ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ ຕໍ່ພາລະກິດ​ການ​ພັດທະນາ​ວັດທະນະທຳ​ຫວຽດນາມ ຮອດ​ປີ 2030

ໂດຍ ຮສ. ປອ. ບູ່ຍຮວ່າຍເຊີນ* - ໂດ້ທິແທັງຖູຍ**
* ຫົວໜ້າສະຖາບັນສິລະປະວັດທະນະທຳແຫ່ງຊາດຫວຽດນາມ - ** ຫົວໜ້າຄະນະຄົ້ນຄວ້ານະໂຍບາຍ, ສະຖາບັນສິລະປະວັດທະນະທຳແຫ່ງຊາດຫວຽດນາມ
11:46, 31-08-2020

ວກ. - ວັດທະນະທຳ​ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ປະ​ເທດ. ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ເນັ້ນ​ວ່າ ວັດທະນະທຳ​ແມ່ນ​ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ, ທັງ​ແມ່ນ​ເປົ້າ​ໝາຍ, ທັງ​ແມ່ນກຳລັງ​ໜູນ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ​ໃນ​ປະຈຸ​ບັນ, ລັດຖະບານ​ກຳລັງ​ດຳ​ເນີນ​ການ​ສະຫຼຸບ​ສັງ​ລວມ ຍຸດ​ທະ​ສາດ​ການ​ພັດທະນາວັດທະນະທຳຫວຽດນາມ​ຮອດ​ປີ 2020. ດັ່ງ​ນັ້ນ, ການ​ປະ​ເມີນ​ການ​ພັດທະນາ​ວັດທະນະທຳ​ໃນ​ເວລາ​ທີ່​ຜ່ານ​ມາ​ຢ່າງຖືກຕ້ອງ​ແລະ​ພາວະ​ວິ​ໄສ ​ແມ່ນ​​ພື້ນຖານທາງ​ວິທະຍາສາດ​ໃນ​ການ​ກຳນົດ​ນະ​ໂຍບາຍ​ສຳລັບ​ຂົງ​ເຂດພິ​ເສດສະ​ເພາະ​ນີ້.

ການແຂ່ງຂັນຊ່ວງເຮືອງໍ - ງານບຸນປະເພນີທີ່ຕິດພັນກັບວັດທະນະທຳທີ່ເປັນມູນເຊື້ອ ຂອງຊາວຂະແມ ໃນເຂດທົ່ງພຽງແມ່ນ້ຳຂອງ, ຈັດຂຶ້ນທຸກສອງປີ ທີ່ແຂວງຊອັກຕຣັງ. _ພາບ: phuhunglife.com

ສະພາບ​ການ​ພັດທະນາວັດທະນະທຳ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ

ກ່ອນອື່ນ​ໝົດ, ສາມາດ​ເຫັນ​ໄດ້​ວ່າ ວັດທະນະທຳ​ຫວຽດນາມມີ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ຫຼາຍ​ພັນ​ປີ​ໃນ​ປະຫວັດສາດ, ຜ່ານ​ສົງຄາມ​ຫຼາຍ​ຄັ້ງ ​ແລະ​ເຫດການຜັນ​ຜວນ​ຂຶ້ນ​ລົງ​ສັບສົນ ​ໄດ້​ເຕົ້າ​ໂຮມ​ສະ​ສົມຄຸນຄ່າ​ທີ່​ດີ​ຫຼາຍ​ຢ່າງ​ເຊັ່ນ: ມູນ​ເຊື້ອ​ຮັກ​ຊາດ​ແລະຄວາມ​ກ້າຫານ, ຄວາມ​ສາມາ​ດປັບ​ຕົວ​ເຂົ້າ​ກັບ​ສະຖານະ​ການທີ່​ປ່ຽນ​ແປງ, ຄວາມ​ອະນຸ​ໂລມ​ຜ່ອນຜັນ, ຈິດ​ໃຈ​ຊຸມ​ຊົນ, ຄວາມ​ເມດ​ຕາ, ການ​ເບິ່ງ​ໂລກ​ໃນ​ແງ່​ດີ​ແລະ​ໃຈດີ, ນັບຖື​ຄວາມ​ເປັນ​ທຳ, ຂະຫຍັນ​ໝັ່ນ​ພຽນ. ​ໃນ​ປະຈຸ​ບັນ, ຫວຽດນາມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ເພື່ອນ​ມິດສາ​ກົນ​ວ່າ​ເປັນ​ປະ​ເທດ​ທີ່​ມີ​ສັນຕິພາບ, ທັນ​ສະ​ໄໝ, ໜຸ່ມ​ແໜ້ນ ​ແລະ​ຂະຫຍັນ​ຂັນ​ເຄື່ອນ, ​ເປັນສະມາຊິກ​ທີ່​ຫ້າວຫັນ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາກົນ ​ເພື່ອສັນຕິພາບ ​ແລະ​ຄວາມ​ຈະ​ເລີ​ນພັດທະນາ​ລວມ​ໃນ​ທົ່ວ​ໂລກ. ຍິ່ງ​ກວ່າ​ນັ້ນ, ສະພາບ​ການ​ຫັນປ່ຽນ​ແບບ​ບາດ​ລ້ຽວຢູ່​ຫວຽດນາມ, ການ “ປະ​ທະ​ກັນ” ລະຫວ່າງ​ອັນ​ໃໝ່​ແລະ​ອັນ​ເກົ່າ ​ໄດ້​ສ້າງ​ແຮງ​ດຶງ​ດູດ​ພິ​ເສດ​ຂອງ​ວັດທະນະທຳ​ຫວຽດນາມ. ພື້ນຖານ​ວັດທະນະທຳ​ປະຈຸ​ບັນ​ພວມຫັນ​ໄປ​ສູ່​ການ​ສືບ​ທອດ​ບັນດາ​ວັດທະນະທຳ​ດັ້ງ​ເດີມ, ພ້ອມ​ທັງ​ຮັບ​ເອົາ​ບັນດາ​ຄຸນຄ່າ​ໃໝ່ທີ່​ມຸ່ງ​ໄປສູ່​ອະນາຄົດ​ເຊັ່ນ: ປະຊາທິປະ​ໄຕ, ທັນ​ສະ​ໄໝ, ມະນຸດ​ອະລິຍະ​ທຳ, ປົດ​ປ່ອຍ, ອະນຸ​ໂລມ, ​ເປີດ​ກວ້າງ... ຮັບ​ຮູ້​ຄຸນ​ລັກສະນະ​ແລະ​ຄຸນ​ນະພາ​ບພື້ນຖານ​ນີ້​ຂອງ​ວັດທະນະທຳຫວຽດນາມ​ໃນ​ປະ​ເພນີ​ແລະທັນ​ສະ​ໄໝ ຈະ​ມີ​ຄວາມ​ໝາຍ​ທີ່​ດີ ​ເພື່ອຫັນ​ເປັນ “ພະລັງ​ນຸ່ມ​ນວນ” ຂອງ​ປະ​ເທດ, ສ້າງ​ແຮງ​ຊວນ​ເຊື່ອຈັບ​ໃຈ​ຕໍ່​ເພື່ອນ​ມິດສາ​ກົນ.

ທີ​ສອງ, ຫວຽດນາມ​ມີ​ພື້ນຖານ​ວັດທະນະທຳ​ທີ່​ອຸດົມສົມບູນ, ​ເຕັມ​ໄປ​ດ້ວຍ​ເອກະລັກ, ​ເຊິ່ງ​ໄດ້​ເກີດ​ຂຶ້ນ​ໃນ​ປະຫວັດສາດ​ຫຼາຍ​ພັນ​ປີ. ຊັບພະຍາກອນ​ວັດທະນະທຳ​ຫວຽດນາມ​ແມ່ນ​ອຸດົມສົມບູນ, ຫຼາກ​ຫຼາຍທາງ​ດ້ານ​ປະ​ເພດ ​ແລະ​ມີ​ຄຸນຄ່າ​ສູງ​​ໃນ​ຫຼາຍ​ດ້ານ, ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ພາກ​ພື້ນ​ແລະ​ສາກົນ ​ແມ່ນ​ເງື່ອນ​ໄຂ​ທີ່​ສະດວກ​ດີ​ເພື່ອ​ພັດທະນາ​ເສດຖະກິດ, ວັດທະນະທຳ ​ແລະ​ສັງຄົມ. ລະບົບ​ມໍລະດົກ​ວັດທະນະທຳ​ທີ່​ອຸດົມສົມບູນ, ພູມີ​ທັດ​ທີ່​ສວຍ​ງາມ​ແລະ​ອອນຊອນ ​ແມ່ນ​ຊັບ​ສິນອັນ​ລ້ຳ​ຄ່າ, ມີ​ຄວາມ​ສາມາດ​ຫັນ​ເປັນ​ຜະລິດ​ຕະພັນ ​ແລະ​ບໍລິການ​ທີ່​ໂດດ​ເດັ່ນ, ປະກອບສ່ວນ​ໃຫ້​ແກ່​ການ​ເຕີບ​ໂຕ​ທາງ​ເສດຖະກິດ ການ​ຄ້າ ກໍ່​ຄື​ສ້າງ​ເຄື່ອງໝາຍ​ການ​ຄ້າ, ຖານະຕຳ​ແໜ່​ງຂອງ​ວັດທະນະທຳ​ຫວຽດນາມ.

ທີ​ສາມ, ບັນດາ​ເອກະສານ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງວັດທະນະທຳ​ຂອງ​ຫວຽດນາມ​ໄດ້​ຮັບການ​ເພີ່ມ​ເຕີມບູລະນະ​ເທື່ອ​ລະ​ກ້າວ. ​ໃນ​ເວລາ​ທີ່​ຜ່ານ​ມາ, ​ເອກະສານ​ກົດໝາຍ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ສ້າງ​ໃໝ່ ຫຼືດັດ​ແປງ ​ເພີ່ມ​ເຕີມ, ສ້າງ​​ແລວ​ທາງ​ກົດໝາຍ​ສຳລັບ​ການ​ເຄື່ອນ​ໄຫວ​ວັດທະນະທຳ ທີ່​​ເໝາະ​ສົມ​ກັບ​ສະພາບ​ການ​ໃໝ່. ກົດໝາຍ​ສຳຄັນ​ຫຼາຍ​ສະບັບ​ທີ່​ກ່ຽວຂ້ອງ​ກັບ​ວັດທະນະທຳ ​ແລະ​ບັນດາ​ເອກະສານ​ກົດໝາຍ​ອື່ນ ​ໄດ້​ປະກອບສ່ວນ​ສ້າງ​ສະ​ຖາ​ບັນ​ທາງ​ວັດທະນະທຳ​ໃຫ້​ສົມບູນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງຍຸກ​ໃໝ່. ​ແຜນ​ຍຸດ​ທະ​ສາດ​ຂະ​ແໜງ​ການ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ອະນຸມັດ​, ​ເປັນພື້ນຖານ​ເພື່ອ​ຜັນ​ຂະຫຍາຍການ​ເຄື່ອນ​ໄຫວ​ວັດທະນະທຳ​ໃນ​ທາງ​ປະຕິບັດ.

ທີ​ສີ່, ​ແຜນ​ນະ​ໂຍບາຍ​ຫັນ​ການ​ເຄື່ອນ​ໄຫວ​ວັດທະນະທຳ “​ເປັນ​ສັງຄົມ” ​ໄດ້​ຮັບ​ໝາກຜົນ​ຕົວ​ຈິງ, ​ໃນ​ເບື້ອງ​ຕົ້ນ ​ໄດ້​ລະດົມ​ແຫຼ່ງກຳລັງ​ຫຼາຍ​ຢ່າງ​ໃນ​ສັງຄົມ. ການ​ຫັນ​ເປັນ​ສັງຄົມ​ຖືກ​ຖືວ່າ​ເປັນ​ວິທີ​ແກ້​ທີ່​ສຳຄັນ ​ເພື່ອດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ສັງຄົມ, ບັນດາ​ພາກສ່ວນ​ເສດຖະກິດ​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ສ້າງສັນ, ສະໜອງ​ແລະ​ເຜີຍ​ແຜ່​ຜະລິດ​ຕະພັນ​ວັດທະນະທຳ, ສ້າງ​ຊຸມ​ຊົນ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ສັງຄົມ ​ເຂົ້າ​ໃນ​ການ​ພັດທະນາ​ວັດທະນະທຳ, ສ້າງ​ເງື່ອນ​ໄຂ​ໃຫ້ການ​ເຄື່ອນ​ໄຫວ​ວັດທະນະທຳມີການ​ພັດທະນາ​ຢ່າງ​ແຂງ​ແຮງ, ກວ້າງຂວາງ​ທົ່ວ​ເຖິງ, ຄ່ອຍໆ​ຍົກ​ສູງ​ລະດັບ​ການ​ຊົມ​ໃຊ້​ວັດທະນະທຳ​ຂອງ​ປະ​ຊາ​ຊົນ. ຄວາມ​ຫຼາກ​ຫຼາຍ​ຂອງ​ອັດຕະພາບ​ວັດທະນະທຳ, ການ​ຫັນປ່ຽນ​ຈາກ​ແຫຼ່ງກຳລັງ​ສາຍ​ດຽວ​ຂອງ​ລັດ​ໃຫ້​ວັດທະນະທຳ ​ໄປ​ເຖິງ​ການ​ເຂົ້າ​ຮ່ວມ, ການ​ຮ່ວມ​ແຮງ​ແລະ​ປະສານ​ສົມທົບ​ຫຼາຍ​ດ້ານ, ຫຼາຍ​ພາກສ່ວນ​ຈາກ​ຫຼາຍ​ອັດຕະພາບ​ທີ່​ຕ່າງ​ກັນ​ໃນ​ສັງຄົມ​ໃຫ້​ແກ່​ການ​​ເຄື່ອນ​ໄຫວ​ວັດທະນະທຳ; ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ໃນປະ​ເພດ, ຄວາມ​ຄິດ, ທ່າ​ອ່ຽງ ​ແລະ​ຮູບ​ແບບ​ຂອງ​ການສະ​ແດງ​ອອກ​ທາງ​ວັດທະນະທຳ, ນຳ​ເອົາ​ອາຫານ​ທາງ​ຈິດ​ໃຈ​ທີ່​ອຸດົມສົມບູນ​ຍິ່ງ​ຂຶ້ນ ​ມາ​ໃຫ້​ປະຊາຊົນ.

ທີ​ຫ້າ, ຜະລິດ​ຕະພັນ​ວັດທະນະທຳ, ສິລະ​ປະ​ວັນນະຄະດີນັບ​ມື້​ນັບ​ອຸດົມສົມບູນ, ຫຼາກ​ຫຼາຍ; ມີ​ປະສົບ​ການ​ໃນ​ວິທີ​ແລະ​ຮູບ​ແບບການສະ​ແດງ​ອອກ​ໃໝ່ຫຼາຍ​ຢ່າງ ​ເພື່ອ​ເພີ່ມ​ປະ​ເພດ​ແລະ​ຮູບ​ແບບ​ການ​ປະກອບພາບ ​ແລະ​ຜະລິດ​ຕະພັນສິລະ​ປະ ດ້ວຍ​ຫົວ​ຂໍ້, ຫົວ​ເລື່ອງ​ທີ່​ຂະຫຍາຍ​ອອກ​ໄປ ຄຽງ​ຂ້າງ​ກັບ​ຄວາມ​ພະຍາຍາມ​ໃນ​ການ​ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍບັນດາ​ຮູບ​ແບບ​ສິລະ​ປະ​ດັ້ງ​ເດີມ. ບາງ​ຜະລິດ​ຕະພັນ​ສິລະ​ປະ, ດົນຕີ, ພາບພະຍົນ​ ໄດ້​ຮັບ​ລາງວັນ​ສູງ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ; ການ​ປະ​ຢຸກ​ໃຊ້​ເຕັກນິກ​ແລະ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ​ເຂົ້າ​ໃນ​ການ​ຜະລິດ​ຜະລິດ​ຕະພັນວັດທະນະທຳ ​ໄດ້​ຮັບ​ການ​ປະຕິບັດ​ເທື່ອ​ລະ​ກ້າວ, ຫຼາຍ​ໂຄງການ​ສິລະ​ປະ​ແລະວັດທະນະທຳ​​ໄດ້​ສົ່ງ​ເສີມການ​ສ້າງສັນ​ໃໝ່ຂອງນັກ​ສິລະ​ປິນ​ແຕ່ລະຄົນ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຊາວ​ໜຸ່ມ ​ແລະ​ສະ​ເໜີ​ທັດສະນະ​ໃໝ່​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຂອງ​ຊີວິດ​ຮ່ວມ​ສະ​ໄໝ.

ທີ​ຫົກ, ​ເສດຖະກິດ​ມີ​ການ​ພັດທະນາ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ ​ແມ່ນ​ປະ​ຖົມ​ປັດ​ໄຈ​ທີ່​ປະກອບສ່ວນ​ຊຸກຍູ້ການ​ສ້າງ​ຕະຫຼາດ​ຜູ້​ບໍລິ​ໂພ​ກທາງ​ວັດທະນະທຳ ດ້ວຍ​ຄວາມ​ຕ້ອງການ​ນັບ​ມື​ນັບ​ຫຼາຍ. ວັດທະນະທຳ, ຈາກ​ຂົງ​ເຂດ​ທີ່​ຖືກ​ຖື​ວ່າ​​ແມ່ນ​ການ​ໂຄສະນາ​ຊວນ​ເຊື່ອ​​ເປັນ​ຕົ້ນຕໍ ຄ່ອຍໆ​ກາຍ​ເປັນ​ຂົງ​ເຂດ​ທີ່​ມີ​ມູນ​ຄ່າ​ເສດຖະກິດ, ສ້າງ​ຜົນ​ກຳ​ໄລ​ໃຫ້​ສັງຄົມ. ພິ​ເສດ, ການທ່ອງທ່ຽ​ວໄດ້ຮັບ​ການ​ຊຸກຍູ້​ໃຫ້​ຂະຫຍາຍຕົວ, ​ໃນ​ນັ້ນ​ ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ວັດທະນະທຳ​ ໄດ້ຮັບ​ການ​ຂຸດ​ຄົ້ນ​ ແລະ ​ສ້າງ​ຄວາມຈັບ​ໃຈ​ດຶງ​ດູດຂອງ​ການທ່ອງທ່ຽວ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ​ແລະ ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ.

ທີ​ເຈັດ, ການ​ຮ່ວມ​ມື​ສາກົນ​ທາງ​ດ້ານ​ວັດທະນະທຳ​ໄດ້​ຮັບ​ການ​ຍູ້​ແຮງ, ປະກອບສ່ວນ​​ເຂົ້າ​ໃນ​ການ​ເພີ່ມທະວີການໂຄສະນາພາບພົດຂອງປະເທດຊາດ, ວັດທະນະທຳ ​ແລະ ຜູ້​ຄົນ​ຫວຽດນາມ​ອອກ​ສູ່​ໂລກ, ສ້າງ “ພະລັງ​ນຸ່ມ​ນວນ” ​ໃຫ້​ປະ​ເທດ. ການ​ແລກປ່ຽນທາງ​ວັດທະນະທຳ​ກັບ​ຕ່າງປະ​ເທດນັບ​ມື້​ນັບ​ໄດ້​ຮັບ​ການເປີດ​ກວ້າງ ພ້ອມ​ກັນ​ກັບ​ຂະ​ບວນການຫັນ​ການ​ພົວພັນ​ສາກົນ​ຂອງ​ລັດ​ ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ມິດຕະພາບ ​ແລະ​ຄວາມ​ເຂົ້າ​ໃຈ​ຊຶ່ງກັນ​ແລະ​ກັນ, ​ໂຄສະນາ​ພາບ​ພົດ​ຂອງປະ​ເທດ, ປະຊາຊົນ, ສິລະ​ປະ-ວັດທະນະທຳ​ຂອງ​ຫວຽດນາມ ​ໃຫ້​ເພື່ອນ​ມິດ​ໃນ​ໂລກ.

ທີ​ແປດ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ໂດຍ​ສະ​ເພາະ​ແມ່ນ​ສື່​ມວນ​ຊົນ ມີບາດກ້າວ​ພັດທະນາ​ທີ່​ເຂັ້ມ​ແຂງ. ​ໂຄງ​ສ້າງ​ພື້ນຖານ​ເຄືອ​ຂ່າຍ​ໂທລະ​ຄົມມະນາຄົມ, ອິນ​ເຕີ​ເນັດ ສືບ​ຕໍ່​ໄດ້​ຮັບ​ການ​ລົງທຶນ​​ໃຫ້​ພັດທະນາ​ຢ່າງ​​ແຂງ​ແຮງ. ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການໜັງສືພິມ​ຖະ​ແຫຼ​ງຂ່າວ ກໍ່​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ, ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ຮຽນ​ຮູ້​ຈາກ​ປະສົບ​ການ​ສື່​ມວນ​ຊົນ​ຂອງ​ໂລກ, ມີ​ບາດກ້າວການ​ພັດທະນາ​ທີ່​ດີ, ຂໍ້​ມູນ​ຂ່າວສານມີ​ຫຼາຍ​ຮູບ​ແບບ, ​ເນື້ອ​ໃນ​ອຸດົມສົມບູນ, ປະກອບສ່ວນ​ຍົກ​ສູງລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ, ຂະຫຍາຍ​ປັນຍາ​ຄວາມ​ຮູ້, ຊ່ວ​ຍປະຊາຊົນ​ເຂົ້າ​ເຖິງ​ຄວາມ​ຮູ້​ໃໝ່​ຂອງ​ມະນຸດຊາດ​ຢ່າງ​ໄວ, ຍົກ​ສູງ​ປະສິດທິພາບ​ຂອງ​ແຮງ​ງານ ​ແລະ​ຄຸນ​ນະພາ​ບຊີວິດ.

ທີ​ເກົ້າ, ຫຼາຍ​ຂະ​ບວນການ, ການ​ຂົນຂວາ​ວທາງ​ດ້ານ​ວັດທະນະທຳ​ໄດ້ຮັບ​ການ​ປະຕິບັດ ​ແລະ​ມີ​ຜົນ​ສຳ​ເລັດ​ທີ່​ແນ່ນ​ອນ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ສະພາບ​ແວດ​ລ້ອມວັດທະນະທຳ, ຮັກສາ​ແລະ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າມະນຸດ​ອະລິຍະ​ທຳດັ້ງ​ເດີມ​ຂອງ​ຊາດ. ​ຄຸນຄ່າ​ທາງວັດທະນະທຳ​ແລະ​ຈະລິ​ຍະ​ທຳ​ດັ້ງ​ເດີມ​ຈຳນວນ​ຫຼາຍ​ໄດ້​ຮັບ​ການ​ຍ້ອງຍໍ, ຄວາມ​ຂະຫຍັນ​ຂັນ​ເຄື່ອນ ຄວາມ​ຄິດ​ປະດິດ​ສ້າງ, ຄວາມ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ຄວາມ​ຕັ້ງໜ້າ​ສັງຄົມ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ​ເປີດ​ກວ້າງ.

​ແຕ່​ວ່າ, ຄຽງ​ຄູ່​ກັບ​ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ ວັດທະນະທຳ​ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ​ຍັງມີ​ຂໍ້​ຈຳກັດ​ຈຳນວນ​ໜຶ່ງ​ດັ່ງ​ນີ້.

ທີ​ໜຶ່ງ, ຈິນຕະນາການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ວັດທະນະທຳ​ຍັງ​ບໍ່​ເທົ່າ​ທັນ​ກັບ​ການ​ພັດທະນາຂອງ​ສັງຄົມ. ຮ່ອງຮອຍ​ຂອງ​ຈິນຕະນາການ​ເກື້ອກູນ, “ຂໍ​-ໃຫ້”, ຈິນຕະນາການ​ບໍລິຫານ-ຄຳ​ສັ່ງ ຍັງ​ໜັກ​ຢູ່. ​ໃນ​ປະຈຸ​ບັນ, ບັນດາອົງການ​ຄຸ້ມ​ຄອງບໍລິຫານ​ຍັງ​ອຸ້ມ​ວຽກງານ “ເຮັດ​ວັດທະນະທຳ” ຫຼາຍ ຫຼື​ຕົກ​ເຂົ້າ​ໃນ​ບັນດາ​ກິດຈະກຳ​ວັດທະນະທຳ​ສະ​ເພາະ, ​ໃນ​ບັນດາ​ຂະ​ບວນການ, ທຸລະ​ກິດ​ມະ​ຍິກ​ມະ​ຍ່ອຍ ​ແຕ່​ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ, ບົດບາດຂອງ​ສັງຄົມ, ຂອງ​ຊຸມ​ຊົນ, ວິ​ສາ​ຫະກິດ​ແລະ​ສະມາຄົມ​ວິຊາ​ຊີບ​ຢ່າງ​ເຕັມທີ່. ກົນ​ໄກ​ຄຸ້ມ​ຄອງ​ຍັງ​ມີ​ລັກ​ສາ​ນະ​ລວມສູນ​ເປັນ​ຫຼັກ; ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ, ການ​ກະຈາຍ​ອຳນາດ​ບໍ່​ສູງ. ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ, ​ແຜນການພັດທະນາ​ວັດທະນະທຳ​ສ່ວນ​ຫຼາຍ​ໄດ້​ຮັບ​ການ​ກຳນົດ​ແລະ​ສ້າງ​ຂຶ້ນຈາກ​ຂັ້ນ​ມະຫາ​ພາກ ​ແລ້ວ​ແຜ່​ອອກ​ສູ່​ລະດັບ​ຈຸນລະພາກ, ບໍ່​ໄດ້​ສະ​ເໜີ​ແລະ​ສ້າງ​ຂຶ້ນ​ມາ​ຈາກ​ຂັ້ນ​ລຸ່ມ, ຈາກພາກ​ປະຕິບັດ​ຂັ້ນພື້ນຖານ. ກົດໝາຍ​ຍັງ​ບໍ່​ທັນ​ກາຍ​ເປັນ​ເຄື່ອງມື​ສັກສິດ​ສູງ​ສຸດ​ເພື່ອ​ກວດກາ, ດັດສົມ, ດັດ​ປັບ​ຊີ​ວິດ​ວັດທະນະທຳ. ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ຂອງ​ບັນດາ​ຂະ​ແໜງ​ການ​ແລະ​ຂັ້ນ​ຕ່າງໆ ບາງທີ​ຍັງ​ແຂງ​ກະດ້າງ, ບີບ​ບັງຄັບ, ຄຳ​ພີ. ​ໃນ​ພາກ​ຕົວ​ຈິງ, ຖານະ​ຕຳ​ແໜ່​ງຂອງ​ວັດທະນະທຳ​ຍັງ​ຕ່ຳ, ບໍ່​ເທົ່າ​ທຽມ​ກັບ​ຂົງ​ເຂດ​ອື່ນໆ.

ທີ​ສອງ, ຫວຽດນາມ​ກຳລັງ​ຢູ່​ໃນ​ຂະ​ບວນການ​ຫັນປ່ຽນ​ຕໍ່​ເນື່ອງ, ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຍັງ​ຢູ່​ໃນ​ຂະ​ບວນການ​ປັບປຸງ​ບູລະນະ, ​ເງື່ອນ​ໄຂ​ວິດ​ທະຍາ​ສາດ, ​ເຕັກນິກ​ຂອງ​ປະ​ເທດ, ຊັບພະຍາກອນ​ມະນຸດ... ມີ​ຂໍ້​ຈຳກັດຫຼາຍ​ຢ່າງ. ການ​ພັດທະນາ​ເສດຖະກິດ​ບໍ່​ຍືນ​ຍົງ, ມີ​ຜົນ​ກະທົບ​ເຖິງ​ການ​ພັດທະນາ​ດ້ານ​ອື່ນໆ​ຂອງ​ຊີວິດ​ສັງຄົມ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ວັດທະນະທຳ. ສະ​ຖາ​ບັນ​ວັດທະນະທຳ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ​ ແລະ​ຍັງຂາດ​ຄວາມ​ຄົບ​ຊຸດ. ການ​ປະກາດ​ໃຊ້​ກົດໝາຍ​ຍັງ​ມີ​ຈຸດ​ອ່ອນ​. ​ເອກະສານ​ກຳນົດ​ການ​ຄຸ້ມ​ຄອງ​ບາງ​ສະບັບ​ຫາ​ກໍ່​ໄດ້​ປະກາດ​ໃຊ້​ແຕ່​ກໍ່​ໄດ້​​ມີ​ຂໍ້​ບົດ​ພ່ອງ, ຮຽກຮ້ອງ​ໃຫ້​ມີ​ການ​ປັບປຸງ ​ເພີ່ມ​ເຕີມ. ການ​ປະຕິບັດ​ບັນດາ​ເອກະສານ​ກົດໝາຍ​ກ່ຽວ​ກັບ​ວັດທະນະທຳຍັງ​ອ່ອນ​ແອ ດັ່ງ​ນັ້ນ​ເອກະສານ​ກົດໝາຍ​ຫຼາຍ​ສະບັບ​ຈຶ່ງ​ບໍ່​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ. ການ​ບັງຄັບ​ໃຊ້​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ວັດທະນະທຳ​ຫຼາຍ​ສະບັບ​ຍັງສັບສົນ​ງຸ່ມ​ງ່າມ.

ທີ​ສາມ, ​ແຫຼ່ງຊັບພະຍາກອນ​ມະນຸດ​ເພື່ອ​ພັດທະນາ​ວັດທະນະທຳຍັງ​ອ່ອນ​ແອ ​ແລະຂາດ​ທັກ​ສະ​ດ້ານ​ວິຊາ​ຊີບ​ແລະ​ການ​ຄຸ້ມ​ຄອງ, ພິ​ເສດ​ແມ່ນ​ຄວາມ​ສາມາດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ທັກ​ສະການ​ບໍລິຫານ​ທຸລະ​ກິດ. ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ​ຄຸ້ມຄອງວັດທະນະທຳ​ຢູ່​ຂັ້ນ​ຕ່າງໆບໍ່ທັນ​ກັບ​ການ​ພັດທະນາ​ທີ່​ອຸດົມສົມບູນ, ຫຼາກ​ຫຼາຍ ​ແລະ​ສັບສົນ​ຂອງ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ພາ​ໃຫ້​ເກີດ​ຄວາມ​ສັບສົນ​ໃນ​ການ​ກຳນົດ​ນະ​ໂຍບາຍ, ​ໃນ​ການ​ແນະນຳ​ການຈັດ​ຕັ້ງ​ປະຕິບັດ, ​ໃນ​ການ​ຈັດການ​ແກ້​ໄຂ​ກໍ​ລະ​ນີ ຄະດີ​ລະ​ເມີດ​ກົດໝາ​ຍ ​ແລະ​ນະ​ໂຍບາຍ​ກ່ຽວ​ກັບ​ວັດທະນະທຳ.

ທີ​ສີ່, ການ​ລົງທຶນ​ໃຫ້​ວັດທະນະທຳ​ບໍ່​ສົມ​ຄູ່​ກັບ​ບົດບາດ, ຖານະ​ຕຳ​ແໜ່​ງຂອງ​ວັດທະນະທຳ​ໃນ​ການ​ພັດທະນາ. ​ໂດຍ​ລວມ, ລະດັບ​ການ​ລົງທຶນ​ໃຫ້​ວັດທະນະທຳ​ໃນ​ລາຍ​ຈ່າຍ​ງົບປະມານ​ທັງ​ໝົດ​ແມ່ນ​ຍັງ​ຕ່ຳ​ຫຼາຍ ​ເມື່ອ​ທຽບ​ກັບ​ຂົງ​ເຂດ​ອື່ນ, ບໍ່​ສົມ​ຄູ່​ກັບ​ພາກ​ປະຕິບັດ ​ແລະ ບໍ່​ສະ​ໝ່ຳສະ​ເໜີ. ລະບົບ​ບັນດາ​ສະ​ຖາ​ບັນ​ແລະ​ພື້ນຖານ​ວັດຖຸ​ ສຳລັບ​ການ​ເຄື່ອນ​ໄຫວ​ວັດທະນະທຳ ​ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ​ຍັງ​ດ້ອຍ​ພັດ​ທະນາ ​ແລະ ຢູ່​ໃນ​ສະພາບ​ເປ່​ເພ, ຕາບ​ຈູ​ນ, ຂາ​ຄວາມ​ຄົບ​ຊຸດ, ປະສິດທິພາບ​ຕ່ຳ. ວຽກ​ງານ​ວາງ​ແຜນການ, ລົງທຶນ​ກໍ່ສ້າງ​ພັດທະນາ​ສະ​ຖາ​ບັນ​ວັດທະນະທຳທີ່​ສຳຄັນ​ຍັງ​ຊ້າ. ລະບົບ​ສະ​ຖາ​ບັນ​ວັດທະນະທຳ​ໃນ​ເຂດ​ຊົນນະບົດ, ​ເປັນ​ຕົ້ນ​ແມ່ນ​ຢູ່​ເຂດຫ່າງ​ໄກ​ສອກຫຼີກ ຍັງ​ຂາດ​ເຂີນ​ແລະ​ບໍ່​ຄົບ​ຊຸດ, ບໍ່​ສອດຄ່ອງ​ກັບ​ລັກສະນະ​ສະ​ເພາະຂອງ​ເຂດ​ພາກ, ກັບ​ຄວາມ​ຕ້ອງການ ​ແລະ​ຄວາມ​ປາດ​ຖະໜາ​ຂອງ​ປະຊາຊົນ; ​ເນື້ອ​ໃນ​ການ​ເຄື່ອນ​ໄຫວຍັງບໍ່ດີ ແລະບໍ່ສາມາດປະຕິບັດໄດ້

ທີ​ຫ້າ, ຄຸນ​ນະພາ​ບຂອງ​ການ​ບໍລິການ​ແລະຜະລິດ​ຕະພັນວັດທະນະທຳ​ຍັງ​ບໍ່​ທັນ​ສູງ; ຍັງ​ຂາດຍີ່​ຫໍ້​ວັດທະນະທຳ​ໃນ​ລະດັບ​ປະ​ເທດ, ພາກ​ພື້ນ​ແລະ​ສາກົນ, ຍັງ​ຂາດ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບສູງ, ປະກອບສ່ວນ​ບຳລຸງ​ຈິດ​ວິນ​ຍານ, ສ້າງ​ບຸກຄະ​ລິກກະພາບ, ອົບຮົມ​ສຶກສາ​ຄຸນສົມບັດ. ສະພາບ​ການ​ນຳ​ເຂົ້າ​ແລະ​ນຳ​ເຂົ້າ​ເກີ​ນດຸນຂອງ​ຜະລິດ​ຕະພັນ​ວັດທະນະທຳ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ຫຼາຍ​ກວ່າ​ທຽບ​ກັບ​ການ​ສົ່ງອອກ​ວັດທະນະທຳ, ການ​ຮັບ​ເອົາ​ຜະລິດ​ຕະພັນ​ວັດທະນະທຳ​ຂອງ​ຕ່າງປະ​ເທດ​ແມ່ນ​ຍັງ​ຂາດ​ການ​ເລືອກ​ເຟັ້ນ. ຜະລິດ​ຕະພັນ​ວັດທະນະທຳ​ຫວຽດນາມບໍ່​ມີ​ການ​ປະດິດ​ສ້າງ​ແທ້​ ແລະ ​ບໍ່​ອຸດົມສົມ​ບູນ, ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ສາທາລະນະ​ຊົນ, ຄວາມ​ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ພາຍ​ໃນ​ແລະ​ຕະຫຼາດ​ສາກົນ​ແມ່ນ​ຍັງ​ຕ່ຳ.

ທີ​ຫົກ, ​ເອກະລັກ​ວັດທະນະທຳ​ຂອງ​ຊາດມີ​ຄວາມ​ສ່ຽງ​ທີ່​ຈະ​ເລືອນ​ຫາຍ​ໄປ. ຫຼາຍ​ຊົນ​ເຜົ່າ​ສ່ວນ​ນ້ອຍກຳລັງ​ສູນ​ເສຍ​ຄຸນ​ລັກສະນະ​ທາງ​ວັດທະນະທຳ​ທີ່​ເປັນ​ເອກະລັກ ​ໃນ​ຂະ​ບວນວິວັດ​ການ​ພັດທະນາ​ແລະ​ເຊື່ອມ​ໂຍງ​ສາ​ກັນ, ຊີວິດ​ດ້ານ​ວັດທະນະທຳ​ແລະ​ສິນ​ລະ​ປະ​ບໍ່​ດີ. ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຕົວ​ຕົນ​ຫຼາຍ​ປະ​ເພດ​ຂອງ​ຊົນເຜົ່າ​ສ່ວນ​ນ້ອຍບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ກວດ​ໄລ່​ແລະ​ບັນທຶກ​ເພື່ອ​ການ​ປ້ອງ​ກັນ. ສິລະ​ປະວັດ​ທະນະ​ທຳ​ຫຼາຍ​ປະ​ເທດ​ບໍ່​ໄດ້​ຮັບ​ການພັດທະນາ, ​ໃນ​ນັ້ນ​ມີ​ຫຼາຍ​ຂະ​ແໜງ​ສິລະ​ປະຊັ້ນ​ນຳ ​ແລະ​ສິລະ​ປະ​ແບບ​ດັ້ງ​ເດີມ, ສິລະ​ຫະສາທາລະນະ, ສິລະ​ປະ​ໃໝ່.

ທີ​ເຈັດ, ສະພາບ​ແວດ​ລ້ອມ​ທາງ​ວັດທະນະທຳ​ຍັງ​ມີ​ສະພາບ​ການບໍ່​ດີ, ມາ​ຈາກ​ຕ່າງປະ​ເທດ, ຂັດ​ກັບ​ຂະໜົບທຳນຽມ​ທີ່​ດີ; ​ໄພ​ສັງຄົມ, ຄວາມ​ເຊື່ອ​ລາງ​ຖື​ຜີ, ອາ​ຊະ​ຍາ​ກຳ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ວັດທະນະທຳ​ການ​ປະພຶດ​ໃນ​ທີ່​ສາທາລະນະ, ຢູ່​​ໃນສຳນັກງານ, ​ໃນ​ຄອບຄົວ, ​ຢູ່​ໃນ​ໂຮງຮຽນ ມີ​ຂໍ້​ບົດ​ພ່ອງ​ຫຼາຍ​ຢ່າງ. ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ ​ແລະ​ແບບ​ແຜນ​ດຳລົງ​ຊີວິດ ​ຂອງ​ພະນັກງານສະມາຊິກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ​ໄດ້ກໍ່​ໃຫ້​ເກີດ​ຄວາມ​ຂັດ​ເຄືອງ​ໃນ​ສັງຄົມ, ​ສົ່ງ​ຜົນ​ສະທ້ອນ​ເຖິງຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ພັກ, ລັດ ​ແລະ​ລະບອບ. ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຫ້​ສິນ​ບົນ, ການ​ທຸລະ​ກິດ​ຜິດ​ກົດໝາຍ, ມີ​ຊີວິດ​ແບບ​ປະປ່ອຍ ຮີບ​ດ່ວນ, ນິ​ໄສ​ສວຍ​ໂອກາດ​ໃນ​ການ​ເມືອງ, ການ​ສໍ້​ໂກງ​ໃນ​ການ​ສຶກສາ ​ໃນ​ການ​ປະກາດ​ສະ​ນິຍະ​ບັດ,... ທີ່ສະ​ແດງ​ອອກ​ນັບ​ມື້​ນັບ​ຫຼາຍ. ຈັນ​ຍາ​ບັນ​ດ້ານ​ວິຊາ​ຊີດ​ຫຼຸດ​ລົງ, ນັບ​ທັງ​ໃນ​ບັນດາ​ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ທາງ​ສັງຄົມ​ເຊັ່ນ: ສາທາລະນະ​ສຸກ, ການ​ສຶກສາ, ການ​ປົກ​ປ້ອງ​ກົດໝາຍ, ໜັງສືພິມ... ວັດທະນະທຳ​ຄອບຄົວ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ປັບປຸງ. ວັດທະນະທຳ​ໃນ​ໂຮງຮຽນ​ມີ​ອາການ​ທີ່​ໜ້າ​ຕົກ​ໃຈ. ການ​ກະທຳ​ຮຸນ​ແຮງ, ປະຕິກິ​ລະ​ຍາ, ການ​ປະ​ພຶດຂາດ​ວັດທະນະທຳ, ການ​ຕົກ​ຕ່ຳ​ທາງ​ດ້ານ​ຄຸນສົມບັດ, ການ​ເສື່ອ​ມ​ໂຊມ​ຂອງ​ແບບ​ແຜນ​ດຳລົງ​ຊີວິດ ​ແລະ​ຂອງ​ຄຸນຄ່າ​ວັດທະນະທຳ ມີ​ທ່າ​ອ່ຽວ​ເພີ່ມ​ຂຶ້ນ. ຄວາມ​ແຕກ​ໂຕນ​ໃນ​ການ​ຊົມ​ໃຊ້​ວັດທະນະທຳ​ ລະຫວ່າງ​ເຂດ​ພູດ​ອຍ, ຫ່າງ​ໄກ​ສອກຫຼີກ ກັບ​ເຂດ​ຕົວ​ເມືອງ ​ແລະ​ ລະຫວ່າງ​ຊັ້ນ​ຄົນ​ປະຊາຊົນ ​ໄດ້​ຖືກຫຍໍ້​ສັ້ນຢ່າງຊັກ​ຊ້າ.

ທີ​​ແປດ, ການ​ເຄື່ອນ​ໄຫວ​ທາງ​ດ້ານ​ທິດ​ສະ​ດີ, ການ​ວິຈານ​ສິລະ​ປະ​ວັນນະຄະດີ​ຍັງ​ຖືກ​ຈຳກັດ, ​ບໍ່ຕອບ​ສະໜອງ​ໄດ້​ກັບ​ຫຼາຍ​ບັນຫາ​ຂອງ​ຊີວິດ, ຍັງ​ຫ່າງ​ເຫີ​ນຈາກ​ຄວາມ​ເປັນ​ຈິງແຫ່ງ​ການ​ປະພັນ. ​ໄລຍະ​ຫ່າງ​ຈາກບັນຫາ​​ທິດ​ສະ​ດີຈຳນວນໜຶ່ງກັບ​ຊີວິດ​ຈິງ​ ບໍ່​ພຽງ​ແຕ່​ບໍ່​ຖືກ​ຮັດ​ແຄບ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ທ່າ​ອ່ຽງ​ເປີດ​ກວ້າງ​ອອກ. ​ກິດຈະກຳ​ຄົ້ນຄວ້າ​ສະ​ເພາະ​ກ່ຽວ​ກັບທິດ​ສະ​ດີ​ສິລະ​ປະ​ວັນນະຄະດີ ​ແມ່ນ​ມີ​ໜ້ອຍ​ແລະ​ມີ​ຄຸນ​ນະພາ​ບຕ່ຳ; ​ຫຼາຍ​ບັນຫາ​ທີ່​ພາກ​ປະຕິບັດ​ວາງ​ອອກ​ມາຍັງ​ບໍ່​ຄຳ​ຕອບ​. ໃນ​ປະຈຸ​ບັນ, ມີ​ຂໍ້​ເທັດ​ຈິງ​ທີ່​ຂັດ​ແຍ້​ງກັນ​ສອງ​ປະການ​ຄື: ທີ​ໜຶ່ງ, ທິດ​ສະ​ດີ​ວັດທະນະທຳ​ຖືກ​ຫຼ້າ​ຫຼັງ, ​ໄປ​ຕາມ​​ຊີວິດ, ມີຄຳ​ຖາມ​ພື້ນຖານ​ແລະ​ຮີບ​ດ່ວນ​ຫຼາຍ​ຄຳ ​ທີ່​ພຶດຕິ​ກຳ​ວາງ​ອອກ​ມາ ​ແຕ່​ວຽກ​ງານ​ທິດ​ສະ​ດີບໍ່​ໃຫ້​ຄຳ​ຕອບ, ຫຼື​ຄຳຕອບບໍ່​ໜ້າ​ເຊື່ອ​ຖື; ດ້ານ​ອື່ນ, ຍ້ອນ​ຂາດ​ການ​ນຳພາ, ການຊີ້​ທິດ​ພາ​ທາງ, ການກຳນົດ​ທິດ​ຂອງທິດ​ສະ​ດີ​ທີ່​ຖືກຕ້ອງ, ດັ່ງ​ນັ້ນ​ຫຼາຍ​ປະກົດ​ການ​ວັດທະນະທຳ​ໄດ້​ເກີດ​ຂຶ້ນ​ຢ່າງ​ເກີດ​ເອງ, ​ເຮັດ​ໃຫ້ອົງການ​ຊີ້​ນຳ​ພຶດຕິ​ກຳຕ້ອງ​ກະ​ວົນ​ກະ​ວາຍ, ຈັດການ​ໃນ​ທ່າ​ຮັບ ​ໂດຍ​ບໍ່​ມີ​ການ​ຕອບ​ສະໜອງ​ທີ່​ຊັດ​ເຈນ, ທັນ​ເວລາ​ ແລະ​ມີ​ປະສິດທິ​ຜົນ. ການ​ເຄື່ອນ​ໄຫວ​ວິຈານສິລະ​ປະກຳ​ຍັງ​ບໍ່​ໄດ້​ປະກອບສ່ວນ​ກຳນົດ​ທິດ​ທາງ​ຢ່າງ​ທັນ​ການ, ປະຕິບັດ​ພາລະ​ໜ້າ​ທີ່​ແນະນຳ, ດັດ​ປັບ ​ແລະ ​ໄປ​ພ້ອມ​ກັນ​ກັບການ​ປະພັນ, ບາງທີ​ຍັງ​ເຮັດ​ແບບ​ງ່າຍ​ດາຍ, ຫຼົບ​ຫຼີກ, ວິພາກ​ວິຈານ​ແບບ​ຜິວ​ເຜີນ, ຍັງ​ປະກົດ​ປະ​ເພດຂອງ​ການ​ວິພາກ​ວິຈານ​ທີ່​ບັງຄັບ, ລົບ​ລ້າງ​ລັກສະນະ​ວິທະຍາສາດ​ຂອງ​ການ​ວິພາກ​ວິຈານສິລະ​ປະ​ວັນນະຄະດີ; ຍັງ​ບໍ່​ທັນ​ໄຈ້​ແຍກ​ແລະ​ວິພາກ​ວິຈານ​ຢ່າງ​ເຕັມທີ່ ​ຕໍ່ບັນດາ​ທ່າ​ອ່ຽງ​ທີ່ຜິດພາດ, ຜິດ​ເຂ​ວ.

ກາລະ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ ທີ່​ເກີດ​ຂຶ້ນ​ກັບ​ການ​ພັດ​ທະ​ນາ​ວັດທະນະທຳ​ຫວຽດນາມ ​ໃນ​ຊຸມ​ປີ​ຕໍ່ໜ້າ

ຂະ​ບວນການ​ໂລກາ​ພິວັດ​ແລະ​ເຊື່ອມ​ໂຍງ​ສາກົນ ຊ່ວຍ​ໃຫ້​ວັດທະນະທຳ​ຫວຽດນາມ​ມີ​ໂອກາດ​​ໂຄສະນາຢ່າງ​ກວ້າງຂວາງ​ໃນ​ໂລກ. ວັດທະນະທຳ​ຫວຽດນາມ​ຂະຫຍາຍຕົວ​ໃນ​ສະພາບ​ການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ມີ​ການ​ພັດທະນາ​ໄວ​ປານ​ລົມພາຍຸ, ການ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງສາກົນກໍ່​ໄດ້​ເປີດ​ຄວາມ​ສາມາດ​ໃນ​ການ​ແລກປ່ຽນ, ຮ່ວມ​ມື ​ແລະ​ພັດທະນາວັດທະນະທຳ​ຢ່າງຮອບດ້ານ, ປັບປຸງ​ໂອກາດ​ໃນ​ການ​ສົ່ງ​ເສີມ​ວັດທະນະທຳ​ຫວຽດນາມ​​ໄປ​ທົ່ວ​ໂລກ. ການ​ພັດທະນາ​ຂອງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ແລະ ​ການ​ສື່ສານ​ມວນ​ຊົນ ຊ່ວຍ​ໃຫ້ປະຊາ​ຊົນມີ​ຄວາມ​ສາມາດ​ໃນ​ການ​ສ້າງສັນ​ ແລະຊົ​ມ​ໃຊ້​ຜະລິດ​ຕະພັນວັດທະນະທຳ​ໃໝ່​ຢ່າງ​ໄວ, ມີ​ປະສິດທິ​ຜົນ ​ແລະ ມີ​ຄວາມ​ປະຕິ​ສຳພັນ​ສູງ.

ການ​ປະຕິວັ​ດອຸດສາຫະກຳ​ຄັ້ງ​ທີ​ສີ່ ​ແລະ​ເສດຖະກິດ​ດິຈິ​ຕອນ ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ແກ່​ການ​ພັດທະນາ​ວັດທະນະທຳ​ຢູ່ຫວຽດນາມ, ຊ່ວຍ​ພວກ​ເຮົາ​ຂຸດ​ຄົ້ນ​ທ່າ​ແຮງ​ທາງ​ດ້ານ​ເສດຖະກິດ​ຂອງ​ວັດທະນະທຳ ​ໃນ​ສະພາບ​ແວດ​ລ້ອມ​ດິຈິ​ຕອນ. ​ການ​ພັດທະນາເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ແລະອິນ​ເຕີ​ເນັດ ​ເຮັດ​ໃຫ້​ເນື້ອ​​ໃນ​ວັດທະນະທຳ​ສາມາດ​ເຂົ້າ​ເຖິງ​ໄດ້​ງ່າຍ ​ແລະ​ບໍ່​ຖືກ​ຈຳກັດ​ດ້ວຍ​ຊາຍ​ແດນ​ຂອງ​ປະ​ເທດ, ​ເລື່ອງ​ນີ້​ກໍ່​ຮຽກຮ້ອງ​ໃຫ້​ມີ​ຄວາມ​ແປກ​ຕ່າງ​, ຄວາມ​ເປັນ​ເອກະລັກ​ໃນ​ເນື້ອ​​ໃນ ​ແລະຄວາມ​ຄິດ​ຂອງຜະລິດ​ຕະພັນ​ວັດທະນະທຳ ​ເຊິ່ງ​ເປັນ​ເໝືອນຂໍ້​ໄດ້​ປຽບທາງ​ການ​​ແຂ່ງຂັນທີ່​ສຳຄັນ. ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໃນ​ໂລກ​ພວມ​ຫັນປ່ຽນ​ຢ່າງ​ໄວ​ໄປ​ສູ່​ເສດຖະກິດ​ພູມ​ປັນຍາ, ​ເສດຖະກິດ​ສ້າງສັນ, ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ ​ແລະ ການ​ຫັນ​ເນື້ອ​ໃນ​ວັດທະນະທຳ​ເປັນ​ດິຈິ​ຕອນ(1). ການ​ປ່ຽນ​ແປງ​ເຫຼົ່າ​ນີ້​ໄດ້​ນຳ​ມາ​ເຊິ່ງກາລະ​ໂອກາດ​ໃຫຍ່​ກ່ຽວ​ກັບ​ຄວາມ​ສາມາດ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ການ​ຜະລິດ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ຊ່ອງ​ທາງ​ການ​ແຈກ​ຢາຍ​ແລະ​ສົ່ງ​ເສີມ​ຜະລິດ​ຕະພັນ​ໃໝ່, ຮຽກຮ້ອງ​ໃຫ້​ມີ​ການ​ກະທຳທີ່ລະອຽດ​ອ່ອນ ​ແລະການ​ປັບ​ຕົວຕໍ່​ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ​ຢ່າງ​ຕໍ່​ເນື່ອງ. ການ​ປ່ຽນ​ເຕັກນິກ​ດິຈິ​ຕອນ​ແລະ​ຈິດ​ໃຈ​ທຸລະ​ກິດ ຈະ​ນຳ​ເອົາ​ໂອກາດ, ຄວາມ​ເປັນ​ໄປ​ໄດ້ ​ແລະ ສິ່ງ​ທ້າ​ທາຍ​ໃໝ່​​ ມາໃຫ້​​ຂະ​ແໜງ​ວັດທະນະທຳ​ໃນ​​ແງ່​ຂອງ​ແບບ​ວິທີ​ການ​ເຄື່ອນ​ໄຫວ.

ພື້ຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ ພວມ​ສ້າງ​ຄວາມ​ຕັ້ງໜ້າທາງ​ສັງຄົມ ​ແລະ​ຄວາມ​ຕັ້ງໜ້າ​ທາງ​ວັດທະນະທຳ​ ໃຫ້​ປະຊາຊົນ, ​ແມ່ນ​ໂອກາດ​ເພື່ອ​ຊຸກຍູ້​ຈິດ​ໃຈຄຸ້ມ​ຄອງ​ຕົນ​ເອງ ​ແລະ​ຄວາມ​ສາມາດ​ເປັນ​ເຈົ້າ​ຂອງ ຂອງ​ປະຊາຊົນ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ​ແລະ​ການ​ປະດິດສ້າງ​ວັດທະນະທຳ. ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສັງຄົມ ​ແລະ​ການ​ເຄື່ອນ​ໄຫວ​ວັດທະນະທຳ ​ໃນ​ຖານະ​ຂອງ​ປັດ​ໄຈ​ທີ່​ເປັນ​ເຈົ້າ​ການ, ຕັ້ງ​ແຕ່ການວາງ​ແຜນການ​ ເຖິງ​ການ​ປະ​ເມີນ​ບັນຫາ​ສັງຄົມ​ແລະ​ວັດທະນະທຳ, ຍິ່ງ​ກວ່າ​ນັ້ນ ​ແມ່ນ​ຜູ້​ຮ່ວມ​ສ້າງ​ສັງຄົມ​ແລະ​ວັດທະນະທຳ​ພ້ອມ​ກັນ​ກັບ​ກົງຈັກ​ແຫ່ງ​ລັດ. ປັດ​ໄຈ​ພາຍ​ໃນ​ຂອງ​ການ​ພັດທະນາ​ສັງຄົມ​ແລະ​ວັດທະນະທຳ​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ, ສ່ວນ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ທີ່​ເພີ່ມ​ຂຶ້ນຂອງປະຊາຊົນ​ເມື່ອ​ທຽບ​ກັບ​ລັດ​ໃນ​ຫຼາຍ​ບັນຫາ​ສັງຄົມ​ແລະ​ວັດທະນະທຳ.

​ແຜນ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ເປັນ​ເຈົ້າການ, ຕັ້ງໜ້າ​ແລະ​ຮອບດ້ານ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ວັດທະນະທຳ​ຫວຽດນາມ​ເຊື່ອມ​ໂຍງ​ແລະ​ພັດທະນາ. ​ໃນ​ສະພາບ​ການ​ໂລກາ​ພິວັດ, ດ້ວຍ​ແນວທາງ​ຫັນ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ, ວັດທະນະທຳ​ຫວຽດນາມ​ມີ​ໂອກາດ​ທີ່​ສະດວກ​ ເພື່ອ​ຮັບ​ເອົາຄວາມ​ຮູ້, ​ແຫຼ່ງກຳລັງ ​ແລະ​ບົດຮຽນ​ການ​ຄຸ້ມ​ຄອງ​ຂັ້ນ​ສູງ, ຮັບ​ເອົາ​ສິ່ງ​ຍອດ​ແຍຂອງ​ວັດທະນະທຳ​ມະນຸດ ​ແລະ​ປະດິດ​ສ້າງ​ຄຸນຄ່າ​ວັດທະນະທຳ​ໃໝ່. ພິ​ເສດ, ອຸດສາຫະກຳ​ວັດທະນະທຳ​ກຳລັງ​ຖືກ​ກຳນົດ​ໃຫ້​ເປັນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ຂອງ​ເສດຖະກິດ. ​ເສດຖະກິດ​ກຳລັງ​ພັດທະນາ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ ​ໄດ້​ສ້າງ​ຕະຫຼາດ​ຜູ້​ບໍລິ​ໂພ​ກ/ຜູ້​ຊົມ​ໃຊ້ວັດທະນະທຳ ດ້ວຍ​ຄວາມ​ຕ້ອງການ​ເພີ່ມ​ຂຶ້ນ​ເລື້ອຍໆ,​ແມ່ນພື້ນຖານ​​ສຳຄັນ​ເພື່ອຊຸກຍູ້​ການ​ພັດທະນາ​ວັດທະນະທຳ.

ຄຽງ​ຄູ່​ກັນ​ກັບ​ບັນດາ​ໂອກາດ​ເທິງ​ນີ້, ວັດທະນະທຳ​ຫວຽດນາມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ, ນັ້ນ​ແມ່ນ:

ຄວາມ​ທ້າ​ທາຍ​ໃນ​ການ​ສ້າງ​ສະຖາ​ບັນວັດທະນະທຳ​ໃຫ້​ສົມບູນ​ແບບ. ​ເພື່ອ​ສະໜັບສະໜູນ​ຄວາມ​ຫຼາກ​ຫຼາຍ​ແລະ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ວັດທະນະທຳ (​ໂດຍ​ບໍ່​ແຊກ​ແຊງ​ເກີນ​ໄປ ​ແລະຈຳກັດ​ກຳລັງ​ແຮງ​ສ້າງສັນ), ພວກ​ເຮົາ​ຕ້ອງ​ປັບປຸງ​ບູລະນະ​ບັນດາ​ນະ​ໂຍບາຍ​ພາສີ ​ແລະ ຂໍ້​ກຳນົດ​ກົດໝາຍ​ກ່ຽວ​ກັບ​ການ​ທຸລະ​ກິດ​ສິລະ​ປະ​ແລະ​ຕະຫຼາດ​ເຊັ່ນ: ສິດທິ​ໃນ​ຊັບ​ສິນ​ທາງ​ປັນຍາ, ປັບປຸງ​ແລວ​ທາງ​ກົດໝາຍ​​ເພື່ອຊຸກຍູ້​ການ​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາ​ວັດທະນະທຳ ຂອງ​ບັນດາ​ຄູ່​ຮ່ວມ​ມື ​ແລະ​ແຫຼ່ງກຳລັງ​ທີ່​ຕ່າງ​ກັນ. ຊຸກຍູ້​ການ​ພັດທະນາ​ຂອງ​ອຸດສາຫະກຳ​ວັດທະນະທຳ ຫຼືອຸດສາຫະກຳ​ປະດິດ​ສ້າງ ທີ່​ເປັນ​ວິທີ​ແກ້​ໜຶ່ງ​ເພື່ອ​ພັດທະນາ​ວັດທະນະທຳ. ສ້າງ​ກົນ​ໄກ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ຕ່າງໆ, ​ແນ​ໃສ່​ສ້າງ​ການ​ຮ່ວມ​​ແຮງ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ວັດທະນະທຳ, ຊຸກຍູ້​ການ​ປະສານ​ງານ, ສົມທົບ​ລະຫວ່າງ​ລັດ, ບັນດາ​ຜູ້​ອຸປະຖຳ ​ແລະ ​ພາກສ່ວນ​ເອກະ​ຊົນ ​ເພື່ອ​ສະໜັບສະໜູນ​ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ເຕີບ​ໂຕ, ການ​ແຂ່ງຂັນ ​ແລະ ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ວັດທະນະທຳ.

ຄວາມ​ທ້າ​ທາຍ​ໃນ​ການ​ປ່ຽນ​ຮູບ​ແບບ​ ຈາກ​ການ​ຄຸ້ມ​ຄອງ​ລວມສູນ ມາ​ເປັນ​ຮູບ​ແບບ​ແບ່ງ​ຂັ້ນ​ຄຸ້ມ​ຄອງວັດທະນະທຳ ​ໃຫ້​ສອດຄ່ອງ​ກັບ​ ສະພາບ​ການ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ; ​ໃນ​ນັ້ນ, ພາລະ​ບົດບາດ​ຂອງ​ລັດຖະບານ​ໄດ້​ປ່ຽນ​ຈາກ​ການ​ເຮັດ​ວັດທະນະທຳ ​ໄປ​ເປັນ​ການ​ຄຸ້ມ​ຄອງ​ວັດທະນະທຳ, ຈາກ​ການ​ຄຸ້ມ​ຄອງ​ຈຸ​ນລະ​ພາກ​ໄປ​ເປັນ​ການ​ຄຸ້ມ​ຄອງ​ມະຫາ​ພາກ, ຈາກ​ການ​ຄຸ້ມ​ຄອງ​ໂດຍ​ກົງ​ມາ​ເປັນ​ການ​ຄຸ້ມ​ຄອງ​ໂດຍ​ທາງ​ອ້ອມ... ຄວາມ​ທ້າ​ທາຍ​ໃນ​ການ​ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່ຈິນຕະນາການ​ນຳພາ​ວັດທະນະທຳ ຂອງ​ພັກ​ຕາມ​ທິດ​ເປີດ​ໂປ່​ງ, ​ເສີມ​ຂະຫຍາຍ​ຄວາມ​ຄິດ​ສ້າງສັນ, ຄວາມ​ເປັນ​ເຈົ້າ​ການ​ຂອງ​ບັນດາ​ອັດຕະພາບ​ວັດທະນະທຳ. ການສ້າງ​ແຜນ​ນະ​ໂຍບາຍ, ​ແນວທາງ, ມະຕິຕິດ​ແທດ​ກັບ​ພຶດຕິ​ກຳ​ຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ຄວາມ​ຕ້ອງການ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ; ມີ​ການ​ແບ່ງ​ອຳນາດ​ຢ່າງ​ຈະ​ແຈ້ງ​ລະຫວ່າງ​ພັກ ​ແລະ​ອຳນາດ​ການ​ປົກຄອງ​ໃນ​ການຜັນ​ຂະຫຍາຍ​ການ​ປະຕິບັດ. ດພີ່​ມການ​ກວດກາ, ການ​ຕິດຕາມ​ກວດກາ, ການ​ສະຫຼຸບ​ສັງ​ລວມ, ການ​ປະ​ເມີນ​ຄ່າ​ໃນ​ຂະ​ບວນການ​ປະຕິບັດ. ການປ່ຽນ​ແປງ​ໃໝ່ຈິນຕະນາການ​ຄຸ້ມ​ຄອງ​ວັດທະນະທຳ​ ອີງ​ໃສ່​ແນວ​ຄິດ​ກ່ຽວ​ກັບສິດທິວັດທະນະທຳ ​ແລະ​ຈິດ​ໃຈ​ກໍ່ສ້າງ​ລະບົບ​ບໍລິຫານ​ສາທາລະນະ​ທີ່​ທັນ​ສະ​ໄໝ; ກໍ່ສ້າງ​ກົນ​ໄກ​ແບ່ນ​ຂັ້ນ​, ແບ່ງອຳນາດ​ໃໝ່​ເທື່ອ​ລະ​ກ້າວ ຕາມ​ຫຼັກການ​ທີ່​ວ່າ ບັນດາ​ອົງການ​ລັດ​ສຸມ​ໃສ່​ການ​ພັດທະນາລະບົບ​ສະ​ຖາ​ບັນ, ລົງທຶນ​ເພື່ອ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ທີ່​ສຳຄັນ, ພັດທະນາ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລະ​ເຫດການ​ສິລະ​ປະວັດ​ທະນະ​ທຳ​ຈຳນວນ​ໜຶ່ງ, ສ່ວນ​ທີ່​ເຫຼືອ​ແມ່ນ​ມອບ​ໃຫ້​ຊຸມ​ຊົນ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ, ​ເອກະ​ຊົນ​ປະຕິບັດ.

ຄວາມ​ທ້າ​ທາຍກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວຂອງ​ຂົງ​ເຂດວັດທະນະທຳ ​ໃນ​ສະພາບ​ການຂອງຊັບພະຍາກອນ​ທີ່ສະໜອງ​ໃຫ້​ວັດທະນະທຳ, ກົນ​ໄກ​ນະ​ໂຍບາຍ​ທີ່​ສົ່ງ​ເສີມ​ການ​ລົງທຶນ​ໃຫ້​ວັດທະນະທຳ​ນັ້ນ ບໍ່​ຕອບ​ສະໜອງ​ໄດ້​ກັບຄວາມ​ຕ້ອງການ, ບໍ່​ສົມ​ຄູ່​ກັບ​ບົດບາດ​ແລະ​ຖານະ​ຕຳ​ແໜ່​ງຂອງ​ວັດທະນະທຳ ​​ເມື່ອຕັ້ງ​ຢູ່​ໃນ​ທັດສະນະ​ການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ. ຄວາມ​ທ້າ​ທາຍ​ກ່ຽວ​ກັບຄວາມ​ສາມາດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ​ໃນ​ການ​ປະຕິ​ຮູບ​ຂົງ​ເຂດ​ວັດທະນະທຳ ​ເພື່ອ​ເຮັດ​ໃຫ້​ວັດທະນະທຳ​ມີ​ການ​ພັດທະນາ​ແບບ​ຍືນ​ຍົງ​ກວ່າ​ອີກ; ​ໃນ​ນັ້ນ​ມີ​ຄວາມ​ທ້າ​ທາຍ​ໃໝ່​ກ່ຽວ​ກັບ​ການຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ວັດທະນະທຳ​ໃນ​ກົນ​ໄກ​ຕະຫຼາດ, ກ່ຽວ​ກັບ​ທັກ​ສະທາງ​ທຸລະ​ກິດ. ໜຶ່ງ​ໃນຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່ຂອງ​ຂົງ​ເຂດວັດທະນະທຳ​ແມ່ນຕ້ອງການ​ສ້າງສາ​ຍພົວພັນ​ທີ່​​ແໜ້ນ​ແຟ້ນກັບ​ສາທາລະນະ​ຊົນ/ຜູ້​ບໍລິ​​ໂພ​ກ, ວິ​ສາ​ຫະກິດ ​ແລະ​ຊຸມ​ຊົນ, ຈາກ​ນັ້ນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນດາ​ຄຸນຄ່າ​ທີ່​ຕ່າງ​ກັນ​ຂອງ​ວັດທະນະທຳ.

ຄວາມ​ທ້າ​ທາຍ​ຂອງ​ສະຖານະ​ການ​ເສດຖະກິດ​ດິຈິ​ຕອນ, ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່. ​ໃນ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ເຕັກ​ໂນ​ໂລ​ຊີ​ສື່ສານ​ມັນ​ຕິ​ມີ​ເດຍ ​ແລະ​ເຕັກນິກ​ດິຈິ​ຕອນ, ຕະຫຼາດ​ເສລີ, ຂົງ​ເຂດ​ວັດທະນະທຳ​ຕ້ອງ​ສ້າງ​ຄວາມ​ແປກ​ຕ່າງ ​ແລະ​ປະ​ຢຸກ​ໃຊ້​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ສ້າງ​ຜະລິດ​ຕະພັນ​ສິນຄ້າ​ແລະ​ບໍລິການ​ທີ່​ໂດດ​ເດັ່ນ, ຫຼາກ​ຫຼາຍ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສາທາລະນະ​ຊົນ. ການລະ​ເບີດ​ຂຶ້ນ​ຂອງ​ຂໍ້ມູນ​ຂ່າວສານ​ແລະການ​ສື່ສານພ້ອມ​ກັນ​ຄື້ນ​ໄຂວ່​ກັນ ​ແລະ​ການ​ນຳ​ເຂົ້າ​ວັດທະນະທຳ ດ້ວຍ​ຫຼາຍ​ປັດ​ໄຈ​ວັດທະນະທຳ​ໃໝ່, ມີ​ດ້ານ​ດີຕັ້ງໜ້າ ​ແຕ່​ກໍ່​ມີ​ຄວາມ​ຫຍໍ້​ທໍ້​ບໍ່​ໜ້ອຍ, ​ໃນ​ຂະນະ​ທີ່​ລະດັບ​ຂອງ​ພະນັກງານ​ແລະ​ພາຫະນະ​ເຕັກນິກ​ເພື່ອ​ຄຸ້ມ​ຄອງ​ບັນດາ​ບັນຫາ​ໃໝ່​ນີ້​ ຍັງ​ຖືກ​ຈຳກັດ, ພາ​ໃຫ້​ເກີດ​ຄວາມ​ກະວົນກະວາຍ​ງຸ່ມ​ງ່າມ, ຖືກ​ຢູ່​ໃນ​ທ່າຮັບ​ໃນ​ເມື່ອ​ຈັດ​ຕັ້ງ​ປະຕິບັດ.

ຄວາມ​ທ້າ​ທາຍ​ຈາກ​ການ​ໂລກາ​ພິວັດ​ດ້ານ​ວັດທະນະທຳ ​ເປັນ​ເໝືອນ​ຂະ​ບວນການຈໍ​ລະ​ຈອນ​ ເຊິ່ງຜ່ານ​ນັ້ນ ບັນດາ​ພື້ນຖານວັດທະ​ນະ​ທຳ​ແຫ່ງ​ຊາດ ນັບ​ມື​ນັບ​ເຊື່ອມ​ໂຍງ​ແລະ​ເພິ່ງ​ພາ​​​ເຊິ່ງກັນ​ແລະ​ກັນ. ​ໂລກາ​ພິວັດ​ທາງ​ວັດທະນະທຳ​ອາດ​ຈະ​ເຮັດ​ໃຫ້​ສູນ​ເສຍ​ເອກະ​ລັກ​ວັດທະນະທຳຂອງຊາດ ຖ້າ​ຫາກ​ພວກ​ເຮົາ​ບໍ່​ຍົກ​ສູງ​ກຳລັງ​ແຮງ​ພາຍ​ໃນ​ໃນ​ວັດທະນະທຳ, ດຳ​ເນີນ​ການ​ເຮັດ​ໃຫ້​ວັດທະນະທຳ​ທັນ​ສະ​ໄໝ ​ແຕ່​ບໍ່​ຫ່າງ​ເຫີ​ນຈາກ​ບັນດາ​ຄຸນຄ່າ​ວັດທະນະທຳທີ່​ເປັນ​ເອກະລັກ​ຂອງ​ຊາດ. ສະພາບ​ການ​ໂລກາ​ພິວັດກໍ່​ໃຫ້​ເກີດ​ຄວາມ​ທ້າ​ທາຍ​ໃນ​ການ​ຈັດການ​ແກ້​ໄຂ​ຢ່າງ​ຖືກຕ້ອງ ຄວາມ​ພົວ​ພັນ​ລະຫວ່າງການ​ປົກ​ປ້ອງ​ເອກະ​ລັກວັດທະນະທຳ​ຂອງ​ຊາດ ກັບ​ການ​ເລືອກ​ເອົາ​ສິ່ງ​ຍອດ​ແຍ​ຂອງ​ວັດທະນະທຳ​ມະນຸດ ​ເພື່ອ​ເຮັດ​ໃຫ້​ວັດທະນະທຳ​ຫວຽດນານາ​ມອຸດົມສົມບູນ​ຍິ່ງ​ຂຶ້ນ, ປັບປຸງ​ກຳລັງ​ແຮງ​ພາຍ​ໃນ, ສ້າງ​ແຮງ​ຕ້ານທານ​ຕໍ່​ບັນດາ​ການ “ຮຸກ​ຮານ​ທາງ​ວັດທະນະທຳ” ຈາກ​ພາຍ​ນອກ, ຈັດການ​ແກ້​ໄຂ​ເປັນ​ຢ່າງ​ດີ ບັນດາ​ສາຍ​ພົວພັນລະຫວ່າງ​ມູນ​ເຊື້ອ​ແລະ​ທັນ​ສະ​ໄໝ, ປະ​ເທດ​ຊາດ​ແລະ​ສາກົນ; ຈັດການ​ແກ້​ໄຂຂໍ້ຂັດແຍ່ງທາງດ້ານວັດທະນະທຳທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ, ຫັນ​ເປັນ​ຕົວ​ເມືອງ ​ແລະ ​ໂລກາ​ພິວັດ.

ຄວາມ​ທ້າ​ທາຍ​ໃນ​ການ​ຈັດການແກ້​ໄຂ​​ສາຍ​ພົວພັນທາງ​ວັດທະນະທຳ​ທີ່​​ແຕກຕ່າງ​ກັນ​ໃຫ້​ໄດ້ຢ່າງ​ກົມ​ກຽວ, ​ເຊັ່ນ​ສາຍ​ພົວພັນ​ລະຫວ່າງ​ວັດທະນະທຳ​ແລະ​ການ​ເມືອງ, ວັດທະນະທຳ​ແລະ​ເສດຖະກິດ, ລະຫວ່າງ​ມູນ​ເຊື້ອ​ແລະ​ທັນ​ສະ​ໄໝ...

ບາງຄຳແນະນຳສຳລັບວິທີແກ້ໄຂ ເພື່ອພັດທະນາວັດທະນະທຳຫວຽດນາມ ​ໃນ​ຊຸມ​ປີຕໍ່​ໜ້າ

ທີ​ໜຶ່ງ, ຍົກ​ສູງ​ຄວາມ​ຮັບ​ຮູ້​ ແລະ ​ສ້າງ​ການປ່ຽນ​ແປງ​ໄປ​ສູ່ການ​ປະຕິບັດ​ ຂອງ​ທັງ​ສັງຄົມ​ໃນ​ການ​ສ້າງ ​ແລະ​ພັດທະນາວັດທະນະທຳ. ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ​ແລະ​ລັດ ຕ້ອງ​ກາຍ​ເປັນ​ໂຄງການ​ປະຕິບັດ​ງານຂອງ​ທຸກ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຢ່າງ​ແທ້​ຈິງ​ແລະ​ມີ​ປະສິດທິ​ຜົນ. ວຽກ​ງານ​ການ​ໂຄສະນາ​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ ຕ້ອງ​ເປັນ​ເຈົ້າ​ການ, ປະດິດ​ສ້າງ ​ແລະ ​ຈັບ​ໃຈ​ກ່າວ​ເກົ່າ, ​ໃກ້ຊິດຕິດ​ແທດ​ກັບ​ສະພາບ​ການ​ສັງຄົມ​ໃໝ່, ​ໃນ​ນັ້ນ​ມີ​ການ​ຊັ່ງຊາຜົນ​ກະທົບ​ຂອງ​​ພາຫະນະ​​ສື່ສານ​ໃໝ່. ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ ​ແລະທີ່​ຕັ້ງ​ຂອງ​ວັດທະນະທຳ​ໃນ​ການ​ພັດທະນາ​ລວມຂອງ​ປະ​ເທດ. ວັດທະນະທຳ​ຄວນ​ເປັນ​ໜຶ່ງ​ໃນຂໍ້​ບຸກທະລຸ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງຂອງ​ປະ​ເທດ​ໃນ​ຊຸມ​ປີ​ຕໍ່ໜ້າ.

ທີ​ສອງ, ສຸມ​ໃສ່​​ກໍ່ສ້າງ​ຄົນ​ຫວຽດນາມ ດ້ວຍຄຸນນະພາບທີ່​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຍຸກ​ໃໝ່. ນັ້ນ​ແມ່ນຄຸນ​ລັກສະນະ​ທີ່​ສຳຄັນຂອງ​ຄົນ​ຫວຽດນາມ​ເຊັ່ນ: ຄວາມ​ຮັກ​ຊາດ, ຄວາມ​ເມດ​ຕາ, ຄວາມ​ກະຕັນຍູ, ຄວາມ​ຊື່ສັດ, ຄວາມ​ສາມັກຄີ, ຄວາມ​ດຸ​ໝັ່ນ, ຄວາມ​ຄິດ​ປະດິດ​ສ້າງ. ສ້າງ​ແລະ​ສົ່ງ​ເສີມ​ວິຖີ​ຊີ​ວັດ “​ແຕ່ລະຄົນ​ເພື່ອ​ທຸກ​ຄົນ, ທຸກ​ຄົນ​ເພື່ອ​ແຕ່ລະຄົນ”; ສ້າງແບບແຜນດຳລົງຊີວິດດ້ວຍຄວາມນັບຖືຕົນເອງ, ​ເປັນ​ເຈົ້າ​ຕົນ​ເອງ, ດຳລົງ​ຊີວິດ​ແລະ​ເຮັດ​ວຽກ​ຕາມ​ລັດຖະທຳ​ມະນູນ​ແລະກົດໝາຍ, ປົກ​ປ້ອງ​ສິ່ງ​ແວດ​ລ້ອມ; ປະສານສົມທົບຄວາມ​ຕັ້ງໜ້າ​ຂອງ​ບຸກຄົນ ​ແລະ ຄວາມ​ຕັ້ງໜ້າ​ຂອງ​ສັງຄົມ​ຢ່າງ​ກົມກຽວ; ​ເຊີດ​ຊູ​ຄວາມ​ຮັບຜິດຊອບສ່ວນ​ຕົວ​ຕໍ່​ຕົນ​ເອງ, ຄອບຄົວ ​ແລະ​ສັງຄົມ. ຢືນຢັນ, ​ໃຫ້​ກຽດ​ຕໍ່​ສິ່ງ​ທີ່​ຖືກຕ້ອງ, ສິ່ງ​ທີ່​ດີ​ງານ, ຄວາມ​ຕັ້ງໜ້າ​ຫ້າວຫັນ, ສິ່ງ​ທີ່​ສູງ​ສົ່ງ; ທະວີຄູນ​ບັນດາ​ຄຸນຄ່າ​ທີ່​ສູງ​ສົ່ງສວຍ​ງາມ, ມະນຸດສະທຳ.

ທີ​ສາມ, ປັບປຸງ​ໃຫ້​ສະ​ຖາ​ບັນ​ວັດທະນະທຳ​ສົມບູນ​ແບບ​ ເພື່ອ​ສົ່ງ​ເສີມ​ເສລີພາບ​ໃນ​ການ​ປະດິດ​ສ້າງ. ລົງທຶນ​ຢ່າງ​ສົມ​ເຫດ​ສົມ​ຜົນ​ໃຫ້​ວັດທະນະທຳ, ພິ​ເສດ​ແມ່ນ​ກຳລັງ​ຄົນ. ບໍ່​ໃຫ້​ພະນັກງານ​ທີ່​ບໍ່​ມີ​ວິຊາ​ຊີບ ຫຼື​ຄຸນສົມບັດ​ຕ່ຳ​ໃນ​ຄະນະ​ພັກ​ ມາ​ຮັບຜິດຊອບ​ວຽກ​ງານ​ວັດທະນະທຳ. ນີ້​ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ເຮັດ​ໃຫ້​ວັດທະນະທຳບໍ່​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື.

ທີ​ສີ່, ກໍ່​ສ້າງ​ສະພາບ​ແວດ​ລ້ອມ​ວັດທະນະທຳທີ່​ດີ ສ້າງ​ເງື່ອນ​ໄຂ​ພັດທະນາ​ວັດທະນະທຳ ​ແລະ​ຄົນ​ຫວຽດນາມ. ສະພາບ​ແວດ​ລ້ອມ​ວັດທະນະທຳທີ່​ດີ​ໃນ​ຄອບຄົວ, ​ໂຮງຮຽນ​ແລະ​ສັງຄົມ ຈະ​ເປັນ​ບ່ອນສ້າງ, ຫຼໍ່ລ້ຽງ​ບຸກຄະ​ລິ​ກະພາບ​ວັດທະນະທຳ ​ແລະ​ອົບຮົມ​ສຶກສາວິຖີ​ຊີວິດ​ໃຫ້​ຄົນ​ຫວຽດນາມ, ​ເພື່ອ​ໃຫ້​ອັນ​ດີ​ໄດ້​ຮັບ​ການ​ປົກ​ປ້ອງ​ແລະ​ເພີ່ມ​ຂຶ້ນ, ອັນ​ຊົ່ວ ອັນ​ບໍ່​ດີ​ຖືກ​ກ່າວ​ປະນາມ​ແລະ​ລົບ​ລ້າງ​ໄປ. ປ່ຽນ​ແປງ​ໃໝ່​ການ​ສຶກສາ​ໃນ​ທຸກລະດັບ, ​ໃນ​ນັ້ນ​ເນັ້ນ​ໜັກ​ບັນດາ​ວິຊາຈັນ​ຍາ​ບັນ, ສິລະ​ປະ ​ແລະ ວິທີ​ສ້າງສັນ. ຈາກ​ຄວາມ​ຮູ້​ແລະ​ທັກ​ສະ​ທີ່​ຮຽນ​ໃນ​ໂຮງຮຽນ, ບັນດາ​ຄຸນຄ່າ​ວັດທະນະທຳ​ຈະ​ແຜ່​ກະຈາຍ​ໃນ​ທົ່ວ​ສັງຄົມ.

ທີ​ຫ້າ, ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳວັດທະນະທຳ ​ເພື່ອ​ສ້າງ​ຜະລິດ​ຕະພັນ ​ແລະບໍລິການ​ວັດທະນະທຳ​ ຂອງ​ຄົນ​ຫວຽດນາມ, ​ເພື່ອ​ຄົນ​ຫວຽດນາມ, ​ໃຫ້​ຄົນ​ຫວຽດນາມ, ທັງ​ຊ່ວຍ​ເຜີຍ​ແຜ່​ຄຸນຄ່າ​ວັດທະນະທຳ​ຫວຽດນາມ - ພະລັງ​ນຸ່​ມນ​ວນຂອງ​ປະ​ເທດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ.

ທີ​ຫົກ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງວັດທະນະທຳ​ສາກົນ, ​ໂຄສະນາວັດທະນະທຳ, ນຳ​ເອົາ​ຮູບ​ພາບຂອງປະ​ເທດ​ແລະ​ຜູ້ຄົນ​ຫວຽດນາມ​ໄປ​ທົ່ວ​ໂລກ, ພ້ອມ​ກັນ​ນັ້ນ​ກໍ່​​ເລືອກຮັບ​ເອົາສິ່ງ​ທີ່​ຍອດ​ແຍ​ຂອງ​ວັດທະນະທຳ​ໂລກ ​ເພື່ອ​ເຮັດ​ໃຫ້​ວັດທະນະທຳ​ຫວຽດນາມ​ອຸດົມ​ຮັ່ງມີ​ຂຶ້ນ​ຕື່ມ. ນີ້​ແມ່ນ​ທ່າ​ອຽງ​ທີ່​ຫຼີກລ້ຽງ​ບໍ່​ໄດ້​ ໃນ​ສະພາບ​ການ​ໂລກາ​ພິວັດ​ໃນ​ປະຈຸ​ບັນ.

ການ​ພັດທະນາ​ວັດທະນະທຳ​ຫວຽດນາມ​ໃນ​ຊຸມ​ປີ​ຕໍ່ໜ້າ​ ມີ​ຄວາມ​ສຳຄັນ​ທີ່​ສຸດ ສຳລັບ​ການ​ພັດທະນາ​ລວມຂອງ​ປະ​ເທດ. ສວຍ​ໃຊ້​ໂອກາດ​ແລະ​ເສີມ​ຂະຫຍາຍ​ຈຸດ​ດີ, ຈຳກັດ​ຈຸດ​ອ່ອນ ​ແລະ ຜ່ານ​ຜ່າ​ຄວາມ​ທ້າ​ທາຍ​ໄດ້ ​ແມ່ນ​ວິທີ​ທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້​ຫວຽດນາມ​ພັດທະນາ​ວັດທະນະທຳ, ​ເຮັດ​ໃຫ້​ວັດທະນະທຳ​ກາຍ​ເປັນ​ກຳລັງ​ໜູນ​ທີ່​ແທ້​ຈິງ ​ແລະ​ເປັນ​ເປົ້າ​ໝາຍ​ຂອງ​ການ​ພັດທະນາ​ປະ​ເທດ, ​ເພື່ອ​ໃຫ້​ວັດທະນະທຳ “ສ່ອງ​ທາງ​ໃຫ້​ປະຊາຊົນ​ທັງ​ຊາດ” ຢ່າງ​ແທ້​ຈິງ​ຕາມ​ທີ່​ປະທານ​ໂຮ່ຈີ​ມິນ​ໄດ້​ຕັກ​ເຕືອນ./.

(1) ການ​ຫັນ​ເປັນ​ດິຈິ​ຕອນກຳລັງ​ປ່ຽນ​ຫ່ວງ​ໂສ້​ຄຸນຄ່າຂອງ​ການ​ປະດິດ​ສ້າງ, ການ​ຜະລິດ ​ແລະ​ການ​ແຈກ​ຢາຍ. ຜົນ​ທີ່​ໄດ້​ຮັບ​ຄື ​ບັນດາ​ຮູບ​ແບບ​ທຸລະ​ກິດ​ໃໝ່​ທີ່​ພັດທະນາ​, ບັນດາ​ແຜນ​ຍຸດ​ທະ​ສາດ​ການ​ຂາຍຍ່ອຍ ​ແລະ ການ​ຕະຫຼາດ​ໃໝ່, ຍົກຕົວຢ່າງ: ສະພາບ​ແວດລ້ອມການ​ຊື້​​ແລະຂາຍຍ່ອຍ​ແບ​ບດິຈິ​ຕອນ​ແບບ​ໃໝ່ ສຳລັບ​ເນື້ອ​ໃນ​ວັດທະນະທຳ ທີ່​ສ້າງ​ຂຶ້ນ​ໂດຍ​ອົງ​ກອນ​ເຊັ່ນ amazon.com, iTunes, ການ​ເຜີຍ​ແຜ່​ວັດທະນະທຳ​ໃນ​ເວທີ​ສື່​ສັງຄົມ​ອອນ​ໄລ​ຕ່າງໆ (​ເຊັ່ນ Facebook, Twitter...) ພ້ອມ​ກັບ​ການ​ຂະຫຍາຍຕົວ​ຂອງ​ອຸປະ​ກອນ​ເຕັກ​ໂນ​ຊີ​ເຄື່ອນ​ທີ່ (​ໂທລະສັບ, ຄອມ​ພິວ​ເຕີ​ແທັບ​ເລັດ (tablet), ​ເຄື່ອງ​ອ່ານ), ການ​ເຊື່ອມ​ໂຍງ​ຂອງ​ຜູ້​ຜະລິດ​ແລະ​ຜູ້​ບໍລິ​ໂພ​ກຜະລິດ​ຕະພັນ​ວັດທະນະທຳ ​ໃນ​ສະພາບ​ແວດ​ລ້ອມ​ດິຈິ​ຕອນ ມີ​ລັກສະນະ​ປະຕິ​ສຳພັນ, ​ໃນ​ນັ້ນ​ຜູ້​ຊົມ​ໃຊ້​ຜະລິດ​ຕະພັນ​ວັດທະນະທຳ​ກໍ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການອອກ​ແບບຜະລິດ​ຕະພັນ ຫຼື​ອອກ​ແບບຄືນ​ໃໝ່.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະ​ສາກ​ອມມູນິດ ສະບັບ​ທີ 936 (​ເດືອນ​ກຸມພາ 2020)