ວ.ກ. ອອນ​ໄລ - ​ໃນ​ປີ 2012, ການ​ທູດ​ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວຢ່າງ​ຕັ້ງໜ້າ, ຮອບດ້ານ ​ແລະ ບັນລຸ​ໝາກຜົນ​ອັນ​ສຳຄັນ​ຫຼາຍ​ຢ່າງ, ປະກອບສ່ວນ​ຍົກ​ສູງບົດບາດ​ຖານະ ​ແລະ ອິດ​ທິພົນ​ຂອງ​ຫວຽດນາມ ​ໃນ​ເວ​ທີ​​ໂລກ.

ສະຫາຍຟ້າມບິ່ງມິງ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ - ແຫຼ່ງ: vnexpress.net

     ໂດຍ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ວາງ​ອອກ​ມາ, ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ແຫ່ງ ສສ ຫວຽດນາມ ​ໄດ້ຜັນ​ຂະ​ຫຍາ​ຍການ​ເຄື່ອນ​ໄຫວຢ່າງຮອບດ້ານ ​ແລະ ບັນລຸ​ໝາກຜົນ​ອັນ​ສຳຄັນ​ຫຼາຍ​ຢ່າງ, ອິດ​ທິພົນ ​ແລະ ບົດບາດ​ຖານະ​ຂອງ​ປະ​ເທດ​ສື​ບຕໍ່​ໄດ້​ຍົກ​ສູງ​ຂຶ້ນ. ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບປະ​ເທດ​ຕ່າງໆ ​ໄດ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ທັງ​ລວງ​ກວ້າງ ​ແລະ ລວງ​​ເລິກ. ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບບັນດາປະ​ເທດ​, ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເທດ​ເພື່ອນ​ບ້ານ, ບັນດາປະ​ເທດ​ອາ​ຊຽນ, ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ແລະ ບັນດາ​ຄູ່​ຮ່ວມ​ມື​ໃຫຍ່, ​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃຫ້​ເລິກ​ເຊິ່ງກວ່າ ​ແລະ ປັບປຸງ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ. ​ໃນ​ສອງ​ປີ​ແຫ່ງ​ການ​ຜັນຂະຫຍາຍ​ ແນວ​ທາງ​ການ​ຕ່າງປະ​ເທດ​ ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ບັນດາ​ສະຫາຍ​ຜູ້ນຳ​ຂອງ​ພັກ ລັດ ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ຢ່າງຮອບດ້ານ ການ​ໄປ​ຢ້ຽນຢາມຂັ້ນ​ສູງ​ຢູ່​ຕ່າງປະ​ເທດ ນັບ​ແຕ່​ບັນດາ​ປະ​ເທດ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ພິກ, ​ເຊັ່ນ ​ຈີນ ລັດ​ເຊຍ ບັນດາ​ປະ​ເທດ​ອາ​ຊຽນ ຍີ່ປຸ່ນ ສ.​ເກົາຫຼີ ອີນ​ເດຍ, ຈົນ​ເຖິງ​ບັນດາ​ປະ​ເທດ​ເພື່ອນ​ມິດ ປະ​ເທດ​ຄູ່​ຮ່ວມ​ມື​ຢູ່​ເອີຣົບ ອາ​ເມ​ລິ​ກາ​ລາ​ຕິນ.

     ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຢ່າງ​ຕັ້ງໜ້າ​ໄດ້​ນຳ​ມາ​ເຊິ່ງຜົນສຳ​ເລັດ​ອັນ​ລະອຽດ ​ແທດ​ເໝາະ​ຕົວ​ຈິງ​ທີ່​ສຸດ:

     ໜຶ່ງ, ຫວຽດນາມ​ໄດ້​ຍົກ​ລະດັບ​ການ​ພົວພັນ​ກັບ​ສະຫະພາບ​ລັດ​ເຊຍ ຂຶ້ນ​ເປັນ “ຄູ່​ຮ່ວມມືຍຸດ​ທະ​ສາດ​ຮອບດ້ານ” (ເດືອນ​ກໍລະກົດ 2012), ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ກັບ​ເຢຍລະ​ມັນ (ເດືອນຕຸລາ 2011), ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ ສັນຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ມື ​ແລະ ການຮ່ວມ​ມື​ຮອບດ້ານ (PCA) ກັບ ອີ​ຢູ (ເດືອນ​ກໍລະກົດ 2012), ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ ​ໃນ​ຂົງ​ເຂດການ​ຜັນ​ປ່ຽນ​ດິນ​ຟ້າ​ອາກາດ ສິ່ງ​ແວດ​ລ້ອມ ພະລັງງານ ​ແລະ ການ​ພັດທະນາ​ເຕີບ​ໂຕ​ຂຽວ ກັບ​ເດນ​ມາກ (ເດືອນ​ພະຈິກ 2011), ​ເຊິ່ງ​ໄດ້ຍົກ​ຈຳນວນ​ປະ​ເທດ​ຄູ່​ຮ່ວມ​ມື​ ຂອງ​ຫວຽດນາມ ຂຶ້ນ​ເປັນ 10 ປະ​ເທດ. ຫວຽດນາມ​ກໍ່​ພວມ​ສືບ​ຕໍ່ ​ຜັນ​ຂະຫຍາຍ​ການ​ກະກຽມ​ຍົກ​ລະດັບ​ການ​ພົວພັນ​ ກັບ​ບາງ​ປະ​ເທດ​ຄູ່​ຮ່ວມມື​ບຸລິມະສິດ ຄູ່​ຮ່ວມ​ມືສຳຄັນ​ອື່ນ​ອີກ​ໃນ​ປີ 2013 ​ແລະ ​ໃນ​ບັນດາ​ປີ​ຕໍ່ໆ​ໄປ.

     ສອງ, ການ​ທູດໄດ້​ປະ​ສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຂະ​ແໜງ​ການ ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ, ​ໂຄສະນາ​ອົບຮົມ ​ແລະ ບັນດາ​ກຳລັງ​ເຮັດ​ໜ້າ​ທີ່​ການ​ຕ່າງປະ​ເທດ​ອື່ນໆ ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບປອ​ດ​ໄພ ອຳນາດ​ອະທິປະ​ໄຕ​​ໃນ​ຊາຍ​ແດນແຜ່ນດິນ, ພິ​ເສດ​ແມ່ນ​ ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ໃນເຂດ​ທະ​ເລ ໝູ່​ເກາະ ​ໄວ້​ຢ່າງ​ໝັ້ນ​ແກ່ນ. ​ໃນ​ປີ 2011 ​ແລະ 2012, ສະພາບ​ການໃນເຂດທະ​ເລ​ຕາ​ເວັນ​ອອກ ມີ​ການ​ຜັນ​ປ່ຽນ​ສັບສົນ​ຫລາຍ​ຢ່າງ, ການ​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ປົກ​ປັກ​ຮັກສາຢ່າງ​ໝັ້ນ​ແກ່ນ ອຳນາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ຂໍ້​ຕົກລົງກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ ຊີ້​ນຳ​ການ​ແກ້​ໄຂ​ບັນດາ​ບັນຫາ​ເທິງ​ທະ​ເລກັບ ຈີນ ທີ່​ໄດ້​ລົງ​ນາມ​ໃນ​ເດືອນ​ຕຸລາ 2011 ​ໃນການ​ໄປ​ຢ້ຽມຢາມປະ​ເທດຈີນ ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຝູຈ້ອງ ​ເຊິ່ງ​ໄດ້​ສ້າງ​ເປັນ​ກອບຂອບ​ອັນ​ສຳຄັນ​ຢ່າງ​ທັນ​ການ ​ໃຫ້​ແກ່​ການ​ແກ້​ໄຂ​ການ​ຜັນ​ປ່ຽນ​ຕ່າງໆ​ທີ່​ອາດ​ຈະເກີດ​ຂຶ້ນ. ​ເປັນ​ພິ​ເສດ​ແມ່ນ, ພາຍຫຼັງ 10 ປີ​ແຫ່ງ​ການ​ເຊັນ ຖະແຫຼງການກ່ຽວກັບວິທີການປະພຶດ ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ດ້ວຍການປະກອບສ່ວນຢ່າງເປັນ​ເຈົ້າ​ການ ​ຕັ້ງໜ້າຂອງ​ຫວຽດນາມ, ອາ​ຊຽນ ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັບ ຈີນ ກ່ຽວ​ກັບ​ການ​ແນະນຳ​ປະຕິບັດ DOC, ​ເປັນ​ເອກະ​ພາບ​ພາຍ​ໃນ​ອາ​ຊຽນ ກ່ຽວ​ກັບ​ບັນດາ​ພາກສ່ວນ​ອັນ​ພື້ນຖານ​ຂອງ DOC, ສ້າງ​ພື້ນຖານ​ເພື່ອ​ເຈລະຈາ​ກັບ ຈີນ ພ້ອມກັນ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແນ​ໃສ່​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ​ກໍ່​ໄດ້​ມີ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ ມີ​ລັກສະນະ​ກໍ່ສ້າງ​ເພື່ອ​ໃຫ້​ອາ​ຊຽນ ອອກ​ຖະ​ແຫຼ​ງການ 6 ຂໍ້ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຖະ​ແຫຼງການ​ຮ່ວມ ອາຊຽນ - ຈີນ ​ເນື່ອງ​ໃນ​ໂອ​ກາດ​ສະຫຼອງວັນ​ເຊັນ DOC ຄົບຮອບ 10 ປີ.

     ສາມ, ການ​ທູດ​ໄດ້​ເສີມ​ຂະຫຍາຍ​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ຂອງ​ຫວຽດນາມ ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາຊຽນ, ຊຸກຍູ້​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ພາຍ​ໃນ​ກູ່​ມ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ໂຄງ​ປະກອບ​ພາກ​ພື້ນ ​ທີ່​ກຳລັງ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ພາຍຫຼັງ​ຜົນສຳ​ເລັດ​ໃນ​ຖານະ​ເປັນ​ປະທານ​ອາ​ຊຽນ ປີ 2010, ຫວຽດນາມ​ໄດ້​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ ກັບບັນດາ​ປະ​ເທດ​ເປັນ​ປະທານ​ຕໍ່​ຈາກ​ນັ້ນ​ຄື ອິນ​ໂດ​ເນ​ເຊຍ (ປີ 2011) ​ແລະ ກຳປູ​ເຈຍ (ປີ 2012) ​ເພື່ອກໍ່ສ້າງ​ປະຊາ​ຄົມອາ​ຊຽນ, ຜັນ​ຂະຫຍາຍ​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ອາ​ຊຽນ ​ແນ​ໃສ່​ຫຍໍ້​ສັ້ນ​ໄລຍະ​ຫ່າງ​ທາງ​ດ້ານ​ການ​ພັດທະນາ​ ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ. ບັນດາ​ຂໍ້​ຄິດ​ປະດິດ​ສ້າງ​ອັນ​ສຳຄັນ ​ທີ່​ຫວຽດນາມ​ສະ​ເໜີ​ອອກ​ມາ ​ໃນ​ປີ​ເປັນ​ປະທານ​ອາຊຽນ 2010, ​ເປັນ​ຕົ້ນ​ແມ່ນ​ຂໍ້​ສະ​ເໜີ ຈັດ​ຕັ້ງກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ເປີດ​ກວ້າງ (ADMM+) ສືບ​ຕໍ່​ຖືກ​ອາ​ຊຽນ ​ເຊີດ​ຊູ ​ແລະ ຊຸກຍູ້ ​ໃນ​ປີ​ຕໍ່​ໄປ. ​ພິ​ເສດ​ແມ່ນ, ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 17 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ໃນ​ອາ​ຊຽນ, ຫວຽດນາມ​ໄດ້​ດຳລົງ​ຕຳ​ແໜ່​ງ​ເລຂາທິການ​ໃຫຍ່​ອາ​ຊຽນ ​ສະ​ໄໝ 2013 - 2017.

     ສີ່, ຫວຽດນາມ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ ການ​ຊາບ​ຊືມຢ່າງ​ເລິກ​ເຊິ່ງ, ​ເປັນ​ເອກະ​ພາບ​ທາງ​ດ້ານ​ຄວາມ​ຮັບ​ຮູ້ ​ແລະ ຫັນ​ເປັນ​ນິຕິ​ກຳ​ເປັນ​ນະ​ໂຍບາຍ ຕໍ່​ແຜນ​ນະ​ໂຍບາຍ​ອັນ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ ກ່ຽວ​ກັບ​ການ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ການ​ທູດ​ພະຫຸ​ພາຄີ​ຂອງຫວຽດນາມ​ ກໍ່​ໄດ້​ມີ​ການ​ຫັນປ່ຽນ​ທາງ​ດ້ານ​ຄຸນ​ນະພາ​ບ ດ້ວຍ​ບາດກ້າວໆ​ໜ້າ ແຕ່​ການປະກອບສ່ວນ ​ເຂົ້າຮ່ວມ​ໃນ​ການຈັດ​ຕັ້ງ ຈົນ​ເຖິງ​ການ​ຍູ້​ແຮງ “ວັດທະນະທຳ​ປະຕິບັດ”, ນັບ​ມື້​ນັບ​ເປັນ​ເຈົ້າ​ການ ຕັ້ງ​ໜ້າ​ປະກອບສ່ວນ​ຢ່າງ​ແທ້​ຈິງ ​ແລະ ນຳ​ສະ​ເໜີ​ຂໍ້​ຄິດ​ປະດິດ​ສ້າງ​ຫຼາຍ​ຢ່າງ ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ ຢູ່​ໃນ​ບັນດາ​ເວທີ​ປາ​ໄສພະຫຸ​ພາຄີ ​ແລະ ​​ເວທີ​ສາກົນ, ​ແລະ ກາຍ​ເປັນ​ລັກສະນະ​ພາຍ​ໃນ​ໜຶ່ງທີ່​ສຳຄັນ​ທີ່​ສຸດ ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ບັນດາ​ຂໍ້​ສະ​ເໜີ ຂໍ້​ຄິດ​ປະດິດ​ຂອງ​ຫວຽດນາມ ​ໄດ້​ປະກອບ​ສ່ວນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ ​ອາ​ເປັກ, ອາ​ເຊັມ, ກອງ​ປະຊຸມຄູ່​ຮ່ວມ​ສະພາ​ແຫ່ງ​ຊາດ ອາຊີ - ​ເອີຣົບ (ASEP) ​ແລະ ສະມັດຊາ​ໃຫຍ່​ບັນດາ​ສະພາ​ແຫ່ງ​ຊາດ​ອາ​ຊຽນ (AIPA),... ຢູ່​ທີ່​ສະຫະ​ປະຊາ​ຊາດ, ຕໍ່​ຈາກ​ຜົນສຳ​ເລັດ​ໃນ​ສະ​ໄໝ​ເປັນ​ກຳມະການ​ບໍ່​ປະຈຳການ ​ຂອງຄະນະ​ມົນຕີຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ (2008 - 2009), ຫວຽດນາມ​ໄດ້​ອອກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ ຂອງບາງ​ອົງການ​ສຳຄັນ​ແຫ່ງສະຫະ​ປະຊາ​ຊາດ ​ເຊັ່ນ ຄະນະ​ມົນຕີ​ສິດທິ​ມະນຸດ ສະ​ໄໝປີ 2014 - 2016, ຄະນະ​ມົນຕີ​ເສດຖະກິດ ​ແລະ ສັງຄົມ (ECOSOC) ສະ​ໄໝ​ປີ 2016 - 2018 ​ແລະ ຄະນະ​ມົນຕີຄວາມ​ໝັ້ນຄົງ​ສະ​ໄໝ​ປີ 2020 - 2021.

     ຫ້າ, ການ​ທູດ​ເສດຖະກິດ​ນັບ​ມື້​ນັບ​ຢັ້ງຢືນ​ບົດບາດ​ເປັນ​ເສົາ​ຄ້ຳ​ອັນສຳຄັນຂອງ​ພື້ນຖານ​ການ​ທູດ​ຮອບດ້ານ. ​ໃນ​ເວລາ​ຜ່ານ​ມາ, ການ​ທູດ​ເສດຖະກິດ​ໄດ້​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ການ​ສື່​ຂ່າວ, ການ​ຄາ​ດຄະ​ເນ ​ແລະ ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ, ຈຳກັດ​ໄພ​ເງິນ​ເຟີ້, ຮັກສາ​ສະຖຽນ​ລະ​ພາບ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ຊີວິດ​ສັງຄົມ, ຈັດ​ວາ​ງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ໂດຍ​ຕິດ​ແໜ້ນ​ກັບ​ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ ​ແລະ ປະຕິບັດການ​ບຸກທະລຸ​ຍຸດ​ທະ​ສາດ 3 ຂອດ. ພ້ອມ​ກັນ​ນັ້ນ, ການ​ທູດ​ກໍ່ໄດ້​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື ​ແລະ ບັນດາ​ແຫຼ່ງພະລັງ​ພາຍ​ນອກ ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ ​ແລະ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ - ສັງຄົມພາຍ​ໃນ​ປະ​ເທດ; ຕັ້ງໜ້າ​ຊ່ວຍ​ໜູນ​ບັນດາ​ກະຊວງ ຂະ​​ແໜງ​ການ ທ້ອງ​ຖິ່ນ ວິ​ສາ​ຫະກິດ ​ໃນ​ການ​ຂາ​ອອກ, ການ​ລົງທຶນ, ການທ່ອງທ່ຽວ, ODA, ສົມທົບ​ກັບ​ຂະ​ແໜງ​ການ​ຕ່າງ​ໆ ​ໃນ​ການ​ແກ້​ໄຂ​ບັນດາ​ກໍລະນີ​ພິພາດແກ່ງ​ແຍ້​ງທາງ​ດ້ານ​ເສດຖະກິດ - ການ​ຄ້າ​ລະຫວ່າງ​ປະ​ເທດ. ​ເຖິງ​ວ່າ​ເສດຖະກິດ​ໂລກ​ມີ​ການ​ຜັນ​ປ່ຽນ​ສັບສົນ​ກໍ່ຕາມ ​ແຕ່​ການ​ພົວພັນ​ເສດ - ການ​ຄ້າ​ຂອງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ເຊັ່ນ ຈີນ ອາ​ເມ​ລິ​ກາ ຍີ່ປຸ່ນ ສ.​ເກົາຫຼີ ອີ​ຢູ ລັດ​ເຊຍ… ກໍ່​ລ້ວມ​ແຕ່​ເພີ່ມຂຶ້ນ​ຫຼາຍ​ກວ່າ​ປີ​ກ່ອນ. ລວມຍອດ​ມູນ​ຄ່າ​ຂາ​ອອກ​ປີ 2012 ບັນລຸ 114,6 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 18,3%; ລວມຍອດ​ມູນ​ຄ່າ​ຂາ​ເຂົ້າບັນລຸ 114,3 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມຂຶ້ນ 7,1% ທຽບ​ກັບ​ປີ 2011, ພາ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ມີ​ການ​ຂາ​ອອກ​ລື່ນກາຍ​ການ​ຂາ​ເຂົ້າ​ໃນ​ປີ 2012 (ນີ້​ແມ່ນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 1993). ​ໃນ​ປີ 2012, ຫວຽດນາມ​ດຶງ​ດູດ​ເອົາ​ທຶນ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ​ໄດ້ 7,4 ຕື້​ໂດ​ລາ​ສະຫະລັດ; ທຶນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ປະຕິບັດໃນ 11 ​ເດືອນ​ຕົ້ນ​ປີ​ໄດ້​ປະມານ 10 ຕື້​ໂດ​ລາ​ສະຫະລັດ, ​ເທົ່າ​ກັບ 99,5% ທຽບ​ກັບ​ໄລຍະ​ດຽວ​ກັນ​​ຂອງປີ 2011. ​ເບິ່ງ​ລວມ, ພາຍຫຼັງກວ່າ 5 ປີ​ເຂົ້າ​ຮ່ວມ​ໃນ​ອົງການ​ການ​ຄ້າ​ໂລກ (WTO), ລວມຍອດ​ມູນ​ຄ່າ​ຂາ​ອອກ​ຂອງ​ຫວຽດນາມ​ໄດ້​ເພີ່ມ​ຂຶ້ນ 97,7%, ຄິດ​ສະ​ເລ່ຍ​ເພີ່ມ​ຂຶ້ນ 19,52% ຕໍ່ປີ. ພິ​ເສດ​ແມ່ນ, ​ໃນ​ປີ 2012 ຫວຽດນາມ​ໄດ້​ຍູ້​ແຮງ​ທັງ​ດ້ານ​ລວງ​ກວ້າງ ​ແລະ ລວງ​ເລິກ ການ​​ເຂົ້າຮ່ວ​ມເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ເຈລະຈາ​ທັງ 5 ຮອບ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວ​ມ​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ (TPP) ​ແລະ ລິ​ເລິ່ມການ​ເຈລະຈາກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) ພ້ອມ​ບາດ​ດຽວ​ກັບ 5 ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຄື ອີ​ຢູ, ສ.​ເກົາຫຼີ, ກຸ່ມ​ການ​ຄ້າ​ເສລີ​ເອີຣົບ (EFTA), ສຳພັນ​ທະ​ພາບສຸລະກາກອນ ລັດ​ເຊຍ - ​ເບ​ລາຣຸດ - ກາ​ຊັກ​ສະຖານ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ພາກ​ພື້ນ (RCEP) ລະຫວ່າງ​ອາ​ຊຽນ ກັບ 6 ປະ​ເທດ​ຄູ່​ຮ່ວມ​ມື. ການ​ຂົນຂວາຍ​ໃຫ້​ບັນດາ​ປະ​ເທດ​ຮັບ​ຮອງ​ລະບຽບ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ ກໍ່​ບັນລຸ​ໝາກຜົນ​ອັນ​ດີງາມ (ມາ​ຮອດ​ປັດຈຸບັນ ມີ 36 ປະ​ເທດ​ໄດ້​ຮັບຮອງລະບຽບ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ບັນດາປະ​ເທດພັດທະນາ​ເຊັ່ນ ຍີ່ປຸ່ນ, ອີ​ຕາ​ລີ ​ແລະ 4 ປະ​ເທດ​ໃນ​ກຸ່ມ​ການ​ຄ້າ​ເສລີ​ເອີຣົບ).

     ຫົກ, ການ​ທູດ​ວັດທະນະທຳ​ໄດ້​ປະກອບສ່ວນ​ຍົກ​ສູງ​ບົດບາ​ດຖານະຂອງ​ຫວຽດນາມ, ​ເສີມ​ຂະຫຍາຍ “ກຳລັງ​ແຮງ​ອ່ອນ​ນວນ” ຂອງ​ປະ​ເທດ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ​ກໍ່​ໄດ້​ຮັດ​ແໜ້ນ​ກວ່າ​ອີກ​ ສາຍ​ພົວພັນ​ຂອງ​ຫວຽດນາມ​ກັບບັນດາ​ຄູ່​ຮ່ວມ​ມື ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ຕໍ່​ກັບ​ຫວຽດນາມ. ​ໃນ​ສອງ​ປີຜ່ານ​ມາ, ການ​ທູດ​ວັດທະນະທຳ​ຍາດ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ທີ່​ໜ້າ​ຊື່ນ​ຊົມ​ໃຈ. ມໍລະດົກ​ວັດທະນະທຳ​ຫຼາຍ​ຢ່າງ​ຂອງ​ຫວຽດນາມ, ​ເຊັ່ນກຳ​ແພງ​ລາຊະວັງ​ ໂຮ່, ຂັບ​ຊວານ, ແຜ່ນ​ໄມ້​ພິມ ພຸດທະ​ປະຫວັດ ວັດ​ຫວິ​ງງຽມ, ຄວາມ​ເຫຼື້ອມ​ໃສ​ໃນ​ພິທີການ​ບູຊາ ພະ​ມະຫາ​ກະສັດ ຮູ່ງ​ເວື​ອງ,... ຖືກ UNESCO ຮັບຮອງ​ວ່າ​ເປັນ​ມໍລະດົກ​ວັດ​ທະນະ​ທຳ​ໂລກ. ວຽກ​ງານ​ສື່​ຂ່າວ​ໂຄສະ​ນາ​ການ​ຕ່າງປະ​ເທດ​ ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ ດ້ວຍ​ບັນດາ​ຈຸດ​ສຸມ​ຄື ຕໍ່ສູ້​ທາງ​ຫາງ​ສຽງ​ເພື່ອ​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​ໃນທະ​ເລ ​ໝູ່​ເກາະ, ຕໍ່ສູ້​ບອກ​ປັດບັນດາ​ທັດສະນະ ຂ່າວສານ​ທີ່ຜິດພາດ​ກ່ຽວ​ກັບ​ຫວຽດນາມ ​ແລະ ​​ໂຄສະນາ​​ເຜີຍ​ແຜ່​ຮູບ​ພາບ​ຫວຽດນາມ​ໃນ​ໂລກ. ມະຕິ​ໝາຍ​ເລກ 36 ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ ​ສືບ​ຕໍ່​ໄດ້​ຮັບ​ການ​ຫັນ​ເປັນ​ນິຕິ​ກຳ, ອຳນວຍ​ຄວາມ​ສະດວກ​ ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ສ້າງ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ ຈະ​ເລີ​ນພັດທະນາ ​ແລະ ຫັນມາສູ່​ປະ​ເທດ​ຊາດບ້ານ​ເມືອງ.

     ຕາມ​ທ່ວງທ່າ​ແຫ່ງ​ຜົນສຳ​ເລັດ​ຕ່າງໆ​ທີ່​ບັນລຸ​ໄດ້, ປີ 2013 ຂະ​​ແໜງການ​ທູດຈະ​ເຕົ້າ​ໂຮມ​ລວມສູນ​ກຳລັງ​ປະຕິບັດ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ລຸ່ມ​ນີ້:

     1- ສືບ​ຕໍ່​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງເຂົ້າກັບສ​າກົນ ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ XI ຂອງ​ພັກ​ໄດ້​ວາງ​ອອກ​ມາ; ສູ້​ຊົນ​ນຳ​ເອົາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​​ໃກ້​ຄຽງ, ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ບັນດາ​ຄູ່​ຮ່ວມ​ບຸລິມະສິດທີ່​ສຳຄັນ ​ເຂົ້າ​ສູ່​ລວງ​ເລິກ ມີ​ເນື້ອ​ແທ້ ມີ​ປະສິດທິ​ຜົນ​ກວ່າ​ເກົ່າ, ​ໃນ​ນັ້ນ​ມີ​ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ ​ຍົກ​ລະດັບ​ການ​ພົວພັນ​ກັບ​ບາງ​ປະ​ເທດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

     2- ກ່ຽວ​ກັບ​ການ​ທູດພະຫຸ​ພາຄີ, ພ້ອມ​ກັບ​ອາ​ຊຽນປັບປຸງ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ, ສ້າງ​ໃຫ້​ມີ​ການ​ຜັນ​ປ່ຽນ​ຢ່າງ​ແຂງ​ແຮງ​ ມຸ່ງ​ໄປ​ສູ່ການ​ກໍ່​ສ້າງ​ເປັນ​ປະຊາ​ຄົມ​ອາ​ຊຽນ​ໃນປີ 2015, ​ເຂົ້າ​ຮ່ວມ​ຢ່ງຕັ້ງໜ້າ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ ພາກ​ພື້ນ ​ແລະ ສາ​ກົນ.

     3- ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ຕ່າງປະ​ເທດ ກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ການສື່​ຂ່າວ​ໂຄສະນາ​ການ ກໍ່​ຄື​ກັບ​ທຸກໆ​ກະຊວງ ຄະນະ​ກຳມະການ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ເພື່ອ​ປະຕິບັດ​ເປັນ​ຢ່າງ​ດີ​ວຽກ​ງານ​ຊາຍ​ແດນ​ແຫ່ງ​ຊາດ, ພິ​ເສດ​​ແມ່ນ ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ອຳນາດ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດຢ່າງ​ໝັ້ນຄົງ.

     4- ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ການ​ທູດ​ເສດຖະກິດ ບົນ​ພື້ນຖານ​ກຳ​ແໜ້ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາປະ​ເທດ​ຊາດ; ຮັບ​ໃຊ້​ໃຫ້​ວິທີ​ແກ້​ໄຂ 6 ປະການ​ຂອງ​ລັດຖະບານ​ໃນ​ປີ 2013 ​ແນ​ໃສ່​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ສະຖຽນ​ໝັ້ນ, ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ​ແລະ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ.

     5- ຕັ້ງໜ້າ​ຜັນ​ຂະຫຍາຍ​ແຜນການ​ການ​ກະທຳ​ປະຕິບັດ​ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ​ເຖິງ​ປີ 2020; ​ເພີ່ມທະວີ​ການ​ຂົນຂວາຍ​ໃຫ້ UNESCO ຮັບຮອງ​ບັນດາ​ມໍລະດົກທີ່​ມີ​ຮູບ ​ແລະ ມໍລະດົກອະຮູບ​ຂອງ​ຫວຽດນາມ; ຍົກ​ສູງ​ຄວາມ​ເຂັ້ມ​ວັດທະນະທຳ​ຢູ່​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ; ສືບ​ຕໍ່​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ວຽກ​ງານ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ ປົກ​ປ້ອງ​ພົນລະ​ເມືອງ​ຕາມ​ທິດ​ນຳ​ມີ​ປະສິດທິ​ຜົນ ທັນ​ການ.

     6- ຖື​ເປັນ​ສຳຄັນ​ຕໍ່ການ​ກໍ່ສ້າງ ບຳລຸງສ້າງ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ​ທີ່​​ເປັນ​ອາຊີບ​ຢ່າງ​ແທ້​ຈິງ, ໜັກ​ແໜ້ນ​ທາງ​ດ້ານຄຸນສົມບັດ​ຫຼັກໝັ້ນ, ​ເກັ່ງ​ກ້າ​ສາມາດ​ທາງ​ດ້ານ​ວິຊາ​ຊີບ, ທຽບ​ເທົ່າກັບ​ລະດັບພາກ​ພື້ນ ​ແລະ ຄ່ອຍໆ​ເຂົ້າ​ເຖິງ​ລະດັບ​ໂລກ./.

​ໂດຍ: ຟ້າ​ມບິ່ງ​ມິ​ງ
ກຳມະການສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດ