ປຶກສາຫາລືກ່ຽວກັບທິດທາງຍຸດທະສາດ ຄວາມປອດໄພທາງສັງຄົມ ໄລຍະ 2021 - 2030

ໂດຍ ປອ. ຫງວຽນ ຫຶວ ຢູ້ງ
ອະ​ດິດ​ຫົວ​ໜ້າ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ແຮງ​ງານ ແລະ ສັງ​ຄົມ
03:29, 31-05-2020

ການຝຶກອົບຮົມອາຊີບແມ່ນໜຶ່ງໃນຫຼາຍນະໂຍບາຍ ຄວາມປອດໄພສັງຄົມທີ່ປະກອບສ່ວນເຂົ້າໃນການ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ ເທື່ອລະກ້າວ (ພາບ: trungtamdaotaonghe.vn)

ວກ. ອອນ​ໄລ - ໄລ​ຍະ 2021 - 2030 ແມ່ນ​ໄລ​ຍະ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມຂອງ​ປະ​ເທດ ​ຕາມ​ທິດ​ການເຕີບ​ໂຕ​​ປະ​ດິດ​ສ້າງ ແລະ ຮັບ​ປະ​ກັນຄວາມ​ປອດ​ໄພ​ສັງ​ຄົມ. ດ້ວຍ​ເຫດນັ້ນ, ຍຸດ​ທະ​ສາດ​ຄວາມ​ປອດ​ໄພສັງ​ຄົມ​ຕ້ອງ​ການ​ໄດ້​ກໍ່​ສ້າງ​ຕາມ​ວິ​ທີ​ເຂົ້າ​ເຖິງ​ໃໝ່.

ບາງວິ​ທີ​ເຂົ້າ​ເຖິງ​ການກໍ່​ສ້າງ​ຍຸດ​ທະ​ສາດຄວາມ​ປອດ​ໄພ​ສັງ​ຄົມ

ທີ​ໜຶ່ງ, ປະ​ຊາ​ຊົນ​ທຸກ​ຄົນ​​ມີ​ສິດ​ໄດ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສັງ​ຄົມຢ່າງ​ແທ້​ຈິງ.

​ທາງ​ດ້ານ​ສິດທິ​ມະ​ນຸດ, ສິດ​ໄດ້​ຮັບ​ປະ​ກັນຄວາມ​ປອດ​ໄພ​ສັງ​ຄົມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສິດທິ​ອັນ​ພື້ນ​ຖານ​ຂອງ​ມະນຸດ. ນັ້ນ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຍືນ​ຍົງ​ຄົງ​ຕົວ ແລະ ພັດ​ທະ​ນາ​ຄືແບບ​ທຳ​ມະ​ຊາດ. ດັ່ງ​ນັ້ນ, ລັດ​ຖະ​ທຳ​ມະ​ນຸນ​ປີ 2013 ທີ່​ໄດ້​ກຳ​ນົດ​ໄວ້​ວ່າ “ພົນ​ລະ​ເມືອງມີ​ສິດ​ໄດ້​ຮັບ​ປະ​ກັນຄວາມ​ປອດ​ໄພ​ສັງ​ຄົມ” (ມາດ​ຕາ​ທີ 34) ແມ່ນຄວາມ​ຈຳ​ເປັນ​ພາ​ວະ​ວິ​ໄສ, ທັງ​ເປັນ​ເປົ້າ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ, ທັງ​ເໝາະ​ສົມ​ກັບ​ທ່າ​ອຽງ​ກ້າວ​ໜ້າ​ຂອງ​ໂລກ.

ວິ​ທີ​​ເຂົ້າ​ເຖິງ​ທີ່​ອີງ​ໃສ່​​ສິດ​ໄດ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສັງ​ຄົມ​ຂອງ​ປະ​ຊາ​ຊົນແມ່ນ​ວິ​ທີ​​ເຂົ້າ​ເຖິງ​ໃໝ່​ໃນ​ໂລກ​ປະ​ຈຸ​ບັນ ແລະ ​ໄດ້​ຮັບ​ການ​ໝູນ​ໃຊ້​ໃນຫຼາຍ​ປະ​ເທດ. ວິ​ທີ​ນີ້​ມີ​ຄວາມ​ແຕກ​ຕ່າງ​​ກັບ​ວິ​ທີ​ການດັ້ງ​ເດີມ​ຢູ່​ທີ່ມັນບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ເປົ້າ​ໝາຍ​​ທາງ​ດ້ານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ​ເທົ່າ​ນັ້​ນ ​ແຕ່ຍັງ​ເອົາ​ໃຈ​ໃສ່​ເຖິງ​ລຳ​ດັບ​ການ​ດຳ​ເນີນ, ວິ​ທີ​ການ​ຄັດ​ເລືອກ​ເພື່ອ​ບັນ​ລຸ​​​ເປົ້າ​ໝາຍ​ເຫຼ່ານັ້ນ ແລະ ໄດ້​ພິ​ຈາ​ລະ​ນາ​ຕາມ​ໂຄງ​ປະ​ກອບ​ລະ​ບົບ​​ຂອງ​ຄວາມ​ປອດ​ໄພ​ສັງ​ຄົມ.

​ໂດຍ​ພື້ນຖານ​ແລ້ວ, ວິ​ທີ​ເຂົ້າ​ເຖິງນີ້​​ໃຊ້​ມາດ​ຕະ​ຖານ​​ສິດໄດ້​ຮັບ​ປະ​ກັນຄວາມ​ປອດ​ໄພ​ສັງ​ຄົມ​ຂອງ​ມະ​ນຸດ​ເປັນ​ພື້ນ​ຖານ​ເພື່ອ​ກຳ​ນົດ​ຜົນ​ສຳ​ເລັດ​ຕາມ​ຄວາມ​ຄາດຫວັງ ແລະ ນຳ​ເອົາ​ບັນ​ດາຫຼັກ​ການ​ເປັນ​ເງື່ອນ​ໄຂ ​ເປັນ​ຂອບ​ສຳລັບ​ຂະ​ບວນ​ການ​ກະທຳ​ເພື່ອ​ສົ່ງ​ເສີມ​ຜົນ​ໄດ້​ຮັບ​ແມ່ນ​ການ​ປົກປ້ອງ​​ມະ​ນຸດ.

ວິ​ທີ​​ເຂົ້າ​ເຖິງ​ກ່ຽວ​ກັບ​ສິດ​ໄດ້​ຮັບ​ປະ​ກັນຄວາມ​ປອດ​ໄພ​ສັງ​ຄົມ​​ ມີ​ຄວາມ​ແຕກຕ່າງ​ກັບວິ​ທີ​​ເຂົ້າ​ເຖິງ​ທີ່​ແນ​ໃສ່ “ຜູ້​ທຸກ​ຍາກ”. ບັນ​ດາ​ໂຄງ​ການຄວາມ​ປອດ​ໄພ​ສັງ​ຄົມ​ທີ່​ໄດ້​ກໍ່​ສ້າງ​ບົນ​ພື້ນ​ຖານ​ປະ​ຊາ​ຊົນ​ແມ່ນ “ພົນ​ລະ​ເມືອງ” ແຕ່ບໍ່​ແມ່ນ​ບົນ​ພື້ນ​ຖານ​ລະ​ດັບ​ຄວາມ​ທຸກ​ຍາກ. ບັນ​ດາ​ໂຄງ​ການມອບ​ສິດ​ທີ່​ມີ​ລະ​ດັບ​ປົກ​ຫຸ້ມ​ສູງກວ່າ, ສ່ວນ​ຫຼາຍ​ແມ່ນ​ທົ່ວ​ປວງ​ຊົນ. ກົງ​ກັນ​ຂ້າມ, ບັນ​ດາ​ໂຄງ​ການ​ກ່ຽວ​ກັບການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ມັກ​ຈະມີ​ອັດ​ຕາ​ການລະ​ເວັ້ນຜູ້​ໄດ້​ຮັບ​ສູງ. ດັ່ງ​ນັ້​ນ, ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ, ໃນ​ນັ້ນ​ມີຫວຽດ​ນາມ ຕ້ອງ​ຫັນ​ການ​ໝູນ​ໃຊ້​ວິ​ທີ​ເຂົ້າ​ເຖິງ​ຈາກ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ມາ​ເປັນ​ວິ​ທີ​ເຂົ້າເຖິງ​ຕາມ​ສິດ​ໄດ້​ຮັບ​ປະ​ກັນຄວາມ​ປອດ​ໄພ​​ສັງ​ຄົມ.

ທີ​ສອງ, ລະ​ບົບ​ຄວາມ​ປອດ​ໄພ​​ສັງ​ຄົມ​ເຂົ້າ​ເຖິງ​ຕາມ​ມາດ​ຕະ​ຖານ​ສາ​ກົນ ແລະ ສອດຄ່ອງ​ກັບ​ທ່າ​ອຽງທົ່ວ​ໄປ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ຄວາມ​ປອດ​ໄພ​ສັງ​ຄົມ​ທີ່​ເຂົ້າ​ເຖິງ​​ຕາມ​ສິດທິ​ໃນ​ການ​ສ້າງ​ມາດ​ຕະ​ຖານແລະຂໍ້ກຳ​ນົດ​​ໃນອະນຸ​ສັນຍາສາ​ກົນ​ຫຼາຍ​ສະ​ບັບຂອງສະ​ຫະ​ປະ​ຊາຊາດ, ອະນຸ​ສັນຍາ​ຂອງ​ອົງ​ການ​ແຮງ​ງານ​ສາ​ກົນ, ​ໄດ​ຍສະ​ເພາະ​ແມ່ນ​ອະນຸ​ສັນຍາ​ໝາຍ​ເລກ 102 (ປີ 1952) ຂອງອົງ​ການ​ແຮງ​ງານ​ສາ​ກົນ “ວ່າ​ດ້ວຍເກນ​ກຳ​ນົດ​ຂັ້ນ​ຕ່ຳ​ກ່ຽວ​ກັບຄວາມ​ປອດ​ໄພ​ສັງ​ຄົມ”. ມາດ​ຕາ 22 ໃນ “ຖະ​ແຫຼງ​ການ​ໂລກ​ກ່ຽວ​ກັບ​ສິດ​ທິມະ​ນຸດ” (ປີ 1948) ຂອງ​ສະ​ຫະ​ປະ​ຊາ​ຊາດລະບຸ: ແຕ່​ລະ​ຄົນ, ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ​ສັງ​ຄົມ, ລ້ວນ​ແຕ່​ມີ​ສິດ​ໄດ້​ຮັບ​ປະ​ກັນຄວາມ​ປອດ​ໄພ​ສັງ​ຄົມ ແລະ ສິດນີ້​ຕ້ອງ​ໄດ້​ຫັນ​ເປັນ​ຄວາມ​ຈິງ​ໂດຍ​ຜ່ານ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແຫ່ງ​ຊາດ ແລະ ການຮ່ວມ​ມື​ສາ​ກົນ ແລະ ຕ້ອງ​ເໝາະ​ສົມ​ກັບ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ, ແຫຼ່ງ​ພະ​ລັງ, ເງື່ອນ​ໄຂ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ປະ​ເທດ. ມາດ​ຕາ 25 ຂອງຖະ​ແຫຼງ​ການ ສະ​ບັບ​ນີ້​ຍັງ​ໄດ້​ລະ​ບຸ​ໄວ້​ວ່າ: “(i) ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດ​ໄດ້​ຮັບ​ລະ​ດັບ​ຊີ​ວິດ​ທີ່​ເໝາະ​ສົມ​ກັບ​ສຸ​ຂະ​ພາບ ແລະ ຄວາມ​ອີ່ມ​ໜຳ​ສຳ​ລານ​ໃຫ້​ແກ່​ຕົນ​ເອງແລະຄອບ​ຄົວ ​ລວມ​ມີ: ສະ​ບຽງ​ອາ​ຫານ, ເຄືຶ່ອງ​ນຸ່ງ​ຫົ່ມ, ເຮືອນ​ຢູ່, ສາ​ທາ​ລະ​ນະ​ສຸກ ແລະ ​ການ​ບໍ​ລິ​ການ​ສັງ​ຄົມ​ທີ່​ຈຳ​ເປັນ, ສິດ​ສະ​ຫວັດ​ດິ​ການ​ສັງ​ຄົມ​ໃນ​ເວ​ລາ​​ຕົກ​ວຽກ, ເຈັບ​ປ່ວຍ, ພິ​ການ, ເປັນ​ໝ້າຍ, ເຖົ້າ​ແກ່ ຫຼື​ກໍ​ລະ​ນີ​ອື່ນໆທີ່​ຂາດ​ເຂີນຍ້ອນສະພາບ​ການ​ທີ່​ຢູ່​ນອກ​ເໜືອ​ການ​ຄວບ​ຄຸມ​ຂອງ​ເຮົາ; (ii) ແມ່ແລະເດັດ​​ຕ້ອງ​ໄດ້​ຮັບ​ການ​ເບີ່ງ​ແຍງ​ດູ​ແລ ແລະ ຊ່ວຍ​ເຫຼືອ​ແບບ​ພິ​ເສດ. ເດັດ​ນ້ອຍ​ທຸກ​ຄົນ,​ ເກີດ​ມາຈາກ​ແມ່​ທີ່​ມີ​ໃບ​ສົມ​ລົດຫຼືບໍ່​ມີ​ໃບ​ສົມ​ລົດ, ກໍ່ລ້ວນ​ແຕ່​ໄດ້​ຮັບ​ການ​ປ້ອງ​ກັນ​ຢ່າງ​ສະ​ເໝີ​ພາບ​ຂອງ​ສັງ​ຄົມ”.

ຕາມ​ວິ​ທີ​ເຂົ້າ​ເຖິງ​ດັ່ງ​ກ່າວ, ໃນ​ລະ​ບົບ​ຄວາມ​ປອດ​ໄພ​ສັງ​ຄົມ​ຢູ່ຫວຽດ​ນາມ ​ຍັງ​ມີ​ “​ຊ່ອງ​ຫ​ວ່າງ” ທີ່ຈຳ​ເປັນ​ຕ້ອງ​ໄດ້ “ຕຶ່ມ​ເຕັມ”. ​ດັ່ງນີ້:

- ​ເຖິງ​ວ່າຄວາມ​ປອ​ດໄພ​ສັງ​ຄົມ​ຂອງຫວຽດ​ນາມ ​ໄດ້ແລະພວມ​ເຂົ້າ​ເຖິງ​ໂດຍ​ອີງ​ໃສ່​ສິດທິ​ທົ່ວ​ໄປ, ກວມ​ເອົາ​ທຸກ​ຄົນ, ​ໂດຍ​ສະ​ເພາະ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແລະການ​ສຶກ​ສາ, ແຕ່​ຍ້ອນ​ແຫຼ່ງ​ພະ​ລັງ​ການ​ລົງ​ທຶນ​ໃຫ້​ແກ່​ຄວາມ​ປອດ​ໄພ​ສັງ​ຄົມ​​ຍັງຖືກ​ຈຳ​ກັດ​ ດັ່ງ​ນັ້​ນ​ຍັງ​ຕ້ອງ​ສຸມ​ໃສ່​​ບູ​ລິ​ມະ​ສິດ​ກ່ອນ​ອື່ນ​ໝົດ​ໃຫ້​ກຸ່ມ​ຄົນ​ທຸກ​ຍາກ, ຄົນ​ອ່ອນ​ແອ, ຄົນ​ທີ່​ມີ​ຄວາມ​ສ່ຽງ, ເຂດ​ຫ່າງ​ໄກສອກ​ຫຼີກ, ເຂດ​​ຊົນ​ເຜົ່າ​ສ່ວ​ນ​ໜ້ອຍ,… ດັ່ງ​ນັ້​ນ​ລະ​ດັບ​ປົກ​ຫຸ້ມ​ຂອງຄວາມ​ປອດ​ໄພ​ສັງ​ຄົມ​ຕາມ​ທິດ​ທົ່ວ​ປວງ​ຊົນ​​ຍັງ​ຕ່ຳ.

- ລະ​ບົບ​ຄວາມ​ປອດ​ໄພ​ສັງ​ຄົມ​ຢູ່ຫວຽດ​ນາມ​ມີ​ຮູບ​ແບບໂຄງສ້າງ​ທົ່ວ​ໄປ​ຫຼາຍ​ຊັ້ນ, ລວມ​ມີ​ບັນ​ດາ​ເສົາ​ຄ້ຳ​ພື້ນ​ຖານ​ຕາມ​ມະ​ຕິ​ເລກ​ທີ 15-NQ/TW, ​ວັນ​ທີ 1 ມິຖຸ​ນາ 2012, ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກຊຸດ​ທີ XI ກ່ຽວ​ກັບ “ບາງ​ບັນ​ຫາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສັ​ງ​ຄົມ​ໄລ​ຍະ 2012 - 2020 ແມ່ນ​ເໝາະ​ສົມ​ກັບ​ທ່າ​ອຽງ​ທົ່ວ​ໄປ​ຂອງ​ໂລກ, ແຕ່ກໍ່​ຍັງ​ຂາດ​ຄວາມ​ໄຫວ​ພິບ; ສາຍ​ພົວ​ພັນແລະການ​ເຊື່ອມ​ຕໍ່ ​ກໍ່​ຄື​ການແບ່ງ​ປັນ​ລະ​ຫວ່າງ​ບັນ​ດາ​ເສົາ​ຄ້ຳ​ຄວາມ​ປອດ​ໄພ​ສັງ​ຄົມ​ກໍ່​ຍັງ​ບໍ່​ທັນ​ແໜ້ນ​ແຟ້ນ​ຢ່າງ​ແທ້​ຈິງ ​ເພື່ອ​ອາດ​ສາ​ມາດ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ສະ​ກັດ​ກັ້ນ, ຫຼຸດ​ຜ່ອນ ແລະ ແກ້​ໄຂ​ຄວາມ​ສ່ຽງ​ໃຫ້​ແກ່​ປະ​ຊາ​ຊົນ.

- ລະ​ບົບ​ຄວາມ​ປອດ​ໄພ​ສັງ​ຄົມດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ສະ​ເພາະ​ທີ່​ຖືກ​ອອກ​ແບບ​ສຳລັບ​ແຕ່​ລະ​ກຸ່ມ​ເປົ້າ​ໝາຍທີ່​ເລີ່​ມ​ຕາມ​ວົງ​ຈອນ​ຊີ​ວິດ​ທີ່ກ່ຽວຂ້ອງ​ກັບ​ຄວາມ​ສ່ຽງ​ຕາມ​ອາ​ຍຸ, ແຕ່ກໍ່​ຍັງ​ບໍ່​ທັນ​ໄດ້​ຕິດ​​ແໜ້ນ​​ນຳ​ກັນ​ເພື່ອ​ຊ່ວຍ​ເຫຼືອແລະແບ່ງ​ປັນ​ຄວາມ​ສ່ຽງ​ລະ​ຫວ່າງຮຸ່ນ​ຕ່າງໆ​ຕາມ​ແຕ່​ລະ​ໄລ​ຍະການ​ພັດ​ທະ​ນາແລະວົງ​ຈອນ​ຊີ​ວິດ​ຂອງ​ຄົນ​ເຮົາ.

- ນະ​ໂຍ​ບາຍ​ຄວາມ​ປອດ​ໄພ​ສັງ​ຄົມ​ຕ້ອງ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ຂັ້ນຕ່ຳ​ຕາມ​ມາດ​ຕະ​ຖານ​ແຫ່ງ​ຊາດ. ແຕ່​ໃນ​ພາກ​ຕົວ​ຈິງ​ຢູ່ຫວຽດ​ນາມ ນະ​ໂຍ​ບາຍ​ຄວາມ​ປອດ​ໄພ​ສັງ​ຄົມ​​ຍັງ​ບໍ່​ທັນ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​​ມີລະ​ດັບ​ຊີ​ວິດນີ້ ແລະ ​ນະ​ໂຍ​ບາຍ​​ແຕ່ລະ​ປະ​ເພດ​ມີ​​ມາດ​ຕະ​ຖານ​ທີ່​ແຕກ​ຕ່າງ​ກັນ, ​ເຊັ່ນ​ລະ​ດັບ​ຄວາມ​ທຸກ​ຍາກ, ​ມາດ​ຕະ​ຖານ​ການ​ຊ່ວຍ​ເຫຼືອ​ສັງ​ຄົມ, ​ມາດ​ຕະ​ຖານ​ໃນການ​ຮັບ​ປະ​ກັນ​ການ​ບໍ​ລິ​ການ​ສັງ​ຄົມຂັ້ນ​ພື້ນ​ຖານ…ດັ່ງ​ນັ້​ນ, ອັດຕາ​ການລະ​ເວັ້ນ​ຜູ້​​ໃຊ້ຜະ​ໂຫຍ​ດກໍ່​ຍັງຫຼາຍ, ພາກ​ສ່ວມ​ທີ່​ສຳຄັນ​ຂອງ​ຄົນ​ທີ່​ຊີ​ວິດ​ຕ່ຳ​ກວ່າ​ມາດຕະຖານ​ການ​ຄອງ​ຊີບ​ຂັ້ນ​ຕ່ຳ​ຍັງ​ບໍ່​​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ທີ​ສາມ, ການເຂົ້າ​ເຖິງ​ແບບ​ສືບ​ຖອດແລະສືບ​ຕໍ່​ພັດ​ທະ​ນາ, ປັບປຸງ​ບູ​ລະ​ນະ​ລະ​ບົບຄວາມ​ປອດ​ໄພສັງ​ຄົມ​ໃນ​ປະຈຸ​ບັນ.

ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິດທິຄວາມ​ປອດ​ໄພ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ​ຜ່ານ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກສະ​ໄໝ​ຕ່າງໆ ນັບແຕ່​ການ​ປ່ຽນ​ແປງ​ໃໝ່​ມາ​ຮອດ​ປະ​ຈຸ​ບັນ​ ແມ່ນ​ການ​ສືບ​ຖອດ​ແລະ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ສອຄ່ອງ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ ໃນ​ເງື່ອນ​ໄຂ​ເສດ​ຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ແລະ ຄ່ອຍໆເຂົ້າ​ໃກ້​ກັບ​ມາດ​ຕະ​ຖານ​ສາ​ກົນ​ໃນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ສາກົນ. ພິ​ເສດ, ໃນ​ມະ​ຕິ​ເລກ​ທີ 15-NQ/TW ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກ່ຽວ​ກັບ “ບາງ​ບັນ​ຫາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສັງ​ຄົມ​ໄລ​ຍະ 2012 - 2020”, ເທື່ອ​ທຳ​ອິດ​ທີ່​ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ມີ​ຄວາມ​ຮັບ​ຮູ້, ທັດ​ສະ​ນະ, ມາດ​ຕະ​ການ​ລະ​ດັບ​ຍຸດ​ທະ​ສາດ​ ກ່ຽວ​ກັບ​ຮັບ​ປະ​ກັນຄວາມ​ປອດ​ໄພສັ​ງ​ຄົມທີ່​ເຂົ້າ​ເຖິງ​ອີງ​ຕາມ​ສິດທິ​ມະ​ນຸດ. ນັ້ນ​ແມ່ນ​ພື້ນ​ຖານແລະການ​ກຳ​ນົດ​ທິດສຳລັບ​ການ​ຫັນ​ເປັນນິຕິ​ກຳ​ໃນ​ກົນ​ໄກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ ແລະ ກຳ​ລັງ​ເຂົ້າ​ສູ່​ຊີ​ວິດສັງຄົມ, ໄດ້​ຮັບ​ຄວາມ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ. ດັ່ງ​ນັ້ນ, ຍຸດທະສາດ​ການ​ພັດທະນາ​ລະ​ບົບຄວາມ​ປອດ​ໄພ​ສັງ​ຄົມ​ໄລ​ຍະ 2021 - 2030 ຈຳ​ເປັນ​ຕ້ອງ​ການ​ສືບ​ຖອດຄວາມ​ຮັບ​ຮູ້, ທັດ​ສະ​ນະ, ​ທິດທາງ​ແລະນະ​ໂຍ​ບາຍຄວາມ​ປອດ​ໄພ​ສັງ​ຄົມ​​ໃນ​ປະຈຸ​ບັນ ​ເພື່ອ​ສືບ​ຕໍ່​ປັບປຸງ​ໃຫ້​ບູ​ລະ​ນະ​ແລະຍົກ​ລະ​ດັບ​ສູງ​ໃໝ່​ ​ໃນ​ໄລ​ຍະປີ 2021 - 2030.

ຄວາມ​ທ້າ​ທາຍຕ່າງໆ​ທີ່​ກຳ​ລັງ​ເກີດ​ຂຶ້ນ

- ຄວາມ​ທ້າ​ທາຍ​ກ່ຽວ​ກັບ “ກັບ​ດັກ​ລາຍ​ໄດ້​ປານ​ກາງ”. ຫວຽດ​ນາມກາຍ​ເປັນ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາທີ່​​ມີ​ລາຍ​ໄດ້​ປານ​ກາງ​ແມ່ນ​ໂອ​ກາດ​, ເງື່ອນ​ໄຂ​ອັນ​ສຳ​ຄັນ ສຳລັບ​ການ​ພັດ​ທະ​ນາ​ລະ​ບົບ​ຄວາມ​ປອດ​ໄພ​ສັງ​ຄົມ​ໄລ​ຍະ 2021 - 2030. ແຕ່​, ຫວຽດ​ນາມກໍ່​ເປັນ​ປະ​ເທດ​​ກຳ​ລັງ​ພັດ​ທະ​ນາ​ທີ່​ມີ​ລາຍ​ໄດ້ປາງ​ກາງຕ່ຳ ແລະປະ​ເຊີນ​ໜ້າ​ກັບ​ບັນ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ຕ້ອງ​ຜ່ານ​ຜ່າ​ກ່ຽວ​ກັບການ​ເຕີບ​ໂຕ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ​ເພື່ອ​ບໍ່​ໃຫ້​ຕົກ​ໃສ່ “ກັບ​ດັກ​ລາຍ​ໄດ້​ປານ​ກາງ”. ບັນ​ຫາ​ທີ່​ວາງ​ອອກ​ແມ່ນ​ຕ້ອງ​ເຕົ້າ​ໂຮມ​ແຫຼ່ງ​ພະ​ລັງ ແລະມີ​ມາດ​ຕະ​ການ​ບຸກ​ທະ​ລຸ​ ເພື່ອ​ສ້າງ​ການ​ເຕີບ​ໂຕດ້ວຍ​ຄວາມ​ໄວ​ສູງ, ຍືນ​ຍົງ, ຍົກ​ສູງ​ຄຸນ​ນະ​ພາບ​ການເຕີບ​ໂຕ, ເພີ່ມຂະ​ໜາດຂອງລວມຍອດ​ຜະລິດ​ຕະພັນ​ພາຍໃນປະ​ເທດ ແລະ​ເພີ່ມລາຍຮັບສະເລ່ຍຕໍ່​ຫົວ​ຄົນ, ​ຈາກນັ້ນ​ຈຶ່ງ​​ມີປະຖົມ​ປັດ​ໄຈແລະເງື່ອນ​ໄຂ​​ພື້ນ​ຖານ​ ເພື່ອ​ປະ​ຕິ​ບັດ​ນະ​ໂຍ​ບາຍຄວາມ​ປອດ​ໄພ​ສັງ​ຄົມ​ທີ່ເຂົ້າ​ເຖິງ​​ໂດຍອີງ​​ໃສ່​ສິດທິຕາມ​ທິດ​ປົກ​ຫຸ້ມ​ທົ່ວ​ປວງ​ຊົນ​ທີ່​ໄດ້​ກຳນົດ​ໄວ້​ໃນລັດ​ຖະ​ທຳ​ມະ​ນຸນ.

- ຄວາມ​ທ້າ​ທາຍດ້ານ​ປະ​ຊາ​ກອນ​ສູງ​ອາ​ຍຸ. ຫວຽດ​ນາມກຳ​ລັງ​ຢູ່​ໃນ​ໄລ​ຍະ​ໂຄງ​ປະ​ກອບ “ປະຊາກອນຄຳ”. ນີ້​ແມ່ນ​ທ່າ​ໄດ້​ບຽບ​ໃຫຍ່​ອັນ​ໜຶ່ງ. ແຕ່​​ ນັບແຕ່​ປີ 2017 ເມື່ອ​ຜູ້​ສູງອາ​ຍຸກວມ​ເອົາ 10% ຂອງ​ປະຊາກອນ​ທົ່ວ​ປະ​ເທດ ຫວຽດ​ນາມໄດ້​ກາຍ​ເປັນ​ປະ​ເທດ​ທີ່ມີ​ປະ​ຊາ​ກອນ​ສູງ​ອາ​ຍຸ​ຢ່າງ​ໄວ. ຕາມ​ການ​ປະ​ເມີນ​ຂອງທະ​ນາ​ຄານ​ໂລກ, ຫວຽດ​ນາມກຳ​ລັງ​ເລິ່ມ​ຕົ້ນທີ່​ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​​ຜູ້ສູງ​ອາ​ຍຸ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ໂລກ. ຢູ່​ຫວຽດນາມ, ​ໃນ​ປີ 2010, ຈາກ​ປະຊາຊົນ 11 ຄົນມີ​ຜູ້​ສູງ​ອາຍຸ 1 ຄົນ; ​ເຖິງ​ປີ 2030 ​ຈາກ​ປະ​ຊາ​ຊົນ 6 ຄົນ​ຈະ​ມີ​ຜູ້​ສູງ​ອາຍຸ 1 ຄົນ. ຄື​ແນວນັ້ນ, ພາຍຫຼັງ​​ແຕ່ 15 ປີ, ປະຊາກອນ​ຂອງ​ຫວຽດນາມ​ຈະປ່ຽນ​ຈາກປະຊາກອນ​ໄວ​ໜຸ່ມ​ສາວ​ ເປັນ​ໄວ​ຊະລາ, ໃນ​ຂະ​ນະທີປະ​ເທດຫວຽດ​ນາມ​ຍັງ​ບໍ່​ທັນ​ຮັ່ງ​ມີ​ເທື່ອ (ປະ​ເທດ​ຕ່າງໆ​ໃນ​ໂລກ​ຕ້ອງ​​ໃຊ້​ເວລາຫຼາຍສິບ​ປີ​ຫຼື​ເປັນສະ​ຕະ​ວັດ​ຈຶ່ງ​ມີ​ການ​ຫັນ​ປ່ຽນ​ນີ້). ປະ​ຊາ​ກອນສູງ​ອາຍຸ​ໄວ​ ຈະ​ສ້າງ​ຄວາມ​ກົດ​ດັນຢ່າງ​ແຮງ​ຕໍ່​ນະ​ໂຍ​ບາຍຄວາມ​ປອດ​ໄພ​ສັງ​ຄົມ ເມື່ອຈຳ​ນວນ​ຄົນ​ທີ່ຕ້ອງ​ການ​ຮັບ​ປະ​ກັນຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ.

- ຄວາມ​ທ້າ​ທາຍກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ. ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ​ໂດຍ​ສະ​ເພາະ​ແມ່ນສະພາບ​ອາກາດ​ຮ້ອນ​ຂອງໂລກ ແລະລະ​ດັບ​ນ້ຳ​ທະ​ເລ​ສູງ​ຂຶ້ນ, ຈະນຳ​ໄປ​ສູ່​ການ​​ເພີ່ມຄວາມ​ຖີ່ ແລະປະ​ກົດ​ການສຸດ​ຂົ້ວ​ຂອງ​ທຳ​ມະ​ຊາດ​ເຊັ່ນ ​ໄພ​ແຫ້ງ​ແລ້ງ, ນ້ຳ​ຖ້ວມ, ​ພາ​ຍຸ, ຄື້ນຟອງສຶນາ​ມິ,… ​ເຊິ່ງ​ເປັນ​ໄພ​ພິ​ບັດ​ສຳລັບ​ມະນຸດ, ທຳລາຍ​ການ​ຜະ​ລິດ… ຄາດ​ວ່າຫວຽດ​ນາມ​ເປັນ​ໜຶ່ງ​ໃນ 5 ປະ​ເທດ​ທີ່​ຖືກ​ຜົນ​ກະທົບ​ຮ້າຍ​​ແຮງ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ. ເມື່ອລະດັບນ້ຳ​ທະ​ເລ​ເພີ່ນ​ຂຶ້ນ 1 ແມດ ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ 12% ຂອງ​ເນື້ອ​ທີ່, 10,5% ຂອງປະຊາກອນຫວຽດ​ນາມ, ​ສາ​ມາດ​ເຮັດ​ໃຫ້​​ເນື້ອ​ທີ່​ກະ​ສິ​ກຳ 7% ຖືກ​ຖ້ວມ​ດ້ວຍ​ນ້ຳ​ເຄັມ, ໃນ​ນັ້ນ 60% - 70% ຂອງ​ພື້ນ​ທີ່​ແມ່ນ​ຢູ່​ເຂດ​ທົ່ງ​ພຽງແມ່​ນ້ຳຂອງ… ສົ່ງ​ຜົນ​ກະທົບ​ທີ່ຮ້າຍ​ແຮງທີ່​ສຸດ​ຕໍ່​ການ​ກະ​ສິ​ກຳ, ຊາວ​ກະສິກອນ, ຊົນ​ນະ​ບົດ ແລະ​ທົ່ວ​ປະ​ເທດ. ການກະກຽມແລະຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ແມ່ນ​ຄວາມ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ສຳລັບຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ພິ​ເສດ​ແມ່ນ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສັງ​ຄົມ.

- ຄວາມທ້າ​ທາຍຈາກ​ການ​ເຊື່ອມ​ໂຍງ​ສາ​ກົນ. ການເຊື່ອມ​ໂຍງ​ສາ​ກົນ​ໃນ​ທ່າອຽງຂອງໂລກາພິວັດ ແມ່ນຄວາມຈຳເປັນພາວະວິໃສ ແລະກາ​ລະໂອ​ກາດ​ໃຫຍ່ ສຳລັບການ​ພັດ​ທະ​ນາ​ຂອງຫວຽດ​ນາມ. ແຕ່​, ຂະ​ບວນ​​ການ​ເຊື່ອມ​ໂຍງ​ສາ​ກົນຍັງ​ສ້າງ​ຄວາມ​ກົດ​ດັນ​ດ້ານການ​ແຂ່ງ​ຂັນ​ຢ່າງຮຸນ​ແຮງ​ໃນ​ຂົງຊັບພະຍາກອນ​ມະນຸດ, ວຽກ​ເຮັດ​ງານ​ທຳ, ຕະຫຼາດ​ແຮງ​ງານ​ຢູ່​​ໃນພາກ​ພື້ນແລະໃນ​ໂລກ… ໃນ​ສະ​ຖາ​ນະ​ການ​ດັ່ງ​ກ່າວນັ້ນ, ຂະ​ບວນ​​ການ​ຍົກ​ຍ້າຍປະຊາຊົນ, ຍົກ​ຍ້າຍ​ແຮງ​ງານແລະຍົກຍ້າຍ​ບຸກຄົນ​ ຈາກຊົນ​ນະ​ບົດ​ມາ​ສູ່​ຕົວ​ເມືອງ ແລະ​ໄປ​ສູ່​ຕະຫຼາດ​ສາ​ກົນ​ນັບ​ມື້​ນັບ​​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ ​ພາ​ໃຫ້​ເກີດ​ບັນ​ຫາຕ່າງໆ​ຫຼຼາຍຢ່າງ​ໃນ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສັງ​ຄົມ.

- ຄວາມ​ທ້າ​ທາຍກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລະ​ບຽບ​ກົດ​ໝາຍ. ນະ​ໂຍ​ບາຍ​ຄວາມ​ປອດ​ໄພ​ສັງ​ຄົມ​ຕ້ອງ​ການ​ໄດ້​ຮັບ​ການປັບປຸງ​ບູ​ລະ​ນະ ​ແນ່​ໃສ່​ແກ້​ໄຂ​ຂໍ້​ບົກພ່ອງ​ຕ່າງໆ​ປະ​ຈຸ​ບັນ. ​ເຮັດ​ໃຫ້​ມີ​ຄວາມ​ຄົບ​ຊຸດ​ກັບ​ບັນ​ດາ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ ແລະ ຫັນ​ເປັນ​ກົດ​ໝາຍ​ພາຍ​ໃນ​ປະ​ເທດຕໍ່​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ເມື່ອ​ເຂົ້າ​ຮ່ວມເຂດ​ການ​ຄ້າ​ເສ​ລີອາ​ຊຽນ (AFTA), ສັນຍາວ່າດ້ວຍຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP),… ແມ່ນ​ຄວາມ​ກົດ​ດັນ​ສູງ​ທີ່​ສຸດ​ທີ່​ວາງ​ອອກ​ໃນ​ການ​ປະ​ຕິ​ຮູບ​ລະ​ບຽບ​ກົດ​ໝາຍ ​ແລະ​ການອອກ​ແບບ​ນະ​ໂຍ​ບາຍ​ຄວາມ​ປອດ​ໄພ​ສັງ​ຄົມ ​ຕາມ​ທິດ​ປ່ຽ​ນ​ແປງ​ໃໝ່​ໃນ​ໄລ​ຍະປີ 2021 - 2030.

- ຄວ​າມ​ທ້າ​ທາຍ​ກ່ຽວ​ກັບ​​ຄວາມບໍ່​ສົມດຸນ​ລະ​ຫວ່າງ​ຄວາມຕ້ອງ​ການ ແລະ ການ​ຕອບ​ສະ​ໜອງ​ຂອງ​ລະ​ບົບ​ບໍ​ລິ​ການ. ພ້ອມກັນ​ກັບ​ຂະ​ບວນການ​ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບຂອງ​ຄວາມ​ປອດ​ໄພ​ສັງ​ຄົມ ​ແລະ​ການເພີ່ມ​ລະດັບ​ປົກຫຸ້ມຂອງ​ຄວາມ​ປອດ​ໄພ​ສັງ​ຄົມ​ຢູ່ຫວຽດ​ນາມ ກໍ່​ຈະ​ແມ່ນ​ຂະ​ບວນ​ການ​ເພີ່ມຂຶ້ນຂອງ​ຄວາມ​ຕ້ອງການ​ບໍ​ລິ​ການສາທາລະນະ​ກ່ຽວ​ກັບຄວາມ​ປອດ​ໄພ​ສັງ​ຄົມ. ໃນ​ຂະ​ນະທີ່​ຄຸນ​ນະ​ພາບ​ແມ່ນ​ມີ​ຄວາ​ມຕ້ອງການ​ເພີ່ມຂຶ້ນ, ​ແຕ່​ຄວາມ​ສາມາດ​ຂອງ​ລະບົບ​ບໍລິການ​ນີ້​ແມ່ນ​ມີ​ຈຳກັດ, ນັບ​ທັງ​ໃນ​ໄລ​ຍະປີ 2021 - 2030.

​ທິດທາງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ

ກ່ຽວ​ກັບ​ການກຳ​ນົດ​ທິດທາງເປົ້າ​ໝາຍ:

- ທີ​ໜຶ່ງ, ​ພັດ​ທະ​ນາແລະປັບປຸງ​ບູ​ລະ​ນະ​ລະ​ບົບ​ຄວາມ​ປອດ​ໄພ​ສັງ​ຄົມດ້ວຍ​ການ​ເຂົ້າ​ເຖິງ​ທີ່​ອີງ​​ໃສ່​ສິດທິ​​ຕາມ​ທິດ​​ທົ່ວ​ໄປ​ບົນ​ພື້ນ​ຖານ​ເປີດກວ້າງ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ປະ​ກັນຄວາມ​ປອດ​ໄພ​ສັງ​ຄົມ; ມີ​​ແຜນ​ດຳ​ເນີນງານ​ເພື່ອ​ໄປ​ສູ່​ການ​ປົກ​ຫຸ້ມ​ທົ່ວ​ປວງ​ຊົນ, ກ່ອນ​ອື່ນ​ໝົດ​ແມ່ນ​ເດັດ​ນ້ອຍ​ມີ​ອາ​ຍຸຕ່ຳ​ກວ່າ 6 ປີ​, ຜູ້​ສູງ​ອາ​ຍຸ 70 ປີ​ຂຶ້ນ​ໄປ, ຄົນ​ພິ​ການ, ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ຂຶ້ນ​ກັບ​ກຸ່ມມີ​ຄວາມ​ສ່ຽງ​ຖືກ​ດັບ​ສູນ ແລະ ຜູ້​ມີ​ລະດັບ​ການ​ດຳລົງ​ຊີ​ວິດ​​ຕ່ຳ​ກວ່າ​ມາດ​ຕະ​ຖານ​ຂັ້ນ​ຕ່ຳ​ຂອງ​ປະ​ເທດ.

ທີ​ສອງ, ຍົກ​ສູງ​ຄຸນ​ນະ​ພາບ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສັງ​ຄົມ​ໂດຍ​ຜ່ານ​ບັນ​ດາ​ນະ​ໂຍ​ບາຍ​ຄວາມ​ປອດ​ໄພ​ສັງ​ຄົມຫຼາຍ​ຊັ້ນ, ຮອບ​ດ້ານ, ​ມີການ​ແບ່ງ​ປັນແລະພັດ​ທະ​ນາ​ລະ​ບົບ​ໃຫ້​​ບໍ​ລິ​ການ​ຄວາມ​ປອດ​ໄພ​ສັງ​ຄົມ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ເຖິງແລະ​ໃຊ້​ປະ​ໂຫຍດ​ຢ່າງ​ໄດ້ງ່າຍ.

ທີ​ສາມ, ພັດ​ທະ​ນາ​ແບບ​ຍືນ​ຍົງແລະສົມ​ດຸນ​ບັນ​ດາ​ກອງ​ທຶນ​ຄວາມ​ປອດ​ໄພ​ສັງ​ຄົມ​​ໄລ​ຍະ​ຍາວ, ເປັນ​ຕົ້ນ​ແມ່ນ​ມີ​ຄວາມ​ສົມ​ດຸນລາຍ​ຮັບ-ລາຍ​ຈ່າຍຂອງກອງ​ທຶນ​ປະ​ກັນ​ໄພ​ບຳ​ນານແລະການ​ເສຍ​ຊີ​ວິດ, ປະ​ກັນ​​ໄພ​ຫວ່າງ​ງານ, ປະ​ກັນ​ສຸ​ຂະ​ພາບ, ບັນ​ດາ​ກອງ​ທຶນ​ສັງ​ຄົມ​ອື່ນໆ…

ທີ​ສີ່, ບັນ​ລຸ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະ​ຊາຊົນ​ກ່ຽວ​ກັບ​ລະ​ບົບ​ນະ​ໂຍ​ບາຍຄວາມ​ປອດ​ໄພ​ສັງ​ຄົມ​ທີ່​ສະ​ໜິດ​ຕິດສະໜົມ​ກັບ​ປະ​ຊາ​ຊົນ ແລະ ມີ​ປະ​ສິດ​ທິ​ຜົນ, ມີ​ຄວາມ​ສາ​ມາດ​ປ້ອງ​ກັນ, ຈຳ​ກັດ ແລະ ແກ້​ໄຂ​ຄວາມ​ສ່ຽງ​ສັງ​ຄົມຕ່າງໆ.

ກ່ຽວ​ກັບ​ການກຳ​ນົດ​ທິດ​ທາງ​ເນື້ອ​ໃນ:

ທີ​ໜຶ່ງ, ກໍ່​ສ້າງ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ​ສັງ​ຄົມ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ໄລ​ຍະປີ 2021 - 2030 ແລະເຂົ້າ​ເຖິງ​ບັນ​ດາ​ມາດ​ຕະ​ຖານ​ສາ​ກົນ. ຕາມນັ້ນ, ເປັນ​ເອ​ກະ​ພາບ​​ລະ​ດັບ​ການ​ດຳ​ລົງ​ຊີ​ວິດຂັ້ນ​ຕ່ຳ​ຂອງ​ຊາດໄລ​ຍະປີ 2021 - 2030 ເຮັດ​ເປັນ​ພື້ນ​ຖານ​ເພື່ອສ້າ​ງ​ນະ​ໂຍ​ບາຍ, ລະ​ບອບ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສັງ​ຄົ​ມ ແລະ ປະ​ຊາ​ຊົນ​ທຸກ​ຄົນ​ທີ່​ມີ​ລະ​ດັບ​ການ​ດຳ​ລົງ​ຊີ​ວິດ​ທີ່​ຕ່ຳ​ກວ່າ​ລະ​ດັບ​ນີ້​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ (​ມາດ​ຕະ​ຖານ​​ການອຸດ​ໜູນ​ສັງ​ຄົມ​ຕ່ຳ​ສຸດຈະ​ກ້າວ​ມາ​ສູ່​​ມາດ​ຕະ​ຖານນີ້); ກຳນົດ​ມາດຕະຖານ​​ບຳ​ນານທາງ​ສັງ​ຄົມທີ່​ເປັນ​ເອ​ກະ​ພາບ​ເທົ່າກັບ ຫຼືສູງກວ່າ​ມາດ​ຕະ​ຖານ​ການ​ດຳ​ລົງ​ຊີ​ວິດຂັ້ນ​ຕ່ຳ​ຂອງ​ປະ​ເທດ; ກຳນົດ​ມາດ​ຕະ​ຖານ​ລະ​ບອບ​ເອື້ອ​ອຳ​ນວຍ​ສັງ​ຄົມ​​ສູງກວ່າ​ມາດ​ຕະ​ຖານ​​ການ​ດຳ​ລົງ​ຊີ​ວິດ​ຂັ້ນ​ຕ່ຳ​ຂອງ​ປະ​ເທດ ເພື່ອ​ຮັບ​ປະ​ກັນ​ໃຫ້ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ການ​ປະ​ຕິ​ວັດ ​ໄດ້​ມີ​ຊີ​ວິດ​ສູງກວ່າ​ລະ​ດັບ​ປານກາງ​ຂອງ​ສັງ​ຄົມ; ກໍ່​ສ້າງຊັ້ນ​ຄວາມ​ປອດ​ໄພ​ສັງ​ຄົມ​ເພື່ອ​ເປັນ​ມາດ​ຕະ​ຖານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ໃຫ້​​ແກ່ປະ​ຊາ​ຊົນ​ ກ່​ຽວ​ກັບ​ການເຂົ້າ​ເຖິງ​ການ​ບໍ​ລິ​ການ​ສັງ​ຄົມ​ຂັ້ນ​ພື້ນ​ຖານຫຼາຍ​ດ້ານ (ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ນ້ຳ​ສະ​ອ​າດ, ເຮືອນ​ຢູ່, ວັດ​ທະ​ນະ​ທຳ, ການ​ສື່​ສານ…).

ທີ​ສອງ, ສືບ​ຕໍ່​ພັດ​ທະ​ນາແລະປັບປຸງ​ບູ​ລະ​ນະ​ລະ​ບົບ​ຄວາມ​ປອດ​ໄພ​ສັງ​ຄົມ​ແບບຫຼາຍ​ຊັ້ນ, ມີ​ຄວາມຍື​ດຫຍຸ່ນແລະຄວາມ​ສາ​ມາດ​ສະໜັບສະໜູນ, ແບ່ງ​ປັບ​ເຊິ່ງ​ກັນ​ແລະ​ກັນ. ຕາມນັ້ນ, ສ້າງ​​ສາຍ​ພົວ​ພັນ​ເຊື່ອມ​ຕໍ່​ໃນ​ນະ​ໂຍ​ບາຍ ແລະ ໂຄງ​ການ​ຮັບ​ປະ​ກັນຄວາມ​ປອດ​ໄພທາງ​ສັງ​ຄົມ​ໃຫ້​ປະ​ຊາ​ຊົນ​ຕາມ​ວົງ​ຈອນ​ຊີ​ວິດ​ຂອງບຸກຄົນ. ແຕ່​ລະ​​ອາ​ຍຸ​​ມີ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ທີ່​ເໝາະ​ສົມ, ໃນ​ນັ້ນ​ກຳ​ນົດ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ລົງ​ທຶນ​ຂອງ​ລັດ, ຂອງ​ປະ​ຊາ​ຊົນແລະຊຸມ​ຊົນ; ສືບ​ຕໍ່​ພັດ​ທະ​ນາແລະປັບປຸງ​ບູ​ລະ​ນະ​ລະ​ບົບຄວາມ​ປອດ​ໄພ​ສັງ​ຄົມຫຼາຍ​ຊັ້ນ, ຍືດຫຍຸ່ນ, ມີ​ຄວາມ​ແບ່ງ​ປັນ ແລະຕາມ​ທິດ​ປົກ​ຫຸ້ມ​ທົ່ວ​ປວງ​ຊົນ.

ທີ​ສາມ, ພັດ​ທະ​ນາແລະປັບປຸງ​ບູ​ລະ​ນະ​ລະ​ບົບ​ຄວາມ​ປອດ​ໄພ​ສັງ​ຄົມ​ໃນ​ສາຍ​ພົວ​ພັນ​ແໜ້ນ​ແຟ້ນ, ສົມ​ດຸນ​ກັບ​ການ​ພັດ​ທະ​ນາແລະປັບ​ປຸງ​ລະ​ບົບການ​ເບິ່ງ​ແຍງ​ດູ​ແລ​ສັງ​ຄົມ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ບໍ​ລິ​ການທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະ​ຊາ​ຊົນ. ຕາມນັ້ນ, ຈັດ​ວາງ​ສະຖານ​ທີ່​ເບິ່ງ​ແຍງ​ດູ​ແລ​ສັງ​ຄົມ​ຂອງ​ລັດ​ຕາມ​ທິດທາງ​ມີ​ຈຸດສຸມ, ທັນ​ສະ​ໄໝ, ມີ​ຄຸນ​ນະ​ພາບແລະມີ​ປະ​ສິດ​ທິ​ຜົນ; ພັດ​ທະ​ນ​າຢ່າງ​ແຂງແຮງ​ບັນ​ດາ​ພື້​ນ​ຖານ​ເບິ່ງ​ແຍງ​ດູ​ແລ​ສັງ​ຄົມ​ນອກ​ພາກ​ລັດ ແລະອີງ​ໃສ່​ຊຸມ​ຊົນ (ສະຖານ​ທີ່, ສູນ, ພື້ນຖານເບິ່ງ​ແຍງ​ດູ​ແລ​ສັງ​ຄົມ, ເຮືອນ​ຢູ່​ສັງ​ຄົມ, ຄອບ​ຄົວ…); ພັດ​ທະ​ນາອາຊີບ​ວຽກ​ງານ​ສັງ​ຄົມຢ່າງ​ໄວ​ ຕາມ​ທິດ​ຫັນ​ເປັນ​ວິ​ຊາ​ສະ​ເພາ​ະ, ວິ​ຊາ​ຊີບ, ຄຸນ​ນະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ.

ທີ​ສີ່, ປັບ​ໂຄງ​ປະ​ກອບແຫຼ່ງ​ພະ​ລັງ​ຮັບ​ປະ​ກັນຄວາມ​ປອດ​ໄພ​ທາງສັງ​ຄົມຕາມ​ທິດ: ​ເພີ່ມ​ການ​ລົງທຶນ​ຂອງ​ລັດ​ໃນ​ນະ​ໂຍບາຍ, ​ໂຄງການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ດ້ວຍ​ທັດ​ສະ​ນະ​ການລົງ​ທຶນ​ໃຫ້​ແກ່​ຄວາມ​ປອດ​ໄພ​ທາງ​ສັງ​ຄົມແມ່ນ​ການລົງ​ທຶນ​​ເພື່ອ​ພັດ​ທະ​ນາແລະຮັກ​ສາ​ບົດ​ບາດ​ເປັນຫຼັກ​ແຫຼ່ງ; ປັບ​ໂຄງ​ປະ​ກອບບັນດາຕົວ​​ເລກ​ການ​ຈ່າຍຄ່າ​ປະກັນສັງຄົມ - ການ​ຊົມ​ໃຊ້​ປະ​ກັນ​ສັງ​ຄົມ, ການປະ​ກັນ​ໄພ​ຫວ່າງ​ງານ​ຮັບ​ປະ​ກັນກອງ​ທຶນ​ປະ​ກັນ​ສັງ​ຄົມ, ການປະ​ກັນ​ໄພ​ຫວ່າງ​ງານ​ທີ່​ສົມ​ດຸນ​ໝັ້ນ​ຄົງ​ໃນ​ໄລ​ຍະ​ຍາວ (ກ່ຽວ​ກັບ​ລະ​ດັບ​ຈ່າຍ, ລະ​ດັບ​ຊົມ​ໃຊ້, ເວ​ລາ​​ຈ່າຍ, ສູດ​ເງິນ​ບຳ​ນານ, ອາ​ຍຸບຳນານ, ຄ່າ​​ໃຊ້​ຈ່າຍ​ໃນ​ການ​ຄຸ້ມ​ຄອງ, ການ​ລົງ​ທຶນ​ພັດ​ທະ​ນາກອງ​ທຶນ…); ພັດ​ທະ​ນາ​ເປີດກວ້າງ​ບັນ​ດາ​ກອງ​ທຶນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ (ກອງ​ທຶນ​ “ຕອບ​​ແທນ​ບຸນ​ຄຸນ”, ກອງ​ທຶນ​ຄວາມ​ຮັກ​ແພງ, ກອ​ງ​ທຶນ​ອຸດ​ໜູນ​ຮີບ​ດ່ວນ…) ດ້ວຍ​ການ​ປະ​ກອບ​ສ່ວນ​ຂອງວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ, ປະ​ຊາ​ຊົນ, ຊຸມ​ຊົມ ແລະ ການ​ຊ່ວຍ​ເຫຼືອ​ສາ​ກົນ​ຕາມ​ກຳ​ນົດ​ຂອງ​ກົດ​ໝາຍ.

ທີ​ຫ້າ, ປ່ຽນ​ແປງ​ໃໝ່ແລະຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ນຳ​ພາ ຄຸ້ມ​ຄອງ​ຂົງ​ເຂດຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ຕາມນັ້ນ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ, ຄວາມ​ຮັບ​ຮູ້, ທັດ​ສະ​ນະ​ຂອງ​ພັກ​ແລະລັດ ກ່ຽວ​ກັບ​ການ​ພັດ​ທະ​ນາ​ລະ​ບົບ​ຄວາມ​ປອດ​ໄພ​ສັງ​ຄົມທີ່​ເຂົ້າ​ເຖິງ​ຕາມ​ສິດທິ​ບົນ​ພື້ນ​ຖານ​ສະຫຼຸບສັງ​ລວມ​ທິດ​ສະ​ດີ, ພຶດຕິ​ກຳແລະບົດຮຽນ​ສາ​ກົນ ​ເພື່ອ​ສ້າງ​ລະ​ບົບ​ທັດ​ສະ​ນະ​ແລະ​ທິດທາງ​ໃໝ່​ກ່ຽວ​ກັບຄວາມ​ປອດ​ໄພ​ທາງ​ສັງ​ຄົມສຳລັບ​ໄລ​ຍະປີ 2021 - 2030, ວິ​ໄສ​ທັດ​ທີ່​ຍາວກວ່າ​ເຊິ່ງ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ເສ​ດ​ຖະ​ກິດ - ສັງ​ຄົມຂອງຫວຽດ​ນາມ ແລະ ບັນ​ດາ​ມາດ​ຕະ​ຖານ​ສາ​ກົນ​ໃນ​ການ​ເຊື່ອມ​ໂຍງ; ​ເຕົ້າ​ໂຮມການ​ຄຸ້ມ​ຄອງຄວາມ​ປອດ​ໄພ​ທາງ​​ສັງ​ຄົມຂອງ​ລັດ​ເຂົ້າ​ເປັນ​​ເອກະ​ພາບ​ໃນ​ລະບົບ​ໜຶ່ງ; ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ໃນ​ລະ​ບົບ​ຄຸ້ມ​ຄອງ​ແຫ່ງ​ລັດ​ທີ່​ພົວ​ພັນ​ເຖິງ​ຄວາມ​ປອດ​ໄພ​ທາງ​ສັງຄົມ; ແບ່ງ​ຂັ້ນຄຸ້ມ​ຄອງ​ຢ່າງ​ແຂງ​ແຮງ​ໃຫ້​ທ້ອງ​ຖີ່ນ, ຮາກ​ຖານ; ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ອົງ​ການ​ຈົດ​ຕັ້ງ​ສັງ​ຄົມ ແລະ ນຳ​ໃຊ້​​ກົນ​ໄກ​ຕະຫຼາດ​ຢ່າງ​ມີ​ປະສິດທິ​ຜົນໃນ​ການ​ຮັບ​ປະ​ກັນຄວາມ​ປອດ​ໄພ​ທາງ​ສັງ​ຄົມ; ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ຄຸ້ມ​ຄອງ​​ລັດ​ຕໍ່​ຂົງ​ເຂດຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຕາມ​ທິດ​ກະ​ທັດ​ຫັດ, ມີ​ສຸ​ຂະ​ພາບ​ແຂງ​ແຮງ, ມີ​ຄວາມ​ຮູ້​ສູງ, ມີ​ທັກ​ສະ​ຄຸ້ມ​ຄອງ​ເກັ່ງ, ມີ​ສ​ະ​ຕິ​ແລະ​ພຶດຕິ​ກຳ​ທາງການ​​ເມືອງ​ແລະສັງ​ຄົມທີ່​ດີ. ພັດ​ທະ​ນາ​ພະນັກງານ​ເຮັດ​ວຽກ​ງານ​ສັງ​ຄົມຢ່າງ​ແຂງ​ແຮງ​ຕາມ​ທິດ​ຫັນ​ເປັນ​ວິ​ຊາ​ສະ​ເພາະແລະວິ​ຊາ​ຊີບ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ສັງ​ຄົມ; ​ແບ່ງແຍກ​​ພາ​ລະໜ້າ​ທີ່​ຄຸ້ມ​ຄອງ​​ລັດ​ໃນ​ຂົງ​ເຂດຄວາມ​ປອດ​ໄພ​ສັງ​ຄົມ​ຂອງອົງການ​ບໍລິຫານ​ລັດ ແລະ ບັນ​ດາໜ່ວຍ​ພາ​ລະ​ກິດພາກ​ລັດ​ທີ່​​ໃຫ້​ບໍ​ລິ​ການ​ສາທາລະນະ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ ​ເພື່ອ​ຫຼີກ​ລ້ຽງ​ການ​ທັບ​ຊ້ອນ ຫຼົງປົນ​ເປທາງ​ດ້ານພາ​ລະ​ໜ້າ​ທີ່ ຫຼື​ທ່າ​ອຽງ​ຫັນ​ໜ່ວຍພາ​ລະ​ກິດ​ບໍ​ລິ​ການ​ເປັນການບໍ​ລິ​ຫານ, ເປັນ​ລັດ​ຖະ​ກອນ​​; ສືບ​ຕໍ່ປັບປຸງ​ກົງຈັກ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ສັງຄົມ​ຂອງ​ລັດ​ໃຫ້​ທັນ​ສະ​ໄໝ​ບົນ​ພື້ນ​ຖານ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ກໍ່​ສ້າງ​ລັດ​ຖະ​ບານ​/ອຳ​ນາດ​ການ​ປົກ​ຄອງ​ເອ​ເລັກ​ໂຕຣນິກ, ຕິດ​ໝາຍ​ເລກ​ປະກັນ​ຄວາມ​ປອດ​ໄພ​ສັງ​ຄົມ…

ວິທີ​ແກ້​ໄຂ​ຈຳນວນ​ໜຶ່ງ​ໃນ​ເວ​ລາ​ຕໍ່​ໄປ

ທີ​ໜຶ່ງ, ສືບ​ຕໍ່​ຫັນ​ແຜນ​ນະ​ໂຍ​ບາຍ, ທັດ​ສະ​ນະ​ໃໝ່​ຂອງ​ພັກກ່ຽວ​ກັບຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ໃຫ້​ເປັນ​ນິຕິ​ກຳ​ ​ກົນ​ໄກ, ນະ​ໂຍ​ບາຍ, ກົດ​ໝາຍ, ສ້າງ​​ແລວ​ທາງ​ກົດໝາຍ​​ເພື່ອ​ດຳ​ເນີນງານ ​ຂັບ​ເຄື່ອນ​​ລະ​ບົບ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ໄລ​ຍະ 2021 – 2030 ​ໃຫ້​ມີ​ປະສິດທິພາບ​ແລະ​ປະ​ສິດ​ທິ​ຜົນ.

ບົນ​ພື້ນ​ຖານກວດ​​ຄືນ​, ຕີ​ລາ​ຄາ​ລະ​ບົບ​ນະ​ໂຍ​ບາຍ, ກົດ​ໝາຍ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມປະຈຸ​ບັນ​ຕາມ​ເກນ​ກຳນົດແລະມາດ​ຕະ​ຖານ​ສາ​ກົນ ​ກ່ຽວ​ກັບ​ການ​ເຂົ້າ​ເຖິງຄວາມ​ປອດ​ໄພ​ທາງ​ສັງ​ຄົມໂດຍ​ອີງ​ຕາມ​ສິດທິ, ກໍ່​ຄື​ຄວາມ​ຮັບ​ຮູ້, ທັດ​ສະ​ນະ​ໃໝ່​ຂອງ​ພັກ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງສັງ​ຄົມ​ ທີ່​ສະ​ແດງ​ອອກໃນ​ມະ​ຕິ​ຕົກລົງ​ຕ່າງໆຂອງ​ພັກ ​ເພື່ອດັດ​ແປງ ປັບ​ປຸງ​ເພີ່ມ​ເຕີມບັນດ​ກົດ​ໝາຍ​ທີ່​ມີ​ຢູ່ກ່ຽວ​ກັບຄວາມ​ປອດ​ໄພ​ທາງ​ສັງ​ຄົມ (ປະ​ມວນ​ກົດ​ໝາຍ​ແຮງ​ງານ, ກົດ​ໝາຍ​ວຽກ​ເຮັດ​ງານ​ທຳ, ກົດ​ໝາຍ​ປະ​ກັນ​ສັງ​ຄົມ, ກົດ​ໝາຍ​ຜູ້​ສູງ​ອາ​ຍຸ​, ກົດ​ໝາຍ​ຄົນ​ພິ​ການ…); ສືບ​ຕໍ່​ຫັນ​ເປັນ​ກົດ​ໝາຍ​ພາຍ​ໃນຕໍ່​ບັນ​ດາ​ອະນຸ​ສັນຍາ ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ທີ່​ພົວ​ພັນ​ເຖິງ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ ໃນຂະ​ບວນການດັດ​ແປງ ​ປັບ​ປຸງ​ເພີ່ມ​ເຕີມບັນດາ​​ກົດ​ໝາຍທີ່​ມີ​ຢູ່​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ; ຄົ້ນ​ຄວ້າກໍ່​ສ້າງແລະປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງສັງ​ຄົມ​ຈຳ​ນວນ​ໜຶ່ງ, ຄື​ກົດ​ໝາຍ​ວ່າ​ດ້ວຍ​ວຽກ​ງານ​ສັງ​ຄົມ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ສັງ​ຄົມ,… ເພື່ອ​ສ້າງລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ສັງ​ຄົມທີ່​ຄົບ​ຊຸດ, ຮອບ​ດ້ານ ​(ຄື ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍຄວາມ​ປອດ​ໄພ​ສັງ​ຄົມ).

ທີ​ສອງ, ​ລະ​ດົມ​ບັນ​ດາ​ແຫຼ່ງ​ພະ​ລັງ​ໃຫ້​ແກ່​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສັງ​ງ​ຄົມ, ຄື​ເພີ່ມ​ການ​ລົງ​ທຶນຂອງ​ລັດ​ຕາມ​ແຜນ​ການ​ປະຈຳ​ປີ, ​ແຜນການໄລ​ຍະ​ກາງ ​ແລະ ​ແຜນການໄລ​ຍະ​ຍາວ ​ດ້ວຍ​ລະ​ດັບ​ການ​ລົງ​ທຶນ​ແຕ່ 1% - 1,5% ຂອງຈີ​ດີ​ພີ ຕໍ່​ປີ; ຍູ້​ແຮງ​ການ​ລະ​ດົມ​ແຫຼ່ງ​ພະ​ລັງ​ຂອງວິ​ສາ​ຫະ​ກິດ, ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຊົນ, ການ​ຊ່ວຍ​ເຫຼືອ​ສາ​ກົນ​ເພື່ອ​ຮັບ​ປະ​ກັນ 30% ຂອງ​ການ​ລົງ​ທຶນທັງ​ໝົດ​ຈາກ​ງົບ​ປະ​ມານ​ຂອງ​ລັດ​ເພື່ອ​ຄວາ​ມປອດ​ໄພ​ທາງສັງ​ຄົມ; ພັດ​ທະ​ນາບັນດາກ​ອງ​ທຶນຄວາມ​ປອດ​ໄພ​ສັງ​ຄົມ​ແບບ​ຍືຍ​ຍົງ​​ໄລ​ຍະ​ຍາວ, ພິ​ເສດ​ແມ່ນກອງ​ທຶນ​ປະ​ກັນ​ໄພ​ສັງ​ຄົມ, ກອງ​ທຶນ​ຕອບ​ແທນ​ບຸນ​ຄຸນ, ກອງ​ທຶນ​ຄວາມ​ຮັກ​ແພງ, ກອງ​ທຶນ​ອຸດ​ໜູນ​ສັງ​ຄົມ​ແບບ​ກະ​ທັນ​ຫັນ…; ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ​ແລະນຳ​ໃຊ້​ບັນ​ດາ​ແຫຼ່ງ​ພະ​ລັງ​ເພື່ອ​ຮັບ​ປະ​ກັນ​ໃຫ້​ຖືກ​ຕາມ​ຈຸດໝາຍ, ເປົ້າ​ໝາຍ ແລະ ມີ​ປະ​ສິດ​ທິ​ຜົນ.

ທີ​ສາມ, ສ້າງ​ຕັ້ງ​ໂຄງ​ການ​ສັງ​ລວມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ສັງ​ຄົມ. ໂຄງ​ການນີ້​ບົນ​ພື້ນ​ຖານຂອງ​ການ​ລວມໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່​ຽວ​ກັບ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ; ໂຄງ​ການ​ເປົ້າ​ໝາຍ​ກ່ຽວ​ກັບ​ການ​ສຶກ​ສາອົບຮົມ​ວິ​ຊາ​ຊີບ, ວຽກ​ເຮັດ​ງານ​ທຳແລະຄວາມ​ປອດ​ໄພ​ແຮງ​ງານ; ບັນ​ດາ​ແຜນ​ງານ​ຊ່ວຍ​ເຫຼືອ​ສັງ​ຄົມ​ໃນ​ປະ​ຈຸ​ບັນ (​​ໂຄງການ​ດູ​ແລ​ເດັດ​ກຳ​ພ້າ​ທີ່ບໍ່​ມີ​ບ່ອນ​ອາ​ໄສ, ເດັດ​ນ້ອຍ​ຖືກ​ປ່ອຍ​ປະ, ເດັດ​ນ້ອຍ​ທີ່​ຕິດ​​ໂລກ​ເອດສ໌, ເດັນ​ນ້ອຍ​ທີ່​ຖືກ​ເຄາະ​ຮ້າຍຍ້ອນສານພິດ​ເຄ​ມີ, ເດັ​ດ​ນ້ອຍ​ພິ​ການຮາ​ຍ​ແຮງ ແລະເດັດ​ນ້ອຍ​ທີ່​ຖືກ​ຜົນ​ກະ​ທົບຈາກ​ໄພ​ທຳ​ມະ​ຊາດ, ໄພ​ພິ​ບັດ​ທີ່ອີງ​ໃສ່ຊຸມ​ຊົນ ​ໄລ​ຍະປີ 2013 - 2020; ໂຄງ​ການ​ຊ່ວຍ​ເຫຼືອ​ສັງ​ຄົມແລະຟື້ນ​ຟູ​ສຸຂະພາບ​ສຳ​ລັດ​ຜູ້ທີ່​ເປັນ​ໂລກ​ຈິດທີ່​ອີງ​ໃສ່ຊຸມ​ຊົນ​ໄລ​ຍະ 2011 - 2020; ໂຄງ​ການ​ຊ່ວຍ​ເຫຼືອ​ຄົນ​ພິ​ການ​ໄລ​ຍະ 2012 - 2020; ໂຄງ​ການພັດ​ທະ​ນາ​ອາ​ຊີບ​ວຽກ​ງານ​ສັງ​ຄົມ​ໄລ​ຍະ 2010 - 2020.

ທີ​ສີ່, ພັດ​ທະ​ນາແລະຍົກ​ສູງ​ຄຸນ​ນະ​ພາບການ​ເຄື່ອນ​ໄຫວຂອງ​ລະ​ບົບ​ສະ​ໜອງ​ການ​ບໍ​ລິ​ການຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ​ເຊັ່ນການ​ບໍ​ລິ​ການ​ວຽກ​ເຮັດ​ງານ​ທຳ, ການ​ບໍ​ລິ​ການ​ເບິ່ງ​​ແຍງດູ​​ແລເປົ້າ​ໝາຍ​ສັງ​ຄົມສົງ​ເຄາະ, ການ​ບໍ​ລິ​ການຊຳລະ​ເງີ​ນ, ການ​ບໍ​ລິ​ການ​ວຽກ​ງານ​ສັງ​ຄົມ,… ພັດ​ທະ​ນ​າ​ຕາມ​ທິດ​ວິ​ຊາ​ອາ​ຊີບ ແລະ ເປັນ​ເຈົ້າ​ດ້ວຍ​ຕົນ​ເອງ; ຖື​ເປັນ​ສຳ​ຄັນ​ການ​ເບິ່ງ​ແຍງ​ດູ​ແລ​ເປົ້າ​ໝາຍ​ທີ່​ຊຸມ​ຊົນ ແລະ ເປີດກວ້າງ​ຂອບເຂດນອກ​ພາ​ກ​ລັດ (ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ສັງ​ກັດ​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ,…) ທີ່​ເຂົ້າ​ຮ່ວມ​ບົນ​ພື້ນ​ຖານ​ໝູນ​ໃຊ້​ກົນ​ໄກ​ຕະຫຼາດ​ຕາມ​ກຳ​ນົດ​ຂອງ​ກົດ​ໝາຍ, ຄວາມມອບ​ໝາຍ, ການ​ສັ່ງ​ສິນ​ຄ້າ​ຂອງ​ລັດ​ທີ່​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ ແລະ ຍົກ​ສູງ​ລັກ​ສະ​ນະ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ.

ທີ​ຫ້າ, ຍູ້​ແຮງແລະຍົກ​ສູງ​ປະ​ສິດ​​ທິ​ຜົນ, ຄຸນ​ນະ​ພາບ​ການ​ເຊື່ອມ​ໂຍງ ແລະ ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບຄວາມ​ປອດ​ໄພ​ທາງ​​ສັງ​ຄົມ; ສືບ​ຕໍ່​ເຂົ້າ​ຮ່ວມ​ໃນ​ການກໍ່​ສ້າງ​ບັນ​ດາ​ອະນຸ​ສັນຍາແລະມາດ​ຕະ​ຖານ​ສາ​ກົນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ອົງ​ການ​ແຮງ​ງານ​ສາ​ກົນ (ILO), ກອງ​ທຶນ​ເພື່ອ​ເດັດ​ນ້ອຍ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ (UNICEF), ບັນ​ດາ​ສັນ​ຍາ​ການຮ່ວມ​ມືຫຼາຍ​ຝ່າຍແລະສອງ​ຝ່າຍ​ຮຸ່ນ​ໃໝ່​ທີ່​ກ່ຽວຂ້ອງ​ກັບ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ…; ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ; ເປັນ​ເຈົ້າ​ການ​ຕອບ​ສະໜອງ​ໂຍ​ບາຍສຳລັບ​ຜົນ​ກະທົບທີ່​ບໍ່​ຕ້ອງການ​ໃນ​ໄລຍະ​ເຊື່ອມ​ໂຍງ​ສາກົນເພື່ອຫຼຸດຜ່ອນ​ຄວາມ​ສ່ຽງ​ໃຫ້​ແກ່​ປະ​ຊາ​ຊົນ; ຍາດ​ແຍ່ງ​ຄວາມ​ຊ່ວຍ​ເຫຼືອ​ສາ​ກົນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ, ການ​ຝຶກ​ອົບຮົມ​ພະ​ນັກ​ງານແລະການ​ເງິນ,… ເພື່ອ​ເພີ່ມທະວີ​ຊັບພະຍາກອນ​ກັບ​ລັດ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສັງ​ຄົມ​ໃຫ້​ແກ່​ປະ​ຊາ​ຊົນ./.

------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 930 (​ເດືອນ​ພະ​ຈິກ 2019)