ຍົກສູງປະສິດທິຜົນການລົງທຶນສ່ວນລວມ ໃຫ້ແກ່ການກະສິກຳ, ຊາວກະສິກອນ ແລະ ຊົນນະບົດ

ສດ. ດຣ ເວືອງດິ່ງເຫ້ວ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງການເງິນ
10:24, 15-01-2013

     ວ.ກ - ການ​ພັດທະນາ​ຂອງກະສິກຳ, ຊາວ​ກະສິກອນ, ຊົນນະ​ບົດ ​ໄດ້​ຮັບ​ຄວາມ​ເອົາ​ໃຈໃສ່​ເປັນ​ພິ​ເສດ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ແລະ ຖື​ວ່າ​ອັນ​ນັ້ນ​ເປັນ​ເງື່ອນ​ໄຂ​ພື້ນຖານ ​ເພື່ອຕອບ​ສະໜອງ​ຄວາມ​ຕ້ອງການ​ຫັນ​ເປັນ​ອຸດສາຫະກຳ​ທັນ​ສະ​ໄໝ, ຮັບປະກັນ​​ໃຫ້​ແກ່​ການ​ພັດທະນາ​​ເສດຖະກິດ - ສັງຄົມ​ແບບ​ຍືນ​ຍົງ.

ສະຫາຍເວືອງດິ່ງເຮວ້ ລັດຖະມົນຕີວ່າການກະຊວງການເງິນ - ຮູບຂອງ: vietstock.vn

     ຜົນສຳ​ເລັດ​​ແຫ່ງ​ການ​ລົງທຶນສ່ວນລວມ ​ໃຫ້​​ແກ່​ການກະສິກຳ, ຊາວ​ກະສິກ​ອນ ​ແລະ ຊົນນະບົດ

     ໃນ​ໄລຍະ 2006 – 2011, ​ແຫຼ່ງທຶນ​ທີ່​ລົງໃຫ້​​ແກ່​ການກະສິກຳ, ຊາວ​ກະສິກ​ອນ ​ແລະ ຊົນນະບົດ ນັບມື້​ນັບ​​​ເພີ່ມ​ທະວີ​ຂຶ້ນ ​ແລະ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ເປັນສຳຄັນ, ລວມຍອດ​ເງິນ​ລົງທຶນສ່ວນລວມຈາກງົບປະມານແຫ່ງລັດ ແລະ ພັນທະບັດ ລັດຖະບານກວມ 432.787 ຕື້ດົ່ງ, ​ເທົ່າກັບ 49,67% ລວມຍອດເງິນລົງທຶນພັດທະນາຂອງແຫຼ່ງງົບປະມານ ແລະ ພັນທະບັດ ລັດຖະບານ. ໃນນັ້ນ, ເງິນລົງທຶນພັດທະນາການຜະລິດບັນດາຂະແໜງກະສິກຳ, ປ່າໄມ້, ການລ້ຽງປາກວມ 153.548 ຕຶ້ດົ່ງ, ​ເທົ່າ​ກັບ 35,48% ລວມຍອດເງິນລົງທຶນໃຫ້ແກ່ກະສິກຳ, ຊົນນະບົດ; ລົງທຶນໃຫ້ແກ່ການຂະຫຍາຍພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມ, ຫລຸດຜ່ອນຄວາມທຸກຍາກ ລົບລ້າງຄວາມອຶດຫີວ  ຢູ່ຊົນນະບົດກວມ 279.240 ຕື້​ດົ່ງ, ​ເທົ່າ​ກັບ 64,52% ລວມຍອດເງິນລົງທຶນໃຫ້ແກ່ກະສິກຳ, ຊົນນະບົດ.

     ຄຽງ​ຂ້າງ​ນັ້ນ, ​ໃນ​ແຕ່ລະ​ປີ ລັດ​ໄດ້​ຊັບຊ້ອນ​ແຫຼ່ງທຶນ​ແຮ​ໄວ້​ໃນ​ງົບປະມານ​ສູນ​ກາງ​ເພື່ອ​ຊ່ວຍ​ໜູນ​ໃຫ້​ແກ່​ບັນດາ​ທ້ອງ​ຖິ່ນ ​ແລະ ຊາວນາ, ​ແຕ່ລະ​ປີ​ໄດ້​ແຮ​ໄວ້​ແຕ່ 7.000 ຕື້ ​ເຖິງ 8.000 ຕື້ດົ່ງ, ຕົ້ນ​ຕໍ່​ແມ່ນ​ຊ່ວຍ​ເຫຼືອບັນດາ​ທ້ອງ​ຖິ່ນ​ຜ່ານ​ຜ່າ​ແກ້​ໄຂ​ຜົນ​ຮ້າຍ​ຍ້ອນ​ໄພ​ທຳ​ມະ​ຊາດ, ພະຍຸ​ລົມ​ແດງ, ນ້ຳ​ຖ້ວມ, ພະຍາດລະບາດ…; ​ແຕ່ລະ​ປີ​ໄດ້​ຈ່າຍ​ເງິນ​ປະມານ 8.000 ຕື້​ດົ່ງ​ຈາກ​ແຫຼ່ງລາຍ​ຮັບ​ຈາກ​ຫວຍ​ພັດທະນາ​ ​​ເພື່ອກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-ສັງຄົມ ​ຮັບ​ໃຊ້​ໃຫ້​ແກ່ ການພັດທະນາ​ກະສິກຳ, ຊົນນະບົດ. ລັດ​ຍັງ​ໄດ້​ຊ່ວຍ​​ເຫຼື​ອ​ໃຫ້​ຊາວນາ ​ໂດຍ​ຜ່ານ​ນະ​ໂຍບາຍ​ຫຫລຸດຜ່ອນ​ແລະຍົກ​ເວັ້ນ ພາສີນຳ​ໃຊ້​ທີ່​ດິນ​ກະສິກຳ (ປະມານ 2.000 ຕື້​ດົ່ງ), ຍົກ​ເວັ້ນຄ່າ​​ໃຊ້​ຈ່າຍ​ຊົນລະປະທານ (ປະມານ 4.000 ຕື້​ດົ່ງ).

     ພ້ອມ​ກັນ​ກັບ​ແຫຼ່ງ​ເງິນ​ລົງທຶນ​ສ່ວນ​ລວມ​ໃຫ້​ແກ່​ການພັດທະນາກະສິກຳ, ຊາວ​ກະສິກ​ອນ ​ແລະ ຊົນນະບົດ​ແລ້ວ, ​ແຫຼ່ງທຶນ ODA ​ໃຫ້​ແກ່​ຂົງ​ເຂດ​ນີ້ກໍ່ນັບ​ມື້​ນັບໄດ້​ເປີດ​ກ້ວາງ ​ແລະ ​ເພີ່ມ​ທະວີ. ໃນ​ໄລຍະ 2006 – 2011, ຍອດ​ປະລິ ມານທຶນ ODA ທີ່​ລົງ​ລາຍ​ເຊັນ​ໄດ້​ກວ່າ 26.897 ລ້ານ USA, ​​​ໃນ​ນັ້ນເງິນ​ກູ້​ຢືມ​ແບບ​ເອື້ອ​ເຟື້ອພິ​ເສດກວມ​ກວ່າ 94%, ​ເງິນ​ທຶນ ODA ທີ່​ລົງ​ໃຫ້​ແກ່​​ການກະສິກຳ, ການຊົນລະປະທານ, ການ​ປ່າ​ໄມ້ ​ແລະ ການ​ລ້ຽງ​ປາ​ສົມທົບ​ກັບ​ການ​ພັດທະນາກະສິກຳ, ຊົນນະບົດ, ຫລຸດຜ່ອນ​ຄວາມທຸກ​ຍາກ ລົບ​ລ້າງ​ຄວາມ​ອຶດຫີວ ກວມ 3.833 ລ້ານ USA. ສ່ວນ​ເຫຼືອ​ໜີ້ສິນ​ຂອງ​ການ​ໃຫ້​ກູ້​ຢືມ​ຕາມ​ກົນ​ໄກ​ການ​ຄ້າ ​ໃນ​ຂົງ​ເຂດ​ກະສິກຳ, ຊົນນະບົດ ​ໄດ້​ເພີ່ມ​ຂຶ້ນ​ທຸກໆປີ ດ້ວຍ​ຄວາມ​ໄວ​ສະ​ເຫຼັ່ຍ​ເກືອບ 24%. ເງິນ​ທຶນ ODA ທີ່​ລົງ​ໃຫ້​ແກ່​​ການກະສິກຳ, ຊາວ​ກະສິກອນ, ຊົນນະບົດ​ໃນ​ໄລຍະ 2006-2011 ​ໄດ້​ລວ​ມສູນ​ໃສ່​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ.   

​     ຜົນສຳ​ເລັດ​​ແຫ່ງ​ການ​ລົງທຶນສ່ວນລວມ​ໃຫ້​​ແກ່​ການກະສິກຳ, ຊາວ​ກະສິກ​ອນ ​ແລະ ຊົນນະບົດ ສະ​ແດງ​ອອກ​ໃນ​ດ້ານ​ຕ່າງໆ​ດັ່ງ​ນີ້:

     - ການ​ກະສິກຳ​ສືບ​ຕໍ່ຂະຫຍາຍຕົວ​ດ້ວຍ​ລະດັບ​ຄວາມ​ໄວ​ພໍ​ສົມຄວນ ຕາມ​ທິດ​ເພີ່ມ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​​ແຫ່ງ​ຊາດຢ່າງ​ໝັ້ນຄົງ; ການຂາ​ອອກຜະລິດ​ຕະພັນ​ກະສິກຳ ຜະລິດ​ຕະພັນ​ການ​ປ່າ​ໄມ້ ​ແລະ ສິນ​ໃນ​ນ້ຳ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ; ລະດັບ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

     - ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-ສັງຄົມ​ຊົນນະບົດ​ໄດ້​ຮັບ​ການ​ເພີ່​ມທະວີ, ​ເປັນ​ຕົ້ນ​ແມ່ນ​ຊົນລະປະທານ, ການຄົມມະນາຄົມ, ປະກອບສ່ວນ​ຊຸກ​ຍຸ້ການ​ຜະລິດ, ​ເຮັດ​ໃຫ້​​ໃບ​ໜ້າ​ຊົນນະບົດປ່ຽນ​ແປງ​ດີ​ຂຶ້ນ​ເປັນ​ແຕ່​ລະ​ກ້າວ.

     - ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດຢູ່​ຊົນນະບົດ​ສືບຕໍ່​ໄດ້ຮັບການ​ປ່ຽນ​ແປງ​ໃໝ່; ​ເສດຖະກິດ​ຊົນນະບົດ​ຂະຫຍາຍຕົວ ຕາມທິດ​ພັດທະນາ​ອຸດສາຫະກຳ, ການ​ບໍລິການ, ຂະ​ແໜງອາຊີບ, ປະກອບສ່ວນ​ສ້າງ​ວຽກ​ເຮັດງານ​ທຳ ​ແລະ ​ເພີ່ມ​ລາຍຮັບລາຍ​ໄດ້​ໃຫ້​ແກ່​ປະຊາຊົນ​ຊົນນະບົດ.

     - ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຢູ່ເຂດຊົນນະບົດ​ຕ່າງໆ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ; ວຽກງານ ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ລົບ​ລ້າງ​ຄວາມ​ອຶດ​ຫີ​ວບັນລຸ​ຜົນສຳ​ເລັດ​ອັນໃຫຍ່​ຫຼວງ. ວຽກ​ງານ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ການກວດ​ແລະ​ປິ່ນປົວ​ພະຍາດ, ຂະຫຍາຍ​ການ​ສຶກສາ, ວັດທະນະທຳ, ການ​ສື່​ຂ່າວ, ການ​ກິລາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຊຸກຍູ້​ຢ່າງ​ແຂງ​ແຮງ​ກວ່າ​ອີກ.

     - ລະບົບ​ການ​ເມືອງ​ຢູ່​ຊົນນະບົດ​ໄດ້​ເພີ່ມ​ທະວີ; ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຮາກ​ຖານ; ຖານະ​ບົດບາດ​ຂອງ​ຊົນ​ຊັ້ນ​ຊາວນາ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ; ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ລະບຽບ​ຄວາມ​ສະຫງົບ​ສັງຄົມ​ໄດ້​ຮັກສາ​ໄວ້​ຢ່າງ​ໜັກ​ແໜ້ນ.

     ຄຽງ​ຂ້າງ​ກັບ​ບັນດາ​ຜົນສຳ​ເລັດອັນຕັ້ງໜ້າ​ທີ່​ບັນລຸ​ໄດ້ນັ້ນ, ການ​ເຄື່ອນ​ໄຫວ​ລົງທຶນ​ສ່ວນ​ລວມໃຫ້​​ແກ່​ການກະສິກຳ, ຊາວ​ກະສິກ​ອນ ​ແລະ ຊົນນະບົດ​ໃນ​ເວລາ​ຜ່ານ​ມາ​ກໍ່​ຍັງ​ມີ​ ຂໍ້ຈຳ​ກັບ ຈຳນວນ​ໜຶ່ງດັ່ງ​ລຸ່ມ​ນີ້:

     - ​ແຫຼ່ງກຳລັງແຮງລົງທຶນ​ຍັງ​ບໍ່ພໍ​ທຽບ​ກັບ​ຄວາມ​ຕ້ອງການ. ​ເຖິງ​ວ່າ​ລັດ​ໄດ້​ເອົາ​ໃຈ​ໃສ່​ລົງທຶນ​ກໍ່ຕາມ ​ແຕ່​ກໍ່ພຽງ​ແຕ່​ຕອບ​ສະໜອງ​ໄດ້ 55% - 60% ຄວາມ​ຕ້ອງການ, ​ເພາະສະ​ນັ້ນ​ຈຶ່ງ​ບໍ່​ສາມາດ​ເສີມ​ຂະຫຍາຍ​ໄດ້​ໝົດ​ຄວາມ​ສາ ມາດ​ບົ່ມ​ຊ້ອນ​ໃນ​ກະສິກຳ, ຊົນນະບົດ.

     - ເງິນ​ທຶນ ODA ​ສ່ວນ​ຫຼາຍ​​ໄດ້​ຮັບ​ການໃຊ້​ຈ່າຍຊ້າ​ທຽບ​ກັບ​ແຜນການ, ​ເຮັດ​ໃຫ້​​ການ​ປະຕິບັດໂຄງການຫຼາຍ​ແຫ່ງ​ຖືກ​ແກ່ຍາວ; ທຶນ​ປະສົມ​ຂອງ​ຝ່າຍ​ຫວຽດນາມ​ບໍ່​ໄດ້​ຈັດ​ວາ​ງຢ່າງ​ທັນ​ການ; ກົນ​ໄກ​ຄຸ້ມ​ຄອງ​ການ​ລົງທຶນ​ກໍ່ສ້າງ​ໄດ້​ຮັບ​ການ​ດັດ​ປ່ຽນ​ຊ້າຈຶ່ງ​ບໍ່​ຕອບ​ສະໜອງ​​ໄດ້ກັບ​ການ​ປ່ຽນ​ແປງຂອງ​ຕະຫຼາດ.  

     - ​ຍັງ​ມີ​ສະພາບ​ການ​ລົງທຶນ​ກະ​ແຈກ​ກະ​ຈ່າຍ, ປະສິດທິ​ຜົນ​ການ​ນຳ​ໃຊ້ທຶນ​ຍັງ​ບໍ່​ທັນ​ສູງ, ​ໂຄງການ​ບາງ​ແຫ່ງ​ຍັງ​ມີ​ຄວາມ​ຜິດພາດ​ໃນ​ການ​ຄຸ້ມ​ຄອງ​ການ​ລົງທຶນ. ຄຸນ​ນະພາ​ບຂອງ​ວຽກ​ງານ​ກວດ​ຄົ້ນ, ອອກ​ແບບກໍ່ສ້າງ​ຍັງ​ບໍ່ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ, ​ເປັນ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຄຸນ​ນະພາ​ບ ​ແລະ ປະ​ສິດທິ​ຜົນຂອງ​ໂຄງການ…

     - ພື້ນຖານ​ໂຄງ​ລ່າງ​ເຖິງ​ວ່າ​ໄດ້​ຮັບ​ການ​ລົງທຶນ​ເພີ່ມ​ທະວີ​ກໍ່ຕາມ ​ແຕ່​ຢູ່​ຫຼາຍ​ຂົງເຂດຍັງ​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ປັດຈຸບັນ, ຢູ່ 149 ຕາ​ແສງ​ໃນ​ຈຳນວນ 9.200 ຕາ​ແສງ​ທັງ​ໝົດ ຍັງ​ບໍ່​ທັນ​ມີ​ເສັ້ນທາງ​ລົດ​ໂອ​ໂຕ​ໄປ​ເຖິງ​ໃຈກາງ​ຕາ​ແສງ. ລະບົບ​ຊົນລະປະທານຢູ່​ບາງທ້ອງ​ຖິ່ນຍັງ​ບໍ່ທັນ​ໄດ້ລົງທຶນ​ຢ່າງ​ຄົບ​ຊຸດ​. ​ເຖິງ​ປີ 2011, ​ໃນ 16 ຕາ​ແສງຢູ່​ເຂດ​ເກາະ, ຊາຍ​ແດນ, ​ເຂດ​ພູຜາ ຍັງ​ບໍ່ທັນ​ມີ​ໄຟ​ຟ້າ. ລະບົບ​ນ້ຳ​ປະປາ, ຫ້ອງ​ນ້ຳ​ຖືກຫຼັກ​ອານາ​ໄມ​ຍັງ​ຂາ​ດ​ເຂີນ​ຫຼາຍ,…

     ສາ​ເຫດ​ ຂອງ​ຂໍ້​ຈຳ​ກັດ​ຕ່າງໆ​ເທິງ​ນີ້: ທາງ​ດ້ານ​ພາວະ​ວິ​ໄສ, ຍ້ອນ​ແຫຼ່ງກຳລັງ​ຊັບ​ລົງທຶນຂອງ​ລັດ ​ແລະ ຂອງ​ທົ່ວ​ສັງຄົມ​ຍັງ​ຖືກ​ຈຳ​ກັບ. ດ້ານ​ອື່ນ​ອີກ, ການ​ຜະລິດ​ກະສິກຳ​ເຄີຍ​ຖືກໂຊກຮ້າຍຍ້ອນ​ການ​ກະທົບ​​ໂດຍ​ກົງຂອງພູມ​ອາກາດ, ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ, ການ​ທຳລາຍ​ຂອງ​ສັດຕູ​ພືດ​… ການ​ກັນ, ຕ້ານ, ​ແກ້​ໄຂຜົນຮ້າຍກໍ່ ຫຍຸ້ງຍາກສັບສົນ​ທີ່​ສຸດ ດັ່ງ​ນັ້ນ​ຈຶ່ງ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນປະ​ເທດ ແລະ ຕ່າງປະ​ເທດ. ທາງ​ດ້ານອັດຕະວິ​ໄສ, ມີ​ສາ​ເຫດ​ຈຳນວນ​ໜຶ່ງ​ດັ່ງ​ນີ້: ຄວາມ​ຮັບ​ຮູ້​ຂອງ​ພະນັກງານ​ພາກສ່ວນ​ໜຶ່ງ ​ແລະ ຂອງ​ອຳນາດ​ການ​ປົກຄອງ​ຫຼາຍ​ທ້ອງ​ຖິ່ນ​ ກ່ຽວ​ກັບບົດບາດ ທີ່​ຕັ້ງ​, ຄວາມ​ສຳຄັນຂອງການ​ລົງທຶນ​ໃຫ້​ແກ່​ການ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ ຍັງ​ບໍ່​ທັນ​ສູງ; ຍັງ​ມີ​ແນວ​ຄິດ​ລໍຖ້າ ​ເອື່ອຍ​ອີງ​ໃສ່​ການ​ລົງທຶນ​ຂອງ​ລັດ; ​ໃນວິວັດ​ການ​ປະຕິບັດ​ການລົງທຶນ ​ເຄີຍ​ເກີດ​ມີ​ສະພາບ​ການ​ຕົກ​ເຮ່ຍ​ເສຍ​ຫາຍ, ຟຸມ​ເຟືອຍ, ປະສິດທິ​ຜົນ​ຕ່ຳຢູ່​ໂຄງການ​ຈຳນວນ​ໜຶ່ງ,…

     ວິທີ​ການ​ແກ້​​ໄຂ​ເພື່ອ​ຍົກ​ສູງ​ປະສິດທິຜົນຂອງ​ການ​ລົງທຶນສ່ວນລວມ ​ໃຫ້​​ແກ່​ການກະສິກຳ, ຊາວ​ກະສິກ​ອນ, ຊົນນະບົດ

​     ເພື່ອ​ສືບ​ຕໍ່​ພັດທະນາ​ການກະສິກຳ, ຊາວ​ກະສິກ​ອນ, ຊົນນະບົດ​ໃນ​ສະພາບ​ການ​ໃໝ່, ຕ້ອງ​ສຸມ​ໃສ່​ປະຕິບັດ​ວິທີ​ການ​ແກ້​ໄຂ​ຕົ້ນ​ຕໍ່​ຈຳນວນ​ໜຶ່ງ​ດັ່ງ​ນີ້:

     ທີໜຶ່ງ, ສືບ​ຕໍ່​ປັບປຸງ​ບູລະນະລະບົບນະໂຄບາຍ, ກົດໝາຍວ່າດ້ວຍການລົງທຶນໃຫ້ແກ່ການກະສິກຳ, ຊາວ​ກະສິກ​ອນ, ຊົນນະບົດ.

     ກະຊວງການເງິນສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນປັບປຸງບູລະນະຮ່າງກົດໝາຍ ວ່າດ້ວຍ​ງົບປະມານ​ແຫ່ງ​ລັດ (ສະບັບ​ດັດ​ແປງ) ​ເພື່ອ​ລາຍ​ງານ​ໃຫ້​ລັດຖະບານ​ຍື່ນ​ຕໍ່​ສະພາ​ແຫ່ງ​ຊາດ​ຖືກຕ້ອງ​ຕາມ​ກຳນົດ​ເວລາ ຕາມ​ທິດ​ເພີ່ມ​ລາຍ​ຈ່າຍລົງທຶນ​ໃຫ້​ແກ່​ຂົງ​ເຂດ​ກະສິກຳ, ຊົນນະບົດ; ປະຕິບັດ​ການຈັດ​ແບ່ງ​ງົບປະມານ​ແຫ່ງ​ລັດ​ຮັບປະກັນ​ຄວາມ​ກົມກຽວ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ທ້ອງ​ຖິ່ນມີ​ເງື່ອນ​ໄຂ​ພັດທະນາ​ອຸດສາຫະກຳ ກັບ​ບັນດາ​ທ້ອງ​ຖິ່ນ​ທີ່​ຜະລິດກະສິກຳເປັນຕົ້ນຕໍ່; ​ເພີ່ມ​ທະວີ​ການ​ແບ່ງ​ຂັ້ນ​ແຫຼ່ງລາຍຮັບ, ໜ້າທີ່​​ໃຊ້ຈ່າຍ​ໃຫ້​ບັນດາ​ທ້ອນງຖິ່ນ, ນັບ​ທັງ​ຂັ້ນ​ເມືອງ, ຕາ​ແສງ.

     ທີສອງ, ​ເພີ່ມ​ທະວີ​ງົບປະມານ​​ແຫ່ງ​ລັດລົງທຶນ​ໃຫ້​ແກ່ການກະສິກຳ, ຊາວ​ກະສິກ​ອນ, ຊົນນະບົດ.

​     ໃຫ້​ບຸລິມະສິດ​ຈັດ​ວາ​ງງົບປະມານ​ແຫ່ງ​ລັດ​ຜ່ານ​ບັນດາ​ໂຄງການ, ​ແຜນການ​ແນ​ໃສ່​ຊຸກ​ຍູ້​​ໃຫ້ບັນດາ​ເຂດ​ທຸກ​ຈົນ, ເຂດ​ມີ​ຄວາມ​ຫຍຸ້ງຍາກ​ສາມາດ​ຂະຫຍາຍຕົວ​ໄດ້​ດີ; ພ້ອມ​ກັນ​ນັ້ນ​ກໍ່ສ້າງ​ກົນ​ໄກ​ດຶງ​ດູດ​ແຫຼ່ງກຳລັງ​ແຮງການ​ເງິນ​ເພື່ອ​ພັດທະນາ​ດ້ວຍ​ຕົນ​ເອງ ​ໃຫ້​ແກ່​ບັນດາ​ເຂດທີ່​ມີ​ເງື່ອນ​ໄຂ​ພັດທະນາ​ເສດ​ຖະກິດ-ສັງຄົມ.

     ມີ​ນະ​ໂຍບາຍ​ເພື່ອ​ໃຫ້ບັນດາ​ທ້ອງ​ຖິ່ນ​ເປັນ​ເຈົ້າ​ການ​ໃນ​ການຈັດ​ວາງ​ການ​ດຸນ​ງົບປະມານ​ທ້ອງ​ຖິ່ນ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ, ຊົນນະບົດ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ຈັດ​ວາງ​ທຶນ​ໃຫ້​ແກ່​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​,ຄົມມະ ນາຄົມຊົນນະບົດ, ຊົນລະປະທານ, ​ເພີ່ມ​ທະວີ​ໃຫ້​ແກ່ວຽກງານ​ສົ່ງ​ເສີມ​ການ​ກະ​ເສດ, ສົ່ງ​ເສີມ​ການ​ປ່າ​ໄມ້, ສົ່ງ​ເສີມ​ການ​ລ້ຽງປາ,…

​     ເພີ່ມ​ທະວີ​ການ​ເປີດ​ເຜີຍ​ຂະ​ບວນວິວັດ​ການຈັດ​ແບ່ງ​ງົບປະມານ​ແຫ່ງ​ລັດ ​ໂດຍ​ຜ່ານ​ຂໍ້​ກຳນົດ​ຕ່າງໆ ກ່ຽວ​ກັບ​ຫຼັກການ, ມາດຕະຖານ, ກຳນົດ​ປະລິມານ​ຈັດ​ແບ່ງ​ເງິນ​ລົງທຶນ; ເອົາໃຈໃສ່ເປີດກວ້າງການແບ່ງຂັ້ນ, ແບ່ງສິດຄຸ້ມຄອງ ການລົງທຶນສ່ວນລວມ, ກຳນົດແຈ້ງໜ້າທີ່ຮັບຜິດຊອບຂອງອົງການຄຸ້ມຄອງລັດ, ຂອງແຕ່ລະຂັ້ນ, ຂອງຂະແໜງການ ສູນກາງຈົນເຖິງທ້ອງຖິ່ນ ແລະ ຂອງເຈົ້າຂອງທີ່ລົງທຶນ.

     ທີສາມ, ​ເຕົ້າ​ໂຮມ​ລວມສູນ​ແຫຼ່ງທຶນ​ຈາກ​ພັນທະບັດ​ລັດຖະບານ ໃຫ້ແກ່ບັນດາໂຄງການພັດທະນາການຄົມມະ ນາຄົມຢູ່ຊົນນະບົດ, ຢູ່ເຂດຫ່າງໄກສອກຫຼີກ, ກໍ່ສ້າງສຳເລັດລະບົບຊົນລະປະທານໂດຍພື້ນຖານ.

     ທີສີ່, ສືບຕໍ່​ໃຊ້​ແຫຼ່ງທຶນ​ສິນ​ເຊື່ອ​ພິ​ເສດ​ເພື່ອ​ລົງທຶນ​​ໃຫ້​ແກ່ການ​ກະສິກຳ, ຊົນນະບົດ ​ໂດຍ​ຜ່ານ​ໂຄງການ​ກໍ່ສ້າງ​ກິດຈະກຳຖາວອນ​ເຊັ່ນ ລຳ​ຄອງ​ຮ່ອງ​ເໝືອງ​ຊົນລະປະທານ, ​ເສັ້ນທາງ​ຄົມມະນາຄົມ​ຊົນນະບົດ, ພື້ນຖານ​ໂຄງ​ລ່າງ​ລ້ຽງ​ປາ​ແລະ​ພືດ​ໃນ​ນ້ຳ ​ແລະ ພື້ນຖານ​ໂຄງ​ລ່າງ​ຂອງ​ບ້ານ​ອາຊີບຫັດຖະກຳ​ຢູ່ຊົນນະບົດ; ຊຸກຍູ້​ການ​ພັດທະນາ​ຕາໜ່າງສິນ​ເຊື່ອ​ຊົນນະບົດ, ​ເພີ່ມ​ເຕີມ​ບັນດາ​ຈຸດ​ພົວພັນ​ບໍລິການ​ຂອງ​ທະນາຄານ​ການ​ຄ້າ​ຢູ່​ບໍລິ​ເວນ​ຊົນນະບົດ.

     ທີຫ້າ, ສືບ​ຕໍ່ປະຕິບັດ​ນະ​ໂຍບາຍພິ​ເສດ​ກ່ຽວ​ກັບ​ການ​ເກັບ​ຄ່າທຳນຽມ​ນຳ​ໃຊ້​ທີ່​ດິນ, ກ່ຽວກັບ​ພາສີ​ມູນ​ຄ່າ​ເພີ່ນ, ພາສີ​ລາຍ​ໄດ້ວິ​ສາ​ຫະກິດ ​ແນ​ໃສ່​ສົ່ງ​ເສີມ​ການ​ລົງທຶນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ໂຄງການ​ລົງທຶນທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ​ພາຍຫຼັງການ​ເກັບ​ກ່ຽວ, ​ໂຄງການ​ທີ່​ລົງທຶນ​ຢູ່​ເຂດ​ທີ່​ພົບ​ຄວາມ​ຫຍຸ້ງ​ຍາດ​ພິ​ເສດ.

     ທີຫົກ, ປ່ຽນ​ແປງ​ໃໝ່ຢ່າງ​ແຂງ​ແຮງກ່ຽວກັບ​ກົນ​ໄກ ​ແລະ ນະ​ໂຍບາຍ ​ເພື່ອ​ລະດົມ​ໄດ້​ຫຼາຍ​ທີ່​ສຸດ​ບັນດາ​ແຫຼ່ງ ກຳລັງ​ສັງຄົມ, ນັບ​ທັງ​ດຶງ​ດູດ​ ​ODA ແລະ FDI ​ເພື່ອ​ລົງທຶນພັດທະນາ​ພື້ນຖານ​ໂຄງ​ລ່າງ​ກະສິກຳ, ຊົນນະບົດ.

     ສືບ​ຕໍ່​ມີ​ນະ​ໂຍບາຍ​ສົ່ງ​ເສີມ, ສ້າງ​ກົນ​ໄກ, ສ້າງກຳລັງ​ໜູນ​ດຶງ​ດູດ​ບັນດາ​ພາກສ່ວນ​ເສດຖະກິດ​ລົງທຶນ​ໃຫ້​ແກ່​ການ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ. ​ເພີ່ມ​ທະວີ, ​ເຜີຍ​ແຜ່ຢ່າງ​ກວ້າງຂວາງ​ບັນດາ​ຕົວ​ແບບ​ຫັນ​ເປັນ​ສັງຄົມ​ການ​ລົງທຶນ, ຕົວ​ແບບ​ຄຸ້ມ​ຄອງ​ກິດຈະການ​ໂຄງ​ລ່າງ​ມີ​ປະ​ສິດທິ​ຜົນ ຍືນ​ຍົງ ​ໃຫ້​ແກ່​ເຂດ​ຊົນນະບົດ​ຕ່າງໆ.

     ມີ​ກົນ​ໄກ​ຊຸກຍູ້​ການ​ຫັນ​ເປັນ​ແບບ​ສັງຄົມ, ລະດົມ​ແຫຼ່ງກຳລັງ​ສັງຄົມ​ເພື່ອ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ກະສິກຳ, ຊົນນະບົດ. ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ທ້ອງ​ຖິ່ນ​ເປັນ​ເຈົ້າການ​ຮຽກຮ້ອງ​ການ​ຜັນ​ຂະຫຍາຍ​ບັນດາ​ຮູບ​ການ​ລົງທຶນ BT (Build-Transfer -  ​ກໍ່ສ້າງ​-ມອບ​ໂອນ), BOT (Build-Operate-Transfer -  ກໍ່ສ້າງ-ໃຊ້ງານ-ມອບ​ໂອນ), PPP (Public-Private Partnerຄູ່ຮ່ວມມື​ພາກ​ລັດ-​ເອກະ​ຊົນ).  

     ທີເຈດ, ສືບ​ຕໍ່ຊ່ວຍ​ເຫຼືອ​ການ​ເງິນຈາກ​ງົບປະມານ​ສູນ​ກາງ, ງົບປະມານ​ທ້ອງ​ຖິ່ນ ​ເພື່ອ​ດຳ​ເນີນ​ການ​ທົດ​ລອງ​ປະກັນ​ໄພ​ກະສິກຳ ທັງ​ນີ້​ກໍ່​ເພື່ອ​ແນ​ໃສ່​ຊ່ວຍໜູນ​ໃຫ້​ແກ່​ຜູ້​ຜະລິດ​ກະສິກຳ​ເປັນ​ເຈົ້າ​ການ​ແກ້​ໄຂ​ຜ່ານ​ຜ່າ ​ແລະ ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ດ້ານ​ການ​ເງິນ​ຍ້ອນ​ຜົນຮ້າຍຂອງ​ໄພ​ທຳ​ມະ​ຊາດ, ພະຍາດ​ລະ​ບາດ, ປະກອບສ່ວນຮັບປະກັນ​ຄວາມ​ເປັນ​ປົກກະຕິ​ດ້ານ​ສະຫວັດ​ດິການ​ສັງຄົມ, ຊຸກຍູ້​ການ​ຜະລິດ​ກະສິກຳ​ຂະຫຍາຍຕົວ./.