ວ.ກ - ປີ 2012, ​ໂດຍ​ອາ​​ໄສຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ຫວຽດນາມ ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ຕັ້ງໜ້າ​ຕ່າງໆ ຫຼາຍ​ຢ່າງ. ​ແຕ່​ວ່າ, ປີ 2013 ຍັງ​ມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍຢ່າງ, ມັນ​ຮຽກຮ້ອງ​ຕ້ອງການ​ມີ​ຄວາມ​ມານະ​ພະຍາຍາມ​ຢ່າງຮອບດ້ານ ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ມາ​ໃຫ້​ໄດ້​ເປັນ​ຢ່າງ​ດີ.

ຮູບພາບ: ນາຍົກລັດຖະມົນຕີ ຫງວຽນເຕິນຢຸ໊ງ ກ່າວຄຳປາໄສທີ່ກອງປະຊຸມ ຜັນຂະຫຍາຍການປະຕິບັດໜ້າທີ່ປີ 2013 ຂອງຂະແໜງອຸດສາຫະກຳການຄ້າ - ຮູບຂອງ: VGP

     ເຖິງ​ວ່າ​ໃນປີ 2012 ຫວຽດນາມ ​ໄດ້​ບັນລຸ​ບັນດາຜົນສຳ​ເລັດ​ອັນ​ຕັ້ງໜ້າພໍ​ສົມຄວນ​ກໍ່ຕາມ, ​ແຕ່​ກ້າວ​ເຂົ້າ​ປີ 2013, ຫວຽດນາມ​ກໍ່​ຍັງ​ຕ້ອງ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

     ​ເພື່ອ​ບັນລຸຈຸດໝາຍ​ສັງ​ລວມທີ່​ວາງ​ອອກ​ມາສຳລັບ​ປີ 2013, ຮຽກຮ້ອງ​ຕ້ອງ​ການ​ຄວາມ​ມານະ​ພະຍາຍາມ​ຢ່າງ​ສູງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ຂອງທົ່ວ​ທັງລະ​ບົບການເມືອງ​ ​ເພື່ອ​ປະຕິບັດ​ຢ່າງ​ຄົບ​ຊຸດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ມາ. ​ໃນ​ນັ້ນ ຕ້ອງ​ສຸມ​ໃສ່​ປະຕິບັດ​ເປັນ​ຢ່າງ​ດີ​ບັນດາວຽກ​ງານ​ຈຸດ​ໜັກ​ລຸ່ມ​ນີ້:

     ຍົກ​ສູງ​ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍ ​ແລະ ຄວາມ​ສາມາດ​ກະທົບ​ຕອບຂອງ​ນະ​ໂຍບາຍ, ສ້າງ​ຄວາມ​ເຊື່ອ​ຖື​ໃຫ້​ແກ່​ຕະຫຼາດ

     ລະບຽບ​ກົດໝາຍ​ເປັນ​ປັດ​ໃຈ​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ການຈັດ​ແບ່ງ ​ແລະ ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ແຫຼ່ງພະລັງ, ຮັກສາ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ ​ແລະ ​ການເຕີບ​ໂຕ​ແບບ​ຍືນ​ຍົງ. ລະບຽບ​ກົດໝາຍ​ມີ​ຄຸນ​ນະພາ​ບສູງ ພ້ອມ​ດ້ວຍ​ລະບຽບ​ການ​ບໍລິຫານ​​ແບບ​ງ່າຍດາຍ, ​ເປີດ​ເຜີຍ, ​ໂປ່​ງ​ໃສ ​ແລະ ຄວາມ​ຮັບຜິດຊອບ​ອະທິບາຍ​ກ່າວ​ແຈ້ງຢ່າງ​ຄົບ​ຖ້ວນ ຈະ​ສ້າງ​ສະພາບ​ແວດ​ລ້ອມ​ສະດວກ​ດີ​ໃຫ້​ແກ່​ການ​ລົງທຶນ​ທຸລະ​ກິດ, ກີດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ, ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງລວມ ຂອງ​ພື້ນຖານ​ເສດຖະກິດ. ອັນ​ນີ້​ຍັງ​ເປັນ​ເງື່ອນ​ໄຂ​ເພື່ອຈັດ​ວາງ​ສັບ​ຊ້ອນ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ​ມີ​ປະ​ສິດທິ​ຜົນ.

     ​ເພື່ອ​ສ້າງ​ໃຫ້​ມີລະບຽບ​ກົດໝາຍ ​ແລະ ນະ​ໂຍບາຍ​ທີ່​ດີ​ນັ້ນ ​ແມ່ນ​ຕ້ອງ​ຢຶດໝັ້ນ​ໃນ​ທັດສະນະ​ຂອງ​ພັກ ກ່ຽວ​ກັບ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິ​ຍົມ, ​ເລີ່​ມຈາກ​ຄວາມ​ຕ້ອງການ​ພັດທະນາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ຕ້ອງ​ເຮັດ​ໃຫ້​ນະ​ໂຍບາຍມີ​ລັກສະນະຄາດ​ຄະ​ເນ ​ແລະ ສະຖຽນ​ໝັ້ນ​ສູງ​ກວ່າ​ເກົ່າ ​ເພື່ອ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ວາງ​​ແຜນລົງທຶນ, ຈັດ​ແບ່ງ​ແຫຼ່ງພະລັງ ​ແລະ ຄິດ​ໄລ່ປະສິດທິ​ຜົນ​ລ່ວງ​ໜ້າ​ໄດ້. ຈະ​ບໍ່​ປະກາດ​ໃຊ້​ນະ​ໂຍບາຍ ຖ້າ​ຫາກ​ຍັງ​ບໍ່​ທັນ​ກຳນົດ​ຢ່າງ​ຈະ​ແຈ້ງ​ແບບ​ວິ​ທີການ​ປະຕິບັດ ​ແລະ ຄວາມ​ສາມາດ​ຕິດຕາມ​ກວດກາ. ຕ້ອງ​ຄິດ​​ໄລ່​ປະສິດທິ​ຜົນ​ສັງຄົມ​ໃນ​ເມື່ອ​ປະຕິບັດ, ຕ້ອງ​ຜ່ານ​ຜົ້ນ​ສະພາບ​ການ​ທີ່​ວ່າ ມີ​ຫຼາຍ​ນະ​ໂຍບາຍ ​ເຊິ່ງຄ່າ​ໃຊ້​ຈ່າຍ​ປະຕິບັດ​ພັດ​ສູງ​ກວ່າ​ຜົນ​ປະ​ໂຫຍ​ດການ​ພັດທະນາ.

     ​ໃນ​ເງື່ອນ​ໄຂ​ໂລກາພິວັດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ, ທຸກ​ການ​ຜັນ​ປ່ຽນ​ຂອງ​ຕະຫຼາດ​ໂລກ​ກໍ່​ລ້ວນ​ແຕ່​ກະທົບ​ຢ່າງ​ໄວ​ທີ່​ສຸດ ​ແຂງ​ແຮງ​ທີ່​ສຸດ​ເຖິງ​ເສດຖະກິດ​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ທີ່​ໃນ​ໂລກ​ຍັງ​ມີ​ເຫດ​ບັງ​ເອີນ​ຫຼາຍ​ຢ່າງ ທີ່ຄາດ​ຄະ​ເນ​ຍາກ. ສິ່ງ​ດັ່ງກ່າວ​ນັ້ນ ມັນ​ຮຽກຮ້ອງ​ໃຫ້​ຕ້ອງ​ມີການ​ກະທົບ​ຕອບ​ນະ​ໂຍບາຍ ຢ່າງ​ໄວ ​ແລະ ສົມ​ເຫດ​ສົມ​ຜົນ.

     ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ບໍ່​ແມ່ນ​ວ່າ​ເວລາ​ໃດ​ພວກ​ເຮົາ​ກໍ່​ເຮັດ​ວຽກ​ນີ້​​ໄດ້ເປັນ​ຢ່າງ​ດີ, ​ໃນ​ບາງ​ກໍລະນີ ພວກ​ເຮົາ​ບໍ່​ພຽງ​ແຕ່​ບໍ່​ຍາດ​ແຍ່​ງ​ໄດ້​ໂອກາດ, ບໍ່ຈຳກັດ​ຫລຸດຜ່ອນການ​ກະທົບ​ຫຍໍ້​ທໍ້​ຈາກ​ພາຍ​ນອກ ຫາກ​ຍັງ​ກໍ່​ໃຫ້​ເກີດການ​ກະທົບກະ​ເທືອ​ນ (shock) ​ຄັ້ງໃໝ່. ​ເພື່ອ​ຄອບ​ງຳ​ຈຳກັດ​ສະພາບ​ການ​ດັ່ງກ່າວນີ້, ຕ້ອງ​ມີ​ຮາກ​ຖານ​ລະບຽບ​ກົດໝາຍ​ໜັກ​​ແໜ້ນ, ມີ​ໂຄງ​ປະກອບ​ເສດຖະກິດ ​ແລະ ຕົວ​ແບບ​ເຕີບ​ໂຕ​​ເສດຖະກິດທີ່​ມີ​ປະສິດທິ​ຜົນ. ​ແຕ່​ຫາກວ່າ, ບໍ່​ມີ​ລະບຽບ​ກົດໝາຍ​ໃດ​ທີ່​ສາມາດກວມ​ລວມທຸກໆ​ປະກົດ​ການ​ເສດຖະກິ​ດໄດ້, ​ເປັນ​ຕົ້ນ​ແມ່ນ​ໃນ​ສະພາບ​ແວດ​ລ້ອມ​ທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ປ່ຽນ ​ເຫດ​ບັງ​ເອີນ​ປັດຈຸບັນ. ຢາກ​ມີ​ການ​ກະທົບ​ຕອບ​ນະ​ໂຍບາຍທີ່​ດີ,​ ຕ້ອງ​ເຄົາລົບ​ນັບຖື​ກົດ​ເກນ​ເສດຖະກິດ, ຍົກ​ສູງ​ຄວາມ​ສາມາດ​ການ​ຄາດ​ຄະ​ເນ, ຄິດ​ໄລ່​ຢ່າງ​ຄົບ​ຖ້ວນ​ເຖິງ​ການ​ກະທົບ​ຕອບ​ຂອງ​ຕະຫຼາດ ​ແລະ ບັນດາ​ຜົນ​ຢ້ອນ​ຫຼັງ​ທີ່​ອາດ​ຈະ​ເກີດ​ຂຶ້ນ. ການ​ປະກາດ​ໃຊ້ ຫຼື​ດັດສົມ​ນະ​ໂຍບາຍ​ບໍ່​ໄດ້​ພາ​ໃຫ້​​​ເກີດ​ການ​ຜັນ​ປ່ຽນ​ໃຫຍ່, ​ເປັນ​ຜົນ​ສະທ້ອນ​ຫຍໍ້​ທໍ້​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ.

     ກຳກັບ​ນະ​ໂຍບາຍ​ເງິນຕາ​ຕາມ​ສັນຍານ​ຂອງ​ຕະຫຼາດ ​ແລະ ຕາມ​ເງິນ​ເຟີ້​ຈຸດໝາຍ. ສົມທົບ​ຢ່າງ​ແໜ້ນ​ແຟ້ນນະ​ໂຍບາຍ​ເງິນຕາ ກັບ ນະ​ໂຍບາຍ​ການ​ເງິນ​ປະຈຳ​ປີ

     ​ໃນ​ເງື່ອນ​ໄຂ​ງົບປະມານ​ຖືກ​ຈຳກັດ, ​ເທສະ​ຂອງ​ນະ​ໂຍບາຍ​ການ​ເງິນປະຈຳ​ປີ​ຖືກ​ຮັດ​ແຄບ, ນະ​ໂຍບາຍ​ເງິນຕາ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ຈຳກັດ​ເງີ​ນ​ເຟີ້, ຊຸກຍູ້​ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ. ບົນ​ຫຼັກການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຢ່າງ​ແໜ້ນ​ແຟ້ນ, ຕ້ອງ​ດັດສົມ​ຢ່າງ​ໄຫວ​ພິບ, ຮັບປະກັນ​​ຮັກສາ​ລະດັບ​ດອກ​ເບັ້ຍ​ ​ໃຫ້ສອດຄ່ອງ​ກັບ​ເງິນ​ເຟີ້​ຈຸດໝາຍ. ຊີ້​ນຳ​ຢ່າງ​ເດັດດ່ຽວ​ຕໍ່​ການ​ແກ້​ໄຂ​ໜີ້​ສິນ​ທີ່​ເຮິ​ຮ້າຍ ​ເພື່ອ​ຊ່ວຍ​ຂຸດ​ຄົ້ນ​​ແຫຼ່ງທຶນ​ໃຫ້​ພື້ນຖານ​ເສດຖະກິດ.

     ​ໃນ​ເງື່ອນ​​ໄຂທີ່ ລວມຍອດ​ຄວາມ​ຕ້ອງການ​ຖືກ​ຫລຸດຜ່ອນ​ລົງ, ການ​ແກ້​ໄຂ​ໜີ້​ສິນ​ທີ່​ເຮິ​ຮ້າຍ ຕ້ອງການ​ມີເວລາ, ການ​ເຕີບ​ໂຕ​ສິນ​ເຊື່ອ​​ໃນ​ຊຸມ​ເດືອນ​ຕົ້ນປີອາດ​ຈະ​ຍັງ​ຕ່ຳ​ນັ້ນ, ນະ​ໂຍບາຍ​ການ​ເງິນປະຈຳ​ປີ​ມີ​ບົດບາດ​ຕັດສິນ​ໃນ​ການ​ສ້າງ​ຄວາມ​ຕ້ອງການ​ໃຫ້​ພື້ນຖານ​ເສດຖະກິດ. ຕ້ອງ​ຮີບ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນຕາມ​ແຜນການ ​ແນ​ໃສ່​ເພີ່ມ​ລວມຍອດ​ຄວາມ​ຕ້ອງການ​ຂຶ້ນ​ໂດຍ​ໄວ ​ເພື່ອກະ​ຕຸກຊຸກຍູ້ພື້ນຖານ​ເສດຖະກິດ, ສ້າງ​ການ​ກະທົບ​ແຜ່​ລາມ​ໄປ​ສູ່​ການ​ຜະລິດ ທຸລະ​ກິດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​. ​ໃນ​ຂະ​ບວນວິວັດ​ການ​ປະຕິບັດ​ແຜນການ ຕ້ອງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງນະ​ໂຍບາຍ​ການ​ເງິນ​ປະຈຳ​ປີ ​ແລະ ນະ​ໂຍບາຍ​ເງິນຕາ​ ເພື່ອ​ດັດສົມ​ລວມຍອດ​ຄວາມ​ຕ້ອງການ, ຮັບປະກັນ​ຈຳກັດ​ເງິນ​ເຟີ້​ໃຫ້​ຕ່ຳ​ກວ່າປີ​ກ່ອນ ​ແລະ ຊຸກຍູ້​ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ໃຫ້​ສູງ​ກວ່າ​ປີ 2012.

     ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຊ່ວຍ​ໃຫ້ການ​ຜະລິດ ​ແລະ ຊ່ວຍ​ໜູນ​ໃຫ້​ຕະຫຼາດ

ຕ້ອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ບັນດາ​ວິທີ​ແກ້​ໄຂ​ຊ່ວຍ​ສ້າງ​ຄວາມ​ຕ້ອງການ, ບົນພື້ນຖານ​ສ້າງ​ຄວາມ​ຕ້ອງການ ​ເພື່ອ​​ເປີດແຫຼ່ງສະໜອງ​ໃຫ້​ລຸ​ລ່ວງ; ທິດ​ບຸລິມະສິດ​ຂອງ​ນະ​ໂຍບາຍ​ການ​ເງິນ​ປະຈຳ​ປີ ​ແລະ ນະ​ໂຍບາຍ​ເງິນຕາ​ແມ່ນ​ແນ​ໃສ່​ບັນດາ​ເປົ້າໝາຍ, ບັນດາ​ຂົງ​ເຂດ​ທີ່​ມີ​ລະດັບ​ເພີ່ມ​ຄວາ​ມຕ້ອງການ​ສູງ. ນັ້ນ​ແມ່ນ​ຂົງ​ເຂດ​ການ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ, ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ນອກ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ສັງຄົມ, ​ເຮືອນ​ຢູ່​ສັງຄົມ, ຫໍ​ພັກທີ່​ກິນນອນ​… ນີ້​ກໍ່​ແມ່ນ​ວິທີ​ແກ້​​ໄຂ​ໜຶ່ງ ​ເພື່ອປົວ​ແປ​ງຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ ​ແລະ ບັນດາ​ເປົ້າ​ໝາຍທີ່​ຍັງມີ​ຄວາມ​ຫຍຸ້ງຍາກຫຼາຍ.

     ​ໃນ​ກຳນົດ​ລາຍ​ຈ່າຍ​ງົບປະມານ​ລື່​ນກາຍລະດັບທີ່​ໄດ້​ຮັບຮອງແລ້ວ​ນັ້ນ ຕ້ອງ​ຊອກ​ຫາບັນດາ​ແຫຼ່ງພະລັງ​ເພື່ອ​ເພີ່ມ​ລວມຍອດ​ຄວາມ​ຕ້ອງການ, ຊ່ວຍ​ໜູນ​ຕະຫຼາດ; ປະກາດ​ໂດຍ​ໄວບັນດາ​ມາດ​ຕະການ​ກ່ຽວ​ກັບ​ພາສີ​ອາກອນ ​ເພື່ອ​ລົດ​ຜ່ອນ​ຄວາມ​ຫຍຸ້ງຍາກ​​ໃຫ້​ວິ​ສາ​ຫະກິດ. ​ເພີ່ມ​ແຫຼ່ງສະໜອງ​ສິນ​ເຊື່ອ​ດ້ວຍ​ກຳນົດ​ເວລາ​ຍາວ​ກວ່າ ​ແລະ ອັດຕາ​ດອກ​ເບັ້ຍ​ຕ່ຳ​ກວ່າ​ໃຫ້​ຜູ້​ຊື້​ເຮືອນ​​ເພື່ອ​ຢູ່ ​ແນ​ໃສ່ລົດ​ຜ່ອນຈຳນວນ​ອະສັງຫາລິມມະ​ຊັບ​ຄ້າງ​ສາງ. ຊ່ວຍ​ໜູນ​ຢ່າງ​ເໝາະ​ສົມ, ນັບ​ທັງ​ການ​ຂີດ​ຂັ້ນ​ໜີ້​ສິນ​ໄວ້, ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ພົບ​ຄວາມ​ຫຍຸ້ງຍາກ​ຊົ່ວຄາວ. ປະກາດ​ໃຊ້​ກົນ​ໄກ​ໃໝ່​ ກ່ຽວ​ກັບ​ການ​ຮັບປະກັນ​ສິນ​ເຊື່ອມ​ ໃຫ້ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ສືບ​ຕໍ່​ຍູ້​ແຮງ​ບັ້ນ​ຂົນຂວາຍ​ ຄົນ​ຫວຽດນາມ​ນິຍົມ​ໃຊ້​ສິນຄ້າ​ຫວຽດນາມ. ​ເດັດດ່ຽວ​ສະກັດ​ກັ້ນ​ການ​ຄ້າຂາຍ​ເຖື່ອນ, ການ​ຂາ​ເຂົ້າບັນດາ​ປະ​ເພດ​ສິນຄ້າ​ທີ່​ບໍ່​ຮັບປະກັນ​ມາດຕະຖານ​ເຕັກນິກ ​ແລະ ຫຼັກ​ອານາ​ໄມ, ຄວາມ​ປອດ​ໄພ​​ ແລະ ການ​ກັນ​ພະຍາດ.

     ຍູ້​ແຮງການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ເຊີດ​ຊູ​ນ້ຳ​ໃຈ​ຮັບຜິດຊອບ​ຂອງ​ພະນັກງານ, ລັດຖະກອນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການງານລວມ

     ມີລະບຽບ​ກົດໝາຍ ​ແລະ ນະ​ໂຍບາຍ​ດີ​ແມ່ນ​ສຳຄັນ​ທີ່​ສຸດ ​ແຕ່​ຍັງ​ບໍ່​ທັນ​ພໍ​ເທື່ອ. ລະບຽບ​ກົດໝາຍ ​ແລະ ນະ​ໂຍບາຍ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ຜ່ານ​ລະບຽບ​ການ​ບໍລິຫານ ​ແລະ ຖັນ​ແຖວ​ພະນັກງານ ລັດຖະກອນ. ນີ້​ກໍ່​ແມ່ນ​ຂອດ​ທີ່​ເຄີຍ​ເກີດ​ປະ​ກົດ​ການ​ຫຍໍ້​ທໍ້. ​ເດັດຂາດ​ຕ້ອງ​ລົບ​ລ້າງບັນດາ​ລະບຽບ​ການ​ທີ່​ບໍ່​ຈຳ​ເປັນ, ​ເພີ່ມ​ທະວີ​ລະບຽບ​ວິ​ໄນ, ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ ລັດຖະກອນ​ໃນ​ການ​ປະຕິບັດ​ໜ້າ​ທີ່ການ​ງານລວມ ​ແລະ ປະຕິບັດ​ວິ​ໄນ​ຢ່າງ​ເຂັ້ນ​ງວດ​ຕໍ່​ບັນດາ​ການ​ກະທຳ​ລົບ​ກວນ​ປະຊາຊົນ. ​ເປີດ​ກວ້າງ​ການ​ປະຕິບັດ​ກົນ​ໄກ “ປະຕູ​ດຽວ”, “ປະຕູ​ດຽວ​ເຊື່ອມ​ໂຍງ​ລຸ​ລ່ວງ” ຢູ່​ທຸກໆເມືອງ.

     ບັນດາ​ອົງການ​ບໍລິຫານ​ລັດ​ຕ້ອງ​ປະກາດ​ຢ່າງ​ເປີດ​ເຜີຍ​ທຸກໆ ລະບຽບ​ການ​ບໍລິຫານ ພ້ອມ​ດ້ວຍ​ລຳດັບ​ດຳ​ເນີນ ​ແລະ ກຳນົດ​ເວລາ​ແກ້​ໄຂ​ຢ່າງ​ລະອຽດ, ຮັບປະກັນ​ມີ​ຄວາມ​ກ້າວໜ້າ ​ເຊິ່ງປະຊາຊົນ ​ແລະ ວິ​ສາ​ຫະກິດສາມາດ​ປຽບທຽບ​ໄດ້. ພະນັກງານ ລັດຖະກອນ​ຕ້ອງ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ ​ໃນ​ການ​ພົວພັນ​ການ​ງານ​ລວມ ປະຊາຊົນ​ເປັນ​ເຈົ້າ​ຂອງ​ສິດອຳນາດ ສ່ວນ​ພະນັກງານ​ລັດຖະກອນ​ເປັນ​ຜູ້​ປະຕິບັດ​ໜ້າ​ທີ່ຮັບຜິດຊອບ, ​ເປັນ​ຜູ້​ຮັບ​ໃຊ້​ປະຊາຊົນ.

     ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຕ້ອງ​ຕິດຕາມ​ກວດກາ​ຢ່າງ​​​ເຄັ່ງ​ຄັດ​ຕໍ່​ການ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ພະນັກງານ​ລັດຖະກອນ ທີ່ສັງກັດ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕົນ. ​ເພີ່​ມທະວີ​ການ​ກວດກາ ຕໍ່ການ​ຫັນ​ເປັນ​ງ່າຍດາຍລະບຽບ​ການ​ບໍລິຫານຢູ່​ຂັ້ນ​ຕ່າງໆ ​ແລະ ປະກາດ​ດັດຊະນີການ​ປະຕິ​ຮູບ​ການ​ບໍລິຫານ​ຢູ່​ທ້ອງ​ຖິ່ນຕ່າງໆ.

     ຍູ້​ແຮງ​ວິວັດທະນາ​ການຈັດ​ວາງ​ສັບ​ຊ້ອນ​ໂຄງ​ປະກອບ​ພື້ນ​ຖານ​ເສດຖະກິດ​ຄືນ​ໃໝ່

     ປະຕິບັດ​ການຈັດ​ວາງ​ສັບ​ຊ້ອນ​ໂຄງ​ປະກອບ​ບັນດາ​ອົງການ​ຈັດ​ຕັ້ງ​ສິນ​ເຊື່ອ​ຢ່າງ​ຮີບ​ດ່ວນ ​ໂດຍ​ຕິດ​ແໜ້ນ​ກັບ​ການ​ແກ້​ໄຂ​ໜີ້​ສິນ​ເຮິ​ຮ້າຍ. ນີ້​ແມ່ນ​ສອງ​ຂະ​ບວນວິວັດ​ທີ່​ມີການ​ພົວພັນ​ແໜ້ນ​ແຟ້ນ ​ແລະ ກະທົບ​ຊຶ່ງ​ກັນ​ແລະ​ກັນ. ການ​ແກ້​ໄຂ​ໜີ້​ສິນ​ເຮິ​ຮ້າຍ​ຕ້ອງ​ໄດ້​ປະຕິບັດ​ຕາມ​ຫຼາຍ​ວິທີ​ການ​ທີ່​ແຕກ​ຕ່າງ​ກັນ ຢູ່​ໃນ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ສິນ​ເຊື່ອ ກໍ່​ຄື​ຢູ່​ໃນ​ລະດັບ​ຊາດ, ​ໃນ​ທົ່ວ​ພື້ນຖານ​ເສດຖະກິດ. ນີ້​ແມ່ນ​ວຽກ​ງານ​ທີ່​ສັບສົນ​ທີ່​ສຸດ, ຖ້າ​ຫາກ​ບໍ່​ຜັນ​ຂະຫຍາຍ​​ໃນ​ທັນທີ​ທັນ​ໃດ, ໜີ້​ສິນ​ເຮິ​ຮ້າຍ​ຈະ​ເພີ່ມ​ຂຶ້ນຕື່ມ​ອີກ, ການ​ແກ້​ໄຂ​ຈະ​ຫຍຸ້ງຍາກ​ກວ່າ​ອີກ ​ແລະ ພື້ນຖານ​ເສດຖະກິດ​ຈະ​ຕົກ​ໃສ່​ສະພາບ​ການ​ຢຸດ​ສະຫງັກຊັກ​ຊ້າ. ຈະບໍ່​ສາມາດ​ຮູ້​ເຫັນ​ໝົດ​ທຸກ​ບັນຫາບາດ​ດຽວ​ໂລດ, ສິ່ງ​ທີ່​ຈຳ​ເປັນ​ແມ່ນ​ມີ​ທິດ​ທາງ​ຖືກຕ້ອງ​ເພື່ອ​ການ​ກະທຳ ​ແລະ ມີ​ແຕ່​ກະທຳ​ຢ່າງ​ດຸ​ເດືອດ​ຈຶ່ງ​ເຫັນ​ແຈ້ງ​ຄວາມ​ສາມາດ​ທຸກ​ຢ່າງ ​ແລະ ​ເລືອກ​ເອົາ​ໄດ້​ວິທີ​ແກ້​ທີ່​ດີ​ທີ່​ສຸດ​ເພື່ອ​ແກ້​ໄຂ​ບັນຫາ.

     ​ໃນ​ສາມ​ເນື້ອ​ໃນ​ຂອງ​ການຈັດ​ວາງ​ສັບ​ຊ້ອນ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດຄືນ​ໃໝ່ ​ແຕ່​ນີ້​ຮອດ​ປີ 2015 ນັ້ນ, ການຈັດ​ວາງ​ສັບ​ຊ້ອນ​ວິ​ສາ​ຫະກິດ​ແຫ່ງ​ລັດ​ມີ​ທີ່​ຕັ້ງ​ສຳຄັນ​ເປັນ​ພິ​ເສດ. ນີ້​ແມ່ນ​ແກນ​ເພົາ​ເຊື່ອມ​ໂຍງ​ຕົ້ນຕໍ​ໃນມວນ​ລວມການຈັດ​ວາງ​ສັບ​ຊ້ອນ​ເສດຖະກິດ​ຄືນ​ໃໝ່, ​ເຊິ່ງບໍ່​ພຽງ​ແຕ່​ຍ້ອນ​ວິ​ສາ​ຫະກິດ​ແຫ່ງ​ລັດ​ພວມ​ນຳ​ໃຊ້​ແຫຼ່ງພະລັງ​ໃຫຍ່​ໂຕ ​ແຕ່​ປະສິດທິ​ຜົນ​ທີ່​ບັນລຸ​ໄດ້​ພັດ​ບໍ່​ສົມ​ຄູ່​ເທົ່າ​ນັ້ນ ຫາກ​ຍັງ​ຍ້ອນວິ​ສາ​ຫະກິດ​ແຫ່ງ​ລັດ​ແມ່ນ​​ເຈົ້າພາບທີ່​ສຳຄັນ​ໃນ​ການ​ລົງທຶນ.

     ວິ​ສາ​ຫະກິດ​ແຫ່ງ​ລັດ​ກໍ່​ພວມ​ກວມ​ເອົາ​ມາດຕາ​ສ່ວນ​ໃຫຍ່​​ໂຕໃນ​ລວມຍອດ​ສິນ​ເຊື່ອ​ຂອງ​ພື້ນຖານ​ເສດຖະກິດ, ມີ​ອັດຕາ​ສ່ວນ​ໜີ້ສິນ​ເຮິ​ຮ້າຍ​ສູງ​ພໍ​ຄວນ​ໃນ​ລວມຍອດ​ໜີ້​ສິນ​ເຮິ​ຮ້າຍ​ຂອງ​ບັນດາ​ທະນາຄານ​ການ​ຄ້າ. ປະຕິ​ຮູບວິ​ສາ​ຫະກິດ​ແຫ່ງ​ລັດ ຍັງ​ສ້າງ​ໃຫ້​ມີ​ການ​ບຸກທະລຸ​ໃນ​ການ​ສ້າງ​ຕັ້ງ​ສະພາບ​ແວດ​ລ້ອມ​ການ​ທຸ​ລະ​ກິດສະ​ເໝີ​ພາບ​ ລະຫວ່າງ​ບັນດາ​ພາກສ່ວນ​ເສດຖະກິດ,​ ປະກອບສ່ວນປັບປຸງ​ບູລະນະ​ລະບຽບ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ໃຫ້​ສົມບູນ. ສືບ​ຕໍ່​ປັບປຸງ​ບູລະນະ​ກົນ​ໄກ​ປະຕິບັດ​ພາລະ​ບົດບາດ​ເຈົ້າຂອງ​ກຳມະສິດ ​ແລະ ​ຜູ້ຕາງໜ້າ​ໃຫ້​ເຈົ້າ​ຂອງ​ກຳມະສິດ​ແຫ່ງ​ລັດ​ຢູ່​ວິ​ສາ​ຫະກິດ. ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ແຫ່ງ​ລັດ.

     ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົ​ມ

     ​ໃນ​ຊຸມ​ປີທີ່​ຜ່ານ​ມາ, ພັກ ​ແລະ ລັດ ​ເຮົາໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົ​ມ. ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຫຍຸ້ງຍາກ ຍິ່ງ​ຕ້ອງ​ຖື​ວຽກ​ງານ​ນີ້​ເປັນ​ສຳຄັນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງບັນດາ​ເປົ້າ​ໝາຍ​ດ້ອຍ​ຄວາມ​ສາມາດ​ທີ່​ມັກ​ຖືກ​ເສຍ​ຫາຍ.

     ​ໃນ​ປີ 2013 ຕ້ອງ​ສຸມ​ໃສ່​ແກ້​ໄຂ​ຄວາມທຸກ​ຍາກ ຫລຸດຜ່ອນ​ຄວາມທຸກ​ຍາກ ​ເປັນ​ຕົ້ນ​ແມ່ນ​ຢູ່​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ. ຊ່ວຍ​ໜູນ​ບັນດາ​ເປົ້າ​ໝາຍ​ທີ່​ໃກ້​ກັບ​ຄວາມທຸກ​ຈົນ ​ແລະ ບັນດາ​ຄອບຄົວທີ່​ຫາ​ກໍ່​ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຈົນ ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຈົນ​ໄດ້​ຢ່າງ​ຍືນ​ຍົງ. ສືບ​ຕໍ່​ໃຫ້​ບຸລິມະສິດ​ແກ່​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຊາດ, ຮັບປະກັນ​​ໃຫ້​ເຂົາມີ​ລະດັບ​ຊີວິດ​ບໍ່​ຕ່ຳ​ກວ່າ​ລະດັບ​ປານ​ກາງຂອງ​ປະຊາຊົນ​​ໃນ​ບໍລິ​ເວນ​ດຽວກັນ.

     ​ໃນ​ເມື່ອສຸມ​ໃສ່​ປະຕິບັດບັນດາ​ໜ້າ​ທີ່​ດັ່ງກ່າວ​ເທິງ​ນີ້, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງປະຕິບັດ​ເປັນ​ຢ່າງ​ດີ​ໜ້າ​ທີ່​ໃນ​ບັນດາ​ຂົງ​ເຂດ​ອື່ນໆ​ອີກ, ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ພິ​ເສກ​ເຖິງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນ​ປະ​ເທດ, ຮັກສາ​ຄວາມ​ເປັນ​ລະບຽບ​ປອດ​ໄພ​ທາງ​ສັງຄົມ, ຮັກສາອຳນາດ​ອະທິປະ​ໄຕ​ແຫ່​ງຊາດ​ຢ່າງ​ໝັ້ນຄົງ ​ແລະ ຍົກ​ສູງ​ຖານະ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ./.