບ​ກົດໝາຍຂອງຫວຽດນາມ. ຫຼາຍ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃນ​ຂົງ​ເຂດວັດທະນະທຳ-ສັງຄົມ​ໄດ້​ຮັບ​ການ​ປະຕິບັດ. ຄວາມ​ເຊື່ອ​ດັ້ງ​ເດີມ​ໄດ້​ຮັບ​ການ​ເຄົາລົບ​ແລະ​ສົ່ງ​ເສີມ​ຄວາມ​ໝາຍທາງ​ສັງຄົມ​ທີ່​ດີ. ບັນດາ​ສາດສະໜາ​ໄດ້​ເຄື່ອນ​ໄຫວຢ່າງ​ສະດວກ​ສະບາຍ​ຕາມ​ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ. ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ໄດ້​ຮັບ​ການ​ອຳນວຍ​ເງື່ອນ​ໄຂສະດວກ​ດີ ​ເພື່ອພັດທະນາ​ເສດຖະກິດ, ອະນຸລັກ​ແລະ​ເສີມ​ຂະຫບາຍ​ຄຸນຄ່າ​ທາງວັດ​ທະນະ​ທຳ​ແລະ​ເອກະລັກ. ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງຄົມ​ໄດ້​ຮັບປະກັນ. ຊີວິດ​ວັດຖຸ, ຈິດ​ໃຈ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ຂອງພີ່ນ້ອງ​ຮ່ວມ​ສາດສະໜາ ​ແລະ​ຂອງຊົນ​ເຜົ່າ​ສ່ວນ​ນ້ອຍ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ.

ກິດຈະກຳທາງວັດທະນະທຳ, ເຊັ່ນ: ວັນນະຄະດີ, ສິລະປະ, ຫໍສະໝຸດ, ການ​ອະນຸ​ຮັກ​ແລະ​ສົ່ງ​ເສີມ​ມໍ​ລະ​ດົກ​ທາງ​ວັດທະນະທຳ, ລ້ວນ​ແຕ່​ມີ​ຄວາມ​ເອົາ​ໃຈ​ໃສ່​​ໃນ​ການ​ພັດທະນາ, ມີ​ກິດຈະກຳ, ວັນນະກຳ​ທີ່​ມີ​ຄຸນຄ່າ, ມີ​ຄວາມ​ໝາຍ​ທາງ​ການ​ເມືອງ, ສັງຄົມ​ທີ່​ເລິກ​ເຊິ່ງ. ສະ​ເພາະ​ປີ 2019, ສຳ​ນັກ​ພິມ 59 ແຫ່ງໃນປະເທດໄດ້ຈັດພິມປຶ້ມຫລາຍກວ່າ 33.000 ​ເຫຼັ້ມ​ໂດຍ​ມີ​ຍອດ​ພິມຈຳໜ່າຍ 400 ລ້ານຫົວ, ປຶ້ມ​ອີ​ເລັກ​ໂທຣນິກຫຼາຍ​ພັນ​ຫົວ​ໄດ້​ຮັບ​ການ​ເຜີຍ​ແຜ່. ລະບົບ​ໜັງສືພິມ, ສື່​ມວນ​ຊົນພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ທັນ​ສະ​ໄໝ​ຂຶ້ນ​ເລື້ອຍໆ. ສະຖານີ​ວິທະຍຸ​ແລະ​ໂທລະພາບ​ມີ​ຫຼາຍ​ຊ່ອງ​ກຳລັງ​ດຳ​ເນີນ​ງານ, ​ໃນ​ນັ້ນ​​ຫຼາຍ​ຊ່ອງມີ​ການ​ເຊື່ອມ​ຕໍ່​ແລະຮ່ວມມືກັບສາກົນ. ຕາມ​​ສະຖິຕິ​ປີ 2019, ຢູ່​ຫວຽດນາມ​ມີ 64 ລ້ານ​ຄົນ​ນຳ​ໃຊ້​ອິນ​ເຕີ​ເນັດ, ກວມ​ເອົາ 66% ຂອງ​ປະຊາກອນ, ມີ​ໝາຍ​ເລກໂທລະສັບ 143,3 ລ້ານໝາຍ​ເລກ, ເທົ່າກັບ 148% ຂອງປະຊາກອນທັງໝົດ, ​ໃນ​ນັ້ນ​ຄົນ​ສ່ວນ​ໃຫຍ່​ໃຊ້​ສະມາດ​ໂພນ ​ເຊິ່ງ​ແມ່ນປະເພດພາຫະນະທີ່​ສາມາດເຂົ້າ​ເຖິງອິນເຕີເນັດຢູ່ທຸກບ່ອນ, ທຸກ​ເວລາ​ໃນ​ອານາ​ເຂດ​ຂອງ​ຫວຽດນາມ. ການ​ພັດທະນາຂອງ​ບັນດາ​ພາຫະນະສື່​ມວນ​ຊົນທີ່​ທັນ​ສະ​ໄໝ ສ້າງ​ເງື່ອນ​ໄຂ​ເປີດ​ແລະ​ສະດວກ​ດີ ​ໃຫ້​ປະຊາຊົນ​ຫວຽດນາມມີ​ໂອກາດ​ດີ​ຫຼາຍ​ຢ່າງ ​ເພື່ອຂະຫຍາຍ​ຄວາມ​ຮູ້, ການ​ແລກປ່ຽນ​ແລະ​ການ​ເຊື່ອມ​ຕໍ່​ດ້ານ​ວັດທະນະທຳ ​ກັບ​ບັນດາ​ປະ​ເທດ, ບັນດາ​ພື້ນຖານ​ວັດທະນະທຳ​ໃນ​ໂລກ. ກິດຈະກຳ​ກາ​ຍະ​ກຳ, ກິລາມ​ວນຊົນ, ກິລາ​ປະສິດທິພາບ​ສູງ ລ້ວນ​ແຕ່​ມີ​ການ​ເປີດ​ກວ້າງ, ບັນລຸ​ຜົນງານ​ທີ່​ຕັ້ງໜ້າ​ຫຼາຍ​ຢ່າງ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ບັນດາຜົນງານ​ແຫ່ງ​ການ​ກໍ່ສ້າງ ​ແລະພັດທະນາວັດທະນະທຳ​ຫວຽດນາມ​ໃນ 10 ປີ​ທີ່​ຜ່ານ​ມາ​ ແມ່ນ​ໃຫຍ່​ຫຼວງ​ແລະຮອບດ້ານ​ທີ່​ສຸດ. ຜົນງານ​ເຫຼົ່າ​ນັ້ນກ່ອນ​ອື່ນ​ໝົດ​ແມ່ນ ​ຜົນ​ຕາມ​ມາ​ໂດຍ​ກົງຈາກ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ ກ່ຽວ​ກັບການ​ພັດທະນາ​ວັດທະນະທຳ ​ທີ່​ສະ​ແດງ​ອອກ​ໃນ​ໂຄງການ​ການ​ເມືອງ​ປີ 2011. ພ້ອມ​ກັນ​ນັ້ນ, ຜົນງານ​ເຫຼົ່າ​ນັ້ນ​ກໍ່​ເລີ່​ມຈາກຮາກ​ເຫງົ້າ​ທາງ​ວັດທະນະທຳທີ່​ດີ​ງາມ​ຂອງ​ຊາດ ​ແລະການ​ອອກ​ແຮງ​ງານ​ປະດິດ​ສ້າງ ດ້ວຍຄວາມມຸ້ງຫວັງພັດທະນາຂອງແຕ່ລະຄົນ.

ທິດທາງກ່ຽວກັບວັດທະນະທຳຫວຽດນາມໃນໄລຍະຈະມາເຖິງ

ພ້ອມ​ກັນ​ກັບ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ 10 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ການ​ເມືອງ​ປີ 2011, ຂົງ​ເຂດ​ວັດທະນະທຳ​ກໍ່​ບັນລຸຜົນສຳ​ເລັດ​ຫຼາຍ​ຢ່າງ, ​ເຖິງ​ວ່າ​ຂົງ​ເຂດ​ນີ້​ຍັງ​ມີ​ຂໍ້ຈຳກັດ​ຈຳນວນ​ໜຶ່ງ.

ຄວາມ​ຮັບ​ຮູ້ ກ່ຽວ​ກັບ​ວັດທະນະທຳ ​ແລະສາຍ​ພົວພັນ​ລະຫວ່າງ​ການ​ກໍ່ສ້າງ​ວັດທະນະທຳ ​ກັບການ​ພັດທະນາ​ຜູ້​ຄົນ, ກ່ຽວ​ກັບ​ບົດບາດ, ຖານະ​ຕຳ​ແໜ່​ງຂອງ​ວັດທະນະທຳ​ ໃນ​ການກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ, ບາງ​ບ່ອນ, ບາງ​ທີ່​ຍັງ​ບໍ່​ທັນ​ເຕັມ​ສ່ວນ, ຍັງ​ບໍ່​ທັນ​ເລິກ​ເຊິ່ງ. ການຜັນ​ຂະຫຍາຍ​ແນວທາງ​ກໍ່ສ້າງ​ວັດທະນະທຳ​ຂອງ​ພັກ​ ໃນ​ໂຄງການ​ການ​ເມືອງ ​ແລະ ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ບໍ່​ໄດ້​ຄົບ​ຊຸດ​ແລະ​ຮອບດ້ານ. ຄະນະ​ພັກ, ອຳນາດ​ການ​ປົກຄອງ​ບາງ​ແຫ່ງ​ຍັງ​ງຸ່ມ​ງ່າມ​ໃນ​ການ​ຫັນ​ເປັນ​ນິຕິ​ກຳ​ຕໍ່​ຄວາມ​ຕ້ອງການຖື​ວັດທະນະທຳ​ເທົ່າ​ທຽມ​ກັນ​ກັບ​ການ​ເມືອງ, ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ, ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ. ການ​ສ້າງ​ແລະ​ກຳນົດ​ລະບົບ​ຄຸນຄ່າ​ມາດຕະຖານວັດທະນະທຳ, ຜູ້​ຄົນ​ຫວຽດນາມ​ນັ້ນ​ຍັງ​ຊ້າ, ພ້ອມ​ທັງ​ມີ​ຄວາມ​ງຸ່ມ​ງ່າມ ບໍ່​ເປັນ​ເອກະ​ພາບ​ໃນ​ການ​ສ້າງ​ຂໍ້​ກຳນົດ, ມາດຕະຖານ​ວັດທະນະທຳ​ໃນ​ການ​ເມືອງ, ​ເສດຖະກິດ, ​ໃນ​ສຳນັກງານ​ອົງການ, ການຈັດ​ຕັ້ງ​ຂອງ​ລະບົບ​ການ​ເມືອງ.

​ໃນ​ຄວາມ​ເປັນ​ຈິງ, ສະພາບ​ການ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​​ແຜນ​ດຳລົງ​ຊີວິດ​ໃນ​ພັກ​ແລະ​ໃນ​ສັງຄົມ ​ເຖິງ​ວ່າ​ໄດ້​ມີ​ການ​ປັບ​ປຸງ​ກໍ່ຕາມ, ​ແຕ່​ຍັງ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ. ການ​ຊົມ​ໃຊ້​ວັດທະນະທຳ ລະຫວ່າງເຂດຕົວເມືອງແລະຊົນນະບົດ, ລະຫວ່າງ​ເຂດ​ທົ່ງພຽງ, ​ເຂດ​ເນີນ​ສູງ ​ແລະ​ເຂດ​ຫ່າງ​ໄກ​ສອກຫຼີກ ມີຄວາມແຕກ​ໂຕນ​ກັນ​ຫຼາຍ. ​ໄພ​ສັງຄົມ, ອາດຊະຍາ​ກຳ​ຍັງ​ສັບສົນ, ມີ​ຫຼາຍ​ປະກົດ​ການ​ທີ່​ຜິດ​ກັບ​ຮີດຄອງ​ປະ​ເພນີ​ອັນ​ດີງາມ, ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ວັດທະນະທຳ​ຍັງ​ບໍ່​ທັນ​ສົດ​ໃສ. ຜົນງານ​ຕ່າງໆ​ໃນ​ການ​ເຄື່ອນ​ໄຫວທາງ​ດ້ານ​ວັດທະນະທຳ, ສິລະ​ປະກຳ, ​ໃນ​ການ​ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ, ບໍ່​ທັນ​ກັບ​ຄວາມ​ຕ້ອງການ, ຄວາມ​ຮຽກຮ້ອງ​ຂອງພາກ​ປະຕິບັດ. ລະບົບ​ສື່​ມວນ​ຊົນ​ພັດທະນາ​ໄວ ​ແຕ່​ຍັງ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ; ຍັງ​ມີ​ປະກົດ​ການ​ຂອງ​ການ​ຫັນ​ເປັນ​ການ​ຄ້າ, ຫ່າງ​ເຫີ​ນຈາກ​ຄະຕິ​ທຳ​ແລະຈຸດປະສົງ ຢູ່​ໃນບາງ​ສຳນັກງານ, ໜ່ວຍງານ​; ວຽກ​ງານ​ຄຸ້ມ​ຄອງ​ພາຫະນະ​ສື່​ມວນ​ຊົນ​ໃໝ່ ບໍ່​ໄດ້​ແໜ້ນ​ແຟ້ນ, ຂໍ້​ມູນ​ຂ່າວ​ສາມ​ທາງ​ລົບ​ແລະ​ບໍ່​ຖືກຕ້ອງ​ຫຼາຍ​ຢ່າງ ​ໃນ​ຊ່ອງ​ທາງ​ອີນ​ເຕີ​ເນັດ ​ແລະ​ສື່​ສັງຄົມ ​ໄດ້​ລົບ​ກວນ​ຄວາມ​ຮັບ​ຮູ້ຂອງ​ປະຊາຊົນ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຮ້ອນ​ເຄືອງ​ໃນ​ຊຸມ​ຊົນ. ການ​ຕໍ່ສູ້​ປະຕິ​ເສດ​ບັນດາ​ແນວ​ຄິດທີ່​ຜິດພາດ ​ເພື່ອ​ປົກ​ປ້ອງ​ພື້ນຖານ​ແນວ​ຄິດ​ຂອງ​ພັກ ​ແລະບັນດາ​ມູນ​ເຊື້ອ​ວັດທະນະທຳ​ທີ່​ດີງາມ​ຂອງ​ຊາດ ຍັງ​ຖືກ​ຈຳກັດ​ຫຼາຍ. ຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ບຸກຄະລາ​ກອນ​ຄຸນ​ນະພາບສູງ ​ໃນ​ຂົງ​ເຂດ​ວັດທະນະທຳຍັງ​ຖືກ​ຈະ​ກັດ, ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ. ການ​ຮ່ວມ​ມື​ສາກົນ​ທາງ​ດ້ານ​ວັດທະນະທຳບໍ່​ມີ​ປະສິດທິ​ຜົນ, ບໍ່​ທັນ​ກັບ​ຄວາມ​ຕ້ອງການ​ໃນ​ການ​ພັດ​ທະນາ. 

ສາ​ເຫດ​ຂອງ​ຄວາມ​ຈຳກັດ​ແລະ​ຈຸດ​ອ່ອນທີ່ກ່າວ​ມາ​ຂ້າງ​ເທິງ ສ່ວນ​ໃຫຍ່​ແມ່ນ​ຍ້ອນວ່າ ບາງຄະນະພັກ​ ແລະອຳນາດການ​ປົກຄອງ​ບໍ່​ໄດ້​ເອົາ​ໃຈ​ໃສ່ຢ່າງ​ພຽງພໍ​ເຖິງ​ຂົງ​ເຂດ​ນີ້, ພາ​ໄປ​ເຖິງ​ການ​ນຳພາ​ຊີ້​ນຳ​ບໍ່​ໄດ້​ເດັດດ່ຽວ​ແທ້. ການ​ຫັນ​ມະຕິ​ຂອງ​ພັກ​ເປັນຮູບ​ປະ​ທຳ, ​ເປັນ​ນິຕິ​ກຳຍັງ​ຊ້າ, ຂາດ​ຄວາມ​ຄົບ​ຊຸດ​ ແລະ​ໃນ​ບາງ​ກໍລະນີບໍ່​ເປັນ​ໄປ​ໄດ້. ວຽກ​ງານ​ຄຸ້ມ​ຄອງ​ລັດ​ທາງ​ດ້ານ​ວັດທະນະທຳ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ, ບາງ​ຄັ້ງ ບາງ​ແຫ່ງ​ຍັງ​ຖືກ​​ເບິ່ງ​ເບົາ, ​ປ່ອຍປະ​ລະ​ເຫຼີງ, ລະບຽບ​ວິ​ໄນ​ບໍ່​ເຄັ່ງ​ຄັດ. ການ​ລົງທຶນ​ໃນ​ຂົງ​ເຂດ​ວັດທະນະທຳ​ຍັງ​ຕ່ຳ​ແລະ​ກະ​ແຈກ​ກະຈາຍ. ບັນຫາວັດທະນະທຳໃໝ່ບໍ່ໄດ້ຮັບ​ການຕິດຕາມທັນເວລາ ​ເພື່ອ​ລົງທຶນ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ​ແລະ​ມີ​ປະສິດທິ​ຜົນ. ບໍ່​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ພຽງພໍຕໍ່​ການຝຶກ​ອົບຮົມ​ແລະ​ບຳລຸງ​ສ້າງ ຊັບພະຍາກອນ​ມະນຸດ​ທີ່​ປະຕິບັດ​ງານ​ໃນ​ຂົງ​ເຂດ​ວັດທະນະທຳ, ​ໂດຍ​ສະ​ເພາະ​ແມ່ນ​ຖັນ​ແຖວ​ພະນັກງານ​ນຳພາ, ຄຸ້ມ​ຄອງທຸກ​ຂັ້ນ. 

ຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງການ​ກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ​ໃນ​ຍຸກໃໝ່, ບົນ​ພື້ນຖານ​ການ​ຄົ້ນຄວ້າ, ພິຈາ​ລະ​ນາ​ສະພາບ​ການ ​ແລະ ຜົນ​ຂອງ​ການ​ປະຕິບັດ​ໂຄງການ​ການ​ເມືອງ​ປີ 2011, ອາດ​ຈະແນະນຳບາງທິດທາງໃນການສ້າງວັດທະນະທຳ ຂອງປະເທດໃນໄລຍະທີ່ຈະມາເຖິງ.

ທີ່​ໜຶ່ງ, ຕ້ອງການ​ສືບ​ຕໍ່ຄົ້ນ​ຄວ່າ, ໃຫ້ຄວາມກະຈ່າງແຈ້ງ ​ແລະ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າກ່ຽວ​ກັບ ​ແນວທາງ “ສ້າງ​ວັດທະນະທຳທີ່​ກ້າວໜ້າ, ​​ເຂັ້ມຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ”, ກາຍ​ເປັນ “ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ, ​ແມ່ນ​ເປົ້າໝາຍ​ແລະ​ກຳລັງ​ຂັບ​ເຄື່ອນ​ເພື່ອ​ພັດທະນາ​ປະ​ເທດ​ຢ່າງຍືນ​ຍົງ”; ກ່ຽວ​ກັບ​ສາຍ​ພົວພັນ​ແໜ້ນ​ແຟ້ນລະຫວ່າງ​ການ​ກໍ່ສ້າງ​ວັດທະນະທຳ​ກັບ​ການ​ກໍ່ສ້າງ​ຜູ້​ຄົນ, ການ​ພັດທະນາ ”ວັດທະນະທຳ​ເພື່ອປັບປຸງ​ບຸກຄະ​ລິກກະພາບ​ມະນຸດ​ໃຫ້​ສົມບູນ ​ແລະ​ການ​ກໍ່ສ້າງ​ຜູ້​ຄົນ​ເພື່ອ​ພັດທະນາ​ວັດທະນະທຳ”. ບົນ​ພື້ນຖານ​ແນວທາງ​ຂອງ​ພັກ, ສືບ​ຕໍ່​ຄົ້ນຄວ້າ, ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ເນື້ອ​ໃນ​ຂອງ​ການ​ພັດທະນາ​ວັດທະນະທຳ, ກົນ​ໄກທີ່​ດຳ​ເນີນ​ການ​ພົວພັນລະ​ຫວ່າງວັດທະນະທຳ​ກັບ​ຜູ້​ຄົນ ​ແລະ​ຂົງ​ເຂດ​ອື່ນ​ໃນ​ສັງຄົມ, ວິທີ​ການ​ນຳ​ໃຊ້, ​ແກ້​ໄຂບັນຫາ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ພັດທະນາ​ວັດທະນະທຳ​ແລະ​ມະນຸດ.

ທີ​ສອງ, ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ກວ່າ ​ແທດ​ຈິງ​ກວ່າ​ຕໍ່​ການຈັດ​ຕັ້ງ​ປະຕິບັດ​ແນວທາງຂອງ​ພັກ ກ່ຽວ​ກັບ​ການ​ສ້າງ​ວັດທະນະທຳ ​ແລະ​ພັດທະນາມະນຸດ​ຢູ່​ຫວຽດນາມ. ​ໃນ​ການຈັດ​ຕັ້ງ​ປະຕິບັດ, ຕ້ອງ​ດຳ​ເນີນ​ຂອດ​ຕ່າງໆ​ຢ່າງ​ຄົບ​ຊຸກ, ຕັ້ງ​ແຕ່​ການ​ຫັນ​ແນວທາງ​ເປັນ​ນິຕິ​ກຳ, ການ​ສ້າງ​ນະ​ໂຍບາຍ, ການ​ສ້າງ​ແລະ​ປັບປຸງ​ລະບຽບ​ກົດໝາຍ, ການຈັດ​ຕັ້ງ​ກົງ​ຈັກ, ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາຂອງ​ຄະນະ​ພັກ ​ແລະ​ແບບ​ວິທີ​ການ​ຄຸ້ມ​ຄອງ​ຂອງ​ອົງການ​ລັດ, ຈົນ​ເຖິງ​ການ​ຮັບປະກັນ​ຊັບພະຍາກອນ​ມະນຸດ, ລົງທຶນ​ການ​ເມືອງ, ລະບອບ​ຄ່າ​ຕອບ​ແທນ, ຍ້ອງຍໍ​ໃຫ້​ລາງວັນ ​ແລະ ບັນດາ​ເງື່ອນ​ໄຂທີ່ກ່ຽວຂ້ອງ. ຕົວຢ່າງ, ​ເພື່ອ​ປະຕິບັດການ “ຕັ້ງ​ວັດທະນະທຳ​ທຽບ​ເທົ່າ​ກັບການ​ເມືອງ, ​ເສດຖະກິດ, ການ​ປ້ອງ​ກັນ​ປະ​ເທດ, ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ, ການ​ຕ່າງປະ​ເທດ”, ບັນຫາ​ບໍ່​ພຽງ​ແຕ່​ແມ່ນການ​ເຂົ້າ​ໃຈ​ແຈ້ງທັດສະນະ, ລົງທຶນ​ການ​ເມືອງ​ເທົ່າ​ນັ້ນ, ​ແຕ່​ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງມີ​ລະບຽບ​ກົດໝາຍ​ທີ່​ຈະ​ແຈ້ງ, ຄົບ​ຖ້ວນ, ມີ ຄວາມ​ຕັດສິນ​ໃຈ​ທາງ​ການ​ເມືອງ, ມີ ບັນດາ​ມາດ​ຕະການ​ສະ​ເພາະ... ຢາ​ກກໍ່ສ້າງ​ເຂດ​ອຸດສາຫະກຳ​ໜຶ່ງ, ປະຕິບັດ​ໂຄງການ​ພັດທະນາ​ເສດຖະກິດ, ຕ້ອງ​ກຳນົດ​ຂໍ້ຜູກມັດກ່ຽວກັບການແກ້ໄຂບັນຫາວັດທະນະທຳ, ມະນຸດ, ​ເຊັ່ນ​ທີ່ຢູ່​ອາ​ໄສ, ​ໂຮງຮຽນ, ​ເຮືອນ​ຝາກ​ເດັກ, ບໍລິການ​ສາທາລະນະ​ສຸກ, ​ໂຮງ​ມະຫໍລະສົບ, ສະຖານ​ທີ່​ບັນ​ເທີງ... ຢາກ​ຄຸ້ມ​ຄອງຂໍ້​ມູນ​ຂ່າວສານ​ໃຫ້​ດີ​ໃນ​ພາຫະນະ​ສື່​ມວນ​ຊົນ​ໃໝ່, ບໍ່​ອາດ​ຈະ​ບໍ່​ກຳນົດ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ເງື່ອນ​ໄຂ​ການ​ເຜີຍ​ແຜ່​ຂໍ້​ມູນ, ສິດທິ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ແຜ່​ພາບ​ກະຈາຍສຽງ...

ທີ​ສາມ, ກໍ່ສ້າງ​ແລະ​ປະຕິບັດ​ຍຸດ​ທະ​ສາດການ​ພັດທະນາ​ວັດທະນະທຳ​ໃນ​ໄລຍະ​ໃໝ່​ຢ່າງຮອບດ້ານ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ, ສອດຄ່ອງ​ກັບ​ບັນດາ​ເງື່ອນ​ໄຂ​ສະ​ເພາະ​ຂອງສະ​ໄໝ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະນາ​ຢ່າງ​​ໄວວາ​ຂອງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ແລະ​ເຄືອ​ຂ່າຍ​ສື່​ສັງຄົມ. ຄົ້ນຄວ້າ​ແລະ​ກຳ​ນົດລະບົບ​ຄຸນຄ່າ​ວັດທະນະທຳ​​ແລະ​ຜູ້​ຄົນ​ຫວຽດນາມ ​ເພື່ອ​ເປັນ​ພື້ນຖານ, ບ່ອນ​ອີງ​ໃຫ້​ແກ່​ການ​ກໍ່ສ້າງ​ບັນດາ​ມາດຕະຖານ​ວັດທະນະທຳ​ໃນ​ການ​ເມືອງ, ​ໃນ​ເສດຖະກິດ, ​ໃນ​ບັນດາ​​ເຂດຊຸມ​ຊົນ... ມີ​ນະ​ໂຍບາຍ​ພັດທະນາ​ບັນດາ​ເສົາ​ຄ້ຳ​ວັດທະນະທຳ​ຢ່າງຮອບດ້ານ​ເຊັ່ນ: ກໍ່ສ້າງຊີວິດ​ວັດທະນະທຳ​ໃໝ່; ຊຸກຍູ້​ການ​ເຄື່ອນ​ໄຫວ​ປະດິດ​ສ້າງ, ສິລະ​ປະ, ວັດທະນະທຳ; ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ​ທີ່​ຕັ້ງໜ້າ; ພັດທະນາ​ອຸດສາຫະກຳ​ວັດທະນະທຳ; ອະນຸ​ຮັກ​ແລະ​ພັດທະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ດັ້ງ​ເດີມ; ພັດທະນາ​ກາ​ຍະ​ກຳ, ກິລາ​ມະຫາຊົນ ​ແລະ​ກິລາ​ປະສິດທິພາບ​ສູງ.

ທີ​ສີ່, ກໍ່ສ້າງ​ຜູ້​ຄົນ​ຫວຽດນາມ​ທີ່​ຂະຫຍາຍຕົວ​ຢ່າງຮອບດ້ານ, ມີ​ນ້ຳ​ໃຈ​ຮັກ​ຊາດ, ຈິດ​ໃຈ​ຊາດ, ມີ​ບຸກຄະ​ລິກກະພາບ​ດີ ວີ​ຖີຊີວິດ​ດີງາມ, ມີ​ທັກ​ສະ​ອອກ​ແຮງ​ງານ​ສ້າງສັນ​ ແລະ​ຄວາມ​ປາດ​ຖະໜາ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ. ​ເພີ່ມ​ທະວີ​ການ​ປະຕິບັດ​ປະຊາທິປະ​ໄຕ, ປົກ​ປ້ອງ​ສິດທິ​ມະນຸດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ທຳ​ຂອງ​ປະຊາຊົນ, ພ້ອມ​ທັງ​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່​ສັງຄົມ, ພັນທະ​ຕໍ່​ປະ​ເທດ, ຮັກສາ​ລະບຽບ​ວິ​ໄນ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢ່າງ​ເຂັ້ມ​ງວດ. ພັດທະນາ​ຢ່າງ​ຄົບ​ຊຸດ​ບັນດາ​ປັດ​ໄຈ​ແລະ​ເງື່ອນ​ໄຂ ທີ່ຮັບປະກັນ​ໃຫ້​ປະຊາຊົນ​ມີ​ເງື່ອນ​ໄຂພັດທະນາ​ຢ່າງຮອບດ້ານ, ​ໄດ້​ຊົມ​ໃຊ້​ສະວັດ​ດີກາ​ນ​ແລະ​ບໍລິການທີ່​ດີ​ເຊັ່ນ: ລະບົບ​ການ​ສຶກສາ, ລະບົບ​ສາທາລະນະ​ສຸກ, ບັນດາ​ກິດຈະການ​ສະ​ວັດ​ດີກາ​ນທາງ​ດ້ານ​ວັດທະນະທຳ, ກິລາກາ​ຍະ​ກຳ, ສະຖານ​ທີ່ບັນ​ເທີ​ງລື່ນ​ເລີງ...

ທີ​ຫ້າ, ພັດທະນາ​ອຸດສາຫະກຳ​ວັດທະນະທຳທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມ ​ແລະ​ຄຸ​ນລັກສະນະ​ວັດທະນະທຳ​ຫວຽດນາມ, ພ້ອມ​ກັບ​ການ​ກໍ່ສ້າງ​ຕະຫຼາດ​ວັດທະນະທຳ​ທີ່​ສົດ​ໃສ. ຊຸກ​ຍຸ້ການ​ເຄື່ອນ​ໄຫວ​ສັງ​ສັນ​ລະຫວ່າງ​ປະຊາຊົນ, ການ​ຮ່ວມ​ມື​ວັດທະນະທຳ​ສາກົນ ດ້ວຍ​ຈິດ​ໃຈ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນ ​ແລະຮັບ​ເອົາ​ຄຸນຄ່າ​ວັດທະນະທຳ​ຂອງ​ມະ​ນຸດ​ຊາດ​ຢ່າງ​ມີ​ການ​ເລືອກ​ເຟັ້ນ, ​ເຜີຍ​ແຜ່​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມຂອງ​ຫວຽດນາມ​ຢ່າງ​ກວ້າງຂວາ​ງ​ໃນ​ໂລກ.

ພາລະກິດການ​ກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ​ກຳລັງ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ນັ້ນ​ແມ່ນ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ການ​ເຄື່ອນ​ໄຫວ​ຢ່າງ​ໄວວາ​ທີ່​ສຸດ​ຂອງ​ວິວັດທະນາ​ການ​ທາງ​ເສດຖະກິດ, ການ​ເມືອງ, ການ​ປ້ອງ​ກັນ​ປະ​ເທດ, ການ​ປ້ອງ​ກັນ​ຄວາມໝັ້ນຄົງ, ການ​ຜັນ​ປ່ຽນ​ຢ່າງ​ໄວວາ​ໃນ​ສາຍ​ພົວພັນ, ການ​ເຊື່ອມ​ຕໍ່​ພາກ​ພື້ນ​ແລະ​ທົ່ວ​ໂລກ... ສະພາບ​ການ​ດັ່ງກ່າວ​ຮຽກຮ້ອງ​ຕ້ອງການ​ມີ​ຄວາມ​ກ້າຫານ​ທາງ​ການ​ເມືອງ, ຄວາມ​ປາດ​ຖະໜາ​ໃນ​ການ​ພັດທະນາ​ແລະ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ​ໃນ​ເງື່ອນ​ໄຂ​ດັ່ງກ່າວ, ການ​ກໍ່ສ້າງ​ພື້ນຖານວັດທະ​ນະ​ທຳ​ທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ ​ແລະ​ການ​ພັດທະນາ​ຜູ້​ຄົນ​ຢ່າງຮອບດ້ານ, ຍິ່ງ​ມີ​ຄວາມ​ໝາຍທີ່​ສຳ​ຄັນ​ໃຫຍ່​ຫຼວງ. ​ເພາະວ່າ, ນັ້ນ​ແມ່ນ​ການ​ເພີ່ມ​ທະວີ​ຮາກ​ຖານ​ຈິດ​ໃຈ, ກຳລັງ​ແຮງ​ພາຍ​ໃນ, ຖານ​ທີ່​ໝັ້ນຄົງ​ທີ່​ສຸດ​ສຳລັບ​ການ​ພັດທະນາ​ຂອງ​ປະ​ເທດ./.

---------------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້​ຍ, 2011, ​ເຫຼັ້ມ 4, ໜ້າ 187.

(2) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 81.

(3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 11, ໜ້າ 93.

(4) ຂໍ້ມູນ​ທັງ​ໝົດ​ກ່ຽວ​ກັບ​ເສດຖະກິດ - ສັງຄົມ​ຫວຽດນາມຢູ່​ໃນ​ບົດ​ນີ້ ລ້ວນ​ແຕ່​ໄດ້​ເອົາ​ມາ​ຈາກ “ຮ່າງ​ລາຍ​ງານ​ສະຫຼຸບ​ສັງລວມການ​ປະຕິບັດ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ 10 ປີ 2011 - 2020, ການ​ສ້າງ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ 10 ປີ 2021 - 2030”

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 942 (​ເດືອນ​ພຶດສະພາ 2020)