ວ.ກ - ກໍ່ສ້າງ, ປັບປຸງ​ພັກ​ກອມ​ມູນິດ​ຫວຽດນາມ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມໄດ້​ດີກ​ວ່າ​ອີກ ​ໃນ​ການ​ກໍ່​ສ້າງພັກ ກໍ່ສ້າງ​ອຳນາດ​ການ​ປົກຄອງ​ໃຫ້​ນັບ​ມື້​ນັບ​ໃສສະອາດ ໝັ້ນຄົງເຂັ້ມ​ແຂງ ແມ່ນ​ວຽກ​ງານ​ຍາວ​ນານ, ມັນ​ຮຽກຮ້ອງ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ​ຫວຽດນາມ.

ລະດົມສະຕິປັນຍາຂອງທົ່ວພັກ ທົ່ວປວງຊົນ ທົ່ວກອງທັບເພື່ອກໍ່ສ້າງລັດຖະທຳມະນູນ - ແຫຼ່ງ: tuyengiao.vn

     ໃນ​ປີຜ່ານມາ, ພັກ​ກອມ​ມູນິດຫວຽດນາມ ​ໄດ້​ສຸມ​ໃສ່​ແກ້ໄຂສາມ​ບັນຫາ​ຮີບ​ດ່ວນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ຕາມ​ຈິດ​ໃຈ​ຂອງ​ມະຕິ​ກອງ​ປະຊຸມ​ສູນ​ກາງຄັ້ງ​ທີ 4 ສະ​ໄໝ​ທີ XI. ອາດ​ຈະ​ເວົ້າ​ໄດ້​ວ່າ ມະຕິ​ກອງ​ປະຊຸມ​ສູນ​ກາງຄັ້ງ​ທີ 4 ​ໄດ້​​ແລະ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຮີບ​ດ່ວນ ​ແລະ ​ເຂັ້ມ​ງວດ​ທີ່​ສຸດ. ກົມ​ການ​ເມືອງ, ຄະນະ​ບໍລິຫານງານສູນ​ກາງພັກ​ກອມ​ມູນິດຫວຽດນາມ ​ໄດ້​ປະກາດ​ໃຊ້​ຫຼາຍໆ ມະຕິ ຂໍ້​ສະຫລຸບ ຂໍ້​ກຳນົດທີ່​ສຳຄັນ.

     ມະຕິ​ກໍ່​ໄດ້​ແຜ່​ລາມ​ຢ່າງ​ກວ້າງ​ຂວາງ​ເລິກ​ເຊິ່ງ ​ໃນ​ການ​ເຄື່ອນ​ໄຫວຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ​ໃນ​ທົ່ວ​ສັງຄົມ, ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສຳນັກງານ​ອົງການ ກົງຈັກ​ແຫ່ງ​ລັດ​ຫວຽດນາມ. ​ແຜນ​ນະ​ໂຍບາຍ​ຈຳນວນ​ໜຶ່ງ​ຂອງ​ພັກ​ກອມ​ມູນິດຫວຽດນາມ ​ໄດ້​ຮັບ​ການ​ຫັນ​ເປັນ​ນິຕິ​ກຳ​ເປັນ​ກົດໝາຍ ນະ​ໂຍບາຍ ​ເປັນ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ລະອຽດ. ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຮັບຮອງ​ຜ່ານ​ຫຼາຍ​ກົດໝາຍ ມະຕິ​ທີ່​ສຳຄັນ, ​ເປັນຕົ້ນ​ແມ່ນ ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບປັບປຸງ), ມະຕິ​ວ່າ​ດ້ວຍ​ການ​​ເອົາ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ລົງ​ຕະ​ແນນ​ສຽງ​ໄວ້​ວາງ​ໃຈ ຕໍ່​ກັບ​ຜູ້​ດຳລົງ​ຕຳ​ແໜ່​ງ ​ໂດຍ​ແມ່ນ​ສະພາ​ແຫ່ງ​ຊາດ ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ. ລັດຖະບານ​ຫວຽດນາມ​ໄດ້​ປະກາດ​ໃຊ້ ​ໂຄງການ​ດຳ​ເນີນ​ງານ​​ເພື່ອແນ​ໃສ່​ເພີ່ມ​ທະວີ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ ​ເຊິ່ງ​ໃນ​ນັ້ນ​ກຳນົດ​ບັນດາ​ໜ້າ​ທີ່​ຕົ້ນຕໍ​ຄື ປະຕິບັດ​ການ​ເປີດ​ເຜີຍ ​​ໂປ່​ງ​ໃສ ​ໃນ​ການ​ເຄື່ອນ​ໄຫວ​ຂອງບັນດາ​ສຳນັກງານ​ອົງການ ການຈັດ​ຕັ້ງ ຫົວໜ່ວຍ​ກົມ​ກອງ; ປັບປຸງ​ບູລະນະ​ລະບອບ​ການ​ງານ​ຫຼວງ ລະບອບ​ຂ້າ​ລັດຖະການ, ປະຕິບັດ​ຢ່າງ​ເຂັ້ມ​ງວດ​ກົນ​ໄກ ນະ​ໂຍບາຍ​ກ່ຽວ​ກັບ​ວຽກ​ງານການຈັດ​ຕັ້ງ ພະນັກງານ, ຍົກ​ສູງ​ຄຸນ​ນະພາ​ບການ​ປະຕິບັດ​ວຽກ​ງານ​ຫຼວງ; ​ເຊີດ​ຊູ ​ແລະ ​ເສີມ​ຂະຫຍາຍ​ບົດບາດ ຄວາມ​ຮັບຜິດຊອບ​ຂອງ​ສັງຄົມ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ… ບັນດາ​ອົງການ​ກວດກາ ກວດກາ​ນ ກວດ​ສອບ​ບັນຊີ ສືບສວນ ຂອງ​ຫວຽດນາມ​ລ້ວນ​ແຕ່​ພວມ​ຕັ້ງໜ້າ​ພະຍາຍາມ​ເຂົ້າ​ປະຕິບັດ​ງານ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ມີ​ໂຄງການ ​ແຜນການ​ດັດ​ແປງ​ແກ້​ໄຂ​ບາງ​ຂໍ້​ຂາດ​ຕົກ​ບົກພ່ອງ​ໃນ​ທັນທີ, ​ຜ່ານພົ້ນຈຸດ​ອ່ອນ​ຈຳນວນ​ໜຶ່ງ​ໃນ​ທັນທີ, ຈຳກັດ​ຄວາມ​ຫຍຸ້ງຍາກ​ເຄັ່ງຮ້ອນຕ່າງໆ. ​ແຕ່​ວ່າ, ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງຄັ້ງ​ທີ 4 ສະ​ໄໝ​ທີ XI ​ໃນ​ປີຜ່ານມາ​ຢູ່​ຫວຽດນາມ​ ກໍ່ເປັນ​ພຽງ​ຜົນງານ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ.

     ​ແຕ່​ວ່າ, ການ​ທີ່ຍັງ​ບໍ່​ທັນ​ວາງຂໍ້​ກຳນົດ​ກົດ​ລະບຽບ ກົນ​ໄກອອກ​ມາ​ໄດ້ ​ເພື່ອ​ໃຫ້​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ ປະຕິບັດ​ການ​ຕິດຕາມ​ກວດກາ ຕິ​ຊົມສັງຄົມ ​ແລະ ​ໃຫ້​ປະຊາຊົນ​ປະກອບຄວາມ​ຄິດ​ຄວາມ​ເຫັນ​ກໍ່ສ້າງ​ພັກ ກໍ່ສ້າງ​ອຳນາດ​ການ​ປົກຄອງ ຄື​ດັ່ງ​ທີ່​ມະຕິ​ວາງ​ອອກ​ມາ​ນັ້ນ ​ແມ່ນ​ການ​ຊັກຊ້າ ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຢ່າງ​ທັນ​ການ​ກັບ​ຄວາມຄອງຄອຍ ຄວາມ​ມຸ່ງ​ມາດ​ປາຖະໜາ​ອັນ​ຊອບ​ທຳຊອງ​ປະຊາຊົນ​ຫວຽດນາມ.

     ການ​ທີ່ມະຕິ​ຖືກປະກາດ​ໃຊ້​ນັ້ນ ມັນໄດ້​ສ້າງ​ໃຫ້​ມີຜົນ​ກະທົບ​ສັງຄົມ​ຢ່າງ​ຕັ້ງໜ້າ​ທີ່​ສຸດ. ບາງ​ໜັງສືພິມ ວາລະສານ ອົງການຂຶ້ນ​ກັບ​ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮ​ມ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ພິມ​ສະບັບພິ​ເສດສະ​ເພາະ ຈັດ​ຕັ້ງ​ການ​ສຳ​ມະ​ນາ ລົງ​ພິມ​ບົດ​ນຳ ບົດ​ວິຈານ ສະ​ແດງ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ເນື້ອ​ໃນ​ນີ້ ​ເຊິ່​ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ ຄວາມ​ຫວັງ​ດີ​ຂອງປະຊາຊົນ ຕໍ່​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ. ຄັ້ງ​ນີ້, ຫວັງ​ວ່າ​ໃນ​ເວລາ​ສະ​ເພາະ​ໜ້າ, ຄວາມ​ຊັກ​ຊ້າ​ນີ້​ຈະ​ຖືກ​ແກ້​ໄຂ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ປະຊາຊົນ​ຫວຽດນາມ​ເຂົ້າ​ຮ່ວມ​ໄດ້​ດີກ​ວ່າ​ອີກ ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ກໍ່ສ້າງ​ອຳນາດ​ການ​ປົກຄອງ​ແຫ່ງ​ລັດ​ຫວຽດນາມ ​ໃຫ້ນັບ​ມື້​ນັບໃສສະອາດ ໝັ້ນຄົງ​ເຂັ້ມ​ແຂງ.

     ກ່ອນ​ອື່ນ​ໝົດ, ອາດ​ຈະ​ຢັ້ງຢືນ​ໄດ້​ວ່າ, ບັນຫາ​ການ​ຕິດຕາມ​ກວດກາ ການຕິ​ຊົມ​ສັງຄົມ ກໍ່​ຄື​ການ​ທີ່​ປະຊາຊົນ​ປະກອບ​ຄວາ​ມຄິດ​ຄວາມ​ເຫັນ​ກໍ່ສ້າງ​ພັກ ກໍ່ສ້າງ​ອຳນາດ​ການ​ປົກຄອງ, ຕຳ​ນິຕິ​ຊົມ​ພະນັກງານ ສະມາຊິກ​ພັກນັ້ນ ບໍ່​ແມ່ນ​ບັນຫາ​ໃໝ່ ​ແລະ ກໍ່​ບໍ່​ແມ່ນ​ບັນຫາ​ທີ່​ພັກ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ​ຍັງ​ບໍ່​ໄດ້​ເຮັດ​ຢູ່​ຫວຽດນາມ​ຈັກ​ເທື່ອ. ​ແຕ່​ກົງກັນຂ້າມ, ມີ​ເວລາ ວຽກ​ນີ້​ຖືກ​ປະຕິບັດ​ຢູ່​ບ່ອນ​ນີ້​ຫຼື​ບ່ອນ​ນັ້ນຢ່າງ​ຟົດ​ຟື້ນ ມີ​ປະສິດທິ​ຜົນ​ພໍ​ຄວນ (ຕາມ​ທຳ​ມະ​ດາ​ແມ່ນ​ພາຍ​ໃຕ້​ຮູບ​ການ​ປະຊາທິປະ​ໄຕ​​ແບບຕາງໜ້າ) ປະກອບສ່ວນ​ປັບ​ປຸງ ກໍ່ສ້າງການຈັດ​ຕັ້ງ​ພັກ ອຳນາດ​ການ​ປົກຄອງ ​ໃນ 83 ປີ​ນັບ​ແຕ່​ເມື່ອພັກ​ກອມ​ມູນິດຫວຽດນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ 68 ປີ​ນັບ​ແຕ່​ເມື່ອ​ປະ​ເທດ​ຫວຽດນາມ​ຍາດ​ໄດ້​ເອກະລາດ ອິດສະຫຼະພາບ.

     ​ແຕ່​ວ່າ, ຍ້ອນ​ຫຼາຍ​ສາ​ເຫດ, ການ​ປະຕິບັດວຽກ​ງານ​ນີ້ບໍ່​ເປັນ​ເອກະ​ພາບ ຄົບ​ຊຸດ ​ມີ​ລະບຽບຢ່າງແທ້ຈິງ. ມາ​ເຖິງປັດຈຸບັນ, ​ໃນ​ສະພາບ​ແວດ​ລ້ອມ ​ເງື່ອນ​ໄຂ​​ໃໝ່, ​ເປັນ​ຕົ້ນ​ແມ່ນ​ລະດັບ​ປັນຍາ​ຄວາມ​ຮູ້ຂອງ​ປະຊາ​ຊົນ​ຫວຽດນາມ​ນັບ​ມື້​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ​ໃນ​ເງື່ອນ​ໄຂພັກ​ກອມ​ມູນິດຫວຽດນາມກຳ​ອຳນາດ, ດ້ວຍ​ຫຼາຍ​ບັນຫາ​ຮີບ​ດ່ວນ​ວາງ​ອອກ​ມາ ​ໃນ​ວິວັດ​ການ​ກໍ່ສ້າງລັດ​ແຫ່ງ​ອຳນາດ​ກົດໝາຍ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ດັ່ງ​ນັ້ນ​ຫວຽດນາມ​ຕ້ອງ​ມີ​ກົນ​ໄກ ຂໍ້​ກຳນົກ ກົດ​ລະບຽບ​ຕົວ​ຈິງ ທີ່​ເປັນ​ເອກະ​ພາບ ຄົບ​ຊຸດ ​ເປັນ​ແບບ​ແຜນ ລະອຽດ​ກວ່າ ​ໃນ​ວຽກ​ງານ​ນີ້. ​ເພາະສະ​ນັ້ນ ບັນດາ​ອົງການ​ພາລະ​ບົດບາດຈຶ່ງ​ໄດ້​ຮຽບຮຽງ ນຳສະ​ເໜີ​ໃຫ້​ກົນ​ການ​ເມືອງ​ສູນ​ກາງ​ພັກ​ປະກາດ​ໃຊ້​ຂໍ້​ກຳນົດ ກົດ​ລະບຽບ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ ການຕິ​ຊົມ​ສັງຄົມ ການປະກອບ​ຄວາມ​ຄິດ​ເຫັນ ຂອງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ ​ແລະ ປະຊາຊົນ​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ ​ເປີດ​ກວ້າງ​ຮູບ​ບການ​ປະຊາທິປະ​ໄຕ​ໂດຍ​ກົງ, ນັ້ນ​ແມ່ນ​ວຽກ​ງານ​ສຳຄັນ ​ແລະ ຮີບ​ດ່ວນ​ທີ່​ສຸດ, ມີ​ຄວາມ​ໝາຍ​ຕັດສິນ​ເຖິງ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ກໍ່ສ້າງ ປັບປຸງ​ພັກ​ກອມ​ມູນິດຫວຽດນາມ​ໃນ​ປັດຈຸບັນ.

     ຈຸດປະສົງ​ຂອງ​ການ​ຕິດຕາມ​ກວດກາ ການຕິ​ຊົມ​ສັງຄົມ ກໍ່​ຄື​ຂອງ​ການ​ປະກອບ​ຄວາມ​ຄິດ​ເຫັນ​ນັ້ນ ​ແມ່ນ​ເພື່ອ​ປະກອບສ່ວນ​ກໍ່ສ້າງ ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ​ຫວຽດນາມ; ຄົ້ນ​ເຜີຍ, ສະ​ເໜີ​ແນະ​ມາດ​ຕະການ ​ແນ​ໃສ່​ແກ້​ໄຂ​ຜ່ານ​ຜ່າ​ຈຸດ​ອ່ອນ ຂໍ້​ຂາດ​ຕົກ​ບົກພ່ອງ; ດັດ​ແປງ​ຂໍ້​ກຳນົດ​ທີ່​ບໍ່​ສອດຄ່ອງ, ​ເນື້ອ​ໃນ​ທີ່​ບໍ່ແທດ​ເໝາະ ບໍ່​ຖືກຕ້ອງ​ ໃນ​ບັນດາ​ຮ່າງ​ເອກະສານຂອງ​ພັກ-ລັດ​ຫວຽດນາມ; ປະກອບສ່ວນ​ຮັບປະກັນ​ລັກສະນະ​ຖືກຕ້ອງ ສອດຄ່ອງ​ເໝາະ​ສົມ​ກັບ​ພຶດຕິ​ກຳ​ແຫ່ງ​ຊີວິດ​ສັງຄົມ ​ໃນ​ການວາງ​ກຳນົດ​ແຜນ​ນະ​ໂຍບານ ​ແນວທາງ ນະ​ໂຍບາຍ ກົດໝາຍ, ບັນດາ​ມະຕິ​ຕົກລົງ​ທີ່​ສຳຄັນ​ຂອງ​ພັກ-ລັດ, ບັນດາ​ໂຄງການ ​ແຜນການທີ່​ສຳຄັນ; ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​​ເຫັນດີ​ເຫັນ​ພ້ອມ​ສັງຄົມ, ຮັບປະກັນ​ຜົນ​ປະ​ໂຫຍ​ດອັນສົມ​ເຫດ​ສົມ​ຜົນ ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະຊາຊົນ; ປະກອບສ່ວນ​ກໍ່ສ້າງ​ການ​ຈັດ​ຕັ້ງ​ພັກ ອຳນາດ​ການ​ປົກຄອງ ຖັນ​​ແຖວ​ພະນັກງານ ສະມາຊິກ​ພັກ ​​ໃຫ້ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ; ຍົກ​ສູງ​ຄວາມ​ສາມາດ​ນຳພາ ກຳລັ​ງສູ້​ຮົບ​ຂອງການຈັດ​ຕັ້ງ​ພັກ, ຍົກສູງ​ຄວາມສັກສິດ ປະສິດທິ​ຜົນ​ການ​ຄຸ້​ມຄອງ​ຂອງ​ລັດ ຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ; ປັດ​ປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີປວງ​ຊົນ​ທັງ​ຊາດ, ​ເພີ່ມ​ທະວີ​ສາຍ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງ​ພັກ ລັດ ກັບ​ປະຊາຊົນ; ຫັນ​ເປັນ​ລະອຽດ​ຕື່ມ​ອີກ​ບາດກ້າວ​ໜຶ່ງ​ກ່ຽວ​ກັບ​ທິດ​ນຳ “ພັກ​ນຳພາ ລັດ​ຄຸ້ມ​ຄອງ ປະຊາຊົນ​ເປັນ​ເຈົ້າ” ​ໃນ​ເງື່ອນ​ໄຂ ສະພາບ​ການ​ໃໝ່. 

     ທີ​ສອງ, ກ່ຽວ​ກັບ​ລະບຽບ​ແບບ​ແຜນ​ເອກະສານ​ກໍ່​ຕ້ອງ​ຊັ່ງຊາ ​ເລືອກ​ເຝັ້ນ​ເພື່ອ​ກຳນົດ​ຂອບ​ເຂດ ​ເປົ້າ​ໝາຍ ຮູບ​ການ​ຕິດຕາມກວດກາ ຕິ​ຊົມ​ສັງຄົມ ປະກອບ​ຄວາມ​ຄິດ​ເຫັນ ຄື​ແນວ​ໃດ​ໃຫ້​ມີ​ປະສິດທິ​ຜົນ ​ແທດ​ເໝາະ​ຕົວ​ຈິງ, ຫຼີດລ່ຽງການ​ເຮັດ​ແບບ​ຮູບ​ການ ສັບໃຂວ່ກັນທາງ​ດ້ານ​ພາລະ​ບົກ​ບາດ ໜ້າ​ທີ່, ຈັດ​ຕັ້ງ​ກົງຈັກ​ຢ່າງ​ພະ​ລຸງ​ພະລັງ ຟຸມ​ເຟືອຍ ຄວາມຮັບຜິດຊອບ​ບໍ່​ຈະ​ແຈ້ງ. ອີງ​ໃສ່​ເນື້ອ​ໃນ​ໜ້າ​ທີ່ ​ເຊິ່ງມະຕິ​ກອງ​ປະຊຸມ​ສູນ​ກາງຄັ້ງ​ທີ 4 ສະ​ໄໝ​ທີ XI ຮຽກຮ້ອງ​ຕ້ອງການ​ນັ້ນ ອາດ​ຈະ​ຄິດ​ເຖິງໜັງສື​ນິຕິ​ກຳ 3 ປະ​ເພດ​ທີ່​ຕ້ອງ​ກະກຽມ ປະກາດ​ໃຊ້. ໜຶ່ງ, ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ ຂອງ​ແນວ​ໂຮມ​ແຫ່ງ​ຊາດດວຽດນາມ ​ແລະ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ. ສອງ, ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຕິຊົມ​ສັງຄົມ ຂອງ​ແນວ​ໂຮມ​ແຫ່ງ​ຊາດດວຽດນາມ ​ແລະ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ. ສາມ, ກົນ​ໄກ​ເພື່ອ​ໃຫ້​ແນວ​ໂຮມ​ແຫ່ງ​ຊາດດວຽດນາມ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ ​ແລະ ປະຊາຊົນ ​ເຂົ້າ​ຮ່ວມ​ການ​ປະກອບ​ຄວາມ​ເຫັນ​ກໍ່ສ້າງ​ພັກ ກໍ່ສ້າງ​ອຳນາດ​ການ​ປົກຄອງ. ​ແຕ່​ວ່າ, ​ໃນ​ມະຕິ​ຄັ້ງ​ນີ້ ຍັງ​ບໍ່​ທັນ​ເວົ້າ​ຢ່າງ​ຈະ​ແຈ້ງ​ເຖິງ​ບັນຫາ​ຕ່າງໆ​ເຊັ່ນ: ຕິດຕາມ​ກວດກາ​ຫຍັງ​ແດ່, ຕິດຕາມ​ກວດກາ​ໃຜ; ຕິ​ຊົມ​ຕໍ່​ເນື້ອ​ໃນ​ຫຍັງ​ແດ່, ຕິ​ຊົມ​ຕໍ່​ການຈັດ​ຕັ້ງ ອົງການ​ໃດ​ແດ່; ປະກອບ​ຄວາມ​ເຫັນ​ໃຫ້​ໃຜ, ຮູບ​ການ​ປະກອບ​ຄວາມ​ເຫັນ ກໍ່​ຄື​ການ​ຮັບ​ເອົາ ການ​ຕອບ​ຂອງ​ສຳນັກງານ ອົງການ​ຈັດ​ຕັ້ງ ບຸກ​ຄົນ ທີ່​ຖືກ​ຕິດຕາມ​ກວດກາ ຕິ​ຊົມ ປະກອບ​ຄວາມ​ເຫັນ.

     ທີ​ສາມ, ມີ​ຫຼາຍໆ​ບັນຫາ​ສຳຄັນ ຈຳ​ເປັນ​ຕ້ອງການ ​ເຊິ່ງຕ້ອງ​ໄດ້​ກຳ​ນົດຢ່າງ​ລະອຽດ​ໃນ​ຂໍ້​ກຳນົດ​ການ​ຕິດຕາມ​ກວດກາ, ການຕິ​ຊົມ​ສັງຄົມ, ການປະກອບ​ຄວາມ​ຄິດ​ເຫັນ​ຂອງ​ບັນດາ​ອົງການການຈັດ​ຕັ້ງ ບຸກຄົນຕໍ່​ກັບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ການຈັດ​ຕັ້ງ​ພັກ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ອົງການລັດ, ​ເຊັ່ນ​ເປົ້າ​ໝາຍ ​ເນື້ອ​ໃນ ຂອບ​ເຂດ ຮູບ​ການ ວິທີ​ການ ສິດ​ຂອບ​ເຂດ ຄວາມຮັບຜິດຊອບ​ຂອງ​ການຈັດ​ຕັ້ງ ບຸກຄົນ​ທີ່​ຕິດຕາມ​ກວດກາ ຕິ​ຊົມ ກໍ່​ຄື​ຂອງ​ເປົ້າ​ໝາຍ​ທີ່​ຖືກ​ຕິດຕາມ​ກວດກາ, ຮູບ​ການ​ຕິ​ຊົມ ປະກອບ​ຄວາມ​ຄິດ​ເຫັນ.

     ​ເວົ້າ​ຢ່າງ​ຫຍໍ້​ສັ້ນ​ກໍ່​ຄື ຂໍ້ກຳນົດກ່ຽວ​ກັບ​ການ​ຕິດ​ຕາມ​ກວດກາ, ຂໍ້ກຳນົດກ່ຽວ​ກັບ​ການ​ຕິ​ຊົມ​ສັງຄົມ, ຂໍ້ກຳນົດກ່ຽວ​ກັບ​ການ​ປະກອບ​ຄວາມ​ຄິດ​ເຫັນ​ ຂອງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງ​ຄົນ ລ້ວນ​ແຕ່​ແນ​ໃສ່​ຈຸດປະສົງ​ເກັບ​ກຳ​​ເອົາຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ ​ໂດຍ​ຜ່ານ​ວຽກ​ງານ​ຕິດຕາມ​ກວດກາ ຕິ​ຊົມ ປະກອບ​ຄວາມ​ເຫັນ ​ເພື່ອ​ກໍ່ສ້າງ​ພັກ. ບັນດາ​ຂໍ້​ກຳນົດ​ກົດ​ລະບຽບ​ນີ້​ຈະ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່​ຢ່າງ​ມີ​ປະສິດທິ​ຜົນ​ຫຼື​ບໍ່​ນັ້ນ ມັນ​ຂຶ້ນ​ຕໍ່ກັບປັດ​ໃຈ​ທີ່​ມີ​ລັກສະນະ​ຕັດສິນ ຄື​ມະຫາຊົນ-ປະຊາຊົນ. ​ເລື່ອງ​ນີ້​ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ຂຽນ​ໃນ​ນິພົນ “ດັດ​ແປງ​ວິທີ​ເຮັດ​ວຽກ” ປີ 1947 ​ເຊິ່ງຍັງ​ຄົງມີຄຸນຄ່າ​ຢູ່​ໃນ​ພຶດຕິ​ກຳ​ປັດຈຸບັນ: “​ເຊື່ອ​ໝັ້ນ​ປະຊາຊົນ. ນຳ​ເອົາບັນຫາຕ່າງໆທຸກ​ບັນຫາ​ໃຫ້ປະຊາຊົນ​ປຶກສາ​ສົນທະນາ ​ແລະ ຊອກ​ຫາວິທີແກ້​ໄຂ. ພວກ​ເຮົາ​ມີ​ຄວາມບົກພ່ອງ ກໍຕ້ອງ​ຍອມຮັບ​ຕໍ່​ໜ້າປະຊາຊົນ. ມະຕິ​ໃດ​ທີ່​ປະຊາຊົນ​ເຫັນ​ວ່າ​ບໍ່​ເໝາະ ກໍ​ໃຫ້​ເຂົາ​ເຈົ້າ​ສະ​ເໜີ​ເພື່ອ​ແກ້​ໄຂ. ອີງ​ໃສ່​ຄວາມ​ເຫັນ​ຂອງ​ປະຊາຊົນ​ເພື່ອ​ປັບປຸງ​ພະນັກງານ ​ແລະ ການຈັດ​ຕັ້ງ​ຂອງ​ເຮົາ”./.

ໂດຍ ຫວູ​ເລິນ