ສະພາບການເສດຖະກິດຫວຽດນາມໂດຍສັງເຂບ ພາຍຫຼັງ 5 ປີກວ່າແຫ່ງການເຂົ້າຮ່ວມໃນ ອົງການການຄ້າໂລກ

ສຈ. ດຣ. ຮວ່າງ ທິ ຈິ໋ງ ມະຫາວິທະຍາໄລເສດຖະສາດ ນະຄອນ ໂຮ່ຈີມິນ
07:47, 26-02-2013

ວ.ກ - ຜ່ານ​ໄລຍະ​ເວລາ 5 ປີກວ່າ ​ແຫ່ງ​ການ​ເຂົ້າຮ່ວມ​ໃນ ​ອົງການ​ການ​ຄ້າ​ໂລກ (WTO), ພື້ນຖານ​ເສດຖະກິດ​ຫວຽດນາມ ​ໄດ້​ຮັບຜົນສຳ​ເລັດທີ່​ແນ່ນອນຈຳນວນ​ໜຶ່ງ, ​ແຕ່​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ ​ສິ່ງ​ທ້າ​ທາຍ​ຕ່າງໆ ​ຫລາຍຢ່າງ ທີ່​ຕ້ອງ​ແກ້​ໄຂ​ຜ່ານ​ຜ່າ.

ຮູບພາບ: ສະແດງອອກເຖິງເນື້ອໃນຂອງບົດ - ຮູບຂອງ: vtc.vn

     ບັນດາ​ຜົນສຳ​ເລັດ​ທີ່​ໄດ້​ຮັບ

     ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ ໃນບັນດາ​ອົງການ​ຈັດ​ຕັ້ງ​ເສດຖະກິດ​ໂລກ ​ແລະ ພາກ​ພື້ນ, ​ໄດ້​ລົງນາມ​ໃນ​ຫຼາຍ​ສັນຍາ, ​ເຊັ່ນ​ສັນຍາ​ຄູ່​ຮ່ວມ​ເສດຖະກິດຫວຽດນາມ - ຍີ່ປຸ່ນ (JVEPA - ປີ 2008), ສັນຍາ​ວ່າ​ດ້ວຍ​ການ​ຄ້າ​ເສລີລະຫວ່າງ​ຫວຽດນາມ - ​ເກົາຫຼີ (​ປີ 2009), ​ໃນ​ກອບ​ການ​ຮ່ວມ​ມື ອາ​ຊຽນ + 1, ສັນຍາ​ຄູ່​ຮ່ວ​ມ​ເສດຖະກິດ​ຂ້າມ​ມະຫາ​ສະໝຸດ​ປາຊີ​ຟິກ (Trans-Pacific Partnership Agreement - TPP ປີ 2011),... ​ແລະ ສືບ​ຕໍ່​ເປັນ​ປະທານ ອາ​ຊຽນ. ມາ​ເຖິງ​ປັດຈຸບັນ, ຫວຽດນາມ​ໄດ້​ສ້າງສາ​ຍພົວພັນ​ການ​ທູດ​ກັບ​ກວ່າ 170 ປະ​ເທດ​ໃນ​ໄລ​ກ, ​ເປີດ​ກວ້າງ​ການ​ພົວພັນ​ທາງ​ການ​ຄ້າ, ສົ່ງ​ອອກ​ສິນຄ້າ​ໄປ​ຍັງ 230 ຕະຫຼາດຂອງ​ບັນດາ​ປະ​ເທດ ​ແລະ ອານາ​ເຂດ; ​ເຊັນ​ສັນຍາ​ການ​ຄ້າ​ທະວິ​ພາຄີ 90 ສະບັບ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ,...

     ​ເງິນ​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ (Foreign Direct Investment - FDI) ​ເຂົ້າ​ຫວຽດນາມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ. ​ເປັນ​ພິ​ເສດ​ແມ່ນ​ປີ 2008, FDI ​ໄດ້​ບັນລຸ​ລະດັບ​ສູງ​ສຸດ: 71.726 ລ້ານຫຼຽນ​ສະຫະລັດ, ທົບ 3 ​ເທົ່າ​ຕົວ ທຽບ​ກັບ​ປີ 2007, ທົບ​ເກືອບ 6 ​ເທົ່າຕົວ ​ທຽບກັບປີ 2006. ລວມຍອດເງິນ​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ ​ໄລຍະ 2006 - 2011 ບັນລຸ 162.645 ລ້ານຫຼຽນ​ສະຫະລັດ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຫວຽດນາມ​ຍັງ​ໄດ້​ລົງທຶນຢູ່​ຕ່າງປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ບັນດາປະ​ເທດ​ເພື່ອນ​ບ້ານ ​ເຊັ່ນ ລາວ, ກຳປູ​ເຈຍ,… ບັນດາ​ບໍລິສັດມີ​ແຫຼ່ງທຶນ​ຫຼາຍ ທີ່​ໄດ້​ລົງທຶນ​ຢູ່​ຕ່າງປະ​ເທດ​ເຊັ່ນ ຫວຽດ​ແທນ (Viettel), ຫວຽດນາມ​ເປ​ໂຕຣ (Petro VietNam), ຮວ່າງ​​ແອ​ງ - ຢາ​ລາຍ,…

     ລວມຍອດ​ເງິນ​ລົງທຶນ​ຈາກ​ການ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ (Official Development Aid – ODA) ​ໄລຍະ 2006 - 2011 ບັນລຸ​ 36.265 ລ້ານຫຼຽນ​ສະຫະລັດ, ​ໃນ​ນັ້ນ​ ໄດ້​ໃຊ້​ຈ່າຍ​ເງິນ​ແລ້ວ 16.364 ລ້ານຫຼຽນ​ສະຫະລັດ. ສິ່ງ​ດັ່ງກ່າວ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ບັນດາ​ຜູ້​ອຸປະຖຳ (Donors) ​ໄດ້​ສະໜັບສະໜູນ​ນະ​ໂຍບາຍ​ພັດທະນາ ​ແລະ ​ແນວທາງ​ເປີດ​ປະຕູ​ປະ​ເທດ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ.

     ​ໃນ​ຕະຫຼອດ 5 ປີ​ທີ່​ຜ່ານ​ມາ, ການ​ຂາ​ອອກ​ໄດ້​ເພີ່ມ​ຂຶ້ນ​ສະ​ເຫຼ່ຍ 20% ຕໍ່​ປີ. ປີ 2006, ມູນ​ຄ່າ​ຂາ​ອອກ​ໄດ້​ພຽງ 39,8 ຕື້ຫຼຽນ​ສະຫະລັດ, ​ແຕ່​ເຖິງ​ປີ 2011 ​ໄດ້ບັນລຸ​ເກືອບ 97 ຕື້ຫຼຽນ​ສະຫະລັດ, ໝາຍວ່າ​ເພີ່ນ​ຂຶ້ນ​ທົບ​ເກືອບ 3 ​ເທົ່າ​ຕົວ​ທຽບ​ກັບ​ປີ 2006.

     ລະບົບ​ກົດໝາຍ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ຢ່າງ​ລຽນຕິດ, ​ໄດ້​ດັດ​ແປງ​ເປັນ​ແຕ່​ລະ​ກ້າວ ​ແລະ ສ້າງຕັ້ງ​ໃໝ່​ກົດ​ໝາຍ 86 ສະບັບ ​ໃຫ້​ສອດຄ່ອງ​ກັບ​ຫຼັກການ​ຂອງ ອົງການ​ການ​ຄ້າ​ໂລກ.

     ສະຕິ​ຊົມ​ໃຊ້​ສິນຄ້າ​ພາຍ​ໃນ​ປະ​ເທດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ​ໃນ​ເວລາ​ທີ່​ຜ່ານ​ມາ, ຜ່ານ​ການກວດ​ສອບ “ສິນຄ້າ​ຫວຽດນາມ​ຄຸນ​ນະພາ​ບສູງ" ​ແລະ ການ​ປຸກລະດົມ​ຂົນຂວາຍ "ຄົນຫວຽດນາມ​ໃຫ້​ບຸລິມະສິດ​ການ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ" ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຊົມ​ໃຊ້​ສິນຄ້າ “made in Vietnam” ຫຼາຍ​ກວ່າ. ນັ້ນ​ມັນ​ແມ່ນ​ກຳລັງ​ໝູນ​ອັນແຂງ​ແຮງ ຊຸກ​ຍູ້ໃຫ້​ບັນດາ​ວິ​ສາ​ຫະກິດ​ຜະລິດສິນຄ້າ​ທີ່​ມີ​ຄຸນ​ນະພາ​ບສູງ.

     ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ​ຍົກ​ສູງ​ຂຶ້ນ, ລາຍ​ໄດ້ GDP ຄິດ​ສະ​ເຫຼ່ຍ​ໃຫ້​ແຕ່ລະຄົນ ​ໄດ້​ເພີ່ນ​ຂຶ້ນ​ທຸກ​ປີ,​ ປີ 2011 ບັນລຸ 1.365 ຫຼຽນ​ສະຫະລັດ ຕໍ່​ຄົນ. ຫວຽດນາມ ​ໄດ້​ຖືກ​ສະຫະ​ປະຊາ​ຊາດ ​ເອົາ​ອອກ​ຈາກ​ບັນຊີ​ລາຍ​ຊື່​ບັນດາປະ​ເທດ​ທຸກ​ຈົນ​ໃນ​ໂລກ. ​ໃ​ແຕ່ລະ​ປີ ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ 1,5 ລ້ານ​ວຽກ​ເຮັດ​ໃໝ່, ດັ່ງ​ນັ້ນ ອັດຕາ​ສ່ວນ​ຜູ້​ວ່າງ​ງານ​ຢູ່​ຫວຽດນາມ ຈຶ່ງມີ​ທ່າອ່ຽງຫລຸດ​ໜ້ອຍ​ຖອຍ​ລົງ, ​ເປັນ​ຕົ້ນ​ແມ່ນ​ປີ 2011 ອັດຕາ​ສ່ວນ​ຜູ້​ວ່າງ​ງານ ​ເຫຼືອ​ພຽງ 3,6%.

     ອັດຕາ​ສ່ວນ​ຄອບຄົວ​ທຸກ​ຈົນ​ກໍ່​ໄດ້​ປ່ຽນ​ແປງ​ຕາມ​ທິດ​ຕັ້ງໜ້າ, ຫລຸດ​ລົງທຸກ​ປີ: ປີ 2006 ​ແມ່ນ 15,5% ​ແຕ່​ເຖິງ​ປີ 2011 ​ເຫຼືອ​ພຽງ 8,5% (ຕາມ​ບັນທັດຖານ​ເກົ່າ). ຍ້ອນ​ເຫດນັ້ນ ຫວຽດນາມ​ຈຶ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ວົງ​ຄະນາ​ຍາດ​ສາກົນ​ວ່າ ​ເປັນ​ປະ​ເທດ​ໜຶ່ງ​ທີ່​ອັດຕາ​ສ່ວນຄວາມ​ທຸກຈົນຫລຸດ​ລົງ​ໄວ​ທີ່​ສຸດ​ໃນ​ໂລກ ດ້ວຍ​ຄວາມ​ໄວ 2% ຕໍ່​ປີ.

     ບັນດາສິ່ງບໍ່​ສອດຄ່ອງ​​ແທດ​ເໝາະ ​ແລະ ຄວາມ​ຫຍູ້​ງຍາກ​ຕ່າງໆ ທີ່​ຕ້ອງ​ສືບ​ຕໍ່​ແກ້​ໄຂ​ຜ່ານ​ຜ່າ

     ທີ​ໜຶ່ງ, ຄຸນ​ນະພາ​ບການ​ເຕີບ​ໂຕ​ຍັງ​ຕ່ຳ: ການເຕີບໂຕເສດຖະກິດຕາມລວງກວ້າງ, ອີງໃສ່ຊັບພະຍາກອນທຳມະຊາດ, ​ແຮງງານແລະ ທຶນເປັນຕົ້ນຕໍ; ປະສິດທິຜົນ​​ເສດຖະກິດຕ່ຳ ຢູ່ທົ່ວທຸກບ່ອນ ທຸກຂັ້ນ; ​ໂຄງປະກອບເສດຖະກິດຫັນປ່ຽນຊ້າ ບໍ່ຄົບຊຸດ; ບັນດາບັນຫາສັງຄົມຍັງມີຫຼາຍອັນທີ່ຍັງບໍ່ທັນສອດຄ່ອງເໝາະສົມ. ລາຍໄດ້ສະເຫຼ່ຍຕໍ່ຫົວຄົນເຖິງວ່າ​​ໄດ້ເພີ່ນຂຶ້ນກໍ່ຕາມແຕ່ກໍ່ມີຄວາມຜິດໂຕນກັນທາງດ້ານລາຍໄດ້ ລະຫວ່າງຄົນໃນຕົວເມືອງແລະ ຄົນຢູ່ຊົນນະບົດ, ລະຫວ່າງຫຍ່ອມມີລາຍໄດ້ສູງສຸດແລະ ຫຍ່ອມມີລາຍໄດ້ຕ່ຳສຸດ ຊຶ່ງຄວາມຜິດໂຕນກັນນີ້ຍັງໃຫຍ່ພໍຄວນແລະ ມີທ່າອ່ຽງເປີດກວ້າງອອກ (​ປີ 2006 ​ແມ່ນ 8,4 ​ເທົ່າຕົວ, ປີ 2011 ຄາດຄິດວ່າກວ່າ 10 ​ເທົ່າຕົວ); ມົນພິດສິ່ງແວດລ້ອມນັບມື້ນັບຮ້າຍແຮງກວ່າເກົ່າ.

     ທີ​ສອງ, ກຳລັງວາມສາມາດແກ່ງແຍ້ ຍັງອ່ອນແອໃນທັງ 3 ​ລະດັບ: ລະດັບຊາດ ຍັງຕ່ຳຫຼາຍທຽບກັບຫຼາຍປະເທດໃນພາກພື້ນ (ປີ 2006, ຫວຽດນາມຢູ່ໃນອັນດັບທີ່ 68 ​ໃນຈຳນວນ 131 ປະເທດເຂົ້າຮ່ວມການກວບສອບ, ​ເຖິງປີ 2012, ຢູ່ໃນອັນດັບ 75 ​ໃນຈຳນວນ 144 ປະເທດເຂົ້າຮ່ວມການກວດສອບ); ​​ລະດັບວິສາຫະກິດ ຍັງຕ່ຳທີ່ສຸດ ຍ້ອນສ່ວນຫຼາຍແມ່ນວິສາຫະກິດຂະໜາດນ້ອຍ ມີທຶນໜ້ອຍ, ລະດັບເຕັກໂນໂລຊີຕ່ຳ, ຄວາມສາມາດຄຸ້ມຄອງອ່ອນ;...  ລະດັບຜະລິດຕະພັນ ກໍ່ບໍ່ໄດ້ຕາມຄວາມຮຽກຮ້ອງ, ນັບທັງຜະລິດຕະພັນຊົມໃຊ້ພາຍໃນປະເທດແລະ ຜະລິດຕະພັນຂາຍສົ່ງນອກ. ຕາມການປະເມີນຄ່າຂອງ ຄະນະກຳມະການແຫ່ງຊາດກ່ຽວກັບການເຊື່ອມໂຍງເສດຖະກິດເຂົ້າກັບສາກົນ, ລາຄາສິນຄ້າອຸດສາຫະກຳຜະລິດພາຍໃນປະເທດ ສູງກວ່າປະມານ 30% - 40% ທຽບກັບລາຄາສິນຄ້າອຸດສາຫະກຳ ຂອງບັນດາປະເທດໃນພາກພື້ນ.

     ທີ​ສາມ, ຍັງບໍ່ທັນນຳໃຊ້ຈົນສຸດຂີດໂອກາດດີຕ່າງໆ ທີ່ອົງການການຄ້າໂລກນຳມາໃຫ້. ຄວາມມຸ່ງຫວັງໃຫຍ່ສຸດແມ່ນເມື່ອໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກແລ້ວ ການຄ້າຂາອອກຂອງຫວຽດນາມຈະເພີ່ມຂຶ້ນຫຼາຍພໍຄວນ ຍ້ອນຮົ້ວກັ້ນບັງການຄ້າຈະຖືກມ້າງຖິ້ມ. ​ໃນພາກຕົວຈິງ, ການຄ້າຂາອອກເຖິງວ່າໄດ້ເພີ່ມຂຶ້ນແຕ່ເພີ່ມຂຶ້ນບໍ່ສະໝ່ຳສະເໝີ, ຕົ້ນຕໍແມ່ນໃນປີ 2011, ສ່ວນບັນດາປີກ່ອນໆເພີ່ມຂຶ້ນຕ່ຳກວ່າ, ຊ້ຳບໍ່ໜຳ ປີ 2009 ຍັງຫລຸດລົງ. ສິນຄ້າຂາອອກຕົ້ນຕໍແມ່ນຜະລິດຕະພັນກະສິກຳຍັງບໍ່ຜ່ານການປຸງແຕ່ງແລະ ບັນດາວັດຖຸດິບ, ​ໂຄງປະກອບສິນຄ້າສົ່ງນອກ ປ່ຽນແປງຊ້າ, ປະເພດສິນຄ້າມີຄຸນຄ່າເພີ່ມສູງ ສົ່ງນອກໄດ້ໜ້ອຍ, ລະບຽບບໍລິຫານການຂາອອກຍັງສັບສົນ, ອັນໄດ້ສ້າງເງື່ອນໄຂໃຫ້ການສໍ້ລາດບັງຫຼວງຂະຫຍາຍຕົວ, ​ເຮັດໃຫ້ຄ່າໃຊ້ຈ່າຍເພີ່ມສູງຂຶ້ນ,…

     ຕາມຕົວເລກຄົ້ນຄວ້າສະຖິຕິຂອງອົງການພາລະບົດບາດ, ປັດຈຸບັນ ມີປະມານ 30% ວິສາຫະກິດຫວຽດນາມຮູ້ສວຍໃຊ້ໂອກາດ ຂຸດຄົ້ນໄດ້ຜົນປະໂຫຍດຕ່າງໆ ຈາກບັນດາສັນຍາທີ່ຫວຽດນາມໄດ້ລົງນາມ.

     ອົງການການຄ້າໂລກ ຍັງອະນຸຍາດໃຫ້ໃຊ້ ຮົ້ວກັ້ນບັງທາງເຕັກນິກ ເພື່ອຮັບປະກັນສິດຜົນປະໂຫຍດຂອງຜູ້ຊົມໃຊ້ແຕ່ຫວຽດນາມຍັງບໍ່ທັນຮູ້ຂຸດຄົ້ນຢ່າງເຖິງຖອງ. ກົງກັນຂ້າມ, ມີຫຼາຍບັນຫາຫວຽດນາມພັດເຂັ້ມງວດເກີນຄວນ, ຊ້ຳບໍ່ໜຳໄດ້ປະຕິບັດກ່ອນກຳນົດເວລາ ຂອງອົງການການຄ້າໂລກ ກ່ຽວກັບການຫລຸດຜ່ອນພາສີສຸນລະກາກອນແລະເປີດຕະຫຼາດພາຍໃນປະເທດ, ສິ່ງດັ່ງກ່າວກໍ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ຜູ້ຜະລິດ.

     ມີຫຼາຍນະໂຍບາຍ ອົງການການຄ້າໂລກ ບໍ່ຫ້າມ, ​ແຕ່ຫວຽດນາມບໍ່ຮູ້ສວຍໃຊ້, ​ເຊັ່ນຢູ່ໃນການກະສິກຳ ອົງການການຄ້າໂລກ ອະນຸຍາດໃຫ້ມີການອຸດໜູນເພື່ອດັດສົມໂຄງປະກອບເສດຖະກິດ ຫຼືເພື່ອຊ່ວຍເຫຼືອຊາວກະສິກອນ ຫລຸດຜ່ອນໄພພິບັດຕ່າງໆ, ອົງການການຄ້າໂລກ ອະນຸຍາດໃຫ້ຫວຽດນາມນຳໃຊ້ບັນດານະໂຍບາຍຈ່າຍເງິນໂດຍກົງໃຫ້ຜູ້ຜະລິດໂດຍຜ່ານການອຸດໜູນສະເພາະໃຫ້ລາຍໄດ້,…

     ທີສີ່, ຍັງບໍ່ທັນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຕ່າງໆ ທີ່ອົງການການຄ້າໂລກ ວາງອອກມາ. ລະອຽດຄື, ຕາມຂໍ້ຕົກລົງກັບ ອົງການການຄ້າໂລກ, ບັນດາວິສາຫະກິດແຫ່ງລັດຈະຕ້ອງເຄື່ອນໄຫວຕາມບັນທັດຖານການຄ້າ. ​ແຕ່ວ່າ, ​ໂດຍຜ່ານຮູບການກຸ່ມເສດຖະກິດແຫ່ງລັດ, ລັດຖະບານໄດ້ແຊກແຊງເລິກເກີນຄວນເຂົ້າໃນການເຄື່ອນໄຫວ ກໍ່ຄືໃຫ້ຄວາມຊ່ວຍເຫຼືອເກື້ອກູນເກີນຄວນແກ່ບັນດາກຸ່ມບໍລິສັດ​​ເຫຼົ່ານີ້.

      ຍ້ອນບໍ່ໄດ້ຄົ້ນຄວ້າຊອກຮູ້ຢ່າງລະອຽດ ກ່ຽວກັບສະພາບການຜະລິດຜະລິດຕະພັນຢູ່ປະເທດຂາເຂົ້າສິນຄ້າ​, ພ້ອມກັນນັ້ນແມ່ນຍ້ອນແນວຄິດຮ້ອນຮົນຟ້າວຟັ່ງແຊກຊຶມເຂົ້າຕະຫຼາດໂລກ, ດັ່ງນັ້ນ ຫຼາຍວິສາຫະກິດຫວຽດນາມຈຶ່ງພ້ອມແລ້ວທີ່ຈະຂາຍແບບທຳລາຍລາຄາ ຢູ່ຕ່າງປະເທດ, ລະເມີດຢ່າງຮ້າຍແຮງຕໍ່ຂໍ້ກຳນົດຂອງອົງການການຄ້າໂລກ.

     ຕ້ອງມີວິທີແກ້ໄຂຄວາມຫຍຸ້ງຍາກ, ສວຍໃຊ້ໂອກາດສະດວກດີຢ່າງສຸດຂີດ

     ຄຽງຂ້າງຜົນສຳເລັດຕ່າງໆທີ່ຍາດມາໄດ້, ຂະບວນວິວັດການເຂົ້າຮ່ວມໃນອົງການການຄ້າໂລກ ຂອງຫວຽດນາມໃນ 5 ປີກວ່າທີ່ຜ່ານມາກໍ່ມີຫຼາຍບັນຫາທີ່ບໍ່ສອດຄ່ອງແທດເໝາະ ຕ້ອງໄດ້ແກ້ໄຂເປັນແຕ່ລະກ້າວໂດຍຜ່ານວິທີແກ້ຈຳນວນໜຶ່ງດັ່ງລຸ່ມນີ້:

     ໜຶ່ງ, ຫັນປ່ຽນຕົວແບບເຕີບໂຕເສດຖະກິດຕາມທິດຍົກສູງຄຸນນະພາບການ​​ເຕີບໂຕ. ຕົວແບບເຕີບໂຕເສດຖະກິດໃໝ່ ຕ້ອງອີງໃສ່ສະມັດຕະພາບບັນດາປັດໃຈສັງລວມ (Total Factor Productivity - TFP) ​ເປັນຕົ້ນຕໍໂດຍບໍ່ພຽງແຕ່ອີງໃສ່ຊັບພະຍາກອນທຳມະຊາດ, ​ແຮງງານແລະເງິນທຶນເປັນຕົ້ນຕໍຄືປັດຈຸບັນ. ຢາກໄດ້ຄືແນວນັ້ນ, ກ່ອນອື່ນໝົດແມ່ນ ຕ້ອງເພີ່ມປະສິດທິຜົນການນຳໃຊ້ບັນດາປັດໃຈໃນສົ້ນເຂົ້າເຊັ່ນ ທຶນແລະແຮງງານ, ພ້ອມກັນນັ້ນກໍ່ຊຸກຍູ້ການປະຢຸກໃຊ້ວິທະຍາສາດ - ​ເຕັກໂນໂລຊີເຂົ້າ​​ໃສ່ຂະບວນວິວັດການຜະລິດ; ສອງແມ່ນ, ຫັນປ່ຽນໂຄງປະກອບຢ່າງໄວ ຮອບດ້ານແລະ ສົມເຫດສົມຜົນໂດຍຕິດແໜ້ນກັບການສ້າງໂຄງປະກອບເສດຖະກິດຄືນໃໝ່; ສາມແມ່ນ,ແກ້ໄຂບັນດາບັນຫາສັງຄົມແລະ ສິ່ງແວດລ້ອມໃຫ້ດີ.    

     ສອງ, ຍົກສູງກຳລັງວາມສາມາດແກ່ງແຍ້ງຂຶ້ນ ທັງ 3 ​ລະດັບ: ລະດັບຊາດ, ​​ລະດັບວິສາຫະກິດແລະ ລະດັບຜະລິດຕະພັນ. ຕ້ອງແກ້ໄຂປັດໃຈຕ່າງໆທີ່ກີດຂວາງຫຼາຍທີ່ສຸດຕໍ່ກຳລັງວາມສາມາດແກ່ງແຍ້ງຂອງຫວຽດນາມເຊັ່ນ ກົງຈັກຄຸ້ມຄອງມີປະສິດທິຜົນຕ່ຳ, ການສໍ້ລາດບັງຫຼວງ, ພື້ນຖານໂຄງລ່າງເຕັກນິກຍັງຂາດເຂີນ, ຂາດແຮງງານທີ່ມີຄວາມສາມາດເຕັກນິກແລະ ຄວາມສາມາດເຂົ້າປະຊິດເຖິງການເງິນຍັງອ່ອນ. ​ເພື່ອຍົກສູງກຳລັງວາມສາມາດແກ່ງແຍ້, ບັນດາວິສາຫະກິດຕ້ອງຄົ້ນຄ້ວາລົງທຶນປ່ຽນແປງ​​ໃໝ່ເຕັກໂນໂລຊີ, ​ເອົາໃຈໃສ່ເປັນສຳຄັນເຖິງວຽກງານການຕະຫຼາດ (Marketing), ປັບປຸງບູລະນະກົງຈັກຄຸ້ມຄອງແລະ ຍົກສຸງແຫຼ່ງແຮງງານ. ລັດກໍ່ຕ້ອງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດຂະໜາດນ້ອຍອາດຈະໂຮມກັນເຂົ້າ ຫຼືຮ່ວມສຳພັນກັນ​ ​ແນໃສ່ເພີ່ມທະວີກຳລັງແຮງ. ​ເພື່ອໃຫ້ສິນຄ້າສົ່ງນອກ ອາດສາມາດແກ່ງແຍ້ໄດ້​​ໃນຕະຫຼາດໂລກແມ່ນຕ້ອງລົງທຶນເຂົ້າໃນຂອດຕ່າງໆເຊັ່ນການປະດິດສ້າງຕົວແບບ ອອກແບບສິນຄ້າ, ຫັນປ່ຽນຈາກການຜະລິດແບບຮັບຈ້າງຜະລິດ ມາເປັນການຜະລິດ​​ເອົາເອງຢ່າງຄົບຊຸດ, ພັດທະນາບັນດາຂະແໜງການອຸດສາຫະກຳສະໜັບສະໜູນ (supporting industries), ນຳໃຊ້ຢ່າງສຸດຂີດ ບັນດາວັດຖຸດິບທີ່ມີພ້ອມຢູ່​​ໃນປະເທດເພື່ອ ຫລຸດລາຄາສຳເລັດຮູບລົງ.

     ສາມ, ນຳໃຊ້ຢ່າງມີປະສິດທິຜົນໂອກາດດີຕ່າງໆ ທີ່ອົງການການຄ້າໂລກ ນຳມາໃຫ້. ດ້ວຍລະດັບພາສີສຸນລະກາກອນນັບມື້ນັບຫລຸດລົງ, ຮົ້ວກັ້ນບັງທີ່ບໍ່ແມ່ນພາສີຖືກເລີກລ້າງໂດຍພື້ນຖານຕາມການກຳນົດຂອງອົງການການຄ້າໂລກ, ບັນດາວິສາຫະກິດຕ້ອງສວຍໃຊ້ຢ່າງສຸດຂີດເງື່ອນໄຂອັນສະດວກດີເຫຼົ່ານີ້ເພື່ອແຊກຊຶມຢ່າງແຮງກວ່າອີກເຂົ້າຕະຫຼາດໂລກ, ​ເປັນຕົ້ນແມ່ນບັນດາຕະຫຼາດຕົ້ນຕໍເຊັ່ນ ອາເມລິກາ, ​ເອອູ, ຍີ່ປຸ່ນ, ຈີນ,…

     ສືບຕໍ່ປັບປຸງບູລະນະສິ່ງແວດລ້ອມການລົງທຶນ ຕາມທິດລຸລົ່ງປອດໂປ່ງກວ່າເກົ່າເພື່ອດຶງດູດເອົາການລົງທຶນໂດຍກົງຈາກພາຍນອກ​​ໃຫ້ໄດ້ຫຼາຍກວ່າອີກ.

     ຕ້ອງຄົ້ນຄວ້າຢ່າງລະອຽດຂໍ້ກຳນົດຕ່າງໆຂອງອົງການການຄ້າໂລກ ກ່ຽວກັບການນຳໃຊ້ຮົ້ວກັ້ນບັງທາງເຕັກນິກເພື່ອປະກອບສ່ວນປົກປ້ອງການຜະລິດພາຍໃນປະເທດ, ປົກປັກຮັກສາສິດຜົນປະໂຫຍດຂອງຜູ້ຊົໃຊ້, ປະກອບສ່ວນເຂົ້າໃນການຈຳກັດການຂາເຂົ້າລື່ນກາຍຫຼາຍກວ່າຂາອອກ.

     ນຳໃຊ້ຢ່າງເຖິງຖອງຄວາມເອື້ອອຳນວຍຕ່າງໆ ທີ່ອົງການການຄ້າໂລກ ໃຫ້ສຳລັບບັນດາປະເທດກຳລັງພັດທະນາ, ພິເສດແມ່ນໃນຂົງເຂດກະສິກຳເພື່ອປົກປັກຮັກສາສິດຜົນປະໂຫຍດຂອງຊາວກະສິກອນ ກໍ່ຄືຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດໃຫ້ໄວກວ່າອີກ.

     ສິ່, ສືບຕໍ່ປະຕິຮູບລະບຽບກົດໝາຍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ອົງການການຄ້າໂລກ. ນີ້ແມ່ນມາດຕະການສຳຄັນທີ່ສຸດ, ກ່ຽວພັນເຖິງລັດຖະບານ. ລັດຖະບານຫວຽດນາມຕ້ອງສຸມໃສ່ສືບຕໍ່ປັບປຸງບູລະນະລະບົບກົດໝາຍແລະ ກົນໄກຄຸ້ມຄອງ. ພິເສດແມ່ນ ຮຽບຮຽງປະກາດໃຊ້ໂດຍໄວ ບັນດາເອກະສານແນະນຳເພື່ອປະຕິບັດບັນດາກົດໝາຍທີ່ຫາກໍ່ໄດ້ປະກາດໃຊ້, ຫຼີກລ່ຽງສະພາບການທີ່ວ່າ ກົດໝາຍລໍຖ້າ” ​ເອກະສານແນະນຳ ຈຶ່ງອາດຈະນຳໄປປະຕິບັດໄດ້;...

      ກ່ຽວພັນໂດຍກົງກັບການເຊື່ອມໂຍງ​ ​ແລະເຂົ້າຮ່ວມໃນອົງການການຄ້າໂລກ, ລັດຖະບານຫວຽດນາມຄວນສຸມໃສ່ການສ້າງແຜນຍຸດທະສາດ ການເຊື່ອມໂຍງເຂົ້າກັບອົງການການຄ້າໂລກ ​​ໃຫ້ບັນດາຂະແໜງການເສດຖະກິດປາຍແຫຼມ; ກໍ່ສ້າງຖັນແຖວຜູ້ຊ່ຽວຊານເກັ່ງເພື່ອເຂົ້າຮ່ວມໃນການເຊື່ອມໂຍງ​;…/.