ລະດົມແຫຼ່ງກຳລັງ ຂອງວົງສາຄະນາຍາດຊາວຫວຽດນາມຢູ່ຕ່າງປະເທດ ຢ່າງມີປະສິທິຜົນ

ດຣ. ຫງວຽນແທງເຊີນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ປະທານກຳມາທິການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ
08:52, 11-06-2013

ວ.ກ - ພັກ​ກອມ​ມູນິດ​ຫວຽດນາມ​ຍາມ​ໃດ​ກໍ່​ຖື​ວ່າ ວົງ​ສາຄະນະ​ຍາດ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເປັນ​ພາກສ່ວນ​ໜຶ່ງທີ່​ບໍ່​ອາດ​ຈະ​ແຍກ​ອອກ​ໄດ້ ​ແລະ ​ເປັນ​ແຫຼ່ງກຳລັງ​ ຂອງ​ວົງສາ​ຄະນາ​ຍາດ​ຊາດ​ຫວຽດນາມ. ການດຶງ​ດູດ ​ແລະ ​ເສີມ​ຂະຫຍາຍ ແຫຼ່ງກຳລັງ ຂອງ​ວົງ​ສາຄະນາ​ຍາດ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຢ່າງ​ມີປະສິດທິ​ຜົນ ຈະ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ເຂົ້າ​ໃນ​ພາລະກິດ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ ​ເປັນ​ອຸດສາຫະກຳທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ກອງປະຊຸມຊາວຫວຽດນາມຢູ່ຕ່າງປະເທດຄັ້ງທີ 2 ວາງທິດທາງຕ່າງໆອອກມາ ເພື່ອດຶງດູດແຫຼ່ງກຳລັງ ຂອງວົງສາຄະນາຍາດຊາວຫວຽດນາມຢູ່ຕ່າງປະເທດເວົ້າລວມ ແລະ ຂອງຖັນແຖວນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດເວົ້າສະເພາະ ຢ່າງມີປະສິດທິຜົນ - ແຫຼ່ງຂ່າວ: dangcongsan.vn

     ປະກອບສ່ວນ​ອັນ​ປະ​ເສີດ​ທາງ​ດ້ານ​ສະຕິ​ປັນຍາ

     ວົງສາ​ຄະນາ​ຍາດ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ມີ​ທ່າ​ແຮງ​ທາງ​ດ້ານ​ແຫຼ່ງກຳລັງມັນສະໝອງ ສະຕິ​ປັນຍາຂອງ​ຜູ້​ຊ່ຽວຊານ ປັນຍາ​ຊົນ​ເກືອບ 400.000 ຄົນ (ກວມ​ເອົາ​ປະມານ 10% - 15% ຂອງ​ລວມຍອດ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ), ເຊິ່ງກວມ​ດ້ວຍຜູ້​ມີ​ລະດັບຄວາມຮູ້ ​ແຕ່​ມະຫາວິທະຍາ​ໄລ ​ເໜືອ​ມະຫາວິທະຍາ​ໄລ ​ແລະ ບັນດາ​ຜູ້ຊ່ຽວຊານທີ່​ມີ​ເຕັກນິກ ສີມື​ວິຊາ​ຊີບ​ສູງ ​ເຕົ້າ​ໂຮມ​ຕົ້ນຕໍ​ຢູ່​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ. ປະກົດ​ມີ​ນັບ​ມື້​ນັບ​ຫຼາຍ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດທີ່​ເປັນ​ນັກວິທະຍາສາດ ພ້ອມ​ກັນນັ້ນ​ກໍ​​ເປັນ​ທັງ​ນັກທຸລະກິດ ທີ່​ມີ​ລະ​ດັບຄວາມຮູ້ ມີບົດຮຽນ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ ຈັດ​ຕັ້ງ​ການ​ຜະລິດ ທຸລະ​ກິດ, ກຳ​ແໜ້ນ ​ແລະ ສ້າງ​ຕັ້ງ​​ໄດ້ການ​ພົວພັນ​ເປັນ​ຢ່າງ​ດີ​ກັບ​ຕະຫຼາດ​ໂລກ, ມີ​ຄວາມ​ສາມາດ​ປະກອບສ່ວນ​​ທາງດ້ານ​ຕ່າງໆ ໃຫ້​ປະ​ເທດ​ຊາດຫວຽດນາມ.

     ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ຕັ້ງໜ້າ​ມອບ​ໂອນປັນຍາ​ຄວາມ​ຮູ້ ​ໂດຍຜ່ານ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ຫຼາຍ​ຢ່າງ​ເຊັ່ນ ​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ການ​ສິດສອນ ຮຽບຮຽງ​ຫຼັກສູດ​ການ​ສອນ; ສະໜອງ​ຂໍ້​ມູນ​ຂ່າວສານ ​ເອກະສານ ບົດຮຽນ​ປະສົບ​ການ,… ​ໃນ​ແຕ່ລະ​ປີ ມີ​ຜູ້ຊ່ຽວຊານ​ປັນຍາ​ຊົນ​ຫຼາຍ​ຄົນ​ທີ່​ເປັນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຕົ້ນຕໍ​ແມ່ນຢູ່​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ເຊັ່ນ ​ອາ​ເມ​ລິ​ກາ ຝຣັ່ງ ​ເຢຍລະ​ມັນ ຍີ່ປຸ່ນ,... ກັບ​ເມືອ​ຫວຽດນາມ​ເພື່ອ​ສິດສອນ ຮ່ວມ​ມື​ຄົ້ນຄວ້າ ຮ່ວມ​ກອງ​ປະ​ຊຸມ​ສຳ​ມະນາ ​ເຂົ້າຮ່ວມ​ບັນດາ​ໂຄງການ​ຮ່ວມ​ມື​ສາກົນ​ ກັບ​ບັນດາ​ອົງການສະ​ເພາະ​ຂະ​ແໜງການ ​ໂຮງຮຽນ​ມະຫາວິທະຍາ​ໄລ ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ ​ໂຮງພະຍາບານຢູ່​ຫວຽດນາມ. ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ​ເຕັກ​ໂນ​ໂລຊີ​ນິວ​ເຄຼຍ ຄະນິດ​ສາດ ການ​ສຶກສາ ​ເຕັກ​ໂນ​ໂລ​ຊີສື່ສານ ວາງ​ແຜນ​ສະຖາປັດຕະຍະກຳ ການ​ກະສິກຳ ຊີວະ​ວິທະຍາ ວັດຖຸ​ອຸປະກອນ​ໃໝ່,…ຂອງ​ຫວຽດນາມ ລ້ວນ​​ແຕ່ມີ​ການ​ເຂົ້າຮ່ວມຂອງ​ຜູ້​ຊ່ຽວຊານ​ ປັນຍາ​ຊົນຊາວຫວຽດຫວຽດນາມ​ຢູ່​ຕ່າງປະ​ເທດ.

     ບັນດາ​ຕົວ​ແບບການຄົ້ນຄວ້າ - ປະ​ຢຸກ​ໃຊ້, ມອບ​ໂອນ​​ເຕັກ​ໂນ​ໂລ​ຊີ, ກໍ່ສ້າງ​ແຫຼ່ງກຳລັງ​ຄົນຄຸນ​ນະພາ​ບສູງ​ຂອງ​ຫວຽດນາມ ທີ່ມີ​ການ​ເຂົ້າ​ຮ່ວມ​​ໂດຍ​ກົງ​ຂອງ​ນັກວິທະຍາສາດປັນຍາ​ຊົນທີ່​ລື​ຊື່ ກໍ່​ໄດ້​ປະກົດ​ຂຶ້ນ​ແລ້ວ ​ເຊັ່ນ​ສູນ​ສາກົນ​ເພື່ອ​ການ​ພົບ​ປະ​ຂອງ​ວິທະຍາສາດ​ລະຫວ່າງ​ຂະ​ແໜງ ຢູ່​ກູ​ຍ​ເຍິນ (ດ້ວຍ​ການ​ປະກອບສ່ວນ​ຂອງ ສຈ. ​ເຈິ່ນ​ແທງ​ເວິນ - ຊາວ​ຫວຽດນາມ​ຢູ່​ ຝຣັ່ງ); ສະ​ຖາ​ບັນ​ຄົ້ນຄວ້າ​ຊັ້ນ​ສູງ​ກ່ຽວ​ກັບ​ຄະນິດສາດ (ສຈ. ​ໂງ​ບ໋າ​ວ​ເຈົາ); ສະ​ຖາ​ບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ການຄຳນວນ (ສຈ. ​ເຈືອງ​ຫງ້ວຽນ​ແທ່ງ - ຊາວ​ຫວຽດນາມ​ຢູ່ອາ​ເມ​ລິ​ກາ); ​ໂຮງຮຽນນັກທຸລະກິດ​ການ​ຄ້າ (ດຣ. ຫງວຽນ​ຈີ໋ຢຸ໊ງ - ຊາວ​ຫວຽດນາມ​ຢູ່​ຍີ່ປຸ່ນ);...

     ນອກຈາກ​ນັ້ນ, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດຍັງ​ເປັນ​ກຳລັງ​ໂຄສະນາ​ເຜີຍ​ແຜ່​ວັດທະນະທຳ ຮູບ​ພາບ​ປະ​ເທດ ​ແລະ ຄົນ​ຫວຽດນາມ ​ໃຫ້​ທົ່ວ​ໂລກ​ຮູ້​ເຫັນ ​ຢ່າງ​ໄວ​ທີ່​ສຸດ ມີ​ປະສິດທິ​ຜົນ​ທີ່​ສຸດ.

     ປະກອບສ່ວນທາງ​ດ້ານ​ແຫຼ່ງກຳລັງ​ເສດຖະກິດ​​ໄດ້ຫຼາຍ​ພໍ​ຄວນ

     ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກຳລັງ​ນັກທຸລະກິດ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ຂະຫຍາຍຕົວ​ທັງ​ທາງ​ດ້ານ​ຈຳນວນ ພາກສ່ວນ​ປະກອບ ບໍລິ​ເວນ​ອາ​ໄສ ກຳລັງ​ບົ່ມ​ຊ້ອນ​ແລະ​ຖານະ​ສັງຄົມ,... ນັກທຸລະກິດຊາວຫວຽດນາມ​ປັດຈຸບັນ​ພວມ​ມີໜ້າຢູ່​​ເກືອບ​ທົ່ວທຸກ​ປະ​ເທດ ​ແລະ ອານາ​ເຂດ, ​​ແຕ່​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ຄືອາ​ເມ​ລິ​ກາ (ມີ​ວິ​ສາ​ຫະກິດ​ຂອງຊາວ​ຫວຽດນາມປະມານ 170.000 ກວ່າ​ແຫ່ງ) ຈົນ​ເຖິງ​ບັນດາ​ໝູ່​ເກາະ ຫຼື​ປະ​ເທດ​ຢູ່​ອາ​ເມ​ລະກາ​ໃຕ້ ຕາ​ເວັນ​ອອກ​ກາງ ທະວີບອາ​ຟຣິກກາ,... ພາກສ່ວນ ​ໂຄງ​ປະກອບ ​ແລະ ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີ​ຫຼາຍຮູບຫຼາຍ​ແບບ​ກວ່າ​ເກົ່າ.

     ​ໃນ​ສະພາບ​ການ​ວິ​ກິດ​ການ​ການ​ເງິນ - ​ເສດຖະກິດ​ໂລກ​ປັດຈຸບັນ, ​ເບິ່ງ​ລວມ, ນັກທຸລະກິດຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້ ​ແລະ ພວມ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຮັກສາ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ປົກກະຕິ​ຢູ່​ໃນ​ຕະຫຼາດ​ທີ່​ຕົນ​ຕັ້ງ​ຢູ່; ບາງ​ວິ​ສາ​ຫະກິດ​ມີ​ທ່າ​ອ່ຽງຍົກຍ້າຍ​ການ​ທຸລະ​ກິດ ການລົງທຶນ​​ມາຢູ່​ຫວຽດນາມ.

     ດ້ວຍ​ກຳລັງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ກ່ອນ​ອື່ນ​ແມ່ນ​ກຳລັງ​ປັນຍາ​ຊົນ ​ແລະ ນັກທຸລະກິດ, ​ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ຮ່ວມ​ກັບປະ​ເທດ​ຊາດ​ໃນ​ຫຼາຍ​ຂົງ​ເຂດ ​ເຊິ່ງ​ຈະ​ແຈ້ງ​ທີ່​ສຸດ​​ແມ່ນການ​ປະກອບສ່ວນ​ຕ່າງໆ​ ທາງ​ດ້ານ​ເສດຖະກິດ ​ໂດຍ​ຜ່ານ​ການ​ໂອນ​ເງິນ ແລະ ການລົງທຶນຂອງຊາວຫວຽດກ່ຽວ ​ເມືອ​ໃນ​ປະ​ເທດ. ນີ້​ແມ່ນ​ແຫຼ່ງທຶນ​ຫຼາຍ​ພໍ​ສົມຄວນ​ທີ່​​ໄດ້ປະກອບສ່ວນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມ​ທຸກ​ຈົນ ສ້າງ​ວຽກ​ເຮັດ​ງານ​ທຳ ຂະຫຍາຍ​ຂ​ະ​ແໜງ​ການ​ອາຊີບ ຊຸກຍູ້​ຄວາມ​ເຕີບ​ໂຕ​ເສດຖະກິດ​ຢູ່​ຫຼາຍ​ທ້ອງ​ຖິ່ນ, ​ເພີ່ມ​ເຕີມ​ເງິນຕາ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ໃຫ້​ປະ​ເທດ ​ແລະ ປະ​ກອບພາສີ​ອາກອນ​ໃຫ້​ງົບປະປະມານ​ແຫ່ງ​ລັດ​ຫວຽດນາມ.

     ມາ​ເຖິງ​ປັດຈຸບັນ ​ມີ 51 ​ໃນ​ຈຳນວນ 63 ​ແຂວງ/ນະຄອນ ​ໃນ​ທົ່ວ​ປະ​ເທດຫວຽດນາມ​ໄດ້​ດຶງ​ດູດບັນດາ​ໂຄງການ​ລົງທຶນ​ຂອງຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ດ້ວຍ 3.546 ວິ​ສາ​ຫະກິດ ທີ່​ມີ​ທຶນ​ລົງທະບຽນ​ທຸ​ລະ​ກິດ ​ແລະ​ ທຶນປະກອບ​ຂອງຊາວ​ຫວຽດກ່ຽວ ປະມານ 8,4 ຕື້​ໂດ​ລາ​ສະຫະລັດ, ຕົ້ນຕໍ​ແມ່ນ​ມາ​ຈາກ​ອາ​ເມ​ລິ​ກາ ກາ​ນາ​ດາ ໂອ​ສະ​ເຕີ​ເລຍ ຣັດ​ເຊຍ ຝຣັ່ງ ​ໂຮ​ນ​ແລນ ​ແຊັກ ຍີ່ປຸ່ນ,... ​ວິ​ສາ​ຫະກິດ​ເຫຼົ່າ​ນັ້ນເຕົ້າ​ໂຮມ​ໃນ​ບັນດາ​ຂົງ​ເຂດ​ເຊັ່ນ ​ບໍລິການ (​ໂຮງ​ແຮມ ຮ້າ​ອາຫານ ທ່ອງ​ທ່ຽວ), ອະສັງຫາລິມະ​ຊັບ, ລ້ຽງ​ປູກ​ສິນ​ໃນ​ນ້ຳ, ປຸງ​ແຕ່ງ ສົ່ງ​ນອກ​ເຄື່ອງ​ທະ​ເລ ສິນ​ໃນ​ນ້ຳ, ບໍລິການ​ນ້ຳມັນແກັດ, ຜະລິດ​ໄຟຟ້າ, ​ເຕັກ​ໂນ​ໂລ​ຊີ​ຊອບ​ແວ... ດ້ວຍ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ການ​ເງິນ​ຂອງ​ຕົນ, ຫຼາຍ​ວິ​ສາ​ຫະກິດ​ ນັກ​ທຸລະ​ກິດຊາວ​ຫວຽດນາມຫຼາຍ​ຄົນ​ຢູ່​ຕ່າງປະ​ເທດ ​ໄດ້​ນຳ​ເອົາ​ຫຼາຍ​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່​ເມືອ​ໃຫ້​ປະ​ເທດ.

     ລະດົມ​ການ​ປະກອບສ່ວນ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃຫ້​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ອີກ

     ​ເພື່ອຍູ້​ແຮງ​ການລະດົມກຳລັງ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ ​ແລະ ສະຕິ​ປັນຍາ​ຂອງວົງສາ​ຄະນາ​ຍາດ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ໃນ​ປີ 2013 ​ແລະ ຊຸມ​ປີ​ຕໍ່​ໄປ ຕ້ອງ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ບັນດາຫ​ຍ່ອມ​ນະ​ໂຍບາຍ​ລຸ່ມ​ນີ້:

     ທີໜຶ່ງ, ສືບ​ຕໍ່​ປັບປຸງ​ບັນດາ​ຂອບ​ກົດໝາຍ​​ໃຫ້​ສົມບູນ​ແບບ, ກ່ອນ​ອື່ນ​ໝົດ​ແມ່ນ​ຫັນ​ເປັນ​ນິຕິ​ກຳ​​ຕໍ່ມະຕິໝາຍ​ເລກ 36-NQ/TW ຂອງ​ກົມ​ການ​ເມືອງ​ແຫ່ງ​ປະ​ເທດ ສສ ຫວຽດນາມ ວ່າ​ດ້ວຍ​ວຽກ​ງານ​ຕໍ່​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແນ​ໃສ່​ສ້າງ​ໃຫ້​ມີ​ຄວາມ​ຄົບ​ຊຸດ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ທົ່ວທັງ​ລະບົບ​ການ​ເມືອງຕໍ່​ກັບ​ວຽກ​ງານ​ນີ້. ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ກົດໝາຍ​ທີ່​ດິນ​ສະບັບ​ປັບປຸງ​ທີ່​ຈະ​ມາ​ເຖິງ​ນີ້ ​ແລະ ບັນດາ​ນະ​ໂຍບາຍ​ຮັກສາ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ ກໍ່​ຄື​ຄວາມ​ຕັດສິນ​ໃຈ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານຂອງ​ລັດ​ທະ​ບານຫວຽດນາມ ຈະ​ສ້າງ​ສິ່ງ​ແວດ​ລ້ອມການ​ລົງທຶນ​ທີ່​ສະດວກ​ດີ ລຸ​ລ່ວງ​ກວ່າ​ອີກ​ ໃຫ້ນັກ​ລົງທຶນ​ເວົ້າ​ລວມ ​ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເວົ້າ​ສະ​ເພາະ, ພິ​ເສດ​ແມ່ນ​ບັນດາ​ນັກ​ລົງທຶນ​ຊາວ​ຫວຽດກ່ຽວ ສາມາດ​ເລືອກ​ເຝັ້ນ​ເອົາ​ເອງວ່າ​ຈະ​ເປັນ​ນັກ​ລົງທຶນ​ຕ່າງປະ​ເທດ ຫຼື​ເປັນ​ນັກ​ລົງທຶນ​ພາຍ​ໃນ​ປະ​ເທດ, ​ໄດ້​ຮັບ​ຄວາມ​ງ່າຍດາຍ​ດ້ານ​ລະບຽບ​ການ​ລົງທຶນ, ບໍ່​ຖືກຈຳກັດ​ໃນ​ບາງ​ຂົງ​ເຂດ ຂອບ​ເຂດ​ການ​ລົງທຶນ.

     ທີ​ສອງ, ຄວນ​ປະກາດ​ໃຊ້​ໂດຍ​ໄວ​ບັນດາ​ນະ​ໂຍບາຍ ມາດ​ຕະການ​ດຶງດູດ​ຜູ້ຊ່ຽວຊານ ປັນຍາ​ຊົນຊາວ​ຫວຽດກ່ຽວ ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ ​ເຊິ່ງຈຸດ​ໜັກ​ແມ່ນ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ, ສ້າງ​ນະ​ໂຍບາຍ​ດຶງ​ດູດ​ຜູ້​ຊ່ຽວຊານ ປັນຍາ​ຊົນ​ລະດັບ​ສູງ ​ໃຫ້​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນ​ຂ​ອງປະ​ເທດ. ຂະຫຍາຍ​ກວ້າງ ທະວີຄູນ​ບັນດາ​ຕົວ​ແບບ​ລົງທຶນ - ຄົ້ນຄວ້າ - ປະ​ຢຸກ​ໃຊ້ - ກໍ່ສ້າງ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ຂອງຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

     ທີ​ສາມ, ສືບ​ຕໍ່​ຄົ້ນຄວ້າ ​ແລະ ປັບປຸງ​ບູລະນະ​ຍິ່ງ​ກວ່າ​ອີກ ກ່ຽວກັບລະບົບ​ນະ​ໂຍບາຍ ​ແລະ ກົນ​ໄກ ຮັບປະກັນ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ ຂ​ອງນັກທຸລະກິດຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ພໍ່​ແມ່​ພີ່ນ້ອງ​ໄດ້​ເຂົ້າ​ຮ່ວ​ມການ​ສ້າງສາ​ພັດທະນາ​ປະ​ເທດ. ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ກັບວົງສາ​ຄະນາ​ຍາດ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຍູ້​ແຮງ​ວຽກ​ງານ​ກວດກາ ກວດກາ​ນ, ວຽກ​ງານ​ຄຸ້ມ​ຄອງ ສະຖິຕິ ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ​ເປັນ​ປະຈຳ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ສິ່ງ​ຄົງ​ຄ້າງ​ຕ່າງໆ​ຢ່າງ​ທັນ​ການ​ ​ເມື່ອຊາວ​ຫວຽດນາມກັບ​ເມືອ​ປະ​ເທດ​ເຮັດ​ວຽກ ລົງທຶນ​ທຳ​ການ​ທຸລະ​ກິດ.

     ທີ​ສີ່, ປະຕິບັດ​ການ​ປຸກລະດົມ​ກຳລັງ​ໃຈ ຍ້ອງຍໍ​ໃຫ້​ລາງວັນ ຍົກຍ້ອງ​ກຽດ​ສັກ​ສີ​ຢ່າງ​ທັນ​ການ ຕໍ່​ປັນຍາ​ຊົນ ວິ​ສາ​ຫະກິດ ​ແລະ ນັກ​ທຸລະກິດຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ທີ່​ດີ​ເດັ່ນ ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ປະ​ເທດ​ຊາດ.

     ທີ​ຫ້າ, ວຽກ​ງານ​ຂົນຂວາຍຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຕ້ອງ​ໄດ້​ຍູ້​ແຮງ​ຢູ່​ທຸກຂະ​ແໜງ​ການ ທຸກ​ຂັ້ນ, ​ແຕ່​ສູນ​ກາງ ​ເຖິງ​ທ້ອງ​ຖິ່ນ​ຕ່າງໆ, ທັງ​ຢູ່​ໃນ​ປະ​ເທດ ​ແລະ ຢູ່​ຕ່າງປະ​ເທດ; ພິ​ເສດ, ຜ່ານ​ບັນດາ​ສາຍ​ພົວພັນຍາດຕິ​ພີ່ນ້ອງ, ບັນດາ​ສະມາຄົມ​ໄທບ້ານ​ດຽວ​ກັນ ສະມາ​ຄົນພົວພັນ​ຕິດ​ຕໍ່, ບັນດາ​ວົງ​ການ​ວິທະຍາສາດ ວົງການທຸລະ​ກິດ ​ແນ​ໃສ່ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ນັບ​ມື້​ນັບ​ພົວພັນ​ສະໜິດ​ແໜ້ນ​ກັບ​ບ້ານ​ເກີດ​ເມືອງ​ນອນ ປະ​ເທດ​ຊາດບ້ານ​ເມືອງ. ລະອຽດ​ຄື: ຈັດ​ຕັ້ງ​ການ​ສື່​ຂ່າວ​ຢ່າງ​ເປັນ​ປະຈຳ​ໃຫ້ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດຮັບ​ຊາບ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ ​ແລະ ຂອງ​ທ້ອງ​ຖິ່ນ​ຕ່າງໆ; ຊ່ວຍ​ໜູນ​ໃຫ້​ນັກ​ທຸລະ​ກິດ ປັນຍາ​ຊົນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດກັບ​ເມືອ​ປະ​ເທດ​ເຮັດ​ວຽກ ຮ່ວມ​ມື​ລົງທຶນ ຕິດ​ຕໍ່​ແລກປ່ຽນ ສ້າງສາ​ຍພົວພັນ​ກັບ​ບັນດາ​ອົງການ​ສຳນັກງານ​ໃນ​ປະ​ເທດ; ຕອບ​ສະໜອງ​ຄວາມ​ຄິດ​ຈິດ​ໃຈ ຄວາມ​ມຸ່ງມາດ​ປາຖະໜາ​ອັນ​ຊອບ​ທຳ ​ແລະ ຮັບປະກັນ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງຊາວ​ຫວຽດກ່ຽວ ຢູ່​ຫວຽດນາມ...

     ປະຕິບັດ​ບັນດາ​ມາດ​ຕະການ​ເທິງ​ນີ້​ໄດ້​ດີ ຈະ​ປະກອບສ່ວນ​ປັບປຸງສັນທາຄະຕິ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຕໍ່​ກັບປະ​ເທດ​ຊາດ​ບ້ານ​ເມືອງ, ດຶງ​ດູດ​​ເອົາແຫຼ່ງມັນສະໝອງ ​ແຫຼ່ງກຳລັງ​ເສດຖະກິດ ກໍ່​ຄືທີ່​ຕັ້ງ ຜົນ​ສະທ້ອນ​ຂອງວົງສາ​ຄະນາ​ຍາດຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ການ​ພັດທະນາ​ປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົ​ນ, ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງປະຊາຊົນຊາຫວຽດນາມ ກັບ​ປະຊາຊົນ​ບັນດາ​ປະ​ເທດ./.